​2010–2019
ຈົ່ງ​ມີ​ລູກ​ເຕົ້າ​ໃຫ້​ແຜ່​ຂະຫຍາຍ, ​ເພີ່ມ​ທະວີ​, ​ແລະ ປົກ​ຄອງ​ແຜ່ນດິນ​ໂລກ
ເມສາ 2015


ຈົ່ງ​ມີ​ລູກ​ເຕົ້າ​ໃຫ້​ແຜ່​ຂະຫຍາຍ, ​ເພີ່ມ​ທະວີ​, ​ແລະ ປົກ​ຄອງ​ແຜ່ນດິນ​ໂລກ

ພຣະ​ບິດາ​ເທິງ​ສະຫວັນ​​ໄດ້​ສັ່ງ ​ແລະ ​ອວຍພອນ​​ເຮົາ​ໃຫ້​​ແຜ່​ຂະຫຍາຍ, ​ເພີ່ມ​ທະວີ, ​ແລະ ປົກຄອງ​ແຜ່ນດິນ​ໂລກ ເພື່ອ​​ເຮົາ​ຈະສາມາດ​ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ.

ຂອບ​ໃຈ, ກຸ່ມ​ນັກ​ຮ້ອງ​ແທ​ໂບ​ແນ​ໂກ, ສຳລັບ​ເພງ​ທີ່​ຊື່ນຊ້ອຍ ຊຶ່ງສັນລະ​ເສີນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ.

ໃນ​ມື້​ນັ້ນ​ທີ່​ພຣະ​ເຈົ້າ​ພຣະ​ບິດາ​ໄດ້​ເອີ້ນ​ໃຫ້​ພຣະ​ບຸດ​ທີ່​ຖື​ກຳເນີດ​ອົງ​ດຽວ​ຂອງ​ພຣະ​ອົງ​ໃຫ້​ສ້າງ​ມະນຸດ ທີ່​ຄ້າຍຄື​ກັບ​ພຣະ​ອົງ, ​ພຣະ​ອົງ​ໄດ້​ອວຍພອນ​ລູກໆ​ຂອງ​ພຣະ​ອົງ​ ໂດຍ​ກ່າວ​ວ່າ, ຈົ່ງ​ມີ​ລູກ​ເຕົ້າ​ໃຫ້​​ແຜ່​ຂະຫຍາຍ, ​ເພີ່ມ​ທະວີ,​ ​ແລະ ປົກ​ຄອງ​​ແຜ່ນດິນ​ໂລກ ແລະ ​ມີ​ອຳນາດ ​... ເໜືອ​ທຸກ​ສິ່ງ​ທີ່​ເຄື່ອນ​ໄຫວຢູ່​ເທິງ​ແຜ່ນດິນ​ໂລກ.1ດັ່ງນັ້ນ​ຊີວິດ​ມະຕະ​ຂອງ​​ເຮົາ​ຈຶ່ງໄດ້​ເລີ່ມ​ຕົ້ນ​ໂດຍ​ມີ​ຄຳ​ສັ່ງ​ສັກສິດ​ພ້ອມ​ກັບ​ພອນ. ​ພຣະ​ບິດາ​ທີ່​​ຊົງຮັກ​ຈຶ່ງ​​ໄດ້ມອບ​ຄຳ​ສັ່ງ​ ແລະ ອວຍ​ພອນ ໃຫ້​​ເຮົາ​ມີ​ລູກ​ເຕົ້າ​ໃຫ້​​ແຜ່​ຂະຫຍາຍ ​ແລະ ​ເພີ່ມ​ທະວີ ​ແລະ ​ມີ​ອຳນາດ​ປົກຄອງ ເພື່ອ​​ເຮົາ​ຈະ​ກ້າວໜ້າ ​ແລະ ​ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງທັງຫລາຍ, ບ່າຍມື້ນີ້​ຂ້າພະເຈົ້າ​ຂໍ​ໃຫ້​ທ່ານ​ມີ​ສັດທາ​ ແລະ ​ອະທິຖານ​ເພື່ອ​ຂ້າພະ​ເຈົ້າດ້ວຍ ​ໃນ​ຂະນະ​ທີ່​ຂ້າພະເຈົ້າ​ແບ່ງປັນ​ຄວາມ​ຄິດ​ບາງ​ຢ່າງ ທີ່​ກ່ຽວ​ກັບ​ຄຸນສົມບັດ​ຕົ້ນຕໍ​ສາມ​ຢ່າງ​ຂອງ​ທຳ​ມະ​ຊາດແຫ່ງ​ສະຫວັນ​ຂອງ​ເຮົາ. ຂ້າພະເຈົ້າ​ຫວັງ​ວ່າ ​ເຮົາ​ທຸກ​ຄົນ​ຈະ​ຮັບ​ຮູ້ ​ແລະ ​​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ອັນສັກສິດ​ຂອງ​ເຮົາ—ຊຶ່ງ​ເປັນ​ຄຳ​ສັ່ງ​ຈາກ​ພຣະ​ບິດາ​ຂອງ​ເຮົາ—ທີ່​ຈະພັດທະນາ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ​ຂອງ​ເຮົາ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ດຳລົງ​ຊີວິດ​​ໄດ້ດີກ​ວ່າ ແລະ ​​​​ບັນລຸ​ຈຸດໝາຍ​ປາຍທາງ​ແຫ່ງ​ສະຫວັນ​ຂອງ​ເຮົາ.

ທຳອິດ ​ພຣະ​ເຈົ້າ​​ໄດ້​ສັ່ງ​ເຮົາ​ໃຫ້​​​ແຜ່​ຂະຫຍາຍ

ສ່ວນ​ສຳຄັນ​ໃນ​ການ​ແຜ່​ຂະຫຍາຍ ຊຶ່ງ​ຫລາຍ​ເທື່ອ​ອາດ​ຈະ​ເສີຍ​ເມີຍ ​ແມ່ນ​ການ​ນຳ​ເອົາ​ອານາຈັກ​ຂອງ​ພຣະ​ເຈົ້າ​ມາ​ສູ່​ໂລກ. ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​​ໄດ້ສອນ​ວ່າ:

“ເຮົາ​ເປັນ​ເຄືອ​ອະງຸ່ນ ພວກ​ທ່ານ​ເປັນ​ກິ່ງ. ພວກ​ທີ່​ຍັງ​ຢູ່​ໃນ​ເຮົາ​ ແລະ ​ເຮົາ​ຢູ່​ໃນ​ເຂົາ ​ຈະ​ເກີດ​ຜົນ​ຫລາຍ; ດ້ວຍ​ວ່າ​ບໍ່​ມີ​ເຮົາ​ແລ້ວ​ ພວກ​ທ່ານ​ເຮັດ​ຫຍັງ​ບໍ່​ໄດ້. …

“ຖ້າ​ພວກ​ທ່ານ​ຍັງ​ຢູ່​ໃນ​ເຮົາ ແລະ ​ຖ້ອຍ​ຄຳ​ຂອງ​ເຮົາ​ຝັງ​ຢູ່​ໃນ​ພວກ​ທ່ານ​ແລ້ວ ພວກ​ທ່ານ​ປາດຖະໜາ​ສິ່ງ​ໃດ​ຈົ່ງ​ຂໍ ແລະ ​ພວກ​ທ່ານ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ.

“​ພຣະ​ບິດາ​ຂອງ​ເຮົາ​ຈະ​ໄດ້​ຮັບ​ສະງ່າ​ລາສີ​ຢ່າງ​ນີ້​ແຫລະ ເມື່ອ​ພວກ​ທ່ານ​ເກີດ​ຜົນ​ຫລາຍ; ແລະ ​ໃນ​ທຳນອງ​ນີ້​ ພວກ​ທ່ານ​ຈຶ່ງ​ກາຍເປັນ​ສາວົກ​ຂອງ​ເຮົາ.”2

​ເຮົາ​​​ແຜ່​ຂະຫຍາຍ​ເມື່ອ​​ເຮົາ​ຢູ່​ໃນ​ພຣະ​ຄຣິດ ແລະ ​​ເມື່ອ​ເຮົາ​ຮັບ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ ​ຮັບ​ໃຊ້​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ3ໂດຍ​ການ​ຊ່ອຍ​ຄົນ​ອື່ນ​​ໃຫ້ມາ​ຫາ​ພຣະ​ອົງ.

ໃນ​ສະ​ໄໝ​ຂອງ​ເຮົາ, ສາດສະດາ​ ແລະ ​ອັກ​ຄະ​ສາວົກ​​ໃນ​ປະຈຸ​ບັນ ຍັງສືບຕໍ່​ເປັ່ງສຽງ​ເຊື້ອ​ເຊີນ​​ເຮົາ​ແຕ່ລະຄົນ ໃຫ້​ມີ​ສ່ວນ​ຮ່ວມ​ກັບ​ວຽກ​ງານ​ແຫ່ງ​ຄວາມ​ລອດ ຕາມ​ຄວາມ​ສາມາດ ​ແລະ ​ໂອກາດ​ຂອງ​​ເຮົາ.

ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​​ເຮັດ​ໃຫ້​ເກີດ​ຜົນ​ຫລາຍ​​ແມ່ນ​ການ “ມີໃຈ​ອ່ອນໂຍນ​ ແລະ ​ຕ່ຳ​ຕ້ອຍ.”4ແລ້ວ​​ເຮົາ​ຈະສາມາດ​ມາສູ່​ພຣະ​ຄຣິດ​ຢ່າງ​ສົມບູນ​ກວ່າ ​ໃນ​ຂະນະ​ທີ່​​ເຮົາ​ຍອມ​ຕໍ່​ການ​ຊັກຈູງ​ຂອງ​ພຣະ​ວິນ​ຍານ​ອັນ​ສັກສິດ ​ແລະ ​ຮັກສາ​ພັນທະ​ສັນຍາ​ທັງ​ໝົດ​ທີ່​​ເຮົາ​ໄດ້​ເຮັດ​ໄວ້.5​ເຮົາ​ສາມາດ​​ສະ​ແຫວ​ງຫາ ​ແລະ ​ໄດ້​ຮັບ​ພອນ​ແຫ່ງ​ຄວາມ​ໃຈ​ບຸນ ແລະ ​ມີ​ອຳນາດ​ທີ່​ຈະ​ເຊື້ອເຊີນ​ຍາດ​ພີ່ນ້ອງ​​ຂອງເຮົາ, ບັນພະບຸລຸດຂອງ​​ເຮົາ, ແລະ ​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ເປັນສະມາຊິກ​ ແລະ ​ຜູ້​ບໍ່​​ໄດ້​ເປັນ​ ໃຫ້​ຮັບ​​ເອົາພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ.

ການ​ເຮັດ​ວຽກ​ຕາມ​ວິນ​ຍານ​ແຫ່ງ​ຄວາມ​ໃຈ​ບຸນ​ບໍ່​ແມ່ນ​ໜ້າທີ່ ແຕ່​ແມ່ນ​ຄວາມ​ຊື່ນ​ຊົມ. ການ​ທ້າ​ທາຍຈະ​ກາຍເປັນ​ໂອກາດ​ທີ່​ເພີ່ມ​ສັດທາ. ​ເຮົາ​ກາຍເປັນ “ພະຍານ​ຂອງ [ຄຸນ​ຄວາມ​ດີ​ຂອງ]​ ພຣະ​ເຈົ້າ​ໃນ​ທຸກ​ເວລາ ແລະ ​ໃນ​ທຸກ​ສິ່ງ ແລະ ​ໃນ​ທຸກ​ບ່ອນ​ທີ່ [​ເຮົາ] ຢູ່, ເຖິງ​ແມ່ນ​ຈົນ​ເຖິງ​ຄວາມ​ຕາຍ.”6

​ເຮົາ​ທຸກ​ຄົນ​ສາມາດ ​ແລະ ​ຄວນ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ່​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ. ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ມອບ​ໜ້າ​ທີ່​ຮັບຜິດຊອບ​ຕໍ່​ໄປ​ນີ້​ໃຫ້​ເຮົາ ພ້ອມດ້ວຍ​ຄຳ​ສັນຍາ​ ທີ່ວ່າ: “ເຮົາ​ໄດ້​ເລືອກ​ເອົາ​ພວກ​ທ່ານ ແລະ ​ແຕ່ງຕັ້ງ​ພວກ​ທ່ານ​ໃຫ້​ໄປ​ເກີດ​ຜົນ​ຫລາຍ ເປັນ​ຜົນ​ຊະນິດ​ທີ່​ຕັ້ງ​ຢູ່​ຖາ​ວອນ. ດັ່ງນັ້ນ​ແຫລະ​ ພຣະ​ບິດາ​ຈະ​ໃຫ້​ພວກ​ທ່ານ ສິ່ງ​ທີ່​ພວກ​ທ່ານ​ຂໍ​ຈາກ​ພຣະ​ອົງ​ໃນ​ນາມ​ຂອງ​ເຮົາ.”7

ທີ​ສອງ ​ພຣະ​ເຈົ້າ​ໄດ້ສັ່ງ​​ເຮົາ​​ໃຫ້​ເພີ່ມ​ທະວີ

ຮ່າງກາຍ​ຂອງ​ເຮົາ​ແມ່ນ​ພອນ​ຈາກ​ພຣະ​ເຈົ້າ. ເຮົາ​ໄດ້​ຮັບ​ມັນ​ເພື່ອ​ຈະ​ປະຕິ​ບັດ​ວຽກ​ງານ​ຂອງ​ພຣະ​ບິດາ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະມະຕະ​ ແລະ ​ຊີວິດ​ນິລັນດອນ​ຂອງ​ມະ​ນຸດ.8ຮ່າງກາຍ​ແມ່ນ​ວິທີ​ທີ່​​ເຮົາ​ສາມາດ​ກາຍເປັນ​ເໝືອນ​ພຣະ​ເຈົ້າ.

ຮ່າງກາຍ​ເຮັດ​ໃຫ້​ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ມີປະສົບ​ການ​ໃນ​ຊີວິດ​ຢູ່ເທິງ​​ໂລກ.ການ​​ໃຫ້​ກຳເນີດ​ ​ໄດ້​ໃຫ້​ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຄົນ​ອື່ນໆ ​ມີ​ໂອກາດ​ມາ​ຊື່ນ​ຊົມ​ກັບ​ຊີວິດຢູ່​ເທິງ​ໂລກ.9 ທຸກ​ຄົນ​ທີ່​ເກີດ​ໃນ​ຄວາມ​ເປັນ​ມະຕະ​ ມີ​ໂອກາດ​ທີ່​ຈະຈະ​ເ​ລີນກ້າວໜ້າ ແລະ ​ສູງ​ສົ່ງ​ໄດ້ ຖ້າ​ຫາກ​ເຂົາເຈົ້າ​ເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ.

ການ​ແຕ່ງງານ​ລະຫວ່າງ​ຜູ້​ຊາຍ​ ແລະ ​ຜູ້ຍິງ ​ແມ່ນ​ສະ​ຖາ​ບັນ​ທີ່​ພຣະ​ເຈົ້າ​​ໄດ້​ແຕ່ງຕັ້ງ​ໄວ້​ ເພື່ອຈະ​ໄດ້​ປະຕິບັດ​ຕາມ​ຄຳ​ສັ່ງ​​ທີ່​ວ່າ ​ໃຫ້​ເພີ່ມ​ທະວີ. ຄວາມ​ສຳພັນ​ລະຫວ່າງ​ເພດ​ດຽວ​ກັນ​ ບໍ່​ສາມາດ​​ເພີ່ມ​ທະວີ​ໄດ້.

ການ​ແຕ່ງງານ​ຕາມ​ກົດໝາຍ​ທີ່​ໄດ້​ຜະ​ນຶກ​​ເຂົ້າກັນໃນ​ພຣະ​ວິຫານ ແລະ ​ການ​ຮັກສາ​ພັນທະ​ສັນຍາ​ແຫ່ງ​ການ​ຜະ​ນຶກ​ນັ້ນ ​ເຮັດໃຫ້​ພໍ່​ແມ່​ ແລະ ​ລູກ​ມີ​ໂອກາດ​ ທີ່​ຈະ​ປະສົບກັບ​ຄວາມ​ຮັກ ແລະ ​ມີ​ຊີວິດ​ຢ່າງ​ອຸດົມສົມບູນ​ທີ່​ສຸດ. ມັນ​ສ້າງ​ບັນຍາກາດ​ອັນ​ສົມບູນ​ ເພື່ອ​ເຂົາເຈົ້າຈະສາມາດ​ດຳລົງ​ຊີວິດ​ຕາມ​ພັນທະ​ສັນຍາ​ທີ່​​ໄດ້ເຮັດ​ໄວ້​ນຳ​ພຣະ​ເຈົ້າ.

ຍ້ອນ​ຄວາມ​ຮັກ​ທີ່​ພຣະ​ອົງ​ມີ​ໃຫ້​ເຮົາ ​ພຣະ​ບິດາ​ເທິງ​ສະຫວັນ​ຈຶ່ງ​ໄດ້ຈັດ​ຫາ​ພອນ​ເຫລົ່າ​ນີ້​​ໄວ້ໃຫ້​ລູກ​ຂອງ​ພຣະ​ອົງ​ຜູ້​ທີ່​ສັດຊື່ ແຕ່​ບໍ່​​ໄດ້ຮັບ ຫລື ບໍ່​ສາມາດ​ໄດ້​ຮັບ​​ພອນ​ແຫ່ງ​ພັນທະ​ສັນຍາ​ຂອງ​ການ​ແຕ່ງງານ ພ້ອມ​ກັບ​ລູກ ຫລື​ ບໍ່​ໄດ້​ຮັບ​ຄວາມ​ສົມບູນ​ຂອງ​ພອນ​ດັ່ງກ່າວ ​ເພາະ​ສາເຫດ​​ໃດ​ກໍ​ຕາມ ທີ່​ເຂົາເຈົ້າ​ຄວບ​ຄຸມ​ບໍ່​ໄດ້ ​ເພື່ອ​ເຂົາ​ເຈົ້າຈະ​ໄດ້​ຮັບຕາມ​​ເວລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.10

ສາດສະດາ ​ແລະ ​ອັກ​ຄະ​ສາວົກ​​ໃນ​ປະຈຸ​ບັນ ໄດ້​ແນະນຳ​ທຸກ​ຄົນ​ທີ່​ມີ​ໂອກາດ​ ​ໃຫ້ເຂົ້າ​ສູ່​ພັນທະ​ສັນຍາ​ແຫ່ງ​ການ​ແຕ່ງງານ​ນິລັນດອນ​ ໃຫ້​ດຳເນີນ​ຕໍ່​ໄປ​ຕາມ​ປັນຍາ​ ແລະ ​ສັດ​ທາ. ​ເຮົາ​ບໍ່​ຄວນ​ຈະ​​ເລື່ອນ​ມື້​ເລື່ອນ​ວັນ​ສັກສິດ​ນັ້ນ​ ເພາະ​ການສະ​ແຫວ​ງຫາ​ສິ່ງ​ທີ່​ເປັນ​ທາງ​ໂລກ ຫລື​ ບໍ່​ຄວນ​ຕັ້ງ​​ເງື່ອນ​ໄຂ​ໄວ້​ສູງ​ເກີນ​ໄປສຳລັບ​ຄູ່​ຊີວິດ​ ຈົນບໍ່​ມີ​ໃຜ​ເລີຍ​ທີ່​ເຫັນ​ວ່າ ເໝາະ​ສົມ.

ຄຳ​ສັນຍາ​ສຳລັບ​ທຸກ​ຄົນ​ທີ່​​ໄດ້ຜະ​ນຶກ​​ເຂົ້າ​ໃນ​ພັນທະ​ສັນຍາ​ແຫ່ງ​ການ​ແຕ່ງງານ​ນິລັນດອນ ແລະ ສຳລັບ​​ຜູ້​ທີ່ແຜ່​ຂະຫຍາຍ​ ໂດຍ​ການ​​ຮັກສາ​ພັນທະ​ສັນຍາຂອງ​ເຂົາ​ເຈົ້າ ​ແມ່ນ​ວ່າ ຜູ້ປໍ​ລະ​ປັກຈະ​ບໍ່​ມີ​ອຳນາດ​ ທີ່​ຈະ​ເຮັດ​​ໃຫ້ຮາກຖານ​ຂອງ​ຄວາມ​ເປັນ​ຄູ່​ນິລັນດອນ​ໃຫ້​ອ່ອນ​ແອລົງ​ເລີຍ.

ທີ​ສາມ ​ພຣະ​ເຈົ້າ​​ໄດ້ສັ່ງ​ເຮົາ​​ໃຫ້​ປົກຄອງ​ແຜ່ນດິນ​ໂລກ

​ໃນ​ການ​ປົກຄອງ​​ແຜ່ນ​ດິນໂລກ ​ແລະ ​ມີ​ອຳນາດ​​ເໜືອ​ທຸກ​ສິ່ງ​ທີ່ມີ​ຊີວິດ​ຢູ່ ໝາຍ​ຄວາມ​ວ່າ ຈະ​ບັງຄັບ​ບັນຊາ​ສິ່ງ​ດັ່ງກ່າວ ​ເພື່ອ​ມັນ​ຈະ​ປະຕິບັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ11 ຂະນະ​ທີ່​ເຂົາເຈົ້າ​ຮັບ​ໃຊ້​ຈຸດ​ປະສົງ​ຂອງ​ລູກໆຂອງ​ພຣະ​ອົງ. ການ​ປົກຄອງແມ່ນ​ຮ່ວມ​ດ້ວຍການ​ບັງຄັບ​ບັນຊາ​ຮ່າງ​ກາຍ​ຂອງ​​ເຮົາ​ເອງ.12ມັນ ບໍ່ ​​ໄດ້ຮ່ວມ​ທັງ​ການ​ເປັນ​ເຫ​ຍື່ອ​ຂອງ​ສິ່ງ​ດັ່ງກ່າວ ​ຫລື​ ການ​ໃຊ້​ມັນ​ຢ່າງ​ກົງກັນຂ້າມ​ກັບ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ.13

ການ​ພັດທະນາ​ຄວາມ​ສາມາດ​ທີ່​ຈະ​ປົກຄອງ​​​ແຜ່ນດິນໂລກ ​ຈະ​ເລີ່​ມ​ຕົ້ນ​ຈາກຄວາມ​ຖ່ອມຕົວ ​ຊຶ່ງ​ໃຫ້​​ເຮົາ​ຮັບ​ຮູ້​ຄວາມ​ອ່ອນແອ​ທາງ​ມະນຸດ​ຂອງ​​ເຮົາ ແລະ ​ອຳນາດ​ທີ່​ມີ​ຢູ່​ໂດຍ​ຜ່ານ​ທາງ​ພຣະ​ຄຣິດ ​ແລະ ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ເພາະ “​ພຣະ​ຄຣິດ​ໄດ້​ກ່າວ​ວ່າ: ຖ້າ​ຫາກ​ເຈົ້າ​ມີ​ສັດທາ​ໃນ​ເຮົາ, ເຈົ້າ​ຈະ​ມີ​ອຳນາດ​ເຮັດ​ສິ່ງ​ໃດ​ກໍ​ໄດ້​ຕາມ​ທີ່​ເຮົາ​ເຫັນ​ສົມ​ຄວນ.”14​ເຮົາ​ສາມາດ​ມີ​ອຳນາດ​ນີ້​ ​ເມື່ອເຮົາ​ເລືອກ​ທີ່​ຈະເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ອົງ. ​ເຮົາ​ຈະ​ມີ​ຄວາມ​ສາມາດຫລາຍ​ຂຶ້ນ ​ໂດຍ​ການສະ​ແຫວ​ງຫາຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ ແລະ ​ໂດຍ​ການ​ພັດທະນາ​ພອນ​ສະຫວັນ​ຂອງ​​ເຮົາ.

ຂ້າພະເຈົ້າ​ໄດ້​ເກີດ​ມາ ແລະ ​ໄດ້​ເຕີບໂຕ​ຂຶ້ນ ໃນ​ສະພາບທີ່​ຕ່ຳ​ຕ້ອຍ ​ເໝືອນ​ກັບ​ຫລາຍໆ​ຄອບຄົວ​ຢູ່​ ປະ​ເທດ​ອາ​ຟຣິ​ກາ. ຂ້າພະເຈົ້າ​​ໄດ້​ມີຄວາມ​ສາມາດ​ທີ່ຈະ​ເອົາ​ຕົວ​ລອດ​ຈາກ​ສະຖານະ​ການ​ດັ່ງກ່າວ​ ໂດຍ​ການ​ຊອກ​ຫາ​ ແລະ ​ໄດ້​ການ​ສຶກສາ​ດີ ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງພໍ່​ແມ່​. ການ​​ເຫັນ​ເຖິງ​ຄວາມ​ສາມາດ​ຂອງ​ຂ້າພະເຈົ້າ ໄດ້​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ຄວາມ​ກ້າວໜ້າ​ຂອງ​ຂ້າ​ພະ​ເຈົ້າ. ​ເຊັ່ນ​ດຽວ​ກັບ​ທຸກ​ຄອບຄົວ, ​ເຮົາ​ຈະ​ປະ​ເຊີນ​ກັບ​ການທົດ​ລອງ ​ແລະ ການ​ທ້າ​ທາຍ. ​ແຕ່​​ເມື່ອ​ເຮົາ​ເພິ່ງ​ອາ​ໄສ​ພຣະຜູ້​ເປັນ​ເຈົ້າ​ໃຫ້ຊ່ອຍ​ເຫລືອ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ຄຳ​ຕອບ ທີ່​ຈະ​ນຳ​ຄວາມ​ສະຫງົບ ​ແລະ ຄວາມ​ສະບາຍ​ໃຈ​ມາ​ໃຫ້​ເ​ຮົາ, ​ແລະ ​ເຮົາ​ຈະ​ບໍ່​ຮູ້ສຶກ​ທໍ້ຖອຍ​ໃຈ​ກັບ​ສິ່ງ​ເຫລົ່ານີ້.

ການ​ທ້າ​ທາຍ​ທີ່​ປະ​ເຊີນໜ້າ​ສັງຄົມ​ໃນ​ປະຈຸ​ບັນ ແມ່ນ​ຮ່ວມ​ທັງ​ຄວາມ​ຜິດ​ສິນ​ທຳ, ຮູບ​ພາບ​ລາມົກ, ​​ສົງຄາມ, ຄວາມ​ເປິເປື້ອນ, ການ​ຕິດ​ຢາ, ແລະ ​ຄວາມ​ຍາກຈົນ, ມີ​ຢູ່​ຢ່າງ​ຫລວງຫລາຍ ​ເພາະ​ມີ​ຫລາຍ​ຄົນ​ໃນ​ໂລກ​ທີ່​ໄດ້​ສະໝັກ​ຕົວ​ເລືອກ “​ເຮັດ​ຕາມ​ຄວາມປະສົງ​ຂອງ​ມານ​ ແລະ ​ເນື້ອ​ໜັງ”15 ແທນ​ທີ່​ຈະ​ເຮັດ​ຕາມພຣະ​ປະສົງ​ຂອງ​ພຣະ​ເຈົ້າ. ເຂົາເຈົ້າ​ບໍ່​ຊອກ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ສ້າງ​ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ, ແຕ່​ມະນຸດ​ທຸກ​ຄົນ​ຍ່າງ​ໃນ​ທາງ​ຂອງ​ຕົນ​ເອງ ແລະ ​ຕາມ​ລັກສະນະ​​ຂອງ​ຕົນ​ເອງ, ຊຶ່ງ​ລັກສະນະ​ນັ້ນ​ເປັນ​ເໝືອນ​ກັບ​ລັກສະນະ​ຂອງ​ໂລກ.”16

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຈົ້າ​ຍັງ​ເຊື້ອ​ເຊີນ​ລູກ​ຂອງ​ພຣະ​ອົງ ໝົດ​ທຸກ​ຄົນ ​ໃຫ້​ຮັບ​​ເອົາຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ອົງ​ ເພື່ອ​ເອົາ​ຊະນະ​ ແລະ ​ອົດ​ທົນ​ກັບການ​ທ້າ​ທາຍ​ໃນ​ຊີວິດ​ນີ້ ດັ່ງ​ຕໍ່​ໄປ​ນີ້​ວ່າ:

​ພຣະ​ອົງ​ເປັນ​ພຣະ​ເຈົ້າ ​ພຣະ​ອົງ​​ໄດ້ສ້າງ​​ແຜ່ນດິນໂລກ, ແລະ ​ມະນຸດ​ ກ່ອນ​ເຂົາເຈົ້າ​ເປັນ​ຢູ່​ໃນ​ເນື້ອ​ໜັງ.

… ຖ້າຫາກ​​ເຮົາຈະ​ຫັນ​ໄປ​ຫາ​ພຣະ​ອົງ, ແລະ ​​ຟັງສຸລະສຽງ​ຂອງ​ພຣະ​ອົງ ແລະ ​ເຊື່ອ ແລະ ​ກັບ​ໃຈ​ຈາກ​ການ​ລ່ວງ​ລະເມີດ​ທັງ​ປວງ​ຂອງ​​ເຮົາ ​ແລະ ຮັບ​ບັບຕິ​ສະມາ ​ແມ່ນ​ແຕ່​ໃນ​ນ້ຳ ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ອົງ, ​ແລ້ວ​ເຮົາຈະ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ, ໂດຍ​ຂໍ​ສິ່ງ​ທັງ​ປວງ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ​ສິ່ງ​ໃດ​ກໍ​ຕາມ​ທີ່​​ເຮົາ​ຈະ​ຂໍ, ກໍ​ຈະ​ໃຫ້​ມັນ​ແກ່​​ເຮົາ.17

ໄພ່ພົນ​ຍຸກ​ສຸດ​ທ້າຍ​ຜູ້​ສັດຊື່​ທີ່​ເຂົ້າໃຈ​ຄວາມ​ເປັນ​ໄປ​ໄດ້​​ແຫ່ງສະຫວັນ​ຂອງ​ຕົນ ແລະ ​ເພິ່ງ​ອາໄສ​​ອຳນາດ​ທີ່​ສາມາດ​ດ້ວຍ​ສຸດ​ໃຈ ທີ່​ມີ​ໃຫ້ ​ໂດຍ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຈົ້າ​ພຣະເຢ​ຊູ​ຄຣິດ, ຈະ​ໄດ້​ຮັບ​ພະລັງ ​ເພີ່ມ​​ເຕີມ​ ​ໃຫ້​ແກ່ຄວາມ​ອ່ອນແອ​ທາງທຳ​ມະ​ຊາດ​ຂອງ​ຕົນ​ ແລະ “ສາມາດ​ເຮັດ​ໄດ້​ທຸກ​ສິ່ງ​ທຸກ​ຢ່າງ.”18ເຂົາເຈົ້າຈະ​ສາມາດ​ເອົາ​ຊະນະ​ການ​ລໍ້ລວງ​ຂອງ​ຄວາມ​ຊົ່ວ​ຮ້າຍ ​ຊຶ່ງ​ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ເປັນ​ທາດ​ຂອງຜູ້​ປໍ​ລະ​ປັກ. ໂປ​ໂລ​ໄດ້​ສອນ​ວ່າ:

“​ພຣະ​ເຈົ້າ​ສັດ​ຊື່ ແລະ ​ພຣະ​ອົງ​ຈະ​ບໍ່​ອະນຸຍາດ​ໃຫ້ການ​ທົດ​ລອງ ທີ່​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ​ນັ້ນ​ມີ​ເກີນ​ກວ່າ​ທີ່​ພວກ​ເຈົ້າ​ຈະ​ທົນ​ໄດ້; ແລະ ​ເມື່ອ​ພວກ​ເຈົ້າ​ຖືກ​ທົດ​ລອງ​ນັ້ນ ​ພຣະ​ອົງ​ຈະ​ໃຫ້​ພວກ​ເຈົ້າ​ມີ​ກຳລັງ​ທົນ​ໄດ້ ແລະ ​ມີ​ທາງ​ຫລີກ​ໜີ​ໄປ​ດ້ວຍ.”19

“ແລະ ​ບັດ​ນີ້​ພຣະ​ອົງ​ກໍ​ສາມາດ​ຊ່ອຍ​ຜູ້​ທີ່​ຖືກ​ທົດ​ລອງ​ໄດ້ ເພາະ​ພຣະ​ອົງ​ເອງ​ໄດ້​ຖືກ​ທົດ​ລອງ​ ແລະ ​ຖືກ​ທົນ​ທຸກ​ທໍລະ​ມານ.”20

​ພຣະ​ບິດາ​ເທິງ​ສະຫວັນ​​ໄດ້​ສັ່ງ ​ແລະ ​ອວຍພອນ​​ເຮົາ​ໃຫ້​​ແຜ່​ຂະຫຍາຍ, ​ໃຫ້​ເພີ່ມ​ທະວີ, ​ແລະ ປົກຄອງ​ແຜ່ນດິນ​ໂລກ ເພື່ອ​​ເຮົາ​ຈະສາມາດ​ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ. ​ພຣະ​ອົງ​​ໄດ້​ຈັດ​ຕຽມ​ຄວາມ​ຊ່ອຍ​ເຫລືອ​ໄວ້​ໃຫ້​ເຮົາ ​ເພື່ອ​ວ່າ ຕາມ​ການ​ເລືອກ​ດ້ວຍ​ຄວາມ​ສະໝັກ​ໃຈ​ຂອງ​ເຮົາ, ​ເຮົາ​ຈະສາມາດ​ຈະເລີນ​ກ້າວໜ້າ ກາຍເປັນ​ເໝືອນ​ດັ່ງພຣະ​ອົງ. ຂ້າພະເຈົ້າ​ຫວັງ​ວ່າ ​ເຮົາ​ທຸກ​ຄົນ​ຈະ​ດຳລົງ​ຊີວິດ​ໃນ​ທາງ​ທີ່​​ເຮົາ​ຈະ​ຖືກຊົງ​ນຳ​ໂດຍ​​ມະ​ໂນ​ພາບທຳ​ມະ​ຊາດ​ແຫ່ງ​ສະຫວັນ​ຂອງ​​ເຮົາ, ​ເພື່ອຮັບ​ເອົາ​ສິດທິ​ພິເສດ​​ແຫ່ງສະຫວັນ​ຂອງ​​ເຮົາ, ແລະ ​ເພື່ອ​ບັນລຸ​ຈຸດໝາຍ​ປາຍທາງ​ແຫ່ງ​ສະຫວັນ​ຂອງ​​ເຮົາ.

ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ເຈົ້າ​ພຣະ​ບິດາ​ ແລະ ​ຂອງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ​ພຣະເຢ​ຊູ​ຄຣິດ; ເຖິງ​ແຜນ​ແຫ່ງ​ຄວາມສຸກ​ອັນ​ສະຫງ່າ​ງາມ​ຂອງ​ພຣະ​ອົງ; ແລະ ​ເຖິງ​ຂໍກະແຈ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ແກ່​ສາດສະດາ​ໃນ​ໂລກ​ ​ໃນ​ປະຈຸ​ບັນ, ແມ່ນ​ແຕ່​ ທອມມັສ ​ແອັສ ມອນ​ສັນ ຜູ້​ທີ່​ຂ້າພະ​ເຈົ້າຮັກ​ແພງ ​ແລະ ສະໜັບສະໜູນ. ຂ້າພະເຈົ້າ​ອະທິຖານວ່າ ​​ເຮົາຈະ​​ສາມາດຮັບ​ເອົາ​ພອນ​ຂອງ​ພຣະ​ອົງ​ຢ່າງ​ເຕັມທີ່ ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.