​2010–2019
ຄອບຄົວ​ມາ​ຈາກ​ພຣະ​ເຈົ້າ
ເມສາ 2015


ຄອບຄົວ​ມາ​ຈາກ​ພຣະ​ເຈົ້າ

ເຮົາ​ແຕ່ລະຄົນ​ເປັນ​ສະມາຊິກ​ ​ແລະ ​ເປັນ​ພາກສ່ວນ​ທີ່​ສຳຄັນ​ໃນ​ຄອບຄົວ​ຂອງ​ພຣະ​ເຈົ້າ.

ມີ​ສິ່ງ​ອື່ນໃດ​ບໍ ທີ່​​ສວຍ​ງາມ ​ແລະ ຊາບ​ຊຶ້ງ ຫລາ​ຍ​ໄປ​ກວ່າ​ຄວາມ​ຈິງ​ທີ່​ລຽບ​ງ່າຍ ​ແລະ ບໍລິສຸດ​ຂອງ​ພຣະກິດ​ຕິ​ຄຸນ ຊຶ່ງ​ສອນ​ໃນ​ເພງ​ຂອງ​ຊັ້ນປະຖົມ​ໄວ? ​ແລະ ​ເດັກ​ຍິງ​ຊັ້ນປະຖົມ​ໄວທັງຫລາຍ ທີ່​ມາຮ່ວມ​ໃນ​ຄ່ຳ​ຄືນ​ນີ້ ຮູ້ຈັກ​ເພງ​ທີ່​ຂ້າພະ​ເຈົ້າຈະ​ກ່າວ​ເຖິງ​ນີ້​. ພວກ​ເຈົ້າ​ໄດ້​ຮຽນ​ເພງ​ນີ້ຢູ່​ຊັ້ນປະຖົມ​ໄວ ປີ​ກາຍ​ນີ້.

​​ເພງ​ຊື່ວ່າ “The Family Is of God”1 ​ແປ​ວ່າ ຄອບຄົວ​ມາ​ຈາກ​ພຣະ​ເຈົ້າ—​ຫາ​ກໍ​​ໄດ້​ຮ້ອງ​ ​ໃນ​ກອງ​ປະຊຸມ​ນີ້—​ເຮົາ​ໄດ້​ຖືກ​ເຕືອນ​ໃຈ​ເຖິງ​ຄຳ​ສອນ​ທີ່​ບໍລິສຸດ. ​ເຮົາ​ບໍ່​ພຽງ​ແຕ່​ຮຽນ​ຮູ້​ວ່າ ຄອບຄົວ​ມາ​ຈາກ​ພຣະ​ເຈົ້າເທົ່າ​ນັ້ນ, ​ແຕ່​ເຮົາ​ຍັງ​ເປັນ​ຄົນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ພຣະ​ເຈົ້າຄື​ກັນ.

ແຖວ​ທຳ​ອິດຂອງ​ເພງ ​ສອນ​ວ່າ: “ພຣະບິດາ​ຂອງ​ເຮົາ​ມີ​ຄອບຄົວ. ນັ້ນຄື​ເຮົາ! ຄື​ເຈົ້າ, ​ແລະ ຄົນ​ອື່ນໆ​ອີກ: ​ເຮົາ​ເປັນ​ລູກ​ຂອງ​ພຣະອົງ.” ຈາກ​ໃບ​ປະກາດ​ກ່ຽວ​ກັບ​ຄອບຄົວ, ​ເຮົາ​ຮຽນ​ຮູ້​ວ່າ, “ໃນ​ໂລກ​ກ່ອນ​ເກີດ, ບຸດ ​ແລະ ທິດາ​ທາງ​ວິນ​ຍານ​ທຸກ​ຄົນຮູ້​ຈັກ ​ແລະ ນະມັດສະການ​ພຣະ​ເຈົ້າ ວ່າ​ເປັນ​ພຣະບິດາ​ນິລັນດອນ​ຂອງ​ເຂົາ​ເຈົ້າ.” ​ໃນ​ໂລກ​ນັ້ນ, ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ເອກະລັກ​ເພດ​ຍິງ​ຂອງ​ເຮົາ. ​ເຮົາ​ຮູ້​ວ່າ ​ເຮົາ​ແຕ່ລະຄົນ “​ເປັນ​ທິດາ​ທີ່​ຮັກ ... ຂອງ​ພຣະບິດາ​ມານ​ດາ​ເທິງ​ສະຫວັນ.”2

ການ​ເດີນທາງໃນ​ຊ່ວງ​ມະຕະ​ຂອງ​ເຮົາ ບໍ່​ໄດ້​ປ່ຽນ​ແປງ​ຄວາມ​ຈິງ​ເຫລົ່າ​ນີ້. ​ເຮົາ​ແຕ່ລະຄົນ​ເປັນ​ສະມາຊິກ​ ​ແລະ ​ເປັນ​ພາກສ່ວນ​ທີ່​ສຳຄັນ​ໃນ​ຄອບຄົວ​ຂອງ​ພຣະ​ເຈົ້າ. ​ແຕ່ລະຄອບຄົວ​ຢູ່​ໃນ​ໂລກ​ແມ່ນ​ແຕກ​ຕ່າງ​ກັນ. ​ເມື່ອເຮົາ​ພະຍາຍາມ​ ທີ່​ຈະ​ສ້າງ​ຄອບຄົວ​ແບບ​ດັ້ງ​ເດີມ​ຂອງ​ເຮົາ​ໃຫ້​ດີ​ທີ່​ສຸດ​, ຄວາມ​ສຳພັນ​ໃນ​ຄອບຄົວ​ຂອງ​ພຣະ​ເຈົ້າ ບໍ່​ໄດ້​ອີງ​ຕໍ່ສະຖານະພາບ​ອື່ນໆ—​ເຊັ່ນ ສະຖານະ​ພາບ​ການ​ແຕ່ງງານ, ສະຖານະ​ພາບ​ຂອງ​ພໍ່​ແມ່, ສະຖານະ​ພາບ​ຝ່າຍ​ການ​ເງິນ, ສະຖານະ​ພາບ​ຝ່າຍ​ສັງຄົມ, ຫລື ​ແມ່ນ​ແຕ່​ສະຖານະ​ພາບ​ທີ່​ເຮົາ​ແຈ້ງ​ບອກ​ໃນ​ອິນ​ເຕີ​ແນັດ.

​ເຮົາ​ເປັນ​ພາກສ່ວນ. “ເຮົາ​ເປັນ​ທິດາ​ຂອງ​ພຣະບິດາ​ເທິງ​ສະຫວັນ, ຜູ້​ຮັກ​ເຮົາ, ​ແລະ ​ເຮົາ​ຮັກ​ພຣະອົງ.”3

​ແຖວ​ທີ​ສອງ​ຂອງ​ເພງ ​ໄດ້ຂະຫຍາຍ​ຄວາມ​ໝາຍ​ຂອງ​ແຖວ​ທີ​ໜຶ່ງ. ​​“ພຣະອົງ​ໄດ້​ສົ່ງ​ເຮົາ​ມາສູ່​ໂລກ, ຜ່ານ​ການ​ກຳ​ເນີດ, ​ເພື່ອ​ອາ​ໄສ ​ແລະ ຮຽນ​ຮູ້​ໃນ​ຄອບຄົວ.”

​ໃນ​ຊີວິດ​ກ່ອນ​ເກີດ, ​ເຮົາ​ໄດ້​ຮຽນ​ຮູ້​ວ່າ ​ເຮົາ​ຕ້ອງ​ມາສູ່​ຊ່ວງ​ມະຕະ. ​ເຮົາ​ໄດ້ “ຍອມຮັບ​ເອົາ​ແຜນ [ຂອງ​ພຣະບິດາ​ເທິງ​ສະຫວັນ] ຊຶ່ງ​ໃນ​ແຜນ​ນັ້ນ ລູກໆ​ຂອງ​ພຣະອົງ​ຈະ​ໄດ້​ຮັບ​ຮ່າງກາຍ ​ແລະ ມີ​ປະສົບ​ການ​ຕ່າງໆ​ຢູ່​ໃນ​ໂລກ ​ເພື່ອ​ຈະ​ໄດ້​ພັດທະນາ​ຕົນ ຈົນ​ເຖິງ​ຂັ້ນດີ​ພ້ອມ​ທຸກ​ຢ່າງ ​ແລະ ສຸດ​ທ້າຍ​ກໍ​ຮູ້​ວ່າ ​ເຮົາ​ມີໂຊກ​ຊະ​ຕາ​ໃນສະຫວັນ ​ແລະ ​ເປັນ​ຜູ້​ສືບ​ມໍ​ລະ​ດົກ​ແຫ່ງ​ຊີວິດ​ນິລັນດອນ.”4

ແອວ​ເດີ ຣິ​ເຈີດ ຈີ ສະກາດ ​ໄດ້​ອະທິບາຍວ່າ “ເຮົາ​ໄດ້​ຖືກ​ສອນ​ໃນ​​ໂລກ​ກ່ອນ​ເກີດ​ວ່າ ຈຸດປະສົງ​ຂອງ​ເຮົາ​ໃນ​ການ​ມາ​ສູ່​ໂລກ ​ແມ່ນ​ເພື່ອ​ຮັບ​ການທົດ​ສອບ, ​ທົດລອງ, ​ແລະ ​ສູ້​ຊົນ.”5 ການ​ສູ້​ຊົນມີຫລາຍ​ຮູບ​ແບບ ​ເທົ່າໆ​ກັບ​ຈຳນວນ​ຄົນ​ທີ່​ປະສົບ​ກັບ​ສິ່ງ​ນັ້ນ. ຂ້າພະ​ເຈົ້າບໍ່​ເຄີຍຜ່ານ​ການ​ຢ່າ​ຮ້າງ, ບໍ່​ເຄີຍ​ມີຄວາມ​ເຈັບ​ປວດ ​ແລະ ຄວາມ​ບໍ່​ໝັ້ນ​ໃຈ ທີ່​ມີ​ຈາກ​ການ​ຖືກ​ປະ​ຖິ້ມ, ຫລື ມີ​ຄວາມ​ຮັບຜິດຊອບ​ ທີ່​ເປັນ​ແມ່ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ. ຂ້າພະ​ເຈົ້າບໍ່​​ເຄີຍ​ປະສົບ​ກັບ​ການ​ຕາຍ​ຂອງ​ລູກ, ບໍ່​ເຄີຍ​ເປັນ​ໝັນ, ຫລື ບໍ່​ເຄີຍ​ມັກ​ຮັກ​ຄົນ​ເພດ​ດຽວກັນ. ຂ້າພະ​ເຈົ້າບໍ່​ເຄີຍຕ້ອງໄດ້​ອົດທົນ​ກັບ​ການ​ຂົ່ມ​ເຫັງ ຫລື ບໍ່​ເຄີຍ​ມີພະຍາດ​ຊຳ​ເຮື້ອ ຫລື ການ​ຕິດ​ແສດ. ສິ່ງ​ດັ່ງກ່າວ​ບໍ່​ໄດ້​ເປັນ​ໂອກາດ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າຕ້ອງ​ສູ້​ຊົນ.

​​ບັດ​ນີ້ ບາງ​ຄົນ​ໃນ​ພວກ​ທ່ານ​ອາດ​ຄິດ​ວ່າ, “ຊິດ​ສະ​ເຕີ ສະຕີບ​ເຟນສ໌, ທ່ານ​ບໍ່​ເຂົ້າ​ໃຈ!” ​ແລະ ຂ້າພະ​ເຈົ້າຕອບ​ວ່າ ທ່ານ​ອາດ​ເວົ້າຖືກ. ຂ້າພະ​ເຈົ້າບໍ່​ເຂົ້າ​ໃຈ​ສິ່ງ​ທ້າ​ທາຍທັງ​ໝົດ​ຂອງ​ທ່ານ. ​ແຕ່ການ​ທີ່​ ຕົນ​ເອງ ​ເຄີຍ​ຜ່ານ​ການ​ທົດ​ສອບ ​ແລະ ຄວາມ​ຫຍຸ້ງ​ຍາກ​ຕ່າງໆ—​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າຕ້ອງ​​ໄດ້​ຄຸ​​ເຂົ່າ ຂອງ​ຂ້າພະ​ເຈົ້າ ລົງ—ຂ້າພະ​ເຈົ້າຈຶ່ງຮູ້ຈັກ​ຜູ້​ທີ່​​ເຂົ້າ​ໃຈ ​ເປັນ​ຢ່າງ​ດີ—ນັ້ນຄື​ພຣະ​ເຢຊູ ຜູ້​ໄດ້ “ທົນ​ຕໍ່​ຄວາມ​ເຈັບ​ປວດ,”6 ຜູ້​ໄດ້​ປະສົບ​ກັບ​ທຸກ​ສິ່ງ, ​ແລະ ​ເຂົ້າ​ໃຈ​ທຸກ​ສິ່ງ. ນອກ​ເໜືອ​ຈາກ​ນີ້, ຂ້າພະ​ເຈົ້າ​ເຄີຍ​ປ​ະສົບ​ກັບການ​ທົດ​ສອບ ​ໃນ​ທຸກ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ມານັ້ນ ​ແມ່ນ​ຈາກ​ມຸມ​ມອງ​ຂອງ​ການ​ເປັນ​ລູກ​ສາວ, ​ແມ່, ​ແມ່​ຕູ້, ​ເອື້ອຍ​ນ້ອງ, ປ້າ​ນາ​ອາ, ​ແລະ ໝູ່​ເພື່ອນ.

​ໂອກາດ​ຂອງ​ເຮົາ ​ໃນ​ຖານະ​ທີ່​ເປັນ​ທິດາ​ຜູ້​ຮັກສາ​ພັນທະ​ສັນຍາ​ຂອງ​ພຣະ​ເຈົ້າ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ຮຽນ​ຮູ້​ຈາກ​ການ​ທ້າ​ທາຍ​ຂອງ​ເຮົາ​ເທົ່າ​ນັ້ນ; ​ແຕ່​ເພື່ອ​ເຮັດ​ໃຫ້​ເຂົ້າ​ໃຈຄວາ​ມຮູ້ສຶກ​ຂອງ​ຄົນ​ອື່ນ ​ແລະ ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈກັນ​ ໃຫ້​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ ​ເມື່ອ​ເຮົາ​ຊ່ອຍ​​ເຫລືອສະມາຊິກ​ຄົນ​ອື່ນໆ ​ໃນ​ຄອບຄົວ​ຂອງ​ພຣະ​ເຈົ້າ ​ໃນ​ເວລາ​ທີ່​ເຂົາ​ເຈົ້າກຳລັງ​ດີ້ນ​ລົນ, ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ພັນທະ​ສັນຍາ​ວ່າ​ຈະ​ຊ່ອຍ​ເຫລືອກັນ.

​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ​ເຮົາ​ຈະ​ເຂົ້າ​ໃຈ ​ແລະ ​ໄວ້​ວາງ​ໃຈ​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ ຮູ້​ເຖິງ​ຄວາມ​ຍາກ​ຂອງ​ເສັ້ນທາງ ​ແລະ ສາມາດ​ນຳພາ​ເຮົາ ຜ່ານ​ຜ່າຄວາມ​ໂສກ​ເສົ້າ ​ແລະ ຄວາມ​ທໍ້ຖອຍ​ໃຈ​ໃດໆ​ກໍ​ຕາມ ທີ່​​ເຮົາ​ອາດ​ມີ. ພຣະອົງ​​ໃຈ​ບຸນ​ແທ້ໆ, ​ແລະ ຄວາມ​ຮັກ​ຂອງ​ພຣະອົງ “ອົດທົນ​ຕະຫລອດ​ການ”7—​​ໂດຍ​ສິ່ງ​ທີ່​ເຮົາ​ເຮັດ ເມື່ອ​ເຮົາ​ຕິດຕາມ​ພຣະອົງ.

​ໃນ​ຖານະ​ທີ່​ເປັນ​ທິດາ​ຂອງ​ພຣະ​ເຈົ້າ ​ແລະ ສາ​ນຸສິດ​ຂອງ​ພຣະ​ເຢຊູ​ຄຣິດ, ​ເຮົາ​ຈຶ່ງ “​ເຮັດ​ຕາມ​ຄວາມ​ຮູ້ສຶກອີ​ດູ​ຕົນ ຊຶ່ງ​ພຣະ​ເຈົ້າ​ໄດ້​​ເອົາ​ໃສ່​ໄວ້​ຢູ່​ໃນ [​ໃຈ] ຂອງ​ເຮົາ.8 ​ອິດ​ທິພົນ​ການ​ຊ່ອຍ​ເຫລືອຂອງ​ເຮົາ​ແມ່ນ​ບໍ່​ຈຳ​ກັດ​ສະ​ເພາະ​ຄອບຄົວ​ຂອງ​ເຮົາ​ເທົ່າ​ນັ້ນ.

ຮູບ​ພາບ
Photo of Sister Yazzi and Sister Yellowhair

​ເມື່ອບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ຢ້ຽມຢາມ ຊິດ​ສະ​ເຕີ ຢາ​ສີ ​​ໃນ​ສະ​ເຕກ ຈິນ​ເລ, ລັດອາຣິ​ໂຊ​ນາ ຢູ່​ເຮືອນ​ຂອງລາວທີ່​ສ້າງ​ດ້ວຍ​ດິນ. ​ເມື່ອ​ລາວ​​ເຊີນ​ຂ້າພະ​ເຈົ້າ​ເຂົ້າ​ເຮືອນ, ສິ່ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ສັງ​ເກດ​ເຫັນ ​ແມ່​ຮູບ​ຄອບຄົວທີ່​ໃສ່​ໃນ​ກອບ ​ແລະ ຮູບ​ຜູ້​ສອນ​ສາດສະໜາ ຫ້ອຍ​ຢູ່​ຝາ ​ແລະ ຢອງ​ຢູ່​ເທິງ​ໂຕະ. ຂ້າພະ​ເຈົ້າ​ຈຶ່ງໄດ້​ຖາມ​ວ່າ, “ຊິດ​ສະ​ເຕີ ຢາ​ສີ, ເຈົ້າມີ​ຫລານ​ຈັກ​ຄົນ?”

ລາວ​ບໍ່​ຮູ້​ວ່າ​ຈະ​ຕອບ​ແນວ​ໃດ, ລາວ​ພຽງ​​ແຕ່​ຍິກ​ບ່າ​ເທົ່າ​ນັ້ນ. ຂ້າພະ​ເຈົ້າງົງ ​ເລີຍ​ຫລຽວ​​ໄປ​ຫາ​ລູກ​ສາວ​ຂອງ​ລາວ, ຊິດ​ສະ​ເຕີ ​ເຢັນ​ໂລ​ແຮ, ​ເລີຍ​ເປັນ​ຜູ້ຕອບ​ວ່າ, “ລາວ​ບໍ່​ຮູ້​ວ່າ ລາວ​ມີ​ຫລານ​ຈັກ​ຄົນ. ພວກ​ເຮົາ​ບໍ່​ນັບ. ​ເດັກນ້ອຍ​ທຸກ​ຄົນ​ເອີ້ນ​ລາວ​ວ່າ ‘ແມ່ຕູ້’—ລາວ​ເປັນ​ແມ່ຕູ້​ຂອງ​ທຸກ​ຄົນ.”

ຊິດ​ສະ​ເຕີ ຢາ​ສີ ບໍ່​ໄດ້ຮັກ ​ແລະ ​ເພື່ອ​ແຜ່​ແຕ່ນຳ​ຄອບຄົວ​ຂອງ​ລາວ​ເອງ​ເທົ່າ​ນັ້ນ. ລາວ​ເຂົ້າ​ໃຈ​ວ່າ ອິດ​ທິພົນ​ເພື່ອ​ແຜ່​ມີ​ຄວາມ​ໝາຍ​ຕໍ່​ລາວ​ແນວ​ໃດ ​ເມື່ອ​ລາວ​ອອກ​ໄປ​ເຮັດ​ຄຸນງາມ​ຄວາມດີ, ​ໃຫ້​ພອນ, ລ້ຽງ​ດູ, ​ແລະ ປົກ​ປ້ອງ​ຄອບຄົວ​ຂອງ​ພຣະ​ເຈົ້າ. ລາວ​ເຂົ້າ​ໃຈ​ວ່າ “ເມື່ອ​ໃດ​ກໍ​ຕາມ ທີ່​ແມ່ຍິງ​ຊ່ອຍ​ເຮັດ​ໃຫ້​ສັດທາ​ຂອງ​ເດັກນ້ອຍ​ຄົນ​ໜຶ່ງ​ເຂັ້ມ​ແຂງ​ຂຶ້ນ, ລາວ​ກໍ​ໄດ້​ຊ່ອຍ​ໃຫ້​ຄອບຄົວ​ນັ້ນ​ເຂັ້ມ​ແຂງ​ຂຶ້ນດ້ວຍ, ​ໃນ​ປະຈຸ​ບັນ ​ແລະ ​ໃນ​ອະນາຄົດ.”9

​ແຖວ​ທີ​ສາມ​ຂອງ​ເພງ ​ໄດ້​ອະທິບາຍ​ຕື່ມ​ກ່ຽວ​ກັບ​ຈຸດປະສົງ​ຂອງ​ຄວາມ​ເປັນ​ມະຕະ​ຂອງ​ເຮົາ ດັ່ງ​ນີ້: “ພຣະ​ເຈົ້າ​ໄດ້​ມອບ​ຄອບຄົວ​ໃຫ້​ເຮົາ ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ກາຍ​ເປັນ​ຜູ້​ທີ່​ພຣະອົງ​ປະສົງ​ໃຫ້​ເຮົາ​ເປັນ.” ພຣະຜູ້​ເປັນ​ເຈົ້າ​ໄດ້​ສອນ​​ວ່າ ​ເຮົາ​ຕ້ອງ​ເປັນອັນໜຶ່ງອັນດຽວກັນ; ​ແລະ ຖ້າຫາກ​ເຮົາ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ​ເຮົາກໍ​ບໍ່​ແມ່ນ​ຄົນຂອງ​ພຣະອົງ.10 ​ໃບ​ປະກາດ​ກ່ຽວ​ກັບ​ຄອບຄົວ ສອນ​ວ່າ ​ໃນ​ຖານະ​ທີ່​ເປັນ​ທິດາ​ທາງ​ວິນ​ຍານ​ຂອງ​ພຣະບິດາ​ມານ​ດາ​ໃນ​ສະຫວັນ, ​ເຮົາ​ມີ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ, ​ເອກະລັກ​ນິລັນດອນ, ​ແລະ ຈຸດປະສົງ. ພຣະ​ເຈົ້າປະສົງ​ໃຫ້​ເຮົາ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ—​ເປັນ​ທິດາ​ຜູ້​ຮັກສາ​ພັນທະ​ສັນຍາ ທີ່​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ ມີ​ຄວາມ​ສາມັກຄີ​ກັນ ​ເຖິງ​ແມ່ນຈະ​ແຕກ​ຕ່າງ​ກັນ,11 ​ເປັນຜູ້​ທີ່​ຢາກ​ຮຽນ​ຮູ້​ທຸກ​ສິ່ງ​ທີ່​ຈຳ​ເປັນ ສຳລັບ​ການ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະອົງ, ຜະ​ນຶກ​ເຂົ້າກັບ​ພຣະອົງ ​ໃນ​ຖານະ​ເປັນ​ຄົນ​ໜຶ່ງ​ໃນ​ຄອບຄົວ​ນິລັນດອນ​ຂອງ​ພຣະອົງ.

“ພິທີການ​ສັກສິດ ​ແລະ ພັນທະ​ສັນຍາ​ຕ່າງ ທີ່​ມີ​ໄວ້​ໃນ​ພຣະ​ວິຫານ ​ໄດ້​ເປີດ​ໂອກາດ​ໃຫ້​ [ເຮົາ] ​ສາມາດ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ​ແລະ ​ເປີດ​ໂອກາດ​​ໃຫ້​ຄອບຄົວ​ຢູ່​ນຳ​ກັນ​ຊົ່ວ​ນິລັນດອນ​ໄດ້.”12 ພິທີການ​ທີ່​ເຮົາ​ໄດ້​ຮັບ ​ແລະ ພັນ​ທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ ຕອນ​ຮັບ​ບັບຕິ​ສະມາ ​ແລະ ​ໃນ​ພຣະວິຫານ​ທີ່​ສັກສິດ ​ໄດ້​​ເຊື່ອມ​ສຳພັນ​ຄອບຄົວ​ຂອງ​ພຣະ​ເຈົ້າ​ເຂົ້າກັນ ທັງ​ສອງ​ເບື້ອງ​ຂອງ​ຜ້າກັ້ງ—​ເຊື່ອມ​ສຳພັນ​ເຮົາ​ໃສ່​ກັບ​ພຣະບິດາ ​ໂດຍ​ທາງ​ພຣະບຸດ​ຂອງ​ພຣະອົງ, ຜູ້​ໄດ້​ອະທິຖານ​ວ່າ, “ເພື່ອ​ໃຫ້​ພວກ​ເຂົາ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ; ​​ໂອ້ ພຣະບິດາ​ເຈົ້າ​ເອີຍ, ຂໍ​ໂຜດ​ໃຫ້​ພວກ​ເຂົາ​ຢູ່​​ໃນ​ເຮົາ​ທັງ​ສອງ​ເໝືອນ​ກັນ, ​ເໝືອນ​ດັ່ງ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ​ແລະ ຂ້ານ້ອຍ​ຢູ່​ໃນ​ພຣະອົງ.”13

​​ເມື່ອ​ເຮົາ​ໃຊ້​ເວລາ​ຂອງ​ເຮົາ​ຢູ່​ໃນ​​ຊ່ວງ​ມະຕະ​ນີ້ ​ເພື່ອ​ສຶກສາ ​ແລະ ​ໃຊ້​ຄຳ​ສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ເຮົາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ​ຫລາຍ​ຂຶ້ນ. ​ເຮົາ​ເຂົ້າ​ໃຈ​ວ່າ ພຣະອົງ​ເປັນ​ທາງນັ້ນ—​ເປັນ​ທາງ​ດຽວ—ທີ່​ເຮົາ​ຈະ​ເອົາ​ຊະນະ​ການ​ທ້າທາຍ​ໃນ​ຊ່ວງ​ມະຕະ​ນີ້​, ຮັບ​ການ​ປິ່ນປົວ, ​ແລະ ​ກັບ​ຄືນ​ບ້ານ​ແຫ່ງ​ສະຫວັນ​ຂອງ​ເຮົາ.

​ແຖວ​ສຸດ​ທ້າຍ​ຂອງ​ເພງ ​ໄດ້​ກັບ​ຄືນ​ຫາ​​ແຖວ​ທຳ​ອິດ ທີ່​ວ່າ: “ນີ້​ຄື​ວິທີ​ທີ່​ພຣະອົງ​ແບ່ງປັນ​ຄວາມ​ຮັກຂອງ​ພຣະອົງ, ​ເພາະວ່າ​ຄອບຄົວ​ມາ​ຈາກ​ພຣະ​ເຈົ້າ.” ​ແຜນ​ຂອງ​ພຣະບິດາ​ສຳລັບ​ລູກໆ​ຂອງ​ພຣະອົງ ​ແມ່ນ​ແຜນ​ແຫ່ງ​ຄວາມ​ຮັກ. ມັນ​ເປັນ​ແຜນ​ທີ່​​ເຕົ້າ​ໂຮມ​ລູກໆ​ຂອງ​ພຣະອົງ​ເຂົ້າກັນ—ຄອບຄົວ​ຂອງ​ພຣະອົງ—​ນຳພຣະອົງ. ​ແອວ​ເດີ ຣະ​ໂຊ ​ເອັມ ​ແນວ​ສັນ ​ໄດ້​ສອນ​ວ່າ: “ພຣະບິດາ​ເທິງ​ສະຫວັນ ​ໄດ້​ມີ​ພຣະ​ປະສົງ​ຢູ່​ສອງ​ຢ່າງ​ສຳລັບ​ລູກໆ​ຂອງ​ພຣະອົງ … : ຄືຄວາມ​ເປັນ​ອະມະຕະ ​ແລະ ຊີວິດ​ນິລັນດອນ, ‘ຊຶ່ງ​​ໝາຍເຖິງ ​ການ​ມີຊີວິດ​ນຳພຣະອົງ​ໃນ​ສະຫວັນ.’”14 ຄົນ​ທີ່​ປາດ​ຖະໜາ ຈະ​ບັນລຸ​ມັນ​ໄດ້ ​ໂດຍພຽງ​ແຕ່​ເມື່ອ​ເຮົາ​ແບ່ງປັນ​ຄວາມ​ຮັກ​ທີ່​ພຣະບິດາ​ເທິງ​ສະຫວັນ​ມີ ​ໃຫ້​ແກ່ຄອບຄົວ​ຂອງ​ພຣະອົງ ​ໂດຍ​ການ​ເອື້ອມ​ອອກ​ໄປ ​ແລະ ​ແບ່ງປັນ​ແຜນ​ຂອງ​ພຣະອົງ ​ໃຫ້​ເຂົາ​ເຈົ້າ.

​ເມື່ອ​ຊາວ​ປີ​ກ່ອນ, ຝ່າຍ​ປະທານ​ສູງ​ສຸດ ​ແລະ ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ​ໄດ້​ເອື້ອມ​ອອກ​ໄປ​ຫາຄົນທົ່ວ​ໂລກ ​ເມື່ອ​ໄດ້​ອະນຸມັດ​​ໃບປະກາດ​ກ່ຽວ​ກັບ​ຄອບຄົວ. ນັບ​ແຕ່​ນັ້ນມາ, ກໍ​ມີ​ການ​ຕໍ່ຕ້ານ​ຄອບຄົວ​ຫລາຍ​ຂຶ້ນ.

​ຖ້າ​ເຮົາຢາກ​ບັນລຸ​ຄວາມ​ສຳ​ເລັດ ​ໃນ​ໜ້າ​ທີ່​ຮັບຜິດຊອບ​ທີ່​ສັກສິດ​ຂອງ​ເຮົາ ​ໃນ​ຖານະ​ທີ່​ເປັນ​ທິດາ​ຂອງ​ພຣະ​ເຈົ້າ​ແລ້ວ, ​ເຮົາ​ຕ້ອງ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳຄັນ​ນິລັນດອນຂອງ​ແຜນ ​ແລະ ຄວາມ​ຮັບຜິດຊອບ​ສ່ວນ​ຕົວ​ຂອງ​ເຮົາ ທີ່​ຈະ​ສອນຄວາມ​ຈິງ ກ່ຽວ​ກັບ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ສຳລັບ​ຄອບຄົວ​ຂອງ​ພຣະອົງ. ປະທານຮາວ​ເວີດ ດັບ​ເບິນ​ຢູ ຮັນ​ເທີ ​ໄດ້​ອະທິບາຍ​ວ່າ:

“ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ເຕົ້າ​ໂຮມສະຕີ​ຂອງ​ສາດສະໜາ​ຈັກ ​ໃຫ້​ຢືນ​ຄຽງ​ຂ້າງ ​ແລະ ສະໜັບ​ສະໜູນ​ບັນດາ​ອ້າຍ​ນ້ອງ ​ເພື່ອ​ຢັບ​ຢັ້ງຄວາມ​ຊົ່ວ​ຮ້າຍ ທີ່ຢູ່​ອ້ອມ​ຮອບ​ເຮົາ ​ແລະ ​ນຳວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ​​ໃຫ້​ກ້າວ​​ໄປໜ້າ. …

“… ສະນັ້ນ ພວກ​ເຮົາ​ຈຶ່ງຂໍ​ອ້ອນວອນ​ທ່ານ ​ໃຫ້​ຊ່ອຍ​ເຫລືອ​ດ້ວຍ​ອິດ​ທິພົນ​ທີ່​ມີ​ພະລັງ​ຂອງ​ທ່ານ ​​ໃນ​ການ​ເພີ່ມ​ຄວາມ​​ເຂັ້ມ​ແຂງ​ ໃຫ້​ແກ່​ຄອບຄົວ​, ສາດສະໜາ​ຈັກ, ​ແລະ ຊຸມ​ຊົມ​ຂອງ​ເຮົາ.”15

​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ເປັນ​ພາກສ່ວນ; ມີ​ຜູ້​ຮັກ​ເຮົາ; ​ມີ​ຜູ້​ຕ້ອງການ​ເຮົາ; ​ເຮົາ​ມີ​ຈຸດປະສົງ​ແຫ່ງ​ສະຫວັນ, ມີ​ວຽກ​ງານ, ສະຖານ​ທີ່, ​ແລະ ບົດບາດ ​ໃນ​ສາດສະໜາ​ຈັກ​ ​ແລະ ອານາຈັກ​ຂອງ​ພຣະ​ເຈົ້າ ​ແລະ ​ໃນ​ຄອບຄົວ​ນິລັນດອນ​ຂອງ​ພຣະອົງ. ​ທ່ານ​ຮູ້​ຈາກ​ສ່ວນ​ເລິກ​ຂອງ​ຈິດ​ໃຈ​ບໍ​ວ່າ ພຣະບິດາ​ເທິງ​ສະຫວັນ​ຂອງ​ທ່ານ ຮັກ​ທ່ານ ​ແລະ ປະສົງ​ໃຫ້​ທ່ານ ​ແລະ ຄົນ​ທີ່​ທ່ານ​ຮັກ ກັບ​ຄືນ​ໄປ​ຢູ່ກັບ​ພຣະອົງ? ​ເໝືອນ​ດັ່ງ ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ ດີ​ພ້ອມ​ທຸກ​ຢ່າງ …, ຄວາມ​ຫວັງ​ຂອງ​ພວກ​ພຣະອົງ​ສຳລັບ​ເຮົາ ​ແມ່ນ​ທີ່​ຈະດີ​ພ້ອມ​ທຸກ​ຢ່າງ​”16 ​ແຜນ​ຂອງ​ພວກ​ພຣະ​ອົງ​ສຳ​ລັບ​ເຮົາ​ແມ່ນ ດີ​ພ້ອມ​ທຸກ​ຢ່າງ, ​ແລະ ຄຳ​ໝັ້ນສັນຍາ​ຂອງ​ພວກ​ພຣະອົງ ​ແມ່ນ​ແນ່ນອນ. ຂ້າພ​ະ​ເຈົ້າຂໍ​ເປັນ​ພະຍານ​​ເຖິງ​ສິ່ງ​ເຫລົ່າ​ນີ້ດ້ວຍ​ຄວາມ​ກະ​ຕັນຍູ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ “The Family Is of God,” in Families Are Forever: 2014 Outline for Sharing Time (2013), 28–29.

  2. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign or Liahona, Nov. 2010, 129.

  3. “Young Women Theme,” in Young Women Personal Progress (booklet, 2009), 3.

  4. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ.”

  5. Richard G. Scott, “Make the Exercise of Faith Your First Priority,” Ensign or Liahona, Nov. 2014, 92.

  6. ​ເອຊາ​ຢາ 53:3.

  7. ​ໂມ​ໂຣ​ໄນ 7:47.

  8. Joseph Smith, in Daughters in My Kingdom: The History and Work of Relief Society (2011), 16.

  9. Daughters in My Kingdom, 159.

  10. ​ເບິ່ງ Doctrine and Covenants 38:27.

  11. ​ເບິ່ງ Patricia T. Holland, “‘One Thing Needful’: Becoming Women of Greater Faith in Christ,” Ensign, Oct. 1987, 26–33.

  12. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ.”

  13. ​ໂຢຮັນ 17:21.

  14. R. Scott Lloyd, “God Wants His Children to Return to Him, Elder Nelson Teaches,” Church News section of LDS.org, Jan. 28, 2014, lds.org/church/news/god-wants-his-children-to-return-to-him-elder-nelson-teaches.

  15. Howard W. Hunter, in Daughters in My Kingdom, 157; see also “To the Women of the Church,” Ensign, Nov. 1992, 96.

  16. M. Russell Ballard, “Let Us Think Straight” (Brigham Young University devotional, Aug. 20, 2013); speeches.byu.edu.