​2010–2019
ຢູ່​ໃກ້​ຕົ້ນ​ໄມ້ແຫ່ງ​ຊີ​ວິດ
ເມສາ 2015


ຢູ່​ໃກ້​ຕົ້ນ​ໄມ້ແຫ່ງ​ຊີ​ວິດ

ພາບ​ນິ​ມິດ​ຂອງ​ລີໄຮ​ເຖິງ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ​ກໍ​ເປັນ​ຄຳ​ອຸ​ປະ​ມາ​ທີ່​ມີ​ພະ​ລັງ​ໃນ​ກາ​ນ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.

​ບໍ່​ດົນກ່​ອນ​ປະ​ທານ ຮີ​ເບີ ເຈ ກະ​ແຣນ​ ໄດ້​ເສຍ​ຊີ​ວິດ​ໄປ, ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫ​ຍ່​ຄົນ​ໜຶ່ງ​ໄດ້​ໄປ​ຢ້ຽມ​ຢາມ​ບ້ານ​ຂອງ​ເພິ່ນ. ກ່ອນ​ເພິ່ນ​ໄດ້​ຈາກ​ໄປ, ປະ​ທານ ກະ​ແຣນ​ ໄດ້​ອະ​ທິ​ຖານ​ວ່າ, “ໂອ້​ພຣະ​ອົງ​ເຈົ້າ, ຂໍ​ຈົ່ງ​ປະ​ທານ​ພອນ​ໃຫ້​ຂ້າ​ພຣະ​ອົງ​ແດ່ ເພື່ອ​ວ່າ​ຂ້າ​ພຣະ​ອົງ​ຈະ​ບໍ່​ໄດ້​ສູນ​ເສຍ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພຣະ​ອົງ ແລະ ຊື່​ສັດ​ຕໍ່​ໄປ​ຈົນ​ເຖິງ​ທີ່​ສຸດ!”1 ຫລັງ​ຈາກ​ເກືອ​ບ 27 ປີ​ ທີ່​ໄດ້​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ນີ້​ຄື​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ. ຕົວ​ຢ່າງ​ຂອງ​ເພິ່ນ​ກໍ​ເປັນການ​ເຕືອນໃຈ​ທີ່​ມີ​ພະ​ລັງ ທີ່​ວ່າບໍ່​ມີ​ຄົນ​ໃດ, ບໍ່​ວ່າ​ຈະ​ມີ​ອາ​ຍຸ​ເທົ່າ​ໃດກໍ​ຕາມ, ທີ່ປອດ​ໄພ​ຈາກ​ອິດ​ທິ​ພົນ​ຂອງ​ຊາ​ຕານ. ຍຸດທະ​ວິທີ​ສອງ​ຢ່າງ​ທີ່​ມີ​ພະ​ລັງ​ຫລາຍ​ທີ່​ສຸດ​ຂອງ​ຊາ​ຕານ​ຄື ສິ່ງ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ ແລະ ການ​ຫລອກ​ລວງ.

ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດເປັນ​ຄຸນ​ລັກ​ສະ​ນະ​ຂອງ​ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ ແລະ ມັນ​ຈຳ​ເປັນ​ຕໍ່​ຊີ​ວິດ​ນິ​ລັນ​ດອນ. ແຕ່​ເມື່ອ​ການ​ທົດ​ລອງ ແລະ ການ​ທ້າ​ທາຍ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ມັກ​ຈະ​ຖືກ​ບອກວ່າ​ໃຫ້ “ອົດ​ທົນຕໍ່​ໄປ​.” ຂ້າ​ພະ​ເຈົ້າ​ຂໍ​ບ​ອກ​ຢ່າງ​ແຈ່ມ​ແຈ້ງ​ວ່າ ທີ່​ຈະ, “​ອົດ​ທົນ​ຕໍ່​ໄປ” ບໍ່​ໄດ້​ເປັນ​ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ. ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໝາຍ​ຄວາມ​ວ່າ ການ​ມາ​ຫາ​ພຣະ​ຄຣິດ ແລະ ຖືກ​ເຮັດ​ໃຫ້​ດີ​ພ້ອມ​ໃນ​ພຣະ​ອົງ​ເລື້ອຍ​ໄປ.

ຖ້າ​ຫາກ​ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ຈຳ​ເປັນ​ຕໍ່​ຊີ​ວິດ​ນິ​ລັນ​ດອນ, ເປັນ​ຫ​ຍັງ​ເຮົາ​ຈຶ່ງ​ດີ້ນ​ລົນ​ທີ່​ຈະເປັນ​ຄົນ​ຊື່​ສັດ? ​ເຮົາ​ດີ້ນ​ລົນ​ເມື່ອ​ເຮົາຕ້ອງ​ເລືອກ​ລະ​ຫວ່າງ​ລະ​ດັບ​ຄວາມ​ສຳ​ຄັນ​ທີ່​ແຂ່ງ​ຂັນ​ກັນ. ການ​ເຊື່ອ​ຟັງ​ຢ່າງບໍ່ເອົາ​ໃຈ​ໃສ່ ແລະ ຄຳ​ໝັ້ນ​ສັນ​ຍາ​ທີ່ບໍ່​ເຕັມ​ໃຈ​ ຈະ​ເຮັດ​ໃຫ້ສັດ​ທາອ່ອນ​ແອ​ລົງ. ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ຮຽກ​ຮ້ອງ​ຄຳ​ໝັ້ນ​ສັນ​ຍາ​ທັງ​ໝົດ​ຕໍ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ.

​ພາບ​ນິ​ມິດ​ຂອງ​ລີໄຮ​ເຖິງ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ​ກໍ​ເປັນ​ຄຳ​ອຸ​ປະ​ມາ​ທີ່​ມີ​ພະ​ລັງ​ໃນ​ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ. ຂໍ​ໃຫ້​ສຶກ​ສາ ແລະ ໄຕ່​ຕອງ​ຄວາມ​ຝັນ​ຂອງ​ລີໄຮ​ດ້ວຍ​ການ​ອະ​ທິ​ຖານ; ແລ້ວປຽບ​ທຽບ​ມັນ​ກັບ​ຕົວ​ຂອງ​ທ່ານເອງ. ເມື່ອ​ທ່ານ​ເຮັດ​ດັ່ງ​ນັ້ນ, ຂໍ​ໃຫ້​ພິ​ຈາ​ລະ​ນາ​ຫລັກ​ທຳ​ສຳ​ຄັນ​ຫົກ​ຂໍ້​ນີ້​ຢ່າງ​ລະ​ມັດ​ລະ​ວັງ ທີ່​ຈະ​ຊ່ອຍ​ເຮົາ​ໃຫ້​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.

1. ຢ່າ​ລືມ​ອະທິຖານ

ເຮົາ​ຈະ​ເລີ່ມ​ຕົ້ນດ້ວຍ​ລີ​ໄຮ ທີ່​ຢູ່​ຕາມ​ລຳ​ພັງ “ໃນ​ຄວາມ​ມືດ ແລະ ຄວາມ​ເສົ້າ​ໝອງ.”2 ເຮົາ​ແຕ່​ລະ​ຄົນ​ປະ​ສົບ​ຊ່ວງ​ເວ​ລາ​ທີ່​ມືດ​ມົນ ແລະ ​ເປົ່າປ່ຽວ​ດຽວ​ດາຍ. “ເມື່ອ​ຊີ​ວິດ​ມືດ​ມົນ ແລະ ລຳ​ບາກ, ຢ່າ​ລືມ​​ອະ​ທິ​ຖານ.”3 ຂໍ​ໃຫ້​ຕິດ​ຕາມ​ຕົວຢ່າງ​ຂອງ​ປະ​ທານ ຮີ​ເບີ ເຈ ກະ​ແຣນ​. ຂໍ​ໃຫ້​ອະ​ທິ​ຖານ​ທູນ​ຂໍ​ພະ​ລັງ​ທີ່​ຈະ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ. ໃຫ້​ທູນ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ວ່າ, “ມີ​ຫ​ຍັງ​ອີກ​ບໍທີ່​ພຣະ​ອົງ​ປະ​ສົງ​ໃຫ້​ຂ້າ​ພຣະ​ອົງ​ເຮັດ?”

2. ມາ​ຫາ​ພຣະ​ຄຣິດ ແລະ ຖືກ​ເຮັດ​ໃຫ້​ດີ​ພ້ອມ​ໃນ​ພຣະ​ອົງ

​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ເປັນ​ຈຸດ​ໃຈ​ກາງທີ່​ສຳ​ຄັນ​ໃນ​ຄວາມ​ຝັນ​ຂອງ​ລີ​ໄຮ. ທຸກໆ​ຈຸດເຈາະ​ຈົງໃສ່​ຕົ້ນ​ໄມ້​ແຫ່ງ​ຊີ​ວິດນັ້ນ. ຕົ້ນ​ໄມ້​ເປັນ​ຕົວ​ແທນ​​ໃຫ້​ແກ່ພຣະ​ຄຣິດ, ຜູ້​ຊຶ່ງ​ໄດ້ສະ​ແດງ​ໃຫ້​ປະ​ຈັກ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ໝາກ​ໄມ້​ຄື​ການ​ຊົດ​ໃຊ້​ທີ່ບໍ່​ມີ​ຂອບເຂດ​​ຂອງ​ພຣະ​ອົງ ແລະ ເປັນ​ຫລັກ​ຖານ​ທີ່​ຍິ່ງ​ໃຫຍ່​ຂອງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ຊີ​ວິດ​ນິ​ລັນ​ດອນ​ຢູ່​ກັບ​ຄົນ​ທີ່​ເຮົາ​ຮັກ​ ເປັນ​​ສິ່ງ​ທີ່​​ຫວານ​ຊື່ນ ແລະ ເພິ່ງ​ປາດ​ຖະ​ໜາ​ຫລາຍ​ກວ່າ​ສິ່ງ​ອື່ນ​ໃດ. ເພື່ອ​ຈະ​ໄດ້​ຮັບ​ຂອງ​ປະ​ທານນີ້, ເຮົາ​ຕ້ອງ ​“ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນດີ​ພ້ອມໃນ​ພຣະ​ອົງ.”4 ​ພຣະ​ອົງ “ເປັນ​ຄວາມ​ຈິງ ແລະ ​ເປັນຊີ​ວິດ.”5 ເຮົາ​ສາ​ມາດ​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສຳ​ເລັດ​ຜົນ ແລະ ການ​ກະ​ທຳ​ດີ, ແຕ່​ໃນ​ທີ່​ສຸດ, ຖ້າ​ຫາກ​ເຮົາ​ບໍ່​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ​ທີ່​ຈະ​ຕິດ​ຕາມ​ພຣະ​ຄຣິດ ແລະ ຮັກ​ສາ​ມັນ​ຢ່າງ​ຊື່​ສັດ, ແລ້ວ​ເຮົາ​ຈະບໍ່​ເຂົ້າ​ໃຈຈຸດ​ປະ​ສົງ​ທີ່​ແທ້​ຈິງ​ຂອງ​ເຮົາ​ຈັກ​ຢ່າງເລີຍ.

3. ມຸ້ງ​ໜ້າ​ດ້ວຍ​ສັດ​ທາ

ມີ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ, ໄປ​ສູ່​ພຣະ​ຄຣິດ. ມັນ​ຄັບແຄບ, ເຄັ່ງ​ຄັດ ແລະ ແນ່ນອນ. ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ແມ່ນ​ເຄັ່ງ​ຄັດ ແຕ່​ບໍ່ຈຳ​ກັດ. ມັນ​ປົກ​ປ້ອງ​ເຮົາ​ຈາກ​ອັນ​ຕະ​ລາຍ​ທາງວິນ​ຍານ ແລະ ຮ່າງ​ກາຍ ແລະ ປ້ອງ​ກັນ​ເຮົາ​ຈາກ​ການ​ຫລົງ​ທາງ​ໄປ.

ການ​ເຊື່ອ​ຟັງ​ ຈະສ້າງ​ສັດ​ທາ​ໃນ​ພຣະ​ຄ​ຣິດ. ສັດ​ທາ​ຄື​ຫລັກ​ທຳ​ຂອງ​ການ​ກະ​ທຳ ແລະ ອຳ​ນາດ. ການ​ຕິດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ ຈະສ້າງ​ອຳ​ນາດ​ ແລະ ຄວາມ​ສາ​ມາດ​ທາງ​ວິນ​ຍານ. ປາດ​ສະ​ຈາກ​ອຳ​ນາດ​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ເຮັດ​ໃຫ້​ສາ​ມາດ​ ແຫ່ງ​ການ​ຊົດ​ໃຊ້, ມັນ​ຈະ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຄົງ​ຢູ່​ໃນ​ເສັ້ນ​ທາງ ແລະ ອົດ​ທົນ.

​“ຈົ່ງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ.”6

4. ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຂໍ​ກະ​ແຈທີ່​ນຳ​ໄປ​ສູ່​ຄວາມ​ລອດ​ທາງວິນ​ຍານ

ການ​ເດີນ​ທາງ​ໃນຊີ​ວິດເປັນ​ເລື່ອງ​ທ້າ​ທາຍ. ມັນ​ງ່າຍ​ທີ່​ຈະ​ຖືກ​ເຮັດ​ໃຫ້​ສັບ​ສົນ, ​ອອກ​ໄປຈາກ​ເສັ້ນ​ທາງ ແລະ ຫລົງ​ທາງ​ໄປ. ຄວາມ​ຍາກ​ລຳ​ບາກນັ້ນ​ແມ່ນ​ແນ່ນອນ ແລະ ເປັນ​ພາກ​ສ່ວນ​​ທີ່​ຈຳ​ເປັນຂອງ​ຄວາມ​ກ້າວ​ໜ້າ​​ນິ​ລັນ​ດອນ​ຂອງ​ເຮົາ. ເມື່ອ​ປະ​ເຊີນ​ກັບຄວາມ​ຍາກ​ລຳ​ບາກ, ຢ່າ​ປ່ອຍ​ໃຫ້​ສິ່​ງ​ທີ່​ທ່ານບໍ່​ເຂົ້າ​ໃຈ​ທັງ​ໝົດ​ທຳ​ລາຍ​ທຸກ​ສິ່ງ​ທີ່​ທ່ານ​ຮູ້​ຢູ່​ແລ້ວ. ໃຫ້​ອົດ​ທົນ, ຈັບ​ເອົາ​ຄວາມ​ຈິງ​ນັ້ນ​ໄວ້​ໃຫ້​ແໜ້ນ; ຄວາມ​ເຂົ້າ​ໃຈ​ຈະ​ຕິດຕາມ​ມາ. ບັນ​ຫາ​ກໍ​ເໝືອນ​ໝອກ​ແຫ່ງ​ຄວາມ​ມືດ​ອັນ​ຕຶບໜາ ທີ່​ສາ​ມາດ​ເຮັດ​ໃຫ້​ເຮົາ​ຕາ​ບອດ ແລະ ເຮັດ​ໃຫ້​ໃຈ​ຂອງ​ເຮົາ​ແຂງ​ກະ​ດ້າງ. ຖ້າ​ຫາກ​ເຮົາ​ບໍ່ຈັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ “​ໄວ້​ໃຫ້​ແໜ້ນ​ຕະ​ຫລອດ​ເວ​ລາ,”7 ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ເຮົາ​ຈະ​ສັບ​ສົນ​ທາງວິນ​ຍານ ແທນ​ທີ່​ຈະມີ​ຈິດ​ໃຈ​ທີ່​ສະ​ແຫວງ​ຫາ​ສິນ​ທຳ. ຈົ່ງ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ​ມໍ​ມອນ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ທຸກໆ​ມື້, ທຸກໆ​ມື້, ທຸກໆ​ມື້! ມັນ​ເປັນ​ຂໍ​ກະແຈ​ທີ່​ນຳ​ໄປ​ສູ່​ຄວາມ​ລອດ​ທາງວິນ​ຍານ ແລະ ຫລີກ​ລ້ຽງ​ການ​ຫລອກ​ລວງ. ປາດ​ສະ​ຈາກ​ສິ່ງນີ້, ເຮົາ​ຈະ​ຫລົງ​ທ​າງ​ ທາງວິນ​ຍານ.

5. ຢ່າ​ປ່ອຍ​ຕົວ​ໃຫ້​ສັບ​ສົນ ແລະ ຖືກ​ຫລອກ​ລອງ

ທີ່​ຈະ​ເອົາ​ໃຈ​ໃສ່​ຄື​ ທີ່​ຈະ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ລະ​ມັດ​ລະ​ວັງ. ການ​ເອົາ​ໃຈ​ໃສ່​ຜູ້​ຄົນ​ທີ່ບໍ່​ເຊື່ອ​ໃນ​ພຣະ​ຄຣິດ​ຈະ​ບໍ່​ຊ່ອຍ​ໃຫ້​ທ່ານ​ພົບ​ພຣະ​ອົງ. ການ​ຊອກ​ຫາຄວາມ​ຮູ້​ຂອງຄຳ​ສັບ #spaciousbuilding ໃນ​ອິນ​ເຕີ​ແນັດ ​​ຈະ​ບໍ່​ນຳ​ທ່ານ​ໄປ​ສູ່​ຄວາມ​ຈິງ. ຈະ​ຫາ​ມັນ​ບໍ່​ພົບຢູ່​ທີ່ນັ້ນ. ມີ​ພຽງ​ແຕ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເທົ່າ​ນັ້ນ​ທີ່​ມີ “ຖ້ອຍ​ຄຳ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ.”8 ທຸກ​ສິ່ງ​ອື່ນ​ທັງ​ໝົດ​ບໍ່​ສຳ​ຄັນ​ເລີຍ. ອາ​ຄານ​​ຫລັງ​ກວ້າງໃຫຍ່ນັ້ນ​ຄື “ຄວາມ​ຄິດ​ຝັນ​ອັນ​ບໍ່​ມີ​ປະ​ໂຫຍດ ແລະ ຄວາມ​ທະ​ນົງ​ໃຈ”9 ຂອງ​ໂລກ, ອີກ​ໃນ​ຄຳ​ໜຶ່ງ​ ກໍ​ຄື​​ສິ່ງ​ທີ່​ດຶ​ງ​ດູດ​ຄວາມ​ສົນໃຈ ແລະ ​ເປັນ​ການ​ຫລອກ​ລວງ. ມັນ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ແຕ່ງ​ຕົວ​ດີ ຜູ້​ທີ່​ເບິ່ງ​ຄື​ວ່າ​ມີ​ທຸກ​ສິ່ງ. ແຕ່​ເຂົາ​ເຈົ້າ​ເຍາະ​ເຍີ້ຍ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ຜູ້​ທີ່​ຕິດ​ຕາມ​ພຣະ​ອົງ. ເຂົາ​ເຈົ້າ “ຍອມ​ຮ່ຳ​ຮຽນ​ຢູ່​ສະ​ເໝີ ແຕ່​ບໍ່ອາດ​ຈະ​ເຖິງ​ການ​ສັງ​ເກດ​ຮູ້​ຄວາມ​ຈິງ​ໄດ້​ຈັກ​ເທື່ອ.”10 ເຂົາ​ເຈົ້າ​ອາດ​ຖືກ​ຕ້ອງ​ຕາມ​ຄວາມ​ເຫັນ​ຊອບ​ຂອງ​ໂລກ, ​ແຕ່​ເຂົາ​ເຈົ້າ​ໄດ້​ຫລົງ​ທາງ ທາງ​ວິນ​ຍານ.

6. ຢູ່​ໃກ້​ຕົ້ນ​ໄມ້ແຫ່ງ​ຊີ​ວິດນັ້ນ

ຂ່າວ​ສານ​ຂອງ​ລີ​ໄຮ​ແມ່ນ​ໃຫ້​ຢູ່​ໃກ້​ຕົ້ນ​ໄມ້. ເຮົາ​ຢູ່​ທີ່ນີ້​ເພາະ​ເຮົາ​ໄດ້​ປ່ຽນ​ໃຈ​ເຫລື້ອ​ໃສ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ແອວ​ມາ​ໄດ້​ສອນ​ວ່າ, “ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ປ່ຽນ​ໃຈ​ຂອງ​ເຂົາ​ເຈົ້າ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ປຸກ​ໃຫ້​ເຂົາ​ເຈົ້າ​ຕື່ນ​ຈາກ​ການ​ນອນ​ຫລັບ​ສະ​ໜິດ, ແລະ ເຂົາ​ເຈົ້າ​ໄດ້​ຕື່ນ​ຂຶ້ນ​ມາ​ຫາ​ພຣະເຈົ້າ.”11 ຂະ​ນະ​ທີ່​ເຮົາ​ຍອມ​ຖະ​ຫວາຍ​ໃຈ​ຂອງ​ເຮົາ​ໃຫ້​ແດ່​ພຣະ​ເຈົ້າ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ປ່ຽນ​ທຳ​ມະ​ຊາດ​ແທ້ໆ​ຂອງ​ເຮົາ, ເຮົາ​ຈະ​​ເຫລື້ອມ​ໃສ​ແດ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຈະ​ບໍ່​ສະ​ແຫວງ​ຫາ​ອາຄານ​ຫລັງ​ກວ້າງ​ໃຫຍ່ນັ້ນ. ຖ້າ​ຫາກ​ເຮົາ​ເຊົາ​ເຮັດ​ສິ່ງ​ເຫລົ່າ​ນັ້ນ​ທີ່​ນຳ​ການ​ເຫລື້ອມ​ໃສ​ທີ່​ເລິກ​ຊຶ້ງ​ມາ​ໃຫ້, ເຮົາ​ຈະ​ອ່ອນ​ແອ​ທາງ​ວິນ​ຍານ. ການ​ປະ​ຖິ້ມ​ຄວາມ​ເຊື່ອ​ແມ່ນ​ກົງ​ກັນ​ຂ້າມ​ກັບ​ການ​ເຫລື້ອມ​ໃສ.

ຕໍ່​ຜູ້​ສອນ​ສາດ​ສະ​ໜາ​ໃນ​ອາ​ດີດ ແລະ ໃນ​ປະ​ຈຸ​ບັນ: ແອວ​ເດີ ແລະ ຊິດສະ​ເຕີ​ທັງ​ຫລາຍ, ​ທ່ານບໍ່​ສາ​ມາດ​ກັບ​ຈາກ​ການ​ເຜີຍ​ແຜ່​ສາດ​ສະ​ໜາ, ກັບ​ຄືນໄປ​ສູ່​ວິ​ຖີ​ທາງ​ຂອງ​ໂລກ, ແລະ ໃຊ້​ເວ​ລາ​ຫລາຍໆ​ຊົ່ວ​ໂມງ​ເອົາ​ຄະ​ແນນ​ໃນ​ວິ​ດີ​ໂອ​ເກມ​ທີ່​ໄຮ້​ປະ​ໂຫຍດ ປາດ​ສະ​ຈາກ​ການ​ເຮັດ​ໃຫ້​ທາງ​ວິນ​ຍານຂອງ​ທ່ານ​ອ່ອນແອ​ລົງ​. ທັງ​ພວກ​ທ່ານບໍ່​ສາ​ມາດ​ປ່ອຍ​ຕົວ​ໃຫ້​ພົວ​ພັນ​ກັບ​ຮູບ​ພາບ​ລາ​ມົກ​ໃນ​ອິນ​ເຕີ​ແນັດ ແລະ ບໍ່​ເອົາ​ໃຈ​ໃສ່​ຄຸນ​ນະ​ທຳ ແລະ ພົມ​ມະ​ຈັນ ​ປາດ​ສະ​ຈາກ​ຜົນ​ສະ​ທ້ອນ​ທີ່​ຮ້າຍ​ແຮງ​ທາງວິນ​ຍານ. ຖ້າ​ຫາກ​ທ່ານ​ສູນ​ເສຍ​ພຣະ​ວິນ​ຍານ, ທ່ານ​ກໍ​ໄດ້​ຫລົງ​ທາງ​ໄປ​ແລ້ວ. ຢ່າ​ປ່ອຍ​ຕົວ​ໃຫ້​ສັບ​ສົນ ແລະ ຖືກ​ຫລອກ​ລວງ.

ສາ​ນຸ​ສິດ​ທີ່​ແທ້​ຈິງ ​ໄດ້​ຕື່ນຂຶ້ນມາ​ ​ຢູ່​ໃນ​ພຣະ​ເຈົ້າ​ຕໍ່​ໄປ ແຕ່​ລະ​ວັນ ໃນ​ການ​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ​ທີ່​ມີ​ຄວາມ​ໝາຍ, ໃນການສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ຕັ້ງ​ໃຈ, ​ໃນ​ການເຊື່ອ​ຟັງ​​, ແລະ ​ໃນການ​ຮັບ​ໃຊ້​ທີ່ບໍ່​ເຫັນ​ແກ່​ຕົວ. ຈົ່ງ​ຢູ່​ໃກ້ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ນັ້ນ ແລະ ຈົ່ງ​ຕື່ນ​ຢູ່​ຕໍ່​ໄປ.

ເມື່ອ​ຫລາຍ​ປີ​ກ່ອນ, ຊິດ​ສະ​ເຕີ​ເພຍ​ສັນ ແລະ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ປະ​ທານ​​ເຜີຍ​ແຜ່ຢູ່ ເມືອງ​ຕາ​ໂຄ​ມາ ລັດ​ວໍ​ຊິງ​ຕັນ. ການ​ເອີ້ນນັ້ນ​ເປັນ​ເລື່ອງ​ທີ່​ປະ​ຫລາດ​ໃຈ​ແທ້ໆ. ດ້ວຍ​ຄວາມ​ກັງ​ວົນ​ເລັກ​ນ້ອຍ ຂ້າ​ພະ​ເຈົ້າ​ໄດ້​​ຂໍ​ເຂົ້າ​ພົບ​​ ທ່ານ​ປະ​ທານ ແລະ ຜູ້​ບໍ​ລິ​ຫານ​​ບໍ​ລິ​ສັດ ບ່ອນ​ທີ່ຂ້າ​ພະ​ເຈົ້າ​ໄດ້​ທຳ​ງານ ແລະ ໄດ້​ແຈ້ງ​ໃຫ້​​ເຂົາ​ເຈົ້າຮູ້​ເຖິງ​ການ​ເອີ້ນ​ໄປ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ. ກໍ​ເຫັນ​ໄດ້ຢ່າງ​​ແຈ່ມ​ແຈ້ງ​ວ່າ ເຂົາ​ເຈົ້າ​ບໍ່​ພໍ​ໃຈ​ນຳ​ການ​ຕັດ​ສິນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ໄປ​ຈາກ​ບໍ​ລິ​ສັດ. ເຂົ້າ​ເຈົ້າ​ໄດ້​ຖາມ​ວ່າ, “ເຈົ້າ​ໄດ້​ຕັດ​ສິນ​ໃຈ​​ເຮັດ​ສິ່ງ​ນີ້ ​ແຕ່​ຕອນ​ໃດ, ແລະ ເປັນ​ຫຍັງ​ເຈົ້າ​ຈຶ່ງບໍ່​ໄດ້​ບອກ​ເລື່ອງນີ້​ກັບ​ພວກ​ເຮົາ​ໄວກວ່ານີ້?”

ທັນ​ໃດ​ນັ້ນ, ຄຳ​ຕອບ​ທີ່​ເລິກ​ຊຶ້ງ​ໄດ້​ເຂົ້າ​ມາ​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຕອບວ່າ, “ຂ້ອຍ​ໄດ້​ຕັດ​ສິນ​ໃຈ​ເລື່ອງນີ້​ຕອນ​ເປັນ​ຊາຍ​ໜຸ່ມ​ອາ​ຍຸ 19 ປີ, ເມື່ອ​ຂ້ອຍ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ​ກັບ​ພຣະ​ເຈົ້າ​ໃນ​ພຣະ​ວິ​ຫານ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ຂ້ອຍ​ໄດ້​ສ້າງ​ພື້ນ​ຖານ​ຂອງ​ຊີ​ວິດ​ຢູ່​ເທິງ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ​ຕະ​ຫລອດ​ມາ, ແລະ ຂ້ອຍ​ຕັ້ງ​ໃຈ​ຢ່າງ​ເຕັມ​ທີ​ ທີ່​ຈະ​ຮັກ​ສາ​ມັນ​ໃນ​ເວ​ລານີ້.”

ເມື່ອ​ເຮົາ​ໄດ້​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ແລ້ວ, ຈະ​ຄືນ​ຄຳ​ສັນ​ຍາບໍ່​ໄດ້. ການ​ຍິນ​ຍອມ, ການ​ຍອມ​ແພ້, ແລະ ການ​ສູນ​ເສຍ​ພະ​ລັງ​ບໍ່​ແມ່ນ​ທາງ​ເລືອກ. ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ມີ​ມາດ​ຕະ​ຖານ​ແຫ່ງ​ຄວາມດີ​ເລີດ​ສຳ​ລັບ​ຄວາມ​ສູງ​ສົ່ງ. ມັນ​ຮຽກ​ຮ້ອງ​ການ​ເປັນ​ສາ​ນຸ​ສິດ​ທີ່​ກ້າ​ຫານ! ບໍ່​ມີ​ບ່ອນ​ຫວ່າງ​ສຳ​ລັບ​ສາ​ນຸ​ສິດ​ລະ​ດັບ​ປານກາງ ຫລື ​ທີ່ພໍ​ໃຈ​ໃນ​ຕົນ​ເອງ. ລະ​ດັບ​ປານກາງ​ເປັນ​ສັດ​ຕູ​ກັບ​ຄວາມ​ດີ​ເລີດ, ແລະ ຄຳ​ໝັ້ນ​ສັນ​ຍາ​ລະ​ດັບ​ປານ​ກາງ​ ຈະ​ຂັດ​ຂວາງ​ທ່ານ​ຈາກ​ການ​ອົດ​ທົນ​ຈົນ​ເຖິງ​ທີ່ສຸດ.

ຖ້າ​ຫາກ​ທ່ານດີ້ນ​ລົນ​ຢູ່, ສັບ​ສົນ, ຫລື ໄດ້​ຫລົງ​ທາງ​ ​ທາ​ງວິນ​ຍານ, ຂ້າພ​ະ​ເຈົ້າ​ຊຸກ​ຍູ້​ທ່ານ​ໃຫ້​ເຮັດ​ສິ່ງ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຈະຊ່ອຍ​ໃຫ້​ທ່ານ​ກັບ​ຄືນມາ​ເຮັດ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ຫວັງ. ໃຫ້​ເລີ່ມ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ພ້ອມດ້ວຍ​ການ​ອະ​ທິ​ຖານ​ຄືນອີກ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຈາກນັ້ນ, ທຸກໆ​ມື້, ທຸກໆ​ມື້, ທຸກໆ​ມື້! ຂ້​າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ອຳ​ນາດ​ທີ່​ເລິກ​ຊຶ້ງ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ຈະ​ປ່ຽນ​ຊີ​ວິດ​ຂອງ​ທ່ານ ແລະ ເສີມ​ສ້າງຄວາມ​ຕັ້ງ​ໃຈ​ຂອງ​ທ່ານ​ທີ່​ຈະ​ຕິດ​ຕາມ​ພຣະ​ຄຣິດ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ປ່ຽນ​​ໃຈ​ຂອງ​ທ່ານ, ແລະ ຊ່ອຍ​ໃຫ້​ທ່ານ​ເຫັນເລື່ອງ​ດັ່ງ​ທີ່​ເປັນ​ຈິງ.12 ພຣະ​ອົງ​ຈະ​ສະ​ແດງ​ໃຫ້​ທ່ານເຫັນ​ສິ່ງ​ທີ່​ທ່ານ​ຕ້ອງ​ເຮັດ​ຕໍ່​ໄປ. ຕໍ່​ໄປ​ນີ້​ຄື​ຄຳ​ສັນ​ຍາ​ຂອງ​ນີ​ໄຟ​ຕໍ່​ທ່ານ​ວ່າ:

“ແລະ ຂ້າ​ພະ​ເຈົ້າ​ຕອບ​ພວກ​ເຂົາ … ຜູ້​ໃດ​ທີ່​ຈະ​ເຊື່ອ​ຟັງ​ພຣະຄຳ​ຂອງ​ພຣະ​ເຈົ້າ ແລະ ຈະ​ຍຶດ​ໝັ້ນ​ແລ້ວ, ພວກ​ເຂົາ​ຈະ​ບໍ່​ຕາຍ​ເລີຍ; ທັງ​ສິ່ງ​ລໍ້​ລວງ ແລະ ລູກ​ສອນ​ໄຟ​ຂອງ​ຄູ່​ຕໍ່​ສູ້​ກໍ​ຈະ​ບໍ່​ອາດ​ເອົາ​ຊະ​ນະ​ໂດຍ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຕາ​ບອດ ເພື່ອ​ຈະ​ນຳ​ພວກ​ເຂົາ​ໄປ​ສູ່​ຄວາມ​ພິ​ນາດ​ໄດ້.

“ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ … ໄດ້​ຊັກ​ຊວນ​ໃຫ້​ພວກ​ເຂົາ​ເອົາ​ໃຈ​ໃສ່​ພຣະ​ຄຳ​ຂອງ​ພ​ຣະ​ເຈົ້າ ແລະ ຈື່​ຈຳ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ສະ​ເໝີ​ໄປ​ໃນ​ທຸກ​ສິ່ງ.”13

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ ເປັນ​ການ​ທົດ​ສອບ​ທີ່​ຍິ່ງ​ໃຫຍ່​ ຂອງ​ການ​ເປັນ​ສາ​ນຸ​ສິດ. ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ​ທຸກໆ​ວັນ​ ຈະ​ກຳ​ນົດ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ. ຈົ່ງຕື່ນ​ຂຶ້ນ​ຫາ​ພຣະ​ເຈົ້າ​ເຖີດ, ຈົ່ງ​ຍຶດ​ໝັ້ນ​ຢູ່​ກັບ​ຄວາມ​ຈິງ, ຈົ່ງ​ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນ​ສັກສິດ​ຂອງພຣະ​ວິ​ຫານຂອງ​ທ່ານ​, ແລະ ຈົ່ງ​ຢືນ​ຢູ່​ໃກ້​ຕົ້ນ​ໄມ້​ແຫ່ງ​ຊີວິດນັ້ນ​!

​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ​ຜູ້​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່. ຄວາມ​ປາດ​ຖະ​ໜາ​ທີ່​ຍິ່ງ​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຈິງ​ຈັງ ແລະ ຊື່​ສັດ​ຈົນ​ເຖິງວາ​ລະ​ສຸດ​ທ້າຍ​ ໃນ​ການ​ຕິດ​ຕາມ​ຕົວ​ຢ່າງ​ທີ່​ສະ​ຫງ່າ​ງາມ​ຂອງ​ພຣະ​ອົງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງພຣະຜູ້​ເປັນ​ເຈົ້າ ​ພຣະ​ເຢ​ຊູ​ຄຣິດ, ອາແມນ.