​2010–2019
ເຫດ​ໃດ​ການ​ແຕ່ງງານ ແລະ ຄອບຄົວ​ຈຶ່ງ​ສຳຄັນ—ໃນ​ທຸກ​ຫົນ​ທຸກ​ແຫ່ງ​ຕະຫລອດ​ທົ່ວ​ໂລກ
ເມສາ 2015


ເຫດ​ໃດ​ການ​ແຕ່ງງານ ແລະ ຄອບຄົວ​ຈຶ່ງ​ສຳຄັນ—ໃນ​ທຸກ​ຫົນ​ທຸກ​ແຫ່ງ​ຕະຫລອດ​ທົ່ວ​ໂລກ

ຄອບຄົວ​ເປັນ​ຈຸດ​ໃຈ​ກາງຂອງ​ຊີວິດ ແລະ ເປັນ​ຂໍ​ກະແຈ​ສູ່​ຄວາມສຸກ​ນິລັນດອນ.

ໃນ​ເດືອນ​ພະຈິກ​ທີ່​ຜ່ານ​ມາ​ນີ້ ຂ້າພະເຈົ້າ​ໄດ້​ຮັບ​ສິດ​ພິເສດ​ທີ່​ຖືກ​ຮັບ​ເຊີນ—ພ້ອມ​ທັງ​ປະທານ ເຮັນຣີ ບີ ໄອ​ຣິງ ແລະ ອະທິການ ​ແຈຣອນ ຄໍ​ເຊ—ໃຫ້​ໄປ​ຮ່ວມ​ກອງ​ປະຊຸມ​ຂອງ​ນັກປາດ ກ່ຽວ​ກັບ​ການ​ແຕ່ງງານ ​ແລະ ຄອບຄົວ ຢູ່​ທີ່​ເມືອງ​ວາ​ຕິ​ກັນ ໃນ​ກຸງ​ໂຣມ ປະເທດ​ອີ​ຕາ​ລີ. ຢູ່​ໃນ​ກອງ​ປະຊຸມ​ນັ້ນ​ກໍ​ມີ​ຜູ້ຕາງໜ້າ​ຈາກ 14 ສາດສະໜາ ທີ່​ແຕກ​ຕ່າງ​ກັນ ແລະ ຈາກ​ຫົກ ໃນ​ເຈັດ​ທະວີບ, ທຸກ​ຄົນ​ຖືກ​ຮັບ​ເຊີນ​ໃຫ້​ສະແດງ​ຄວາມ​ເຊື່ອ​ຖື​ຂອງ​ຕົນ ກ່ຽວ​ກັບ​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ​ກັບ​ຄອບຄົວ ຢູ່​ໃນ​ໂລກ​ໃນ​ເວລາ​ນີ້.

ຮູບ​ພາບ
President Henry B. Eyring, Bishop Gerald Causse and Elder Perry in Rome

ສັນຕະປາປາ ​ແຟຣນຊິ​ສ ໄດ້​ເປີດ​ພາກ​ທຳ​ອິດ​ຂອງ​ກອງ​ປະຊຸມ​ດ້ວຍ​ຄຳ​ຖະແຫລງ ດັ່ງ​ຕໍ່​ໄປ​ນີ້: “ເຮົາ​ດຳລົງ​ຊີວິດ​ໃນ​ເວລາ​ນີ້ ຕາມ​ວັດທະນະທຳ​ຂອງ​ຊັບ​ສົມບັດ​ຊົ່ວຄາວ, ຊຶ່ງ​ຫລາຍ​ຕໍ່​ຫລາຍ​ຄົນ​ກຳລັງ​ຍອມ​ແພ້​ໃນ​ເລື່ອງ​ການ​ແຕ່ງງານ ວ່າ​ມັນ ເປັນ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເປີດເຜີຍ​ທົ່ວ​ໄປ. ການ​ປະຕິວັດ​ທັງ​ທາງ​ກິລິຍາ​ມາລະຍາດ ແລະ ສິນ​ທຳ ສ່ວນ​ຫລາຍ​ຈະ​ຖືກ​ຕໍ່ຕ້ານ​ໂດຍ​ຄົນ​ອື່ນ ວ່າ​ນັ້ນ​ເປັນ​ສິດ​ເສລີ​ໃນ​ການສະແດງ​ອອກ, ແຕ່​ຕາມ​ຄວາມ​ຈິງ​ແລ້ວ ມັນ​ໄດ້​ນຳ​ຄວາມ​ເສຍ​ຫາຍ​ທັງ ທາງ​ວິນ​ຍານ ແລະ ຊັບ​ສົມບັດ ມາສູ່​ມະນຸດຊາດ​ຈົນນັບ​ບໍ່​ຖ້ວນ, ໂດຍ​ສະເພາະ​ຄົນ​ທີ່​ຍາກຈົນ ແລະ ອ່ອນແອ​ທີ່​ສຸດ. ... ຜູ້​ຄົນ​ເຫລົ່າ​ນີ້​ຈະ​ເປັນ​ຜູ້​ທີ່​ທົນ​ທຸກ​ຫລາຍ​ທີ່​ສຸດ​ໃນ​ວິ​ກິດ​ການ​ນີ້.”1

ໃນ​ການ​ກ່າວ​ເຖິງ​ຄົນ​ໜຸ່ມ​ລຸ້ນ​ໃໝ່, ເພິ່ນ​ໄດ້​ກ່າວ​ວ່າ ມັນ​ສຳຄັນ​ທີ່​ເຂົາເຈົ້າ “ບໍ່​ຍອມ​ແພ້ ແລະ ຍອມຮັບ​ຄວາມ​ຄິດ​ທີ່​ເສື່ອ​ມ​ໂຊມ ທີ່​ວ່າການ​ແຕ່ງງານ​ຄວນ​ເປັນ​ເລື່ອງ​ຊົ່ວຄາວ, ແຕ່​ໃຫ້​ເປັນ​ຜູ້​ປະຕິວັດ​ດ້ວຍ ຄວາມ​ກ້າຫານ ທີ່​ຈະ​ສະແຫວງຫາ​ຄວາມ​ຮັກ​ທີ່ແທ້​ຈິງ ແລະ ເປັນນິດ, ທີ່​ກົົງ​ກັນ​ຂ້າມ​ກັບ​ຄວາມ​ຄິດ​ຂອງ​ຄົນ​ທົ່ວ​ໄປ”; ຄົນ​ໜຸ່ມ​ລຸ້ນໃໝ່​ຕ້ອງ​ເຮັດ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ.2

ຮູບ​ພາບ
Synod hall with the faith leaders on the marriage summit

ຄຳ​ຖະແຫລງ​ປາ​ໄສ​ນີ້​ໄດ້​ຕິດຕາມ​ໂດຍ​ການ​ນຳ​ສະເໜີ ແລະ ການ​ສົນທະນາ​ເປັນ​ເວລາ​ສາມ​ວັນ ທີ່​ຜູ້ນຳ​ທາງສາດສະໜາ ໄດ້​ກ່າວ​ປາ​ໄສ​ໃນ​ຫົວຂໍ້​ທີ່​ກ່ຽວ​ກັບ​ການ​ແຕ່ງງານ​ລະຫວ່າງ​ຊາຍ ແລະ ຍິງ. ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຟັງ ຜູ້​ນຳ​ທາງ​ສາດສະໜາ​ທີ່​ແຕກ​ຕ່າງ​ກັນ​ຈາກ​ຕະຫລອດ​ທົ່ວ​ໂລກ​ຫລາຍໆ​ທ່ານ, ຂ້າພະເຈົ້າ​ໄດ້​ຍິນ​ພວກ​ເພິ່ນ​ເຫັນ​ດີ​ເຫັນພ້ອມ​ນຳ​ກັນ​ທັງ​ໝົດ ແລະ ສະແດງ​ຄວາມ​ສົ່ງເສີມ​ຄວາມ​ເຊື່ອ​ຖື​ຂອງ​ກັນ​ແລະ​ກັນ ເຖິງ​ຄວາມ​ສັກສິດ​ຂອງ​ສະ​ຖາ​ບັນ ຂອງ​ການ​ແຕ່ງງານ ແລະ ຄວາມ​ສຳຄັນ​ຂອງ​ຄອບຄົວ ວ່າ​ເປັນ​ໜ່ວຍ​ພື້ນຖານ​ຂອງ​ສັງຄົມ. ຂ້າພະເຈົ້າ​ໄດ້​ຮູ້ສຶກ​ທີ່ມີ​ພະລັງ​ເຖິງ​ເປົ້າ​ໝາຍ​ອັນ​ດຽວ​ກັນ ແລະ ຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ກັບ​ພວກ​ເພິ່ນ.

ມີ​ຜູ້ນຳ​ທາງ​ສາດສະໜາ​ຫລາຍ​ທ່ານ​ທີ່​ໄດ້​ເຫັນ ແລະ ໄດ້​ສະແດງ​ຄວາມ​ເປັນ​ໜຶ່ງ​ນີ້, ແລະ ພວກ​ເພິ່ນ​ໄດ້​ສະແດງ​ມັນ ອອກ​ມາ​ຜ່ານ​ວິທີ​ທາງ​ທີ່​ແຕກ​ຕ່າງ​ກັນ. ທາງ​ໜຶ່ງ​ທີ່​ຂ້າພະເຈົ້າ​ມັກ​ຫລາຍ​ແມ່ນ ເມື່ອ​ຜູ້ນຳ​ຂອງ​ສາດສະໜາ​ຊາວ​ມູ​ສະ​ລິ​ມ ຈາກ​ປະເທດ​ອີ​ຣານ ໄດ້​ກ່າວ​ອ້າງ​ເຖິງ​ໜັງສື​ຂອງ​ເຮົາ​ເອງ ຄື ໃບ​ປະກາດ​ກ່ຽວ​ກັບ​ຄອບຄົວ ຢ່າງ​ຖືກຕ້ອງ​ທຸກໆ​ຄຳ.

ໃນ​ລະຫວ່າງ​ກອງ​ປະຊຸມ, ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ວ່າ ເມື່ອ​ຄວາມ​ເຊື່ອ ແລະ ນິກາຍ​ຕ່າງໆ, ແລະ ລະບຽບ​ການ​ທາງ​ສາດສະໜາ ເປັນ​ໜຶ່ງ​ດຽວ​ກັນ​ໃນ​ຄວາມ​ເຊື່ອ​ເລື່ອງ​ການ​ແຕ່ງງານ ແລະ ຄອບຄົວ, ພວກ​ເພິ່ນ​ກໍ​ເປັນ​ໜຶ່ງ​ດຽວ​ກັນ ໃນ​ເລື່ອງ​ຫລັກ​ທຳ​ທາງ​ສິນ​ທຳ ແລະ ຄວາມ​ຈົງ​ຮັກ​ພັກດີ ແລະ ຄຳ​ໝັ້ນ​ສັນຍາ ທີ່​ກ່ຽວ​ພັນ​ກັນ​ຕາມ​ທຳ​ມະ​ຊາດ​ກັບ​ໜ່ວຍ​ຂອງ​ຄອບຄົວ. ມັນ​ເປັນ​ເລື່ອງ​ທີ່​ໜ້າ​ປະ​ທັບ​ໃຈ​ສຳລັບ​ຂ້າພະເຈົ້າ​ທີ່​ໄດ້​ເຫັນ​ວ່າ ລະດັບ​ຄວາມ​ສຳຄັນ​ຂອງ​ການ​ແຕ່ງງານ ແລະ ຄອບຄົວ​ນັ້ນ​ສຳຄັນ ຫລາຍ​ກວ່າ​ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ການເມືອງ, ເສດຖະກິດ, ຫລື ສາດສະໜາ. ເມື່ອ​ກ່າວ​ເຖິງ​ຄວາມ​ຮັກ​ຂອງ​ຄູ່​ຄອງ ແລະ ຄວາມ​ຫວັງ, ຄວາມ​ຫ່ວງ​ໃຍ ແລະ ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ທີ່​ກ່ຽວ​ກັບ​ລູກໆ​ແລ້ວ, ເຮົາ​ທຸກ​ຄົນ​ກໍ​ເໝືອນ​ກັນ.

ຮູບ​ພາບ
President Henry B. Eyring speaking in a news room.

ມັນ​ໄດ້​ເປັນ​ສິ່ງ​ທີ່​ໜ້າ​ອັດສະຈັນ​ໃຈ​ທີ່​ໄດ້​ຢູ່​ໃນ​ກອງ​ປະຊຸມ ກັບ​ຜູ້ນຳ​ສະເໜີ​ຈາກ​ຕະຫລອດ​ທົ່ວ​ໂລກ ຂະນະ​ທີ່​ພວກ​ເພິ່ນ ໄດ້​ກ່າວ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຕົນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ແຕ່ງງານ​ລະຫວ່າງ​ຊາຍ ແລະ ຍິງ. ຄຳ​ປາ​ໄສ​ຂອງແຕ່ລະຄົນ ຖືກ​ຕິດຕາມ​ດ້ວຍ​ປະຈັກ​ພະຍານ​ຈາກ​ຜູ້ນຳ​ທາງ​ສາດສະໜາ​ອື່ນ. ປະທານ​ເຮັນຣີ ບີ ໄອ​ຣິງ ໄດ້​ເປັນ​ຜູ້​ກ່າວປະຈັກ​ພະຍານ​ຄົນ​ສຸດ​ທ້າຍ​ໃນ​ກອງ​ປະຊຸມ​ນັ້ນ. ເພິ່ນ​ໄດ້​ກ່າວ​ເປັນ​ພະຍານ​ທີ່​ມີ​ພະລັງ​ເຖິງ​ຄວາມ​ສວຍ​ງາມ​ຂອງ​ການແຕ່ງງານ​ທີ່​ມີ​ຄຳ​ໝັ້ນ​ສັນຍາ ແລະ ເຖິງ​ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຮົາ​ໃນ​ພອນ​ທີ່​ໄດ້​ສັນຍາ​ໄວ້ຂອງ​ຄອບຄົວ​ນິລັນດອນ.

ປະຈັກ​ພະຍານ​ຂອງປະທານ​ໄອ​ຣິງ ໄດ້​ເປັນ​ປະຈັກ​ພະຍານ​ສຸດ​ທ້າຍ​ທີ່​ເໝາະ​ສົມ​ສຳລັບ​ສາມ​ວັນ​ພິເສດ​ເຫລົ່ານັ້ນ.

ບັດ​ນີ້, ທ່ານ​ອາດ​ຈະ​ຖາມ​ວ່າ, “ຖ້າ​ຫາກຄົນ​ສ່ວນ​ໃຫຍ່​ໄດ້​ຮູ້ສຶກ​ຄ້າຍຄື​ກັນ​ເຖິງ​ລະດັບ​ຄວາມ​ສຳຄັນ​ຂອງ ຄອບຄົວ ແລະ ຄວາມ​ເຊື່ອ​ຖື, ຖ້າ​ຄວາມ​ເຊື່ອ​ຖື ແລະ ສາດສະໜາ​ທັງ​ໝົດ​ນັ້ນ​ໄດ້​ເຫັນ​ດີ​ເຫັນ​ພ້ອມ ວ່າການ ແຕ່ງງານ​ຄວນ​ເປັນ​ແບບ​ໃດ, ແລະ ຖ້າ​ຫາ​ກວ່າ​ທຸກ​ຄົນ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ໃນ​ມາດຕະຖານ​ທາງ​ສິນ​ທຳ ທີ່​ຄວນເຂົ້າ​ມາ​ຢູ່​ໃນ​ບ້ານ​ເຮືອນ ແລະ ຄວາມ​ສຳພັນ​ໃນ​ຄອບຄົວ, ແລ້ວ ເຮົາ​ແຕກ​ຕ່າງ​ກັນ​ແນວໃດ​ລະ? ສາດສະໜາ​ຈັກຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແບ່ງ​ແຍກ ແລະ ເຮັດ​ໃຫ້​ຕົນ​ເອງ​ແຕກ​ຕ່າງ​ຈາກ​ມວນ​ໂລກ​ແນວໃດ?”

ນີ້​ຄື​ຄຳ​ຕອບ: ເຖິງ​ແມ່ນ​ວ່າ​ມັນ​ເປັນ​ສິ່ງ​ປະເສີດ​ທີ່​ຈະ​ເຫັນ ແລະ ຮູ້ສຶກ​ວ່າ​ເຮົາ​ມີ​ຫລາຍໆ​ຢ່າງ​ຄ້າຍຄື​ກັນ​ກັບ​ມວນ​ໂລກ ທີ່​ກ່ຽວ​ກັບ​ຄອບຄົວ​ກໍ​ຕາມ, ແຕ່​ເຮົາຕ້ອງ​ມີ​ຄວາມ​ເຂົ້າໃຈ​ກ່ຽວ​ກັບພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ມາ​ໃໝ່.

ສິ່ງ​ທີ່​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ມາ​ໃໝ່ ໄດ້​ນຳ​ມາສູ່​ການ​ສົນທະນາ​ເລື່ອງ​ການ​ແຕ່ງງານ ແລະ ຄອບຄົວ​ນັ້ນ ແມ່ນ​ກວ້າງ​ໃຫຍ່ ແລະ ກ່ຽວຂ້ອງ​ຫລາຍ ຈົນ​ວ່າ​ຕ້ອງ​ຖືກ​ເນັ້ນໜັກ​ແທ້ໆ: ພວກ​ເຮົາ​ເຮັດ​ໃຫ້​ເລື່ອງ​ການ​ແຕ່ງງານ ແລະ ຄອບຄົວ​ເປັນ​ຊົ່ວ​ນິລັນດອນ! ພວກ​ເຮົາ​ນຳ​ເອົາ​ຄຳ​ໝັ້ນ​ສັນຍາ ແລະ ຄວາມ​ສັກສິດ​ຂອງ​ການ​ແຕ່ງງານ​ໄປ​ສູ່ລະດັບ​ທີ່​ສຳຄັນ​ຍິ່ງ ເພາະວ່າ​ຄວາມ​ເຊື່ອ​ຖື ແລະ ຄວາມ​ເຂົ້າໃຈ​ຂອງ​ເຮົາ ທີ່​ວ່າ​ຄອບຄົວ​ໄດ້​ເລີ່​ມ​ຕົ້ນ​ກ່ອນໂລກ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ມາ ແລະ ມັນ​ຈະ​ຄົງ​ຢູ່​ຕໍ່​ໄປ​ຊົ່ວ​ນິລັນດອນ.

ທ່ານ​ນາງຣຸດ ກາດ​ເນີ ​ໄດ້​ສອນຄຳ​ສອນ​ນີ້ ​​​ໃນ​ເນື້ອ​ເພງ​ທີ່​ເຂົ້າ​ໃຈງ່າຍ, ມີ​ພະລັງ, ​ແລະ ສວຍ​ງາມ ຊື່ວ່າ “ຄອບຄົວ​ສາມາດ​ຢູ່​ນຳ​ກັນ​ຕະຫລອດ​ການ.” ​ໃຫ້​ຄິດ​ບຶດໜຶ່ງ​ກ່ຽວ​ກັບ​ເດັກນ້ອຍ​ໃນ​ຊັ້ນປະຖົມ​ໄວ ຕະຫລອດ​ທົ່ວ​ໂລກ ກຳລັງ​ຮ້ອງ​ເພງ​ນີ້ ​ອອກ​ມາ​ດັງໆ ໃນ​ພາສາ​ຂອງ​ເຂົາ​ເອງ, ດ້ວຍ​ຄວາມ​ກະຕືລືລົ້ນ ຊຶ່ງ​ພຽງ​ແຕ່​ຄວາມ​ຮັກ​ຂອງ​ຄອບຄົວ​ເທົ່າ​ນັ້ນ ທີ່​ສາມາດກະ​ຕຸ້ນ​ຄວາມ​ຮູ້ສຶກ​ນີ້​ໄດ້ ທີ່​ວ່າ:

ຄອບຄົວ​ສາມາດ​ຢູ່​ນຳ​ກັນ​ຕະຫລອດ​ການ

ຜ່ານ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ

​ເຮົາ​ຢາກ​ຢູ່​ນຳ​ຄອບຄົວ​ຂອງ​ເຮົາ

ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ເສັ້ນທາງ.3

ຄຳ​ສອນ​ທາງ​ດ້ານ​ສາດສະໜາ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຂອງ​ເຮົາ ແມ່ນ​ຕັ້ງ​ຂຶ້ນ​ຢູ່​ທີ່​ຄອບຄົວ ແລະ ຢູ່​ທີ່​ພັນທະ​ສັນຍາ​ທີ່​ເປັນນິດ​ຂອງ​ການ​ແຕ່ງງານ. ໃນ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ເຊື່ອ​ໃນ​ຊີວິດ​ກ່ອນ​ເກີດ ບ່ອນ​ທີ່​ເຮົາ​ໄດ້​ອາໄສ​ຢູ່​ໃນ​ຖານະ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ພຣະ​ບິດາເທິງ​ສະຫວັນ​ຂອງ​ເຮົາ​ແທ້ໆ. ເຮົາ​ເຊື່ອ​ວ່າ​ເຮົາ​ໄດ້​ເປັນ, ແລະ ຍັງ​ເປັນ​ສະມາຊິກ​ຂອງ​ຄອບຄົວ​ຂອງ​ພຣະ​ອົງ​ຢູ່.

ເຮົາ​ເຊື່ອ​ວ່າຄວາມ​ສຳພັນ​ຂອງ​ການ​ແຕ່ງງານ ແລະ ຄອບຄົວ​ສາມາດ​ຄົງ​ຢູ່​ຕໍ່​ໄປ​ຫລັງ​ຈາກ​ຄວາມ​ຕາຍ—ວ່າການແຕ່ງງານ​ທີ່​ຖືກດຳເນີນ​ໂດຍ​ຜູ້​ທີ່​ໄດ້​ມີ​ສິດ​ອຳນາດ​ທີ່​ຖືກຕ້ອງ ໃນ​ພຣະ​ວິຫານ​ຂອງ​ພຣະ​ອົງ ຈະ​ມີ​ຜົນ​ສັກສິດ​ຢູ່​ຕໍ່​ໄປ ໃນ​ໂລກ​ທີ່​ຈະ​ມາ​ເຖິງ. ພິທີ​ແຕ່ງງານ​ຂອງ​ເຮົາ​ບໍ່​ມີ​ຄຳ​ວ່າ “ຈົນ​ກວ່າ​ເຮົາ​ຈະ​ຕາຍ​ຈາກ​ກັນ” ແຕ່​ມີ​ຄຳ​ວ່າ “ສຳລັບ​ການ​ເວລາ ແລະ ຊົ່ວ​ນິລັນດອນ.”

ເຮົາ​ເຊື່ອ​ອີ​ກວ່າ ​ຄອບຄົວ​ທີ່​ມີ​ສາມີ​ພັນ​ລະ​ຍາ ແລະ ລູກໆ​ນັ້ນ​ ບໍ່​ພຽງ​ແຕ່​ເປັນ​ໜ່ວຍ​ພື້ນຖານ​ຂອງ​ສັງຄົມ​ທີ່​ໝັ້ນຄົງ, ເສດຖະກິດ​ທີ່​ໝັ້ນຄົງ ແລະ ມາດຕະຖານ​ທາງ​ສິນ​ທຳ​ທີ່​ໝັ້ນຄົງ​ເທົ່າ​ນັ້ນ—ແຕ່​ວ່າ​ມັນ​ຍັງ​ເປັນ​ໜ່ວຍ​ພື້ນຖານຂອງ​ຊົ່ວ​ນິລັນດອນ ແລະ ຂອງ​ອານາຈັກ ແລະ ການ​ປົກຄອງ​ຂອງ​ພຣະ​ເຈົ້າ​ນຳ​ອີກ.

ເຮົາ​ເຊື່ອ​ວ່າ​ການຈັດຕັ້ງ ແລະ ການ​ປົກຄອງ​ຂອງ​ສະຫວັນ​ ຈະ​ຖືກ​ສ້າງ​ຂຶ້ນ​ຈາກ​ຄອບຄົວ ແລະ ຍາດຕິ​ພີ່ນ້ອງ​ທັງຫລາຍ.

ມັນ​ເປັນ​ເພາະ​ຄວາມ​ເຊື່ອ​ຂອງ​ເຮົາ​ວ່າ ການ​ແຕ່ງງານ ແລະ ຄອບຄົວ​ເປັນ​ຊົ່ວ​ນິລັນດອນ​ທີ່​ເຮົາ, ທີ່​ເປັນ​ສາດສະໜາ​ຈັກ, ຢາກ​ຈະ​ເປັນ​ຜູ້ນຳ ແລະ ຜູ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຕະຫລອດ​ທົ່ວ​ໂລກ ​ທີ່​ຈະ​ເຮັດ​ໃຫ້​ມັນ​ເຂັ້ມແຂງ. ເຮົາ​ຮູ້​ວ່າ​ມັນ​ບໍ່​ໄດ້​ເປັນ​ພຽງ​ແຕ່​ຜູ້​ຄົນ​ທີ່​ນັບຖື​ສາດສະໜາ​ຢ່າງ​ກະ​ຕື​ລື​ລົ້ນ​ເທົ່າ​ນັ້ນ ທີ່​ມີ​ມາດຕະຖານ​ທາງ​ສິນ​ທຳ ແລະ ລະດັບ​ຄວາມ​ສຳຄັນ​ຄ້າຍຄື​ເຮົາ ເຖິງ​ຄວາມ​ສຳພັນ​ຂອງ​ການ​ແຕ່ງງານ​ທີ່​ທົນ​ທານ ແລະ ຄອບຄົວ​ທີ່​ເຂັ້ມແຂງ. ຫລາຍໆ​ຄົນ ທີ່​ບໍ່​ນັບຖື​ສາດສະໜາ ​ກໍໄດ້​ຕັດສິນ​ໃຈ​ວ່າການ​ແຕ່ງງານ ແລະ ຄອບຄົວ​ທີ່​ນັບຖື​ຄຳ​ໝັ້ນ​ສັນຍາ​ນັ້ນ ເປັນ​ວິທີ​ການ​ດຳລົງ​ຊີວິດ​ທີ່​ສະຫລາດ​ທີ່​ສຸດ, ທີ່​ປະຢັດ​ມັດທະຍັດ ແລະ ທີ່​ມີ​ຄວາມສຸກ​ຫລາຍ​ທີ່​ສຸດ.

ບໍ່​ມີ​ໃຜ​ເຄີຍ​ໄດ້​ຄົ້ນ​ພົບ​ວິທີ​ທີ່​ຈະ​ລ້ຽງ​ດູ​ຄົນ​ລຸ້ນ​ໃໝ່​ຢ່າງ​ມີ​ປະສິດທິພາບ​ໄດ້​ດີ​ກວ່າ ຄອບຄົວ ທີ່​ມີ​ພໍ່​ແມ່​ທີ່​ໄດ້​ແຕ່ງງານ​ກັນ ພ້ອມ​ກັບ​ລູກໆ.

ເປັນ​ຫຍັງ​ການ​ແຕ່ງງານ ແລະ ຄອບຄົວ​ຈຶ່ງ​ສຳຄັນ​ແທ້—ຕະຫລອດ​ທົ່ວ​ໂລກ? ການ​ສຳ​ຫ​ລວດ​ຄວາມ​ຄິດ​ເຫັນ ມະຫາຊົນ​ສະແດງ​ໃຫ້​ເຫັນ​ວ່າ ການ​ແຕ່ງງານ​ຍັງ​ເປັນ​ອຸດົມ​ການ ແລະ ຄວາມ​ຫວັງ ຂອງ​ຄົນ​ສ່ວນ​ໃຫຍ່​ໃນ​ທຸກໆກຸ່ມ​ໄວຢູ່—ແມ່ນ​ແຕ່​ໃນ​ທ່າມກາງ​ກຸ່ມ​ທີ່ໄດ້​ເກີດ​ມາ​ໃນ​ລະຫວ່າງ​ປີ 1980 ແລະ ປີ 2000 ໃນ​ກຸ່ມ​ທີ່​ເຮົາ​ໄດ້​ຍິນ​ເລື້ອຍໆ ວ່າ​ມັກ​ເລືອກ​ຢູ່​ເປັນ​ໂສດ, ມີ​ອິດ​ສະລະ​ສ່ວນ​ຕົວ, ແລະ ຢູ່​ກິນ​ຮ່ວມ​ກັນ​ໂດຍ​ບໍ່​ແຕ່ງງານ. ຄວາມ​ເທັດ​ຈິງ​ກໍ​ຄື ຄົນ​ສ່ວນ​ໃຫຍ່​ຕະຫລອດ​ທົ່ວ​ໂລກ​ຍັງ​ຢາກ​ມີ​ລູກ ແລະ ສ້າງ​ຄອບຄົວ​ທີ່​ເຂັ້ມແຂງ​ຢູ່.

ເມື່ອ​ເຮົາ​ໄດ້​ແຕ່ງງານ​ແລ້ວ ແລະ ເມື່ອ​ເຮົາ​ໄດ້​ມີ​ລູກ​ແລ້ວ, ຄວາມ​ຄ້າຍຄື​ກັນ​ທີ່ແທ້​ຈິງ​ໃນ​ທ່າມກາງ​ມະນຸດຊາດ​ຈະ​ເຫັນ​ໄດ້​ງ່າຍ​ຂື້ນ. ໃນ​ຖານະ​ທີ່​ເຮົາ​ເປັນ “ຄົນ​ທີ່​ເຊື່ອ​ໃນ​ຄອບຄົວ”—ບໍ່​ວ່າ​ເຮົາ​ຈະ​ອາໄສ​ຢູ່​ໃສກໍ​ຕາມ ຫລື ວ່າຄວາມ​ເຊື່ອ​ຖື​ທາງ​ດ້ານ​ສາດສະໜາ​ຂອງ​ເຮົາ​ຈະ​ເປັນ​ຢ່າງໃດ​ກໍ​ຕາມ—ເຮົາ​ທຸກ​ຄົນ​ກໍ​ມີ​ການ​ທ້າ​ທາຍ​ອັນ​ດຽວ​ກັນ, ມີ​ການ​ປ່ຽນແປງ​ອັນ​ດຽວ​ກັນ, ແລະ ມີ​ຄວາມ​ຫວັງ​ອັນ​ດຽວ​ກັນ, ຄວາມ​ຫ່ວງ​ໃຍ, ແລະ ຄວາມ​ປາດ​ຖະ​ໜາອັນ​ດຽວ​ກັນ​ສຳລັບ​ລູກໆ​ຂອງ​ເຮົາ.

ທ່ານ​ເດ​ວິດ ບຣຸກສ໌ ນັກ​ຂຽນ​ຂອງ​ວາລະສານ New York Times ໄດ້​ກ່າວ​ວ່າ: “ຜູ້​ຄົນ​ຈະ​ບໍ່​ມີ​ຊີວິດ​ທີ່ດີ​ກວ່າ​ເລີຍ ​ເມື່ອ​ເຂົາເຈົ້າ​ມີອິດ​ສະລະ​ສ່ວນ​ຕົວຢ່າງ​ເຕັມທີ ທີ່​ຈະ​ເຮັດ​ຕາມໃຈ​ຊອບ. ເຂົາເຈົ້າ​ຈະ​ມີ​ຊີວິດ​ທີ່​ດີ​ກວ່ານັ້ນ ​ເມື່ອ​ເຂົາເຈົ້າ​ຖືກ​ຜູກ​ມັດ​ໂດຍ​ຄຳ​ໝັ້ນ​ສັນຍາ ທີ່​ມີ​ລະດັບ​ຄວາມ​ສຳຄັນ​ສູງ​ກວ່າ​ການ​ເລືອກ​ສ່ວນ​ຕົວ​ຂອງ​ເຂົາເຈົ້າ—ດັ່ງຄຳ​ໝັ້ນ​ສັນຍາ​ທີ່​ມີ​ຕໍ່​ຄອບຄົວ, ພຣະ​ເຈົ້າ, ວິຊາ​ຊີບ, ແລະ ປະເທດ​ຊາດ.”4

ບັນຫາ​ຢ່າງ​ໜຶ່ງ​ກໍ​ຄື​ວ່າ ສື່ສານ​ມວນ​ຊົນ ແລະ ການ​ບັນເທີງ​ຕະຫລອດ​ທົ່ວ​ໂລກ​ນັ້ນ ບໍ່​ສອດຄ່ອງ​ກັບ​ລະດັບ​ຄວາມ​ສຳຄັນ ແລະ ມາດຕະຖານ​ທາງ​ສິນ​ທຳ​ຂອງ​ຄົນ​ສ່ວນ​ໃຫຍ່. ບໍ່​ວ່າ​ເຫດຜົນ​ນັ້ນ​ຈະ​ເປັນ​ອັນ​ໃດ​ກໍ​ຕາມ, ລາຍການ​ໃນ​ໂທລະພາບ, ພາບພະຍົນ, ແລະ ອິນ​ເຕີ​ແນັ​ດ​ ສ່ວນ​ຫລາຍ​ຈະ​ສະແດງ​ໃຫ້​ເຫັນ​ສະພາບ​ການ​ຂອງ​ຄົນ​ສ່ວນ​ນ້ອຍ ທີ່​ທຳທ່າ ວ່າ​ເຂົາເຈົ້າ​ເປັນ​ຄົນ​ສ່ວນ​ໃຫຍ່. ຄວາມ​ອະທຳ ແລະ ການ​ຂາດ​ສິນ​ທຳ, ຈາກ​ຄວາມ​ຮຸນ​ແຮງ​ທີ່​ຮ້າຍ​ກາດ ຕະຫລອດ​ເຖິງ​ຄວາມ​ສຳພັນ​ທາງ​ເພດ​ທີ່​ຂາດ​ຄຳ​ໝັ້ນ​ສັນຍາ, ກໍ​ຖືກ​ສະແດງ​ອອກ​ວ່າ​ເປັນ​ເລື່ອງ​ທຳ​ມະ​ດາ ແລະ ສາມາດ​ເຮັດໃຫ້​ຄົນ​ທີ່​ມີ​ມາດຕະຖານ​ທາງ​ສິນ​ທຳ ຮູ້ສຶກ​ວ່າ​ເຮົາ​ລ້າ​ສະໄໝ ຫລື ວ່າ​ໄດ້​ມາ​ຈາກ​ຍຸກ​ສະໄໝ​ເກົ່າໆ​ທີ່​ຜ່ານ​ໄປ​ແຕ່​ນານແສນ​ນານ​ແລ້ວ. ຢູ່​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ອິດ​ທິ​ພົນ​ຂອງ​ສື່ສານ​ມວນ​ຊົນ ແລະ ອິນ​ເຕີ​ແນັດ, ມັນ​ແຮ່ງ​ຍາກ​ທີ່​ຈະລ້ຽງ​ດູ​ລູກໆ ທີ່​ຮູ້ຈັກ​ຮັບຜິດຊອບ ແລະ ຮັກສາ​ການ​ແຕ່ງງານ ແລະ ຄອບຄົວ​ເອົາ​ໄວ້.

ເຖິງ​ຢ່າງໃດ​ກໍ​ຕາມ, ບໍ່​ວ່າ​ສື່ສານ​ມວນ​ຊົນ ແລະ ການ​ບັນເທີງ​ໃນ​ຫລາຍໆ​ຮູບ​ແບບ​ອາດ​ຈະ​ແນະນຳ, ບໍ່​ວ່າ​ຈະ​ມີ​ຄົນ​ປາດ​ຖະ​ໜາ​ໃຫ້​ການ​ແຕ່ງງານ ແລະ ຄອບຄົວ​ທີ່​ມີ​ພໍ່​ແມ່​ລູກ​ ໜ້ອຍ​ລົງ​ແທ້ໆ​ກໍ​ຕາມ, ຄົນ​ທີ່​ໝັ້ນຄົງ​ສ່ວນ​ໃຫຍ່​ກໍ​ຍັງ​ເຊື່ອວ່າ ການ​ແຕ່ງງານ​ຄວນ​ເປັນ​ລະຫວ່າງ​ຊາຍ​ໜຶ່ງ​ຄົນ ແລະ ຍິງ​ໜຶ່ງ​ຄົນ. ເຂົາເຈົ້າ​ເຊື່ອ​ໃນ​ຄວາມ​ຊື່ສັດ​ພາຍ​ໃນ​ການແຕ່ງງານ, ແລະ ເຂົາເຈົ້າ​ເຊື່ອ​ໃນ​ຄຳ​ສັນຍາ​ທີ່​ສາມີ​ພັນ​ລະ​ຍາ​ເຮັດ​ຕໍ່​ກັນ​ໃນ​ພິທີການ​ແຕ່ງງານ​ທີ່​ວ່າ​ຈະ “ຮ່ວມ​ສຸກ ຮ່ວມ​ທຸກ​ ຊື່ສັດ​ຕໍ່​ກັນ” ແລະ “ຈົນ​ກວ່າ​ຈະ​ຕາຍ​ຈາກ​ກັນ”

ເຮົາ​ຕ້ອງ​ເຕືອນໃຈ​ຕົນ​ເອງ​ເປັນ​ບາງ​ຄັ້ງ​ບາງ​ຄາວ, ດັ່ງ​ທີ່​ຂ້າພະເຈົ້າ​ຖືກ​ເຕືອນໃຈ​ໃນ​ກຸງ​ໂຣມ, ເຖິງ​ຄວາມ​ແນ່ນອນ​ໃຈ ທີ່​ປະເສີດ ແລະ ຄວາມ​ເທັດ​ຈິງ​ທີ່​ປອບ​ໂຍນ​ວ່າ ການ​ແຕ່ງງານ ແລະ ຄອບຄົວ​ນັ້ນ​ກໍ​ຍັງ​ເປັນຄວາມ​ປາດ​ຖະ​ໜາ ແລະ ອຸດົມ​ການ​ຂອງ​ຄົນ​ສ່ວນ​ຫລາຍ ແລະ ວ່າ​ພວກ​ເຮົາ​ບໍ່​ໄດ້​ຄົງ​ຢູ່​ຕາມ​ລຳພັງ​ໃນ​ຄວາມ​ເຊື່ອ​ຖື​ເຫລົ່ານັ້ນ. ມັນ​ບໍ່​ເຄີຍຍາກ​ຫລາຍ​ໄປ​ກວ່າ​ນີ້ ທີ່​ຈະ​ພົບ​ເຫັນ​ການ​ສົມ​ດຸນ​ທີ່ແທ້​ຈິງ​ລະຫວ່າງ​ວຽກ​ງານ, ຄອບຄົວ, ແລະ ຄວາມ​ຕ້ອງການສ່ວນ​ຕົວ​ໃນ​ວັນ​ເວລາ​ຂອງ​ເຮົາ. ໃນ​ບົດບາດ​ຂອງ​ເຮົາ​ທີ່​ເປັນ​ສາດສະໜາ​ຈັກ, ເຮົາ​ຢາກ​ຈະ​ຊ່ອຍ​ໃນ​ທຸກໆ​ວິທີ​ທາງ ທີ່​ເຮົາ​ສາມາດ​ເຮັດ​ໄດ້ ເພື່ອ​ຈະ​ສ້າງ ແລະ ສົ່ງເສີມ​ການ​ແຕ່ງງານ ແລະ ຄອບຄົວ​ທີ່​ເຂັ້ມແຂງ.

ເພາະ​ເຫດ​ນີ້​ ສາດສະໜາ​ຈັກ​ຈຶ່ງ​ມີ​ສ່ວນ​ຮ່ວມ​ຢ່າງ​ກະ​ຕື​ລື​ລົ້ນ ແລະ ໃນ​ການ​ຈັດ​ຫາ​ການ​ຊີ້​ນຳ​ໃຫ້​ແກ່​ອົງການ ແລະ ສາດສະໜາ​ທີ່​ມີ​ອຸດົມ​ການ​ດຽວ​ກັນ ເພື່ອ​ເຮັດ​ໃຫ້​ຄອບຄົວ​ເຂັ້ມແຂງ. ມັນ​ເປັນ​ສາເຫດ​ທີ່​ເຮົາ​ແບ່ງປັນ​ມາດຕະຖານທາງ​ສິນ​ທຳ​ຂອງ​ເຮົາ​ທີ່​ເຈາະ​ຈົງ​ໃສ່​ຄອບຄົວ ໃນ​ສື່ສານ ແລະ ສື່ສານ​ມວນ​ຊົນ​ໃນ​ສັງຄົມ. ມັນ​ເປັນ​ສາເຫດ​ທີ່​ເຮົາແບ່ງປັນ​ບັນທຶກ​ຂອງ​ການ​ສືບ​ເຊື້ອສາຍ​ຄອບຄົວ​ກັບ​ບັນດາ​ປະເທດ​ທັງ​ປວງ.

ເຮົາ​ຢາກ​ໃຫ້​ຄົນ​ໄດ້​ຍິນ​ເຖິງ​ຫລັກ​ທຳ​ຂອງ​ເຮົາ ເພື່ອ​ຕໍ່ຕ້ານ​ຄວາມ​ຄິດ​ເທັດ ແລະ ວິຖີ​ຊີວິດ​ທີ່​ແຍ້ງ​ຊີງ​ເຂົ້າ​ມາ​ແທນ ອົງການ​ຂອງ​ຄອບຄົວ​ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕັ້ງ​ຂຶ້ນ​ມາ. ເຮົາ​ຢາກ​​ໃຫ້ຄົນ​ໄດ້​ຍິນ​ສຽງ​ຂອງ​ເຮົາ​ນຳ​ອີກ​ໃນ​ການສະໜັບສະໜູນ​ຄວາມສຸກ ແລະ ຄວາມ​ເພິ່ງ​ພໍໃຈ​ທີ່​ໜ່ວຍ​ຄອບຄົວ​ ທີ່​ມີ​ພໍ່​ແມ່​ລູກ​ຈະ​ນຳ​ມາ​ໃຫ້. ເຮົາ​ຕ້ອງ​ເຮັດ​ໃຫ້​ສຽງຂອງ​ເຮົາ​ດັງ​ກ້ອງ​ໄປ​ເຖິງ​ຕະຫລອດ​ທົ່ວ​ໂລກ ໃນ​ການ​ປະກາດ​ວ່າ​ເຫດ​ໃດ​ການ​ແຕ່ງງານ ແລະ ຄອບຄົວ​ຈຶ່ງ​ສຳຄັນຫລາຍ, ເຫດ​ໃດ​ການ​ແຕ່ງງານ ແລະ ຄອບຄົວ​ຈຶ່ງ​ມີ​ຄວາມ​ສຳຄັນ​ຫລາຍ​ແທ້ໆ, ແລະ ວ່າ​ເຫດ​ໃດ​ມັນ​ຈະ​ສຳຄັນຢູ່​ຕະຫລອດ​ໄປ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະເຈົ້າ​ທັງຫລາຍ, ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ແລ້ວ ມີ​ຈຸດ​ໃຈກາງ​ຢູ່​ໃນ​ການ​ແຕ່ງງານ ແລະ ຄອບຄົວ. ​ເພາະ​ການ​ແຕ່ງງານ ​ແລະ ຄອບຄົວ​ນີ້​ແຫລະ ທີ່ຢູ່​ທີ່​ນີ້​ເຮົາ​ສາມາດ​ເປັນ​ໜຶ່ງ​ດຽວ​ກັນ​ກັບ​ສາດສະໜາ​ອື່ນໆ, ບ່ອນ​ທີ່​ເຮົາ​ຈະ​ພົບ​ເຫັນ​ຄວາມ​ຄ້າຍຄື​ກັນຫລາຍ​ທີ່​ສຸດ ກັບ​ມວນ​ໂລກ​ທັງ​ປວງ. ​ເພາະ​ການ​ແຕ່ງງານ ​ແລະ ຄອບຄົວ​ນີ້​ແຫລະ ທີ່ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ມີ​ໂອກາດ​ທີ່​ດີ ທີ່​ຈະ​ເປັນ​ແສງ​ສະຫວ່າງ ຢູ່​ເທິງ​ຈອມ​ພູ.

ຂ້າພະເຈົ້າ​ຂໍ​ປິດ​ທ້າຍ​ໂດຍການ​ສະແດງ​ປະຈັກ​ພະຍານ​ຂອງ​ຂ້າພະເຈົ້າ (ແລະ ເວລາ​ເກົ້າ​ສິບ​ປີ​ທີ່​ຂ້າພະເຈົ້າ​ມີ​ຊີວິດຢູ່​ເທິງ​ໂລກ ກໍ​ໃຫ້​ຂ້າພະເຈົ້າ​ມີ​ສິດ​ຈະ​ກ່າວ​ດັ່ງນີ້) ວ່າເມື່ອ​ເຮົາ​ແກ່​ຕົວຫລາຍ​ຂຶ້ນ​ເທົ່າໃດ, ເຮົາ​ແຮ່ງ​ຈະ​ຮັບ​ຮູ້​ໄດ້​ຫລາຍຂຶ້ນ​ເທົ່າ​ນັ້ນວ່າ ຄອບຄົວ​ເປັນ​ຈຸດ​ໃຈ​ກາງຂອງ​ຊີວິດ ແລະ ເປັນ​ຂໍ​ກະແຈ​ນຳໄປ​ສູ່​ຄວາມສຸກ​ນິລັນດອນ.

ຂ້າພະເຈົ້າ​ຂໍ​ຂອບໃຈ​ພັນ​ລະ​ຍາ, ລູກໆ, ຫລານໆ, ແລະ ເຫ​ລັນໆ​ຂອງ​ຂ້າພະເຈົ້າ, ແລະ ລູກ​ພີ່​ລູກ​ນ້ອງ ແລະ ຍາດ​ພີ່ນ້ອງ​ທຸກໆ​ຄົນ​ທັງຫລາຍ ທີ່​ເຮັດ​ໃຫ້​ຊີວິດ​ຂອງ​ຂ້າພະເຈົ້າ​ມີ​ຄວາມສຸກ​ຢ່າງ​ລົ້ນ​ເຫລືອ, ແລະ ແນ່ນອນ​ວ່າ ແມ່ນ​ແຕ່​ເປັນ​ຊົ່ວ​ນິລັນດອນ​ດ້ວຍ​ຊ້ຳ. ຂ້າພະເຈົ້າ​ຂໍ​ກ່າວ​ພະຍານ​ດ້ວຍ​ຄວາມ​ໜັ​ກ​ແໜ້ນ ​ແລະ ​ສັກສິດ​ທີ່​ສຸດຂອງ​ຂ້າພະເຈົ້າ ເຖິງ​ຄວາມ​ຈິງ​ນິລັນດອນ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ສັນຕະປາປາ ກ່າວ​ປາ​ໄສ​ທີ່ Humanum ​ເລື່ອງ: ການ​ປະຊຸມນຳ​ຫລາຍ​ສາດສະໜາ ​ກ່ຽວ​ກັບ​ການ​ຕື່ມ​ເຕັມ​ໃຫ້​ກັນ​ແລະ​ກັນ​ຂອງ​ຊາຍ ​ແລະ ຍິງ, ວັນ​ທີ 17 ​ເດືອນ​ພະຈິກ , 2014, humanum.it/en/videos; see also zenit.org/en/articles/pope-francis-address-at-opening-of-colloquium-on-complementarity-of-man-and-woman.

  2. ສັນຕະປາປາ ​ແຟຣນຊິ​ສ, ການ​ປະຊຸມ​ກ່ຽວ​ກັບ​ການ​ຕື່ມ​ເຕັມ​ໃຫ້​ກັນ​ແລະ​ກັນ​ຂອງ​ຊາຍ ​ແລະ ຍິງ.

  3. “Families Can Be Together Forever,” Hymns, no. 300.

  4. David Brooks, “The Age of Possibility,” New York Times, Nov. 16, 2012, A35, nytimes.com/2012/11/16/opinion/brooks-the-age-of-possibility.html.