​2010–2019
ດີ​ແທ້​ໆ ​ແລະ ບໍ່​ມີ​ມານ​ຍາ
ເມສາ 2015


ດີ​ແທ້​ໆ ​ແລະ ບໍ່​ມີ​ມານ​ຍາ

ຂ່າວ​ປະ​ເສີດ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ຄືຄວາມ​ປາດ​ຖະໜາຂອງ​ໃຈ​ເຮົາ ສາມາດ​ປ່ຽນ​ແປງ ​ແລະ ​ຄວາມ​ປະສົງ​ຂອງ​ເຮົາ​ສາມາດ​ຖືກ​ສິດສອນ ​ແລະ ຫລໍ່​ຫລອມ.

ໜ້າ​ເສຍ​ໃຈ​ທີ່ ຈະ​ມີ​ເວລາ​ໃດ​ເວລາ​ໜຶ່ງ ​ເມື່ອ​ຂ້າພະ​ເຈົ້າມີ​ຄວາມ​ປາດ​ຖະໜາ​ຢາກມີ​ຕຳ​ແໜ່​ງ ​ແລະ ມີສິດ​ອຳນາດ. ມັນ​ໄດ້​ເລີ່​ມຕົ້ນດ້ວຍ​ຄວາມບໍລິສຸດ​ໃຈ. ​​ໃນ​ຂະນະ​ທີ່ຂ້າພະ​ເຈົ້າຕຽມ​ຕົວ​ໄປ​ຮັບ​ໃຊ້ເຜີຍ​ແຜ່​ເຕັມ​ເວລາ, ອ້າຍ​ຂອງ​ຂ້າພະ​ເຈົ້າ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ຫົວໜ້າອະນາ​ເຂດ ​ໃນ​ເຂດ​ເຜີຍ​ແຜ່​ຂອງ​ລາວ. ຂ້າພະ​ເຈົ້າ​ໄດ້​ຍິນ​ເລື່ອງ​ທີ່​ດີ​​ເດັ່ນ​ຫລາຍ​ເລື່ອງກ່ຽວ​ກັບ​ລາວ ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າຢາກ​ໄດ້​ຍິນ​​ແນວ​ນັ້ນກ່ຽວ​ກັບ​ຂ້າພະ​ເຈົ້າ​ເອງ.​ ຂ້າພະ​ເຈົ້າ​​ໄດ້​ຫວັງ ​ແລະ ອາດ​ໄດ້​ອະທິຖານ​ຂໍ​ຕຳ​ແໜ່​ງເຊັ່ນ​ດຽວ​ກັນນັ້ນ.

​ໂຊກ​ດີ​ທີ່​ເມື່ອຂ້າພະ​ເຈົ້າ​ໄດ້​ໄປ​ຮັບ​ໃຊ້​ເຜີຍ​ແຜ່, ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ບົດຮຽນ​ທີ່​ມີ​ພະລັງ​ບົດ​ໜຶ່ງ. ກອງ​ປະຊຸມ​ໃຫຍ່​ເທື່ອ​ແລ້ວ​ນີ້, ຂ້າພະ​ເຈົ້າ​ຖືກ​ເຕືອນ​ໃຈ​ເຖິງ​ບົດ​ຮຽນ​ນັ້ນ.

​ໃນ​ເດືອນ​ຕຸລາ, ປະທານດີ​ເດີ​ ​ແອັຟ ອຸກ​ດອບ ​ໄດ້​ກ່າວ​ວ່າ: “ຜ່ານ​ມາ​ໃນ​ຊີວິດ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ໄດ້​ມີ​ໂອກາດ​ຄຸ້ນ​ເຄີຍ​ກັບ​ຜູ້ຍິງ​ຜູ້​ຊາຍ​ທີ່​ມີ​ຄວາມ​ຮູ້ ຄວາມ​ສະຫລາດ​ຢູ່​ໃນ​ໂລກ​ນີ້. ຕອນ​ຂ້າພະເຈົ້າ​ຍັງ​ໜຸ່ມ ຂ້າພະເຈົ້າ​ອອນຊອນ​ນຳ​ຄົນ​ທີ່​ມີ​ການ​ສຶກ​ສາ​ສູງ, ມີ​ຄວາມ​ສຳເລັດ, ແລະ ຖືກ​ຊາວ​ໂລກ​ຍ້ອງຍໍ. ແຕ່​ຫລາຍ​ປີ​ຜ່ານ​ໄປ ຂ້າພະເຈົ້າ​ສຳນຶກ​ໄດ້​ວ່າ ຂ້າພະເຈົ້າ​ອອນຊອນ​ຫລາຍ​ກວ່ານຳ​ຄົນ​ທີ່​ດີ ແລະ ມີ​ຈິດໃຈ​ງົດ​ງາມ​, ເຂົາເຈົ້າ​ເປັນ​ຄົນ​ ດີ​ແທ້ໆ ​ແລະ ​ບໍ່​ມີ​ມານ​ຍາ.”1

ວິລະ​ບຸລຸດ​ຂອງ​ຂ້າພະ​ເຈົ້າ​ໃນພຣະຄຳ​ພີ​ມໍ​ມອນ ​ເປັນ​ຕົວຢ່າງ​ທີ່​ດີ​ພ້ອມຂອງ​ຄົນ​ທີ່​ດີ ແລະ ມີ​ຈິດໃຈ​ງົດ​ງາມ ຜູ້​ທີ່ດີ​ແທ້ໆ ​ແລະ ​ບໍ່​ມີ​ມານ​ຍາ. ຊິບລັນ ​ເປັນ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ແອວ​ມາຜູ້​ເປັນ​ລູກ. ​ເຮົາ​ຮູ້ຈັກ ຮີລາມັນ ອ້າຍ​ຂອງ​ລາວ​ດີ, ຜູ້​ໄດ້​​ເຮັດຕາມ​ບິດາ​ຂອງ​ຕົນ​ ​ເປັນ​ຜູ້​ຮັກສາ​ບັນທຶກ ​ແລະ ​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ, ​ແລະ ​ໂຄຣິອານ​ທັນ, ຜູ້ກາຍ​ເປັນ​ຜູ້​ສອນ​ສາດສະໜາທີ່​ມີ​ຊື່​ສຽງ ຜູ້ຕ້ອງການຄຳ​ແນະນຳ​ຈາກ​ບິດາ. ​​​ເຖິງ​ຮີ​ລາມັນ, ແອວ​ມາ​ໄດ້​ຂຽນ 77 ຂໍ້ (​ເບິ່ງ ​​ແອວມາ 36–37). ​​ເຖິງໂຄຣິອານ​ທັນ, ແອວ​ມາ​ໄດ້​ມອບ 91 ຂໍ້ (​ເບິ່ງ ​​ແອວ​ມາ 39–42). ​ເຖິງ​ຊິບລັນ, ລູກ​ຊາຍ​ກາງ, ​ແອວ​ມາ​ໄດ້​ຂຽນ​ພຽງ​ແຕ່ 15 ຂໍ້ (ເບິ່ງ ​​ແອວ​ມາ 38). ​ແຕ່​ຖ້ອຍ​ຄຳ​ຂອງ​ເພິ່ນ ​ໃນ 15 ຂໍ້​ເຫລົ່ານັ້ນ ​ມີ​ພະລັງ ​ແລະ ​ໃຫ້​ຄວາມ​ຮູ້​ຫລາຍ.

“ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ໄວ້​ວາງ​ໃຈ​ວ່າ ພໍ່​ຈະ​ມີ​ຄວາມສຸກ​ຫລາຍ​ທີ່​ສຸດ​ກັບ​ລູກ, ຍ້ອນ​ຄວາມ​ສະ​ໝ່ຳ​ສະ​ເໝີ​ຂອງ​ລູກ; ແລະ ຄວາມ​ຊື່ສັດ​ຂອງ​ລູກ​ທີ່​ມີ​ຕໍ່​ພຣະ​ເຈົ້າ; ເພາະວ່າ​ໃນ​ເວລາ​ໄວ​ໜຸ່ມຂອງ​ລູກ, ລູກ​ເລີ່ມ​ເຊື່ອ​ຟັງ​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າ​ຂອງ​ລູກ, ສະນັ້ນພໍ່​ຈຶ່ງ​ຫວັງ​ວ່າ ລູກ​ຈະ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ​ຕໍ່​ໄປ; ເພາະວ່າ​ຜູ້​ທີ່​ອົດທົນ​ຈົນ​ເຖິງ​ທີ່​ສຸດ​ຍ່ອມ​ເປັນ​ສຸກ.

“ພໍ່​ເວົ້າກັບ​ເຈົ້າ, ລູກ​ຂອງ​ພໍ່, ວ່າພໍ່​ມີ​ຄວາມສຸກ​ທີ່​ສຸດ​ກັບ​ລູກ​ມາ​ຢູ່​ແລ້ວ, ຍ້ອນ​ວ່າ​ຄວາມ​ຊື່ສັດ ແລະ ຄວາມ​ພາກ​ພຽນ​ຂອງ​ລູກ, ແລະ ຄວາມ​ອົດທົນ​ຂອງ​ລູກ ແລະ ຄວາມ​ອົດ​ກັ້ນ​ຂອງ​ລູກ​ໃນ​ບັນດາ​ຜູ້ຄົນ​” (​ແອວ​ມາ 38:2–3).

ນອກ​ເໜືອ​ຈາກ​ການ​ກ່າວ ຕໍ່ ​ຊິບລັນ​ແລ້ວ, ​ແອວ​ມາກໍ​ຍັງ​ໄດ້​ກ່າວ ກ່ຽວ​ກັບ ​ລາວ​ນຳ​ອີກ ຕໍ່​ໂຄຣິອານ​ທັນ. ​ແອວ​ມາ ​ໄດ້​ກ່າວ​ວ່າ: “ລູກ​ບໍ່​ໄດ້​ສັງ​ເກດ​ຄວາມ​ແນ່ນອນ​ຂອງ​ອ້າຍ​ຂອງ​ລູກ​ບໍ, ຄວາມ​ຊື່ສັດ​ຂອງ​ລາວ, ແລະ ຄວາມ​ພາກ​ພຽນ​ຂອງ​ລາວ​ໃນ​ການ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ? ຈົ່ງ​ເບິ່ງ, ລາວ​ບໍ່​ໄດ້​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ແກ່ລູກ​ບໍ?” (​ແອວ​ມາ 39:1).2

ປະກົດ​ວ່າ ຊິບລັນ​​ເປັນ​ລູກ​ຊາຍ​ທີ່​ຢາກ​ເອົາ​ໃຈ​ບິດາ​ຂອງ​ຕົນ ​ແລະ ​ໄດ້​ອອກ​ໄປ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ​ເພາະ​​ເປັນ​ສິ່ງ​ທີ່​ຖືກຕ້ອງ​ທີ່​ຈະ​ເຮັດ ​​ແລະ ບໍ່​ໄດ້​ເຮັດ​ໄປ​​ເພື່ອ​ຫວັງ​ຄຳ​ຍ້ອງຍໍ, ໜ້າ​ທີ່, ອຳນາດ, ກຽດຕິຍົດ, ຫລື ສິດ​ອຳນາດ. ຮີ​ລາມັນຄົງ​ຮູ້ ​ແລະ ນັບຖື​​ເລື່ອງ​ນີ້​ກ່ຽວ​ກັບ​ນ້ອງ​ຊາຍ​ຂອງ​​ເພິ່ນ, ​ເພາະ​ເພິ່ນ​ໄດ້​ມອບ​ແຜ່ນ​ຈາກ​ລຶກສັກສິດທີ່​ເພິ່ນ​ໄດ້​ມາ​ຈາກ​ບິດາ​ຂອງ​ເພິ່ນ ​ໃຫ້ຊິບລັນຮັກສາ. ​ແນ່ນອນ​ວ່າຮີ​ລາມັນ​ໄດ້​ໄວ້​ວາງ​ໃຈຊິບລັນ ​ເພາະ “ເພິ່ນ​ເປັນ​ຄົນທ່ຽງ​ທຳ, ແລະ ເພິ່ນໄດ້​ເດີນ​ໄປຢ່າງ​ພາກພູມ​​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ; ແລະ ເພິ່ນໄດ້​ຕັ້ງ​ໃຈ​ທີ່​ຈະ​ສ້າງ​ຄວາມ​ດີ​ຢູ່​ຕະຫລອດ​ເວລາ, ທີ່​ຈະ​ຮັກສາ​ພຣະ​ບັນຍັດຂອງ​ພຣະຜູ້​ເປັນ​ເຈົ້າອົງ​ເປັນພຣະ​ເຈົ້າຂອງ​ເພິ່ນ” (​ແອວ​ມາ 63:2). ​ເຖິງ​ແມ່ນ​ເບິ່ງ​ຄື​ວ່າ ນັ້ນເປັນ​ລັກສະນະ​ພິ​ເສດ​ຂອງຊິບລັນ, ​ແຕ່​ກໍ​ບໍ່​ມີ​ບັນທຶກ​​ໄວ້​ຫລາຍ​ກ່ຽວ​ກັບ​ເພິ່ນ ຈາກ​ເວລາ​ທີ່​ເພິ່ນ​ໄດ້​ຮັບ​ເອົາ​ບັນທຶກ​ສັກສິດ ຈົນ​ເຖິງ​ເວລາ​ທີ່​ເພິ່ນ​ມອບ​ມັນ​ໃຫ້​ແກ່​ຮີ​ລາມັນ ລູກ​ຊາຍ​ຂອງ​ຮີ​ລາມັນ (​ເບິ່ງ ​​ແອວ​ມາ 63:11).

ຊິບລັນ​ເປັນ​ຄົນດີ​ແທ້ໆ ​ແລະ ​ບໍ່​ມີ​ມານ​ຍາ. ​ເພິ່ນ​ເປັນ​ຄົນ​ທີ່​ໄດ້​ເສຍ​ສະລະ​ເວລາ, ພອນ​ສະຫວັນ, ​ແລະ ​ເຫື່ອ​ແຮງ ​ເພື່ອ​ຮັບ​ໃຊ້ ​ແລະ ຊ່ອຍ​ເຫລືອ​ຄົນ​ອື່ນ​ ​ເພາະ​ຄວາມ​ຮັກ​ທີ່​ມີ​ຕໍ່​ພຣະ​ເຈົ້າ ​ແລະ ​ເພື່ອນ​ມະນຸດ​ຂອງ​ເພິ່ນ (​ເບິ່ງ ​ແອວ​ມາ 48:17–19; 49:30). ​ເພິ່ນ​ຖືກ​ບັນຍາຍ​ໄວ້​ຢ່າງ​ສົມ​ກຽດ ​ໂດຍ​ຖ້ອຍ​ຄຳ​ຂອງ​ປະທານສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ທີ່​ວ່າ: “ຊາຍ ​ແລະ ຍິງ ທີ່​ຍິ່ງ​ໃຫຍ່ ຈະ​ມັກ​ຮັບ​ໃຊ້ ຫລາຍກວ່າ​ການ​​​ປົກຄອງ.”3

ຢູ່​ໃນ​ໂລກ​ບ່ອນ​ທີ່ຜູ້​ຄົນ​ສະ​ແຫວ​ງຫາຄຳຍ້ອງຍໍ, ໜ້າ​ທີ່, ອຳນາດ, ກຽດຕິຍົດ, ​ແລະ ສິດ​ອຳນາດ ​ໃນ​ທຸກ​ບ່ອນ, ຂ້າພະ​ເຈົ້າຂໍ​ສັນລະ​ເສີນ​ຄົນ​ທີ່​ດີ ແລະ ມີ​ຈິດໃຈ​ງົດ​ງາມ ຜູ້​ທີ່ດີ​ແທ້ໆ ​ແລະ ​ບໍ່​ມີ​ມານ​ຍາ, ຜູ້​ໄດ້​ຮັບ​ການ​ກະ​ຕຸ້ນ​ໂດຍ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ​ແລະ ​ໂດຍ​​ເພື່ອນ​ບ້ານ​ຂອງ​ເຂົາ​ເຈົ້າ, ຜູ້​ທີ່​ເປັນ​ຊາຍ ​ແລະ ຍິງ ທີ່ມັກ​ຮັບ​ໃຊ້ ຫລາຍກວ່າ​ການ​​​ປົກຄອງ.”

ທຸກ​ວັນ​ນີ້ ກໍ​ມີ​ຫລາຍ​ຄົນ​ທີ່​ຢາກ​ໃຫ້​ເຮົາ​ເຊື່ອ​ວ່າ ​ເຮົາ​ຈະ​ພົບ​ສິ່ງ​ທີ່​ເວົ້າຢູ່​ນີ້ ພຽງ​ແຕ່​ເມື່ອ​ເຮົາ​​ໄດ້​ຮັບ​ໜ້າ​ທີ່ ​ແລະ ອຳນາດ​ເທົ່າ​ນັ້ນ.​ ​ແຕ່, ​ໂຊກ​ດີ, ຍັງ​ມີ​ຫລາຍ​ຄົນ​ທີ່​ບໍ່​ໃຫ້​ສິ່ງ​​ເຫລົ່າ​ນີ້ ມີ​ອິດ​ທິພົນ​ຕໍ່​ເຂົາ​ເຈົ້າ. ​ເຂົາ​ເຈົ້າພົບ​ສິ່ງ​ທີ່​ເວົ້າຢູ່​ນີ້ ​ດ້ວຍ​ຄວາມ​ພະຍາຍາມ​ທີ່​ຈະ​ເປັນ​ຄົນດີ​ແທ້ໆ ​ແລະ ​ບໍ່​ມີ​ມານ​ຍາ. ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ​ຄົນ​ເຫລົ່າ​ນີ້ ຢູ່​ໃນ​ທຸກ​ບ່ອນ ​ແລະ ​ໃນ​ທຸກ​ສາດສະໜາ. ​ແລະ​ ຂ້າພະ​ເຈົ້າພົບ​ເຫັນຄົນ​ເຫລົ່າ​ນີ້​ໃນ​ກຸ່ມ​ໃຫຍ່ ທ່າມກາງ​ຜູ້​ຕິດຕາມທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ຢ່າງ​ແທ້​ຈິງຂອງ​ພຣະຄຣິດ.4

ຂ້າພະ​ເຈົ້າສັນລະ​ເສີນ​ຄົນ​ທີ່​ຮັບ​ໃຊ້​ຢ່າງບໍ່​ເຫັນ​ແກ່​ຕົວ ​ແຕ່​ລະອາ​ທິດ ຢູ່​ໃນ​ຫວອດ ​ແລະ ສາຂາ ຕະຫລອດ​ທົ່ວ​ໂລກ ​ໂດຍ​ການ​​ເຮັດ​ຫລາຍ​ກວ່າໜ້າ​ທີ່​ຂອງ​ຕົນ. ​ແຕ່​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ຈະ​ປ່ຽນ​ໄປ​ເລື້ອຍໆ. ​ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກັບຫລາຍ​ຄົນ​ ຜູ້​ທີ່​ເຖິງ​ແມ່ນ​ບໍ່​ໄດ້​ຮັບ​ການ​ເອີ້ນ ​ແຕ່​ກໍ​ໄດ້​ຫາ​ວິທີ​ຮັບ​ໃຊ້ ​ແລະ ຊ່ອຍ​ເຫລືອ​ຄົນ​ອື່ນ​ບໍ່​ໄດ້​ຂາດ. ອ້າຍ​ນ້ອງ​ຄົນ​ໜຶ່ງ​ໄດ້​ຕື່ນ​ນອນ​ແຕ່​ເຊົ້າ​ເພື່ອ​ຈັດ​ຕັ່ງ​ຢູ່​ໂບດ ​ແລະ ​ໄດ້​ຊ່ອຍ​ມ້ຽນ​ມັດ​​ຫລັງ​ຈາກ​​ເລີກ​ໂບດ. ​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ໄດ້​ຈົງ​ໃຈ​ເລືອກ​ນັ່ງ​ໃກ້​ເອື້ອຍ​ນ້ອງ​ທີ່​ຕາບອດ​ ຢູ່​ໂບດ ​ບໍ່​ພຽງ​ແຕ່ ​ເພື່ອ​ວ່າ​ນາງ​ຈະ​ໄດ້​ຖາມ​ສະບາຍດີນາງ​ເທົ່າ​ນັ້ນ, ​ແຕ່​ນາງ​ຈະ​ໄດ້​ຮ້ອງ​ເພງ​ໃຫ້​ເອື້ອຍ​ນ້ອງ​ຜູ້​ຕາບອດ​ໄດ້​ຍິນ ​ແລະ ຮ້ອງ​ໄປ​ຕາມ​ນາງ. ຖ້າ​ທ່ານ​ສັງ​ເກດ​ເບິ່ງ​ຄັກໆ​ຢູ່​ໃນ​ຫວອດ ​ແລະ ສາຂາ​ຂອງ​ທ່ານ, ທ່ານ​​ຈະເຫັນ​ຕົວຢ່າງ ທີ່​ກ່າວ​ມາ​ນີ້. ​ເບິ່ງ​ຄື​ວ່າ ຈະ​ມີ​ບາງ​ຄົນ​ທີ່​ຮູ້ຈັກ​ວ່າ ​ແມ່ນ​​ໃຜ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ ​ແລະ ຄວນ​ຊ່ອຍ​ເຫລືອ​ໃນ​ເວລາ​ໃດ.

ບາງ​ທີບົດຮຽນ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າກ່ຽວ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າທີ່ດີ​ແທ້ໆ ​ແລະ ​ບໍ່​ມີ​ມານ​ຍາ ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ມາ ​ແມ່ນ​ຕອນ​ທີ່​ຂ້າພະ​ເຈົ້າ​ເປັນ​ຜູ້​ສອນ​ສາ​ດສະໜາ​ໜຸ່ມ. ຂ້າພະ​ເຈົ້າ​ໄດ້​ໄປ​ຫາ​​ເຂດ​ເຜີຍ​ແຜ່ ​ໄປ​ຢູ່ນຳ​ແອວ​ເດີ​ຄົນ​ໜຶ່ງ ທີ່​ຂ້າພະ​ເຈົ້າບໍ່​ຮູ້ຈັກ. ຂ້າພະ​ເຈົ້າ​ໄດ້​ຍິນ​ຜູ້​ສອນ​ສາດສະໜາ​ຄົນ​ອື່ນໆ​ເວົ້າວ່າ ລາວ​ບໍ່​ເຄີຍ​ໄດ້​ຮັບ​ໜ້າ​ທີ່​ຂອງ​ຜູ້ນຳ​ຈັກ​ເທື່ອ ​ແລະ ລາວ​ກໍ​ມີ​ບັນຫາ​ນຳພາ​ສາ​ເກົາຫລີ​ອີກ​ດ້ວຍ ​ເຖິງ​ແມ່ນ​ວ່າ ລາວ​ໄດ້​ມາ​ຢູ່​​ໃນປະ​ເທດດົນ​ແລ້ວ​ກໍ​ຕາມ. ​ແຕ່​ເມື່ອຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​​ແອວ​ເດີ​ຄົນ​ນີ້, ຂ້າພະ​ເຈົ້າ​ໄດ້ພົບ​ເຫັນ​ວ່າ ລາວ​ເປັນ​ຜູ້​ສອນ​ສາດສະໜາ​ທີ່​ເຊື່ອ​ຟັງ ​ແລະ ຊື່ສັດ​ທີ່​ສຸດ ທີ່ຂ້າພະ​ເຈົ້າ​ເຄີຍ​ຮູ້​ມາ. ລາວ​ໄດ້​ສຶກສາ ​ເມື່ອ​ເຖິງ​ເວລາ​ສຶກສາ; ລາວ​ໄດ້​ທຳ​ງານ ​ເມື່ອ​ເຖິງ​ເວລາ​ທຳ​ງານ. ລາວ​ໄດ້​ອອກ​ຈາກ​ເຮືອນ​ຕົງ​ເວລາ ​ແລະ ກັບ​ບ້ານ​ຕົງ​ເວລາ. ລາວ​ໄດ້ຮຽນ​ພາສາ​ເກົາຫລີ​ຢ່າງ​ພາກ​ພຽນ ​ເຖິງ​ແມ່ນ​ວ່າ​ມັນ​ເປັນ​ພາສາ​ທີ່​ຍາກ​ທີ່​ສຸດ​ສຳລັບ​ລາວ.

​ເມື່ອ​ຂ້າພະ​ເຈົ້າຮູ້​ວ່າ ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຍິນ​ມານັ້ນ ບໍ່​ເປັນຄວາມ​ຈິງ, ຂ້າພະ​ເຈົ້າຮູ້ສຶກ​ວ່າ ຜູ້​ສອນ​ສາດສະໜາ​ຄົນ​ນີ້​ໄດ້​ຖືກ​​ເບິ່ງ​ຜິດໄປ​ວ່າ​ເປັນຄົນ​ທີ່​ບໍ່ບັນລຸ​ຜົນສຳ​ເລັດ. ຂ້າພະ​ເຈົ້າຢາກ​ບອກ​ເຂດ​​ເຜີຍ​ແຜ່​ທັງ​ໝົດ​ວ່າ ຂ້າພະ​ເຈົ້າ​ຮູ້ຈັກ​ແອວ​ເດີ​ຄົນ​ນີ້​ດີ. ຂ້າພະ​ເຈົ້າ​ໄດ້​ເວົ້າລົມ​ນຳ​ປະທານ​ເຜີຍ​ແຜ່ ກ່ຽວ​ກັບ​ວ່າ ຂ້າພະ​ເຈົ້າຢາກ​ປ່ຽນ​ຄວາມ​ເຂົ້າ​ໃຈ​ຜິດ​ຂອງ​ຄົນ​ອື່​ນ. ​ເພິ່ນ​ຕອບ​ວ່າ, “ພຣະບິດາ​ເທິງ​ສະຫວັນ​ຮູ້ຈັກ​ຊາຍ​ໜຸ່ມ​ຄົນ​ນີ້ ວ່າ​ເປັນ​ຜູ້​ສອນ​ສາດສະໜາ​ທີ່​ບັນລຸ​ຄວາມ​ສຳ​ເລັດ, ​ແລະ ຂ້ອຍກໍ​ຮູ້​ຄື​ກັນ.” ​ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ, “​ແລະ ບັດ​ນີ້ ​ເຈົ້າກໍ​ຮູ້​ຄື​ກັນ, ​ແລະ ຊິ​ໄປ​ສົນ​ໃຈ​ຫຍັງ​ກັບ​ຄົນ​ອື່ນ?” ປະທານ​ເຜີຍ​ແຜ່​ທີ່​ສະຫລາດ​ຄົນ​ນີ້ ​ໄດ້​ສອນ​ຂ້າພະ​ເຈົ້າ​ເຖິງ​ຄວາມ​ສຳຄັນ​​ຂອງ​ການ​ຮັບ​ໃຊ້, ​ແລະ ມັນ​ບໍ່​​ແມ່ນ​ຄຳ​ຍ້ອງຍໍ, ໜ້າ​ທີ່, ອຳນາດ, ກຽດຕິຍົດ, ​ຫລື ສິດ​ອຳນາດ. ມັນ​ເປັນ​ບົດຮຽນ​ທີ່​ຍິ່ງ​ໃຫຍ່​ສຳລັບ​ຜູ້​ສອນ​ສາດສະໜາ​ໜຸ່ມ ຜູ້ທີ່​ໄດ້ມຸ້ງ​ໝັ້ນຢາກ​ຈະມີ​ຕຳ​ແໜ່​ງ.

​ໂດຍ​ທີ່ມີ​ບົດ​ຮຽນ​ນີ້​ຢູ່​ໃນ​ໃຈ, ຂ້າພະ​ເຈົ້າ​ໄດ້​ເລີ່​ມຕົ້ນຫວນ​ຄິດຄືນ​ຫລັງ​ເຖິງ​ຊີວິດ​ຂອງ​ຂ້າພະ​ເຈົ້າ ​ແລະ ​ເຫັນ​ວ່າ ຂ້າພະ​ເຈົ້າ​ໄດ້​ຮັບ​ອິດ​ທິພົນ​ເລື້ອຍ​ປານ​ໃດ ​ຈາກ​ຊາຍ ​ແລະ ຍິງ ຜູ້​ໄດ້​ຊ່ອຍ​ເຫລືອ​ຂ້າພະ​ເຈົ້າ ​ໂດຍ​ບໍ່​ຕ້ອງ​ມີ​ຕຳ​ແໜ່​ງ ຫລື ໜ້າ​ທີ່​ ທີ່​ສຳຄັນ. ຄົນ​ໜຶ່ງ​ທີ່​ເປັນ​ເໝືອນ​ດັ່ງ ຊິບລັນ ​ແມ່ນ​ຄູ​ສອນ​ຫ້ອງ​ຮຽນ​ສາດສະໜາ​ຂອງ​ຂ້າພະ​ເຈົ້າ ​ຕອນ​ຂ້າພະ​ເຈົ້າຮຽນ​ຢູ່​ຊັ້ນມັດທະຍົມປີ​ທີ​ສາມ. ຊາຍ​ທີ່​ດີ​ຄົນ​ນີ້ ​ໄດ້​ສອນ​ຫ້ອງ​ຮຽນ​ສາດສະໜາ ​ພຽງ​ສອງ​ສາມ​ປີ​ເທົ່າ​ນັ້ນ, ​ແຕ່​ເພິ່ນ​ໄດ້​ເປີດ​ໃຈ​ຂອງ​ຂ້າພະ​ເຈົ້າ ​ໃນ​ທາງ​ທີ່​ໄດ້​ຊ່ອຍ​ເຫລືອ​ຂ້າພະ​ເຈົ້າ ​ໃຫ້​ມີ​ປະຈັກ​ພະຍານ. ​ເພິ່ນ​ອາດບໍ່​ໄດ້​ເປັນ​ຄູ​ສອນ​ທີ່​ໂດ່​ງດັງ​ໃນ​ໂຮງຮຽນ, ​ແຕ່​ເພິ່ນ​ໄດ້​ຕຽມ​ພ້ອມ​ສະ​ເໝີ ​ແລະ ອິດ​ທິພົນຂອງ​ເພິ່ນຕໍ່​ຂ້າພະ​ເຈົ້າ ​ແມ່ນ​ມີ​ພະລັງ​ຫລາຍ ​ແລະ ຍືນ​ຍົງ​ເປັນ​ເວລາ​ດົນນານ. ​​ສອງ​ສາມ​ເທື່ອ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ​ຊາຍ​ຄົນ​ນີ້ ​ໃນ​ໄລຍະ 40 ປີ ​ນັ​ບ​ແຕ່​ເພິ່ນ​ໄດ້​ສອນ​ຂ້າພະ​ເຈົ້າ ​ແມ່ນ​ຕອນ​ເພິ່ນ​ມາ​ຫາ​ຂ້າພະ​ເຈົ້າ ​ໃນ​ງານ​ສົ່ງສະການ​ພໍ່​ຂອງ​ຂ້າພະ​ເຈົ້າ. ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ​ມັນ​ເປັນ​ການ​ກະທຳ​ທີ່​ບໍ່​​ແມ່ນ​ຖືກ​ກະ​ຕຸ້ນ​ຈາກ​ຕຳ​ແໜ່​ງ ຫລື ອຳນາດ.

ຂ້າພະ​ເຈົ້າສັນລະ​ເສີນ​ຄູ​ສອນ​ທີ່​ອຸທິດ​ຕົນ​ຄົນ​ນັ້ນ ​ແລະ ຫລາຍໆ​ຄົນ​ທີ່​ຄື​ກັນ​ກັບ​ເພິ່ນ ຜູ້ທີ່ດີ​ແທ້ໆ ​ແລະ ​ບໍ່​ມີ​ມານ​ຍາ. ຂ້າພະ​ເຈົ້າ​ສັນລະ​ເສີນ​ຄູ​ສອນ​ໂຮງຮຽນ​ວັນ​ອາທິດ ຜູ້​ບໍ່​ສອນ​ນັກຮຽນ​ຂອງ​ຕົນ ພຽງ​ແຕ່​ຢູ່​ໃນ​ຫ້ອງ​ຮຽນ​ເທົ່າ​ນັ້ນ ​ແຕ່​ໄດ້​ສອນ ​ແລະ ​ເປັນ​ອິດ​ທິພົນ​​ແກ່ພວກ​ເຂົາ​ໂດຍ​ການ​ເຊື້ອ​ເຊີນ​ພວກ​ເຂົາໃຫ້​ໄປ​ກິນ​ເຂົ້າ​ເຊົ້ານຳ​ຄອບຄົວ​ຂອງ​ເພິ່ນນຳ​ອີກ. ຂ້າພະ​ເຈົ້າສັນລະ​ເສີນ​ຜູ້ນຳ​ຂອງ​ຊາວ​ໜຸ່ມ ຜູ້​ທີ່​ໄປ​ຮ່ວມ​ການ​ຫລິ້ນ​ກິລາ ​ແລະ ກິດຈະກຳ​ທາງ​ວັດທະນະທຳ​ ນຳ​ຊາຍ​ໜຸ່ມ ​ແລະ ຍິງ​ໜຸ່ມ ​ໃນ​ຫວອດ​ຂອງ​ເຂົາ​ເຈົ້າ. ຂ້າພະ​ເຈົ້າສັນລະ​ເສີນ​ຜູ້​ຊາຍ​ທີ່​ໄດ້​ຂຽນ​ຈົດໝາຍ​ນ້ອຍ ​ໃຫ້​ກຳລັງ​ໃຈ​ເພື່ອນ​ບ້ານ ​ແລະ ສັນລະ​ເສີນ​ຜູ້ຍິງ​ທີ່​ບໍ່​ພຽງ​ແຕ່​ສົ່ງກັກ​ຄຣິດສະມັດ ​ໄປ​ທາງ​ໄປສະນີ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄປ​ສົ່ງ​ຈົນ​ເຖິງ​ເຮືອນ​ຂອງ​ຍາດ​ພີ່ນ້ອງ ​ແລະ ໝູ່​ເພື່ອນ ຜູ້​ທີ່​ຕ້ອງການ​ຄົນ​ໄປ​ຢ້ຽມຢາມ. ຂ້າພະ​ເຈົ້າສັນລະ​ເສີນ​ອ້າຍ​ນ້ອງ​ຜູ້​ທີ່​ພາ​ເພື່ອນ​ບ້ານ ຂີ່​ລົດ​ເລາະ​ຫລິ້ນ ຕອນ​ເຂົາ​ເຈົ້າມີ​ຄວາມ​ຈຳ​ເສື່ອ​ມ—​ໃຫ້​ທັງ​ສາມີ ​ແລະ ພັນ​ລະ​ຍາ​ປ່ຽນ​ບັນຍາກາດ.

ຜູ້​ຄົນ​ເຮັດ​ສິ່ງ​ເຫລົ່າ​ນີ້ ບໍ່​ແມ່ນຫວັງ​ຈະ​ໄດ້​ຮັບ​ຄຳຍ້ອງຍໍ ຫລື ຄຳ​ສັນລະ​ເສີນ. ຊາຍ ​ແລະ ຍິງ ​ເຫລົ່າ​ນີ້ ບໍ່​ໄດ້​ຖືກ​ກະ​ຕຸ້ນ ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ຕຳ​ແໜ່​ງ ຫລື ສິດ​ອຳນາດ. ​ເຂົາ​ເຈົ້າ​ເປັນ​ສານຸ​ສິດ​ຂອງ​ພຣະຄຣິດ, ​ເຮັດ​ຄວາມ​ດີ​ຢູ່​ຕະຫລອດ​ເວລາ, ​ແລະ ​ເໝືອນ​ດັ່ງ ຊິບລັນ, ​ເຂົາ​ເຈົ້າພະຍາຍາມ​ທີ່​ຈະ​ເຮັດ​ໃຫ້​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນຂອງ​​ເຂົ​າ​ເຈົ້າ​ພໍພຣະ​ໄທ.

ມັນ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ໂສກ​ເສົ້າ ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ບາງ​ຄົນ ທີ່​ເຊົາ​ຮັບ​ໃຊ້ ຫລື ​ເຊົາ​ໄປ​ໂບດ ​ເພາະວ່າ​ເຂົາ​ເຈົ້າ​ໄດ້​ຖືກ​ປົດ​ອອກ​ຈາກການ​ເອີ້ນ ຫລື ຮູ້ສຶກ​ນ້ອຍ​ໃຈ​ທີ່​ບໍ່​ໄດ້​ຮັບ​ໜ້າ​ທີ່ ຫລື ຕຳ​ແໜ່​ງທີ່​ເຂົາ​ເຈົ້າຕ້ອງການ. ຂ້າພະ​ເຈົ້າຫວັງ​ວ່າ ​​ໃນ​ມື້ໜຶ່ງ​ເຂົາ​ເຈົ້າຈະ​ຮຽນ​ຮູ້​ບົດຮຽນດຽວ​ກັນ​ກັບທີ່ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້ ຕອນ​ຂ້າພະ​ເຈົ້າ​​ເປັນ​ຜູ້​ສອນ​ສາດສະໜາ​ໜຸ່ມ—ວ່າການ​ຮັບ​ໃຊ້​ທີ່​ສຳຄັນ​ທີ່​ສຸດ ​ແມ່ນ​ອັນ​ທີ່​ພຣະ​ເຈົ້າ​ເທົ່າ​ນັ້ນຮູ້ຈັກ​. ໃນ​ການສະ​ແຫວ​ງຫາ​ສິ່ງ​ທີ່​ເຮົາ​ປາດ​ຖະໜາ, ​ເຮົາ​ຍັງ​ຈື່ຈຳສິ່ງ​ທີ່​​ພຣະ​ເຈົ້າປາດ​ຖະໜາຢູ່​ບໍ?

ບາງ​ຄົນ​ອາດ​ເວົ້າວ່າ, “​ແຕ່ຂ້າພະ​ເຈົ້າຍັງ​ໄກ ຈຶ່ງ​ຈະ​ເປັນ​ຄົນ​ແບບ​ທີ່​ທ່ານ​ເວົ້າ​ເຖິງ.” ຂ່າວ​ປະ​ເສີດ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ຄືຄວາມ​ປາດ​ຖະໜາຂອງ​ໃຈ​ເຮົາ ສາມາດ​ປ່ຽນ​ແປງ ​ແລະ ​ຄວາມ​ປະສົງ​ຂອງ​ເຮົາ​ສາມາດ​ຖືກ​ສິດສອນ ​ແລະ ຫລໍ່​ຫລອມ. ​ເມື່ອ​ເຮົາ​ໄດ້​ຮັບ​ບັບຕິ​ສະມາ​ເຂົ້າ​​ໃນ​ຄອກ​ອັນ​ແທ້​ຈິງ​ຂອງ​ພຣະ​ເຈົ້າ, ​ແລ້ວ​ເຮົາ​ຈະ​ເລີ່​ມຕົ້ນກາຍ​ເປັນ​ຄົນໃໝ່ (​ເບິ່ງ 2 ​ໂກຣິນ​ໂທ 5:17; ​ໂມ​ໄຊ​ຢາ 27:26). ​ແຕ່ລະ​ເທື່ອ​ທີ່​ເຮົາ​ຕໍ່​ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ ​ໂດຍ​ການ​ຮັບ​ສິນ​ລະ​ລຶກ, ​ເຮົາ​ໄດ້​ກ້າວ​​ເຂົ້າ​ໃກ້​ເປົ້າໝາຍ​ສູງ​ສຸດ​ຂອງ​ເຮົາ​ຫລາຍ​ຂຶ້ນກວ່າ​ເກົ່າ.5 ​ເມື່ອ​ເຮົາ​ອົດທົນ​ຕໍ່​ພັນທະ​ສັນຍານັ້ນ, ​ເຮົາ​ຈະ​​ໄດ້​ຮັບ​ພະລັງ ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ ​ແລະ ​ປອບ​ໃຈ​ຄົນ​ທີ່​ຕ້ອງການ​ຄວາມ​ປອບ​ໃຈ (ເບິ່ງ ​​ໂມ​​ໄຊ​ຢາ 18:9). ​ໃນ​ພັນທະ​ສັນຍານັ້ນ, ​ເຮົາ​ຈະ​ພົບພຣະຄຸນ​ທີ່​ຊ່ອຍ​ເຮົາ​ໃຫ້​ຮັບ​ໃຊ້​ພຣະ​ເຈົ້າ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ, ຕະຫລອດ​ທັງ​ການ​ຮັກ​ພຣະ​ເຈົ້າດ້ວຍ​ສຸດ​ໃຈ​ຂອງ​ເຮົາ ​ແລະ ການ​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ​ເໝື​ອນຮັກ​ຕົນ​ເອງ.6 ​ໃນ​ພັນທະ​ສັນຍານັ້ນ, ພຣະ​ເຈົ້າ ​ແລະ ພຣະຄຣິດ ຈະ​ຊ່ອຍ​ເຫລືອ​ເຮົາ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ຊ່ອຍ​ເຫລືອ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ຈາກ​ເຮົາ (​ເບິ່ງ ​​ໂມ​ໄຊ​ຢາ 4:16; ​ເບິ່ງ ຂໍ້​ທີ 11–15 ນຳ​ອີກ).

ສິ່ງ​ທີ່​ຂ້າພະ​ເຈົ້າຕ້ອງການ​ຫລາຍ​ທີ່​ສຸດ​ໃນ​ຊີວິດ​ຄື ທີ່​ຈະ​ເຮັດ​ໃຫ້​ພໍ່ ​ແລະ ພຣະບິດາ​ຂອງ​ຂ້າພະ​ເຈົ້າພໍພຣະ​ໄທ—ທັງ​ພໍ່​ໃນ​ໂລກ ​ແລະ ພຣະບິດາ​ໃນ​ສະຫວັນ—​ແລະ ກາຍ​ເປັນ​ເໝືອນ​ດັ່ງ ຊິບລັນ.7

ຂ້າພະ​ເຈົ້າຂໍ​ຂອບ​ພຣະ​ໄທ​ພຣະບິດາ​ເທິງ​ສະຫວັນ​ຂອງ​ຂ້າພະ​ເຈົ້າ ສຳລັບ​ຄົນ​ທີ່​ເປັນ​ເໝືອນ ຊິບລັນ ຊຶ່ງ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ໄດ້​​ໃຫ້​ຄວາມ​ຫວັງ​ແກ່​ຂ້າພະ​ເຈົ້າ—​ແລະ ​ເຮົາ​ທຸກ​ຄົນ. ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ, ​ເຮົາ​ເຫັນ​ການ​ເປັນ​ພະຍານ​​ເຖິງ​ຄວາມ​ຮັກ​ຂອງ​ພຣະບິດາ​ຜູ້​ສະ​ຖິດ​ໃນ​ສະຫວັນ ​ແລະ ຄວາມ​ເປັນ​ຫ່ວງ​ເປັນ​​​ໃຍ ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ຂ້າພະ​ເຈົ້າຂໍ​ຕື່ມ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ​ໃສ່​ກັບ​ຂອງ​ເຂົາ​ເຈົ້າ ດ້ວຍ​ການ​ປະຕິ​ຍານ​ຕົນ ທີ່​ຈະ​ພະຍາຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ເຂົາ​ເຈົ້າຫລາຍ​ຂຶ້ນ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. Dieter F. Uchtdorf, “Lord, Is It I?” Ensign or Liahona, Nov. 2014, 58; ​ເນັ້ນຄຳ​ເນີ້ງ.

  2. ຮີ​ລາມັນ​ບໍ່​ໄດ້​​ໄປສອນ​ຊາວ​ໂຊຣຳ, ດັ່ງນັ້ນ ​ເຮົາ​ຮູ້​ວ່າ ​ແອວ​ມາ​ໄດ້​ກ່າວ​ເຖິງ ​ຊິ​ບລັນ ​ເມື່ອ​ເພິ່ນ​ກ່າວ​ວ່າ “ອ້າຍ​ຂອງ​ເຈົ້າ” (​ເບິ່ງ ​ແອວ​ມາ 31:7; 39:2).

  3. Spencer W. Kimball, “The Role of Righteous Women,” Ensign, Nov. 1979, 104.

  4. “ພຣະຜູ້​ເປັນ​ເຈົ້າ​ໄດ້​ສອນ​​ເຮົາ​ວ່າ ​ເມື່ອ​ເຮົາ​ເຫລື້ອມ​ໃສ​ແທ້ໆ​ຕໍ່​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ, ​ໃຈ​ຂອງ​ເຮົາ​ຈະ​ຫັນ​ໜີ​ຈາກ​ຄວາມ​ເຫັນ​ແກ່​ຕົວ ​ແລະ ຫັນມາ​ຫາ​ການຮັບ​ໃຊ້ ​ແລະ ຊ່ອຍ​ເຫລືອຄົນ​ອື່ນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ ກ້າວ​ຂຶ້ນສູ່​ຊີວິດ​ນິລັນດອນ. ​ກ່ອນ​ຈະ​ເຫລື້ອມ​ໃສ​ໄດ້​ນັ້ນ, ​ເຮົາ​ຕ້ອງ​ອະທິຖານ ​ແລະ ທຳ​ງານ​ດ້ວຍ​ສັດທາ ​ເພື່ອ​ຈະ​ໄດ້​ກາຍ​ເປັນ​ຄົນ​ໃໝ່ ຊຶ່ງ​ເຮັດ​ໃຫ້​ເປັນ​ໄປ​ໄດ້ ດ້ວຍ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ​ເຮົາ​ສາມາດ​ເລີ່ມຕົ້ນດ້ວຍ​ການ​ອະທິຖານ​ເພື່ອຂໍ​ສັດທາ ທີ່​ຈະ​ກັບ​ໃຈ​ຈາກ​ຄວາມ​ເຫັນ​ແກ່​ຕົວ ​ແລະ ​ເພື່ອ​ຂໍ​ຂອງ​ປະທານ ທີ່​ຈະ​​ເປັນ​ຫ່ວງ​ເປັນ​​​ໃຍຄົນ​ອື່ນ ຫລາຍ​ກວ່າ​ຕົນ​ເອງ. ​ເຮົາ​ສາມາດ​ອະທິຖານ​ຂໍ​ພະລັງ ​ເພື່ອ​ຈະ​ໄດ້​ປະ​ຖິ້ມ ຄວາມ​ທະ​ນົງ​ຕົວ ​ແລະ ຄວາມ​ອິດສາ​ບັງ​ບຽດ” (Henry B. Eyring, “Testimony and Conversion,” Ensign or Liahona, Feb. 2015, 4–5).

  5. “[ພຣະ​ເຈົ້າ] ​ເປັນ​ອະມະຕະ ​ແລະ ດີ​ພ້ອມ. ​ເຮົາ​ເປັນ​ມະຕະ ​ແລະ ຂາດ​ຕົກ​ບົກພ່ອງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເຮົາ​ຍັງ​ສະ​ແຫວ​ງຫາວິທີ​ທີ່ ​ແມ່ນ​ແຕ່​ຢູ່​ໃນ​ຊ່ວງ​ມະຕະ ທີ່​ຈະ​ໄດ້​ຢູ່​ນຳພຣະອົງ​ອີກ ທາງ​ວິນ​ຍານ. ​ໃນ​ການ​ເຮັດ​ເຊັ່ນ​ນັ້ນ ​ເຮົາ​ສາມາດ​​ໄດ້​ຮັບພຣະຄຸນ ​ແລະ ອຳນາດ​ທີ່​ສະຫງ່າ​ຜ່າ​ເຜີຍ​ບາງ​ສ່ວນ​ຂອງ​ພຣະອົງ. ​ໂອກາດ​ພິ​ເສດ​ເຫລົ່ານັ້ນ​ແມ່ນ​ຮ່ວມ​ທັງ … ການ​ຮັບ​ບັບຕິ​ສະມາ ​ແລະ ການ​ຢືນຢັນ … [​ແລະ] ການ​ຮັບ​ສ່ວນສິນ​ລະ​ລຶກ, ​ເຂົ້າ​ແລງ​ຂອງ​ພຣະຜູ້​ເປັນ​ເຈົ້າ” (Jeffrey R. Holland, To My Friends [2014], 80).

  6. “​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຜູ້​ເຫັນ​ຕົນ​ເອງ​ໃນ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ ວ່າ​ເປັນ​ເໝືອນ​ດັ່ງ​ລູກຂອງ​ພຣະ​ເຈົ້າ ຈະ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ແບບ​ເປັນ​ເລື່ອງ​ປົກກະຕິ. ​ແຜນ​ແຫ່ງ​ຄວາມ​ລອດ ​​ໄດ້​ຖືກ​ໝາຍ​ໄວ້​ໂດຍ​ພັນທະ​ສັນຍາ. ​ເຮົາ​ສັນຍາ​ທີ່​ຈະ​ຮັກສາ​ພຣະບັນຍັດ. ​ແລ້ວ​ພຣະ​ເຈົ້າຈະ​ສັນຍາ​ວ່າ ຈະ​ປະທານ​ພອນ​ໃນ​ຊີວິດ​ນີ້ ​ແລະ ສຳລັບ​ນິລັນດອນ​ໃຫ້​ເຮົາ. ພຣະອົງ​ຊື່​ຕົງ​​ໃນ​ສິ່ງ​ທີ່​ພຣະອົງ​ຮຽກຮ້ອງ, ​ແລະ ພຣະອົງ​ກໍ​ຮັກສາ​ຄຳ​ສັນຍາ​ຂອງ​ພຣະອົງ​ເປັນ​ຢ່າງ​ດີ. ​ເພາະ​ວ່າ​ພຣະອົງ​ຮັກ​ເຮົາ ​ແລະ ​ເພາະວ່າ​ຈຸດປະສົງ​ຂອງ​ແຜນ ​ຄື​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ, ພຣະອົງ​ຈຶ່ງ​ຮຽກຮ້ອງ​ຄວາມ​ຊື່​ຕົງ​ຈາກ​ເຮົາ. ​ແລະ ຄຳ​ສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ເຮົາ ຈະ​ຮ່ວມ​ດ້ວຍ​ພະລັງສະ​ເໝີ ທີ່​ຈະ​ເຕີບ​ໂຕ​ໃນ​ຄວາມ​ສາມາດ​ຂອງ​ເຮົາ ທີ່​ຈະ​ຮັກສາ​ພັນທະ​ສັນຍາ. ພຣະອົງ​ເຮັດ​ໃຫ້​ມັນ​ເປັນ​ໄປ​ໄດ້​ສຳລັບ​ເຮົາ ທີ່​ຈະ​ຮູ້ຈັກ​ກົດ​ຂອງ​ພຣະອົງ. ​ເມື່ອ​ເຮົາ​ພະຍາຍາມ​ດ້ວຍ​ສຸດ​ໃຈ ທີ່​ຈະ​ຂຶ້ນ​ເຖິງ​ມາດຕະຖານ​ຂອງ​ພຣະອົງ, ​ແລ້ວ​ພຣະອົງ​ຈະ​ປະທານ​ພຣະວິນ​ຍານ​ບໍລິສຸດ​ໃຫ້​ເປັນ​ເພື່ອນ​ຂອງ​ເຮົາ. ​ແລ້ວ​ທັງ​ສອງ​ຈະ​ເພີ່ມ​ພະລັງ​ໃຫ້​ເຮົາ ​ເພື່ອ​ຮັກສາ​ຄຳ​ໝັ້ນສັນຍາ ​ແລະ ຈະ​ໄດ້​ຮູ້ຈັກ​ວ່າ ສິ່ງ​ໃດ​ດີ ​ແລະ ​ເປັນຄວາມ​ຈິງ. ​ແລະ ນັ້ນຄື​ພະລັງ​ທີ່​ຈະ​ຮຽນ​ຮູ້, ທັງ​ໃນ​ການ​ສຶກສາ​ຢູ່​ໃນ​ໂລກ ​ແລະ ​ໃນ​ການ​ຮຽນ​ຮູ້​ສິ່ງ​ທີ່​ເຮົາ​ຕ້ອງການ​ສຳລັບ​ນິລັນດອນ” (Henry B. Eyring, “A Child of God” [Brigham Young University devotional, Oct. 21, 1997], 4–5; speeches.byu.edu). ​ເບິ່ງ David A. Bednar, “Bear Up Their Burdens with Ease,” Ensign or Liahona, May 2014, 87–90 ນຳ​ອີກ.

  7. ນັບ​ແຕ່​ຂ້າພະ​ເຈົ້າຈື່​ໄດ້, ຂ້າພະ​ເຈົ້າຢາກ​ເຮັດ​ໃຫ້​ພໍ່​ຂອງ​ຂ້າພະ​ເຈົ້າພໍ​ໃຈ. ​ເມື່ອ​ຂ້າພະ​ເຈົ້າ​​ໃຫຍ່​ຂຶ້ນ ​ແລະ ມີ​ປະຈັກ​ພະຍານ, ຂ້າພະ​ເຈົ້າກໍ​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ເຮັດ​ໃຫ້​ພຣະບິດາ​ເທິງ​ສະຫວັນ​ພໍພຣະ​ໄທ​ຄື​ກັນ. ຕໍ່​ມາ​ໃນ​ຊີວິດ, ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ ຊິບລັນ ​ແລະ ​ໄດ້​ຕັ້ງ​ເປົ້າໝາຍ ທີ່​ຈະ​ເປັນ​ເໝືອນ​ດັ່ງ​ເພິ່ນ.