​2010–2019
​​ຜູ້​ໃຫຍ່​ໂສດລຸ້ນທີ່​ຍິ່ງ​ໃຫຍ່
ເມສາ 2015


​​ຜູ້​ໃຫຍ່​ໂສດລຸ້ນທີ່​ຍິ່ງ​ໃຫຍ່

ສິ່ງ​ທີ່​ພວກເຮົາ​ຕ້ອງການ​ໃນ​ເວລາ​ນີ້ ​ແມ່ນ​ຜູ້​ໃຫຍ່​ໂສດລຸ້ນທີ່​ຍິ່ງ​ໃຫຍ່ ​ໃນ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ. ພວກ​ເຮົາ​ຕ້ອງການ​ທ່ານ​ຜູ້​​ທີ່​ຕັ້ງ​ໃຈ​​ແທ້ໆ.​

ສິ່ງ​ໜຶ່ງ​ທີ່​ຂ້າພະ​ເຈົ້າມັກ​ຫລາຍ ຕອນ​ຂ້າພະ​ເຈົ້າ​ເດີນທາງ​ໄປ​ຕະຫລອດ​ທົ່ວ​ໂລກ ​ແມ່ນ​ໂອກາດ​ທີ່​ຈະ​ໄດ້​ພົບ​ເຫັນ ​ແລະ ທັກ​ທາຍຜູ້​ສອນ​ສາດສະໜາ. ພວກ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ທີ່​ດີ​ເດັ່ນ​ເຫລົ່ານັ້ນ ສ່ອງ​ຄວາມ​ສະຫວ່າງ​ຂອງ​ພຣະ​ຄຣິດ, ​ແລະ ຂ້າພະ​ເຈົ້າຈະ​ໄດ້​ຮັບ​ການ​ດົນ​ໃຈ​ສະ​ເໝີ ​ໂດຍ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າມີ​ຕໍ່​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ແລະ ຕໍ່​ການ​ຮັບ​ໃຊ້​ທີ່​ອຸທິດ​ຕົນ​ຕໍ່​ພຣະອົງ. ​ທຸກ​ເທື່ອ​ທີ່​ຂ້າພະ​ເຈົ້າ​ໄດ້​ຈັບ​ມື​​ເຂົາ​ເຈົ້າ ​ແລະ ຮູ້ສຶກ​ເຖິງ​ວິນ​ຍານ ​ແລະ ສັດທາ ທີ່​ໜ້າ​ອັດສະຈັນ​ໃຈ​ຂອງ​ເຂົາ​ເຈົ້າ, ຂ້າພະ​ເຈົ້າຈະ​ຄິດ​ຢູ່​ໃນ​ໃຈ​ວ່າ, “ລູກ​ຊາຍ ​ແລະ ລູກ​ສາວ​ທີ່​ດີ​​ເຫລົ່າ​ນີ້​ຂອງ​ພວກ​ເຮົາ ​ມະຫັດສະຈັນ​ແທ້ໆ!”

​ໃນ​ລະຫວ່າງ​ກອງ​ປະຊຸມ​ຖານະ​ປະ​ໂລຫິດ​ສາມັນ ​ໃນ​ເດືອນ​ຕຸລາ ປີ 2002, ຂ້າພະ​ເຈົ້າ​ໄດ້​ທ້າ​ທາຍ​ອະທິການ, ພໍ່​ແມ່ ​ແລະ ຜູ້​ຕຽມ​ໄປ​ສອນ​ສາດສະໜາ ​ໃຫ້ “​ເພີ່ມ​ມາດຕະຖານ” ສຳລັບ​ການ​ຮັບ​ໃຊ້​​ເຜີຍ​ແຜ່​ເຕັມ​ເວລາ.

ແລ້ວຂ້າພະ​ເຈົ້າ​ໄດ້​ກ່າວ​ວ່າ “ສິ່ງ​ທີ່​ພວກເຮົາ​ຕ້ອງການ … ​ແມ່ນ​ຜູ້​ສອນ​ສາດສະໜາ​ລຸ້ນທີ່​ຍິ່ງ​ໃຫຍ່ ​ໃນ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ. ​ພວກເຮົາ​ຕ້ອງການ​ຜູ້​ສອນ​ສາດສະໜາ​ທີ່​ມີຄ່າ​ຄວນ, ​ເໝາະ​ສົມ, ​ແລະ ກະຕືລືລົ້ນທາງ​ວິນ​ຍານ. …

“… ພວກ​ເຮົາ​ຕ້ອງການ​ທ່ານ​ຜູ້ທີ່​ຕັ້ງ​ໃຈ​​ແທ້ໆ. ​ພວກເຮົາຕ້ອງການຜູ້​ສອນ​ສາດສະໜາ​ທີ່​​ແຈ່ມ​ໃສ, ຮູ້ຈັກ​ຄິດ, ​ແລະ ​ກະຕືລືລົ້ນ ຜູ້​ຮູ້ຈັກ​ຟັງ ​ແລະ ຕອບຮັບ​ຕອນ​ພຣະວິນ​ຍານ​ສັກສິດຊື່​ມ​ໃສ່​ຫູ.”1

​ໃນ​ໂລກ​ທຸກ​ວັນ​ນີ້ ມີ​ການ​ທ້າ​ທາຍ ​ໃນ​ຫລາຍ​ວິທີ​ທາງ ຫລາຍ​ກວ່າ ​​ເມື່ອ 13 ປີ ທີ່​ຜ່ານ​ມາ. ຊາຍ​ໜຸ່ມ ​ແລະ ຍິງ​ໜຸ່ມ​ຂອງ​ເຮົາ ຖືກ​ລົບ​ກວນ​ຫລາຍ​ກວ່າ​ທີ່​ຜ່ານ​ມາ ​ໃນ​ການ​ຕຽມ​ໄປ​ເຜີຍ​ແຜ່ ​ແລະ ຕຽມ​ສຳລັບ​ຊີວິດ​ທີ່​ມີ​ຄວາມສຸກ​ໃນ​ອານາ​ຄົດ. ​ເທັກ​ໂນ​ໂລ​ຈີໄດ້​ຂະຫຍາຍ​ອອກ​ຢ່າງ​ກວ້າງ​ໄກ, ​ແລະ ​ເກືອບ​ທຸກ​ຄົນ​ກໍ​ມີ​ເຄື່ອງມື​ຖື ທີ່​ສາມາດ​ດຶງ​ດູດ​ຄວາມ​ສົນ​ໃຈ ຂອງ​ຄອບຄົວ​ມະນຸດ​ຂອງ​ພຣະອົງ ​ທັງ​ໃນ​ທາງ​ທີ່​ດີ ​ແລະ ​ໃນ​ທາງ​ທີ່​ຊົ່ວ​ຮ້າຍ.

ຄ່ຳ​ຄືນ​ນີ້, ຂ້າພະ​ເຈົ້າຂໍ​ກ່າວ​ກັບ​ຜູ້​ກຳລັງ​ສອນ​ສາດສະໜາ, ຜູ້​ຈະ​ໄປ​ສອນ​ສາດສະໜາ, ​ແລະ ຜູ້​ເຄີຍ​ໄດ້​ໄປ​ສອນ​ສາດສະໜາ, ຕະຫລອດ​ທັງຜູ້​ໃຫຍ່​​ໂສດ​ທັງ​ໝົດຂອງ​ສາດສະໜາ​ຈັກ. ຂ້າພະ​ເຈົ້າຫວັງວ່າ ທ່ານ​ຈະ​ເຂົ້າ​ໃຈ ​ແລະ ພິຈາລະນາ​ຢ່າງ​ຖ້ວນ​ຖີ່ ກ່ຽວ​ກັບ​ສິ່ງ​ທີ່​ຂ້າພະ​ເຈົ້າຈະ​ກ່າວ​ກັບ​ທ່ານ ​​ໃນ​ຂະນະ​ທີ່​ທ່ານ​ເດີນທາງ​​ໄປ​ໃນ​ຊີວິດ ​ໃນ​ໄລຍະ​ທີ່​ໜ້າ​ຕື່ນ​ເຕັ້ນ ​ແລະ ຍາກ​ລຳບາກ ​ໃນ​ຊີວິດ​ຂອງ​ທ່ານ.

​ໃນ​ຕອນ​ສາດສະໜາຈັກ​ເລີ່​ມຕົ້ນ​ໃໝ່, ຜູ້​ສອນສາ​ດສະໜາ​ໄດ້​ຮັບ​ການ​ສຳ​ພາດ​ໂດຍ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່ ກ່ອນ​ເຂົາ​ເຈົ້າ​ໄດ້​ອອກ​ໄປ​ເຜີຍ​ແຜ່. ທຸກ​ວັນ​ນີ້ ທ່ານ​ໄດ້​ຮັບ​ການ​ສຳພາດ​ໄປ​ສອນ​ສາດສະໜາ ​ໂດຍ​ອະທິການ ​ແລະ ປະທານ​ສະ​ເຕກຂອງ​ທ່ານ, ​ແລະ ​ໃນ​ຊີວິດ​ນີ້ ບໍ່​ມີ​ຫລາຍ​ຄົນ​ໃນ​ພວກ​ທ່ານ ທີ່​ຈະ​ຜ່ານ​ການ​ສຳພາດ​ຈາກ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່. ​​ເປັນ​ເພາະວ່າ ນີ້​ຄື​ສາດສະໜາ​ຈັກ​ທີ່​ຂະຫຍາຍ​ອອກ​ໄປ​ທົ່ວ​ໂລກ ຊຶ່ງ​ມີ​ສະມາຊິກ​ຫລາຍ​ກວ່າ 15 ລ້ານ​ຄົນ. ຂ້າພະ​ເຈົ້າ​ຂໍ​ເວົ້າ​ແທນ​ບັນດາ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ທັງ​ໝົດວ່າ ພວກ​ເຮົາ​ກໍ​ຢາກ​ຮູ້ຈັກ​ທ່ານ​ດ້ວຍ​ຕົວ​ເອງ​ຖ້າ​ເປັນ​​ໄປໄດ້ ​ແລະ ສາມາດ​ບອກ​ທ່ານ​ວ່າ ພວກ​ເຮົາ​ຮັກ​ທ່ານ ​ແລະ ສະໜັບສະ​ໜູນ​ທ່ານ.

​ໂຊກດີ​ຫລາຍ ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດ​ວິທີ​ໃຫ້​ພວກ​ເຮົາ​ເອື້ອມ​ອອກ​ໄປ​ຫາ​ທ່ານ. ຍົກ​ຕົວຢ່າງ, ສະມາຊິກ​ຄົນ​ໜຶ່ງ​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ​ໄດ້​​​ເປັນ​ຜູ້ມອບໝາຍຜູ້​ສອນ​ສາດສະໜາ ​ໃຫ້​ໄປ​ສອນ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ. ​ເຖິງ​ແມ່ນ​ວ່າ ບໍ່​ໄດ້​ທຳ​ການ​ສຳພາດ​ໜ້າ​ຕໍ່ໜ້າ ​ເໝືອນ​ດັ່ງແຕ່​ກ່ອນ, ​ແຕ່​ເທັກ​ໂນ​ໂລ​ຈີ ​ແລະ ການ​ເປີດ​ເຜີຍ ທັງ​ສອງ ​ໄດ້​ຈັດ​ຕຽມ​ປະສົບ​ການທີ່​ໃກ້ຊິດ ​ແລະ ​ເປັນ​ສ່ວນ​ຕົວ ຢ່າງໜ້າ​ອັດສະຈັນ​ໃຈ. ຂ້າພະ​ເຈົ້າຈະບອກໃຫ້​ທ່ານ​ຮູ້​ເຖິງຂັ້ນຕອນ​ກ່ຽວ​ກັບ​ເລື່ອງ​ນີ້.

ຮູບ​ພາບ​ຂອງ​ທ່ານ​ປະກົດ​ຂຶ້ນຢູ່​ໃນ​ຄອມ​ພິວ​ເຕີ ພ້ອມ​ດ້ວຍ​ຂໍ້​ມູນ​ທີ່ສຳຄັນ ຊຶ່ງ​ໄດ້​ຮັບ​ຈາກ​ອະທິການ ​ແລະ ປະທານ​ສະ​ເຕກຂອງ​ທ່ານ. ​ເມື່ອ​ຮູບ​ຂອງ​ທ່ານ​ປະກົດ​ຂຶ້ນ, ພວກ​ເຮົາ​ຈະ​ຫລຽວ​ເບິ່ງ​ດວງ​ຕາ​ຂອງ​ທ່ານ ​ແລະ ກວດກາ​ເບິ່ງ​ຄຳ​ຕອບຂອງ​ທ່ານ ຢູ່​ໃນ​ໃບ​ສະໝັກ​ໄປ​ສອນ​ສາດສະໜາ. ​ໃນ​ເວລາ​ສັ້ນໆ​ນັ້ນ, ​ເບິ່ງ​ຄື​ວ່າ ທ່ານ​ຢູ່​ຕໍ່ໜ້າ ​ແລະ ຕອບ​ຄຳ​ຖາມ​ຂອງ​ພວກ​ເຮົາ​ໜ້າ​ຕໍ່ໜ້າ.

ເມື່ອ​ພວກ​ເຮົາ​ເບິ່ງ​ຮູບ​ພາບ​ຂອງ​ທ່ານ, ພວກ​ເຮົາ​ເຊື່ອ​ວ່າ ທ່ານ​ໄດ້​ປະຕິບັດ​ຕາມ “ມາດຕະຖານ​ສູງ” ຊຶ່ງ​ເປັນ​ເງື່ອນ​ໄຂ​ໃນ​ປະຈຸ​ບັນ ຂອງ​ຜູ້​ຈະ​ເປັນຜູ້ສອນ​ສາດສະໜາທີ່​ຊື່ສັດ, ​ແລະ ມີ​ປະສິດທິພາບ. ​ແລ້ວ, ​ໂດຍ​ອຳນາດ​ຂອງ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ແລະ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະທານທອມ​ມັສ ແອັສ ມອນ​ສັນ, ພວກ​ເຮົາ​ຈຶ່ງ​ໄດ້​ມອບ​ໝາຍ​ທ່ານ​​ໃຫ້​ເຂດ​ເຜີຍ​ແຜ່​ແຫ່ງ​ໜຶ່ງ ​ໃນ 406 ​ແຫ່ງ ທີ່​ຕັ້ງຢູ່​ຕະຫລອດ​ທົ່ວ​ໂລກ.

​ແມ່ນ​ແລ້ວ, ມັນ​ບໍ່​ຄື​ກັນ​ກັບ​ການ​ສຳພາດ​ສ່ວນ​ຕົວ, ໜ້າ​ຕໍ່​ໜ້າ. ​ແຕ່​ກໍ​ຄ້າຍຄື​ກັນ.

ການ​ປະຊຸມ​ທາງ​ວິ​ດີ​ໂອ ກໍ​ເປັນ​ວິທີ​ທາງ​ໜຶ່ງ ທີ່​ຊ່ອຍ​ພວກ​ເຮົາ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ຜູ້ນຳ ​ໃນ​ສາດສະໜາຈັກ ​ແລະ ສະມາຊິກ ຜູ້​ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ສູນ​ກາງ​ໃຫຍ່ຂອງ​ສາດສະໜາ​ຈັກ.

​​ໃນ​ການ​ພິຈາລະນາ​ກ່ຽວ​ກັບ​ເລື່ອງ​ນີ້, ຂ້າພະ​ເຈົ້າຢາກ​ໃຫ້​ຜູ້​ທີ່​ກຳລັງ​ຕຽມ​ໄປ​ຮັບ​ໃຊ້​ເຜີຍ​ແຜ່, ຜູ້​ທີ່​​ໄດ້​ກັບ​ມາ​ແລ້ວ, ​ແລະ ຜູ້​​​ເປັນ​ຜູ້​ໃຫຍ່​ໂສດ ​ໃຫ້​ໃຊ້​ເວລາ​ຈັກ​ສອງ​ສາມ​ນາທີ ກັບ​ຂ້າພະ​ເຈົ້າ ຄື​ກັບ​ວ່າ ພວກ​ເຮົາ​ເວົ້າລົມ​ກັນ​ທາງ​ວິ​ດີ​ໂອ ​ໃນ​ຕອນ​ນີ້. ຂໍ​ໃຫ້​ທ່ານ​ຈົ່ງ​ຫລຽວ​ເບິ່ງ​ຂ້າພະ​ເຈົ້າ ຄື​ກັບ​ວ່າ ທ່ານ ​ແລະ ຂ້າພະ​ເຈົ້າ ​ ນັ່ງ​ຢູ່​​ນຳ​ກັນ​ໃນ​ຫ້ອງ ບໍ່​ວ່າ​ທ່ານ​ຈະ​ຢູ່​ໃສ​ກໍ​ຕາມ.

ສ່ວນ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຈະວາດ​ພາບ​ວ່າ ຂ້າພະ​ເຈົ້າກຳລັງ​ແນມ​ເບິ່ງ​ດວງ​ຕາ​ຂອງ​ທ່ານ ​ແລະ ຟັງ​ຄຳ​ຕອບ​ຂອງ​ທ່ານຕໍ່​ຄຳ​ຖາມ​ສອງ​ສາມ​ຂໍ້​ຢ່າງ​ຕັ້ງ​ໃຈ ຊຶ່ງ​ຂ້າພະ​ເຈົ້າ​ເຊື່ອ​ວ່າ ຈະ​ບອກ​ຂ້າພະ​ເຈົ້າ​ໄດ້​ຫລາຍ​ສົມຄວນ ກ່ຽວ​ກັບ​ປະຈັກ​ພະຍານ ​ແລະ ການ​ອຸທິດ​ຕົນ​ຂອງ​ທ່ານ​ຕໍ່​ພຣະ​ເຈົ້າ ວ່າ​ມີ​ໜ້ອຍ​ຫລາຍ​ຊ່ຳ​ໃດ. ​ຂ້າພະ​ເຈົ້າຂໍ​ໃຊ້​​ຄຳ​ໃໝ່ ​ໃນ​ຖ້ອຍ​ຄຳ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ກັບ​ຜູ້​ສອນ​ສາດສະໜາ ​ເມື່ອ 13 ປີກ່ອນວ່າ ສິ່ງ​ທີ່​ພວກເຮົາ​ຕ້ອງການ​ໃນ​ເວລາ​ນີ້ ​ແມ່ນ​ຜູ້​ໃຫຍ່​ໂສດລຸ້ນທີ່​ຍິ່ງ​ໃຫຍ່ ​ໃນ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ. ​ພວກ​ເຮົາ​ຕ້ອງການທ່ານ​ຜູ້​​ທີ່​ຕັ້ງ​ໃຈ​​ແທ້ໆ. ພວກເຮົາ​ຕ້ອງການ​ຜູ້​ໃຫຍ່​ໂສດ​ທີ່​ມີຄ່າ​ຄວນ, ​ເໝາະ​ສົມ, ​ແລະ ກະຕືລືລົ້ນທາງ​ວິນ​ຍານ ​ໃນ​ຂະນະ​ທີ່​ທ່ານ​ຜ່ານ​ຜ່າ​ການທົດ​ລອງ ​ແລະ ການ​ລໍ້​ລວງ​ປະຈຳ​ວັນ​ຂອງ​ທ່ານ ​ໃນ​ການ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​​ໜຸ່ມ​ລຸ້ນ​ໃໝ່.

​ອີກ​ປະການ​ໜຶ່ງ, ມັນ​ເຖິງ​ເວລາ​ແລ້ວ ທີ່​ຈະ​ຍົກ​ມາດຕະຖານ​ຂຶ້ນ ບໍ່​ພຽງ​ແຕ່​ສຳລັບ​ຜູ້​ສອນ​ສາດສະໜາ​ເທົ່າ​ນັ້ນ ​ແຕ່​ສຳລັບ​ຜູ້​ເຄີຍ​ໄປ​ສອນ​ສາດສະໜາ​ນຳ​ອີກ ​ແລະ ສຳລັບ​ຄົນ​ລຸ້ນດຽວ​ກັບ​​ທ່ານ. ​ເພາະ​ດ້ວຍ​ເຫດ​ນີ້, ຂໍ​ໃຫ້​ທ່ານ​ຈົ່ງ​ໄຕ່ຕອງ​ໃນ​ໃຈ ກ່ຽວ​ກັບ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  1. ທ່ານ​ຄົ້ນຄວ້າ​ພຣະຄຳ​ພີ​ເປັນ​ປະຈຳ​ບໍ?

  2. ທ່ານ​ຄຸ​ເຂົ່າ​ອະທິຖານ ​ເພື່ອ​ເວົ້າລົມ​ນຳພຣະບິດາ​ເທິງ​ສະຫວັນ​ຂອງ​ທ່ານ ທຸກ​ເຊົ້າ ​ແລະ ​ແລງ​ບໍ?

  3. ທ່ານ​ຖື​ສິນ​ອົດ​ເຂົ້າ ​ແລະ ບໍລິຈາກ​ເງິນ ຈາກ​ການ​ຖື​ສິນ​ອົດ​ເຂົ້າ​ແຕ່ລະ​ເດືອນ​ບໍ—​ເຖິງ​ແມ່ນ​ວ່າ ທ່ານ​ເປັນ​ນັກຮຽນ​ທີ່​ຍາກຈົນ ​ແລະ ດີ້ນ​ລົນ​ຕໍ່ສູ້ ຜູ້​ບໍ່​ສາມາດ​ບໍລິຈາກ​ຫລາຍ​ກໍ​ຕາມ?

  4. ທ່ານ​ຄຳນຶງ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ​ຢ່າງ​ເລິກ​ຊຶ້ງບໍ ສຳລັບ​ທ່ານ ຕອນ​ທ່ານ​ຖືກ​ຂໍ​ໃຫ້​ຈັດ​ຕຽມ, ຢາຍ, ​ຫລື ຮັບສ່ວນ​ສິນ​ລະ​ລຶກ?

  5. ທ່ານ​ໄປ​ຮ່ວມ​ປະຊຸມ​ຕ່າງໆ​ຂອງ​ທ່ານ​ບໍ ​ແລະ ພະຍາຍາມ​ຮັກສາ​ວັນ​ຊະບາ​ໂຕ​ໃຫ້​ສັກສິດ?

  6. ທ່ານ​ຊື່ສັດຢູ່​ໃນ​ບ້ານ, ​​ໃນ​ໂຮງຮຽນ, ​ໃນ​ໂບດ, ​ແ​ລະ ​ໃນ​ບ່ອນ​ທຳ​ງານ​ບໍ?

  7. ທ່ານ​ສະອາດ​ທາງ​ຈິດ​ໃຈ ​ແລະ ທາງ​ວິນ​ຍານ​ບໍ? ທ່ານ​ຫລີກ​ເວັ້ນຈາກ​ຮູບ​ພາບ​ລາມົກ​ບໍ ຫລື ​ຫລີກ​ເວັ້ນຈາກ​ການ​ເບິ່ງ ​ເວ​ບ​ໄຊ້, ວາລະສານ, ໜັງ​, ຫລື apps, ຮ່ວມ​ທັງ Tinder ​ແລະ ຮູບ​ພາບ Snapchat, ທີ່​​ເຮັດ​ໃຫ້​ທ່ານ​ອັບອາຍ ຖ້າ​ພໍ່​ແມ່, ຜູ້ນຳ​ຂອງ​ສາດສະໜາ​ຈັກ, ຫລື ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເຫັນ​ທ່ານ?

  8. ທ່ານ​ໃຊ້​ເວລາ​ໃຫ້​ເປັນ​ປະ​ໂຫຍ​ດບໍ—ຫລີກ​ເວັ້ນຈາກ ​ເທັກ​ໂນ​ໂລ​ຈີ ​ແລະ ສື່ສານ​ມວນ​ຊົນ ທີ່​ບໍ່​ເໝາະສົມ, ຮ່ວມ​ທັງ ວິ​ດີ​ໂອ ​ເກ​ມ, ຊຶ່ງ​ສາມາດ​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ທາງ​ວິນຍານ​ຂອງ​ທ່ານ​ລຸດລົງ​ບໍ?

  9. ​ມີ​ສິ່ງ​ໃດ​ບໍ​​ໃນ​ຊີວິດ​ຂອງ​ທ່ານ ທີ່​ທ່ານ​ຕ້ອງ​ປ່ຽນ​ ​ແລະ ດັດ​ແປງ, ​ເລີ່​ມຕົ້ນ​ໃນ​ຄ່ຳ​ຄືນ​ນີ້?

ຂອບ​ໃຈ​ຫລາຍ​ໆ​ສຳລັ​ບການ​ຢ້ຽມຢາມ​ທີ່​ສັ້ນໆ​ນີ້. ຂ້າພະ​ເຈົ້າຫວັງ​ວ່າ ຄຳ​ຕອບ​ຂອງທ່ານ​ຕໍ່​ຄຳ​ຖາມ​ແຕ່ລະ​ຂໍ້ ຈະ​ຊື່ສັດ ​ແລະ ດ້ວຍ​ຄວາມ​ພິຈາລະນາ. ຖ້າ​ທ່ານ​ພົບ​ເຫັນ​ຕົນ​ເອງ​ບົກພ່ອງ​ໃນ​ຫລັກ​ທຳຂໍ້​ໃດ​ທີ່​ງ່າຍໆ​ເຫລົ່າ​ນີ້​, ​ແລ້ວ​ຂ້າພະ​ເຈົ້າຂໍ​ໃຫ້​ທ່ານ​ຈົ່ງ​ມີ​ຄວາມ​ກ້າຫານ​ທີ່​ຈະ​ກັບ​ໃຈ ​ແລະ ​ດັດ​ແປງ​ຊີວິດ​ໃຫ້​​ເໝາະ​ສົມ​ກັບ​ມາດຕະຖານ​ຂອງ​ພຣະກິດ​ຕິ​ຄຸນ​ແຫ່ງ​ການ​ເປັນ​ສານຸສິດ​ທີ່​ຊອບ​ທຳ.

ບັດ​ນີ້ ອ້າຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າ​ແນະນຳ​ຕື່ມ​ອີກ​ ​ຊຶ່ງ​ອາດ​ຈະ​ຊ່ອຍ​ທ່ານ​​ໃຫ້ມີ​ປະຈັກ​ພະຍານ​ເຖິງ​ພຣະກິດ​ຕິ​ຄຸນຢ່າງ​ເລິກ​ຊຶ້ງ​ໃນ​ໃຈ ​ແລະ ​ໃນ​ຈິດ​ວິນ​ຍານ​ຂອງ​ທ່ານ.

ຂ້າພະ​ເຈົ້າຂໍ​ເຕືອນ​ທ່ານ​ຜູ້ທີ່​​ໄດ້​ກັບ​ມາ​ຈາກ​ການ​​ເຜີຍ​ແຜ່​ວ່າ ທ່ານ​ຄວນຕຽມ​ສະ​ເໝີ​ສຳລັບ​ຊີວິດ ​ແລະ ຄອບຄົວ. ຄຳ​ວ່າ “RM” ​ແປ​ວ່າ ອາ​ດີດ​ຜູ້​ສອນ​ສາດສະໜາ ບໍ່​ໄດ້​ໝາຍ​ຄວາມ​ວ່າ “Retired Mormon! ຫລື “ອາ​ດີດ​ຊາວ​ມໍ​ມອນ” ​ໃນ​ຖານະ​​ເປັນ​ອາ​ດີດ​ຜູ້​ສອນ​ສາດສະໜາ, ທ່ານຄວນກະຕືລື​ລົ້ນ​ໃນ​ອຸດົມ​ການດີ, ​ແລະ ​ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດ້ວຍ​ຄວາມ​ສະໝັກໃຈ​ຂອງ​ຕົນ​ເອງ, ​ແລະ ​ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງຫລາຍ.2

ຂໍ​ໃຫ້​ໃຊ້​ຄວາມ​ຊຳນານ​ທີ່ທ່ານ​ໄດ້​ຮຽນ​ມາ​ຈາກ​ການ​ໄປ​ສອນ​ສາດສະໜາ ​ເປັນ​ພອນ​ແກ່​ຊີວິດ​ຂອງ​ຄົນ​ທີ່ຢູ່​ອ້ອມ​ຮອບ​ທ່ານ ​ໃນ​ທຸກ​ວັນ. ຢ່າລະ​ເລີຍ​ຈາກ​ການ​ຮັບ​ໃຊ້​ຄົນ​ອື່ນ ​ເພື່ອ​ຈະ​ໄດ້​ເອົາ​ໃຈ​ໃສ່​ກັບ​ໂຮງຮຽນ, ວຽກ​ງານ, ຫລື ​ເຂົ້າສັງຄົມ​ເທົ່າ​ນັ້ນ. ​ແຕ່​ໃຫ້ຊີວິດ​ຂອງ​ທ່ານ​ມີ​ປະສົບ​ການ​ທາງ​ວິນ​ຍານ ທີ່​ເຕືອນ ​ແລະ ຕຽມ​ທ່ານ​ສຳລັບ​ການ​ຊ່ອຍ​ເຫລືອ​ຄົນ​ອື່ນ​​ໄປ​ເລື້ອຍໆ.

​ໃນ​ລະຫວ່າງ​ການ​ເຜີຍ​ແຜ່​ຂອງ​ທ່ານ, ທ່ານ​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຜູ້​ຄົນ ​ໃນ​ບ້ານ​ຂອງ​ເຂົາ​ເຈົ້າ. ຂ້າພະ​ເຈົ້າຫວັງ​ວ່າ ຜູ້​ໃຫຍ່​​ໂສດ​ທຸກ​ຄົນ, ບໍ່​ວ່າ​ທ່ານ​ໄດ້​ໄປ​ເຜີຍ​ແຜ່ ຫລື ບໍ່​​ໄດ້​ໄປ​ກໍ​ຕາມ, ຈະ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ໄປ​ຢ້ຽມຢາມ​ຜູ້​ຄົນ ທີ່​ໂດດດ່ຽວ, ​ເຈັບ​ປ່ວຍ, ຫລື ທໍ້ຖອຍ​ໃຈ—ບໍ່​ພຽງ​ແຕ່​ເປັນ​ການ​ມອບ​ໝາຍ​ເທົ່າ​ນັ້ນ ​ແຕ່​ເພາະຄວາມ​ຮັກ​ທີ່​​ຈິງ​ໃຈ ຊຶ່ງ​ທ່ານ​ມີ​ຕໍ່ພຣະບິດາ​ເທິງ​ສະຫວັນ ​ແລະ ລູກໆ​ຂອງ​ພຣະອົງນຳ​ອີກ.

ສ່ວນພວກ​ເຈົ້າ​ຜູ້​ທີ່​ຮຽນ​ຢູ່​ຊັ້ນມັດທະຍົມ ຊຶ່ງ​ກຳລັງ​ຕຽມ​​​ໄປ​ເຜີຍ​ແຜ່, ຂ້າພະ​ເຈົ້າຂໍ​ຊຸກຍູ້ພວກ​ເຈົ້າ​​ໃຫ້​ຮຽນຈົບ​ຫ້ອງ​ຮຽນ​ສາດສະໜາ. ພວກ​ທ່ານ​ຜູ້​ເປັນ​ຜູ້​ໃຫຍ່​ໂສດ ຄວນ​ເອົາ​ຫ້ອງຮຽນ​ທີ່​ສະຖາບັນ​ສາ​ດສະໜາ​ຄື​ກັນ.3 ຖ້າ​ຫາກ​ທ່ານ​ໄປ​ໂຮຽນ​ຮຽນ​ຂອງ​ສາດສະໜາ​ຈັກ, ​ໃຫ້​ທ່ານ​ເອົາ​ຫ້ອງ​ສຳ​ມະ​ນາ​ສຶກສາ​ເລື່ອງ​ສາດສະໜາ​ດ້ວຍ. ​ໃນ​ໄລຍະ​ແຫ່ງ​ການ​ຕຽມ​ທີ່​ສຳຄັນ​ສຳລັບ​ການ​ເຜີຍ​ແຜ່ ຫລື ການ​ແຕ່ງງານ​ນິລັນດອນ, ​ແລະ ຊີວິດ​ຂອງ​ຜູ້​ໃຫຍ່​ນີ້, ທ່ານ​ຕ້ອງ​ຊອກ​ຫາ​ວິທີ​ທາງ​ທີ່​ຈະ​ຮ່ຳຮຽນ ​ແລະ ​ເຕີບ​ໂຕຂຶ້ນ​ເລື້ອຍໆ ​ແລະ ຮັບ​ເອົາ​ການ​ດົນ​ໃຈ ​ແລະ ການ​ຊົງ​ນຳ​ຜ່ານ​ທາງ​ພຣະວິນ​ຍານ​ບໍລິສຸດ. ການ​ສຶກສາ​ພຣະກິດ​ຕິ​ຄຸນ​ດ້ວຍ​ການ​ອະທິຖານ ​ແລະ ຢ່າງ​ລະມັດລະວັງ ​ຜ່ານ​ສູນ​ສຳ​ມະ​ນາ, ສະຖາບັນ, ຫລື ຫ້ອງ​ຮຽນ​ສຶກສາ​ເລື່ອງ​ສາດສະໜາ ຈະສາມາດ​ຊ່ອຍ​ທ່ານ​ໃນ​ເປົ້າໝາຍ​ນັ້ນ​ໄດ້.

ບໍ່​ວ່າ​ທ່ານ​ເຂົ້າ​ໂຮງຮຽນ​ຂອງ​ສາດສະໜາ​ຈັກ ຫລື​ບໍ່ ກໍ​ຕາມ, ບໍ່​ວ່າ​ທ່ານ​​ເຂົ້າວິທະຍາ​ໄລ ຫລື​ບໍ່ ກໍ​ຕາມ, ຢ່າ​ຄິດ​ວ່າ ທ່ານ​ບໍ່​ມີ​ເວລາທີ່​ຈະ​ສຶກສາ​ພຣະກິດ​ຕິ​ຄຸນ. ສູນສຳ​ມະ​ນາ, ສະ​ຖາ​ບັນ, ຫລື ຫ້ອງຮຽນ​ເລື່ອງ​ສາດສະໜາ ຈະ​​ຊ່ອຍ​ທ່ານ​ໃຫ້​ຮຽນ​ຮູ້ທາງ​ວິນ​ຍານ ​ແລະ ​ເພີ່ມ​ຄວາມ​ຮູ້​ທາງ​ໂລກ​ໃຫ້​ແກ່​ທ່ານ​ດ້ວຍ ​ໂດຍ​ການ​ໃຫ້​ໂອກາດ​ທ່ານ​ໄດ້​ໃຊ້​​ເວລານຳ​ການ​ສຶກສາ​ພຣະຄຳ​ພີ ​ແລະ ຄຳ​ສອນ​ຂອງ​ສາດສະດາ ​ແລະ ອັກຄະ​ສາວົກ. ມີ​ຫລັກສູດ​ໃໝ່​ທີ່​ດີ​ເດັ່ນຢູ່​ສີ່​ຫ້ອງ ຊຶ່ງ​ຂ້າພະ​ເຈົ້າຢາກ​ຊຸກ​ຍູ້ທ່ານທີ່​ເປັນ​ຜູ້​ໃຫຍ່​ໂສດ ​ໃຫ້​ພິຈາລະນາ ​ແລະ ​ໄປ​ຮ່ວມ.4

​ແລະ ຍັງ​ມີ​ຫ້ອງ​ຮຽນ ​ແລະ ກິດຈະກຳ​ອື່ນໆ​ອີກ ທີ່​ສະ​ຖາ​ບັນ​ໃນ​ທ້ອງ​ຖິ່ນ​ຂອງ​ທ່ານມີ​ບໍລິການ​ ຫລື ຜ່ານ​ທາງຫວອດ ຫລື ສະ​ເຕກ ຂອງ​ຜູ້​ໃຫຍ່​​ໂສດ ຊຶ່ງ​ເປັນ​ບ່ອນ​ທີ່​ທ່ານ​​ຈະ​ໄດ້​ຢູ່​ນຳ​ຊາຍ​ໜຸ່ມ ​​ແລະ ຍິງ​ໜຸ່ມ​ຄົນ​ອື່ນໆ ​ແລະ ​ເປັນ​ແຮງດົນ​ໃຈ​​​ໃຫ້​ກັນ​ແລະ​ກັນ ​ໃນ​ຂະນະ​ທີ່​ທ່ານ​ຮຽນ​ຮູ້ ​ແລະ ​ເຕີບ​ໂຕ​ທາງ​ວິນ​ຍານ ​ແລະ ພົບ​ປະ​ສັງ​ສັນ. ອ້າຍ​ນ້ອງ​ທັງຫລາຍ, ຖ້າ​ຫາກ​ທ່ານ​ວາງ​ມື​ຖື​ລົງ ​ແລະ ​ເບິ່ງ​ຮອບໆ​ຈັກ​ບຶດໜຶ່ງ ບາງທີ​ທ່ານ​ອາດ​ຈະ​ພົບ​ເຫັນ​ຄູ່​ນິລັນດອນ​ຂອງ​ທ່ານ ຢູ່​ໃນ​ສະ​ຖາ​ບັນ​ນັ້ນ ກໍ​ເປັນ​ໄດ້.

​​ເພາະ​ເລື່ອງ​ນີ້ ຂ້າພະ​ເຈົ້າຈຶ່ງ​ຂໍ​ແນະນຳ​ຢ່າງ​ໜຶ່ງ​ອີກ ຊຶ່ງ​ທ່ານ​ຄົງ​ຮູ້​ແລ້ວ​ວ່າ ​ແມ່ນ​ກ່ຽວ​ກັບ​ຫຍັງ: ທ່ານທີ່​ເປັນ​ຜູ້​ໃຫຍ່​ໂສດ ຕ້ອງຫາ​ຄູ່​ຊີວິດ ​ແລະ ​ແຕ່ງງານ. ຢ່າ​ເລື່ອນ​ເວລາ! ຂ້າພະ​ເຈົ້າຮູ້​ວ່າ ທ່ານ​ບາງ​ຄົນ​ມີ​ຄວາມ​ຢ້ານ​ກົວ​ທີ່​ຈະ​ສ້າງ​ຄອບຄົວ. ​ເຖິງ​ຢ່າງ​ໃດກໍ​ຕາມ, ຖ້າ​ຫາກ​ທ່ານ​ແຕ່ງງານ​ກັບ​ຄົນ​ທີ່​ເໝາະ​ສົມ, ​ໃນ​ເວລາ​ທີ່​ເໝາະ​ສົມ, ​ແລະ ​ໃນ​ສະຖານ​ທີ່ ທີ່​ເໝາະ​ສົມ, ​ແລ້ວທ່ານ​ບໍ່​ຕ້ອງ​ຢ້ານ. ຕາມ​ຈິງ​ແລ້ວ, ທ່ານ​ຈະ​ສາມາດ​ຫລີກ​ລ້ຽງ​ຈາກບັນຫາ​ຫລາຍ​ຢ່າງ​ ທີ່​ທ່ານ​ປະ​ເຊີນ​ຢູ່​ໃນ​ເວລາ​ນີ້ ຖ້າ​ຫາກ​ທ່ານມີ​ຄວາມ “ກະຕືລື​ລົ້ນ​ໃນ​ອຸດົມ​ການດີ” ​ໃນ​ການ​ຫາ​​​ຄູ່​ຊີວິດ, ຈີບ​ສາວ, ​ແລະ ​ແຕ່ງງານ​ໃນ​ທາງ​ທີ່​ຊອບ​ທຳ. ຢ່າສົ່ງ​ຂໍ້ຄວາມ​ທາງ​ມື​ຖືຫາ​ຜູ້​ສາວ! ​ໃຫ້​ໃຊ້​ສຽງ​ຂອງ​ທ່ານ​ເອງ ​ເພື່ອ​ແນະນຳ​ຕົວ​ທ່ານ​ກັບທິດາ​ທີ່​ຊອບ​ທຳ​ຂອງ​ພຣະ​ເຈົ້າ ທີ່ຢູ່​ອ້ອມ​ຮອບ​ທ່ານ. ການ​ໄດ້​ຍິນ​ສຽງ​ຄົນ ຈະ​ເຮັດ​ໃຫ້​ນາງ​ຕົກ​ຕະລຶງ ​ແລະ ບາງທີຕອບ​ວ່າ “ໄດ້”.

ບັດ​ນີ້, ອ້າຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າ​ເປັນ​ພະຍານ​ຕໍ່​ທ່ານ​ວ່າ ​ອົງ​ພຣະເຢຊູ​ຄຣິດ​ເຈົ້າ ສາມາດ​ຊ່ອຍ​ເຫລືອ​ເຮົາ ​ດັດແປງ​ທຸກ​ສິ່ງ ທີ່​ຈຳ​ເປັນ​ຕ້ອງ​ດັດ​ແປງ​ໃນ​ຊີວິດ​ຂອງ​ເຮົາ​ໄດ້ ຜ່ານ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ.

ຄ່ຳ​ຄືນ​ນີ້ ​ເຮົາ​ຕຽມ​ທີ່​ຈະ​ສະ​ເຫລີ​ມສະຫລອງ​ວັນ​ອິດສະ​ເຕີ ທີ່​ຈະ​ມາ​ເຖິງ​ໃນ​ມື້​ອື່ນ​ເຊົ້າ, ຂໍ​ໃຫ້​ທ່ານ​ຈົ່ງ​ມິດ​ງຽບ​ນຳ​ຂ້າພະ​ເຈົ້າຈັກ​ບຶດໜຶ່ງ ​ເພື່ອ​ລະ​ນຶກ​ເຖິງ​ຂອງ​ປະທານ​ແຫ່ງ​ການ​ຊົດ​ໃຊ້ຂອງ​ພຣະຄຣິດ. ຈົ່ງ​ຈື່​ຈຳ​ວ່າ ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ,​ ພຣະ​ເຢຊູ​ຄຣິດ, ຮູ້​ທ່ານ​ເປັນ​ຢ່າງ​ດີ ​ແລະ ຮັກ​ທ່າ​ນຫລາຍ​ທີ່​ສຸດ.

ຜ່ານ​ການ​ຊົດ​ໃຊ້, ພຣະຜູ້​ໄຖ່​ໄດ້​ຮັບ​ເອົາ​ບັນຫາ, ຄວາມ​ເຈັບ​ປວດ, ​ແລະ ບາບ ​ໄວ້​ນຳພຣະອົງ​ເອງ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ ​ໄດ້​ສະ​ເດັດ​ມາ ​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ເຮົາ​ແຕ່ລະຄົນ ​ໂດຍ​ການ​ປະ​ເຊີນ​ກັບ​ຄວາມ​ສິ້ນຫວັງ​, ການ​ທ້າ​ທາຍ, ຄວາມ​ເສົ້າສະຫລົດ​ໃຈ ຜ່ານ​ການ​ຮັບ​ທຸກທໍລະມານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ ​ແລະ ຢູ່​ເທິງ​ໄມ້​ກາງ​ແຂນ.5 ພຣະອົງ​ໄດ້​ສິ້ນ​ພຣະຊົນ ຊຶ່ງ​ເປັນ​ການ​ກະທຳ​ເທື່ອ​ສຸດ​ທ້າຍ​ດ້ວຍ​ຄວາມ​ຮັກ​ສຳລັບ​ເຮົາ ​ແລະ ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບ​ໂມງ​ໃໝ່ ​ໃນ​ຄ່ຳ​ຄືນ​ທີ່​ໜ້າ​ຢ້ານ​ກົວ​ນັ້ນ.

​ໃນຕອນ​ເຊົ້າຂອງ​ວັນ​ອາທິດ, ພຣະ​ເຢຊູ​ໄດ້​ຟື້ນ​ຄືນ​ພຣະຊົນຈາກ​ຄວາມ​ຕາຍ—ສັນຍາ​ທີ່​ຈະ​​​ໃຫ້​ຊີວິດ​​ໃໝ່​ແກ່​ເຮົາ​ແຕ່ລະຄົນ. ພຣະຜູ້​ເປັນ​ເຈົ້າທີ່​ຟື້ນ​ຄືນ​ພຣະຊົນ​ແລ້ວ ​ໄດ້​ມອບ​ໝາຍ​ສານຸສິດ​ຂອງ​ພຣະອົງ ​ໃຫ້​ສິດສອນ​ທຸກ​ຄົນ ​ໃຫ້​ມີ​ສັດທາ​ໃນ​ພຣະຄຣິດ, ກັບ​ໃຈ, ຮັບ​ບັບຕິ​ສະມາ, ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ. ອ້າຍ​ນ້ອງ​ທັງຫລາຍ, ​ເຮົາ​ຮູ້​ວ່າ ພຣະ​ເຈົ້າ ພຣະບິດາ​ຂອງ​ເຮົາ ​ແລະ ພຣະບຸດ​ຂອງ​ພຣະອົງ ​ໄດ້​ມາ​ປະກົດ​ຕໍ່​ສາດສະດາ​ໂຈ​ເຊັບ ສະ​ມິດ ​ແລະ ​ໄດ້​ຟື້ນ​ຟູ​ຄວາມ​ສົມບູນ​​ແຫ່ງ​ພຣະກິດ​ຕິ​ຄຸນ​ອັນ​ເປັນນິດ ຂອງ​ພຣະ​ເຢຊູ​ຄຣິດ ຄືນ​ມາ​ໃໝ່.

ຈົ່ງ​ເຂັ້ມ​ແຂງ, ອ້າຍ​ນ້ອງ​ທັງຫລາຍ. ຈົ່ງ​ຮັກສາ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ. ອົງ​ພຣະ​ເຢຊູຄຣິດ​ເຈົ້າ ສັນຍາ​ວ່າ ​ເຮົາ​ຈະ​ໄດ້​ຮັບທຸກ​ສິ່ງ​ທີ່​ເຮົາ​ປາດ​ຖະໜາທີ່​ຈະ​ເຮັດ​ໃນ​ທາງ​ທີ່​ຊອບ​ທຳ. ຜູ້ນຳ​ຂອງ​ສາດສະໜາ​ຈັກມີ​ຄວາມ​ເຊື່ອ​ໝັ້ນ​ໃນຕົວ​ທ່ານ. ພວກ​ເຮົາ​ຕ້ອງການ​ໃຫ້​ຜູ້​ໃຫຍ່​ໂສດ​ທຸກ​ຄົນ​ຕຽມ​ຕົວ​ສຳລັບ​ການ​ແຕ່ງງານ, ຮັບ​ໃຊ້, ​ແລະ ນຳພາ​ໃນ​ວັນ​ຂ້າງ​ໜ້າ. ຂ້າພະ​ເຈົ້າກ່າວ​ສິ່ງ​ເຫລົ່າ​ນີ້ດ້ວຍ​ຄວາມ​ຖ່ອມ​ຕົນ ​ໃນ​ພຣະນາມ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.

​ແຫລ່ງອ້າງ​ອີງ

  1. M. Russell Ballard, “The Greatest Generation of Missionaries,” Ensign or Liahona, Nov. 2002, 47.

  2. ​ເບິ່ງ Doctrine and Covenants 58:27.

  3. ​ເບິ່ງ ຈົດໝາຍ​ຂອງຝ່າຍ​ປະທານ​ສູງ​ສຸດ, ວັນ​ທີ 21 ​ເມສາ , 2011.

  4. ​ເບິ່ງ “New Religion Classes to Be Offered at Church Universities and Institutes of Religion,” lds.org/topics/education/new-religion-classes.

  5. ​ເບິ່ງ ​ໂມ​ໄຊ​ຢາ 3:5–13.