​2010–2019
​ພຣະ​ກິດ​ຕິ​ຄຸນ​ຍັງ​ເປັນ​ສິ່ງ​ອັດ​ສະ​ຈັນ​ສຳ​ລັບ​ທ່ານ​ຢູ່​ບໍ?
ເມສາ 2015


​ພຣະ​ກິດ​ຕິ​ຄຸນ​ຍັງ​ເປັນ​ສິ່ງ​ອັດ​ສະ​ຈັນ​ສຳ​ລັບ​ທ່ານ​ຢູ່​ບໍ?

ທີ່​ຈະ​ປະ​ຫລາດໃຈ​ນຳ​ສິ່ງ​ທີ່​ໜ້າ​ອັດ​ສະ​ຈັນ​​​ໃຈແຫ່ງ​ພ​ຣະ​ກິດ​ຕິ​ຄຸນ​ແມ່ນ​ເຄື່ອງ​ໝາຍ​ຂອງສັດ​ທາ. ມັນ​ເປັນ​ການ​ຮັບ​ຮູ້​ພຣະ​ຫັດ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ໃນ​ທຸກ​ສິ່ງ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ.

ພັນ​ລະ​ຍາ ແລະ ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ສຸກ​​ຫລາຍທີ່​ໄດ້​ລ້ຽງ​ດູ​ລູກ​ຫ້າ​ຄົນ​ໃກ້​ກຸງ​ປາ​ຣີ​ທີ່​ສະ​ຫງ່າ​ງາມ. ໃນ​ຊ່ວງ​ປີ​ເຫລົ່າ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ລູກໆ​ມີ​ໂອກ​າດ​ທີ່​ມີ​ປະ​ສິດ​ທິ​ພາບ​ຫລາຍ ​ໃນ​ການ​ຄົ້ນ​ພົບ​ສິ່ງ​ທີ່ໜ້າ​ອັດ​ສະ​ຈັນ​ຂອງ​ໂລກນີ້. ແຕ່​ລະ​ລະ​ດູ​ຮ້ອນ, ຄອບ​ຄົວ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ເປັນ​ເວ​ລາ​ດົນ​ນານ​ ເພື່ອ​ຢ້ຽມ​ຢາມ​ອະ​ນຸ​ສາ​ວະ​ລີ​ທີ່​ສຳ​ຄັນ​ທີ່​ສຸດ, ສະ​ຖານ​ທີ່​ແຫ່ງ​ປະ​ຫວັດ​ສາດ, ແລະ ສິ່ງ​ມະ​ຫັດ​ສະ​ຈັນ​ທຳ​ມະ​ຊາດ​ໃນ​ທະ​ວີບ​ເອີ​ຣົບ. ໃນ​ທີ່​ສຸດ, ຫລັງ​ຈາກ​ໄດ້​ອາ​ໄສ​ຢູ່​ໃນ​ຂອບ​ເຂດ​ຂອງ​ກຸງ​ປາ​ຣີ ​ເປັນ​ເວລາ 22​ ປີ​, ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ຕຽມ​ຍ້າຍ. ຂ້າ​ພະ​ເຈົ້າ​ຍັງ​ຈຳ​ວັນ​ທີ່​ລູກໆ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມາ​ຫາ ແລະ ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ພໍ່​ເອີຍ, ໜ້າ​ເສຍ​ດາຍ​ແທ້ໆ​ນໍ! ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ທີ່ນີ້​ຕະ​ຫລອດ​ຊີ​ວິດ​, ແຕ່​ພວກ​ເຮົາ​ບໍ່​ເຄີຍ​ໄປ​ທ່ຽວ​ຊົມ ​ຫໍ​ເອ​ເຟັນ ​ຈັກ​ເທື່ອເລີຍ!”

​ມີ​ສິ່ງ​ມະ​ຫັດ​ສະ​ຈັນ​ຫລາຍ​ໃນ​ໂລກນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ເທື່ອ​ເມື່ອ​ເຮົາ​ມີ​ມັນ​ຢູ່​ໃກ້​ຕົວ​ຂອງ​ເຮົາ​ສະ​ເໝີ, ເຮົາ​ບໍ່​ເຫັນ​ຄຸ​ນ​ຄ່າ​ຂອງ​ມັນ​ເລີຍ. ເຮົາ​ເບິ່ງ, ແຕ່​ເຮົາ​ບໍ່​ເຫັນ​; ເຮົາ​ໄດ້​ຍິນ, ແຕ່​ເຮົາ​ບໍ່​ຕັ້ງ​ໃຈ​ຟັງ.

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ໂລກຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​, ພຣະອົງໄດ້​ກ່າວ​ຕໍ່​ສາ​ນຸ​ສິດ​ຂອງ​ພຣະ​ອົງວ່າ:

“ຕາ​ທັງ​ຫລາຍ​ທີ່​ໄດ້​ເຫັນ​ການ​ຊຶ່ງ​​ພວກເຈົ້າ​ໄດ້​ເຫັນນັ້ນ​ກໍ​ເປັນ​ສຸກ:

“ເຮົາ​ບອກ​ພວກ​ເຈົ້າ​ວ່າ, ຜູ້​ທຳ​ນາຍ ແລະ ກະ​ສັດ​ຫລາຍ​ຄົນ​ຢາກ​ເຫັນ​ສິ່ງ​ທີ່​ພວກ​ເຈົ້າ​ເຫັນ, ແຕ່​ພວກ​ເຂົາ​ບໍ່​ໄດ້​ເຫັນ ແລະ ຢາກ​ໄດ້​ຍິນ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຍິນ ​ແຕ່​ພວກ​ເຂົາ​ບໍ່​ໄດ້​ຍິນ.”1

ຂ້າ​ພະ​ເຈົ້າ​ໄດ້​ຄິດ​ເລື້ອຍໆ​ວ່າ ມັນ​ຈະເປັນ​ແນວ​ໃດ​ທີ່​ຈະ​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ. ທ່ານ​ສາ​ມາດ​ວາດ​ພາບ​ໄດ້​ບໍ​ວ່າ​ ທ່ານໄດ້​ນັ່ງ​ຢູ່​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ? ໄດ້​ຮູ້​ສຶກ​ເຖິງ​ຄວາມ​ໂອບກອດ​ຂອງ​ພຣະ​ອົງ? ໄດ້​ເຫັນ​ເມື່ອ​ພຣະ​ອົງ​ປະ​ຕິ​ບັດ​ຕໍ່​ຜູ້​ຄົນ? ແຕ່​ຫລາຍໆ​ຄົນ​ທີ່​ໄດ້​ພົບ​ພຣະ​ອົງ​ບໍ່​ຮູ້​ຈັກ​—ບໍ່ “ເຫັນ”—ວ່າ​ພຣະ​ບຸດ​ຂອງພຣະ​ອົງ​ແທ້ໆ​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ.

ເຮົາ​ກໍ​ມີ​ສິດ​ທິ​ພິ​ເສດ​ເໝືອນ​ກັນທີ່​ຈະ​ມີ​ຊີ​ວິດ​ຢູ່​ໃນ​ເວ​ລາ​ທີ່​ປະ​ເສີດນີ້. ສາດ​ສະ​ດາໃນ​ສະ​ໄໝ​ໂບ​ຮານ​ໄດ້​ເຫັນ​ວຽກ​ງານ​ແຫ່ງ​ການ​ຟື້ນ​ຟູ​ວ່າ​ເປັນ “ສິ່ງ​ອັດ​ສະ​ຈັນ …  , ແທ້​ຈິງ​ແລ້ວ, ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ.”2 ​ບໍ່​ເຄີຍ​ມີ​ຜູ້​ສອນ​ສາດ​ສະ​ໜາ​ຖືກ​ເອີ້ນ​ຫລາຍ​ຂະ​ໜາດນີ້ໃນ​ຍຸກ​ສະ​ໄໝ​ກ່ອນ, ຫ​ລາຍໆ​ປະ​ເທດໄດ້​ເປີດ​ຮັບ​ຂ່າວ​ສ​ານ​ຂອງ​ພຣະ​ກິດ​ຕິ​ຄຸນ, ແລະ ພຣະ​ວິ​ຫານ​ກໍ​ຖືກ​ສ້າງ​ຂຶ້ນ​ໃນ​ຫລາຍໆ​ແຫ່ງ​ຕະ​ຫລອດ​ທົ່ວ​ໂລກ.

​ສຳ​ລັບ​ພວກ​ເຮົາ​, ໃນ​ບົດ​ບາດ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ສິ່ງ​ອັດ​ສະ​ຈັນ​ກໍ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​​ເຮົາ​ທຸກ​ຄົນ​ຄື​ກັນ​. ສິ່ງ​ເຫລົ່າ​ນີ້​ຮ່ວມ​ດ້ວຍ​ການ​ເຫລື້ອມ​ໃສສ່ວນ​ຕົວ​ຂອງ​ເຮົາ, ຄຳ​ຕອບ​ທີ່​ເຮົາ​ໄດ້​ຮັບຕໍ່ຄຳ​ອະ​ທິ​ຖານ​ຂອງ​ເຮົາ, ແລະ ພອນ​​ແຫ່ງ​ຄວາມ​ຮັກທີ່​ພ​ຣະ​ເຈົ້າ​ປະ​ທານ​ໃຫ້​ແກ່​ເຮົາ​ຢ່າງ​ຫລວງ​ຫລາຍ​ທຸກໆ​ວັນ.

ທີ່​ຈະ​ປະ​ຫລາດໃຈ​ນຳ​ສິ່ງ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈແຫ່ງ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ເຄື່ອງ​ໝາຍ​ຂອງສັດ​ທາ. ມັນ​ເປັນ​ການ​ຮັບ​ຮູ້​ພຣະ​ຫັດ​ຂອງ​ພ​ຣະ​ຜູ້ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ໃນ​ທຸກ​ສິ່ງ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ. ຄວາມ​ປະ​ຫລາດ​ໃຈ​ຂອງ​ເຮົາ​ຈະ​ກໍ່​​ໃຫ້​​ເກີດຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ນຳ​ອີກ. ມັນ​ໃຫ້​ເຮົາ​ມີ​ພະ​ລັງ​ທີ່​ຈະຮັກ​ສາ​ສັດ​ທາ​ຂອງ​ເຮົາ​ໄວ້​ຢ່າງ​ໝັ້ນ​ຄົງ ແລະ ມີ​ສ່ວນ​ຮ່ວມ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ.

ແຕ່​ຂໍ​ໃຫ້​ເຮົາ​ຈົ່ງ​ລະ​ວັງ​ຕົວ. ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ປະ​ຫລາດ​ໃຈ​ນັ້ນ​ບໍ່​ໝັ້ນ​ຄົງ. ​ເມື່ອ​ເວລາ​ຜ່ານ​ໄປ, ດັ່ງ​​ເຊັ່ນ ການບໍ່ຮັກ​ສາ​ພ​ຣະ​ບັນ​ຍັດ​ຢ່າງ​ຈິງ​ຈັງ, ຄວາມ​​ເສີຍເມີຍ, ຫລື ແມ່ນ​ແຕ່​ຄວາມ​​ເມື່ອຍ​ເພຍອາດ​ເກີດ​ຂຶ້ນ ແລະ ເຮັດ​ໃຫ້​ເຮົາ​ບໍ່​ຮູ້​ສຶກ​ໄວ​ຕໍ່​ເຄື່ອງ​ໝາຍ ແລະ ​ແມ່ນ​ແຕ່​ຕໍ່ສິ່ງ​​ອັດ​ສະ​ຈັນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ໜ້າ​​ປະ​ຫລາດ​ໃຈ.

ພຣະ​ຄຳ​ພີມໍ​ມອນ​​ໄດ້ບັນ​ຍາຍ​ຍຸກ​ສະ​ໄໝ, ທີ່​ຄ້າຍ​ຄື​ວັນ​ເວ​ລາ​ຂອງ​ເຮົາ​, ທີ່​​ໄດ້​ເກີດ​ຂຶ້ນກ່ອນ​ການ​ສະ​ເດັດ​ມາ​ຂອງພ​ຣະ​ເມ​ຊີ​ອາ​ສູ່​ທະ​ວີບ​ອະ​ເມ​ຣິ​ກາ. ໃນ​ທັ​ນ​ທີ​ທັນ​ໃດເຄື່ອງ​ໝາ​ຍ​ແຫ່ງ​ການ​ກຳ​ເນີດ​ຂອງ​ພ​ຣະ​ອົງ​ກໍ​ໄດ້​ປາ​ກົດ​ຂື້ນ​ໃນທ້ອງ​ຟ້າ. ຜູ້​ຄົ​ນໄດ້​ຕົກ​ໃຈ​ຫລາຍ​ດ້ວຍ​ຄວາມ​ປະ​ຫລາດ​ໃຈ ຈົນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຖ່ອມ​ຕົນ, ແລະ ເກືອບ​ທຸກ​ຄົນ​ໄດ້​ປ່ຽນ​ໃຈ​ເຫລື້ອ​ໃສ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຽງ​ແຕ່​ສີ່​ປີ​ສັ້ນໆ​ຕໍ່​ມາ, ​“ຜູ້​ຄົນ​ເລີ່ມ​ຫລົງ​ລືມ​ເຄື່ອງ​ໝາຍ ແລະ ຄວາມ​ແປ​ກ​ປະ​ຫລາດ​ໃຈ​ຊຶ່ງ​ພວກ​ເຂົາ​ເຄີຍ​ໄດ້​ຍິນ​ມາ, ແລະ ເລີ່ມ​ແປກ​ໃຈ​ນ້ອຍ​ລົງ​ກ່ຽວ​ກັບ​ເຄື່ອງ​ໝາຍ ຫລື ການ​ແປກ​ປະ​ຫລາດ​ຈາກ​ສະ​ຫວັນ, … ແລະ ເລີ່ມບໍ່​ເຊື່ອ​ທຸກ​ສິ່ງ​ຊຶ່ງ​ພວກ​ເຂົາ​ໄດ້​ຍິນ ແລະ ເຫັນ​ມາ.”3

ອ້າຍ​ເອື້ອຍ​ນ້ອງຂອງ​ຂ້າ​ພະ​ເຈົ້າ​, ພຣະ​ກິດ​ຕິ​ຄຸນ​ຍັງ​ເປັນ​ສິ່ງໜ້າ​ອັດ​ສະ​ຈັນ​ຕໍ່​ທ່ານ​ຢູ່​ບໍ? ທ່ານ​ຍັງ​ສາ​ມາດ​ເຫັນ, ໄດ້​ຍິນ, ຮູ້​ສຶກ, ແລະ ປະ​ຫລາດ​ໃຈ​ຢູ່​ບໍ? ຫລື ວ່າ​ຄວາມ​ຮູ້​ສຶກ​ໄວ​ຂອງ​ທ່ານເຖິງ​ເລື່ອງ​ທາງ​ຝ່າຍ​ວິນ​ຍານ​ມີ​ນ້ອຍ​ລົງ​ແລ້ວ​ບໍ? ບໍ່​ວ່າ​ສະ​ພາບ​ການ​ສ່ວນ​ຕົວ​ຂອງ​ທ່ານ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້ເຮັດ​ສາມ​ຢ່າງ​ຕໍ່​ໄປ​ນີ້.

ໜຶ່ງ, ຢ່າ​ອິດ​ເມື່ອຍ​ຈັກ​ເທື່ອ​ໃນ​ການ​ຄົ້ນ​ພົບ ຫລື ຄົ້ນ​ຫາຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຄືນ​ອີກ. ນັກ​ຂຽນຊື່ ມາ​ແຊວ ພຣະ​ໂອສ໌ ໄດ້​ກ່າ​ວ​ວ່າ, ການ​ເດີນ​ທາງ​ແຫ່ງ​ການ​ຄົ້ນ​ພົບ​ທີ່​ແທ້​ຈິງ​ ບໍ່​ພຽງ​ແຕ່ປະ​ກອບ​ດ້ວຍ​ການ​ສະ​ແຫວງ​ຫາ​ທິວ​ທັດ​ໃໝ່​, ແຕ່​ໃນ​ການຄິດ​ເຫັນ​ສິ່ງ​ເກົ່າ​ໃນ​ວິ​ທີ​ໃໝ່.4 ທ່ານ​ຈຳເທື່ອ​ທຳ​ອິດ ​ທີ່​ທ່ານ​ໄດ້​ອ່ານ​ຂໍ້​ພຣະ​ຄຳ​ພີ ແລະ ໄດ້​ຮູ້​ສຶກ​ຄື​ກັບ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ກ່າວ​ກັບ​ທ່ານ​ຢູ່​ຢ່າງ​ເປັນ​ສ່ວນ​ຕົວ​ໄດ້​ບໍ? ທ່ານ​ຈຳ​ເທື່ອ​ທຳ​ອິດ​ທີ່​ທ່ານ​ໄດ້​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ທີ່​ຫວານ​ຊື່ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ ທີ່ໄດ້​ມາ​ສະ​ຖິດ​ຢູ່​ກັບ​ທ່ານ​​ໄດ້​ບໍ, ບາງ​ທີ​ແມ່ນ​ແຕ່​ກ່ອນ​ທີ່​ທ່ານ​ໄດ້​ຮັບ​ຮູ້​ມັນ​ວ່າ​ເປັນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ? ຊ່ວງ​ເວ​ລາ​ເຫລົ່າ​ນັ້ນ​ບໍ່​ໄດ້​ເປັນ​ເລື່ອງ​ສັກ​ສິດ​ບໍ?

ເຮົາ​ຄວນ​ອຶດ​ຫິວ​ທຸກໆ​ມື້​ເພື່ອຈະ​ມີ​ຄວາມ​ຮູ້​ທາງວິນ​ຍານ. ການ​ສະ​ແຫວງ​ຫາ​ຄວາມ​ຮູ້ນັ້ນແມ່ນ​ຖືກ​ຕັ້ງ​ຢູ່​ໃນ​ພື້ນ​ຖານ​ຂອງ​ການ​ສຶກ​ສາ, ການ​ສະ​ມາ​ທິ, ແລະ ການ​ອະ​ທິ​ຖານ. ບາງ​ເທື່ອ​ເຮົາ​ອາດ​ຖືກ​ລໍ້​ລວງ​ໃຫ້​ຄິດ​ວ່າ, “ມື້ນີ້ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ສຶກ​ສາ​ພຣະ​ຄຳ​ພີ; ເຮົາ​ໄດ້​ອ່ານ​ມັນ​ໝົດ​ແລ້ວ​ທີ່​ຜ່ານ​ມາ” ຫລື “ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ໂບດ​ດອກ​ມື້​ນີ້; ບໍ່​ມີ​ຫ​ຍັງ​ເປັນ​ເລື່ອງ​ໃໝ່​ເລີຍ.”

ເຮົາ​ສາ​ມາດ​ຮຽນ​ເລື່ອງ​ໃໝ່​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນສະ​ເໝີ. ມີ​ຄວາມ​ຮູ້​ໃໝ່​ທີ່​ຈະ​ຮຽນ​ຮູ້ ແລະ ຮູ້​ສຶກ​ເຖິງ​ທຸກໆ​ວັນ​ອາ​ທິດ, ໃນ​ການ​ປະ​ຊຸມ, ແລະ ໃນ​ພຣະ​ຄຳ​ພີ​ທຸກໆ​ຂໍ້. ໃນ​ສັດ​ທາ​ເຮົາ​ຍຶດ​ໝັ້ນ​ຢູ່​ກັບ​ຄຳ​ສັນ​ຍາ​ທີ່​ວ່າ ຖ້າ​ຫາກ​ເຮົາ “ຊອກ​ຫາ, … [ເຮົາ] ກໍຈະ​ໄດ້​ພົບ.”5

ສອງ, ຕັ້ງ​ສັດ​ທາ​ຂອງ​ທ່ານ​ໄວ້​ໃຫ້​ໝັ້ນ​ຄົງ​ໃນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​​ແຈ່ມແຈ້ງ​ ແລະ ລຽບ​ງ່າຍ. ຄວາມ​ປະ​ຫລາດ​ໃຈ​ຂອງ​ເຮົາ​ຄວນ​ຝັງ​ເລິກ​ຢູ່​ໃນ​ຫລັກ​ທຳ​ພື້ນ​ຖານ​ຂອງ​ສັດ​ທາ​ຂອງ​ເຮົາ, ​ໃນ​ຄວາມ​ບໍ​ລິ​ສຸດ​ຂອງ​ພັ​ນ​ທະ​ສັນ​ຍາຂອງ​ເຮົາ ແລະ ພິ​ທີ​ການ​ຕ່າງໆ​, ແລະ ໃນການ​ປະຕິບັດ​ແບບ​ລຽບ​ງ່າຍ ​ແຫ່ງ​ການ​ນະ​ມັດ​ສະການ​ຂອງ​ເຮົາ.

ຊິດສະ​ເຕີຜູ້​ສອນ​ສາດ​ສະໜາ​ຄົນ​ໜຶ່ງ​ໄດ້​ເລົ່າ​ເລື່ອງ​ຜູ້​ຊາຍ​ສາມ​ຄົນ ທີ່​ນາງ​ໄດ້​ພົບ​ໃນ​ຕອນ​ໄປກອງ​ປະ​ຊຸມ​ທ້ອງ​ຖິ່ນ ທີ່​ປະ​ເທດ​ອາ​ຟຣິ​ກາ. ເຂົາ​ເຈົ້າ​ໄດ້​ມາ​ຈາກ​ໝູ່ບ້ານທີ່​ຫ່າງໄກ​ ຈາກ​ສະ​ຖານ​ທີ່​ທີ່​ມີ​ຄົນ​ຫລາຍ ບ່ອນ​ທີ່​ສາດ​ສະ​ໜາ​ຈັກ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຈັດ​ຕັ້ງ ແຕ່​ບ່ອນ​ທີ່​ມີ​ສະ​ມາ​ຊິກ​ຜູ້​ຊື່​ສັດ 15 ຄົນ ແລະ ຜູ້​ສົນ​ໃຈ​ເກືອບ 20 ຄົນ. ເປັນ​ເວ​ລາ​ສອງ​ອາ​ທິດ​ທີ່​ຜູ້​ຊາຍ​ເຫລົ່າ​ນີ້​ໄດ້​ຍ່າງ​ໄປ, ເດີນ​ທາງ​ໄກ​ກວ່າ 300 ໄມ (480 ກິ​ໂລ​ແມັດ) ຜ່ານ​ຜ່າ​ເສັ້ນ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ຂີ້​ຕົມ​ເພາະ​ມັນ​ເປັນ​ລະ​ດູ​ຝົນ, ​ເພື່ອ​ວ່າ​ເຂົາ​ເຈົ້າ​​ຈະສາ​ມາດ​ໄປ​ຮ່ວມກອງ​ປະ​ຊຸມ ແລະ ໄດ້​ນຳ​ເອົາ​ເງິນ​ສ່ວນ​ສິບ​ຈາກ​ສະ​ມາ​ຊິກ​ຂອງ​ກຸ່ມ​ຂອງ​ເຂົາ​ເຈົ້າ​ມາ​ນຳ​. ເຂົາ​ເຈົ້າ​ໄດ້​ວາງ​ແຜນ​ທີ່​ຈະ​ຢູ່​ທີ່ນັ້ນ​ຕະ​ຫລອດ​ອາ​ທິດ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ປິ​ຕິ​ຍິນ​ດີ​ກັບ​ສິດ​ທິ​ພິ​ເສດ​ຂອງ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ໃນວັນ​ອາ​ທິດ​ຕໍ່​ຈາກນັ້ນ ແລະ ໄດ້​ຫວັງ​ຈະ​​ອອກ​ເດີນ​ທາງ​ກັບ​ບ້ານ ໂດຍ​​ການຖື​ກ່ອງ​ທີ່​ເຕັມ​ໄປ​ດ້ວຍ​ພຣະ​ຄຳ​ພີ​ມໍ​ມອນ​ຢູ່​ເທິງ​ຫົວ​ຂອງ​ເຂົາ​ເຈົ້າ ເພື່ອ​ຈະ​ເອົາ​ໄປ​ໃຫ້​ຜູ້​ຄົນ​ໃນ​ໝູ່​ບ້ານ​ຂອງ​ເຂົາ​ເຈົ້າ.

ຜູ້​ສອນ​ສາດ​ສະ​ໜາ​ໄດ້​ເປັນ​ພະ​ຍານ​ວ່າ ​ນາງ​ຖືກ​ສຳ​ພັດ​ໂດຍ​ຄວາມ​ຮູ້​ສຶກ​ຂອງ​ຄວາມ​ອັດ​ສະ​ຈັນ​ໃຈ ທີ່​ພວກ​ອ້າຍ​ນ້ອງ​ໄດ້​ສະ​ແດງໃຫ້​ເຫັນ ແລະ ໂດຍ​ການ​ເສຍ​ສະ​ລະ​ຂອງ​ເຂົາ​ເຈົ້າ​ຢ່າງ​ເຕັມ​ໃຈ ເພື່ອ​ຈະ​ໄດ້​ມີ​ສິ່ງ​ຂອງ ທີ່​ສຳ​ລັບ​ນາງ​ແລ້ວ ໄດ້​ມີ​ໄວ້​ໃຫ້​ສະ​ເໝີ​ມາ.

ນາງ​ໄດ້​ເວົ້າ​ວ່າ, “ຂ້າ​ນ້ອຍ​ໄດ້​ຄິດ​ຢູ່ໃນ​ໃຈ​ວ່າ: ຖ້າ​ຫາກ​ເຮົາ​ໄດ້​ລຸກ​ຂຶ້ນ​ໃນ​​ເຊົ້າວັນ​ອາ​ທິດ ໃນ​ລັດ​ອາ​ຣິ​ໂຊ​ນາ ແລະ ໄດ້​ເຫັນ​ວ່າ​ລົດ​ຂອງ​ເຮົາໃຊ້​ການບໍ່​ໄດ້, ແລ້ວ​ເຮົາ​ຈະ​​ຍ່າງ​ໄປ​​ໂບດ​​ແມ່ນ​ແຕ່​​ເຄິ່ງ​ກິ​ໂລ​ແມັດຈາກ​ບ້ານ​ບໍ? ຫລື ວ່າ​ເຮົາ​ຈະ​ຢູ່​ບ້ານ​ເທົ່າ​ນັ້ນ​ເພາະ​ມັນ​ຢູ່​ໄກ​ເກີນ​ໄປ ຫລື ວ່າ​ເປັນ​ເພາະ​ຝົນ​ຕົກ​ບໍ?”6 ຄຳ​ຖາມ​ເຫລົ່າ​ນີ້​ກໍ​ເປັນ​ຄຳ​ຖາມ​ທີ່​ດີ​ສຳ​ລັບ​ເຮົາ​ທຸກ​ຄົນ​ທີ່​ຈະ​ພິ​ຈາ​ລະ​ນາ.

ສຸດ​ທ້າຍ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນທ່ານ​ໃຫ້​ສະ​ແຫວງ​ຫາ ແລະ ທະ​ນຸ​ຖະ​ໜອມ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ສິ່ງ​​ແປກປະ​ຫລາດ ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຈະ​ບໍ່​ສາ​ມາດ​ຮັບ​ຮູ້​ໄດ້​ໂດຍ​ຄວາມ​ຮູ້​ສຶກ​ທຳ​ມະ​ຊາດ​ຂອງ​ທ່ານ. ມັນ​ເປັນ​ສິ່ງ​ທີ່ “ຕາບໍ່​​ເຫັນ, ຫູບໍ່​ໄດ້​ຍິນ, … ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​​ຈັດ​ຕຽມ​ໄວ້​ໃຫ້​ແກ່​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ.”7

ເມື່ອ​ເຮົາ​ມີ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ດ້ວຍ, ຄວາມ​ຮູ້​ສຶກ​ທາງວິນ​ຍານ​ຂອງ​ເຮົາ​ກໍ​ໄດ້ຮູ້​ສຶກ​ໄວ​ຂຶ້ນ ແລະ ຄວາມ​ຊົງ​ຈຳ​ຂອງ​ເຮົາ​ກໍ​ຖືກກະ​ຕຸ້ນ ເພື່ອ​ວ່າ​ເຮົາ​ຈະ​ບໍ່​ສາ​ມາດ​ລືມ​ສິ່ງ​ອັດ​ສະ​ຈັນ ແລະ ເຄື່ອງ​ໝາຍ​ທີ່​ເຮົາ​ໄດ້​ເຫັນ​ມາ​ແລ້ວ. ສະນັ້ນ​ບາງທີ ​ໂດຍທີ່​ຮູ້ວ່າພຣະ​ເຢ​ຊູ​​ກຳ​ລັງ​ຈະ​ຈາກ​ໄປ, ສາ​ນຸ​ສິດ​ຊາວ​ນີ​ໄຟ​ຂອງ​ພຣະ​ອົງ​ໄດ້​ອະ​ທິ​ຖານ​ຢ່າງ​ແຮງ​ກ້າ, “ຂໍ​ສິ່ງ​ທີ່​​ເຂົາ​ເຈົ້າ​ປາດ​ຖະ​ໜາ​ຫລາຍ​ທີ່​ສຸດ; ແລະ ​ເຂົາ​ເຈົ້າປາດ​ຖະ​ໜາ​ຂໍ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ສະ​ຖິດ​ຢູ່​ນຳ​ເຂົາ​ເຈົ້າ.”8

ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ໄດ້​ເຫັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ດ້ວຍ​ຕາ​ຂອງ​ເຂົາ​ເຈົ້າ​ເອງ ແລະ ໄດ້​ສຳ​ພັດ​ບາດ​ແຜ​ຂອງ​ພ​ຣະ​ອົງ​ດ້ວຍ​ມື​ຂອງ​ເຂົາ​ເຈົ້າ​ເອງ, ​ແຕ່ເຂົາ​ເຈົ້າ​ຮູ້​ວ່າ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ອາດ​ຫາຍ​ໄປ​ປາດ​ສະ​ຈາກ​ການ​ຕໍ່​ອາ​ຍຸ​ໃຫ້​ມັນ​ເລື້ອຍໆ​ ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ. ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​, ຢ່າ​ເຮັດ​ສິ່ງ​ໃດ​ເລີຍ​ທີ່​ເປັນ​ສິ່ງ​ທີ່​ສ່ຽງ ​ໃນ​ການ​ສູນ​ເສຍ​ຂອງ​ປະ​ທານ​ທີ່​ລ້ຳ​ຄ່າ ແລະ ປະ​ເສີດນີ້​ໄປ—ຄື ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂໍ​ໃຫ້​ສະ​ແຫວງ​ຫາ​ພຣະວິນ​ຍານດ້ວຍ​ການ​ອະ​ທິ​ຖານ​ອັນແຮງ​ກ້າ ແລະ ດ້ວຍ​ການ​ດຳ​ລົງ​ຊີ​ວິດ​ທີ່​ຊອບ​ທຳ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ວຽກ​ງານ​ທີ່​ເຮົາ​ເຮັດ​ຢູ່​ນີ້ ເປັນ “ວຽກ​ງານ​ປະ​​ເສີດ ແລະ ໜ້າ​ອັດ​ສະ​ຈັນ​ໃຈ.” ຂະ​ນະ​ທີ່​ເຮົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ພຣະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ເຮົາ​, “ໂດຍ​ຊົງ​ສຳ​ແດງ​ໝາຍ​ສຳ​ຄັນ​ການ​ອັດ​ສະ​ຈັນ, ການ​ອິດ​ທິ​ຣິດ​ຕ່າງໆ ແລະ ໂດຍ​ຂອງ​ປະ​ທານ​ຈາກ​ພຣະ​ວິ​ນຍານ​ບໍ​ລິ​ສຸດ​ເຈົ້າ ຊຶ່ງ​ຊົງ​ປະ​ທານ​ຕາມ​ນ້ຳ​ພຣະ​ໄທ​​ຂອງ​ພຣະ​ອົງ.”9 ໃນ​ວັນ​ພິ​ເສດນີ້, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ວຽກ​ງານ​ປະ​​ເສີດ ແລະ ໜ້າ​ອັດ​ສະ​ຈັນ​ໃຈນັ້ນ​ຖືກ​ຕັ້ງ​ໄວ້​ຢ່າງ​ແໜ້ນ ​ໃນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ—ຄື ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ນີ້​ເປັນ​ຂອງ​ປະ​ທານ​ທີ່​ສົມ​ບູນ​ແບບ​ແຫ່ງ​ຄວາມ​ຮັກ ທີ່​ພຣະ​ບິ​ດາ ແລະ ພຣະ​ບຸດ, ດ້ວຍ​ຈຸດ​ປະ​ສົງ​ດຽວ​ກັນ, ໄດ້​ປະ​ທານ​ໃຫ້​ແກ່​ເຮົາ​ແຕ່​ລະ​ຄົນ. ຮ່ວມ​ກັບ​ທ່ານ​ຂ້າ​ພະ​ເຈົ້າ​ກໍ “ເຝົ້າ​ພິ​ສະ​ຫວົງ​ຕໍ່​ຄວາມ​ຮັກ​ພຣະ​ເຢ​ຊູ​ມີ​ໃຫ້​ເຮົາ. … ໂອ້, ຊ່າງ​ອັດ​ສະ​ຈັນ, ອັດ​ສະ​ຈັນ​ຕໍ່​ເຮົາ!”10

ຂ້າ​ພະ​ເຈົ້າ​ຫວັງ​ວ່າ ເຮົາ​ຈະ​ມີ​ຕາ​ທີ່​ຈະ​ເຫັນ, ມີ​ຫູ​ທີ່​ຈະ​ໄດ້​ຍິນ, ແລະ ມີ​ໃຈ​ ທີ່​ເຂົ້າ​ໃຈ​ຄວາມມະ​ຫັດ​ສະ​ຈັນ​ຂອງ​ພຣະ​ກິດ​ຕິ​ຄຸນນີ້; ຂ້າ​ພະ​ເຈົ້າ​ອະ​ທິ​ຖານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.