​2010–2019
ກ່ຽວ​ກັບ​ການ​ເປັນ​ຄົນ​ທີ່​ແທ້​ຈິງ
ເມສາ 2015


ກ່ຽວ​ກັບ​ການ​ເປັນ​ຄົນ​ທີ່​ແທ້​ຈິງ

ຂ້າພະ​ເຈົ້າຫວັງ​ວ່າ ​ເຮົາ​ຈະ​ສາມາດ​ຕ້ານທານ​ກັບ​ການ​ລໍ້​ລວງ​ທີ່​ຈະ​ໃຫ້​ເຮົາ ພຽງ​ແຕ່​ສົນ​ໃຈ​ກັບ​ຕົວ​ເອງ​ເທົ່າ​ນັ້ນ, ​ແລະ ​ໃຫ້​ພະຍາຍາມ​ທີ່​ຈະ​​ໄດ້​ຮັບ​ກຽດ​ທີ່​ດີກ​ວ່າ​ນັ້ນ ຄື: ທີ່​ຈະ​ກາຍ​ເປັນ​ຄົນຖ່ອມຕົວ, ​ເປັນ​ສານຸ​ສິດທີ່​ແທ້​ຈິງ​ຂອງພຣະ​ເຢຊູ​ຄຣິດ.

​ໃນ​ທ້າຍ​ສັດຕະວັດ​ທີ 18, ລາຊິນີ ​ແຄັດ​ຕະຣິນ ​ແຫ່ງຣັດ​ເຊຍ ​ໄດ້​ປະກາດ​ວ່າ ນາງ​ຈະ​​​ໄປ​ກວດກາ​ເບິ່ງ​ເຂດ​ໃຕ້​ຂອງ​ຈັກກະ​ພົບ​ຂອງ​ນາງ, ​ໂດຍ​ທີ່​ມີ​ອັກ​ຄະ​ທູດ​ຈາກ​ຫລາຍ​ປະ​ເທດ​​ເດີນທາງ​ໄປ​ກັບ​ນາງ. ​ເຈົ້າ​ແຂວງ​ຂອງ​ພາກ​ນັ້ນ, ຊື່ ກຣິກກະຣີ ​ໂພ​ເທັມ​ຄິນ, ກໍຢາກ​ໃຫ້​​ບັນດາ​ແຂກ​ທັງຫລາຍ​ມີ​ຄວາມ​ປະ​ທັບ​ໃຈ. ສະນັ້ນ ​ເພິ່ນ​ຈຶ່ງ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ຈະ​ໄດ້​ສະ​ແດງ​ຄວາມ​ສຳ​ເລັດ​ຜົນຂອງ​ປະ​ເທດ.

ສ່ວນ​ໜຶ່ງ​ຂອງ​ການ​ເດີນທາງ, ລາຊິນີ ​ແຄັດ​ຕະຣິນ ຕ້ອງ​ໄດ້​ເດີນ​ທາງ​ເຮືອ ລ່ອງ​ໄປ​ໃນ​ແມ່ນ້ຳ ດະ​​ນິ​ເປີ, ອະທິບາຍ​ໃຫ້ບັນດາ​ອັກ​ຄະ​ທູດຟັງດ້ວຍ​ຄວາມ​ພູມ​ໃຈ ​ເຖິງ​ການ​ພັດທະນາ​ຂອງ​ໝູ່​ບ້ານ​ຕ່າງໆ ທີ່​ຕັ້ງຢູ່​ແຄມ​ແມ່ນ້ຳ, ທັງ​​ໝູ່​ບ້ານ​ຕ່າງ​ໆ​ດ້ວຍ​, ຊຶ່ງ​ເຕັມ​ໄປ​ດ້ວຍ​ຜູ້ຄົນ​ທີ່​ຂະຫຍັນ ​ແລະ ມີ​ຄວາມ​ສຸກ. ​ແຕ່​ມີ​ບັນຫາ​ຢູ່​ຢ່າງ​ໜຶ່ງ: ທຸກ​ສິ່ງ​​ເປັນ​ພຽງ​ການສະ​ແດງ​ເທົ່າ​ນັ້ນ. ​ມີ​ຄຳບອກ​ກ່າວ​ໄວ້​ວ່າ ທ່ານໂພ​ເທັມ​ຄິນ ​ໄດ້​ສັ່ງ​ໃຫ້​ສ້າງຮ້ານ​ຄ້າ ​ແລະ ບ້ານ​ເຮືອນ​ປອມຂຶ້ນມາ. ​ເພິ່ນຍັງ​ໄດ້​ຈັດ​ຜູ້​ຄົນ​ໃຫ້​ສ​ະ​ແດງ​ ຄື​ກັບ​ວ່າ​ເຂົາ​ເຈົ້າກຳລັງຈະ​ເລີ​ນຮຸ່ງ​ເຮືອງ. ​ເມື່ອ​ເຮືອພົ້ນສາຍຕາ​, ພວກ​ພະນັກງານ​ຂອງ​ທ່ານໂພ​ເທັມ​ຄິນ ກໍ​ໄດ້​ຍົກຍ້າຍ​ສິ່ງ​ສະ​ແດງ ຂົນ​ກັນ​ໄປ​ຢ່າງ​ໄວ ​ເພື່ອ​ຕຽມ​ການສະ​ແດງ ​ໃນ​ຈຸດ​ທີ່ ລາຊິນີ ​ແຄັດ​ຕະຣິນ ຈະ​ເດີນ​ຜ່ານ​ຕໍ່​ໄປ.

​ເຖິງ​ແມ່ນ​ວ່າ ນັກ​ປະຫວັດສາດ​ສະ​ໄໝ​ປະຈຸ​ບັນ ​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ປະ​ຫວັດ​ສາດ​ນີ້, ​ແຕ່​ຄຳ​ວ່າ “ໝູ່​ບ້ານ​ໂພ​ເທັມ​ຄິນ” ​ໄດ້​ຖືກ​ບັນຈຸ​ຢູ່​ໃນ​ປຶ້ມວັດຈະນະ​ນຸກົມ​ຂອງ​ໂລກ​ແລ້ວ. ຄຳ​ນີ້ ໝາຍ​ເຖິງ ການ​ພະຍາຍາມ​ເຮັດ​ໃຫ້​ຄົນ​ອື່ນ​ເຊື່ອວ່າ ​ເຮົາ​ດີກ​ວ່າ​ທີ່​ເຮົາ​ເປັນ​ຢູ່.

​​​ເຮົາ​ມີ​ເຈດ​ຕະນາດີ​ຫລືບໍ່?

ມັນ​ເປັນ​ທຳ​ມະ​ຊາດ​ຂອງ​ມະນຸດ ທີ່​ມັກ​ຄວາມ​ສວຍ​ງາມ. ​ດ້ວຍ​ເຫດ​ນີ້ ພວ​ກ​ເຮົາ​ຫລາຍ​ຄົນ​ຈຶ່ງ​ພະຍາຍາມ ຈັດ​ແຕ່ງ​ໜ້າ​ບ້ານ​ໃຫ້​ສວຍ​ສົດ​ງົດ​ງາມ ​ແລະ ດ້ວຍ​ເຫດ​ນີ້ ອ້າຍ​ນ້ອງ​ໃນ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນຈຶ່ງ ​ພະຍາຍາມ​ຈົນ​ສຸດ​ຂີດ ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ຊົງ​ຜົມ​ຮຽບຮ້ອຍ​ດີ, ​ເພື່ອບາງ​ທີ​ເຂົາ​ເຈົ້າອາດພົບ​ເຫັນຄົນ​ໃດ​ຄົນ​ໜຶ່ງທີ່​ພິ​ເສດ. ບໍ່​ເປັນ​ເລື່ອງ​ຜິດ ທີ່​ຈະ​ຂັດ​ເກີບ​ໃຫ້​ເຫລື້ອມ, ມີ​ກິ່ນ​ຫອມ​ສະອາດ, ຫລື ​ເຊື່ອງ​ຖ້ວຍຊາມ​ທີ່​ເປື້ອນ​ເປິະ ກ່ອນ​ຄູ​ສອນ​ປະຈຳ​ບ້ານ​ຈະ​ມາ​ເຖິງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເມື່ອ​​ເຮັດ​ເກີນ​ຂອບ​ເຂດ, ຄວາມ​ປາດ​ຖະໜາ​ດັ່ງກ່າວ ອາດ​ປ່ຽນ​ຈາກ ຜົນ​ປະ​​ໂຫຍ​ດ ​ເປັນ​ ການຫລອກ​ລວງ.

ສາດ​ສະ​ດາ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໄດ້​ເຕືອນ​ສະ​ເໝີ ກ່ຽວ​ກັບ​ຜູ້ທີ່ “​ເຂົ້າ​ໃກ້​ [ພຣະຜູ້​ເປັນ​ເຈົ້າ] ດ້ວຍ​ຄຳ​ເວົ້າ, ​ແລະ ອ້າງ​ນະມັດສະການ [ພຣະອົງ], ​ແຕ່​ຈິດ​ໃຈ​ຂອງ​ພວກ​ເຂົາ ສຸມ​ຢູ່​ບ່ອນ​ອື່ນ.”1

ພຣະຜູ້​ຊ່ອຍ​ໃຫ້​ລອດ​ເຂົ້າ​ໃຈ ​ແລະ ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ນຳ​ຄົນ​ບາບ ທີ່​ຖ່ອມຕົວ ​ແລະ ຈິງ​ໃຈ. ​ແຕ່​ພຣະອົງ​ພຣະພິ​ໂລດ​​ໃນ​ທາງ​ທີ່​ຊອບ​ທຳ ຕໍ່​ຄົນ​ໜ້າ​ຊື່​ໃຈ​ຄົດ ​ເຊັ່ນກັບ ຄົນ​ເກັບ​ພາສີ, ພວກ​ຟາ​ຣີຊາຍ, ​ແລະ ພວກ​ຊາ​ດູ​ກາຍ—​ພວກ​ເຂົາຖື​ຕົນ​ເອງ​ວ່າ​ເປັນ​ຄົນ​ຊອບ​ທຳ​ ​ເພື່ອ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ, ​ເພື່ອ​ຈະ​ມີ​ອິດ​ທິພົນ, ​ແລະ ຮັ່ງມີ​ເປັນ​ດີ ດ້ວຍ​ສິ່ງຂອງທາງ​ໂລກ, ​ໃນ​ເວລາ​ດຽວ​ກັນ, ​ພວກ​ເຂົາໄດ້​ຂົ່ມ​ເຫັງ​ຜູ້​ຄົນ ທີ່​ເຂົາ​ເຈົ້າຄວນ​ຊ່ອຍ​ເຫລືອ. ພຣະຜູ້​ຊ່ອຍ​​ໃຫ້​ລອດ​ໄດ້​ປຽບທຽບພວກ​ເຂົາ​ໃສ່​ກັບ “ອຸບ​ມຸງ​ຝັງ​ສົບ​ທີ່​ທາ​ດ້ວຍ​ປູນ​ຂາວ ຊຶ່ງ​ເບິ່ງ​ຂ້າງ​ນອກ​ງົດ​ງາມ, ​ແຕ່​ຂ້າງ​ໃນ​ແລ້ວ​ພັດ​ເຕັມ​ໄປ​ດ້ວຍ​ກະດູກ​ຄົນ​ຕາຍ, ​ແລະ ສິ່ງ​ສາລະພັດ​ຂີ້ດຽດ​ສົກກະປົກ.”2

​ໃນ​ວັນ​ເວລາຂອງ​ເຮົາ, ພຣະຜູ້​ເປັນ​ເຈົ້າ ກໍ​​ໄດ້ກ່າວ​ຖ້ອຍ​ຄຳ​ຮຸນ​ແຮງ​ເຊັ່ນ​ດຽວ​ກັນນັ້ນ ​ແກ່​ຜູ້​ດຳລົງ​ຖານະ​ປະ​ໂລຫິດ ທີ່​ພະຍາຍາມປົກ​ປິດ​ບາບ [ຂອງ​ພວກເຂົາ], ຫລື ສະໜອງ​ຄວາມ​ຈອງ​ຫອງ [ຂອງ​ພວກ​ເຂົາ], ຫລື ຄວາມ​ທະ​ເຍີ​ທະຍານ​ອັນ​ໄຮ້​ປະ​ໂຫຍ​ດ [ຂອງ​ພວກ​ເຂົາ]. ​ເມື່ອ​ພວກ​ເຂົາ​​ເຮັດ​ແບບ​ນີ້, ພຣະອົງ​ໄດ້​ກ່າວ, ສະຫວັນຈະ​ຖອນ​ຕົວ; ພຣະວິນ​ຍານຂອງພຣະຜູ້​ເປັນ​ເຈົ້າຈະ​ໂສກ​ເສົ້າ; ​ແລະ ​ເມື່ອຖືກຖອນ​ຕົວ, ກໍອາ​ແມນກັບຖານະ​ປະ​ໂລຫິດ​ ຫລື ສິດ​ອຳນາດຂອງ​ຊາຍ​ຄົນ​ນັ້ນ.”3

​ເປັນ​ຫຍັງ​ສິ່ງ​ນີ້​ຈຶ່ງ​ເກີດ​ຂຶ້ນ? ​ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ທຳທ່າ​ເຂັ້ມ​ແຂງ, ຮັ່ງມີ​, ​ແລະ ​ເສີມ​ແຕ່ງ​ພຽງ​ຂ້າງ​ນອກ ​ເມື່ອ​ຂ້າງ​ໃນ—ດັ່ງ​ທີ່​ພຣະຜູ້​ເປີດ​ເຜີຍ​​ໄດ້​ກ່າວ​​ແກ່ຊາວ​ເອ​ເຟ​ໂຊ​ວ່າ—ພວກ​ເຮົາ​ໄດ້ “ປະ​ຖິ້ມ​ຄວາມ​ຮັກ​ເດີມ [ຂອງ​ເຮົາ]”?4

​ໃນ​ບາງ​ກໍລະ​ນີ, ເຮົາ​ອາດບໍ່​ສົນ​ໃຈ​ກັບ​​ຄວາມ​ສຳຄັນ​​ຂອງ​ພຣະກິດ​ຕິ​ຄຸນ, ​ເຂົ້າ​ໃຈ​ຜິດວ່າ “​ການ​ເຮັດ​ເໝືອນ​ຄົນ​ນັບຖື​ພຣະເຈົ້າ” ​ເປັນ “ອຳນາດ​ໃນ​ນັ້ນ.”5 ສິ່ງ​ນີ້​ອັນຕະລາຍ​ຫລາຍ ​ໂດຍ​ສະ​ເພາະ ​ເມື່ອ​ເຮົາ​ທຳທ່າ​ເປັນສາ​ນຸສິດ​ທີ່​ດີ ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ​ແລະ ​ເພື່ອ​ຈະ​ມີ​ອິດ​ທິພົນ. ​ເມື່ອນັ້ນ ​ເຮົາ​ຈະ​ຕົກ​ຢູ່​ໃນ​ຂັ້ນສ່ຽງ ທີ່​ຈະ​ເຂົ້າ​ໄປ​ໃນ​ເຂດ​ຂອງ​ພວກ​ຟາຣີຊາຍ, ​ແລະ ​​ເຮົາ​ຄວນ​ກວດ​ເບິ່ງຈິດ​ໃຈ​ຂອງ​ເຮົາ​ໃນ​ຕອນ​ນີ້ ​ເພື່ອ​ຈະ​ໄດ້​ປ່ຽນຊີວິດ​ໃຫ້​ຖືກຕ້ອງ.

​ໂຄງການ​​ໂພ​ເທັມ​ຄິນ

ຄວາມ​ພະຍາຍາມ​ທີ່​ຈະ​ສະ​ແດງ​ວ່າ ​ເຮົາ​ດີກ​ວ່າ​ທີ່​ເຮົາ​ເປັນ​ຢູ່ ບໍ່​ແມ່ນ​ເຫັນ​ຢູ່​ພຽງ​ແຕ່​ໃນ​ຊີວິດ​ສ່ວນ​ຕົວ​ຂອງ​ເຮົາ​ເທົ່າ​ນັ້ນ ​ແຕ່​ຍັງ​ເຫັນ​ຢູ່​ໃນ​ໜ້າ​ທີ່​ມອບ​ໝາຍ​ໃນ​ໂບດ​ຂອງ​ເຮົາ​ນຳ​ອີກ.

ຍົກ​ຕົວຢ່າງ, ຂ້າພະ​ເຈົ້າຮູ້ສະ​ເຕກໜຶ່ງ ບ່ອນ​ທີ່​ຜູ້ນຳ​​ໄດ້​ຕັ້ງ​ເປົ້າໝາຍ​ທີ່​ທະ​ເຍີ​ທະ​ຍານໄວ້​ຈຳນວນ​ໜຶ່ງ ​ໃນ​ປີນັ້ນ. ​ເຖິງ​ແມ່ນ​ວ່າ ​ເປົ້າໝາຍ​ເຫລົ່ານັ້ນ ​ເບິ່ງ​ຄື​ວ່າ ​ເປັນ​ສິ່ງ​ທີ່​ກຸ້ມ​ຄ່າ​ກໍ​ຕາມ, ​ແຕ່​ເຂົາ​ເຈົ້າພຽງ​ແຕ່​ສົນ​ໃຈ​ນຳ​ການທີ່​ຈະ​ໄດ້​ປະກາດ​ຄວາມ​ດີ​ເດັ່ນ ຫລື ຈຳນວນ​ຂອງ​ເປີ​ເຊັນ​ເທົ່າ​ນັ້ນ.

ຫລັງ​ຈາກ​ໄດ້​ສົນທະນາ​ກັນ​ກ່ຽວ​ກັບ​ເປົ້າໝາຍ​ເຫລົ່ານັ້ນ​ ​ແລະ ຕົກລົງ​ກັນ​ແລ້ວ, ບາງ​ສິ່ງ​ໄດ້​ເຮັດ​ໃຫ້ ປະທານ​ສະ​ເຕກຮູ້ສຶກ​ບໍ່​ສະບາຍ​ໃຈ. ​ເພິ່ນ​ໄດ້​ຄິດ​ກ່ຽວ​ກັບ​ສະ​ມາ​ຊິກ​ຂອງ​ສະ​ເຕກ—​ເຊັ່ນ ​ແມ່​ໜຸ່ມ ຜູ້​ມີ​ລູກນ້ອຍ ຜູ້​ຊຶ່ງ​ຫາ​ກໍກາຍ​ເປັນ​ແມ່ໝ້າຍ. ​ເພິ່ນ​ໄດ້​ຄິດ​ກ່ຽວ​ກັບ​ສະມາຊິກ ຜູ້​ດີ້ນ​ລົນ​ຕໍ່ສູ້​ກັບ​ຄວາມ​ສົງ​ໄສ ຫລື ຄວາມ​ເປົ່າ​ປ່ຽວ ຫລື ມີ​ບັນຫາ​ເລື່ອງ​ສຸຂະພາບ ຜູ້​ບໍ່​ມີ​ປະກັນ​​ໄພສຸຂະພາບ. ​ເພິ່ນ​ໄດ້​ຄິດ​ກ່ຽວ​ກັບ​ສະມາຊິກ​ຜູ້​ທີ່​ມີ​ບັນຫາ​ເລື່ອງ​ການ​ແຕ່ງງານ, ການ​ຕິດ​ແສດ, ຕົກ​ງານ, ​ແລະ ປ່ວຍ​ໂຊ​ທາງ​ຈິດ​ໃຈ. ​ແລະ ​ເມື່ອ​ເພິ່ນ​ໄດ້​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້​ຫລາຍ​ເທົ່າ​​ໃດ, ​ເພິ່ນ​ຍິ່ງ​ໄດ້​ຖາມ​ຕົນ​ເອງຫລາຍ​ຂຶ້ນ​ເທົ່າ​ນັ້ນ ດ້ວຍ​ຄຳ​ຖາມ​ທີ່​ຖ່ອມ​ຕົນ​ວ່າ: ​ເປົ້າໝາຍ​ໃໝ່​ຂອງ​ເຮົາ ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ໃຫ້​ແກ່​ຊີວິດ​ຂອງ​ສະມາຊິກ​ເຫລົ່າ​ນີ້​ບໍ?

​ເພິ່ນ​ໄດ້​ເລີ່​ມຄິດ​ວ່າ ​ເປົ້າໝາຍ​ຂອງ​ສະ​ເຕກຂອງ​ເຂົາ​ເຈົ້າຈະ​​ແຕກ​ຕ່າງ​​ໄປ​ແນວ​ໃດ ຖ້າ​ຫາກ​ເຂົາ​ເຈົ້າ​ໄດ້​ຖາມ​ກ່ອນ​ວ່າ, “ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ເຮົາ​ເປັນ​​ຈັ່ງໃດ?”

ສະນັ້ນ ປະທານ​ສະ​ເຕກ ຈຶ່ງ​ໄດ້​​ເວົ້າລົມ​ນຳ​ສະພາ​ຂອງ​ເພິ່ນ​ອີກ, ​ແລະ ທຸກ​ຄົນ​ກໍ​ໄດ້​ປ່ຽນ​ຄວາມ​ຄິດ. ​ເຂົາ​ເຈົ້າ​ໄດ້​ຕັ້ງ​ໃຈ​ວ່າ ​ເຂົາ​ເຈົ້າຈະ​ບໍ່​ຍອມ​ໃຫ້ “ຄົນ​ຫິວ​ໂຫຍ, … ຄົນ​ຂັດ​ສົນ, …ຄົນ​ເປືອຍ​ເປົ່າ, … ຄົນ​ເຈັບ​ປ່ວຍ ​ແລະ ຄົນ​ທີ່​ເປັນ​ທຸກ​ ຜ່ານ​ [​ເຂົາ​ເຈົ້າ] ໄປ, ​ແລະ ບໍ່​ຫລຽວ​ແລ​ພວກ​ເຂົາ.”6

​ເຂົາ​ເຈົ້າ​ໄດ້​ຕັ້ງ​ເປົ້າໝາຍ​ໃໝ່, ​ໂດຍ​ທີ່​ຮັບ​ຮູ້​ວ່າ ຄວາມ​ສຳ​ເລັດ​ຜົນ​ໃນ​ເປົ້າໝາຍ​ໃໝ່ ​ເຫລົ່າ​ນັ້ນ​ ບໍ່​ສາມາດ​ວັດ​ແທກ​ໄດ້, ຢ່າງ​ໜ້ອຍ​ໂດຍ​ມະນຸດ—​ເພາະ ໃຜ​ຈະ​ສາມາດ​ວັດ​ແທກ​ປະຈັກ​ພະຍານ​ສ່ວນ​ຕົວ, ຄວາມ​ຮັກ​ທີ່​ມີ​ຕໍ່​ພຣະ​ເຈົ້າ, ຫລື ຄວາມ​ເຫັນ​ອົກ​ເຫັນ​ໃຈ ຕໍ່​ຄົນ​ອື່ນ​ໄດ້?

​ແຕ່​ເຂົາ​ເຈົ້າຍັງ​ຮູ້​ວ່າ “ຫລາຍ​ສິ່ງ​ທີ່​ທ່ານ​ສາມາດ​ນັບ​ໄດ້, ບໍ່​ມີ​ຄຸນຄ່າ​ຫຍັງ​ເລີຍ. ຫລາຍ​ສິ່ງ​ທີ່​ທ່ານ​ບໍ່​ສາມາດ​ນັບ, ​ແມ່ນ​ມີ​ຄຸນຄ່າ​ທີ່​ສຸດ.”7

ຂ້າພະ​ເຈົ້າສົງ​ໄສ​ ຖ້າ​ຫາກ​ວ່າເປົ້າໝາຍ​ສຳລັບ​ອົງການ ​ແລະ ສ່ວນ​ຕົວ​ຂອງ​ເຮົາ ບາງ​ເທື່ອ​ເປັນ​ຕົວຢ່າງ​​ຂອງໝູ່​ບ້ານ​ໂພ​ເທັມ​ຄິນ ​ໃນ​ປະຈຸ​ບັນ. ເມື່ອ​ຫລຽວ​ເບິ່ງ​ແຕ່​ໄກໆ ​ເບິ່ງ​ຄື​ວ່າ ມັນ​ເປັນ​ໜ້າ​ປະທັບ​ໃຈ​ບໍ ​ແຕ່​ແທ້​ຈິງ​ແລ້ວ ມັນ​ບໍ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເພື່ອນ​ມະນຸດ​ທີ່ເຮົາຮັກ​ເລີຍ?

​ເພື່ອນ​ທີ່​ຮັກ​ແພງ ​​ແລະ ມິດ​ສະຫາຍ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ຂ້າພະ​ເຈົ້າ, ຖ້າ​ຫາກ​ພຣະ​ເຢຊູ​ຄຣິດ ນັ່ງ​ຢູ່​ກັບ​ເຮົາ ​ແລະ ຖາມ​ກ່ຽວ​ກັບ​ບັນຊີ​ການ​ພິທັກ​ຮັກສາ​ຂອງ​ເຮົາ, ຂ້າພະ​ເຈົ້າຄິດ​ວ່າ ພຣະອົງ​ຄົງ​ບໍ່​ສົນ​ໃຈ​ນຳ​​ໂຄງການ ​ແລະ ສະຖິຕິ. ສິ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຢາກ​ຮູ້ ​ແມ່ນ​ສະພາບ​ຈິດ​ໃຈ​ຂອງ​ເຮົາ. ພຣະອົງ​ຢາກ​ຮູ້​ວິທີ​ທີ່​ເຮົາ​ຮັກ ​ແລະ ປະຕິບັດ​ຕໍ່​ຄົນ​ທີ່ຢູ່​ໃນ​ການ​ດູ​ແລ​ຂອງ​ເຮົາ, ວິທີ​ທີ່​ເຮົາ​ສະ​ແດງ​ຄວາມ​ຮັກຕໍ່​ຄູ່​ຄອງ ​ແລະ ຄອບຄົວ, ​ແລະ ວິທີ​ທີ່​ເຮົາ​ແບ່ງ​ເບົາພາລະ​ໜັກໜ່ວງ​ປະຈຳ​ວັນ​ຂອງ​ເຂົາ​ເຈົ້າ. ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຢາກ​ຮູ້​ວ່າ ທ່ານ ​ແລະ ຂ້າພະ​ເຈົ້າ ກໍເຂົ້າ​ໃກ້ຊິດ​ພຣະອົງ​ ​ແລະ ພຣະບິດາ​ເທິງ​ສະຫວັນ​ຂອງ​ພຣະອົງ​ຫລື​ບໍ່.

​ເປັນ​ຫຍັງ​ເຮົາ​ຈຶ່ງມານີ້?

ມັນ​ຄົງ​ເປັນ​ປະ​ໂຫຍ​ດທີ່​ຈະ​ປະ​ເມີນ​ເບິ່ງ​ໃຈ​ຂອງ​ເຮົາ​ເອງ. ຍົກ​ຕົວຢ່າງ, ​ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ, ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຮັບ​ໃຊ້​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ?

​ເຮົາ​ອາດ​ຖາມ​ວ່າ, ​ເປັນ​ຫຍັງ​​ເຮົາ​ຈຶ່ງ​ມາ​ຮ່ວມ​ກອງ​ປະຊຸມ​​ໃນ​ມື້​ນີ້?

ຖ້າ​ຫາກ​ຂ້າພະ​ເຈົ້າຕ້ອງ​ຕອບ​ຄຳ​ຖາມ​ນັ້ນ ​​ແບບ​ຕື້ນໆ, ຂ້າພະ​ເຈົ້າຈະ​ຕອບ​ວ່າ ​ເພາະ​ປະທານ​ມອນ​ສັນ ​ໄດ້​ມອບ​ໝາຍ​ຂ້າພະ​ເຈົ້າ​ໃຫ້​ມາ​ກ່າວ​ປາ​ໄສ.

ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ເລືອກ​ບໍ່​ໄດ້.

​ແລະ ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ ທີ່​ຂ້າພະ​ເຈົ້າຮັກ​ຫລາຍ​ທີ່​ສຸດ ກໍ​ຢາກ​ໃຫ້​ຂ້າພະ​ເຈົ້າມາ​ຮ່ວມກອງ​ປະຊຸມ. ຂ້າພະ​ເຈົ້າຈະ​ຕອບ​ປະຕິ​ເສດ ​ໄດ້​ແນວ​​ໃດ?

​ແຕ່​ເຮົາ​ທຸກ​ຄົນຮູ້​ເຫດຜົນ​ທີ່​ດີກ​ວ່າ​ນີ້ ສຳລັບ​ການ​ມາ​ຮ່ວມ​ກອງ​ປະຊຸມ ​ແລະ ດຳລົງ​ຊີວິດ​ຂອງ​ເຮົາ ​ໃນ​ຖານະ​ເປັນ​ສານຸສິດ​ທີ່​​ແທ້ຈິງ​ຂອງ​ພຣະ​ເຢຊູ​ຄຣິດ.

ຂ້າພະ​ເຈົ້າມາ​ນີ້ ​ເພາະ​ຂ້າພະ​ເຈົ້າປາດ​ຖະໜາ​ດ້ວຍ​ສຸດ​ໃຈ ທີ່​ຈະ​ຕິດຕາມ​ພຣະອາຈານ, ພຣະ​ເຢຊູ​ຄຣິດ. ຂ້າພະ​ເຈົ້າຢາກ​ເຮັດ​ທຸກ​ສິ່ງ​ທີ່​ພຣະອົງ​ໄດ້​ຂໍ​ໃຫ້​ຂ້າພະ​ເຈົ້າ​ເຮັດ ​ໃນ​ອຸດົມ​ການ​ທີ່​ຍິ່ງ​ໃຫຍ່​ນີ້. ຂ້າພະ​ເຈົ້າຢາກ​ໄດ້​ຮັບ​ການ​ສິດສອນ​ຈາກ​ພຣະວິນ​ຍານ​ບໍລິສຸດ ​ແລະ ຢາກ​ໄດ້​ຟັງ​ສຸລະສຽງ​ຂອງ​ພຣະ​ເຈົ້າ ​ໃນ​ຂະນະ​ທີ່​ພຣະອົງ​ກ່າວ​ຜ່ານ​ທາງ​ຜູ້​ຮັບ​ໃຊ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງຂອງ​ພຣະອົງ. ຂ້າພະ​ເຈົ້າມານີ້ ​ເພື່ອຈະ​ໄດ້​ກາຍ​ເປັນ​ຊາຍ​ທີ່​ດີກ​ວ່າ, ທີ່​ຈະ​​ໄດ້​ຮັບ​ການ​ເຊີດ​ຊູ​ໃຈ ໂດຍຕົວຢ່າງ​ທີ່ດົນ​ໃຈ​ຂອງ​ບັນດາ​ອ້າຍ​​ເອື້ອຍ​ນ້ອງຂອງ​ຂ້າພະ​ເຈົ້າ​ໃນ​ພຣະຄຣິດ, ​ແລະ ທີ່​ຈະ​ຮຽນ​ຮູ້​ວິທີ​ປະຕິບັດ​ສາດສະໜາ​ກິດ​ໃຫ້​ມີ​ປະສິດທິພາບ​ຫລາຍ​ກວ່າ​ເກົ່າ ຕໍ່​ຄົນ​ທີ່​ຂັດ​ສົນ.

ສະຫລຸບ​ແລ້ວ, ຂ້າພະ​ເຈົ້າມາ​ນີ້ ​ເພາະ​ຂ້າພະ​ເຈົ້າຮັກ​ພຣະບິດາ​ເທິງ​ສະຫວັນຂອງ​ຂ້າພະ​ເຈົ້າ ​​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ.

ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ນັ້ນຄື​ເຫດຜົນ​ຂອງ​ທ່ານ​ຄື​ກັນ. ​ດ້ວຍ​ເຫດ​ນີ້ ​ເຮົາ​ຈຶ່ງ​ເຕັມ​ໃຈ​ທີ່​ຈະ​ເສຍ​ສະລະ ​ແລະ ບໍ່​ແມ່ນພຽງ​ແຕ່​ຈະ​ປະກາດ​ວ່າ ​ເຮົາ​ຈະ​ຕິດຕາມ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເທົ່າ​ນັ້ນ. ​ດ້ວຍ​ເຫດ​ນີ້ ​ເຮົາ​ຈຶ່ງ​ດຳລົງ​ຖານະ​ປະ​ໂລຫິດທີ່​ສັກສິດ​ຂອງ​ພຣະອົງ​ດ້ວຍ​ກຽດຕິຍົດ.

ຈາກ​ເຊື້ອ​ໄຟ ກາຍ​ເປັນ​ກອງ​ໄຟສຸມ​ໃຫຍ່

ບໍ່​ວ່າ​ປະຈັກ​ພະຍານ​ຂອງ​ທ່ານ​ຈະ​ເຂັ້ມ​ແຂງຫລາຍ​ຂະໜາດ​ໃດ ຫລື ກິດ​ຈະ​ກຳ​ຂອງ​ທ່ານ​ໃນ​ສາດສະໜາ​ຈັກ ຈະ​ເບິ່ງ​ຄ້າຍຄື​ກັນ​ກັບ​ໝູ່​ບ້ານ​​ໂພ​ເທັມ​ຄິນຫລາຍຂະໜາດ​ໃດກໍ​ຕາມ, ຂ່າວ​ດີ​ກໍ​ຄື ທ່ານ​ສາມາດ​ສ້າງ​ດ້ວຍ​ພະລັງ​ຂອງ​ທ່ານ. ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ ທ່ານ​ສາມາດ​ເຕີບ​ໂຕ​ທາງ​ວິນ​ຍານ ​ແລະ ​ເຂົ້າ​ໃກ້​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້ ​ໂດຍ ການ​ນຳ​ໃຊ້ ຫລັກ​ທຳ​ພຣະກິດ​ຕິ​ຄຸນ ​​​ໃນ​ແຕ່​ລະ​ວັນ.

ດ້ວຍ​ຄວາມ​ອົດທົນ ​ແລະ ບໍ່​ລົດ​ລະ, ​ແມ່ນ​ແຕ່​ການ​ກະທຳ​ອັນ​ເລັກ​ນ້ອຍຂອງ​ການ​ເປັນ​ສານຸສິດ ຫລື ​ແສງ​ໄຟ​ຂອງຄວາມ​ເຊື່ອທີ່​ນ້ອຍໆ ຈະ​ກາຍ​ເປັນກອ​ງ​ໄຟ​ສຸມ​ໃຫຍ່ ​ຂອງ​ຊີວິດ​ທີ່​ສັກສິດ. ຕາມ​ຈິງ​ແລ້ວ, ນັ້ນຄື​ວິທີ​ທີ່ກອງ​ໄຟ​ສຸມ​ໃຫຍ່​ໄດ້​ເລີ່​ມຕົ້ນດ້ວຍ​​—ຈາກ​ເຊື້ອ​ໄຟ​​ເມັດ​ນ້ອຍໆ.

ສະນັ້ນ ຖ້າ​ຫາກ​ທ່ານ​ຮູ້ສຶກ​ວ່າ​ຕົວ​ເອງນ້ອຍ ​ແລະ ອ່ອນ​ແອ, ພຽງ​ແຕ່​ມາ​ຫາ​ພຣະຄຣິດ​ເທົ່າ​ນັ້ນ, ຜູ້​ໄດ້​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອ​ກັບ​ມາ​ເຂັ້ມ​ແຂງ.8 ຜ່ານ​ພຣະຄຸນ​ຂອງ​ພຣະ​ເຈົ້າ, ຄົນ​ທີ່​ອ່ອນ​ແອ​ໃນ​ບັນດາ​ພວກ​ເຮົາ ຈະ​ກາຍ​​ເປັນ​ຜູ້​ທີ່​ເຂັ້ມ​ແຂງ​ຫລາຍ​ທີ່​ສຸດທາງ​ວິນ​ຍານ, ​ເພາະວ່າ​ພຣະ​ເຈົ້າ “ບໍ່​ເລືອກ​ໜ້າ​ຜູ້​ໃດ.”9 ພຣະອົງ​ເປັນ “ພຣະ​ເຈົ້າທີ່​ຊື່ສັດຂອງ​ເຮົາ, ພຣະອົງຮັກສາ​ພັນທະ​ສັນຍາ​ຂອງ​ພຣະອົງ ​ແລະ ສະ​ແດງ​ຄວາມ​ຮັກ​ອັນ​ໝັ້ນຄົງ ​ແກ່​ຜູ້​ທີ່​ຮັກ​ພຣະອົງ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ.”10

ຂ້າພະ​ເຈົ້າໝັ້ນ​ໃຈ​ວ່າ ຖ້າ​ຫາກ​ພຣະ​ເຈົ້າສາມາດ​ເອື້ອມ​ອອກ​ໄປ ​ແລະ ຊ່ອຍ​ເຫລືອ​ອົບ​ພະຍົບ​ຊາວ​ເຢຍລະ​ມັນ ດັ່ງ​ຂ້າພະ​ເຈົ້າ ທີ່​ມາ​ຈາກ​ຄອບຄົວ​ທຳ​ມະ​ດາ​ສາມັນ ​ໃນ​ປະ​ເທດ​ທີ່​ມີ​ສົງຄາມ ຢູ່ຟາກ​ໂລກ​ເບື້ອງ​ນັ້ນ ຊຶ່ງ​ຫ່າງ​ໄກ​ຈາກ​ສູນ​ກາງ​ໃຫຍ່​ຂອງ​ສາດສະໜາ​ຈັກ, ​ແລ້ວ​ພຣະອົງ​ກໍ​ສາມາດ​ເອື້ອມ​ອອກ​ໄປ​ຫາ​ທ່ານ​​ໄດ້ຄື​ກັນ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ ​ໃນ​ພຣະຄຣິດ, ພຣະ​ເຈົ້າ​ແຫ່ງ​ການ​ສ້າງ, ຜູ້​ໄດ້​ບັນດານ​ໃຫ້​ມີ​ຊີວິດ​ເກີດ​ຂຶ້ນຢູ່​ໃນ​ຈັກກະວານ, ກໍມີ​ອຳນາດ​ທີ່​ຈະ​ບັນດານ​ໃຫ້​ມີຊີວິດ​ເກີດ​ຂຶ້ນກັບ​ທ່ານ​ຄື​ກັນ. ​ແນ່ນອນ​ວ່າ ພຣະອົງສາ​ມາດ​ເຮັດ​ໃຫ້​ທ່ານ​ເປັນ​ຄົນ​ທີ່​​ແທ້​ຈິງ​ ​ແຫ່ງ​ຄວາມ​ສະຫວ່າງ ​ແລະ ຄວາມຈິງ​ໄດ້ ຕາມ​ທີ່​ທ່ານ​ປາດ​ຖະໜາທີ່​ຈະ​ເປັນ.

ຄຳ​ສັນຍາ​ຂອງ​ພຣະ​ເຈົ້າ ​ແມ່ນ​ແທ້​ຈິງ ​ແລະ ​ແນ່ນອນ. ​​ເຮົາ​ສາມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ສຳລັບ​ຄວາມ​ຜິດບາບ​ຂອງ​ເຮົາ ​ແລະ ຖືກ​ຊຳລະ​ລ້າງ​ຈາກ​ການ​ອະທຳທັງ​ໝົດ.11 ​ແລະ ຖ້າ​ຫາກ​ເຮົາ​ຍອມຮັບ​ເອົາ​ຫລັກ​ທຳ​ທີ່​ແທ້​ຈິງ ​ແລະ ດຳລົງ​ຊີວິດ​ຕໍ່​ໄປຕາມ​ນັ້ນ ​ໃນ​ສະພາບ​ການສ່ວນ​ຕົວຂອງ​ເຮົາ ​ແລະ ​ໃນ​ຄອບຄົວ​ຂອງ​ເຮົາ, ​ແລ້ວ​​ໃນ​ທີ່​ສຸດ ​ເຮົາ​ຈະ​ໄປ​ເຖິງ​ຈຸດ​ບ່ອນ​ທີ່​ເຮົາ “ຈະ​ບໍ່​ອຶດ​ເຂົ້າຢາກ​ນ້ຳອີກ​ຕໍ່​ໄປຈັກ​ເທື່ອ. ... ​ເພາະ​ພຣະ​ເມສາ​ນ້ອຍ​ທີ່ປະ​ທັບ​ຢູ່​ທ່າມກາງ​ພຣະບັນລັງ​ນັ້ນ ຈະ​​ເປັນ​ພຣະຜູ້​ລ້ຽງ [ເຮົາ], ​ແລະ ຈະ​ພາ [ເຮົາ] ​ໄປ​ຫາບໍ່​ນ້ຳພຸ​ແຫ່ງ​ຊີວິດ: ​ແລະ ພຣະ​ເຈົ້າຈະ​ເຊັດ​ນ້ຳຕາ​ທຸກ​ຢົດ ຈາກ​ຕາ​ຂອງ [ເຮົາ].”12

ສາດສະໜາ​ຈັກ​ເປັນ​ສະຖານ​ທີ່ປິ່ນປົວ, ບໍ່​ແມ່ນ​ບ່ອນລີ້​ຊ່ອນ​ຕົວ

​ແຕ່​ສິ່ງ​ນີ້​ຈະ​ເກີດ​ຂຶ້ນບໍ່​ໄດ້ ຖ້າ​ຫາກ​ເຮົາ​ລີ້​ຢູ່​ທາງ​ຫລັງ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ, ຫລື ສາດສະໜາ​​ໃດ​ໜຶ່ງ, ຫລື ອົງການ​ໃດ​ໜຶ່ງ ທີ່ເປັນ​ສາກ​ບັງ​ໜ້າ. ການ​ເປັນ​ສານຸສິດ​ຈອມ​ປອມ​ເຊັ່ນ​ນັ້ນ ບໍ່​ພຽງ​ແຕ່​ກີດ​ກັນ​ເຮົາ​ຈາກ​ການ​ເປັນ​ຕົວ​ເຮົາ​ເອງ, ​ແຕ່ຍັງ​ກີດ​ກັນ​ເຮົາ​ຈາກ​ການ​ປັບປຸງ​ຕົວ​ນຳ​ອີກ ​ໂດຍ​ການ​ຊົດ​ໃຊ້​ຢ່າງ​ໜ້າ​ອັດສະຈັນ​ໃຈ ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ.

ສາດສະໜາ​ຈັກ​ບໍ່​ແມ່ນ​ສະຖານ​ທີ່​ສະ​ແດງ​ລົດ—ບໍ່​ແມ່ນ​ສະຖານ​ທີ່ ບ່ອນ​ທີ່​ເຮົາ​ຂຶ້ນສະ​ແດງ​ຕົວ ​ໃຫ້​ຄົນ​ອື່ນ​ຍ້ອງຍໍ​ລັກສະນະ​ທາງ​ວິນ​ຍານ​ຂອງ​ເຮົາ, ຫລື ຄວາມ​ສາມາດ, ຫລື ຄວາມຮັ່ງມີ​ເປັນ​ດີ​ຂອງ​ເຮົາ. ສາດສະໜາ​ຈັກ​ເປັນ​ສະຖານ​ທີ່​ບໍລິການ, ບ່ອນ​ທີ່​ລົດ​ຕ້ອງການ​ສ້ອມ​ແປງ ​ແລະ ມີ​ສະພາບ​ດີ​ຂຶ້ນ.

​ເຮົາ​ທຸກ​ຄົນ​ບໍ່​ຕ້ອງການ ການ​ສ້ອມ​ແປງ, ການ​ຮັກສາ, ​ແລະ ຖືກ​ເຮັດ​ໃຫ້​ມີ​ສະພາບ​ດີ​ຂຶ້ນບໍ?

​​ເຮົາ​ບໍ່​ໄດ້​ມາ​ໂບດ ​ເພື່ອ​ຈະ​ເຊື່ອງບັນຫາ ​ແຕ່​ມາ​ເພື່ອ​ຮັບ​ການ​ປິ່ນປົວ.

​ແລະ ​ໃນ​ຖານະ​​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ, ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ຕື່ມ​ອີກ—ທີ່​ຈະ “​ລ້ຽງ​ຝູງ​ແກະ​ຂອງ​ພຣະ​ເຈົ້າ … , ບໍ່​ແມ່ນ​ດ້ວຍ​ໃຈ​ຂົມ​ຂື່ນ, ​ແຕ່​ດ້ວຍ​ຄວາມ​ເຕັມ​ໃຈ; ບໍ່​ແມ່ນ​ເພື່ອ​ເຫັນ​ແກ່ [ຜົນ​ປະ​ໂຫຍດສ່ວນ​ຕົວ], ​ແຕ່​ດ້ວຍ​ຄວາມ​ເຫລື້ອມ​ໃສ; ບໍ່​ແມ່ນ​ເໝືອນ​ເປັນ​ເຈົ້າ​ເປັນ​ນາຍ ​ເໜືອ​ພວກ​ທີ່​ພຣະ​ເຈົ້າ​ໄດ້​ຝາກ​ໄວ້​ກັບ​​ເຈົ້າ, ​ແຕ່​ໃຫ້​ເປັນ​ແບບຢ່າງ​ອັນ​ດີ​ ແກ່​ຝູງ​ແກະ.”13

ອ້າຍ​ນ້ອງ​ທັງຫລາຍ, ຈົ່ງ​ຈື່​ຈຳ​ໄວ້​ວ່າ, “ພຣະ​ເຈົ້າຕໍ່ສູ້​ຄົນ​ທີ່​ຈອງຫອງ, ​ແຕ່​ປະທານ​ພຣະຄຸນ​​ໃຫ້ແກ່​ຄົນ​ທີ່ຖ່ອມ​ຕົວ.”14

ຜູ້​ຊາຍ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ, ມີ​ຄວາມ​ສາມາດ​ທີ່​ສຸດ, ​ແລະ ບັນລຸ​ຄວາມ​ສຳ​ເລັດ​ຜົນ​ໄດ້​ຫລາຍ​ທີ່​ສຸດ ທີ່​ເຄີຍ​ມາສູ່​ໂລກ​ນີ້ ​ແມ່ນ​ຜູ້​ຊາຍ​ທີ່​ຖ່ອມ​ຕົວຫລາຍ​ທີ່​ສຸດ​ຄື​ກັນ. ພຣະອົງ​ໄດ້​ປະຕິບັດ​ຮັບ​​ໃຊ້​ຫລາຍ​ເທື່ອ ໃນ​ເວລາ​ສ່ວນ​ຕົວ ຢ່າງ​ໜ້າປະ​ທັບ​ໃຈ, ​ມີ​ພຽງ​ສອງ​ສາມ​ຄົນທີ່​ໄດ້​ເຫັນ, ຊຶ່ງ​ພຣະອົງ​ໄດ້​ສັ່ງ​ວ່າ “ບໍ່​ໃຫ້​ບອກ​ຜູ້​ໃດ” ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​​ກະທຳ.15 ​ເມື່ອມີ​ຄົນ​ເອີ້ນ​ພຣະອົງ​ວ່າ “ຜູ້​ປະ​ເສີດ,” ພຣະອົງ​ກໍ​ປ່ຽນ​ຄຳ​ຍ້ອງຍໍ​ນັ້ນທັນທີ, ​ໂດຍ​ການ​ເນັ້ນວ່າ ມີ​ແຕ່​ພຣະ​ເຈົ້າອົງ​ດຽວ​ເທົ່າ​ນັ້ນທີ່​ປະ​ເສີດ.16 ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ຄຳ​ສັນລະ​ເສີນ​ຂອງ​ໂລກ ບໍ່​ມີ​ຄວາມ​ໝາຍຫຍັງ​ເລີຍ​ສຳລັບ​ພຣະອົງ; ຈຸດປະສົງ​ດຽວ​ຂອງ​ພຣະອົງ ​ແມ່ນ​ທີ່​ຈະ​ຮັບ​ໃຊ້​ພຣະບິດາ​ຂອງ​ພຣະອົງ ​ແລະ “​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ​ຢູ່​ສະ​ເໝີ.”17 ​ເຮົາ​ຈະ​ເປັນ​ຄົນ​ດີ​ຂຶ້ນກວ່າ​ເກົ່າ ຖ້າ​ຫາກ​ເຮົາ​ເຮັດ​ຕາມ​ຕົວຢ່າງ​ຂອງພຣະອາຈານ​ຂອງ​ເຮົາ.

ຂໍ​ໃຫ້​ເຮົາ​ຮັກ ດັ່ງ​ທີ່​ພຣະອົງ​​ໄດ້ຮັກ

ອ້າຍ​ນ້ອງ​ທັງຫລາຍ, ນີ້​​ແມ່ນ​ການ​ເອີ້ນ​ທີ່​ສູງ​ສົ່ງ ​ແລະ ສັກສິດ​ຂອງ​ເຮົາ—ທີ່​ຈະ​ເປັນ​ຕົວ​ແທນ​ຂອງ​ພຣະ​ເຢຊູ​ຄຣິດ, ​ເພື່ອ​ຈະ​ຮັກ ດັ່ງ​ທີ່​ພຣະອົງ​​ໄດ້ຮັກ, ທີ່​ຈະ​ຮັບ​ໃຊ້ ດັ່ງ​ທີ່​ພຣະອົງ​​ໄດ້ຮັບ​ໃຊ້, ທີ່​ຈະຊ່ອຍ​ເຫລືອ​ຄົນ​ທີ່​ອ່ອນ​ແອ, ຍົກ​ມື​ທີ່ເມື່ອ​ຍລ້າ, ​ແລະ ​ໃຫ້​ກຳລັງ​ຫົວເຂົ່າ​ທີ່​ອ່ອນ​ເພຍ,”18 ​ເພື່ອດູ​ແລ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ,19 ​ແລະ​ ​ດູ​ແລ​ແມ່ໝ້າຍ ​ແລະ ລູກ​ກຳພ້າ.20

​ອ້າຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າອະທິຖານ​ວ່າ ​ເມື່ອ​ເຮົາ​ຮັບ​ໃຊ້​ໃນ​ບ້ານ​ເຮືອນ​, ​ໃນ​ກຸ່ມ, ​ໃນ​ຫວອດ, ​ໃນ​ສະ​ເຕກ, ​ໃນ​ຊຸມ​ຊົນ, ​ແລະ ປະ​ເທດ​ຊາດ​ຂອງ​ເຮົາ, ​ເຮົາ​ຈະ​ສາມາດ​ຕ້ານທານ​ກັບ​ການ​ລໍ້​ລວງ​ທີ່​ຈະ​ໃຫ້​ເຮົາ ພຽງ​ແຕ່​ສົນ​ໃຈ​ກັບ​ຕົວ​ເອງ​ເທົ່າ​ນັ້ນ, ​ແລະ ​ໃຫ້​ພະຍາຍາມ​ທີ່​ຈະ​​ໄດ້​ຮັບ​ກຽດ​ທີ່​ດີກ​ວ່າ​ນັ້ນ ຄື: ທີ່​ຈະ​ກາຍ​ເປັນ​ຄົນຖ່ອມຕົວ, ​ເປັນ​ສານຸ​ສິດທີ່​ແທ້​ຈິງ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ. ເມື່ອ​ເຮົາ​ເຮັດ​ເຊັ່ນນັ້ນ, ​ເຮົາ​ຈະ​​ເຫັນ​ຕົນ​ເອງ​ເດີນ​ໄປ​ໃນ​ເສັ້ນທາງ ທີ່​ພາ​ເຮົາ​ໄປ​ຫາ ການ​ເປັນ​ຄົນ​ທີ່​ດີ​ທີ່​ສຸດ, ທີ່​ແທ້​ຈິງ​ທີ່​ສຸດ, ​ແລະ ມີ​ກຽດ​ທີ່​ສຸດ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້ ​ໃນ​ພຣະນາມ​ຂອງ​ພຣະອາຈານ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ, ອາແມນ.