​2010–2019
ການສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ
ເມສາ 2015


ການສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ

ເມື່ອ​ເຮົາ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດເລິກ​ຊຶ້ງ​ຂຶ້ນ, ເຮົາ​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ຫລາຍ​ຂຶ້ນ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄວາມ​ສຸກ ແລະ ມີ​ຄວາມເຊື່ອ​ໝັ້ນ​ວ່າ​ ​ເຮົາ​ຈະ​ມີຄວາມ​ສຸກ​ໄດ້.

​ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ດ້ວຍ​ຄວາມປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່​ ທີ່ຂ້າ​ພະ​ເຈົ້າໄດ້​ມາ​ຢືນ​ຢູ່​ນີ້ຕໍ່​ໜ້າ​ພວກ​ທ່ານ ຂະ​ນະ​ທີ່​​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ຄັ້ງ​ນີ້​ນຳ​ກັນ. ການ​ຮັບ​ຟັງ​ຖ້ອຍ​ຄຳ​ແຫ່ງ​ປັນ​ຍາ, ຄຳ​ແນະ​ນຳ, ຄຳ​ປອບ​ໂຍນ, ແລະ ຄຳ​ຕັກ​ເຕືອນ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເປັນ​ເວ​ລາ​ຫລາຍ​ປີ ໄດ້​ເປັນ​ພອນ​ທີ່​ຍິ່ງ​ໃຫ​ຍ່​ສຳ​ລັບ​ ຊິດ​ສະ​ເຕີ ເທ​ເຊ​​ຣາ, ຄອບ​ຄົວ​ຂອງ​ພວກ​ເຮົາ, ແລະ ຕໍ່ຂ້າ​ພະ​ເຈົ້າ​.

ໃນ​ລະ​ຫວ່າງ​ເທດ​ສະ​ການ​ພິ​ເສດ​ຂອງ​ປີນີ້, ໂດຍ​ສະ​ເພາະ​ວັນ​ຊະບາ​ໂຕ​ອິດ​ສະ​ເຕີນີ້, ຂ້າ​ພະ​ເຈົ້າ​ຕ້ອງ​ໄຕ່ຕອງ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ຕົວ​ຢ່າງ​ທີ່​ມີ​ເມດ​ຕາ ແລະ ຄວາມຮັກ​ຂອງພຣະ​ອົງ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

ຄວາມ​ເຂົ້າ​ໃຈ​ອັນ​ເລິກ​ຊຶ້ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ຈະ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ຫລາຍ​ຂຶ້ນ ສຳ​ລັບ​ອະ​ນາ​ຄົດ, ເຖິງ​ແມ່ນ​ເຮົາ​ຈະ​ມີ​ຄວາມ​ບົກ​ພ່ອງ​ກໍ​ຕາມ, ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຊອບ​ທຳ​ຂອງ​ເຮົາ. ສິ່ງນີ້​ຈະ​ໃຫ້​ເຮົາ​ມີ​ຄວາມ​ປາດ​ຖະ​ໜາ​ຫລາຍ​ຂຶ້ນ​ທີ່​ຈະ​ຮັບ​ໃຊ້​ເພື່ອນ​ມະ​ນຸດ​ຂອງ​ເຮົາ​ນຳ​ອີກ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ເຮົາ ​ໃຫ້​ເບິ່ງ​ທີ່​ພຣະອົງໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ບໍ່​ໃຫ້ສົງ​ໄສ, ບໍ່​ໃຫ້ຢ້ານ.1 ການ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮູ້​ສຶກ​ເຖິງ​ຄວາມ​ສະ​ຖິດ​ຢູ່​ຂອງ​ພຣະ​ອົງ​ເປັນ​ການ​ສະ​ແຫວງຫາ​ທຸກວັນ, ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ກຸ້ມ​ຄ່າ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ໃນ​ວັນ​ເວ​ລານີ້​ຫລາຍກວ່າ​ໃນ​ວັນ​ເວ​ລາ​ອື່ນ, ເຮົາ​ມີ​ໂອ​ກາດ ແລະ ແຫລ່ງ​ຊ່ອຍ​ເຫລືອ​ທີ່​ພິ​ເສດ ທີ່​ຈະ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ເຖິງ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ເລິກ​ຊຶ້ງ​ຂຶ້ນ. ການ​ນຳ​ໃຊ້​ແຫລ່ງ​ຊ່ອຍ​ເຫລືອ​ເຫລົ່າ​ນີ້​ຢ່າງ​ຖືກ​ຕ້ອງ​ຈະ​ຊ່ອຍ​ເຮົາ​ໃຫ້​ດຳ​ລົງ​ຊີ​ວິດ​ທີ່ມີ​ຜົນ​ດີ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ.

ໃນ​ການ​ປຽບ​ທຽບຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເຖິງ​ເຄືອ ແລະ ກິ່ງ, ພຣະ​ອົງ​ໄດ້​ກ່າວ​ວ່າ: “ຈົ່ງ​ເຂົ້າ​ສະ​ໜິດ​ຢູ່​ໃນ​ເຮົາ, ແລະ ເຮົາ​ເຂົ້າ​ສະ​ໜິດ​ຢູ່​ໃນ​ພວກ​ເຈົ້າ. ກິ່ງ​ຈະ​ເກີດ​ຜົນ​ເອງ​ບໍ່​ໄດ້, ນອກ​ຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນ​ໃດ ພວກ​ເຈົ້າ​ຈະ​ເກີດ​ຜົນ​ເອງບໍ່​ໄດ້, ນອກ​ຈາກ​ພວກ​ເຈົ້າ​ຈະ​ເຂົ້າ​ສະ​ໜິດ​ຢູ່​ໃນ​ເຮົາ​ສັນ​ນັ້ນ.”2

ເມື່ອ​ເຮົາ​ເຂົ້າ​ໃຈ​ບົດ​ບາດ​ທີ່​ປ​ະ​ເສີດ​ຂອງ​ພຣະ​ຄຣິດ​ຫລາຍ​ຂຶ້ນ​ເທົ່າ​ໃດ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ແຮ່ງ​ຈະເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ເຮົາ​ໃນ​ຊີ​ວິດ​ມະ​ຕະ​ຫລາຍ​ຂຶ້ນເທົ່າ​ນັ້ນ, ​ຄື​ທີ່​ຈະ​ມີ​ຄວາມ​ສຸກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ສຸກນັ້ນຈະບໍ່​ປ້ອງ​ກັນ​ເຮົາ​ຈາກ​ການ​ປະ​ສົບ​ການ​ທົດ​ລອງ ແລະ ຄວາມ​ຫຍຸ້ງ​ຍາກ, ແມ່ນ​ແຕ່​ບາງ​ຢ່າງ​ກໍ​ໜັກ​ໜ່ວງ ແລະ ສັບ​ຊ້ອນ ຈົນ​ມັນ​ອາດ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ມີ​ຄວາມ​ສຸກໃນ​ສະ​ຖາ​ນະ​ການ​ເຊັ່ນ​ນີ້.

ຂ້າ​ພະ​ເຈົ້າ​ຮູ້​​ຈາກ​ປະ​ສົບ​ການ​ສ່ວນ​ຕົວ​ວ່າ​ຄວາມ​ສຸກ​ຂອງ​ການ​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ຊອບ​ທຳ ແລະ ​ແນບສະໜິດ​ຢູ່​​ໃນ​ພຣະ​ຄຣິດ ​ສາ​ມາດ​ເປັນ​ຢູ່​ຕໍ່​ໄປ ເຖິງ​ແມ່ນ​ຈະ​ມີ​ຄວາມ​ຍາກ​ລຳ​ບາກ ທີ່​ຕາມປົກກະຕິ​ແລ້ວ ຈະ​ເກີດ​ໃນ​ຊີ​ວິດມະ​ຕະ​ນີ້. ໃນ​ທີ່​ສຸດ, ຄວາມ​ຍາກ​ລຳ​ບາກ​ເຫ​ລົ່າ​ນີ້​ມັກ​ຈະ​ເສີມ​ສ້າງ, ປ່ຽນ​ແປງ, ແລະ ຊີ້​ນຳ​ເຮົາ​ໄປ​ສູ່​ຄວາມ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ຄວາມ​ເປັນ​ຢູ່​​ໃນ​ຊ່ວງ​ມະຕະ​ນີ້ຂອງ​ເຮົາ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ແທ້​ຈິງ​ແລ້ວ, ​ເຮົາ​ສາມາດ​ບັນລຸ​ເຖິງຄວາມ​ສົມ​ບູນ​ຂອງ​ຄວາມ​ສຸກນັ້ນ​ໄດ້​ ຜ່ານ​ພຣະ​ເຢ​ຊູ​ຄຣິດ.3

ພຣະອົງ​ໄດ້​ກ່າວ​ວ່າ, “ເຮົາເປັນ​ເຄືອອະ​ງຸ່ນ ພວກເຈົ້າເປັນ​ກິ່ງ: ຜູ້​ໃດ​ທີ່​ຢູ່​ໃນ​​ເຮົາ, ແລະ ເຮົາ​ຢູ່​​ໃນ​ຜູ້ນັ້ນ, ​ຜູ້ນັ້ນ​ແຫລະ​ຈະ​ເກີດ​ຜົນ​ຫລາຍ: ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ, ພວກ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ສິ່ງ​ໃດ​ໄດ້.”4

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ເມື່ອ​ເຮົາ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດເລິກ​ຊຶ້ງ​ຂຶ້ນ, ເຮົາ​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ຫລາຍ​ຂຶ້ນ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄວາມ​ສຸກ ແລະ ມີ​ຄວາມເຊື່ອ​ໝັ້ນ​ວ່າ​ ​ເຮົາ​ຈະ​ມີຄວາມ​ສຸກ​ໄດ້. ສະ​ນັ້ນ, ເຮົາ​ຈະ​ມີ​ຄວາມ​ສາ​ມາດ​ຫລາຍ​ຂຶ້ນ​ທີ່​ຈະມີ​ຊີ​ວິດ​ຢູ່​ແຕ່​ລະ​ວັນ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ​ຫລາຍ​ຂຶ້ນ​ສຳ​ລັບ​ຊີ​ວິດ ແລະ ສຳ​ລັບ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ໃນ​ສະ​ຖາ​ນະ​ການ​ທີ່​ທ້າ​ທາຍ.

ຢ່າປະ​ສິ່ງ​ທີ່ເຮົາ​ເຮັດ​ໄດ້​ໃນ​ມື້ນີ້​ ​ເພື່ອ​​ເອົາ​ໄວ້ເຮັດ​ໃນ​ມື້​ອື່ນ. ເຮົາ​ຕ້ອງ​ມາ​ຫາ​ພຣະ​ຄຣິດ​ໃນ​ເວ​ລານີ້ ເພາະ​ວ່າ ຖ້າ​ຫາກ [ພວກເຮົາ] ເຊື່ອ [ພຣະ​ອົງ], [ພວກ​ເຮົາ] ຈະ​ທຳ​ງານ​ໃນ​ຂະ​ນະ​ທີ່​ເອີ້ນ​ວ່າ ວັນ​ນີ້.”5

ທຸກໆ​ວັນ, ເຮົາ​ຄວນ​ພິ​ຈາ​ລະ​ນາ ຮ່ວມ​ທັງ​ການ​ປະ​ຕິ​ບັດ​ຕໍ່​ກັນ​ເລື້ອຍໆ ກັບ​ຄຳ​ສອນ​ຂອງ​ພຣະ​ຄຣິດ. ທ່າ​ທາງ ແລະ ການ​ກະ​ທຳ​ເລັກ​ໆນ້ອຍໆ ແລະ ລຽບ​ງ່າຍ​ທີ່​ເຮົາ​ໄດ້​ເຮັດ​ລົງ​ໄປ​ທຸກໆ​ວັນຈະ:

  1. ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ເລິກ​ຊຶ້ງ​ຂຶ້ນ ເຖິງ​ຄວາມ​ສຳ​ຄັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ

  2. ​ຊ່ອຍ​​ເຮົາແບ່ງ​ປັນ​ຄວາມ​ເຂົ້າ​ໃຈ​ນີ້​ໃຫ້​ກັບ​ຄົນ​ລຸ້ນ​ຕໍ່​ໄປ, ຜູ້​ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ຢ່າງ​ແນ່ນອນ, ເມື່ອ​ພວກ​ເຂົາ​ເຫັນ​ຕົວ​ຢ່າງ​ຂອງ​ເຮົາ ໃນການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ຈິງ​ໃຈ.

ສະ​ນັ້ນ ແມ່ນ​ຫຍັງ​ຄື​​ພຶດ​ຕິ​ກຳ​ທີ່​ລຽບ​ງ່າຍ​ບາງ​ຢ່າງ ໃນ​ຍຸກ​ສະ​ໄໝ​ໃໝ່​ນີ້ ທີ່​ຈະກາຍ​ເປັນຫວ້ານ​ຢາສຳ​ລັບ​​ຈິດວິນ​ຍານ​ຂອງ​ເຮົາ ໃນ​ການເຮັດໃຫ້​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ເຖິງ​ພຣະ​ຄຣິດ ແລະ ພາ​ລະ​ກິດ​ຂອງ​ພຣະ​ອົງເຂັ້ມ​ແຂງ​ຂຶ້ນ?

ຮູບ​ພາບ
Woman on a train with a cell phone illuminating her face.

ໃນ​ປີ 2014, ການ​​ແຂ່ງ​ຂັນ​ຮູບ​ພາບ​ ວາ​ລະ​ສານ National Geographic ໄດ້​ຮັບ​ຮູບຫລາຍ​ກວ່າ 9,200 ​​ແຜ່ນ ​ທີ່​ສົ່ງ​ເຂົ້າ​ມາ​ໂດຍ​ນັກ​ຖ່າຍ​ພາບ​ມື​ອາ​ຊີບ ແລະ ຜູ້​ທີ່​ກະ​ຕື​ລື​ລົ້ນ ຈາກ​ຫລາຍ​ກວ່າ 150 ປະ​ເທດ.  ຮູບ​ພາບ​ທີ່​​ຊະ​ນະ​ນັ້ນສະ​ແດງ​ໃຫ້​ເຫັນ​ ຍິງ​ຄົນ​ໜຶ່ງ​ຢູ່​ໃນ​ໃຈ​ກາງ​ຂອງ​ລົດ​ໄຟ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ໂດຍ​ສານ. ແສງ​ສະ​ຫວ່າງທີ່​ອອກ​ມາ​ຈາກ​ໂທ​ລະ​ສັບ​ມື​ຖື​ຂອງ​ນາງ​ສ່ອງ​ແສງ​ໃສ່ໃບ​ໜ້າ​ຂອງ​ນາງ​. ນາງ​ຖ່າຍ​ທອດ​ຂ່າວ​ສານ​ທີ່​ແຈ່ມ​ແຈ້ງ​ຕໍ່​ຜູ້​ໂດຍ​ສານ​ຄົນ​ອື່ນໆ​ວ່າ: ເຖິງ​ແມ່ນ​ວ່າ​ຕົວ​ຂອງ​ນາງ​ຢູ່​ທີ່ນັ້ນ, ແຕ່ນາງ​ເອົາ​​ໃຈ​ໃສ່​ສິ່ງ​ອື່ນ.6

ຂໍ້​ມູນ​ທາງ​ອິນ​ເຕີ​ແນັດ, ໂທ​ລະ​ສັບ​ມື​ຖື, ແລະ ເຄືອ​ຂ່າຍ​ທາງ​ສັງ​ຄົມ​ໄດ້​ປ່ຽນ​ແປງວິ​ທີ​ທີ່​ເຮົາ​ເປັນ​ຢູ່​ຫລາຍ ​ຢູ່ໃນ​ໂລກ ແລະ ວິ​ທີ​ທີ່​ເຮົາ​ສື່​ສານ​ກັບ​ຄົນ​ອື່ນ.

ໃນ​ວັນ​ເວ​ລາ​ຂອງ​ເຄື່ອງ​ມື​ຖືນີ້, ເຮົາ​ສາ​ມາດ​ສົ່ງ​ຕົວ​ເຮົາ​ເອງ​ຢ່າງວ່ອງ​ໄວ ໄປ​ຫາ​ສະ​ຖານ​ທີ່ ແລະ ກິດ​ຈະ​ກຳ​ທີ່​ສາ​ມາດ​ດຶງ​ຕົວ​ເຮົາອອກໄປ​ຢ່າງວ່ອງ​ໄວ​ນຳ​ອີກ ຈາກ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ຊີ​ວິດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ທີ່​ທົນ​ທານ.

ຖ້າ​ເຮົາບໍ່​ຄວບ​ຄຸມມັນ, ເວ​ລາ​ທີ່​ເຮົາ​ໃຊ້​ນຳ​ອິນ​ເຕີ​ແນັດ​ ຈະມີ​ຄວາມ​ສຳ​ຄັນສູງກວ່າ​​ກັບຄວາມ​ສຳ​ພັນ​ທີ່​ເຮົາ​ມີ​ກັບ​ຜູ້​ຄົນ​ທີ່​ເຮົາບໍ່​ຮູ້​ຈັກ ຫລື ບໍ່​ເຄີຍ​ພົບ, ແທນ​ທີ່​ຈະ​ໃຊ້ເວ​ລາກັບ​ຄົນ​ທີ່​​ເຮົາອາ​ໄສ​ຢູ່​ນຳ, ດັ່ງ​ຄອບ​ຄົວ​ຂອງ​ເຮົາ​ເອງ!

ກົງ​ກັນ​ຂ້າມ ເຮົາ​ທຸກ​ຄົນ​ຮູ້​ວ່າ​ເຮົາ​ໄດ້​ຮັບ​ພອນ​ດ້ວຍ​ແຫລ່ງ​ທາງ​ອິນ​ເຕີ​ແນັດ​ທີ່​ດີ, ຮ່ວມ​ທັງ​ແຫລ່ງ​ທີ່​ສາດ​ສະ​ໜາ​ຈັກ​ໄດ້​ຈັດ​ແຈ່ງ​ຂຶ້ນ​ມາ ດັ່ງ​ເຊັ່ນ ​ພຣະ​ຄຳ​ພີ​ສັກ​ສິດ​ທີ່​ອ່ານ​ໄດ້ ແລະ ສຽງ​​ທີ່​ຟັງ​ໄດ້, ແລະ ກອງ​ປະ​ຊຸມ​ ໃຫຍ່​ສາ​ມັນ, ການ​ຜະ​ລິດ​ວິ​ດີ​ໂອ​ເຖິງ​ຊີວິດ ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແອບສ໌ ​ທີ່​ຈະ​ບັນ​ທຶກ​ປະ​ຫວັດ​ຂອງ​ຄອບ​ຄົວ, ແລະ ໂອ​ກາດ​ອື່ນໆ​ທີ່​ຈະ​ຟັງ​​ເພງທີ່​ດົນ​ໃຈ.

​ການ​ເລືອກ ແລະ ລະ​ດັບ​ຄວາ​ມ​ສຳ​ຄັນ​ທີ່​ເຮົາ​ເຮັດ​ກັບ​ເວ​ລາ​ຂອງ​ເຮົາ​ກັບ​ອິນ​ເຕີ​ແນັດ ແມ່ນ​ມີ​ອິດ​ທິ​ພົນ​ຫລາຍ​ແທ້ໆ. ມັນ​ສາ​ມາດ​ກຳ​ນົດ​ຄວາມ​ກ້າວ​ໜ້າ​ທາງວິນ​ຍານ​ຂອງ​ເຮົາ ແລະ ​ການເຕີບ​ໂຕຂອງ​ເຮົາ​ໃນ​ພຣະ​ກິດ​ຕິ​ຄຸນ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ມີ​ສ່ວນ​ບໍ​ລິ​ຈາກ​ໃຫ້​ແກ່ໂລກ​ທີ່​ດີກວ່າ ແລະ ເພື່ອ​ຈະ​ດຳ​ລົງ​ຊີ​ວິດ​ທີ່​ມີ​ປະ​ໂຫຍດ​ຫລາຍ​ຂຶ້ນ.

ສຳ​ລັບ​ເຫດ​ຜົນ​ເຫລົ່າ​ນີ້, ມື້​ນີ້ ຂ້າ​ພະ​ເຈົ້າ​ຢາກ​ຈະ​ກ່າວ​ເຖິງ​ນິ​ໄສ​ທີ່​ລຽບ​ງ່າຍ​ສາມ​ຢ່າງ ທີ່​ຈະ​ຈັດ​ກິດ​ຈະ​ກຳ​ທາງ​ອິນ​ເຕີ​ແນັດ​ທີ່​ດີ. ນິ​ໄສ​ເຫລົ່າ​ນີ້​ຈະ​ຊ່ອຍກໍ່​​ໃຫ້​ເກີດການ​ປະ​ເມີນ​ຕົວ​ເອງ​ທຸກໆ​ວັນ ທີ່​ຈຳ​ເປັນ​ສຳລັບ​ເຮົາ ທີ່​ຈະ​​ໃກ້​ຊິດ​ກັບຄຳ​ສອນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.

ນິ​ໄສ​ທີ 1: ເຂົ້າ​ຊົມ​​ເວບ​ໄຊ້​ທີ່​ເປັນ​ທາງ​ການ​ຂອງ​ສາດ​ສະ​ໜາ​ຈັກ​ສຳ​ລັບ​ແຫລ່ງ​ຊ່ອຍ​ເຫລືອ

ສ່ວນ​ຫລາຍ​ແລ້ວ, ການ​ເຂົ້າ​ຢ້ຽມ​ຢາມແຫລ່ງ​ເຫລົ່າ​ນີ້​ລະ​ຫວ່າງ​ອາ​ທິດ​ຈະ​ຊ່ອຍ​ເຮົາ​ໃຫ້​ຮູ້​ສຶກ​ໄວ​ຕໍ່​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ຊຸກ​ຍູ້​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ເຮົາ​ໃຫ້​ຄິດ​ເຖິງ ແລະ ໄຕ່​ຕອງ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ.

ນິ​ໄສ​ທີ 2: ຈົ​ດ​ທະ​ບຽນ​ເຂົ້າ​ຫາ​ເຄືອ​ຂ່າຍ​ສື່​ສານ​ທາງ​ສັງ​ຄົມທີ່​ເປັນ​ທາງ​ການ​ຂອງ​ສາດ​ສະ​ໜາ​ຈັກ

ການ​ເລືອກນີ້​ຈະ​ນຳ​ເນື້ອ​ຄວາມ​ມາ​ສູ່​ຈໍ​ຂອງ​ທ່ານ ທີ່​ຈຳ​ເປັນ​ທີ່​ຈະ​ເຮັດ​ໃຫ້​ການ​ຄົ້ນ​ຄວ້າ ແລະ ການ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄຳ​ສອນ​ຂອງ​ພຣະ​ອົງ​ເລິກ​ຊຶ້ງ​ຂຶ້ນ ແລະ ມັນຈະເຮັດ​ໃຫ້​ທ່ານ​ມີຄວາມ​ປາດ​ຖະໜາ​ຢາກເຂົ້າ​ໃຈຫລາຍ​ຂຶ້ນ ​ເຖິງພຣະ​ກິດ​ຕິ​ຄຸນ​. ສຳ​ຄັນ​ໄປ​ກວ່ານັ້ນ​ຄື, ສິ່ງນີ້​ຈະ​ຊ່ອຍ​ທ່ານ​ໃຫ້​ຈົດ​ຈຳ​ສິ່ງ​ທີ່ ​ພຣະ​ຄຣິດ​ຄາດ​ຫວັງ​ຈາກ​ເຮົາ​ແຕ່​ລະ​ຄົນ.

​ເຊັ່ນ​ດຽວ​ກັບ “ບໍ່ມີ​ຂີ້​ດິນ​ດີ​ທີ່ປາດ​ສະ​ຈາກ​ພໍ່​ນາ​ດີ,”7 ​ຈະບໍ່​ມີການ​ເກັບ​ກ່ຽວ​ທີ່​ດີ​ຢູ່​ໃນ​ອິນ​ເຕີ​ແນັດ​ເລີຍ ເວັ້ນ​ເສຍ​ແຕ່​ເຮົາ​ຈະຈັດ​ລຳ​ດັບ​ຄວາມ​ສຳ​ຄັນ​ຕັ້ງ​ແຕ່​ຕົ້ນ​ກັບ​ສິ່​ງ​ທີ່​ນິ້ວ​ມື ແລະ ຈິດ​ໃຈ​ຂອງເຮົາ​ຈະເຂົ້າ​ເຖິງ​ໄດ້.

ນິ​ໄສ​ທີ 3: ຈັດ​ເວ​ລາ​ທີ່​ຈະ​ວາງ​ເຄື່ອງ​ມື​ຖື​ຂອງ​ທ່ານ​​ລົງໄວ້

ມັນ​ເປັນ​ສິ່ງ​ທີ່​ສົດ​ຊື່ນ​ທີ່​ຈະ​ວາງ​ເຄື່ອງ​ມື​ຖື​ເອ​ເລັກ​ທ​ຣອນ​ນິກ​ຂອງ​ເຮົາລົງ​ໄວ້​ຈັກ​ຊ່ວງ​ໜຶ່ງ ແລະ ເປີດ​ພຣະ​ຄຳ​ພີ​ອ່ານ ຫລື ໃຊ້​ເວ​ລາ​ສົນ​ທະ​ນາກັບ​ຄົນ​ໃນ​ຄອບ​ຄົວ ແລະ ໝູ່​ເພື່ອນ. ໂດຍ​ສະ​ເພາະ​ໃນ​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ວັນ​ຊະບາ​ໂຕ, ເພື່ອ​ມີ​ຄວາມ​ສະ​ຫງົບ​ສຸກ​ໃນ​ການ​ມີ​ສ່ວນ​ຮ່ວມ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ປາດ​ສະ​ຈາກ​ຄວາມ​ຢາກກວດ​ເບິ່ງ​ເລື້ອຍໆ ວ່າ​ມີ​ຂໍ້​ຄວາມ​ໃໝ່​ ຫລື ວ່າ​ມີ​​ຄົນ​ສົ່ງຂ່າວ​ໃໝ່​ໆເຂົ້າມາ​ຫລືບໍ່.

ນິ​ໄສ​ຂອງ​ການ​ວາງ​ເຄື່ອງ​ມື​ຖື​ຂອງ​ທ່ານລົງ​ໄດ້​ເປັນ​ໄລ​ຍະ​ເວ​ລາ​ ຈະ​ເພີ່ມ​ຄຸນ​ນະ​ພາບ ແລະ ເຮັດ​ໃຫ້​ທັດ​ສະ​ນະ​ໃນ​ຊີ​ວິດ​ຂອງ​ທ່ານ​ເປີດກວ້າງ​ອອກ​ໄປ, ເພາະ​ວ່າ​ຊີ​ວິດບໍ່​ໄດ້​ຢູ່​ໃນ​ຈໍ​ນ້ອຍໆ​ນັ້ນ.

ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ​ໄດ້​ກ່າວ​ວ່າ, “ພຣະ​ບິ​ດາ​ຮັກ​ເຮົາຢ່າງ​ໃດ, ເຮົາ​ກໍ​ຮັກ​ພວກເຈົ້າ​ຢ່າງນັ້ນ: ຈົ່ງ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ.”8 ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ມີ​ຄວາມ​ສຸກ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ. ພຣະ​ຄຣິດ​ຊ່ອຍ​ເຫລືອ​ເຮົາແຕ່ລະຄົນ​​ໃຫ້ສາມາດ​ມີຄວາມ​ສຸກນີ້​​ໄດ້. ເຮົາ​ມີ​ວິ​ທີທີ່​ຈະ​ຮູ້​​ຈັກພຣະ​ອົງ​ດີ​ຂຶ້ນ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ກ່າວ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ສຸກ​ທີ່​ມີ​ຢູ່ ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ເຖິງ​ຄວາມ​ສັນ​ຕິ​ສຸກ ແລະ ຄວາມ​ປອດ​ໄພ ທີ່​ເຮົາ​ຮູ້​ສຶກ​ເຖິງ​ ເມື່ອ​ເຮົາ​ຄົງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ. ໃນ​ພ​ຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.