​2010–2019
ສະນັ້ນ​ເຂົາເຈົ້າ​ຈຶ່ງ​ເຊົາ​ຢ້ານ
ເມສາ 2015


ສະນັ້ນ​ເຂົາເຈົ້າ​ຈຶ່ງ​ເຊົາ​ຢ້ານ

ຕ່າງ​ຈາກ​ຄວາມ​ຢ້ານທຳ​ມະ​ດາ​ທີ່​ເຮັດ​ໃຫ້​ເຮົາ​ຕົກໃຈ ແລະ ກະວົນກະວາຍ​ໃຈ, ຄວາມ​ຢ້ານ​ພຣະ​ເຈົ້າ ແມ່ນ​ແຫລ່ງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສະຫງົບ, ມີ​ຄວາມ​ອຸ່ນໃຈ, ແລະ ມີຄວາມ​ໝັ້ນ​ໃຈ.

ຂ້າພະເຈົ້າ​ຍັງ​ຈື່​ຕອນ​ຍັງ​ນ້ອຍ​ໄດ້​ດີ. ມື້ໜຶ່ງ​ຕອນ​ຂ້າພະເຈົ້າ​ກຳລັງ​ຫລິ້ນ​ກັບ​ໝູ່​ຢູ່ ຂ້າພະເຈົ້າ​ໄດ້​ເຮັດ​ປ່ອງຢ້ຽມ​ຂອງ​ຮ້ານ​ທີ່ຢູ່​ໃກ້​ບ້ານ​ແຕກ​ໂດຍ​ບັງເອີນ. ເມື່ອ​ປ່ອງຢ້ຽມ​ແຕກ ສຽງ​ສັນຍານ​ເຄື່ອງ​ຮັກສາ​ຄວາມ​ປອດ​ໄພ​ກໍ​ດັງ​ສະ​ນັ່ນ​ຂຶ້ນ ຂ້າພະເຈົ້າ​ກໍ​ຢ້ານ​ຈົນ​ຕັບ​ຫົດ ເພາະ​ຄິດ​ວ່າ​ຕົນ​ເອງ​ຕ້ອງ​ໄດ້​ເຂົ້າ​ຄຸກ​ຕະຫລອດ​ຊີວິດ​ນັບ​ແຕ່​ວັນ​ນັ້ນໄປ. ຈົນ​ພໍ່​ແມ່​ຂອງ​ຂ້າພະເຈົ້າ​ບອກ​ໃຫ້​ອອກ​ມາ​ຈາກ​ບ່ອນ​ລີ້​ຢູ່​ກ້ອງ​ຕຽງ ແລະ ໄດ້​ຊ່ອຍ​ຂ້າພະເຈົ້າ​ໃຫ້​ໄປ​ຂໍ​ໂທດ ແລະ ແກ້ຄວາມ​ຜິດ​ກັບ​ເຈົ້າ​ຂອງ​ຮ້ານ. ໂຊກ​ດີ​ທີ່​ຂ້າພະເຈົ້າ​ບໍ່​ຕ້ອງ​ໄດ້​ເຂົ້າ​ຄຸກ.

ຄວາມ​ຢ້ານ​ມື້​ນັ້ນ​ແມ່ນ​ຢ້ານ​ຫລາຍ​ອີ່ຫລີ. ທ່ານ​ກໍ​ຄົງ​ມີ​ຄວາມ​ຢ້ານ​ຫລາຍ​ເມື່ອ​ຮູ້​ວ່າ​ຕົນ​ເອງ​ເປັນ​ພະຍາດ, ຫລື ຄົນ​ໃນ​ຄອບຄົວ​ມີ​ບັນຫາ ຫລື ຢູ່​ໃນ​ໄພ​ອັນຕະລາຍ​ໃດໆ, ຫລື ຈາກ​ການ​ສັງເກດ​ເບິ່ງ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ທີ່​ກວນ​ໃຈ. ໃນ​ກໍລະນີ​ນັ້ນ ໄພ​ທີ່​ກຳລັງ​ຄຸກ​ຄາມ​ຢູ່, ຄວາມ​ບໍ່​ແນ່ນອນ, ຫລື ຄວາມເຈັບ​ປວດ ແລະ ເຫດການ​ທີ່​ບໍ່​ຄາດ​ຄິດ, ແລະ ບາງທີ​ກໍ​ເກີດ​ໂດຍ​ກະທັນຫັນ, ແລະ ຈະ​ມີ​ຜົນ​ຮັບ​ໃນ​ທາງ​ທີ່​ບໍ່​ດີ ຈະ​ເປັນ​ເຫດ​ໃຫ້​ເຮົາ​ບໍ່​ສະບາຍ​ໃຈ.

ໃນ​ແຕ່​ລະ​ມື້ ເຮົາ​ໄດ້​ຍິນ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ທາງ​ຄະດີ​ອາຍາ​ບໍ່​ຂາດ​ໄລຍະ, ຄວາມ​ອຶດ​ຢາກ, ສົງຄາມ, ການ​ສໍ້​ລາດ​ບັງ​ຫລວງ, ຜູ້​ກໍ່​ການ​ຮ້າຍ, ການ​ຜິດ​ສິນ​ທຳ, ພະຍາດ, ແລະ ໄພພິບັດ​ທາງ​ທຳ​ມະ​ຊາດ​ສາມາດ​ເຮັດ​ໃຫ້​ເຮົາ​ຢ້ານ ແລະ ກະວົນກະວາຍ​ໃຈ. ແນ່ນອນ​ແລ້ວ ພວກ​ເຮົາ​ກຳລັງ​ຢູ່​ໃນ​ສະໄໝ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ທຳນາຍ​ໄວ້​ວ່າ ໂລກ​ຈະ​ມີ​ຄວາມ​ວຸ້ນວາຍ ແລະ ຜູ້​ຄົນ​ຈະ​ຕັດສິນ​ໃຈ​ບໍ່​ຖືກ (ເບິ່ງ D&C 45:26).

ຈຸດປະສົງ​ຂອງ​ຂ້າພະເຈົ້າ​ຄື ບັນ​ລະ​ຍາຍ​ເຖິງ​ການ​ທີ່​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ​ກ່ຽວ​ກັບ​ສັດທາ ແລະ ພຣະ​ຜູ້​ເປັນ​ເຈົ້າ ພຣະເຢ​ຊູ​ຄຣິດ ຈະ​ເຮັດ​ໃຫ້​ເຮົາ​ເຊົາ​ຢ້ານ​ໄດ້​ແນວໃດ? ຂ້າພະເຈົ້າ​ອະທິຖານ​ດ້ວຍຄວາມຕັ້ງໃຈວ່າ ພຣະ​ວິນ​ຍານ​ບໍລິສຸດ​ຈະ​ອວຍພອນ​ເຮົາ​ແຕ່ລະຄົນ ເມື່ອ​ພວກ​ເຮົາ​ພິຈາລະນາ​ເລື່ອງ​ສຳຄັນ​ນີ້​ນຳ​ກັນ.

ຄວາມ​ຢ້ານ​ກົວ​ໃນ​ຊີວິດ

ເມື່ອອາ​ດາມ ແລະ ເອ​ວາ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະ​ເຈົ້າ ຫລັງ​ຈາກ​ທີ່​ເຂົາເຈົ້າ​ໄດ້​ກິນ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ​ແລ້ວ ເຂົາເຈົ້າ​ໄດ້​ລີ້​ຢູ່​ໃນ​ສວນ​ເອເດນ. ພຣະ​ເຈົ້າ​ເອີ້ນ​ຖາມ​ເຂົາເຈົ້າ​ວ່າ “ພວກ​ເຈົ້າ​ຢູ່​ໃສ?” ແລ້ວ ອາດາມ​ຕອບ​ວ່າ “ຂ້ານ້ອຍ​ໄດ້​ຍິນ​ສຽງ​ພຣະ​ອົງ … , ແລະ ຂ້ານ້ອຍ​ຢ້ານ” (ປະຖົມ​ມະ​ການ 3:9–10). ຈົ່ງ​ສັງເກດ​ເບິ່ງ​ວ່າ, ຜົນ​ທຳ​ອິດ​ຈາກ​ການ​ຕົກ​ຂອງ​ອາ​ດາມ​ແມ່ນ​ເພື່ອ​ໃຫ້​ອາ​ດາມ ແລະ ເອ​ວາ ໄດ້​ປະສົບ​ກັບ​ຄວາມ​ຢ້ານ. ຄວາມ​ປັ່ນ​ປ່ວນ​ທາງ​ອາລົມ​ອັນ​ແຮງ​ກ້າ​ນີ້​ແມ່ນ​ສ່ວນ​ປະກອບ​ທີ່​ສຳຄັນ​ໃນ​ຊີວິດ​ມະຕະ​ຂອງ​ເຮົາ.

ຕົວຢ່າງ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເນັ້ນ​ໜັກ​ເຖິງ​ອຳນາດ​ແຫ່ງ​ຄວາມ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ (​ເບິ່ງ 2 ​ເປ​ໂຕ 1:2–8; ​ແອວ​ມາ 23:5–6) ທີ່​ຈະ​ຊ່ອຍ​ໃຫ້​ເຮົາ​ເຊົາ​ຢ້ານ ແລະ ໃຫ້​ຄວາມ​ສະຫງົບ​ເມື່ອ​ພົບ​ບັນຫາ​ຫລວງຫລາຍ.

ໃນ​ແຜ່ນດິນ​ຮີ​ລຳ, ຜູ້​ຄົນ​ຂອງ​ແອວ​ມາ​ໄດ້​ຢ້ານ​ທະຫານ​ຊາວ​ເລ​ມັນ​ທີ່​ລ່ວງ​ລ້ຳ​ເຂົ້າ​ມາ.

“ແຕ່​ແອວ​ມາ​ໄດ້​ອອກ​ໄປ​ຢືນ​ຢູ່​ຖ້າມກາງ​ເຂົາເຈົ້າ ແລະ ໄດ້​ບອກ​ເຂົາເຈົ້າ​ວ່າ​ບໍ່​ໃຫ້​ຕົກໃຈ, ແຕ່ ... ໃຫ້​ລະນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ເປັນ​ພຣະ​ເຈົ້າ​ຂອງ​ເຂົາເຈົ້າ ແລະ ພຣະ​ອົງ​ຈະ​ປົດ​ປ່ອຍ​ເຂົາເຈົ້າ.

“ດັ່ງນັ້ນ​ເຂົາເຈົ້າ​ຈຶ່ງ​ເຊົາ​ຢ້ານ” (​ໂມ​ໄຊ​ຢາ 23:27–28).

ຈົ່ງ​ສັງເກດ​ເບິ່ງ​ວ່າ​ແອວ​ມາ​ບໍ່​ໄດ້​ເຮັດ​ໃຫ້​ຄົນ​ເຊົາ​ຢ້ານ. ແຕ່​ເພິ່ນ​ໄດ້​ສັ່ງສອນ​ຄົນ​ທີ່​ມີໃຈ​ສັດທາ​ວ່າ ໃຫ້​ຈື່​ຈຳ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ປົດ​ປ່ອຍ ຊຶ່ງ​ມີ​ແຕ່​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ສາມາດ​ເຮັດ​ໄດ້ (​ເບິ່ງ 2 ນີ​ໄຟ 2:8). ແລະ ຄວາມ​ຮູ້​ກ່ຽວ​ກັບ​ການ​ເບິ່ງແຍງ​ຄຸ້ມ​ຄອງ​ຢ່າງ​ໃກ້ຊິດ​ຂອງ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ຄົນ​ທັງຫລາຍ​ເຊົາ​ຢ້ານ.

ຄວາມ​ຮູ້​ທີ່​ຖືກຕ້ອງ​ກ່ຽວ​ກັບ​ສິ່ງ​ດັ່ງກ່າວ ແລະ ການ​ມີ​ສັດທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປັນ​ກຳລັງ​ໃຫ້​ເຮົາ​ເຊົາ​ຢ້ານ ເພາະ​ພຣະເຢ​ຊູ​ຄຣິດ​ເປັນ​ທາງ​ດຽວ​ສູ່​ຄວາມ​ສະຫງົບ​ອັນ​ຍາວ​ນານ. ພຣະ​ອົງ​ບອກ​ເຮົາ ໃຫ້​ຮູ້​ກ່ຽວ​ກັບ​ພຣະ​ອົງ, ຟັງ​ພຣະ​ຄຳ​ຂອງ​ພຣະ​ອົງ; ໃຊ້​ຊີວິດ​ດ້ວຍ​ຄວາມ​ຖ່ອມ​ຕົນ​ຕາມ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ແລ້ວ​ເຮົາ​ຈະ​ມີ​ຄວາມ​ສະຫງົບ​ຕາມ​ພຣະ​ອົງ (​ເບິ່ງ D&C 19:23).

ພຣະ​ອາຈານ​ຍັງ​ໄດ້​ອະທິບາຍ​ວ່າ, ຄົນ​ໃດ​ທີ່​ເຮັດ​ວຽກ​ແຫ່ງ​ຄວາມ​ຊອບ​ທຳ​ຈະ​ເປັນ​ຜູ້​ໄດ້​ຮັບ​ລາງວັນ ແມ່ນ​ແຕ່​ສັນຕິ​ສຸກ​ໃນ​ໂລກ​ນີ້ ແລະ ໃນ​ໂລກ​ທີ່​ຈະ​ມາ​ເຖິງ (​ເບິ່ງ D&C 59:23).

ການ​ໄວ້​ວາງໃຈ ແລະ ການ​ໝັ້ນ​ໃຈ​ໃນ​ພຣະຄຣິດ ແລະ ການ​ເພິ່ງ​ຄຸນງາມຄວາມດີ, ຄວາມ​ເມດ​ຕາ, ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ ຈະ​ນຳໄປ​ສູ່​ຄວາມ​ຫວັງ ໂດຍ​ຜ່ານ​ການ​ຊົດ​ໃຊ້​ໃນ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ອົງ ແລະ ຊີວິດ​ນິລັນດອນ (ເບິ່ງ ​ໂມ​ໂຣ​ໄນ 7:41). ສັດທາ ແລະ ຄວາມ​ຫວັງ​​ເຊັ່ນນັ້ນ ໄດ້​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ສັນຕິ​ສຸກ​ທາງ​ຈິດໃຈ ຊຶ່ງ​ເຮົາ​ສະແຫວງຫາ. ອຳນາດ​ແຫ່ງ​ການ​ຊົດ​ໃຊ້​ເຮັດ​ໃຫ້ການ​ໄຖ່​ບາບ​ເປັນ​ໄປ​ໄດ້ ແລະ ປອບ​ໂຍນຄວາມ​ສິ້ນ​ຫວັງ​ທີ່​ບາບ​ນຳ​ມາ; ມັນ​ຍັງ​ເຮັດ​ໃຫ້​ເຮົາ​ເຂັ້ມແຂງ ເພື່ອ​ຈະ​ໄດ້​ເຫັນ, ໄດ້​ເຮັດ, ກາຍເປັນ​ຄົນ​ດີ ໃນ​ທາງ​ທີ່​ເຮົາ​ບໍ່​ສາມາດ​ເຂົ້າໃຈ​ໄດ້ ຫລື ເຮັດ​ໄດ້​ຕາມ​ຄວາມ​ສາມາດ​ຂອງ​ເຮົາ. ແທ້​ຈິງ​ແລ້ວ ພອນ​ຍິ່ງ​ໃຫຍ່​ຂອງ​ການ​ເປັນ​ສານຸສິດ​ທີ່​ອຸທິດ​ຕົນ​ແມ່ນ “ສັນຕິ​ສຸກ​ອັນ​ມາ​ຈາກ​ພຣະ​ເຈົ້າ ຊຶ່ງ​ເກີນ​ຄວາມ​ເຂົ້າໃຈ” (ຟີ​ລິບ​ປອຍ 4:7).

ສັນຕິ​ສຸກ​ທີ່​ພຣະຄຣິດ​ປະທານ​ໃຫ້ ຊ່ອຍ​ໃຫ້​ເຮົາ​ເຂົ້າໃຈ​ຊີວິດ​ມະຕະ​ຢ່າງ​ແຈ່ມ​ແຈ້ງ ເມື່ອ​ມີ​ມຸມ​ມອງ​ກ່ຽວ​ກັບ​ຊີວິດ​ນິລັນດອນ​ອັນ​ລ້ຳ​ຄ່າ ແລະ ຕັ້ງ​ໝັ້ນ​ໃນ​ຄວາມ​ເຊື່ອ (ເບິ່ງ ​ໂກ​ໂລ​ຊາຍ 1:23) ແລະ ຊ່ອຍ​ໃຫ້​ເຮົາ​ຕັ້ງໃຈ​ໄປ​ສູ່​ຈຸດໝາຍ​ປາຍທາງ​ແຫ່ງ​ສະຫວັນ​ຂອງ​ເຮົາ. ດ້ວຍ​ເຫດ​ນັ້ນ ເຮົາ​ຈະ​ໄດ້​ຮັບ​ພອນ ​ກັນ​ຄວາມ​ຢ້ານ ເພາະ​ຄຳ​ສອນ​ຂອງ​ພຣະ​ອົງ​ຊ່ອຍ​ໃຫ້​ເຮົາ​ມີ​ເປົ້າ​ໝາຍ ແລະ ການ​ນຳ​ທາງ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ຂອງ​ເຮົາ. ພິທີການ ແລະ ພັນທະ​ສັນຍາ​ຂອງ​ພຣະ​ອົງ ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ເຂັ້ມແຂງ ບໍ່​ວ່າ​ເວລາ​ເຈັບ​ປ່ວຍ ຫລື ຢູ່ດີມີແຮງ. ແລະ ອຳນາດ​ຖານະ​ປະໂລຫິດ​ຂອງ​ພຣະ​ອົງ​ຈະ​ຊ່ອຍ​ໃຫ້​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ ເພື່ອ​ເຮົາ​ຈະ​ສາມາດ​ອົດທົນ​ທັງ​ໃນ​ຊີວິດ​ນີ້ ແລະ ໃນ ຊີວິດ​ນິລັນດອນ​ໄດ້.

ແຕ່​ເຮົາ​ຈະ​ເຊົາ​ຢ້ານ​ສິ່ງ​ຕ່າງໆ​ທີ່​ເຮັດ​ໃຫ້​ເຮົາ​ຢ້ານ​ງ່າຍ ແລະ ເລື້ອຍໆ​ໃນ​ໂລກ​ປະຈຸ​ບັນ​ໄດ້​ບໍ? ຄຳ​ຕອບ​ອັນ​ແນ່​ວ​ແນ່​ແມ່ນ​ວ່າ “ເຮັດ​ໄດ້”. ຫລັກ​ທຳ​ສາມ​ຢ່າງ​ສຳຄັນ​ສຳລັບ​ພອນ​ນີ້​ແມ່ນ: (1) ຫລຽວ​ເບິ່ງ​ພຣະຄຣິດ, (2) ສ້າງ​ຮາກ​ຖານ​ເທິງ​ພຣະຄຣິດ, ແລະ (3) ກ້າວ​ເດີນ​ໄປ​ໜ້າ​ດ້ວຍ​ສັດທາ​ໃນ​ພຣະຄຣິດ.

ຫລຽວ​ເບິ່ງ​ພຣະຄຣິດ

ຄຳ​ແນະນຳ​ທີ່​ແອວ​ມາ​ໄດ້​ບອກ​ລູກ​ຂອງ​ເພິ່ນ​ທີ່​ຊື່ ຮີ​ລາມັນ ແມ່ນ​ສະເພາະ​ເຮົາ​ແຕ່ລະຄົນ​ໃນ​ປະຈຸ​ບັນ: “ແທ້​ຈິງ​ແລ້ວ, ຈົ່ງເບິ່ງ​ວ່າ​ລູກ​ຫລຽວ​ເບິ່ງ​ພຣະ​ເຈົ້າ ແລະ ມີ​ຊີວິດ” (​ແອວ​ມາ 37:47). ພວກ​ເຮົາ​ຄວນ​ຕັ້ງໃຈ​ມຸ້ງ​ໜ້າ​ສູ່​ພຣະ​ຜູ້​ຊ່ອຍ​ໃຫ້ລອດ ໃນ​ທຸກ​ເວລາ ແລະ ໃນ​ທຸກ​ບ່ອນ.

ຈື່​ໄດ້​ບໍ່​ຕອນ​ທີ່​ພວກ​ສາວົກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ເຮືອ, ເຂົາເຈົ້າ​ຖືກ​ພະຍຸ​ພັດ​ງ່ຽງ​ໄປ​ມາ​ຢູ່​ທະເລ. ພຣະເຢ​ຊູ​ໄດ້​ຍ່າງ​ເທິງ​ນ້ຳ​ໄປ​ຫາ​ເຂົາເຈົ້າ, ແຕ່​ເຂົາເຈົ້າ​ບໍ່​ຈື່​ພຣະ​ອົງ, ເຂົາເຈົ້າ​ຈຶ່ງ​ຮ້ອງ​ຂຶ້ນ​ເພາະ​ຢ້ານ​ພຣະ​ອົງ.

“ພຣະເຢ​ຊູ​ກ່າວ​ຕໍ່​ເຂົາເຈົ້າ​ວ່າ, ຈົ່ງ​ຊ່ວງ​ໃຈ​ສາ, ແມ່ນ​ເຮົາ​ເອງ ຢ່າ​ຢ້ານ.

“ແລະ ເປ​ໂຕ​ໄດ້​ຕອບ​ພຣະ​ອົງ​ວ່າ, ນາຍ​ເອີຍ, ຖ້າ​ແມ່ນ​ທ່ານ​ແທ້ແລ້ວ ຂໍ​ສັ່ງ​ໃຫ້​ຂ້ານ້ອຍ​ຍ່າງ​ເທິງ​ນ້ຳ​ໄປ​ຫາ​ທ່ານ.

“ແລ້ວ​ພຣະ​ອົງ​ບອກ​ວ່າ, ມາ​ສາ” (ມັດ​ທາຍ 14:27–29).

ແລ້ວ ເປ​ໂຕ​ຈຶ່ງ​ຍ່າງ​ເທິງ​ນ້ຳ ​ໄປ​ຫາ​ພຣະເຢ​ຊູ.

“ແຕ່​ເມື່ອ​ເຫັນ​ລົມ​ພັດ​ແຮງ​ກໍ​ຢ້ານ ແລ້ວ​ເ​ລີ່​ມ​ຈົມ ເລີຍ​ຮ້ອງ​ວ່າ, “ນາຍ​ເອີຍ, ຊ່ອຍ​ຂ້ານ້ອຍ​ແນ່.

“ໃນ​ທັນໃດ​ນັ້ນ​ພຣະເຢ​ຊູ​ຢື້​ມື​ພຣະ​ອົງ​ອອກ​ໄປ​ຈັບ​ເປ​ໂຕ​ໄວ້ ແລ້ວ​ກ່າວ​ວ່າ, ໂອ້ ຜູ້​ມີ​ຄວາມ​ເຊື່ອ​ນ້ອຍ ເປັນ​ຫຍັງ​ຈຶ່ງ​ສົງໄສ?“ (ມັດ​ທາຍ 14:30–31).

ຂ້າພະເຈົ້າ​ນຶກ​ເຫັນ​ພາບ​ວ່າ ເປ​ໂຕ​ໄດ້​ຕອບ​ຮັບ​ຄຳ​ເຊີນ​ຂອງ​ພຣະເຢ​ຊູ​ຢ່າງ​ເຕັມ​ໃຈ ແລະ ທັນທີ. ເພິ່ນ​ກໍ​ອອກ​ຈາກ​ເຮືອ​ແລ້ວ​ຍ່າງ​ເທິງ​ໜ້ານ້ຳ​ໄດ້​ຢ່າງ​ອັດສະຈັນ ເມື່ອ​ເພິ່ນ​ຫລຽວ​ເບິ່ງ​ພຣະເຢ​ຊູ. ເມື່ອ​ມີ​ລົມ​ແຮງ​ ແລະ ຄື້ນ​ນ້ຳ​ສູງ ເພິ່ນ​ກໍ​ຢ້ານ ແລະ ເຊົາ​ຫລຽວ​ເບິ່ງ​ພຣະເຢ​ຊູ ເພິ່ນ​ກໍ​​ເລີ່ມ​ຈົມ.

ເຮົາ​ຈະ​ໄດ້​ຮັບ​ພອນ​ທີ່​ຈະ​ເອົາ​ຊະນະ​ຄວາມ​ຢ້ານ ແລະ ມີ​ສັດທາ​ຫລາຍ​ຂຶ້ນ ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ສັ່ງ​ສອນ​ຂອງພຣະ​ຜູ້​ເປັນ​ເຈົ້າທີ່​ວ່າ ໃຫ້​ເຮົາ​ສະແຫວງ​ຫາ​ພຣະ​ອົງ​ເມື່ອ​ຄິດ​ທຸກ​ຢ່າງ; ບໍ່​ໃຫ້​ສົງໄສ, ບໍ່​ໃຫ້​ຢ້ານ (ເບິ່ງ D&C 6:36).

ສ້າງ​ຮາກ​ຖານ​ເທິງ​ພຣະຄຣິດ

ຮີ​ລາມັນ​ໄດ້​ສອນ​ລູກ​ຂອງ​ເພິ່ນ​ທີ່​ຊື່ ນີ​ໄຟ ແລະ ລີ​ໄຮ​ວ່າ “ບັດ​ນີ້, ຈົ່ງ​ຈື່​ໄວ້, ລູກ​ຂອງ​ພໍ່, ຈົ່ງ​ຈື່​ໄວ້​ວ່າ ລູກ​ຈະ​ຕ້ອງ​ສ້າງ​ຮາກ​ຖານ​ຂອງ​ລູກ​ເທິງ​ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື ພຣະຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ; ເພື່ອ​ວ່າ​ເມື່ອ​ມານ​ສົ່ງ​ລົມພະຍຸ​ຮ້າຍ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ຟ້າແມບ​ເຫລື້ອມ​ກັບ​ລົມ​ບ້າໝູ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ເມື່ອ​ໝາກເຫັບ​ທັງ​ໝົດ ແລະ ລົມ​ຝົນ​ອັນ​ແຮງ​ກ້າ​ຂອງ​ມັນ​ລົງ​ມາຕີ​ລູກ, ມັນ​ຈະ​ບໍ່​ມີ​ອຳນາດ​ອັນ​ໃດ​ເໜືອ​ລູກ​ເລີຍ​ທີ່​ຈະ​ແກ່​ລູກ​ລົງ​ໄປ​ຫາ​ເຫວ​ເລິກ​ແຫ່ງ​ຄວາມ​ທຸກທໍລະມານ ແລະ ຄວາມ​ຈິບຫາຍ​ອັນ​ບໍ່​ສິ້ນ​ສຸດ, ເພາະ​ດານ​ຫີນ​ບ່ອນ​ທີ່​ລູກ​ຖືກ​ສ້າງ​ຂຶ້ນ​ເທິງ​ມັນ ຊຶ່ງເປັນ​ຮາກ​ຖານ​ທີ່​ແໜ້ນໜາ, ເປັນ​ຮາກ​ຖານ ຊຶ່ງ​ຫາກ​ມະນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້” (ຮີ​ລາມັນ 5:12).

ພິທີການ ແລະ ພັນທະ​ສັນຍາ ເປັນ​ສ່ວນ​ປະກອບ​ຢ່າງ​ໜຶ່ງ​ທີ່​ເຮົາ​ໃຊ້​ປະກອບ​ຊີວິດ​ຂອງ​ເຮົາ​ເທິງ​ຮາກ​ຖານ ຂອງ​ພຣະຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ເຮົາ​ມີ​ຄວາມ​ພົວພັນ​ຕໍ່​ພຣະຄຣິດ ແລະ ກັບ​ພຣະ​ອົງ ຢ່າງ​ແໜ້ນ​ແຟ້ນ ເມື່ອ​ເຮົາ​ຮັບ​ພິທີການ ແລະ ພັນທະ​ສັນຍາ​ຢ່າງ​ມີ​ຄ່າ​ຄວນ ເມື່ອ​ເຮົາ​ຈື່​ຈຳ ແລະ ໃຫ້​ກຽດ​ແກ່​ຄຳ​ສັນຍາ​ອັນ​ສັກສິດ​ເຫລົ່ານັ້ນ ແລະ ດຳລົງ​ຊີວິດ​ໃຫ້​ດີ​ທີ່​ສຸດ ຕາມ​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ຍອມຮັບ​ໄປ​ແລ້ວ. ພັນທະ​ນັ້ນ​ຈະ​ເປັນ​ແຫລ່ງຂອງ​ພະລັງ​ຈິດ​ວິນ​ຍານ ແລະ ຄວາມ​ໝັ້ນຄົງ​ໃນ​ທຸກ​ສະພາບ​ການ​ຂອງ​ຊີວິດ​ເຮົາ.

ເຮົາ​ສາມາດ​ໄດ້​ຮັບ​ພອນ​ ກັນ​ຄວາມ​ຢ້ານ​ໄດ້ ເມື່ອ​ເຮົາ​ມີ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ ແລະ ການ​ກະທຳ​ທີ່​ຈິງ​ໃຈ​ເທິງ​ຮາກ​ຖານ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໂດຍ​ຜ່ານ​ພິທີການ ແລະ ພັນທະ​ສັນຍາ​ຕ່າງໆ.

ເດີນ​ໄປ​ຂ້າງ​ໜ້າ​ດ້ວຍ​ສັດທາ​ໃນ​ພຣະຄຣິດ

ນີ​ໄຟ​ໄດ້​ປະກາດ​ວ່າ “ດັ່ງນັ້ນ ພວກ​ທ່ານ​ຕ້ອງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນຄົງ​ໃນ​ພຣະຄຣິດ, ໂດຍ​ມີ​ຄວາມ​ສະຫວ່າງ​ຢ່າງ​ບໍລິບູນ​ຂອງ​ຄວາມ​ຫວັງ ແລະ ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຂອງ​ມະນຸດ​ທັງ​ປວງ. ດັ່ງນັ້ນ, ຖ້າ​ຫາກ​ທ່ານ​ຈະ​ມຸ້ງ​ໜ້າ ຊື່ນ​ຊົມ​ດ້ວຍ​ຄຳ​ຂອງ​ພຣະຄຣິດ ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ຈົ່ງ​ເບິ່ງ, ພຣະ​ບິດາ​ໄດ້​ກ່າວ​ໄວ້​ດັ່ງນີ້: ເຈົ້າ​ຈະ​ມີ​ຊີວິດ​ນິລັນດອນ” (2 ນີ​ໄຟ 31:20).

ຄວາມ​ອົດທົນ​ຕາມ​ວິໄນ​ທີ່​ບັນຍາຍ​ໄປ​ໃນ​ຄຳ​ສັ່ງສອນ​ນັ້ນ​ແມ່ນ​ຜົນ​ຮັບ​ຂອງ​ຄວາມ​ເຂົ້າໃຈ​ທາງ​ວິນ​ຍານ ແລະ ທັດສະນະ, ຄວາມ​ບໍ່​ລົດ​ລະ, ຄວາມ​ອົດທົນ, ແລະ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ, ການ​ເຮັດ​ຕາມ​ພຣະ​ປະສົງ ແລະ ສິ່ງ​ຕ່າງໆ​ໃນ​ຊີວິດ​ຂອງ​ເຮົາ​ຢ່າງ​ຖ່ອມ​ຕົນ ແລະ ຮັບ​ຮູ້​ວ່າ​ພຣະ​ອົງ​ຊ່ອຍ​ເຮົາ​ໃນ​ທຸກ​ສິ່ງ ຈະ​ນຳ​ເຮົາ​ໃຫ້​ໄປ​ສູ່​ສິ່ງ​ທີ່​ສັນຕິ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ ຊຶ່ງ​ຈະ​ນຳ​ຄວາມສຸກ ແລະ ຊີວິດ​ນິລັນດອນ​ມາສູ່​ເຮົາ (​ເບິ່ງ D&C 42:61). ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ພົບ​ບັນຫາ ແລະ ຄວາມ​ບໍ່​ແນ່ນອນ​ໃນ​ອະນາຄົດ​ກໍ​ຕາມ, ແຕ່​ເຮົາ​ຍັງ​ສາມາດ​ຕັ້ງໃຈ​ດ້ວຍ​ຄວາມ​ເບີກບານ ແລະ ຢູ່​ຢ່າງ “ສະຫງົບ​ສຸກ​ໃນ​ສິນ​ທຳ ແລະ ດ້ວຍ​ຄວາມ​ສັດຊື່” (1 ຕີ​ໂມ​ທຽວ 2:2).

ເຮົາ​ຈະ​ໄດ້​ຮັບ​ພອນ​ ກັນ​ຄວາມ​ຢ້ານ ເມື່ອ​ເຮົາ​ໄດ້​ຮັບ​ພະລັງ​ຈາກ​ການ​ຮຽນ​ຮູ້ ແລະ ດຳລົງ​ຊີວິດ​ຕາມ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ແລະ ຕັ້ງໃຈ​ເດີນ​ໄປ​ຕາມ​ທາງ​ແຫ່ງ​ພັນທະ​ສັນຍາ.

ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ

ຄວາມ​ຢ້ານ​ທີ່​ຕ່າງ​ຈາກ​ຄວາມ​ຢ້ານ​ທີ່​ເກີດ​ກັບ​ເຮົາ​ເລື້ອຍໆ​ແຕ່​ມີ​ຄວາມ​ກ່ຽວ​ພັນ​ກັບ​ຄວາມ​ຢ້ານ​ທີ່​ບັນຍາຍ​ໃນ​ພຣະ​ຄຳ​ພີ​ນັ້ນ​ວ່າ​ເປັນ “ຄວາມ​ຢ້ານ​ພຣະ​ເຈົ້າ” (​ເຮັບ​ເຣີ 12:28) ຫລື “ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ” (​ໂຢບ 28:28; ສຸພາ​ສິດ 16:6; ​ເອຊາ​ຢາ 11:2–3). ຕ່າງ​ຈາກ​ຄວາມ​ຢ້ານ ທຳ​ມະ​ດາ​ທີ່​ເຮັດ​ໃຫ້​ເຮົາ​ຕົກໃຈ ແລະ ກະວົນກະວາຍ​ໃຈ, ຄວາມ​ຢ້ານ​ພຣະ​ເຈົ້າ ແມ່ນ​ແຫລ່ງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສະຫງົບ, ມີ​ຄວາມ​ອຸ່ນໃຈ, ແລະ ມີຄວາມ​ໝັ້ນ​ໃຈ.

ແຕ່​ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ໃດ​ໜຶ່ງ​ທີ່​ພົວພັນ​ກັບ​ຄວາມ​ຢ້ານ ເປັນ​ສິ່ງ​ທີ່​ເສີມ​ສ້າງ ຫລື ຊ່ອຍ​ທາງ​ຈິດ​ວິນ​ຍານ​ໄດ້​ແນວໃດ?

ຄວາມ​ຢ້ານ​ທີ່​ຊອບ​ທຳ​ທີ່​ຂ້າພະເຈົ້າ​ພະຍາຍາມ​ທີ່​ຈະ​ບັນຍາຍ​ນັ້ນ ແມ່ນ​ຮວມ​ເຖິງ​ຄວາມ​ຮູ້ສຶກ​ຊາບ​ຊຶ້ງ​ໃນ​ຄວາມ​ຄາລະວະ, ນັບຖື, ແລະ ຄວາມ​ຢຳ​ເກງ​ຕໍ່​ອົງ​ພຣະເຢ​ຊູ​ຄຣິດ​ເຈົ້າ (​ເບິ່ງ ​ເພງ​ສັນລະ​ເສີນ 33:8; 96:4), ການ​ເຊື່ອ​ຟັງ​ກົດ​ບັນຍັດ​ຂອງ​ພຣະ​ອົງ (​ເບິ່ງ ພຣະ​ບັນຍັດ​ສອງ 5:29; 8:6; 10:12; 13:4; ​ເພງ​ສັນລະ​ເສີນ 112:1), ແລະ ຕັ້ງໃຈ​ລໍຄອຍ​ວັນ​ພິພາກສາ​ເທື່ອ​ສຸດ​ທ້າຍ ແລະ ຄວາມ​ເປັນ​ທຳ​ຈາກ​ພຣະ​ອົງ. ສະນັ້ນ ຄວາມ​ຢຳ​ເກງ​ພຣະ​ເຈົ້າ​ແມ່ນ​ຜົນ​ສະທ້ອນ​ຈາກ​ຄວາມ​ເຂົ້າໃຈ​ທີ່​ຖືກຕ້ອງ​ກ່ຽວ​ກັບ​ທຳ​ມະ​ຊາດ​ສັກສິດ ແລະ ພາລະກິດ​ຂອງ​ອົງ​ພຣະເຢ​ຊູ​ຄຣິດ​ເຈົ້າ, ມີ​ຄວາມ​ເຕັມ​ໃຈ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ ແລະ ມີ​ຄວາມ​ຮູ້​ວ່າ ຊາຍ ແລະ ຍິງ​ທຸກ​ຄົນ​ຈະ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ບາບ​ຂອງ​ຕົນ​ເອງ​ໃນ​ວັນ​ພິພາກສາ (​ເບິ່ງ D&C 101:78; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:2).

ຄຳ​ສອນ​ຈາກ​ພຣະ​ຄຳ​ພີ​ໄດ້​ສອນ​ວ່າ ຄວາມ​ຢຳ​ເກງ​ພຣະ​ເຈົ້າ “ແມ່ນ​ການ​ເລີ່​ມ​ຕົ້ນ​ຂອງ​ຄວາມ​ຮູ້” (ສຸພາສິດ 1:7), “ຄຳ​ສອນ​ແຫ່ງ​ປັນຍາ” (ສຸພາສິດ 15:33), “ຄວາມ​ໝັ້ນ​ໃຈ​ອັນ​ແຮງ​ກ້າ” (ສຸພາສິດ 14:26), ​ແລະ “ເປັນ​ນ້ຳພຸ​ແຫ່ງ​ຊີວິດ” (ສຸພາສິດ 14:27).

ຈົ່ງ​ສັງເກດ​ວ່າ ຄວາມ​ຢຳ​ເກງ​ພຣະ​ເຈົ້າ​ແມ່ນ​ປະກອບ​ດ້ວຍ​ສິ່ງ​ຕ່າງໆ​ທີ່​ບໍ່​ສາມາດ​ແຍກ​ກັນ​ໄດ້​ເຊັ່ນ: ການ​ເຂົ້າໃຈ​ເຖິງ​ວັນ​ພິພາກສາ​ເທື່ອ​ສຸດ​ທ້າຍ ແລະ ການ​ຮັບຜິດຊອບ​ໃນ​ຄວາມ​ປາດ​ຖະ​ໜາ​ສ່ວນ​ບຸກຄົນ, ຄວາມ​ຄິດ, ວາຈາ, ແລະ ການ​ກະທຳ​ຂອງ​ເຮົາ. (ເບິ່ງ ​ໂມ​ໄຊ​ຢາ 4:30). ຄວາມ​ຢຳ​ເກງ​ພຣະ​ເຈົ້າ ບໍ່​ແມ່ນ​ຄວາມ​ກະວົນກະວາຍ​ໃຈ​ທີ່​ທ່ານ​ບໍ່​ຢາກ​ມາ​ຢືນ​ຕໍ່​ໜ້າ​ພຣະ​ອົງ​ເພື່ອ​ໃຫ້​ພຣະ​ອົງ​ພິພາກສາ. ຂ້າພະເຈົ້າ​ບໍ່​ເຊື່ອ​ເລີຍ​ວ່າ ເຮົາ​ຈະ​ຢ້ານ​ພຣະ​ອົງ. ແຕ່​ມັນ​ເປັນຄວາມ​ຄາດ​ຫວັງ​ທີ່​ເຮົາ​ຈະ​ໄດ້​ໄປ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ປະເຊີນ​ໜ້າກັບ​ສິ່ງ​ທີ່​ເປັນຄວາມ​ຈິງ ກ່ຽວ​ກັບ​ຕົວ​ເຮົາ​ເອງ ແລະ ມີ “ຄວາມ​ຮູ້​ແຈ້ງ” (2 ນີ​ໄຟ 9:14; ​ເບິ່ງ ​ແອວ​ມາ 11:43 ນຳ​ອີກ) ຈາກການ​ອ້າງ​ເຫດຜົນ​ເຂົ້າ​ຂ້າງ​ຕົນ​ເອງ, ການ​ທຳທ່າ, ແລະ ການ​ຫລອກ​ລວງ​ຕົນ​ເອງ​ທັງ​ໝົດ, ສຸດ​ທ້າຍ ເຮົາ​ຈະ​ບໍ່​ມີ​ຂໍ້​ແກ້​ຕົວ​ເລີຍ.

ທຸກ​ຄົນ​ທີ່​ມີ​ຊີວິດ​ຢູ່ ຫລື ຍັງ​ບໍ່​ໄດ້​ມາສູ່​ໂລກ​ເທື່ອ “ຈະ​ຖືກ​ນຳໄປ​ຢືນ​ຢູ່​ຕໍ່ໜ້າ​ບ່ອນ​ພິພາກສາ​ຂອງ​ພຣະ​ເຈົ້າ, ເພື່ອ​ຮັບ​ການ​ຕັດສິນ​ຈາກ​ພຣະ​ອົງ​ຕາມ​ການ​ກະທຳ​ຂອງ [ເຂົາ] ບໍ່​ວ່າການ​ກະທຳ​ນັ້ນ​ດີ ຫລື ຊົ່ວ” (​ໂມ​ໄຊ​ຢາ 16:10). ຖ້າ​ຫາກ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ເປັນ​ສິ່ງ​ທີ່​ຊອບ​ທຳ ແລະ ວຽກ​ງານ​ຂອງ​ເຮົາ​ດີ, ແລ້ວ​ການ​ພິພາກສາ ຈະ​ເປັນ​ສິ່ງ​ທີ່​ໜ້າ​ເພິ່ງ​ພໍໃຈ (​ເບິ່ງ ຢາ​ໂຄບ 6:13; ອີ​ນັດ 1:27; ​ໂມ​ໂຣ​ໄນ 10:34). ແລະ ໃນ​ວັນ​ສຸດ​ທ້າຍ ເຮົາ​ຈະ “ໄດ້​ຮັບ​ລາງວັນ​ອັນ​ໄປ​ສູ່​ຄວາມ​ຊອບ​ທຳ” (​ແອວ​ມາ 41:6).

ເຖິງ​ຢ່າງໃດ​ກໍ​ຕາມ, ຖ້າ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ເປັນ​ສິ່ງ​ທີ່​ບໍ່​ດີ ແລະ ວຽກ​ງານ​ຂອງ​ເຮົາ​ຊົ່ວ​ຮ້າຍ, ແລ້ວ ການ​ພິພາກສາ ຈະ​ເປັນ​ສິ່ງ​ທີ່​ໜ້າ​ຢ້ານ​ກົວ​ຫລາຍ​ທີ່​ສຸດ. “ພວກ​ເຮົາ​ຈະ​ບໍ່​ກ້າ​ເງີຍ​ໜ້າ​ເບິ່ງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ໄດ້; ແລະ ພວກ​ເຮົາ​ຄົງ​ຈະ​ຊື່ນ​ຊົມ​ຖ້າ​ຫາກ​ພວກ​ເຮົາ​ສາມາດ​ສັ່ງ​ຫີນ ແລະ ພູເຂົາ​ໃຫ້​ຕົກລົງ​ມາ​ໃສ່​ພວກ​ເຮົາ ເພື່ອ​ເຊື່ອງ​ພວກ​ເຮົາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ” (​ແອວ​ມາ 12:14). ແລະ ໃນ​ວັນ​ສຸດ​ທ້າຍ ເຮົາ​ຈະ “ຈະ​ໄດ້​ຮັບ​ລາງວັນ​ທີ່​ເປັນຄວາມ​ຊົ່ວ [ຂອງ​ເຮົາ]” (​ແອວ​ມາ 41:5).

ດັ່ງ​ທີ່​ສະຫລຸບ​ໃນ​ພຣະ​ທຳ​ປັນຍາ​ຈານ​ວ່າ:

“ຈົ່ງ​ຢຳ​ເກງ​ພຣະ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ: ເພາະ​ນີ້​ແມ່ນ​ໜ້າທີ່​ຂອງ​ມະນຸດ​ທັງຫລາຍ.

“ຍ້ອນ​ວ່າ​ພຣະ​ເຈົ້າ​ຈະ​ຕັດສິນ​ການ​ງານ​ທຸກ​ປະການ​ຂອງ​ທ່ານ ບໍ່​ວ່າຄວາມ​ລັບ, ບໍ່​ວ່າຄວາມ​ດີ ຫລື ຊົ່ວ” (ປັນຍາ​ຈານ 12:13–14).

ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ,​ ຄວາມ​ຢຳ​ເກງ​ພຣະ​ເຈົ້າ​ຈະ​ກຳຈັດ​ຄວາມ​ຢ້ານ​ຂອງ​ມະນຸດ. ຄວາມ​ຢ້ານ​ນັ້ນ​ຍັງ​ເຮັດ​ໃຫ້​ຄວາມ​ເປັນ​ຫ່ວງ​ໜ້ອຍ​ລົງ​ທີ່​ວ່າ ເຮົາ​ຈະ​ບໍ່​ດີ​ພ້ອມ​ທາງ​ວິນ​ຍານ ແລະ ບໍ່​ສາມາດ​ເຮັດ​ຕາມ​ຂໍ້​ກຳນົດ ແລະ ຄວາມ​ຄາດ​ຫວັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້. ຕາມ​ຈິງ​ແລ້ວ ເຮົາ​ບໍ່​ສາມາດ​ຈະ​ດີ​ພໍ ຫລື ເຮັດ​ຕາມ​ຂໍ້​ກຳນົດ​ໄດ້ ຖ້າ​ເຮົາ​ອາໄສ​ຄວາມ​ສາມາດ​ຂອງ​ຕົນ​ເອງ ແລະ ເຮັດ​ຜູ້​ດຽວ. ວຽກ​ງານ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ຈະ​ຊ່ອຍ​ເຮົາ​ບໍ່​ໄດ້ ແລະ ບໍ່ສາມາດຊ່ອຍເຮົາ “ຫລັງ​ຈາກ​ເຮົາ​ເຮັດ​ທຸກ​ຢ່າງ​ແລ້ວ” (2 ນີ​ໄຟ 25:23), ດ້ວຍ​ຄວາມ​ເມດ​ຕາ ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ ເຮົາ​ຈະ​ສົມບູນ​ໄດ້ ໂດຍ​ຜ່ານ​ການ​ເສຍ​ສະລະ​ໄຖ່​ບາບ​ທີ່​ບໍ່​ມີ​ຂອບ​ເຂດ​ແຫ່ງ​ນິລັນດອນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ (​ເບິ່ງ ​ແອວ​ມາ 34:10, 14). ແນ່ນອນ, “ພວກ​ເຮົາ​ເຊື່ອ​ວ່າ ໂດຍ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ ມະນຸດຊາດ​ທັງ​ປວງ​ຈະ​ລອດ​ໄດ້ ໂດຍ​ການ​ປະຕິບັດ​ຕາມ​ກົດ ແລະ ພິທີການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:3).

ການ​ຢຳ​ເກງ​ພຣະ​ເຈົ້າ​ແມ່ນ​ການ​ຮັກ ແລະ ການ​ໄວ້​ວາງໃຈ​ໃນ​ພຣະ​ອົງ. ເມື່ອ​ເຮົາ​ຢຳ​ເກງ​ພຣະ​ເຈົ້າ​ດ້ວຍ​ສຸດ​ໃຈ, ເຮົາ​ຈະ​ຮັກ​ພຣະ​ອົງ​ດ້ວຍ​ສຸດ​ໃຈ. ແລະ “ຄວາມ​ຮັກ​ທີ່​ສົມບູນ​ຍ່ອມ​ຂັບ​ໄລ່​ຄວາມ​ຢ້ານ​ກົວ​ທັງ​ໝົດ​ອອກ​ໄປ” (​ໂມ​ໂຣ​ໄນ 8:16). ຂ້າພະເຈົ້າ​ຂໍ​ສັນຍາ​ວ່າ ຄວາມ​ສະຫວ່າງ​ຂອງ​ຄວາມ​ຢຳ​ເກງ​ພຣະ​ເຈົ້າ ຈະ​ຂັບ​ໄລ່​ຄວາມ​ມືດ​ອອກ​ໄປ​ຈາກ​ຄວາມ​ຢ້ານ​ໃນ​ຊີວິດ (​ເບິ່ງ D&C 50:25) ເມື່ອ​ເຮົາ​ສະແຫວງ​ຫາ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ອາ​ໄສ​ພຣະ​ອົງ​ໃຫ້​​ເປັນ​ຮາກ​ຖານ, ແລະ ມຸ້ງ​ໝັ້ນ​ຕາມ​ທາງ​ແຫ່ງ​ພັນທະ​ສັນຍາ​ດ້ວຍ​ຄວາມ​ອຸທິດ​ຕົນ.

ປະ​ຈັກ​ພະ​ຍານ ແລະ ຄຳ​ສັນຍາ

ຂ້າພະເຈົ້າ​ຮັກ ແລະ ເຄົາ​ລົບ​ພຣະ​ຜູ້​ເປັນ​ເຈົ້າ. ອຳນາດ ແລະ ສັນຕິ​ສຸກ​ຂອງ​ພຣະ​ອົງ​ນັ້ນ​ແທ້​ຈິງ. ພຣະ​ອົງ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ ແລະ ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່. ແລະ ເພາະ​ພຣະ​ອົງ ເຮົາ​ບໍ່​ຕ້ອງເປັນ​ຫ່ວງ ຫລື ຢ້ານ (ເບິ່ງ ​ໂຢຮັນ 14:27), ແລະ ເຮົາ​ຈະ​ໄດ້​ຮັບ​ພອນ ​ກັນ​ຄວາມ​ຢ້ານ. ຂ້າພະເຈົ້າ​ກ່າວ​ມາ​ໃນ​ພຣະ​ນາມ​ອັນ​ສັກສິດ ແລະ ບໍລິສຸດ​ຂອງອົງ​ພຣະເຢ​ຊູ​ຄຣິດເຈົ້າ, ອາແມນ.