​2010–2019
ຖານະ​ປະ​ໂລຫິດ​—ຂອງ​ປະທານ​ທີ່​ສັກສິດ
ເມສາ 2015


ຖານະ​ປະ​ໂລຫິດ​—ຂອງ​ປະທານ​ທີ່​ສັກສິດ

​ພຣະ​ເຈົ້າ​ໄດ້​ຝາກຝັງ​ຂອງ​ປະທານ​ອັນ​ລ້ຳຄ່າ​ທີ່​ສຸດ ທີ່​ພຣະອົງ​ເຄີຍມອບ​ໃຫ້ມະນຸດ ໄວ້​ກັບ​ເຮົາ​ແຕ່ລະຄົນ​.

ຄວາມ​ຊົງ​ຈຳ​ໜຶ່ງ​ທີ່​ຂ້າພະ​ເຈົ້າຈື່​ໄດ້​ດີ ​ແມ່ນ​ການ​ໄປ​ຮ່ວມ​ກອງ​ປະຊຸມ​ຖານະ​ປະ​ໂລຫິດ ຕອນ​ຂ້າພະ​ເຈົ້າ​ໄດ້​ກາຍ​ເປັນ​ມັກຄະ​ນາຍົກ ​ແລະ ​ໄດ້​ຮ້ອງເພງ​ສວດ​ເປີດ​ວ່າ, ຈົ່ງ​ມາ, ບັນດາ​ບຸດ​ຂອງ​ພຣະ​ເຈົ້າ ຜູ້​ໄດ້​ຮັບ​ຖານະ​ປະ​ໂລຫິດ.”1 ຄ່ຳ​ຄືນ​ນີ້, ​ເຮົາ​ທຸກ​ຄົນ​ໄດ້​ມາ​ເຕົ້າ​ໂຮມກັນ​ຢູ່​ໃນ​ສູນ​ກາງ​ປະຊຸມ​ໃຫຍ່, ​ແລະ ​ແນ່ນອນ, ຕະຫລອດ​ທົ່ວ​ໂລກ, ຂ້າພະ​ເຈົ້າຢາກ​ກ່າວ​ຍ້ຳ​ເນື້ອ​ເພງ​ພິ​ເສດນັ້ນຕໍ່​ທ່ານ​ອີກ​ວ່າ: ຈົ່ງ​ມາ, ບັນດາ​ບຸດ​ຂອງ​ພຣະ​ເຈົ້າ ຜູ້​ໄດ້​ຮັບ​ຖານະ​ປະ​ໂລຫິດ, ຂໍ​ໃຫ້​ເຮົາ​ຈົ່ງ​ພິຈາລະນາ​ການ​ເອີ້ນ​ຂອງ​ເຮົາ; ຂໍ​ໃຫ້​ເຮົາ​ຈົ່ງ​ຄຳ​ນຶງ​ເຖິງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ເຮົາ; ຂໍ​ໃຫ້​ເຮົາ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່ໜ້າ​ທີ່​ຂອງ​ເຮົາ; ​ແລະ ຂໍ​ໃຫ້​ເຮົາ​ຈົ່ງຕິດຕາມ​ພຣະ​ເຢຊູ​ຄຣິດ, ພຣະຜູ້​ເປັນ​ເຈົ້າ​ຂອງ​ເຮົາ. ​ເຖິງ​ແມ່ນ​ເຮົາ​ຈະ​ແຕກ​ຕ່າງ​ກັນເລື່ອງ​ອາຍຸ, ຮີດ​ຄອງ​ປະ​ເພນີ, ຫລື ​ເຊື້ອ​ຊາດ​ກໍ​ຕາມ, ​ແຕ່​ເຮົາ​​ເປັນອັນໜຶ່ງ​ອັນດຽວ​ກັນ ​ໃນ​ການ​ເອີ້ນ​ຂອງ​ຖານະ​ປະ​ໂລຫິດ​ຂອງ​ເຮົາ.

ຕໍ່​ເຮົາ​ແຕ່ລະຄົນ, ການ​ຟື້ນ​ຟູ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ຕໍ່ ອໍ​ລີ​ເວີ ຄາວ​ເດີຣີ ​ແລະ ​ໂຈ​ເຊັບ ສະ​ມິດ ​ໂດຍ ​ໂຢຮັນ ບັບຕິ​ສະ​ໂຕ, ​ເປັນ​ສິ່ງ​ທີ່​ສຳຄັນ​ຫລາຍ​ທີ່​ສຸດ. ​ເຊັ່ນ​ດຽວ​ກັບ ການ​ຟື້ນ​ຟູ​ຖານະ​ປະ​ໂລຫິດ​ແຫ່ງ​ເມນຄີ​ເສ​ເດັກ​ຕໍ່ ​ໂຈ​ເຊັບ ​ແລະ ອໍ​ລີ​ເວີ ​ໂດຍ​ເປ​ໂຕ, ຢາ​ໂກ​ໂບ, ​ແລະ ​ໂຢຮັນ, ​ໄດ້​ເປັນ​ເຫດການ​ທີ່​ໜ້າ​ທະນຸ​ຖະໜອມ.

ຂໍ​ໃຫ້​ເຮົາ​ຈົ່ງ​ເອົາຈິງ​ເອົາ​ຈັງ​ກັບການ​ເອີ້ນ, ໜ້າ​ທີ່​ຮັບຜິດຊອບ, ​ແລະ ໜ້າ​ທີ່ ຊຶ່ງ​ມາ​ຈາກ​ຖານະ​ປະ​ໂລຫິດ​ທີ່​ເຮົາ​ດຳລົງ​ຢູ່.

ຂ້າພະ​ເຈົ້າຮູ້ສຶກ​ວ່າ ​ໄດ້​ຮັບ​ໜ້າ​ທີ່​ຮັບຜິດຊອບ​ທີ່​ສຳຄັນ ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ ​ໃຫ້​ເປັນ​ສະໝຽນ​ຂອງ​ກຸ່ມ​ມັກຄະ​ນາຍົກ. ຂ້າພະ​ເຈົ້າ​ໄດ້​ຕຽມ​ບັນທຶກ​ຢ່າງ​ລະມັດລະວັງ, ​ເພາະ​ຂ້າພະ​ເຈົ້າຢາກ​​ປະຕິບັດ​ໜ້າ​ທີ່ ​ໃຫ້​ດີ​ທີ່​ສຸດ ​​ໃນ​ຕຳ​ແໜ່​ງຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ຕັ້ງ​ໃຈ​ປະຕິບັດ​ໜ້າ​ທີ່. ການເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຂ້າພະ​ເຈົ້າ ຄື​ເປົ້າໝາຍ​ຂອງ​ຂ້າພະ​ເຈົ້າ ບໍ່​ວ່າ​ຈະ​ເປັນ​ຕຳ​ແໜ່​ງ​ໃດໆ​ກໍ​ຕາມ ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ.

ຂ້າພະ​ເຈົ້າຫວັງ​ວ່າ ຊາຍ​ໜຸ່ມ​ແຕ່ລະຄົນ ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງສູ່​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ຈະ​ຮູ້ຈັກ ​ແລະ ຮູ້ສຶກ​ເຖິງ​ຄວາມ​ສັກສິດຂອງ​ການ​ເອີ້ນ​ຂອງ​ທ່ານ, ຕະຫລອດ​ທັງ​ໂອກາດ​ທີ່​ຈະ​ຂະຫຍາຍ​ການ​ເອີ້ນ​ນັ້ນ. ຂ້າພະ​ເຈົ້າ​ໄດ້​ຮັບ​ໂອກາດ​ເຊັ່ນ​ນັ້ນ ຕອນ​ເປັນ​ມັກ​ຄະນາ​ຍົກ ​ເມື່ອ​ອະທິການ​ໄດ້​ຂໍ​ໃຫ້​ຂ້າພະ​ເຈົ້າ​ນຳ​ເອົາ​ສິນ​ລະ​ລຶກ​ໄປ​ໃຫ້​ຊາຍ​ຄົນ​ໜຶ່ງ​ທີ່​ປ່ວຍ​ໂຊ ຜູ້​ອາ​ໄສ​ຢູ່​ປະມານ ສອງ​ກິ​ໂລ​ແມັດ ຈາກ​ໂບດ. ​​ໃນເຊົ້າວັນ​ອາທິດ​ທີ່​ພິ​ເສດ​ນັ້ນ, ​ເມື່ອຂ້າພະ​ເຈົ້າ​ເຄາະ​ປະຕູ​ບ້ານ​ຂອງບຣາ​ເດີ ​ໄຣ້ ​ແລະ ​ໄດ້​ຍິນ​ສຽງ​​ເອີ້ນທີ່​ອ່ອນ​ເພຍ ບອກ​ວ່າ, “​ເຂົ້າມາ​ໄດ້,” ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໄປ​ຫາ ບໍ່​ພຽງ​ແຕ່​ໃນ​ເຮືອນ​ນ້ອຍ​ແບບ​ທຳ​ມະ​ດາ​ຂອງ​ລາວ​ເທົ່າ​ນັ້ນ ​ແລະ ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ ທີ່​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ຍ່າງ​ໄປ​ຫາ​ລາວ ທີ່​ກຳລັງ​ນອນ​ຢູ່​ໃນ​ຕຽງ ​ແລະ ​ໄດ້​ເອົາ​ເຂົ້າຈີ່​ແປະ​​ໃສ່​ປາກ​ຂອງ​ລາວ. ​ແລ້ວ​ຂ້າພະ​ເຈົ້າ​ໄດ້​ຊ່ອຍ​ຈັບ​ຈອກນ້ຳ ຂະນະ​ທີ່​ລາວ​ດື່ມ. ​​ໃນ​ຂະນະ​ທີ່ຂ້າພະ​ເຈົ້າອອກ​ຈາກ​ເຮືອນ​ຂອງ​ລາວ, ຂ້າພະ​ເຈົ້າ​ໄດ້​ເຫັນນ້ຳຕາ​ຄາ​ປໍ້​ຂອງ​ລາວ ​ແລະ ລາວ​ໄດ້​ເວົ້າວ່າ, “ຂໍ​ໃຫ້​ພຣະ​ເຈົ້າຈົ່ງ​ອວຍພອນ​ເຈົ້າ​ເດີ້, ຫລານ​ຊາຍ.” ​ແລະ ພຣະ​ເຈົ້າກໍ​ໄດ້​ອວຍພອນ​ຂ້າພະ​ເຈົ້າ​ແທ້ໆ—ດ້ວຍ​ຄວາມ​ຂອບ​ພຣະຄຸນ ສຳລັບ​ສິນ​ລະ​ລຶກ ​ແລະ ຖານະ​ປະ​ໂລຫິດ ທີ່​ຂ້າພະ​ເຈົ້າດຳລົງ​ຢູ່.

ບໍ່​ມີ​ມັກຄະ​ນາຍົກ, ຄູ​ສອນ, ​ແລະ ປະ​ໂລຫິດຄົນ​ໃດ ​​ໃນ​ຫວອດ​ຂອງ​ພວກ​ເຮົາ ທີ່​ຈະ​ລືມ​ການ​ໄປ​ຢ້ຽມຢາມ ຫລຸມ​ຝັງ​ສົບ​ຂອງ ມາ​ຕິນ ​ແຮຣິສ໌ ຢູ່​ເມືອງຄະລາ​ກສະ​ຕັນ, ລັດຢູທາ, ຜູ້​ຊຶ່ງ​ເປັນ​ຜູ້​ໜຶ່ງ ​ໃນ​ພະຍານ​ສາມ​ຄົນ​ເຖິງ​ພຣະຄຳ​ພີ​ມໍ​ມອນ. ​ຕອນ​ທີ່​ພວກ​ເຮົາພາກັນ​ຢືນ​ອ້ອມ​ຫລັກ​ອະນຸສອນ ທີ່​ໝາຍ​ຫລຸມ​ຝັງ​ສົບ​ຂອງ​ລາວ​ຢູ່​ນັ້ນ ​ແລະ ​ໃນ​ຂະນະ​ທີ່​ຜູ້ນຳ​ກຸ່ມ​ ອ່ານ​ຖ້ອຍ​ຄຳ​ທີ່​ມີ​ພະລັງ​ຈາກ​ “ປະຈັກ​ພະຍານ​ຂອງ​ພະຍານ​ສາມ​ຄົນ,” ຊຶ່ງ​ມີ​ຢູ່​ທາງ​ໜ້າປຶ້ມພຣະຄຳ​ພີ​ມໍ​ມອນ, ພວກ​ເຮົາ​ເກີດ​ມີ​ຄວາມ​ຮັກ​ຕໍ່​ບັນທຶກ​ທີ່​ສັກສິດ​ນັ້ນ ​ແລະ ຕໍ່​ຄວາມ​ຈິງ​ທີ່​ມີ​ຢູ່​ໃນ​ນັ້ນ.

​ໃນ​ລະຫວ່າງ​ປີ​ເຫລົ່ານັ້ນ ພວກ​ເຮົາ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເປັນ​ຄື​ກັນ​ກັບ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ. ​ເຂົາ​ເຈົ້າຖືກ​ກ່າວ​ເຖິງ​ ດັ່ງ​ນີ້:

“​ເຂົາ​ເຈົ້າ​ໄດ້​ໝັ້ນຄົງ​ໃນ​ຄວາມ​ຮູ້​ເລື່ອ​ງຄວາມ​ຈິງ; ​ເພາະ​ເຂົາ​ເຈົ້າ​ເປັນ​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ຊຶ້ງ ​ແລະ ​ເຂົາ​ເຈົ້າ​ໄດ້​ຄົ້ນຄວ້າ​ພຣະຄຳ​ພີ​ຢ່າງ​ພາກ​ພຽນ, ​ເພື່ອ​ເຂົາ​ເຈົ້າຈະ​ໄດ້​ຮູ້ຈັກ​ພຣະຄຳ​ຂອງ​ພຣະ​ເຈົ້າ.

“​ແຕ່​ນີ້​ຍັງ​ບໍ່​ໝົດ; ​ເຂົາ​ເຈົ້າຍອມ​ຕົນ​ໃນ​ການ​ອະທິຖານ, ​ແລະ ການ​ຖື​ສິນ​ອົດ​ເຂົ້າຫລາຍ​ທີ່​ສຸດ; ດັ່ງນັ້ນ ​ເຂົາ​ເຈົ້າຈຶ່ງ​ມີ​ວິນ​ຍານ​ແຫ່ງ​ການ​ທຳນາຍ, ​ແລະ ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ​ຢູ່​ນຳ, ​ແລະ ​ເວລາ​ເຂົາ​ເຈົ້າສິດສອນ, ​ເຂົາ​ເຈົ້າກໍ​ສິດສອນ​ດ້ວຍ​ອຳນາດ ​ແລະ ສິດ​ອຳນາດ​ຂອງ​ພຣະ​ເຈົ້າ.”2

ຂ້າພະ​ເຈົ້າຄິດ​ວ່າ ຄົງ​ບໍ່​ມີ​ເປົ້າໝາຍ​ອື່ນ​ໃດ ທີ່​ມີຄ່າ​ຄວນສຳລັບ​ຊາຍ​ໜຸ່ມຄົນ​ໜຶ່ງ ຫລາຍ​ໄປ​ກວ່າທີ່​ຖືກ​ກ່າວ​ເຖິງ ຄື​ກັນ​ກັບ​ພວກ​ລູກ​ຊາຍທີ່​ກ້າຫານ ​ແລະ ຊອບ​ທຳ​ຂອງ​ໂມ​​ໄຊ​ຢາ.

​ເມື່ອ​​ວັນ​ຄົບຮອບ 18 ປີ ຂອງ​ຂ້າພະ​ເຈົ້າ​ເລື່ອນ​ເຂົ້າມາ​ໃກ້ ​ແລະ ​ເວລາ​ນັ້ນ ຊາຍໜຸ່ມ​ຕ້ອງ​ຕຽມ​ຕົວ​ສຳລັບ​ການ​ເກນ​ເຂົ້າຮັບ​ໃຊ້ປະ​ເທດ​ຊາດ ​ໃນ​ລະຫວ່າງ​ສົງຄາມ​ໂລກ​ຄັ້ງທີ​ສອງ, ຂ້າພະ​ເຈົ້າ​ໄດ້​ຖືກ​ແນະນຳ​ໃຫ້​​ໄປ​ຮັບ​ເອົາ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ​ແຕ່​ກ່ອນ​ອື່ນ​ໝົດ, ຂ້າພະ​ເຈົ້າຕ້ອງ​ໂທ​ໄປ​ຫາ​ປະທານ​ສະ​ເຕກ ຊື່ ພອລ໌  ຊີ ​ຊາຍ, ສຳລັບ​ການ​ສຳພາດ. ​ເພິ່ນ​ເປັນ​ຄົນ​ໜຶ່ງທີ່ຮັກ ​ແລະ ​ເຂົ້າ​ໃຈພຣະຄຳ​ພີ​ທີ່​ສັກສິດ, ​ແລະ ​ເພິ່ນ​ກໍ​ຄາດ​ຫວັງ​ໃຫ້​ທຸກ​ຄົນ ຮັກ ​ແລະ ​ເຂົ້າ​ໃຈ ຄື​ກັນ​ກັບ​ເພິ່ນ. ​ໂດຍ​ທີ່​ໄດ້​ຍິນ​ມາຈາກ​ໝູ່​ເພື່ອນຂອງ​ຂ້າພະ​ເຈົ້າກ່ຽວ​ກັບ​ຄວາມ​ລະອຽດ​ຂອງ​ເພິ່ນ​ໃນ​ການ​ສຳພາດ, ຂ້າພະ​ເຈົ້າຈຶ່ງ​ຄິດ​ທີ່​ຈະ​ບໍ່​ເປີດ​ເຜີຍ​ຫຍັງ​ຫລາຍ ກ່ຽວ​ກັບ​ຄວາມ​ຮູ້​ເລັກ​ນ້ອຍຂອງ​ຂ້າພະ​ເຈົ້າ​ເລື່ອງ​ພຣະຄຳ​ພີ; ສະນັ້ນ, ​​ເມື່ອ​ຂ້າພະ​ເຈົ້າ​ໂທ​ໄປ​ຫາ​ເພິ່ນ ຂ້າພະ​ເຈົ້າ​ໄດ້​ແນະນຳ​​ເວລາ​ນັດ​ໝາຍ ​ເປັນ​ວັນ​ອາທິດ​ຕໍ່​ໄປ ຊົ່ວ​ໂມງ​ໜຶ່ງ ກ່ອນ​​ກອງ​ປະຊຸມສິນ​ລະ​ລຶກຂອງ​ຫວອດ​ເພິ່ນຈະ​ເລີ່​ມຕົ້ນ.

​ເພິ່ນ​ຕອບ​ວ່າ: “​ໂອ້, ບຣາ​ເດີ ມອນ​ສັນ, ຄົງ​ມີ​ເວລາ​ໜ້ອຍ​ໂພດ ທີ່​ຈະ​ຄົ້ນຄວ້າ​ພຣະຄຳ​ພີນຳ​ກັນ.” ​ແລ້ວ​ເພິ່ນ​ໄດ້​​ນັດ​ໝາຍ​ໃຫ້​ຂ້າພະ​ເຈົ້າ​ໄປ​ພົບ​ເພິ່ນ ສາມ​ຊົ່ວ​ໂມງ ກ່ອນ​ກອງ​ປະຊຸມ​ສິນ​ລະ​ລຶກ, ​ແລະ ​ເພິ່ນ​ໄດ້​ແນະນຳ​ຂ້າພະ​ເຈົ້າ​ໃຫ້​ເອົາ​ພຣະຄຳ​ພີ​ສ່ວນ​ຕົວ ທີ່​ມີ​ຮອຍ​ໝາຍ ​ແລະ ມີຂໍ້​ອ້າງ​ອີງ​ໄປ​ນຳ.

​ເມື່ອ​ຂ້າພະ​ເຈົ້າ​ໄປ​ເຖິງ​ເຮືອນ​ເພິ່ນ​ໃນ​ວັນ​ອາທິດ​ມື້ນັ້ນ, ຂ້າພະ​ເຈົ້າ​ໄດ້​ຖືກ​ຮັບ​ຕ້ອນ​ດ້ວຍ​ຄວາມ​ອົບ​ອຸ່ນ, ​ຈາກ​ນັ້ນ ການ​ສຳ​ພາດ​ໄດ້​ເລີ່​ມຕົ້ນ. ປະທານຊາຍ​ໄດ້​ກ່າວ​ວ່າ, “ບຣາ​ເດີ ມອນ​ສັນ, ​ເຈົ້າດຳລົງ​ຖານະ​ປະ​ໂລຫິດ ​ແມ່ນ​ບໍ. ​ເຈົ້າ​ເຄີຍ​ໄດ້​ຮັບ​ການ​ປະຕິບັດ​​ຈາກ​ເຫລົ່າ​ທູດບໍ?” ຂ້າພະ​ເຈົ້າຕອບ​ວ່າ ບໍ່​ເຄີຍ. ​ເມື່ອ​ເພິ່ນ​ຖາມ ຖ້າ​ຫາກ​ຂ້າພະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າມີ​ສິດ, ຂ້າພະ​ເຈົ້າ ​ໄດ້​ຕອບ​ວ່າ ຂ້າພະ​ເຈົ້າບໍ່​ຮູ້.

​​ເພິ່ນໄດ້​ແນະນຳ​ຂ້າພະ​ເຈົ້າວ່າ, “ບຣາ​ເດີ ມອນ​ສັນ, ​ໃຫ້​ເຈົ້າ​​ເວົ້າ ພາກ​ທີ 13 ​ໃນ​ພຣະຄຳ​ພີ Doctrine and Covenants ຈາກ​ຄວາມ​ຊົງ​ຈຳ​ຂອງ​ເຈົ້າ​ເບິ່ງດູ.”

ຂ້າພະ​ເຈົ້າ​ໄດ້​ເລີ່​ມຕົ້ນ​ເວົ້າວ່າ, “‘ກັບ​ເຈົ້າ ​ເພື່ອນຜູ້​ຮັບ​ໃຊ້​ຮ່ວມ​ກັບຂ້າພະ​ເຈົ້າ, ​ໃນພຣະນາມຂອງພຣະ​ເມ​ຊີ​ອາ ​ຂ້າພະ​ເຈົ້າຂໍມອບຖານະ​ປະ​ໂລຫິດແຫ່ງ​ອາ​ໂຣນ, ​ຊຶ່ງຖືຂໍ​ກະ​ແຈ​ແຫ່ງ​ການ​ປະຕິບັດ​ຂອງ​ເຫລົ່າ​ທູດ—’”

“ຢຸດ,” ປະທານຊາຍ​ໄດ້​ບອກ. ​ແລ້ວ​ດ້ວຍ​ນ້ຳສຽງ​ທີ່​ສະຫງົບ, ​ແລະ ດ້ວຍ​ຄວາມ​ເມດ​ຕາ, ​ເພິ່ນ​ໄດ້​ແນະນຳ​ວ່າ, “ບຣາ​ເດີ ມອນ​ສັນ, ຢ່າ​ລືມ​ຈັກ​ເທື່ອ​ວ່າ ​ໃນ​ຖານະ​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ, ​ເຈົ້າມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ປະຕິບັດ​ຈາກ​​ເຫລົ່າ​ທູດ​ຄື​ກັນ.”

​ເບິ່ງ​ຄື​ວ່າ ທູດ​ອົງ​ໜຶ່ງ​ໄດ້​ຢູ່​ໃນ​ຫ້ອງ​ ​ໃນ​ມື້ນັ້ນ. ຂ້າພະ​ເຈົ້າບໍ່​ເຄີຍ​ລືມ​ການ​ສຳພາດ​ເທື່ອ​ນັ້ນ. ​ແມ່ນ​ແຕ່​ຕອນ​ນີ້ ຂ້າພະ​ເຈົ້າຍັງ​ຮູ້ສຶກ​​ເຖິງພຣະວິນ​ຍານ​ນັ້ນຢູ່ ​ໃນ​ຂະນະ​ທີ່​ພວກ​ເຮົາ​ອ່ານ​ໜ້າ​ທີ່​ຮັບຜິດຊອບ​, ໜ້າ​ທີ່, ​ແລະ ພອນຂອງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ແລະ ​ແຫ່ງ​ເມນ​ຄີ​ເສ​ເດັກ​ຂອງ​ພວກ​ເຮົາ ​ເປັນ​ພອນ​ທີ່​ບໍ່​ພຽງ​ແຕ່​ມາສູ່​ເຮົາ​ເທົ່າ​ນັ້ນ, ​ແຕ່​ມາສູ່​ຄອບຄົວ ​ແລະ ຄົນ​ອື່ນໆ ທີ່​ເຮົາ​​ມີ​ໂອກາດ​ຮັບ​ໃຊ້​ນຳ​ອີກ.

ຂ້າພະ​ເຈົ້າ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ແອວ​ເດີ, ​​ແລະ​ ​ໃນ​ມື້​ທີ່​ຂ້າພະ​ເຈົ້າອອກ​ເດີນທາງ​ໄປ​ເປັນ​ທະຫານ​ເຮືອ, ຄົນ​ໜຶ່ງ​ໃນ​ຝ່າຍ​ອະທິການ ​ກັບ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ ​ໄດ້​ມາ​ສົ່ງ​ຂ້າພະ​ເຈົ້າທີ່​ສະຖານີລົດ​ໄຟ. ກ່ອນ​ລົດ​ໄຟ​ຈະ​ມາ​ເຖິງ, ​ເພິ່ນ​ໄດ້​ເອົາ ​ປຶ້ມຄູ່ມືສຳລັບ​ຜູ້​ສອນ​ສາດສະໜາ ວາງ​ໃສ່​ມື​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຫົວ ​ແລະ ​ເວົ້າວ່າ ຂ້າພະ​ເຈົ້າບໍ່​ໄດ້​ໄປ​ສອນ​ສາດສະໜາ.

​ເພິ່ນ​ຕອບ​ວ່າ, “​ໃຫ້​ເອົາ​ມັນ​ໄປ​ນຳ. ອາດ​ເປັນ​ປະ​ໂຫຍ​ດ.”

ຂ້າພະ​ເຈົ້າ​ໄດ້​ຮັບ​ເອົາ. ຂ້າພະ​ເຈົ້າຢາກ​ມີ​ສິ່ງ​ແຂງ​ໆ​ສີ່ຫລ່ຽມຮອງ​ພື້ນ​ຖົງ​ທະຫານ​ຢູ່​ແລ້ວ ​ເພື່ອ​ວ່າ​ເຄື່ອງນຸ່ງ​ຂອງ​ຂ້າພະ​ເຈົ້າຈະ​ບໍ່​​ຫຍໍ່. ​ແລະ ປຶ້ມຄູ່​ມື​ສຳລັບ​ຜູ້​ສອນສາ​ດສະໜາ ກໍ​ພໍດີ​ເລີຍ, ​ແລະ ມັນ​ກໍ​ເປັນ​ປະ​ໂຫຍດຫລາຍ ສຳລັບ​ຖົງ​ທະຫານ​ຂອງ​ຂ້າພະ​ເຈົ້າ ​ເປັນ​ເວລາ 12 ອາທິດ.

​ໃນ​ຄືນ​ກ່ອນ​ທີ່​ພວກ​ເຮົາ​ຈະ​ກັບ​ໄປ​ຢ້ຽມ​ບ້ານ ​ໃນ​ຍາມ​ບຸນຄຣິດສະມັດ, ພວກ​ເຮົາ​ໄດ້​ຄິດຮອດ​ບ້ານ​ຫລາຍ. ຫ້ອງ​ນອນ​ຂອງ​ພວກ​ເຮົາ​ມິດ​ງຽບ, ​ແລ້ວ​ເພື່ອນ​ຄົນ​ໜຶ່ງ​ ທີ່​ນອນ​ຢູ່​ຂ້າງ​ຂ້າພະ​ເຈົ້າ ​ໄດ້​ສົ່ງ​ສຽງ─ລາວ​ເປັນ​ຊາວ​ມໍ​ມອນ, ຊື່ ລີ​ແລນ ​ເມ​ໂຣ─​ຄວນ​ຄາງ​ດ້ວຍ​ຄວາມ​ເຈັບ​ປວດ. ຂ້າພະ​ເຈົ້າ​ໄດ້​ຖາມ​ວ່າລາວ​ເປັນ​ຫຍັງ, ​ແລະ ລາວ​ໄດ້​ບອກ​ວ່າ ລາວ​ຮູ້ສຶກ​ບໍ່​ສະບາຍ. ລາວ​ບໍ່​ຢາກ​ໄປ​ຫາ​ໝໍ, ​ເພາະ​ລາວ​ຮູ້​ວ່າ ຖ້າ​ລາວ​ເຮັດ​ແນວ​ນັ້ນ ລາວ​ຈະ​ບໍ່​ໄດ້​​ເມືອ​ຢາມ​ບ້ານ ​ໃນ​ມື້​ອື່ນ.

ອາການ​ຂອງ​ລາວ​ເລີ່​ມໜັກ​ຂຶ້ນ​ເລື້ອຍໆ ​ເມື່ອ​ຫລາຍ​ຊົ່ວ​ໂມງ​ຜ່ານ​ໄປ. ​ໃນ​ທີ່​ສຸດ, ​ໂດຍ​ທີ່​ຮູ້​ວ່າ ຂ້າພະ​ເຈົ້າ​ເປັນ​ແອວ​ເດີ, ລາວ​ໄດ້​ຂໍ​ໃຫ້​ຂ້າພະ​ເຈົ້າມອບ​ພອນ​ຂອງຖານະ​ປະ​ໂລຫິດ​ໃຫ້​ລາວ.

ຂ້າພະ​ເຈົ້າບໍ່​ເຄີຍ​ມອບ​ພອນ​ມາ​ກ່ອນ, ຂ້າພະ​ເຈົ້າກໍ​ບໍ່​ເຄີຍ​ໄດ້​ຮັບ​ພອນຂອງ​ຖານະ​ປະ​ໂລຫິດ​ມາ​ກ່ອນ, ​ແລະ ຂ້າພະ​ເຈົ້າກໍ​ບໍ່​ເຄີຍ​ເຫັນ​ຄົນ​ມອບ​ພອນ​ຈັກ​ເທື່ອ. ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າອະທິຖານ​ເພື່ອ​ຂໍ​ຄວາມ​ຊ່ອຍ​ເຫລືອ, ຂ້າພະ​ເຈົ້າຈື່​ ປຶ້ມຄູ່​ມື​ສຳລັບ​ຜູ້​ສອນສາດສະໜາ ​ໄດ້ ທີ່ຢູ່​ພື້ນ​ຖົງ. ຂ້າພະ​ເຈົ້າ​ໄດ້​ຖອກ​​ເຄື່ອງ​ຂອງ​ອອກ​ຈາກ​ຖົງ​ຢ່າງ​ໄວ ​ແລະ ຈັບ​ເອົາ​ປຶ້ມຫົວນັ້ນ​ໄປ​ຫາ​​ໂຄມ​ໄຟ. ​ໃນ​ປຶ້ມນັ້ນ ຂ້າພະ​ເຈົ້າ​ໄດ້​ອ່ານ​ກ່ຽວ​ກັບ​ການ​ມອບ​ພອນ​ໃຫ້​ຄົນ​​ເຈັບ​ປ່ວຍ. ​​​ໃນ​ຂະນະ​ທີ່ເພື່ອນ​ທະຫານ​ຫລາຍ​ຄົນ​ໄດ້​ມາ​ຫຸ້ມ​ເບິ່ງ, ຂ້າພະ​ເຈົ້າ​ໄດ້​ເລີ່ມຕົ້ນ​ໃຫ້​ພອນ. ກ່ອນ​ຂ້າພະ​ເຈົ້າ​ໄດ້​ເກັບ​ເຂົ້າຂອງທັງ​ໝົດ​ ​ໃສ່​ຄືນໃນ​ຖົງ, ລີ​ແລນ ​ເມ​ໂຣ ​ໄດ້​ຫລັບ​ໄປ​ແລ້ວ ຄື​ກັນ​ກັບ​ເດັກນ້ອຍ. ລາວ​ໄດ້​ຕື່ນ​ຂຶ້ນ​ໃນ​ມື້​ຕໍ່​ມາ ​ແລະ ​ດີ​​ເປັນ​ປົກກະຕິ. ຄວາມ​ກະຕັນຍູ​ຂອງ​ເຮົາ​ແຕ່ລະຄົນ ທີ່​ມີ​ຕໍ່ອຳນາດຂອງ​ຖານະ​ປະ​ໂລຫິດ ​ແມ່ນ​ເກີນ​ກວ່າ​ຈະ​ພັນ​ລະນາ.

​​ເປັນ​ເວລາ​ຫລາຍ​ປີ ທີ່​ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໃຫ້​ພອນ​ຄົນ​ທີ່​ຂັດ​ສົນ ຈົນ​ນັບ​ບໍ່​ຖ້ວນ. ​ແຕ່ລະ​ໂອກາດ ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຮູ້ສຶກ​ມີ​ຄວາມ​ກະຕັນຍູ​ຢ່າງ​ເລິກ​ຊຶ້ງຫລາຍ​ຂຶ້ນ ທີ່​ພຣະ​ເຈົ້າ​ໄດ້ຝາກຝັງ​ພອນ​ທີ່​ສັກສິດ​ນີ້ ​ໄວ້​ກັບ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໃຫ້​ກຽດ​ແກ່​ຖານະ​ປະ​ໂລຫິດ. ຂ້າພະ​ເຈົ້າ​ເຄີຍ​ໄດ້​​ເຫັນອຳນາດ​ຂອງ​ມັນ ​ເທື່ອ​ແລ້ວ​ເທື່ອ​ອີກ. ຂ້າພະ​ເຈົ້າ​ໄດ້​ເຫັນ​ພະລັງ​ຂອງ​ມັນ. ຂ້າພະ​ເຈົ້າ​ປະຫລາດ​ໃຈ​ກັບ​ການ​ມະຫັດສະຈັນ ທີ່​ມັນ​ໄດ້​ກະທຳ.

ອ້າຍ​ນ້ອງ​ທັງຫລາຍ, ​ພຣະ​ເຈົ້າ​ໄດ້​ຝາກຝັງ​ຂອງ​ປະທານ​ອັນ​ລ້ຳຄ່າ​ທີ່​ສຸດ ທີ່​ພຣະອົງ​ເຄີຍມອບ​ໃຫ້ມະນຸດ ໄວ້​ກັບ​ເຮົາ​ແຕ່ລະຄົນ​. ​ເມື່ອ​ເຮົາ​ໃຫ້​ກຽດຖານະ​ປະ​ໂລຫິດ​ຂອງ​ເຮົາ ​ແລະ ດຳລົງ​ຊີວິດ​ຕາມ​ນັ້ນ ​ແລ້ວ​ເຮົາ​ຈະ​ມີຄ່າ​ຄວນ​ສະ​ເໝີ ທີ່​ຈະ​ມີພອນ​ຂອງ​ຖານະ​ປະ​ໂລຫິດຢູ່​ກັບ​ເຮົາ. ຂ້າພະ​ເຈົ້າຮັກ​ຖ້ອຍ​ຄຳ​ນີ້ ທີ່​ພົບ​ເຫັນ​ຢູ່​ໃນ ພຣະຄຳ​ພີ Doctrine and Covenants ພາກ​ທີ 121, ຂໍ້​ທີ 45, ຊຶ່ງ​ບອກ​ເຮົາ​ ​ເຖິງ​ສິ່ງ​ທີ່​ເຮົາ​ຄວນ​ເຮັດ ​ເພື່ອ​ຈະ​ມີຄ່າ​ຄວນ ນັ້ນຄື ໃຫ້ອຸທອນ​ຂອງ​​ເຮົາເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມໃຈ​ບຸນຕໍ່ມະນຸດ​ທັງ​ປວງນຳ​ອີກ, ​ແລະ ຕໍ່​ຄອບຄົວ​ແຫ່ງ​ສັດທາ, ​ແລະ ​ໃຫ້ຄຸນນະ​ທຳປະດັບ​ຄວາມ​ນຶກ​ຄິດ​ຂອງ​​ເຮົາຢ່າງ​ບໍ່​ເສື່ອມຄາຍ; ​ເມື່ອນັ້ນຄວາມ​ໝັ້ນ​ໃຈ​ຂອງ​​ເຮົາຈະແຂງ​ແກ່ນ​ຂຶ້ນ​ໃນ​ທີ່​ປະ​ທັບ​ຂອງພຣະ​ເຈົ້າ; ​ແລະ ຄຳ​ສອນຂອງຖານະ​ປະ​ໂລຫິດ​ຈະ​ກັ່ນ​ລົງ​ມາ​ເທິງ​ຈິດ​ວິນ​ຍານຂອງ​​ເຮົາ ​ເໝືອນ​ດັ່ງຢາດ​ນ້ຳຄ້າງ​ຈາກສະຫວັນ.

​ເພາະ​ເຮົາ​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ, ​ເຮົາ​ຈຶ່ງ​​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ໄດ້​ຕອບ​ຮັບ​ການ​ເອີ້ນ​ຂອງ​ພຣະອົງ; ​ເຮົາ​ເປັນ​ຜູ້​ແລ່ນ​ວຽກ​ງານ​ໃຫ້​ພຣະອົງ. ຂໍ​ໃຫ້​ເຮົາ​ຈົ່ງ​ຮຽນ​ຮູ້​ຈາກ​ພຣະອົງ. ຂໍ​ໃຫ້​ເຮົາ​ຈົ່ງ​ຕິດຕາມ​ພຣະບາດ​ຂອງ​ພຣະອົງ. ຂໍ​ໃຫ້​​ເຮົາ​ຈົ່ງ​ດຳລົງ​ຊີວິດ​ຕາມການ​ຊົງ​ນຳ​ຂອງ​ພຣະອົງ. ​ໂດຍ​ການ​​ເຮັດ​ເຊັ່ນ​ນີ້, ​ເຮົາ​ຈະ​ຕຽມ​ພ້ອມ​ສຳລັບ​ການ​ຮັບ​ໃຊ້​ໃດໆກໍ​ຕາມ ທີ່​ພຣະອົງ​ຂໍ​ໃຫ້​ເຮົາ​ປະຕິບັດ. ນີ້​ແມ່ນ​ວຽກ​ງານ​ຂອງ​ພຣະອົງ. ນີ້​ແມ່ນ​ສາດສະໜາ​ຈັກ​ຂອງ​ພຣະອົງ. ​ແນ່​ນອນ​ວ່າ ພຣະອົງ​ເປັນ​ນາຍ​​ທັບຂອງ​ເຮົາ, ​​ເປັນ​ກະສັດ​ທີ່​ສະຫງ່າ​ລາສີ, ​​ແມ່ນ​ແຕ່​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະອົງ​ຊົງ​ພຣະຊົນ​ຢູ່ ​ແລະ ຂໍ​ກ່າວ​ປະຈັກ​ພະຍານ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະອົງ, ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.