​2010–2019
ການ​ຕຽມ​ພ້ອມ​ສຳລັບ​ຖານະ​ປະໂລຫິດ
ຕຸລາ 2014


ການ​ຕຽມ​ພ້ອມ​ສຳລັບ​ຖານະ​ປະໂລຫິດ

ໃນ​ການ​ຕຽມ​ຂອງ​ຖານະ​ປະໂລຫິດ​ ຄຳ​ເວົ້າ​ທີ່​ວ່າ “ເຮັດ​ໃຫ້​ຂ້ອຍ​ເບິ່ງ” ມີ​ຄວາມ​ສຳຄັນ​ຫລາຍ​ກວ່າ​ຄຳ​ວ່າ “ບອກ​ຂ້ອຍ.”

ຂ້າພະເຈົ້າ​ມີ​ຄວາມ​ກະຕັນຍູ​ທີ່​ໄດ້​ມາ​ເຕົ້າໂຮມ​ກັນ​ຮ່ວມ​ກັບ​ຖານະ​ປະໂລຫິດ​ຂອງ​ພຣະ​ເຈົ້າ ​ໃນ​ທົ່ວ​ໂລກ. ຂ້າພະເຈົ້າ​ຂອບໃຈ​ຕໍ່​ສັດທາ, ການ​ຮັບ​ໃຊ້, ແລະ ການ​ອະທິຖານ​ຂອງ​ພວກ​ທ່ານ.

ຂ່າວສານ​ຂອງ​ຂ້າພະເຈົ້າ​ໃນ​ແລງ​ວັນ​ນີ້​ແມ່ນ​ກ່ຽວ​ກັບ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ. ຂ່າວສານ​ແມ່ນ​ສຳລັບ​ທຸກໆ​ຄົນ​ນຳ​ອີກ ທີ່​ໄດ້​ຊ່ອຍ​ເຫລືອ​ໃຫ້​ຄຳ​ສັນຍາ​ຂອງ​ພຣະ​ເຈົ້າ​ໄດ້​ບັນລຸ​ຜົນ ສຳລັບ​ຜູ້​ທີ່​ດຳລົງ “ຖານະ​ປະໂລຫິດ​ທີ່​ຕ່ຳ​ກວ່າ”1 ຕາມ​ທີ່​ໄດ້​ກ່າວ​ໄວ້​ໃນ​ພຣະ​ຄຳ​ພີ. ຖານະ​ນັ້ນ​ຍັງ​ໄດ້​ຖືກ​ເອີ້ນ​ວ່າ​ເປັນ​ຖານະ​ປະໂລຫິດ ໃນ​ຂັ້ນ​ຕຽມ. ຂ້າພະເຈົ້າ​ຈະ​ປາ​ໄສກ່ຽວ​ກັບ​ການ​ຕຽມ​ອັນ​ດີເລີດ​ນັ້ນ​ແຫລະ​ໃນ​ແລງ​ວັນ​ນີ້.

ແຜນການ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ຕ້ອງ​ມີ​ການ​ຕຽມ​ພ້ອມ. ພຣະ​ອົງ​​ໄດ້​ຕຽມ​​ໂລກ​ນີ້​ເພື່ອ​ໃຫ້​ເຮົາ​ໄດ້​ມີ​ປະສົບ​ການ​ໃນ​ການ​ທົດ​ສອບ ​ແລະ​ ໂອກາດ​ໃນ​ຊີວິດ​ມະຕະ​ນີ້. ເມື່ອ​ພວກ​ເຮົາ​ຢູ່​ເທິງ​ໂລກ​ນີ້ ແມ່ນ​ພວກ​ເຮົາ​ຢູ່​ໃນ “ຂັ້ນ​ຕຽມ​ພ້ອມ” ຕາມ​ທີ່​ໄດ້​ກ່າວ​ໄວ້​ໃນ​ພຣະ​ຄຳ​ພີ.”2

ສາດສະດາ​ແອວ​ມາໄດ້​ພັນ​ລະ​ນາ​ເຖິງ​ຄວາມ​ຈຳເປັນ​ທີ່​ສຳຄັນ​ໃນ​ການ​ຕຽມ​ພ້ອມ​ສຳລັບຊີວິດ​ນິລັນດອນ ​ບ່ອນ​ທີ່​ພວກ​ເຮົາ​ອາດ​ຈະ​ຢູ່​ນຳກັນ​ເປັນ​ຄອບຄົວ​​ນິລັນດອນ​ກັບ​ພຣະ​ບິດາ​ເທິງ​ສະຫວັນ​ ແລະ ​ພຣະເຢ​ຊູ​ຄຣິດ.

ເພິ່ນ​ໄດ້​ອະທິບາຍ​ເຖິງ​ການ​ຕຽມ​ພ້ອມ​ວ່າ: “ມະນຸດ​ທຸກ​ຄົນ​ຕ້ອງ​ຕາຍ, ແມ່ນ​ແລ້ວ, ຄວາມ​ຕາຍ​ນັ້ນ​ທີ່ ​ແອມມິວ​ເລັກໄດ້​ເວົ້າ​ເຖິງ​ ​ແມ່ນເປັນຄວາມ​ຕາຍ​ທາງ​ຮ່າງກາຍ; ​ເຖິງຢ່າງໃດ​ກໍ​ຕາມ ຍັງ​ມີ​ຊ່ວງ​ເວລາ​ທີ່​ມະນຸດ​ຈະ​ມີ​ໂອກາດ​ກັບ​ໃຈ; ດັ່ງນັ້ນ ​ຊີວິດ​ນີ້​ຈຶ່ງ​ກາຍເປັນ​ຂັ້ນ​ທົດ​ລອງ; ເປັນ​ເວລາ​ທີ່ຕຽມ​ພ້ອມ​ທີ່​ຈະພົບ​ພຣະ​ເຈົ້າ; ເປັນ​ເວລາ​ທີ່​ຕຽມ​ພ້ອມ​ສຳລັບ​ສະພາວະນິລັນດອນ​ ທີ່​ພວກ​ເຮົາ​ໄດ້​ເວົ້າ​ເຖິງ ຊຶ່ງ​ເປັນ​ເວລາ​ຫລັງ​ຈາກການ​ຟື້ນ​ຄືນ​ຊີວິດ​ຂອງ​ຄົນ​ທີ່​ຕາຍ​ໄປ​ແລ້ວ.”3

ເໝືອນ​ດັ່ງ​ເວລາ​ທີ່​ເພິ່ນ​ໄດ້​ໃຫ້​ເຮົາ​ໃຊ້​ຊີວິດ​ມະຕະ​ເພື່ອ​ຕຽມ​ພ້ອມທີ່​ຈະ​ພົບ​ພຣະ​ເຈົ້າ, ເວລາ​ທີ່​ເພິ່ນ​ໃຫ້​ເຮົາ​ຮັບ​ໃຊ້​ໃນ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ ແມ່ນ​ເປັນ​ໂອກາດ​ໃຫ້​ເຮົາ​ຕຽມ​ພ້ອມ​ຕົວ​ເຮົາ​ເອງ​ໃຫ້​ຮູ້ຈັກ​ຊ່ອຍ​ເຫລືອ​ທີ່​ຈຳເປັນ​ແກ່​ຄົນ​ອື່ນໆ. ​ເຊັ່ນ​ດຽວ​ກັບ​ພຣະຜູ້​ເປັນ​ເຈົ້າ​ໄດ້​ຊ່ອຍ​ເຫລືອ​ເຮົາໃຫ້​ຜ່ານ​ຜ່າ​ການ​ທົດ​ສອບ​ໃນ​ຊີວິດ​ມະຕະ​ນີ້, ພຣະອົງ​ກໍ​ຍັງ​ໄດ້​ສົ່ງ​ຄວາມ​ຊ່ອຍ​ເຫລືອ​ມາ​ໃຫ້​ເຮົາ ​ໃນ​ການ​ຕຽມ​ຖານະ​ປະ​ໂລຫິດ​ຂອງ​ເຮົາ.

ຂ່າວສານ​ຂອງຂ້າພະເຈົ້າ​ແມ່ນ​ສຳລັບ​ຜູ້​ທີ່​ພຣະ​ເຈົ້າ​ສົ່ງ​ໄປ​ຊ່ອຍ​ຕຽມຜູ້​ຈະ​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​​ແລະ ຊ່ອຍ​ຜູ້ດຳລົງຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ​ອີກ​ດ້ວຍ. ຂ້າພະເຈົ້າ​ເວົ້າ​ຕໍ່​ຜູ້​ເປັນ​ພໍ່, ຕໍ່​ຜູ້​ເປັນ​ອະທິການ, ແລະ ​ຕໍ່​ຜູ້​ທີ່​ດຳລົງຖານະ​ປະໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທັງຫລາຍ ຜູ້​ຊຶ່ງ​ພວກເຮົາ​ໄວ້ໃຈ​ໃຫ້​ທ່ານ​ເປັນ​ຄົນ​ຄຽງ​ຂ້າງ ​ແລະ ​ເປັນ​ຄູ​ສອນ​ຊາຍ​ໜຸ່ມ​ທັງຫລາຍ ທີ່ຢູ່​​ໃນຂັ້ນ​ຕຽມ​ຖານະ​ປະໂລຫິດ.

ຂ້າພະເຈົ້າ​ຂໍ​ສະແດງ​ຄວາມ​ຊົມເຊີຍ ​ແລະ​ ຄວາມ​ກະຕັນຍູ​ຕໍ່​ທ່ານ​ທັງ​ຫລາຍ​ໃນ​ທົ່ວ​ໂລກ ແລະ ​ຄົນ​ທີ່​ຮັບ​ຊົມ ຮັບ​ຟັງ ​ແລະ​ ອ່ານ​​ໃນ​ພາຍຫລັງ.

ຖ້າ​ຂ້າພະເຈົ້າ​ບໍ່​ເວົ້າ​ເຖິງ​ປະທານ​ສາຂາ​ ແລະ​ ອະທິການ​ຕອນ​ຂ້າພະເຈົ້າ​ຍັງ​ນ້ອຍ ກໍ​ຖື​ວ່າ​ຂ້າພະເຈົ້າ​ເປັນ​ຄົນ​ເມີນເສີຍ. ຂ້າພະເຈົ້າ​ເປັນ​ມັກຄະ​ນາຍົກ​ອາຍຸ 12 ປີ ໃນ​ສາຂາ​ນ້ອຍໆ​ໃນ​ລັດ​ທາງ​ຕາເວັນ​ອອກ​ຂອງ​ສະຫະລັດ. ສາຂາ​ນັ້ນ​ນ້ອຍ​ຫລາຍ​ຈົນ​ວ່າ​ມີ​ແຕ່​ອ້າຍ​ ແລະ​ ຂ້າພະເຈົ້າ​ເອງ​ເທົ່າ​ນັ້ນ​ທີ່​ເປັນຜູ້​ດຳລົງ​ຖານະ​ປະໂລຫິດ​​ແຫ່ງ​ອາ​ໂຣນຢູ່​ຫັ້ນ ຈົນ​ກວ່າ​ພໍ່​ຂອງ​ຂ້າພະເຈົ້າ ຜູ້​ທີ່​ເປັນ​ປະທານ​ສາຂາ​ໄດ້​​ເຊື້ອເຊີນ​ຜູ້​ຊາຍ​ໄວ​ກາງຄົນ​ເຂົ້າ​ຮ່ວມ​ສາດສະໜາ​ຈັກ.

ຜູ້​ປ່ຽນ​ໃຈ​ໃໝ່​ຄົນ​ນັ້ນ​ໄດ້​ຮັບ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ ແລະ​ ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ. ຂ້າພະເຈົ້າ​ຈື່​ໄດ້​ຄື​ກັບ​ວ່າ​ເປັນ​ມື້ວານ​ນີ້​ແຫລະ. ຂ້າພະເຈົ້າ​ຈື່​ວ່າ​ມີ​ໃບ​ໄມ້​ທີ່​ສວຍ​ງາມ​ຍາມ​ລະດູ​ໃບ​ໄມ້​ຫລົ່ນ ເມື່ອ​ຜູ້​ປ່ຽນ​ໃຈ​ໃໝ່​ຄົນ​ນັ້ນ​ພາ​ຂ້າພະເຈົ້າ​ ແລະ​ ອ້າຍ​ຂ້າພະເຈົ້າ​ໄປ​ຊ່ອຍ​ແມ່ໝ້າຍ​ຄົນ​ໜຶ່ງ ແຕ່​ບໍ່​ຈື່​ວ່າ​ໄປ​ຊ່ອຍ​ລາວ​ເຮັດ​ຫຍັງ ແຕ່​ຈື່​ວ່າ​ອຳນາດ​ແຫ່ງ​ຖານະ​ປະໂລຫິດ​ໄດ້​ຊ່ອຍ​ເຮົາ​ເຮັດ. ຂ້າພະເຈົ້າ​ມາ​ຮຽນ​ຮູ້​ພາຍຫລັງ​ວ່າ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ ພວກ​ເຮົາທຸກ​ຄົນ​ຕ້ອງ​ເຮັດ​ທຸກ​ຢ່າງ​ເພື່ອ​ເຮົາ​ຈະ​ໄດ້​ຮັບ​ການ​ອະໄພ​ບາບ ແລະ​ ຕ້ອງ​ຕຽມ​ພົບ​ກັບ​ພຣະ​ອົງ.

ບັດ​ນີ້ ເມື່ອ​ຂ້າພະເຈົ້າ​ຫວນ​ຄືນ​ຫລັງ​ຂ້າພະເຈົ້າ​ຮູ້ສຶກ​ເຖິງ​ຄວາມ​ກະຕັນຍູ​ທີ່​ປະທານ​ສາຂາ​ໄດ້​ເອີ້ນ​ຜູ້​ປ່ຽນ​ໃຈ​ໃໝ່​ນັ້ນ​ມາ​ຊ່ອຍ​ພຣະ​ເຈົ້າ​ໃຫ້​ຕຽມ​ເດັກນ້ອຍ​ຜູ້​ຊາຍ​ສອງ​ຄົນ ແລ້ວ​ພາຍຫລັງ​ມາ​ເຂົາເຈົ້າ​ໄດ້​ກາຍເປັນ​ອະທິການ​ທີ່​ຖືກ​ສັ່ງ​ໃຫ້​ໄປ​ເບິ່ງແຍງ​ຄົນ​ຍາກຈົນ ແລະ​ ຄົນ​ຂັດ​ສົນ ແລະ ​ເປັນ​ຜູ້ນຳ​ໃນ​ການ​ຕຽມ​ຖານະ​ປະໂລຫິດນຳ​ອີກ.

ຂ້າພະເຈົ້າ​ຍັງ​ເປັນ​ອະທິການ​ຢູ່​ຕອນ​ຄອບຄົວ​ຂອງ​ພວກ​ເຮົາ​ຍ້າຍ​ໄປ​ຫວອດ​ໃຫຍ່​ໃນ​ລັດ​ຢູ​ທາ. ຕອນ​ນັ້ນ​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າພະເຈົ້າ​ຮູ້​ສື​ກ​ເຖິງ​ອຳນາດ​ຂອງ​ກຸ່ມໂຄ​ຣຳ​ທັງ​ໝົດໃນ​ຖານະ​ປະໂລຫິດ. ຕາມ​ຈິງ​ແລ້ວ, ມັນ​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ. ແລະ​ ຕໍ່​ມາ​ກໍ​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າພະເຈົ້າ​ໄດ້​ຮູ້ສຶກ​ເຖິງ​ອຳນາດ​ ແລະ ​ພອນ​ຂອງ​ອະທິການ​ເມື່ອ​ເພິ່ນ​ເປັນ​ປະທານ ໃນ​ກຸ່ມໂຄ​ຣຳຂອງ​ປະໂລຫິດ.

ອະທິການ​ໄດ້​ເອີ້ນ​ຂ້າພະເຈົ້າ​ໃຫ້​ເປັນ​ຜູ້​ຊ່ອຍ​ຄົນ​ທຳ​ອິດ​ຂອງ​ເພິ່ນໃນ​ກຸ່ມ​ໂຄ​ຣຳປະໂລຫິດ. ຂ້າພະເຈົ້າ​ຈື່​ໄດ້​ວ່າ​ເພິ່ນ​ເປັນ​ຄົນ​ສອນ​ໂຄ​ຣຳເອງ—ເຖິງ​ວ່າ​ເພິ່ນ​ຫຍຸ້ງ​ວຽກ​, ​ແລະ ກໍມີຄົນ​ອື່ນ​ທີ່​ມີ​ພອນ​ສະຫວັນ​ທີ່​ເພິ່ນ​ສາມາດ​ເອີ້ນ​ໃຫ້​ມາສອນພວກ​ເຮົາ​ກໍ​ຕາມ. ເພິ່ນ​ຈັດ​ຕັ່ງ​ອ້ອມ​ເປັນ​ວົງ​ກົມ​ໃນ​ຫ້ອງ​ຮຽນ. ເພິ່ນ​ໄດ້​ໃຫ້​ຂ້າພະເຈົ້າ​ນັ່ງ​ຕັ່ງ​ຕິດ​ກັບ​ເພິ່ນ, ​ທາງ​ຂວາ​ມື.

ຂ້າພະເຈົ້າ​ໄດ້​ຫລຽວ​ຂ້າມ​ບ່າ​ເພິ່ນ​ໄປ​ເມື່ອ​ເພິ່ນ​ສອນ. ເພີ່ນ​ຈະ​ຫລຽວ​ລົງ​ເບິ່ງ​ຂໍ້ຄວາມ​ທີ່​ຕີ​ພິມ​ໃນ​ແຜ່ນ​ພັບ​ໜັງ​ເກົ່າໆ​ຢູ່​ຕັກ​ຂອງ​ເພິ່ນ​ເປັນ​ບາງເທື່ອ ແລະ ​ເບິ່ງ​ຂໍ້​ຄວາມ​ພຣະ​ຄຳ​ພີ​ທີ່​ໝາຍ​ໄວ້​ ແລະ ​ເປີດ​ໄວ້​ຢູ່​ຫົວເຂົ່າ​ອີກ​ຂ້າງ​ໜຶ່ງ. ຂ້າພະເຈົ້າ​ຈື່​ໄດ້​ວ່າ ຕົນ​ເອງ​ຮູ້ສຶກ​ຕື່ນເຕັ້ນ​ເມື່ອ​ເພິ່ນ​ເລົ່າ​ເລື່ອງ​ຄວາມ​ກ້າຫານ​ຈາກ​ພຣະທຳ​ດາ​ນີ​ເອນ ​ແລະ ​ປະຈັກ​ປະ​ຍານ​ຂອງເພິ່ນ​ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ອົງພຣະ​ເຢຊູ​ຄຣິດ​ເຈົ້າ.

ຂ້າພະເຈົ້າ​ຈະ​ຈື່​ຈຳ​ສະ​ເໝີວ່າ ພຣະ​ຜູ້​​ເປັນເຈົ້າ​​ໄດ້​ເອີ້ນ​​ຄົນ​ຢ່າງລະມັດ​ລະວັງ ໃຫ້ແກ່​ຜູ້​ດຳລົງຖານະ​ປະໂລຫິດ​ຂອງ​ພຣະ​ອົງ​ແນວໃດ ​ໃນ​ການ​ຕຽມ.

ອະທິການ​ຂອງ​ຂ້າພະເຈົ້າ​ມີ​ຜູ້​ປຶກສາ​ທີ່​ດີເລີດ ແລະ​ ມີ​ຫລາຍ​ເທື່ອ​ຂ້າພະເຈົ້າ​ກໍ​ບໍ່​ເຂົ້າໃຈ​ວ່າ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ໂທ​ລະ​ສັບຫາ​ຂ້າພະເຈົ້າ ​ແລະ ​ເວົ້າ​ວ່າ “ຮາ​ລ, ຂ້ອຍ​ຢາກ​ໃຫ້​ເຈົ້າ​ເປັນ​ຄູ່​ຢ້ຽມຢາມ​ນຳ​ຂ້ອຍ”. ເທື່ອ​ໜຶ່ງ​ພວກເຮົາ​ໄດ້​ໄປ​ຢາມ​ແມ່ໝ້າຍ​ທີ່ຢູ່​ຄົນ​ດຽວ​ ແລະ ​ບໍ່​ມີ​ອາຫານ​ຢູ່​ໃນ​ເຮືອນ​ທີ່​ຈະກິນ. ຕອນ​ເພິ່ນ​ໄດ້​ຢຸດ​ລົດ​ຂອງ​ເພິ່ນ ແລ້ວ​ໄດ້​ເປີດ​ພຣະ​ຄຳ​ພີ​ຫົວ​ເກົ່າໆ​ຂອງ​ເພິ່ນ ແລະ ​ບອກ​ຂ້າພະເຈົ້າ​ວ່າ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເຮັດ​ນຳ​ແມ່ໝ້າຍ​ຄົນ​ນັ້ນ​ແບບ​ວ່າ​ລາວ​ມີ​ອຳນາດ​ທີ່​ ບໍ່​ພຽງ​ແຕ່​ຈະເບິ່ງແຍງ​ຕົນ​ເອງ​ເທົ່າ​ນັ້ນ ແຕ່​ລາວ​ຈະ​ມີ​ຄວາມ​ສາມາດ​ຊ່ອຍ​ຄົນ​ອື່ນໆ​ໃນ​ພາຍ​ໜ້າ​ໄດ້.

ມີ​ເທື່ອ​ອື່ນ​ອີກ​ທີ່​ພວກເຮົາ​ໄດ້​ໄປ​ຢາມ​ຊາຍ​ຄົນ​ໜຶ່ງ​ທີ່​ບໍ່​ໄດ້​ໄປ​ໂບດ​ດົນ​ແລ້ວ. ອະທິການຂອງ​ຂ້າພະເຈົ້າ​ໄດ້​​ເຊື້ອເຊີນ​ລາວ​ໃຫ້​ໄປ​ໂບດ​ອີກ. ຂ້າພະເຈົ້າ​ຮູ້ສຶກ​ວ່າ​ອະທິການ​ມີ​ຄວາມ​ຮັກ​ຕໍ່​ຄົນ​ທີ່​ຂາດ​ຄວາມຮັກ​ ແລະ​ ຄົນ​ທີ່ທໍລະ​ຍົດ.

​ເທື່ອ​ໜຶ່ງ​ອີກ ພວກ​ເຮົາ​ໄດ້​ຖືກສົ່ງ​ໃຫ້​ໄປ​ຢາມ​ເຮືອນ​ຫລັງ​ໜຶ່ງ​ທີ່​ພໍ່​ແມ່​ຂີ້​ເຫລົ້າ​ສັ່ງ​ເດັກນ້ອຍ​ຜູ້ຍິງ​ສອງ​ຄົນ​ໄປ​ເປີດ​ປະຕູ​ໃຫ້​ພວກເຮົາ. ເດັກນ້ອຍ​ຜູ້ຍິງ​ສອງ​ຄົນ​ນັ້ນ​ໄດ້​ບອກ​ພວກ​ເຮົາ​ຜ່ານ​ຕາ​ນ່າງ​ປະຕູ​ວ່າ ພໍ່​ແມ່​ນອນ​ຢູ່. ອະທິການ​ໄດ້​ເວົ້າ​ນຳ​ພວກ​ເຂົາ​ຕໍ່ ທັງ​ຍິ້ມ ​ແລະ​ ຍ້ອງ​ພວກ​ເຂົາ​ວ່າ ພວກ​ເຂົາ​ດີ ​ແລະ ມີ​ຄວາມ​ກ້າ​ຫານ​ຫລາຍ. ຂ້າພະເຈົ້າ​ຄິດ​ວ່າ​ເພິ່ນ​ຄື​ຈະ​ເວົ້າ​ເປັນ​ເວລາ 10 ນາທີ ຫລື​ ດົນ​ກ່​ວາ​ນັ້ນ​. ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ ຍ່າງ​ອອກ​ໄປ​ພ້ອມ​ກັບ​ເພິ່ນ, ​ເພິ່ນ​ໄດ້​ເວົ້າຄ່ອຍໆ​ວ່າ, “ມັນ​ເປັນ​ການ​ຢ້ຽມຢາມ​ທີ່​ດີ. ພວກ​ເດັກນ້ອຍ​ເຫລົ່ານັ້ນ ຄົງ​ບໍ່​ລືມ​ມື້​ທີ່​ເຮົາ​ມາ​ຢ້ຽມຢາມ.”

ພອນ​ສອງ​ປະການ​ຂອງ​ພອນ​ຕ່າງໆ​ທີ່​ຄູ່​ຖານະ​ປະໂລຫິດ​ອາວຸໂສ​ສາມາດ​ໃຫ້​ເຮົາ​ແມ່ນ ການ​ເຊື່ອ​ໃຈ​ ແລະ​ຕົວຢ່າງ​ຂອງ​ຄວາມ​ເອົາໃຈໃສ່. ຂ້າພະເຈົ້າ​ເຫັນ​ວ່າ​ແມ່ນແທ້ ເມື່ອ​ລູກ​ຊາຍ​ຂອງ​ຂ້າພະເຈົ້າ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ເປັນ​ຄູ່​ຄູ​ສອນ​ປະຈຳ​ບ້ານ ທີ່​ມີ​ປະສົບ​ການ​ຖານະ​ປະໂລຫິດ​ຫລາຍ​ກວ່າລູກ​ຊາຍ. ຄູ່​ອາວຸ​ໂສຂອງ​ລາວ​ເຄີຍ​ເປັນ​ປະທານ​ເຜີຍແຜ່​ສາດສະໜາ​ສອງ​ເທື່ອ ແລະ ​ເຄີຍ​ຮັບ​ໃຊ້​ໃນ​ຖານະ​ຜູ້ນຳ​ໃນ​ຫລາຍໆ​ໜ້າທີ່.

ກ່ອນ​ເຂົາເຈົ້າ​ໄປ​ຢາມ​ໜຶ່ງ​ໃນ​ຄອບຄົວ​ທີ່​ຖືກ​ມອບ​ໝາຍ​ນັ້ນ ຜູ້ນຳ​ຖານະ​ປະໂລຫິດ​ທີ່​ມີ​ປະສົບ​ການ​ນັ້ນ​ໄດ້​ຖືກ​ຂໍໃຫ້​ໄປ​ຢາມ​ລູກ​ຊາຍ​ຂອງ​ຂ້າພະເຈົ້າ​ຢູ່​ບ້ານ​ກ່ອນ. ເຂົາເຈົ້າ​​ໄດ້ອະນຸຍາດ​ໃຫ້​ຂ້າພະເຈົ້າ​ນັ່ງຟັງ. ຄູ່​ຢ້ຽມ​ສອນ​ທີ່​ອາວຸ​ໂສກ​ວ່າ​ໄດ້​ເລີ່ມດ້ວຍ​ການ​ອະທິຖານ​ເພື່ອ​ຂໍ​ການ​ຊ່ອຍເຫລືອ. ແລ້ວ​ເພິ່ນ​ເວົ້າ​ແນວ​ນີ້​ກັບ​ລູກ​ຊາຍ​ກັບ​ຂ້າພະເຈົ້າ​ວ່າ: “ຂ້ອຍ​ຄິດ​ວ່າ ເຮົາ​ຄວນ​ສອນ​ບົດຮຽນ​ເພື່ອ​ໃຫ້​ເຂົ້າ​ເຈົ້າ​ຟັງ​ແບບ​ວ່າ ຮຽກຮ້ອງ​ໃຫ້​ຄອບຄົວ​ນີ້​ກັບ​ໃຈ. ຂ້ອຍ​ຄິດວ່າ ​ເຂົາ​ເຈົ້າຄົງ​ຈະບໍ່ຮັບ​​ເອົາ​ມັນ​ໄດ້​ດີ​ຈາກ​ຂ້າພະ​ເຈົ້າ. ເຂົາເຈົ້າ​ຈະ​ຍອມຮັບ​ຂ່າວສານ​ນີ້​ຈາກ​ເຈົ້າ​ດີກ​ວ່າ. ເຈົ້າ​ຄິດ​ວ່າ​ແນວໃດ?”

ຂ້າພະ​ເຈົ້າຍັງ​ຈື່​ດວງ​ຕາ​ທີ່​ຢ້ານ​ກົວ​ຂອງ​ລູກ​ຊາຍຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຮູ້​ສຶຶກ​ດີໃຈ​ໃນ​ຕອນ​ນັ້ນ ເມື່ອ​ລູກ​ຊາຍ​ຂອງ​ຂ້າພະເຈົ້າ​ຍອມຮັບ​​ເອົາ​ການ​ໄວ້​ວາງ​ໃຈນັ້ນ.

ມັນ​ບໍ່​ແມ່ນ​ເຫດ​ບັງເອີນ ທີ່​ອະທິການ​ໃຫ້​ສອງ​ຄົນ​ນັ້ນ​ເປັນ​ຄູ່​ກັນ. ມັນ​ແມ່ນ​​ໂດຍການ​ຕຽມ​ພ້ອມ​ທີ່​ຮອບ​ຄອບ ທີ່​ຄູ່​ອາວຸໂສ​ໄດ້​ຮູ້ຈັກ​ຄວາມ​ຮູ້ສຶກ​ຂອງ​ຄອບຄົວ​ນັ້ນ​ກ່ອນ​ທີ່​ຈະ​ໄປ​ສອນ​ເຂົາເຈົ້າ. ມັນ​ແມ່ນ​ການ​ດົນ​ໃຈ​ທີ່​ເພິ່ນ​ຮູ້ສຶກ​ວ່າ ຕົນ​ເອງ​ບໍ່​ຄວນ​ຈະ​ເປັນ​ຜູ້​ສອນ ແຕ່​ໃຫ້​ເຊື່ອ​ໃຈ​ຄົນ​ໜຸ່ມ​ທີ່​ຂາດ​ປະສົບ​ການ​ໃນ​ການ​ເອີ້ນ​ລູກຂອງ​ພຣະ​ເຈົ້າ​ໃຫ້​ກັບ​ໃຈ ແລະ​ ຫວນ​ຄືນ​ສູ່​ຄວາມ​ປອດ​ໄພ.

ຂ້າພະເຈົ້າ​ບໍ່​ຮູ້​ວ່າການ​ຢ້ຽມຢາມ​ນັ້ນ​ເປັນ​ແນວໃດ ແຕ່​ຂ້າພະເຈົ້າ​ຮູ້​ວ່າ ອະທິການ ຜູ້​ທີ່​ເປັນ​ຜູ້​ດຳລົງ​ຖານະ​ປະໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ພຣະ​ຜູ້​ເປັນ​ເຈົ້າ ໄດ້​ຕຽມ​ເດັກ​ຊາຍ​ຄົນ​ໜຶ່ງ​ໃຫ້​ເປັນ​ຜູ້​ຊາຍ​ທີ່​ດຳລົງ​ຖານະ​ປະໂລຫິດ ​ແລະ ​ເປັນ​ອະທິການ​​ໃນ​ມື້ໜຶ່ງ.

ບັດ​ນີ້ ທ່ານ​ຈະ​ຄຸ້ນ​ເຄີຍ​ກັບ​ເລື້ອງ​ຄວາມ​ສຳເລັດ​ກ່ຽວ​ກັບ​ການ​ຕຽມ​ພ້ອມ​ສຳລັບ​ຖານະ​ປະໂລຫິດ ເພາະ​ທ່ານ​ເຄີຍ​ໄດ້​ເຫັນ ​ແລະ​ ໄດ້​ມີ​ປະສົບ​ການ​ໃນ​ຊີວິດ​ຕົນ​ເອງ​ແລ້ວ. ທ່ານ​ເຄີຍ​ຮູ້​ ແລະ ​ເຄີຍ​ເປັນ​ອະທິການ, ເປັນ​ຄູ່, ແລະ ເປັນ​ພໍ່​ແມ່​ແບບ​ນັ້ນ​ມາ​ກ່ອນ​ແລ້ວ. ທ່ານ​ເຄີຍ​ເຫັນ​ຝີ​ມື​ຂອງ​ພຣະ​ເຈົ້າ​ໃນ​ການ​ຕຽມ​ພ້ອມ​ຕໍ່ໜ້າ​ທີ່​ຖານະ​ປະໂລຫິດ ຊຶ່ງ​ພຣະ​ອົງ​ຮູ້​ວ່າ​ມັນ​ຢູ່​ພາຍ​ໜ້າ​ທ່ານ.

ພວກ​ເຮົາ​ທຸກ​ຄົນ​ທີ່​ມີ​ຖານະ​ປະໂລຫິດ ແມ່ນ​ມີ​ພັນທະ​ທີ່​ຕ້ອງ​ຊ່ອຍ​ພຣະ​ເຈົ້າ​ໃນ​ການ​ຕຽມ​ຄົນ​ອື່ນໆ. ມີ​ບາງ​ອັນ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ໃຫ້​ບັນລຸ​ຜົນສຳເລັດ​ຢ່າງ​ເຕັມ​ປ່ຽມ. ສິ່ງ​ທີ່​ໜັກ​ແໜ້ນ​ຫລາຍ​ກວ່າ​ຄຳ​ເວົ້າ​ໃນ​ການ​ສັ່ງສອນ​ຂອງ​ພວກ​ເຮົາ ແມ່ນ​ການ​ເປັນ​ຕົວຢ່າງ​ຂອງ​ພວກ​ເຮົາ​ຕາມ​ການ​ໃຊ້​ຊີວິດ​ຕາມ​ຄຳ​ສອນ.

ສິ່ງ​ທີ່​ສຳຄັນ​ຫລາຍ​ໃນ​ການ​ຮັບ​ໃຊ້​ຂອງ​ຖານະ​ປະໂລຫິດ​ແມ່ນ​ການ​ເຊື້ອ​ເຊີນ​ຄົນ​ທັງຫລາຍ​ໃຫ້​ມາ​ສູ່​ພຣະຄຣິດ ໂດຍ​ທາງ​ສັດທາ, ການ​ກັບ​ໃຈ, ຮັບ​ບັບ​ຕິ​ສະ​ມາ, ແລະ​ ຮັບ​ພຣະ​ວິນ​ຍານ​ບໍລິສຸດ. ຕົວຢ່າງ ປະທານທອມ​ມັສ ​ແອັສ ມອນ​ສັນ ໄດ້​ໃຫ້​ຄຳ​ປາ​ໄສ​ທີ່​ດຶງ​ດູດ​ຄວາມ​ສົນໃຈ​ກ່ຽວ​ກັບ​ຄຳ​ສອນ​ເຫລົ່ານັ້ນ. ແຕ່​ສິ່ງ​ທີ່​ຂ້າພະເຈົ້າ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ກັບ​ຜູ້​ຄົນ, ຜູ້​ສອນ​ສາດສະໜາ, ແລະ​ ໝູ່​ເພື່ອນ​ຂອງ​ສາດສະໜາ​ຈັກ ​ເມື່ອ​ເພິ່ນ​ເປັນ​ຜູ້​ຄວບ​ຄຸມ​ໂຄງການ​ເຜີຍແຜ່​ໃນ​ເມືອງ ໂທ​ຣົນ​ໂທ ໄດ້​ຊຸກຍູ້​ໃຫ້​ຂ້າພະເຈົ້າ​ເປັນ​ຜູ້​ລົງມື​ເຮັດ.

ໃນ​ການ​ຕຽມ​ຂອງ​ຖານະ​ປະໂລຫິດ​ ຄຳ​ເວົ້າ​ທີ່​ວ່າ “ເຮັດ​ໃຫ້​ຂ້ອຍ​ເບິ່ງ” ມີ​ຄວາມ​ສຳຄັນ​ຫລາຍ​ກວ່າ​ຄຳ​ວ່າ “ບອກ​ຂ້ອຍ.”

ດັ່ງນັ້ນ​ແຫລະ ພຣະ​ຄຳພີ​ຈຶ່ງ​ເປັນ​ສິ່ງ​ສຳຄັນ​ໃນ​ການ​ຕຽມ​ພວກ​ເຮົາ​ສຳລັບ​ຖານະ​ປະໂລຫິດ. ມັນ​ເຕັມ​ໄປ​ດ້ວຍ​ຕົວຢ່າງ​ຕ່າງໆ. ຂ້າພະເຈົ້າ​ຮູ້ສຶກ​ຄື​ກັນ​ກັບ​ວ່າ ໄດ້​ເຫັນ​ແອວ​ມາ ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ທູດ ແລ້ວ​ເພິ່ນ​ຟ້າວ​ກັບ​ໄປ​ສອນ​ຄົນ​ທີ່​ຊົ່ວ​ຮ້າຍ​ທີ່​ປະຕິເສດ​ເພິ່ນ​ໃນ​ເມືອງອຳ​ໂມນ​ໄນ​ຫາ.4 ຂ້າພະເຈົ້າ​ສາມາດ​ຮູ້ສຶກ​ເຖິງ​ຄວາມ​ເຍືອກ​ເຢັນ​ໃນ​ຄຸກ ເມື່ອ​ພຣະ​ເຈົ້າ​ໄດ້​ບອກ​ສາດສະດາ ໂຈ​ເຊັບ ສະ​ມິດ ວ່າ​ໃຫ້​ມີ​ຄວາມ​ກ້າຫານ ​ແລະ​ ເພິ່ນ​ໄດ້​ຮັບ​ຄວາມ​ຄຸ້ມ​ຄອງ.5 ດ້ວຍ​ການ​ມີ​ຮູບ​ພາບພຣະ​ຄຳ​ພີ​ໃນ​ຈິດໃຈ ພວກ​ເຮົາ​ສາມາດ​ຕຽມ​ພ້ອມ​ທີ່​ຈະ​ມີ​ຄວາມ​ອົດທົນ​ໃນ​ການ​ຮັບ​ໃຊ້ ເມື່ອ​ເຮົາ​ຮູ້ສຶກ​ວ່າ​ມັນ​ຍາກ​ລຳບາກ.

ຜູ້​ເປັນ​ພໍ່ ຫລື ອະທິການ ຫລື ຄູ​ສອນ​ປະຈຳ​ບ້ານ​ຜູ້​ອາວຸໂສ ຜູ້​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເຊື່ອ​ໃຈ​ໃນ​ຜູ້​ດຳລົງ​ຖານະ​ປະໂລຫິດ​ຜູ້​ໜຸ່ມ​ນ້ອຍ ສາມາດ​ປ່ຽນແປງ​ຊີວິດ​ຂອງ​ລາວ​ໄດ້. ຜູ້​ໜຶ່ງ​ໃນ​ສະພາອັກ​ຄະ​ສາວົກ​ສິບ​ສອງ ເຄີຍ​ຂໍ​ໃຫ້​ພໍ່​ຂອງ​ຂ້າພະເຈົ້າ​ຂຽນ​ຈົດໝາຍ​ສັ້ນ​ເທື່ອ​ໜຶ່ງ​ກ່ຽວ​ກັບ ວິທະຍາສາດ​ກັບ​ສາດສະໜາ. ພໍ່​ຂອງ​ຂ້າພະເຈົ້າ​ເປັນ​ນັກວິທະຍາສາດທີ່​ໂດ່​ງດັງ​ ແລະ​ ເປັນ​ຜູ້​ດຳລົງ​ຖານະ​ປະໂລຫິດ​ທີ່​​ເຕັມ​ໄປ​ດ້ວຍ​ສັດທາ. ​ແຕ່ຂ້າພະເຈົ້າ​ຍັງ​ຈື່​ໄດ້​ຕອນ​ທີ່​ເພິ່ນ​ຍື່ນ​ເຈ້ຍ​ທີ່​ເພິ່ນ​ຂຽນ​ໃຫ້​ຂ້າພະເຈົ້າ​ ແລະ ​ເວົ້າ​ວ່າ “ເບິ່ງ​ນີ້ ພໍ່​ຢາກ​ໃຫ້​ລູກ​ອ່ານ​ເຈ້ຍ​ນີ້​ກ່ອນ​ພໍ່​ສົ່ງ​ໄປຫາ​ອັກຄະ​ສາວົກ​ສິບ​ສອງ ລູກ​ຈະ​ຮູ້​ວ່າ​ມັນ​ຖືກ​ຫລື​ບໍ່.” ພໍ່​ມີ​ອາຍຸ​ແກ່​ກວ່າຂ້າພະເຈົ້າ 32 ປີ, ແລະ ​ເພິ່ນ​ກໍ​ສະຫລາດ​ຫລາຍ​ກວ່າ​ຂ້າພະເຈົ້າ​ຕັ້ງ​ຫລາຍ​ເທົ່າ.

ຂ້າພະເຈົ້າ​ເພີ່ມ​ພະລັງ​ຈາກ​ຄວາມ​​ໄວ້​ວາງ​ໃຈ​ຂອງ​ພໍ່​ ແລະ​ ເປັນ​ຜູ້​ດຳລົງ​ຖານະ​ປະໂລຫິດ​ທີ່​ເລີດ​ລ້ຳ​ຄົນ​ໜຶ່ງ. ຂ້າພະເຈົ້າ​ຮູ້​ວ່າ ບໍ່​ແມ່ນ​ຍ້ອນ​ວ່າ ພໍ່​​ໄວ້​ວາງ​ໃຈ​ຂ້າພະເຈົ້າ ແຕ່​ແມ່ນ​ພຣະ​ເຈົ້າ​ທີ່​ສາມາດ​ບອກ ​ແລະ ​ຈະ​ບອກ​ຂ້າພະເຈົ້າ​ໄດ້​ວ່າ​ອັນ​ໃດ​ເປັນຄວາມ​ຈິງ. ຄູ່​ທີ່​ມີ​ປະສົບ​ການ​ສາມາດ​ເປັນ​ພອນ​ແກ່​ຜູ້​ດຳລົງ​ຖານະ​ປະໂລຫິດ​ໜຸ່ມ​ໃນ​ການ​ຕຽມ​ພ້ອມ ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ສາມາດ​ເຮັດ​ໃຫ້​ເຂົາ​ເຫັນ​ວ່າ​ທ່ານ​ໄວ້​ວາງ​ໃຈ​ເຂົາ. ມັນ​ຈະ​ຊ່ອຍ​ເຂົາ​​ໃຫ້​ໄວ້​ວາງ​ໃຈ​ໃນ​ຄວາມ​ຮູ້ສຶກ​ອັນ​ດີງາມ​ຂອງ​ການ​ດົນ​ໃຈສຳລັບ​ຕົນ​ເອງ ເມື່ອ​ເຂົາ​ມີ​ໂອກາດ​ໃນ​ພາຍ​ໜ້າ ເມື່ອ​ວາງ​ມື​ຂອງ​ເຂົາ​ເທິງ​ຫົວ​ເດັກນ້ອຍ​ເພື່ອ​ຜະ​ນຶກ​ພອນ​ໃຫ້​ເດັກນ້ອຍ​ຫາຍ​ປ່ວຍ ເມື່ອ​ທ່ານໝໍ​ບອກ​ວ່າ​ເດັກນ້ອຍ​ນັ້ນ​ຈະ​ຕາຍ. ຄວາມ​ໄວ້​ວາງ​ໃຈ​ນັ້ນ​ໄດ້​ຊ່ອຍ​ຂ້າພະເຈົ້າ​ຫລາຍ​ກ່​ວາ​ເທື່ອ​ໜຶ່ງ​ມາ​ແລ້ວ.

ຄວາມ​ສຳເລັດ​ໃນ​ການ​ຕຽມ​ພ້ອມ​ຄົນ​ອື່ນ​ສຳລັບ​ຖານະ​ປະໂລຫິດ ແມ່ນ​ຂຶ້ນ​ຢູ່​ກັບ​ສ່ວນ​ທີ່​ວ່າ​ພວກ​ເຮົາ​ຮັກ​ເຂົາເຈົ້າ​ຫລາຍ​ປານໃດ. ມັນ​ກໍ​ຈະ​ແມ່ນແທ້​ເມື່ອ​ພວກ​ເຮົາ​ຕ້ອງ​ໄດ້​ສິດສອນ​ເຂົາເຈົ້າ. ໃຫ້​ຄິດ​ເຖິງ​ຕອນ​ທີ່​ຜູ້ດຳລົງ​ຖານະ​ປະໂລຫິດ​​ແຫ່ງ​ອາ​ໂຣນ, ບາງທີ​ຢູ່​ທີ່​ໂຕະ​ສິນ​ລະ​ລຶກ, ​ຄົນ​ໜຶ່ງ​ເຮັດ​ຜິດ​ເມື່ອ​ເຮັດ​ພິທີ. ນັ້ນ​ມັນ​ເປັນຄວາມ​ຜິດ​ຮ້າຍ​ແຮງ. ບາງເທື່ອ​ຄວາມ​ຜິດ​ນັ້ນ​ກໍ​ຕ້ອງ​ມີ​ການ​ແກ້​ໄຂ​ທາງ​ສາທາລະນະ​ດ້ວຍ​ການ​ທີ່​ອາດ​ມີ​ຄວາມ​ເສຍ​ໃຈ, ມີ​ຄວາມ​ຂາຍໜ້າ​, ແລະ ​ຈົນ​ເຖິງ​ການ​ຖືກ​ປະຕິເສດ.

ທ່ານ​ຄົ​ງຈື່​ຈຳ​ຄຳ​ແນະນຳ​ຂອງ​ພຣະ​ເຈົ້າ​ໄດ້ ທີ່​ວ່າ ພວກ​ເຮົາ​ຄວນ​ຕິຕຽນ​ດ້ວຍ​ຄວາມ​ສຽບ​ຂາດ, ເມື່ອ​ໄດ້​ຮັບ​ການ​ກະ​ຕຸ້ນ​ໂດຍພຣະວິນ​ຍານ​ບໍລິສຸດ; ແລະ ຈາກ​ນັ້ນ ​ໃນ​ເວລາ​ຕໍ່ມາ​ຈົ່ງ​ສະ​ແດງ​ຄວາມ​ຮັກຫລາຍ​ຂຶ້ນຕໍ່​ຄົນ​ທີ່ທ່ານຕິ​ຕຽນ ຖ້າ​ບໍ່​ດັ່ງນັ້ນ​ເຂົາ​ຈະ​ຖື​ວ່າທ່ານເປັນ​ສັດ​ຕູ​ຂອງ​ເຂົາ.6

ຄຳ​ວ່າ ຕື່ມ​ອີກ ມີ​ຄວາມ​ໝາຍ​ພິເສດ​ໃນ​ການ​ຕຽມ​ຜູ້​ດຳລົງ​ຖານະ​ປະໂລຫິດ​ເມື່ອ​ເຂົາເຈົ້າ​ຕ້ອງ​ຖືກ​ສິດສອນ. ຄຳ​ເວົ້າ​ນັ້ນ​ໄດ້​ແນະນຳ​ໃຫ້​ຕື່ມ​ເຕີມ​ຄວາມ​ຮັກ​ທີ່​ມີ​ຢູ່​ກ່ອນ​ແລ້ວ. ການສະແດງ​ໃຫ້​ເຫັນ​ແມ່ນກ່ຽວ​ກັບ​ການ​ຕື່ມ. ສຳລັບ​ທ່ານ​ຜູ້​ທີ່​ຕຽມ​ຜູ້ດຳລົງ​ຖານະ​ປະໂລຫິດຈະ​ເຫັນ​​​ເຂົາ​ເຈົ້າ​ເຮັດ​ຜິດພາດ. ກ່ອນ​​ເຂົາ​ເຈົ້າຈະ​ໄດ້​ຮັບ​ຄຳ​ຕັກ​ເຕືອນຈາກ​ທ່ານ​, ​ເຂົາ​ເຈົ້າ​ຕ້ອງ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ທ່ານຕອນ​ຕົ້ນໆ​ຢ່າງ​ສະ​ໝ່ຳ​ສະເໝີ. ​ເຂົາ​ເຈົ້າຕ້ອງ​ໄດ້​ຍິນ​ຄຳ​ຍ້ອງຍໍ​ດ້ວຍ​ຄວາມ​ຈິງ​ໃຈ​ຂອງ​ທ່ານ ກ່ອນ​ເຂົາ​ເຈົ້າຈະ​ຮັບ​ເອົາ​ຄຳ​ຕັກ​ເຕືອນ​ຈາກ​ທ່ານ.

ພຣະ​ເຈົ້າ​ເອງ​ຖື​ວ່າ​ຜູ້​ທີ່​ມີຖານະ​ປະໂລຫິດ​ທີ່​ຕ່ຳ​ກວ່າຈະ​ໃຫ້​ຄວາມ​ເຄົາລົບ​ຕໍ່​ຄວາມ​ສາມາດ​ໃນ​ຕົວ​ຂອງ​ເຂົາເຈົ້າ​ ແລະ ​ເຂົາເຈົ້າ​ມີ​ຄຸນຄ່າ​ຕໍ່​ພຣະ​ອົງ. ​ຈົ່ງ​ຟັງ​ຖ້ອຍ​ຄຳ​ເຫລົ່າ​ນີ້, ຊຶ່ງ​ກ່າວ​ໂດຍ​ໂຢຮັນ ບັບຕິດ ​ເມື່ອ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ທີ່​ວ່າ ແກ່​ທ່ານ​ເພື່ອນ​ຜູ້​ຮັບ​ໃຊ້​ຂອງ​ຂ້າພະເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ເມ​ຊີ ຂ້າພະເຈົ້າ​ປະທານ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ​ໃຫ້ ຊຶ່ງ​ຖື​ກະແຈ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ທູດ ແລະ​ ຂອງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ ​ແລະ​ ຂອງ​ບັບ​ຕິ​ສະ​ມາ​ໂດຍ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງຕົວ ເພື່ອ​ການ​ປົດ​ບາບ ແລະ​ ອຳນາດ​ນີ້​ຈະ​ບໍ່​ຖືກ​ເອົາ​ໄປ​ຈາກ​ແຜ່ນດິນ​ໂລກ​ອີກ​ຕໍ່​ໄປ ຈົນ​ກວ່າ​ບຸດ​ຂອງ​​ເລ​ວີ​ຈະ​ຖະຫວາຍ​ເຄື່ອງ​ບູຊາ​ຕໍ່​ພຣະ​ເຈົ້າ​ອີກ​ໃນ​ຄວາມ​ຊອບ​ທຳ.7

ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ​ເປັນ​ສ່ວນ​ຕໍ່​ເຕີມ​ໃສ່​ຖານະ​ປະໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ສູງ​ກວ່າ.8 ໃນ​ຖານະ​ປະທານ​ຂອງ​ຖານະ​ປະໂລຫິດ​ທັງຫລາຍ, ປະທານ​ຂອງ​ສາດສະໜາ​ຈັກ​ຍັງ​ເປັນ​ຜູ້​ຄວບ​ຄຸມ​ການ​ຕຽມ​ພ້ອມ​ຖານະ​ປະໂລຫິດ​ນຳ​ອີກ. ເປັນ​ຫລາຍໆ​ປີ​ມາ​ທີ່​ຂ່າວສານ​ຂອງ​ເພິ່ນ​ແມ່ນ​ໄປ​ກູ້​ໄພ ມັນ​ເໝາະ​ກັບ​ຄຳ​ສັ່ງ​ທີ່​ວ່າ​ໃຫ້​ນຳ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ ​ແລະ​ ການ​ຮັບ​ບັບ​ຕິ​ສະ​ມາ​ໄປ​ສູ່​ຄົນ​ອື່ນໆ.

ກຸ່ມຂອງ​ມັກຄະ​ນາຍົກ, ຄູ​ສອນ, ແລະ ປະໂລຫິດ ໄດ້​ແນະນຳ​ເປັນ​ປະຈຳ​ວ່າ​ໃຫ້​ນຳ​ສະມາຊິກ​ທຸກ​ຄົນ​ຂອງ​ໂຄຣຳມາ​ສູ່​ພຣະ​ເຈົ້າ. ປະທານ​ສູງ​ສຸດ​ມອບ​ໝາຍ​ໃຫ້​ສະມາຊິກ​ຍື່ນ​ມື​ໄປ​ຊ່ອຍ​ເຫລືອ​ຄົນ​ອື່ນ​ດ້ວຍ​ສັດທາ ​ແລະ​ ດ້ວຍ​ຄວາມ​ຮັກ. ມັກຄະ​ນາຍົກ​ຢາຍ​ສິນ​ລະ​ລຶກ​ດ້ວຍ​ຄວາມ​ຄາລະວະ​ ແລະ ​ດ້ວຍ​ສັດທາ ເພື່ອ​ໃຫ້​ສະມາຊິກ​ຮູ້ສຶກ​ເຖິງ​ຜົນ​ສະທ້ອນ​ຂອງ​ການ​ໄຖ່​ບາບ​ ແລະ ​ມີ​ຄວາມ​ຕັ້ງໃຈ​ທີ່​ຈະ​ຮັກ​ສາ​ພຣະ​ບັນຍັດ ເມື່ອ​ເຂົາເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ສັນຍາ​ລັກ​ທີ່​ສັກສິດ​ນັ້ນ.

ຄູ​ສອນ​ ແລະ​ ປະໂລຫິດ ອະທິຖານ​ກັບ​ຄູ່​ຂອງ​ເຂົາເຈົ້າ​ໃຫ້​ໄດ້​ຮັບ​ຜົນ​ບັນລຸ​ໃນ​ການ​ເບິ່ງແຍງ​ສາດສະໜາ​ຈັກ​ເທື່ອ​ລະ​ຄົນ. ຄູ່​ເຫລົ່ານັ້ນ​ໄດ້ອະທິຖານ​ນຳກັນ ເມື່ອ​ເຂົາເຈົ້າ​ຮູ້​ເຖິງ​ຄວາມ​ຕ້ອງການ ແລະ​ ຄວາມ​ຫວັງ​ຂອງ​ຫົວໜ້າ​ຄອບຄົວ​ຕ່າງໆ. ເມື່ອ​ເຮັດ​ເຊັ່ນນັ້ນ ແມ່ນ​ເຂົາເຈົ້າ​ກຳລັງ​ຕຽມ​ສຳລັບ​ວັນ​ຂ້າງ​ໜ້າທີ່​ຍິ່ງ​ໃຫຍ່ ເມື່ອ​ເຂົາເຈົ້າກາຍ​ເປັນ​ຫົວໜ້າ​ຄອບຄົວ​ດ້ວຍ​ສັດທາ​ໃນ​ຄອບຄົວ​ຂອງ​ເຂົາເຈົ້າ​ເອງ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ທຸກ​ຄົນ​ທີ່​ຮັບ​ໃຊ້​ຮ່ວມ​ກັນ​ໃນ​ຖານະ​ປະໂລຫິດ ແມ່ນ​ກຳລັງ​ຕຽມ​ຜູ້​ຄົນ​ໃນ​ການ​ສະເດັດ​ມາ​ຂອງ​ພຣະ​ເຈົ້າ ​ມາສູ່​ສາດສະໜາ​ຈັກ​ຂອງ​ພຣະ​ອົງ. ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່. ຂ້າພະເຈົ້າ​ຮູ້​—ຂ້າພະ​ເຈົ້າຮູ້ວ່າ​—ພຣະເຢ​ຊູ​ເປັນ​ພຣະຄຣິດ​ ແລະ ​ພຣະ​ອົງ​ຮັກ​ພວກ​ເຮົາ. ປະທານ ທອມມັສ ແອັສ ມອນ​ສັນ ເປັນ​ສາດສະດາ​ໃນ​ປະຈຸ​ບັນ​ຂອງ​ພຣະ​ເຈົ້າ. ຂ້າພະເຈົ້າ​ຂໍ​ກ່າວ​ສິ່ງ​ເຫລົ່າ​ນີ້​ໃນ​ພຣະ​ນາມ​ອັນ​ສັກສິດຂອງ​ພຣະເຢ​ຊູ​ຄຣິດ. ອາແມນ.