​2010–2019
ການ​​ເປັນ​ພໍ່—​​ຈຸດໝາຍ​ປາຍທາງ​ນິລັນດອນຂອງ​ເຮົາ
ເມສາ 2015


ການ​​ເປັນ​ພໍ່—​​ຈຸດໝາຍ​ປາຍທາງ​ນິລັນດອນຂອງ​ເຮົາ

ຂໍ​ໃຫ້​ເຮົາ​ແຕ່ລະຄົນ​ຈົ່ງ​ຊື່ນ​ຊົມ​ກັບ​ພອນ​ຂອງ​ພຣະບິດາ​ໃນ​ຊີວິດ​ນີ້ ​ແລະ ບັນລຸ​ ວຽກ​ງານ ​ແລະ ລັດສະໝີ​ພາບ​ຂອງ​ພຣະອົງ ​​ໂດຍ​ການ​ກາຍ​ເປັນ​ພໍ່​ ຕໍ່​ຄອບຄົວ​ຂອງ​ເຮົາ ຊົ່ວ​ນິລັນດອນ.

ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ສອນ​ບົດຮຽນ​ທີ່​ສຳຄັນ​​ໃຫ້ແກ່ຂ້າພະ​ເຈົ້າ ​ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ. ​ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ ຂ້າພະ​ເຈົ້າສົນ​ໃຈ​ສິ່ງ​ຂອງ​ທາງ​ໂລກ​ຫລາຍ. ​ເມື່ອ​ຂ້າພະ​ເຈົ້າມີ​ເງິນ, ຂ້າພະ​ເຈົ້າຕ້ອງ​ໃຊ້​ຈ່າຍ​ມັນ​ທັນທີ—​​ສ່ວນ​ຫລາຍ​ແມ່ນສຳລັບ​ຕົນ​ເອງ.

ຮູບ​ພາບ
Painting of a father talking to son in front of window with a view of the city below

ຕອນ​ບ່າຍ​ມື້ໜຶ່ງ ​ເພິ່ນ​ໄດ້​ພາ​ຂ້າພະ​ເຈົ້າ​ໄປ​ຊື້​ເກີບ​ໃໝ່. ຢູ່​ຊັ້ນທີ​ສອງ​ຂອງ​ຮ້ານສິນຄ້າ, ​ເພິ່ນ​ໄດ້​ບອກ​ໃຫ້​ຂ້າພະ​ເຈົ້າຫລຽວ​​ຈາກປ່ອງຢ້ຽມ ເບິ່ງ​ຂ້າງ​ນອກ.

“ລູກ​ເຫັນ​ຫຍັງ?” ​ເພິ່ນ​ຖາມ.

“ອາຄານ​ຕ່າງໆ, ທ້ອງຟ້າ, ຜູ້​ຄົນ” ຂ້າພະ​ເຈົ້າຕອບ.

“ຫລາຍ​ປານ​ໃດ?”

“ຫລາຍ​ແທ້ໆ!”

​ແລ້ວ ​ເພິ່ນ​ໄດ້​ຢິບ​ເອົາ​ເງິນ​ຫລຽນນີ້ ອອກ​ມາ​ຈາກ​ຖົງ​ເສື້ອ​ເພິ່ນ. ​ເມື່ອ​ເພິ່ນ​ຍື່ນ​ມັນ​ໃຫ້​ຂ້າພະ​ເຈົ້າ, ​ເພິ່ນ​ຖາມ​ວ່າ, “ນີ້​ແມ່ນ​ຫຍັງ?”

ຂ້າພະ​ເຈົ້າຕອບ​ທັນທີ: “ຫລຽນ​ເງິນ!”

​ໂດຍ​ທີ່​ມີ​ຄວາມ​ຮູ້​ເລື່ອງ​ເຄມີ, ​ເພິ່ນ​ໄດ້​ກ່າວ​ວ່າ, “ຖ້າ​ຫາກ​ລູກ​ຕົ້ມ​​ຫລຽນ​​ເງິນ​ນີ້ ​ແລະ ປະສົມ​ກັບ​ວັດຖຸ​ອື່ນທີ່ຖືກຕ້ອງ, ​ແລ້ວ​ລູກ​ຈະ​ໄດ້​ຮັບສານ​ເງິນ​ໄນ​​ເທຣດ. ຖ້າ​ເຮົາ​ເອົາ​ສານ​​ເງິນໄນ​ເທຣດ ມາ​ລາດປິດ​ປ່ອງ​ຢ້ຽມ, ​ແລ້ວ​ລູກ​ຈະ​ເຫັນ​ຫຍັງ?”

ຂ້າພະ​ເຈົ້າບໍ່​ເຂົ້າ​ໃຈ, ​​​ເພິ່ນຈຶ່ງ​ໄດ້​ພາ​ຂ້າພະ​ເຈົ້າ​ໄປ​ຫາ​ແວ່ນ​ແຍງ​ແຜ່ນ​ໃຫຍ່​ ​ແລ້ວ​ຖາມ​ວ່າ, “ບັດ​ນີ້ ລູກ​ເຫັນ​ຫຍັງ?”

ຮູບ​ພາບ
Father and son looking in a mirror at a clothing store.

“​ເຫັນ​ລູກ​ເອງ.”

“ບໍ່​ແມ່ນ,” ​ເພິ່ນ​ເວົ້າ, “ສິ່ງ​ທີ່​ລູກ​ເຫັນ ​ແມ່ນ​ເງິນ​ທີ່​ສະທ້ອນ​ໃສ່​ລູກ. ຖ້າລູກ​ໝົກ​ໝຸ້ນ​ຢູ່​ກັບ​ເງິນ, ສິ່ງ​ທີ່​ລູກ​ຈະ​ເຫັນ​ຄື ຕົວ​ລູກ​ເອງ, ​ແລະ ຄື​ກັນ​ກັບ​ຜ້າກັ້ງ, ມັນ​ປິດ​ບັງ ​ເຮັດ​ໃຫ້​ລູກ​ບໍ່​ສາມາດ​ຫລຽວ​ເຫັນຈຸດໝາຍ​ປາຍທາງນິລັນດອນ​ຂອງ​ລູກ ທີ່ພຣະບິດາ​ເທິງ​ສະຫວັນ​ໄດ້​ຕຽມ​ໄວ້​ໃຫ້​ລູກ​ໂດຍ​ສະ​ເພາະ.”

“​ແລຣີ,” ​ເພິ່ນ​ກ່າວ​ຕໍ່, “‘ຢ່າສະ​ແຫວ​ງຫາສິ່ງ​ທີ່​ເປັນຂອງ​ໂລກ ​ແຕ່ … ກ່ອນ​ອື່ນ​ໝົດ … ຈົ່ງ​ສະ​ແຫວງຫາທີ່​ຈະ​ສ້າງ​ອານາຈັກ​ຂອງ​ພຣະ​ເຈົ້າ, ​ແລະ ທີ່​ຈະສະຖາປະນາຄວາມ​ຊອບ​ທຳ [ຂອງ​ພຣະອົງ]; ແລະ ສິ່ງທັງໝົດ​ເຫລົ່າ​ນີ້ ຈະ​ຖືກ​ເພີ່ມ​ເຕີມ​ໃຫ້​ແກ່​ເຈົ້າ’” (Joseph Smith Translation, ມັດ​ທາຍ 6:38 [​ໃນ ມັດທາຍ 6:33, footnote a]).

​ເພິ່ນ​ໄດ້​ບອກ​ຂ້າພະ​ເຈົ້າ​ໃຫ້​ເກັບ​​ເງິນ​ຫລຽນ​ນັ້ນ​ໄວ້ ​​ແລະ ຮັກສາ​ມັນ​ໄວ້​ໃຫ້​ດີ. ທຸກ​ເທື່ອ ທີ່​ຂ້າພະ​ເຈົ້າຫລຽວ​ເບິ່ງ​ມັນ, ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ຈຸດໝາຍ​ປາຍທາງນິລັນດອນ ທີ່​ພຣະບິດາ​ເທິງ​ສະຫວັນ ​ໄດ້ຕຽມ​ໄວ້​ສຳລັບ​ຂ້າພະ​ເຈົ້າ.

ຂ້າພະ​ເຈົ້າຮັກ​ພໍ່ ​ແລະ ມັກ​ວິທີທີ່​​ເພິ່ນ​ສອນ. ຂ້າພະ​ເຈົ້າຢາກ​ເປັນ​ຄື​ເພິ່ນ. ​ເພິ່ນ​ໄດ້​​ເອົາ​ຄວາມ​ປາດ​ຖະໜາ​ທີ່​ຈະ​​ເປັນ​ພໍ່​ທີ່​ດີ​​ໃສ່​ໄວ້​ໃນ​​ໃຈ​ຂອງຂ້າພະ​ເຈົ້າ, ​ແລະ ຂ້າພະ​ເຈົ້າຫວັງ​ວ່າ ຂ້າພ​ະ​ເຈົ້າຈະ​ສາມາດ​​ໃຊ້​ຊີວິດ ຕາມ​ຕົວຢ່າງ​ທີ່​ເພິ່ນ​ໄດ້​​ຕັ້ງ​ໄວ້.

ສາດສະດາ​ທີ່​ຮັກ​ຂອງ​ເຮົາ ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​​ເວົ້າ​ເລື້ອຍໆ​ວ່າ ການ​ຕັດສິນ​ໃຈ​ຂອງ​ເຮົາ ຈະ​ກຳນົດ​ຈຸດໝາຍ​ປາຍທາງ​ຂອງ​ເຮົາ ​ແລະ ກໍ​ມີ​ຜົນ​ສະທ້ອນ​ອັນ​ເປັນນິດ​ (​ເບິ່ງ “Decisions Determine Destiny” [Church Educational System fireside, Nov. 6, 2005], 2; lds.org/broadcasts).

​​ສະນັ້ນ, ເຮົາ​ຄວນພະຍາຍາມ​ເຮັດ​ໃຫ້​​ ຈຸດໝາຍ​ປາຍທາງນິລັນດອນ, ​ຂອງ​ເຮົາ​ແຈ່ມ​ແຈ້ງຂຶ້ນ, ​ໂດຍ​ສະ​ເພາະສິ່ງນັ້ນ ​ທີ່​ພຣະບິດາ​ເທິງ​ສະຫວັນ ປະສົງ​ໃຫ້​ເຮົາ​ບັນລຸ​—ນັ້ນຄື ການ​ເປັນ​ພໍ່​ນິລັນດອນ. ຈົ່ງ​ໃຫ້​ ຈຸດໝາຍ​ປາຍທາງ​ນິລັນດອນ​ຂອງ​ເຮົາ ​ເປັນ​ສິ່ງ​ກຳນົດ​ການ​ຕັດສິນ​ໃຈ ທັງ​ໝົດ ຂອງ​ເຮົາ. ບໍ່​ວ່າການ​ຕັດສິນ​ໃຈ​ເຫລົ່ານັ້ນ ຈະ​ຍາກ​ຫລາຍ​ປານ​ໃດ​ກໍ​ຕາມ, ​ພຣະບິດາ​ຈະ​ຊ່ອຍ​ເຫລືອ​ເຮົາ.

ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະລັງ​ຂອງ​​ເປົ້າໝາຍ​ດັ່ງກ່າວ ຕອນ​ຂ້າພະ​ເຈົ້າ​​​ໄດ້ເຂົ້າ​ແຂ່ງຂັນ​ການ​ຍ່າງ 50 ທັບ 20 ນຳ​ລູກ​ຊາຍ​ສອງ​ຄົນຂອງ​ຂ້າພະ​ເຈົ້າ ອາຍຸ 12​​ ​​ແລະ 13 ປີ. 50 ທັບ 20 ​ແມ່ນ​ການ​ຍ່າງ 50 ​ໄມ (80 ກິ​ໂລ​ແມັດ) ພາຍ​ໃນ 20 ຊົ່ວ​ໂມງ. ພວກ​ເຮົາ​ໄດ້​ເລີ່​ມຕົ້ນຍ່າງ​ເວລາ 9:00 ​​ໂມງແລງ ​ແລະ ຍ່າງ​ໝົດ​ຄືນ ​ແລະ ຍ່າງໝົດ​ມື້ ​ໃນ​ມື້​ຕໍ່​ມາ. ມັນ​ເປັນ​ການ​ຍ່າງ 19 ຊົ່ວ​ໂມງ ທີ່​ຍາກ​ຫລາຍ, ​ແຕ່​ພວກ​ເຮົາ ​ໄດ້​ເຮັດ​ສຳ​ເລັດ.

​ເມື່ອ​ກັບ​ຄືນ​ມາ​ບ້ານ, ພວກ​ເຮົາ​ໄດ້​ຄານ​ເຂົ້າ​ເຮືອນ, ​ແລະ ພັນ​ລະ​ຍາ ​ແລະ ​ແມ່​ທີ່​​ແສນ​ດີ ​ໄດ້​ຕຽມ​ເຂົ້າ​ແລງ ​ໄວ້​​​ໃຫ້ພວກ​ເຮົາ, ​ແຕ່​ພວກ​ເຮົາ​ບໍ່​ໄດ້​ກິນ. ລູກ​ຊາຍ​ຜູ້​ນ້ອຍ​ໄດ້​ລົ້ມຫລັບ​ຢູ່​ຕັ່ງ​ສະລົ້ງ, ​​ເພາະ​ເມື່ອຍຫລາຍ, ສ່ວນ​ລູກ​ຊາຍ​ຜູ້​ໃຫຍ່​ໄດ້​ຄານ​ລົງ​​ໄປ​ຫ້ອງນອນ​ຂອງ​ລາວ ຢູ່​ຊັ້ນ​ໃຕ້​ດິນ.

ຫລັງ​ຈາກຂ້າພະ​ເຈົ້າ​ໄດ້​ພັກຜ່ອນ​ບຶດໜຶ່ງ, ຂ້າພະ​ເຈົ້າ​ໄດ້​ໄປ​ເບິ່ງ​ລູກ​ຊາຍ​ຜູ້​ນ້ອຍ ວ່າ​ລາວ​ຍັງ​ມີ​ຊີວິດ​ຢູ່​ບໍ.

“​ເປັນ​ຈັ່ງ​ໃດ​ລູກ?” ຂ້າພະ​ເຈົ້າ​ໄດ້ຖາມ.

“ພໍ່​ເອີຍ, ມັນ​ເປັນ​ສິ່ງ​ທີ່​ຍາກ​ທີ່​ສຸດ ທີ່​ລູກ​ເຄີຍ​ເຮັດ​ມາ. ລູກ​ບໍ່​ຢາກ​ເຮັດ​ອີກ​ຈັກ​ເທື່ອ.”

ຂ້າພະ​ເຈົ້າບໍ່​ໄດ້​ບອກ​ລາ​ວວ່າ ຂ້າພະ​ເຈົ້າຈະ​ບໍ່​ເຮັດ​ສິ່ງ​ນັ້ນອີກ​ຈັກ​ເທື່ອ​ຄື​ກັນ. ​ແຕ່​ຂ້າພະ​ເຈົ້າ​ໄດ້​ບອກ​ລາວ​ວ່າ ຂ້າພະ​ເຈົ້າພູມ​ໃຈ​ກັບ​ລາວ ທີ່​ລາວ​ໄດ້​ບັນລຸ​ສິ່ງ​ທີ່​ຍາກ​ທີ່​ສຸດ. ຂ້າພະ​ເຈົ້າ​ໄດ້ຮູ້​ວ່າ ສິ່ງ​ນັ້ນຈະ​ຕຽມ​ລາວ ສຳລັບ​ສິ່ງ​ທີ່​ຍາກ ທີ່​ລາວ​ຈະ​ປະ​ເຊີນ​ໃນ​ອະນາຄົດ. ດ້ວຍ​ຄວາມ​ຄິດ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ເວົ້າວ່າ, “ລູກ​ເອີຍ, ພໍ່ຂໍ​ສັນຍາ​ກັບ​ລູກວ່າ ​ເມື່ອ​ລູກ​ໄປ​ສອນ​ສາດສະໜາ, ລູກ​ບໍ່​ຈຳ​ເປັນຕ້ອງ​ຍ່າງ 50 ​ໄມ ​ໃນ​ມື້​ດຽວດອກ.”

“ດີ​ແລ້ວ, ພໍ່! ຄັນຊັ້ນ ລູກ​ຊິ​ໄປ.”

ຖ້ອຍ​ຄຳ​ທີ່​ລຽບ​ງ່າຍ​ນັ້ນ ​ໄດ້​​ເຮັດ​ໃຫ້ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູ ​ແລະ ຄວາມຊື່ນ​ຊົມ.

​ແລ້ວ ຂ້າພະ​ເຈົ້າ​ໄດ້​ລົງ​ໄປ​ຫາ​ລູກ​ຊາຍ​ຜູ້​ໃຫຍ່. ຂ້າພະ​ເຈົ້າ​ໄດ້​ນອນ​ຢູ່​ທາງ​ຂ້າງ​ລາວ—​ແລ້ວ ​ໄດ້​ຈັບ​ຕົວ​ລາວ. “ລູກ​ເປັນ​ຈັ່ງ​ໃດ?”

“ພໍ່​ເອີຍ, ນັ້ນ​ແມ່ນ​ສິ່ງ​ທີ່​ຍາກ​ທີ່​ສຸດ ທີ່ລູກ​ເຄີຍ​ເຮັດ​ມາ​ໃນ​ຊີວິດ, ​ແລະ ລູກ​ບໍ່​ຢາກ​ເຮັດ​ມັນ​ອີກ​ຈັກ​ເທື່ອ.” ລາວ​ຫລັບ​ຕາ​—​ແລ້ວ ​ໄດ້​ເປີດ​ຕາ—​ແລະ ​ເວົ້າວ່າ, “ຍົກ​​ເວັ້ນ​ແຕ່ ລູກ​ຂອງ​ລູກ ຢາກ​ໃຫ້​ລູກ​ເຮັດ.”

ຂ້າພະ​ເຈົ້ານ້ຳຕາ​ໄຫລ ຂະນະ​ທີ່​ຂ້າພະ​ເຈົ້າ​ໄດ້ບອກ​ວ່າ ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​ລາວ. ຂ້າພະ​ເຈົ້າ​ໄດ້​ບອກ​ລາວ​ວ່າ ລາວ​ຈະ​ເປັນ​ພໍ່​ທີ່​ດີກ​ວ່າ​ຂ້າພະ​ເຈົ້າອີກ. ຂ້າພະ​ເຈົ້າປາບ​ປື້​ມ​ໃຈ ​ເພາະ​ເຖິງ​ແມ່ນ​ວ່າ ລາວ​ຍັງ​ນ້ອຍ​ຢູ່ ​ແຕ່​ລາວ​ຮູ້ວ່າ ໜ້າ​ທີ່ຖານະ​ປະ​ໂລຫິດ​ທີ່​ສັກສິດ​ຢ່າງໜຶ່ງ​ຂອງ​ລາວ ​ແມ່ນ​ການ​ເປັນ​ພໍ່. ລາວ​ບໍ່​ຢ້ານ​ທີ່​ຈະ​ຮັບ​ບົດບາດ ​ແລະ ຕຳ​ແໜ່​ງນັ້ນ—ມັນ​ເປັນ​ຕຳ​ແໜ່​ງທີ່​ພຣະ​ເຈົ້າ ປະສົງ​ໃຫ້​ເຮົາ​ໃຊ້ ​ເມື່ອ​ເຮົາ​ກ່າວ​ກັບ​ພຣະອົງ. ຂ້າພະ​ເຈົ້າ​ໄດ້ຮູ້​ວ່າ ຂ້າພະ​ເຈົ້າມີໜ້າ​ທີ່​ຮັບຜິດ​ຊອບ​ຕໍ່​ບົດບາດ​ຂອງ​ການ​ເປັນ​ພໍ່​ທີ່​ດີ ​ເພື່ອ​​ເປັນ​ແບບຢ່າງ​ໃຫ້​ແກ່​ພວກລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ.

ພຣະຄຳ​ເຫລົ່າ​ນີ້​ຂອງພຣະຜູ້​ຊ່ອຍ​ໃຫ້​ລອດ ​ໄດ້​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນຕໍ່​ຂ້າພະ​ເຈົ້າ ​ໃນ​ການ​ເປັນ​ພໍ່ ທີ່​ວ່າ:

“ພຣະບຸດ​ຈະ​ເຮັດ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໂດຍ​ຕົນ​ເອງ​ບໍ່​ໄດ້ ນອກຈາກ​ໄດ້​ເຫັນ​ພຣະບິດາ​ເຈົ້າ​ເຮັດ: ​[ສິ່ງ​ໃດ​ທີ່​ພຣະອົງ​] ​ເຮັດ, ພຣະບຸດ​ກໍ​ເຮັດ​ເໝືອນ​ກັນ” (ໂຢຮັນ 5:19).

“ເຮົາ​ບໍ່​​ໄດ້​ເຮັດ​ສິ່ງ​​ໃດຕາມ​ໃຈ​ຂອງ​ເຮົາ​ເອງ, ​ແຕ່​ເຮົາ​ກ່າວ​ຕາມ​ທີ່​ພຣະບິດາ​ໄດ້​ສອນ​ໃຫ້​ເຮົາ​ກ່າວ​ເທົ່າ​ນັ້ນ (ໂຢຮັນ 8:28).

ຂ້າພະ​ເຈົ້າມັກການ​​ເປັນ​ສາມີ ​ແລະ ​ເປັນ​ພໍ່—​ໄດ້​ແຕ່ງງານ​ກັບ​ທິດາ​ທີ່ປະ​ເສີດ​ພຣະບິດາ​ມານ​ດາ​​ເທິງ​ສະຫວັນ. ຂ້າພະ​ເຈົ້າຮັກ​ນາງ. ມັນ​ເປັນສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ຊີວິດ​ຂອງ​ຂ້າພະ​ເຈົ້າສົມບູນ. ຄວາມ​ຫວັງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຄືນ​ນັ້ນ​ແມ່ນວ່າ ລູກ​ຊາຍ​ຫ້າ​ຄົນ​ຂອງ​ຂ້າພະ​ເຈົ້າ ​ແລະ ​ເອື້ອຍ​ນ້ອງ​ຂອງ​ເຂົາ​ເຈົ້າ ຈະ​ເຫັນ​ວ່າຂ້າພະ​ເຈົ້າມີ​ຄວາມສຸກ ຊຶ່ງ​ມາ​ຈາກ​ການ​ແຕ່​ງງານນິລັນດອນ, ການ​ເປັນ​ພໍ່, ​ແລະ ຈາກ​ຄອບຄົວ.

ພໍ່​ທັງຫລາຍ, ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ທ່ານ​​ເຄີຍ​ໄດ້​ຍິນ​ຄຳ​ວ່າ “ຈົ່ງສັ່ງສອນ​ພຣະກິດ​ຕິ​ຄຸນ​ຕະຫລອດ​ເວລາ, ​ແລະ ​ເມື່ອ​ຈຳ​ເປັນ ​ໃຫ້​ໃຊ້​ຖ້ອຍ​ຄຳ” (ຈາກ​ຖ້ອຍ​ຄຳ​ຂອງ ​ແຟຣນຊິ​ສ ອາ​ຊິ​ຊິ). ທ່ານ​ສອນ​ລູກໆ​ຂອງ​ທ່ານ​ທຸກ​ວັນ ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ເປັນ​ພໍ່. ທ່ານ​ໄດ້​ວາງ​ຮາກ​ຖານ​ໄວ້ ສຳລັບ​ຄົນ​ລຸ້ນ​ໃໝ່. ພວກ​ລູກ​ຊາຍ​ຂອງ​ທ່ານ ຈະ​ຮຽນ​ຮູ້​ການ​ເປັນສາມີ ​ແລະ ​ເປັນ​ພໍ່ ​ໂດຍ​ການສັງ​ເກດ​ເບິ່ງ​ວິທີ​ທີ່​ທ່ານ​ບັນລຸ​ບົດບາດ​ຂອງ​ທ່ານ. ຍົກ​ຕົວຢ່າງ:

​ພວກ​ເຂົາ​ຮູ້​ບໍ​ວ່າ ທ່ານ​ຮັກ ​ແລະ ທະນຸ​ຖະໜອມ​ແມ່​ຂອງ​ພວກ​ເຂົາ​ຫລາຍ​ຂະໜາດ​ໃດ ​ແລະ ວ່າທ່ານ​ມັກ​ເປັນ​ພໍ່​ຂອງ​ພວກ​ເຂົາ​ຫລາຍພຽງ​ໃດ?

ພວກ​ເຂົາ​ຈະ​ຮຽນ​ຮູ້​ວິທີ​ປະຕິບັດ​ຕົວ​ຕໍ່​ພັນ​ລະ​ຍາ ​ແລະ ລູກໆ ​ໃນ​ອະນາຄົດ​ຂອງ​ພວກ​ເຂົາ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເບິ່ງ​ທ່ານ​ປະຕິບັດ​ຕົວ ຕໍ່ພວກ​ເຂົາ​ທຸກ​ຄົນ​ ດັ່ງ​ທີ່​ພຣະບິດາ​ເທິງ​ສະຫວັນ​ຈະ​ກະທຳ.

ຜ່ານ​ຕົວຢ່າງ​ຂອງ​ທ່ານ, ພວກ​ເຂົາ​ຈະ​ຮູ້ຈັກ​ນັບຖື, ​ໃຫ້​ກຽດ, ​ແລະ ປົກ​ປ້ອງ​ຜູ້​ເປັນສະຕີ.

ຢູ່​ໃນ​ບ້ານ​ເຮື​ອນຂອງ​ທ່ານ, ພວກ​ເຂົາ​ສາມາດຮຽນ​ວິທີ​ປົກຄອງ​ຄອບຄົວ​ຂອງ​ພວກ​ເຂົາ ດ້ວຍ​ຄວາມ​ຮັກ ​ແລະ ຄວາມ​ຊອບ​ທຳ. ພວກ​ເຂົາ​ສາມາດຮຽນ​ຈັດ​ຫາ​ສິ່ງ​ຈຳ​ເປັນ​ສຳລັບ​ຊີວິດ ​ແລະ ປົກ​ປ້ອງ​ຄອບຄົວ​ຂອງ​ພວກ​ເຂົາ—ທາງ​​ໂລກ ​ແລະ ທາງ​ວິນ​ຍານ (ເບິ່ງ “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign ຫລື Liahona, Nov. 2010, 129).

ອ້າຍ​ນ້ອງ​ທັງຫລາຍ, ດ້ວຍ​ພະລັງ​ທັງ​ໝົດ​ໃນ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຂໍ​ໃຫ້​ທ່ານ ຈົ່ງ​ພິຈາລະນາ​ຄຳ​ຖາມ​ຂໍ້​ນີ້: ພວກ​ລູກ​ຊາຍ​ຂອງ​ທ່ານ ​ເຫັນ​ທ່ານ​ພະຍາຍາມ​ເຮັດ​ສິ່ງ​ທີ່​ພຣະບິດາ​ເທິງ​ສະຫວັນ ປະສົງ​ໃຫ້​ ພວກ​ເຂົາ ​ເຮັດ​ຫລື​ບໍ່?

ຂ້າພະ​ເຈົ້າຫວັງ​ວ່າ ຄຳ​ຕອບ​ຈະ​ເປັນຄຳ​ວ່າ ​ແມ່ນ. ຖ້າ​ຄຳຕອບວ່າ ບໍ່​ແມ່ນ, ຕອນ​ນີ້​ຍັງ​ບໍ່​ສາຍ​ເກີນ​ໄປ ທີ່​ຈະ​ປ່ຽນ​ແປງ, ​ແຕ່​ທ່ານ​ຕ້ອງ​ເລີ່ມຕົ້ນ​ໃນ​ມື້​ນີ້. ​ແລະ ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະບິດາ​ເທິງ​ສະຫວັນ ຈະ​ຊ່ອຍ​ເຫລືອ​ທ່ານ.

ບັດ​ນີ້ ຊາຍ​ໜຸ່ມ​ທັງຫລາຍ ທີ່​ຂ້າພະ​ເຈົ້າຮັກ​ແພງ​ຫລາຍ, ພວກ​ເຈົ້າຮູ້​ວ່າ ພວກ​ເຈົ້າກຳລັງ​ຕຽມ​ຕົວ​ທີ່​ຈະ​ຮັບ​ເອົາ​ຖານະ​ປະ​ໂລຫິດ​ແຫ່ງ​ເມນຄີ​ເສ​ເດັກ, ​ຮັບ​ເອົາ​ພິທີການ​ສັກສິດ​ຂອງ​ພຣະວິຫານ, ບັນລຸ​ ໜ້າ​ທີ່ ​ແລະ ການ​ມອບ​ໝາຍ ຂອງ​ພວກ​ເຈົ້າ ​ເພື່ອ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ, ​​ແລະ ແລ້ວ​ໂດຍ​ທີ່​ບໍ່​ຈຳ​ເປັນຕ້ອງ​ລໍຖ້າ​ດົນ, ​ແຕ່ງງານ​ໃນ​ພຣະວິຫານ ກັບ​ທິດາ​ຂອງ​ພຣະ​ເຈົ້າ ​ແລະ ສ້າງ​ຄອບຄົວ. ຈາກ​ນັ້ນ ພວກ​ເຈົ້າຈະ​ນຳພາ​ຄອບຄົວ​ຂອງ​ພວກ​ເຈົ້າ ​​ໃນ​ເລື່ອງ​ທີ່​ເປັນ​ທາງ​ວິນ​ຍານ ຕາມ​ການ​ຊົງ​ນຳ​ຂອງ​ພຣະວິນ​ຍານ​ບໍລິສຸດ (ເບິ່ງ D&C 20:44; 46:2; 107:12).

ຂ້າພະ​ເຈົ້າ​ໄດ້​ຖາມ​ຊາຍ​ໜຸ່ມຫລາຍ​ຄົນ​ ຕະຫລອດ​ທົ່ວ​ໂລກ​ວ່າ, “​ເປັນ​ຫຍັງ​ພວກ​ເຈົ້າຈຶ່ງ​ມາສູ່​ໂລກນີ້?”

​ແຕ່ບໍ່​ມີ​ຈັກ​ຄົນ​ຕອບວ່າ, “​ເພື່ອມາ​ຮຽນ​​ເປັນ​ພໍ່, ​ເພື່ອ​ວ່າ​ຂ້ານ້ອຍຈະ​ຕຽມ​ພ້ອມ ​ແລະ ​ເໝາະສົມ​ທີ່​ຈະ​ຮັບ​ທຸກ​ສິ່ງ ທີ່​ພຣະບິດາ​ເທິງ​ສະຫວັນ​ມີ.”

​ໃຫ້​ເຮົາ​ມາ​ພິຈາລະນາ​ເບິ່ງ ໜ້າ​ທີ່​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ຂອງ​ພວກ​ເຈົ້າ ດັ່ງ​ມີ​ບັນຍາຍ​ໄວ້​ໃນ ພາກ​ທີ 20 ຂອງ​ພຣະຄຳ​ພີ Doctrine and Covenants. ​ໃຫ້ ພວກ​ເຈົ້າ ມີ​ຄວາມ​ຮູ້ສຶກ​ໄວ ​​ໃນ​ຂະນະ​ທີ່ຂ້າພະ​ເຈົ້າເພີ່ມ​ໜ້າ​ທີ່​ເຫລົ່າ​ນີ້​ໃສ່​​ນຳ​ການ​ຮັບ​ໃຊ້​​ຂອງ​ພວກ​ເຈົ້າ ໃນ​ຄອບຄົວ​ຂອງ​ພວກ​ເຈົ້າ.

ໃຫ້ເຊື້ອ​ເຊີນ​ທຸກ​ຄົນ [​ໃນ​ຄອບຄົວ​ຂອງ​ເຈົ້າ] ​ໃຫ້​ມາ​ຫາ​ພຣະຄຣິດ (ຂໍ້​ທີ 59).

ໃຫ້ດູ​ແລ [​​ພວກ​ເຂົາ] ​ເລື້ອຍ​ໄປ, ​ແລະ ຢູ່​ກັບ​ພວກ​ເຂົາ ​ແລະ ​ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມ​ແຂງ​ຂຶ້ນ (ຂໍ້​ທີ 53).

ໃຫ້ສັ່ງສອນ, ສິດສອນ, ຊີ້​ແຈງ, ​ແນະນຳ, ​ແລະ ​ໃຫ້​ບັບຕິ​ສະມາ ສະມາຊິກ​ໃນ​ຄອບຄົວ​ຂອງ​ເຈົ້າ (ຂໍ້​ທີ 46).

ໃຫ້​​ແນະນຳ​ພວກ​ເຂົາ​ໃຫ້​ອະທິຖານ​ອອກສຽງ ​ແລະ ​ໃນ​ບ່ອນ​ລັບ​ລີ້ ​ແລະ ​ເຮັດ​ໜ້າ​ທີ່​ທຸກ​ຢ່າງ​ໃນ​ຄອບຄົວ (ຂໍ້​ທີ 47).

ໃຫ້ເບິ່ງວ່າບໍ່​ມີ​ຄວາມ​ຊົ່ວຮ້າຍ​ຢູ່​ໃນ [​ຄອບຄົວ​ຂອງ​​ເຈົ້າ], ທັງ​ບໍ່ໃຫ້​ມີ​ຄວາມເຄືອ​ງ​ແຄ້ນ​ກັນ, ທັງ​ບໍ່​ໃຫ້​ເວົ້າ​ຕົວະ, ​ເວົ້າລັບຫລັງ, ຫລື ​ເວົ້າ​ຈາ​ບໍ່​ດີ (ຂໍ້​ທີ 54).

ໃຫ້​ເບິ່ງ​ວ່າ [ຄອບຄົວ​ຂອງ​​ເຈົ້າ​ປະຊຸມ​ກັນ] ​ເລື້ອຍໆ (ຂໍ້​ທີ 55).

ຊ່ອຍ​ເຫລືອ​ພໍ່​ຂອງ​​ເຈົ້າ​ເຮັດ​ໜ້າ​ທີ່​ຂອງ​ເພິ່ນ ​ໃນ​ຖານະ​ເປັນປິຕຸ. ຊ່ອຍ​ເຫລືອ​ແມ່​ຂອງ​​ເຈົ້າ ດ້ວຍ​ພະລັງຂອງ​ຖານະ​ປະ​ໂລຫິດ ​ເມື່ອ​ພໍ່​ບໍ່​ຢູ່ (ເບິ່ງ ຂໍ້​ທີ 52, 56).

ເມື່ອ​ຖືກ​ຂໍ​ຮ້ອງ, “​ໃຫ້​ແຕ່ງຕັ້ງປະ​ໂລຫິດ, ຄູ​ສອນ, ​ແລະ ມັກຄະ​ນາຍົກ ​ໃນ​ຄອບຄົວ​ຂອງ​​ເຈົ້າ (ຂໍ້​ທີ 48).

ທີ່​ກ່າວ​ມາ​ນີ້ ບໍ່​ແມ່ນ ວຽກ​ງານ ​ແລະ ບົດບາດ​ຂອງ​ຜູ້​ເປັນ​ພໍ່​ບໍ?

ຮູບ​ພາບ
A young man reading a a Church publication.

ການ​ເຮັດ​ໜ້າ​ທີ່​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນຂອງ​ພວກ​ເຈົ້າ ​ແມ່ນ​ການ​ຕຽມ​ພວກ​ເຈົ້າສຳລັບ​ ການ​ເປັນ​ພໍ່. ປຶ້ມ ໜ້າ​ທີ່​ຕໍ່​ພຣະ​ເຈົ້າ ສາມາດ​ຊ່ອຍ​ພວກ​ເຈົ້າຮຽນ​ກ່ຽວ​ກັບ​ເລື່ອງ​ນີ້ ​ແລະ ວາງ​ແຜນ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ​​​ເພື່ອ​ບັນລຸ​ໜ້າ​ທີ່​ຂອງ​ພວກ​ເຈົ້າ​. ມັນ​ເປັນ​ແຫ​ລ່ງນຳພາ ​ແລະ ຊ່ອຍ​ເຫລືອ​ພວກ​ເຈົ້າ ​ເມື່ອ​ພວກ​ເຈົ້າ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ຕັ້ງ​ເປົ້າໝາຍ​ທີ່​ຈະ​ເຮັດ​ມັນ​ໃຫ້​ສຳ​ເລັດ.

ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ​ໄດ້​ໃຫ້​ພວກ​​ເຈົ້າມາສູ່​ໂລກ​ນີ້ ​ໃນ​ເວລາ​ທີ່​ພິ​ເສດ​ນີ້ ​ເພື່ອ​ເຮັດ​ວຽກ​ງານ​ທີ່​ພິ​ເສດ ​ແລະ ​ເພື່ອ​ຈຸດປະສົງ​ນິລັນດອນ. ພຣະອົງ​ປະສົງ​ໃຫ້​ພວກ​ເຈົ້າ​ເຫັນ​ ​ແລະ ​ເຂົ້າ​ໃຈຈຸດປະສົງ​ນັ້ນຢ່າງ​ແຈ່ມ​ແຈ້ງ. ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ເຈົ້າ, ​ແລະ ພວກ​ເຈົ້າສາມາດ​​ເຂົ້າ​ຫາ​ພຣະອົງ ​ເພື່ອ​ການ​ນຳພາ ​ໄດ້​ຕະຫລອດ​ເວລາ.

ຂ້າພະ​ເຈົ້າຮູ້​ວ່າ ພຣະບິດາ​ເທິງ​ສະຫວັນ ມີ​ຄວາມ​​ເປັນ​ຫ່ວງ​ເປັນ​ໃຍນຳ​ເຮົາ​​ທຸກ​ຄົນ ​ແລະ ມີ​ແຜນ​ສຳລັບ​ແຕ່ລະຄົນ ​ເພື່ອ​ຈະ​ບັນລຸ​ຈຸດໝາຍ​ປາຍທາງ​ນິລັນດອນ​ຂອງ​ເຮົາ. ພຣະອົງ​ໄດ້​ສົ່ງ​ພຣະບຸດ​ອົງ​ດຽວຂອງ​ພຣະອົງ ພຣະ​ເຢຊູ​ຄຣິດ ​ໃຫ້​ມາ​ຊ່ອຍ​ເຮົາ​ເອົາ​ຊະນະ​ຄວາມ​ບົກພ່ອງ​ຂອງ​ເຮົາ ຜ່ານ​ການ​ຊົດ​ໃຊ້. ພຣະອົງ​​ໄດ້​ມອບ​ພຣະວິນ​ຍານ​ບໍລິສຸດ​ໃຫ້​ເປັນ​ພະຍານ, ​ເປັນ​ເພື່ອນ, ​ແລະ ນຳພາ​​ເຮົາ ໄປ​ໃນຈຸດໝາຍ​ປາຍທາງ​ນິລັນດອນຂອງ​ເຮົາ ​ຖ້າ​ຫາ​ກ​ເຮົາ​ຈະ​ເພິ່ງ​ອາ​ໄສ​ພຣະອົງ. ຂໍ​ໃຫ້​ເຮົາ​ແຕ່ລະຄົນ​ຈົ່ງ​ຊື່ນ​ຊົມ​ກັບ​ພອນ​ຂອງ​ພຣະບິດາ​ໃນ​ຊີວິດ​ນີ້ ​ແລະ ບັນລຸ​ ວຽກ​ງານຂອງ​ພຣະອົງ ​ແລະ ລັດສະໝີ​ພາບ​ຂອງ​ພຣະອົງ ​​ໂດຍ​ການ​ກາຍ​ເປັນ​ພໍ່​ ຕໍ່​ຄອບຄົວ​ຂອງ​ເຮົາ ຊົ່ວ​ນິລັນດອນ (ເບິ່ງ Moses 1:39). ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.