​2010–2019
ການ​ສະໜັບສະໜູນ​ສາດສະດາ
ຕຸລາ 2014


ການ​ສະໜັບສະໜູນ​ສາດສະດາ

ການ​ສະໜັບສະໜູນ​ສາດສະດາ​ຂອງ​ເຮົາ ​ເປັນ​ການ​ຜູກ​ມັດ​ຕົວ​ເຮົາ​ເອງ ວ່າ​ເຮົາ​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ ທີ່​ຈະສົ່ງ​ເສີມຕຳ​ແໜ່ງຂອງ​ການ​ເປັນສາດສະດາ​ຂອງເພິ່ນ.

ປະທານ​ໄອຣິງ, ພວກ​​ເຮົາ​ຂອບ​ໃຈ​ທ່ານ​ສຳລັບ​ຂ່າວສານ​ທີ່​​ໃຫ້​ຄຳ​ແນະນຳ ​ແລະ ດົນ​ໃຈນັ້ນ. ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ພວກ​ເຮົາ​ຂອບ​ໃຈ​ທ່ານ​ສຳລັບ​ສັດທາ ​ແລະ ການ​ອຸທິດ​ຕົນ​ຂອງ​ທ່ານ. ມື້ວານ​ນີ້, ​ເຮົາ​ແຕ່ລະຄົນ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ສະໜັບ​ສະ​ໜູນທ່ານທອມ​ມັສ ແອັສ ມອນ​ສັນ ​ເປັນ​ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ມັກ​ຈະ​ຮ້ອງ​ເພງ​ຊື່, “We thank thee, O God, for a prophet.”1 ແປ​ວ່າ ​ເຮົາ​ຂອບ​ພຣະ​ໄທ​ພຣະອົງ, ​ໂອ້ພຣະອົງ​ເຈົ້າ, ສຳລັບ​ສາດສະດາ. ທ່ານ​ ​ແລະ ຂ້າພະ​ເຈົ້າ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ມັນ​​ແທ້ບໍ? ​ໃຫ້​ວາດ​ພາບ​ເຫັນ​ສິດທິ​ພິ​ເສດ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ໃຫ້​ເຮົາ ​ໃນ​ການ​ສະໜັບສະໜູນ​ສາດສະດາ​ຂອງ​ພຣະອົງ, ຜູ້​ໃຫ້​ຄຳ​ແນະນຳ​ທີ່​ບໍລິສຸດ, ສະອາດ, ​ແລະ ດົນ​ໃຈ ບໍ່​ໄດ້​ຖືກ​ກະ​ຕຸ້ນ​ໂດຍ​ຄວາມ​ທະ​ເຍີ​ທະຍານ​ສ່ວນ​ຕົວ, ​ແລະ ​ເປັນຄວາມຈິງ​ແທ້ໆ​!

ເຮົາ​ສະໜັບສະໜູນ​ສາ​ດສະ​ດາ​ແນວ​ໃດ? ຫລາຍ​ປີ​ກ່ອນ​ເພິ່ນ​ໄດ້​ກາຍ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ, ປະທານ​ໂຈ​ເຊັບ ແອັຟ ສະ​ມິດ ​ໄດ້​ອະທິບາຍ​ວ່າ: “ມັນ​ເປັນ​ໜ້າ​ທີ່ ທີ່​ສຳຄັນ​ຫລາຍ ສຳລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າຜູ້ທີ່ … ສະໜັບສະໜູນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຂອງ​ສາດສະໜາ​ຈັກ, ບໍ່​ພຽງ​ແຕ່​ຍົກມື​ຮັບ​ຮູ້​ເທົ່າ​ນັ້ນ, ຕາມ​ຫລັກການ, ​ແຕ່​ຕ້ອງ​​ສະໜັບສະໜູນ​ດ້ວຍ​ ການ​ກະທຳ ແລະ ​ໃນ​ຄວາມ​ຈິງ​ແທ້​ອີກ.”2

ຂ້າພະ​ເຈົ້າຍັງ​ຈື່​ໄດ້​ ​ເຖິງ “ການ​ກະທຳ” ຂອງ​ຂ້າພະ​ເຈົ້າ ​ເພື່ອ​ສະໜັບສະໜູນ​ສາດສະດາ. ​ໃນ​ຖານະ​ທີ່​ເປັນ​ທ່ານໝໍຝ່າຍ​ການ​​ແພດ ​ແລະ ຝ່າຍການ​ຜ່າຕັດຫົວ​ໃຈ, ຂ້າພະ​ເຈົ້າ​ໄດ້​ມີໜ້າ​ທີ່​ຮັບຜິດຊອບ​ຜ່າຕັດ​ຫົວ​ໃຈ​ຂອງປະທານສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໃນ​ປີ 1972, ຕອນ​ເພິ່ນ​ເປັນ​ປະທານ​ຊົ່ວຄາວ​ຂອງ​ສະພາ​ອັກຄະ​ສາວົກ​ສິບ​ສອງ. ​ເພິ່ນ​ຕ້ອງ​ຮັບ​ການຜ່າຕັດ​ທີ່​ຊັບຊ້ອນ. ​ແຕ່​ຂ້າພະ​ເຈົ້າບໍ່​ເຄີຍ​ມີ​ປະສົບ​ການ​ເລື່ອງ​ການຜ່າຕັດ​ຫົວ​ໃຈໃຫ້​ຄົນ​ອາຍຸ 77 ປີ ມາ​ກ່ອນ. ຂ້າພະ​ເຈົ້າບໍ່​ໄດ້​ແນະນຳ​ເລື່ອງ​ການຜ່າຕັດ ​ແລະ ກໍ​ໄດ້ບອກ​ເລື່ອງ​ນີ້​​ແກ່ປະທານຄິມ​ໂບ ​ແລະ​ ຝ່າຍ​ປະທານ​ສູງ​ສຸດ. ​ແຕ່, ດ້ວຍ​ສັດທາ, ປະທານຄິມ​ໂບ ​ໄດ້​ເລືອກ​ເອົາ​ການຜ່າຕັດ, ​ເພາະ​ເພິ່ນ​ໄດ້​ຮັບ​ການ​ແນະນຳ​ຈາກ​ຝ່າຍ​ປະທານ​ສູງ​ສຸດ. ສິ່ງ​ນັ້ນສະ​ແດງ​ໃຫ້​ເຫັນ​ວ່າ ​ເພິ່ນ​ສະໜັບ​ສະ​ໜູນ​ຜູ້ນຳ​ຂອງ​ເພິ່ນ! ​ແລະ ການ​ຕັດສິນ​ໃຈນັ້ນ ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ຄວາມ​ຢ້ານ​ກົວ​ຫລາຍ!

ຕ້ອງ​ຂອບ​ພຣະ​ໄທ​ພຣະຜູ້​ເປັນ​ເຈົ້າ, ​ເພາະ​ການຜ່າຕັດ​ໄດ້​ສຳ​ເລັດ​ລົງ​ດ້ວຍ​ດີ. ​ເມື່ອ​ຫົວ​ໃຈ​ຂອງ​ປະທານຄິມ​ໂບ ​ເລີ່ມ​ຕົ້ນ​ທຳ​ງານ​ອີກ, ມັນ​ເປັນ​ພະລັງ​ທີ່​ຍິ່ງ​ໃຫຍ່! ​ໃນ​ເວລາ​ນັ້ນ, ຂ້າພະ​ເຈົ້າ​​ຮັບ​ການ​ເປັນພະຍານ​ຈາກ​ພຣະວິນ​ຍານວ່າ ​ເພິ່ນ​ຈະ​ກາຍ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ!3

ທ່ານ​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ. ພຽງ​ແຕ່ 20 ​ເດືອນ​ຫລັງ​ຈາກ​ນັ້ນ, ປະທານຄິມ​ໂບ​ໄດ້​ກາຍ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ. ​ແລະ ​ເພິ່ນ​ໄດ້​​ເປັນ​ຜູ້ນຳ​ທີ່​ອາດ​ຫານ ​ແລະ ​ເກັ່ງ​ກ້າ ​ເປັນ​ເວລາ​ຫລາຍ​ປີ.

ນັບ​ຈາກ​ນັ້ນມາ ​ເຮົາ​ໄດ້​ສະໜັບສະໜູນ​ປະທານ​ເອສະ​ລາ ​ແທັບ ​ເບັນ​ສັນ, ​ເຮົາ​ເວີ​ດ ດັບ​ເບິນ​ຢູ, ຮັນ​ເທີ, ກໍ​ດອນ ບີ ຮິງ​ລີ, ​ແລະ ​ເວລາ​ນີ້ ທອມ​ມັສ ແອັສ ມອນ​ສັນ ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ. ​ເປັນສາດສະດາ​ໃນ​ທຸກ​ຖ້ອຍ​ຄຳ​ແທ້ໆ!

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຖ້າ​ການ​ຟື້ນ​ຟູ​ໄດ້​ເຮັດ​ບາງ​ສິ່ງ, ມັນ​ໄດ້​ເຮັດ​ໃຫ້​ຄວາມ​ຄິດ​ທີ່​ວ່າ ພຣະ​ເຈົ້າ​ເຊົາ​ກ່າວ​ກັບ​ລູກໆ​ຂອງ​ພຣະອົງ ສະຫລາຍ​ໄປ. ບໍ່​ມີ​ສິ່ງ​ໃດ​ທີ່​ໄກ​ຈາກ​ຄວາມ​ຈິງ. ສາດສະດາ​ເປັນ​ຜູ້ນຳ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຈົ້າ ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ, ຈາກ​ອາ​ດາມ ​ເຖິງ​ປະຈຸ​ບັນ​ນີ້.4 ສາດສະດາ​ເປັນ​ພະຍານ​ເຖິງ​ພຣະ​ເຢຊູ​ຄຣິດ—​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າຂອງ​ພຣະອົງ ​ແລະ ​ເຖິງ​ພາລະກິດ ​ແລະ ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ.5 ເຮົາ​ສັນລະ​ເສີນ​ສາດສະດາ​ໂຈ​ເຊັບ ສະ​ມິດ ວ່າ​ເປັນ​ສາດສະດາ​ຂອງ​ຍຸກ​ສຸດ​ທ້າຍ. ​ແລະ ​ເຮົາ​ສັນລະ​ເສີນ​ຊາຍ​ທຸກ​ຄົນ​ທີ່​ຂຶ້ນຮັບ​ຕຳ​ແໜ່ງ​ແທນ​ເພິ່ນ ​ໃນ​ຖານະ​ທີ່​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ.

ເມື່ອ​ເຮົາ​ສະໜັບສະໜູນ​ສາດສະດາ ​ແລະ ຜູ້ນຳ​ຄົນ​ອື່ນໆ,6 ​ເຮົາ​ດຳ​ເນີນ​ກົດ​ແຫ່ງ​ຄວາມ​ເຫັນ​ຊອບ​ນຳ​ກັນ, ​ເພາະ​ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ຈະບໍ່​ຖືກມອບ​ໃຫ້​ແກ່ຄົນ​ໃດ​ເພື່ອ​ໄປ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນຂອງ​ພຣະອົງ, ຫລື ​ເພື່ອ​ເສີມ​ສ້າງ​ສາດ​ສະໜາ​ຈັກຂອງ​ພຣະອົງ, ຍົກ​ເວັ້ນ​ແຕ່​ເຂົາ​ຈະໄດ້​ຮັບ​ການແຕ່ງຕັ້ງ​ໂດຍຄົນ​ໃດ​ຄົນ​ໜຶ່ງ​ທີ່​ມີສິດ​ອຳນາດ, ​ແລະ ​ເປັນ​ທີ່​ຮູ້ຈັກ​ຕໍ່ສາດ​ສະໜາ​ຈັກ​ວ່າ​ລາວ​ມີສິດ​ອຳນາດ ​ແລະ ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຢ່າງ​ຖືກ​ຕ້ອງ​ໂດຍ​ຜູ້ນຳ​ຂອງ​ສາດ​ສະໜາ​ຈັກ.”7

ສິ່ງ​ນີ້​ເຮັດ​ໃຫ້​ເຮົາ ຜູ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ມີ​ຄວາມ​ໝັ້ນ​ໃຈ ​ແລະ ມີ​ສັດທາ ​ເມື່ອ​ເຮົາ​ພະຍາຍາມ​ຮັກສາ​ພຣະບັນຍັດ​ຢູ່​ໃນ​ພຣະຄຳ​ພີ ​ເພື່ອ​ຈະ​ໄດ້​ເຊື່ອ​ຟັງ​ຕໍ່​ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ8 ​ເມື່ອ​ມັນ​ມາ​ເຖິງ​ຜ່ານ​ທາງສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ, ຜ່ານ​ທາງສາດສະດາ.9 ຜູ້ນຳທັງ​ໝົດ​ໃນ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໄດ້​ຖືກ​ເອີ້ນ​ຈາກ​ສິດ​ອຳນາດ​ທີ່​ຖືກຕ້ອງ. ບໍ່​ມີ​ສາດສະດາ​ຄົນ​ໃດ ຫລື ຜູ້ນຳ​ຄົນ​ໃດ​ໃນ​ສາດສະໜາ​ຈັກ​ນີ້, ບໍ່​ວ່າ​ໃນ​ກໍລະນີ​ໃດ​ກໍ​ຕາມ, ​​ໄດ້​​ແຕ່ງຕັ້ງຕົນ​ເອງ. ບໍ່​ມີ​ສາດສະດາ​ຄົນ​ໃດ​ເຄີຍຖືກ​​ເລືອກ​ຕັ້ງ. ພຣະຜູ້​ເປັນ​ເຈົ້າ​ໄດ້​ບອກ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ ​ເມື່ອ​ພຣະອົງ​ກ່າວ​ວ່າ, “ບໍ່​ແມ່ນ​ເຈົ້າທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ​ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກ​ເຈົ້າ, ​ແລະ ​ແຕ່ງຕັ້ງ​ເຈົ້າທັງຫລາຍ​.”10 ທ່ານ ​ແລະ ຂ້າພະ​ເຈົ້າ ບໍ່​ມີ​ສິດ​ທີ່​ຈະ “ເລືອກ​ຕັ້ງ” ຜູ້ນຳ​ຂອງ​ສາດສະໜາ​ຈັກ, ບໍ່​ວ່າ​ຈະ​ເປັນ​ໃນ​ລະດັບ​ໃດ​ກໍ​ຕາມ. ​​ແຕ່​ເຮົາມີ​ສິດທິ​ພິ​ເສດ​ທີ່​ຈະ​ສະໜັບ​ສະໜູນ​ພວກ​ເພິ່ນ.

ວິທີ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແມ່ນ​ແຕກ​ຕ່າງ​ຈາກ​ວິທີ​ຂອງ​ມະນຸດ. ວິທີ​ຂອງ​ມະນຸດ​ຈະ​ປົດ​ຜູ້​ຄົນ​ຈາກ​ລ້າ​ການ ​ຫລື ທຸລະ​ກິດ ​ເມື່ອ​ເຂົາ​ເຈົ້າ​​ເຖົ້າ​ແກ່ ​ຫລື ບໍ່​ສາມາດ​ທຳ​ງານ. ​ແຕ່​ວິທີ​ຂອງ​ມະນຸດ​ຈະ​ບໍ່​ເປັນ​ເໝືອນ​ດັ່ງ​ວິທີ​ຂອງ​ພຣະຜູ້​ເປັນ​ເຈົ້າຈັກ​ເທື່ອ. ການ​ສະໜັບສະໜູນ​ສາດສະດາ​ຂອງ​ເຮົາ ​ເປັນ​ການ​ຜູກ​ມັດ​ຕົວ​ເຮົາ​ເອງ ວ່າ​ເຮົາ​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ ທີ່​ຈະສົ່ງ​ເສີມຕຳ​ແໜ່ງຂອງ​ການ​ເປັນສາດສະດາ​ຂອງເພິ່ນ. ການ​ສະໜັບ​ສະໜູນ​ຂອງ​ເຮົາ ​ເປັນ​ຄື​ກັບ​ຄຳ​ປະຕິຍານ ບົ່ງ​ບອກ​ວ່າ ​ເຮົາ​ຮັບ​ຮູ້ການ​ເອີ້ນ​ຂອງ​ເພິ່ນ ວ່າ​ເປັນ​ສາດສະດາຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ຜູກ​ມັດ​ກັບ​ຕົວ​ເຮົາ.

ຊາວ​ຫົກ​ປີ ກ່ອນ​ເພິ່ນ​ກາຍ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ, ຕອນ​ທີ່​ຍັງ​ເປັນ​ແອວ​ເດີ ຈອດ ອາ​ເບີດ ສະ​ມິດ ​ເພິ່ນ​ໄດ້​ກ່າວ​ວ່າ: “ພັນທະ​ທີ່​ເຮົາ​ໄດ້​ເຮັດ​ຕອນ​ເຮົາ​ຍົກ​ມື​ຂຶ້ນ … ເປັນ​ພັນ​ທະ​ທີ່​ສັກສິດ​ຫລາຍ. ມັນ​ ບໍ່ ໄດ້​ໝາຍ​ຄວາມ​ວ່າ ​ເຮົາ​ຈະ​ໄປ​ຕາມ​ທາງ​ຂອງ​ເຮົາ​ຢ່າງ​ມິດ​ງຽບ ​ແລະ ​ເຕັມ​ໃຈ​​ໃຫ້​ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າຊີ້​ນຳ​ວຽກ​ງານ​ນີ້, ​ແຕ່​ມັນ​ໝາຍ​ຄວາມ​ວ່າ … ​ເຮົາ​ຈະສົ່ງ​ເສີມເພິ່ນ; ​ເຮົາ​ຈະ​ອະທິຖານ​ເພື່ອ​ເພິ່ນ; ​ເຮົາ​ຈະ​ປົກ​ປ້ອງ​ຊື່​ສຽງ​ຂອງເພິ່ນ, ​ແລະ ​ເຮົາ​ຈະ​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພິ່ນ ດັ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ແນະນຳ.”11

ພຣະຜູ້​ເປັນ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່ ​ເປັນ​ຜູ້ນຳ​ພາສາ​ດສະໜາ​ຈັກ​ດຳລົງຢູ່​ຂອງ​ພຣະອົງ!12 ພຣະຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ພຣະປະສົງ​ຂອງ​ພຣະອົງ​ສຳລັບ​ສາດສະໜາ​ຈັກ ຕໍ່​ສາດສະດາ​ຂອງ​ພຣະອົງ. ມື້ວານ​ນີ້, ຫລັງ​ຈາກ​ເຮົາ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ສະໜັບ​ສະ​ໜູນ​ທ່ານທອມ​ມັສ ແອັສ ມອນ​ສັນ ​ໃຫ້​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ​ແລ້ວ, ​ເຮົາ​ຍັງ​ມີ​ສິດທິ​ພິ​ເສດ ທີ່ສະໜັບສະໜູນ​ເພິ່ນ, ທີ່​ປຶກສາ​​ໃນ​ຝ່າຍ​ປະທານ​ສູງ​ສຸດ, ​ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ ​ໃຫ້​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ​ນຳ​ອີກ. ຈົ່ງ​ຄິດ​ຄັກໆ! ​ເຮົາ​ໄດ້​ສະໜັບສະໜູນ ຊາຍ 15 ຄົນ ​ໃຫ້​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ! ພວກ​ເພິ່ນ​ຖື​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ ທີ່​​ມອບ​ໃຫ້​ແກ່​ມະນຸດ​ໃນ​ຍຸກ​ສະ​ໄໝ​ນີ້.

ການ​ເອີ້ນ​ຂອງ​ຊາຍ 15 ຄົນ ​ໃຫ້​ເປັນ​ອັກຄະ​ສາວົກ​ທີ່​ສັກສິດ ຈະ​ໃຫ້​ການ​ປົກ​ປ້ອງ​ແກ່​ເຮົາຜູ້​ເປັນ​ສະມາຊິກ​ຂອງ​ສາດ​ສະໜາ​ຈັກ. ​ເປັນ​ຫຍັງ? ​ເພາະ​ການ​ຕັດສິນ​ໃຈ​ຂອງ​ຜູ້ນຳ​ເຫລົ່າ​ນີ້ ຕ້ອງ​ເປັນ​ເອກະ​ສັນ.13 ທ່ານ​ວາດ​ພາບ​ໄດ້​ບໍ​ເຖິງ​ພຣະວິນ​ຍານ​ທີ່​ຕ້ອງດົນ​ໃຈ​​ຊາຍ 15 ຄົນ ​ກ່ອນ​ຈະ​ເປັນ​ເອກະສັນ? ຊາຍ 15 ຄົນ​ເຫລົ່າ​ນີ້ ມີ​ການ​ສຶກສາ ​ແລະ ອາຊີບ​ທີ່​ແຕກ​ຕ່າງ​ກັນ, ມີ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ຫລາຍ​ສິ່ງ​ທີ່​ແຕກ​ຕ່າງ​ກັນ. ​ໃຫ້​ເຊື່ອ​ຂ້າພະ​ເຈົ້າ​ໂລດ! ຊາຍ 15 ຄົນ—ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​​ເປີດ​ເຜີຍ—ຮູ້ຈັກ​ພຣະປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເມື່ອ​​ເປັນ​​ເອກະສັນ! ພວກ​ເພິ່ນ​ຮັບ​ຮູ້​ວ່າ ພຣະປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າ ຈະ​ສຳ​ເລັດ​ຜົນ. ຄຳ​ອະທິຖານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເປັນ​ແບບ​ແຜນ​ໃຫ້​ແກ່​ຊາຍ 15 ຄົນ ​ເມື່ອ​ພວກ​ເພິ່ນ​ອະທິຖານ​ວ່າ​: “ຂໍ​ໃຫ້​ພຣະ​ປະສົງ​ຂອງ​ພຣະ​ອົງ​ເປັນ​ໄປ​ໃນ​ແຜ່ນດິນ​ໂລກ​ເໝືອນ​ດັ່ງ​ທີ່​ເປັນ​ໄປ​ໃນ​ສະຫວັນ.”14

ອັກຄະ​ສາວົກ​ທີ່ມີ​ຕຳ​ແໜ່​ງອາວຸ​ໂສກ​ວ່າ​ໝູ່​ໝົດ ຈະ​ເປັນ​ຄົນ​ຄວບ​ຄຸມ.15 ລະບົບ​ຕຳ​ແໜ່ງອາວຸ​ໂສ​ນີ້ ຕາມ​ປົກກະຕິ​ແລ້ວ ຈະ​ໃຫ້​ຊາຍ​ທີ່​ມີ​ອາຍຸ​ແກ່​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ.16 ການນີ້​​ໄດ້​ໃຫ້​ຜູ້​ທີ່​ມີ​ປະສົບ​ການ​ຫລາຍ, ​ທີ່​ຜ່ານ​ນ້ຳຮ້ອນ​ນ້ຳ​ເຢັນ​ມາ​ຫລາຍແລ້ວ, ​ໄດ້​ຕຽມ​ຕົວ​ເປັນ​ເວລາ​ຫລາຍ​ປີ, ນຳພາ​​ເຮົາ ຕາມ​ທີ່​ພຣະຜູ້​ເປັນ​ເຈົ້າຊົງ​ນຳ.

ສາດສະໜາ​ຈັກ​ໃນ​ປະຈຸ​ບັນ​ນີ້ ​ໄດ້​ຖືກ​ຈັດຕັ້ງຂຶ້ນ​ໂດຍ​ພຣະຜູ້​ເປັນ​ເຈົ້າພຣະອົງ​ເອງ. ພຣະອົງ​ຈັດ​ລະບົບ​ທີ່​ໜ້າ​ປະຫລາດ​ໃຈ​ເລື່ອງ​ການ​ປົກຄອງ ​​ໂດຍ​ໃຫ້​ບໍລິຫານ​ງານ​ໃນ​ແບບ​ດຽວ​ກັນ ​ແລະ ມີ​ແຜນ​ສຳລອງ. ລະບົບ​ດັ່ງກ່າວ ກໍ​ໄດ້​ຈັດ​ຕຽມ​ໄວ້​ສຳລັບ​ສາດສະດານຳ​ອີກ ​ໃນ​ເວລາ​ທີ່​ເພິ່ນ​ເຈັບ​ໄຂ້​ໄດ້​ປ່ວຍຕາມ​ອາຍຸ​ໄຂ.17 ມີ​ລະບົບ​ຖ່ວງ​ດຶງ ​ແລະ ປົກ​ປ້ອງ ​ເພື່ອ​ວ່າ ບໍ່​ໃຫ້​ຄົນ​ໃດ​ນຳພາ​ສາດສະໜາ​ຈັກ​ໄປ​ທາງ​ທີ່​ຜິດ. ຜູ້ນຳ​ທີ່​ອາວຸ​ໂສ ​ໄດ້​ຮັບ​ການ​ສິດສອນເປັນ​ປະຈຳ ​ເພື່ອ​ວ່າ​ພວກ​ເພິ່ນຈະ​ຕຽມ​ພ້ອມ​ທີ່​ຈະ​ນັ່ງ​ຢູ່​ໃນ​ສະພາ​ຊັ້ນສູງ​ໃນ​ມື້ໜຶ່ງ. ​ພວກ​ເພິ່ນ​ຮຽນ​ຮູ້​ວິທີ​ຮັບ​ຟັງ​ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ ຜ່ານ​ການ​ຊື່​ມຂອງ​ພຣະວິນ​ຍານ.

ໃນ​ໄລຍະ​ທີ່​ຮັບ​ໃຊ້​ເປັນ​ທີ່​ປຶກສາ​ທີ​ໜຶ່ງ​ຂອງ​ປະທານ​ເອສະ​ລາ ​ແທັບ ​ເບັນ​ສັນ, ຊຶ່ງ​ເປັນ​ເວລາ​ທີ່​​ເພິ່ນ​ໃກ້​ຈະເສຍ​ຊີວິດ, ປະທານ​ກໍ​ດອນ ບີ ຮິງ​ລີ ອະ​ທິ​ບາຍ​ວ່າ:

“ຫລັກ​ທຳ ​ແລະ ວິທີ​ການຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດຕັ້ງ​ໄວ້​ສຳລັບ​ການ​ປົກຄອງ​ສາດສະໜາ​ຈັກ ​ແມ່ນສຳລັບ … ທຸກ​ໆສະຖານະ​ການ. ມັນ​ສຳຄັນ … ທີ່​ບໍ່​ໃຫ້​ມີ​ຄວາມ​ສົງ​ໄສ ຫລື ​ເປັນ​ຫ່ວງ​ເປັນ​ໄຍ ກ່ຽວ​ກັບ​ການ​ປົກຄອງ​ສາດສະໜາ​ຈັກ ​ແລະ ການ​ໃຊ້​ຂອງ​ປະທານ​ຂອງ​ຜູ້​ເປັນ​ສາດສະດາ, ຮ່ວມ​ທັງ​ສິດທິ​ສຳລັບ​ການ​ດົນ​ໃຈ ​ແລະ ການ​ເ​ປີດ​ເຜີຍ ​ໃນ​ການ​ປະ​ຕິ​ບັດ​ສາດ​ສະໜາ​ກິດ ​ແລະ ການ​ເຮັດ​ໂຄງການ​ຂອງ​ສາດ​ສະໜາ​ຈັກ, ຕອນ​ທີ່​ປະທານ​ເກີດ​ປ່ວຍ​ໂຊ ຫລື ບໍ່​ສາມາດ​ປະຕິບັດ​ງານ​ໄດ້​ຢ່າງ​​ເຕັມທີ່.

“ຝ່າຍ​ປະທານ​ສູງ​ສຸດ ​ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ, ​ໄດ້ຖືກ​ເອີ້ນ ​ແລະ ຖືກ​ແຕ່ງຕັ້ງ​ໃຫ້​ຖື​ຂໍ​ກະ​ແຈ​ແຫ່ງ​ຖານະ​ປະ​ໂລຫິດ, ມີ​ສິດ​ອຳນາດ ​ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ ທີ່​ຈະ​ປົກ​ຄອງ​ສາດ​ສະໜາ​ຈັກ, ​ເພື່ອ​ປະຕິບັດ​ພິທີ​ການ, ​ເພື່ອ​ສັ່ງ​ສອນ​ຫລັກ​ທຳ, ​ແລະ ​ເພື່ອ​ຈັດຕັ້ງ ​ແລະ ຮັກສາ​ການ​ດຳ​ເນີນ​ງານ.”

ປະທານຮິງ​ລີ ​ໄດ້​ກ່າວ​ຕື່ມ​ວ່າ:

“ເມື່ອ​ປະທານ​ເກີດ​ປ່ວຍ​​ໂຊ ຫລື ບໍ່​ສາມາດ​​ເຮັດ​ໜ້າ​ທີ່​ຂອງ​ຕົນ​ໄດ້​ຢ່າງ​​ເຕັມທີ່, ​ແລ້ວ​ທີ່​ປຶກສາ​ສອງ​ຄົນ​ຂອງ​ເພິ່ນຈະ​ຮ່ວມ​​ເຂົ້າກັນ​ເປັນສະພາ​ຝ່າຍ​ປະທານ​ສູງ​ສຸດ. ທັງ​ສອງ​ຈະ​ດຳ​ເນີນ​ງານ​ປະຈຳ​ວັນ​ຂອງ​ຝ່າຍ​ປະທານ​ສູງ​ສຸດຕໍ່​ໄປ. …

“… ​ແຕ່​ຖ້າ​ມີ​ຄຳ​ຖາມ​ອັນ​ສຳຄັນ​ເລື່ອງ​ນະ​ໂຍບາຍ, ວິທີ​ການ, ​ໂຄງການ, ຫລື ຄຳ​ສອນ, ​ແລ້ວຝ່າຍ​ປະທານ​ສູງ​ສຸດ ​ແລະ ອັກຄະ​ສາວົກ​ສິບສອງຕ້ອງ​ໄດ້​ພິຈາລະນາ​ຢ່າງຖີ່​ຖ້ວນນຳ​ກັນ ​ພ້ອມ​ດ້ວຍ​ການ​ອະທິຖານ.”18

ປີ​ແລ້ວ​ນີ້, ​ເມື່ອ​ເຖິງ​ວັນ​ຄົບ​ຮອບ 5 ປີ ທີ່ປະທານມອນ​ສັນ​ໄດ້ຮັບ​ໃຊ້​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ, ​ເພິ່ນ​ໄດ້​ຫວນ​ຄືນ​ຫລັງ ​ເຖິງ​ການຮັບ​ໃຊ້​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຂອງ​ເພິ່ນ ​ໃນ​ໄລຍະ 50 ປີ ​ແລະ ​ໄດ້​ກ່າວ​ວ່າ “ໃນ​ທີ່​ສຸດ ​ເຮົາ​ທຸກ​ຄົນກໍ​ຈະ​ເຖົ້າ​ແກ່​ລົງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຮົາ​ຍັງ​ຊື່ນ​ຊົມ​ກັບ​ຖ້ອຍ​ຄຳ​ຂອງ​ກະສັດ​ເບັນ​ຢາ​ມິນ, ຜູ້​ໄດ້​ກ່າວ​ວ່າ, … ‘ຂ້າພະ​ເຈົ້າກໍ​ຄື​ກັນ​ກັບ​ຕົວ​ຂອງ​ພວກ​ທ່ານ​ທີ່​ຕ້ອງ​ຂຶ້ນຢູ່​ກັບ​ຈຸດ​ອ່ອນ​ທຸກ​ຢ່າງ​ໃນ​ຮ່າງກາຍ ແລະ ຈິດ​ໃຈ; ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້າພະ​ເຈົ້າກໍ​ໄດ້​ຖືກ​ເລືອກ … ແລະ ຮັບ​ແຕ່ງຕັ້ງຈາກ​ບິດາ​ຂອງ​ຂ້າພະ​ເຈົ້າ, … ໄດ້​ຮັບ​ການ​ຮັກສາ ແລະ ປົກ​ປ້ອງ​ໂດຍ​ອຳນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ, ທີ່​ໃຫ້​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ສຸດ​ຄວາມ​ສາມາດ, ສຸດ​ຄວາມ​ຄິດ, ແລະ ສຸດ​ກຳລັງ ຊຶ່ງພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ໃຫ້​ແກ່​ຂ້າພະ​ເຈົ້າ’ (ໂມ​ໄຊ​ຢາ 2:11).”

ປະທານມອນ​ສັນ​ໄດ້​ກ່າວ​ຕື່ມ​ວ່າ: “ເຖິງ​ແມ່ນການ​ທ້າ​ທາຍ​ທາງ​ຮ່າງກາຍ​ຈະ​ເກີດ​ກັບ​ເຮົາ, ​ເຖິງ​ແມ່ນ​ຈະ​ມີຄວາມ​ອ່ອນ​ແອ​ໃນ​ຮ່າງກາຍ ​ຫລື ​ໃນ​ຈິດ​ໃຈ, ​ແຕ່​ເຮົາ​ກໍ​ຮັບ​ໃຊ້​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ. ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ​ໄດ້​ວ່າ ສາດສະໜາ​ຈັກ​ຖືກ​ນຳພາ​ໄປ​​ໃນທາງ​ດີ. ລະບົບ​ທີ່​ຕັ້ງ​ໄວ້​ສຳລັບ​ສະພາ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ສະພາອັກຄະ​ສາວົກ​ສິບ​ສອງ ​ເຮັດ​ໃຫ້​ເຮົາ​ແນ່​ໃຈ​ວ່າ ສາດສະໜາ​ຈັກ​ຈະ​ດຳ​ເນີນ​ໄປ​ດ້ວຍ​ດີ, ​ບໍ່ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ, ບໍ່​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ເປັນ​ຫ່ວງ ຫລື ຢ້ານ​ກົວ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ເຢຊູ​ຄຣິດ ຜູ້​ທີ່​ເຮົາ​ຕິດຕາມ, ນະມັດສະການ, ​ແລະ ຮັບ​ໃຊ້ ຈະ​ນຳພາ​ສາດສະໜາ​ຈັກ​ນີ້ສະ​ເໝີ.”19

ປະທານມອນ​ສັນ, ພວກ​ເຮົາ​ຂອບ​ໃຈ​ທ່ານ​ສຳລັບ​ຄວາມ​ຈິງ​ເຫລົ່າ​ນີ້! ​ແລະ ພວກ​ເຮົາຂອບ​ໃຈ​ທ່ານ​ສຳລັບ​ການ​ຮັບ​ໃຊ້ ​ແລະ ການ​ອຸທິດ​ຕົນ​ຕະຫລອດ​ຊີວິດຂອງ​ທ່ານ. ຂ້າພະ​ເຈົ້າຂໍຕາງໜ້າ​ໃຫ້​ສະມາຊິກ​ທຸກ​ຄົນ ຕະຫລອດ​ທົ່ວ​ໂລກ ສະ​ແດງ​ຄວາມ​ກະຕັນຍູ​ຢ່າງ​ລົ້ນ​ເຫລືອ​ຕໍ່​ທ່ານ. ພວກ​​ເຮົາ​ສັນລະ​ເສີນ​ທ່ານ! ພວກ​ເຮົາ​ຮັກ​ທ່ານ! ພວກ​​ເຮົາ​ສະໜັບ​ສະໜູນ​ທ່ານ, ບໍ່​ພຽງ​ແຕ່​ດ້ວ​ຍການ​ຍົກ​ມື​ຂຶ້ນ​ເທົ່າ​ນັ້ນ, ​ແຕ່​ດ້ວຍ​ສຸດ​ໃຈ​ ​ແລະ ສຸດ​ຄວາມ​ພະຍາຍາມຂອງ​ພວກ​ເຮົາ. ດ້ວຍ​ຄວາມ​ຖ່ອມ​ຕົນ ​ແລະ ຄວາມ​ຄາລະວະ, “ພວກ​ເຮົາອະທິຖານ​ເພື່ອ​ທ່ານ, ຜູ້​ເປັນ​ສາດ​ສະດາ​ທີ່​ແສນ​ຮັກ”!20 ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. “We Thank Thee, O God, for a Prophet,” Hymns, no. 19.

  2. Teachings of Presidents of the Church: Joseph F. Smith (1998), 211; ​ເນັ້ນຄຳ​ເນີ້ງ. ບົດ​ຄວາມ​ນີ້​ແມ່ນ​ຈາກ​ປີ 1898 ​ຕອນປະທານ​ສະ​ມິດ​​ໄດ້​ເປັນ​ທີ່​ປຶກສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ສູງ​ສຸດ.

  3. ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ, ​ໃຫ້​ເບິ່ງ Spencer J. Condie, Russell M. Nelson: Father, Surgeon, Apostle (2003), 153–56.

  4. ​ເບິ່ງ Bible Dictionary, “Dispensations.”

  5. ສາດສະດາ​ຫລາຍ​ທ່ານ ​ໄດ້​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ການສະ​ເດັດ​ມາ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ລວມທັງ​ລີ​ໄຮ (ເບິ່ງ 1 ນີ​ໄຟ 1:19), ນີ​ໄຟ (ເບິ່ງ 1 ນີ​ໄຟ 11:31–33; 19:7–8), ຢາ​ໂຄບ (ເບິ່ງ ຢາ​ໂຄບ 4:4–6), ​ເບັນ​ຢາ​ມິນ (ເບິ່ງ ​ໂມ​ໄຊ​ຢາ 3:5–11, 15), ອະ​ບີ​ນາ​ໄດ (ເບິ່ງ ​ໂມ​ໄຊ​ຢາ 15:1–9), ​ແອວ​ມາ (ເບິ່ງ ​ແອວ​ມາ 40:2), ​ແລະ ຊາ​ມູ​ເອນ​ຄົນ​ເລ​ມັນ (ເບິ່ງ ຮີ​ລາມັນ 14:12). ກ່ອນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ມາ​ກຳ​ເນີດຢູ່​ເບັດ​ເລ​ເຮັມ, ພວກ​ເພິ່ນ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ການ​ເສຍສະ​ລະ​ຊົດ​ໃຊ້​ຂອງ​ພຣະອົງ ​ແລະ ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະອົງ​ຫລັງ​ຈາກ​ນັ້ນ.

  6. ຫລັກທຳ​ຂອງ​ການສະໜັບສະໜູນ​ຜູ້ນຳ ​ເປັນ​ພື້ນຖານ​ຕະຫລອດ​ທົ່ວ​ສາດ​ສະໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບຸກຄົນ​ໃດ​ໜຶ່ງ​ຈະ​ຖືກ​ສະ​ໜັບສະ​ໜູນ ກ່ອນ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ທາງ​ການຕໍ່​ການ​ເອີ້ນ ຫລື ​ຖືກ​ແຕ່ງຕັ້ງ​ຕໍ່ຕຳ​ແໜ່ງ​ໃນ​ຖານະ​ປະ​ໂລຫິດ.

  7. ​ເບິ່ງ Doctrine and Covenants 42:11. ແບບ​ແຜນ​ຂອງ​ການ​ສະໜັບສະໜູນ​ຜູ້​ນຳ​ຂອງ​ເຮົາ ​ໄດ້​ຖືກ​ນຳ​ມາ​ໃຊ້ ​ເລີ່ມຈາກ​ເດືອນ​ມິ​ນາ ປີ 1836, ຕອນ​ສະມາຊິກ​ໃນ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ ​ໄດ້​ຖືກ​ສະໜັບ​ສະໜູນ​ໃຫ້​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ (ເບິ່ງ History of the Church, 1:74–77; 2:417).

  8. ພຣະຄຳ​ພີ​ມໍ​ມອນ​ເຕືອນ​ເຖິງ​ສິ່ງ​ອັນຕະລາຍ ຖ້າ​ເຮົາ​ບໍ່​ສົນ​ໃຈ​ກັບ​ຄຳ​ສອນ​ຂອງ​ສາດສະດາ. ​ມັນ​ບອກ​ວ່າ “ອາ​ຄານ​ໃຫຍ່ ແລະ ກວ້າງຂວາງ​ຫລັງ​ນີ້​ຄື​ຄວາມ​ຈອງຫອງ​ຂອງ​ໂລກ; ແລະ ມັນ​ຈະ​ຕົກ, ແລະ ການ​ຕົກ​ຂອງ​ມັນ​ຈະ​ໃຫຍ່​ຫລວງ​ຢ່າງ​ໜັກ. ແລະ ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າພະ​ເຈົ້າ, ມີ​ຄວາມ​ວ່າ: ຄວາມ​ພິນາດ​ຂອງ​ທຸກ​ປະຊາ​ຊາດ, ທຸກ​ຕະກຸນ, ທຸກ​ພາສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ຜູ້​ຕໍ່​ສູ້ກັບ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ລູກ​ແກະ​ຈະ​ເປັນ​ດັ່ງນັ້ນ” (1 ນີ​ໄຟ 11:36).

  9. ​ເບິ່ງ ດາ​ນີ​ເອນ 9:10; ອາ​ໂມ​ດ 3:7; Doctrine and Covenants 21:1, 4–5; 124:45–46.

  10. ​ໂຢຮັນ 15:16. ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ຫ້າ ບອກ​ວ່າ: “ພວກ​ເຮົາ​ເຊື່ອ​ວ່າ ມະນຸດ​ຕ້ອງ​ໄດ້​ຮັບ​ການ​ຮຽກຮ້ອງ​ຈາກ​ພຣະ​ເຈົ້າ​ໂດຍ​ການ​ພະຍາກອນ ​ແລະ ​ໂດຍ​ການວາງ​ມື​ໂດຍ​ຜູ້​ມີ​ອຳນາດ ​ເພື່ອ​ໃຫ້​ສອນ​ພຣະກິດ​ຕິ​ຄຸນ ​ແລະ ປະຕິບັດ​ພິທີການ​ຕາມ​ນັ້ນ.”

  11. Teachings of Presidents of the Church: George Albert Smith (2011), 64; ​ເນັ້ນຄຳ​ເນີ້ງ. ​ແຫລ່ງອ້າງ​ອີງ​ຂໍ້​ນີ້ ມາ​ຈາກ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ ​ໃນປີ 1919. ​ເພິ່ນ​ໄດ້​ກາຍ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ​ໃນ​ປີ 1945.

  12. ​ເບິ່ງ Doctrine and Covenants 1:30, 38.

  13. ​ເບິ່ງ Doctrine and Covenants 107:27.

  14. 3 ນີ​ໄຟ 13:10; ​ເບິ່ງ ມັດ​ທາຍ 6:10; ລູກາ 11:2 ​ນຳ​ອີກ.

  15. ​ເມື່ອ​ປະທານ​ຂອງ​ສາດສະໜາ​ຈັກ​ເສຍ​ຊີວິດ​ໄປ, ຝ່າຍ​ປະທານ​ສູງ​ສຸດ​ຈະຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ ​ແລະ ກັບ​ຄືນ​ສູ່​ສະພາ​ອັກຄະ​ສາວົກ​ສິບ​ສອງ. ​ແລ້ວສະພາ​ອັກຄະ​ສາວົກ​ສິບ​ສອງຈະ​ຄວບ​ຄຸມ​ສາດສະໜາ​ຈັກ ຈົນ​ກວ່າ​ຝ່າຍ​ປະທານ​ສູງ​ສຸດ​ໄດ້​ຖືກ​ຈັດຕັ້ງຂຶ້ນອີກ. ​ໃນ​ໄລຍະ​ນີ້ ຮູ້ຈັກ​ກັນ​ວ່າ​ເປັນການ​ປົກຄອງ​ຂອງ​ກຸ່ມອັກຄະ​ສາວົກ. ຕາມ​ປະຫວັດສາດ​ແລ້ວ, ​ໄລຍະ​ຂອງ​ການ​ປົກຄອງ​ນີ້ຈະ​ແຕກ​ຕ່າງ​ກັນ ຈາກ​ສີ່​ມື້ ຫາ ສາມ​ປີ​ເຄິ່ງ.

  16. ແນ່ນອນ, ​ແບບ​ແຜນ​ຂອງ​ການ​ຂຶ້ນຮັບ​ຕຳ​ແໜ່​ງ​ແທນ ບໍ່​ໄດ້​ກ່ຽວ​ພັນ​ກັບ​ການ​ເອີ້ນ​ຂອງ​ໂຈ​ເຊັບ ສະ​ມິດ, ຜູ້​ຊຶ່ງ​ໄດ້​ຖືກ​ແຕ່ງຕັ້ງລ່ວງ​ໜ້າ​ໃຫ້​ເປັນ​ສາດ​ສະ​ດາ​​ແຫ່ງ​ການ​ຟື້ນ​ຟູ ​ແລະ ​ເປັນ​ປະທານ​ຄົນ​ທຳ​ອິດ​ຂອງ​ສາດສະໜາ​ຈັກ (ເບິ່ງ 2 ນີ​ໄຟ 3:6–22; ​ເບິ່ງ Abraham 3:22–23) ນຳ​ອີກ.

  17. ​ເຮົາ​ຮູ້​ວ່າ ພຣະຜູ້​ເປັນ​ເຈົ້າພຣະອົງ​ເອງ​ສາມາດ​ເອີ້ນ​ເຮົາ​ກັບ​ບ້ານ​ໄດ້​ທຸກ​ເວລາ ຕາມ​ແຕ່​ພຣະອົງ​ຈະ​ເລືອກ​ເຮັດ.

  18. Gordon B. Hinckley, “God Is at the Helm,” Ensign, May 1994, 54; see also Gordon B. Hinckley, “He Slumbers Not, nor Sleeps,” Ensign, May 1983, 6.

  19. “Message from President Thomas S. Monson,” Church News, Feb. 3, 2013, 9.

  20. “We Ever Pray for Thee,” Hymns, no. 23.