​2010–2019
​ເລືອກ​ທີ່​ຈະ​ເຊື່ອ
ເມສາ 2015


​ເລືອກ​ທີ່​ຈະ​ເຊື່ອ

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຈັດ​ຕຽມ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ​ໄວ້ ​ເພື່ອ​ເປັນຄວາມ​ສະຫວ່າງ​​ເຍືອງ​ທາງ​ໃຫ້​ຜູ້​ທີ່​ເລືອກ​ທີ່​ຈະ​ເຊື່ອ ​​ແລະ ຕິດຕາມ​ພຣະອົງ.

​ເດືອນ​ມັງກອນ​ຜ່ານ​ມາ​ນີ້, ນາງ​ແຊວ​ເລີ ກັດສະ​ເລີ ອາຍຸ​ເຈັດ​ປີ ​ແລະ ຄອບຄົວ​ຂອງນາງ ​ໄດ້​ບິນ​ຈາກ ລັດຟໍຣິດາ ຫາ ລັດອິລິນ​ອຍ ດ້ວຍ​ຍົນ​ສ່ວນ​ຕົວ. ພໍ່​ຂອງ​ນາງ​ແຊວ​ເລີ ​ເປັນ​ຜູ້​ຂັບ​ຍົນ. ບໍ່​ດົນ​ຫລັງ​ຈາກ ຕາ​ເວັນ​ຕົກ​ດິນ, ຍົນ​ເກີດ​ມີ​ບັນຫາ ​ແລະ ​ໄດ້​ຕົກລົງ​​ໃນ​ພູທີ່​ມືດ​ຕຶບ ຢູ່​ລັດ​ເຄັນ​ທັກ​ກີ, ຫງາຍ​ທ້ອງ​ຢູ່ ​ໃນ​ເຂດ​ພູ​ບ່ອນ​ຍາກ​ທີ່​ຈະ​ເຂົ້າ​ເຖິງ. ທຸກ​ຄົນ​ໄ​ດ້​​ເສຍ​ຊີວິດ ຍົກ​ເວັ້ນ​ແຕ່​ນາງ​ແຊວ​ເລີ. ຂໍ້ມື​ຂອງນາງ​ຫັກ​ໃນ​ຕອນ​ຍົນຕົກ. ຮ່າງກາຍ​ຂອງ​ນາງບວບຊ້ຳ ​ແລະ ມີ​ຮອຍ​ແຜ​ຫລາຍ​ບ່ອນ ​ແລະ ​​​ເກີບ​ກໍເສຍ. ອຸນຫະພູມສູງປະມານ 38 ອົງສາ ຟາ​ເຣັນ​ຮາ​ຍ (ຫລື 3 ອົງສາ ​ແຊວ​ຊຽດ)—​ຄືນ​ນັ້ນ​ໃນ​ລັດ​ເຄັນ​ທັກ​ກີ ​ຝົນກໍ​ຕົກ ແລະ ອາ​ກາດ​ກໍໜາວ​—​ແລະ ນາງ​ແຊວ​ເລີພັດນຸ່ງ​ໂສ້ງ​ຂາ​ສັ້ນ, ​ນຸ່ງເສື້ອ​ຍືດ, ​ແລະ ​ໃສ່​ຖົງຕີນ​ເບື້ອງ​ດຽວ.

ນາງ​ໄດ້​ຮ້ອງ​ຫາ​ພໍ່​ແມ່, ​ແຕ່​ບໍ່​ມີ​ໃຜ​ຂານຕອບ. ​ໂດຍ​ທີ່​ໃຊ້​ຄວາມ​ກ້າຫານ​ທັງ​ໝົດ​ທີ່​ນາງ​ມີ​ຢູ່, ນາງ​ໄດ້​ເລີ່ມຕົ້ນອອກ​ເດີນທາງ​ດ້ວຍ​ຕີນ​ເປົ່າ ລົງ​ໄປ​ຫາ​ທົ່ງ ​ເພື່ອ​ຂໍ​ຄວາມ​ຊ່ອຍ​ເຫລືອ, ​ໄດ້​ເດີນ​ຜ່ານ​ຫ້ວຍນ້ຳ, ຂ້າມ​ຫ່ອງ, ​ແລະ ໝົ້ນຜ່ານ​​ເຄືອ​ໜາມ​ແບຣີດຳ. ຈາກ​ຈອມ​ພູ​ນ້ອຍ​ບ່ອນ​ໜຶ່ງ, ນາງ​ແຊວ​ເລີ​ໄດ້​ຫລຽວ​​ເຫັນ​ແສງ​ໄຟ​ຢູ່ໄກ​ໆ ປະມານ​ໜຶ່ງ​ໄມ ຫລື ສອງ​ກິ​ໂລ​ແມັດ. ຫລັງ​ຈາກ​ທີ່​ໄດ້ຍ່າງ​ຊັດ​ເຊ​ໄປ​​ໃນ​ຄວາມ​ມືດ ​ແລະ ​ແຫວກ​ປ່າ​ຫຍ້າ​ ​ແລະ ຟຸ່ມ​ໄມ້​ ມຸ້ງ​ໄປ​ຫາ​ແສງ​ໄຟ ຊົ່ວ​ໄລຍະ​ໜຶ່ງ, ​ໃນ​ທີ່​ສຸດ ນາງ​ກໍ​ໄປ​ເຖິງ​ເຮືອນ​ຫລັງ​ໜຶ່ງ ທີ່​ເປັນ​ຂອງ​ຊາຍ​ທີ່​ມີ​ເມດ​ຕາ​ຄົນ​ໜຶ່ງ ຜູ້​ນາງບໍ່​ເຄີຍ​ພົບ​ພໍ້​ມາ​ກ່ອນ ທີ່​​ໄດ້ແລ່ນ​ເຂົ້າມາ​ຊ່ອຍ​ເຫລືອ​ນາງ. ນາງ​ແຊວ​ເລີປອດ​ໄພ. ​ແລ້ວ​ນາງ​ໄດ້​ຖືກ​ພາ​ໄປ​ໂຮງໝໍ ​ແລະ ​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ທາງ​ຈິດ​ໃຈ​ນຳ​ດ້ວຍ.1

ນາງ​ແຊວ​ເລີ​ໄດ້​ລອດ​ຕາຍ ​ເພາະ​ນາງ​ໄດ້​ຫລຽວ​​​ເຫັນ​ຄວາມ​ສະຫວ່າງຢູ່​​ໄກໆ ​ແລະ ​ໄດ້​ຍ່າງບຸກປ່າ​ໄປ​ຫາ​ມັນ ເຖິງ​ແມ່ນ​ຈະ​ເປັນ​ພູຜາ​ປ່າດົງ, ​ເຖິງ​ແມ່ນ​ອຸປະຕິ​ເຫດ​ນັ້ນຮ້າຍ​ແຮງ, ​ແລະ ​ເຖິງ​ແມ່ນນາງ​ມີຄວາມ​ເຈັບ​ປວດ​ຫລາຍກໍ​ຕາມ. ​ຍາກ​ທີ່​ຈະ​ວາດ​ພາບ​​ໃນ​ສິ່ງ​ທີ່​ນາງ​ແຊວ​ເລີ​ໄດ້​ເຮັດ ​ໃນ​ຄືນ​ນັ້ນ. ​ແຕ່​ເຮົາ​ຮູ້​ວ່າ ນາງ​ຮູ້ຈັກ​ວ່າ ມີ​ຄວາມ​ສະຫວ່າງຢູ່​ໄກໆ ສ່ອງ​ອອກ​ມາ​ຈາກ​ເຮືອນ ທີ່​ອາດ​ຊ່ອຍ​ເຫລືອ​ນາງ. ຍັງ​ມີ​ຄວາມ​ຫວັງ​ຢູ່. ດ້ວຍຄວາມກ້າຫານ​ ​ເຖິງ​ແມ່ນ​ວ່າ​ສະຖານະ​ການຈະ​ຮ້າຍ​ແຮງ​ຫລາຍ​ຂາດ​ໜາດ​ໃດ​ກໍ​ຕາມ, ​ນາງ​ຈະ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ໃນ​ບ່ອນ​ທີ່​ມີ​ຄວາມສະຫວ່າງ​ນັ້ນ.

ຄົງ​ບໍ່​ມີ​ຫລາຍ​ຄົນ​ໃນ​ພວກ​ເຮົາ ທີ່​​ເຄີຍ​ປະສົບ​ກັບ​ສະຖານະ​ການທີ່​ໜ້າ​ສະ​ຫຍອງ​ຂວັນ​ຄື​ກັບ​ນາງ​ແຊວ​ເລີ. ​ແຕ່​ຈະ​ມີ​ເວລາ​ໃດ​ເວລາ​ໜຶ່ງ ທີ່ເຮົາ​ທຸກ​ຄົນ​ຈະປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ​ໃນ​ຊີວິດ​ຂອງ​ເຮົາ​ເອງ. ​ໃນ​ເວລາ​ນັ້ນ, ​ເຖິງ​ແມ່ນ​ສະຖານະ​ການ​ເບິ່ງ​ຄື​ວ່າ ມືດ​ມົນ ​ແລະ ໜ້າ​ທໍ້ຖອຍ​ໃຈ​ຫລາຍ​ປານ​ໃດ​ກໍ​ຕາມ, ຖ້າ​ຫາກ​ເຮົາ​ສະ​ແຫວ​ງຫາ, ​ເຮົາ​ຈະ​ພົບ​ເຫັນ​​ຄວາມສະຫວ່າງທາງ​ວິນ​ຍານ ສະ​ເໝີ ທີ່​ຢາກ​ໃຫ້​ເຮົາ​​ໄປ​ຫາ, ​​ໃຫ້​ຄວາມ​ຫວັງ​ແກ່​ເຮົາວ່າ ​ເຮົາ​ຈະ​ໄດ້​ຮັບຄວາມ​ຊ່ອຍ​ເຫລືອ. ​ຄວາມສະຫວ່າງ​ນັ້ນ ສ່ອງ​ອອກ​ມາ​ຈາກ​ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ມະນຸດ​ທັງ​ປວງ, ຜູ້​ຊຶ່ງ​ເປັນຄວາມ​ສະຫວ່າງ​ຂອງ​ໂລກ.

ການ​​ແລ​ເຫັນຄວາມ​ສະຫວ່າງ​ທາງ​ວິນ​ຍານ ​ແມ່ນ​ແຕກ​ຕ່າງ​ຈາກ​ການ​ເຫັນ​ຄວາມ​ສະຫວ່າງ​ທາງ​ໂລກ. ການ​ຮັບ​ຮູ້​ຄວາມ​ສະຫວ່າງ​ທາງ​ວິນ​ຍານ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແມ່ນ​ເລີ່​ມຕົ້ນດ້ວຍ​ຄວາມ​ເຕັມ​ໃຈ​ທີ່​ຈະ​ເຊື່ອ. ກ່ອນ​ອື່ນ​ໝົດ ພຣະ​ເຈົ້າຮຽກຮ້ອງ​ໃຫ້​ເຮົາ​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ເຊື່ອ. ສາດສະດາ​ແອວ​ມາ​ສອນ​ວ່າ “ຖ້າ​ຫາກ​ພວກ​ທ່ານ​ຈະ​ຕື່ນ ​ແລະ ປຸກ​ຄວາມ​ສາມາດ​ຂອງ​ພວກ​ທ່ານ ... ​ແລະ ​ໃຊ້​ສັດທາ​ ຈັກ​ໜ້ອຍ​ໜຶ່ງ ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພວກ​ທ່ານ​ເຮັດ​ບໍ່​ໄດ້​ຫລາຍ​ໄປ​ກວ່າ​ ຄວາມ​ປາດ​ຖະໜາ ທີ່​ຈະ​ເຊື່ອ, ກໍ​ຂໍ​ໃຫ້​ຄວາມ​ປາດ​ຖະໜາ​ນີ້ ​ເກີດ​ຜົນ​ໃນ​ພວກ​ທ່ານ ຈົນ​ວ່າ​ພວກ​ທ່ານ​ຈະ​ໃຫ້​ບ່ອນ​ສຳລັບ​ຄຳ​ສ່ວນ​ໜຶ່ງ​ຂອງ​ [ພຣະຜູ້​ຊ່ອຍ​ໃຫ້​ລອດ].”2

ການ​ເອີ້ນ​ຂອງແອວ​ມາ​ຂໍ​ໃຫ້​ເຮົາ​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ເຊື່ອ ​ແລະ ​ໃຫ້ “ມີ​ບ່ອນ” ຢູ່​ໃນ​ໃຈ​ເຮົາ ສຳລັບ​ພຣະຄຳ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເຕືອນ​ເຮົາ​ວ່າ ຄວາມ​ເຊື່ອ ​ແລະ ສັດທາ​ ຮຽກຮ້ອງ​ການ​ເລືອກ ​ແລະ ການ​ກະທຳ​ສ່ວນ​ຕົວ​ຂອງ​ເຮົາ. ​ເຮົາ​ຕ້ອງ “ປຸກ​ຄວາມ​ສາມາດ [ຂອງ​ເຮົາ].” ​ເຮົາ​ຕ້ອງ​ທູນ​ຂໍ​ ກ່ອນ​​ເຮົາ​ຈະ​ໄດ້​ຮັບ; ​ເຮົາ​ຕ້ອງ​ຊອກ​ ກ່ອນ​ເຮົາ​ຈະ​ພົບ; ​ເຮົາ​ຕ້ອງ​ເຄາະ ກ່ອນ​ຈະ​ມີ​ຜູ້​ໄຂ​ໃຫ້. ​ແລ້ວ​ເຮົາ​ໄດ້​ຮັບ​ຄຳ​ສັນຍາ​ນີ້​ວ່າ: “​ເພາະວ່າ​ທຸກ​ຄົນ​ທີ່​ໝັັ່ນຂໍ, ຈະ​ໄດ້​ຮັບ; ​ແລະ ທຸກ​ຄົນ​ທີ່​ໝັ່ນ​ຊອກ, ຈະ​ພົບ; ​ແລະ ທຸກ​ຄົນ​ທີ່​ໝັ່ນ​ເຄາະ, ຈະ​ມີ​ຜູ້​ໄຂ​ໃຫ້.”3

ບໍ່​ມີ​ຄຳ​ອ້ອນວອນ​ເທື່ອ​ໃດ​ສຳລັບ​ເຮົາ ​ເພື່ອ​ຈະ​ໄດ້​ເຊື່ອ ທີ່​ຈິ​ງ​ໃຈ​ຫລາຍ​ກວ່າ ຄຳ​ອ້ອນອວນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ລະຫວ່າງ​ການ​ປະ​ຕິ​ບັດ​ສາດສະໜາ​ກິດ​ຂອງ​ພຣະອົງ​ຢູ່​​ເທິງໂລກ ​ເມື່ອ​ພຣະອົງ​ໄດ້​ກ່າວ​ຕໍ່​ຜູ້​ຟັງ ທີ່​ບໍ່​ເຊື່ອ ດັ່ງ​ນີ້:

“ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ພາລະກິດ​ຂອງ​ພຣະບິດາ​ຂອງ​ເຮົາ, ພວກ​ເຈົ້າຢ່າ​​ເຊື່ອ​ໃນ​ເຮົາ.

“​ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ ​ເຖິງ​ພວກ​ເຈົ້າບໍ່​ເຊື່ອ​ກໍ​ຕາມ ກໍ​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ: ​ເພື່ອ​ພວກ​ເຈົ້າຈະ​ໄດ້​ຮູ້ຈັກ ​ແລະ ​ເຊື່ອ​ໝັ້ນວ່າ, ພຣະບິດາ​ຢູ່​ໃນ​ເຮົາ, ​ແລະ ​ເຮົາ​ຢູ່​ໃນ​ພຣະບິດາ.”4

ທຸກ​ມື້ ​ເຮົາ​ແຕ່ລະຄົນ​ຈະປະ​ເຊີນ​ກັບ​ການ​ທົດ​ສອບ. ມັນ​ເປັນ​ການ​ສອບ​ເສັງ​​ໄປ​ຕະຫລອດ​ຊີວິດ: ວ່າ​ເຮົາ​ຈະ​ເລືອກ​ທີ່​ຈະ​ເຊື່ອ​ໃນ​ພຣະອົງ ​ແລະ ຍອມ​ໃຫ້​ຄວາມ​ສະຫວ່າງ​​ແຫ່ງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ ສ່ອງ​ແສງ​ຢູ່​ໃນ​ເຮົາຫລື​ບໍ່, ຫລື ​ເຮົາ​ຈະ​ປະຕິ​ເສດ​ທີ່​ຈະ​ເຊື່ອ ​ແລະ ມຸ້ງ​ໝັ້ນທີ່​ຈະ​ເດີນ​ໄປ​ໃນ​ຄວາມ​ມືດ​ຄົນ​ດຽວ? ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຈັດ​ຕຽມ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ​ໄວ້ ​ເພື່ອ​ເປັນຄວາມ​ສະຫວ່າງ​​ເຍືອງ​ທາງ​ໃຫ້​ຜູ້​ທີ່​ເລືອກ​ທີ່​ຈະ​ເຊື່ອ ​​ແລະ ຕິດຕາມ​ພຣະອົງ.

ຫລັງ​ຈາກຍົນ​ຕົກ​ເທື່ອ​ນັ້ນ, ນາງ​ແຊວ​ເລີສາມາດ​ເລືອກວ່າ ຈະ​ຢູ່​ໃກ້​ຍົນ​ໃນ​ຄວາມ​ມືດ, ຢູ່​ຄົນ​ດຽວ ​ແລະ ດ້ວຍ​ຄວາມ​ຢ້ານ​ກົວ ຫລື ຈະ​ຍ່າງ​ບຸກປ່າ​ໄປ​ຫາ​ແສງ​ໄຟທີ່​ຢູ່ໄກໆ​ນັ້ນ, ​ແລະ ອາກາດ​ກໍ​ເລີ່​ມໜາວ​ຂຶ້ນ​ເລື້ອຍໆ. ນາງ​ໄດ້​ເລືອກ​ທາງ​ອື່ນ. ນາງ​ໄດ້​ເລືອກ​ປີນ​ຂຶ້ນພູ ​​​ສະນັ້ນ​ນາງ​ຈຶ່ງ​ສາມາດ​ຫລຽວ​​ເຫັນ​ຄວາມ​ສະຫວ່າງ​ທີ່ຢູ່​ໄກໆນັ້ນ​ໄດ້.

​ໃນ​ຂະນະ​ທີ່​ນາງ​ໄດ້​ຍ່າງ​ບຸກປ່າ​ໄປ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ ​ໃນ​ຄວາ​ມມືດ ມຸ້ງ​ໜ້າ​ໄປ​ຫາຄວາມ​ສະຫວ່າງ, ນາງ​ໄດ້​ເຫັນ​ມັນ​​ຮຸ່ງແຈ້ງ​ຫລາຍ​ຂຶ້ນ​. ​​ແຕ່​ກໍ​ມີ​ຕອນ​ທີ່​ນາງ​ຫລຽວ​ບໍ່​ເຫັນ​ມັນ. ບາງທີ​ອາດ​ເປັນ​ວ່າ ນາງ​ຢູ່​ໃນ​ຮ່ອມ​ພູ ຫລື ຢູ່​ລະຫວ່າງ​ຕົ້ນ​ໄມ້ ຫລື ຟຸ່ມ​ໄມ້, ​ແຕ່​ນາງ​ໄດ້​ກ້າວ​ເດີນ​ຕໍ່​ໄປ. ​ເມື່ອ​ໃດ​ທີ່ນາງ​​ແຊວ​ເລີຫລຽວ​ເຫັນ​ຄວາມ​ສະຫວ່າງ, ນາງ​ກໍ​ຮູ້​ວ່າ ນາງ​ກຳລັງ​​ເດີນ​ໄປ​ຖືກ​ທາງ. ນາງ​ບໍ່​ຮູ້ແນ່​ວ່າ ​ແມ່ນ​ຫຍັງ​ຄື​ຄວາມ​ສະຫວ່າງ​ນັ້ນ​, ​ແຕ່​ນາງ​ໄດ້ມຸ້ງ​ໜ້າ​ໄປ​ຫາ​ມັນ ຕາມ​ທີ່​ນາງ​ຮູ້ຈັກ—​ໂດຍ​ທີ່​​ເຊື່ອ​​ ​ແລະ ຫວັງວ່າ ນາງ​ຈະ​ເຫັນ​ມັນ​ອີກ ຖ້າ​ຫາກ​ນາງ​ຍ່າງ​ໄປ​ຖືກ​ທາງ. ​ໃນ​ການ​​ເຮັດ​ເຊັ່ນ​ນັ້ນ, ນາງ​ຈຶ່ງ​ລອດ​ຊີວິດມາ​ໄດ້.

ຊີ​ວິດຂອງ​ເຮົາ​ກໍ​ເປັນ​ແນວ​ນັ້ນ​ໄດ້​ຄື​ກັນ. ອາດ​ມີ​ບາງ​ເວລາ ​ເມື່ອ​ເຮົາໄດ້​ຮັບ​ຄວາມເຈັບ​ປວດ, ເມື່ອຍລ້າ, ​ແລະ ​​​ເບິ່ງ​ຄື​ວ່າ​ຊີວິດມືດ​ມົວ ​ແລະ ​ເຍືອກ​ເຢັນ. ອາດ​ມີ​ບາງ​ເວລາ ​ເມື່ອ​ເຮົາ​ຫລຽວ​ບໍ່​ເຫັນ​ຄວາມ​ສະຫວ່າງ​ເລີຍ, ​ແລະ ​ເຮົາ​ຮູ້ສຶກ​ທໍ້ຖອຍ​ໃຈ​ຫລາຍ​ທີ່​ສຸດ. ຖ້າ​ຫາກ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເຊື່ອ, ຖ້າ​ຫາກ​ເຮົາ​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ເຊື່ອ, ຖ້າ​ຫາກ​ເຮົາ​ເລືອກ​ທີ່​ຈະ​ເຊື່ອ, ​ແລ້ວ​ຄຳ​ສອນ ​ແລະ ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ຈະ​ສະ​ແດ​ງ​ໃຫ້​ເຮົາ​ເຫັນ​​ເສັ້ນທາງ​ທີ່​ຈະ​ກ້າວ​ໄປ​ໜ້າ​ໄດ້.

ເລືອກ​ທີ່​ຈະ​ເຊື່ອ

​ເຊັ່ນ​ດຽວ​ກັບ​ນາງ​ແຊວ​ເລີຕ້ອງ​ເຊື່ອ​ວ່າ ນາງ​ຈະ​ພົບ​ຄວາມ​ປອດ​ໄພ ​ໃນ​ຄວາມ​ສະຫວ່າງ​ທີ່​​ຢູ່ໄກໆ​ນັ້ນ, ​ເຮົາ​ກໍ​ຕ້ອງ​ເປີດ​ໃຈ​ຮັບ​ເອົາ​ຄວາມ​ເປັນ​ຈິງ​ແຫ່ງ​ສະຫວັນຂອງພຣະຜູ້​ຊ່ອຍ​ໃຫ້​ລອດ, ຮັບ​ເອົາຄວາມ​ສະຫວ່າງ​ນິລັນດອນ​ຂອງພຣະອົງ, ​ແລະ ຮັບ​ເອົາການ​ປິ່ນປົວ​​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະອົງ. ​ສາດສະດາ​​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ ​ໄດ້​ຊຸກຍູ້​ເຮົາ​ ​ແລະ ​ແມ່ນ​ແຕ່​ໄດ້​ອ້ອນວອນ​​ເຮົາ ​ໃຫ້​ເຊື່ອ​ໃນ​ພຣະຄຣິດ. ຄຳ​ສອນ​ຂອງ​ພວກ​ເພິ່ນ​ສະທ້ອນ​ເຖິງ​ຄວາມ​ຈິງ​ຂັ້ນພື້ນຖານ ທີ່​ວ່າ: ພຣະ​ເຈົ້າບໍ່​ບັງຄັບ​ເຮົາ​ໃຫ້​ເຊື່ອ. ​ແຕ່​ພຣະອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ເຊື່ອ ​ໂດຍ​ການ​ສົ່ງ​ສາດສະດາ​​ໃນ​ປະຈຸ​ບັນ ​ແລະ ອັກຄະ​ສາວົກ ມາ​ສອນ​ເຮົາ, ​ໂດຍ​ການຈັດ​ຫາ​ພຣະຄຳ​ພີ​ໃຫ້​ເຮົາ, ​ແລະ ​ໂດຍ​ການ​ເອີ້ນ​ເຮົາ​ໃຫ້​ມາ​ຫາ ຜ່ານ​ພຣະວິນ​ຍານ​ຂອງ​ພຣະອົງ. ​ເຮົາ​ເປັນ​ຜູ້​ເລືອກ​ເອງ​ວ່າ ຈະ​ຮັບ​ເອົາ​ການ​ເຊື້​ອ​ເຊີນ​ທາງ​ວິນ​ຍານ​ນັ້ນຫລື​ບໍ່, ​ເລືອກ​ທີ່​ຈະ​ເບິ່ງ​ຄວາມ​ສະຫວ່າງ​ທາງ​ວິນ​ຍານດ້ວຍ​ຄວາມ​ຮູ້ສຶກ​​​ໃນ​ໃຈຫລື​ບໍ່ ຊຶ່ງ​ພຣະອົງ​ໄດ້​ເອີ້ນ​ເຮົາ​ໃຫ້​ເຮັດ. ການ​ຕັດສິນ​ໃຈ​ເລືອກ​ທີ່​ຈະ​ເຊື່ອ ​ແມ່ນ​ການ​ເລືອກ​ທີ່​ສຳຄັນ ທີ່​​ເຮົາ​ຈະ​ເຮັດ. ມັນ​ຈະ​ກະທົບກະ​ເທືອ​ນ​ການ​ຕັດ​ສິນ​ໃຈ​​ເຮັດຢ່າງ​ອື່ນຂອງ​ເຮົາ​ທັງ​ໝົດ.

ພຣະ​ເຈົ້າຈະບໍ່​ບັງຄັບ​ເຮົາ​ໃຫ້​ເຊື່ອ ດັ່ງ​ທີ່​ພຣະອົງ​ບໍ່​ໄດ້​ບັງຄັບ​ເຮົາ​ໃຫ້​ຮັກສາ​ພຣະບັນຍັດ​ຂໍ້​ໃດໆ, ​ເຖິງ​ແມ່ນ​ພຣະອົງ​ປະສົງ​ທີ່​ຈະ​ອວຍພອນ​ເຮົາ. ​ແຕ່​ການ​ເອີ້ນ​ຂອງ​ພຣະອົງ ​ໃຫ້​ເຮົາເຊື່ອ​ໃນ​ພຣະອົງ—​ເພື່ອ​ໃຫ້​ໃຊ້​ສັດທາ​ສ່ວນໜ້ອຍໆ​ນັ້ນ ​ແລະ ມີ​ບ່ອນ​ໃຫ້​ແກ່​ພຣະຄຳ​ຂອງ​ພຣະອົງ—ຍັງ​ໃຊ້​​ໄດ້​ຢູ່ ​ໃນ​ທຸກ​ວັນ​ນີ້. ດັ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້ລອດ ​ໄດ້​ກ່າວ​ວ່າ, “ເຮົາ​ເປັນ​ພະຍານ​ວ່າ ພຣະບິດາ​ໄດ້​ບັນຊາ​ໃຫ້​ມະນຸດ​ທັງ​ປວງ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ​ກັບ​ໃຈ ​ແລະ ​ເຊື່ອ​ໃນ​ເຮົາ.”5

ຄວາມ​ເຊື່ອ ​ແລະ ປະຈັກ​ພະຍານ ​ແລະ ສັດທາ ບໍ່​ໄດ້​ເປັນ​ຫລັກ​ທຳ​ທີ່​ຈະ​ມີ​ໄດ້​ງ່າຍ. ​ບໍ່​ແມ່ນ​ວ່າ​ ຢູ່​ຊື່ໆ​ກໍ​ໄດ້​ຮັບ​ມັນ. ຄວາມ​ເຊື່ອ ​ເປັນ​ບາງ​ສິ່ງ​ທີ່​ເຮົາ​ເລືອກ—​ເຮົາ​ຫວັງ, ​ເຮົາ​ພະຍາຍາ​ມທີ່​ຈະ​ມີ, ​ແລະ ​ເຮົາ​​ເສຍ​ສະລະ ​ສຳລັບ​ມັນ. ​ບໍ່​ແມ່ນ​ວ່າ ມັນ​ເປັນ​ເລື່ອງ​ບັງ​ເອີນ ທີ່​ເຮົາ​ເຊື່ອ​ໃນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ ​ແລະ ບັງ​ເອີນ​ທີ່​ເຮົາ​ອະທິຖານ ​ແລະ ຈ່າຍ​ສ່ວນ​ສິບ. ​ເຮົາ​​ໄດ້​ຕັ້ງ​ໃຈ​​ເລືອກ​ທີ່​ຈະ​ເຊື່ອ, ​ເຊັ່ນ​ດຽວ​ກັບ​ການ​ເລືອກ​ທີ່​ຈະ​ຮັກສາ​ພຣະບັນຍັດ​ຂໍ້​ອື່ນໆ.

​​ເຮັດ​ໃຫ້​ຄວາມ​ເຊື່ອ​ເປັນ​ການ​ກະທຳ

ທຳ​ອິດ ນາງ​ແຊວ​ເລີກໍ​ບໍ່​ຮູ້​ວ່າ ການ​ຍ່າງ​ແຫວກ​ຫຍ້າ​ໄປ​ນັ້ນ ຈະ​ໄດ້ຜົນ​ຫລື​ບໍ່. ນາງ​ບໍ່​ຮູ້​ວ່າ​ຕົນ​ເອງ​ຢູ່​ບ່ອນ​ໃດ ​ແລະ ​ໄດ້​ຮັບ​ບາດ​ເຈັບ; ມັນ​ມືດ ​ແລະ ໜາວ​ເຢັນ. ​ແຕ່​ນາງ​ໄດ້​ໜີ​ຈາກ​ບ່ອນ​ຍົນ​ຕົກ ​ແລະ ອອກ​​​​ເດີນທາງ ຫວັງ​ຈະ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ, ​ໄດ້​ລົ້ມລຸກ​ຄຸກ​ຄານ ຈົນ​ວ່າ​ນາງ​ໄດ້​ເຫັນ​ຄວາມ​ສະຫວ່າງ​ຢູ່​ໄກໆ. ທັນທີ​ທີ່​ນາງ​ໄດ້​ເຫັນ​ມັນ, ນາງ​ໄດ້​ໃຊ້​ຄວາມ​ສາມາດ​ທັງ​ໝົດ ​ເພື່ອ​ມຸ້ງ​ໜ້າໄປ​ຫາ​ມັນ, ​ໂດຍ​ທີ່​ຈື່​ສິ່ງ​ທີ່​ນາງ​ໄດ້​ເຫັນ.

​​ເຊັ່ນ​ດຽວ​ກັນນັ້ນ, ​ເຮົາ​ຕ້ອງ​ມີຄວາມ​ຫວັງວ່າ ​ເຮົາ​ຈະ​ພົບ​ຄວາມ​ສະຫວ່າງ​ທາງ​ວິນ​ຍານ ​ໂດຍ​ການ​ມີ​ຄວາມ​ເຊື່ອ ​ແທນ​ທີ່​ຈະ​ຄິດ​ສົງ​ໄສ. ​ການ​ກະທຳ​ຂອງ​ເຮົາ ​ເປັນ​ຫລັກ​ຖານ​ໃຫ້​ແກ່​ຄວາມ​ເຊື່ອ​ຂອງ​ເຮົາ ​ແລະ ກາຍ​ເປັນ​ແກ່ນສານໃຫ້​ແກ່​ສັດທາ​ຂອງ​ເຮົາ. ​ເຮົາ​ເລືອກ​ທີ່​ຈະ​ເຊື່ອ ​ເມື່ອ​ເຮົາ​ອະທິຖານ ​ແລະ ອ່ານພຣະຄຳ​ພີ. ​ເຮົາ​ເລືອກ​ທີ່​ຈະ​ເຊື່ອ ​ເມື່ອ​ເຮົາ​ຖື​ສິນ​ອົດ​ເຂົ້າ, ​ເມື່ອ​ເຮົາ​ຮັກສາ​ວັນ​ຊະບາ​ໂຕ​ໃຫ້​ສັກສິດ, ​ແລະ ​ເມື່ອ​ເຮົາ​ນະມັດສະການ​ໃນ​ພຣະວິຫານ. ​ເຮົາ​ເລືອກ​ທີ່​ຈະ​ເຊື່ອ ​ເມື່ອ​ເຮົາ​ຮັບ​ບັບຕິ​ສະມາ ​ແລະ ​ເມື່ອ​ເຮົາ​ຮັບ​ສ່ວນສິນ​ລະ​ລຶກ. ​ເຮົາ​ເລືອກ​ທີ່​ຈະ​ເຊື່ອ ​ເມື່ອ​ເຮົາ​ກັບ​ໃຈ ​ແລະ ສະ​ແຫວ​ງຫາ​ການ​​ໃຫ້​ອະ​ໄພ ​ແລະ ຄວາມ​ຮັກ​ທີ່​ປິ່ນປົວ.

ຢ່າ​ທໍ້ຖອຍ​ໃຈ

ບາງ​ເທື່ອ​ຄວາມ​ກ້າວໜ້າ​ໃນ​ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ ອາດ​ເບິ່ງ​ຄື​ວ່າ ຊ້າ​ຫລາຍ ຫລື ບໍ່​ສະ​ໝ່ຳສະ​ເໝີ. ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ ​ເຮົາ​ເຮັດ​ຄວາມ​ຜິດ​ບາບ, ຫລື ​ຄວາມ​ພະຍາຍາມ​ຂອງ​ເຮົາ ​ທີ່​ຈະ​ພົບ​ພຣະອົງ​​ແມ່ນ​ໄຮ້​ຜົນ. ຖ້າ​ຫາກ​ທ່ານຮູ້ສຶກ​ແບບ​ນີ້, ຢ່າ​ທໍ້ຖອຍ​ໃຈ​​ເດີ້—ຢ່າ​ຄິດ​ຈັກ​ເທື່ອ. ​ໃຫ້​​ເຊື່ອ​ໃນ​ພຣະອົງ​ໄປ​ເລື້ອຍໆ ​ແລະ ​ໃນ​ພຣະກິດ​ຕິ​ຄຸນ ​ແລະ ສາດສະໜາ​ຈັກ​ຂອງ​ພຣະອົງ. ຈົ່ງ​ເຮັດ​ໃຫ້ການ​ກະທຳ​ຂອງ​ທ່ານ ຄຽງ​ຄູ່​ໄປ​ກັບ​ຄວາມ​ເຊື່ອນັ້ນ. ​ໃນ​ເວລາ​ທີ່​ຄວາມ​ສະຫວ່າງ​ຂອງ​ສັດທາ​ຂອງ​ທ່ານ​ເລີ່​ມດັບ​​ແສງ​ລົງ, ​ໃຫ້​ມີ​ຄວາມ​ຫວັງ​ໃນຄວາມ​ຮັກ ​ແລະ ​ໃນ​ພຣະຄຸນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ທີ່​ພົບ​ເຫັນໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ, ​ແລະ ​ໃນ​ສາດສະໜາ​ຈັກ​ຂອງ​ພຣະອົງ, ຈົ່ງ​ເອົາ​ຊະນະ​ຄວາມ​ສົງ​ໄສ​ຂອງ​ທ່ານ. ຂ້າພະ​ເຈົ້າສັນຍາ​ວ່າ ພຣະອົງ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາທ່ານ. ​ເມື່ອ​ເວລາ​ຜ່ານ​ໄປ ທ່ານ​ຈະ​ເຫັນ​ວ່າ ທ່ານ​ໄດ້​ເລືອກ​ເຮັດ​ສິ່ງ​ທີ່​ດີ​ທີ່​ສຸດ ທີ່​ທ່ານ​ສາມາດ​ເຮັດ​ໄດ້. ການ​ຕັດສິນ​ໃຈ​ທີ່​ກ້າຫານຂອງ​ທ່ານ​ ​ໃນ​ການທີ່​ຈະ​ເຊື່ອ​ໃນ​ພຣະອົງ ຈະ​ເປັນ​ພອນ​ແກ່​ທ່ານ​ຫລາຍ​ກວ່າ​ທີ່​ຈະ​ວັດ​ແທກ​ໄດ້.

ພອນ​ແຫ່ງ​ຄວາມ​ເຊື່ອ

ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ຄວາມ​ຮັກ​ທີ່​ເມດ​ຕາ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໃນ​ຊີວິດ​ຂອງຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ສະ​ແຫວ​ງຫາ​ພຣະອົງ ​ໃນ​ຄວາມ​ມືດ​ຂອງ​ຂ້າພະ​ເຈົ້າ​ເອງ, ​ແລະ ພຣະອົງ​ໄດ້​ເອື້ອມ​ມາ​ຫາ​ຂ້າພະ​ເຈົ້າ ດ້ວຍ​ຄວາມ​ສະ​ຫວ່າງ​ແຫ່ງ​ການ​ປິ່ນປົວ​ຂອງ​ພຣະອົງ. ສິ່ງ​ໜຶ່ງ​ທີ່​ຂ້າພະ​ເຈົ້າມີ​ຄວາມສຸກ​ຫລາຍ ຄື​ການ​ໄດ້​ເດີນທາງ​ໄປ​ກັບ ​ແຄ​ຕີ້ ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ ​ເພື່ອ​ຢ້ຽມຢາມ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ໃນ​ຫລາຍ​ປະ​ເທດ​ທົ່ວ​ໂລກ. ການ​ພົບ​ປະ​ສັງ​ສັນ​ທີ່​ປະ​ທັບ​ໃຈ​ເຫລົ່ານັ້ນ ​ໄດ້​ສອນ​ຂ້າພະ​ເຈົ້າ​​ ​ແລະ ສອນ​ເຮົາ ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະອົງ. ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ຂ້າພະ​ເຈົ້າ​ເຫັນ​​ເຖິງ​ຄວາມສຸກ​ອັນ​ບໍ່​ມີ​ຂອບ​ເຂດ ທີ່​ເຮົາ​ສາມາດ​ມີ​ໄດ້ ຊຶ່ງ​ກາຍ​ເປັນ​ພອນ​ຕໍ່​ຄົນ​ທີ່​​ເຮັດ​ຕາມ​ຄຳ​ສອນ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ. ຂ້າພະ​ເຈົ້າ​ຮູ້​ວ່າ ການ​ເຊື່ອ​ໃນ​ພຣະອົງ ​ແລະ ​ການ​ເຊື່ອ​ໃນ​ອຳນາດ​ແຫ່ງການ​ໄຖ່​ຂອງ​ພຣະອົງ ​ເປັນ​ເສັ້ນທາງ​ທີ່​​ແນ່ນອນ “ທີ່​ພາ​ໄປ​ສູ່ ສັນຕິ​ສຸກ​ໃນ​ໂລກ​ນີ້, ​ແລະ ຊີວິດ​ນິລັນດອນ ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.”6

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຢຊູ​ຄຣິດ ​ເປັນ​ແຫ​ລ່ງ​ຂອງ​ຄວາມ​ສະຫວ່າງ ​ແລະ ຄວາມ​ຫວັງ ສຳລັບ​ເຮົາ​ທຸກ​ຄົນ. ຂ້າພະ​ເຈົ້າຫວັງ​ວ່າ ​ເຮົາ​ຈະ​ເລືອກ​ທີ່​ຈະ​ເຊື່ອ​ໃນ​ພຣະອົງ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.