​2010–2019
ການ​ລາຍ​ງານ​ຂອງ​ພະ​ແນກກວດ​ສອບ​ບັນຊີ​ຂອງ​ສາດສະໜາ​ຈັກ, ປີ 2014
ເມສາ 2015


ການ​ລາຍ​ງານ​ຂອງ​ພະ​ແນກກວດ​ສອບ​ບັນຊີ​ຂອງ​ສາດສະໜາ​ຈັກ, ປີ 2014

ຮຽນ ຝ່າຍ​ປະທານ​ສູງ​ສຸດ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ

ຮຽນ ​ເຈົ້າໜ້າ​ທີ່ຊັ້ນຜູ້​ໃຫຍ່: ດັ່ງ​ທີ່​ໄດ້​ອະທິບາຍ​ໄວ້​ໂດຍ​ການ​ເປີດ​ເຜີຍ​ໃນ​ພາກ​ທີ 120 ຂອງ​ Doctrine and Covenants, ສະພາ​ຈັດການ​ເລື່ອງ​​ເງິນ​ສ່ວນ​ສິບ ຊຶ່ງປະກອບ​ດ້ວຍ​ຝ່າຍປະທານ​ສູງ​ສຸດ, ກຸ່ມ​ອັກຄະ​ສາວົກ​ສິບ​ສອງ, ​ແລະ ຝ່າຍ​ອະທິການ​ຄວບ​ຄຸມ ມີ​ອຳນາດ​ໃນ​ການ​​ໃຊ້ຈ່າຍ​ເງິນ​ທຶນ​ຂອງ​ສາດສະໜາ​ຈັກ. ພະແນກ​ຕ່າງໆຂອງ​ສາດສະໜາ​ຈັກ​ຈະ​ໃຊ້​ຈ່າຍເງິນ​ທຶນ​ຕາມທີ່ອະນຸມັດ​, ຕາມ​ນະ​ໂຍບາຍ ​ແລະ ຕາມລະບຽບ​.

ພະ​ແນກກວດສອບ​ບັນຊີຂອງ​ສາດສະໜາ​ຈັກ ຊຶ່ງ​ຮ່ວມ​ດ້ວຍ​ເຈົ້າໜ້າ​ທີ່​ອື່ນໆ​ລະດັບ​ມື​ອາຊີບ ​ແລະ ​ເປັນ​ໜ່ວຍ​ທີ່​ທຳ​ງານ​ຢ່າງ​ອິດ​ສະລະ ​ໂດຍ​ບໍ່​ຂຶ້ນຢູ່​ກັບ​ພະ​ແນ​ກ ຫລື ໜ່ວຍ​ງານ​ໃດໆ​ຂອງ​ສາດສະໜາ​ຈັກ, ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ກວດ​ສອບ​​ເພື່ອ​ໃຫ້​ແນ່​ໃຈ​ກ່ຽວ​ກັບ​ລາຍ​ໄດ້,​ ລາຍ​ຈ່າຍ​​ເງິນ​ບໍລິຈາກ, ​ແລະ ການປົກ​ປ້ອງ​ດູ​ແລ​ຊັບ​ສິນ​ຂອງ​ສາດສະໜາ​ຈັກ.

ຕາມ​ການ​ດຳ​ເນີນ​ງານ​ການ​ກວດ​ສອບ, ພະ​ແນກກວດ​ສອບ​ບັນຊີ​ຂອງ​ສາດສະໜາ​ຈັກ ລົງ​ຄວາມ​ເຫັນ​ວ່າ ລາຍ​ໄດ້, ​ລາຍ​ຈ່າຍ​ເງິນ​ບໍລິຈາກທີ່​ໄດ້​ຮັບ, ​ແລະ ການ​ໃຊ້​ຊັບ​ສິນ​ຂອງ​ສາດສະໜາ​ຈັກ ລະຫວ່າງ​ປີ 2014 ​ໄດ້​ຮັບ​ການ​ຈັດການ ​ແລະ ບັນທຶກ​ຕາມ​ລະບົບ​ບັນຊີ ທີ່​ໄດ້​ຮັບ​ອະນຸມັດ, ຕາມ​ນະ​ໂຍບາຍ, ​ແລະ ຕາມລະບຽບ​ຂອງ​ການປະຕິບັດ​ບັນຊີ. ສາດສະໜາ​ຈັກ​ເຮັດ​ຕາມ​ການ​ປະຕິບັດ​ທີ່​ສອນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ວ່າ​ໃຫ້​​ດຳລົງ​ຊີ​ວິດ​ຢູ່​ໃນຂອບ​ເຂດ​, ຫລີກ​ເວັ້ນໜີ້​ສິນ, ​ແລະ ອອມ​ສິນ​ໄວ້​ສຳລັບ​ໃນ​ຍາມ​ທີ່​ຂັດ​ສົນ.

ດ້ວຍ​ຄວາມ​ນັບຖື​ເປັນ​ຢ່າງ​ສູງ,

ພະ​ແນກກວດ​ສອບ​ບັນຊີ​ຂອງ​ສາດສະໜາ​ຈັກ

ແຄ​ວິນ ອາ ​ເຈີ​ເຈັນ​ເຊິນ

ຫົວໜ້າ​ຜູ້​ຈັດການ