​2010–2019
​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ
ເມສາ 2015


​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ

ຊາຕາ​ນຮູ້​ວ່າ ກ່ອນ​ເຮົາ ​ແລະ ຄອບຄົວ​ຂອງ​ເຮົາ​ຈະ​ສາມາດ​ຕ້ານທານ​ກັບ​ຄວາມ​ກົດ​ດັນ​ຂອງ​ໂລກ​ໄດ້, ​ເຮົາ​ຕ້ອງ​ເຕັມ​ໄປ​ດ້ວຍຄວາມ​ສະຫວ່າງ ​ແລະ ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ.

​ໃຈ​ຂອງ​ຂ້າພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ ​​ເມື່ອຂ້າພະ​ເຈົ້າຟັງ​ແຕ່​ລະ​ຄອບຄົວ​ເຫລົ່ານັ້ນ ສອນ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ສັກສິດ​ ທີ່​ວ່າ, “ຄອບຄົວ​ມາ​ຈາກ​ພຣະ​ເຈົ້າ.”1 ​ເພງ​ທີ່​ດົນ​ໃຈ ກໍ​ເປັນ​ວິທີ​ໜຶ່ງ​ ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກວ່າ ​​ພຣະວິນ​ຍານຊື່​ມ​ໃສ່​ຫູ​ເຮົາ, ​ເຮັດ​ໃຫ້​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ.

ຮູບ​ພາບ
Woman with 1 can of soda that is crushed and one that is not.

​ການມະ​ໂນພາບ​ເຫັນ​​ເຮົາ​ເອງ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ ​ໄດ້​ກາຍ​ເປັນ​ສິ່ງ​ສຳຄັນ​ໂດຍ​ສະ​ເພາະຕໍ່​ຂ້າພະ​ເຈົ້າ ​ເພາະ​ປະສົບການຂອງ​ຂ້າພະ​ເຈົ້າ ​ເມື່ອ​ຫລາຍ​ປີ​ກ່ອນ. ຂ້າພະ​ເຈົ້າ​ໄດ້​ໄປ​ຮ່ວມ​ປະຊຸມ ບ່ອນ​ທີ່​ກຳມະການ​ຂອງ​ອົງການ​ຍິງ​ໜຸ່ມ​ສາມັນ ​ໄດ້​ສອນ​ວິທີ​​ສ້າງ​ຄອບຄົວ ​ແລະ ບ້ານ​ເຮືອນ​ໃຫ້​ເຂັ້ມ​ແຂງ​ທາງ​ວິນ​ຍານ. ​ໃນ​ການສະ​ແດງ​​ໃຫ້​ເຫັນ​ພາບ, ຍິງ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ຍົກ​ກະປ໋ອງນ້ຳ​ໂຊດາ​ສອງ​ກະປ໋ອງຂຶ້ນ. ຢູ່​ໃນມື​ເບື້ອງ​ໜຶ່ງ​ ມີ​ກະປ໋ອງ​ເປົ່າ ​ແລະ ອີກ​ເບື້ອງ​ໜຶ່ງ​ ມີ​ກະປ໋ອງ​ເຕັມ ທີ່​ຍັງ​ບໍ່​ໄດ້​ໄຂ​ເທື່ອ. ທຳ​ອິດ, ນາງ​ໄດ້​ບີບ​ກະປ໋ອງ​ເປົ່າ; ກະປ໋ອງກໍ​ບຸ້ມ​ເຂົ້າ ​ແລະ ຫຍໍ້​ລົງ ຕາມ​ແຮງ​ທີ່​ນາງບີບ. ​ແລ້ວ, ນາງ​ໄດ້​ບີບ​ກະປ໋ອງທີ່​ຍັງ​ບໍ່​ໄດ້​ໄຂ. ມັນ​ຍັງ​ມີ​ສະພາບ​ເດີມ. ມັນ​ບໍ່​ບຸ້ມ​ເຂົາ ຫລື ຫຍໍ້​ລົງ ຄືກະປ໋ອງ​​ເປົ່າ—​ເພາະມັນ​​ເຕັມ​.

​ເຮົາ​ປຽບທຽບຊີວິດ​ຂອງ​ເຮົາ​ແຕ່ລະຄົນ, ​​ບ້ານ​ເຮືອນ, ​ແລະ ຄອບຄົວ​ຂອງ​ເຮົາ ​ໃສ່​ກັບ​ພາບ​ນັ້ນ. ​ເມື່ອ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ ​ແລະ ດ້ວຍ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ, ​ເຮົາ​ຈະມີ​ພະລັງ ທີ່ຈະ​ຕ້ານທານ​ກັບອິດ​ທິພົນພາຍ​ນອກ​ຂອງ​​ໂລກ ທີ່​ອ້ອມ​ຮອບ​ເຮົາ ​ແລະ ຜັກດັນ​ເຮົາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ເຮົາ​ບໍ່​ມີ​ພຣະວິນ​ຍານ​ສະຖິດ​ຢູ່​ນຳ, ​​ເຮົາ​ຈະ​ບໍ່ມີ​ພະລັງ​ພາຍ​​ໃນ​ ທີ່​ຈະ​ຕ້ານທານ​ກັບ​ຄວາມ​ກົດ​ດັນ​ຂອງ​ຂ້າງ​ນອກ​ໄດ້ ​ແລະ ຈະລົ້ມລົງ​ເມື່ອ​ຖືກອິດ​ທິພົນຜັກດັນ.

ຊາຕາ​ນຮູ້​ວ່າ ກ່ອນ​ເຮົາ ​ແລະ ຄອບຄົວ​ຂອງ​ເຮົາ​ຈະ​ສາມາດ​ຕ້ານທານ​ກັບ​ຄວາມ​ກົດ​ດັນ​ຂອງ​ໂລກ​ໄດ້, ​ເຮົາ​ຕ້ອງ​ເຕັມ​ໄປ​ດ້ວຍຄວາມ​ສະຫວ່າງ ​ແລະ ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ. ສະນັ້ນ ມັນ​ຈຶ່ງ​ພະຍາຍາມ​ທຸກ​ດ້ານ ທີ່​ຈະປ່ຽນ​ແປງ, ບິດ​ເບືອນ, ​ແລະ ທຳລາຍຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ ​ແລະ ກີດ​ກັນ​ເຮົາ​ຈາກ​ຄວາມ​ຈິງ​ນັ້ນ.

​ພວກ​ເຮົາ​ຫລາຍ​ຄົນໄດ້​ຮັບ​ບັບຕິ​ສະມາ ​ແລະ ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ​ແລ້ວ, ຜູ້​ຊຶ່ງ​ມີ​ບົດບາດ​ທີ່​ຈະ​ເປີດ​ເຜີຍ ​ແລະ ສອນຄວາມ​ຈິງ​ຂອງ​ທຸກ​​ເລື່ອງ.2 ​ເມື່ອ​ເຮົາ​ໄດ້​ຮັບ​ຂອງ​ປະທານ​ນັ້ນ​ແລ້ວ ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ ​ເລື່ອງ​ການ​ຊອກ​ຫາ​ຄວາມ​ຈິງ, ດຳລົງ​ຊີວິດ​ຕາມ​ຄວາມ​ຈິງ ທີ່​ເຮົາ​ຮູ້ຈັກ, ​ແລະ ​ແບ່ງປັນ​ ​ແລະ ປົກ​ປ້ອງ​ຄວາມ​ຈິງ.

ບ່ອນ​ທີ່​ດີ​ທີ່​ສຸດ​ບ່ອນ​ໜຶ່ງ​ທີ່​ເຮົາ​ສາມາດ​​ສະ​ແຫວ​ງຫາ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ ອັນ​ເຕັມ​ປ່ຽມ​ໄດ້ ​ແມ່ນ​ບ້ານ​ເຮືອນ​ຂອງ​ເຮົາ​ເອງ. ຖ້ອຍ​ຄຳ​ໃນ​ເນື້ອ​ເພງ​ ທີ່​ເຮົາ​ຫາ​ກໍ​ໄດ້​ຍິນ ​​ເຕືອນ​ເຮົາ​ວ່າ, “ພຣະ​ເຈົ້າ​ໄດ້​ປະທານ​ຄອບຄົວ​ໃຫ້​ເຮົາ ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ກາຍ​ເປັນ​ຄົນ​ທີ່​ພຣະອົງ​ປະສົງ​ໃຫ້​ເຮົາ​ເປັນ.”3 ຄອບຄົວ​ເປັນ​ແບບ​ແຜນ​ຂອງພຣະຜູ້​ເປັນ​ເຈົ້າຢູ່​ໃນ​ໂລກ ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ຮຽນ​ຮູ້ ​ແລະ ດຳລົງ​ຊີວິດຕາມ​ພຣະກິດ​ຕິ​ຄຸນ. ​ເຮົາ​ໄດ້​ມາ​ຢູ່​ນຳ​ຄອບຄົວ​ຂອງ​ເຮົາ ພ້ອມ​ດ້ວຍ​ໜ້າ​ທີ່​ອັນ​ສັກສິດ ​ເພື່ອ​ຊ່ອຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ ​ໃຫ້​ແກ່​ກັນ​ແລະ​ກັນ.

ຄອບຄົວ​ນິລັນດອນ​ທີ່​ເຂັ້ມ​ແຂງ ​ແລະ ບ້ານ​ເຮືອນ​ທີ່​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ ບໍ່​ໄດ້​ເກີດ​ຂຶ້ນ ​​ໂດຍ​ບັງ​ເອີນ. ​ເຂົາ​ເຈົ້າ​ຕ້ອງ​ໄດ້​ໃຊ້​ຄວາມ​ພະຍາຍາມ​ຢ່າງ​ຫລວງຫລາຍ, ຕ້ອງ​ໃຊ້​ເວລາ, ​ແລະ ທຸກ​ຄົນ​ໃນ​ຄອບຄົວ​ຕ້ອງ​​ເຮັດ​ພາກສ່ວນ​ຂອງ​ຕົນ. ​ແຕ່​ລະ​ບ້ານ​ເຮືອນ​​​ແມ່ນ​ແຕກ​ຕ່າງ​ກັນ, ​ແຕ່​ທຸກ​ບ້ານ​ເຮືອນ ​ເຖິງ​ແມ່ນ​ມີ​ພຽງ​ຄົນ​ດຽວ ທີ່​ຊອກ​ຫາ​ຄວາມ​ຈິງ ກໍ​ສາມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້.

​ເຮົາ​ໄດ້ຖືກ​ແນະນຳ​​ເປັນ​ປະຈຳ ​ໃຫ້​ເພີ່ມ​ຄວາມ​ຮູ້​ທາງ​ວິນ​ຍານ​ຂອງ​ເຮົາ ​​ໂດຍ​ການ​ອະທິຖານ ​ແລະ ​ໂດຍການ​ສຶກສາ ​ແລະ ​ໄຕ່ຕອງ​ພຣະຄຳ​ພີ ​ແລະ ຖ້ອຍ​ຄຳ​ຂອງ​ສາດສະດາ​ໃນ​ປະຈຸ​ບັນ. ​ໃນ​ຄຳ​ປາ​ໄສ​ຂອງ​ປະທານດີ​ເດີ ​ແອັຟ ອຸກ​ດອບ ຢູ່​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ, ​ເພິ່ນ​ໄດ້​ກ່າວ​ກ່ຽວ​ກັບ​ການ​ຮັບ​​ເອົາປະຈັກ​ພະຍານ ​ເຖິງ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ ດັ່ງ​ນີ້:

“ພຣະ​ເຈົ້າ​ອົງ​ທີ່​ເປັນ​ນິດ ແລະ ຊົງ​ລິດ​ອຳ​ນາດຍິ່ງ​ໃຫຍ່ ... ຈະ​ກ່າວ​ຕໍ່ຜູ້​ທີ່​ເຂົ້າ​ເຝົ້າ​ພຣະ​ອົງ​ດ້ວຍ​​ໃຈ​ຈິງ​ ແລະ ເຈດ​ຕະ​ນາ​ອັນແທ້​ຈິງ.

“ພຣະ​ອົງ​ຈະ​ກ່າວ​ຕໍ່​ເຂົາ​ເຈົ້າ​ໃນ​ຄວາມ​ຝັນ, ພາບ​ທີ່​ມາ​ໃຫ້​ເຫັນ, ຄວາມ​ຄິດ, ແລະ ຄວາມ​ຮູ້​ສຶກ.”

ປະທານອຸກ​ດອບ​ໄດ້​ກ່າວ​ຕື່ມ​ວ່າ: “ພຣະ​ເຈົ້າ​ເປັນ​ຫ່ວງ​ທ່ານ. ພຣະ​ອົງ​ຈະ​ຮັບ​ຟັງ ແລະ ພຣະ​ອົງ​ຈະ​ຕອບ​ຄຳ​ຖາມ​ສ່ວນ​ຕົວ​ຂອງ​ທ່ານ. ທ່ານ​ຈະ​​ໄດ້​ຮັບ​ຄຳ​ຕອບ​ໃນ​ວິ​ທີ​ທາງຂອງ​ພຣະ​ອົງ​ເອງ ແລະ ​ໃນເວ​ລາ​ຂອງ​ພຣະ​ອົງ​ເອງ, ແລະ ສະ​ນັ້ນ, ທ່ານ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ຮັບ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ.”4

​ເລື່ອງ​ປະຫວັດ​ຄອບຄົວທີ່​ສັ້ນໆ​ເລື່ອງ​ໜຶ່ງ ​ໄດ້​ສະ​ແດງ​ໃຫ້​ເຫັນ ຄຳ​ແນະນຳ​ນີ້.

​ເມື່ອ​ຫລາຍ​ເດືອນ​ກ່ອນ ຂ້າພະ​ເຈົ້າ​ໄດ້​ອ່ານ​ປະຈັກ​ພະຍານ​ຂອງ​​ເອື້ອຍ​ຂອງ​ແມ່ຕູ້​ທວດ​ຂອງ​ຂ້າພະ​ເຈົ້າ ຊື່ ​ເອລີ​ຊາ​ເບັດ ສະ​ຕາ​ຮີ​ລີ ວອກ​ເກີ. ຕອນ​ຍັງ​ນ້ອຍ ​ເອລີ​ຊາ​ເບັດກັບ​ຄອບຄົວ​ຂອງ​ລາວ ​ໄດ້​ອົບ​ພະຍົບຈາກ​ປະ​ເທດ​ສະ​ວິດ​ ມາ​ຢູ່​ອາ​ເມຣິກາ.

ຫລັງ​ຈາກເອລີ​ຊາ​ເບັດໄດ້​ແຕ່ງງານ, ລາວ​ກັບ​ສາມີ ​ແລະ ລູກໆ ​ໄດ້​​ອາ​ໄສຢູ່​ລັດ​ຢູທາ ໃກ້​ຊາຍ​ແດນ​ຂອງ​ລັດ​ເນວາດາ, ບ່ອນ​ທີ່​ເຂົາ​ເຈົ້າ​ມີໜ້າ​ທີ່​ເປັນ​ຜູ້​ຄວບ​ຄຸມ​​​ໂຮງ​ໄປສະນີ. ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ​ເປັນ​ບ່ອນແວ່​ເຊົາ​ຂອງ​ຜູ້​ເດີນທາງ. ທັງ​ວັນ ​ແລະ ຄືນ ​ເຂົາ​ເຈົ້າຕ້ອງ​ພ້ອມ​ ທີ່​ຈະ​ຈັດ​ຕຽມ​ອາຫານ ​ແລະ ບໍລິການ ຜູ້​ເດີນທາງ. ມັນ​ເປັນ​ວຽກ​ງານ​ທີ່​ຫຍຸ້ງຍາກ ​ແລະ ​ເມື່ອ​ຍຫລາຍ, ​ແລະ ​ເຂົາ​ເຈົ້າບໍ່​ມີ​ເວລາ​ພັກຜ່ອນ. ​ແຕ່​ສິ່ງ​ທີ່​​ເຮັດ​ໃຫ້ເອລີ​ຊາ​ເບັດບໍ່​ສະບາຍ​ໃຈ​ຫລາຍ​ທີ່​ສຸດ ​ແມ່ນ​ຖ້ອຍ​ຄຳ​ຂອງຜູ້​ຄົນ​ທີ່​ເຂົາ​ເຈົ້າພົບ​ປະ​ສັງ​ສັນ​ດ້ວຍ.

​ເອລີ​ຊາ​ເບັດ​ໄດ້​ເວົ້າວ່າ ຈົນ​ມ​າ​ເຖິງ​​​ເວລາ​ນີ້ ລາວ​ໄດ້​ເຊື່ອ​ຕະຫລອດ​ເວລາ​ວ່າ ພຣະຄຳ​ພີ​ມໍ​ມອນ ​ເປັນຄວາມ​ຈິງ, ວ່າ​ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ຮັບ​ສິດ​ອຳນາດ​ຈາກ​ພຣະ​ເຈົ້າ ​ໃຫ້​ເຮັດ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ, ​ແລະ ຂ່າວສານ​ຂອງ​ເພິ່ນ ​ແມ່ນ​ແຜນ​ແຫ່ງ​ຊີວິດ ​ແລະ ຄວາມ​ລອດ. ​ແຕ່​ປະສົບ​ການ​ຂອງ​ລາວໃນ​ເວລາ​ນັ້ນ ບໍ່ມີ​ສິ່ງ​ໃດ​​ເລີຍ ທີ່ເພີ່ມ​ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ຄວາມ​ເຊື່ອ​ຖື​ດັ່ງກ່າວ.

ຜູ້​ເດີນທາງ​ບາງ​ຄົນ ທີ່​ໄດ້​ມາ​ພັກ​ເຊົາ ​ເປັນ​ຄົນ​ມັກ​ອ່ານໜັງສື, ມີ​ການ​ສຶກສາ​ສູງ, ສະຫລາດ ​ແລະ ມັກ​ເວົ້າ​ໃຫ້​ລາວ​​ຟັງ​ວ່າ ​ໂຈ​ເຊັບ ສະ​ມິດ “​ເປັນ​ນັກ​ຕົ້ມຕຸ​ນ” ຜູ້​ໄດ້​ຂຽນ​ພຣະຄຳ​ພີ​ມໍ​ມອນ​ດ້ວຍ​ຕົວເອງ ​ແລ້ວ​ໄດ້​​ເອົາ​ໄປຈຳໜ່າຍ​ຂາຍ​ກິນ. ​ເຂົາ​ເຈົ້າ​ເວົ້າວ່າ ສິ່ງ​ທີ່​ກ່າວ​ມານັ້ນ ບໍ່​ເປັນຕາ​ເຊື່ອ, ​ໂດຍ​ບອກ​ວ່າ “ລັດທິ​ມໍ​ມອນ​ເປັນ​ສິ່ງ​ຈອມ​ປອມ.”

ຄຳ​ເວົ້າ​ເຫລົ່ານັ້ນ ​​ໄດ້​ເຮັດ​ໃຫ້​ເອລີ​ຊາ​ເບັດຮູ້ສຶກ​​ເປົ່າ​ປ່ຽວ​ດຽວ​ດາຍ. ບໍ່​ມີ​ຄົນ​​ໃດ​ທີ່​ລາວ​ພໍ​ຈະ​ເວົ້ານຳ, ບໍ່​ມີ​ເວລາ​ພໍ​ທີ່​ຈະ​ອະທິຖານ—​​ແຕ່ລາວ​ໄດ້​ອະທິຖານ ​ໃນ​ຂະນະ​ທີ່​ທຳ​ງານ. ລາວ​ບໍ່​ກ້າ​ທີ່​ຈະ​ເວົ້າຫຍັງ​ຕໍ່ຕ້ານ ຄົນ​ທີ່​ເວົ້າ​ເຍາະ​ເຍີ້​ຍສາດສະໜາ​ຂອງ​ລາວ. ລາວ​ໄດ້​ເວົ້າວ່າ ລາວ​ຄິດ​ວ່າ ​ເຂົາ​ເຈົ້າ​ເວົ້າຄວາມ​ຈິງ, ​ແລະ ລາວ​ຮູ້ສຶກ​ວ່າ ລາວ​ບໍ່​ສາມາດ​ປົກ​ປ້ອງ​ຄວາມ​ເຊື່ອ​ຖື​ຂອງ​ລາວ ​ເຖິງ​ແມ່ນ​ລາວ​ພະຍາຍາມ.

ຮູບ​ພາບ
Pioneer Family in front of a log home

ຕໍ່​ມາ, ​ເອລີ​ຊາ​ເບັດ ​​ແລະ ຄອບຄົວ​ຂອງ​ລາວ ​ໄດ້​ຍ້າຍ​ບ້ານ. ​ເອລີ​ຊາ​ເບັດ​​ເວົ້າວ່າ ລາວ​ມີ​ເວລາ​ທີ່​ຈະ​ຄິດ ​ແລະ ບໍ່​ມີ​ສິ່ງ​ໃດ​ມາ​ລົບ​ກວນ​ຕະຫລອດ​ເວລາ. ລາວ​ມັກ​ລົງ​ໄປ​ຫ້ອງ​​ໃຕ້​ດິນ ​ແລະ ອະທິຖານ​ຫາ​ພຣະບິດາ​ເທິງ​ສະຫວັນ ກ່ຽວ​ກັບ​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ບໍ່​ສະບາຍ​ໃຈ—ກ່ຽວ​ກັບ​ຖ້ອຍ​ຄຳ​ຂອງ​ພວກ​ຜູ້​ຊາຍ​ທີ່ສະຫລາດ​ເຫລົ່ານັ້ນ ທີ່​ບອກ​ລາວ​ວ່າ ພຣະກິດ​ຕິ​ຄຸນ​ເປັນ​ສິ່ງ​ຈອມ​ປອມ ​ແລະ ກ່ຽວ​ກັບ​​ໂຈ​ເຊັບ ສະ​ມິດ ​ແລະ ພຣະຄຳ​ພີ​ມໍ​ມອນ.

ຄືນ​ໜຶ່ງ ​ເອລີ​ຊາ​ເບັດ​ໄດ້​ຝັນ. ລາວ​ເວົ້າວ່າ: “​ເບິ່ງ​ຄື​ວ່າ ຂ້າພະ​ເຈົ້າ​ໄດ້​ຢືນ​ຢູ່​ແຄມທາງ​ລໍ້​ກວຽນ​ທີ່​ແຄບໆບ່ອນ​ໜຶ່ງ, ຊຶ່ງ​ທາງນັ້ນ​ເລາະ​ລຽບ​ໄປ​ຕາມຄ້ອຍພູ, ຢູ່​ເຄິ່ງຄ້ອຍ​ພູ ຂ້າພະ​ເຈົ້າ​ເຫັນຊາຍ​ຄົນ​ໜຶ່ງ ທີ່​ຫລຽວ​ລົງ​ມາ ​ແລະ ​ກຳລັງ​ເວົ້າຢູ່, ຫລື ​ເບິ່ງ​ຄື​ວ່າກຳລັງ​ເວົ້ານຳ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ທີ່​ນັ່ງ​ຄຸ​ເຂົ່າ​ ​ແລະ ກົ້ມ​ເບິ່ງຂຸມ​ຢູ່. ລາວ​ໄດ້​ເດ່​ມື​ອອກ​ໄປ ​ເບິ່ງ​ຄື​ວ່າ ລາວ​ກຳລັງຈະ​ຈັບ​ບາງ​ສິ່ງ​ຂຶ້ນມາ​ຈາກ​ຂຸມ. ຂ້າພະ​ເຈົ້າ​ໄດ້​ຫລຽວ​ເຫັນ​ຝາ​ປົກ​ຂຸມ ທີ່​ໄດ້​ຖືກ​ຍ້າຍ​ອອກ​ໄປ ຈາກ​ບ່ອນ​ທີ່​ຊາຍ​ໜຸ່ມ​ຄົນ​ນັ້ນ ກຳລັງ​ກົ້ມຢູ່. ຢູ່​ໃນ​ເສັ້ນທາງ ມີ​ຫລາຍ​ຄົນ​​ເດີນ​ຜ່ານ​ມາ, ​ແຕ່​ບໍ່​ມີ​ໃຜ​ສົນ​ໃຈ​​ນຳ​ຜູ້​ຊາຍ​ສອງ​ຄົນ​ທີ່ຢູ່​ຄ້ອຍ​ພູ. ມີ​ບາງ​ສິ່ງ​ໃນ​ຄວາມ​ຝັນ​ນັ້ນ ທີ່​ປະ​ທັບ​ໃຈ​ຂ້າພະ​ເຈົ້າຫລາຍ ຈົນ​ວ່າ​ຂ້າພະ​ເຈົ້າສະ​ເດີ​ດຕື່ນ​ທັນທີ; ... ຂ້າພະ​ເຈົ້າບໍ່​ສາມາດ​​ເລົ່າຄວາມ​ຝັນ​ນັ້ນ ​ໃຫ້​ຄົນ​ໃດ​ຟັງ, ​ແຕ່​ຂ້າພະ​ເຈົ້າ​ເພິ່ງ​ພໍ​ໃຈ​ທີ່​ຮູ້​ວ່າ​ເປັນ ທູດ​ໂມ​ໂຣ​ໄນ ກຳລັງ​ແນະນຳ​ຊາຍ​ໜຸ່ມ​ໂຈ​ເຊັບ ​ໃນ​ເວລາ​ທີ່​ເພິ່ນ​​ໄດ້​ຮັບ​ແຜ່ນ​ຈາລຶກ.”

​ໃນ​ລະດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1893, ເອລີ​ຊາ​ເບັດໄດ້​​ໄປເມືອງ​ເຊົາ​ເລັກ​ສຳລັບ​ການ​ອຸທິດ​ພຣະວິຫານ. ລາວ​ໄດ້​ບັນຍາຍ​ເຖິງ​ປະສົບ​ການຂອງ​ລາວ ດັ່ງ​ນີ້: “ຢູ່​ໃນ​ນັ້ນ ຂ້າພະ​ເຈົ້າ​ໄດ້​ເຫັນ​ຮູບ​ພາບດຽວ​ກັນ ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ​ຢູ່​ໃນ​ຄວາມ​ຝັນ, ຊຶ່ງ​ຮູບ​ພາບ​ນັ້ນ​​ເປັນ​ແຜ່ນ​ແກ້ວປ່ອງຢ້ຽມ​ທີ່​ເປັນ​ສີ. ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ຖ້າ​ຂ້າພະ​ເຈົ້າໄດ້​ເຫັນ​ພູ​ຄູ​ໂມຣາ​ແທ້ໆ, ມັນ​ກໍ​ຄົງ​ບໍ່​ແຕກ​ຕ່າງ​ຈາກ​ຮູບ​ນັ້ນ. ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ຂ້າພະ​ເຈົ້າ​ໄດ້​ເຫັນ​ພາບ​ຂອງ​ທູດ​ໂມ​ໂຣ​ໄນ ກຳລັງມອບ​ແຜ່ນ​ຈາລຶກ​ຄຳ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ.”

ຮູບ​ພາບ
Old portrait of Elizabeth Staheli

ຫລາຍ​ປີ​ຫລັງ​ຈາກ​ມີຄວາມ​ຝັນ​ນັ້ນ ​ແລະ ຫລາຍ​ເດືອນ​ກ່ອນ​ລາວ​ໄດ້​ເສຍ​ຊີວິດ ຕອນ​ມີ​ອາຍຸ​ເກືອບ​ເຖິງ 88 ປີ, ເອລີ​ຊາ​ເບັດ​ໄດ້​ຮັບ​ຄວາມ​ນຶກ​ຄິດທີ່ມີ​ພະລັງ​. ລາວ​ໄດ້​ເວົ້າວ່າ, “ຄວາມ​ຄິດ​ໄດ້​​ເຂົ້າມາສູ່​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ ​ຢ່າງ​ແຈ່ມ​ແຈ້ງ … ຄື​ກັບ​ບາງ​ຄົນ​ເວົ້າກັບ​ຂ້າພະ​ເຈົ້າວ່າ, … ‘ຢ່າ​ຝັງ​ປະຈັກ​ພະຍານ​ຂອງ​ເຈົ້າ ​ໄວ້​ໃນ​ດິນ.’”5

ຫລາຍ​ລຸ້ນຄົນ​ຈາກ​ນັ້ນ, ລູກ​ຫລານ​ຂອງເອລີ​ຊາ​ເບັດ​ໄດ້​ສືບ​ຕໍ່​ຮັບ​ເອົາ​ຄວາມ​ເຂັ້ມ​ແຂງ ຈາກ​ປະຈັກ​ພະຍານ​ຂອງ​ລາວ. ​ເຊັ່ນ​ດຽວ​ກັບເອລີ​ຊາ​ເບັດ, ​ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ສົງ​ໃສ ​ແລະ ວິຈານ ຜູ້​​ເວົ້າ​ເຍາະ​ເຍີ້​ຍ ​ແລະ ຕໍ່ຕ້ານ​ຄວາມ​ຈິງ ທີ່​ເຮົາ​ຖື​ວ່າ​ມີຄ່າ. ​ເຮົາ​ອາດ​ໄດ້​ຍິນ​ເລື່ອງ​ທີ່​ເຮັດ​ໃຫ້​ເຮົາ​ສັບສົນ ​ແລະ ​ໄດ້​ຍິນ​ຂ່າວສານ​ທີ່​ກົງກັນຂ້າມ. ​ເຊັ່ນ​ດຽວ​ກັບເອລີ​ຊາ​ເບັດ, ​ເຮົາ​ຕ້ອງ​ເຮັດ​ໃຫ້​ດີ​ທີ່​ສຸດ ​ເພື່ອ​ຮັກສາ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ ທີ່​ເຮົາ​ມີ​ຢູ່​ໃນ​ເວລາ​ນີ້, ​ໂດຍສ​ະເພາະ​ໃນ​ສະພາບ​ການ​ທີ່​ຫຍຸ້ງຍາກ. ​ເຮົາ​ອາດ​ບໍ່​ໄດ້​ຮັບຄຳ​ຕອບ​ຕໍ່ຄຳ​ອະທິຖານ​ຂອງ​ເຮົາທັນທີ, ​ແຕ່​ເຮົາ​ຕ້ອງ​ຫາ​​ເວລາ​ທີ່​ມິດ​ງຽບ ​ເພື່ອ​ຊອກຫາ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ. ​ແລະ ​ເມື່ອ​ເຮົາ​​ໄດ້​ຮັບ​ມັນ, ມັນ​ເປັນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ເຮົາ ທີ່​ຈະ​ດຳລົງ​ຊີວິດ​ຕາມ​ນັ້ນ, ທີ່​ຈະ​ແບ່ງປັນ​ມັນ, ​ແລະ ທີ່​ຈະ​ປົກ​ປ້ອງ​ສິ່ງ​ນັ້ນ.

ຂ້າພະ​ເຈົ້າຂໍ​ຝາກ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ​ໄວ້​ກັບ​ທ່ານ ວ່າ​ເມື່ອ​ເຮົາ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ຂ້າພະ​ເຈົ້າຮູ້​ວ່າ ​ເຮົາ​ຈະ​ມີ​ຄວາມ​ເຂັ້ມ​ແຂງ​ພາຍ​ໃນ ທີ່​ຈະ​ຕ້ານທານ​ກັບ​ທຸກ​ສະພາບ​ການ​ໄດ້. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫລ່ງອ້າງ​ອີງ

  1. “The Family Is of God,” in 2014 Outline for Sharing Time: Families Are Forever (2013), 28–29.

  2. ​ເບິ່ງ ​​ໂມ​ໂຣ​ໄນ 10:5.

  3. “The Family Is of God.”

  4. Dieter F. Uchtdorf, “Receiving a Testimony of Light and Truth,” Ensign or Liahona, Nov. 2014, 21.

  5. ​ເບິ່ງ Elizabeth Staheli Walker, “My Testimony, Written for My Children and Their Children after I Am Gone,” 1939, 22–26, University of Nevada, Las Vegas, Special Collections; punctuation, capitalization, and spelling standardized.