​2010–2019
ແຜນ​ແຫ່ງ​ຄວາມສຸກ
ເມສາ 2015


ແຜນ​ແຫ່ງ​ຄວາມສຸກ

ຜົນ​ຮັບ​ທີ່​ວາງ​ແຜນ​ໄວ້​ຂອງ​ກິດຈະກຳ​ຕ່າງໆ​ໃນ​ສາດສະໜາ​ຈັກ ແມ່ນ​ເພື່ອ​ເຫັນ​ຜູ້​ຊາຍ, ຜູ້ຍິງ ແລະ ລູກໆ​ຂອງ​ເຂົາເຈົ້າ ມີ​ຄວາມສຸກ​ໃນ​ບ້ານ​ເຮືອນ ແລະ ໄດ້​ຜະ​ນຶກ​ເຂົ້າກັນ​ຊົ່ວ​ນິລັນດອນ.

ຫລັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ ຫລາຍ​ປີ​ມາ​ແລ້ວ, ຂ້າພະເຈົ້າ​ໄດ້​ພົບ​ນາງ ດ່ອນ​ນ້າ ສະ​ມິດ. ມັນ​ເປັນ​ໄລຍະ​ເວລາ​ດຽວ​ກັນ​ທີ່​ຂ້າພະເຈົ້າ​ໄດ້​ອ່ານ​ວ່າ ສ່ວນ​ປະກອບ​ສຳຄັນ​ໃນ​ຊີວິດ​ແຕ່ງງານ​ທີ່​ຫວານ​ຊື່ນ ແມ່ນ​​ເຂົ້າໜົມ​ຄຸກ​ກີ້ ແລະ ຮອຍ​ຈູບ. ຂ້າພະເຈົ້າ​ຄິດ​ວ່າ ນັ້ນ​ເປັນ​ສິ່ງ​ທີ່​ພໍດີ​ກັນ​ອີ່​ຫລີ.

ຂ້າພະເຈົ້າ​ເຂົ້າ​ຮຽນ​ໃນ​ວິທະຍາໄລ​ໃນ​ຕອນ​ເຊົ້າ ແລ້ວ​ຕອນ​ສວຍ​ກໍ​ກັບ​ໄປ​ເມືອງ ບຣິກຳ ໄປ​ເຮັດ​ວຽກ​ໃນ​ຮ້ານ​ແປງ​ລົດ​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ. ຫ້ອງ​ຮຽນ​ສຸດ​ທ້າຍ​ຂອງ ດ່ອນ​ນ້າ ແມ່ນ​ຫ້ອງ​ວິຊາ​ການ​ເຮືອນ. ຂ້າພະເຈົ້າ​ໄດ້​ໄປ​ແວ່​ຫ້ອງ​ຮຽນ​ຂອງ​ນາງ​ກ່ອນ​ຈະ​ກັບ​ບ້ານ. ບານ​ປ່ອງຢ້ຽມ​ຫ້ອງ​ຮຽນ​ນັ້ນ​ແມ່ນ​ແກ້ວ​ມົວໆ ຖ້າ​ຂ້າພະເຈົ້າ​ຢືນ​ໃກ້​ບານ​ປ່ອງຢ້ຽມ​ແກ້ວ​ນັ້ນ ນາງ​ຈະ​ຮູ້​ວ່າ​ແມ່ນ​ເງົາ​ຂອງ​ຂ້າພະເຈົ້າ​ຢູ່​ຂ້າງ​ນອກ. ນາງ​ຈະ​ຫລອຍ​ອອກ​ມາ​ຈາກ​ຫ້ອງ​ມາ​ເອົາ​ຄຸກ​ກີ້ ແລະ ສົ່ງ​ຮອຍ​ຈູບ​ໃຫ້. ເລື່ອງ​ທີ່​ເຫລືອ​ກໍ​ຮູ້​ກັນ​ດີ. ພວກ​ເຮົາ​ໄດ້​ແຕ່ງງານ​ກັນ​ໃນ​ພຣະ​ວິຫານ​ເຊົາ​ເລັກ ແລ້ວ​ກໍ​ເລີ່ມ​ການ​ຜະຈົນ​ໄພ​ຊີວິດ​ອັນ​ສຳຄັນ​ນຳ​ກັນ.

ຂ້າພະເຈົ້າ​ໄດ້​ສອນ​ກ່ຽວ​ກັບ​ຫລັກການ​ສຳຄັນ​ສະເໝີ​ເປັນ​ເວລາ​ຫລາຍໆ​ປີ: ຜົນ​ຮັບ​ທີ່​ວາງ​ແຜນ​ໄວ້​ຂອງ​ກິດຈະກຳ​ຕ່າງໆ​ໃນ​ສາດສະໜາ​ຈັກ ແມ່ນ​ເພື່ອ​ເຫັນ​ຜູ້​ຊາຍ, ຜູ້ຍິງ ແລະ ລູກໆ​ຂອງ​ເຂົາເຈົ້າ ມີ​ຄວາມສຸກ​ໃນ​ບ້ານ​ເຮືອນ, ໄດ້​ຜະ​ນຶກ​ເຂົ້າກັນ​ຊົ່ວການ​ເວລາ ​ແລະ ຕະຫລອດ​ຊົ່ວນິລັນດອນ.

ໃນ​ຕອນ​ຕົ້ນ:

ບັນດາ​ພຣະ​ເຈົ້າ​ຈຶ່ງ​ໄດ້​ລົງ​ໄປ​ຈັດ​ລະບຽບ​ມະນຸດ​ໃນ​ຮູບ​ລັກສະນະ​ຂອງ​ພວກ​ພຣະ​ອົງ​ເອງ, ໃນ​ຮູບ​ຮ່າງ​ລັກສະນະ​ຂອງ​ບັນດາ​ພຣະ​ເຈົ້າ ພວກ​ພຣະ​ອົງ​ໄດ້​ປະກອບ​ລາວ, ຊາຍ ແລະ ຍິງ ​ພວກ​ພຣະ​ອົງ​ໄດ້​ປະກອບ​ພວກ​ເຂົາ.

ແລະ ບັນດາ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ: ພວກ​ເຮົາ​ຈະ​ອວຍພອນ​ພວກ​ເຂົາ. ແລະ ບັນດາ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ: ພວກ​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ມີ​ລູກເຕົ້າ​ໃຫ້​ມາກ​ຫລາຍ, ແລະ ປົກຄອງ​ມັນ (​ເບິ່ງ Abraham 4:27–28).

ແລະ​ ວົງ​ຈອນ​ຂອງ​ຊີວິດ​ມະນຸດ​ກໍ​ເລີ່ມ​ມີ​ມາ​ເທິງ​ໂລກ ເມື່ອ​ອາ​ດາມ​ໄດ້​ສົມສູ່​ຢູ່​ກັບ​ເມຍ​ຂອງ​ລາວ, ແລະ ນາງ​ກໍ​ໄດ້​ເກີດ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ, ແລະ ພວກ​ເຂົາ​ໄດ້​ເລີ່ມ​ຂະຫຍາຍ​ເຜົ່າ​ພັນ ແລະ ເພີ່ມ​ທະວີ​ຈົນ​ເຕັມ​ແຜ່ນດິນ​ໂລກ.

ແລະ … ພວກ​ລູກ​ຊາຍ ແລະ ພວກ​ລູກ​ສາວ​ຂອງ​ອາ​ດາມ​ໄດ້​ເລີ່ມ​ແຍກ​ໄປ​ເປັນ​ຄູ່ໆ​ໃນ​ແຜ່ນດິນ, … ແລະ ພວກ​ເຂົາ​ເລີ່ມ​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ​ນຳ​ອີກ (​ເບິ່ງ Moses 5:2–3).

ພຣະ​ບັນຍັດ​ທີ່​ໃຫ້​ມີ​ລູກເຕົ້າ​ມາກ​ຫລາຍ ໃຫ້​ເຕັມ​ແຜ່ນດິນ​ໂລກ​ນັ້ນ​ບໍ່​ເຄີຍ​ຖືກ​ຍົກເລີກ​ເລີຍ. ສິ່ງ​ນັ້ນ​ຈຳເປັນ​ສຳລັບ​ແຜນ​ແຫ່ງ​ການ​ໄຖ່ ແລະ ນັ້ນ​ກໍ​ເປັນ​ແຫລ່ງ​ແຫ່ງ​ຄວາມສຸກ​ຂອງ​ມະ​ນຸດ. ຖ້າ​ເຮັດ​ຕາມ​ອຳນາດ​ນີ້​ໃນ​ສິນ​ທຳ ເຮົາ​ອາດ​ຈະ​ໄດ້​ເຂົ້າ​ໃກ້​ພຣະ​ບິດາ​ເທິງ​ສະຫວັນ ແລະ ມີ​ຄວາມ​ຊື່ນ​ຊົມ​ເຕັມ​ປ່ຽມ ຈົນ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ໄດ້. ອຳນາດ​ແຫ່ງ​ການ​ສ້າງ ບໍ່​ແມ່ນ​ພາກສ່ວນ​ສຳລອງ​ໃນ​ແຜນ; ມັນ​ເປັນ​ແຜນ​ແຫ່ງ​ຄວາມສຸກ ແຕ່​ມັນ​ເປັນ​ຂໍ້​ສຳຄັນ​ຕໍ່​ແຜນ​ແຫ່ງ​ຄວາມ​ສຸກ.

ຄວາມ​ປາດຖະໜາ​ທີ່​ຢາກ​ຈະ​ສົມສູ່​ຂອງ​ມະນຸດ ແມ່ນ​ມີ​ຢູ່​ເປັນ​ປະຈຳ ແລະ ແຮງ​ກ້າ. ຄວາມສຸກ​ຂອງ​ເຮົາ​ໃນ​ຊີວິດ​ມະຕະ, ຄວາມ​ຍິນດີ ແລະ ຄວາມ​ສູງ​ສົ່ງ​ຂອງ​ເຮົາ​ແມ່ນ​ຂຶ້ນ​ກັບ ວ່າ​ເຮົາ​ສະໜອງ​ຕໍ່​ສະ​ເໜ່ຫາ​ອັນ​ບໍ່​ລົດ​ລະ ແລະ ລໍ້​ໃຈ​ຂອງ​ເຮົາ​ນັ້ນ​ແນວ​ໃດ. ເມື່ອ​ຊາຍ​ຍິງ​ໃຫຍ່​ເປັນ​ໜຸ່ມ​ເປັນ​ສາວ​ທີ່​ສາມາດ​ມີ​ລູກ​ໄດ້, ຄວາມ​ຮູ້ສຶກ​ມັກ​ຮັກ​ກັນ​ກໍ​ເກີດ​ມີ​ຂຶ້ນ​ໂດຍ​ທຳ​ມະ​ຊາດ ຊຶ່ງ​ບໍ່​ເໝືອນ​ກັບ​ການ​ປ່ຽນແປງ​ທາງ​ຮ່າງກາຍ​ອື່ນໆ.

ຕາມ​ອຸດົມ​ການ​ແລ້ວ ການ​ສົມສູ່​ກັນ​ແມ່ນ​ເລີ່ມ​ຈາກ​ຄວາມ​ຮັກ. ປະເພນີ​ອາດ​ຈະ​ແຕກ​ຕ່າງ​ກັນ​ໄປ ໃນ​ຄວາມ​ມັກ​ຮັກ​ທີ່​ຫວານ​ຊື່ນ, ຕື່ນເຕັ້ນ, ແລະ ຕັ້ງ​ຕາລໍ​ຄອຍ ຕາມ​ແບບ​ສະບັບ​ເລື່ອງ​ຕ່າງໆ ບາງເທື່ອ​ກໍ​ຖືກ​ປະຕິ​ເສດ. ມັນ​ມີ​ທັງ​ແສງ​ເດືອນ, ດອກ​ກຸຫລາບ, ຈົດໝາຍ​ຮັກ, ເພງ​ຄວາມ​ຮັກ, ບົດ​ກາບກອນ, ການ​ຈັບ​ມື​ຖື​ແຂນ, ແລະ ຄວາມ​ສະແດງ​ອາລົມ​ທາງ​ຮັກ​ຕໍ່​ກັນ​ລະຫວ່າງ​ຊາຍ​ໜຸ່ມຍິງ​ສາວ. ສິ່ງ​ຢູ່​ອ້ອມ​ຂ້າງ​ເຂົາເຈົ້າ​ຈະ​ເລືອນ​ລາງ ເມື່ອ​ເຂົາເຈົ້າ​ຮັກ​ກັນ.

ຖ້າ​ທ່ານ​ຄິດ​ວ່າຄວາມ​ຮັກ​ຫວານ​ຊື່ນ​ຂອງ​ຄົນ​ໜຸ່ມ​ສາວ​ນັ້ນ​ສົມບູນ ຍ້ອນ​ອຳນາດ​ແຫ່ງ​ການ​ສ້າງ ແປ​ວ່າ​ທ່ານ​ຍັງ​ບໍ່​ທັນ​ເຫັນ​ຄວາມ​ອຸທິດ​ຕົນ ແລະ ຄວາມ​ສະບາຍ​ຂອງ​ຄູ່​ແຕ່ງງານ​ທີ່​ຮັກ​ກັນ​ຍາວ​ນານ​ເທື່ອ. ຄູ່​ແຕ່ງງານ ເຄີຍ​ຜ່ານ​ການ​ລໍ້​ໃຈ, ການ​ເຂົ້າໃຈ​ຜິດ​ກັນ, ບັນຫາ​ການ​ເງິນ, ຄວາມ​ລຳບາກ​ທາງ​ຄອບຄົວ, ຄວາມເຈັບ​ປ່ວຍ, ທຸກ​ຢ່າງ​ນີ້​ເຮັດ​ໃຫ້​ຄວາມ​ຮັກ​ເຂັ້ມແຂງ​ຂຶ້ນ. ຄົນ​ທີ່​ແຕ່ງງານ​ດົນ​ແລ້ວ ມີ​ຄວາມສຸກ​ທີ່​ຄູ່​ແຕ່ງງານ​ໃໝ່​ບໍ່​ສາມາດ​ເຂົ້າໃຈ​ໄດ້.

ເຮົາ​ຕ້ອງ​ສະຫງວນ​ການ​ມອບ​ຮັກ​ທີ່ແທ້​ຈິງ​ໄວ້​ຈົນ​ກວ່າ​ເຮົາ​ແຕ່ງງານ​ແລ້ວ ນັ້ນ​ຈະ​ເປັນ​ການ​ເປີດ​ອຳນາດ​ສັກສິດ​ໃນ​ການ​ສ້າງ​ຊີ​ວິດ. ນັ້ນ​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ຫລີກເວັ້ນ​ສະຖານະ​ການ​ໃດໆ ທີ່​ເຮົາ​ບໍ່​ສາມາດ​ຄວບ​ຄຸມ​ກິເລດ​ຂອງ​ຕົນ​ໄດ້. ເຮົາ​ຖື​ວ່າ​ເຮົາ​ຈະ​ມີ​ຄວາມ​ຮັກ​ບໍລິສຸດ​ໄດ້ ຫລັງ​ຈາກ​ທີ່​ເຮົາ​ສັນຍາ​ກັນ​ແລ້ວ​ວ່າ​ຈະ​ເຊື່ອ​ໃຈ​ກັນ​ຊົ່ວ​ນິລັນດອນ, ເຮັດ​ພິທີ​ຕາມ​ກົດໝາຍ​ໃຫ້​ຖືກຕ້ອງ, ແລະ ຫລັງ​ຈາກ​ພິທີ​ແນ່ນອນ​ໃນ​ການ​ຜະ​ນຶກ​ກັນ​ໃນ​ພຣະ​ວິຫານ ນັ້ນ​ແມ່ນ​ການ​ເປີດ​ອຳນາດ​ແຫ່ງ​ການ​ສ້າງ​ໃນ​ສາຍ​ພຣະ​ເນ​ດ​ຂອງ​ພຣະ​ເຈົ້າ ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ເຕັມ​ປ່ຽມ​ໄດ້. ເຮົາ​ຈະ​ສະຫງວນ​ສິ່ງ​ນັ້ນ​ໄວ້​ສຳລັບ​ຜູ້​ດຽວ ແລະ ພຽງ​ຜູ້​ດຽວ ​ເທົ່າ​ນັ້ນ ທີ່​ທ່ານ​ເປັນ​ຄູ່​ຄອງ​ຕະຫລອດ​ໄປ.

ເມື່ອ​ແຕ່ງງານ​ຢ່າງ​ມີຄ່າ​ຄວນ​ແລ້ວ ຂັ້ນ​ຕອນ​ນີ້​ຈະ​ນຳ​ຄວາມ​ດີເລີດ ແລະ ຄວາມ​ສູງ​ສົ່ງມາ​ສູ່​ທາງ​ຮ່າງກາຍ, ທາງ​ຈິດໃຈ, ແລະ ຄວາມ​ຮູ້ສຶກ ຊຶ່ງ​ກ່ຽວ​ພັນ​ກັບ​ຄຳ​ວ່າ ຮັກ. ສ່ວນ​ນັ້ນ​ໃນ​ຊີວິດ​ຈະ​ບໍ່​ມີ​ສິ່ງ​ໃດ​ປຽບທຽບ​ເທົ່າ ໃນ​ປະສົບ​ການ​ທັງ​ໝົດ​ຂອງ​ມະນຸດ​ໄດ້. ມັນ​ຈະ​ເປັນ​ດັ່ງນັ້ນ ຈົນ​ຕະຫລອດ​ຊົ່ວ​ນິລັນດອນ ຖ້າ​ເຮົາ​ຮັກສາ​ພັນທະ​ສັນຍາ ເພາະ​ໃນ​ນັ້ນ​ກະແຈ​ແຫ່ງ​ຖານະ​ປະໂລຫິດ​ອັນ​ສັກສິດ​ໄດ້​ຖືກ​ແຕ່ງຕັ້ງ​ໄວ້ ເພື່ອ​ເຮົາ​ອາດ​ຈະ​ໄດ້​ຮັບ​ກຽດ ແລະ ລັດສະໝີ​ພາບ (​ເບິ່ງ D&C 124:34), ຊຶ່ງລັດສະໝີ​ພາບນີ້ຈະ​ເປັນຄວາມ​ສົມບູນ ​ແລະ ຄວາມ​ຕໍ່​ເນື່ອງ​ຂອງ​ເຊື້ອສາຍຕະຫລອດ​ການ ​ແລະ ຕະຫລອດ​ໄປ (​ເບິ່ງ D&C 132:19).

ແຕ່​ຄວາມ​ມັກ​ຮັກ​ທີ່​ຫວານ​ຊື່ນ​ຈະ​ບໍ່​ຄົບ​ຖ້ວນ. ມັນ​ເປັນ​ພຽງ​ການ​ເລີ່ມ​ຕົ້ນ. ຄວາມ​ຮັກ​ຈະ​ຖືກ​ທະນຸ​ຖະໜອມ ເມື່ອ​ໄດ້​ລູກ ຜູ້​ຊຶ່ງ​ເກີດ​ຈາກ​ນ້ຳພຸ​ແຫ່ງ​ຊີວິດ​ຂອງ​ຄູ່​ສາມີ​ພັນ​ລະ​ຍາ​ທີ່​ມອບ​ໃຈ​ໃຫ້​ກັນ​ໃນ​ຊີວິດ​ແຕ່ງ​ງານ. ຊີວິດ​ເລີ່ມ​ຈາກ​ການ​ໂອບ​ກອດ​ຂອງ​ສາມີ​ພັນ​ລະ​ຍາ​ທີ່​ແຕ່ງງານ​ກັນ. ຮ່າງ​ນ້ອຍໆ​ກໍ​ເລີ່ມ​ເປັນ​ຮ່າງກາຍ​ຕາມ​ແບບ​ສະບັບ​ສະຫລັບຊັບຊ້ອນ​ສວຍ​ສົດ​ງົດ​ງາມ. ແລ້ວ​ທາລົກ​ກໍ​ເກີດ​ມາ​ຢ່າງ​ອັດສະຈັນ ລູກ​ກໍ​ມີໜ້າ​ຕາ​ເໝືອນ​ພໍ່ ແມ່​ທາງ​ທຳ​ມະ​ຊາດ. ຮ່າງກາຍ​ນ້ອຍໆ​ທາງ​ມະຕະ​ນັ້ນ ມີ​ວິນ​ຍານ​ທີ່​ສາມາດ​ຮູ້ສຶກ ແລະ ຮັບ​ຮູ້​ສິ່ງ​ຕ່າງໆ​ທາງ​ວິນ​ຍານ​ໄດ້. ພາຍ​ໃນ​ຮ່າງກາຍ​ເດັກ​ທາລົກນີ້​ທີ່​ຍັງ​ບໍ່​ພັດທະນາ​ນັ້ນ ແມ່ນ​ອຳນາດ​ທີ່​ໃຫ້​ກຳເນີດ​ລູກ​ທີ່ຈະ​ມີໜ້າ​ຕາ​ເໝືອນ​ເຂົາ​ເອງ.

ວິນ​ຍານ ແລະ ຮ່າງກາຍ​ເປັນ​ຈິດ​ວິນ​ຍານ​ຂອງ​ມະນຸດ (​ເບິ່ງ D&C 88:15), ຖ້າ​ເຮົາ​ຢາກ​ມີ​ຄວາມສຸກ ເຮົາ​ຕ້ອງ​ເຮັດ​ຕາມ​ກົດ​ທາງ​ວິນ​ຍານ ແລະ ກົດ​ທາງ​ຮ່າງ​ກາຍ. ສິ່ງ​ເຫລົ່າ​ນີ້​ຄື​ກົດ​ນິລັນດອນ ຮ່ວມ​ທັງ​ກົດ​ທີ່​ກ່ຽວ​ພັນ​ກັນ​ກັບ​ອຳນາດ​ທີ່​ໃຫ້​ກຳເນີດ​ຊີວິດ​ທີ່​ວ່າ: ມີ​ກົດ​ໜຶ່ງ​ຕັ້ງ​ໄວ້​ໃນ​ສະຫວັນ​ທີ່​ລົບ​ລ້າງ​ບໍ່​ໄດ້ ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ​ນີ້ ຊຶ່ງ​ໃນ​ນັ້ນ​ກຳນົດ​ພອນ​ໄວ້​ທຸກ​ປະ​ການ (​ເບິ່ງ D&C 130:20). ກົດ​ນັ້ນ​ເປັນ​ກົດ​ຝ່າຍ​ພຣະ​ວິນ​ຍານ ຊຶ່ງ​ເປັນ​ການ​ຈຳກັດ​ເຂດ​ແຫ່ງ​ມາດຕະຖານ​ທາງ​ສິນ​ທຳ​ສຳລັບ​ມວນ​ມະນຸດ (​ເບິ່ງ Joseph Smith Translation, ​ໂຣມ 7:14–15 [​ໃນ Bible appendix]; 2 ນີ​ໄຟ 2:5; D&C 29:34; 134:6). ມີ​ພັນທະ​ສັນຍາ​ທີ່​ຜູກ​ມັດ, ຜະ​ນຶກ, ​ແລະ ປົກ​ປ້ອງ ​ແລະ ​​ມີ​ຄຳ​ສັນຍາ​​ຂອງ​ພອນ​ແຫ່ງ​ນິລັນດອນ.

ແອວ​ມາ​ໄດ້​ສັ່ງສອນ​ລູກ​ຊາຍ​ຂອງ​ເພິ່ນ​ທີ່​ຊື່ ຊິ​ບ​ລັນ ດັ່ງນີ້, “ຈົ່ງ​ເບິ່ງ​ວ່າ ລູກ​ຕ້ອງ​ຄວບ​ຄຸມ​ກິເລດ​ຕັນຫາ​ທັງ​ໝົດ​ຂອງ​ລູກ, ເພື່ອ​ລູກ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ” (​ແອວ​ມາ 38:12). ບັງຫຽນ​ມ້າ​ແມ່ນ​ໃຊ້​ເປັນ​ສິ່ງ​ນຳ​ທາງ ແລະ ຄວບ​ຄຸມ​ມ້າ. ເຮົາ​ຕ້ອງ​ຄວບ​ຄຸມ​ກິເລດ​ຂອງ​ເຮົາ. ເມື່ອ​ເຮົາ​ໃຊ້​ອຳນາດ​ແຫ່ງ​ການ​ສ້າງ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ມັນ​ຈະ​ເປັນ​ພອນ ແລະ ເປັນຄວາມ​ສັກສິດ​ແກ່​ເຮົາ (ເບິ່ງ Teachings of Presidents of the Church: Joseph F. Smith [1998], 158).

ການ​ລໍ້​ລວງ​ນັ້ນ​ມີ​ຢູ່​ສະ​ເໝີ. ເພາະວ່າ ຜູ້​ປໍ​ລະ​ປັກ​ບໍ່​ສາມາດ​ສ້າງ​ຊີວິດ​ໄດ້ ມັນ​ຈຶ່ງ​ອິດສາ​ຄົນ​ທີ່​ມີ​ອຳນາດ​ແຫ່ງ​ສະ​ຫວັນ. ມັນ ແລະ ບໍລິວານ​ຂອງ​ມັນ​ໄດ້​ຖືກ​ໄລ່​ໜີ ແລະ ຖືກ​ກີດ​ກັນ​ບໍ່​ໃຫ້​ມີ​ຮ່າງກາຍ​ມະ​ຕະ. “ມັນ​ຢາກ​ເຮັດ​ໃຫ້​ມະນຸດ​ທັງ​ປວງ ມີ​ຄວາມ​ເດືອດຮ້ອນ​ຄື​ກັນ​ກັບ​ມັນ” (2 ນີ​ໄຟ 2:27). ຖ້າ​ມັນ​ເຮັດ​ໄດ້ ມັນ​ຈະ​ລໍ້​ລວງ, ທຳລາຍ, ເຮັດ​ໃຫ້​ເຮົາ​ລົ້ມ​ເຫລວ. ຖ້າ​ເປັນ​ໄປ​ໄດ້ ມັນ​ຈະ​ທຳລາຍ​ຂອງ​ປະທານ​ນີ້ ຊຶ່ງ​ເຮົາ​ອາດ​ຈະ​ເຮັດ ແຕ່​ຖ້າ​ເຮົາ​ມີຄ່າ​ຄວນ ເຮົາ​ຈະ​ມີ​ກຳໄລ​ໃນ​ຊີວິດ​ນິລັນດອນ (​ເບິ່ງ D&C 132:28–31).

ຖ້າ​ເຮົາ​ເຮັດ​ໃຫ້​ອຳນາດ​ແຫ່ງ​ການ​ສ້າງ​ມີ​ມົນທິນ ຫລື ເຮັດ​ໃຫ້​ຄົນ​ອື່ນ​ລ່ວງ​ລະເມີດ, ເຮົາ​ຈະ​ຖືກ​ລົງໂທດ​ໜັກ ແລະ ຈະ​ທົນ​ໄດ້​ຍາກ (ເບິ່ງ D&C 19:15) ຍິ່ງ​ໄປ​ກວ່າ​ລາຄາ​ຂອງ​ຄວາມ​ເພີດເພີນ​ທາງ​ຮ່າງກາຍ​ຊ້ຳ.

ແອວ​ມາ​ໄດ້​ບອກ​ລູກ​ຊາຍ​ຂອງ​ເພິ່ນ​ທີ່​ຊື່ ​ໂຄຣິອານ​ທັນ ວ່າ, “ເຈົ້າ​ຮູ້​ບໍ່, ລູກ​ຂອງ​ພໍ່, ວ່າ​ສິ່ງ​ເຫລົ່າ​ນີ້​ເປັນ​ໜ້າ​ກຽດ​ຊັງ​ໃນ​ສາຍ​ພຣະ​ເນ​ດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ໜ້າ​ກຽດ​ຊັງ​ທີ່​ສຸດ ເໜືອກ​ວ່າ​ບາບ​ທັງ​ປວງ​ນອກຈາກ​ການ​ເຮັດ​ໃຫ້​ຜູ້​ບໍລິສຸດ​ຕ້ອງ​ເສຍ​ຊີວິດ ຫລື ການ​ປະຕິເສດ​ພຣະ​ວິນ​ຍານ​ບໍລິສຸດ?” (​ແອວ​ມາ 39:5). ເຮົາ​ບໍ່​ສາມາດ​ຫລີກເວັ້ນ​ຜົນ​ທີ່​ຕາມ​ມາ​ໄດ້ ເມື່ອ​ເຮົາ​ລ່ວງ​ລະ​ເມີດ.

ທາງ​ດຽວ​ທີ່​ຖືກຕ້ອງ​ໃນ​ການສະແດງ​ຄວາມ​ຮັກ​ຂອງ​ອຳນາດ​ແຫ່ງ​ການ​ສ້າງ, ຕ້ອງ​ແມ່ນ​ລະຫວ່າງ​ສາມີ ​ແລະ ພັນ​ລະ​ຍາ​, ລະຫວ່າງ​ຊາຍ ​ແລະ ຍິງ, ທີ່​ໄດ້​ແຕ່ງງານ​ກັນ​ໂດຍ​ຖືກຕ້ອງ​ຕາມ​ກົດໝາຍ​ເທົ່າ​ນັ້ນ. ນອກຈາກ​ທາງ​ນີ້​ແລ້ວ​ ຈະ​ເປັນ​ການ​ຝ່າຝືນ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ. ຢ່າ​ຍອມ​ຈຳນົນ​ຕໍ່​ການ​ລໍ້​ລວງ​ຂອງຜູ້​ປໍ​ລະ​ປັກ ຖ້າ​ບໍ່​ດັ່ງນັ້ນ ຕ້ອງ​ໄດ້​ໃຊ້​ໜີ້​ໃຫ້​ຄົບ ຕໍ່​ການ​ລໍ້​ລວງ​ນັ້ນ “ຈົນ​ກວ່າ​ຈະ​ໄດ້​ໃຊ້​ໜີ້​ຈົນ​ຄົບ​ທຸກ​ອັດ” (ມັດ​ທາຍ 5:26).

ບໍ່​ມີ​ທາງ​ໃດ​ຍິ່ງ​ໄປ​ກວ່າ​ການ​ກັບ​ໃຈ ທີ່​ເຮົາ​ຈະ​ສາມາດ​ເຫັນ​ຄວາມ​ໃຈ​ບຸນ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ທີ່​ຖືກ​ສະແດງ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ໄດ້.

ຖ້າ​ຮ່າງກາຍ​ຂອງ​ເຮົາ​ໄດ້​ຮັບ​ບາດເຈັບ ຮ່າງກາຍ​ກໍ​ສາມາດ​ຫາຍ​ດີ​ໄດ້, ບາງເທື່ອ​ໝໍ​ເປັນ​ຜູ້​ຊ່ອຍ​ປິ່ນ​ປົວ. ຖ້າ​ເສຍ​ຫາຍ​ຫລາຍ ສ່ວນ​ຫລາຍ​ແລ້ວ​ຮ່າງກາຍ​ກໍ​ຈະ​ມີ​ຮອຍ​ບາດແຜ​ຫລົງ​ເຫລືອ​ໄວ້ ເພື່ອ​ເປັນ​ການ​ເຕືອນ​ເຖິງ​ຄວາມ​ບາດເຈັບ​ນັ້ນ.

ຮ່າງກາຍ​ທາງ​ວິນ​ຍານ​ນີ້​ກໍ​ເປັນ​ອີກ​ເລື່ອງ​ໜຶ່ງ. ຈິດ​ວິນ​ຍານ​ເຮົາ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ເມື່ອ​ເຮົາ​ເຮັດ​ຄວາມ​ຜິດ​ບາບ. ແຕ່​ບໍ່​ເໝືອນ​ຮ່າງກາຍ​ທາງ​ເນື້ອ​ໜັງ​ຂອງ​ເຮົາ ເມື່ອ​ເຮົາ​ໄດ້​ກັບ​ໃຈ​ຮຽບຮ້ອຍ​ແລ້ວ ເຮົາ​ຈະ​ບໍ່​ມີ​ບາດແຜ​ຫລົງ​ເຫລືອ​ຢູ່ ຍ້ອນ​ວ່າ​ມີ​ການ​ໄຖ່​ບາບ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຄຳ​ສັນຍາ​ນັ້ນ​ຄື: ຖ້າ​ຜູ້​ໃດ​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ເຂົາ​ຈະ​ໄດ້​ຮັບ​ການ​ອະໄພໂທດ ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຈົດ​ຈຳ​ບາບ​ນັ້ນ​ອີກຕໍ່​ໄປ (​ເບິ່ງ D&C 58:42).

ເມື່ອ​ເວົ້າ​ເຖິງ​ເລື່ອງ​ແຕ່ງງານ​ແລ້ວ, ເຮົາ​ຈະ​ຄິດ​ເຖິງ​ຄຳ​ທີ່​ວ່າ “ແລ້ວ​ສິ່ງ​ທີ່​ຍົກເວັ້ນ​ນັ້ນ​ເດ?” ຢ່າງ​ຫລີກລ້ຽງ​ບໍ່​ໄດ້ ເຊັ່ນ​ຄົນ​ເກີດ​ມາ​ບົກພ່ອງ ແລະ ມີ​ລູກ​ບໍ່​ໄດ້. ບາງ​ຄົນ​ທີ່​ບໍລິສຸດ​ກໍ​ມີ​ຊີວິດ​ແຕ່ງງານ​ທີ່​ລົ້ມເຫລວ ຍ້ອນ​ຄູ່​ຜົວ​ເມຍ​ນອກ​ໃຈ. ບາງ​ຄົນ​ກໍ​ຢູ່​ເປັນ​ໂສດ​ແຕ່​ມີຄ່າ​ຄວນ.

ບັດ​ນີ້ ຂ້າພະເຈົ້າ​ໃຫ້​ຄວາມ​ປອບ​ໃຈ​ແກ່​ທ່ານ​ວ່າ: ພຣະ​ເຈົ້າ​ແມ່ນ​ພຣະ​ບິດາ​ຂອງ​ເຮົາ. ຄວາມ​ຮັກ ແລະ ຄວາມ​ໃຈ​ບຸນ​ທັງຫລາຍ​ທີ່​ພໍ່​ທາງ​ໂລກ​ໄດ້​ສະແດງ​ອອກ​ໄປ ແມ່ນ​ເພີ່ມ​ທະວີ​ອອກ​ເມື່ອ​ຢູ່​ກັບ​ພຣະ​ອົງ ຜູ້​ຊຶ່ງ​ເປັນ​ພຣະ​ບິດາ ແລະ ພຣະ​ເຈົ້າ​ຂອງ​ເຮົາ​ເກີນ​ກວ່າ​ທີ່​ຈິດໃຈ​ທາງ​ໂລກ​ຂອງ​ເຮົາ​ຈະ​ເຂົ້າໃຈ​ໄດ້. ການ​ຕັດສິນ​ຂອງ​ພຣະ​ອົງ​ນັ້ນ​ຍຸດຕິ​ທຳ, ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ບໍ່​ມີ​ຂອບ​ເຂດ, ອຳນາດ​ຂອງ​ພຣະ​ອົງ​ທົດ​ແທນ​ສິ່ງ​ຕ່າງໆ​ໄດ້​ເກີນ​ທີ່​ໂລກ​ຈະ​ປຽບທຽບ​ໄດ້. “ຖ້າ​ເຮົາ​ທັງຫລາຍ​ໄດ້​ໄວ້​ວາງໃຈ​ໃນ​ພຣະ​ຄຣິດ​ຝ່າຍ​ຊີວິດ​ນີ້​ເທົ່າ​ນັ້ນ ພວກ​ເຮົາ​ກໍ​ເປັນ​ຄົນ​ໜ້າ​ສັງເວດ​ທີ່​ສຸດ​ໃນ​ໝູ່​ຄົນ​ທັງ​ປວງ” (1 ​ໂກຣິນ​ໂທ 15:19).

ຂ້າພະເຈົ້າ​ໃຊ້​ຄຳ​ວ່າ ພຣະວິຫານ ດ້ວຍ​ຄວາມ​ໃຫ້​ກຽດ. ຂ້າພະເຈົ້າ​ວາດພາບ​​ເຫັນ ຫ້ອງ​ຜະ​ນຶກ ແລະ ມີ​ຄູ່​ແຕ່ງງານ​ນັ່ງ​ຄຸເຂົ່າ​ຢູ່​ທີ່​ແທ່ນ​ໃນ​ຫ້ອງ​ນັ້ນ. ພິທີການ​ສັກສິດ​ຂອງ​ພຣະ​ວິຫານ​ນີ້ ແມ່ນ​ເໜືອ​ກວ່າການ​ແຕ່ງງານ​ທຳ​ມະ​ດາ, ເພາະ​ການ​ແຕ່ງງານ​ນີ້​ຈະ​ຖືກ​ຜະ​ນຶກ​ດ້ວຍ​ຄຳ​ສັນຍາ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ, ແລະ ໃນ​ພຣະ​ຄຳ​ພີ​ມີ​ຂຽນ​ໄວ້​ວ່າ ພວກ​ເຮົາ​ຈະ​ໄດ້​ຮັບ​ບັນລັງ, ບັນດາ​ອານາຈັກ, ເຂດ​ປົກຄອງ, ແລະ ອຳນາດການ​ຄອບ​ຄອງ (​ເບິ່ງ D&C 132:19). ຂ້າພະເຈົ້າ​ເຫັນ​ຄວາມ​ຊື່ນ​ຊົມ​ທີ່​ຈະ​ມີ​ແກ່​ຄົນ​ທີ່​ຮັບ​ຂອງ​ປະທານ​ແຫ່ງ​ສະຫວັນ ແລະ ໄດ້​ປະຕິບັດ​ຕາມ​ຢ່າງ​ມີຄ່າ​ຄວນ.

ຊິ​ດສະ​ເຕີ ດ່ອນ​ນ້າ ແພ໊ກ​ເກີ ແລະ ຂ້າພະເຈົ້າ​ໄດ້​ຢູ່​ຄຽງ​ຂ້າງ​ກັນ​ໃນ​ຊີວິດ​ແຕ່ງງານ​ມາ​ໄດ້​ເກືອບ 70 ປີ​ແລ້ວ. ເມື່ອ​ເວົ້າ​ເຖິງ​ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ ຜູ້​ທີ່​ເປັນ​ແມ່​ຂອງ​ລູກໆ​ຂອງ​ຂ້າພະເຈົ້າ​ແລ້ວ ຂ້າພະເຈົ້າ​ບໍ່​ສາມາດ​ບັນຍາຍ​ໄດ້. ລາງວັນ​ຍິ່ງ​ໃຫຍ່​ທີ່​ເຮົາ​ໄດ້​ຮັບ​ໃນ​ຊີວິດ​ນີ້ ແລະ ໃນ​ຊີວິດ​ທີ່​ຈະ​ມາ​ເຖິງ ແມ່ນ​ລູກ​ຫລານ​ຂອງ​ເຮົາ. ເມື່ອ​ໃກ້​ຈະ​ເຖິງ​ບັ້ນ​ທ້າຍ​ໃນ​ຊີວິດ​ຮ່ວມ​ກັນ ຂ້າພະເຈົ້າ​ມີ​ຄວາມ​ຂອບຄຸນ​ສຳລັບ​ທຸກ​ວິນາທີ ທີ່​ນາງ​ໄດ້​ຢູ່​ຄຽງ​ຂ້າງ​ຂ້າພະເຈົ້າ ແລະ ເວລາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ໃຫ້ ແລະ ໄດ້​ສັນຍາ​ວ່າ ມັນ​ຈະ​ບໍ່​ມີ​ວັນ​ສິ້ນ​ສຸດ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຢ​ຊູ​ຄື ພຣະ​ຄຣິດ, ​ແລະ ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່. ພຣະ​ອົງ​ເປັນ​ປະມຸກ​ຂອງ​ສາດສະໜາ​ຈັກ. ໂດຍ​ຜ່ານ​ການ​ຊົດ​ໃຊ້ຂອງ​ພຣະອົງ ​ແລະ ອຳນາດ​ແຫ່ງ​ຖານະ​ປະໂລຫິດ​, ຄອບຄົວທີ່​ເລີ່​ມຕົ້ນ​ໃນ​ຊີວິດ​ມະຕະ​ນີ້ ຈະສາມາດ​ຢູ່​ນຳ​ກັນ​ຊົ່ວ​ນິລັນດອນ​ໄດ້. ການ​ຊົດ​ໃຊ້, ຊຶ່ງ​ເຮົາ​ແຕ່ລະຄົນ​ສາມາດທວງ​ເອົາ​ໄດ້ ບໍ່​ມີ​ຮອຍ​ແຜ. ນັ້ນໝາຍ​ຄວາມ​ວ່າ ບໍ່​ວ່າ​ເຮົາ​​ໄດ້​ເຄີຍ​ເຮັດ​ສິ່ງ​ໃດ ຫລື ​ເຄີຍ​ຢູ່​ໃສ ຫລື ສິ່ງ​ໃດ​ເຄີຍ​ເກີດ​ຂຶ້ນ, ຖ້າ​ເຮົາ​ກັບ​ໃຈ​ແທ້​ໆ, ພຣະອົງ​ໄດ້​ສັນຍາ​ວ່າ ພຣະອົງ​ຈະ​ຊົດ​ໃຊ້​ໃຫ້. ​ແລະ ​ເມື່ອ​ພຣະອົງ​​ໄດ້​ຊົດ​ໃຊ້, ພຣະອົງ​ກໍ​ໄດ້​ເຮັດ​ຕາມ​ສັນຍາ. ມີ​ຫລາຍ​ຄົນ​ໃນ​ພວກ​ເຮົາ​ຜູ້ນອນ​ພິກ​ຊ້າຍ​ພິກ​ຂວາ ດ້ວຍ​ຄວາມ​ຮູ້ສຶກ​ຜິດ, ບໍ່​ຮູ້​ວ່າ ຈະ​​ໜີ​​ຈາກ​ມັນໄດ້​ແນວ​ໃດ. ທ່ານ​ໜີຈາກ​ມັນ​ໄດ້ ​ໂດຍ​ການ​ຮັບ​​ເອົາ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ, ​ແລະ ຄວາມ​ກຸ້ມ​ໃຈ​ທັງ​ໝົດ ຈະ​ກາຍ​ເປັນຄວາມ​ສວຍ​ງາມ ​ແລະ ຄວາມ​ຮັກ ​ແລະ ນິລັນດອນ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​ພອນ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ສຳລັບ​ອຳນາດ​​ແຫ່ງ​ການ​ສ້າງ, ສຳລັບ​ອຳນາດ​ແຫ່ງ​ການ​ໄຖ່, ສຳລັບ​ການ​ຊົດ​ໃຊ້—ຊຶ່ງ​ເປັນ​ການ​ຊົດ​ໃຊ້ ທີ່​ສາມາດ​ຊຳລະ​ລ້າງ​ຄວາມ​ດ່າງ​ພ້ອຍ ບໍ່​ວ່າ​ຈະ​ຍາກ ຫລື ດົນນານ ຫລື ຫລາຍເທື່ອປານ​ໃດກໍ​ຕາມ. ການ​ຊົດ​ໃຊ້​ສາມາດ​ປົດ​ປ່ອຍ​ທ່ານ​ໃຫ້​ເປັນ​ອິດ​ສະລະ​ໄດ້ ​ແລະ ຈະ​ເລີ​ນກ້າວໜ້າ, ດ້ວຍ​ຄວາມ​ສະອາດ ​ແລະ ມີ​ຄ່າ​ຄວນ, ​ເພື່ອ​ກ້າວ​ເດີນ​ໄປ​​ໃນ​ເສັ້ນທາງນັ້ນ ທີ່​ທ່ານ​ໄດ້​ເລືອກ​ໃນ​ຊີວິດ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຈົ້າຊົງ​ພຣະຊົນ​ຢູ່, ວ່າ​ພຣະ​ເຢຊູ​ຄື ພຣະຄຣິດ, ວ່າການ​ຊົດ​ໃຊ້​ບໍ່​ໄດ້​ເປັນ​ສິ່ງ​ທຳ​ມະ​ດາ​ທົ່ວ​ໄປ ສຳລັບ​ສາດສະໜາ​ຈັກ​ທັງ​ໝົດ. ການ​ຊົດ​​ໃຊ້​​​ເປັນ​ເລື່ອງ​ສ່ວນ​ຕົວ, ​​ແລະ ຖ້າ​ຫາກທ່ານ​ຮູ້ສຶກ​ບໍ່​ສະບາຍ​ໃຈ ​ໃນ​ສິ່ງ​ໃດ—ບາງ​ເທື່ອ​ອາດ​​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ ຈົນ​ເກືອບ​ຈື່​ບໍ່​ໄດ້—​ໃຫ້​ນຳ​ໃຊ້​ການ​ຊົດ​ໃຊ້​ນີ້​ເດີ້. ມັນ​ຈະ​ຊຳລະ​ລ້າງ​ສິ່ງ​ນັ້ນ​ໃຫ້​ສະອາດ, ​ແລະ ທ່ານ ​ແລະ ພຣະອົງ​ເອງ ຈະ​ບໍ່​ຈື່​ຈຳ​ບາບ​ຂອງ​ທ່ານ​ອີກ​ຕໍ່​ໄປ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.