​2010–2019
ທັດສະນະ​ນິລັນດອນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ
ເມສາ 2015


ທັດສະນະ​ນິລັນດອນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ

ເພາະ​ການ​ຕັດສິນ​ໃຈ​ຕ່າງໆ​ຈະ​ມີ​ຜົນ​ສະທ້ອນ​ຕໍ່​ນິລັນດອນ, ການ​ມີ​ທັດສະນະ​ທາງ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ຈຳເປັນ​ຫລາຍ.

ໃນ​ການ​ເປີດເຜີຍ​ທີ່​ມອບ​ໃຫ້​ແກ່​​ໂມ​ເຊ, ເຮົາ​ໄດ້​ຖືກ​ບອກ​ກ່ຽວ​ກັບ​ການ​ປະ​ກາດ​ພຣະ​ປະສົງ​ຂອງ​ພຣະ​ບິດາ​ວ່າ: “ຈົ່ງ​ເບິ່ງ ນີ້​ຄື​ງານ ແລະ ລັດສະໝີ​ພາບ​ຂອງ​ເຮົາ—ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະມະຕະ ແລະ ຊີວິດ​ນິລັນດອນ​ແກ່​ມະນຸດ.”1 ຕາມ​ການ​ປະກາດ​ນັ້ນ ພຣະ​ບິດາ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ໃຫ້​ທຸກໆ​ຄົນ​ມີ​ໂອກາດ​ໄດ້​ຮັບ​ຄວາມສຸກ​ເຕັມ​ປ່ຽມ. ການ​ເປີດເຜີຍ​ຂອງ​ຍຸກ​ສຸດ​ທ້າຍ​ໄດ້​ເປີດເຜີຍ​ວ່າ ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ໄດ້​ສ້າງ​ແຜນ​ແຫ່ງ​ຄວາມສຸກ​ອັນ​ດີເລີດ​ສຳລັບ​ລູກໆ​ທັງ​ໝົດ​ຂອງ​ພຣະ​ອົງ, ຊຶ່ງ​ເປັນ​ແຜນ​ພິເສດ​ເພື່ອ​ເຮົາ​ຈະ​ສາມາດ​ກັບ​ໄປ​ຢູ່​ກັບ​ພຣະ​ອົງ​ໄດ້.

ຄວາມ​ເຂົ້າໃຈ​ໃນ​ແຜນ​ແຫ່ງ​ຄວາມສຸກ​ນີ້ ໄດ້​ເຮັດ​ໃຫ້​ເຮົາ​ມີ​ທັດສະນະ​ນິລັນດອນ ແລະ ຈະ​ຊ່ອຍ​ໃຫ້​ເຮົາ​ຮູ້​ຄຸນຄ່າ​ຂອງ​ພຣະ​ບັນຍັດ, ພິທີການ, ພັນທະ​ສັນຍາ, ການ​ທົດ​ລອງ, ແລະ ຄວາມທຸກ​ຍາກ​ໄດ້​ຢ່າງ​ແທ້​ຈິງ.

ຫລັກ​ທຳ​ໜຶ່ງ​ທີ່​ສຳຄັນ​ແມ່ນ​ມາ​ຈາກ​ແອວ​ມາ ທີ່​ວ່າ “ດັ່ງນັ້ນ ພຣະ​ເຈົ້າ​ໄດ້​ປະ​ທານ​ພຣະ​ບັນຍັດ​ແກ່​ເຂົາເຈົ້າ ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ບອກ​ເຂົາເຈົ້າ​ກ່ຽວ​ກັບ​ແຜນ​ແຫ່ງ​ການ​ໄຖ່.”2

ມັນ​ເປັນ​ທີ່​ໜ້າ​ສົນໃຈ ທີ່​ເຮົາ​ຈະ​ສັງເກດ​ເຫັນ​ລຳດັບ​ຂອງ​ຂັ້ນ​ຕອນ​ການ​ສັ່ງສອນ. ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ໄດ້​ສອນ​ແຜນ​ແຫ່ງ​ການ​ໄຖ່​ແກ່​ອາ​ດາມ ແລະ ເອ​ວາ​ກ່ອນ ແລ້ວ​ພຣະ​ອົງ​ຈຶ່ງ​ໄດ້​ປະ​ທານ​ພຣະ​ບັນຍັດ​ໃຫ້​ເຂົາເຈົ້າ.

ນີ້​ເປັນຄວາມ​ຈິງ​ອັນ​ສຳຄັນ. ຖ້າ​ຄົນ​ເຂົ້າໃຈ​ແຜນ​ນັ້ນ ມັນ​ຈະ​ຊ່ອຍ​ເຂົາເຈົ້າ​ໃນ​ການ​ຮັກ​ສາ​ພຣະ​ບັນຍັດ, ຕັດສິນ​ໃຈດີ​ຂຶ້ນ, ແລະ ມີ​ເຈດ​ຕະ​ນາ​ທີ່​ດີ​ຂຶ້ນ​ໄດ້.

ໃນ​ໄລຍະ​ເວລາ​ທີ່​ຂ້າພະເຈົ້າ​ໄດ້​ຮັບ​ໃຊ້​ໃນ​ສາດສະໜາ​ຈັກ, ຂ້າພະເຈົ້າ​ໄດ້​ເຫັນ​ການ​ອຸທິດ​ຕົນ ແລະ ປ່ຽມ​ດ້ວຍ​ສັດທາ​ຂອງ​ສະມາຊິກ​ໃນ​ສາດສະໜາ​ຈັກ ໃນ​ຫລາຍ​ປະເທດ. ບາງ​ປະເທດ​ກໍ​ມີ​ຄວາມ​ຂັດ​ແຍ້​ງ​ກັນ​ທາງ​ການເມືອງ, ສັງຄົມ, ຫລື ທາງ​ເສດຖະກິດ. ປັດໃຈ​ໜຶ່ງ​ທີ່​ຂ້າພະເຈົ້າ​ພົບ​ເຫັນ​ສະເໝີ​ຈາກ​ສະມາຊິກ​ທີ່​ມີ​ສັດທາ​ເຕັມ​ປ່ຽມ​ນັ້ນ​ຄື ເຂົາເຈົ້າ​ມີ​ທັດສະນະ​ກ່ຽວ​ກັບ​ນິລັນດອນ. ທັດສະນະ​ນິລັນດອນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຈະ​ຊ່ອຍ​ໃຫ້​ເຮົາ​ເຂົ້າໃຈ​ສະຖານທີ່ ທີ່​ເຮົາ​ຢູ່​ໃນ​ແຜນ​ຂອງ​ພຣະ​ບິດາ, ໃຫ້​ເຮົາ​ຍອມຮັບ​ຄວາມ​ລຳບາກ ແລະ ຄວາມ​ກ້າວໜ້າ​ຈາກ​ສິ່ງ​ນັ້ນ, ໃນ​ການ​ຕັດສິນ​ໃຈ, ແລະ ເຮັດ​ໃຫ້​ຄວາມ​ສາມາດ​ທີ່​ແຝງ​ຢູ່​ພາຍ​ໃນ ໃຫ້​ເປັນ​ຈຸດ​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ.

ທັດສະນະ​ແມ່ນ​ການ​ທີ່​ເຮົາ​ມອງ​ເຫັນ​ສິ່ງ​ຕ່າງໆ​ໄດ້ ເມື່ອ​ເບິ່ງ​ຈາກ​ຈຸດ​ໃດ​ຈຸດ​ໜຶ່ງ, ແລະ ມັນ​ເຮັດ​ໃຫ້​ເຮົາ​ເຫັນ​ຄຸນຄ່າ​ທີ່ແທ້​ຈິງ​ຂອງ​ມັນ.

ມັນ​ຄື​ກັນ​ກັບ​ວ່າ​ເຮົາ​ຢູ່​ໃນ​ປ່າ ແລ້ວ​ມີ​ຕົ້ນໄມ້​ຂວາງ​ໜ້າ​ຢູ່. ເຮົາ​ຈະ​ບໍ່​ເຫັນ​ຄວາມ​ງາມ​ຂອງ​ປ່າ​ໄດ້ ນອກຈາກ​ວ່າ​ເຮົາ​ຈະ​ຖອຍຫລັງ​ໄປ​ໜ້ອຍ​ໜຶ່ງ. ຂ້າພະເຈົ້າ​ເຄີຍ​ໄປ​ທ່ຽວ​ປ່າ​ອາ​ມາ​ຊອນ​ໃນ​ເມືອງ​ເລ​ຕີ​ເຊຍ ປະເທດ​ເປ​ຣູ ຊຶ່ງ​ປ່າ​ນັ້ນ​ໃກ້​ກັບ​ເຂດ​ແດນ​ຂອງ​ປະ​ເທດ​ບຣາ​ຊິນ ແລະ ປະເທດ​ເປ​ຣູ. ຂ້າພະເຈົ້າ​ມອງ​ບໍ່​ເຫັນ​ຄວາມ​ກວ້າງ​ໃຫຍ່​ໄພສານ​ຂອງ​ປ່າ​ໄດ້ ຈົນ​ວ່າ​ຕອນ​ຂີ່​ຍົນ​ໄປ​ແຖວ​ນັ້ນ​ຈຶ່ງ​ຫລຽວ​ເຫັນ.

ຕອນ​ລູກ​ຂ້າພະເຈົ້າ​ຍັງ​ນ້ອຍ ເຂົາ​ມັກ​ເບິ່ງ​ໂທລະພາບ​ຊ້ອງ​ເດັກນ້ອຍ​ທີ່​ອອກ​ລາຍການ​ທີ່​ມີ​ຊື່ວ່າ What Do You See? ​ແປ​ວ່າ ເຈົ້າ​ເຫັນ​ຫຍັງ? ທຳ​ອິດ​ຈະ​ເຫັນ​ບາງ​ສິ່ງ​ທີ່ຢູ່​ໃກ້​ທີ່​ສຸດ ແລ້ວ​ໃຫ້​ເດັກນ້ອຍ​ທວຍ​ວ່າ​ມັນ​ແມ່ນ​ຫຍັງ ແລ້ວ​ຮູບ​ນັ້ນ​ຈະ​ຄ່ອຍ​ໄກ​ອອກ​ໄປ​ເທື່ອ​ລະ​ໜ້ອຍ ຈົນ​ກວ່າ​ມັນ​ກາຍເປັນ​ຕົນ​ເປັນ​ໂຕ​ຂຶ້ນ​ມາ ເຮົາ​ກໍ​ຮູ້​ໂລດ​ວ່າ​ມັນແມ່ນ ໂຕ​ແມວ, ພືດ, ໝາກ​ໄມ້ ແລະ ສິ່ງ​ຕ່າງໆ.

ຂ້າພະເຈົ້າ​ຈື່​ໄດ້​ວ່າ ເທື່ອ​ໜຶ່ງ​ຕອນ​ເຂົາ​ເບິ່ງ​ລາຍການ​ນັ້ນ ມັນ​ມີ​ຮູບ​ໃກ້ໆ ແລະ ຮູບ​ນັ້ນ​ຂີ້ລ້າຍ​ຫລາຍ ຈົນ​ເປັນຕາ​ຂີ້ດຽດ ແຕ່​ເມື່ອ​ຮູບ​ນັ້ນ​ໄກ​ອອກ​ໄປ ເຂົາ​ຈຶ່ງ​ຮູ້​ວ່າ​ມັນ​ເປັນ​ປິດ​ຊ້າ (pizza) ທີ່​ເປັນຕາ​ແຊບ​ແທ້ໆ. ເຂົາ​ບອກ​ຂ້າພະເຈົ້າ ຫລັງ​ຈາກ​ທີ່​ເຫັນ​ວ່າ​ສິ່ງ​ທີ່​ຂີ້ລ້າຍ​ນັ້ນ ກາຍເປັນ​ສິ່ງ​ທີ່​ເປັນຕາ​ແຊບ​ວ່າ “ພໍ່​ຊື້​ອັນ​ນັ້ນ​ໃຫ້​ລູກ​ແດ່!”

ຍັງ​ມີ​ເລື່ອງ​ໜຶ່ງ​ທີ່​ຂ້າພະເຈົ້າ​ຢາກ​ເລົ່າ​ໃຫ້​ທ່ານ​ຟັງ. ລູກໆ​ໃນ​ຄອບຄົວ​ຂອງ​ຂ້າພະເຈົ້າ​ມັກ​ຕໍ່​ຮູບ​ປະກອບ​ເຂົ້າກັນ (jigsaw puzzles). ພວກ​ເຮົາ​ທັງ​ໝົດ​ອາດ​ເຄີຍ​ຕໍ່​ຮູບ​ປະກອບ​ເຂົ້າກັນ. ບາງ​ອັນ​ກໍ​ມີ​ຊິ້ນ​ສ່ວນ​ນ້ອຍໆ​ຫລາຍໆ​ອັນ. ຂ້າພະເຈົ້າ​ຈື່​ວ່າ​ລູກ​ຂອງພວກ​ເຮົາ​ຄົນ​ໜຶ່ງ (ຂ້າພະເຈົ້າ​ບໍ່​ຂໍ​ບອກ​ຊື່ ເພື່ອ​ປົກ​ປ້ອງ​ລາວ) ເຄີຍ​ສົນໃຈ​ແຕ່​ຊິ້ນ​ສ່ວນ​ໃດ ຊິ້ນ​ສ່ວນ​ໜຶ່ງ​ສະເພາະ, ເມື່ອ​ມັນ​ບໍ່​ພໍດີ​ກັບ​ຊ່ອງ​ວ່າງ ທີ່​ລາວ​ຄິດ​ວ່າ​ມັນ​ຕ້ອງ​ເປັນ​ບ່ອນ​ນັ້ນ, ລາວ​ໄດ້​ໃຈ​ຮ້າຍ. ​ລາວ​ຄິດ​ວ່າ​ມັນ​ບໍ່​ດີ ແລ້ວ​ຢາກ​ໂຍນ​ຖິ້ມ. ຕໍ່​ມາ​ລາວ​ຈຶ່ງ​ຮູ້​ເຮັດ ເພາະ​ເຂົ້າໃຈ​ວ່າ​ແຕ່​ລະ​ຊິ້ນ​ນ້ອຍໆ​ຈະ​ມີ​ບ່ອນ​ຂອງ​ມັນ​ເອງ​ໃນ​ຮູບ ເຖິງ​ແມ່ນ​ວ່າ​ຕອນ​ນັ້ນ​ລາວ​ບໍ່​ຮູ້​ວ່າ​ຈະ​ເອົາ​ມັນ​ໄປ​ໃສ່​​ໃສ.

ນີ້​ແມ່ນ​ວິທີ​ໜຶ່ງ​ໃນ​ການ​ໄຕ່ຕອງ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ບໍ່​ຕ້ອງ​ສົນໃຈ​ແຕ່​ລະ​ຊິ້ນ​ສ່ວນ​ໃຫ້​ຫລາຍ​ເກີນ​ໄປ ແຕ່​ໃຫ້​ວາດ​ພາບ​ອັນ​ໃຫຍ່​ໃຫ້​ອອກ ວ່າ​ມັນ​ຈະ​ອອກ​ມາ​ເປັນ​ແນວໃດ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ​ແຕ່​ລະ​ຊິ້ນ​ສ່ວນ​ນັ້ນ​ຕ້ອງ​ຢູ່​ບ່ອນ​ໃດ​ໃນ​ແຜນ. ພຣະ​ບັນຍັດ​ທຸກ​ປະການ​ມີ​ຄວາມ​ສຳຄັນ​ນິລັນດອນ ໃນ​ຂົງເຂດ​ຂອງ​ແຜນ​ແຫ່ງ​ຄວາມສຸກ​ອັນ​ຍິ່ງ​ໃຫຍ່.

ມັນ​ສຳຄັນ​ຫລາຍ​ທີ່​ເຮົາ​ບໍ່​ຄວນ​ໃຊ້​ທັດສະນະ​ທາງ​ໂລກ ມາ​ຕັດສິນ​ຄຸນຄ່າ​ທາງ​ນິລັນດອນ. ເພາະ​ການ​ຕັດສິນ​ໃຈ​ຕ່າງໆ​ຈະ​ມີ​ຜົນ​ສະທ້ອນ​ຕໍ່​ນິລັນດອນ, ການ​ມີ​ທັດສະນະ​ທາງ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ຈຳເປັນ​ຫລາຍ.

ແອວ​ເດີ ນຽວ ເອ ແມ໊ກສະ​ແວວ ໄດ້​ສອນ​ວ່າ: “ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ມີ​ຄວາມ​ຄາດ​ຫວັງ​ສູງ​​ສຳລັບ​ຊີວິດ​ນິລັນດອນ ແຕ່​ສິ່ງ​ທີ່​ເຮົາ​ຄາດ​ຫວັງ​ໃນ​ໂລກ​ນີ້​ຈະ​ຕ່າງ​ກັນ. ເຮົາ​ອາດ​ຄາດ​ຫວັງ​ທີ່​ຈະ​ໄດ້​ຂຶ້ນ​ເງິນເດືອນ, ໄປ​ນັດ​ທ່ຽວ​ພິເສດ​ກັບ​ບ່າວ​ສາວ, ຊະນະ​ການ​ເລືອກ​ຕັ້ງ, ຫລື ມີ​ເຮືອນ​ຫລັງ​ໃຫຍ່—ເຮົາ​ອາດ​ຈະ​ບັນລຸ​ຜົນ ຫລື ບໍ່​ບັນລຸ​ຜົນ​ກໍ​ໄດ້. ການ​ມີ​ສັດທາ​ໃນ​ແຜນ​ຂອງ​ພຣະ​ບິດາ​ຈະ​ຊ່ອຍ​ໃຫ້​ເຮົາ​ມີໃຈ​ອົດທົນ​ເມື່ອ​ສິ້ນ​ຫວັງ. ຄວາມ​ຫວັງ​ຈະ​ຊ່ອຍ​ໃຫ້​ເຮົາ​ຂົນຂວາຍ​ໃນ​ອຸດົມ​ການ​ດີ ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ບໍ່​ບັນລຸ​ຜົນສຳເລັດ​ກໍ​ຕາມ (ເບິ່ງ D&C 58:27).”3

ຖ້າ​ເຮົາ​ບໍ່​ມີ​ທັດສະນະ​ແຫ່ງ​ນິລັນດອນ ຫລື ສູນ​ເສຍ​ທັດສະນະ​ນັ້ນແລ້ວ, ເຮົາ​ຈະ​ມີ​ທັດສະນະ​ທາງ​ໂລກ​ເປັນ​ກົດເກນ​ຂອງ​ເຮົາ ແລະ ເຮົາ​ຈະ​ຕັດສິນ​ໃຈ​ແບບ​ບໍ່​ສອດຄ່ອງ​ກັບ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ.

ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ກ່າວ​ເຖິງ​ທ່າ​ທີ​ຂອງ​ນີ​ໄຟ ແລະ ທ່າ​ທີ​ຂອງ​ເລ​ມັນ ແລະ ເລ​ມູ​ເອນ. ເຂົາເຈົ້າ​ໄດ້​ຮັບ​ຄວາມ​ຍາກ​ລຳບາກ​ຫລາຍ ແຕ່​ທ່າ​ທີ​ຂອງເຂົາເຈົ້າ​ຕໍ່​ສິ່ງ​ເຫລົ່ານັ້ນ​ແຕກ​ຕ່າງ​ກັນ​ຫລາຍ. ນີ​ໄຟ​ເວົ້າ​ວ່າ “ແລະ ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ປະທານ​ໃຫ້​ແກ່​ພວກ​ເຮົາ​ນັ້ນ​ຍິ່ງ​ໃຫຍ່​ເຫລືອ​ທີ່​ສຸດ, ຄື​ເວລາ​ນັ້ນ​ພວກ​ເຮົາ​ໄດ້​ດຳລົງ​ຊີວິດ​ຢູ່​ດ້ວຍ​ການ​ກິນ​ຊີ້ນ​ດິບ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ, ພວກ​ຜູ້ຍິງ​ຂອງ​ພວກ​ເຮົາ ກໍ​ມີ​ນ້ຳ​ນົມ​ຢ່າງ​ຫລວງຫລາຍ​ໃຫ້​ລູກ​ຂອງ​ພວກ​ເຂົາ, ແລະ ແຂງແຮງ​ດີ, ແທ້​ຈິງ​ແລ້ວ, ແມ່ນ​ເທົ່າ​ທຽມ​ກັບ​ພວກ​ຜູ້​ຊາຍ; ແລະ ພວກ​ເຂົາ​ອົດທົນ​ຕໍ່​ການ​ເດີນທາງ​ໂດຍ​ບໍ່​ໄດ້​ຈົ່ມ​ວ່າ.”4

ແຕ່​ກົງກັນຂ້າມ ເລ​ມັນ​ກັບ​ເລ​ມູ​ເອນ ໄດ້​ຈົ່ມ​ຫັ້ນ​ຈົ່ມ​ໜີ້ “ແລະ ເຖິງ​ແມ່ນ​ວ່າ​ເລ​ມັນ​ກັບ​ເລ​ມູ​ເອນ ເປັນ​ອ້າຍ​ໃຫຍ່​ກໍ​ຕາມ, ແຕ່​ພວກ​ເຂົາ​ໄດ້​ຈົ່ມ​ໃຫ້​ບິດາ​ຂອງ​ຕົນ. ແລະ ພວກ​ເຂົາ​ໄດ້​ຈົ່ມ​ເພາະ​ບໍ່​ຮູ້​ການ​ກະທຳ​ຂອງ​ພຣະ​ເຈົ້າ​ອົງ​ນັ້ນ​ຜູ້​ສ້າງ​ພວກ​ເຂົາ.”5 ການ​ບໍ່​ເຂົ້າໃຈ ຫລື ບໍ່​ເອົາໃຈໃສ່​ໃນ ”ການ​ກະທຳ​ຂອງ ... ພຣະ​ເຈົ້າ” ແມ່ນ​ທາງ​ໜຶ່ງ​ທີ່​ເຮົາ​ຈະ​ເສຍ​ທັດສະນະ​ແຫ່ງ​ນິລັນດອນ ແລະ​ ການ​ຈົ່ມ​ກໍ​ແມ່ນ​ໜຶ່ງ​ໃນ​ການ​ປະພຶດ​ນັ້ນ. ເຖິງ​​ແມ່ນວ່າ ເລ​ມັນກັບເລ​ມູ​ເອນໄດ້​ເຫັນ​ການ​ອັດສະຈັນ​ຫລາຍ​ຢ່າງ​ກັບ​ນີ​ໄຟ​ແລ້ວ​ກໍ​ຕາມ, ພວກ​ເຂົາ​ຍັງ​ເວົ້າ​ວ່າ: “ແລະ ພວກ​ເຮົາ​ໄດ້​ເລື່ອນລອຍ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ມາ​ຫລາຍ​ປີ​ແລ້ວ ແລະ ພວກ​ຜູ້ຍິງ​ຂອງ​ພວກ​ເຮົາ​ກໍ​ໄດ້​ເຮັດ​ວຽກ​ໜັກ​ໃນ​ຂະນະ​ທີ່​ຖືພາ; ແລະ ພວກ​ເຂົາ​ໄດ້​ເກີດ​ລູກ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ ໄດ້​ອົດທົນ​ທຸກ​ສິ່ງ​ທຸກ​ຢ່າງ​ນອກຈາກ​ຄວາມ​ຕາຍ​ເທົ່າ​ນັ້ນ; ແລ້ວ​ຖ້າ​ພວກ​ເຂົາ​ຕາຍ​ເສຍ​ກ່ອນ​ອອກ​ຈາກ​ເຢຣູ​ຊາ​ເລັມ​ກໍ​ຄົງ​ເປັນ​ການ​ດີ​ກວ່າ​ທີ່​ຈະ​ຕ້ອງ​ມາ​ທົນ​ທຸກທໍລະມານ​ເຊັ່ນນີ້.”6

ນັ້ນ​ຄື​ສອງ​ທ່າ​ທີ​ທີ່​ແຕກ​ຕ່າງ​ກັນ, ເຖິງ​ແມ່ນ​ວ່າ​ເຂົາເຈົ້າ​ພົບ​ບັນຫາ​ຫຍຸ້ງຍາກ​ທີ່​ຄ້າຍຄື​ກັນ​ນີ້. ເຫັນ​ໄດ້​ຄັກແນ່​ວ່າ ທັດສະນະ​ຂອງ​ເຂົາເຈົ້າ​ຕ່າງ​ກັນ.

ປະທານ ສະ​ເປັນ​ເຊີ ດັບ​ເບິນຢູ ຄິມໂບ ໄດ້​ຂຽນ​ໄວ້​ດັ່ງນີ້: “ຖ້າ​ເຮົາ​ເຊື່ອ​ວ່າ​ຊີວິດ​ນີ້​ມີ​ເທົ່າ​ນີ້​ແຫລະ ແລ້ວ​ຄວາມເຈັບ​ປວດ, ຄວາມ​ໂສກເສົ້າ, ແລະ ຊີວິດ​ສັ້ນ ຈະ​ເປັນຄວາມ​ຫາຍຍະນະ​ແກ່​ທ່ານ. ແຕ່​ຖ້າ​ທ່ານ​ເຊື່ອ​ວ່າ​ຊີວິດ​ນີ້​ແມ່ນ​ຄວາມ​ເປັນ​ນິລັນດອນ ຊຶ່ງ​ມີ​ຢູ່​ກ່ອນ​ຊີວິດ​ໃນ​ໂລກ​ກ່ອນ​ເກີດ ໃນ​ອາດີດ ແລະ ຈະ​ຍັງ​ຢູ່​ຊົ່ວ​ນິລັນດອນ​ຫລັງ​ຈາກ​ສິ້ນ​ຊີວິດ​ແລ້ວ, ເມື່ອນັ້ນ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ອາດ​ເປັນ​ໄປ​ຕາມ​ທັດສະນະ​ທີ່​ຖືກຕ້ອງ.”7

ແອວ​ເດີ ເດ​ວິດ ບີ ເຮ​ດ ໄດ້​ເລົ່າ​ເລື່ອງ​ຂອງ​ຊ່າງ​ທີ່​ຊື່ ໄມ​ໂກ້​ແອນ​ເຈ​ໂລ ເພື່ອ​ບົ່ງ​ບອກ​ເຖິງ​ທັດສະນະ​ທີ່​ຖືກຕ້ອງ​ວ່າ: “ເມື່ອ​ຊ່າງ​ແກະສະຫລັກ​ກຳ​ລັງ​ສ່ຽນ​ກ້ອນ​ຫີນ​ອ່ອນ​ຢູ່​ນັ້ນ ມີ​ເດັກນ້ອຍ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ເບິ່ງ​ເພິ່ນ​ແບບ​ອາຍໆ​ທຸກໆ​ມື້. ເມື່ອ​ລາວ​ເຫັນ​ຮູບ​ຮ່າງ​ຂອງ​ທ້າວເດ​ວິດ ຈາກ​ຫີນ​ກ້ອນ​ນັ້ນ ແລະ ການ​ແກະສະຫລັກ​ກໍ​ສຳເລັດ​ໃຫ້​ຄົນ​ທັງ​ໂລກ​ໄດ້​ຊື່ນ​ຊົມ ເດັກນ້ອຍ​ຄົນ​ນັ້ນ​ໄດ້​ຖາມ​ໄມ​ໂກ້​ແອນ​ເຈ​ໂລ​ວ່າ ‘ເຈົ້າ​ຮູ້​ໄດ້​ແນວໃດ​ວ່າ ລາວ​ຢູ່​ໃນ​ຫັ້ນ?’”8

ທັດສະນະ​ຂອງ​ຊ່າງ​ແກະສະຫລັກ​ກ່ຽວ​ກັບ​ຫີນ​ອ່ອນ​ນັ້ນ ແຕກ​ຕ່າງ​ຈາກ​ທັດສະນະ​ຂອງ​ເດັກນ້ອຍ​ຜູ້​ຊາຍ​ຄົນ​ນັ້ນ​ທີ່​ມາ​ເບິ່ງ​ເພິ່ນ​ເຮັດ​ວຽກ. ການ​ທີ່​ຊ່າງ​ໄດ້​ວາດ​ພາບ​ໄວ້​ວ່າ​ຈະ​ໃຫ້​ຫີນ​ນັ້ນ​ເປັນ​ຫຍັງ ໄດ້​ຊ່ອຍ​ໃຫ້​ເພິ່ນ​ແກະສະຫລັກ​ຫີນ​ນັ້ນ​ໃຫ້​ເປັນ​ງານ​ສິນລະປະ​ຂຶ້ນ​ມາ​ໄດ້.

ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ຢາກ​ຈະ​ບັນລຸ​ຜົນ​ແນວໃດ​ກັບ​ເຮົາ. ພຣະ​ອົງ​ຮູ້​ວ່າການ​ສັ່ງສອນ​ແນວໃດ​ຈຶ່ງ​ຈະ​ສາມາດ​ຊ່ອຍ​ເຮົາ​ໃນ​ຊີວິດ​ເຮົາ​ໄດ້, ແລະ ເຮົາ​ກໍ​ບໍ່​ມີ​ສິດ​ທີ່​ຈະ​ແນະ​ນຳ​ພຣະ​ອົງ. ຄວາມ​ນຶກ​ຄິດ​ຂອງ​ພຣະ​ອົງ​ນັ້ນ​ປະເສີດ​ກວ່າ​ຄວາມ​ນຶກ​ຄິດ​ຂອງ​ເຮົາ.9

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ເຮົາ​ມີ​ພຣະ​ບິດາ​ເທິງ​ສະຫວັນ​ທີ່​ຮັກ, ຍຸດຕິ​ທຳ, ແລະ ເມດ​ຕາ​ເຮົາ ຜູ້​ຊຶ່ງ​ໄດ້​ຕຽມ​ແຜນ​ເພື່ອ​ໃຫ້​ເຮົາ​ມີ​ຄວາມສຸກ​ນິລັນດອນ. ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ພຣະເຢ​ຊູ​ຄຣິດ ເປັນ​ພຣະ​ບຸດ​ຂອງ​ພຣະ​ອົງ ແລະ ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ. ຂ້າພະເຈົ້າ​ຮູ້​ວ່າ​ປະທານ ທອມ​ມັສ ແອັສ ມອນ​ສັນ ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ. ຂ້າພະເຈົ້າ​ກ່າວ​ສິ່ງ​ເຫລົ່າ​ນີ້ ໃນ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.