​2010–2019
ໄພ່​ພົນ​ຍຸກ​ສຸດ​ທ້າຍ​ພະຍາຍາມ​ຕໍ່​ໄປ
ເມສາ 2015


ໄພ່​ພົນ​ຍຸກ​ສຸດ​ທ້າຍ​ພະຍາຍາມ​ຕໍ່​ໄປ

ເມື່ອ​ເຮົາ​ພະຍາຍາມ, ພາກ​ພຽນ, ແລະ ຊ່ອຍ​ຄົນ​ອື່ນ​ໃຫ້​ເຮັດ​ເໝືອນ​ກັນ, ເຮົາ​ກໍ​ເປັນ​ໄພ່​ພົນ​ຍຸກ​ສຸດທ້າຍ​ທີ່ແທ້​ຈິງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ​ໃນ​ເດືອນ​ທັນວາ ປີ 2013 ມວນ​ໂລກ​ໄດ້​ໄວ້​ທຸກ​ກັບ​ຄວາມ​ຕາຍ​ຂອງ​ທ່ານ​ແນວ​ສັນ ມານ​ເດ​ລາ. ຫລັງຈາກ​ໄດ້​ເຂົ້າ​ຄຸກ​ເປັນ​ເວລາ 27 ປີ ເພາະ​ບົດບາດ​ຂອງ​ເພິ່ນ​ໃນ​ການ​ຕໍ່ສູ້​ເລື່ອງ​ການ​ແບ່ງ​ແຍກຜິວ​ພັນລະຫວ່າງ ຄົນ​ຜິວ​ຂາວ ແລະ ຜິວ​ດຳ, ທ່ານມານ​ເດ​ລາໄດ້​ເປັນ​ປະທານ​ຄົນ​ທຳອິດ​ທີ່​ຖືກ​ຄັດ​ເລືອກ​ຢ່າງ​ປະຊາທິ​ປະ​ໄຕ ໃນ​ປະເທດ​ອາ​ຟຣິ​ກາ​ໃຕ້. ການ​ໃຫ້​ອະໄພ​ຂອງ​ເພິ່ນ​ຕໍ່​ຄົນ​ທີ່​ໄດ້​ເອົາ​ເພິ່ນ​ເຂົ້າ​ຄຸກ​ນັ້ນ​ກໍ​ເປັນ​ໜ້າ​ປະທັບ​ໃຈ. ຜູ້​ຄົນຢ່າງ​ກວ້າງ​ໄກໄດ້​ຍ້ອງຍໍ ແລະ ສັນລະເສີນ​ເພິ່ນ.1 ສ່ວນ​ຫລາຍ​ແລ້ວ ທ່ານມານ​ເດ​ລາຈະ​ປະຕິເສດ ຄຳ​ຍ້ອງຍໍ​ນັ້ນ​ ໂດຍ​ກ່າວ​ວ່າ, “ຂ້າພະເຈົ້າ​ບໍ່​ໄດ້​ເປັນ​ນັກ​ບຸນ—ເວັ້ນ​ເສຍ​ແຕ່ ຖ້າ​ພວກ​ທ່ານ​ຄິດ​ວ່າ ນັກບຸນ​ເປັນ​ຄົນ​ບາບ​ທີ່​ພະຍາຍາມ​ຕໍ່​ໄປ.”2

ປະໂຫຍກ​ທີ່​ວ່າ—“ນັກບຸນ​ຄື​ຄົນ​ບາບ​ທີ່​ພະຍາຍາມ​ຕໍ່​ໄປ”—ຄວນ​ໃຫ້​ຄວາມ​ໝັ້ນ​ໃຈ ແລະ ກຳລັງ​ໃຈ ແກ່​ສະມາຊິກຂອງ​ສາດສະໜາ​ຈັກ. ເຖິງ​ແມ່ນ​ວ່າ​ເຮົາ​ຖືກ​ເອີ້ນ​ວ່າ “ໄພ່​ພົນ​ຍຸກ​ສຸດ​ທ້າຍ” ບາງເທື່ອ​ເຮົາ ກໍ​ບໍ່​ສະບາຍ​ໃຈ​ນຳ​ການກ່າວ​ເຖິງ​ແບບ​ນີ້. ຄຳ​ທີ່​ວ່າ ນັກບຸນ ແມ່ນ​ໃຊ້​ກັນ​ທົ່ວ​ໄປ ເພື່ອ​ແຕ່ງຕັ້ງ​ຜູ້​ຄົນ ທີ່​ໄດ້​ບັນລຸ​ສະພາບ​ທີ່​ສູງ​ສົ່ງ ແຫ່ງ​ຄວາມບໍລິສຸດ ຫລື ແມ່ນ​ແຕ່​ຄວາມ​ດີ​ພ້ອມ. ແລະ ເຮົາ​ກໍ​ຮູ້​ດີ​ວ່າ ເຮົາ​ບໍ່​ດີ​ພ້ອມ.

ຄວາມ​ເຊື່ອ​ທາງ​ດ້ານ​ສາດສະໜາ​ຂອງ​ເຮົາ​ສອນ​ເຮົາ​ວ່າ, ເຮົາ​ອາດ​ຈະ​ດີ​ພ້ອມ​ໂດຍ​ການ “ໄວ້​ວາງໃຈ​ຢ່າງ​ເຕັມທີ່” ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ ຊ້ຳ​ແລ້ວ​ຊ້ຳ​ອີກ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ: ໃຊ້​ສັດທາ​ໃນ​ພຣະ​ອົງ, ກັບ​ໃຈ, ຮັບ​ສ່ວນ​ສິນ​ລະ​ລຶກ ເພື່ອ​ຕໍ່​ພັນທະ​ສັນຍາ ແລະ ພອນ​ຂອງ​ການ​ບັບ​ຕິ​ສະ​ມາ, ແລະ ຮັບ​ເອົາ​ພຣະ​ວິນ​ຍານບໍລິສຸດ​​ໃຫ້ມາສະ​ຖິດ​ຢູ່​ນຳເປັນ​ເພື່ອນ ໃນລະດັບທີ່ສູງກວ່າ. ເມື່ອ​ເຮົາ​ເຮັດ​​ເຊັ່ນນັ້ນ, ເຮົາ​ຈະ​ກາຍເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ຫລາຍ​ຂຶ້ນ ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ.3 ເມື່ອ​ກ່າວ​ແບບທຳ​ມະ​ດາ​ແລ້ວ​ກໍ​ຄື, ວ່າ​ພຣະ​ເຈົ້າ​ສົນໃຈ​ວ່າ​ເຮົາ​ເປັນ​ຄົນແບບ​ໃດ ແລະ ວ່າ​ເຮົາ​ຈະ​ກາຍເປັນ​ຄົນ​ແບບ​ໃດ, ຫລາຍ​ກວ່າ ວ່າ​ເຮົາ​ໄດ້​ເປັນ​ຄົນ​ແບບ​ໃດ​ໃນ​ຄັ້ງ​ໜຶ່ງ.4 ພຣະ​ອົງ​​ປະສົງ​ໃຫ້​ເຮົາ​ພະຍາຍາມ​ຕໍ່​ໄປ.

ລະຄອນ​ຕະຫລົກ​ເລື່ອງ As You Like It, ​ແປ​ວ່າ ຕາມ​ທີ່​ທ່ານ​ມັກ, ທີ່ທ່ານ​ວິວລຽມ ​ເຊັກ​ສະ​ເປຍ, ນັກ​ປະພັນ​ຊາວອັງກິດ​ໄດ້​ຂຽນ, ສະແດງເຖິງ​ການ​ປ່ຽນແປງ​ອັນ​ຍິ່ງ​ໃຫຍ່​ໃນ​ຊີວິດ​ຂອງ​ຕົວ​ລະ​ຄອນ. ຜູ້​ເປັນ​ອ້າຍ​ພະຍາ​ຍາມ ຈະ​ຂ້າ​ນ້ອງ​ຊາຍ​ຂອງ​ຕົນ. ເຖິງແມ່ນ​ວ່າ​ລາວ​ຮູ້​ເລື່ອງ​ນີ້, ຜູ້​ເປັນ​ນ້ອງ​ຍັງ​ຊ່ອຍຊີວິດ​ອ້າຍ ທີ່​ຊົ່ວ​ຮ້າຍ​ຂອງ​ລາວ​ຈາກຄວາມ​ຕາຍ. ເມື່ອ​ຜູ້​ເປັນ​ອ້າຍ​ໄດ້​ເຫັນຖິງ​ຄວາມ​ເມດ​ຕາ​ທີ່​ລາວ​ບໍ່​ສົມຄວນ​ຈະ​ໄດ້ຮັບ, ລາວ​ກໍ​​ປ່ຽນ​ໄປ​ທັງ​ໝົດ ແລະ ມີ​ສິ່ງ​ທີ່​ລາວ​ເອີ້ນ​ວ່າ “ການ​ປ່ຽນ​ໃຈ​ເຫລື້ອ​ໃສ.” ຕໍ່​ມາ​ຜູ້ຍິງຫລາຍ​ຄົນ​ກໍ​ຖາມ​ຜູ້​ເປັນ​ອ້າຍ​ວ່າ, “​ບໍ່​ແມ່ນ​ບໍ​ທີ່​ເຈົ້າ​ໄດ້​ວາງ​ແຜນ​ຈະ​ຂ້າ [ນ້ອງ​ຊາຍ​ຂອງ​ເຈົ້າ] ຢູ່​ເລື້ອຍໆ?”

ຜູ້​ເປັນ​ອ້າຍ​ຕອບ​ວ່າ: “ນັ້ນ​ເຄີຍ​ເປັນ​ເຮົາ, ແຕ່​ບັດ​ນີ້​ບໍ່​ແມ່ນ​ເຮົາ. ເຮົາ​ບໍ່​ອັບອາຍ​ທີ່​ຈະ​ບອກເຈົ້າ ​ເຖິງ​ສິ່ງທີ່​ເຮົາ​​​ເຄີຍໄດ້​ເປັນ—ເພາະ​ການ​ປ່ຽນ​ໃຈ​ເຫລື້ອ​ມໃສ​ຂອງ​ເຮົາ​ມີ​ລົດ​ຊາດ​ທີ່​ຫວານ​ຊື່ນ, ມັນ​ຈຶ່ງ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ເຮົາ​ເປັນ​ຢູ່​ດຽວ​ນີ້.”5

ສຳລັບ​ເຮົາ, ເປັນ​ເພາະ​ຄວາມ​ເມດ​ຕາ​ກະລຸນາ​ຂອງ​ພຣະ​ເຈົ້າ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ປ່ຽນແປງ​ດັ່ງກ່າວ​ບໍ່​ໄດ້​ເປັນ​ພຽງ​ແຕ່​ບົດ​ປະພັນ​ທີ່​ຖືກ​ແຕ່ງ​ຂຶ້ນ​ເທົ່າ​ນັ້ນ. ຜ່ານ​ເອ​ເຊ​ກຽນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະກາດ​ວ່າ:

“ຖ້າ​ຄົນ​ຊົ່ວ​ຜູ້​ໜຶ່ງ​ເຊົາ​ເຮັດ​ຊົ່ວ, ລາວ​ຈະ​ບໍ່​ໄດ້​ຖືກ​ລົງ​ໂທດ. …

“… ຖ້າ​ລາວ​ເຊົາ​ເຮັດ​ບາບ ແລະ ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ ດີງາມ;

“… ຄືນ​ຂອງ​ຈຳນຳ, ສົ່ງ​ຂອງ​ທີ່​ຕົນ​ໄດ້​ລັກ​ມາ​ນັ້ນ, ຖ້າ​ລາວ​ເຊົາ​ເຮັດ​ບາບ ແລະ ປະພຶດ​ຕາມ​ກົດ​ບັນຍັດ ທັງຫລາຍ​ທີ່​ໃຫ້​ຊີວິດ, ລາວ​ຈະ​ບໍ່​ຕາຍ. …

“ເຮົາ​ຈະ​ອະໄພ​ການ​ບາບ​ທີ່​ລາວ​ໄດ້​ເຮັດ​ນັ້ນ ແລະ ລາວ​ຈະ​ມີ​ຊີວິດ ເພາະ​ລາວ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ດີ​ງາມ.”6

ໃນ​ພຣະ​ເມດ​ຕາ​ຂອງ​ພຣະ​ອົງ, ພຣະ​ເຈົ້າ​ສັນຍາ​ຈະ​ໃຫ້​ອະໄພ​ເມື່ອ​ເຮົາ​ກັບ​ໃຈ ແລະ ຫັນ​ໜີ​ຈາກ​ຄວາມຊົ່ວ​ຮ້າຍ​ນັ້ນ—ຈົນ​ວ່າ​ບາບ​ຂອງ​ເຮົາ​ຈະ​ບໍ່​ຖືກ​ກ່າວ​ກັບ​ເຮົາ​ອີກ. ສຳລັບ​ເຮົາ, ເປັນ​ເພາະ​ການ​ຊົດ​ໃຊ້​ຂອງພຣະ​ຄຣິດ ແລະ ການກັບ​ໃຈ​ຂອງ​ເຮົາ, ເຮົາ​ຈະ​ສາມາດ​ຫລຽວ​ເບິ່ງ​ການ​ກະທຳ​ທີ່​ຜ່ານ​ມາ​ຂອງ​ເຮົາ ແລະ ກ່າວ​ວ່າ, “ນັ້ນ​ເຄີຍ​ເປັນ​ເຮົາ, ແຕ່​ບັດ​ນີ້​ບໍ່​ແມ່ນ​ເຮົາ.” ບໍ່​ວ່າ​ເຮົາ​ເຄີຍ​ຊົ່ວ​ຮ້າຍ​ພຽງ​ໃດ​ກໍ​ຕາມ, ເຮົາ​ສາມາດກ່າວ​ໄດ້​ວ່າ, “ເຮົາ​ເຄີຍ​ເປັນ​ຄົນ​ແບບ​ນັ້ນ, ແຕ່​ຄົນ​ຊົ່ວ​ຮ້າຍ​ໃນ​ອາ​ດີດ​ຄົນ​ນັ້ນ​ບໍ່​ແມ່ນ​ເຮົາ​ອີກ​ຕໍ່​ໄປ.”7

ປະທານທອມ​ມັສ ​ແອັສ ມອນ​ສັນ ໄດ້​ສອນ​ວ່າ, “ຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ ທີ່​ພຣະ​ເຈົ້າ​ມີ​ໃຫ້ ເຮົາ​ຄື​ຄວາມສຸກ​ໃນ​ການ​ພະຍາຍາມ​ອີກ​ເທື່ອ​ໜຶ່ງ, ເພາະ​ບໍ່​ມີ​ຄວາມ​ລົ້ມເຫລວ​ອັນ​ໃດ​ຈຳເປັນ​ຕ້ອງ​ເປັນ ເທື່ອ​ສຸດ​ທ້າຍ.”8 ແມ່ນ​ແຕ່ ຖ້າ​ຫາກ​ເຮົາ​ໄດ້​ຕັ້ງໃຈ​ເຮັດ​ບາບ ຫລື ໄດ້​ມີ​ຄວາມ​ລົ້ມເຫລວ ແລະ ຄວາມຜິດ​ຫວັງ​ຊ້ຳ​ແລ້ວ​ຊ້ຳ​ອີກ, ໃນ​ວິນາທີ​ທີ່​ເຮົາຕັດສິນ​ໃຈ​ທີ່ຈະ​ພະຍາຍາມ​​ກັບ​ໃຈອີກ​ເທື່ອ​ໜຶ່ງ, ການ​ຊົດ​ໃຊ້​ຂອງພຣະ​ຄຣິດ​ກໍ​ສາມາດ​ຊ່ອຍ​ເຮົາ​ໄດ້. ແລະ ເຮົາ​ຕ້ອງ​ຈຳ​ໄວ້​ວ່າ ມັນ​ບໍ່​ແມ່ນ​ພຣະ​ວິນ​ຍານ​ບໍລິສຸດ​ທີ່​ບອກ​ເຮົາ ວ່າ​ເຮົາ​ຊົ່ວ​ຮ້າຍ​ເກີນ​ທີ່​ຈະ​ພະຍາຍາມ​ກັບ​ໃຈ​ໄດ້​ອີກ​ເລີຍ.

ພຣະ​ປະສົງ​ຂອງ​ພຣະ​ເຈົ້າ​ທີ່​ຢາກ​ໃຫ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ພະຍາຍາມ​ຕໍ່​ໄປ​ນັ້ນ ແມ່ນ​ກວ້າງ​ໄກ​ໄປ​ກວ່າ ການ​ເອົາ​ຊະນະ​ບາບ. ບໍ່​ວ່າ​ເຮົາ​ທົນ​ທຸກທໍລະມານ​ເພາະ​ຄວາມ​ສຳພັນ​ທີ່​ຫຍຸ້ງຍາກ, ການ​ທ້າ​ທາຍ​ທາງເສດຖະກິດ, ຫລື ຄວາມເຈັບ​ປ່ວຍ, ຫລື ເປັນ​ເພາະ​ຜົນ​ສະທ້ອນ​ຈາກ​ບາບ​ຂອງ​ຄົນ​ອື່ນ, ການ​ຊົດ​ໃຊ້​ອັນບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້ລອດ​ກໍ​ສາມາດ​ປິ່ນປົວ​ເຮົາ​ໄດ້—ແມ່ນ​ແຕ່—ຜູ້​ທີ່​ໄດ້​ທົນ​ທຸກ​ໂດຍ​ບໍ່​ໄດ້ ເຮັດ​ຜິດ​ຫຍັງ​ເລີຍ. ພຣະ​ອົງ​ເຂົ້າໃຈ​ເປັນ​ຢ່າງ​ດີ​ວ່າ ການທົນ​ທຸກ​ເພາະ​ຜົນ​ສະທ້ອນຂອງ​ການ​ລ່ວງ​ລະເມີດ​ຂອງ​ຄົນ​ອື່ນນັ້ນ ​ເປັນ​ແນວ​ໃດ. ຕາມ​ທີ່​ໄດ້​ທຳນາຍມາ​ແລ້ວ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດຈະ “​ປິ່ນປົວ​ຄົນ​ທີ່​ລະ​ທົມ​ປວດ​ໃຈ, ... ຈະ​ໃຫ້ຊົມ​ຊື່ນ​ຍິນ​ດີ ​ແທນ​ທີ່​ຈະ​ໂສກ​ເສົ້າ, ​ແລະ ​ຮ້ອງ​ເພງ​ສັນລະ​ເສີນ.”9 ບໍ່​ວ່າ​ຈະ​ເປັນ​ແນວໃດ​ກໍ​ຕາມ, ດ້ວຍ​ຄວາມ​ຊ່ອຍ​ເຫລືອຂອງ​ພຣະ​ອົງ, ພຣະ​ເຈົ້າ​ຄາດ​ຫວັງ​ໃຫ້ໄພ່​ພົນ​ຍຸກ​ສຸດ​ທ້າຍ​ພະຍາຍາມ​ຕໍ່​ໄປ.

ດັ່ງ​ທີ່​ພຣະ​ເຈົ້າ​ຊື່ນ​ຊົມ​ເມື່ອ​ເຮົາ​ພາກ​ພຽນ​ຕໍ່​ໄປ, ພຣະ​ອົງ​ຈະ​ຜິດ​ຫວັງ​ຖ້າ​ຫາກ​ເຮົາ​ບໍ່​ຮັບ​ຮູ້​ວ່າ​ ຄົນ​ອື່ນ​ກໍ​ພະຍາ​ຍາມຢູ່​ຄື​ກັນ. ນາງຕໍ​ບາ ເພື່ອນ​ທີ່​ຮັກ​ຂອງພວກ​ເຮົາ​ຄົນ​ໜຶ່ງ​ ໄດ້​​ເລົ່າວ່າ​ນາງ​ໄດ້​ຮຽນ​ຮູ້​ບົດຮຽນນີ້​ ຈາກ​ແມ່​ຂອງ​ນາງ ຊື່ ຈູ​ລີ​ອາ. ນາງ​ຈູ​ລີ​ອາ ແລະ ນາງຕໍ​ບາໄດ້​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອ​ໃສ​ ຄົນຜິວ​ດຳ​ໃນ​ຕອນ​ຕົ້ນ​ ໃນ​ປະເທດ​ອາ​ຟຣິ​ກາ​ໃຕ້. ຫລັງ​ຈາກ​ລະບົບ​ການ​ປົກຄອງ​ທີ່​ແບ່ງ​ແຍກ​ຜິວ​ພັນ​ໄດ້ສິ້ນ​ສຸດ​ລົງ, ສະມາຊິກ​ທີ່​ເປັນ​ຄົນ​ຜິວ​ດຳ ແລະ ຂາວ​ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​ໂບດ​ຮ່ວມ​ກັນ. ສຳລັບ​ຫລາຍໆຄົນ, ຄວາມ​ສະເໝີພາບ​ຂອງ​ການ​ພົວພັນ​ລະຫວ່າງ​ຄົນ​ທີ່ຕ່າງ​ເຊື້ອ​ຊາດ​ນັ້ນ ​ໄດ້​ເປັນຄວາມ​ຄິດ​ໃໝ່ ແລະ ໜ້າ​ທ້າ​ທາຍ. ເທື່ອ​ໜຶ່ງ, ເມື່ອນາງ​ຈູ​ລີ​ອາ ແລະ ນາງຕໍ​ບາໄດ້​ໄປ​ໂບດ, ເຂົາເຈົ້າ​ໄດ້​ຮູ້ສຶກ​ວ່າ ຖືກ​ປະຕິບັດ​ຕໍ່​ຢ່າງ​ບໍ່​ມີ​ຄວາມ​ເມດ​ຕາ ໂດຍ​ສະມາຊິກ​ທີ່​ເປັນ​ຄົນ​ຜິວ​ຂາວ. ເມື່ອ​ເຂົາເຈົ້າ​ອອກຈາກ​ຕຶກ​ໂບດ, ນາງຕໍ​ບາໄດ້​ຈົ່ມ​ໂວຍວາຍ​ຕໍ່​ແມ່​ຂອງ​ນາງ. ນາງ​ຈູ​ລີ​ອາໄດ້​ຮັບ​ຟັງ​ຢ່າງ​ສະຫງົບງຽບ​ຈົນ​ວ່າ ນາງຕໍ​ບາໄດ້​ລະບາຍ​ຄວາມ​ອຸກອັ່ງ​ໃຈ​ຂອງ​ນາງ​ທັງ​ໝົດ​ອອກ​ມາ. ແລ້ວນາງ​ຈູ​ລີ​ອາໄດ້​ກ່າວ​ວ່າ, “ໂອ້ ຕໍ​ບາ, ລູກ​ເອີຍ, ສາດສະໜາ​ຈັກ​ກໍ​ເໝືອນ​ໂຮງໝໍ​ໃຫຍ່, ແລະ ເຮົາ​ທຸກ​ຄົນ​ກໍ​ເຈັບ​ໄຂ້​ໃນ​ທາງ​ໃດ​ທາງ​ໜຶ່ງ. ເຮົາ​ພາກັນ​ມາ​ໂບດ​ເພື່ອ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ.”

ຄວາມ​ຄິດ​ເຫັນ​ຂອງນາງ​ຈູ​ລີ​ອາ ສະທ້ອນ​ເຖິງ​ຄວາມ​ຮູ້​ແຈ້ງ​ທີ່​ມີ​ຄຸນຄ່າ​ຫລາຍ. ເຮົາ​ບໍ່​ພຽງ​ແຕ່​ຕ້ອງ​ອົດທົນ ຂະນະ​ທີ່​ຄົນ​ອື່ນ​ພະຍາຍາມ​ປິ່ນປົວ​ຄວາມເຈັບ​ປ່ວຍ​ທາງ​ວິນ​ຍານ​ຂອງ​ເຂົາເຈົ້າ, ແຕ່​ເຮົາ​ຕ້ອງ​ມີ​ເມດ​ຕາ, ອົດທົນ, ສົ່ງເສີມ, ແລະ ເຂົ້າໃຈ​ເຂົາເຈົ້າ​ນຳ​ອີກ. ໃນ​ວິທີ​ທາງ​ດຽວ​ກັນ​ນັ້ນ ພຣະ​ເຈົ້າ​ກໍ​ຊຸກຍູ້​ເຮົາ​ໃຫ້ ພະຍາຍາມ​ຕໍ່​ໄປ, ພຣະ​ອົງ​ຍັງ​ຄາດ​ຫວັງ​ໃຫ້​ເຮົາ​ປ່ອຍ​ໃຫ້​ຄົນ​ອື່ນ​ມີ​ເວລາ ທີ່​ຈະ​ເຮັດ​ແບບ​ດຽວ​ກັນ​ນັ້ນ, ຕາມ​ເວລາ​ຂອງ​ເຂົາເຈົ້າ​ເອງ. ການ​ຊົດ​ໃຊ້​ຈະ​ເຂົ້າ​ມາສູ່​ຊີວິດ​ຂອງ​ເຮົາ​ຢ່າງ​ຫລວງ​ຫລາຍ. ແລ້ວ​ເຮົາ ຈະ​ຮັບ​ຮູ້​ວ່າ ບໍ່​ວ່າ​ຈະ​ມີ​ຄວາມ​ແຕກ​ຕ່າງ​ທີ່​ເຫັນໄດ້​ກັບ​ຕາ​ກໍ​ຕາມ, ເຮົາ​ທຸກ​ຄົນ​ກໍ​ຕ້ອງການ​ ການ​ຊົດ​ໃຊ້ທີ່​ບໍ່​ມີ​ຂອບ​ເຂດ​ອັນ​ດຽວ​ກັນ​ນັ້ນ.

ເມື່ອ​ຫລາຍ​ປີ​ກ່ອນ, ຊາຍ​ໜຸ່ມ​ທີ່​ປະເສີດ​ຄົນ​ໜຶ່ງ ຊື່ ​ເຄີ​ທິສ໌ ຖືກ​ເອີ້ນ​ໄປ​ເຜີຍແຜ່​ສາດ​ສະ​ໜາ. ລາວ​ໄດ້ເປັນ​ຜູ້​ສອນສາດສະໜາ​ທີ່​ປະທານ​ເຜີຍແຜ່​ທຸກ​ຄົນ​ຢາກ​ມີ. ລາວ​ໄດ້​ຕັ້ງໃຈ ແລະ ດຸ​ໝັ່ນ. ໃນ​ຊ່ວງ​ໜຶ່ງ, ລາວ​ໄດ້​ມີ​ຄູ່​ສອນ​ສາດສະໜາ​ທີ່​ມີ​ນິໄສ​ເປັນ​ເດັກນ້ອຍ, ບໍ່​ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ອື່ນ, ແລະ ບໍ່​ມີ​ຄວາມ​ກະຕືລືລົ້ນ​ກັບ​ການເຮັດ​ວຽກ​ໃຫ້​ສຳ​ເລັດ.

ມື້ໜຶ່ງ​ຂະນະ​ທີ່​ເຂົາເຈົ້າຂີ່​ລົດຖີບ​ຢູ່​ນັ້ນ, ທ້າວ​ເຄີ​ທິສ໌ໄດ້​ຫລຽວ​ຄືນ​ຫລັງ ແລະ ໄດ້​ເຫັນ​ວ່າ​ຄູ່​ສອນ​ຂອງ​ລາວ​ໄດ້​ລົງຈາກ​ລົດຖີບຂອງ​ລາວ​ໂດຍ​ບໍ່​ມີ​ເຫດຜົນ ແລະ ໄດ້​ຍ່າງ​ຕາມ​ຫລັງ. ຢ່າງ​ງຽບໆ, ທ້າວ​ເຄີ​ທິສ໌ໄດ້​ສະແດງຄວາມ​ອຸກອັ່ງ​ໃຈ​ຕໍ່​ພຣະ​ເຈົ້າ; ຈັ່ງ​ແມ່ນ​ລຳບາກ​ແທ້ໆ ​ທີ່​​ມີ​ຄູ່​ສອນ ທີ່​ຕ້ອງການ​ຄວາມ​ຊຸກຍູ້​ຢູ່​ຕະຫລອດ ກ່ອນ​ຈະ​​ເຮັດ​ສຳເລັດ​ສິ່ງ​ໃດສິ່ງ​ໜຶ່ງ. ຕໍ່​ຈາກນັ້ນ​ໜ້ອຍ​ໜຶ່ງ, ທ້າວ​ເຄີ​ທິສ໌ໄດ້​ມີ​ຄວາມ​ປະທັບ​ໃຈ​ທີ່​ເລິກ​ຊຶ້ງ, ເໝືອນ​ກັບວ່າ​ພຣະ​ເຈົ້າ​ກຳລັງ​ກ່າວ​ກັບ​ລາວ​ວ່າ, “​ເຄີ​ທິສ໌, ເຈົ້າ​ຮູ້​ບໍ່​ວ່າ, ເມື່ອ​ປຽບ​ໃສ່​ກັບ​ເຮົາ​ແລ້ວ, ພວກ​ເຈົ້າ​ທັງ​ສອງ ບໍ່​ໄດ້​ຕ່າງ​ຈາກ​ກັນ​ເທົ່າໃດ​ດອກ.” ທ້າວ​ເຄີ​ທິສ໌ໄດ້​ຮຽນ​ຮູ້​ວ່າ​ ລາວ​ຕ້ອງ​ອົດທົນ​ກັບ​ຄວາມ​ບົກພ່ອງ​ຂອງ​ຄູ່​ສອນຂອງ​ລາວ ຜູ້​ທີ່​ໄດ້​ພະຍາຍາມ​ຢູ່ ໃນ​ວິທີ​ທາງ​ຂອງ​ລາວ​ເອງ.

ການ​ເຊື້ອ​ເຊີນ​ຂອງ​ຂ້າພະເຈົ້າ​ຕໍ່​ເຮົາ​ທຸກໆ​ຄົນ ແມ່ນໃຫ້​ເຮົາ​ປະ​ເມີນ​ຊີວິດ​ຂອງ​ເຮົາ​ເອງ, ກັບ​ໃຈ, ແລະ ພະຍາຍາມຕໍ່​ໄປ. ຖ້າ​ຫາກ​ເຮົາ​ບໍ່​ພະຍາຍາມ, ເຮົາ​ກໍ​ເປັນ​ພຽງ​ແຕ່​ຄົນ​ບາບ​ໃນ​ຍຸກ​ສຸດ​ທ້າຍ​ເທົ່າ​ນັ້ນ; ຖ້າ​ຫາກ​ເຮົາ​ບໍ່​ພາກ​ພຽນ, ເຮົາກໍ​ເປັນ​ພຽງ​ແຕ່​ຄົນ​ຍອມ​ແພ້; ແລະ ຖ້າ​ຫາກ​ເຮົາ​ບໍ່​ປ່ອຍ​ໃຫ້​ຄົນ​ອື່ນ​ພະຍາຍາມ, ເຮົາ​ກໍ​ເປັນ​ພຽງ​ແຕ່​ຄົນ​ໜ້າ​ຊື່​ໃຈ​ຄົດ ຍຸກ​ສຸດ​ທ້າຍເທົ່ານັ້ນ.10 ເມື່ອ​ເຮົາ​ພະຍາຍາມ, ພາກ​ພຽນ, ແລະ ຊ່ອຍ​ຄົນ​ອື່ນ​ໃຫ້​ເຮັດ​ເໝືອນ​ກັນ, ເຮົາ​ກໍ​ເປັນ​ໄພ່​ພົນ​ຍຸກ​ສຸດທ້າຍ​ທີ່ແທ້​ຈິງ. ເມື່ອ​ເຮົາ​ປ່ຽນແປງ, ເຮົາ​ຈະ​ພົບ​ເຫັນ​ວ່າ ​ພຣະ​ເຈົ້າ​ສົນໃຈ​ວ່າ​ເຮົາ​ເປັນ​ຄົນ​ແບບ​ໃດ ແລະ ວ່າ​ເຮົາ​ຈະກາຍເປັນ​ຄົນ​ແບບ​ໃດ, ຫລາຍ​ກວ່າ​ກ່ຽວ​ກັບ​ວ່າ​ເຮົາ​ໄດ້​ເປັນ​ຄົນ​ແບບ​ໃດ​ໃນ​ຄັ້ງ​ໜຶ່ງ.11

ຂ້າພະເຈົ້າ​ກະຕັນຍູ​ຫລາຍ​ສຳລັບ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ສຳລັບ​ການ​ຊົດ​ໃຊ້​ທີ່​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ, ແລະ ສຳລັບ​ສາດສະດາ​ຍຸກ​ສຸດ​ທ້າຍ ຜູ້​ທີ່​ຊຸກຍູ້​ເຮົາ​ໃຫ້​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ໃຫ້​ພະຍາຍາມ​ຕໍ່​ໄປ.12 ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ເປັນ​ຈິງ​ທີ່​ດຳລົງ​ຢູ່ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ. ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ​​ເບິ່ງ Nelson Rolihlahla Mandela, Long Walk to Freedom (1994); “Biography of Nelson Mandela,” nelsonmandela.org/content/page/biography; and President Barack Obama’s Dec. 10, 2013, eulogy for Nelson Mandela, at whitehouse.gov/the-press-office/2013/12/10/remarks-president-obama-memorial-service-former-south-african-president-. The diversity of the awards is indicated by Mandela receiving the Nobel Peace Prize, the United States Presidential Medal of Freedom, and the Soviet Order of Lenin.

  2. ​ເບິ່ງ, ຍົກ​ຕົວຢ່າງ, ຄຳປາ​ໄສ​ຂອງທ່ານ​​ແນວ​ສັນ ມານ​ເດ​ລາ ​ທີ່ໄດ້​ກ່າວ​​ຢູ່​ Rice University’s Baker Institute ​ໃນ​ວັນ​ທີ 26 ​ເດືອນ​ຕຸລາ, 1999, bakerinstitute.org/events/1221. ເພິ່ນ​ໄດ້​ຖອດ​ຄວາມ​ຄຳ​ຖະແຫລງ​ທີ່​ຮູ້​ກັນ​ທົ່ວ​ໄປ​ຂອງທ່ານຣໍ​ເບີ​ດ ຫລຸຍ ສະຕີ​ບ​ເວັນ​ສັນ ທີ່​ວ່າ: “ນັກບຸນ​ຄື​ຄົນ​ບາບ​ທີ່​ພະຍາຍາມ​ຕໍ່​ໄປ.” ຕະຫລອດ​ຫລາຍ​ປີ​ທີ່​ຜ່ານ​ມາ ຫລາຍ​ຄົນ​ກໍ​ໄດ້​ສະແດງ ຄວາມ​ຮູ້ສຶກ​ຄ້າຍຄື​ກັນ​ນີ້. ຍົກ​ຕົວຢ່າງ, ອົງ​ຈື້ໄດ້​ກ່າວ​ວ່າ, “ລັດສະໝີ​ພາບ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດຂອງ​ເຮົາ ບໍ່​ໄດ້​ຢູ່​ໃນ​ການ​ທີ່​ບໍ່​ເຄີຍ​ລົ້ມ​ລົງ, ແຕ່​ຢູ່ໃນ​ການ​ລຸກ​ຂຶ້ນ​ອີກ ​ທຸກ​ເທື່ອ​ທີ່​ເຮົາ​ລົ້ມ​ລົງ.”

  3. ​ເບິ່ງ, ຍົກ​ຕົວຢ່າງ, 2 ນີ​ໄຟ 31:2–21; 3 ນີ​ໄຟ 11:23–31; 27:13–21; ​ໂມ​ໂຣ​ໄນ 6:6; Doctrine and Covenants 20:77, 79; 59:8–9; Handbook 2: Administering the Church (2010), 2.1.2.

  4. ການ​ກ່າວ​ວ່າ “ພຣະ​ເຈົ້າ​ສົນໃຈ​ວ່າ​ເຮົາ​ເປັນ​ຄົນ​ແບບ​ໃດ ແລະ ວ່າ​ເຮົາ​ຈະ​ກາຍເປັນ​ຄົນ​ແບບ​ໃດ, ຫລາຍ​ກວ່າ​ກ່ຽວ​ກັບ​ວ່າ​ເຮົາ​ໄດ້​ເປັນ​ຄົນ​ແບບ​ໃດ​ໃນ​ຄັ້ງ​ໜຶ່ງ” ບໍ່​ໄດ້​ໝາຍ​ຄວາມ​ວ່າ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ບໍ່​ສົນໃຈ​ຜົນ​ສະທ້ອນ​ຂອງ​ບາບ​ຂອງ​ຄົນ​ໜຶ່ງ​ທີ່​ມີ​ຕໍ່​ອີກ​ຄົນ​ໜຶ່ງ. ແທ້​ຈິງ​ແລ້ວ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ຫ່ວງ​ຜູ້​ທີ່​ທົນ​ຕໍ່​ຄວາມເຈັບ​ປວດ, ຄວາມທຸກ​ທໍລະມານ, ແລະ ຄວາມ​ເສຍ​ໃຈ​ຫລາຍ​ແທ້ໆ ເພາະ​ການ​ລ່ວງ​ລະເມີດ​ຂອງ​ຄົນ​ອື່ນ. ພຣະ​ອົງ​ໄດ້​ກ່າວ​ວ່າ: “ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖິດຢູ່ກັບ​ເຮົາ; ເພາະ​ພຣະ​ອົງ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້​ເພື່ອ​ນຳ​ຂ່າວ​ປະ​​ເສີດໄປ​ສູ່​ຜູ້​ຍາກຈົນ; ພຣະ​ອົງ​ໄດ້​ໃຊ້​ເຮົາ​ໄປ​ອອຍ​ໃຈ​ຜູ້​ເສົ້າ​ໂສກ, ... ປະກາດ​ປີ​ທີ່​​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເມດ​ຕາ​ນັ້ນ, ... ເພື່ອ​ໃຫ້​ພວກ​ທີ່​ໄວ້​ທຸກ​ໄດ້​ຊົມຊື່ນ​ຍິນດີ​ແທນ​ທີ່​ຈະ​ໂສກເສົ້າ; ... ແລະ ພຣະ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ​ສຳລັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະທຳ​ມາ​ນັ້ນ” (​ແອວ​ມາ 7:12).

  5. William Shakespeare, As You Like It, act 4, scene 3, lines 134–37.

  6. ​ເອ​ເຊ​ກຽນ 33:12, 14–16.

  7. ການ​ໃຊ້​ຄຳ​ກຳ​ມະ​ໃນ​ວາລະ​ອາ​ດີດ ແລະ ປະຈຸ​ບັນ ກໍ​ເປັນ​ໄດ້​ໃນ​ຂໍ້​ພຣະ​ຄຳ​ພີ​ທີ່​ກ່ຽວຂ້ອງ​ກັບ​ການ​ພິພາກສາ ຄັ້ງ​ສຸດ​ທ້າຍ. ເບິ່ງ, ຍົກ​ຕົວຢ່າງ, 2 ນີ​ໄຟ 9:16; ມໍ​ມອນ 9:14; Doctrine and Covenants 58:42–43.

  8. Thomas S. Monson, “The Will Within,” Ensign, May 1987, 68.

  9. ​ເອຊາ​ຢາ 61:1–3; ​ເບິ່ງ ລູກາ 4:16–21 ນຳ​ອີກ.

  10. ຄົນ​ໜ້າ​ຊື່​ໃຈ​ຄົດ ຕາມ​ທີ່​ຖືກ​ນຳ​ໃຊ້​ໃນ​ພຣະ​ຄຳ​ພີ​ໃໝ່​ອາດ​ຖືກ​ແປ​ຈາກ​ພາສາ​ກຣິກ​ວ່າ “ຜູ້​ທຳທ່າ”; ໃນ​ພາສາ​ກຣິກ​ຄຳ​ນີ້​ໝາຍ​ຄວາມ​ວ່າ, “ນັກສະແດງ​ລະຄອນ” ຫລື “ຄົນ​ທີ່​ທຳທ່າ, ຕົວແທນ​ຫລິ້ນ​ລະຄອນ, ຫລື ຫລິ້ນ​ບົດບາດ​ເກີນ​ຄວາມ​ຈິງ” (ມັດ​ທາຍ 6:2, footnote a). ຖ້າ​ຫາກ​ເຮົາ​ບໍ່​ໃຫ້​ໂອກາດ​ຄົນ​ອື່ນ​ປ່ຽນແປງ​ຕາມ​ເວລາ​ຂອງ​ເຂົາເຈົ້າ, ເຮົາ​ກໍ​ທຳທ່າ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເທົ່າ​ນັ້ນ.

  11. ​ເບິ່ງ ​ແຫ​ລ່ງອ້າງ​ອີງ ຂໍ້​ທີ 4, ຂ້າງ​ເທິງ.

  12. ຂ່າວສານ​ຂໍ້​ນີ້​​ໄດ້ປະກົດ​ຢູ່​ໃນ​ຄຳ​ປາ​ໄສ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາວົກ​ສິບ​ສອງ​ຫລາຍ​ເທື່ອ ຊຶ່ງນັ້ນ​ກໍເປັນ​ທີ່​ໜ້າ​ປະທັບ​ໃຈ. ປະທານດີ​ເດີ ແອັຟ ​ອຸກ​ດອບ ໄດ້​ເນັ້ນ​ຈຸດ​ນີ້​ເມື່ອ​ເພິ່ນ​ໄດ້​ກ່າວ​ວ່າ, “ໃນ​ຈຳນວນຫລັກ​ທຳ​ທີ່​ສາດສະດາ​ໄດ້​ສອນ​ຕະຫລອດ​ເວລາ​ທີ່​ຜ່ານ​ມາ, ຫລັກ​ທຳ​ຂໍ້​ໜຶ່ງ​ໄດ້​ຖືກ​ເນັ້ນ ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຄື​ຂ່າວສານ ທີ່​ໃຫ້​ຄວາມ​ຫວັງ ແລະ ຄວາມ​ອົບ​ອຸ່ນໃຈ ທີ່​ວ່າ​ມະນຸດ​ສາມາດ​ກັບ​ໃຈ​ໄດ້, ປ່ຽນ​ທາງ​ເດີນ, ແລະ ກັບ​ຄືນ​ມາ ສູ່​ເສັ້ນທາງ​ທີ່ແທ້​ຈິງ​ຂອງ​ການ​ເປັນ​ສານຸ​ສິດ.” (“You Can Do It Now!” Ensign or Liahona, Nov. 2013, 56).