​2010–2019
​ຕຽມ​ໃນ​ວິທີ​ທີ່​ບໍ່​ເຄີຍ​ໄດ້​ຮູ້​ໄດ້​ເຫັນ​ມາ​ກ່ອນ
ຕຸລາ 2014


​ຕຽມ​ໃນ​ວິທີ​ທີ່​ບໍ່​ເຄີຍ​ໄດ້​ຮູ້​ໄດ້​ເຫັນ​ມາ​ກ່ອນ

ຂໍ​ໃຫ້​ເຮົາ​ຈົ່ງ​ຕຽມ​ຕົວ​ທີ່​ຈະ​ມີຄ່າ​ຄວນ​ພໍ ທີ່​ຈະ​ໄດ້​ຮັບ​ພິທີການ​ຊ່ອຍ​ໃຫ້​ລອດ ​ເທື່ອ​ລະ​ຢົດ ​ແລະ ຮັກສາ​ພັນທະ​ສັນຍາທີ່​ກ່ຽວ​ພັນ​ກັນນັ້ນດ້ວຍ​ຄວາມ​​ຈິງ​ໃຈ.

ຕອນ​ລູກ​ສາວ​ຂອງ​ພວກ​ເຮົາ​ກັບ​ມາ​ບ້ານ​ຫລັງ​ຈາກ​ໄປໂຮງຮຽນ​ມື້​ທຳ​ອິດ​, ຂ້າພະ​ເຈົ້າ​ໄດ້​ຖາມ​ວ່າ, “​ໂຮງຮຽນ​ເປັນ​ແນວ​ໃດ?”

ນາງ​ຕອບ​ວ່າ, “ກໍ​ດີ.”

ເຊົ້າມື້​ຕໍ່​ມາ, ຕອນ​ຂ້າພະ​ເຈົ້າປຸກ​ໃຫ້​ນາງ​ຕື່ນ​ໄປ​ໂຮງຮຽນ, ນາງ​ໄດ້​ກອດ​ແຂນ ​ແລະ ​ເວົ້າຢ່າງ​ໜັກ​ແໜ້ນ​ວ່າ, “ລູກ​ໄດ້​ໄປ​ໂຮງຮຽນ​ແລ້ວ!” ປະກົດ​ວ່າ ຂ້າພະ​ເຈົ້າບໍ່​ໄດ້ ຕຽມ ນາງ ຫລື ບໍ່​ໄດ້​ອະທິບາຍວ່າ ການ​ໄປ​ໂຮງຮຽນ ບໍ່​ແມ່ນ​ໄປ​ແຕ່​ມື້​ດຽວ​ເທົ່າ​ນັ້ນ ​ແຕ່​ນາງ​ຕ້ອງ​ໄດ້​ໄປ​ໂຮງຮຽນ​ ຫ້າ​ມື້​ຕໍ່​ອາທິດ, ​ເປັນ​ເວລາ​ຫລາຍ​ປີ.

ເມື່ອ​ເຮົາ​ພິຈາລະນາ​ຫລັກ​ທຳ​ເລື່ອງ​ການ​ຕຽມ​ພ້ອມ, ​ໃຫ້​ທ່ານ​ມາ​ວາດ​ພາບ​ກັບ​ຂ້າພະ​ເຈົ້າ ກ່ຽວ​ກັບ​ພາບ​ດັ່ງ​ຕໍ່​ໄປ​ນີ້. ທ່ານ​ກຳລັງ​ນັ່ງ​ຢູ່​ຫ້ອງ​ຊັ້ນສູງ​ຂອງ​ພຣະວິຫານ ​ແລະ ​ໄດ້​ສັງ​ເກດ​ເຫັນ​ວ່າ ມີ​ຄົນ​ພາເຈົ້າສາວ​ ​ແລະ ​ເຈົ້າບ່າວ​ຫລາຍ​ຄົນ ມາ​ຢ່າງ​ງຽບໆ ​ແລະ ​ໄດ້​ພາ​ອອກ​ໄປ ​​ໃນ​ຂະນະ​ທີ່​ເຂົາ​ເຈົ້າລໍຖ້າ​ແຕ່ງງານ​ສຳລັບ​ການ​ເວລາ ​ແລະ ຕະຫລອດ​ຊົ່ວ​ນິລັນດອນ​. ​ເຈົ້າສາວ​ຄົນ​ໜຶ່ງ​ອີກ​ທີ່​ເຂົ້າມາ​ໃນ​ຫ້ອງ​ສູງ​ສຸດ, ຍ່າງ​ຈັບ​ມື​ກັບ​ທີ່​ຮັກ​ຂອງ​ນາງມາ. ນາງ​ນຸ່ງ​ຊຸດ​​​ໄປ​ພຣະວິຫານແບບ​ທຳ​ມະ​ດາ​ແຕ່​ສວຍ​ງາມ ​​ແລະ ສຸ​ຂຸມ, ສະຫງົບ​ງຽບ, ຍິ້ມ​ແຍ້ມ​ດ້ວຍ​ຄວາມ​ອົບ​ອຸ່ນ. ນາງ​ແຕ່ງ​ຕົວ​ຮຽບຮ້ອຍ ​ແຕ່​ບໍ່​ເກີນ​ຂອບ​ເຂດ. ນາງ​ໄດ້​ນັ່ງ​ລົງ, ຫລຽວ​ໄປມາ, ​ແລ້ວ​ທັນ​ໃດ​ນັ້ນ ນາງ​ກໍ​ນ້ຳຕາ​ຊຶມ. ​ເບິ່ງ​ຄື​ວ່າ ນາງ​ນ້ຳຕາ​ຊຶມ ​ເພາະ​ຄວາມ​ອັດສະຈັນ​ໃຈ​ ​ແລະ ຄວາມ​ຄາລະວະ ຕໍ່​ສະຖານ​ທີ່ ​ແລະ ພິທີການ​ທີ່​ສັກສິດ ທີ່​ລໍຖ້ານາງ ​ແລະ ຄູ່​ຊີວິດ​ຂອງ​ນາງ. ທ່າ​ທາງ​ຂອງ​ນາງ ​ເບິ່ງ​ຄື​ນາງ​ບອກ​ວ່າ “​ຂ້ອຍ​ມີ​ຄວາມກະຕັນຍູ​ຫລາຍ​ທີ່​ສຸດ ທີ່​ໄດ້​ຢູ່​ໃນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າມື້​ນີ້, ພ້ອມ​ແລ້ວ​ທີ່​ຈະ​ເລີ່​ມຕົ້ນ​​ເດີນທາງ​ໄປ​ກັບ​ຄູ່​ນິລັນດອນ​ຂອງ​ນາງ!” ​ເບິ່ງ​ຄື​ວ່າ ນາງ​ໄດ້​ ຕຽມ​ພ້ອມ ຫລາຍ​ກວ່າ​ໂອກາດ​ສຳລັບ​ວັນນັ້ນ.

ເມື່ອ​ບໍ່​ດົນ​ມາ​ນີ້ ຫລານ​ສາວ​ຜູ້​ເປັນ​ໄວ​ລຸ້ນທີ່​ໜ້າ​ຮັກ​ຂອງ​ພວກ​ເຮົາ ​ໄດ້​ປະຈົດໝາຍ​ນ້ອຍ​ໄວ້​ໃຫ້​ຂ້າພະ​ເຈົ້າ ຢູ່​ເທິງ​ໝອນ ​ໃນ​ນັ້ນຕອນ​ໜຶ່ງ​ບອກ​ວ່າ: “ສິ່ງ​ໜຶ່ງ​ທີ່​ປະ​ທັບ​ໃຈ​ຫລານ​ຫລາຍ ຕອນ​ຫລານ​ເຂົ້າ​ໄປ​ໃນ​ພຣະວິຫານ ​ແມ່ນ​ຄວາມ​ສະຫງົບ, ພຣະວິນ​ຍານ​ທີ່​ຮັກຫອມ ຊຶ່ງ​ປະ​ທັບ​ຢູ່​ໃນ​ນັ້ນ. ... ຜູ້​ຄົນ​ສາມາດ​ໄປ​ພຣະວິຫານ ​ເພື່ອ​ຮັບ​ເອົາ​ການ​ດົນ​ໃຈ.”1 ນາງ​ເວົ້າຖືກ. ​ເຮົາ​ສາມາດ​ຮັບ​ເອົາ​ການ​ດົນ​ໃຈ ​ແລະ ການ​ເປີດ​ເຜີຍ​ໃນ​ພຣະວິຫານ—ພ້ອມ​ທັງ​ພະລັງ​ທີ່​ຈະ​ຈັດການ​ກັບ​ບັນຫາ​ໃນ​ຊີວິດ. ສິ່ງ​ທີ່​ນາງ​ຮຽນ​ຮູ້​ກ່ຽວ​ກັບ​ພຣະວິຫານ ​​​ເມື່ອ​ນາງ​ນຳ​ລາຍ​ຊື່​ຂອງ​ຄອບຄົວ​ນາງ​ໄປ​ພຣະວິຫານ ​​ເພື່ອ​ຮັບບັບຕິ​ສະມາ ​ແລະ ຮັບ​ການຢືນ​ຢັນ​ແທນ​ເຂົາ​ເຈົ້າ ຈະ​ຕຽມ​ນາງ​ທີ່​ຈະ​ຮັບ​ເອົາ​ພິທີການ​ ​ແລະ ພອນເພີ່ມ​ເຕີມ​ຂອງ​ພຣະວິຫານ, ສຳລັບ​ຕົວ​ນາງ​ເອງ ​ແລະ ຄົນ​ທີ່ຢູ່​​ໂລກ​ວິນ​ຍານ.

ແອວ​ເດີ ​ຣະ​ໂຊ ​ເອັມ ​ແນວ​ສັນ ​ໄດ້​ສອນ​ວ່າ, “ດັ່ງ​ທີ່​ພຣະວິຫານ​ໄດ້​ຕຽມ​ພ້ອມ​ສຳລັບ​ຜູ້​ຄົນ, ຜູ້​ຄົນ​ກໍ​ຄວນ​ຕຽມ​ພ້ອມ​ສຳລັບ​ພຣະວິຫານ​ຄື​ກັນ.”2

ເມື່ອ​ຂ້າພະ​ເຈົ້າອ່ານ​ກ່ຽວ​ກັບ​​ແມ່ທັບ​ໂມ​ໂຣ​ໄນ ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ, ຂ້າພະ​ເຈົ້າ​ໄດ້​ຖືກ​ເຕືອນ​ວ່າ ຄວາມ​ສຳ​ເລັດ​ຜົນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ໂມ​ໂຣ​ໄນ ​ແມ່ນ​ຍ້ອນການ​ຕຽມ​ພ້ອມ​ຂອງ​ເພິ່ນ​ຢ່າງ​ລະມັດລະວັງ ​​ເພື່ອ​ໃຫ້​ຊາວ​ນີ​ໄຟ​ສາມາດ​ຕ້ານທານ​ກັບ​ກອງທັບ​ຂອງ​ຊາວ​ເລ​ມັນ​ໄດ້. ​ລາວ​ໄດ້​ຕຽມ​ຜູ້​ຄົນ​ຂອງ​ລາວ​ໄດ້​ດີ​ທີ່​ສຸດ ດັ່ງ​ທີ່​ເຮົາ​ອ່ານ​ວ່າ: “ຈົ່ງ​ເບິ່ງ, [ຊາວ​ເລ​ມັນ] ​ເກີດ​ມີ​ຄວາມ​ແປກ​ປະຫລາດ​ໃຈ​ຫລາຍ​ທີ່​ສຸດ, ​ເພາະ ​[ຊາວ​ນີ​ໄຟ] ໄດ້​ຕຽມ​ຕໍ່ສູ້​ກັບ​ພວກ​ເຂົາ, ​ໃນ​ວິທີ​ທີ່​ບໍ່​ເຄີຍ​ໄດ້​ຮູ້​ໄດ້​ເຫັນ​ມາ​ກ່ອນ.3

ຄຳ​ວ່າ, “​ໄດ້​ຕຽມ … ໃນ​ວິທີ​ທີ່​ບໍ່​ເຄີຍ​ໄດ້​ຮູ້​ໄດ້​ເຫັນ​ມາ​ກ່ອນ,” ​​ເຮັດ​ໃຫ້​ຂ້າພະ​ເຈົ້າ​ເກີດ​ຄວາມ​ສົນ​ໃຈ.

ເຮົາ​ຈະ​ຕຽມ​ພ້ອມ​ສຳລັບ​ພອນ​ທີ່​ສັກສິດ​ຂອງ​ພຣະວິຫານ​ໃຫ້​ດີກ​ວ່າ​ເກົ່າ​ໄດ້​ແນວ​ໃດ? ພຣະຜູ້​ເປັນ​ເຈົ້າ​ໄດ້​ສອນ​ວ່າ ພຣະອົງຈະ​ມອບ​ແບບ​ແຜນ​ໃນ​ທຸກ​ສິ່ງ​ໃຫ້​ແກ່​​ເຮົາ.”4 ​ໃຫ້​ເຮົາ​ມາ​ພິຈາລະ​ນາ​ແບບ​ແຜນຂອງ​ພຣະຄຳ​ພີຂໍ້​ໜຶ່ງ ​ເພື່ອ​ຊ່ອຍ​​ເຮົາຕຽມ​ພ້ອມ​ໃຫ້​ດີ. ການ​ຕຽມ​ພ້ອມ​ຂອງ​ໂມ​ໂຣ​ໄນ ທີ່​ຈະ​ຕ້ານທານ​ກັບ​ສັດຕູ ​ແມ່ນສະໝ່ຳສະ​ເໝີ ​ແລະ ພາກ​ພຽນ​ຢ່າງ​ຊື່ສັດ, ​ແລະ ​ແບບ​ແຜນ​​ນີ້ກໍ​ຮຽກຮ້ອງ​ແບບ​ດຽວກັນນັ້ນ.

ຂ້າພະ​ເຈົ້າບໍ່​ເຄີຍ​​ເບື່ອ​ຄຳອຸປະມາ​ທີ່​ສວຍ​ງາມ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​​ເລົ່າ​ກ່ຽວ​ກັບ​ຍິງສາວ​ບໍລິສຸດສິບ​ຄົນ ຫ້າ​ຄົນສະຫລາດ ​ແລະ ອີກ​ຫ້າ​ຄົນ​ໂງ່. ​ເຖິງ​ແມ່ນ​ຄຳ​ອຸປະມາ​ນີ້​ບອກ​ເຖິງ​ການ​ຕຽມ​ສຳລັບ​ການສະ​ເດັດ​ມາຄັ້ງທີສອງ​ຂອງ​ພຣະຜູ້​ຊ່ອຍ​​ໃຫ້​ລອດ, ​ແຕ່​ເຮົາ​ສາມາດ​ປຽບທຽບ​ມັນ​ໃສ່​ກັບ​ການ​ຕຽມ​ສຳລັບ​ພອນ​ຂອງ​ພຣະວິຫານ​ໄດ້, ຊຶ່ງ​ປຽບ​ເໝືອນ​ການ​ຊື່ນ​ຊົມກັບ​ຝ່າຍ​ວິນ​ຍານ ສຳລັບ​ຄົນ​ທີ່​ຕຽມ​ພ້ອມ​ເປັນ​ຢ່າງ​ດີ.

​ໃນ​ມັດ​ທາຍ ບົດ​ທີ 25 ​ເຮົາ​ອ່ານ​ວ່າ:

“ອານາຈັກ​ສະຫວັນ​ປຽບ​ເໝືອນ​ຍິງ​ສາວ​ປອດ​ບໍ​ລິສຸດ​ສິບ​ຄົນ ທີ່​ຖື​ໂຄມ​ໄຟ​ຂອງ​ຕົນ​ອອກ​ໄປ​ຮັບ​ເຈົ້າບ່າວ.

“ຫ້າ​ຄົນ​ໃນ​ພວກ​ເຂົາ​ເປັນ​ຄົນ​ໂງ່ ​ແລະ ອີກ​ຫ້າ​ຄົນ​ເປັນ​ຄົນ​ສະຫລາດ.​...

“ຜູ້​ທີ່​ສະຫລາດ​ໄດ້​ເອົາ​ນ້ຳມັນ​ໃສ່​ແກ້ວ​ໄປ​ເພື່ອ.

“ຂະນະ​ທີ່​ເຈົ້າບ່າວ​ຍັງ​ບໍ່​ມາ ພວກ​ຍິງ​ສາວ​ທັງ​ໝົດ​ຕ່າງ​ກໍ​ເຫງົານອນ ​ແລະ ຫລັບ​ໄປ.

“ພໍ​ເຖິງ​ທ່ຽງ​ຄືນ​ກໍ​ມີ​ສຽງ​ຮ້ອງ​ດັງ​ຂຶ້ນວ່າ, ​ເຈົ້າບ່າວມາ​ແລ້ວ ຈົ່ງ​ອອກ​ໄປ​ຮັບ​ເພິ່ນ​ເຖີດ.

“ຍິງ​ສາວ​ທຸກ​ຄົນ​ຈຶ່ງ​ລຸກຂຶ້ນ ​ແລະ ຈັດ​ຕຽມ​ໂຄມ​ໄຟ​ຂອງ​ຕົນ.

“​ແລ້ວ​ພວກ​ຄົນ​ໂງ່​ກໍ​ເວົ້າກັບ​ພວກ​ຄົນ​ສະຫລາດ​ວ່າ, ຂໍ​ປັນນ້ຳມັນ​ຂອງ​ພວກ​ເຈົ້າ​ໃຫ້​ພວກ​ຂ້ອຍ​ແດ່ ​ເພາະ​ໂຄມ​ໄຟ​ຂອງ​ພວກ​ຂ້ອຍ​ໃກ້​ຈະ​ມອດ​ແລ້ວ.

“​ແຕ່​ພວກ​ຄົນ​ສະຫລາດ​ຕອບ​ວ່າ, ບໍ່​ໄດ້​ດອກ; ນ້ຳມັນ​ມີ​ບໍ່​ພຽງພໍ​ສຳລັບ​ພວກ​ຂ້ອຍ ​ແລະ ພວກ​ເຈົ້າ. ຈົ່ງ​ໄປ​ຫາ​ຄົນຂາຍ​ນ້ຳມັນ ​ແລະ ຊື້​ເອົາ​ສຳລັບ​ພວກ​ເຈົ້າສາ.

“​ແລະ ​ໃນ​ຂະນະ​ທີ່​ພວກ​ເຂົາ​ອອກ​ໄປ​ຊື້​ນ້ຳມັນ​ນັ້ນ ​ເຈົ້າບ່າວ​ກໍ​ມາ​ຮອດ ​ແລະ ຜູ້​ທີ່​ຕຽມ​ພ້ອມ​ຢູ່​ແລ້ວ​ກໍ​ເຂົ້າ​ໄປ​ກັບ​ເຈົ້າບ່າວ​ໃນ​ງານ​ກິນ​ລ້ຽງ​ສົມຣົດ ​ແລະ ປະຕູ​ກໍ​ອັດ.

“ຫລັງ​ຈາກ​ນັ້ນ ພວກ​ຍິງ​ສາວ​ຄົນ​ອື່ນໆ​ກໍ​ມາ​ຮອດ ​ແລະ ຮ້ອງ​ວ່າ ພຣະອົງ​​ເຈົ້າ​ເອີຍ ພຣະອົງ​ເຈົ້າ​ເອີຍ ​ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ແດ່ທ້ອນ.

“​ແຕ່​ເພິ່ນ​ໄດ້​ຕອບ​ວ່າ ​ເຮົາ​ບອກ​ເຈົ້າທັງຫລາຍ​ຕາມ​ຄວາມ​ຈິງ​ວ່າ ​ເຮົາ​ບໍ່​ຮູ້ຈັກ​ພວກ​ເຈົ້າ.”5

ຂ້າພະ​ເຈົ້າຄິດ​ວ່າ ຄົງ​ບໍ່​ມີ​ຄົນ​ໃດ​, ​ໂດຍ​ສະ​ເພາະ​ຄົນ​ໃຈ​ອ່ອນ, ທີ່​ບໍ່​ຮູ້ສຶກ​​ເສຍ​ໃຈ​ກັບ​ຍິງ​ສາວ​ທີ່​ໂງ່​ເຫລົ່ານັ້ນ. ​ແລະ ​​ເຮົາ​ບາງ​ຄົນ​ອາດ​ຢາກ​ເວົ້າກັບ​ຍິງ​ຄົນ​ອື່ນ​ໆວ່າ, “​​ເປັນ​ຫຍັງ​ຈຶ່ງ​ບໍ່​ແບ່ງປັນ​ໃຫ້​ເຂົາ​ເຈົ້າ​ແດ່ ​ເພື່ອ​ວ່າ​ທຸກ​ຄົນ​ຈະ​ດີ​ໃຈ?” ​ແຕ່​ໃຫ້​ເຮົາ​ມາ​ຄິດ​ເບິ່ງ. ນີ້​ແມ່ນ​ເລື່ອງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເລົ່າ, ​ແລະ ພຣະອົງ​ໄດ້​ເອີ້ນ​ຫ້າ​ຄົນ​ວ່າ “ສະຫລາດ” ​ອີກ​ຫ້າ​ຄົນ​ວ່າ “​ໂງ່.”

ໃນ​ຂະນະ​ທີ່ເຮົາ​ພິຈາລະ​ນະ​ຄຳອຸປະມາ​ນີ້​ໃສ່​ກັບ​ແບບ​ແຜນ​ຂອງ​ການ​ຕຽມ​ສຳລັບ​ພຣະວິຫານ, ​ໃຫ້​ເຮົາ​ພິຈາລະນາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍ ຜູ້​ໄດ້​ສອນ​ວ່າ “ການ​ຕຽມ​ນ້ຳມັນ​ຝ່າຍ​ວິນ​ຍານ ​ເຮົາ​ບໍ່​ສາມາດ​ແບ່ງປັນ​ໃຫ້​ຄົນ​ອື່ນ.”6 ປະທານສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງວ່າ​ເປັນ​ຫຍັງ ຍິງ​ສາວ​ທີ່ “ສະຫລາດ” ຫ້າ​ຄົນ​ຈຶ່ງ​ບໍ່​ສາມາດ​ແບ່ງປັນ​ນ້ຳມັນ​ໃຫ້​ກັບ​ພວກ​ຍິງ​ສາວ​ທີ່ “ບໍ່​ສະຫລາດ” ​ເຫລົ່ານັ້ນ ​ເມື່ອ​ເພິ່ນ​ກ່າວ​ວ່າ: “ການ​ໄປ​ໂບດ ຈະ​ຕື່ມ​ນ້ຳມັນ​ໃສ່​​ໂຄມ​ໄຟຂອງ​ເຮົາ, ​ເທື່ອ​ລະ​ຢົດ ​ຕະຫລອດ​ປີ. ການ​ຖື​ສິນ​ອົດ​ເຂົ້າ, ການ​ອະທິຖານ​ເປັນ​ຄອບຄົວ, ການ​ສັງ​ສັນ​ໃນ​ຄອບຄົວ, ການ​ຄວບ​ຄຸມ​ຄວາມ​ຢາກ​ຂອງ​ຮ່າງກາຍ, ການ​ສັ່ງສອນ​ພຣະກິດ​ຕິ​ຄຸນ, ​ການ​ສຶກສາ​ພຣະຄຳ​ພີ—ການ​ອຸທິດ​ຕົນ ​ແລະ ການ​ເຊື່ອ​ຟັງ ​ເປັນນ້ຳມັນ​ແຕ່ລະ​ຢົດ​ ທີ່​ເຮົາ​ຕື່ມ​ໃສ່​ແກ້ວ​ຂອງ​ເຮົາ​ໄວ້. ການ​ກະທຳ​ດ້ວຍ​ຄວາມ​ກະລຸນາ, ການ​ຈ່າຍ​ເງິນ​ບໍລິຈາກ ​ແລະ ​ເງິນ​ສ່ວນ​ສິບ, ຄວາມ​ຄິດ​ ​ແລະ ການ​ກະທຳທີ່​ສະອາດ … —ທັງ​ໝົດ​ນີ້, ກໍ​​ເປັນນ້ຳມັນ​ທີ່​ສຳຄັນ​ແຕ່ລະ​ຢົດຄື​ກັນ ຊຶ່ງ​ເຮົາ​ສາມາດ​ຕື່ມ​ໃສ່​​ໂຄມ​ໄຟ​ຂອງ​ເຮົາ​ໃນ​ຕອນ​ທ່ຽງ​ຄືນ.”7

ທ່ານ​ເຫັນ​ແບບ​ແຜນ​ຂອງ​ການ​ຕຽມ​ພ້ອມ​ບໍ—​ເທື່ອ​ລະ​ຢົດ—ຊຶ່ງ​ສາມາດ​ຊ່ອຍ​ເຮົາ ​ໃນ​ຂະນະ​ທີ່​ເຮົາ​ຄິດ​ຫາ​ວິທີ​ທີ່​ຈະ​​ເປັນ​ຄົນ​ພາກ​ພຽນ​ຫລາຍ​ຂຶ້ນ ​ໃນ​ການ​ຕຽມ​ເພື່ອ​ຮັບ​ເອົາ​ພິທີການ​ທີ່​ສັກສິດ ສຳລັບ​ຕົວ​ເຮົາ​ເອງ ​ແລະ ຄົນ​ອື່ນ? ມີ​ສິ່ງ​ໃດ​ແດ່​ທີ່​ເລັກ​ນ້ອຍ ​ແລະ ງ່າຍໆ ທີ່​ເຮົາ​ສາມາດ​ເຮັດ​ ​ເພື່ອ​ຕື່ມ​ນ້ຳມັນ​ຝ່າຍວິນ​ຍານ​ໃສ່​ໃນ​ໂຄມ​ໄຟ​​ແຫ່ງ​ການ​ຕຽມ​ພ້ອມ​ຂອງ​ເຮົາ​ໄດ້?

ເຮົາ​ຮຽນ​ຮູ້​ຈາກ​ແອວ​ເດີ ຣິ​ເຈີດ ຈີ ສະກາ​ດ ວ່າ “ການ​ມີຄ່າ​ຄວນ​ເປັນ​​ເງື່ອນ​ໄຂ​ທີ່​ສຳຄັນ​ສຳລັບ​ການ​ຊື່ນ​ຊົມ​ກັບ​ພອນ​ຂອງ​ພຣະວິຫານ. ... ລັກສະນະ​ທີ່​ມີຄ່າ​ຄວນ​ເກີດ​ຂຶ້ນຈາກ​ຊີວິດ​ທີ່​​ເອົາ​ໃຈ​ໃສ່​ກັບ​ຄຳ​ສອນ​ຂອງ​ພຣະອາຈານ​ຢ່າງ​ສະ​ໝ່ຳສະ​ເໝີ ​ແລະ ຖືກຕ້ອງ.”8 ຂ້າພະ​ເຈົ້າມັກ​ຄຳ​ວ່າ ສະ​ໝ່ຳສະ​ເໝີ. ທີ່​ຈະ​ສະ​ໝ່ຳສະ​ເໝີ ຄື​ທີ່​ຈະ​ຍຶດໝັ້ນ, ​ເຮັດ​ເປັນ​ປະຈຳ, ​ແລະ ກຸ້ມ​ຕົນ​ເອງ. ຊ່າງ​ເປັນ​ຄຳ​ອະທິບາຍ​​ໄດ້​ດີ​ແທ້ໆ ກ່ຽວ​ກັບ​ຫລັກ​ທຳ​ຂອງ​ການ​ເປັນ​ຄົນ​ມີຄ່າ​ຄວນ!

ເຮົາ​ໄດ້​ຖືກ​ເຕືອນ​ຢູ່​ໃນ Bible Dictionary, “​ບ້ານ​ເຮືອນ​ເທົ່າ​ນັ້ນ ທີ່​ສາມາດ​ປຽບທຽບ​ໃສ່​ກັບ​ພຣະວິຫານ​ໄດ້ ​ໃນ​ຄວາມ​ສັກສິດ.”9 ບ້ານ​ເຮືອນ ຫລື ຫ້ອງ​ເຊົ່າ​ຂອງ​ເຮົາ ​ເປັນ​ດັ່ງ​ທີ່​ກ່າວ​ມານັ້ນບໍ? ຍິງ​ໜຸ່ມ​ທີ່​ໜ້າ​ຮັກ​ຄົນ​ໜຶ່ງ ຢູ່​ໃນ​ຫວອດ​ຂອງ​ຂ້າພະ​ເຈົ້າ ​ໄດ້​ມາ​ເຮືອນ​ຂອງ​ຂ້າພະ​ເຈົ້າ ​ເມື່ອ​ບໍ່​ດົນ​ມາ​ນີ້. ​ໂດຍ​ທີ່​ຮູ້​ວ່າ ອ້າຍ​ຂອງ​ນາງ​ຫາ​ກໍ​ກັບ​ມາ​ຈາກ​ການ​ໄປ​ສອນ​ສາດສະໜາ, ຂ້າພະ​ເຈົ້າຈຶ່ງ​ໄດ້​ຖາມ​ນາງ​ ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ນາງ ທີ່​ອ້າຍ​ໄດ້​ກັບ​ມາ​​ແລ້ວ. ນາງ​ໄດ້​ເວົ້າວ່າ ນາງ​ດີ​ໃຈ​ຫລາຍ, ​ແຕ່​ອ້າຍ​ຂອງ​ນາງ ມັກ​ຂໍ​ໃຫ້​ຜ່ອນ​ສຽງ​ເພງ​ລົງ​ເລັກ​ນ້ອຍ. ນາງ​ເວົ້າວ່າ, “ມັນ​ກໍ​ບໍ່​ໄດ້​ເປັນ​ເພງ​ທີ່ ບໍ່​ດີ ຈັກ​ໜ່ອຍ!” ຄົງ​​ເປັນ​ການ​ດີ​ທີ່​ເຮົາ​ຈະ​ສຳ​ຫລວດ​ກວດກາ​ຕົນ​ເອງ​​ເປັນ​ປະຈຳ ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ບ້ານ​ເຮືອນ​ຂອງ​ເຮົາ ​ເປັນ​ສະຖານ​ທີ່ຕຽມ ​ເພື່ອ​ຈະ​ໄດ້​ຮູ້ສຶກ​ເຖິງ​ພຣະວິນ​ຍານ. ​ເມື່ອ​ເຮົາ​ຕຽມ​ບ້ານ​ເຮືອນ​ຂອງ​ເຮົາ ​ໃຫ້​ເປັນ​ສະຖານ​ທີ່ຕ້ອນຮັບ​ພຣະວິນ​ຍານ, ​ແລ້ວ​ເຮົາ​ຈະ​ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ຮູ້ສຶກ​ “ສະບາຍ​ໃຈ” ​ເມື່ອ​ເຮົາ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ເມື່ອ​ເຮົາ​ຕຽມ​ຕົນ​ເອງ​ ​ເພື່ອ​ໃຫ້​ມີຄ່າ​ຄວນ​ພໍທີ່​ຈະ​ເຂົ້າ​ໄປ​ໃນ​ພຣະວິຫານ ​ແລະ ຊື່ສັດ​ຕໍ່​ພັນທະ​ສັນຍາ​ຂອງ​ພຣະວິຫານ, ພຣະຜູ້​ເປັນ​ເຈົ້າຈະ​ປະທານ​ພອນຢ່າງ​ຫລວງ​ຫລາຍ​ໃຫ້​ເຮົາ.”10 ​​ເມື່ອ​ບໍ່​ດົນ​ມາ​ນີ້ ເພື່ອນ​ທີ່​ດີ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າຊື່ ບອນ​ນີ ​ໂອ​ສະກາ​ສັນ ​ໄດ້​ປ່ຽນ​ບ່ອນ​ຄຳ​ເວົ້າ​ຂອງ​ພຣະຄຳ​ພີ ​ເມື່ອ​ລາວ​ເວົ້າວ່າ, “​ເມື່ອ​ມີການ​ຮຽກຮ້ອງ​ຫລາຍ, ກໍ​ຕ້ອງ​ມີ​ການ​ມອບ​ໃຫ້​ຫລາຍ.”11 ຂ້າພະ​ເຈົ້າກໍ​ເຫັນ​ດ້ວຍ! ​ເພາະ​ເຮົາ​ມາ​​ພຣະວິຫານ ​ເພື່ອ​ຮັບ​ເອົາ​ພອນ ນິລັນດອນ ມັນ​ບໍ່​ຄວນ​​ເປັນ​ສິ່ງ​ແປກ​ໃຈ​ສຳລັບ​ເຮົາ ທີ່​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ສູງ ​ເພື່ອ​ໃຫ້​ມີຄ່າ​ຄວນ​ສຳລັບ​ພອນ​ເຫລົ່າ​ນັ້ນ. ​ແອວ​ເດີ​ ​ແນວ​ສັນ ​ໄດ້​ສອນ​ວ່າ: “​ເພາະ​ພຣະວິຫານ​ເປັນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ, ມາດຕະຖານ​ສຳລັບ​ການ​ເຂົ້າ​ພຣະວິຫານ ຕ້ອງ​ໄດ້​ຖືກຕັ້ງ​ໄວ້​ໂດຍ​ພຣະອົງ. ຜູ້​ຄົນ​ທີ່​ເຂົ້າ​​ໄປ ​ເປັນ​ແຂກ​ຂອງ​ພຣະອົງ. ການ​ມີ​​ໃບຮັບ​ຮອງ​ເຂົ້າພຣະວິຫານ ​ເປັນ​ສິດທິ​ພິ​ເສດ​ອັນ​ລ້ຳຄ່າ ​ແລະ ​ເປັນ​ເຄື່ອງໝາຍ​ເຖິງ​ການ​​ເຊື່ອ​ຟັງ​ພຣະ​ເຈົ້າ ​ແລະ ສາດສະດາ​ຂອງ​ພຣະອົງ.”12

ນັກ​ກິລາ​ອັນ​ດັບ​​ໂລກ ​ແລະ ນັກ​ສຶກສາຂັ້ນນັກປາດ​ອາຈານ​ທີ່​ມະຫາວິທະຍາ​ໄລ ​ໄດ້​ໃຊ້​ເວລາ​ຫລາຍ​ຊົ່ວ​ໂມງ ​ແລ​ະ ຫລາຍ​ອາທິດ ​ແລະ ຫລາຍ​ເດືອນ ​ແລະ ​ແມ່ນ​ແຕ່​ຫລາຍ​ປີ ​ເພື່ອ​ຕຽມ​ພ້ອມ. ​ເຂົາ​ເຈົ້າຖືກ​ຮຽກຮ້ອງ​ໃຫ້​ຕຽມ​​ແຕ່​ລະ​ວັນ ​ສຳລັບ​ຄວາມ​ສຳ​ເລັດ​ຜົນ. ​ເຊັ່ນ​ດຽວ​ກັນ, ຜູ້​ຄົນ​ຢາກ​ມີຄ່າ​ຄວນ​ພໍ​ສຳລັບ​ຄວາມ​ສູງ​ສົ່ງ ​ໃນ​ອານາຈັກ​ຊັ້ນສູງ ຖືກ​ຄາດໝາຍ​ໃຫ້ດຳລົງ​ຊີວິດ​ຕາມ​ມາດຕະຖານ​ສູງ​ເລື່ອງ​ການ​ເຊື່ອ​ຟັງ ຊຶ່ງ​ຕ້ອງ​ໄດ້​ຝຶກ​ຝົນ​ຄຸນຄ່າ​ແຫ່ງ​ການ​ເຊື່ອ​ຟັງ ທຸກມື້ ​ແລະ ທຸກ​ຢົດ.

ເມື່ອ​ເຮົາ​ຕື່ມ​ນ້ຳມັນ​​ເທື່ອ​ລະ​ຢົດ​ຢ່າງ​ສະ​ໝ່ຳສະ​ເໝີ ​ແລະ ດ້ວຍ​ຄວາ​ມພາກ​ພຽນ ​​ໃສ່​ໃນ​ໂຄມ​ໄຟ​ຝ່າຍ​ວິນ​ຍານ​ຂອງ​ເຮົາ, ​ໂດຍ​ການ​ເຮັດ​ສິ່ງ​ທີ່​ເລັກ​ນ້ອຍ ​ແລະ ງ່າຍໆ​ເຫລົ່າ​ນີ້, ​ເຮົາ​ຈະ​ມີ​ໂຄມ​ໄຟ​ທີ່ “ສວຍ​ງາມ ​ແລະ ​ຮຸ່ງ​ແຈ້ງ”13 ດ້ວຍ​ການ​ຕຽມ​ພ້ອມ​ທີ່​ໜ້າ​ອັດສະຈັນ​ໃຈ. ​ເມື່ອ​ບໍ່​ດົນ​ມາ​ນີ້ ສາມີ​ຂອງ​ຂ້າພະ​ເຈົ້າ, ຜູ້​​ເປັນ​ປະທານ​ສະ​ເຕກ, ​ໄດ້​ກ່າວ​ວ່າ ລາວ​ສາມາດ​ຮູ້ຈັກ​ວ່າ ຄົນ​​ໃດ​ຕຽມ​ພ້ອມ ​ແລະ ມີຄ່າ​ຄວນ​ທີ່​ຈະ​ເຂົ້າ​​ໄປ​ໃນ​ພຣະວິຫານ, ​ເພາະ “​ເຂົາ​ເຈົ້າສົດ​ໃສ​ຢູ່​ໃນ​ຫ້ອງ” ຕອນ​ເຂົາ​ເຈົ້າມາ​ຂໍ​ໃບຮັບ​ຮອງ​​ເຂົ້າພຣະວິຫານ.

ໃນ​ການ​ອະທິຖານ​ອຸທິດ​ພຣະວິຫານ​ເຄີດ​ແລນ, ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ທູນຕໍ່ພຣະຜູ້​ເປັນ​ເຈົ້າ ຂໍ​ໃຫ້ຜູ້​ຄົນທັງ​ປວງທີ່​ຈະ​ເຂົ້າ​​ໄປ​ໃນບ້ານ​ຂອງພຣະຜູ້​ເປັນ​ເຈົ້າ ຮູ້ສຶກ​ເຖິງ​ອຳນາດ​ຂອງ​ພຣະອົງ, … ໃຫ້​ພວກ​ເຂົາ​ເຕີບ​ໂຕ​ຂຶ້ນ​ໃນ​ພຣະອົງ, ​ແລະ ​ໄດ້​ຮັບ​ຄວາມ​ສົມບູນ​ແຫ່ງພຣະວິນ​ຍານ​ບໍລິສຸດ, … ແລະ ຕຽມ​ພ້ອມ​ທີ່​ຈະຮັບ​ສິ່ງ​ຈຳ​ເປັນ​ທຸກ​ຢ່າງ.”14

ຂ້າພະ​ເຈົ້າອະທິຖານ​ວ່າ ​ສຳລັບ​ເຮົາ​ແລ້ວ ການ​ໄປ​ພຣະວິຫານ ຈະ​ເປັນ​​ການ​ໄປຫລາຍ​ກວ່າ​​ເທື່ອດຽວ. ຂໍ​ໃຫ້​ເຮົາ​ຈົ່ງ​ຕຽມ​ຕົວ​ທີ່​ຈະ​ມີຄ່າ​ຄວນ​ພໍ ທີ່​ຈະ​ໄດ້​ຮັບ​ພິທີການ​ຊ່ອຍ​ໃຫ້​ລອດ ​ເທື່ອ​ລະ​ຢົດ ​ແລະ ຮັກສາ​ພັນທະ​ສັນຍາທີ່​ກ່ຽວ​ພັນ​ກັນນັ້ນດ້ວຍ​ຄວາມ​​ຈິງ​ໃຈ. ​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ຂ້າພະ​ເຈົ້າຮູ້​ວ່າ ​ເຮົາ​ຈະ​ມີ​ຄ່າ​ຄວນ​ພໍ​ທີ່​ຈະ​ໄດ້​ຮັບ​ພອນ​ທີ່​ສັນຍາ​ໄວ້ ​ໂດຍ​ມີ​ພຣະວິນ​ຍານບໍລິສຸດ​ຢ່າງ​ສົມ​ບູນ ​ແລະ ມີ​ພະລັງ​ຂອງ​ພຣະຜູ້​ເປັນ​ເຈົ້າ ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ ​ແລະ ​ໃນ​ຊີວິດ​ຂອງ​ເຮົາ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ຈົດໝາຍ​ສ່ວນ​ຕົວ​ຈາກ ອາ​ເດຍ ​ເຄລີ ​ເມ​ໂລ ​ເຖິງ ລິນ​ດາ ​ເຄ ​ເບີ​ຕັນ, ວັນ​ທີ 31, ​ເດືອນ​ສິງຫາ 2014.

  2. Russell M. Nelson, “Prepare for the Blessings of the Temple,” Ensign ຫລື Liahona, Oct. 2010, 41.

  3. ​ແອວ​ມາ 49:8; ​ເນັ້ນຄຳ​ເນີ້ງ; ​ເບິ່ງ ຂໍ້​ທີ 6–7 ນຳອີກ.

  4. ​​ເບິ່ງ Doctrine and Covenants 52:14.

  5. ມັດ​ທາຍ 25:1–2, 4–11; Joseph Smith Translation, ມັດ​ທາຍ 25:12 (​ໃນ ມັດ​ທາຍ 25:12, footnote a).

  6. Marvin J. Ashton, “A Time of Urgency,” Ensign, May 1974, 36.

  7. Spencer W. Kimball, Faith Precedes the Miracle (1972), 256.

  8. Richard G. Scott, “Receive the Temple Blessings,” Ensign, May 1999, 25; Liahona, July 1999, 29.

  9. Bible Dictionary, “Temple.”

  10. ​​ເບິ່ງ Doctrine and Covenants 104:2.

  11. Bonnie L. Oscarson, “Greater Expectations” (Seminaries and Institutes of Religion satellite broadcast, Aug. 5, 2014); lds.org/broadcasts; ​ເບິ່ງ ລູກາ 12:48; Doctrine and Covenants 82:3 ນຳອີກ.

  12. Russell M. Nelson, “Personal Preparation for Temple Blessings,” Ensign, May 2001, 33; Liahona, July 2001, 38.

  13. ​ເບິ່ງ Doctrine and Covenants 33:17.

  14. ເບິ່ງ Doctrine and Covenants 109:13, 15.