​2010–2019
​​ອາ​ນາ​ຈັກ​ຂອງ​ພຣະ​ອົງຕັ້ງ​ຢູ່
ເມສາ 2015


​​ອາ​ນາ​ຈັກ​ຂອງ​ພຣະ​ອົງຕັ້ງ​ຢູ່

ການ​ໄດ້​ເຫັນ ແລະ ການ​ເຊື່ອ​ສິ່ງ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າໃນ​ການ ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ​ຢູ່​ເທິງ​ໂລກ​ ສາ​ມາດ​ຊ່ອຍ​ເຮົາ​ໃຫ້​ເຫັນ ແລະ ເຊື່ອ​ວ່າ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ອິດ​ທິ​ພົນ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ​ຄື​ກັນ.

ຕອນ​ເຮົາ​ຮ້ອງ​ເພງ, ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ຫລາຍ ກັບ​ຄວາມ​ຄິດ​ທີ່​ວ່າ ​ໄພ່ພົນ​ຂອງ​ພຣະ​ເຈົ້າ​ເປັນ​ຈຳນວນ ຫລາຍ​ລ້ານ​ຄົນ ​ຫລາຍ​ກວ່າ 150 ປະ​ເທດ, ​ແລະ ​ເວົ້າ​ໃນ 75 ພາສາ,1 ຮ້ອງ​ເພງ​ສັນ​ລະ​ເສີນ​ພຣະ​ເຈົ້າ ນຳ​ກັນ​ທີ່​ວ່າ:

ຈົ່ງ​ມາ​ເຖີດ ​ໂອ້ ຈອມ​ກະສັດ!

ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ,

​ໃຫ້​ປິ່ນປົວ ດ້ວຍ​ຄວາມ​ເມດ​ຕາ,

​ເພື່ອ​ປົດ​ປ່ອຍ​ຜູ້​ຄົນ​ຂອງ​ພຣະອົງ.2

“ຈົ່ງ​ມາ​ເຖີດ, ​ໂອ້ ​ຈອມ​ກະສັດ!”3 ​ເຮົາ​ເປັນ​ຄອບຄົວ​ໃຫຍ່​ທົ່ວ​ໂລກ ທີ່​ເປັນ​ຜູ້​ເຊື່ອ, ​ເປັນ​ສານຸສິດ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

ເຮົາ​ໄດ້​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ​, ແລະ ແຕ່​ລະ​ອາ​ທິດ​ຂະ​ນະ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ, ເຮົາສັນ​ຍາ​ວ່າ​ເຮົາ​ຈະ​ລະ​ນຶກ​ເຖິງ​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ເຮົາ​ຍັງ​ໄກ​ຈາກ​ຄວາມ​ດີ​ພ້ອມ​ທຸກ​ຢ່າງ, ແຕ່ເຮົາ​ເອົາ​ຈິງ​ເອົາ​ຈັງ​ກ່ຽວ​ກັບຄວາມ​ເຊື່ອ​ຖື​ຂອງ​ເຮົາ. ເຮົາ​ເຊື່ອ​ໃນ​ພຣະ​ອົງ. ເຮົາ​ນະ​ມັ​ດ​ສະ​ການ​ພຣະ​ອົງ. ເຮົາ​ຕິດ​ຕາມ​ພຣະ​ອົງ. ເຮົາ​ຮັກ​ພຣະ​ອົງ​ແທ້ໆ. ອຸ​ດົມ​ການ​ຂອງ​ພຣະອົງ​ແມ່ນ​ຍິ່ງ​ໃຫຍ່​ທີ່​ສຸດໃນ​ຕະ​ຫລອດ​ທົ່ວ​ໂລກ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເວ​ລາ​ທີ່​​ຜູ້​ຄົນ​ທີ່​ເຊື່ອໄດ້​ຄາດຫວັງ ແລະ ລໍ​ຖ້າຕະ​ຫລອດ​ມາ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ. ເຮົາ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ແຫ່ງ​ສົງ​ຄາມ ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ, ວັນ​ເວ​ລາ​ແຫ່ງ​ໄພ​ທຳ​ມະ​ຊາດ, ວັນ​ເວ​ລາ​ເມື່ອ​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ສັບ​ສົນ ແລະ ຄວາມ​ວຸ້ນ​ວາຍ.

ແຕ່​ເຮົາ​ຍັງ​ອາ​ໄສ​ຢູ່​ໃນ​ວັນ​ເວ​ລາ​ແຫ່ງ​ການ​ຟື້ນ​ຟູ​ນຳ​ອີກ, ເມື່ອ​ພຣະ​ກິດ​ຕິ​ຄຸນ​ກຳ​ລັງ​ຖືກ​ນຳອອກ​ໄປປະ​ກາດ​ໃຫ້​ແກ່​ຊາວ​ໂລກ​ທັງ​ປວງ—ເວ​ລາ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ພຣະ​ອົງຈະ​ຍົກ​ … ຜູ້​ຄົນທີ່​ບໍ​ລິ​ສຸດ​ຂຶ້ນ,4 ຜູ້​ທີ່​ພຣະ​ອົງ​ຈະໃຫ້​ຖື​ອາ​ວຸດດ້ວຍ ​“ຄວາມ​ຊອບ​ທຳ ພ້ອມ​ກັບອຳ​ນາດ​ຂອງ​ພຣະ​ເຈົ້າ.”5

ເຮົາ​ຊື່ນ​ຊົມ​ໃນ​ທຸກ​ວັນ​ນີ້ ​ແລະ ອະທິຖານ​ວ່າ ​ເຮົາ​ຈະ​ສາມາດ​ປະ​ເຊີນກັບ​ບັນຫາ. ຄວາມ​ຫຍຸ້ງຍາກ​ບາງ​ຢ່າງ​ກໍ​ໜັກໜ່ວງ​ຫລາຍ​ສຳລັບ​ບາງ​ຄົນ, ແຕ່ບໍ່​ມີ​ຄົນ​ໃດ​ຖືກ​ຍົກ​ເວັ້ນ. ແອວ​ເດີ ນຽວ ເອ ແມັກ​ສະ​ແວວ ​ຄັ້ງ​ໜຶ່ງ​ໄດ້​ສອນ​ວ່າ, “ຖ້າ​ຫາກ​ທຸກ​ສິ່ງ​​ດຳ​ເນີນ​ໄປ​ດ້ວຍ​ດີ​ສຳ​ລັບ​ທ່ານ​ໃນ​ເວ​ລ​ານີ້, ​ຂໍ​ໃຫ້​ລໍຖ້າ​ເບິ່ງ​ຈັກ​ໜ້ອຍ.”

ເຖິງ​ແມ່ນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ເຮົາ​ເທື່ອ​ແລ້ວ​ເທື່ອ​ອີກວ່າ ​ເຮົາບໍ່​ຈຳ​ເປັນ​ຕ້ອງ​ຢ້ານ,6 ແຕ່​ການ​ຮັກ​ສາ​ທັດ​ສະ​ນະ​ທີ່​ແຈ່ມ​ແຈ້ງ ດ້ວຍ​ຄວາມ​ເຂົ້າ​ໃຈໄກ​ໄປກວ່າ​ຊີ​ວິດ​ຂອງ​ເຮົາ​ຢູ່​ເທິງໂລກ​​ມະຕະນີ້ ກໍ​ບໍ່​ງ່າຍ​ສະ​ເໝີ​ໄປ ເມື່ອ​ເຮົາ​ຕົກ​ຢູ່​ໃນການ​ທົດ​ລອງ.

​ປະ​ທານ​ທອມ​ມັສ ແອັສ ມອນ​ສັນ​ ໄດ້​ສອນ​​ບົດ​ຮຽນ​ໜຶ່ງທີ່​ສຳ​ຄັນໃຫ້​ຂ້າ​ພະ​ເຈົ້າ ​ກ່ຽວ​ກັບ​ການ​ຮັກ​ສາທັດ​ສະ​ນະ​ນິ​ລັນ​ດອນ.

ເມື່ອສິບ​ແປດ​ປີ​ກ່ອນ ຂະ​ນະ​ທີ່​ເດີນ​ທາງ​ເທິງ​ລົດ​ໄຟ​ໄປ​ໃນ​ປະ​ເທດ​ສະ​ວິດກັບ​ປະ​ທານ​ມັນ​ສອນ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ເພິ່ນ​ກ່ຽວ​ກັ​ບ​ໜ້າ​ທີ່​ຮັບ​ຜິດ​ຊອບທີ່​ສຳ​ຄັນ​ຂອງ​ເພິ່ນ. ຄຳ​ຕອບ​ຂອງ​ເພິ່ນ​ໄດ້​ເສີມ​ສ້າງ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ. “ໃນຝ່າຍ​ປະ​ທານ​ສູງ​ສຸດ,” ​ເພິ່ນ​ກ່າວ, “ພວກ​ເຮົາຈະເຮັດ​ທຸກ​ສິ່ງ​ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້​ ເພື່ອຊ່ອຍ​ໃຫ້​ວຽກ​ງານນີ້​ກ້າວ​ໄປ​ໜ້າ. ແຕ່ນີ້​ແມ່ນ​ວຽກ​ງານ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ, ​ແລະ ພຣະ​ອົງ​ຊີ້​ນຳ​ມັນ. ພຣະ​ອົງ​ເປັນຜູ້​ຄວບ​ຄຸມ. ເຮົາ​ປະ​ຫລາດ​ໃຈ​ຂະ​ນະ​ທີ່​ເຮົາ​ເບິ່ງ​ພ​ຣະ​ອົງສ້າງ​ໂອ​ກາດ ​ທີ່​ເຮົາ​ບໍ່​ສາ​ມາດ​ເຮັດ​ໄດ້ ແລະ ​ເຮັດ​​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ເຮົາບໍ່​ສາ​ມາດ​ເຮັດ​ໄດ້.”7

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ການ​ໄດ້​ເຫັນ ແລະ ການ​ເຊື່ອ​ສິ່ງ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າໃນ​ການ ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ​ຢູ່​ເທິງ​ໂລກ​ ສາ​ມາດ​ຊ່ອຍ​ເຮົາ​ໃຫ້​ເຫັນ ແລະ ເຊື່ອ​ວ່າ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ອິດ​ທິ​ພົນ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ​ຄື​ກັນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ, “ເຮົາ​ສາ​ມາດ​ທຳ​ງານ​ຂອງ​ເຮົາ​ໄດ້.”8 ເຮົາ​ແຕ່​ລະ​ຄົນ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ພາກ​ສ່ວນ​ຂອງ​ເຮົາ, ແຕ່​ພຣະ​ອົງ​ເປັນພຣະ​ຜູ້​ສ້າງ​ທຸກ​ສິ່ງ​ທັງ​ປວງ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ບິ​ດາ​ຂອງພຣະ​ອົງ, ພຣະ​ອົງ​ໄດ້​ສ້າງ​ໂລກນີ້. “ພຣະ​ເຈົ້າ​ໄດ້​ສ້າງ​ທຸກ​ສິ່ງ​ຂຶ້ນ​ມາ​ໂດຍ​ທາງ​ພຣະ​ທຳ; ໃນ​ບັນ​ດາ​ສິ່ງ​ທີ່​ເປັນ​ມານັ້ນ ບໍ່​ມີ​ສິ່ງ​ໜຶ່ງ​ສິ່ງໃດ​ທີ່​ເປັນ​ມາ​ໂດຍນອກ​ຈາກ​ພຣະ​ທຳ.”9 ເມື່ອ​ເຮົາ​ຕື່ນ​ຂຶ້ນ ແລະ ຮູ້​ຕົວ​ທາງວິນ​ຍານ, ເຮົາ​ຈະ​ເຫັນ​ອິດ​ທິ​ພົນ​ຂອງ​ພຣະ​ອົງ​ຕະ​ຫລອດ​ທົ່ວ​ໂລກ ແລະ ເຮົາ​ຈະ​ເຫັນ​ອິດ​ທິ​ພົນ​ຂອງ​ພຣະ​ອົງໃນ​ຊີ​ວິດ​​ຂອງ​ເຮົາ​ເອງ.

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຕົວ​ຢ່າງ​ໜຶ່ງ.

ໃນ​ປີ 1831, ໂດຍ​ທີ່​ສາດ​ສະ​ໜາ​ຈັກມີ​ສະ​ມ​າຊິກ​ພຽງ​ແຕ່ 600 ຄົນ​ເທົ່າ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​​ໄດ້​ປະ​ກາດ​ວ່າ, ຂໍ​ກະ​ແຈແຫ່ງ​ອຳ​ນາດ​ຂອງ​ພ​ຣະ​ເຈົ້າ​ໄດ້​ຖືກມອບ​ໃຫ້​ແກ່​ມະ​ນຸດ​ເທິງ​ແຜ່ນ​ດິນ​ໂລກ, ແລະ ຈາກ​ບ່ອນນັ້ນ​ພຣະ​ກິດ​ຕິ​ຄຸນຈະ​ຂະ​ຫຍາຍອອກ​ໄປ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ຄື​ກັນ​ກັບ​ຫີນ​ກ້ອນ​ໜຶ່ງ​ ຊຶ່ງ​ແຕກ​ອອກ​ມາ​ເອງ​ຈາກ​ໜ້າ​ຜາ​ໂດຍບໍ່​ມີ​ໃຜ​ເຮັດ​ ຈະ​ກິ້ງ​ອອກ​ໄປ​ຈົນ​ເຕັມ​ແຜ່ນ​ດິນ​ໂລກ.10

ສາດ​ສະ​ດາ​ນີ​ໄຟ​ໄດ້​ເຫັນ​ລ່ວງ​ໜ້າ​ ​ເຖິງ​ວັນ​ເວລາ​ຂອງ​ເຮົາ ວ່າ​ຈະ​ມີ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ “ພຽງ​ເລັກ​ນ້ອຍ” ເມື່ອ​ປຽບ​ທຽບ​ໃສ່​ກັບ​ພົນ​ລະ​ເມືອງ​ຂອງ​ແຜ່ນ​ດິນ​ໂລກ ແຕ່​ວ່າ​​ເຂົາ​ເຈົ້າຈະ​ມີ​ຢູ່ “ຕາມ​ຜືນ​ແຜ່ນ​ດິນໂລກ.”11

ສາມ​ຕົວຢ່າງ​ທີ່​ສວຍ​ງາມ​ຂອງ​ພຣະຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ​ໃນ​ການ​ສະຖາ​ປະນາ ອານາຈັກ​ຂອງ​ພຣະອົງ ຫາ​ກໍ​ໄດ້​ຖືກ​ປະກາດ​ໂດຍ ປະທານ​ມອນ​ສັນ. ພຽງ​ແຕ່​ບໍ່​ຫລາຍ​ສິບ​ປີຜ່ານມາ​ນີ້, ມີ​ໃຜ​ບໍ​ທີ່ສາມາດ​ວາດ​ພາບ​ໄດ້​ວ່າ ພຣະວິຫານ​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ປະ​ເທດ​ເຮ​ຕີ້, ​ໃນ​ປະ​ເທດ​ໄທ, ​ແລະ ​ໃນ​ປະ​ເທດ​ໄອ​​ໂວຣີ ​ໂຄສ໌?

ສະຖານ​ທີ່​ຂອງ​ພຣະວິຫານ ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ພິຈາລະນາ. ມັນ​ເປັນ​ການ​ເປີດ​ເຜີຍ ຈາກ​ພຣະຜູ້​ເປັນ​ເຈົ້າ ຕໍ່​ສາດສະດາ​ຂອງ​ພຣະອົງ, ​ເປັນ​ວຽກ​ງານ​ທີ່ສຳຄັນ​ຫລາຍ, ​ເປັນ​ການ​ຮັບ​ຮູ້​ເຖິງ​ຄວາມ​ຊື່ສັດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຜູ້​ໄດ້​ທະນຸ​ຖະໜອມ ​ແລະ ດູ​ແລບ້ານ​ຂອງ​ພຣະອົງ ຕະຫລອດ​ຫລາຍ​ລຸ້ນຄົນ.12

ຮູບ​ພາບ
Thomas S. Monson of the Quorum of the Twelve Apostles, visiting Haiti. On April 17, 1983 he dedicated Haiti for the preaching of the gospel and also dedicated a site for the first meetinghouse to be built in Haiti. It was the first visit to the island by a member of the Quorum of the Twelve. (Ensign Aug. 1983, p. 79; Church News, May 22, 1983, p. 4)
ຮູບ​ພາບ
A group of Missionaries with Elder Andersen

​​ແຄ​ຕີ້, ພັນ​ລະ​ຍາ ແລະ ຂ້າ​ພະ​ເຈົ້າໄດ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ເຮ​ຕີ້ເມື່ອ​ສອງ​ປີ​ຜ່ານ​ມານີ້. ຢູ່​ເທິງ​ຈອມພູ​​ທີ່​ຫລຽວ​ເຫັນ​​ເມືອງໂພດ-ໂອ-ພຣິນສ໌, ພວກ​ເຮົາ​ໄດ້​ເຂົ້າ​ຮ່ວມ​ກັບ​ໄພ່​ພົນ​ຊາວ​ເຮ​ຕີ້ ໃນ​ການ​ລະ​ລຶກ​ເຖິງ​ການ​ອຸ​ທິດ​ປະ​ເທດ​ ໂດຍ​ທ່ານທອມ​ມັສ ​ແອັສ ມອນ​ສັນ ພຽງ​ແຕ່​ເມື່ອ 30 ປີ ກ່ອນ​ໜ້ານັ້ນ. ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຈະ​ລືມ​ແຜ່ນ​ດິນ​ໄຫວ​ທີ່​ຮ້າຍ​ກາດ​ໃນ​ປີ 2010 ນັ້ນ​ໄດ້​ເລີຍ. ພ້ອມ​ດ້ວຍ​ໄພ່​ພົນ​ທີ່​ຊື່​ສັດ ແລະ ກຸ່ມ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ກ້າ​ຫານ​ ທີ່​​ປະ​ກອບ​ດ້ວຍ​ຊາວ​ເຮ​ຕີ້ເກືອບ​ທັງ​ໝົດ, ສາດ​ສະ​ໜາ​ຈັກ​ໃນ​​ເກາະ​ເຮ​ຕີ້​ໄດ້​ເຕີບ​ໂຕ ແລະ ເຂັ້ມ​ແຂງຂຶ້ນຕໍ່​ໄປ. ມັນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​ຂ້າພະ​ເຈົ້າ ທີ່​ຈະ​ວາດ​ພາບ​ເຫັນ​ໄພ່​ພົນ​ທີ່​ຊອບ​ທຳ​ເຫລົ່າ​ນີ້​ຂອງ​ພຣະ​ເຈົ້າ ນຸ່ງ​ຊຸດ​ຂາວ, ​ໂດຍ​ມີ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ທີ່​ສັກສິດ​ນຳພາ ​ແລະ ປະກອບ​ພິທີການ​ທີ່​ສັກສິດ ​ໃນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ຮູບ​ພາບ
Sathit and Juthamas Kaivaivatana of Bangkok Thailand.
ຮູບ​ພາບ
President Kaivaivatana and other members of the Thailand Bangkok Thailand North Stake leadership..

ບໍ່​ມີ​ໃຜ​ສາມາດ​ວາດ​ພາບ​ເຫັນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ ຢູ່​ໃນ​ບາງ​ກອ​ກ ທີ່​ສວຍ​ງາມນັ້ນ. ຊາວ​ຄຣິດ​ມີ​ພຽງ​ຈຳ​ນວນ​ໜຶ່ງ​ເປີ​ເຊັນ​ໃນ​ປະ​ເທດ​ໄທ ​ທີ່​ຄົນ​ສ່ວນ​ໃຫຍ່ເປັນ​ຊາວ​ພຸດ​ເກືອບ​ທັງ​ໝົດ. ເໝືອນ​ດັ່ງ​ປະ​ເທດ​ເຮ​ຕີ້, ​​ເຊັ່ນ​ດຽວ​ກັບໃນ​ກຸງ​ເທບ ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້ເຕົ້າ​ໂຮມ​ຜູ້​ຄົນ​ທີ່​ຖືກ​ເລືອກ​​ຂອງ​ແຜ່ນ​ດິນ​ໂລກ. ຂະ​ນະ​ທີ່​ໄດ້​ຢ້ຽມ​ຢາມ​ຢູ່​ທີ່ນັ້ນ​ເມື່ອ​ສາມ​ສີ່​ເດືອນ​ກ່ອນ, ພວກ​ເຮົາ​ໄດ້​ພົບ ສາ​ທິດ ແລະ ຈຸດ​ທະ​ມາດ ໄກວັນ​ວັດ​ທະນະ. ສາທິດ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຕອນ​ລາວ​ມີ​ອາ​ຍຸ 17 ປີ ແລະ ໄດ້​ໄປ​ຮັບ​ໃຊ້​ເຜີຍ​ແຜ່​ໃນ​ບ້ານ​ເກີດ​ເມືອງນອນ​ຂອງ​ລາວ​ເອງ. ຕໍ່​ມາ​ລາວ​ໄດ້​ພົບ​ນາງ​ຈຸດ​ທະ​ມາດຕອນ​ຮຽນ​ຢູ່​ທີ່​ສະ​ຖາບັນ, ແລະ ເຂົາ​ເຈົ້າ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ທີ່​ພຣະ​ວິ​ຫານ​ມະ​ນິ​ລາ, ປະ​ເທດ​ຟີ​ລິບ​ປິນ. ໃນ​ປີ 1993, ຄອບ​ຄົວ​ໄກວັນ​ວັດ​ທະນະ​ ຖືກ​ລົດ​ກະ​ບະ​ຊົນ ໂດຍ​ທີ່​ຄົນ​ຂັບ​ລົດ​​ໄດ້​​ເຊືອບຫລັ​ບ​ໄປ ​ແລະ ສາ​ທິດ​ໄດ້​ເປັນ​ອຳ​ມະ​ພາດ​ຕັ້ງ​ແຕ່​ເອິກ​ຂອງ​ລາວ​ລົງ​ເຖິງ​ຕີນ. ສັດ​ທາ​ຂອງ​ເຂົາ​ເຈົ້າ​ບໍ່​ເຄີຍ​ຫວັ່ນ​ໄຫວ​ເລີຍ. ສາ​ທິດ​ເປັນ​ຄູ​ທີ່​ຄົນ​ນັບ​ຖື​ຢູ່​ທີ່​ໂຮງ​ຮຽນ​ນາໆ​ຊາດ​ທີ່​ກຸງ​ເທບ. ລາວ​ຮັບ​ໃຊ້​ເປັນ​ປະ​ທານ​ສະ​ເຕກຂອງ​ເຂດ​ກຸງ​ເທບ​ເໜືອ​ແຫ່ງ​ປະ​ເທດ​ໄທ. ​ເຮົາ​ເຫັນສິ່ງ​ອັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ວຽກ​ງານ​ຂອງ​ພຣະ​ອົງ ແລະ ຢູ່​ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ເຮົາ​ເອງ.

ຮູບ​ພາບ
Couples in the Ivory Coast

ສິ່ງ​ອັດ​ສະ​ຈັນ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປະ​ເທດໄອ​ໂວ​ຣີ ໂຄສ໌ ​ບໍ່​ສາ​ມາດ​ຖືກ​ເລົ່າ​ເຖິງ​ໄດ້​ປາດ​ສະ​ຈາກ​ຊື່​ຂອງ​ສອງ​ຄູ່​ສາ​ມີ​ພັນ​ລະ​ຍາ: ຟີ​ລີບ ແລະ ແອນ​ນະ​ລີສ໌ ອາ​​ສາດ ແລະ ລູ​ຊຽນ ແລະ ອາກາດ ອາ​ຟູ​ເອ. ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຕອນ​ເປັນ​ຄູ່​ແຕ່ງ​ງານ​ໜຸ່ມ​ສາວ, ຄູ່​ໜຶ່ງ​ຢູ່ປະ​ເທດ​ເຢຍ​ລະ​ມັນ ແລະ ອີກ​ຄູ່​ໜຶ່ງ​ຢູ່ປະ​ເທດ​ຝະ​ຣັ່ງ​ເສດ. ໃນ​ຊ່ວງປີ 1980, ຟີ​ລິບ ແລະ ລູຊຽນ​ໄດ້​ຮູ້​ສຶກວ່າ​ເຂົາ​ເຈົ້າ​ຈຳ​ເປັນຕ້ອງ​ກັບ​ໄປ​ບ້ານ​ເກີດ​ຂອງ​ເຂົາ​ເຈົ້າ​ທີ່​ອາຟຣິ​ກາ ສຳ​ລັບ​ຈຸດ​ປະ​ສົງ​ຂອງ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ສຳ​ລັບ​ຊິດ​ສະ​​ເຕີ​ ອາສາ​ດ, ຜູ້​ທີ່​ເປັນ​ຄົນ​​ເຢຍ​ລະ​ມັນ, ທີ່​ຈະ​ຈາກ​ຄອບ​ຄົວ​ຂອງ​ນາງ​ໄປ, ແລະ ​ບຣາ​ເດີ ອາ​ສາດ​ ຕ້ອງ​ລາອອກ​ຈາກວຽກ​ຂອງ​ລາວ​ ໃນຖານະ​ວິ​ສະ​ວະ​ກອນ​ທີ່​ມີ​ຄວາມ​ສຳ​ເລັດ​ຜົນ​ຫລາຍ, ໄດ້​ຮຽກ​ຮ້ອງ​ສັດ​ທາ​ທີ່​ເຂັ້ມ​ແຂງ​ແທ້ໆ. ທັງ​ສອງ​ຄູ່ນີ້​ໄດ້​ພົບ​ກັນ​ເປັນ​ເທື່ອ​ທຳ​ອິດ​ໃນ​ປະ​ເທດ​ໄອ​ໂວ​ຣີ ໂຄ​ສ໌ ແລະ ໄດ້​ເລີ່ມ​ໂຮງ​ຮຽນ​ວັນ​ອາ​ທິດ. ນັ້ນ​ເປັນ​ເວ​ລາ 30 ປີ​ຜ່ານ​ມາ​ແລ້ວ. ໃນ​ເວ​ລານີ້​ກໍ​ມີ​ສະ​ເຕກຢູ່​ແປດ​ແຫ່ງ ແລະ ສະ​ມາ​ຊິກຢູ່ 27,000 ຄົນ ໃນ​ປະ​ເທດ​ອາ​ຟຣິ​ກາ​ທີ່​ສວຍ​ງາມນີ້. ຄອບ​ຄົວ​ອາ​ຟູ​ເອ​​ໄດ້ຮັບ​ໃຊ້​ຢ່າງ​ມີ​ກຽດ​ຕໍ່​ໄປ, ທັງ​ຄອບ​ຄົວ​ອາ​ສາດ​ດ້ວຍ, ຜູ້​ທີ່​ໄດ້​ຈົບ​ຈາກ​ການ​ຮັບ​ໃຊ້​ຢູ່​ທີ່​ພຣະ​ວິ​ຫານ​ອາ​ຄະ​ຣາ ປະ​ເທດ​ກາ​ນາ ​ເມື່ອບໍ່​ດົນ​ມານີ້​ເອງ.

ທ່ານ​ສາ​ມາດ​ເຫັນອິ​ດ​ທິ​ພົນ​ຂອງ​ພຣະ​ເຈົ້າ​ເຄື່ອນ​ຍ້າຍ​ວຽກ​ງານ​ຂອງ​ພຣະ​ອົງ​ໄປ​ໜ້າ​ບໍ? ທ່ານ​ສາ​ມາດ​ເຫັນ ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງຜູ້​ສອນ​ສາດສະໜາ​ໃນ​ປະ​ເທດ​ເຮ​ຕີ້ ຫລື ​ໃນ​ຄອບຄົວ ​ໄກ​ວັນ​ວັດທະນະ ​ໃນ​ປະ​ເທດ​ໄທ​ບໍ? ທ່ານ​ສາມາດ​ເຫັນ​ພຣະຫັດ​ຂອງ​ພຣະ​ເຈົ້າ​ໃນຊີວິດ​ຂອງ​ຄອບຄົວ​ອາສາດ ​ແລະ ຄອບ​ຄົວ​ອາ​ຟູ​ເອ​ບໍ? ທ່ານ​ສາ​ມາດ​ເຫັນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ທ່ານ​ເອງ​ບໍ?

ແລະ ບໍ່​ມີ​ສິ່ງ​ໃດ​ທີ່​ມະ​ນຸດ​ຈະ​ເຮັດ​ໃຫ້​ພຣະ​ເຈົ້າ​ຂຸ່ນ​ເຄືອງ … ຍົກ​ເວັ້ນ​ແຕ່​ຜູ້​ທີ່ບໍ່​ສາ​ລະ​ພາບ​ວ່າ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ໃນ​ທຸກ​ສິ່ງ​ທັງ​ປວງ.13

ສິ່ງ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້​ເກີດ​ຂຶ້ນ​ພຽງ​ແຕ່​ໃນ​ປະ​ເທດ​ເຮ​ຕີ້, ປະ​ເທດ​ໄທ, ຫລື ປະ​ເທດໄອ​ໂວ​ຣີ ໂຄສ໌ ເທົ່າ​ນັ້ນ. ຂໍ​ໃຫ້​ຫລຽວ​ເບິ່ງ​ອ້ອມ​ຂ້າງ​ທ່ານ.14 “ພຣະ​ເຈົ້າ​ເປັນ​ຫ່ວງ​ນຳ​ທຸກ​ຄົນ … ; ແທ້​ຈິງ​ແລ້ວ, ພຣະ​ອົງ​ນັບ​ຜູ້​ຄົນ​ຂອງ​ພຣະ​ອົງ ແລະ ... ອຸ​ທອນ​ກ້ອນ​ເລືອດ​ແຫ່ງ​ພຣະ​ເມດ​ຕາ​ປາ​ນີ​ຂອງ​ພຣະ​ອົງ​ທີ່​ມີ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ທັງ​ໝົດ.”15

ບາງ​ເທື່ອ​ເຮົາ​ສາ​ມາດ​ເຫັນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ​, ​ແຕ່ຍັງ​ສົງ​ໄສວ່າ, “ເຮົາ​ຈະ​ສາ​ມາດ​ເຫັນ​ພຣະ​ຫັດ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ​ຢ່າງ​ແຈ່ມ​ແຈ້ງ​ໄດ້​ແນວ​ໃດ?”

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ:

“ບໍ່ສົງ​ໄສ.”16

”ຢ່າ​ວິ​ຕົກ​ເລີຍ.”17

“ແມ່ນ​ແຕ່​ [ນົກ​ຈອກ] ໂຕ​ດຽວຈະ​ຕົກ​ລົງ​ດິນ​ກໍ​ບໍ່​ໄດ້ ຖ້າ​ພຣະ​ບິ​ດາ​​ຂອງ​ພວກ​ເຈົ້າ​ບໍ່​ເຫັນ​ພ້ອມ. …

“ດັ່ງ​ນັ້ນ … ຢ່າສູ່ຢ້ານ … ພວກ​ເຈົ້າ​ກໍ​ປະ​ເສີດ​ຫລາຍກວ່າ​ນົກ​ຈອກ​ຫລາຍ​ໂຕ.”18

ທ່ານຈື່​ຊາຍ​ໜຸ່ມທີ່​ໄດ້​ຮ້ອງ​ຫາ​ສາດ​ສະ​ດາເອ​ລີຊາບໍ່ ຂະນະ​ທີ່​ເຂົາ​ເຈົ້າຖືກ​ອ້ອມ​ຮອບ ​ໂດຍ​ສັດ​ຕູວ່າ: “ຕາຍ​ແລ້ວ ນາຍ​ເອີຍ, ພວກ​ເຮົາ​ຈະ​ເຮັດ​ຈັ່ງ​ໃດ?”19

ເອ​ລີ​ຊາ​ໄດ້​ຕອບ​ວ່າ:

“ບໍ່​ຕ້ອງ​ຢ້ານ​: ຝ່າຍ​ຂອງ​ພວກ​ເຮົາ​ມີ​ຫລາຍກວ່າ​ຝ່າຍ​ຂອງ​ພວກ​ເຂົາ.

“ແລ້ວ ເອລີ​ຊາ​ກໍ​​ອະ​ທິ​ຖານ​ວ່າ, … ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​, … ຂໍ​ພຣະ​ອົງ​ຈົ່ງເປີດ​ຕາ​ຄົນ​ຮັບ​ໃຊ້​ຂອງ​ຂ້າ​ນ້ອຍ​ຄົນ​ນີ້ ໃຫ້​ເຫັນ​ກຳ​ລັງ​ຝ່າຍ​ເຮົາ​ແດ່​ທ້ອນ; ລາວ​ກໍ​ເຫັນ [ສິ່ງ​ມະ​ຫັດ​ສະ​ຈັນ​ອ້ອມ​ລ້ອມ​ລາວ​ຢູ່].”20

​ເມື່ອ​ທ່ານ​ຮັກສາ​ພຣະບັນຍັດ ​ແລະ ອະທິຖານ​ດ້ວຍ​ສັດທາ​ທີ່​ຈະ​ເຫັນ​ພຣະຫັດ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໃນ​ຊີວິດ​ຂອງ​ທ່ານ, ຂ້າພະ​ເຈົ້າສັນຍາ​ວ່າ ພຣະອົງ​ຈະ​​ເປີດ​ຕາ​ແຫ່ງ​ວິນ​ຍານ​ຂອງ​ທ່ານ​ໃຫ້​ກວ້າງຂວາງ, ​ແລະ ທ່ານ​ຈະ​ໄດ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນວ່າ ທ່ານ​ບໍ່​ໄດ້​ຢູ່​ຕາມ​ລຳພັງ​ຢ່າງ​ໂດດດ່ຽວ.

ພຣະ​ຄຳ​ພີ​ສອນ​ວ່າ​ ເຮົາ​ຄວນ “[ຢືນ​ຢູ່] ຢ່າງ​ໝັ້ນ​ຄົງ​ຢູ່​ໃນ​ສັດ​ທາ​ຂອງ​ສິ່ງ​ທີ່​ຈະ​ມາ​ເຖິງ.”21 ແມ່ນ​ຫຍັງ​ຈະ​ມາ​ເຖິງ? ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ອະ​ທິ​ຖານ​ວ່າ:

“ຂ້າ​ແດ່​ພຣະ​ບິ​ດາ​ເຈົ້າ ຂອງ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ ຜູ້​​ສະ​ຖິດ​ຢູ່​ໃນ​ສະ​ຫວັນ, ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ເຄົາ​ລົບ​ບູ​ຊາ.

“ຂໍ​ໃຫ້​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ມາ​ຕັ້ງ​ຢູ່ ຂໍ​ໃຫ້​ເປັນ​ໄປ​ຕາມ​ນ້ຳ​ພຣະ​ໄທ​ຂອງ​ພຣະ​ອົງ​ ໃນ​ສະ​ຫວັນ​ຢ່າງ​ໃດ ກໍ​ໃຫ້​ເປັນ​ໄປ​ຢ່າງນັ້ນ​ທີ່​ແຜ່ນ​ດິນ​ໂລກ.”22

​ເຮົາ​ຫາ​ກໍ​ໄດ້​ຮ້ອງ​ເພງ​ຊື່ວ່າ “Come, O Thou King of Kings” ​ແປ​ວ່າ ຈົ່ງ​ມາ​ເຖີດ, ​ໂອ້ ຈອມ​ກະສັດ.

ສັດ​ທາ​ຂອງ​ເຮົາ​ເຕີບ​ໂຕ​ຂຶ້ນ​ເມື່ອ​ເຮົາ​ຄາດ​ຫວັງ​ການ​ສະ​ເດັດ​ມາ​ອັນ​ຮຸ່ງ​ເຫລື້ອມຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດສູ່​ແຜ່ນດິນ​ໂລກ. ຄວາມ​ຄິດ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນ. ມັນ​ຈະ​ເປັນ​ເລື່ອງ​ທີ່​ປະ​ຫລາດ​ໃຈ​ແທ້ໆ! ຄວາມ​ເລິກ​ຊຶ້ງ ແລະ ຄວາມ​ສະຫ​ງ່າ​ງາມ, ຄວາມກວ້າງ​ໃຫຍ່​ໄພ​ສານ ແລະ ຄວາມ​ງົດ​ງາມ, ຈະ​ປະ​ເສີດ​ເໜືອ​ສິ່ງ​ໃດ​ໆ​ທີ່​ຕາ​ແຫ່ງ​ມະ​ຕະ​ເຄີຍ​ໄດ້​ເຫັນ​ມາ​ກ່ອນ ຫ​ລື ໄດ້​ປະ​ສົບ​ມາ​ກ່ອນ.

ໃນ​ວັນ​ເວ​ລານັ້ນ, ພຣະ​ອົງ​ຈະ​ບໍ່​ສະ​ເດັດ​ມາ​ໃນ​ “ພັນ​ຜ້າ​ອ້ອມ ນອນ​ຢູ່​ໃນ​ຮາງ​ຫຍ້າ,”23 ພຣະ​ອົງ​ຈະ​ປະກົດຢູ່​ໃນ​ໝູ່​ເມກ​ແຫ່ງ​ຟ້າ​ສະ​ຫວັນ, ຫຸ້ມ​ຫໍ່​ດ້ວຍ​ອຳ​ນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່; ພ້ອມ​ດ້ວຍ​ເຫລົ່າ​ທູດ​ທັງ​ໝົດ.24 ເຮົາ​ຈະ​ໄດ້​ຍິນ “ສຽງ​ຂອງ​​ເຫລົ່າ​ທູດ, ແລະ … ສຽງ​ແກ​ຂອງ​ພຣະ​ເຈົ້າ.”25 ດວງ​ອາ​ທິດ ແລະ ດວງ​ເດືອນ​ຈະ​ຖືກ​ປ່ຽນ​ແປງ, ແລະ ດວງ​ດາວ [ຈະ] ຖືກ​ຊັດ​ອອກ​ຈາກ​ບ່ອນ​ຂອງ​ມັນ.26 ທ່ານ ແລະ ຂ້າພະ​ເຈົ້າ, ຫລື ຜູ້​ຄົນ​ທີ່​ຕິດ​ຕາມ​ເຮົາ, ໄພ່​ພົນ​ຂອງ​ພຣະ​ເຈົ້າ ... ຈາກ​ [ທຸກ​ສ່ວນ] ​​ຂອງແຜ່ນ​ດິນ​ໂລກ,27 ຈະ​ຖືກ​ເຮັດ​ໃຫ້​ມີ​ຊີ​ວິດ​ຄືນ​ອີກ ແລະ … ​ຖືກພາ​ຂຶ້ນ​ໄປເຝົ້າ​ພຣະ​ອົງ,28  ​ແລະ ຜູ້​ທີ່​ໄດ້​ຕາຍ​ໃນ​ຄວາມ​ຊອບ​ທຳ​, ເຂົາ​ເຈົ້າ​ກໍ​ຈະຖືກ​ພາ​ຂຶ້ນ​ໄປ​ເຝົ້າ​ພຣະ​ອົງ​ຄື​ກັນ​ໃນ​ທ່າມ​ກາງ​ຟ້າ​ສະ​ຫວັນ.29

ແລ້ວ, ​ປະ​ສົບ​ການ​ທີ່​ເບິ່ງ​ຄື​ວ່າ ​ເປັນ​ໄປ​ບໍ່​ໄດ້, ​ແຕ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ເນື້ອ​ໜັງ​ທັງ​ປວງ​ຈະ​ໄດ້​ເຫັນ​ພຣະອົງ​ພ້ອມ​ກັນ.30 ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ເຮົາ​ບໍ່​ຮູ້. ແຕ່​ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ມັນ​ຈະ​ເກີດ​ຂຶ້ນ—ຕາມ​ທີ່​ໄດ້​ທຳ​ນາຍ​ໄວ້​ແລ້ວ. ເຮົາ​ຈະ​ຄຸເຂົ່າ​ລົງ​ໃນ​ຄວາມ​ຄາ​ລະ​ວະ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັ່ງ​ສຽງ, ແລະ ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ.31 ແລະ ສຸ​ລະ​ສຽງ​ຈະ​ເປັນ​ເໝືອນ​ດັ່ງ​ສຽງ​ຂອງ​ແມ່​ນ້ຳ​ຫລວງ​ຫລາຍ, ແລະ ຈະ​ເປັນ​ຄື​ກັນ​ກັບ​ສຽງ​ຟ້າ​ຮ້ອງ.32 [ແລ້ວ] ​ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ຈະ​ປະ​ທັບ​ຢືນ​ຢູ່​ໃນ​ທ່າມ​ກາງ​ຜູ້​ຄົນ​ຂອງ​ພຣະ​ອົງ.33

ແລ້ວ​ຈະ​ມີ​ການ​ຊຸມ​ນຸມຂອງ​ເຫລົ່າ​ທູດ​ຈາກ​ສະ​ຫວັນ ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຢ່າງ​ທີ່​ລືມບໍ່​ໄດ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ.34 ແຕ່​ສຳ​ຄັນ​ທີ່​ສຸດ, ເອຊາຢາ​​ໄດ້ປະ​ກາດ​ວ່າ, “ພຣະ​ອົງ​ຈະ​ຊ່ອຍ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ໃຫ້​ພົ້ນ​ໄພ, ໝົດ​ທັງ​ໂລກ​ຈະ​ໄດ້​ເຫັນ​ເຫດ​ການ​ນີ້​ເກີດ​ຂຶ້ນ,”35 ແລະ ພຣະ​ອົງຈະ​ປົກ​ຄອງ​ເໜືອ​ເນື້ອ​ໜັງ​ທັງ​ປວງ.36

ໃນ​ວັນ​ນັ້ນ, ຜູ້​ທີ່​ສົງ​​ໄສ​ຈະ​ມິດ​ງຽບ​ໄປ, ເພາະ​ທຸກ​ຫູ​ຈະ​ໄດ້​ຍິນ … , ແລະ ທຸກ​ຫົວ​ເຂົ່າ​ຈະ​ຄຸ​ລົງ, ແລະ ທຸກ​ລີ້ນ​ຈະ​ສະ​ລະ​ພາບ37 ວ່າ​ພຣະ​​ເຢ​ຊູຄື​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງໂລກ.

​ມື້ນີ້​ແມ່ນ​ວັນ​ອິດ​ສະ​ເຕີ. ເຮົາ​ຊື່ນ​ຊົມກັບ​ຊາວ​ຄຣິດທັງ​ປວງ​ຕະຫລອດ​ທົ່ວ​ໂລກ ​​ໃນ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ ແລະ ໃນ​ການ​ຟື້ນ​ຄືນ​ພຣະຊົນ​ທີ່​ຮຸ່ງ​ເຫລື້ອມ​ຂອງ​ພຣະອົງ ​ແລະ ​ໃນ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ເຮົາ​ດ້ວຍ. ຂໍ​ໃຫ້​ເຮົາ​ຈົ່ງ​ຕຽມ​ສຳລັບ​ການສະ​ເດັດ​ມາ​ຂອງ​ພຣະອົງ ​ໂດຍ​ການ​ສັນລະ​ເສີນ​ເຫດການ​ທີ່​ຮຸ່ງ​ເຫລື້ອມ​ນີ້ ​ໃນ​ຈິດ​ໃຈ​ຂອງ​ເຮົາ ​ແລະ ກັບ​ຜູ້​ຄົນ​ທີ່​​ເຮົາ​ຮັກ. ຂໍ​ໃຫ້​ຄຳ​ອະທິຖານ​ຂອງ​ພຣະອົງ​ເປັນ​ຂອງ​ເຮົາ​ດ້ວຍ ທີ່​ວ່າ: “ຂໍ​ໃຫ້​ອາ​ນາ​ຈັກ​ຂອງ​ພຣະ​ອົງ​​ມາຕັ້ງ​ຢູ່, ຂໍ​ໃຫ້​ເປັນ​ໄປ​ຕາມ​ນ້ຳ​ພ​ຣະ​ໄທ​ຂອງ​ພຣະ​ອົງ​ ໃນ​ສະຫວັນ​ເປັນ​ຢ່າງ​ໃດ ກໍ​ຂໍ​ໃຫ້​ເປັນ​ໄປ​ຢ່າງນັ້ນ​​ທີ່ແຜ່ນ​ດິນ​ໂລກ.”38 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່. “ຈົ່ງ​ມາ​ເຖີດ, ​ໂອ້ ຈອມ​ກະສັດ.” ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເຖິງ​ແມ່ນ​ວ່າ​ໂດຍ​ທົ່ວ​ໄປ​ແລ້ວ​ກອງ​ປະ​ຊຸມກໍ​ຖືກ​ແປ​​ເປັນ 94 ພາສາ, ແຕ່​ບໍ່​ແມ່ນ​ທຸກໆ​ພາສາ​ຈະ​ຖືກ​ຖ່າຍ​ທອດ ອອກ​ໄປ​ໃນ​ເວລາ​ດຽວ​ກັນ, ຫລື ສຳລັບ​ທຸກໆ​ພາກ. ສຳລັບ​ວັນ​ອາທິດ​ພາກ​ບ່າຍ​ຂອງ​ກອງ​ປະຊຸມ​ໃຫຍ່​ສາມັນ​ນີ້, 75 ພາສາ​ໄດ້​ຖືກ​ຖ່າຍ​ທອດ​ສົດ.

  2. “Come, O Thou King of Kings,” Hymns, no. 59.

  3. ໃນ​ວັນ​ອັງຄານ, ວັນ​ທີ 31 ເດືອນ​ມິ​ນາ , 2015, ຫ້ອງການ​ຂອງ​ຝ່າຍ​ປະທານ​ສູງ​ສຸດ​ໄດ້​ສົ່ງ​ອີ​ເມວ​ມາ​ຫາ​ຂ້າພະເຈົ້າ ທີ່​ອະທິບາຍ​ວ່າ​ຂ້າພະເຈົ້າ​ຈະ​ໄດ້​ກ່າວ​ປາ​ໄສ​ໃນ​ພາກ​ບ່າຍ​ວັນ​ອາທິດ, ວັນ​ທີ 5 ເດືອນ​ເມສາ , ທັນທີ ຫລັງ​ຈາກ​ການຮ້ອງເພງ​ຂອງ​ຜູ້​ມາ​ຮ່ວມ​ກອງ​ປະຊຸມ ຊື່ “Come, O Thou King of Kings” ແປ​ວ່າ ຈົ່ງ​ມາ​ເຖີດ, ​ໂອ້ ຈອມ​ກະສັດ. ພາ​ລີ ພີ ພະ​ແຣດ ໄດ້​ແຕ່ງ​ເນື້ອ​ເພງ​ຂອງ​ເພງ​ສວດ​ແຫ່ງ​ການ​ຟື້ນ​ຟູ​ທີ່​ຍິ່ງ​ໃຫຍ່​ນີ້, ທີ່​ເປັນ​ຄຳອ້ອນວອນ​ທີ່​ຖ່ອມ​ຕົນ​ຕໍ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໃຫ້​ສະເດັດ​ກັບ​ຄືນ​ມາ​ເທິງ​ໂລກ. ມັນ​ໄດ້​ປະກອບ​ດ້ວຍ​ຂ່າວສານຂອງ​ຄຳ​ປາ​ໄສ​ຂອງ​ຂ້າພະເຈົ້າ ບາງທີ​ເປັນ​ທີ່​ມີ​ພະລັງ​ຫລາຍ​ກວ່າ​ເພງ​ສວດ​ອື່ນ​ໃດ​ທີ່​ເຮົາ​ຮ້ອງ. ຂ້າພະເຈົ້າ​ຮູ້ສຶກຊາບ​ຊຶ້ງ​ໃຈ​ຫລາຍ ທີ່​ໄດ້​ເຫັນໄພ່​ພົນ​ຢ່າງ​ຫລວງຫລາຍຜູ້​ທີ່​ເຊື່ອ​ ຢູ່​ຕະຫລອດ​ທົ່ວ​ໂລກ ​ໄດ້​ມາຮ່ວມ​ກັນ​ໃນ​ວັນ​ອາທິດ​ອິດ​ສະ​ເຕີ​ນີ້, ເປັ່ງສຽງ​ຂອງ​ເຮົາ​ຂຶ້ນ​ຫາ​ພຣະ​ເຈົ້າ ແລະ ໃນ​ການ​ຮ້ອງເພງ “Come, O thou King of Kings! ພ້ອມ​ກັນ. ເຮົາ​ໄດ້​ລໍຖ້າ​ພຣະ​ອົງ​ມາ​ນານ​ແລ້ວ.” ໂດຍ​ທີ່​ຮູ້​ວ່າ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄວາມ​ເຫັນ​ໃດໆ​ໃນ​ການ​ເລືອກ​ເພງ​ສຳລັບ​ກອງປະຊຸມ​ໃຫຍ່​ສາມັນ, ຂ້າພະເຈົ້າ​ຢາກ​ຮູ້ ຖ້າ​ຫາກ​ວ່າ​ຜູ້​ຄົນ​ທີ່​ຮັບຜິດຊອບ​ເລືອກ​ເພງ​ໄດ້​ອ່ານ​ບົດ​ປາ​ໄສ​ຂອງ​ຂ້າພະເຈົ້າແລ້ວ ທີ່​ມີ​ຊື່ວ່າ “​ອານາຈັກ​ຂອງ​ພຣະ​ອົງ​ຕັ້ງ​ຢູ່” ແລະ ແລ້ວ​ໄດ້​ເລືອກ​ເພງ​ສວດ​ເພງ​ນີ້ ກ່ຽວ​ກັບ​ການ​ສະເດັດ​ມາຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ຕໍ່​ມາ​ຂ້າພະເຈົ້າ​ໄດ້ຍິນ​ມາວ່າ ຜູ້ນຳ​ເພງ​ຂອງ​ກຸ່ມ​ນັກ​ຮ້ອງ​ແທ​ໂບ​ແນ​ໂກ ໄດ້ ແນະນຳ​ເພງ​ສວດ​ນີ້​ຕໍ່​ຝ່າຍ​ປະທານ​ສູງ​ສຸດ​ໃນ​ຕົ້ນ​ເດືອນ​ມິ​ນາ, ຫລາຍ​ອາທິດ​ກ່ອນ​ບົດ​ປາ​ໄສ​ຂອງ​ຂ້າພະເຈົ້າ​ຖືກ​ສົ່ງ ເຖິງ​ຝ່າຍ​ປະທານ​ສູງ​ສຸດ​ເພື່ອ​ການ​ແປ. ເທື່ອ​ສຸດ​ທ້າຍ​ທີ່​ເພງ “Come, O Thou King of Kings” ຖືກ​ຂັບຮ້ອງ​​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ ແມ່ນ​ເດືອນ​ຕຸລາ ປີ 2002. ເຮົາ​ແຕ່ລະຄົນ​ພະຍາຍາມ​ເຮັດ​ພາກສ່ວນ​ຂອງ​ເຮົາ, ແຕ່​ພຣະ​ອົງເປັນ​ຜູ້​ກໍ່ສ້າງ​ທີ່​ຍິ່ງ​ໃຫຍ່.

  4. ​ເບິ່ງ Doctrine and Covenants 100:16.

  5. 1 ນີ​ໄຟ 14:14.

  6. ເບິ່ງ Doctrine and Covenants 10:55.

  7. ປະສົບ​ການ​ສ່ວນ​ຕົວ, ເດືອນ​ພຶດສະພາ 1997.

  8. 2 ນີ​ໄຟ 27:20.

  9. ​ໂຢຮັນ 1:3.

  10. ເບິ່ງ Doctrine and Covenants 65:2.

  11. 1 ນີ​ໄຟ 14:12.

  12. ໃນ​ລະດູ​ໃບ​ໄມ້​ຫລົ່ນ​ຂອງ​ປີ 2001, ຕອນ​ອາໄສ​ຢູ່​ທີ່​ປະເທດ​ບຣາ​ຊິນ, ຂ້າ​ພະ​ເຂົ້າ​ໄດ້​ແບ່ງປັນ​ຂໍ້​ມູນ​ທີ່​ໜ້າ​ປະທັບ​ໃຈຫລາຍ​ຢ່າງ ກັບ​ປະທານ ເຈ​ມສ໌ ອີ ຟາ​ວ ​ແຫ່ງ​ຝ່າຍ​ປະທານ​ສູງ​ສຸດ ກ່ຽວ​ກັບ​ໄພ່​ພົນ​ທີ່​ອາໄສ​ຢູ່​ທີ່​ເມືອງ​ຄູ​ຣີ​ທິ​ບາ ຢ່າງ​ກະ​ຕື​ລື​ລົ້ນ, ຫວັງ​ວ່າ​ເພິ່ນ​ຈະ​ສົ່ງ​ຂໍ້​ມູນ​ໄປ​ຍັງ​ປະທານ​ກໍ​ດອນ ບີ ຮິງ​ລີ. ປະທານ​ຟາວ ໄດ້​ຢຸດ​ຂ້າພະເຈົ້າເຄິ່ງ​ປະ​ໂຫຍ​ກ. ເພິ່ນ​ໄດ້​ກ່າວ​ວ່າ, “ນຽວ, ພວກ​ເຮົາ​ບໍ່​ວິ້ງ​ເຕັ້ນ​ເພື່ອ​ຜົນ​ປະໂຫຍດ​ຈາກ​ປະ​ທານ. ການ​ຕັດສິນ​ໃຈ​ເຖິງສະຖານທີ່​ທີ່​ຈະ​ສ້າງ​ພຣະ​ວິຫານ​ນັ້ນ​ແມ່ນ​ລະຫວ່າງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດສະດາ​ຂອງ​ພຣະ​ອົງ.” ພຣະ​ວິຫານຄູ​ຣິ​ທິບາ ​ປະເທດ​ບຣາ​ຊິນ ​ຖືກ​ອຸທິດ​ໃນ​ປີ 2008.

  13. ເບິ່ງ Doctrine and Covenants 59:21.

  14. ໜຶ່ງ​ໃນ​ສິ່ງ​ມະຫັດສະຈັນ​ທີ່​ຍິ່ງ​ໃຫຍ່​ຈາກ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ການເຄື່ອນໄຫວ​ຂອງ​ອານາຈັກ​ຂອງພຣະ​ອົງ​ຕະຫລອດ​ທົ່ວ​ສະຫະລັດ ເຂົ້າ​ໄປ​ໃນ​ເມືອງ ແລະ ໝູ່​ບ້ານ​ໃນ​ທຸກໆ​ລັດ. ນີ້​ຄື​ຕົວຢ່າງ​ໜຶ່ງ. ໃນ​ເດືອນ ພຶດສະພາ ​ປີ 2006 ຂ້າພະເຈົ້າ​ຖືກ​ມອບ​ໝາຍ​ໃຫ້​ໄປ​ກອງ​ປະຊຸມ​ສະ​ເຕກ​ໃນ​ເມືອງ​ແດັນ​ທັນ ລັດ​ເທັກ​ສັດ. ຂ້າພະເຈົ້າ​ໄດ້​ພັກ​ຢູ່​ທີ່​ບ້ານ​ຂອງ​ປະທານ​ສະ​ເຕກ, ປະທານ​ວອນ ເອ ແອນ​ດະ​ຣະ​. ຊິດ​ສະ​ເຕີ ແອນ​ດະ​ຣະ ໄດ້​ບອກ​ຂ້າພະເຈົ້າ​ເຖິງ​ຕອນ​ເລີ່ມ​ຕົ້ນ​ຂອງ​ສາດສະໜາ​ຈັກ​ຢູ່​ທີ່​ເມືອງ​ແດັນ​ທັນ, ເລີ່ມ​ຕົ້ນ​ຈາກ​ພໍ່​ແມ່​ຂອງ​ນາງ, ຈອນ ແລະ ມາ​ກາ​ແຣັດ ໂພດ​ເຕີ. ໃນ​ຕອນ​ຕົ້ນ​ກໍ​ມີ​ພຽງ​ແຕ່​ຫ້ອງ​ຮຽນ​ວັນ​ອາ​ທິດ. ແຕ່​ຄອບຄົວ​ໂພດ​ເຕີ ໄດ້​ແບ່ງປັນ​ພຣະ​ກິດຕິ​ຄຸນ​ໃຫ້​ແກ່ ຄອບຄົວ​ແຣກ​ສະ​ແດວ, ຜູ້​ທີ່​ໄດ້​ແບ່ງປັນ​ມັນ​ໃຫ້​ແກ່ ຄອບຄົວ​ໂນ​ໂບ ແລະ ຄອບຄົວ​ມາຕີ​ໂນ. ແນ່ນອນ, ຜູ້​ສອນ​ສາດສະໜາ​ກໍ​ໄດ້​ເພີ່ມ​ພາກສ່ວນ​ທີ່​ສຳຄັນ​ຂອງ​ເຂົາ​ເຈົ້າ. ຫລາຍໆ​ຄອບຄົວ​ໄດ້​ເຂົ້າ​ຮ່ວມ​ສາດ​ສະໜາ​ຈັກ. ຫລາຍ​ຄອບຄົວ​ຈາກ​ພາກ​ຕາເວັນຕົກ​ກໍ​ໄດ້​ຍ້າຍ​ໄປ​ຢູ່​ທີ່​ເມືອງ​ແດັນ​ທັນ. ໃນ​ເວລາ​ນີ້, ເມື່ອ​ແຕ່​ກ່ອນ​ມີ​ພຽງແຕ່​ສາຂາ​ນ້ອຍໆ, ບັດ​ນີ້​ມີ​ທັງ​ສີ່​ສະ​ເຕກ, ແລະ ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ຄອບຄົວ​ມາຕີ​ໂນ, ແອວ​ເດີ​ເຈ​ມສ໌ ບີ ມາຕີ​ໂນ, ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ສາດສະໜາ​ຈັກ​ຕອນ​ມີ​ອາຍຸ 16 ປີ, ກໍ​ຮັບ​ໃຊ້​ເປັນ​ເຈົ້າ​ໜ້າທີ່​ຊັ້ນ​ຜູ້​ໃຫຍ່​ຂອງ​ສາດສະໜາ​ຈັກ.

  15. ​ແອວ​ມາ 26:37.

  16. ມັດ​ທາຍ 21:21.

  17. ມາຣະ​ໂກ 5:36.

  18. ມັດ​ທາຍ 10:29, 31.

  19. 2 ກະສັດ 6:15.

  20. 2 ກະສັດ 6:16–17.

  21. ​ໂມ​ໄຊ​ຢາ 4:11.

  22. ມັດ​ທາຍ 6:9–10; ​ເບິ່ງ Doctrine and Covenants 65:6 ນຳ​ອີກ.

  23. ລູກາ 2:12.

  24. ເບິ່ງ Doctrine and Covenants 45:44.

  25. 1 ​ເທສະ​ໂລ​ນິກ 4:16.

  26. ເບິ່ງ Doctrine and Covenants 133:49.

  27. ເບິ່ງ Doctrine and Covenants 45:46.

  28. ເບິ່ງ Doctrine and Covenants 88:96.

  29. ເບິ່ງ Doctrine and Covenants 88:97.

  30. ເບິ່ງ Doctrine and Covenants 101:23.

  31. ເບິ່ງ Doctrine and Covenants 45:49.

  32. ເບິ່ງ Doctrine and Covenants 133:22.

  33. ເບິ່ງ Doctrine and Covenants 133:25.

  34. ​ເບິ່ງ Moses 7:63.

  35. ​ເອຊາ​ຢາ 52:10.

  36. ເບິ່ງ Doctrine and Covenants 133:25.

  37. ເບິ່ງ Doctrine and Covenants 88:104.

  38. ມັດ​ທາຍ 6:10.