​2010–2019
ພ​ຣະ​ຜູ້​ເປັນ​ເຈົ້າ​​ເປັ​ນ​ຄວາມ​ສະ​ຫວ່າງ​ຂອງ​ຂ້າ​ພຣະ​ອົງ
ເມສາ 2015


ພ​ຣະ​ຜູ້​ເປັນ​ເຈົ້າ​​ເປັ​ນ​ຄວາມ​ສະ​ຫວ່າງ​ຂອງ​ຂ້າ​ພຣະ​ອົງ

ເຖິງ​ແມ່ນ​ວ່າ​ຈະ​ມີການ​ປ່ຽນ​ແປງ​ໃນ​ຊີ​ວິດ​ກໍ​ຕາມ ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະຍຶດ​ໝັ້ນ​ຢູ່​ຢ່າງ​ໝັ້ນ​ຄົງ ແລະ ຊື່​ສັດ ແລະ ຕິດ​ຕາມ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ ຈະ​ເຂັ້ມ​ແຂງ​ຂຶ້ນ​ຫລາຍ ໂດຍ​ຄອບ​ຄົວ​ທີ່​ຊອບ​ທຳ ແລະ ​ມີ ​ພຣະ​ຄ​ຣິດ​ເປັນ​ຈຸດ​ໃຈ​ກາງ​ຂອງຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ໃນ​ຫວອດ ແລະ ສາ​ຂາ​ຂອງ​ເຮົາ.

ເນື່ອງ​ໃນ​ເທດ​ສະ​ການ ອິດສະ​ເຕີນີ້​ ເຮົາຄຳ​ນຶງ​ເຖິງ ແລະ ປິ​ຕິ​ຍິນ​ດີ​ໃນ​ການ​ໄຖ່​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພ​ຣະ​ເຢ​ຊູ​ຄ​ຣິດ ມີ​ໃຫ້​ເຮົາ.1

ຄວາມ​ວຸ້ນ​ວາຍທີ່​ແຜ່​ຂະ​ຫ​ຍາຍ​ອອກ​ໄປ​ຕະ​ຫລອດ​ທົ່ວ​ໂລກ ເພາະ​ຄວາມ​ຊົ່ວຮ້າຍ​ທາງ​ໂລກ​ກໍ​ສ້າງຄວາມ​ຮູ້​ສຶກ​ເຖິງ​ຄວາມ​ອ່ອນ​ແອ. ດ້ວຍ​ການ​ສື່​ສານສະ​ໄໝ​ໃໝ່ ຄວາມ​ກະ​ທົບ​ກະ​ເທື​ອນ​ຂອງ​ຄວາມ​ຊົ່ວ​ຮ້າຍ, ຄວາມບໍ່​ສະ​ເໝີ​ພາບ, ແລະ ຄວາມບໍ່​ຍຸດ​ຕິ​ທຳ​ເຮັດ​ໃຫ້​ຄົນ​ທັງ​ຫລາຍ​ຮູ້​ສຶກວ່າ ຊີ​ວິດນີ້​ສ່ວນ​ຫລາຍ​ແລ້ວ​ແມ່ນບໍ່​ຍຸດ​ຕິ​ທຳ​ເລີຍ. ເຖິງ​ແມ່ນ​ວ່າ​ຄວາມ​ຍາກ​ລຳ​ບາກ​ແບບນີ້ກໍ​ສຳ​ຄັນ, ແຕ່​​ເຮົາ​ບໍ່​ຄວນ​ຍອມ​ໃຫ້​ມັນ​ດຶງ​ເຮົາ​ອອກ​ໄປ​ຈາກຄວາມ​ປິ​ຕິ​ຍິນ​ດີ​ ແລະ ການສະ​​ເຫລີມສະ​ຫລອງການ​ວິງວອນ​ທີ່​ສູງ​ສົ່ງ​ຂອງ​ພ​ຣະ​ຄ​ຣິດ​ແທນ​ເຮົາ. ພ​ຣະ​ຜູ້​ເປັນ​ເຈົ້າໄດ້ “ມີໄຊຊະ​ນະ​​ຕໍ່ຄວາມ​ຕາຍ” ແທ້​ໆ. ດ້ວຍ​ຄວາມ​ເມດ​ຕາ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ ພ​ຣະ​ອົງ​ໄດ້​ຮັບ​ເອົາ​ຄວາມ​ຊົ່ວ​ຮ້າຍ ແລະ ການ​ລ່ວງ​ລະ​ເມີດ​ຂອງ​ເຮົາ, ສະ​ນັ້ນ​ຈຶ່ງ​ໄຖ່​ເຮົາ ແລະ ຕອບສະ​ໜອງ​ຄວາມ​ຮຽກ​ຮ້ອງ​​ຕ້ອງ​ການຂອງ​ຄວາມ​ຍຸດ​ຕິ​ທຳ​ ສຳ​ລັບ​ທຸກໆ​ຄົນ​ທີ່​ກັບ​ໃຈ ແລະ ເຊື່ອ​ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ.2

ການ​ເສຍ​ສະ​ລະຊົດ​ໃຊ້ທີ່​ສະ​ຫງ່າ​ງາມ​ຂອງ​ພ​ຣະ​ອົງ​ແມ່ນ​ເປັນ​ຄວາມ​ສຳ​ຄັນທີ່​ສູງ​ສົ່ງ​ ທີ່​ມະ​ນຸດ​ຊາດບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້. ການ​ກະ​ທຳ​ແຫ່ງ​ພ​ຣະ​ຄຸນນີ້​ໃຫ້​ຄວາມ​ສະ​ຫງົບ​ສຸກ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ.3

ສະ​ນັ້ນ ເຮົາ​ຈະ​ຮັບ​ມື​ກັບ​ຄວາມ​ຈິງ​ທີ່​ຮ້າຍ​ກາດ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ແນວ​ໃດ?

ຮູບ​ພາບ
Some yellow flowers on a mound of dirt.

ແມ​ຣີ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ມັກ​ດອກ​ຕາ​ເວັນ​ຫລາຍ​ແຕ່​ໃດ​ມາ. ນາງ​ດີ​ໃຈ​ເມື່ອ​ນາງໄດ້​ເຫັນ​ມັນ​ຢູ່​ໃນ​ສະ​ຖານ​ທີ່ ​ທີ່​ມັນ​ບໍ່​ຄາດຈະ​ຢູ່, ດັ່ງ​ຢູ່​ແຄມ​ທາງ. ມີ​ທາງ​ນ້ອຍ​ບໍ່​​ປູ​ຢາງເສັ້ນໜຶ່ງ ​ທີ່​ນຳ​ໄປ​ຫາ​ບ້ານ​ຂອງ​ພໍ່​ຕູ້​ແມ່​ຕູ້​ຂອງ​ຂ້າ​ພະ​ເຈົ້າ​. ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຂີ່​ລົດ​ໄປ​ຕາມ​ທາງ​ເສັ້ນ​ນັ້ນ, ນາງ​ແມ​ຣີ ​ມັກ​ຈະ​ຮ້ອງ​ຂຶ້ນ​ວ່າ, “ອ້າຍ​ຄິດ​ວ່າ​ພວກ​ເຮົາ​ຈະ​ໄດ້​ເຫັນ​ດອກ​ຕາ​ເວັນ​ທີ່​ໜ້າ​ປະ​ທັບ​ໃຈ​ເຫລົ່າ​ນັ້ນ​ບໍ​ມື້ນີ້?” ພວກ​ຂ້າ​ພ​ະ​ເຈົ້າ​ໄດ້​ແປກ​ໃຈ​ທີ່ຕົ້ນດອກຕາ​ເວັນໄດ້​ເກີດ​ຂຶ້ນ​ມາ​ຢ່າງ​ຫລວງ​ຫລາຍ​ໃນ​ຂີ້​ດິນ​ທີ່​ຖືກ​ກະ​ທົບ​ກະ​ເທືອນ​ໂດຍ​ເຄື່ອງ​ຈັກ​ເຮັດ​ໄຮ່​​ເຮັດສວນ ແລະ ຍົກ​ຍ້າຍ​ຫິ​ມະ ແລະ ມີ​ສ່ວນ​ປະສົມຂອງວັດ​ຖຸ​ທີ່ບໍ່​ເໝາະ​ສົມ​ດີ​ສຳ​ລັບດອກ​ໄມ້​ປ່າ​ທີ່​ຈະ​ເກີດ​ຂຶ້ນ​ໄດ້.

ຮູບ​ພາບ
Yellow flowers by some water

ຈຸດ​ເດັ່ນ​ຢ່າງ​ໜຶ່ງ​ຂອງດອກ​ຕາ​ເວັນ​ປ່າທີ່ຍັງ​ອ່ອນ, ນອກ​ເໜືອ​ໄປ​ຈາກ​ທີ່​ຈະ​ເກີດ​ຢູ່​ໃນ​ຂີ້​ດິນ​ທີ່ບໍ່​ສົມ​ບູນນັ້ນ​ແລ້ວ ​ແຕ່​ມັນ​ຍັງ​ປິ່ນ​ດອກ​ຕາມ​ດວງ​ຕາ​ເວັນ​ໄປ​ໃນ​ທ້ອງ​ຟ້ານຳ​ອີກ. ໂດຍ​ການ​ເຮັດ​ແບບນີ້, ມັນ​ຈະ​ໄດ້​ຮັບ​ພະ​ລັງ​ທີ່​ບຳ​ລຸງ​ລ້ຽງ​ຊີ​ວິດ​ກ່ອນດອກ​ສີ​ເຫລືອງທີ່​ງົດ​ງາມ​ຈະ​ບານ​ອອກ​ມາ.

ເໝືອນ​ດັ່ງ​ດອກ​ຕາ​ເວັນ​ທີ່​ຍັງອ່ອນ, ເມື່ອ​ເຮົາ​ຕິດ​ຕາມ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ, ພ​ຣະ​ບຸດ​ຂອງ​ພ​ຣະ​ເຈົ້າ, ເຮົາ​ກໍ​ຈະມີ​ຊີ​ວິດ​ຊີ​ວາ ແລະ ກາຍ​ເປັນ​ສິ່ງ​ທີ່​ຮຸ່ງ​ໂລດ ເຖິງ​ແມ່ນ​ວ່າ​ຈະ​ມີ​ສະ​ຖາ​ນະ​ການ​ທີ່​ຮ້າຍ​ແຮງ​ອ້ອມ​ຮອບ​ເຮົາ​ຢູ່​ກໍ​ຕາມ. ພ​ຣະ​ອົງ​​ເປັນ​ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ເຮົາ​ແທ້ໆ.

ໃນ​ຄຳ​ອຸ​ປະ​ມາ​ເລື່ອງ​ເຂົ້າ​ນົກ​ປົນ​ເຂົ້າ​ດີ, ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະ​ກາດ​ຕໍ່​ພວກ​ສາ​ນຸ​ສິດ​ຂອງ​ພ​ຣະ​ອົງວ່າ ຜູ້​ທີ່​ກໍ່​ເຫດ ແລະ ເຮັດ​ຊົ່ວຈະ​ຖືກ​ຮວບ​ຮວມ​​ ​ເອົາ​ອອກ ​ໄປ​ຈາກ​ອາ​ນາ​ຈັກ​ຂອງ​ພ​ຣະ​ອົງ.4 ແຕ່​ເມື່ອ​ກ່າວ​ເຖິງ​ຜູ້​ຄົນ​ທີ່​ຊື່​ສັດ, ພ​ຣະ​ອົງ​ໄດ້​ກ່າວ​ວ່າ, “ພວກ​ທີ່​ຊ​ອບ​ທຳ​ກໍ​ຈະ​ຮຸ່ງ​ເຮືອງ​ດັ່ງ​ດວງ​ຕາ​ເວັນ​ໃນ​ອາ​ນາ​ຈັກ​ຂອງ​ພ​ຣະ​ບິ​ດາ​ຂອງ​ພວກ​ເຂົາ.”5 ໃນ​ບົດ​ບາດ​ຂອງ​ເຮົາ​ແຕ່​ລະ​ຄົນ, ທີ່​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄ​ຣິດ, ດຳ​ລົງ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ມີ​ເຈດ​ຕະ​ນາ​ຮ້າຍ ທີ່​ຢູ່​ໃນ​ຄວາມ​ວຸ້ນ​ວາຍ​ແທ້ໆ, ເຮົາ​ສາ​ມາດ​ເຕີບ​ໂຕ ແລະ ພັດ​ທະ​ນາ​ໄດ້​ເພາະ​ຮາກ​ຖານ​ທີ່​ໝັ້ນ​ຄົງ​ຢູ່​ໃນ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ຕິດ​ຕາມ​ຄຳ​ສອນ​ຂອງ​ພ​ຣະ​ອົງ​ຢ່າງຖ່ອມ​ຕົນ.

ເຖິງ​ແມ່ນ​ວ່າ​ຈະ​ມີການ​ປ່ຽນ​ແປງ​ໃນ​ຊີ​ວິດ​ກໍ​ຕາມ ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະຍຶດ​ໝັ້ນ​ຢູ່​ຢ່າງ​ໝັ້ນ​ຄົງ ແລະ ຊື່​ສັດ ແລະ ຕິດ​ຕາມ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ ຈະ​ເຂັ້ມ​ແຂງ​ຂຶ້ນ​ຫລາຍ ໂດຍ​ຄອບ​ຄົວ​ທີ່​ຊອບ​ທຳ ແລະ ​ມີ ​ພຣະ​ຄ​ຣິດ​ເປັນ​ຈຸດ​ໃຈ​ກາງ​ຂອງຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ໃນ​ຫວອດ ແລະ ສາ​ຂາ​ຂອງ​ເຮົາ.6

ເວ​ລາຢູ່​ທີ່​ບ້ານ

ບົດ​ບາດ​ຂອງ​ຄອບ​ຄົວ​ໃນ​ແຜນ​ຂອງ​ພ​ຣະ​ເຈົ້າ​ຄື “ທີ່​ຈະ​ນຳ​ຄວາມ​ສຸກ​ມາ​ໃຫ້​ເຮົາ, ເພື່ອ​ຊ່ອຍ​ໃຫ້​ເຮົາ​ຮຽນ​ຮູ້​ຫລັກ​ທຳ​ທີ່​ຖືກ​ຕ້ອງ ຢູ່​ໃນ​ບັນ​ຍາ​ກາດ​ແຫ່ງ​ຄວາມ​ຮັກ, ແລະ ຕຽມ​ເຮົາ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ.”7 ປະ​ເພນີທີ່​ສວຍ​ງາມ​ຂອງການຍຶ​ດ​ຖື​ຫລັກ​ທຳ​ທາງ​ສາດ​ສະ​ໜາ​ໃນ​ບ້າ​ນ​ເຮືອນ​ຕ້ອງເປັນພາກ​ສ່ວນ​ທີ່​ເລິກ​ຊຶ້ງໃນ​ຊີ​ວິດ​ຂອງ​ລູກໆ​ຂອງ​ເຮົາ.

ວອນ ໂຣ​ເບີດ ຄິມ​ໂບ ນ້າ​ບ່າວ​ຂອງ​ຂ້າ​ພະ​ເຈົ້າໄດ້​ເປັນ​ນັກ​ຮຽນ​ທີ່​ດີ​ເດັ່ນ, ຜູ້​ຢາກ​ກາຍ​ເປັນ​ນັກ​ປະ​ພັນ​, ເປັນ quarterback ຂອງກິ​ລາ​ຟຸດ​ບານທີ່ ບີ​ວາຍ​ຢູ. ໃນ​ວັນ​ທີ 8 ​ເດືອນ​ທັນວາ , 1941, ວັນ​ຕໍ່​ມາ​ຫລັງ​ຈາກ​ການ​ໂຈມ​ຕີ​ທີ່​ທ່າ​ເຮືອ Pearl Harbor, ລ​າວ​ໄດ້​ເຂົ້າ​ຮ່ວມກອງ​ທັບ​ທະ​ຫານ​ເຮືອ​ຂອງ​ສະ​ຫະ​ລັດ. ຂະ​ນະ​ທີ່​ໄປປະ​ຕິ​ບັດ​ໜ້າ​ທີ່ມອບ​ໝາຍ​ເກນ​ທະ​ຫານ ຢູ່​ເມືອງ​ອາວ​ບາ​ນີ ລັດນິວຢອກ, ​ລາວ​ໄດ້​ສົ່ງ​ບົດ​ຄວາມ​ສັ້ນໆ​ບົດ​ໜຶ່ງ​ໄປ​ຫາ​ວາ​ລະ​ສານ Reader’s Digest. ວາ​ລະ​ສານນັ້ນ​ໄດ້​ຈ່າຍ​ $200 ໃຫ້​ລາວ ແລະ ໄດ້​ຈັດ​ພິມ​ບົດ​ຄວາມ​ຂອງ​ລາວທີ່​ມີ​ຊື່​ວ່າ, “ເວ​ລາຢູ່​ທີ່​ບ້ານ” ໃນສະ​ບັບ​ຂອງ​ເດືອນ​ພຶດ​ສະ​ພາ​ ປີ 1944.

​ພາກ​ສ່ວນ​ທີ່​ລາວ​ໄດ້​ມີ​ໃຫ້ Reader’s Digest, ບ່ອນ​ທີ່​ລາວໄດ້ກ່າວ​ຈາກ​ທັດ​ສະ​ນະ​ຂອງ​ທ​ະ​ຫານ​ເຮືອ, ມີ​ເນື້ອ​ຄວາມ​ດັ່ງ​ຕໍ່​ໄປ​ນີ້:

“ເວ​ລາ​ຢູ່​ທີ່​ບ້ານ:

“ຄ່ຳຄືນ​ໜຶ່ງ​ໃນ​ເມືອງ​ອາວ​ບາ​ນີ ລັດ​ນິວຢອກ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ທະ​ຫານ​ເຮືອ​ວ່າຈັກ​ໂມງ​ແລ້ວ. ລາວ​ໄດ້​ດຶງ​ເອົາ​ໂມງ​ໃຫ​ຍ່ໆ​ໜ່ວຍ​ໜຶ່ງ​ອອກ​ມາຈາກ​ຖົງ​ເສື້ອ ແລະ ໄດ້​ຕອບ​ວ່າ, ‘7:20.’ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມັນ​ຄ່ຳກວ່ານັ້ນ. ‘ໂມງ​ຂອງ​ເຈົ້າຢຸດ​ເດີນແລ້ວ​ແມ່ນບໍ?’ ຂ້າ​ພະ​ເຈົ້າ​ໄດ້​ຖາມ.

“‘ບໍ່’ ລາວ​ໄດ້​ຕອບ, ‘ຂ້າ​ນ້ອຍຍັງເບິ່ງ​ເວ​ລາ​ຕາມເວ​ລາ​ຂອງ​​ແຖວ​ພູ​ຢູ່. ຂ້າ​ນ້ອຍ​ມາ​ຈາກ​ລັດ​ຢູ​ທາ. ເມື່ອ​ຂ້ານ້ອຍເຂົ້າ​ຮ່ວມກອງ​ທັບ​ທະ​ຫານ​ເຮືອ, ພໍ່​ໄດ້​ເອົາ​ໂມງ​ໜ່ວຍນີ້​ໃຫ້​ຂ້າ​ນ້ອຍ. ເພິ່ນ​ໄດ້​ເວົ້າ​ວ່າ​ມັນ​ຈະ​ຊ່ອຍ​ໃຫ້​ຂ້າ​ນ້ອຍ​ລະ​ນຶກ​ເຖິງ​ບ້ານ.

“‘ເມື່ອ​ໂມງ​ຂອງ​ຂ້າ​ນ້ອຍ​ບ​ອກວ່າ 5 ໂມງ​ເຊົ້າ, ຂ້າ​ນ້ອຍ​ຮູ້​ວ່າພໍ່​ກຳ​ລັງ​ຂັບ​ລົດ​ໄປ​ຮີດ​ນົມ​ງົວ. ແລະ ທຸກໆ​ຄືນ​ເມື່ອ​ໂມງບອກວ່າ 7:30 ຂ້າ​ນ​ນ້ອຍ​ກໍ​ຮູ້​ວ່າ ທຸກ​ຄົນ​ໃນ​ຄອບ​ຄົວ​ພາ​ກັນ​ນັ່ງ​ຢູ່​ອ້ອມ​ໂຕະ​ທີ່​ມີ​​ອາ​ຫານເຕັມ​ໂຕະ​, ແລະ ພໍ່​ກຳ​ລັງ​ຂອບ​ພ​ຣະ​ໄທ​ພ​ຣະ​ເຈົ້າ​ສຳ​ລັບ​ອາຫານ​ການ​ກິນ ແລະ ທູນ​ຂໍ​ໃຫ້​ພ​ຣະ​ອົງ​ປົກ​ປັກ​ຮັກ​ສາ​ຂ້າ​​ນ້ອຍ,’ … ລາວ​ໄດ້​ເວົ້າ​. ‘ຂ້າ​ນ້ອຍ​ສາ​ມາດ​ຮູ້​​ເວ​ລາ​ຂອງ​ບ່ອນ​​ທີ່ຂ້ານ້ອຍ​ຢູ່​ທີ່ນີ້ໄດ້​ງ່າຍໆ. ​ແຕ່ສິ່ງ​ທີ່​ຂ້າ​ນ້ອຍ​ຢາກ​ຮູ້​ຄື​ວ່າ​ ຈັກ​ໂມງ​ແລ້ວ​ຢູ່​ທີ່ລັດ​ຢູ​ທາ.’”8

ບໍ່ດົນ​ຫລັງ​ຈ​າກ​ໄດ້​ສົ່ງ​ບົດ​ຄວາມ​ເຂົ້າ​ໄປ, ນ້າ​ບ່າວວອນຖືກມອບ​ໝາຍ​ໃຫ້​ອອກ​ໄປ​ປະ​ຈຳ​ການຢູ່ທີ່​ກຳ​ປັ່ນ​ໃນ​ເຂດ​​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ. ໃນ​ວັນ​ທີ 11 ເດືອນ​ພຶດ​ສະ​ພາ , 1945, ຂະ​ນະ​ທີ່​​ລາວປະ​ຈຳ​ການຢູ່​​ໃນ​ກຳ​ປັ່ນ​ຊື່ USS Bunker Hill ໃກ້​ເກາະ ໂອ​ກີ​ນາ​ວາ, ກຳ​ປັ່ນ​ຖືກ​ລະ​ເບີດ​ໂດຍ​ເຄື່ອງ​ບິນ​ທີ່​ໂສ​ຕາຍມາ​ຕຳ​ສອງ​ລຳ.9 ພະ​ນັກ​ງານ​ເຮືອເກືອບ 400​ ຄົນໄດ້​ເສຍ​ຊີ​ວິດ​ໄປ ຮ່ວມ​ທັງ​ນ້າ​ບ່າວວອນ ຂອງ​ຂ້າ​ພະ​ເຈົ້າ.

ແອວ​ເດີສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ນຳ​ພໍ່ຂອງນ້າ​ບ່າວວອນ, ​ໂດຍ​ທີ່​ບອກ​​ເຖິງຄວາມ​ດີ​ຂອງນ້າ​ບ່າວວອນ ​ແລະ ​ຄຳ​ໝັ້ນ​ສັນຍາ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ວ່າ ຄົນ​ທີ່​ຕາຍ​ໃນ​ພຣະອົງ ຈະບໍ່​ໄດ້​ຊີມລົດ​ຊາດຂອງຄວາມ​ຕາຍ, ​ເພາະ​ມັນ​ຈະ​ຫວານ​ຊື່ນ​ສຳລັບ​ເຂົາ.10 ພໍ່​ຂອງນ້າ​ບ່າວວອນ​​ໄດ້​​ເວົ້າຄ່ອຍໆ​ວ່າ ​ເຖິງ​ແມ່ນ ນ້າ​ບ່າວວອນ ໄດ້​ຖືກຝັງ​ຢູ່​ໃນ​ທະ​ເລ, ​ແຕ່ພ​ຣະ​ເຈົ້າ​ຈະ​ຮັບ​ເອົາ​ ນ້າ​ບ່າວວອນ ກັບ​ຄືນ​ບ້ານ​ແຫ່ງ​ສະ​ຫວັນ​ຂອງ​ລາວ.11

ຊາວ​​ແປດ​ປີ​ຈາກ​ນັ້ນ, ປະ​ທານ ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ກ່າວ​ເຖິງ ນ້າ​ບ່າວວອນ ​ຢູ່ໃນ​ກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ. ເພິ່ນ​ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ຄອບ​ຄົວ​ນີ້​ເປັນ​ຢ່າງ​ດີ. … ຂ້າ​ພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ອະ​ທິ​ຖານ​ທີ່​ມີ​ພະ​ລັງ​ກັບ [ເຂົາ​ເຈົ້າ]. … ການ​ອົບ​ລົມ​ຢູ່​ໃນ​ບ້າ​ນ​ເຮືອນ​ໄດ້​ສົ່ງ​ຜົນ​ທີ່​ເປັນ​ພອນ​ນິ​ລັນ​ດອນ​ມາ​ໃຫ້​ຄອບ​ຄົວ​ໃຫ​ຍ່​ຄອບ​ຄົວ​ນີ້.” ປະທານ​ຄິມ​ໂບ​ໄດ້​ທ້າ​ທາຍ​ທຸກ​ຄອບຄົວ​ໃຫ້ “ຄຸ​ເຂົ່າ ... ອະທິຖານ​ສຳລັບ​ລູກ​ຊາຍ ​ແລະ ລູກ​ສາວ​ຂອງ​ເຂົາ​ເຈົ້າ ມື້ລະສອງ​ເທື່ອ.”12

ອ້າຍເອື້ອຍນ້ອງ​ທັງ​ຫລາຍ, ຖ້າ​ເຮົາ​ມີ​ການ​ອະທິຖານ​​ເປັນ​ຄອບ​ຄົວ, ສຶກ​ສາ​ພ​ຣະ​ຄຳ​ພີ, ມີ​ການ​ສັງ​ສັນ​ໃນ​ຄອບຄົວ, ມີພອນ​ຂ​ອງ​ຖາ​ນະ​ປະ​ໂລ​ຫິດ, ຮັກສາ​ວັນ​ຊະບາ​ໂຕ ຕາມ​ເວລາ, ​ແລ້ວລູກໆ​ຂອງ​ເຮົາ​ຈະ​ຮູ້​ເວ​ລາ​ຢູ່​ທີ່​ບ້ານ. ພວກ​ເຂົາ​ຈະ​ຕຽມ​ພ້ອມ​ສຳ​ລັບ​ບ້ານ​ເຮືອນ​ນິ​ລັນ​ດອນ​ໃນ​ສະ​ຫວັນ ບໍ່​ວ່າ​ຈະ​ມີ​ອັນ​ໃດ​ເກີດ​ຂຶ້ນ​ກັບ​ພວກ​ເຂົາ​ກໍ​ຕາມ ໃນ​ໂລ​ກ​ທີ່​ຍາກ​ລຳ​ບາກນີ້. ມັນ​ສຳ​ຄັນ​ຫລາຍ​ທີ່​ສຸດ ທີ່​ລູກໆ​ຂອງ​ເຮົາ​ຈະ​ຮູ້​ວ່າ​ມີ​ຄົນ​ຮັກ​ພວ​ກ​ເຂົາ ແລະ ວ່າ​ພວກ​ເຂົາ​ປອດ​ໄພ​ຢູ່​ທີ່​ບ້ານ.

ສາ​ມີ ແລະ ພັນ​ລະ​ຍາ​ແມ່ນ​ເປັນ​ຮຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ.13 ເຂົາ​ເຈົ້າ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່ແຕກ​ຕ່າງ ແຕ່​ສອດ​ຄ່ອງ​ກັນ. ພັນ​ລະ​ຍາ​ອາດ​ມີ​ລູກ​ໄດ້, ຊຶ່ງ​ເປັນ​ພ​ອນ​ໃຫ້​ແກ່​ຄອບ​ຄົວ​ທັງ​ໝົດ. ສາ​ມີ​ອາດ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ, ຊຶ່ງ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວທັງ​ໝົດ. ແຕ່​ໃນ​ສະ​ພາ​ຂອງ​ຄອບ​ຄົວ​ ພັນ​ລະ​ຍາ ແລະ ສາ​ມີ, ທີ່​ເປັນ​ຮຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ, ຈະຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ທີ່​ສຸດ​ນຳ​ກັນ. ເຂົາ​ເຈົ້າ​ຕັດ​ສິນ​ໃຈ​ວ່າ​ລູກໆ​ຈະ​ຖືກ​ສິດ​ສອນ ແລະ ຖືກ​ລົງ​ໂທດ​ແນວ​ໃດ, ວ່າ​ຈະ​ໃຊ້​ຈ່າຍ​ເງິນ​ແນວ​ໃດ, ວ່າ​ເຂົາ​ເຈົ້າ​ຈະ​ອາ​ໄສ​ຢູ່​ໃສ, ແລະ ການ​ຕັດ​ສິນ​ໃຈ​ຂອງ​ຄອບ​ຄົວ​ອີກ​ຫລາຍ​ຢ່າງ. ການ​ຕັດ​ສິນ​ໃຈ​ເຫລົ່າ​ນີ້​ຕ້ອງ​ເຮັດ​ຮ່ວມ​ກັນ ຫລັງ​ຈາກ​ໄດ້​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພ​ຣະ​ຜູ້​ເປັນ​ເຈົ້າ. ເປົ້າ​ໝາຍນັ້ນ​​ຄື​ການ​ເປັນຄອບ​ຄົວ​ນິ​ລັນ​ດອນ.

ຄວາມ​ສະ​ຫວ່າງ​ຂອງ​ພ​ຣະ​ຄ​ຣິດ ​ໄດ້​ຊ່ອຍ​ໃຫ້​ລູກໆຂອງ​ພຣະ​ເຈົ້າ​ເຂົ້າ​ໃຈ​ຢ່າງ​ເລິກ​ຊຶ້ງເຖິງ​ທຳ​ມະ​ຊາດ​ນິ​ລັນ​ດອນ​ຂອງ​ຄອບ​ຄົວ. ນັກ​ປະ​ພັນ​ໂປດ​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ໜຶ່ງ, ທີ່ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ໄດ້​ກ່າວ​ໃນ​ທຳ​ນອງນີ້​ວ່າ: “ຫລາຍໆ​ສິ່ງ​ໃນ​ຊີ​ວິດ​ກໍ​ບໍ່​ສຳ​ຄັນ, [ແຕ່] … ຄອບ​ຄົວ​ນັ້ນເປັນສິ່ງ​ທີ່​ແທ້​ຈິງ, ສິ່ງ​ທີ່​ສຳ​ຄັນທີ່​ສຸດ, ເປັນ​ສິ່ງ​ນິ​ລັນ​ດອນ; ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ຮັກ​ສາ ແລະ ດູ​ແລ ແລະ ຊື່ສັດ​ຕໍ່.”14

ສາ​ດ​ສະ​ໜາ​ຈັກຊ່ອຍ​ເຮົາ​ໃຫ້​ເອົາ​ໃຈ​ໃສ່​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດນຳ​ກັນ​ເປັນ​ຄອບ​ຄົວທີ່​ເປັນ​ໜຶ່ງ​ດຽວ​ກັນ

ນອກ​ເໜືອ​ໄປ​ຈາກ​ຄອບ​ຄົວ​ແລ້ວ, ບົດ​ບາດ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ສຳ​ຄັນຄື​ກັນ. “ສ​າດ​ສະ​ໜາ​ຈັກ​ໃຫ້​ການ​ຈັດ​ຕັ້ງ ແລະ ວິ​ທີ​ທາງ​ສຳ​ລັບ​ການ​ສັ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ ໃຫ້​ແກ່​ລູກໆ​ຂອງ​ພ​ຣະ​ເຈົ້າ​ທັງ​ໝົດ. ມັນ​ຈັດ​ໃຫ້​ມີ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ຈະ​ປະ​ຕິ​ບັດ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ໃຫ້​ແກ່​ທຸກໆ​ຄົນ​ທີ່​ມີ​ຄຸນ​ຄ່າ​ດີ​ພໍ ແລະ ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ມັນ.”15

ຢູ່​ໃນ​ໂລກ​ກໍ​ມີ​ການ​ຂັດ​ແຍ້ງ ​ແລະ ຄວາມ​ຊົ່ວ​ຮ້າຍທີ່​ແຜ່​ຂະ​ຫ​ຍາຍ​ອອກ​ໄປ, ແລະ ​ການ​ເນັ້ນ​ໜັກ​ເຖິງວັ​ດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ ແລະ ຄວາມບໍ່​ສະ​ເໝີ​ພາບ. ໃນ​ສາດ​ສະ​ໜ​າ​ຈັກ, ຍົກ​ເວັ້ນ​ແຕ່ໜ່ວຍ​ຕ່າງ​ພາ​ສາ, ຫວອດ ແລະ ສາ​ຂາ​ຂອງ​ເຮົາ ​ແມ່ນ​ຂຶ້​ນ​ຢູ່​ກັບ​ພູ​ມິ​​ສາດ​. ເຮົາ​ບໍ່​ແບ່ງ​​ຊັ້ນວັນນະ ຫລື ຍົດຖາ​ບັນດາສັກ.16 ເຮົາ​ຊື່ນ​ຊົມ​ໃນ​ຄວາມ​ຈິງ​ທີ່​ວ່າ​ທຸກໆ​ເຊື້ອ​ຊາດ ແລະ ວັດ​ທະ​ນະ​ທຳ​ກໍ​ຢູ່​ຮ່ວມ​ກັນ​ໄດ້ ​ໃນ​ການ​ເຕົ້າ​ໂຮມ​ທີ່​ຊອບ​ທຳ. ຄອບ​ຄົວ​ຫວອດ​ຂອ​ງ​ເຮົາ​ແມ່ນ​ສຳ​ຄັນ​ຕໍ່​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ, ຕໍ່​ຄວາມ​ສຸກ, ແລະ ຄວາມ​ພະ​ຍາ​ຍາມ​ສ່ວນ​ຕົວ​ທີ່​ຈະ​ເປັນ​ເໝືອນ​ດັ່ງ​ພ​ຣະ​ຄ​ຣິດ​ຫລາຍ​ຂຶ້ນ.

ສ່ວນ​ຫລາຍ​ແລ້ວ ວັດ​ທະ​ນະ​ທຳ​ຈະ​ແບ່ງ​ແຍກ​ຜູ້​ຄົນ ແລະ ບາງ​ເທື່ອ​ອາດ​ເປັນ​ແຫລ່ງ​ຂອງ​ຄວາມ​ຮຸນ​ແຮງ ແລະ ການ​ຈຳ​ແນກ.17 ໃນ​ພ​ຣະ​ຄຳ​ພີ​ມໍ​ມອນ ຄຳ​ວາ​ຈາ​ທີ່ລືມບໍ່​ໄດ້​ ຖືກ​ໃຊ້​ເພື່ອ​ບັນ​ຍາຍ​ເຖິງ​ປະ​ເພ​ນີ​ທີ່​ຊົ່​ວ​ຮ້າຍ​ຂອງ​ບັນ​ພະ​ບຸ​ລຸດ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ໂຫດ​ຮ້າຍ, ສົງ​ຄາມ, ການ​ກະ​ທຳ​ທີ່​ຊົ່​ວ​ຮ້າຍ, ຄວາມບໍ່​ຍຸດ​ຕິ​ທຳ, ແລະ ແມ່ນ​ແຕ່​ການ​ທຳ​ລາຍ​ຂອງ​ຜູ້​ຄົນ ແລະ ປະ​ຊາ​ຊາດ.18

ບໍ່​ມີ​ຈຸດ​ເລີ່ມ​ຕົ້ນ​ໃນ​ພ​ຣະ​ຄຳ​ພີທີ່​ດີກວ່າ 4 ນີ​ໄຟ ສຳ​ລັບ​ຄຳ​ບັນ​ຍາຍ​ເຖິງວັດ​ທະ​ນະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ສຳ​ຄັນ​ຫລາຍ​ສຳ​ລັບ​ເຮົາ​ທຸ​ກ​ຄົນ. ໃນ​ ຂໍ້​ທີ 2 ເຮົາ​ອ່ານ​ວ່າ, “ຜູ້​ຄົນ​ທັງ​ໝົດ​ທົ່ວ​ຜືນ​ແຜ່ນ​ດິນ​ໄດ້​ປ່ຽນ​ໃຈ​ເຫລື້ອ​ໃສ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ, ທັງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ, ແລະ ບໍ່​ມີ​ການ​ຂັດ​ແຍ້ງ ແລະ ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຂົາ, ແລະ ທຸກ​ຄົນ​ກໍ​ໄດ້​ປະ​ຕິ​ບັດ​ຕໍ່​ກັນ​ໂດຍ​ທ່ຽງ​ທຳ.” ໃນ ຂໍ້ທີ 16 ເຮົາ​ອ່ານ​ວ່າ, “ແລະ ແນ່ນອນ​ແລ້ວ ຄົງ​ບໍ່​ມີ​ຜູ້​ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່ານີ້​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ປວງ ທີ່​ພ​ຣະ​ຫັດ​ຂອງ​ພ​ຣະ​ເຈົ້າ​ໄດ້​ສ້າງ​ຂຶ້​ນ​ມາ.” ຄວາມ​ຈິງ​ທີ່​ວ່າບໍ່​ມີ​ການ​ຂັດ​ແຍ້ງນັ້ນ​ແມ່ນຍ້ອນວ່າ “ຄວາມ​ຮັກ​ຂອງ​ພ​ຣະ​ເຈົ້າ ຊຶ່ງ​ມີ​ຢູ່​ໃນ​ໃຈ​ຂອງ​ຜູ້​ຄົນ.”19 ນີ້​ຄື​ວັດ​ທະ​ນະ​ທຳ​ທີ່​ເຮົາປາ​ດ​ຖະ​ໜາ​ຈະ​ມີ.

ຫລັກ​ທຳ ແລະ ຄວາມ​ເຊື່ອ​ທີ່​ເລິກ​ຊຶ້ງ​ທາງວັດ​ທະ​ນະ​ທຳເປັນ​ພາກ​ສ່ວນ​ພື້ນ​ຖານ​ຂອງ​ເຮົາ. ປະ​ເພ​ນີ​ແຫ່ງ​ການ​ເສຍ​ສະ​ລະ, ຄວາມ​ກະ​ຕັນ​ຍູ, ສັດ​ທາ ແລະ ຄວາມ​ຊອບ​ທຳ​ນັ້ນ​ຕ້ອງ​ຖືກ​ທະ​ນຸຖະ​ໜອມ ແລະ ຮັກ​ສາ​ເອົາ​ໄວ້. ຄອບ​ຄົວ​ຕ້ອງຊື່ນ​ຊົມ ແລະ ປົກ​ປ້ອງ​ປະ​ເພ​ນີ​ທີ່​ສ້າງ​ສັດ​ທາ.20

ຈຸດ​ເດັ່ນ​ຢ່າງ​ໜຶ່ງ​ຂອງວັ​ດ​ທະ​ນະ​ທຳ​ໃດ​ໜຶ່ງນັ້ນ​ຄື ພາ​ສາ​. ໃນເຂດ​ເມືອງ​ແຊນ​ແຟ​ຣນ​ຊິ​ສະ​ໂກ ລັດ​ຄາ​ລີ​ຟໍ​ເນຍ, ບ່ອນ​ທີ່​ຂ້າພະ​ເຈົ້າ​ເຄີຍ​ອາ​ໄສ​ຢູ່, ​ໄດ້​ມີ​ຫວອດ ແລະ ສາ​ຂາຕ່າງ​ພາ​ສາ​ເຈັດ​ແຫ່ງ. ຄຳ​ສອນ​​ທີ່​ກ່ຽວ​ກັບ​ພາ​ສາ​ ​ໄດ້​ຖືກ​ອະ​ທິ​ບາຍ​ໄວ້ໃນ​ ພາກທີ 90, ຂໍ້​ທີ 11 ​ໃນ​ພຣະຄຳ​ພີ Doctrine and Covenants ວ່າ, ເພາະ​ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ວັນ​ນັ້ນ, ວ່າ​ທຸກ​ຄົນ​ຈະ​ໄດ້​ຍິນ​ຄວາມ​ສົມ​ບູນ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ໃນ​ຄຳ​ວາ​ຈາ​ຂອງ​ເຂົາ​ເອງ, ໃນ​ພາ​ສາ​ຂອງ​ເຂົາ​ເອງ.

ເມື່ອ​ລູກໆ​ຂອງ​ພ​ຣະ​ເຈົ້າ​ອະ​ທິ​ຖານ​ຫາ​ພ​ຣະ​ອົງ​ໃນ​ພາ​ສາ​ຂອງ​ເຂົາ​ເຈົ້າ, ນັ້ນ​ແ​ຫລະ​ຄື​ພາ​ສາທີ່​ມາ​ຈາກ​ໃຈ​ແທ້ໆ. ມັນ​ກໍ​ແຈ່ມ​ແຈ້ງ​​ດີ​ວ່າ​ ພາ​ສາ​ທີ່​ມາ​ຈາກ​ໃຈ​ນັ້ນ​ແມ່ນ​ລ້ຳ​ຄ່າ​ຕໍ່​ທຸກໆ​ຄົນ​ທັງ​ປວງ.

​ໂຈ​ເຊັບ, ອ້າຍຂອງ​ຂ້າ​ພະ​ເຈົ້າ ເປັນ​ທ່ານ​ໝໍ ແລະ ທຳ​ງານ​ເປັນ​ເວລາ​ຫລາຍ​ປີ​ຢູ່​ເຂດ​ແຊນແຟຣນຊິດ​ສະ​ໂກ. ສະ​ມາ​ຊິກ​ຊາວ​​ຊາ​ມົວ​ອາວຸ​ໂສຄົນ​ໜຶ່ງ, ທີ່​ເປັນ​ຄົນ​ໄຂ້​ຄົນ​ໃໝ່​, ໄດ້​ໄປ​ຄະ​ລີ​ນິກຂອງ​ລາວ. ລາວ​ມີ​ຄວາມ​ເຈັບ​ປວດທີ່​ທໍ​ລະ​ມານ​ຫລາຍ. ຖືກ​ກຳ​ນົດ​ວ່າ​ລາວ​ເປັນ​ໜິ້ວ​ໃນໝາກ​ໄຂ່​ຫລັງ ແລະ ການ​ປິ່ນ​ປົວ​ທີ່​ເໝາະ​ສົມ​ກໍ​ໄດ້​ດຳ​ເນີນ​ໄປ. ສະ​ມາ​ຊິກ​ທີ່​ຊື່​ສັດ​ຄົນ​ນີ້​ໄດ້​ກ່າວ​ວ່າ ​ເປົ້າ​ໝາຍ​ເດີມ​ຂອງ​ລາວ​ແມ່​ນ​ພຽງ​ແຕ່​ຈະ​ເຂົ້າ​ໃຈ​ວ່າ​ລາວ​ເປັນ​ຫຍັງ ເພື່ອ​ວ່າ​ລາວ​ຈະ​ສາ​ມາດ​ອະ​ທິ​ຖານ​ເປັນ​ພາ​ສາ​ຊາ​ມົ​ວ​ຫາ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ລາວ​ ກ່ຽວ​ກັບ​ບັນ​ຫາ​ທາງ​ສຸ​ຂະ​ພາບ​ຂອງ​ລາວ.

ມັນ​ສຳ​ຄັນ​ທີ່​ສະ​ມາ​ຊິກ​ຈະ​ເຂົ້າ​ໃຈ​ພ​ຣະ​ກິດ​ຕິ​ຄຸນ​ໃນ​ພາ​ສາ​ທີ່​ມາ​ຈາກ​ໃຈ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ອະ​ທິ​ຖານ ແລະ ກະ​ທຳ​ໃຫ້​ສອດ​ຄ່ອງ​ກັ​ບ​ຫລັກ​ທຳ​ພ​ຣະ​ກິດ​ຕິ​ຄຸນ.21

ເຖິງ​ແມ່ນ​ຈະ​ມີ​ພາ​ສາ​ທີ່​ແຕກ​ຕ່າງ​ກັນ ແລະ ປະ​ເພ​ນີ​ທ​າງວັດ​ທະ​ນະ​ທຳ​ທີ່​ສວຍ​ງາມ, ແຕ່​ເຮົາ​ຕ້ອງ​ມີ​ຫົວ​ໃຈ​ທີ່ຜູກ​ພັນ​ກັນ​ໄວ້​ໃນ​ຄວາມ​ເປັນ​​ອັນໜຶ່ງ​ອັນດຽວກັນ​ ແລະ ໃນ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ.22 ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຢ່າງ​​​ແຈ່ມ​ແຈ້ງເຖິງ​ຄວາມ​ຮູ້​ສຶກ​ຂອງ​ຄົນ​ອື່ນ​ວ່າ: “ໃຫ້​ທຸກໆ​ຄົນ​ນັບ​ຖື​ອ້າຍ​ນ້ອງ​ຂອງ​ຕົນ​ເໝືອນ​ດັ່ງ​ຕົນ​ເອງ. … ຈົ່ງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ພວກ​ເຈົ້າ​ກໍ​ບໍ່​ແມ່ນ​ຂອງ​ເຮົາ.”23 ເຖິງ​ແມ່ນ​ເຮົາ​ຈະ​ນັບ​ຖື​ຄວາມ​ແຕກ​ຕ່າງ​ທາງ​ວັດ​ທະ​ນະ​ທຳ​ທີ່​ສົມ​ຄວນກໍ​ຕາມ, ແຕ່​ເປົ້າ​ໝາຍ​ຂອງ​ເຮົາ​ແມ່ນ​ຈະ​ເປັນ​ອັນໜຶ່ງ​ອັນດຽວ​ກັນໃນ​ວັດ​ທະ​ນະ​ທຳ, ຮີດ​ຄອງ, ແລະ ປະ​ເພ​ນີ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ໃນ​ທຸກໆວິ​ທີ​ທາງ.

ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ນັບ​ມື້​ນັບ​ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆ

ເຮົາ​ຮັບ​ຮູ້​ວ່າ​ສະ​ມາ​ຊິກ​ບາງ​ຄົນ​ມີ​ຄຳ​ຖາມ ແລະ ຄວາມ​ຫ່ວງ​ໃຍ ຂະ​ນະ​ທີ່​ເຂົາ​ເຈົ້າ​ສະ​ແຫວງ​ຫາ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ. ເຮົາ​ຄວນ​ລະ​ວັງ​ບໍ່​ຕ້ອງວິ​ຈານ ຫລື ຕັດ​ສິນ​ຜູ້​ທີ່​ມີ​ຄວາມ​ຫ່ວງ​ໃຍ—ບໍ່​ວ່າ​ຈະ​ໃຫ​ຍ່ ຫລື ນ້ອຍ. ໃນ​ເວ​ລາ​ດຽວ​ກັນ​ນັ້ນ, ຜູ້​ທີ່​ມີ​ຄວາມ​ຫ່ວງ​ໃຍ​ຄວນ​ເຮັດ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຈະ​ສ້າງ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ເອງ. ການ​ສຶກ​ສາ, ການ​ໄຕ່​ຕອງ, ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ພ​ຣະ​ກິດ​ຕິ​ຄຸນ​ຢ່າງ​ອົດ​ທົນ ແລະ ຖ່ອມ​ຕົນ, ແລະ ການ​ປຶກ​ສາ​ຫາ​ລື​ກັບ​ຜູ້​ນຳ​ທີ່​ເໝາະ​ສົມ ເປັນ​ວິ​ທີ​ທາງ​ທີ່​ດີ​ທີ່​ສຸດ​ເພື່ອ​ຈະ​ແກ້​ໄຂ​ບັນ​ຫາ ແລະ ຄວາມ​ຫ່ວງ​ໃຍ.

ບາງ​ຄົນ​ໄດ້​ກ່າວ​ວ່າ​ ມີ​ສະ​ມາ​ຊິກ​ຫລາຍ​ຄົນ​ທີ່​ໜີ​ອອກ​ໄປ​ຈາກ​ສາດ​ສະ​ໜາ​ຈັກໃນ​ເວ​ລານີ້, ແລະ ວ່າ​ມີ​ຄວາມ​ສົງ​ໄສ ແລະ ຄວາມບໍ່​ເຊື່ອ​ຖື​ຫລາຍກວ່າ​ໃນ​ອາ​ດີດ. ເລື່ອງນີ້ບໍ່​ເປັນ​ຄວາມ​ຈິງ​. ສາດ​ສະ​ໜາ​ຈັກ​ຂອງ​ ພຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ນັບ​ມື້​ນັບ​ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆ. ຈຳ​ນວນ​ສະ​ມາ​ຊິກ​ທີ່​ຂໍ​ຕັດ​ຊື່​ຂອງ​ເຂົາ​ເຈົ້າ​ອອກ​ຈາກ​ບັນ​ທຶກ​ຂອ​ງ​ສາດ​ສະ​ໜາ​ຈັກ​ ​ແມ່ນ​ມີຈຳ​ນວນ​ນ້ອຍ​ຫລາຍ​ຕະ​ຫລອດ​ມາ ແລະ ມີ​ໜ້ອຍ​ລົງ​ໃນ​ປີໆ​ທີ່​ຜ່ານ​ມານີ້ ກວ່າ​ໃນ​ອາ​ດີດ.24 ການ​ເພີ່ມ​ທະ​ວີ​ທາງສະ​ຖິ​ຕິໃນ​ການ​ວັດ​ແທກ​ບາງ​ຢ່າງ, ດັ່ງ​ເຊັ່ນ​ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ທີ່​ມີ​ໃບ​ຮັບ​ຮອງ​ເຂົ້າ​ພ​ຣະ​ວິ​ຫານ​ທີ່​ໃຊ້​ການ​ໄດ້, ຜູ້​ໃຫ​ຍ່​ທີ່​ຈ່າຍ​ສ່ວນ​ສິບ​ເຕັມ​ສ່ວນ, ແລະ ຜູ້​ທີ່​ກຳ​ລັງ​ຮັບ​ໃຊ້​ເຜີຍ​ແຜ່, ກໍ​ມີ​ຫລາຍ. ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ອີກວ່າ, ສາດ​ສະ​ໜາ​ຈັກ​ນັບ​ມື້​ນັບ​​ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆ. ແຕ່, “ຈົ່ງ​ຈຳ​ໄວ້​ວ່າ ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ​ແມ່ນ​ຍິ່ງ​ໃຫ​ຍ່​ໃນ​ສາຍ​ພຣະ​ເນດ​ຂອງ​ພ​ຣະ​ເຈົ້າ.”25 ພວກ​ເຮົາ​ເອື້ອມ​​ອອກ​ໄປ​ຫາ​ທຸກໆ​ຄົນ.

ຖ້າ​ຫາກ​ຄວາມ​ຍາກ​ລຳ​ບາກ​ທີ່​ທ່ານ​ປະ​ເຊີນ​ຢູ່​ໃນ​ເວ​ລານີ້​ເບິ່ງ​ຄື​ວ່າ​ເປັນ​ຕາ​ສິ້ນ​ຫວັງ ແລະ ໜັກ​ໜ່ວງ​ຫລາຍ ແລະ ເກືອບ​ຈະ​ທົນ​ບໍ່​ໄຫວ, ຂໍ​ໃຫ້​ຈຳ​ໄວ້​ວ່າ ໃນ​ຄວາມ​ເຈັບ​ປວດ​ທາງວິນ​ຍານ​ທີ່​ລຳ​ບາກ​ໜັກ​ທີ່​ພ​ຣະ​ຄ​ຣິດ​​ໄດ້​ທົນ​ຕໍ່​ ຢູ່​ໃນ​ສວນ​ເຄັດເຊ​ມາ​ເນ ແລະ ຄວາມທໍ​ລະ​ມານ ແລະ ຄວາ​ມ​ເຈັບ​ປວດ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ​ຢູ່​ທີ່​ຄາ​ວາ​ຣີ, ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອ​ດ​ໄດ້​ສຳ​ເລັດ​ການ​ຊົດ​ໃຊ້, ຊຶ່ງ​ໄດ້​ແກ້​ໄຂ​ພາ​ລະ​ທີ່​ຮ້າຍ​ກາດ​ທີ່​ສຸດ ທີ່​ເກີດ​ຂຶ້ນ​ໃນ​ຊີ​ວິດນີ້. ພ​ຣະ​ອົງ​ໄດ້​ກະ​ທຳ​ມັນ​ເພື່ອ​ທ່ານ, ແລະ ພ​ຣະ​ອົງ​ໄດ້​ກະ​ທຳ​ມັນ​ເພື່ອ​ຂ້າ​ພະ​ເຈົ້າ. ພ​ຣະ​ອົງ​ໄດ້​ກະ​ທຳ​ມັນ​ເພາະ​ວ່າ​ພ​ຣະ​ອົງ​ຮັກ​ເຮົາ ແລະ ເພາະ​ວ່າ​ພ​ຣະ​ອົງ​ເຊື່ອ​ຟັງ ແລະ ຮັກ​ພ​ຣະ​ບິດ​າ​ຂອງ​ພ​ຣະ​ອົງ. ເຮົາ​ຈະ​ຖືກ​ກູ້​ຊີ​ວິດ​ເອົາ​ໄວ້​ຈາກ​ຄວາມ​ຕາຍ—ແມ່ນ​ແຕ່​ຈາກ​ຄວາມ​ເລິກ​ຂອງ​ທະ​ເລ.

​ເຮົາ​ຈະ​ໄດ້​ຮັບການ​ປົກ​ປ້ອງ​​ໃນ​ຊີ​ວິດນີ້ ແລະ ສຳ​ລັບ​ນິ​ລັນ​ດອນ ​ຜ່ານ​ຄວາມ​ຊອບ​ທຳ​ຂອງ​ບຸກຄົນ ​ແລະ ຂອງຄອບ​ຄົວ, ພິທີການ​ຂອງ​ສາດສະໜາ​ຈັກ, ​​ແລະ ການ​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ນີ້​ຄື​ບ່ອ​ນ​ຫລົບ​ໄພ​ຈາ​ກ​ພະ​ຍຸ. ສຳ​ລັບ​ຜູ້​ຄົນ​ທີ່​ຮູ້​ສຶກວ່າ​ຢູ່​ຄົນ​ດຽວ, ທ່ານ​ສາ​ມາດຍຶດ​ໝັ້ນ​ຢູ່​ຢ່າງ​ໝັ້ນ​ຄົງ​ໃນ​ຄວາມ​ຊອບ​ທຳ ໂດຍ​ຮູ້​ວ່າ​ການ​ຊົດ​ໃຊ້​ຈະ​ປົກ​ປ້ອງ ແລະ ໃຫ້​ພອນທ່ານ ​ເກີນກວ່າທີ່​ທ່ານຈະ​ເຂົ້າ​ໃຈ​ໄດ້ທັງ​ໝົດ.

ເຮົາ​ຄວນ​ຈື່​ຈຳ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ, ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ແລະ ຕິດ​ຕາມ​ພ​ຣະ​ບຸດ​ຂອງ​ພ​ຣ​ະ​ເຈົ້າ ດັ່ງ​ທີ່ດອກ​ຕາ​ເວັນ​ອ່ອນ​ຕິດ​ຕາມ​ແສງ​ແດດ. ການ​ຕິດ​ຕາມ​ຄວາ​ມ​ສະ​ຫວ່າງ​ ແລະ ຕົວ​ຢ່າງຂອງ​ພ​ຣະ​ອົງ​ຈະ​ນຳ​ຄວາມ​ຊື່ນ​ຊົມ, ຄວາມ​ສຸກ, ແລະ ຄວາມ​ສັນ​ຕິ​ສຸກ​ມາ​ໃຫ້​ເຮົາ. ດັ່ງ​ທີ່ ​ເພງ​ສັນລະ​ເສີນ ບົດ​ທີ 27 ແລະ ເພງ​ສວດ​ໂປດ ​ທັງ​ສອງ​ປະ​ກາດ​ວ່າ, “ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​​ເປັນ​ຄວາມ​ສະ​ຫວ່າງ ແລະ ເປັນ​ຜູ້​ຊ່ອຍ​ໃຫ້​ພົ້ນ​ຂອງ​ຂ້າ​ພຣະ​ອົງ.”26

ໃນ​ທ້າຍ​ອາ​ທິດ​ຂອງວັນ​ອິດ​ສະ​ເຕີນີ້, ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ, ຂ້າ​ພະ​ເຈົ້າ​ຂໍເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ ​ເຖິງການ​ຟື້ນ​ຄືນ​ສູ່​ຊີວິດຂອງ​ພ​ຣ​ະ​ເຢ​ຊູ​ຄ​ຣິດ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພ​ຣະ​ອົງ​​ຊົງພຣະ​ຊົນຢູ່. ຂ້າ​ພະ​ເຈົ້າ​ຮູ້​ຈັກ​ສຸ​ລະ​ສຽງ​ຂອງ​ພ​ຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ສູງ​ສົ່ງ ແລ​ະ ຄວາມ​ຈິງ​ຂອງ​ການ​ຊົດ​ໃຊ້ຂອງ​ພຣະອົງ ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ​ເບິ່ງ 2 ນີ​ໄຟ 9:20–22.

  2. ​ເບິ່ງ ​ໂມ​ໄຊ​ຢາ 15:8–9.

  3. ​ເບິ່ງ ຟີ​ລິບ​ປອຍ 4:7.

  4. ​ເບິ່ງ ມັດ​ທາຍ 13:41.

  5. ມັດ​ທາຍ 13:43.

  6. ​ເບິ່ງ Doctrine and Covenants 115:5–6.

  7. Handbook 2: Administering the Church (2010), 1.1.4.

  8. Vaughn R. Kimball, “The Right Time at Home,” Reader’s Digest, May 1944, 43.

  9. ​ເບິ່ງ ຈົດໝາຍ​ຈາກ Captain G. A. Seitz, U.S. Navy, USS Bunker Hill, ລົງ​ວັນ​ທີ 25 ​ເດືອນ​ພຶດສະພາ , 1945, ​ເຖິງ​ພໍ່​ຂອງ​ວອນ ຄິມ​ໂບ, ທ່ານ​ໂຄຣຊີ​ເອີ ຄິມ​ໂບ, ​ເມືອງ​ເດຣບ​ເປີ, ລັດ​ຢູທາ.

  10. ​ເບິ່ງ ຈົດໝາຍ​ຈາກ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ, ລົງ​ວັນ​ທີ 2 ​ເດືອນ​ມິຖຸນາ, 1945, ​ເຖິງ ​ໂຄຣຊີ​ເອີ ຄິມ​ໂບ; Doctrine and Covenants 42:46.

  11. ​ເບິ່ງ Crozier Kimball, in Marva Jeanne Kimball Pedersen, Vaughn Roberts Kimball: A Memorial (1995), 53.

  12. Spencer W. Kimball, “The Family Influence,” Ensign, July 1973, 17. ສະ​ເປັນ​ເຊີ ດັບ​ເບິນ​ຢູ ​ຄິມ​ໂບ ຕອນນັ້ນ​ເປັນ​ປະທານ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ.

  13. ​ເບິ່ງ “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign or Liahona, Nov. 2010, 129.

  14. Carla Carlisle, “Pray, Love, Remember,” Country Life, Sept. 29, 2010, 120.

  15. Handbook 2, 1.1.5.

  16. ​ເບິ່ງ 4 ນີ​ໄຟ 1:26.

  17. ວັດ​ທະ​ນະ​ທຳ​ກໍ​ຖືກ​ສົນ​ທະ​ນາ​ກັນ​ເລື້ອຍໆ​ໃນ​ໂລກ ​ໃນ​ວັນ​ເວ​ລານີ້. ສຳ​ລັບ​ປີ 2014 ຄຳ​ທີ່​ວ່າ ວັດທະນະທຳ ກໍ​ຖືກປະ​ກາດ​ວ່າ​ເປັນ​ຄຳສຳ​ຄັນ​ທີ່​ສຸດ​ຂອງ​ປີ ໂດຍ Merriam-Webster.com.

  18. ​ເບິ່ງ ​ແອວ​ມາ 9; ຮີ​ລາມັນ 5.

  19. 4 ນີ​ໄຟ 1:15.

  20. ໂກ​ແອັດ ນັກ​ປັດ​ຊະ​ຍາ​ຊາວ​ເຢ​ຍ​ລະ​ມັນໄດ້​ກ່າວ​ຢ່າງ​ໂດ່ງ​ດັງ​ວ່າ, “ເພື່ອ​ຈະ​ໄດ້​ຄອບ​ຄອງ​ສິ່ງ​ທີ່ບັນ​ພະ​ບຸ​ລຸດ​ຂອງ​ທ່ານມອບ​ຕໍ່​ໃຫ້​ທ່ານ, ທ່ານ​ຕ້ອງ​ຫາ​ມັນ​ມາ​ໃຫ້​ໄດ້​ສຳ​ລັບ​ຕົວ​ທ່ານ​ເອງ​ກ່ອນ!” (Johann Wolfgang von Goethe, Faust, trans. Bayard Taylor [1912], 1:28).

  21. ນີ້​ຄື​ເຫດ​ຜົນໜຶ່ງ​ທີ່​ສາດ​ສະ​ໜາ​ຈັກ​ສອນ​ພ​ຣະ​ກິດ​ຕິ​ຄຸນ​ໃນ 50 ພາ​ສາ ແລະ ແປ​ພ​ຣະ​ຄຳ​ພີ​ມໍ​ມອນ​ເປັນ 110 ພາສາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຍາກ​ລຳ​ບາກ​​ຢ່າງໜຶ່ງ​ຕະ​ຫລອດ​ທົ່ວ​ໂລກ​ແມ່ນ​ຈະ​ຮຽນ​ພາ​ສາ​ຂອງ​ປ​ະ​ເທດ ບ່ອນ​ທີ່​ທ່ານ​ອາ​ໄສ​ຢູ່. ໃນ​ຖາ​ນະ​ພໍ່​ແມ່ ເຮົາ​ຕ້ອງ​ເສຍ​ສະ​ລະ​ເພື່ອ​ຊ່ອຍ​ຄົນ​ລຸ້ນ​ໃໝ່​ຮຽນ​ພາ​ສາ​ຂອງ​ປະ​ເທດ​ບ່ອນ​ທີ່​ພວກເຂົາ​​ອາ​ໄສ​ຢູ່​ໃນ​ເວ​ລານີ້. ຊ່ອຍ​ພວກ​ເຂົາ​ເຮັດ​ໃຫ້​ພາ​ສານັ້ນ​ເປັນ​ພາ​ສາ​ທີ່​ມາ​ຈາກ​ໃຈຂອງ​ ພ​ວກ​ເຂົາ.

  22. ​ເບິ່ງ ​ໂມ​ໄຊ​ຢາ 18:21.

  23. ເບິ່ງ Doctrine and Covenants 38:25, 27.

  24. ​ຕະ​ຫລອດ 25 ປີ​ທີ່​ຜ່ານ​ມາ, ຈຳ​ນວນ​ສະ​ມາ​ຊິກ​ທີ່​ອອກ​ໄປ​ຈາກ​ສາດ​ສະ​ໜາ​ຈັກ​​​ກໍມີ​ໜ້ອຍ​ລົງ ແລະ ​ຈຳ​ນວນ​ສະ​ມາ​ຊິກ​ຂອງສາດ​ສະ​ໜາ​ຈັກ​ກໍ​ໄດ້​ເ​ພີ່ມ​​ທະ​ວີຂຶ້ນ​ເກືອບ​ສອງ​ເທົ່າ. ​ຈຳ​ນວນເປີ​ເຊັນ​ທີ່​ອອກ​ໄປ​ກໍ​​ມີ​ໜ້ອຍລົງ​ຫລາຍ.

  25. ເບິ່ງ Doctrine and Covenants 18:10.

  26. ​ເພງ​ສັນລະ​ເສີນ 27:1; ​ເບິ່ງ “The Lord Is My Light,” Hymns, no. 89 ນຳ​ອີກ.