​2010–2019
“ການ​ຖື​ສິນ​ອົດ​ເຂົ້າ​ແບບ​ທີ່​ເຮົາ​ຕ້ອງການ”
ເມສາ 2015


“ການ​ຖື​ສິນ​ອົດ​ເຂົ້າ​ແບບ​ທີ່​ເຮົາ​ຕ້ອງການ”

ເງິນ​ບໍລິຈາກ​ ຈາກການ​ຖື​ສິນ​ອົດ​ເຂົ້າຂອງ​ທ່ານ ຈະ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ພຽງ​ແຕ່​ມອບ​ອາຫານ ​ແລະ ​ເຄື່ອງນຸ່ງ​ຫົ່ມ​ໃຫ້​ແກ່​ຜູ້​ຄົນ​ເທົ່າ​ນັ້ນ. ມັນ​ຍັງ​ເປັນ​ການ​ປິ່ນປົວ ​ແລະ ປ່ຽນ​ຈິດ​ໃຈ​ຂອງ​ຜູ້​ຄົນ​ນຳ​ອີກ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຂໍ​ສົ່ງ​ຄວາມ​ຮັກ​ມາ​ຍັງ​ທ່ານ​ທັງຫລາຍ ​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​ນີ້ ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຄວາມ​ຊື່ນ​ຊົມ​ນັ້ນ​ມາ​ຈາກ​ການ​​ເປັນ​ພະຍານ​ຂອງ​ພຣະວິນ​ຍານ ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​ມາສູ່​ທ່ານ​ທັງຫລາຍ ​ແລະ ລູກໆ​ທັງ​ໝົດ​ຂອງ​ພຣະບິດາ​​ເທິງ​ສະຫວັນ. ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ປະສົງ​ທີ່​ຈະ​ອວຍພອນ​ລູກໆ​ຂອງ​ພຣະອົງ ທາງ​ວິນ​ຍານ ​ແລະ ທາງ​​ໂລກ. ພຣະອົງ​ເຂົ້າ​ໃຈ​ເຖິງ​ຄວາມ​ຕ້ອງການ, ຄວາມ​ເຈັບ​ປວດ, ​​ແລະ ຄວາມ​ຫວັງ​ຂອງ​ແຕ່ລະຄົນ.

​ເມື່ອ​ເຮົາ​ຊ່ອຍ​ເຫລືອ​ຄົນ​ອື່ນ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຮູ້ສຶກ​ຄື​ກັບ​ວ່າ ​ເຮົາ​​​ໄດ້​ຊ່ອຍ​ເຫລືອ​ພຣະອົງ.

ພຣະອົງ​ໄດ້​ບອກ​ສິ່ງ​ທີ່​ແທ້​ຈິງ​ກັບ​ເຮົາ ​ເມື່ອ​ພຣະອົງ​ໄດ້​ບອກ​ເຖິງ​ອະນາຄົດ ທີ່​ເຮົາ​ຈະ​ໄດ້​ເຫັນ​ພຣະອົງ ຫລັງ​ຈາກ​ຊີວິດ​ນີ້. ​ພາບ​ຢູ່​ໃນ​ຈິດໃຈ​ກ່ຽວ​ກັບ​ວັນນັ້ນ ​ໄດ້​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ ​ໃນ​ມື້​ທີ່​ຂ້າພະ​ເຈົ້າອະທິຖານ ​ແລະ ຖື​ສິນ​ອົດ​ເຂົ້າ ​ເພື່ອ​ຈະ​ໄດ້​ຮູ້ວ່າ ຂ້າພະ​ເຈົ້າຄວນ​ກ່າວ​ສິ່ງ​ໃດ​ໃນ​ເຊົ້າມື້​ນີ້. ພຣະຜູ້​ເປັນ​ເຈົ້າ​ໄດ້​ບັນຍາຍ​ເຖິງ​ວັນ​ສຳ​ພາດ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໃນ​ອະນາຄົດ ​ຕໍ່ສານຸສິດຂອງ​ພຣະອົງ, ​ແລະ ຍັງ​ໄດ້​ບັນຍາຍ​ເຖິງ​ສິ່ງ​ທີ່​ເຮົາ​ປາດ​ຖະໜາ​ຫລາຍ​ທີ່​ສຸດ ​ໃຫ້​ເປັນ​ຈິງ​ສຳລັບ​ຕົວ​ເຮົາ​ເອງ ນຳ​ອີກ:

“​ແລ້ວ​ຈອມ​ກະສັດ​ຈະ​ກ່າວ​ແກ່​ບັນດາ​ຜູ້​ທີ່ຢູ່​ເບື້ອງ​ຂວາ​ຂອງ​ພຣະອົງ​ວ່າ, ມາ​ເຖີດ, ພວກ​ເຈົ້າຜູ້​ທີ່​ໄດ້​ຮັບ​ພຣະພອນ​ຈາກ​ພຣະບິດາ​ຂອງ​ເຮົາ, ຈົ່ງ​ມາ​ຮັບ​ເອົາ​ອານາຈັກ​ ຊຶ່ງ​ໄດ້​ຖືກ​ຈັດ​ຕຽມ​ໄວ້​ສຳລັບ​ພວກ​ເຈົ້າ ​ຕັ້ງ​ແຕ່​ຕົ້ນ​ເດີມ​ສ້າງ​ໂລກ:

“​ເພາະ​ເມື່ອ​ເຮົາ​ຫິວ​ເຂົ້າ ພວກ​ເຈົ້າກໍ​ເອົາ​ໃຫ້​ເຮົາ​ກິນ: ​ເມື່ອ​ເຮົາ​ຫິວ​ນຳ ພວກ​ເຈົ້າກໍ​ເອົາ​ໃຫ້​ເຮົາ​ດື່ມ: ​ເຮົາ​ເປັນ​ແຂກ​ບ້ານ, ພວກ​ເຈົ້າ​ໄດ້​ຕ້ອນ​ຮັບ​ເຮົາ​ໄວ້:

“​ເຮົາ​ເປືອຍ​ກາຍ ພວກ​ເຈົ້າກໍ​ເອົາ​ເຄື່ອງ​ໃຫ້​ເຮົາ​ນຸ່ງ​ຫົ່ມ: ​ເຮົາ​ເຈັບ​ປ່ວຍ ພວກ​ເຈົ້າກໍ​ໄດ້​ມາ​ເບິ່ງ​ແຍງ​ເຮົາ: ​ເຮົາ​ຢູ່​ໃນ​ຄຸກ ພວກ​ເຈົ້າກໍ​ໄດ້​ມາ​ຢ້ຽມຢາມ​ເຮົາ.

“​ແລ້ວ​ຝ່າຍ​ພວກ​ຜູ້ຊອບ​ທຳ ກໍ​ຈະ​ຕອບ​ພຣະອົງ​ວ່າ ພຣະອົງ​ເຈົ້າ​ເອີຍ ​ເມື່ອ​ໃດ​ພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ຫິວ​ເຂົ້າ ​ແລະ ​ເອົາ​ເຂົ້າ​ໃຫ້ພຣະອົງ​ກິນ? ​ເຫັນ​ພຣະອົງ​ຫິວ​ນ້ຳ ​ແລະ ​ເອົາ​ນ້ຳ​ໃຫ້​ພຣະອົງ​ດື່ມ?

“​ເມື່ອ​ໃດ​ພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ເປັນ​ແຂກ​ບ້ານ ​ແລະ ຮັບ​ຕ້ອນ​ພຣະອົງ​ໄວ້? ຫລື ​ເຫັນ​ພຣະອົງ ​​ເປືອຍ​ກາຍ ​ແລະ ​ເອົາ​ເຄື່ອງ​ໃຫ້​ພຣະອົງ​ນຸ່ງ​ຫົ່ມ?

“​ເມື່ອ​ໃດ​ພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ເຈັບ​ປ່ວຍ ຫລື ຢູ່​ໃນ​ຄຸກ ​ແລະ ​ໄປ​ຢ້ຽມຢາມ​ພຣະອົງ?

“ຈອມ​ກະສັດ​ຈະ​ຕອບ​ວ່າ, ​ເຮົາ​ບອກ​ພວກ​ເຈົ້າຕາມ​ຈິງ​ວ່າ ​ເມື່ອ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້ ​ແກ່​ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫ​ລົ່ານີ້ຂອງ​ເຮົາ,​ ພວກ​ເຈົ້າກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນ​ກັນ.”1

ທ່ານ ​ແລະ ຂ້າພະ​ເຈົ້າກໍ​ຢາກ​​ໄດ້​ຮັບ​ການ​ຮັບ​ຕ້ອນທີ່​ອົບ​ອຸ່ນ​ນັ້ນ ຈາກ​ພຣະຜູ້ຊ່ອຍ​ໃຫ້​ລອດ. ​ແຕ່​ເຮົາ​ຈະ​ໄດ້​ຮັບ​ມັນ​ໄດ້​ແນວ​ໃດ? ມີ​ລູກ​ຂອງ​ພຣະບິດາ​ເທິງ​ສະຫວັນ​ຢ່າງ​ຫລວງຫລາຍທີ່​ຫິວ​ໂຫຍ, ຂາດ​ທີ່ພັກ​ອາ​ໄສ, ​ແລະ ​ໂດດດ່ຽວ ຫລາຍ​ກວ່າ​ທີ່​ເຮົາ​ຈະ​ສາມາດຊ່ອຍ​ເຫລືອ​ໄດ້​. ​ແລະ ຈຳນວນ​ກໍ​​ເພີ່ມ​ຂຶ້ນ​ຫລາຍກວ່າ​ຈະ​ຊ່ອຍ​ເຫລືອ​ໄດ້​ໝົດ.

ສະນັ້ນ ພຣະຜູ້​ເປັນ​ເຈົ້າຈຶ່ງ​ໄດ້​ມອບ​ບາງ​ສິ່ງ​ໃຫ້​ເຮົາ ​ເພື່ອ​ເຮົາ​ຈະ​ເຮັດ​ໄດ້. ມັນ​ເປັນພຣະບັນຍັດ​ທີ່​ງ່າຍ ​ແມ່ນ​ແຕ່​ເດັກນ້ອຍ​ກໍ​ເຂົ້າ​ໃຈ​ໄດ້. ມັນ​ເປັນ​ພຣະບັນຍັດທີ່​ດີ​ເລີດ ມາ​ກັບ​ຄຳ​ໝັ້ນສັນຍາ​ສຳລັບ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ ​ແລະ ສຳລັບ​ເຮົາ​ດ້ວຍ.

ນັ້ນຄື ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ. ຖ້ອຍ​ຄຳ​ໃນ​ໜັງສື​ຂອງ​ເອຊາ​ຢາ ​ເປັນ​ຄຳ​ບັນຍາຍພຣະບັນຍັດ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ເປັນ​ພອນ​ທີ່​ມີ​ໃຫ້​ສຳລັບ​​ເຮົາ​ທັງຫລາຍ​ຜູ້​ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະອົງ:

“ການ​ຖື​ສິນ​ອົດ​ເຂົ້າ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງ​ນີ້: ຄື​ແກ້​ໂສ້​ແຫ່ງ​ການ​ກົດ​ຂີ່ ​ແລະ ປົດ​ແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິ​ທຳ ​ແລະ ປົດ​ປ່ອຍ​ຄົນ​ທີ່​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະລະ?

“ຈົ່ງ​ແບ່ງປັນ​ອາຫານ​ໃຫ້​ແກ່​ຜູ້​ທີ່​ອຶດຫິວ, ​ແລະ ​ໃຫ້​ທີ່​ພັກ​ແກ່​ຜູ້​ທີ່​ຍາກຈົນ​ຂາດ​ບ່ອນ​ພັກ​ພາ​ອາ​ໄສ. ຈົ່ງ​ຫາ​ເຄື່ອງນຸ່ງ​ຫົ່ມ​ໃຫ້​ແກ່​ຜູ້​ທີ່​ບໍ່​ມີ ​ແລະ ຢ່າ​ລະ​ເລີຍ​ໃນ​ການ​ຊ່ອຍ​ເຫລືອ​ເພື່ອນ​ມະນຸດ.

“​ແລ້ວຄວາມ​ກະລຸນາ​ຂອງ​ເຮົາ​ກໍ​ຈະ​ສ່ອງ​ແສງ​ດັ່ງ​ຕາ​ເວັນ​ຂຶ້ນ​ໃນ​ຕອນ​ເຊົ້າ ​ແລະ ບາດ​ແຜ​ຂອງ​ເຈົ້າກໍ​ຈະ​ຖືກ​ປິ່ນປົວ​ໃຫ້ຫາ​ຍດີ​ໄວ. ​ເຮົາ​ຈະ​ຢູ່​ກັບ​ເຈົ້າ; ​ເຮົາ​ຈະ​ປົກ​ປັກ​ຮັກສາ​ເຈົ້າຮອບດ້ານ.

“​ເມື່ອ​ເຈົ້າອະທິຖານ​ຫາ​ເຮົາ, ​ເຮົາ​ກໍ​ຈະ​ຕອບ​ເຈົ້າ. ​ເມື່ອ​ເຈົ້າ​ເອີ້ນ​ຫາ​ເຮົາ, ​ເຮົາ​ກໍ​ຈະ​ຂານ​ຕອບ​ເຈົ້າ. ຖ້າ​ເຈົ້າ​ເຊົາ​ກົດ​ຂີ່​ຄົນ​ອື່ນ ​ເລີກ​ການ​ດູ​ໝິ່ນປະໝາດ​ທຸກ​ປະການ ​ແລະ ​ເຊົາ​ເວົ້າຄຳ​ຊົ່ວ​ຊ້າ​ທຸກ​ຢ່າງ;

“ຖ້າ​ເຈົ້າ​ໃຫ້​ອາຫານ​ແກ່​ຜູ້​ທີ່​ອຶດຫິວ ​ແລະ ​ໃຫ້​ຜູ້​ທີ່​ຂັດ​ສົນ​ໄດ້​ມີ​ຄວາມ​ອີ່ມ​ໃຈ; ​ແລ້ວ​ມືດ​ທີ່​ອ້ອມ​ຮອບ​ເຈົ້ານັ້ນ ກໍ​ຈະ​ປ່ຽນ​ເປັນ​ແຈ້ງ​ໃນ​ຕອນ​ກາງ​ເວັນ:

“​ແລ້ວ​ເຮົາ​ກໍ​ຈະ​ນຳພາ​ເຈົ້າ​ໄປສະ​ເໝີ ​ແລະ ຈະ​ໃຫ້​ເຈົ້າ​ໄດ້​ອີ່ມ​ໃຈ​ກັບ​ສິ່ງ​ທີ່​ດີ​ທັງຫລາຍ: ​ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ເຂັ້ມ​ແຂງ ​ແລະ ທັງ​ຈະ​ໃຫ້​ຢູ່​ດີ​ກິນ​ດີ​ດ້ວຍ. ​ເຈົ້າຈະ​ເປັນ​ດັ່ງ​ສວນ​ທີ່​ມີນ້ຳລໍ່​ລ້ຽງຢ່າງ​ອຸດົມສົມບູນ ​ເປັນ​ດັ່ງນ້ຳພຸ​ທີ່​ບໍ່​ແຫ້ງ​ເປັນ​ຈັກ​ເທື່ອ.”2

ພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ພຣະບັນຍັດ​ຂໍ້​ງ່າຍໆ​ໃຫ້​ເຮົາ​ດັ່ງ​ນີ້ ດ້ວຍ​ຄຳໝັ້ນ​ສັນຍາ​ທີ່ດີ​ເລີດ. ​ໃນ​ສາດສະໜາ​ຈັກ​ເວລາ​ນີ້ ​ເຮົາ​ໄດ້​ຮັບ​ໂອກາດ​ທີ່​ຈະ​ຖື​ສິນ​ອົດ​ເຂົ້າ ​ເດືອນ​ລະ​ເທື່ອ ​ແລະ ບໍລິຈາກ​ເງິນ​ດ້ວຍ​ໃຈ​ເພື່ອ​ແຜ່​ໃຫ້​ອະທິການ ຫລື ປະທານ​ສາຂາ ​ເພື່ອ​ຊ່ອຍ​ເຫລືອ​ຄົນຍາກຈົນ ​ແລະ ຄົນ​ຂັດ​ສົນ. ບາງ​ສ່ວນ​ທີ່​ທ່ານ​ມອບ​ໃຫ້​ອາດ​ຖືກ​ໃຊ້​ເພື່ອ​ຊ່ອຍ​ເຫລືອ​ຄົນ​ທີ່ຢູ່​ອ້ອມ​ຮອບ​ທ່ານ, ບາງ​ທີ​ອາດ​ເປັນ​ຄົນ​ທີ່ຢູ່​ໃນ​ຄອບຄົວ​ຂອງ​ທ່ານ​ເອງ. ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າຈະ​ອະທິຖານ ​ແລະ ຖື​ສິນ​ອົດ​ເຂົ້າ ​​ສຳລັບ​ການ​ເປີດ​ເຜີຍ ​ເພື່ອ​ຈະ​ໄດ້​ຮູ້​ວ່າ ຄວນ​ຊ່ອຍ​ເຫລືອ​ຄົນ​ໃດ ​ແລະ ຈະ​ຊ່ອຍ​ຢ່າງ​ໃດ. ​ເງິນ​ສ່ວນ​ທີ່​ເຫລືອ​ຈາກ​ການ​ຊ່ອຍ​ເຫລືອ ຜູ້​ຄົນ​ຢູ່​ໃນ​ໜ່ວຍ​ໂບດ​ຂອງ​ທ່ານ ຈະ​ຖືກ​ເອົາ​ໄປ​ຊ່ອຍ​ເຫລືອ​ສະມາຊິກ​ຄົນ​ອື່ນໆ​ຂອງ​ສາດສະໜາ​ຈັກ, ຕະຫລອດ​ທົ່ວ​ໂລກ, ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ.

ພຣະບັນຍັດ​ທີ່​ໃຫ້​ຖື​ສິນ​ອົດ​ເຂົ້າສຳລັບ​ຄົນ​ຍາກຈົນ ມີ​ພອນ​ຫລາຍ​ປະການ​ທີ່​ຕິດຕາມ​ມາ. ປະທານສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ເອີ້ນ​ການ​ລະ​ເມີດ​ກົດ​ນີ້ ວ່າ​ເປັນ​ບາບ​ຂອງ​ການລະ​ເວັ້ນ ຊຶ່ງ​ມີ​ຜົນ​ສະທ້ອນ​ອັນ​ໜັກໜ່ວງ. ​ເພິ່ນ​ໄດ້​ຂຽນ​ວ່າ: “ພຣະຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ຄຳ​ໝັ້ນ​ສັນຍາ​ກັບ​ຄົນ​ທີ່​ຖື​ສິນ​ອົດ​ເຂົ້າ ​ແລະ ຊ່ອຍ​ເຫລືອ​ຄົນ​ຂັດ​ສົນ. ... ການ​ດົນ​ໃຈ ​ແລະ ການ​ນຳພາ​ທາງ​ວິນ​ຍານ ຈະ​ຕິດຕາມ​ມາ ​ເນື່ອງ​ດ້ວຍ​ຄວາມ​ຊອບ​ທຳ ​ແລະ ການ​ເຂົ້າ​ໃກ້​ຊິດ​ກັບ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ການ​ລະ​ເວັ້ນທີ່ຈະ​ຖື​ສິນ​ອົດ​ເຂົ້າທີ່​ຊອບ​ທຳ​ນີ້ ຈະ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ຮັບ​ພອນ​ເຫລົ່າ​ນີ້.”3

ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ​ດັ່ງກ່າວ ​ເມື່ອ​ສອງ​ສາມ​ວັນ​ຜ່ານ​ມາ​ນີ້. ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ສາມັນ ​ເດືອນ​ຕຸລາ​ຜ່ານ​ມາ​ນີ້ ​ໃນ​ວັນ​ອາທິດ​ທີ່​ຖື​ສິນ​ອົດ​ເຂົ້າ ​ແລະ ສະ​ແດງ​ປະຈັກ​ພະຍານ, ຂ້າພະ​ເຈົ້າກໍ​ໄດ້​ຖື​ສິນ​ອົດ​ເຂົ້າ ​ແລະ ​ໄດ້​ອະທິຖານ ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ວິ​ທີ​ທີ່​ຈະ​ຮັກສາ​ພຣະບັນຍັດ​ ​​ເລື່ອງ​ການ​ດູ​ແລ​ຄົນ​ທີ່​ຂັດ​ສົນ.

​ໃນ​ວັນ​​ເສົາ, ຕອນ​ຖື​ສິນ​ອົດ​​ເຂົ້າ, ຂ້າພະ​ເຈົ້າ​ໄດ້​ຕື່ນ​ນອນ ​ເວລາ 6 ​ໂມງ​ເຊົ້າ ​ແລະ ​ໄດ້​ອະທິຖານ​ຕື່ມ​ອີກ. ຂ້າພະ​ເຈົ້າ​ໄດ້​ຮັບການ​ດົນ​ໃຈ ​ໃຫ້​ອ່ານ​ຂ່າວ​​ໂລກ. ​ໃນ​ນັ້ນ ຂ້າພະ​ເຈົ້າ​ໄດ້​ອ່ານ​ການ​ລາຍ​ງານ​ດັ່ງ​ຕໍ່​ໄປ​ນີ້:

ລົມ​ພະຍຸ ​ໄຊ​​ຄະ​ໂລ​ນ ພາມ ​​ໄດ້​ທຳລາຍ​ບ້ານ​ເຮືອນ​ຢ່າງ​ຫລວງຫລາຍ ​ຢູ່​ເມືອງ ຜອດ ວີ​ລາ, ​ເມືອງ​ຫລວງ​ຂອງ​ເກາະ ວາ​ນູອາ​ຕູ. ຢ່າງ​ໜ້ອຍ​ຫົກ​ຄົນ​ໄດ້​ຕາຍ​ໄປ ​ໃນ ວາ​ນູອາ​ຕູ, ​ເປັນ​ລົມ​ພະຍຸ ທີ່​ຮ້າຍ​ແຮງ​ທີ່​ສຸດ ທີ່​ໄດ້​ມາສູ່​​​ເກາະ​ແຫ່ງ​ນີ້.

“ຕົ້ນ​ໄມ້​ສ່ວນ​ຫລາຍ​​ໄດ້​ລົ້ມກະຈາຍ ​[ໃນ​ຂະນະ​ທີ່​ລົມ​ພະຍຸ ​ໄຊ​ຄະ​ໂລ​ນ] ພັດ​ກະ​ໜ່ຳເກາະ​ໃນ​ເຂດ​ປາຊີ​ຟິກ.4

ໜ່ວຍ​ງານ​ປະ​ເມີນ​ຄວາມ​ເສຍ​ຫາຍ​ສຸກ​ເສີນ​ແຫ່ງ​ໂລກ ​ໄດ້​ວາງ​ແຜນ​ທີ່​ຈະ​ໄປ​ສຳ​ຫລວດ​ເບິ່ງ​ຄວາມ​ເສຍ​ຫາຍ ຫລັງ​ຈາກ​ລົມ​ພະຍຸ​​ຢຸດຕິ​ລົງ. 

​ເຂົາ​ເຈົ້າ​ໄດ້​ແນະນຳ​ປະຊາຊົນ​ໃຫ້ຫາ​ບ່ອນ​ຫລົບ​ໄພ ​ໃນ​ຕຶກ​ທີ່​ແຂງ​ແກ່ນ ດັ່ງ​ເຊັ່ນ ​ມະຫາວິທະຍາ​ໄລ ຫລື ​ໂຮງຮຽນ​ຕ່າງໆ.

ແລ້ວ​​ເຂົາ​ເຈົ້າ​ໄດ້​ເວົ້າວ່າ: “‛ຕຶກ​ທີ່​ແຂງ​ແກ່ນ​ທີ່​ສຸດ ທີ່​ເຂົາ​ເຈົ້າມີ ​ແມ່ນ​ໂບດ​ທີ່​​​ເຮັດ​ດ້ວຍ​ສີ​ມັງ,’ ອິງ​ກາ ມີ​ຟາມ ຈາກ​ໜ່ວຍ​ງານ​ສຸກ​ເສີນ​ນາໆ​ຊາດ ​ໄດ້​ກ່າວວ່າ. ‛ບາງ​ຄົນ​ບໍ່​ມີ​ຕຶກ​ທີ່​ດີ​ແບບ​ນັ້ນ. ມັນຍາກ​ທີ່​ຈະ​ຊອກ​ຫາ​ຕຶກ​ບ່ອນ​ທີ່​ຄິດ​ວ່າ ຈະ​ສາມາດ​ທົນ​ຕໍ່​ລົມ​ພະຍຸ​ຮ້າຍ​ແຮງ ລະດັບ​ທີ 5 ​ໄດ້.’”5

​ເມື່ອ​ຂ້າພະ​ເຈົ້າ​ໄດ້ອ່ານ​​ເລື່ອງ​ນີ້, ຂ້າພະ​ເຈົ້າຈື່​ຕອນ​ທີ່​ໄດ້​ໄປ​ຢ້ຽມຢາມ​ເຮືອນ​ນ້ອຍ​ຫລັງ​ໜຶ່ງ ຢູ່​​ເກາະ ວາ​ນູອາ​ຕູ. ຂ້າພະ​ເຈົ້າ​ວາດ​ພາບ​ເຫັນ​ຜູ້​ຄົນ​ຂົດ​ຕົວຢູ່​ນຳ​ກັນ ​ໃນ​ຂະນະ​ທີ່​ລົມ​ພະຍຸ​ກຳລັງ​ທຳລາຍ​ບ້ານ​ເຮືອນ​ຂອງ​​ເຂົາ​ເຈົ້າ. ​ແລະ ​ແລ້ວ​ຂ້າພະ​ເຈົ້າຈື່​ການ​ຮັບ​ຕ້ອນ​ທີ່​ອົບ​ອຸ່ນ​ຂອງ​ຜູ້​ຄົນ​ຢູ່​ເກາະ ວາ​ນູອາ​ຕູ. ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ເຂົາ​ເຈົ້າ ​ແລະ ​​ເພື່ອນ​ບ້ານ​ໃກ້ຊິດ​ຂອງ​ເຂົາ​ເຈົ້າ ທີ່​ກຳລັງ​ພາກັນ​ໜີ​ໄປຫາບ່ອນ​ປອດ​ໄພ​ ທີ່​ເປັນ​ຕຶກ​ໂບດ​ສີ​ມັງຂອງພວກ​ເຮົາ​ນັ້ນ.

​ແລ້ວ ຂ້າພະ​ເຈົ້າ​​ໄດ້ວາດ​ພາບ​ເຫັນ​ອະທິການ ​ແລະ ປ​ະທານ​ສະມາຄົມ​ສະຕີ​ສົງ​ເຄາະ ​ໄດ້​ຍ່າງ​​ໄປມາ​ໃນ​ບັນດາ​ເຂົາ​ເຈົ້າ ​ເພື່ອ​ປອບ​ໂຍນ, ຢາຍ​ຜ້າ​ຫົ່ມ, ອາຫານ​ການ​ກິນ, ​ແລະ ນ້ຳດື່ມ. ຂ້າພະ​ເຈົ້າວາດ​ພາບ​ເຫັນ​ພວກ​ເດັກນ້ອຍ​ຂົດ​ຕົວ​ຢູ່​ນຳ​ກັນ ດ້ວຍ​ຄວາມ​ຢ້ານ​ກົວ.

​ເຂົາ​ເຈົ້າຢູ່​ໄກ​ແທ້ໆ ຈາກ​ບ້ານ​ທີ່​ຂ້າພະ​ເຈົ້າອ່ານ​ໃບ​ລາຍ​ງານ, ​​ແຕ່​ຂ້າພະ​ເຈົ້າຮູ້​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າຈະ​ເຮັດ​ ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງພຣະອົງ. ຂ້າພະ​ເຈົ້າຮູ້​ວ່າ ​ສິ່ງ​ທີ່​ສາມາດ​ຊ່ອຍເຂົາ​ເຈົ້າ​ໃຫ້ສາມາດ​ຊ່ອຍ​ເຫລືອ​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ​ໄດ້ ​ແມ່ນ​​ເງິນ​ຖື​ສິນ​ອົດ​ເຂົ້າ, ຊຶ່ງ​ສານຸສິດ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້ມອບ​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ ​ແກ່ຄົນ​ທີ່ຢູ່​​ແດນ​ໄກ, ​ແຕ່​​ເຂົາ​ເຈົ້າຢູ່​ໃກ້​ພຣະຜູ້​ເປັນ​ເຈົ້າ.

ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ບໍ່​ໄດ້​ລໍ​ໃຫ້​ເຖິງ​ວັນ​ອາທິດ​. ຂ້າພະ​ເຈົ້າ​ໄດ້​ນຳ​ເງິນ​ຖື​ສິນ​ອົດ​ເຂົ້າ​ໄປ​ໃຫ້​ອະທິການ​ຂອງ​ຂ້າພະ​ເຈົ້າ ​ໃນ​ເຊົ້າມື້ນັ້ນ. ຂ້າພະ​ເຈົ້າຮູ້​ວ່າ ​ອະທິການ ຫລື ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ ອາດ​ນຳເງິນ​ຈຳນວນ​ທີ່​ຂ້າພະ​ເຈົ້າມອບ​ໃຫ້ນັ້ນໄປ​ຊ່ອຍ​ເຫລືອ​ຜູ້​ຄົນ​ທີ່ຢູ່​ໃນ​ຄຸ້ມ​ບ້ານ​ຂອງ​ຂ້າພະ​ເຈົ້າ. ​ເງິນ​ບໍລິຈາກ​ຈຳນວນ​ເລັກ​ນ້ອຍ​ຂອງ​ຂ້າພະ​ເຈົ້ານັ້ນ ອາດ​ບໍ່​ຈຳ​ເປັນ​ຕ້ອງ​ເອົາ​ໄປ​ໃຊ້​ຢູ່​​ແຖວບ້ານ​ຂອງ​ຂ້າພະ​ເຈົ້າ, ​​ແຕ່​ເງິນ​ສ່ວນ​ທີ່​ເຫລືອ ສາມາດ​ຖືກ​ສົ່ງ​ໄປ​ຊ່ອຍ​ຜູ້​ຄົນ​ທີ່​ອາ​ໃສ​ຢູ່​ແດນ​ໄກ ​​ແມ່ນ​ແຕ່​ຢູ່​ເກາະ ວາ​ນູອາ​ຕູ ໄດ້.

​ລົມ​ພະຍຸ​ ​ແລະ ຄວາມ​ໂສກ​ເສົ້າອື່ນໆ ຈະ​ມາສູ່​ຜູ້​ຄົນ​ຕະຫລອດ​ທົ່ວ​ໂລກ ຜູ້​ຊຶ່ງ​ພຣະຜູ້​ເປັນ​ເຈົ້າຮັກ ​ແລະ ​ໂສກ​ເສົ້ານຳ. ພາກສ່ວນ​ໜຶ່ງ​ໃນ​ການ​ຖື​ສິນ​ອົດ​ເຂົ້າຂອງ​ທ່ານ ​ແລະ ຂອງ​ຂ້າພະ​ເຈົ້າ ​​ໃນ​ເດືອນ​ນີ້ ​ແມ່ນ​ເພື່ອ​ເອົາ​ໄປ​ຊ່ອຍ​ເຫລືອ​ບາງ​ຄົນ, ​ໃນ​ບາງ​ບ່ອນ, ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ຈະ​ຮູ້ສຶກ​ຄື​ກັບ​ວ່າ ​ເຮົາ​​ໄດ້ກະທຳ​ຕໍ່​ພຣະອົງ.

​ເງິນ​ບໍລິຈາກ​ ຈາກການ​ຖື​ສິນ​ອົດ​ເຂົ້າຂອງ​ທ່ານ ຈະ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ພຽງ​ແຕ່​ມອບ​ອາຫານ ​ແລະ ​ເຄື່ອງນຸ່ງ​ຫົ່ມ​ໃຫ້​ແກ່​ຜູ້​ຄົນ​ເທົ່າ​ນັ້ນ. ມັນ​ຍັງ​ເປັນ​ການ​ປິ່ນປົວ ​ແລະ ປ່ຽນ​ຈິດ​ໃຈ​ຂອງ​ຜູ້​ຄົນ​ນຳ​ອີກ. ຜົນ​ຂອງ​ການ​ບໍລິຈາກ​ດ້ວຍ​ຄວາມ​ສະໝັກ​ໃຈ ອາດ​ມາ​ຈາກ​ຄວາມ​ປາດ​ຖະໜາ​ຂອງ​ບຸກຄົນ​ທີ່​ຄິດ​ຢາກ​ຈະ​ເອື້ອມ​ອອກ​ໄປ​ຊ່ອຍ​ເຫລືອ​ຄົນ​ອື່ນ​ທີ່​ຂັດ​ສົນ. ສິ່ງ​ນີ້​​ເກີດ​ຂຶ້ນຕະຫລອດ​ທົ່ວ​ໂລກ.

ມັນ​ໄດ້​ເກີດ​ຂຶ້ນກັບ​ຊີວິດ​ຂອງ ຊິດ​ສະ​ເຕີ ອາ​ບີ ຕູ​ເຣ, ຜູ້​ອາ​ໄສ​ຢູ່ປະ​ເທດ ຊີ​ເອຣາ ລີ​ອອນ. ສົງຄາມ​ກາງ​ເມືອງ​ໄດ້​ເກີດ​ຂຶ້ນ​ໃນ​ປີ 1991. ມັນ​ໄດ້​ຄຸກ​ຄາມ​ປະ​ເທດ​ເປັນ​ເວລາ​ຫລາຍ​ປີ. ຊີ​ເອຣາ ລີ​ອອນ ​ກໍເປັນ​ປະ​ເທດ​ໜຶ່ງ​ທີ່​ທຸກ​ຍາກ​ທີ່​ສຸດ​ຢູ່​ແລ້ວ ຢູ່​ໃນ​ໂລກ. ລະ​ຫວ່າງ​ທີ່​ເກີດ​ສົງ​ຄົມ ບໍ່​ມີ​ໃຜ​ຮູ້​ວ່າ ​ແມ່ນ​ຝ່າຍ​ໃດ​ປົກຄອງ​ປະ​ເທດ—ທະນາຄານ … ກໍ​ປິດ, ຫ້ອງການ​ລັດຖະບານ​ກໍປິດ, ໜ່ວຍ​ຮັກສາ​ຄວາມ​ສະຫງົບ​ກໍ​ບໍ່​ສາມາດ​ຕ້ານທານ​ກັບ​ພວກ​ກະບົດ, … ແລະ ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ສັບສົນ, ການ​ຂ້າ​ຟັນ​ລັນ​ແທງ, ​ແລະ ຄວາມ​ໂສກ​ເສົ້າ. ຫລາຍ​ສິບ​ພັນ​ຄົນ​ໄດ້​​ຕາຍ​ໄປ, ​ແລະ ຫລາຍ​ກວ່າ​ສອງ​ລ້ານ​ຄົນ​ໄດ້​ຖືກ​ບັງຄັບ​ໃຫ້​ໜີ​ຈາກ​ບ້ານ​ເຮືອນ ​ເພື່ອ​ຫລີກ​ເວັ້ນຈາກການ​ຖືກ​ຂ້າ.”6

​ແມ່ນ​ແຕ່​ໃນ​ເວລາ​ນັ້ນ, ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຍັງ​ເຕີບ​ໂຕ​ຂຶ້ນຢູ່.

​ສາຂາ​ແຫ່ງ​ທຳ​ອິດ​ໄດ້​ຖືກ​ຈັດຕັ້ງຂຶ້ນ ຢູ່​ໃນ​ເມືອງ​ບ່ອນ​ທີ່ ຊິດ​ສະ​ເຕີ ຕູເຣ ອາ​ໄສ​ຢູ່. ສາມີ​ຂອງ​ນາງ ​ເປັນ​ອະທິການ​ຄົນທຳ​ອິດ​ຂອງສາຂາ​ນັ້ນ. ລາວ​ໄດ້​ຮັບ​ໃຊ້​ເປັນ​ປະທານ​ທ້ອງ​ຖິ່ນ​ລະຫວ່າງ​ສົງຄາມ​ກາງ​ເມືອງ.

“ເມື່ອ​ຜູ້​ຄົນ​ໄປຢ້ຽມ​ຢາມ​ບ້ານ​ຂອງ ຊິດ​ສະ​ເຕີ ຕູເຣ ຕອນ​ນີ້, ນາງ​ມັກ​ຈະ​ເອົາ​ສິ່ງ​ຂອງ​ຈາກ​ສົງຄາມ​ມາ​ໃຫ້​ເຂົາ​ເຈົ້າ​ເບິ່ງ. ​​ເສື້ອສີຟ້າ​ລາຍ​ຂາວ ທີ່​ນາງ​ໄດ້​ຮັບ​ຈາກ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ແລະ ຜ້າ​ຫົ່ມ​ຜືນ​ໜຶ່ງ, ດຽວ​ນີ້​ຂາດ​ສ້ອຍ​​​ແລ້ວ.”7

ນາງ​ໄດ້​ເວົ້າວ່າ, “​ເສື້ອຜືນ​ນີ້​ແມ່ນ​​ເສື້ອ​ຜ້າ​ຜືນ​ທຳ​ອິດ​ … ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ. … ຂ້າພະ​ເຈົ້າ​​ເຄີຍ​ໄດ້​ນຸ່ງ​ມັນ​ໄປ​ທຳ​ງານ, ມັນດີ​ຫລາຍ. ມັນ​ເຮັດ​ໃຫ້​ຂ້າພະ​ເຈົ້າຮູ້ສຶກ​ສວຍ​ງາມ. ຂ້າພະ​ເຈົ້າກໍ​ບໍ່​ມີ​​ເສື້ອ​​ຜືນ​ອື່ນ.

“ລະຫວ່າງ​ສົງຄາມ, ຜ້າ​ຫົ່ມ​ຜືນ​ນີ້​ໄດ້​ໃຫ້​ຄວາມ​ອົບອຸ່ນແກ່ຂ້າພະ​ເຈົ້າ ​ແລະ ລູກໆ. ​ເມື່ອ​ຜູ້​ກໍ່​ການ​ຮ້າຍ​ເຂົ້າມາ​ໂຈມ​ຕີ​ພວກ​ເຮົາ, ຂ້າພະ​ເຈົ້າ​ກໍ​ຫອບ​ເອົາ​ຜ້າ​ຜືນ​ນີ້​ໄປ​ນຳ ​ໃນ​ຂະນະ​ທີ່​ພວກ​ເຮົາ​ໜີ​ເຂົ້າ​ໄປ​ຊົ້ນຢູ່​ປ່າ. ມັນ​ໃຫ້​ຄວາມ​ອົບ​ອຸ່ນ​ແກ່​ພວກ​ເຮົາ ​ແລະ ກັນ​ຍຸງນຳ​ອີກ.”8

“ຊິດ​ສະ​ເຕີ ຕູເຣ ກ່າວ​ເຖິງ​ຄວາມ​ກະຕັນຍູ​ຂອງ​ນາງ ຕໍ່​ປະທານ​ເຜີຍ​ແຜ່ ຜູ້​ໄດ້​​ເຂົ້າ​ໄປ​ໃນ​ປະ​ເທດ​ທີ່​ກຳລັງ​ເກີດ​ສົງ​ຄົມ ພ້ອມ​ດ້ວຍ​ເງິນ​ຈຳນວນ​ໜຶ່ງ.” ​ເງິນ​ນັ້ນ ຈາກ​ການ​ບໍລິຈາກ​ໂດຍ​ການ​ຖື​ສິນ​ອົດ​ເຂົ້າ ມາ​ຈາກ​ຜູ້​ຄົນ ທີ່​ຄື​ກັນ​ກັບ​ທ່ານ, ​ໄດ້​ຊ່ອຍ​ເຫລືອ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃຫ້​ມີ​ເງິນ​ຊື້​ອາຫານ ​ຊຶ່ງ​ຜູ້​ຄົນ​ສ່ວນ​ຫລາຍ​​ໃນ ຊີ​ເອຣາ ລີ​ອອນ ບໍ່​ສາມາດ​ຊື້ ​ໃນ​ລາຄາ​ທີ່​ເຂົາ​ເຈົ້າຫາ​ຊື້​ໄດ້.9

ຊິດ​ສະ​ເຕີ ຕູເຣ ​ໄດ້​ກ່າວ​ເຖິງ​ຄົນ​ທີ່​ມີ​ໃຈ​ເພື່ອ​ແຜ່ ຜູ້ຊ່ອຍ​ໃຫ້​ເຂົາ​ເຈົ້າລອດ​ຊີວິດ​ມາ​ໄດ້ ວ່າ, ​“​ເມື່ອ​ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ຜູ້​ທີ່​ໄດ້​ເຮັດ​ສິ່ງ​ນີ້ … ຂ້າພະ​ເຈົ້າຄິດ​ວ່າ ​ພຣະ​ເຈົ້າ​ໄດ້​ສົ່ງ​ເຂົາ​ເຈົ້າມາ, ​ເພາະ​ເຂົາ​ເຈົ້າ​​ເປັນມະນຸດ​ທຳ​ມະ​ດາ ທີ່​ມາ​​ເພື່ອ​ແຜ່​ຄວາມ​ເມດ​ຕາ​ຕໍ່​ພວກ​ເຮົາ.”10

ຄົນ​ໜຶ່ງ​ຈາກ​ສະຫະລັດ​ອາ​ເມຣິກາ ​ໄດ້​ນັ່ງ​ລົມ​ກັບ​ນາງ ​ເມື່ອ​ບໍ່​ດົນ​ມາ​ນີ້. ລະຫວ່າງ​ທີ່​ເວົ້າລົມ​ກັບນາງ, ລາວ​ໄດ້​​ເຫັນ “​ພຣະຄຳ​ພີ​ຊຸດໜຶ່ງ ວາງ​ຢູ່​ເທິງ​ໂຕະ.” ລາວ​​ເຫັນ​ໄດ້​ວ່າ ມັນ​ເປັນ​ຊັບ​ສົມບັດ​ທີ່​ສຳຄັນ, “ຢູ່​ໃນ​ປຶ້ມມີ​ຄຳ​ຂີດ​ຂຽນ. ​ໜ້າປຶ້ມ​ເກົ່າ​​ແກ່; ບາງ​ໃບ​ກໍ​ຂາດ​ສ້ອຍ. ກາບ​ປຶ້ມຂາດ​ອອກ​ຈາກ​ເຫລັ້ມ.”

ລາວ​ໄດ້​ຈັບ​ພຣະຄຳ​ພີ​ຂຶ້ນມາ ​ແລະ “​ເປີດ​ເບິ່ງຢ່າງ​ລະມັດລະວັງ. ແລ້ວ​ລາວ​ໄດ້​ເຫັນ​ໃບ​ສຳ​ເນົາ​​ຈ່າຍ​​​ເງິນສ່ວນສິບ. ລາວ​ເຫັນ​ວ່າ ​ເງິນ​ຈຳນວນ​ໜຶ່ງ​ໂດ​ລາ ​ແມ່ນ​ຫາ​ໄດ້​ຍາກ​​ໃນ​ປະ​ເທດ​ຂອງນາງ, ​ແຕ່​ນາງ ອາ​ບີ ຕູ​ເຣ ​ໄດ້​ບໍລິຈາກ​ໜຶ່ງ​ໂດ​ລາ​ ​ເປັນ​ເງິນ​ສ່ວນ​ສິບ, ໜຶ່ງ​ໂດ​ລາ​ເປັນ​ເງິນ​ທຶນ​ເຜີຍ​ແຜ່, ​ແລະ ໜຶ່ງ​ໂດລາ ​ເປັນ​ເງິນ​ຖື​ສິນ​ອົດ​ເຂົ້າ ສຳລັບ​ຜູ້​ທີ່, ​ໃນ​ຖ້ອຍ​ຄຳ​ຂອງ​ນາງ ‘ຍາກຈົນ​ຫລາຍ​ແທ້.’”

ຜູ້​ໄປ​ຢາມ​ໄດ້​ປິດ​ພຣະຄຳ​ພີ​ຂອງ​ ຊິດ​ສະ​ເຕີ ຕູ​ເຣ ​ແລະ ຄິດ​​ໃນ​ຂະນະ​ທີ່ລາວ​ຢືນ​ຢູ່​ກັບ​​ຍິງ​ອາ​ຟຣິກາ​ທີ່​ຊື່ສັດ​ຄົນ​ນີ້, ລາວ​ຄິດ​ວ່າ ລາວກຳລັງ​ຢືນ​ຢູ່​ໃນ​ສະຖານ​ທີ່ ທີ່​ສັກສິດ.11

​ເຊັ່ນ​ດຽວ​ກັບ ພອນ​ຂອງ​ການ​ໄດ້​ຮັບ​ເງິນ​ບໍລິຈາກ ຈາກ​ທ່ານ ​ແລະ ຂ້າພະ​ເຈົ້າ ສາມາດ​ປ່ຽນ​ຫົວ​ໃຈ​ຂອງ​ຜູ້​ຄົນ​ໄດ້, ການ​ຖື​ສິນ​ອົດ​ເຂົ້າກໍ​ເປັນ​ປະ​ໂຫຍ​ດ​ຕໍ່​ຜູ້​ຄົນ​ໄດ້​ຄື​ກັນ. ​ແມ່ນ​ແຕ່​ເດັກນ້ອຍ​ກໍ​ຮູ້ສຶກ​ມັນ​ໄດ້.

ເດັກນ້ອຍ​ຫລາຍ​ຄົນ, ​ແລະ ຜູ້​ໃຫຍ່​ບາງ​ຄົນ, ອາດ​ເຫັນ​ວ່າ ການ​ຖື​ສິນ​ອົດ​ເຂົ້າ ​ເປັນ​ເວລາ 24 ຊົ່ວ​ໂມງ ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເຮັດ. ​ໃນ​ຖ້ອຍ​ຄຳ​ຂອງ​ເອຊາ​ຢາ ​​ອາດ​ເປັນ​ໄປ​ໄດ້​ວ່າ ການ​ຖື​ສິນ​ອົດ​ເຂົ້າ “​ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ເປັນ​ທຸກ.” ພໍ່​ແມ່​ທີ່​ສະຫລາດ ຮູ້​ເຖິງ​ຄວາມ​ຮັບຜິດຊອບ​ນີ້ ​ແລະ ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ປະ​ທານ​ໂຈ​ເຊັບ ແອັຟ ສະ​ມິດ ຢ່າງ​ລະມັດ​ລະວັງ ທີ່​ວ່າ: “​ເປັນ​ການ​ດີ ທີ່​ຈະ​ສອນ​ເຂົາ​​ເຖິງ​ຫລັກ​ທຳ ​ແລະ ​ໃຫ້​ເຂົາ​ເຮັດ​ເອງ ​ເມື່ອ​ເຂົາ​​ໃຫຍ່​ພໍ ທີ່​ຈະ​ເລືອກ​ດ້ວຍ​ຄວາມ​ສະຫລາດ.”12

ຂ້າພະ​ເຈົ້າ​ໄດ້​ເຫັນ​ພອນ​ ​ໃນ​ຄຳ​ແນະນຳ​ນັ້ນ ​ເມື່ອ​ບໍ່​ດົນ​ມາ​ນີ້. ຫລານ​ຊາຍ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າ ​​ເຫັນ​ວ່າ ການ​ຖື​ສິນ​ອົດ​ເຂົ້າ​ເປັນ​ເວລາ​ 24 ຊົ່ວ​ໂມງ ​ເປັນ​ສິ່ງ​ທີ່​ເກີນ​ກວ່າ​ພະລັງ ​ແລະ ຄວາມ​ອົດທົນ​ຂອງ​ລາວ. ​ແຕ່​ພໍ່​​ແມ່​ທີ່​ສະຫລາດ​ຂອງ​ລາວ ຍັງ​ໄດ້​ຝັງ​ຫລັກ​ທຳ​ຂໍ້​ນີ້​ໄວ້​ໃນ​ໃຈ​ຂອງ​ລາວ. ​ເພື່ອນ​ນັກຮຽນ​ຄົນ​ໜຶ່ງ​ຂອງ​ລາວ ​ໄດ້​ສູນ​ເສຍ​ພີ່ນ້ອງ​ຄົນ​ໜຶ່ງໃນ​ອຸປະຕິ​ເຫດ ​ເມື່ອ​ບໍ່​ດົນ​ມາ​ນີ້. ຫລານ​ຊາຍ​ຂອງ​ຂ້າພະ​ເຈົ້າ​ໄດ້​ຖາມ​ແມ່​ຂອງ​ລາວ ​ໃນ​ມື້​ຖື​ສິນ​ອົດ​ເຂົ້າ ​ໃນ​​ຕອນ​ທີ່​ລາວ​ຮູ້ສຶກ​ວ່າ​ ມັນ​ເລີ່​ມຍາກຂຶ້ນຫລາຍ, ວ່າ​ລາວ​ຄວນ​ຖື​ສິນ​ອົດ​ເຂົ້າຕໍ່​ໄປ​ຫລື​ບໍ່ ​ເພື່ອ​ຊ່ອຍ​ເພື່ອນ​ຂອງ​ລາວ​ໃຫ້​ຮູ້ສຶກ​ສະບາຍ​ໃຈຂຶ້ນ.

ຄຳ​ຖາມ​ຂອງ​ລາວ​ໄດ້ຢືນຢັນ​ຄຳ​ແນະນຳ​ຂອງ​ປະທານ​ໂຈ​ເຊັບ ​ແອັຟ ສະ​ມິດ. ຫລານ​ຊາຍ​ຂອງ​ຂ້າພະ​ເຈົ້າ​ບໍ່ພຽງ​ແຕ່​ເຂົ້າ​ໃຈ​ເຖິງ​ຫລັກ​ທຳ​ຂອງ​ການ​ຖື​ສິນ​ອົດ​ເຂົ້າ​ເທົ່າ​ນັ້ນ, ​ແຕ່​ມັນ​ຍັງ​ໄດ້​ຖືກຝັງ​​ໄວ້​ໃນ​ໃຈ​ຂອງ​ລາວ​ນຳ​ອີກ. ລາວ​ຮູ້​ວ່າ ການ​ຖື​ສິນ​ອົດ​ເຂົ້າ ​ແລະ ການ​ອະທິຖານ ຈະ​ນຳພອນຈາກ​ພຣະ​ເຈົ້າມາ​​ໃຫ້ບາງ​ຄົນທີ່​ຕ້ອງການ. ຖ້າ​ຫາກ​ລາວ​ເຮັດ​ຕາມ​ຫລັກ​ທຳ​ນີ້​ເລື້ອຍໆ, ມັນ​ຈະ​ເປັນ​ຜົນ​ດີ​ທີ່​ສຸດ​ໃນ​ຊີວິດ​ຂອງ​ລາວ​ເອງ ຕາມ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາ​ໄວ້. ລາວ​ຈະ​ໄດ້​ຮັບ​ພະລັງທາງ​ວິນ​ຍານ ​ເພື່ອ​ຮັບ​ເອົາ​ການ​ດົນ​ໃຈ ​ແລະ ມີ​ຄວາມ​ສາມາດຫລາຍ​ຂຶ້ນ​ທີ່​ຈະ​ຕ້ານທານ​ກັບ​ການ​ລໍ້​ລວງ​ໄດ້.

​ເຮົາບໍ່​ຮູ້​ເຫດຜົນ​ທັງ​ໝົດ​ວ່າ​ເປັນຫຍັງ​ພຣະ​ເຢຊູ​ຄຣິດ ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ ​ເພື່ອ​ຖື​ສິນ​ອົດ​ເຂົ້າ ​ແລະ ອະທິຖານ. ​ແຕ່​ຢ່າງ​ໜ້ອຍ​ເຮົາ​ຮູ້​ຜົນ​ສະທ້ອນ​ຢ່າງ​ໜຶ່ງ​ວ່າ: ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເອົາ​ຊະນະ​ການ​ລໍ້​ລວງທັງ​ໝົດ​ຂອງ​ຊາຕາ​ນ ​ທີ່​ໃຫ້ໃຊ້​ອຳນາດ​ແຫ່ງ​ສະຫວັນ​ຂອງ​ພຣະອົງ​ໃນ​ທາງ​ທີ່​ບໍ່​ຄວນ.

​ໄລຍະ​ທີ່​ສັ້ນໆ ທີ່​ເຮົາ​ຖື​ສິນ​ອົດ​ເຂົ້າ​ໃນ​ແຕ່ລະ​ເດືອນ ​ແລະ ​ເງິນ​ຈຳນວນ​ເລັກ​ນ້ອຍ​ທີ່​ເຮົາ​ໄດ້​ບໍລິຈາກ ສຳລັບ​ຄົນ​ຍາກຈົນ ອາດ​ປ່ຽນ​ຕົວ​ເຮົາ​ເລັກ​ນ້ອຍ ​ເພື່ອ​ບໍ່​ໃຫ້​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ບໍ່​ດີ. ​ແຕ່​ມີ​ຄຳ​ໝັ້ນສັນຍາ​ທີ່​ຍິ່ງ​ໃຫຍ່​ບອກ​ໄວ້ ​ເມື່ອ​ເຮົາ​ໄດ້​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​​ແລ້ວ ​ໃນ​ການ​ອະທິຖານ, ຖື​ສິນ​ອົດ​ເຂົ້າ, ​ແລະ ບໍລິຈາກ ສຳລັບ​ຄົນ​ຂັດ​ສົນ:

“​ແລ້ວຄວາມ​ກະລຸນາ​ຂອງ​ເຮົາ​ກໍ​ຈະ​ສ່ອງ​ແສງ​ດັ່ງ​ຕາ​ເວັນ​ຂຶ້ນ​ໃນ​ຕອນ​ເຊົ້າ ​ແລະ ບາດ​ແຜ​ຂອງ​ເຈົ້າກໍ​ຈະ​ຖືກ​ປິ່ນປົວ​ໃຫ້ຫາ​ຍດີ​ໄວ. ​​ເຮົາ​ຈະ​ຢູ່​ກັບ​ເຈົ້າ; ​ເຮົາ​ຈະ​ປົກ​ປັກ​ຮັກສາ​ເຈົ້າຮອບດ້ານ.

“ເມື່ອ​ເຈົ້າອະທິຖານ​ຫາ​ເຮົາ, ​ເຮົາ​ກໍ​ຈະ​ຕອບ​ເຈົ້າ. ​ເມື່ອ​ເຈົ້າ​ເອີ້ນ​ຫາ​ເຮົາ, ​ເຮົາ​ກໍ​ຈະ​ຂານ​ຕອບ​ເຈົ້າ.”13

ຂ້າພະ​ເຈົ້າຫວັງ​​ວ່າ ​ເຮົາ​ຈະ​ທວງ​ເອົາ​ຄຳ​ໝັ້ນສັນຍາ​ທີ່​ຍິ່ງ​ໃຫຍ່​ນີ້ ສຳລັບ​ຕົວ​ເຮົາ​ເອງ ​ແລະ ສຳລັບຄອບຄົວ​ຂອງ​ເຮົາ​ດ້ວຍ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຢຊູ​ຄື ພຣະຄຣິດ, ວ່າ​ໃນ​ສາດສະໜາ​ຈັກ​ຂອງ​ພຣະອົງ ​ເຮົາ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ຊ່ອຍ​ເຫລືອ​ພຣະອົງ ​ໃນ​ການ​ດູ​ແລ​ຄົນ​ຍາກຈົນ ​ໃນ​ວິທີ​ທາງ​ຂອງ​ພຣະອົງ, ​ແລະ ວ່າ​ພຣະອົງ​ໄດ້​ສັນຍາ​ວ່າ ພອນອັນ​ເປັນນິດ ຈະ​ຕິດຕາມ​ມາ ຈາກ​ການ​ທີ່​ເຮົາ​ໄດ້​ຊ່ອຍ​ເຫລືອ​ພຣະອົງ. ​ໃນ​ພຣະນາມອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫ​ລ່ງອ້າງ​ອີງ

  1. ​ມັດ​ທາຍ 25:34–40.

  2. ​ເອຊາ​ຢາ 58:6–11.

  3. Spencer W. Kimball, The Miracle of Forgiveness (1969), 98.

  4. ​ເບິ່ງ Steve Almasy, Ben Brumfield, and Laura Smith-Spark, “Cleanup Begins in Vanuatu after Cyclone Batters Islands,” Mar. 14, 2015, edition.cnn.com.

  5. ​ເບິ່ງ Sean Morris, Steve Almasy, and Laura Smith-Spark, “‘Unbelievable Destruction’ Reported in Tropical Cyclone Pam’s Wake,” Mar. 14, 2015, edition.cnn.com.

  6. Peter F. Evans, “Sister Abie Turay’s Story,” unpublished manuscript.

  7. Peter F. Evans, “Sister Abie Turay’s Story.”

  8. Abie Turay, quoted in Peter F. Evans, “Sister Abie Turay’s Story.”

  9. Peter F. Evans, “Sister Abie Turay’s Story.”

  10. Abie Turay, quoted in Peter F. Evans, “Sister Abie Turay’s Story.”

  11. Peter F. Evans, “Sister Abie Turay’s Story”; a video about Sister Turay, “We Did Not Stand Alone,” is available at lds.org/media-library.

  12. Joseph F. Smith, “Editor’s Table,” Improvement Era, Dec. 1903, 149.

  13. ​ເອຊາ​ຢາ 58:8–9.