​2010–2019
ເຫດ​ຜົນ​ທີ່ເຮົາ​ຄວນ​ແຕ່ງ​ງານ ແລະ ມີ​ຄອບ​ຄົວ
ເມສາ 2015


ເຫດ​ຜົນ​ທີ່ເຮົາ​ຄວນ​ແຕ່ງ​ງານ ແລະ ມີ​ຄອບ​ຄົວ

ຄອບ​ຄົວ​ທີ່​ສ້າງ​ຂຶ້ນ​ດ້ວຍ​ການ​ແຕ່ງ​ງານ​ຂອງ​ຊາຍ ແລະ ຍິງ​ຈັດ​ໃຫ້​ມີ​ບັນ​ຍາ​ກາດ​ທີ່​ດີ​ທີ່​ສຸດ​ເພື່ອ​ແຜນ​ຂອງ​ພຣະ​ເຈົ້າ​ຈະ​ຈະ​ເລີນ​ກ້າວໜ້າ.

​ຢູ່​ເທິງ​ປະ​ຕູ​ໃຫ​ຍ່​​ເບື້ອງ​ຕາ​ເວັນ​ຕົກ​ຂອງ​ໂບດ​ທີ່​ໂດ່ງ​ດັງ ແວ​ສ໌ມິນ​ສະ​ເຕີ ແອບ​ບີ ທີ່​ກຸງ​ລອນດອນ, ປະ​ເທດ​ອັງ​ກິດ, ມີ​ຮູບ​ປັ້ນ​ຂອງ​ຊາວ​ຄ​ຣິ​ດ​ສະ​ຕຽນ​ທີ່​ຖືກ​ປະ​ຫານ 10 ຄົນ ​ຈາກສັດຕະ​ວັດ​ທີ 20. ໜຶ່ງ​ໃນ​ນັ້ນ​ແມ່ນ ທ່ານດີ​ທະ​ຣິກ ບັນ​ຮັບ​ເຟີ ນັກ​ສາດ​ສະ​ໜາ​ສາດຊາວ​ເຢຍລະ​ມັນ​ທີ່​ເກັ່ງ ແລະ ສະ​ຫລາດ​ຫລາຍ​ແທ້ໆ ​ທີ່​ໄດ້​ເກີດ​ເມື່ອ​ປີ 1906.1 ທ່ານບັນ​ຮັບ​ເຟີໄດ້​ເປັນ​ຜູ້​ກ່າວ​ວິ​ຈານ​ຢ່າງ​ເປີດ​ເຜີຍ ເຖິງການ​ຜະ​ເດັດ​ການ​ຂ​ອງ​ຊາວ​ນາດ​ຊີ ແລະ ການ​ປະ​ຕິ​ບັດ​ຂອງ​ເຂົາ​​ຕໍ່​ຊາວ​ຢິວ ແລະ ອື່ນໆ. ​ເພິ່ນ​ຖືກຄຸມ​ຂັງ​ເພາະ​ການ​ຕໍ່​ຕ້ານ​ຂອງ​ເພິ່ນ ແລະ ໃນ​ທີ່​ສຸດ​ກໍ​ຖືກ​ປະ​ຫານ​​ຊີ​ວິດໃນ​ສູນ​ຂັງ​ນັກ​ໂທດ​ການ​ເມືອງ. ທ່ານບັນ​ຮັບ​ເຟີໄດ້​ເປັນ​ນັກ​ຂຽນ​ທີ່​ມີ​ຜົນ​ງານ​ຫລ​າຍ, ແລະ ວຽກ​ງານເດັ່ນ​ຂອງ​ເພິ່ນ​​ທີ່​ຮູ້​ກັນ​ທົ່ວ​ໄປ​ຄື​ຈົດ​ໝາຍ​ທີ່​ນາຍ​ຍາມ​​ຜູ້ມີ​ເມດ​ຕາ​ໄດ້​ຊ່ອຍ​ເພິ່ນ​ລັກ​ເອົາ​ມັນ​ອອກ​ໄປ​ຈາກ​ຄຸກ, ຊຶ່ງຕໍ່​ມາ​ໄດ້ຖືກ​ຈັດ​ພິມ​ໃນ​ນາມ ຈົດໝາຍ ​ແລະ ​ເລື່ອງ​ລາວ​ຈາກ​ຄຸກ.

ຈົດ​ໝາຍ​ສະ​ບັບ​ໜຶ່ງ​ຂອງ​ເພິ່ນ​​ໄດ້​ຂຽນ​ເຖິງຫລານ​ສ​າວຂອງ​ເພິ່ນຄົນ​ໜຶ່ງ ກ່ອນ​ການ​ແຕ່ງ​ງານ​ຂອງ​ນາງ. ມັນຮ່ວມ​ດ້ວຍຂໍ້​ຄວາມ​ສຳ​ຄັນ​ດັ່ງ​ຕໍ່​ໄປ​ນີ້​ວ່າ: ​“ການ​ແຕ່ງ​ງານນັ້ນ​ສຳ​ຄັນ​ໄປ​ກວ່າ​ຄວາມ​ຮັກ​ທີ່​ພວກ​ເຈົ້າ​ມີ​ໃຫ້​ກັນ. … ໃນ​ຄວາມ​ຮັກ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ເຫັນ​ພຽງ​ແຕ່​ພວກ​ເຈົ້າ​ສອງ​ຄົນ​ຢູ່​ໃນ​ໂລກ, ແຕ່ໃນ​ການ​ແຕ່ງ​ງານ ເຈົ້າ ແລະ ສາ​ມີ​ກໍ​ເປັນ​ຜູ້​ເຊື່ອມ​ໂຍງບັນ​ພະ​ບຸ​ລຸດ​ກັບ​ລຸ້ນ​ທີ່​ຈະ​ມາ​ນຳ​ຫລັງ​ເຂົ້າກັນ, ຊຶ່ງ​ພ​ຣະ​ເຈົ້າ​ໄດ້​ສົ່ງ​ມາ ແລະ ເສຍ​ຊີ​ວິດ​ໄປເພື່ອ​ລັດ​ສະ​ໝີ​ພາບ​ຂອງ​ພ​ຣະ​ອົງ, ແລະ ເອີ້ນ​ເຂົ້າ​ສູ່​ອາ​ນາ​ຈັກ​ຂອງ​ພ​ຣະ​ອົງ. ໃນ​ຄວາມ​ຮັກ​ຂອງ​ພ​ວກ​ເຈົ້າ, ພວກ​ເຈົ້າ​ເຫັນ​ພຽງ​ແຕ່ສະ​ພາ​​ບການ​ແຫ່ງ​ຄວາ​ມ​ສຸກ​ຂອງ​ຕົນ​ເອງ, ແຕ່​ໃນ​ການ​ແຕ່ງ​ງານ ​ພວກ​ເຈົ້າ​ຖືກວາງ​ໄວ້ທີ່​ຕຳ​ແໜ່ງ​ແຫ່ງ​ຄວາມ​ຮັບ​ຜິດ​ຊອບ​ທີ່​ມີ​ຕໍ່​ໂລກ ແລະ ມະ​ນຸດ​ຊາດ. ຄວາມ​ຮັກ​ຂອງ​ພວກ​ເຈົ້າ​ເປັນ​ການ​ຄອບ​ຄອງ​ສ່ວນ​ຕົວ​ຂອງ​ພວກ​ເຈົ້າ, ແຕ່​ການ​ແຕ່ງ​ງານນັ້ນ​ສຳ​ຄັນ​ໄປ​ກວ່າ​ເລື່ອງ​ສ່ວນ​ຕົວ—ມັນ​ເປັນ​ສະ​ຖາ​ນະ​ພາບ, ເປັນພາ​ລະ​ໜ້າ​ທີ່. ບໍ່​ແມ່ນພຽງ​ແຕ່​ມົງກຸດ ຫລື ຄວາມ​ປາດ​ຖະ​ໜາ​ທີ່ຈະ​ປົກ​ຄອງ​ເທົ່າ​ນັ້ນ ທີ່​ເຮັດ​ໃຫ້​ບຸກຄົນ​ໜຶ່ງ​ກາຍ​ເປັນ​ກະສັດ. ການ​ແຕ່ງ​ງານ​ກໍ​ເໝືອນ​ກັນ, ແລະ ບໍ່​ແມ່ນ​ພຽງ​ແຕ່​ຄວາມ​ຮັກ​ທີ່​ພວກ​ເຈົ້າ​ມີ​ໃຫ້​ກັນ​ເທົ່າ​ນັ້ນ, ທີ່​ເຊື່ອມ​ໂຍງ​ພວ​ກ​ເຈົ້າ​ເຂົ້າ​ກັນ​ໃນ​ສ​າຍ​ພ​ຣະ​ເນດ​ຂອງ​ພ​ຣະ​ເຈົ້າ ແລະ ມະ​ນຸດ. … ດັ່ງ​ນັ້ນ ຄວາມ​ຮັກ​ມາ​ຈາກ​ພວກ​ເຈົ້າ, ແຕ່​ການ​ແຕ່ງ​ງານ​ມາ​ຈາກ​ເບື້ອງ​ບົນ, ​ມາຈາກ​ພຣະ​ເຈົ້າ.”2

ໃນ​ທາງ​ໃດແດ່​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ​ຈຶ່ງ​ເໜືອກວ່າ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ໃຫ້​ກັນ ແລະ ຄວາມ​ສຸກ​ຂອງ​ເຂົາ​ເຈົ້າ​ເອງ​ຈະ​ກາຍ​ເປັນ “​ຕຳ​ແໜ່ງ​ແຫ່ງ​ຄວາມ​ຮັບ​ຜິດ​ຊອບ​ທີ່​ມີ​ຕໍ່​ໂລກ ແລະ ມະ​ນຸດ​ຊາດ” ແນວ​ໃດ? ໃນ​ທຳ​ນອງ​ໃດ​ທີ່​ວ່າ​ມັນ​ມາ “​ຈາກ​ເບື້ອງ​ບົນ, ມາຈາກ​ພ​ຣະ​ເຈົ້າ”? ເພື່ອ​ຈະ​ເຂົ້າ​ໃຈ, ເຮົາ​ຈຳ​ເປັນ​ຕ້ອງ​ກັ​ບ​ຄືນ​ໄປ​ຫາ​ຕອນ​ຕົ້​ນ.

ບັນ​ດາສາດ​ສະ​ດາ​​ໄດ້​ເປີດ​ເຜີຍ​ວ່າ ​ໃນ​ຕອນ​ຕົ້ນເຮົາ​ໄດ້​ເປັນ​ຜູ້​ຄົນ​ທີ່​ຮູ້​ແຈ້ງ, ແລະ ວ່າ​ພ​ຣະ​ເຈົ້າ​ໄດ້​ປະ​ທານ​ຮູບ​ຮ່າງ, ຫລື ຮ່າງ​ກາຍ​ທີ່​ເປັນ​ວິນ​ຍານ​ໃຫ້​ແກ່​ເຮົາ, ສະ​ນັ້ນ​ຈຶ່ງ​ກາຍ​ເປັນ​ລູກໆ​ທາງວິນ​ຍານ​ຂອງ​ພ​ຣະ​ອົງ—ເປັນ​ບຸດ ແລະ ທິ​ດາ​ຂອງ​ພ​ຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ.3 ກໍ​ໄດ້​ມີ​ເວ​ລາ​ໃນ​ຊີ​ວິດ​ກ່ອນ​ເກີດຕອນ​ເປັນວິນ​ຍານ​ເມື່ອ, ເພື່ອ​ຄວາມ​ກ້າວ​ໜ້າ​ຂອງ​ຄວາມ​ປາ​ດ​ຖະ​ໜາ​ຂອງ​ພ​ຣະ​ອົງ ​ທີ່​ຈະໃຫ້​ເຮົາ “ສາ​ມາດ​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ກ້າວ​ໜ້າ​ເໝືອນ​ດັ່ງ​ພ​ຣະ​ອົງ,”4 ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຈຶ່​ງໄດ້​ຕຽ​ມ​ແຜນ ​​ທີ່​​ເຮັດ​ໃຫ້ສາມາດ​. ໃນ​ພ​ຣະ​ຄຳ​ພີ​ ແຜນນີ້​ ມີ​ຫລາຍ​ຊື່, ຮ່ວມ​ທັງ “ແຜນ​ແຫ່ງ​ຄວາມ​ລອດ,”5 “ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫ​ຍ່,”6 ແລະ “ແຜນ​ແຫ່ງ​ການ​ໄຖ່.”7 ຈຸດ​ປະ​ສົງ​ທີ່​ສຳ​ຄັນ​ສຸດຍອດ​​ສອງ​ຢ່າງຂອງ​ແຜນນີ້​ກໍ​ຖືກ​ອະ​ທິ​ບາຍ​​​ຕໍ່​ອັບ​ຣາ​ຮາມ​ໃນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ວ່າ:

ແລະ ມີ​ອົງ​ໜຶ່ງ​ທີ່​ຢືນ​ຢູ່​ທ່າມ​ກາງ​ພວກ​ເຂົາ​ທີ່​ຄ້າຍ​ຄື​ກັ​ບ​ພ​ຣະ​ເຈົ້າ, ແລະ ເພິ່ນ​ໄດ້​ກ່າວ​ກັບ​ຜູ້​ຄົນ​ທີ່​ຢູ່​ກັບ​ເພິ່ນ​ວ່າ: ພວ​ກ​ເຮົາ​ຈະ​ລົງ​ໄປ, ເພາະ​ວ່າ​ມີ​ບ່ອນ​ວ່າງ​ຢູ່​ທີ່ນັ້ນ, ແລະ ພວກ​ເຮົາ​ຈະ​ນຳ​ພາ​ກ​ສ່ວນ​ຂອງ​ສານ​ເຫລົ່າ​ນີ້​ໄປ, ແລະ ພວກ​ເຮົາ​ຈະ​ສ້າງ​ແຜ່ນ​ດິນ​ໂລກ​ໜ່ວຍ​ໜຶ່ງ ​ບ່ອນ​ທີ່​ວິນ​ຍານ​ເຫລົ່າ​ນີ້​ຈະ​ໄດ້​ອາ​ໄສ​ຢູ່;

ແລະ ພວກ​ເຮົາ​ຈະ​ພິ​ສູດ​ພວກ​ເຂົາ​ໂດຍ​ວິ​ທີນີ້, ເພື່ອ​ເບິ່ງວ່າ​ພວກ​ເຂົາ​ຈະ​ເຮັດ​ທຸກ​ສິ່ງ​ທັງ​ປວງ​ສິ່​ງໃດ​ກໍ​ຕາມ​ທີ່​ພ​ຣະ​ຜູ້​ເປັນເຈົ້າອົງ​ເປັນ​ພ​ຣະ​ເຈົ້າ​ຂ​ອງ​ພວກ​ເຂົາ​ຈະ​ບັນ​ຊາ​ພວກ​ເຂົາ​ຫລືບໍ່;

ແລະ ຜູ້​ທີ່​ຮັກ​ສາ​ສະ​ພາ​ວະ​ທຳ​ອິດ​ຂອງ​ພວກ​ເຂົາ​ຈະ​ໄດ້​ຮັບ​ເພີ່ມ​ເຕີມ; ... ແລະ ຜູ້​ທີ່​ຮັກ​ສາ​ສະ​ພາ​ວະ​ທີ​ສອງ​ຂອງ​ພວກ​ເຂົາ​ຈະ​ມີ​ລັດ​ສະ​ໝີ​ພາບ​ເພີ່ມ​ເຕີມ​ໃສ່​ເທິງ​ຫົວ​ຂອງ​ພວກ​ເຂົາ ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ.8

ເປັນ​ເພາະ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ໄດ້​ກາຍ​ເປັນ​ບຸກຄົນ​ທາງວິນ​ຍານ​ແລ້ວ. ບັດ​ນີ້​ພ​ຣະ​ອົງ​ໄດ້ປະ​ທານ​ຫົນ​ທາງ​ໃຫ້​ເຮົາ​ ເພື່ອ​ຈະ​ສຳ​ເລັດ ຫລື ເຮັດ​ໃຫ້​ບຸກຄົນ​ນັ້ນ​ສົມ​ບູນ​ແບບ​. ​ການ​ເພີ່ມ​ເຕີມທາດ​ທາງ​ຮ່າງ​ກາຍ​ແມ່ນ​ຈຳ​ເປັນ​ຕໍ່​ຄວາມ​ສົມ​ບູນ​ຂອງ​ບຸກ​ຄົນ ແລະ ລັດ​ສະ​ໝີ​ພາບ​ທີ່ອົງ​ພ​ຣະ​ເຈົ້າ​ເອງມີ​ຢູ່. ຖ້າ​ຫາກວ່າ, ຕອນ​ຢູ່​ນຳ​ພ​ຣະ​ເຈົ້າ​ໃນ​ໂລກ​ແຫ່ງວິນ​ຍານ​ກ່ອນ​ເກີດ, ເຮົາ​ໄດ້​ຍອມ​ຮັບ​ວ່າ​ຈະ​ມີ​ສ່ວ​ນ​ຮ່ວມ​ໃນ​ແຜນ​ຂອງ​ພ​ຣະ​ອົງ—ຫລື ​ໃນ​ອີກ​ຄວາມ​ໝາຍ​ໜຶ່ງ​ແມ່ນ “ຮັກ​ສາ​ສະ​ພາ​ວະ​ທຳ​ອິດ​ຂອງ​ເຮົາ”—ເຮົາ​ຈະ “ໄດ້​ມີ​ເພີ່ມ​ເຕີມ,” ດ້ວຍ​ຮ່າງ​ກາຍ ​ເມື່ອ​ເຮົາ​ໄດ້​ລົງ​ມາ​ອາ​ໄສ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ ທີ່​ພ​ຣະ​ອົງ​ໄດ້​ສ້າງ​ສຳ​ລັບ​ເຮົາ.

ແລ້ວ, ຖ້າ​ຫາກ​ເມື່ອ​ຢູ່​ໃນ​ຊ່ວງມະ​ຕະ, ເຮົາ​ໄດ້​ເລືອກ​ທີ່ຈະ “​ເຮັດ​ທຸກ​ສິ່ງ​ທັງ​ປວງ​ສິ່​ງໃດ​ກໍ​ຕາມ​ທີ່​ພ​ຣະ​ຜູ້​ເປັນເຈົ້າ ອົງ​ເປັນ​ພ​ຣະ​ເຈົ້າ​ [ຂ​ອງ​ພວກ​ເຮົາ] [ຈະ] ​ບັນ​ຊາ​ [ພວກ​​​ເຮົາ],” ​ເຮົາ​ໄດ້​ຮັກ​ສາ “ສະ​ພາ​ວະ​ທີ​ສອງ” ຂອງ​ເຮົາ. ນີ້​ໝາຍ​ຄວາມ​ວ່າ​ໂດຍ​ການ​ເລືອກ​ຂອງ​ເຮົາ, ເຮົາ​ຈະ​ສະ​ແດງ​ໃຫ້​ພ​ຣ​ະ​ເຈົ້າ (ແລະ ຕົວ​ເຮົາ​ເອງ) ເຫັນ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ແຫ່ງ​ອາ​ນາ​ຈັກ​ຊັ້ນ​ສູງ​ຂອງ​ພຣະ​ອົງ ເມື່ອ​ໄດ້​ອາ​ໄສ​ຢູ່​ໄກຈາກ​ທີ່​ປະ​ທັບ​ຂອງ​ພ​ຣະ​ອົງ ແລະ ຢູ່​ໃນ​ຮ່າງ​ກາຍ ພ້ອມ​ດ້ວຍ​ອຳ​ນາດ, ຄວາມ​ຢາກ, ແລະ ຄວາມ​ຫລົງ​ໄຫລ​ຂອງ​ມັນ. ເຮົາ​ຈະ​ສາ​ມາດ​ບັງ​ຄັບຮ່າງ​ກາຍ​ເນື້ອ​ໜັງ​ຂອງ​ເຮົາ​ໄດ້​ບໍ ເພື່ອ​ວ່າ​ມັນ​ຈະ​ໄດ້​ກາຍ​ເປັນ​ເຄື່ອ​ງ​ມື ແທນ​ທີ່​ເປັນ​ເຈົ້າ​ນາຍ​ຂອງວິນ​ຍານ? ເຮົາ​ຈະ​ຖືກ​ໄວ້​ວາງ​ໃຈ​ບໍ ທັງ​ໃນ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ​ດ້ວຍ​ອຳ​ນາດ​ຂອງ​ພ​ຣະ​ເຈົ້າ, ຮ່ວມ​ດ້ວຍ​ອຳ​ນາດ​ແຫ່ງ​ການ​ສ້າງ​ຊີ​ວິດ? ເຮົາ​ແຕ່​ລະ​ຄົນ​ຈະ​​ໄດ້​​ເອົາ​ຊະ​ນະ​ຄວາມ​ຊົ່ວ​ຮ້າຍ​ບໍ? ຜູ້​ທີ່​ເອົາ​ຊະ​ນະ​ໄດ້ “ຈະ​ມີ​ລັດ​ສະ​ໝີ​ພາບ​ເພີ່ມ​ເຕີມ​ໃສ່​ເທິງ​ຫົວ​ຂອງ​ພວກ​ເຂົາ ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ”—ດ້ານ​ໜຶ່ງ​ທີ່​ສຳ​ຄັນ​ຂອງ​ລັດ​ສະ​ໝີ​ພາບນັ້ນ​ຄື​ຮ່າງ​ກາຍ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ, ເປັນ​ອະ​ມະ​ຕະ, ແລະ ຮຸ່ງ​ໂລດ.9 ແນ່ນອນ​ແລ້ວ​ວ່າ​ເຮົາ “ໄດ້​ພາ​ກັນ​ໂຮ​ຮ້ອງ​ດ້ວຍ​ຄວາມ​​ປິ​ຕິ​ຍິ​ນ​ດີ” ສຳ​ລັບ​ໂອ​ກາດ ແລະ ຄຳ​ສັນ​ຍາ​ທີ່​ປະ​ເສີດ​ເຫລົ່າ​ນີ້.10

ວ່າ​ຢ່າງ​ນ້ອຍ​ກໍ​ມີ​ສີ່​ຢ່າງ​ທີ່​ຈຳ​ເປັນ​ສຳ​ລັບ​ຄວາມ​ສຳ​ເລັດ​ຂອງ​ແຜນ​ອັນ​ສູງ​ສົ່ງ​ນີ້:

ທຳ​ອິດ ​ແມ່ນ​ການ​ສ້າງ​ແຜ່ນ​ດິນ​ໂລກໃຫ້​ເປັນ​ທີ່​ພັກ​ອາ​ໄສ​ຂອງ​ເຮົາ. ບໍ່​ວ່າ​ລາຍ​ລະ​ອຽດ​ຂອງ​ຂັ້ນ​ຕອນ​ຂອງ​ການ​ສ້າງ​ນັ້ນຈະ​ເປັນ​ອັນ​ໃດ​ກໍ​ຕາມ, ເຮົາ​ຮູ້​ວ່າ​ມັນ​ບໍ່​ໄດ້​ເປັນ​ເລື່ອງ​ບັງ​ເອີນ ແຕ່​ວ່າ​ມັນ​ໄດ້​ຖືກ​ຊີ້​ນຳ​ໂດຍ ​ອົງ ພ​ຣະບິ​ດາເຈົ້າ ແລະ ຖືກ​ປະ​ຕິ​ບັດ​ຕາມ​ໂດຍ​ພ​ຣະ​ເຢ​ຊູ​ຄ​ຣິດ—“ພ​ຣະ​ເຈົ້າ​ໄດ້​ຊົງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໂດຍ​ທາງ ​ພ​ຣ​ະ​ທຳ; ແລະ ບໍ່​ມີ​ສິ່ງ​ໜຶ່ງ​ໃດ​ທີ່​ເປັນ​ມາ​ໂດຍນອກ​ຈາກ​ພ​ຣະ​ທຳ.”11

​ສອງ ​ຄື​ເງື່ອນ​ໄຂ​ຂອງ​ຊີ​ວິດ​ມະ​ຕະ​. ອາ​ດາມ ແລະ ເອ​ວາ​ໄດ້​ກະ​ທຳເພື່ອ​ທຸກ​ຄົນ​ທີ່​ໄດ້​ເລືອກ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫ​ຍ່​ຂອງ​ພ​ຣະ​ບິ​ດາ.12 ການ​ຕົກ​ຂ​ອງ​ເຂົາ​ເຈົ້າ​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ສຳ​ລັບ​ການ​ເກີດ​ທາງ​ຮ່າງ​ກາຍ​ຂອງ​ເຮົາ ແລະ ສຳ​ລັບ​ປະ​ສົບ​ການ​ ​ແລະ ການ​ຮຽນ​ຮູ້ ກ່ຽວ​ກັບ​ຊີ​ວິດ​ມະ​ຕະ​ໄກ​ຈາກ​ທີ່​ປະ​ທັບ​ຂອງ​ພ​ຣະ​ເຈົ້າ. ພ້ອມນີ້​ ຫລັງ​ຈາກ​ການ​ຕົກ, ການ​ຮັບ​ຮູ້​ຄວາມ​ດີ ແລະ ຄວາມ​ຊົ່ວ​ກໍ​ໄດ້​ມີ​ມາ ແລະ ອຳ​ນາດ​ທີ່​ພ​ຣະ​ເຈົ້າ​ປະ​ທານ​ໃຫ້​ທີ່​ຈະ​ເລືອກ.13 ໃນ​ທີ່​ສຸດ, ການ​ຕົກ​ໄດ້​ນຳ​ຄວາມ​ຕາຍ​ທາ​ງ​ຮ່າງ​ກາຍ​ທີ່​ຈຳ​ເປັນມາ ເພື່ອ​ເຮັ​ດ​ໃຫ້​ເວ​ລາ​ຂອງ​ເຮົາ​ຢູ່​ໃນ​ຊີ​ວິດ​ມະ​ຕະ​ເປັນ​ເວ​ລາ​ຊົ່ວ​ຄາວ, ເພື່ອ​ວ່າ​ເຮົາ​ຈະ​ບໍ່​ໄດ້​ອາ​ໄສ​ຢູ່​ໃນ​ບາບ​ຂອງ​ເຮົາ​ຕ​ະ​ຫລອດ​ໄປ.14

ສາມ​ ຄື​ການ​ໄຖ່​ຈາ​ກ​ການ​ຕົກ. ເຮົາ​ເຫັນ​ບົດ​ບາດ​ຂ​ອງ​ຄວາມ​ຕາຍ​ໃນ​ແຜນ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ແຕ່​ແຜນນັ້ນ​ຈະ​ເປັນ​ໂມ​ຄະ​ປາດ​ສະ​ຈາກວິ​ທີ​ທີ່​ຈະ​ເອົາ​ຊະ​ນະ​ຄວາມ​ຕາຍ ​ໃນ​ທີ່​ສຸດ, ທັງ​ທາງ​ຮ່າງ​ກາຍ ແລະ ທາງວິນ​ຍານ. ສະ​ນັ້ນ, ພ​ຣະ​ຜູ້​ໄຖ່, ພ​ຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ, ພ​ຣະ​ເຢ​ຊູ​ຄຣິດ, ຈຶ່ງ​ໄດ້​ທົນ​ທຸກ​ທໍ​ລະ​ມານ ແລະ ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ໄຖ່​ການ​ລ່ວງ​ລະ​ເມີດ​ຂອງ​ອາ​ດາມ ແລະ ເອ​ວາ, ຊຶ່ງ​ໄດ້​ໃຫ້​ມີ​ການ​ຟື້ນ​ຄືນ​ຊີ​ວິດ ແລະ ຄວາມ​ເປັນ​ອະ​ມະ​ຕະ​ສຳ​ລັບ​ທຸກ​ຄົນ​ທັງ​ປວງ. ແລະ ເພາະ​ວ່າບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາ​ໄດ້​ຮັກ​ສາ​ກົດ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ຢ່າງ​ສົມ​ບູນ​ແບບ ແລະ ຢ່າງ​ສະ​ໝ່ຳ​ສະ​​ເໝີ, ການ​ຊົດ​ໃຊ້​ຂອງ​ພ​ຣະ​ອົງ​ກໍ​ໄຖ່​ພວກ​ເຮົາ​ຈາກ​ບາບ​ຂອງ​ເຮົາ​ເອງ ອີງ​ຕາມ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ. ດ້ວຍ​ພ​ຣະ​ຄຸນ​ທີ່​ຊົດ​ໃຊ້​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ໃຫ້​ອະ​ໄພ​ຈາກ​ບາບ ແລະ ຊຳ​ລະ​ຈິດ​ວິນ​ຍານ​ໃຫ້​ບໍ​ລິ​ສຸດ, ເຮົາ​ສາ​ມາດ​ເກີດ​ໃໝ່​ໄດ້​ທາງວິນ​ຍາ​ນ ແລະ ກັບ​ຄືນ​ດີ​ກັບ​ພ​ຣ​ະ​ເຈົ້າ. ຄວາມ​ຕາຍ​ທາງວິ​ນ​ຍານ​ຂອງ​ເຮົາ—ການ​ແຍກ​ຕົວ​ເຮົາ​ອອກ​ໄປ​ຈາກ​ພ​ຣະ​ເຈົ້າ—ກໍ​ຈະ​ສິ້ນ​ສຸດ​ລົງ.15

ສີ່, ແລະ ໃນ​ທີ່​ສຸດ, ຄື​ສະ​ຖາ​ນະ​ການ​ສຳ​ລັບ​ການ​ເກີດ​ຂອງ​ເຮົາ​ທາງ​ຮ່າງ​ກາຍ ແລະ ການ​ເກີດ​ໃໝ່​ທາງວິ​ນ​ຍານ​ທີ່​ຕາມ​ມາ ທີ່​ຈະເຂົ້າ​ສູ່​ອາ​ນາ​ຈັກ​ຂອງ​ພ​ຣະ​ເຈົ້າ. ເພື່ອ​ວ່າ​ວຽກ​ງານ​ຂອງ​ພ​ຣະ​ອົງ​ຈະ​ສຳ​ເລັດ​ຜົນ​ ທີ່​ຈະ “[ຍົກເຮົາ] ຂຶ້ນ​ກັບ​ພ​ຣະ​ອົງ​ເອງ,”16 ພ​ຣະ​ເຈົ້າ​ຈຶ່ງ​ໄດ້​ແຕ່ງ​ຕັ້ງ​ວ່າ​ຊາຍ ແລະ ຍິງ​ຄວນ​ແຕ່ງ​ງານ ແລະ ມີ​ລູກ, ດ້ວຍ​ວິ​ທີນີ້, ຊຶ່ງເປັນ​ຫຸ້ນ​ສ່ວນ​ກັບ​ພ​ຣະ​ເຈົ້າ, ຈຶ່ງ​ໄດ້​ສ້າງ​ຮ່າງ​ກາຍ​ທີ່ເປັນ​ຈຸດ​ສຳ​ຄັນ​ຕໍ່​ການ​ທົດ​ສອບ​ຂອງ​ຄວາມເປັນ​ມະ​ຕະ ແລະ ຈຳ​ເປັນ​ຕໍ່​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ​ກັບ​ພ​ຣະ​ອົງ. ພ​ຣະ​ອົງ​ຍັງ​ໄດ້​ແຕ່ງ​ຕັ້ງ​ວ່າ​ພໍ່​ແມ່​ຄວນ​​ສະ​ຖາ​ປະ​ນາ​ຄອບ​ຄົວ ແລະ ລ້ຽງ​ດູ​ລູກ​ໆ​ຂອງ​ເຂົາ​ເຈົ້າ​ໃນ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ,17 ນຳ​ພາ​ພວກ​ເຂົາ​ໄປ​ສູ່​ຄວາມ​ຫວັງ​ໃນ​ພ​ຣະ​ຄ​ຣິດ. ພ​ຣະ​ບິ​ດາ​ໄດ້ບັນ​ຊາ​ວ່າ:

“ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດ​ສະ​ລະ​ກັບ​ລູກໆ​ຂອງ​ເຈົ້າ, ໂດຍ​ກ່າວ​ວ່າ:

“​ຄື … ຕາບ​ໃດ​ທີ່​ພວກ​ເຈົ້າໄດ້​ເກີດ​ໃນ​ໂລກ​ໂດຍ​ນ້ຳ, ແລະ ໂລ​ຫິດ, ແລະ ວິນ​ຍານ, ຊຶ່ງ​ເຮົາ​ໄດ້​ສ້າງ, ແລະ ຈາກ​ດິນ​ ໄດ້​ກາຍ​ເປັນ​ຊີ​ວິດ​ສັນ​ໃດ, ແມ່ນ​ແຕ່​ສັນ​ນັ້ນ​ພວກ​ເຈົ້າ​ຈະ​ຕ້ອງ​ໄດ້​ເກີດ​ໃໝ່​ອີກ​ເຂົ້າ​ໃນ​ອາ​ນາ​ຈັກ​ສະ​ຫວັນ, ດ້ວຍ​ນ້ຳ, ແລະ ດ້ວຍ​ພຣະວິນ​ຍານສັກສິດ, ແລະ ສະ​ອາດ​ໂດຍ​ໂລ​ຫິດ, ແມ່ນ​ແຕ່​ໂລ​ຫິດ​ຂອງ​ພ​ຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ; ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຖື​ກຊຳ​ລະ​ໃຫ້​ບໍ​ລິ​ສຸດ​ຈາກ​ບາບ​ທັງ​ປວງ, ແລະ ຊື່ນ​ຊົມ​ກັບ​ຖ້ອຍ​ຄຳ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກນີ້, ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ, ແມ່ນ​ແຕ່​ລັດ​ສະ​ໝີ​ພາບ​ອະ​ມະ​ຕະ.”18

ໂດຍ​ທີ່​ຮູ້​ວ່າ​ເຫດ​ໃດ​ເຮົາ​ຈຶ່ງ​ໄດ້​ຈາກ​ທີ່​ປະ​ທັບ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ມາ ແລະ ສິ່ງ​ທີ່​ຕ້ອງ​ເຮັດ​ເພື່ອ​ຈະ​ກັບ​ຄືນ​ໄປ ແລະ ຖືກ​ເຮັດ​ໃຫ້​ສູງ​ສົ່ງ​ກັ​ບ​ພ​ຣະ​ອົງ, ມັນ​ກໍ​ແຈ່ມ​ແຈ້ງ​ດີ​ວ່າບໍ່​ມີ​ຫ​ຍັງ​ທີ່​ກ່ຽວ​ກັບ​ເວ​ລາ​ຂອງ​ເຮົາ​ຢູ່​ເທິງ​ໂລກ​ຈະ​ສາ​ມາດ​ສຳ​ຄັນ​ໄປ​ກວ່າ​ການ​ເກີດ​ທາງ​ຮ່າງ​ກາຍ ແລະ ການ​ເກີດ​ໃໝ່​ທາງວິນ​ຍານ, ສອງ​ເງື່ອນ​ໄຂ​ຂອງ​ຊີ​ວິດ​ນິ​ລັນ​ດອນ. ​ເມື່ອ​ໃຊ້​ຖ້ອຍ​ຄຳ​ຂອງທ່ານບັນ​ຮັບ​ເຟີ ທີ່​ວ່າ “ພາ​ລະ​ໜ້າ​ທີ່” ຂອງ​ການ​ແຕ່ງ​ງານ, “ຕຳ​ແໜ່ງ​ແຫ່ງ​ຄວາມ​ຮັບ​ຜິດ​ຊອບ​ທີ່​ມີ​ຕໍ່​ມະ​ນຸດ​ຊາດ,” ​ວ່າສະ​ຖາ​ບັນ​ທີ່​ສູງ​ສົ່ງ “​ຈາກ​ເບື້ອງ​ບົນ, ​ຈາກ​ພ​ຣະ​ເຈົ້າ” ​ເປັນສາຍ​ທີ່ ”​ເຊື່ອມ​ໂຍງບັນ​ພະ​ບຸ​ລຸດ​ກັບ​ລຸ້ນ​ທີ່​ຈະ​ມາ​ນຳ​ຫລັງ​ເຂົ້າກັນ” ທັງ​ໃນ​ຊີ​ວິດນີ້ ແລະ ຊີ​ວິດ​ທີ່​ຈະ​ມາ​ເຖິງ—ເປັນ​ການ​ຈັດ​ຕັ້ງ​ແຫ່ງ​ສະ​ຫວັນ.

ຄອບ​ຄົວ​ທີ່​ສ້າງ​ຂຶ້ນ​ດ້ວຍ​ການ​ແຕ່ງ​ງານ​ຂອງ​ຊາຍ ແລະ ຍິງ​ຈັດ​ໃຫ້​ມີ​ບັນ​ຍາ​ກາດ​ທີ່​ດີ​ທີ່​ສຸດ​ເພື່ອ​ແຜນ​ຂອງພຣະ​ເຈົ້າ​ຈະ​ຈະ​ເລີນ​ກ້າວໜ້າ—ບັນ​ຍາ​ກາດ​ສຳ​ລັບ​ການ​ເກີດ​ຂອງ​ເດັນ​ນ້ອຍ​ທີ່​ມາ​ເກີດ​ໃນ​ຄວາມ​ບໍ​ລິ​ສຸດ ແລະ ໄຮ້​ດຽງສາ​ຈາກ​ພ​ຣະ​ເຈົ້າ ແລະ ສະ​ພາບ​ແວດ​ລ້ອມ​ສຳ​ລັບ​ການ​ຮຽນ​ຮູ້ ແລະ ການ​ຕຽມ​ພ້ອມ​ທີ່​ພວກ​ເຂົາ​ຈະ​ຕ້ອງ​ການ ສຳ​ລັບ​ຄວາມ​ສຳ​ເລັດ​ຜົນ​ຂອງ​ຊີ​ວິດ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລ​ກ​ທີ່​ຈະ​ມາ​ເຖິງ. ຄອບ​ຄົວ​ສ່ວນ​ນ້ອຍ​ທີ່ຖືກ​ສ້າງ​ຂຶ້ນ​ຜ່ານ​ການ​ແຕ່ງ​ງານ​ດັ່ງ​ກ່າວ ​ແມ່ນ​ຈຳ​ເປັນ​ສຳລັບ​ຄວາມຢູ່​ລອດ ແລະ ຄວາມຈະ​ເລີນ​ກ້າວ​ໜ້າຂອງ​ສັງຄົມ. ເພາະ​ເຫດນີ້​ ຊຸມ​ຊົນ ແລະ ປະ​ເທດ​ຊາດ​ສ່ວນ​ຫລາຍ​ຈຶ່ງ​ໄດ້​ສົ່ງ​ເສີມ ແລະ ໄດ້​ປົກ​ປ້ອງ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ໃຫ້ເປັນສະ​ຖາ​ບັນ​ທີ່​ມິ​ສິດ​ທິ​ພິ​ເສດ. ມັນ​ບໍ່​ເຄີຍກ່ຽວ​ກັບຄວາມ​ຮັກ ແລະ ຄວາມ​ສຸກ​ຂອງ​ຜູ້​ໃຫ​ຍ່​ເທົ່າ​ນີ້.

​ທາງວິທະ​ຍາ​ສາດ​ສັງ​ຄົມ​ມີ​ຄວາມ​ເຫັນ​ວ່າ ​ການ​ແຕ່ງ​ງານ ແລະ ​ຄອບ​ຄົວ​ທີ່​ຖືກ​ນຳ​ພາ​ໂດຍ​ຊາຍ ແລະ ຍິງ​ທີ່​ໄດ້​ແຕ່ງ​ງານ​ກັນ​ ​ເປັນ​ເລື່ອງ​ທີ່ຈຳ​ເປັນ.19 ສະນັ້ນ “ພວກ​ເຮົາ​ຂໍ​ເຕືອນ​ວ່າ ການ​ທຳລາຍຄອບ​ຄົວ​ຈະ​ນຳ​ໄພ​ພິ​ບັດ​ມາ​ສູ່​ຕົນ​ເອງ, ມາ​ສູ່​ຊຸມ​ຊົນ, ແລະ ມາ​ສູ່​ປະ​ເທດ​ຊາດ ດັ່ງ​ທີ່​ສາດ​ສະ​ດາ​ທັງ​ຫລາຍ​ໃນ​ສະ​ໄໝ​ໂບ​ຮານ ແລະ ໃນ​ສະ​ໄໝ​ປະ​ຈຸ​ບັນ​ກ່າວ​ໄວ້.”20 ແຕ່​ຂໍ້​ຮຽກ​ຮ້ອງ​ຂອງ​ເຮົາ​ສຳ​ລັບ​ບົດ​ບາດ​ຂອງ​ການ​ແຕ່ງ​ງານ ແລະ ຄອ​ບ​ຄົວ ​ບໍ່​ໄດ້ຂຶ້ນ​ຢູ່​ກັບ​ວິ​ທະ​ຍາ​ສາດ​ສັງ​ຄົມ ແຕ່​ຂຶ້ນ​ຢູ່​ກັບ​ຄວາມ​ຈິງທີ່ວ່າ ມັນ​ເປັນ​ການ​ສ້າງ​ຂອງ​ພ​ຣະ​ເຈົ້າ. ພ​ຣະ​ອົງ​ເອງ​ທີ່​ໃນ​ຕອນ​ຕົ້​ນ​ໄດ້​ສ້າງ​ອາ​ດາມ ແລະ ເອ​ວາ​ໃນ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ, ຊາຍ ແລະ ຍິງ, ແລະ ໄດ້​ຮ່ວມ​ເຂົາ​ເຈົ້າ​ເປັນ​ສາ​ມີ ແລະ ພັນ​ລະ​ຍາ ໃຫ້​ກາຍ​ເປັນ​ຄົນ​ດຽວ​ກັນ ແລະ ໃຫ້​ມີ​ລູກ​ເຕົ້າ​ໃຫ້​​ແຜ່ຂະຫຍາຍ, ແລະ ເພີ່ມ​ທະ​ວີ​ຈົນ​ເຕັມ​ແຜ່ນ​ດິນ​ໂລກ.21 ແຕ່​ລະ​ຄົນ​ມີ​ຮູບ​ລັກ​ສະ​ນະ​ຂອງ​ພ​ຣະ​ເຈົ້າ​, ແຕ່​ແມ່​ນໃນ​ການ​ຮ່ວມ​ແຕ່ງ​ງານຂອງ​ຊາຍ ແລະ ຍິງ​ ທີ່​​ບາງ​ທີເຮົາ​ຈະ​ບັນ​ລຸ​ຄວາມ​ໝາຍ​ທີ່​ສົມ​ບູບຂອງ​ການມີ​ຮູບ​ລັກ​ສະ​ນະ​ຂອງ​ພ​ຣະ​ເຈົ້າ—ຊາຍ ແລະ ຍິງ​ໄດ້. ເຮົາ​ບໍ່​ສາ​ມາດ ຫລື ບໍ່​ມີມະນຸດອື່ນ​ໃດ​ຈະ​ສາ​ມາດປ່ຽນ​ແປງ​ການ​ແຕ່ງ​ງານ​ອັ​ນ​ສູງ​ສົ່ງ​ນີ້. ມະນຸດ​ບໍ່​ໄດ້​ສ້າງ​ມັນ​ຂຶ້ນມາ. ການ​ແຕ່ງ​ງານ​ດັ່ງ​ກ່າວ​ແມ່ນມາຈາກ​ເບື້ອງ​ບົນ, ຈາກ​ພ​ຣະ​ເຈົ້າ ແລະ ​ເປັນ​ພາກ​ສ່ວນ​ຂອງ​ແຜນ​ແຫ່ງ​ຄວາມ​ສຸກ ເໝືອນ​ກັນ​ກັບ​ການ​ຕົກ ແລະ ການ​ຊົດ​ໃຊ້.

ໃນ​ໂລກ​ກ່ອນ​​ເກີດ, ລູຊິເຟີໄດ້​ກະ​ບົດ​ຕໍ່​ພ​ຣະ​ເຈົ້າ ແລະ ແຜນ​ຂອງ​ພຣະ​ອົງ, ແລະ ການ​ຕໍ່​ຕ້ານ​ຂອງ​ມັນ​ກໍ​ໄດ້​ເຕີບ​ຂະ​ຫ​ຍາຍ​ໃນ​ຄວາມ​ຮຸນ​ແຮງ. ມັນ​ຕໍ່​ຕ້ານ​ເພື່ອ​ຫ້າມ​ປາມ​ການ​ແຕ່ງ​ງານ ແລະ ການ​​ສ້າງຄອບ​ຄົວ, ແລະ ສະ​ຖານ​ທີ່​ ທີ່​ການ​ແຕ່ງ​ງານ ແລະ ຄອບ​ຄົ​ວ​ຖືກ​ສ້າງ​ຂຶ້ນ​ມາ, ມັນ​ເຮັດ​ທຸກ​ສິ່ງ​ທີ່​ມັ​ນ​ເຮັດ​ໄດ້​ ເພື່ອ​ທຳ​ລາຍ​ສິ່ງ​ເຫລົ່າ​ນັ້ນ. ມັນ​ໂຈມ​ຕີ​ທຸກ​ສິ່ງ​ທີ່​ສັກ​ສິດ​ກ່ຽວ​ກັບ​ລັກ​ສະ​ນະ​ທາງເພດ​ຂອງ​ມະ​ນຸດ, ແຍກ​ມັນ​ອອກ​ຢ່າງ​ຮ້າຍ​ແຮງ​ຈາກ​ສະ​ພາບການ​ຂອງ​ການ​ແຕ່ງ​ງານ​ ທີ່​ເບິ່ງ​ຄື​ວ່າ​ດ້ວຍ​ຄວາມ​ຄິດ ແລະ ການ​ກະ​ທຳ​ທີ່​ອະ​ທຳ​ໃນ​ທຸກຮູບ​ແບບ. ມັນ​ສະ​ແຫວງ​ຫາ​ທີ່​ຈະ​ເກ້ຍ​ກ່ອມ​ບັນ​ດາ​ຊາຍ ແລະ ຍິງວ່າ​ລະ​ດັບຄວາມ​ສຳ​ຄັນ​ຂອງ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ບໍ່​ຈຳ​ເປັນ​ຕ້ອງ​ເອົາ​ໃຈ​ໃສ່ ຫລື ຖືກ​ປະ​ຖິ້ມ​ກໍ​ໄດ້, ຫລື ວ່າ​ຢ່າງ​ນ້ອຍເຮັດ​ໃຫ້​ມັນ​ເປັນ​ຄວາມ​ສຳ​ຄັນ​ໜ້ອຍ​ກວ່າອາ​ຊີບ, ຄວ​າ​ມ​ສຳ​ເລັດ​ອື່ນໆ, ແລະ ຄວາມ​ສະ​ແຫວ​ງຫາ ຄວາມ​ພໍ​ໃຈ​ຂອງ​ຕົນ ແລະ ອິດ​ສະ​ລະ​ສ່ວນ​ຕົວ. ແນ່ນອນ​ວ່າຜູ້​ປໍ​ລະ​ປັກ​ພໍ​ໃຈ​ເມື່ອ​ພໍ່​ແມ່​ບໍ່​ເອົາ​ໃຈ​ໃສ່​ທີ່​ຈະ​ສອນ ແລະ ອົ​ບ​ລົມ​ລູກໆ​ຂອງ​ເຂົາ​ເຈົ້າ​ໃຫ້​ມີ​ສັດ​ທາ​ໃນ​ພ​ຣະ​ຄ​ຣິດ, ແລະ ເກີດ​ໃໝ່​ອີກ​ທາງວິນ​ຍານ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຫລາຍ​ສິ່ງ​ຫ​ລາຍ​ຢ່າງ​ກໍ​ດີ, ຫລາຍໆສິ່ງ​ກໍ​ສຳ​ຄັນ, ແຕ່​ມີ​ພຽງ​ໜ້ອຍ​ດຽ​ວທີ່​ຈຳ​ເປັນ.

ທີ່​ຈະ​ປະ​ກາດ​ຄວາມ​ຈິງ​ພື້ນ​ຖານ​ກ່ຽວ​ກັບ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ບໍ່​ແມ່ນ​ວ່າ​ຈະ​ເບິ່ງ​ຂ້າມ ຫລື ລົດ​ຄວາມ​ສຳຄັນ​ຂອງ​ການ​ເສຍ​ສະ​ລະ ແລະ ຄວາມ​ສຳ​ເລັດ​ຜົນ​ຂອງ​ຜູ້​ຄົນ​ທີ່ບໍ່​ໄດ້​ຢູ່​ໃນ​ສະ​ພາບ​ການ​ດັ່ງ​ທີ່ກ່າວ​ໃນ​ຄວາມ​ເປັນ​ຈິງ​ປະ​ຈຸ​ບັນ. ພວ​ກ​ທ່ານ​ບາງ​ຄົນ​ບໍ່​ໄດ້​ຮັບ​ພອນ​ແຫ່ງ​ການ​ແຕ່ງ​ງານ ເພາະ​ເຫດ​ຜົນ​ທີ່​ຮ່ວມ​ດ້ວຍການຂາດ​ໂອ​ກາດ​ທີ່​ຄູ່​ຄວນ, ສົນ​ໃຈ​ນຳ​ເພດ​ດຽວ​ກັນ, ​ຄວາມ​ບົກ​ພ່ອງ​ທາງສຸ​ຂະ​ພາບ​ ຫລື ທາງ​ສະ​ຕິ​ປັນ​ຍາ, ຫລື ການ​ຢ້ານ​ກົວ​ຄວາມ​ລົ້ມ​ເຫລວ​, ​ວ່າ​ຢ່າງ​ນ້ອຍສຳ​ລັບ​ເວ​ລານີ້​ເທົ່າ​ນັ້ນ, ທີ່ກີດກັ້ນ​ສັດ​ທາ. ຫລື ທ່ານ​ອາດໄດ້​ແຕ່ງ​ງານ, ແຕ່​ຖືກ​ຢ່າ​ຮ້າງ, ແລະ ທ່ານ​ຖືກ​ປະ​ໄວ້​ໃຫ້​ຈັດ​ການ​ຄົນ​ດຽວ​ກັບ​ສິ່ງ​ທີ່​ສອງ​ຄົນ​ດ້ວຍ​ກັນ​ກໍ​ຍັງ​ເກືອບບໍ່​ສາ​ມາດ​ຮັບ​ມື​ໄດ້. ພວກ​ທ່ານ​ບາງ​ຄົນ​ຜູ້​ທີ່​ແຕ່ງ​ງານ​ແລ້ວ​ກໍ​ບໍ່​ສາ​ມາດ​ມີ​ລູກ ເຖິງ​ແມ່ນ​ຈະ​ມີ​ຄວາມ​ປາ​ດ​ຖະ​ໜາ​ຢ່າງ​ແຮງ​ກ້າ ແລະ ​ໄດ້ອະ​ທິ​ຖານ​ອ້ອນວອນ​ກໍ​ຕາມ.

ເຖິງຢ່າງ​ໃດ​ກໍ​ຕາມ, ທຸກ​ຄົນ​ມີ​ຂອງ​ປະ​ທານ; ທຸກ​ຄົນ​ມີ​ພອນ​ສະ​ຫວັນ; ທຸກ​ຄົນ​ສາ​ມາດ​ມີ​ສ່ວນ​ບໍ​ລິ​ຈາກ​ຕໍ່​ການ​ເປີດ​ເຜີຍ​ແຜນ​ອັນ​ສູງ​ສົ່ງ​ໃນ​ແຕ່​ລະ​ລຸ້ນ​ຄົນ. ສິ່ງ​ທີ່​ດີ​ທັງ​ຫລາຍ, ສິ່ງ​ທີ່​​ສຳ​ຄັນ​ທັງ​ຫລາຍ—ແມ່ນ​ແຕ່​ບາງ​ເທື່ອ​ທຸກ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ເວ​ລານີ້—ກໍ​ສາ​ມາດ​ບັນ​ລຸ​ຜົນ​ສຳ​ເລັດ​ໄດ້ໃນ​ສະ​ຖາ​ນະ​ການ​ທີ່ບໍ່​ສົມ​ບູນ​ແບບ​. ພວກ​ທ່ານ​ທັງ​ຫລາຍ​ກໍ​ກຳ​ລັງ​ເຮັດ​ສຸດ​ຄວາມ​ສາ​ມາດ​. ແລະ ເມື່ອ​ທ່ານ​ຜູ້​ທີ່​ແບກ​ຫາບ​ພາລະ​ໜັກໜ່ວງຫລາຍ​ທີ່​ສຸດ​ຂອງ​ຊີ​ວິດ​ມະ​ຕະ​ນີ້ ກ່າວ​ປົກ​ປ້ອງ​ແຜນ​ຂອງ​ພ​ຣະ​ເຈົ້າ ເພື່ອ​ຍົກ​ລູກໆ​ຂອງ​ພຣະ​ອົງ​ຂຶ້ນ, ເຮົາ​ທຸກ​ຄົນ​ກໍ​ພ້ອມ​ທີ່​ຈະສະ​ໜັບ​ສະ​ໜູນ​ທ່ານ. ດ້ວຍ​ຄວາມ​ໝັ້ນ​ໃຈ ​ພວກ​ເຮົາ​ເປັນ​ພະ​ຍານ​ວ່າ​ ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄຣິດ​ທີ່​ໄດ້​ຄາດ​ໄວ້​ແລ້ວ ແລະ, ໃນ​ທີ່​ສຸດ, ຈະ​ທົດ​ແທນ​ຄວາມ​ຂາດ​ເຂີນ ແລະ ການ​ສູນ​ເສຍ​ທັງ​ໝົດ​ໃຫ້​ແກ່​ຜູ້​ທີ່​ຫັນ​ໄປ​ຫາ​ພ​ຣະ​ອົງ. ບໍ່​ມີ​ຄົນ​ໃດ​ຖືກ​ກຳ​ນົດ​ໄວ້​ລ່ວງ​ໜ້າ​ວ່າ​ຈະ​ໄດ້​ຮັບ​ໜ້ອຍກວ່າ​ທຸກ​ສິ່ງ​ທີ່​ພ​ຣະ​ບິ​ດາ​ມີ​ໄວ້​ໃຫ້​ລູກໆ​ຂອງ​ພ​ຣະ​ອົງ.

ເມື່ອບໍ່​ດົນ​ມານີ້ ແມ່​ໜຸ່ມ​ຄົນ​ໜຶ່ງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ເຖິງ​ຄວາມ​ກັງ​ວົນ​ຂອງ​ນາງ​ກ່ຽວ​ກັບ​ຄວາມ​ບົກ​ພ່ອງ​ໃນ​ການ​ເອີ້ນ​ທີ່ສຳ​ຄັນ​ທີ່​ສຸດນີ້. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກວ່າບັນ​ຫາ​ທີ່​ເຮັດ​ໃຫ້​ນາງ​ເປັນ​ຫ່ວງນັ້ນ​ເລັກ​ນ້ອຍ ແລະ ນາງບໍ່​ຈຳ​ເປັນ​ຕ້ອງ​ກັງ​ວົນ; ນາງ​ເຮັດ​ໄດ້​ດີ. ແຕ່​ຂ້າ​ພະ​ເຈົ້າໄດ້​ຮູ້​ວ່າ ​ນາງ​ພຽງ​ແຕ່​ຢາກ​ເຮັດ​ໃຫ້​ພ​ຣະ​ເຈົ້າ​ພໍ​ພຣະ​ໄທ ແລະ ໃຫ້​ກຽດ​ຄວາມ​ໄວ້​ວາງ​ໃຈ​ຂ​ອງ​ພ​ຣະ​ອົງ. ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຄຳ​ທີ່​ໝັ້ນ​ໃຈ, ແລະ ໃນ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​, ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ວ່າ​ພ​ຣະ​ເຈົ້າ, ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ນາງ, ຈະ​ປອບ​ໂຍນ​ນາງ​ດ້ວຍ​ຄວາມ​ຮັກ ແລະ ວ່າ​ພຣະອົງ​ຈະ​ພໍພຣະ​ໄທ​ກັບຜົນງານ​ຂອງ​ນາງ ​​​ໃນ​ຂະນະ​ທີ່​ນາງ​ເຮັດ​ວຽກ​ງານ​ຂອງ​ພຣະອົງ​ຢູ່.​

ນັ້ນ​ຄື​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ສຳ​ລັບ​ທຸກໆ​ຄົນ​ໃນ​ມື້ນີ້. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ພຣະ​ເຈົ້າຈະ​ພໍ​ພຣະ​ໄທ​ກັບ​ຜົນ​ງານ​ຂອງ​ເຮົາ​ແຕ່ລະຄົນ. ​ຂ້າພະ​ເຈົ້າ​ຫວັງ​ວ່າ​ການ​ແຕ່ງ​ງານ​ຈະ​ຈະ​ເລີນ​ກ້າວ​ໜ້າ ແລະ ຄອ​ບ​ຄົວ​ຮຸ່ງ​ເຮືອງ, ແລະ ບໍ່​ວ່າ​ອະ​ນາ​ຄົດ​ຂອງ​ເຮົາ​ຈະ​ເປັນ​ຄວາມ​ສົມບູນ​ຂອງ​ສິ່ງ​ເຫລົ່າ​ນີ້​ໃນ​ຊີ​ວິດ​ມະ​ຕະຫລືບໍ່, ຂໍ​ໃຫ້​ພຣະ​ຄຸນ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ ນຳຄວາມ​ສຸກ​ມາ​​ໃຫ້​ເຮົາໃນ​ເວ​ລານີ້ ແລະ ນຳສັດ​ທາ​ ໃນ​ຄຳ​ສັນ​ຍາ​ທີ່​ແນ່ນອນ ມາ​ໃຫ້​ເຮົາ ​ໃນ​ພາຍ​ຂ້າງ​ໜ້າ. ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. ​ເບິ່ງ Kevin Rudd, “Faith in Politics,” The Monthly, Oct. 2006, themonthly.com.au/monthly-essays-kevin-rudd-faith-politics--300.

  2. Dietrich Bonhoeffer, Letters and Papers from Prison, ed. Eberhard Bethge (1953), 42–43.

  3. ​ເບິ່ງ, ຍົກ​ຕົວຢ່າງ, ​ເພງ​ສັນລະ​ເສີນ 82:6; ກິດຈະການ 17:29; ​ເຮັບ​ເຣີ 12:9; Doctrine and Covenants 93:29, 33; Moses 6:51; Abraham 3:22. ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ອະທິບາຍ​ວ່າ: “ກົດ​ທຳ​ອິດ​ຂອງ​ມະນຸດ​ແມ່ນ​ດຳລົງ​ຢູ່​ດ້ວຍ​ຕົວ​ເອງ​ກັບ​ພຣະ​ເຈົ້າ. ພຣະ​ເຈົ້າຮູ້​ແຈ້ງ​ຫລາຍ​ກວ່າ, ຈຶ່ງ​​ເຫັນ​ຄວນ​ໃຫ້​ຕັ້ງກົດ ​ເພື່ອ​ໃຫ້​ຄົນ​ອື່ນ​ມີ​ສິດ​ກ້າວໜ້າ​ຄື​ກັນ​ກັບ​ພຣະອົງ. ... ພຣະອົງ​ມີ​ອຳນາດ​ຕັ້ງກົດ ​ເພື່ອ​ສອນ​ຜູ້​ອ່ອນ​ແອກ​ວ່າ ​ໃຫ້​ມີ​ຄວາມ​ຮູ້​ແຈ້ງ” (Teachings of Presidents of the Church: Joseph Smith [2007], 210).

  4. Teachings: Joseph Smith, 210.

  5. ແອວມາ 24:14.

  6. ແອວມາ 42:8.

  7. ແອວມາ 12:25; ເບິ່ງ ຂໍ້ທີ 26–33 ນຳອີກ.

  8. ເບິ່ງ Abraham 3:24–26.

  9. ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ສະຫລຸບບົດ​ຄວາມ​ນີ້​ວ່າ: “​ແບບ​ແຜນ​ຂອງ​ພຣະ​ເຈົ້າ ກ່ອນ​ການວາງ​ຮາກ​ຖານ​ຂອງ​ໂລກ​ຄື ​ເຮົາ​ຄວນ​ໄດ້​ຮັບ​ຮ່າງກາຍ, ວ່າ​ຜ່ານ​ຄວາມ​ຊື່ສັດ​ຂອງ​ເຮົາ, ​ເຮົາ​ຄວນ​ເອົາ​ຊະນະ ​ແລະ ຈາກ​ນັ້ນ ກໍ​ຮັບ​ເອົາ​ການ​ເປັນ​ຄືນ​ມາ​ມີ​ຊີວິດ​ຈາກ​ຄວາມ​ຕາຍ, ​ແລະ ​ໃນ​ວິທີ​ນີ້ ​ຮັບ​ເອົາ​ລັດສະໝີ​ພາບ, ກຽດ​ຕິ​ຍົດ, ອຳນາດ, ​ແລະ ການ​ຄອບ​ຄອງ.” ສາດສະດາຍັງ​ໄດ້​ກ່າວ​ຕື່ມ​ວ່າ: “​ເຮົາ​ມາສູ່​ໂລກ​ນີ້ ​ເພື່ອ​ເຮົາ​ຈະ​ມີ​ຮ່າງກາຍ ​ແລະ ປະກົດ​ກາຍ​ຢ່າງ​ບໍລິສຸດ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະ​ເຈົ້າ ​ໃນ​ອານາຈັກ​ຊັ້ນສູງ. ຫລັກ​ທຳ​ອັນ​ຍິ່ງ​ໃຫຍ່​ຂອງ​ຄວາມສຸກ ປະກອບ​ດ້ວຍ​ການ​ມີ​ຮ່າງກາຍ. ມານ​ບໍ່​ມີ​ຮ່າງກາຍ, ​ແລະ ສິ່ງ​ນີ້​ຄື ການ​ລົງ​ໂທດ​ສຳລັບ​ມັນ. ມັນ​ພໍ​ໃຈ​ເມື່ອ​ມັນ​ໄດ້​ຢູ່​ໃນ​ຮ່າງກາຍ​ຂອງ​ມະນຸດ, ​ແລະ ​ເມື່ອ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄລ່​ມັນ​ອອກ​ໄປ, ມັນ​ຂໍ​ໄປ​ຢູ່​ໃນ​ຝູງ​ໝູ​ແທນ, ສິ່ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ມັນ​ຂໍ​ຢູ່​ໃນ​ໂຕ​ໝູ​ດີກ​ວ່າ​ບໍ່​ມີຮ່າງກາຍ. ທຸກ​ສິ່ງ​ທີ່​ມີ​ຮ່າງກາຍ ມີ​ອຳນາດ​ເໜືອ​ສິ່ງ​ທີ່​ບໍ່​ມີ​ຮ່າງກາຍ” (Teachings: Joseph Smith, 211).

  10. ໂຢບ 38:7.

  11. ໂຢຮັນ 1:3; ເບິ່ງ Doctrine and Covenants 76:23–24 ນຳອີກ.

  12. ເບິ່ງ 1 ໂກຣິນໂທ 15:21–22; 2 ນີໄຟ 2:25.

  13. ເບິ່ງ 2 ນີໄຟ 2:15–18; ແອວມາ 12:24; Doctrine and Covenants 29:39; Moses 4:3. ໂຈເຊັບ ສະມິດ ໄດ້ກ່າວວ່າ: “ທຸກ​ຄົນ​ມີ​ສິດ​ໄດ້​ຮັບ​ອຳ​ເພີ​ໃຈ​ຂອງ​ເຂົາ, ​ເພາະ​ພຣະ​ເຈົ້າ​ໄດ້​ກຳນົດ​ໄວ້​ເຊັ່ນນັ້ນ. ພຣະອົງ​ໄດ້​ມອບ​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ໃຫ້​ມວນ​ມະນຸດ, ​ແລະ ປະທານ​ອຳນາດ​ໃຫ້​ເຂົາ ​ເພື່ອ​ເລືອກ​ຄວາມ​ດີ ຫລື ຄວາມ​ຊົ່ວ; ​ເພື່ອ​ສະ​ແຫວ​ງຫາ​ສິ່ງ​ດີ, ​ໂດຍ​ການ​ດຳ​ເນີນ​ຕາມ​​ເສັ້ນທາງ​ຂອງ​ຄວາມ​ບໍລິສຸດ​ໃນ​ຊີວິດ​ນີ້, ອັນ​ຈະ​ກໍ່​ໃຫ້​ເກີດຄວາມ​ສະຫງົບ​ໃນ​ຈິດ​ໃຈ, ​ແລະ ​ເກີດ​ຄວາມ​ຊື່ນ​ຊົມ​ໃນ​ພຣະວິນ​ຍານ​ບໍລິສຸດ​ຢູ່​ທີ່​ນີ້, ​ແລະ ຄວາມ​ຊື່ນ​ຊົມ ​ແລະ ຄວາມສຸກ​ອັນ​ເຕັມ​ສ່ວນ​ຢູ່​ທີ່​ພຣະຫັດ​ເບື້ອງ​ຂວາ​ຂອງ​ພຣະອົງ​ຫລັງ​ຈາກ​ນີ້; ຫລື ຈະ​ດຳ​ເນີນ​ຕາມ​ວິທີ​ທີ່​ຊົ່ວ​ຮ້າຍ ​ໂດຍ​ການ​ດຳ​ເນີນ​ຕໍ່​ໄປ​ໃນ​ການ​ເຮັດ​ຄວາມ​ບາບ ​ແລະ ກະບົດ​ຕໍ່​ພຣະ​ເຈົ້າ, ອັນ​ຈະ​ນຳ​ການ​ກ່າວ​ໂທດ ມາ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຂົາ​ຢູ່​ໃນ​ໂລກ​ນີ້, ​​ແລະ ​ການ​ສູນ​ເສຍ​ອັນ​ເປັນ​ນິລັນດອນ​ ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.” ສາດສະດາ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ: “ຊາຕາ​ນບໍ່​ສາມາດ​ລໍ້​ໃຈ​ເຮົາ​ດ້ວຍ​ສິ່ງ​ຢົ້ວຢວນຕ່າງໆ ​ເວັ້ນ​ເສຍ​ແຕ່​ເຮົາ​ຈະ​ເຫັນ​ພ້ອມ ​ແລະ ຍິນ​ຍອມ​ເທົ່າ​ນັ້ນ. ຕົວ​ເຮົາ​ຖືກ​ສ້າງ​ມາ​ໃຫ້​ສາມາດ​ຕໍ່ຕ້ານ​ກັບ​ມານ​ໄດ້; ຖ້າ​ຫາກ​ເຮົາ​ບໍ່​ໄດ້​ຖືກ​ສ້າງ​ເຊັ່ນນັ້ນ, ​ເຮົາ​ຄົງ​ບໍ່​ໄດ້​ເປັນ​ຕົວຂອງ​ຕົວ​ເອງ” (Teachings: Joseph Smith, 213).

  14. ເບິ່ງ ປະຖົມມະການ 3:22–24; ແອວມາ 42:2–6; Moses 4:28–31.

  15. ​ແມ່ນ​ແຕ່ຄົນ​ທີ່​ບໍ່​ກັບ​ໃຈ ກໍ​ຈະ​ຖືກ​ໄຖ່​ຈາກ​ຄວາມ​ຕາຍ​ທາງ​ວິນ​ຍານ ​ໂດຍ​ການ​ຊົດ​ໃຊ້ ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ​ເພື່ອ​ການ​ພິພາກສາ​ຄັ້ງສຸດ​ທ້າຍ (ເບິ່ງ ຮີລາມັນ 14:17; 3 ນີໄຟ 27:14–15).

  16. Teachings: Joseph Smith, 210.

  17. ເບິ່ງ Doctrine and Covenants 93:36–40.

  18. ເບິ່ງ Moses 6:58–59.

  19. ຜູ້​ຄົນ​ອາດ​ຊື່ສັດ​ຕໍ່​ກັນ​ແລະ​ກັນ​ໃນ​ຄວາມ​ສຳພັນ​ນອກ​ການ​ແຕ່ງງານ, ແລະ ເດັກນ້ອຍ​ສາມາດ​ເກີດ​ມາ ແລະ ຖືກ​ລ້ຽງ​ດູ, ທີ່​ບາງເທື່ອ​ດ້ວຍ​ຄວາມ​ສຳເລັດ​ຜົນ​ດີ, ໃນ​ສະພາບ​ແວດ​ລ້ອມ​ອື່ນ​ຈາກ​ພໍ່​ແມ່​ທັງ​ສອງ​ທີ່​ໄດ້​ແຕ່ງ ງານ​ກັນ. ແຕ່​ໂດຍ​ສະເລ່ຍ ແລະ ໃນ​ກໍລະນີ​ສ່ວນ​ໃຫຍ່​ແລ້ວ, ຫລັກ​ຖານ​ຂອງ​ຜົນ​ປະໂຫຍດ​ທາງ​ສັງຄົມ ຂອງ​ການ​ແຕ່ງງານ ແລະ ຜົນ​ສະທ້ອນ​ທີ່​ດີ​ທີ່​ສຸດ​ສຳລັບ​ເດັກນ້ອຍ​ໃນ​ຄອບຄົວ​ທີ່​ຖືກ​ນຳພາ​ໂດຍ​ຊາຍ ແລະ ຍິງ​ທີ່​ໄດ້​ແຕ່ງງານ​ກັນ​ນັ້ນ​ແມ່ນ​ກວ້າງ​ໄກ​ຫລາຍ​ແທ້ໆ. ກົງກັນຂ້າມ, ຄ່າ​ເສຍ​ຫາຍ​ທາງ​ດ້ານ​ສັງຄົມ ແລະ ທາງ​ເສດຖະກິດ​ທີ່​ຜູ້​ໃຫ້​ຄວາມ​ຄິດ​ເຫັນ​ຄົນ​ໜຶ່ງ​ເອີ້ນ​ວ່າ “ການ​ປະ​ຖິ້ມ​ຄອບຄົວ​ໄປ” ນັ້ນ​ນັບ​ມື້​ນັບ​ແມ່ນ​ໜັກ ໜ່ວງ​ຫລາຍ​ຂຶ້ນ​ຕໍ່​ສັງ​ຄົມ. ທ່ານ​ນິ​ໂກ​ລັສ ອີ​ເບີ​ສະ​ຕັດ ​ໄດ້ຮວບຮວມ​ບັນທຶກ​ການ​ແຕ່ງງານ ແລະ ການ​ມີ​ລູກ​ທີ່​ມີ​ໜ້ອຍ​ລົງ ແລະ ແນວ​ໂນ້ມ​ກ່ຽວ​ກັບ​ບ້ານ​ເຮືອນ​ທີ່​ຂາດ​ພໍ່ ແລະ ມີ​ການ​ຢ່າ​ຮ້າງ ແລະ ສັງເກດ​ເຫັນ​ວ່າ, “ການ​ກະທົບກະເທືອນ​ໃນ​ທາງ​ລົບ​ຕໍ່​ຈຳນວນ​ເດັກນ້ອຍ​ທັງຫລາຍ​ທີ່​ດ້ອຍ​ໂອກາດ ໂດຍ​ການ​ປະ​ຖິ້ມ​ຄອບຄົວ​ໄປ ກໍ​ແຈ່ມ​ແຈ້ງ​ຫລາຍ​ພໍ​ແລ້ວ. ບົດບາດ​ທີ່​ທຳລາຍ​ຂອງ​ການ​ຢ່າ​ຮ້າງ ແລະ ການ​ມີ​ລູກ​ນອກ​ການ​ແຕ່ງງານ​ກໍ​ເຮັດ​ໃຫ້​ມີ​ຄວາມ​ແຕກ​ຕ່າງ​ສູງ​ຫລາຍ​ລະຫວ່າງ​ລາຍ​ໄດ້ ແລະ ຄວາມ​ຮັ່ງມີ—ສຳລັບ​ສັງຄົມ​ໂດຍ​ທົ່ວ​ໄປ, ແຕ່​ໂດຍ​ສະເພາະ​ແລ້ວ​ແມ່ນ​ສຳລັບ​ເດັກ​ນ້ອຍ. ແມ່ນ​ແລ້ວ, ເດັກນ້ອຍ​ກໍ​ເດັດດ່ຽວ​ແທ້. ແຕ່ຄົນ​ໜຸ່ມ​ທີ່​ອ່ອນແອ​ເປັນ​ຜູ້​ໄດ້​ຮັບ​ຜົນ​ສະທ້ອນ​ທີ່​ເສຍ​ຫາຍ​ແນ່ນອນ​ຈາກ ການ​ປະ​ຖິ້ມ​ຄອບຄົວ​ໄປ. ການ​ປະ​ຖິ້ມ​ຄອບຄົວ​ໄປ ກໍ​ມີ​ຜົນ​ກະທົບກະເທືອນ​ຫລາຍ​ທີ່​ສຸດ​ສຳລັບ​ຜູ້​ສູງ​ອາຍຸ​ທີ່ ອ່ອນແອ​ນຳ​ອີກ” (ເບິ່ງ “The Global Flight from the Family,” Wall Street Journal, Feb. 21, 2015, wsj.com/articles/nicholas-eberstadt-the-global-flight-from-the-family-1424476179.)

  20. “ຄອບຄົວ: ການປະກາດຕໍ່ໂລກ,” Ensign or Liahona, Nov. 2010, 129.

  21. ເບິ່ງ ປະຖົມມະການ 1:26–28; 2:7, 18, 21–24; 3:20; Moses 2:26–28; 3:7–8, 18, 20–24; 4:26.