​2010–2019
ວັນ​ຊະ​ບາ​ໂຕ​ເປັນ​ສິ່ງ​ທີ່​ຊື່ນ​ຊົມ
ເມສາ 2015


ວັນ​ຊະ​ບາ​ໂຕ​ເປັນ​ສິ່ງ​ທີ່​ຊື່ນ​ຊົມ

ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ ພຶດ​ຕິ​ກຳ​ຂອງ​ເຮົາ​ໃນ​ວັນ​ຊະ​ບາ​ໂຕ​ຈະ​ນຳ​ໄປ​ສູ່​ຄວາມ​ສຸກ ແລະ ຄວາມ​ປິ​ຕິ​ຍິນ​ດີ?

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​, ກອງ​ປະ​ຊຸມ​ໃຫຍ່​ໃນ​ສອງວັນ​ນີ້​ກໍ​ປະ​ເສີດ​ແທ້ໆ. ເຮົາຖືກ​ເຊີດ​ຊູ​ໂດຍ​ສຽງ​​ເພງທີ່​ດົນ​ໃຈ ແລະ ຄຳ​ອະ​ທິ​ຖານ​ທີ່ຊາບ​ຊຶ້ງ. ວິນ​ຍານ​ຂອງ​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ໂດຍ​ຂ່າວ​ສານ​ແຫ່ງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ. ໃນ​ວັນ​ອາ​ທິດ​ອິດ​ສະ​ເຕີນີ້, ເຮົາ​ໄດ້​ເປັນ​ອັນໜຶ່ງ​ອັນດຽວ​ກັນ ແລະ ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ຄັ້ງ​ໜຶ່ງ​ສຳລັບ​ສາດສະດາ!

ຄຳ​ຖາມ​ສຳລັບ​ເຮົາ​ແຕ່​ລະ​ຄົນ​ກໍ​ຄື: ເພາະ​ສິ່ງ​ທີ່​ເຮົາໄດ້​ຍິນ ແລະ ໄດ້​ຮູ້​ສຶກ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້, ເຮົາ​ຈະ​ປ່ຽນ​ແປງ​ແນວ​ໃດ? ບໍ່​ວ່າ​ຄຳ​ຕອບ​ຂອງ​ທ່ານ​ອາດ​ເປັນ​ຫ​ຍັງ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຈະ​ຂໍ​ໃຫ້​ທ່ານກວດ​ເບິ່ງ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​, ແລະ ພຶດ​ຕິ​ກຳ​ຂອງ​ທ່ານ​ນຳ​ອີກ​ກ່ຽວ​ກັບ​ວັນ​ຊະ​ບາ​ໂຕ.

ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ນຳ​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ, ຜູ້​ທີ່​ໄດ້​ເອີ້ນ​ວັນ​ຊະ​ບາ​ໂຕວ່າ “ຄວາມ​ຊົມ​ຊື່ນ​ຍິນ​ດີ.”1 ແຕ່ຂ້າ​ພະ​ເຈົ້າ​ຍັງ​ຖາມ​ຕົວ​ເອງວ່າ, ວັນ​ຊະ​ບາ​ໂຕ​ເປັນ​ສິ່ງ​ທີ່​​ຊົມຊື່ນ​ຍິນ​ດີ​ແທ້ໆ​ບໍ​ສຳ​ລັບ​ທ່ານ ແລະ ຂ້າ​ພະ​ເຈົ້າ?

ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ເປັນ​ເທື່ອ​ທຳ​ອິດ​ເມື່ອ​ຫລາຍ​ປີ​ກ່ອນ, ຕອນ​ເປັນ​ທ່ານ​ໝໍ​ຜ່າ​ຕັດ​ທີ່​ຄາ​ວຽກ​ຫລາຍ, ຂ້າພະ​ເຈົ້າຮູ້ວ່າ​ ວັນ​ຊະ​ບາ​ໂຕ​ໄດ້​ກາຍ​ເປັນ​ວັນ​ສຳ​ລັບ​ການ​ປິ່ນ​ປົວ​ສ່ວນ​ຕົວ​. ເມື່ອເຖິງ​ທ້າຍ​ອາ​ທິດ​ທຸກ​ໆ​ທິດ, ມື​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເຈັບ​ປວດ​ຈາກ​ການ​ລ້າງ​ຖູ​ດ້ວຍ​ສະ​ບູ, ນ້ຳ, ແລະ ແປງຖູ​ຢ່າງ​ຊ້ຳ​ຊາກ. ຂ້າ​ພະ​ເຈົ້າຍັງຕ້ອງ​ການ​ພັກ​ຜ່ອນ​ ຈາກ​ພາ​ລະ​ໜັກ​ຂອງ​ອາ​ຊີບ​ທີ່ຍາກ​ລຳ​ບາກ​ນຳ​ອີກ. ວັນ​ອາ​ທິດ​ໄດ້​ໃຫ້​ການ​ບັນ​ເທົາ​ທີ່​ຕ້ອງ​ການ​ຫລາຍ​ແທ້ໆ.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ພຣະ​ອົງ​ໄດ້​ກ່າວ​ວ່າ “ວັນ​ຊະ​ບາ​ໂຕ​ຖືກ​ຕັ້ງ​ໄວ້​ເພື່ອ​ມະ​ນຸດ, ບໍ່​ແມ່ນ​ສ້າງ​ມະ​ນຸດ​ໄວ້​ເພື່ອ​ວັນ​ຊະ​ບາ​ໂຕ​”?2 ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພຣະ​ອົງ​ໄດ້​ປະ​ສົງ​ໃຫ້​ເຮົາ​ເຂົ້າ​ໃຈວ່າ ວັນ​ຊະ​ບາ​ໂຕນັ້ນ​ເປັນ​ຂອງ​ປະ​ທານ​ຂອງ​ພຣະ​ອົງ​ໃຫ້​ແກ່​ເຮົາ, ປະ​ທານ​ຄວາມ​ພັກ​ຜ່ອນ​ທີ່​ແທ້​ຈິງ​ຈາກຄວາມ​ຍາກ​ລຳ​ບາກ​ໃນ​ຊີ​ວິດ​ປະ​ຈຳ​ວັນ ແລະ ໂອ​ກາດ​ສຳ​ລັບ​ການ​ຕໍ່​ອາ​ຍຸ​ທາງ​ວິນ​ຍານ ແລະ ຮ່າງ​ກາຍ. ພຣະ​ເຈົ້າ​ໄດ້​ປະ​ທານ​ວັນ​ພິ​ເສດນີ້​ໃຫ້​ແກ່​ເຮົາ, ບໍ່​ແມ່ນ​ເພື່ອການ​ບັນ​ເທີງ ຫລື ວຽກ​ງານ​ປະ​ຈຳ​ວັນ, ແຕ່​ສຳ​ລັບ​ການ​ພັກ​ຜ່ອນ​ຈາກ​ໜ້າ​ທີ່, ດ້ວຍ​ຄວາມ​ບັນ​ເທົາ​ທາງ​ຮ່າງ​ກາຍ ແລະ ວິນ​ຍານ.

ໃນ​ພາ​ສາ​ເຮັບ​ເຣີ, ຊະບາ​ໂຕ ​ໝາຍ​ຄວາມວ່າ “ການ​ພັກ​ຜ່ອນ.” ຈຸດ​ປະ​ສົງ​ຂອງວັນ​ຊະ​ບາ​ໂຕ​ຢ້ອນ​ກັບ​ໄປ​ເຖິງ​ການ​ສ້າງ​ໂລກ, ເມື່ອ​ຫລັງ​ຈາກ​ເຮັດ​ວຽກ​ງານ​ຫົກ​ມື້​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ພັກ​ຜ່ອນ​ຈາກວຽກ​ງານ​ແຫ່ງ​ການ​ສ້າງ.3 ເມື່ອ​​ຕໍ່​ມາພຣະ​ອົງ​ໄດ້​ເປີດ​ເຜີຍ​ພຣະ​ບັນ​ຍັດ​ສິບ​ປະການ ໃຫ້​ແກ່​ໂມ​ເຊ, ພຣະ​ເຈົ້າ​ໄດ້​ບັນ​ຊາ​ເຮົາ​ໃຫ້ຖື​ວັນ​ຊະ​ບາ​ໂຕ ແລະ ຍຶດ​ຖື​ໄວ້​ເປັນ​ວັນ​ສັກ​ສິດ.4 ຕໍ່​ມາ, ວັນ​ຊະ​ບາ​ໂຕ​ຖືກ​ຍຶດ​ຖື​ໄວ້​ເພື່ອ​ເຕືອນ​ໃຈ​ເຖິງ​ການ​ປົດ​ປ່ອຍ​ຂອງ​ຊາດ​ອິດ​ສະ​ຣາ​ເອນ​ຈາກ​ການ​ເປັນ​ຂ້າ​ທາດ​ໃນ​​ປະ​ເທດ​ເອ​ຢິບ.5 ບາງ​ທີ​ສຳ​ຄັນ​ໄປ​ກວ່າ​ນັ້ນ​ແມ່ນ, ວັນ​ຊະ​ບາ​ໂຕ​ໄດ້​ຖືກມອບ​ໃຫ້​ເພື່ອ​ໃຫ້​ເປັນພັນ​ທະ​ສັນ​ຍາ​ຕະ​ຫລອດ​ໄປ, ເປັນ​ສິ່ງ​ເຕືອນ​ໃຈ​ສະ​ເໝີ​ໄປ​ວ່າ​ພຣະ​ຜູ້​ເປັນ​ເຈົ້າຈະ​ຊຳ​ລະ​ລ້າງ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ສັກ​ສິດ.6

ນອກ​ຈາກ​ນັ້ນ​ແລ້ວ, ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ໃນ​ວັນ​ຊະ​ບາ​ໂຕ ໃນ​ຄວາມ​ລະ​ນຶກ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.7 ເມື່ອ​ເຮັດ​ດັ່ງ​ນີ້, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ວ່າ​ ເຮົາ​ເຕັມ​ໃຈ​​ຮັບ​​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.8

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ບອກວ່າ​ ຕົວ​ພຣະ​ອົງ​ເອງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ​ຂອງວັນ​ຊະ​ບາ​ໂຕ.9 ມັນ​ເປັນ​ວັນ​ຂອງ​ພຣະ​ອົງ! ຊ້ຳ​ແລ້ວ​ຊ້ຳ​ອີກ, ພຣະ​ອົງ​ໄດ້​ຮຽກ​ຮ້ອງ​ໃຫ້​ເຮົາ​ ຮັກສາ ວັນ​ຊະ​ບາ​ໂຕ10 ຫລື ​ເຮັດໃຫ້ ​ວັນ​ຊະບາ​ໂຕ ​ເປັນວັນສັກສິດ.11 ​ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ແລ້ວ​ວ່າ​ເຮົາ​ຈະ​ເຮັດ​ດັ່ງ​ນັ້ນ.

ເຮົາ​ຈະ​ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ເປັນ​ວັນ​ ສັກສິດ ແນວ​ໃດ? ໃນ​ຕອນ​ຂ້າ​ພະ​ເຈົ້າຍັງ​ໜຸ່ມ​ຫລາຍກວ່ານີ້, ຂ້າ​ພະ​ເຈົ້າ​ໄດ້ສຶກ​ສາ​ວຽກ​ງານ​ຂອງ​ຄົ​ນ​ອື່ນ​ທີ່​ໄດ້​ຂຽນ​ລາຍ​ຊື່​ຂອງ​ສິ່ງ​ທີ່​ຕ້ອງ​ເຮັດ ຫລື ບໍ່ ເຮັດ​ໃນ​ວັນ​ຊະ​ບາ​ໂຕ. ຕໍ່​ມາ​ຫລາຍ​ປີ​ຂ້າ​ພ​ະ​ເຈົ້າ​ໄດ້​ຮຽນ​ຮູ້ຈາກ​ພຣະ​ຄຳ​ພີ​ວ່າ ພຶດ​ຕິ​ກຳ ແລະ ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າໄດ້​​ເປັນ ສັນຍານ ລະ​ຫວ່າງ​ຂ້າ​ພະ​ເຈົ້າ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ.12 ດ້ວຍ​ຄວາມ​ເຂົ້າ​ໃຈ​ນັ້ນ, ຂ້າ​ພະ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ລາຍ​ຊື່​ຂອງສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄວນ ຫລື ບໍ່​ຄວນ​ເຮັດ​ອີກ​ຕໍ່​ໄປ. ເມື່ອ​ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ຕັດ​ສິນ​ໃຈ​ວ່າ​ກິດ​ຈະ​ກຳ​ໃດ​ເໝາະ​ສົມ​ກັບ​ວັນ​ຊະ​ບາ​ໂຕ​ ຫລື ບໍ່, ຂ້າ​ພະ​ເຈົ້າ​ພຽງ​ແຕ່​ໄດ້​ຖາມ​ຕົນ​ເອງວ່າ, “ເຮົາ​ຢາກມອບ ສັນຍານ ​ໃດ​ໃຫ້​ແດ່​ພຣະ​ເຈົ້າ?” ຄຳ​ຖາມນັ້ນ​ໄດ້​ເຮັດ​ໃຫ້​ການ​ເລືອກ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ວັນ​ຊະ​ບາ​ໂຕແຈ່ມ​ແຈ້ງ​ຂຶ້ນ.

ເຖິງ​ແມ່ນ​ວ່າ​ຄຳ​ສອນ​ກ່ຽວ​ກັບ​ວັນ​ຊະ​ບາ​ໂຕໄດ້​ມີ​ມາ​ຕັ້ງ​ແຕ່​ສະ​ໄໝ​ໂບ​ຮານ, ມັນ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາໃໝ່ໃນ​ຍຸກ​ສຸດ​ທ້ານນີ້ ທີ່​ເປັນ​ພາກ​ສ່ວນ​ຂອງ​ພັນ​ທະ​ສັນ​ຍາ​ໃໝ່​ດ້ວຍ​ຄຳ​ສັນ​ຍາ. ຂໍ​ໃຫ້​ຟັງ​ອຳ​ນາດ​ຂອງ​ຄຳ​ສັ່ງ​ທີ່​ສູງ​ສົ່ງ​ນີ້​ວ່າ:

“ເພື່ອ​ວ່າ​ເຈົ້າ​ຈະ​ສາ​ມາດ​ຮັກ​ສາ​ຕົນ​ເອງ​ໃຫ້​ປາດ​ສະ​ຈາກ​ມົນ​ທິນ​ຂອງ​ໂລກ​​ໄດ້​ຫລາຍກວ່າ​ເກົ່າ, ຈົ່ງ​ໄປ​ຍັງ​ບ້ານ​ແຫ່ງ​ການ​ອະ​ທິ​ຖານ ແລະ ຖະ​ຫວາຍ​ສິນ​ລະ​ລຶກ​ຂອງ​ເຈົ້າ​ໃນ​ວັນ​ສັກ​ສິດ​ຂອງ​ເຮົາ;

“ເພາະ​ຕາມ​ຈິງ​ແລ້ວ ນີ້​ຄືມື້​ທີ່​ກຳ​ນົດ​ໄວ້​ໃຫ້​ເຈົ້າ​ເພື່ອ​ພັກ​ຜ່ອນ​ຈາກວຽກ​ງານ​ຂອງ​ເຈົ້າ, ແລະ ເພື່ອ​ສະ​ແດງ​ຄວາມ​ຈົງ​ຮັກ​ພັກ​ດີ​ແດ່​ພຣະ​ຜູ້​ສູງ​ສຸດ. …

“ແລະ ໃນ​ມື້ນີ້, … ໃຫ້​ອາ​ຫານ​ຂອງ​ເຈົ້າ​ຖືກ​ຈັດ​ຕຽມ​ດ້ວຍ​ໃຈ​ທີ່​ເຫັນ​ແກ່​ພຣະ​ອົງ​ເທົ່າ​ນັ້ນ ເພື່ອ​ວ່າ​ການ​ຖື​ສິນ​ອົດ​ເຂົ້າ​ຂອງ​ເຈົ້າ​ຈະ​ສົມ​ບູນ, … ເພື່ອ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ເຈົ້າ​ຈະ​ເຕັມ​ປ່ຽມ. …

“ຕາບ​ໃດ​ທີ່​ເຈົ້າ​ເຮັດ​ສິ່ງນີ້​ດ້ວຍ​ຄວາມ​ຂອບ​ພ​ຣະ​ໄທ, ດ້ວຍ​ໃຈ ແລະ ໃບ​ໜ້າ​ທີ່​ຊື່ນ​ບານ, … ຄວາມ​ສົມ​ບູນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ເປັນ​ຂອງ​ເຈົ້າ.”13

ຂໍ​ໃຫ້​ຄິດ​ເບິ່ງວ່າ​ປະ​ໂຫຍກນັ້ນສຳ​ຄັນ​ພຽງ​ໃດ! ຄວາມ​ສົມ​ບູນ​ຂອງແຜ່ນ​ດິນ​ໂລກ​ຖືກ​ສັນ​ຍາ​ໄວ້​ໃຫ້​ຜູ້​ທີ່​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ເປັນ​ວັນ​ສັກ​ສິດ.14 ເພາະ​ເຫດນີ້ ເອ​ຊາ​ຢາ​ຈຶ່ງ​ໄດ້​ເອີ້ນ​ວັນ​ຊະ​ບາ​ໂຕວ່າ “ຄວາມ​ຊື່ນ​ຊົມ.”

ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ ພຶດ​ຕິ​ກຳ​ຂອງ​ເຮົາ​ໃນ​ວັນ​ຊະ​ບາ​ໂຕ​ຈະ​ນຳ​ໄປ​ສູ່​ຄວາມ​ສຸກ ແລະ ຄວາມ​ປິ​ຕິ​ຍິນ​ດີ? ນອກ​ເໜືອ​ຈາກ​ການ​ໄປ​ໂບດ​ຂອງ​ທ່ານ, ການ​ຮັບ​ສ່ວນ​ສິນ​ລະ​ລຶກ, ແລະ ການ​ເປັນ​ຄົນ​ທີ່​ພາກ​ພຽນ​ໃນ​ການ​ເອີ້ນ​ຂອງ​ທ່ານ​ທີ່​ຈະ​ຮັບ​ໃຊ້​ໂດຍ​ສະ​ເພາະ, ກິດ​ຈະ​ກຳ​ອື່ນໆ​ໃດ​ແດ່​ທີ່​ຈະ​ຊ່ອຍ​ເຮັ​ດ​ໃຫ້​ວັນ​ຊະ​ບາ​ໂຕ​ເປັນ​ຄວາມ​ຊື່ນ​ຊົມ​ສຳ​ລັບ​ທ່ານ? ທ່ານ​ຈະ​ມອບ​ສັນ​ຍານ​ອັນ​ໃດ​ແດ່​​ໃຫ້ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ສະ​ແດງ​ຄວາມ​ຮັກ​ທີ່​ທ່ານ​ມີ​ຕໍ່​ພຣະ​ອົງ?

ວັນ​ຊະ​ບາ​ໂຕ​ໃຫ້​ໂອ​ກາດ ​ທີ່ຈະເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້ຄວາມ​ຜູກ​ພັນ​ຂອງ​ຄອບ​ຄົວ. ແນ່ນອນ​ວ່າ, ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ແຕ່​ລະ​ຄົນ, ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ອົງ, ກັບ​ຄືນ​ໄປ​ຫາ​ພຣະ​ອົງ​ອີກ ເປັນ​ໄພ່​ພົນ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ແລ້ວ, ຖືກ​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ເປັນ​ຄອບ​ຄົວ, ຜະ​ນຶກ​ເຂົ້າ​ກັນ​ກັບ​ບັນ​ພະ​ບຸ​ລຸດ, ແລະ ລູກ​ຫລານ​ຂອງ​ເຮົາ.15

ເຮົາ​ຈະ​ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ເປັນ​ສິ່ງ​ທີ່​ຊື່ນ​ຊົມ​ ເມື່ອ​ເຮົາ​ສອນ​ພ​ຣະ​ກິດ​ຕິ​ຄຸນ​ໃຫ້​ລູກໆ​ຂອງ​ເຮົາ. ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ໃນບົດ​ບາດ​ທີ່​ເປັນ​ພໍ່​ແມ່​ກໍ​ແຈ່ມແຈ້ງ​​ດີ. ພ​ຣະ​ຜູ້​ເປັນ​ເຈົ້າໄດ້​ກ່າວ​ວ່າ, “ຕາບ​ໃດ​ທີ່​ພໍ່​ແມ່​ມີ​ລູກ​ໆ​ຢູ່​ໃນ​ສີ​ໂອນ, ຫລື ໃນ​ສະ​ເຕກ​ໃດໆ​ຂອງ​ມັນ … ທີ່ ບໍ່ ໄດ້ສອນເຂົາ​ໃຫ້​ເຂົ້າ​ໃຈ​ຄຳ​ສອນ​ເລື່ອງ​ການ​ກັບ​ໃຈ, ສັດ​ທາ​ໃນ​ພຣະ​ຄຣິດ​ພຣະ​ບຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່, ແລະ ເລື່ອງ​ການ​ບັບ​ຕິ​ສະ​ມາ ແລະ ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໂດຍ​ການ​ວາງ​ມື, ເມື່ອ​ເຂົາ​ມີ​ອາຍຸ​ແປດ​ປີ, ແລ້ວ​ບາບ​ຈະ​ຕົກ​ຢູ່​ເທິງ​ຫົວ​ຂອງ​ຜູ້​ເປັນ​ພໍ່​ແມ່.”16

ເມື່ອ​ຫລາຍ​ປີ​ກ່ອນ ​ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເວ​ລາຂອງ​ຄອບ​ຄົວ​ທີ່​ມີ​ຄຸນ​ນະ​ພາບ​. ພວກ​ເພິ່ນ​ໄດ້​ຂຽນ​ວ່າ:

“ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້ພໍ່​ແມ່​ອຸ​ທິດ​ຄວາມ​ພະ​ຍາ​ຍາມ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ການ​ສັ່ງ​ສອນ ແລະ ການ​ລ້ຽງ​ດູ​ລູກໆ​ຂອງ​ເຂົາ​ເຈົ້າ​ໃນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ຊຶ່ງ​ຈະ​ຮັກ​ສາພວກ​ເຂົາ​ເອົາ​ໄວ້​ໃຫ້​ໃກ້​ຊິດ​ກັບ​ສາດ​ສະ​ໜາ​ຈັກ. ຄອບ​ຄົວ​ເປັນແຫລ່ງ​ພື້ນ​ຖານ​ຂອງ​ຊີ​ວິດ​ທີ່​ຊອບ​ທຳ, ແລະ ບໍ່​ມີສິ່ງ​ອື່ນ​ໃດ​ເລີຍ​ທີ່​ຈະ​ມາ​ແທນ​ຄອບ​ຄົວ​ໄດ້ ຫລື ບັນ​ລຸ​​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສຳຄັນ ທີ່​ພຣະ​ເຈົ້າ​ໄດ້ມອບ​ໝາຍ​ໃຫ້​ ເພື່ອ​ສັ່ງ​ສອນ ແລະ ລ້ຽງ​ດູ​ລູກ​ໆ.

“ພວກ​ເຮົາ​ແນະ​ນຳ​ພໍ່​ແມ່ ແລະ ລູກໆ​ໃຫ້​ຖື​ເອົາ​ການ​ອະ​ທິ​ຖານ​ເປັນ​ຄອບ​ຄົວ, ການ​ສັງ​ສັນ​ໃນ​ຄອບ​ຄົວ, ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ ແລະ ຄຳ​ສອນ, ແລະ ກິດ​ຈະ​ກຳ​ຂອງ​ຄອບ​ຄົວ​ທີ່​ດີ​ອື່​ນໆ​ ໃຫ້​ຢູ່​ໃນ​ລຳ​ດັບ​ຄວາມ​ສຳ​ຄັນ​ສູງ​ທີ່​ສຸດ. ບໍ່​ວ່າ​ຄວາມ​ຕ້ອງ​ການ ຫລື ກິດ​ຈະ​ກຳ​ອື່ນໆຈະ​ດີ ແລະ ເໝາະ​ສົມ​ປານ​ໃດ​ກໍ​ຕາມ, ເຮົາ​ບໍ່​ຕ້ອງ​ປ່ອຍ​ໃຫ້ມັນ​​ເຂົ້າ​ມາ​ແທນ​ໜ້າ​ທີ່ ທີ່​ພຣະ​ເຈົ້າ​ໄດ້​ມອບ​ໝາຍ​ໃຫ້ ທີ່​ວ່າ​ມີ​ພຽງ​ແຕ່​ພໍ່​ແມ່ ແລະ ຄອບ​ຄົວ​ທີ່​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່ນີ້​ໄດ້​ເປັນ​ຢ່າງ​ດີ.”17

ເມື່ອ​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ຄຳ​ແນະ​ນຳ​ນີ້, ຂ້າ​ພະ​ເຈົ້າ​ເກືອບ​ຢາກ​ເປັນ​ພໍ່​ໜຸ່ມ​ອີກ​ເທື່ອ​ໜຶ່ງ. ໃນ​ເວ​ລານີ້​ພໍ່​ແມ່​ມີ​ແຫລ່ງ​ຊ່ອຍ​ເຫລືອ​ທີ່​ດີ​ຫລາຍ ເພື່ອ​ຊ່ອຍ​ເຂົາ​ເຈົ້າ​ເຮັດ​ໃຫ້​ເວ​ລາ​ຂອງ​ຄອບ​ຄົວ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ, ໃນ​ວັນ​ຊະ​ບາ​ໂຕ ແລະ ວັນ​ອື່​ນໆ​ນຳ​ອີກ. ເຂົາ​ເຈົ້າ​ມີ LDS.org, Mormon.org, the Bible videos, the Mormon Channel, the Media Library, the Friend, the New Era, the Ensign, the Liahona, ​ແລະ ອື່ນໆ​ອີກ​—ຫລາຍ​ຢ່າງ. ແຫລ່ງ​ຊ່ອຍ​ເຫລືອ​ເຫລົ່າ​ນີ້ຊ່ອຍ​ເຫລືອ​ພໍ່​ແມ່ໄດ້​ຫລາຍ ໃນ​ການບັນ​ລຸ​ໜ້າ​ທີ່​ອັນ​ສັກ​ສິດ​ທີ່​ເຂົາ​ເຈົ້າ​ມີ​ຕໍ່​ລູກ​ຂອງ​ເຂົາ​ເຈົ້າ. ບໍ່​ມີ​ວຽກ​ງານ​ໃດ​ທີ່ສຳ​ຄັນ​ຫລ​າຍໄປ​ກ​ວ່າ​ການ​ລ້ຽງ​ດູ​ທີ່​ຊອບ​ທຳ ແລະ ຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ.

ເມື່ອ​ທ່ານ​ສອນ​ພຣະ​ກິດ​ຕິ​ຄຸນ, ທ່ານ​ຈະ​ຮຽນ​ຮູ້​ຫລາຍ​ຂຶ້ນ. ນີ້​ເປັນ​ວິ​ທີ​ທາງ​ຂອງພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຊ່ອຍ​ທ່ານ​ໃຫ້​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ

ພຣະອົງຈະ​ໃຫ້​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ແກ່​​ເຮົາ, ວ່າ​​ເຮົາ​ຕ້ອງ​ສອນ​ຄຳ​ສອນ​ຂອງ​ອາ​ນາ​ຈັກ​ໃຫ້​ກັນ​ແລະ​ກັນ.

​ໃຫ້ສອນ​ຢ່າງ​ພາກ​ພຽນ … , ເພື່ອ​​ເຮົາຈະ​ໄດ້​ຮັບ​ການ​ແນະ​ນຳ​ຢ່າງ​ສົມ​ບູນ​ຫລາຍ​ຂຶ້ນ​ໃນ​ທັດ​ສະ​ນະ​ດີ … ໃນ​ຄຳ​ສອນ, ໃນ​ກົດ​ຂອງ​ພຣະ​ກິດ​ຕິ​ຄຸນ, ໃນ​ທຸກ​ສິ່ງ​ທີ່​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.18

​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ເຊັ່ນ​ນີ້ ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ເປັນ​ສິ່ງ​ທີ່​ຊື່ນ​ຊົມ. ຄຳ​ສັນ​ຍານີ້ມີ​ຄວາມ​ກ່ຽວ​ພັນ ບໍ່​ວ່າຄອບ​ຄົວ​ນັ້ນ​ຈະ​ໃຫຍ່ ຫລື ນ້ອຍ​ກໍ​ຕາມ, ຮ່ວມ​ດ້ວຍ​ຜູ້​ໃດ​ແດ່, ຫລື ວ່າ​ຈະ​ອາ​ໄສ​ຢູ່​ໃສ​ກໍ​ຕາມ.

ນອກ​ເໜືອ​ໄປ​ຈາກ​ເວ​ລາ​ທີ່​ຢູ່​ກັບ​ຄອບ​ຄົວ​ແລ້ວ, ທ່ານ​ສາ​ມາດ​ມີ​ຄວາມ​ຊື່ນ​ຊົມ​ທີ່​ແທ້​ຈິງ​ໃນ​ວັນ​ຊະ​ບາ​ໂຕ​ຈາກ​ການ​ເຮັດວຽກ​ງານ​ສືບປະ​ຫວັດ​​ຄອບ​ຄົວ. ການ​ຄົ້ນຫາ ແລະ ການ​ພົບ​ເຫັນ​ສະ​ມາ​ຊິກ​ຂອງ​ຄອບ​ຄົວ​ທີ່​ໄດ້​ມີ​ຊີ​ວິດ​ຢູ່​ກ່ອນ​ທ່ານ​ຢູ່​ເທິງ​ໂລກ—ຜູ້​ທີ່​ບໍ່​ໄດ້​ມີ​ໂອ​ກາດ​ທີ່​ຈະ​​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ເມື່ອ​ມີ​ຊີ​ວິດ​ຢູ່​ເທິງ​ໂລກ ສາ​ມາດ​ນຳ​ຄວາມ​ສຸກ​ອັນ​ໃຫຍ່​ຫລວງ​ມາສູ່​ທ່ານ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ນີ້​ດ້ວຍ​ຕົວ​ເອງ. ເມື່ອ​ຫລາຍ​ປີ​ກ່ອນ, ​ເວັນ​ດີ, ພັນ​ລະ​ຍາ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ຕັດ​ສິນ​ໃຈທີ່​ຈະ​ຮຽນ​ຄົ້ນ​ຄວ້າປະ​ຫວັດ​ຄອບ​ຄົວ. ​ໃນ​ຕອນ​ຕົ້ນ ຄວາມ​ກ້າວ​ໜ້າ​ຂອງ​ນາງ​ໃນ​ເລື່ອງນີ້​ກໍ​ຊ້າ​ແດ່, ແຕ່​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ນາງ​ໄດ້​ຮຽນ​ຮູ້​ວ່າ​ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ເຮັດ​ວຽກ​ງານ​ສັກ​ສິດນີ້. ແລະ ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​​ນາງ​ມີ​ຄວາມ​ສຸກ​ຫລາຍ​ກວ່ານີ້. ຢູ່​ທີ່​ບ້ານ, ໂດຍການ​​ໃຊ້​ຄອມ​ພິວ​ເຕີ ຫລື ອຸ​ບ​ປະ​ກອນ​ມື​ຖື, ທ່ານ​ຈະສາ​ມາດ​ຊອກ​ຫາ​ລາຍ​ຊື່​ຂອງ​ຜູ້​ທີ່​ປາ​ດ​ຖະ​ໜາ​ພິ​ທີ​ການ​ຂອງ​ເຂົາ​ເຈົ້າ. ຈົ່ງເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ເປັນ​ສິ່ງ​ທີ່​ຊື່ນ​ຊົມ​ໂດຍ​ການ​ຄົ້ນ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ ແລະ ປົດ​ປ່ອຍ​ເຂົາ​ເຈົ້າ​ຈາກ​ຄຸກ​ທາງວິນ​ຍານ!19

ຈົ່ງເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ເປັນ​ສິ່ງ​ທີ່​ຊື່ນ​ຊົມ​ໂດຍ​ການຮັບ​ໃຊ້​ຄົນ​ອື່ນ, ໂດຍ​ສະ​ເພາະ​ຜູ້​ທີ່ບໍ່​ສະ​ບາຍ ຫລື ຜູ້​ທີ່​ໂດດ​ດ່ຽວ ຫລື ຂັດສົນ.20 ເມື່ອ​ທ່ານ​ຊ່ອຍ​ໃຫ້​ເຂົ້າ​ເຈົ້າ​ຮູ້​ສຶກສະ​ບາຍ​ໃຈ​ຂຶ້ນ ທ່ານ​ກໍ​ຈະ​ຮູ້​ສຶກດີ​ໃຈ​ເໝືອນ​ກັນ.

ເມື່ອ​ເອ​ຊາ​ຢາ​ໄດ້​ບັນ​ຍາຍ​ເຖິງວັນ​ຊະ​ບາ​ໂຕວ່າ, ເປັນ “​ສິ່ງ​ຊື່ນ​ຊົມ,” ເພິ່ນ​ຍັງ​ໄດ້​ສອນ​ເຮົາ​ເຖິງວິ​ທີ​ທີ່​ຈະ​ເຮັດ​ໃຫ້​ມັນ​ເປັນ​ສິ່ງ​ທີ່​ຊື່ນ​ຊົມນຳ​ອີກ. ເພິ່ນ​ໄດ້​ກ່າວ​ວ່າ:

“ຖ້າ​ເຈົ້າ​ຍຶດ​ຖື​ວັນ​ຊະ​ບາ​ໂຕ​ເປັນ​ມື້​ສັກ​ສິດ; ແລະ ຖ້າ​ເຈົ້າ​ນັບ​ຖື ແລະ ໃຫ້​ກຽດ​ [ພ​ຣະ​ຜູ້​ເປັນ​ເຈົ້າ], ໂດຍບໍ່​ທ່ອງ​ທ່ຽວ​ໄປ​ມາ, ບໍ່​ເຮັດ​ການ ຫລື​ ເວົ້າ​ສິ່ງ​ທີ່ບໍ່​ມີ​ປະ​ໂຫຍດ​ໃນ​ມື້ນັ້ນ:

“ແລ້ວ​ເຈົ້າ​ກໍ​ຈະ​​ມ່ວນ​ຊື່ນ​​ເບີກ​ບານ​ໃຈ​ ​ໃນພຣະຜູ້​ເປັນ​ເຈົ້າ.21

ການ​ທີ່ບໍ່​ສະ​ແຫວງຫາ “ຄວາມ​ສຳລານ​ໃຈ​ສຳລັບ​ຕົນ​ເອງ” ​ໃນ​ວັນ​ຊະ​ບາ​ໂຕ ​ຮຽກ​ຮ້ອງ​ລະ​ບຽບ​ວິ​ໄນ​ໃນ​ຕົວ​ເອງ. ທ່ານ​ອາດ​ຕ້ອງຫລີກ​ລ້ຽງ​ຈາກ​ການ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ທ່ານ​ຢາກ​ເຮັດ. ຖ້າ​ທ່ານ​ເລືອກ​ທີ່​ຈະ​​ມ່ວນ​ຊື່ນ​ເບີກ​ບານ​ໃຈ ​ໃນ​ພຣະຜູ້​ເປັນ​ເຈົ້າ, ແລ້ວ​ທ່ານ​ຈະ​ບໍ່​ປ່ອຍ​ໃຫ້​ຕົວ​ເອງ​ປະ​ຕິ​ບັດ​ກັບ​ວັນ​ຊະ​ບາ​ໂຕ​ເໝືອນ​ດັ່ງ​ວັນ​ອື່ນໆ. ກິດ​ຈະ​ກຳ​ປົກ​ກະ​ຕິ ແລະ ການ​ພັກ​ຜ່ອນ​ຢ່ອນ​ອາ​ລົມ​ນັ້ນກໍ​ສາ​ມາດ​ເຮັດ​ໄດ້​ໃນ​ເວ​ລາ​ອື່ນ.

​​ໃຫ້​ພິຈາລະນາ ສິ່ງ​ຕໍ່​ໄປ​ນີ້: ໃນ​ການ​ຈ່າຍ​ສ່ວນ​ສິບ, ເຮົາ​ສົ່ງ​ໜຶ່ງ​ສ່ວນ​ສິບ​ຈາກ​ລາຍ​ໄດ້​ຂອງ​ເຮົາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ. ໃນ​ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ, ເຮົາ​ສະ​ຫງວນ​ວັນໜຶ່ງ​ໃນ​ເຈັດ​ວັນນັ້ນ​ໄວ້​ໃຫ້​ເປັນ​ຂອງ ພຣະ​ອົງ. ສະ​ນັ້ນ ​ມັນ​ເປັນ​ສິດ​ທິ​ພິ​ເສດ​ຂອງ​ເຮົາ​ທີ່​ຈະ​ອຸ​ທິດ​ທັງ​ເງິນ ແລະ ເວ​ລາ​ໃຫ້​​ແດ່ພຣະ​ອົງ ຜູ້​ທີ່ໃຫ້​ເຮົາ​ມີ​ຊີ​ວິດ​ຢູ່​ແຕ່​ລະ​ວັນ.22

ສັດ​ທາ​ໃນ​ພຣະ​ເຈົ້າຈະ​ນຳ​ໄປ​ສູ່​ຄວາມ​ຮັກ​ໃຫ້​ແກ່​ວັນ​ຊະ​ບາ​ໂຕ; ສັດ​ທາ​ໃນ​ວັນ​ຊະ​ບາ​ໂຕ​ຈະ​ນຳ​ໄປ​ສູ່​ຄວາມ​ຮັກ​ໃຫ້​ແດ່​ພຣະ​ເຈົ້າ. ວັນ​ຊະ​ບາ​ໂຕ​ທີ່​ສັກ​ສິດ​ເປັນ​ຄວາມ​ຊື່ນ​ຊົມ​ແທ້ໆ.

ບັດ​ນີ້, ​ເມື່ອກອງ​ປະ​ຊຸມ​ໃຫຍ່ນີ້ ມາ​ເຖິງ​ຕອນ​ຈົບ​ແລ້ວ, ເຮົາ​ຮູ້​ວ່າ ບໍ່​ວ່າ​ເຮົາ​ຈະ​ອາ​ໄສ​ຢູ່​ໃສ​ກໍ​ຕາມ ເຮົາ​ຕ້ອງ​ເປັນ​ຕົວ​ຢ່າງ​ຂອງ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ຄຣິດ​ ໃນ​ບັນ​ດາ​ຄອບ​ຄົວ, ເພື່ອນ​ບ້ານ, ແລະ ໝູ່​ເພື່ອນ.23 ຄົນ​ທີ່​ເຊື່ອ​ໃນ​ພຣະ​ຄຣິດທີ່​ແທ້​ຈິງ​ ຈະ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ.

ຂ້າ​ພະ​ເຈົ້າ​ຂໍ​ສະ​ຫລຸບ​ດ້ວຍ​ຄຳ​ອຳ​ລາ​ຂອງ​ໂມ​ໂຣ​ໄນ, ຂະ​ນະ​ທີ່​ເພິ່ນ​ໄດ້​ຈົບ​ການ​ຂຽນ​ພຣະ​ຄຳ​ພີ​ມໍ​ມອນ. ເພິ່ນ​ໄດ້​ຂຽນ​ວ່າ, “ຈົ່ງ​ມາ​ຫາ​ພຣະ​ຄຣິດ, ແລະ ຖືກເຮັດໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ, ແລະ ປະ​ຕິ​ເສດ​ຕົນ​ຈາກ​ຄວາມບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ທຸກ​ຢ່າງ, ແລະ ຖ້າ​ຫາກ​ທ່ານ​ປະ​ຕິ​ເສດ​ຕົນ​ຈາກ​ຄວາມບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ທຸກ​ຢ່າງ, ແລະ ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ພະ​ລັງ, ຈິດ​ໃຈ, ແລະ ກຳ​ລັງ​ຂອງ​ທ່ານ, ເມື່ອນັ້ນ … ທ່ານ​ຈະ​ດີ​ພ້ອມ​ໃນ​ພຣະ​ຄຣິດ.”24

ດ້ວຍ​ຄວາມ​ຮັກໃນ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ມອບ​ສິ່ງ​ເຫລົ່າ​ນີ້​ໄວ້​ກັບ​ທ່ານ ຊຶ່ງ​ເປັນ​ຄຳ​ອະ​ທິ​ຖານ, ປະ​ຈັກ​ພະ​ຍານ​, ແລະ ພອນ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.