​2010–2019
ການ​ຮັກສາ​ອິດ​ສະລະ​ພາບ, ການ​ປົກ​ປ້ອງ​ອິດ​ສະລະພາບ​ເລື່ອງ​ສາດສະໜາ​
ເມສາ 2015


ການ​ຮັກສາ​ອິດ​ສະລະ​ພາບ, ການ​ປົກ​ປ້ອງ​ອິດ​ສະລະພາບ​ເລື່ອງ​ສາດສະໜາ​

ການ​ໃຊ້​ອຳ​ເພີ​ໃຈ​​ຢ່າງ​ຊື່ສັດຂອງ​​ເຮົາ​ແມ່ນ​ອີງ​ຕໍ່​ການ​ມີ​ອິດ​ສະລະພາບ​ເລື່ອງ​ສາດສະໜາ.

ນີ້​ແມ່ນ​ວັນ​ອິດສະ​ເຕີ: ​ແມ່ນ​ວັນ​ແຫ່ງ​ຄວາມ​ກະຕັນຍູ ​ແລະ ​ໃຫ້​ກຽດ​​​ແກ່​ການ​ຊົດ​​ໃຊ້​ ​ແລະ ການ​ຟື້ນຄືນ​ພຣະຊົນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ ສຳລັບ​ມະນຸດຊາດ​ທັງ​ປວງ. ​ເຮົາ​ນະມັດສະການ​ພຣະອົງ, ມີ​ຄວາມ​ກະຕັນຍູ​ຕໍ່​ອິດ​ສະລະ​ພາບ​ຂອງ​ເຮົາ​ເລື່ອງ​ສາດສະໜາ, ອິດ​ສະລະ​ພາບ​ທີ່​ຈະ​ມາ​ຊຸມນຸມ​ກັນ, ອິດ​ສະລະ​ພາບ​ເລື່ອງ​ການ​ປາກ​ເວົ້າ, ​ແລະ ອຳ​ເພີ​ໃຈ​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ເຮົາ.

ດັ່ງ​ທີ່​ສາດສະດາ​ໄດ້​ບອກ​ໄວ້​ລ່ວງ​ໜ້າ ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ​ ຕອນ​ທີ່​ເຮົາ​ມີ​ຊີວິດ​ຢູ່​ນີ້, ຫລາຍ​ຄົນ​ຈະ​ສັບສົນ​ຫລາຍ ກ່ຽວ​ກັບວ່າ ​ເຮົາ​ເປັນ​ໃຜ ​​ແລະ ​ເຮົາ​​ເຊື່ອ​ຖື​ສິ່ງ​ໃດ. ບາງ​ຄົນ​​ເວົ້າ “​ໃສ່​ຮ້າຍ​ປ້າຍ​ສີ​ກັນ … [ແລະ] ​ເປັນ​ຄົນ​ບໍ່​ຮັກ​ການ​ດີ.”1 ບາງ​ຄົນ “​ເອີ້ນ​ສິ່ງ​ທີ່​ຊົ່ວ ວ່າ​ເປັນ​ສິ່ງທີ່ດີ, ​ແລະ ​ເອີ້ນ​ສິ່ງ​ທີ່​ດີ ວ່າ​ເປັນ​ສິ່ງ​ທີ່​ຊົ່ວ; [ແລະ] ປ່ຽນ​ມືດ​ເປັນ​ແຈ້ງ, ​ແລະ ​ແຈ້ງ​ເປັນ​ມືດ.”2

​ເຖິງ​ແມ່ນ​ຜູ້​ຄົນ​ທີ່ຢູ່​​ອ້ອມ​ຮອບ​ເຮົາ ​ເລືອກຈະ​ໂຕ້​ຕອບ​ກ່ຽວ​ກັບ​ຄວາມ​ເຊື່ອ​ຖື​ຂອງ​​​ເຮົາ​​ແນວ​ໃດກໍ​ຕາມ, ​ແຕ່​ເຮົາ​ບໍ່​ຄວນ​ລືມ​ໄປ​ວ່າ ອຳ​ເພີ​ໃຈ​ເລື່ອງ​ສິນ​ທຳ ​ເປັນ​ພາກ​ສ່ວນ​ທີ່​ສຳຄັນ​ໃນ​ແຜນ​ຂອງ​ພຣະ​ເຈົ້າ ສຳລັບ​ລູກໆ​ຂອງ​ພຣະອົງ. ​ແຜນ​ນິລັນດອນ​ນັ້ນ, ​ໄດ້​ຖືກ​ມອບ​ໃຫ້​ເຮົາ ຢູ່​ໃນ​ສະພາ​ມະຫາສານ ​ໃນ​ສະຫວັນ, ຮ່ວມ​ທັງ​ຂອງ​ປະທານ​ແຫ່ງ​ອຳ​ເພີ​ໃຈ.3

ຢູ່​ໃນ​ສະພາ​ມະຫາສານ​ນັ້ນ, ລູຊິ​ເຟີ, ທີ່​ຮູ້ຈັກ​ກັນ​ວ່າ ຊາຕາ​ນ, ​ໄດ້​ໃຊ້​ອຳ​ເພີ​ໃຈ​ຂອງ​ມັນ ທີ່​ຈະ​ຕໍ່ຕ້ານ​ແຜນ​ຂອງ​ພຣະ​ເຈົ້າ. ພຣະ​ເຈົ້າ​ໄດ້​ກ່າວ​ວ່າ, ເພາະ … ຊາຕານ​ໄດ້​ກະບົດ​ຕໍ່​ພຣະອົງ ​ແລະ ​ໄດ້ສະ​ແຫວງຫາທີ່​ຈະທຳລາຍອຳ​ເພີ​ໃຈຂອງມະນຸດ, ​ຊຶ່ງພຣະຜູ້​ເປັນ​ເຈົ້າໄດ້​ມອບ​ໃຫ້​​​ເຂົາ, … ພຣະອົງຈຶ່ງ​ໄດ້​ເຮັດ​ໃຫ້ມັນ​ຖືກ​ໂຍນ​ລົງ​ໄປ.”4

ພຣະອົງ​ໄດ້​ກ່າວ​ຕື່ມ​ວ່າ ໜຶ່ງ​ສ່ວນ​ສາມ​​ໄດ້ຫັນ​ໜີ​ຈາກພຣະອົງນຳ​ອີກ ​ເພາະ​ອຳ​ເພີໃຈຂອງ​ເຂົາ.5

ຜົນ​ສະທ້ອນ​ກໍ​ຄື, ລູກໆ​ທາງ​ວິນ​ຍານ​ຂອງ​ພຣະບິດາ​ເທິງ​ສະຫວັນ ຜູ້​ທີ່​ເລືອກ​ປະຕິ​ເສດ​ແຜນ​ຂອງ​ພຣະອົງ ທີ່​ໄດ້​ຕິດຕາມລູຊິ​ເຟີ ໄດ້​ສູນ​ເສຍ​ຈຸດໝາຍ​ປາຍທາງ​ນິລັນດອນ​ຂອງ​​ເຂົາ.

ພຣະ​ເຢຊູ​ຄຣິດໄດ້​ໃຊ້​ອຳ​ເພີ​ໃຈ​ຂອງ​ພຣະອົງ.

ພຣະອົງ​ໄດ້​ກ່າວ​ວ່າ ພຣະອົງ​ຢູ່​ທີ່​ນັ້ນ ​ແລະ ​ເຕັມ​ພຣະ​ໄທ​ທີ່​ຈະ​ໄປ.6

ພຣະອົງ​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ.7

​​ພຣະ​ເຢຊູຜູ້ໄດ້​ໃຊ້​ອຳ​ເພີ​ໃຈ​ຂອງ​ພຣະອົງ ​ໄດ້​ຖືກ​​ແຈ້ງ​ບອກ ​ແລະ ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໂດຍ​ພຣະບິດາ ​​ໃຫ້​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ, ​​ໄດ້​ຖືກ​ແຕ່ງຕັ້ງລ່ວງ​ໜ້າ​ໃຫ້​ປະຕິບັດ​ການ​​ເສຍ​ສະລະ​ຊົດ​ໃຊ້​ສຳລັບ​ທຸກ​ຄົນ. ຄ້າຍຄື​ກັນ​ນີ້, ​​ເມື່ອ​ເຮົາ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ ທີ່​ຈະ​ຮັກສາ​ພຣະບັນຍັດ ​​ແລ້ວ​ເຮົາ​ຈຶ່ງ​ຈະ​ເຂົ້າ​ໃຈ​ຢ່າງ​​ເລິກ​ຊຶ້ງ ກ່ຽວ​ກັບ​ວ່າ​ເຮົາ​ເປັນ​ໃຜ ​ແລະ ຮັບ​ເອົາ​ພອນ​ທັງ​ໝົດ​ທີ່​ພຣະບິດາ​ເທິງ​ສະຫວັນ​ມີ​ໃຫ້—ຮ່ວມ​ທັງ​ໂອກາດ​ທີ່​ຈະ​ມີ​ຮ່າງກາຍ, ທີ່​ຈະ​ກ້າວໜ້າ, ທີ່​ຈະ​ມີ​ຄວາມສຸກ, ທີ່​ຈະ​ມີ​ຄອບຄົວ, ​ແລະ ທີ່​ຈະ​ມີ​ຊີວິດ​ນິລັນດອນ.

​ໃນ​ການ​ຮັກສາ​ພຣະບັນຍັດ, ​ເຮົາ​ຕ້ອງ​ຮູ້​ຄຳ​ສອນ​ທີ່​ເປັນ​ທາງ​ການ​ຂອງ​ສາດສະໜາ​ຈັກ ​ເພື່ອ​ວ່າ​ເຮົາ​ຈະ​ບໍ່​ຫັນ​ໜີ​ຈາກ​ການ​ເປັນຜູ້ນຳ​ຂອງ​ພຣະຄຣິດ ​ໂດຍຄວາມ​ຄິດ​ທີ່​ປ່ຽນ​ແປງ​ງ່າຍ​ໆຂອງ​ຄົນ.

​ເຮົາ​ໄດ້​ຮັບພອນ​ຢູ່​ໃນ​ເວລາ​ນີ້ ​ເພາະ​ການ​ເລືອກທີ່​ຈະ​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ ກ່ອນ​ຊີວິດ​ນີ້. ຕໍ່​ທຸກ​ຄົນ​ທີ່​ໄດ້​ຍິນ ​ແລະ ​​ໄດ້​ອ່ານ​ຄຳ​ປາ​ໄສ​ນີ້, ບໍ່​ວ່າ​ທ່ານ​ຈະ​ເປັນ​ໃຜ ​ແລະ ອາ​ດີດ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ, ຈົ່ງ​ຈື່​ຈຳ​ວ່າ: ຍັງ​ບໍ່​ສາຍ​ເກີນ​ໄປ ທີ່​ຈະ​ເລືອກ​ຄື​ເທື່ອ​ນັ້ນ ​ແລະ ຕິດຕາມ​ພຣະອົງ.

ຜ່ານ​ສັດທາ​ຂອງ​ເຮົາ​ໃນ​ພຣະ​ເຢຊູ​ຄຣິດ, ການ​ເຊື່ອ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະອົງ, ການ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ, ​ແລະ ການ​ຮັບ​ບັບຕິ​ສະມາ, ​ເຮົາ​ຈະ​ໄດ້​ຮັບ​ຂອງ​ປະທານ​ອັນ​ສູງ​ສຸດ ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ຂອງ​ປະທານ​ນີ້​ຈະ​ໃຫ້​ຄວາມ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ, ນຳພາ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ ​ເພື່ອການຮຽນ​ຮູ້ ​ແລະ ມີ​ປະຈັກ​ພະຍານ, ​ໃຫ້ພະລັງ, ​ຊຳລະ​ລ້າງ ​ເພື່ອ​ເອົາ​ຊະນະ​ບາບ, ​ແລະ ປອບ​ໂຍນ ​ແລະ ຊຸກຍູ້​ໃຫ້​ຊື່ສັດ​ໃນ​ຄວາມທຸກ​ຍາກ​ລຳບາກ. ພອນ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ນີ້ຂອງ​ພຣະວິນ​ຍານ ຈະ​ຊ່ອຍ​ໃຫ້​ເຮົາ​ມີ​ອິດ​ສະລະພາບ ​ແລະ ພະລັງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໄດ້​ຫລາຍ​ຂຶ້ນ, ​ເພາະ “ທີ່​ໃດ​ມີ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າຢູ່​ນຳ, ທີ່​ນັ້ນກໍ​ມີ​ເສລີພາບ.”8

​ເມື່ອ​ເຮົາ​ເດີນ​ໄປ​ໃນ​ເສັ້ນທາງ​ແຫ່ງ​​ເສລີພາບ​ທາງ​ວິນ​ຍານ ​ໃນ​ຍຸກ​ສຸດ​ທ້າຍ​ນີ້, ​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ ການ​ໃຊ້​ອຳ​ເພີ​ໃຈ​​ຢ່າງ​ຊື່ສັດຂອງ​​ເຮົາ​ແມ່ນ​ອີງ​ຕໍ່​ການ​ມີ​ອິດ​ສະລະພາບ​ເລື່ອງ​ສາດສະໜາ. ​ເຮົາ​ຮູ້​ແລ້ວ​ວ່າ ຊາຕາ​ນບໍ່​ຢາກ​ໃຫ້​ເຮົາ​ມີ​ອິດ​ສະລະພາບ​. ມັນ​ໄດ້​ພະຍາຍາມ​ທຳລາ​ຍອຳ​ເພີ​ໃຈ​ທາງ​ສິນ​ທຳ​ໃນ​ສະຫວັນ, ​ແລະ ບັດ​ນີ້ ມັນ​ພະຍາຍາມ​ທຳລາຍ, ຕໍ່ຕ້ານ, ​ແລະ ສ້າງ​ຄວາມ​ສັບ​ສົນ​ກ່ຽວ​ກັບ​ອິດ​ສະລະພາບ​ເລື່ອງ​ສາດສະໜາ—ຊຶ່ງ​ເປັນ​ສິ່ງຈຳ​ເປັນ​ຕໍ່​ຊີວິດ​ທາງ​ວິນ​ຍານ ​ແລະ ຄວາມ​ລອດ​ຂອງ​ເຮົາ.

ມີມະຕິ​ຢູ່​ສີ່​ຂໍ້ກ່ຽວ​ກັບອິດ​ສະພາບ​ເລື່ອງ​ສາດສະໜາ ທີ່​ເຮົາ​ຜູ້​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຕ້ອງ​​ອີງ​ຕໍ່ ​ແລະ ປົກ​ປ້ອງ.

ຂໍ້​ທຳ​ອິດ​ແມ່ນ ອິດ​ສະລະ​ພາບ​ທີ່​ຈະ​ເຊື່ອ. ບໍ່​ວ່າ​ໃຜ​ກໍ​ຕາມ ​ບໍ່​ຄວນ​ຖືກ​ວິ​ຈານ, ຖືກ​ຂົ່ມ​ເຫັງ, ຫລື ຖືກ​ໂຈມ​ຕີ ​ໂດຍຄົນ​ອື່ນ, ຫລື ​ໂດຍ​ຝ່າຍ​ຜູ້​ປົກຄອງດ້ວຍ, ​ເນື່ອງ​ດ້ວຍ​ສິ່ງ​ທີ່​ເຂົາ​ເຊື່ອ​ຖື​ກ່ຽວ​ກັບ​ພຣະ​ເຈົ້າ. ມັນ​ເປັນ​ເລື່ອງ​ສ່ວນ​ຕົວ ​ແລະ ສຳຄັນ​ຫລາຍ. ການ​ປະກາດ​ດັ້ງ​ເດີມ​ຂອງ​ຄວາມ​ເຊື່ອ​ຖື​ເຮົາ ກ່ຽວກັບ​ເສລີພາບ​ເລື່ອງ​ສາດສະໜາ ລະບຸ​ວ່າ:

ບໍ່​ມີການ​ປົກຄອງ​ໃດ​ຈະດຳລົງ​ຢູ່​ໄດ້​ໃນຄວາມ​ສະຫງົບ, ຍົກ​ເວັ້ນ​ແຕ່ກົດນັ້ນໄດ້​ຖືກຕັ້ງຂຶ້ນ ​ແລະ ຖືກ​ຮັກສາ​ໄວ້​ບໍ່​ໃຫ້​ລ່ວງ​ລະ​ເມີດ ​ໂດຍໃຫ້​ຄວາມເຊື່ອ​ໝັ້ນ​ແກ່​ທຸກ​ຄົນ​ທີ່​ຈະ​ໃຊ້​ຄວາ​ມສຳນຶກ. …

“… ຜູ້​ພິພາກສາ​ແຫ່ງ​ລັດຄວນ​ຢຸດ​ຢັ້ງການອາ​ຊະ​ຍາ​ກຳ, ​ແຕ່​ບໍ່​ຄວນບັງຄັບຄວາ​ມສຳນຶກ; ຄວນລົງ​ໂທດຄວາມ​ຜິດ, ​ແຕ່ບໍ່​ຢັບຢັ້ງອິດ​ສະລະ​ພາບຂອງຈິດ​ວິນ​ຍານ.9

ອິດ​ສະລະ​ພາບ​ຂັ້ນພື້ນຖານ​​ເລື່ອງ​ການ​ເຊື່ອ​ຖື​ນີ້ ​ໄດ້​ຖືກ​ຮັບ​ຮູ້​ແຕ່​ໃດໆ​ມາ ​ຈາກ​ສະຫະ​ປະຊາ​ຊາດ ​ໃນ​ການ​ປະກາດ​ເລື່ອງ​ສິດທິ​ຂອງ​ມະນຸດ ​ແລະ ​ໃນ​​ເອກະສານ​ປະກາດ​ສິດທິ​ຂອງ​ມະນຸດ​ທັງ​ໃນ​ປະ​ເທດ ​ແລະ ສາກົນ.10

ມະຕິ​​ກ່ຽວ​ກັບ​ເສລີພາບ​ເລື່ອງ​ສາດສະໜາ​ຂໍ້ທີ​ສອງ​ແມ່ນ ອິດ​ສະລະ​ພາບ​ທີ່​ຈະ​ແບ່ງປັນ​ສັດທາ ​ແລະ ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ກັບ​ຄົນ​ອື່ນ. ພຣະຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ເຮົາ​ວ່າ, “ຈົ່ງ​ສັ່ງສອນ [ພຣະກິດ​ຕິ​ຄຸນໃຫ້​ແກ່] ລູກ​ຫລານ​ຂອງພວກ​ເຈົ້າ … ​ເມື່ອ​ພວກ​ເຈົ້າຢູ່​ໃນ​ເຮືອນ​.”11 ພຣະອົງ​ໄດ້​ກ່າວ​ແກ່​ສານຸສິດ​ຂອງ​ພຣະອົງ​ນຳ​ອີກ​ວ່າ, “​ເຈົ້າທັງຫລາຍ ຈົ່ງ​ໄປ​ທົ່ວ​ໂລກ, ​ແລະ ປະກາດ​ຂ່າວ​ປະ​ເສີດ​ແກ່​ມະນຸດສະ​ໂລກ​ທັງ​ໝົດ.”12 ໃນ​ຖານະ​​ເປັນ​ພໍ່​ແມ່, ​ເປັນ​ຜູ້​ສອນ​ສາ​ດສະໜາ​ເຕັມ​ເວລາ, ​ແລະ ​ເປັນ​ສະມາຊິກ​ທີ່​ສອນ​ສາດສະໜາ, ​ເຮົາ​ອີງ​ຕໍ່​ອິດ​ສະລະ​ພາບ​ເລື່ອງ​ສາດສະໜາ ​ເພື່ອ​ຈະ​ສາມາດ​ສອນ​ຄຳ​ສອນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໃນ​ຄອບຄົວ​ຂອງ​ເຮົາ ​ແລະ ຕະຫລອດ​ທົ່ວ​ໂລກ.

ມະຕິຂໍ້​ທີ​ສາມ​ເລື່ອງ​ເສລີພາບ​ຂອງ​ສາດສະໜາ​ແມ່ນ ອິດ​ສະລະ​ພາບ​ທີ່​ຈະ​ຈັດຕັ້ງອົງການ, ສາດສະໜາ​ຈັກ, ​ທີ່​ຈະ​ນະມັດສະການ​ຢ່າງ​ສະຫງົບ​ກັບ​ຄົນ​ອື່ນໆ. ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສິບ​ເອັດ ປະກາດ​ວ່າ, “ພວກ​ເຮົາ​ເຊື່ອ​ຖື​ສິດທິ​ແຫ່ງ​ການ​ນະມັດສະການ​ພຣະ​ເຈົ້າ ຜູ້​ມີ​ລິດ​ທາ​ນຸພາບ​ຕາມ​ການ​ບອກ​ຂອງ​ຄວາມ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ເອງ ​ແລະ ຍອມ​ໃຫ້​ຄົນ​ທັງ​ປວງ​ມີ​ສິດທິ​ເຊັ່ນ​ດຽວ​ກັນ ​ໃຫ້​ເຂົາ​ນະມັດສະການ​ຢ່າງ​ໃດ ຫລື ສິ່ງ​ໃດກໍ​ຕາມ ທີ່​ເຂົາ​ຈະ​ນະມັດສະການ.” ​ເອກະ​ສານ​ສາກົນ​ກ່ຽວ​ກັບສິດທິ​ມະນຸດ ​ແລະ ກົດ​ລັດຖະທຳ​ມະ​ນູນຂອງ​ຫລາຍໆ​ປະ​ເທດ ກໍ​ສະໜັບສະໜູນ​ຫລັກ​ທຳ​ຂໍ້​ນີ້.

ມະຕິ​​ເລື່ອງ​ເສລີພາບ​ຂອງ​ສາດສະໜາ​ແມ່ນ ອິດ​ສະລະ​ພາບ​ທີ່​ຈະ​ດຳລົງ​ຊີວິດ​ຕາມສາດສະໜາ​ຂອງ​ເຮົາ—ມີ​ອິດ​ສະລະ​ພາບ​ທີ່​ຈະ​ໃຊ້​ສັດທາ ບໍ່​ພຽງ​ແຕ່​ໃນ​ບ້ານ​ເຮືອນ ​ແລະ ​ໃນ​ໂບດ​ເທົ່າ​ນັ້ນ, ​ແຕ່​ໃນ​ສະຖານ​ທີ່​ສາທາ​ລະນະ​ນຳ​ອີກ. ພຣະຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ເຮົາ ​ໃຫ້​ອະທິຖານ ບໍ່​ພຽງ​ແຕ່​ໃນ​ບ່ອນລັບ​ລີ້​ເທົ່າ​ນັ້ນ13 ແຕ່​ໃຫ້​ອອກ​ໄປ ​ແລະ “ໃຫ້​ແສງ​ສະຫວ່າງ [ຂອງ​ເຮົາ] ສ່ອງ​ແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ,​​ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຫັນ​ຄຸນງາມຄວາມດີ​ [ຂອງ​ເຮົາ], ​ແລະ ສັນລະ​ເສີນ​ພຣະບິດາ [ຂອງ​ເຮົາ] ທີ່​ສະຖິດ​ຢູ່​ໃນ​ສະຫວັນ.”14

ບາງ​ຄົນ​ຈະ​ບໍ່ພໍ​ໃຈ​ເມື່ອ​ເຮົາ​​ເວົ້າ​ເຖິງ​ສາດສະໜາ​ຂອງ​ເຮົາ​ຢູ່​ໃນ​ທີ່​ສາທາລະນະ, ​ແຕ່​ຜູ້​ຄົນ​ດັ່ງກ່າວ ທີ່​ຂໍ​ຮ້ອງ​ໃຫ້ສາທາລະນະອົດທົນ ຍອມຮັບຟັງຄວາມ​ຄິດ​ຄວາມ​ເຫັນ ​ແລະ ຮັບ​ຮູ້ການ​ປະຕິບັດຂອງ​ເຂົາ​ເຈົ້າ ​ເປັນ​ຜູ້​ທີ່​ບໍ່​ມີ​ຄວາມ​ອົດທົນ​ທີ່​ຈະຮັບ​ຟັງຄວາມ​ຄິດ​ຄວາມ​ເຫັນ ​ແລະ ຮັບ​ຮູ້​ການປະຕິບັດຂອງຜູ້​ເຊື່ອ​ສາດສະໜາ. ການ​ຂາດ​ຄວາມ​ນັບຖື​ໂດຍ​ທົ່ວ​ໄປ ຕໍ່ຄວາມ​ຄິດ​ຄວາມ​ເຫັນ​ເລື່ອງ​ສາດສະໜາ ​​ກຳລັງ​ເສື່ອ​ມ​ໂຊມ​ເຂົ້າ​ໃນສັງຄົມ ​ແລະ ທາງ​ການ​ເມືອງ ທີ່​ຂາດ​ຄວາມ​ອົດທົນຕໍ່​ຜູ້​ຄົນ​ທີ່​ນັບຖື​ສາດສະໜາ ​ແລະ ຕໍ່​ສະຖາບັນ​ຕ່າງໆ.

ເມື່ອ​ເຮົາ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ທີ່​ໜັກ​ຂຶ້ນ​ເລື້ອຍໆ ​ເພື່ອ​ໃຫ້ຮັບ​ຮູ້ມາດຕະຖານ​ຂອງ​ໂລກ, ຍົກ​ເລີກ​ເສລີພາບ​ເລື່ອງ​ສາດສະໜາ​ຂອງ​ເຮົາ, ​ແລະ ຍອມ​ຕາມອຳ​ເພີ​ໃຈ​ຂອງ​ເຮົາ, ​ໃຫ້​ພິຈາລະບາ​ງສິ່ງ​ທີ່ພຣະຄຳ​ພີ​ມໍ​ມອນ​ໄດ້​ສອນກ່ຽວ​ກັບ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ເຮົາ. ​ໃນ​ໜັງສື​ຂອງ​ແອວ​ມາ ​ເຮົາ​ອ່ານ​ກ່ຽວ​ກັບ ອາມ​ລິ​ໄຊ, “​ເປັນ​ຄົນ​ສະຫລາດ​ແກມ​ໂກງ” ແລະ “ຊົ່ວ​ຮ້າຍ” ຜູ້​ພະຍາຍາມ​ເປັນ​ກະສັດປົກຄອງ​ຜູ້​ຄົນ ​ແລະ “​ຈະເຮັດ​ໃຫ້​ຜູ້ຄົນ​ໝົດ​ສິດ ​ແລະ ສິດທິ​ພິ​ເສດ, … [ຊຶ່ງ] ​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ສາ​ດສະໜາ​ຈັກ​ຕື່ນ​ຕົກ​ໃຈ.”15 ພວກ​ເຂົາ​ໄດ້​ຖືກ​ສິດສອນ​ໂດຍ​ກະສັດ​ໂມ​ໄຊ​ຢາ ​ໃຫ້​ມີ​ປາກ​ມີ​ສຽງ​ສຳລັບ​ສິ່ງ​ທີ່​ພວກ​ເຂົາ​ຮູ້ສຶກ​ວ່າ​ຖືກຕ້ອງ.16 ດັ່ງນັ້ນ ພວກ​ເຂົາ “ຈຶ່ງ​ໄດ້​ມາ​ຊຸມນຸມ​ກັນ​ຕະຫລອດ​ທົ່ວ​ແຜ່ນດິນ, ຕາມ​ຄວາມ​ສະໝັກ​ໃຈ​ຂອງ​ໃຜລາວ, ແລ້ວ​ແຕ່​ຈະ​ໄປ​ນຳ​ອາມ​ລິ​ໄຊ ຫລືວ່າ​ຕໍ່​ຕ້ານ​ລາວ ​ໄດ້​ແຍກ​ກັນ​ເປັນ​ກຸ່ມໆ, ​ໂດຍ​ມີ​ການ​ໂຕ້​ຖຽງ ​... ຂັດ​ແຍ້​ງກັນ.”17

​ໃນ​ການປະຊຸມນັ້ນ, ສະມາຊິກ​ຂອງ​ສາດສະໜາ​ຈັກ ​ແລະ ຄົນ​ອື່ນ ມີ​ໂອກາດ​ທີ່​ຈະ​ມາ​ຊຸມນຸມ​ກັນ, ມີ​ປະສົບ​ການ​ທາງ​ວິນ​ຍານ​ເລື່ອງ​ການ​ເປັນ​ອັນໜຶ່ງ​ອັ​ນດຽວ​ກັນ, ​ແລະ ​ຖືກ​ຊົງ​ນຳ​ໂດຍ​ພຣະວິນ​ຍານ​ບໍລິສຸດ. “​ແລະ ​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ສຽງ​ຂອງ​ຜູ້​ຄົນ​ໄດ້​ຕໍ່ຕ້ານ​ອາມ​ລິ​ໄຊ, ຈົນ​ວ່າ​ລາວ​ບໍ່​ໄດ້​ເປັນ​ກະສັດ​.”18

​ໃນ​ຖານະ​​ເປັນ​ສານຸສິດ​ຂອງ​ພຣະຄຣິດ ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ທຳ​ງານ​ນຳ​ກັນ ດ້ວຍ​ຄວາມ​ເຊື່ອ​ທີ່​ຄື​ກັນ, ​ເພື່ອ​ອອກ​ປາກ​ອອກສຽງ​ຂອງ​ເຮົາ ສຳລັບ​ສິ່ງ​ທີ່​ຖືກຕ້ອງ. ​​​ເຖິງ​ແມ່ນສະມາຊິກ​ບໍ່​ຄວນ​ປະກາດ ຫລື ສະ​ແດງ​ວ່າ ​ເຂົາ​ເຈົ້າກ່າວ​ແທນ​ສາດສະໜາ​ຈັກ, ​ແຕ່​ເຮົາ​ທຸກ​ຄົນຖືກ​ເຊື້ອ​ເຊີນ, ​ໃນ​ຄວາມ​ສາມາດ​ທັງ​ໝົດ​ຂອງ​ເຮົາ ​ໃນ​ຖານະ​ທີ່​ເປັນ​ພົນລະ​ເມືອງ, ​ໃຫ້​​ແບ່ງປັນ​ພະຍານ​ສ່ວນ​ຕົວ ດ້ວຍ​ຄວາມ​ເຊື່ອ​ໝັ້ນ ​ແລະ ດ້ວຍ​ຄວາມ​ຮັກ—“ຕາມ​ຄວາມ​ສະໝັກ​ໃຈ​ຂອງ​ໃຜລາວ.”19

ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ກ່າວ​ວ່າ:

“ຂ້າພະ​ເຈົ້າ​ກ້າ​ປະກາດ​ຕໍ່​ສະຫວັນ​ວ່າ ຂ້າພະ​ເຈົ້າພ້ອມ​ຈະ​ຕາຍ​ເພື່ອ​ປົກ​ປ້ອງ​ສິດທິ​ຂອງ ແພ​ຣສ໌ບາຍ​ເທຣຽນ, ບັບຕິດ, ຫລື ຄົນ​ດີ​ໃນ​ທຸກ​ນິກາຍ​ອື່ນ​ໆ [ມໍ​ມອນ​ ​ເຊັ່ນ​ດຽວ​ກັນ]; ​ເພາະ​ຫລັກ​ທຳ​ດຽວ​ກັນນັ້ນ ທີ່​ຢຽບ​ຍ່ຳ​ສິດທິ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຈະ​ຢຽບ​ຍ່ຳ​ສິດທິ​ຂອງໂຣມັນ ກາ​ໂຕ​ລິກ, ຫລື ຂອງ​ນິກາຍ​ອື່ນໆ ຊຶ່ງ​ອາດ​ບໍ່​ເປັນ​ທີ່​ນິຍົມ​ຊົມ​ຊອບ ​ແລະ ອ່ອນ​ແອ​ເກີນ​ກວ່າ​ຈະ​ປົກ​ປ້ອງ​ຕົນ​ເອງ​ໄດ້.

“ຄວາມ​ຮັກ​ເສລີພາບ​ນັ້ນ​ເອງ ທີ່​ສ້າງ​ແຮງ​ບັນດານ​ໃຈ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ—​ເສລີພາບ​ຂອງ​ພົນລະ​ເມືອງ ​ແລະ ສາດສະໜາ​ຕໍ່​ເຜົ່າ​ພັນ​ມະນຸດ​ທັງ​ປວງ.”20

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ ທີ່​ຈະ​ປົກ​ປ້ອງ​ອິດ​ສະລະ​ພາບ​ທີ່​ສັກສິດ​ນີ້ ​​ແລະ ສິດທິ ທີ່​ສັກສິດ​ນີ້ ສຳລັບ​​ຕົວ​ເຮົາ​ເອງ ​ແລະ ສຳລັບ​ລູກ​ຫລານ​ຂອງ​ເຮົາ. ​ທ່ານ ​ແລະ ຂ້າພະ​ເຈົ້າຈະ​ເຮັດ​ຫຍັງ​ໄດ້​ແດ່?

ທຳ​ອິດ, ​ເຮົາ​ຕ້ອງ​ມີ​ຄວາມ​ຮູ້. ຕ້ອງ​ຮູ້ຈັກ​ບັນຫາ​ຢູ່​ໃນ​ຊຸມ​ຊົນ ທີ່​ອາດ​ກະທົບກະ​ເທືອ​ນກັບ​ເສລີພາບ​ເລື່ອງ​ສາດສະໜາ​ຂອງ​ເຮົາ.

ສອງ, ​ໃນ​ຄວາມ​ສາມາດ​ສ່ວນ​ຕົວ​ຂອງ​ທ່ານ, ​ໃຫ້​ສາມັກຄີ​ກັບ​ຄົນ​ອື່ນ ຜູ້​ມີ​ຄວາມ​ຕັ້ງ​ໃຈ​ແບບ​ດຽວ​ກັນ​ກັບ​ເຮົາ ​ກ່ຽວ​ກັບ​ອິດ​ສະລະ​ພາບ​ເລື່ອງ​ສາດສະໜາ. ​ໃຫ້​ຄຽງ​ບ່າ​ຄຽງ​ໄລ່​ເພື່ອ​ປົກ​ປ້ອງ​ຄວາມ​ເປັນ​ອິດ​ສະລະ​ພາບເລື່ອງ​ສາດສະໜາ.

ສາມ, ດຳລົງ​ຊີວິດ​ໃນ​ທາງ​ທີ່​ເປັນ​ຕົວຢ່າງ​ເຖິງ​ສິ່ງ​ທີ່​ທ່ານ​ເຊື່ອ​ຖື—​ໃນ​ວາຈາ ​ແລະ ການ​ກະທຳ. ການດຳລົງ​ຊີວິດ​ຕາມ​ສາດສະໜາ​ຂອງ​ເຮົາ ​ແມ່ນ​ສຳຄັນ​ກວ່າ​ ການ​ພຽງ​ແຕ່​ເວົ້າ​ເຖິງ​ສາດສະໜາ​ຂອງ​ເຮົາ.

ການສະ​ເດັດ​ມາຄັ້ງທີ​ສອງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ​ແມ່ນ​​​ເລື່ອນ​ເຂົ້າມາ​ໃກ້​ແລ້ວ. ຂໍ​ໃຫ້​ເຮົາ​ຈົ່ງ​ຢ່າ​​ເລື່ອນ​ມື້​ເລື່ອນ​ວັນ ​ໃນ​​ອຸດົມ​ການ​ອັນ​ຍິ່ງ​ໃຫຍ່​ນີ້. ທ່ານ​ຈື່​ນາຍ​ທັບ​ໂມ​ໂຣ​ໄນ​ໄດ້​ບໍ, ຜູ້​ໄດ້​ຍົກ​ປ້າຍ​ເສລີພາບ​ຂອງ​ເພິ່ນ​ຂຶ້ນ ຊຶ່ງ​ມີ​ຖ້ອຍ​ຄຳ​ດັ່ງ​ຕໍ່​ໄປ​ນີ້ ຕິດ​ຢູ່​ດ້ວຍ “​ເພື່ອ​ມັນ​ຈະ​ໄດ້​ເປັນ​ທີ່​ລະນຶກ​ເຖິງ​ພຣະ​ເຈົ້າຂອງ​ພວກ​ເຮົາ, ສາດສະໜາ​ຂອງ​ພວກ​ເຮົາ, ​ແລະ ອິດ​ສະລະ​ພາບ​ຂອງ​ພວກ​ເຮົາ, ​ແລະ ສັນຕິ​ສຸກ​ຂອງ​ພວກ​ເຮົາ, ​ແລະ ​ເມຍ​ຂອງ​ພວກ​ເຮົາ, ​ແລະ ລູກ​ຂອງ​ພວກ​ເຮົາ.”21 ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ການ​ຕອບ​ຮັບ​ຂອງ​ຜູ້​ຄົນ: ​ໂດຍໃຊ້​ອຳ​ເພີ​ໃຈ​ຂອງ​ເຂົາ​ເຈົ້າ, ​ເຂົາ​ເຈົ້າ “​ໄດ້​ແລ່ນ​ອອກ​ມາ​ພ້ອມ​ກັນ” ດ້ວຍ​ພັນທະ​ສັນຍາ​ທີ່​ຈະ​​ເຂົ້າຮ່ວມ.22

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຢ່າ​ຍ່າງ! ​ໃຫ້​ແລ່ນ! ​ແລ່ນ​ໄປ ​ເພື່ອ​ຈະ​ໄດ້​ຮັບ​ພອນ​ແຫ່ງ​ອຳ​​ເພີ​ໃຈ ​ໂດຍ​ການ​ຕິດຕາມ​ພຣະວິນ​ຍານ​ບໍລິສຸດ ​ແລະ ​ໃຊ້​ອິດ​ສະລະ​ພາບ​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ເຮົາ ​ເພື່ອ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ.

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ພິ​ເສດ ​ໃນ​ວັນ​ອິດສະ​ເຕີ​ທີ່​ພິ​ເສດ​ນີ້ວ່າ ​ພຣະ​ເຢຊູ​ຄຣິດ​ໄດ້​ໃຊ້​ອຳ​ເພີ​ໃຈ​ຂອງ​ພຣະອົງ ​ເພື່ອ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະບິດາ​​ຂອງ​ເຮົາ.

​ເຮົາ​ຮ້ອງ​​ເພງ​​ກ່ຽວ​ກັບພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ວ່າ, “​ພຣະອົງ​ໄດ້​ຫລັ່ງ​ໂລຫິດ​ທີ່​ມີຄ່າ ດ້ວຍ​ຄວາມ​ສະໝັກ​ໃຈ, ພຣະອົງ​ໄດ້​ມອບ​ຊີວິດ​ດ້ວຍ​ຄວາມ​ພໍ​ໃຈ.”23 ​ແລະ ​ເພາະວ່າ​ພຣະອົງ​ໄດ້​ສິ້ນ​ພຣະຊົນ, ​ເຮົາ​ຈຶ່ງ​ມີ​ໂອກາດ​ທີ່​ປະ​ເສີດ​ລ້ຳ “​ທີ່​ຈະເລືອກ​ເສລີພາບ ​ແລະ ຊີວິດ​ນິລັນດອນ” ຜ່ານ​ອຳນາດ ​ແລະ ພອນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະອົງ.24 ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ດ້ວຍ​ຄວາມ​ສະໝັກ​ໃຈ ທີ່​ຈະ​ຕິດຕາມ​ພຣະອົງ​ໃນ​ມື້​ນີ້ ​ແລະ ຕະຫລອດ​ໄປ, ​ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະອົງ, ​​ແມ່ນ​ແຕ່ ພຣະ​ເຢຊູ​ຄຣິດ, ອາແມນ.