​2010–2019
ຜູ້​ປົກ​ປ້ອງການ​ປະກາດກ່ຽວ​ກັບ​ຄອບຄົວ
ເມສາ 2015


ຜູ້​ປົກ​ປ້ອງການ​ປະກາດກ່ຽວ​ກັບ​ຄອບຄົວ

ຂໍ​ໃຫ້​ເຮົາ​ຈົ່ງ​ຊ່ອຍ​ສ້າງ​ສາ​ອານາຈັກ​ຂອງ​ພຣະ​ເຈົ້າ ​ໂດຍ​ການ​ຢືນ​ຢູ່​ຢ່າງ​ກ້າຫານ ​ແລະ ປົກ​ປ້ອງ​ການ​ແຕ່ງງານ, ການ​ເປັນ​ພໍ່​ແມ່, ​ແລະ ບ້ານ​ເຮືອນ.

ຊ່າງ​ເປັນ​ສິດທິ​ພິ​ເສດ​ແທ້ໆ ​ແລະ ຊື່ນ​ຊົມ​ຫລາຍ ທີ່​ຂ້າພະ​ເຈົ້າ​ໄດ້ມາ​ຊຸມນຸມ​ກັບ​ບັນດາ​ຍິງ​ໜຸ່ມ ​ແລະ ສະຕີ​ທັງຫລາຍ. ​ເຮົາ​ໄດ້​ຮັບ​ພອນ​ຫລາຍ ​ໃນ​ຖານະ​ທີ່​ເປັນ​ຜູ້ຍິງ ທີ່​ໄດ້​ມາ​ເຕົ້າ​ໂຮມ​ກັນ​ໃນ​ຄ່ຳ​ຄືນ​ນີ້ ​ໃນ​ຄວາມ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ ​ແລະ ​ໃນ​ຄວາມ​ຮັກ.

ຮູບ​ພາບ
Old portrait of Marie Madeleine Cardon

​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ອ່ານ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ນາງມາ​ເຣຍ ມາ​ເດ​ລິນ ຄາ​ດອນ. ນາງ​ກັບ​ຄອບຄົວ​ຂອງ​ນາງ​ເປັນ​ຜູ້​ໄດ້​ຮັບ​ຂ່າວສານ​ເລື່ອງ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ຈາກ​ຜູ້​ສອນ​ສາດສະໜາ​ກຸ່ມ​ທຳ​ອິດ ທີ່​ໄດ້​​ຖືກ​ເອີ້ນ​ໃຫ້​ໄປ​ຮັບ​ໃຊ້​ຢູ່​ປະ​ເທດອີ​ຕາ​ລີ ​ໃນ​ປີ 1850. ຕອນ​ນັ້ນນາງ​ມີ​ອາຍຸ​ປະມານ 17 ຫລື 18 ປີ​ນີ້​ແຫລະ ຕອນ​​ເຂົາ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ. ວັນ​ອາທິດ​ມື້ໜຶ່ງ, ​ໃນ​ຂະນະ​ທີ່​ຄອບຄົວຈັດ​ພິທີ​ນະມັດສະການ​ຢູ່​​ໃນ​ເຮືອນ​ຂອງ​ເຂົາ​ເຈົ້າ ທີ່​ຕັ້ງຢູ່​ເທິງ​ພູ ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ອີ​ຕາ​ລີ, ກຸ່ມ​ກໍ່​ຄວາມ​ວຸ້ນວາຍຈຳນວນ​ໜຶ່ງ ພ້ອມ​ດ້ວຍ​ຄຸນ​ພໍ່​ຢູ່​ໃນ​ແຖວ​ນັ້ນ, ​ໄດ້​ມາ​ອ້ອມ​​ເຮືອນ​ຂອງ​​ເຂົາ​ເຈົ້າ ​ແລະ ສົ່ງ​ສຽງ​ດັງ, ຮ້ອງ​ບອກ​ໃຫ້​ພາ​ຜູ້​ສອນ​ສາດສະໜາ​ອອກ​ມາ​ຂ້າງ​ນອກ. ຂ້າພະ​ເຈົ້າ​ຄິດ​ວ່າ ​ເຂົາ​ເຈົ້າບໍ່​ໄດ້​ຕື່ນ​ເຕັ້ນຢາກ​ຮຽນ​ຮູ້​ເລື່ອງ​ພຣະກິດ​ຕິ​ຄຸນດອກ—​ແຕ່​ເຂົາ​ເຈົ້າມີ​ເຈດ​ຕະນາ​ທີ່​ຈະ​ທຳຮ້າຍ​ຮ່າງກາຍ. ​ແມ່ນ​ນາງ ມາ​ເຣຍ ຜູ້​ນີ້​ແຫລະ ທີ່​ໄດ້​ກ້າວ​ອອກ​ໄປ ປະ​ເຊີນ​ໜ້າ​ກັບ​ພວກ​ກໍ່​ຄວາມ​ວຸ້ນ​ວາຍນັ້ນ.

​ພວກ​ເຂົາ​ໄດ້​ຮ້ອງ​ໂວຍວາຍ​ຕໍ່​ໄປ ​ແລະ ສັ່ງ​ໃຫ້​ພາ​ຜູ້​ສອນ​ສາດສະໜາ​ອອກ​ໄປ​ຫາ​ພວກ​ເຂົາ. ນາງມາ​ເຣຍໄດ້​ຍົກ​ພຣະຄຳ​ພີທີ່ຢູ່​ໃນ​ມື​ຂອງ​ນາງ​ຂຶ້ນ ​ແລະ ສັ່ງ​ໃຫ້​ພວກ​ເຂົາ​ໜີ​ໄປ. ນາງ​ໄດ້​ບອກ​ພວກ​ເຂົາ​ວ່າ ພວກ​ແອວ​ເດີ​ຢູ່​ໃນ​ຄວາມ​ປົກປ້ອງຂອງ​ນາງ ​ແລະ ພວກ​ເຂົາ​ບໍ່​ສາມາດ​ແຕະຕ້ອງ​ເຂົາ​ເຈົ້າ ​ແມ່ນ​ແຕ່​ເສັ້ນຜົມ​ເສັ້ນດຽວ. ນີ້​ຄື​ຖ້ອຍ​ຄຳ​ຂອງ​ນາງ: “ທຸກ​ຄົນ​ຢືນ​ຕົກ​ຕະລຶງ. … ພຣະ​ເຈົ້າ​ໄດ້​ສະຖິດ​ຢູ່​ນຳ​ຂ້າພະ​ເຈົ້າ. ພຣະອົງ​​​ໄດ້​ດົນ​ໃຈ​ໃຫ້​ຂ້າພະ​ເຈົ້າ​ເວົ້າ​ແນວ​ນັ້ນ, ຖ້າ​ບໍ່​ດັ່ງນັ້ນ ຂ້າພະ​ເຈົ້າຄົງ​ເວົ້າ​ແນວ​ນັ້ນກັບ​ພວກ​ເຂົາ​ບໍ່​ໄດ້. ທຸກ​ຄົນ​ໄດ້​ງຽບ​ລົງ​ທັນທີ. ພວກ​ຜູ້​ຊາຍ​ທີ່​ແຂງ​ແຮງ ​ແລະ ໜ້າ​ຢ້ານ​ນັ້ນ ຢືນ​ຢູ່​ຢ່າງຊ່ອຍ​ຕົນ​ເອງ​ບໍ່​ໄດ້ ຢູ່​ຕໍ່ໜ້າ​ນາງ​ນ້ອຍ​ທີ່​ອ່ອນ​ແອ, ສັ່ນ​​ເຊັນ, ​ແຕ່ ບໍ່​ຢ້ານ​ເລີຍ.” ພວກ​ຄຸນ​ພໍ່​ໄດ້​ຂໍ​ໃຫ້​ກຸ່ມ​ກໍ່​ຄວາມ​ວຸ້ນວາຍ​ໜີ​​ໄປ, ພວກ​ເຂົາ​ກໍ​ໜີດ້ວຍ​ຄວາມ​ອັບອາຍ, ຢ້ານ​ກົວ, ​ແລະ ​ສຳນຶກ​ຜິດ. ຜູ້​ຄົນ​ກຸ່ມ​ນ້ອຍ​ໄດ້​ສຳ​ເລັດກອງ​ປະຊຸມ​ຂອງ​ເຂົາ​ເຈົ້າດ້ວຍ​ຄວາມ​ສະຫງົບ.1

ທ່ານສາມາດ​ວາດ​ພາບ​ເຫັນ​ຄວາມ​ກ້າຫານ​ຂອງ​ຍິງ​ໜຸ່ມ​ຄົນ​ນີ້​ໄດ້​ບໍ, ຊຶ່ງ​ມີ​ອາຍຸ​ລຸ້ນລາວ​ຄາວ​ດຽວ​ກັບຫລາຍ​ຄົນ​ໃນ​ພວກ​ທ່ານ, ຢືນ​ປະ​ເຊີນ​ໜ້າ​ກັບ​ກຸ່ມ​ກໍ່​ຄວາມ​ວຸ້ນວາ​ຍ ​ແລະ ປົກ​ປ້ອງ​ຄວາມ​ເຊື່ອ​ຖື​​ໃໝ່​ຂອງ​ນາງ ດ້ວຍ​ຄວາມ​ກ້າຫານ ​ແລະ ດ້ວຍ​ຄວາມ​​ເຊື່ອໝັ້ນ?

​ເອື້ອຍ​ນ້ອງ​ທັງຫລາຍ, ບາງ​ຄົນ​ໃນ​ພວກ​​ເຮົາອາດ​ບໍ່ຕ້ອງ​ປະ​ເຊີນ​ກັບ​ກຸ່ມ​ກໍ່​ຄວາມ​ວຸ້ນ​ວາຍ​ທີ່​ຮ້າຍ​ກາດ, ​ແຕ່​ກໍ​ຍັງ​ມີ​ສົງຄາມ​ທີ່​ເກີດ​ຂຶ້ນຢູ່​ໃນ​ໂລກ​ນີ້ ຊຶ່ງ​ໃນ​ນັ້ນ ຄຳ​ສອນຂັ້ນພື້ນຖານ​ທີ່​ເຮົາທະນຸ​ຖະໜອມ​ຫລາຍ​ທີ່​ສຸດ ກຳລັງ​ຖືກ​ໂຈມ​ຕີ. ຂ້າພະ​ເຈົ້າໝາຍ​ເຖິງ ຄຳ​ສອນ​ກ່ຽວ​ກັບ​ຄອບຄົວ​ໂດຍ​ສະ​ເພາະ. ຄວາມ​ສັກສິດ​ຂອງບ້ານ​ເຮືອນ ​ແລະ ຄວາມ​ສຳຄັນ​ຂອງ​ຈຸດປະສົງ​ຂອງ​ຄອບຄົວ ​ແມ່ນ​ຖືກ​ສົງ​ໄສ, ວິຈານ, ​ແລະ ທຳຮ້າຍ ​ໃນ​ທຸກດ້ານ.

​​ເມື່ອ​ປະທານກໍ​ດອນ  ບີ ຮິງ​ລີ ​ໄດ້​ອ່ານ​ໃບ “ຄອບຄົວ: ການ​ປະກາດ​ຕໍ່​ໂລກ” ​ເປັນ​ເທື່ອ​ທຳ​ອິດ ​ເມື່ອ 20 ປີ​ກ່ອນ, ​ເຮົາ​ມີ​ຄວາມ​ກະຕັນຍູ​ຫລາຍ ​ແລະ ​ນັບຖືຄວາມ​ແຈ່ມ​ແຈ້ງ, ຄວາມ​ລຽບ​ງ່າຍ, ​ແລະ ຄວາມ​ຈິງ ຂອງ​​ເອກ​ະສານ​ທີ່ດົນ​ໃຈ​ນີ້. ​ເຮົາ​ບໍ່​ເຂົ້າ​ໃຈ​ຄັກ​ໃນ​ເວລາ​ນັ້ນ ​ວ່າ​ເຮົາຈະ​ຕ້ອງການ​ ການ​ປະກາດ​ຂັ້ນພື້ນຖານ​​ເຫລົ່າ​ນີ້ ຫລາຍ​ຂະໜາດ​ໃດ​ ​ໃນ​​ໂລກ​ທຸກ​ວັນ​ນີ້ ​ໃນ​​​​ເມື່ອຄຳ​ສອນໃໝ່ ​ແລະ ທິດ​ສະ​ດີ​ໃໝ່​ຂອງ​ໂລກ ທີ່​ເຮົາ​ສາມາດ​ຕັດສິນ ຖືກ​ນຳສະ​ເໜີ​ແກ່​ເຮົາ ຜ່ານສື່ສານ​ມວນ​ຊົນ, ອິນ​ເຕີ​​ແນັດ, ນັກປາດ​ອາຈານ, ​ໂທລະພາບ ​ແລະ ຮູບ​ເງົາ, ​ແລະ ​ແມ່ນ​ແຕ່​ຜູ້​ອອກ​ກົດໝາຍ. ການ​ປະກາດ​ກ່ຽວ​ກັບ​ຄອບຄົວ ​ໄດ້​ກາຍ​ເປັນ​ມາດຕະຖານ​ສຳລັບ​ການ​ຕັດສິນປັດ​ຊະ​ຍາຂອງ​ໂລກ, ​ແລະ ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຫລັກ​ທຳ​ທີ່​ລະບຸໄວ້​ຢູ່​ໃນ​​ໃບ​ປະກາດ​ສະບັບ​ນີ້ ​ເປັນຄວາມ​ຈິງ​ໃນ​ທຸກ​ວັນ​ນີ້ ​​ເຊັ່ນ​ດຽວ​ກັບ​ຕອນ​ທີ່​ສາດສະດາ​ຂອງ​ພຣະ​ເຈົ້າ ​ໄດ້​ມອບ​​ໃຫ້​ເຮົາ ​ເມື່ອ 20 ປີ​ກ່ອນ.

ຂ້າພະ​ເຈົ້າຂໍ​ກ່າວ​ເຖິງ​ບາງ​ຢ່າງ​ທີ່​​ເຫັນ​ໄດ້​ງ່າຍ. ສ່ວນ​ຫລາຍ​ແລ້ວ ຊີວິດ​ຈະ​ບໍ່​ເປັນ​ໄປ​ຕາມ​ດັ່ງ​ທີ່​ວາງ​ແຜນ​​ໄວ້ ສຳລັບ​ທຸກ​ຄົນ, ​ແລະ ​ເຮົາ​ກໍ​ຮູ້​ດີ​ວ່າ ບໍ່​ແມ່ນ​ແມ່ຍິງ​ທຸກ​ຄົນ​ ຈະ​ເປັນ​ໄປ​ຕາມ​ທີ່​ບັນຍາຍ​ໄວ້ ຢູ່​ໃນ​ໃບ​ປະກາດ. ມັນ​ຍັງ​ສຳຄັນ​ທີ່​ຈະ​ເຂົ້າ​ໃຈ ​ແລະ ສອນ​ແບບ​ແຜນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພະຍາ​ຍາມ​ເຮັດ​ຕາມ​ແບບ​ແຜນ​ນັ້ນ ​​ເທົ່າ​ທີ່​ເຮົາ​ສາມາດ​ເຮັດ​ໄດ້.

​ເຮົາ​ແຕ່ລະຄົນ ມີ​ໜ້າ​ທີ່​ຮັບຜິດຊອບ​ຢູ່​ໃນ​ແຜນ, ​ແລະ ​ເຮົາ​ແຕ່ລະຄົນ​ມີຄ່າ​ທີ່​ເທົ່າ​ທຽມ​ກັນ ສຳລັບ​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ຄວນ​ຈື່​ຈຳ​ວ່າ ພຣະບິດາ​ເທິງ​ສະຫວັນ​ທີ່​ຮັກ​ແພງ ຮູ້​ເຖິງ​ຄວາມ​ປາດ​ຖະໜາ​ທີ່​ຊອບ​ທຳ​ຂອງ​ເຮົາ ​ແລະ ຈະ​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ ວ່າ​ບໍ່​ມີ​ສິ່ງ​ໃດ​ທີ່​ຖືກ​ກີດ​ກັນ​ຈາກ​ຜູ້​ທີ່​ຊື່ສັດ ​ໃນ​ການ​ຮັກສາ​ພັນທະ​ສັນຍາ​ຂອງ​ເຂົາ​. ພຣະບິດາ​ເທິງ​ສະຫວັນ​ມີ​ພາລະກິດ ​ແລະ ​ແຜນ​ສຳລັບ​​ເຮົາ​ແຕ່ລະຄົນ, ​ແຕ່​ພຣະອົງ​ຍັງ​ມີ​ເວລາ​ຂອງ​ພຣະອົງ​ເອງ. ການ​ທ້າ​ທາຍ​ທີ່​ຍາກ​ທີ່​ສຸດ​ຢ່າງ​ໜຶ່ງ​ໃນ​ຊີວິດ​ນີ້ ​ແມ່ນ​ການ​ມີ​ສັດທາ​​ໃນ​ເວລາ​ຂອງ​ພຣະຜູ້​ເປັນ​ເຈົ້າ. ມັນ​ເປັນ​ແນວ​ຄິດ​ທີ່​ດີ ທີ່​​ເຮົາ​ຄວນມີ​ແຜນ​ສຳລອງ​ໄວ້, ຊຶ່ງ​ຈະ​ຊ່ອຍ​ເຮົາ ​ໃຫ້​ເປັນ​ຄົນ​ຮັກສາ​ພັນທະ​ສັນຍາ, ມີ​ໃຈ​ເພື່ອ​ແຜ່, ​ແລະ ​ເປັນ​ແມ່ຍິງ​ທີ່​ຊອບ​ທຳ ​ເປັນຜູ້​ສ້າງສາ​ອານາຈັກຂອງ​ພຣະ​ເຈົ້າ ບໍ່​ວ່າ​ຊີວິດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ​ເຮົາ​ຕ້ອງ​ສອນ​ລູກສາວ​ຂອງ​ເຮົາ ​ໃຫ້​ມຸ້ງ​ໝັ້ນ​ໃນ​ອຸດົມ​ຄະຕິ​ນັ້ນ, ​ແຕ່​ໃຫ້​ວາງ​ແຜນ​ສຳລັບ​ເຫດການ​ທີ່​​ເກີດ​ຂຶ້ນ​ແບບ​ບໍ່​ຄາດ​ຄິດ.

ລະຫວ່າງ​ວັນ​ຄົບຮອບ 20 ປີ ຂອງ​ໃບ​ປະກາດ​ນີ້, ຂ້າພະ​ເຈົ້າຂໍ​ສະ​ເໜີຄຳ​ທ້າ​ທາຍ​ແກ່​ທຸກ​ຄົນ ທີ່​ເປັນ​ສະຕີ​ຂອງ​ສາດສະໜາຈັກ ​ໃຫ້​ປົກ​ປ້ອງ “ຄອບຄົວ: ການ​ປະກາດ​ຕໍ່​ໂລກ.” ​ເຊັ່ນ​ດຽວ​ກັບ​ນາງມາ​ເຣຍ ມາ​ເດຣິນ ຄາດ​ອນ ທີ່​ປົກ​ປ້ອງ​ຜູ້​ສອນ​ສາດສະໜາ​ ​ແລະ ຄວາມ​ເຊື່ອ​ຖື​ໃໝ່​ຂອງ​ນາງດ້ວຍ​ຄວາມ​ກ້າຫານ, ​ເຮົາ​ກໍ​ຄວນ​ປົກ​ປ້ອງ​ຄຳ​ສອນ​ຂອງ​ພຣະຜູ້​ເປັນ​ເຈົ້າດ້ວຍ​ຄວາມ​ກ້າຫານ ທີ່​ກ່ຽວ​ກັບ​ການ​ແຕ່ງ​ງານ, ຄອບຄົວ, ບົດບາດ​ແຫ່ງ​ສະຫວັນ​ຂອງ​ຊາຍ ​ແລະ ຍິງ, ​ແລະ ຄວາມ​ສຳຄັນ​ຂອງບ້ານ​ເຮືອນ ວ່າ​ເປັນ​ສະຖານ​ທີ່​ສັກສິດ—​ເຖິງ​ແມ່ນ​ວ່າ ​ຊາວ​ໂລກ​ຈະ​ບອກ​ເຮົາ​ວ່າ ຫລັກ​ທຳ​ເຫລົ່າ​ນີ້ລ້າສະ​ໄໝ​, ຈຳກັດ, ​ຫລື ​ໃຊ້​ການ​ບໍ່​ໄດ້​ອີກ​ແລ້ວ. ທຸກ​ຄົນ, ບໍ່​ວ່າ​ສະພາບ​ການ​ເລື່ອງ​ການ​ແຕ່​ງງານ​ຂອງ​ເຂົາ​ເຈົ້າຈະ​ເປັນ​ແນວ​ໃດ​ກໍ​ຕາມ ຫລື ມີ​ລູກ​ຈັກ​ຄົນ, ກໍ​ສາມາດ​ປົກ​ປ້ອງ​ແຜນ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້ ຊຶ່ງ​ບັນຍາຍ​ໄວ້​ຢູ່​ໃນ​ໃບ​ປະກາດ​ກ່ຽວ​ກັບ​ຄອບຄົວ​ນັ້ນ. ຖ້າ​ມັນ​ເປັນ​ແຜນ​ຂອງ​ພຣະຜູ້​ເປັນ​ເຈົ້າ, ມັນ​ກໍ​ຄວນເປັນ​ແຜນ​ຂອງ​ເຮົາ​ຄື​ກັນ!

ມີ​ຫລັກ​ທຳຢູ່​ສາມ​ຢ່າງ ທີ່​ໄດ້​ສອນ​ຢູ່​ໃນ​ການ​ປະກາດ ຊຶ່ງ​ຂ້າພະ​ເຈົ້າຄິດ​ວ່າ ຕ້ອງ​ປົກ​ປ້ອງ​ໄວ້​ໃຫ້​ດີ. ຢ່າງ​ທຳ​ອິດ ​ແມ່ນ​ການ​ແຕ່ງງານ​ລະຫວ່າງຊາຍ​ ແລະ ຍິງ. ​​ເຮົາ​ໄດ້​ຖືກ​ສິດສອນ​ຢູ່​ໃນ​ພຣະຄຳ​ພີ​ວ່າ, “​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳລັບ​ຊີວິດ​ຂອງ​ພວກ​ເຮົາ​ຢູ່​ໃນ​ພຣະຜູ້​ເປັນ​ເຈົ້າ​ແລ້ວ ​ແມ່ຍິງ​ຕ້ອງ​ເພິ່ງ​ຜູ້​ຊາຍ ​ແລະ ຜູ້​ຊາຍ​ກໍ​ຕ້ອງ​ເພິ່ງ​ແມ່ຍິງ.”2 ກ່ອນຈະ​ສາມາດ​​​ໄດ້​ຮັບຄວາມ​ສົມບູນ​ຂອງ​ພອນ​ຂອງ​ຖານະ​ປະ​ໂລຫິດ​ໄດ້​ນັ້ນ, ສາມີ​ ​ແລະ ພັນ​ລະ​ຍາ ຕ້ອງຜະ​ນຶກ​ເຂົ້າກັນ ​ໃນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ​ເສຍ​ກ່ອນ, ຮ່ວມ​ກັນ​ສ້າງສາໃນ​ຄວາມ​ຊອບ​ທຳ, ​ແລະ ຊື່ສັດ​ຕໍ່​ພັນທະ​ສັນຍາ​ຂອງ​ຕົນ​ເລື້ອຍ​ໄປ. ນີ້​ຄື​ແຜນ​ຂອງ​ພຣະຜູ້​ເປັນ​ເຈົ້າ ສຳລັບ​ລູກໆ​ຂອງ​ພຣະອົງ, ​ແລະ ບໍ່​ມີ​ການ​ບັນຍາຍ​ໃດ​ໃນ​ສາ​ທາ​ລະນະ ຫລື ຄຳ​ວິຈານ​ໃດ ຈະ​ສາມາດ​ປ່ຽນ​ແປງ​ການ​ປະກາດ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້. ​ເຮົາ​ຕ້ອງ​ເປັນ​ຕົວຢ່າງ​ຂອງ​ຄວາມ​ຊອບ​ທຳ​​ເລື່ອງ​ການ​ແຕ່ງງານ​ເລື້ອຍ​ໄປ, ສະ​ແຫວ​ງຫາ​ພອນ​ນັ້ນ​ໃນ​ຊີວິດ​ຂອງ​ເຮົາ, ​ແລະ ມີ​ສັດທາ ຖ້າ​ຫາກ​ມັນ​ມາ​ເຖິງ​ຊ້າ. ຂໍ​ໃຫ້​ເຮົາ​ຈົ່ງ​ປົກ​ປ້ອງ​ການ​ແຕ່ງງານ ດັ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ບອກ​ໄວ້ ​ໃນ​ຂະນະ​ທີ່​ເຮົາ​ສະ​ແດງ​ຄວາມ​ຮັກ ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເລື້ອຍ​ໄປ ​ຕໍ່ຄົນ​ທີ່​ມີ​ຄວາມ​ຄິດ​ແຕກ​ຕ່າງ​ຈາກ​ເຮົາ.

ຫລັກ​ທຳຢ່າງ​ຕໍ່​ໄປ ທີ່​ຮຽກຮ້ອງ​ເຮົາ​ໃຫ້​ປົກ​ປ້ອງ ​ແມ່ນ​ການ​ໃຫ້​ກຽດ​ແກ່ບົດບາດ​ແຫ່ງ​ສະຫວັນ​ຂອງ​ຜູ້​ເປັນ​ແມ່ ​ແລະ ພໍ່. ​ເຮົາ​ກະຕືລືລົ້ນທີ່​ຈະ​ສອນ​ລູກໆ​ຂອງ​ເຮົາ ​ໃຫ້ມີ​ເປົ້າໝາຍ​ສູງ​ໃນ​ຊີວິດ​ນີ້. ​​​ເຮົາ​ຢາກ​ໃຫ້​ແນ່​ໃຈ​ວ່າ ລູກ​ສາວ​ຂອງ​ເຮົາ​ຮູ້​ວ່າ ​ເຂົາ​ເຈົ້າມີ​ຄວາມ​ສາມາດ​ທີ່​​ແຝງ​ຢູ່​ພາຍ​ໃນ ທີ່​ຈະ​ບັນລຸ ​ແລະ ​ເປັນ​ຄົນ​ທີ່​ເຂົາ​ເຈົ້າ​ຈິນຕະນາການ​​ໄວ້. ພວກ​ເຮົາ​ຫວັງ​ວ່າ ​ເຂົາ​ເຈົ້າ​ຈະ​ມັກ​ຮຽນ​, ມີ​ການ​ສຶກສາ, ມີ​ພອນ​ສະຫວັນ, ​ແລະ ມື້ໜຶ່ງ​ກາຍ​ເປັນ​ເໝືອນ​ດັ່ງ​ນາງມາ​ເຣຍ ​ເຄີຣີ ຫລື ນາງ​ອີລາຍຊາ ອາ ສະ​ໂນ ນັ້ນ.

​ເຮົາ​ຍັງ​ສອນ​ລູກ​ຊາຍ ​ແລະ ລູກ​ສາວ​ຂອງ​ເຮົາ​ຢູ່​ບໍ ວ່າ​ບໍ່​ມີ​ກຽດຕິຍົດ​ອື່ນ​ໃດ, ຫລື ຕຳ​ແໜ່​ງສຳຄັນອື່ນ​ໃດ, ​ແລະ ບົດບາດ​ອື່ນ​ໃດ ທີ່​ສຳຄັນ​ໄປ​ກວ່າ ບົດບາດ​ຂອງ​ການ​ເປັນ​​ແມ່ ຫລື ພໍ່? ຂ້າພະ​ເຈົ້າຫວັງ​ວ່າ ​ເມື່ອ​ເຮົາ​ຊຸກຍູ້​ລູກໆ​ຂອງ​ເຮົາ​ໃຫ້​ບັນລຸ​ສິ່ງ​ທີ່​ດີ​ທີ່​ສຸດ ​ໃນ​ຊີວິດ​ນີ້, ​ເຮົາ​ຈະ​ສອນ​ເຂົາ​ອີກ ​ເລື່ອງ​ການ​ໃຫ້​ກຽດ​ ​ແລະ ຍົກຍ້ອງບົດບາດ​ຂອງພໍ່​ແມ່ ​ໃນ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ.

ລູກ​ສາວ​ຫລ້າ​ຂອງ​ພວກ​ເຮົາ, ຊື່ ອາ​ບີ, ​ໄດ້​ເຫັນ​ໂອ​ກາດ​ພິ​ເສດ ທີ່​ຈະ​ຢື​ນປົກ​ປ້ອງ​ບົດບາດ​ຂອງ​ການ​ເປັນ​ແມ່. ມື້ໜຶ່ງ ນາງ​ໄດ້​ຮັບ​ຈົດໝາຍ​ຈາກ​ໂຮງຮຽນ​ຂອງ​ລູກ​ນາງ ວ່າ​ເຂົາ​ເຈົ້າຈະ​ມີ​ການຈັດ​ວັນ ທີ່​ຮຽນ​ຮູ້​ກ່ຽວ​ກັບ​ວິຊາ​ອາຊີບ ຢູ່​ໂຮງຮຽນ. ພໍ່​ແມ່​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ສະໝັກ ຖ້າ​ຫາກ​ເຂົາ​ເຈົ້າຢາກ​ໄປສອນນັກຮຽນ​ກ່ຽວ​ກັບ ວິຊາ​ອາຊີບ​ຂອງ​ເຂົາ​ເຈົ້າ ​ແລະ ນາງອາ​ບີ​ໄດ້​ຮັບ​ການ​ດົນ​ໃຈ ​ໃຫ້​ສະໝັກ​ສອນ ​ເລື່ອງ​ການ​ເປັນ​ແມ່. ນາງ​ບໍ່​ໄດ້​ຍິນ​ຈາກ​ໂຮງຮຽນ, ​ແລະ ​ເມື່ອ​ວັນ​ຮຽນ​ຮູ້​ກ່ຽວ​ກັບ​ວິຊາ​ອາຊີບ ​​​ໄດ້​​ໃກ້​ເຂົ້າມາ, ນາງ​ຈຶ່ງ​ໄດ້​ໂທ​ໄປ​ໂຮງຮຽນ, ຄິດ​ວ່າ​ເຂົາ​ເຈົ້າ​ເຮັດ​ໃບ​ຟອມຂອງ​ນາງ​ເສຍ. ຜູ້​ຈັດ​​ໂຄງການໄດ້​ສອບ​ຖາມ​ນາຍຄູຈົນ​ທົ່ວ, ​ແລະ ບອກ​ວ່າ ມີ​ຄູ​ສອງ​ຄົນ​ສົນ​ໃຈ​ໃຫ້​ນາງອາ​ບີໄປ​ສອນ​ຢູ່​ຫ້ອງ​ເຂົາ​ເຈົ້າ ​ໃນວັນຮຽນ​ຮູ້​ກ່ຽວ​ກັບ​ວິຊາ​ອາຊີບຕອນ​ສຸດ​ທ້າຍ.

​ໃນ​ການສະ​ເໜີ​ທີ່​ໜ້າ​ສົນ​ໃຈ​ຂອງ​ນາງ ຕໍ່​ນັກຮຽນ, ນາງອາ​ບີ​ໄດ້​ສອນ​ເຂົາ​ເຈົ້າວ່າ, ​ໃນ​ບັນດາ​ວິຊາ​ອາຊີບອື່ນໆ, ການ​ເປັນ​ແມ່ນັ້ນ ນາງ​ຕ້ອງ​ມີ​ຄວາມ​ສາມາດ​ຝ່າຍການ​ຢາ, ​ຝ່າຍ​ຈິດຕະສາດ, ຝ່າຍ​ສາດສະໜາ, ຝ່າຍ​ການ​ສອນ, ຝ່າຍ​ດົນ​ຕີ, ຝ່າຍ​ວັນນະຄະດີ, ຝ່າ​ນສິນລະ​ປະ, ຝ່າຍ​ການ​ເງິນ, ຝ່າຍ​ການ​ຕົກ​ແຕ່ງ​, ​ເປັນ​ຊ່າງຕັດຜົມ, ​ເປັນ​ໂຊ​ເຟີ, ຮູ້​ຫລິ້ນ​ກິລາ, ຮູ້ຈັກ​ເຮັດ​ອາຫານ, ​ແລະ ຫລາຍໆ​ຢ່າງ ຕື່ມ​ອີກ. ​​ເດັກ​ນັກຮຽນ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ. ນາງ​ໄດ້​ສະຫລຸບ​ໂດຍ​ການ​ໃຫ້​ນັກຮຽນ​ ຈື່​ຈຳ​ແມ່​ຂອງ​ເຂົາ​ເຈົ້າ ​ໂດຍ​ການ​ຂຽນ​ຈົດໝາຍ​ນ້ອຍ​ຂອບ​ໃຈ ​ແລະ ສະ​ແດງ​ຄວາມ​ກະຕັນຍູ ສຳລັບ​ການຮັບ​ໃຊ້​ຢ່າງ​ຫລວງ​ຫລາຍ ດ້ວຍ​ຄວາມ​ຮັກ ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ແຕ່​ລະ​ວັນ. ນາງອາ​ບີຮູ້ສຶກ​ວ່າ ​ເດັກ​ນັກຮຽນ​ໄດ້​ເຫັນ​ແມ່​ຂອງ​​​ເຂົາ​ ​ໃນ​ທັດສະນະ​ໃໝ່ ​ແລະ ວ່າການ​ເປັນ​ແມ່ ຫລື ພໍ່ ​ເປັນ​ບາງ​ສິ່ງ ທີ່​ມີຄ່າ​ອັນ​ສູງ​ສົ່ງ. ປີ​ນີ້ ນາງ​ໄດ້​ສະໝັກ​ໄປ​ສອນ​ອີກ​ ​​ໃນ​ວັນ​ຮຽນ​ຮູ້​ວິຊາ​ອາຊີບ ແລະ ຖືກ​ຂໍ​ໃຫ້​ສອນ​​ໃນ​ຫົກ​ຫ້ອງ​ຮຽນ.

ຮູບ​ພາບ
Sister Oscarson's daughter, Abby, holding a portrait of her children

ນາງອາ​ບີ​ໄດ້​ບອກ​ເຖິງ​ປະສົບ​ການ​ຂອງ​ນາງ​ວ່າ: “ຂ້າພະ​ເຈົ້າຮູ້ສຶກ​ວ່າ ມັນ​ເປັນ​ສິ່ງ​ງ່າຍ​ສຳລັບ​ເດັກນ້ອຍ ຢູ່​ໃນ​ໂລກ​ນີ້ ທີ່​ຈະ​ເຂົ້າ​ໃຈ​ວ່າ ການ​ເປັນ​ພໍ່​ແມ່ ​ເປັນວຽກງານ​ອັນ​ດັບ​ສອງ ຫລື ​ແມ່ນ​ແຕ່​ເປັນ​​ສິ່ງຈຳ​ເປັນ ທີ່​ບໍ່​ສະດວກ. ຂ້າພະ​ເຈົ້າຢາກ​ໃຫ້​ເດັກ​ທຸກ​ຄົນຮູ້​ສຶກວ່າ ​ເຂົາ​​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດຕໍ່​ພໍ່​ແມ່​ຂອງ​ເຂົາ, ​ແລະ ບາງທີ​ການບອກ​ເຂົາ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເປັນ​ພໍ່​ແມ່​ຕໍ່​ຂ້າພະ​ເຈົ້າ ຈະ​ຊ່ອຍ​ເຂົາ​ໃຫ້​ຮູ້​ທຸກ​ສິ່ງ​ທີ່​ພໍ່​ແມ່ ຂອງ​ເຂົາ​ໄດ້​ເຮັດ​ເພື່ອ​ເຂົາ ​ແລະ ​ເປັນ​ຫຍັງ​ຈຶ່ງ​ເຮັດ.”

ສາດສະດາ​ທີ່​ຮັກ​ຂອງ​ເຮົາ, ປະທານທອມ​ມັສ ​ແອັສ ມອນ​ສັນ, ​ໄດ້​ເປັນ​ຕົວຢ່າງ​ທີ່​ດີ ​ໃນ​ການ​ໃຫ້​ກຽດ​ແກ່​ຜູ້​ເປັນ​ແມ່ ​ແລະ ການ​ເປັນ​ແມ່, ​ໂດຍ​ສະ​ເພາະ ​ແມ່​ຂອງ​ເພິ່ນ​ເອງ. ​ໃນ​ການ​ກ່າວ​ເຖິງ​ແມ່​ຂອງ​ເຮົາຢູ່​ໃນ​ໂລກ, ​ເພິ່ນ​ໄດ້​ກ່າວ​ວ່າ: “ຂໍ​ໃຫ້​ເຮົາ​ຈົ່ງ​ທະນຸ​ຖະໜອມ​ຄວາມ​ຈິງ​ນີ້; ບໍ່​ມີ​ຄົນ​ໃດ​ທີ່​ລືມ​ແມ່, ​ແຕ່​ລະນຶກ​ເຖິງ​ພຣະ​ເຈົ້າ. ​ເປັນ​ຫຍັງ? ​ເພາະ​ວ່າ​ສອງ​ຄົນ​ທີ່​ສັກສິດ​ນີ້, ພຣະ​ເຈົ້າ ​ແລະ ​ແມ່ຂອງ​ເຮົາ [ຢູ່​ໃນ​ໂລກ], ​ເປັນ​ຫຸ້ນ​ສ່ວນ​ໃນ​ການ​ສ້າງ, ​ໃນ​ຄວາມ​ຮັກ, ​ໃນ​ການ​ເສຍ​ສະລະ, ​ໃນ​ການ​ຮັບ​ໃຊ້, ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ.”3

ຫລັກ​ທຳ​ຢ່າງ​ສຸດ​ທ້າຍ ​​ເຮົາ​ຕ້ອງ​ຍຶດໝັ້ນ ​ແລະ ປົກ​ປ້ອງ ​ແມ່ນ​ຄວາມ​ສັກສິດ​ຂອງ​ບ້ານ​ເຮືອນ. ​ເຮົາ​ຕ້ອງຍົກ​ລະດັບ​ຖ້ອຍ​ຄຳ​ໜຶ່ງ ຊຶ່ງ​ບາງ​ເທື່ອ​ຖືກ​ດູ​ຖູ​ກ. ຄຳນັ້ນຄື ​ແມ່​ບ້ານ. ​ເຮົາ​ທຸກ​ຄົນ—ຍິງ, ຊາຍ, ຊາວ​ໜຸ່ມ, ​ແລະ ​ເດັກນ້ອຍ, ​ເປັນ​ໂສດ ຫລື ​ແຕ່ງງານ—ສາມາດ​ຮຽນ​ຮູ້​ວິທີ​ເປັນ​ແມ່​ບ້ານ​ພໍ່​ບ້ານ​ໄດ້. ​ເຮົາ​ຄວນ “ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ” ​ເປັນ​ສະຖານ​ທີ່​ ທີ່​ມີ​ລະບຽບ, ​ເປັນ​ບ່ອນຫລົບ​ໄພ, ສັກສິດ, ​ແລະ ປອດ​ໄພ. ບ້ານ​ເຮືອນ​ຂອງ​ເຮົາ ຄວນ​ເປັນ​ສະຖານ​ທີ່​​ເຮົາ​ຮູ້​ເຖິງພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ຫລາຍ​ທີ່​ສຸດ ​ແລະ ​ເປັນ​ບ່ອນ​ສຶກສາ, ຮຽນ​ຮູ້, ​ແລະ ດຳລົງ​ຊີວິດ​ຕາມ​ພຣະຄຳ​ພີ ​ແລະ ພຣະກິດ​ຕິ​ຄຸນ. ສິ່ງ​ນີ້​ຄົງ​ສ້າງ​ຄວາມ​ແຕກ​ຕ່າງ​ໃຫ້​ໂລກ​ໄດ້​ຫລາຍ ຖ້າ​ທຸກ​ຄົນ​ເຫັນ​ຕົນ​ເອງ​ເປັນ​​ແມ່​ບ້ານ​ພໍ່​ບ້ານ ຂອງ​ບ້ານ​ເຮືອນ​ທີ່​ຊອບ​ທຳ. ຂໍ​ໃຫ້​ເຮົາ​ຈົ່ງ​ປົກ​ປ້ອງ​ບ້ານ​ເຮືອນ ​ໃຫ້​ເປັນ​ສະຖານ​ທີ່ສັກສິດ​ແຫ່ງ​ທີ​ສອງ ລອງ​ຈາກ​ພຣະວິຫານ​.

​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ທີ່​ໄດ້​ເປັນ​ສະຕີ​ໃນ​ຍຸກ​ສຸດ​ທ້າຍ​ນີ້. ​ເຮົາ​ມີ​ໂອກາດ ​ແລະ ໜ້າ​ທີ່​ຮັບຜິດຊອບ ຊຶ່ງ​ສະຕີ​ລຸ້ນອື່ນໆ​ໃນ​ໂລກ ບໍ່​ມີ. ຂໍ​ໃຫ້​ເຮົາ​ຈົ່ງ​ຊ່ອຍ​ສ້າງ​ສາ​ອານາຈັກ​ຂອງ​ພຣະ​ເຈົ້າ ​ໂດຍ​ການ​ຢືນ​ຢູ່​ຢ່າງ​ກ້າຫານ ​ແລະ ປົກ​ປ້ອງ​ການ​ແຕ່ງງານ, ການ​ເປັນ​ພໍ່​ແມ່, ​ແລະ ບ້ານ​ເຮືອນ. ພຣະຜູ້​ເປັນ​ເຈົ້າຢາກໃຫ້​ເຮົາ​ເປັນ​ນັກ​ຮົບທີ່ກ້າຫານ, ​ໝັ້ນຄົງ, ​ແລະ ​ແນ່​ວ​ແນ່ ຜູ້​ຈະ​ປົກ​ປ້ອງ​ແຜນ​ຂອງ​ພຣະອົງ ​ແລະ ສອນ​ຄົນ​ລຸ້ນຫລັງ ​ເຖິງ​ຄວາມ​ຈິງ​ຂອງ​ພຣະອົງ.

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ພຣະບິດາ​ເທິງ​ສະຫວັນ​ຊົງ​ພຣະຊົນ​ຢູ່ ​ແລະ ຮັກ​ເຮົາ​ແຕ່ລະຄົນ. ພຣະບຸດ​ຂອງ​ພຣະອົງ ພຣະ​ເຢຊູ​ຄຣິດ ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ. ຂ້າພະ​ເຈົ້າຂໍ​ມອບປະຈັກ​ພະຍານ​ໄວ້​ກັບ​ທ່ານ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ Marie Madeline Cardon Guild, “Marie Madeline Cardon Guild: An Autobiography,” cardonfamilies.org/Histories/MarieMadelineCardonGuild.html; see also Marie C. Guild autobiography, circa 1909, Church History Library, Salt Lake City, Utah.

  2. 1 ​ໂກຣິນ​ໂທ 11:11.

  3. Thomas S. Monson, “Behold Thy Mother,” Ensign, Jan. 1974, 32.