​2010–2019
​ແມ່ນ​ແລ້ວ, ​ເຮົາ​ສາມາດ ​ແລະ ຈະ​​ເອົາຊະນະ​ໄດ້!
ເມສາ 2015


​ແມ່ນ​ແລ້ວ, ​ເຮົາ​ສາມາດ ​ແລະ ຈະ​​ເອົາຊະນະ​ໄດ້!

​​ເຮົາ​ຈຶ່ງ​ຕ້ອງ​ຍຶດໝັ້ນປະຈັກ​ພະຍານ​ຂອງ​ເຮົາ ​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໄວ້​ໃຫ້​ແໜ້ນ. ​ແລ້ວ​​ ​ເຮົາ​ຈະ​ເອົາ​ຊະນະ​ສົງຄາມກັບ​ຄວາມ​ຊົ່ວຮ້າຍ ​ໃນ​ແຕ່​ລະ​ວັນ​​ໄດ້.

ອ້າຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຖ່ອມ​ຕົນ ​ໂດຍ​ສິດທິ​ພິ​ເສດ ທີ່​ຂ້າພະ​ເຈົ້າ​ໄດ້​ມາ​ກ່າວ​ກັບ​ທ່ານ, ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ ຕະຫລອດ​ທົ່ວ​ສາດສະໜາຈັກ ​ໃນ​ມື້​ນີ້.

ປະທານທອມ​ມັສ ​ແອັສ ມອນ​ສັນ ​​ເຄີຍ​ກ່າວ​ວ່າ:

“​ໂລກ​ນີ້​ບາງ​ເທື່ອ​ກໍ​ເປັນ​ບ່ອນ​ທີ່​ໜ້າ​ຢ້ານ​ກົວ​ທີ່​ຈະ​ອາ​ໄສ​ຢູ່. ຄຸນຄ່າ​​ເລື່ອງ​ສິນ​ທຳ​ຂອງ​ສັງຄົມ ​ເບິ່ງ​ຄື​ວ່າ ກຳລັງ​ລຸດ​ນ້ອຍຖອຍ​ລົງ​ຢ່າງວ່ອງ​ໄວ. ບໍ່​ມີ​ໃຜ—ບໍ່​ວ່າ​ຈະ​ໜຸ່ມ ຫລື ​ເຖົ້າ ຫລື ​ໄວ​ກາງຄົນ—ຈະ​ຖືກ​ຍົກ​ເວັ້ນຈາກ​ການກະທົບກະ​ເທືອ​ນຂອງ​ສິ່ງ​​ເຫລົ່ານັ້ນ​ໄດ້ ຊຶ່ງ​ຫວັງ​ທີ່​ຈະ​ດຶງ​ເຮົາ​ລົງ ​ແລະ ທຳລາຍ​ເຮົາ. …

“… ແຕ່​ເຮົາ​ບໍ່​ຕ້ອງ​ທໍ້ຖອຍ. … ​ເຮົາ​ກຳລັງ​ເຮັດ​ສົງຄາມ​ກັບ​ຄວາມ​ບາບ. … ມັນ​ເປັນ​ສົງຄາມ​ທີ່​ເຮົາ​ສາມາດ ​ແລະ ຈະ​ເອົາ​ຊະນະ​ໄດ້. ພຣະບິດາ​ເທິງ​ສະຫວັນຂອງ​ເຮົາ​ໄດ້​ມອບ​ເຄື່ອງມື​ທີ່​ຈຳ​ເປັນ​ໃຫ້​ເຮົາ ​ເພື່ອວ່​າເຮົາ​ຈະ​ສາມາດ​ເຮັດ​ສິ່ງ​ນີ້​ໄດ້.”1

​ເຮົາ​ທຸກ​ຄົນ, ທັງ​ໜຸ່ມ ​ແລະ ​​ແກ່, ກຳລັງ​ປະ​ເຊີນ​ກັບ​ສົງຄາມ​ ​ໃນ​ແຕ່ລະວັນ ທີ່​ປະທານມອນ​ສັນ​ໄດ້​ກ່າວ​ເຖິງ. ສັດຕູ ​ແລະ ບໍລິວານ​ຂອງ​ມັນ ພະຍາຍາມ​ກີດ​ກັນ​ເຮົາ. ຈຸດປະສົງ​ຂອງ​ພວກ​ມັນແມ່ນ ​ທີ່ຈະຊັກ​ຊວນ​ເຮົາ ​ໃຫ້​ໜີ​ໄປ​ຈາກ​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ນຳພຣະຜູ້​ເປັນ​ເຈົ້າ, ​ເຮັດ​ໃຫ້​ເຮົາ​ລືມມໍລະ​ດົກ​ນິລັນດອນ​ຂອງ​ເຮົາ. ພວກ​ມັນ​ຮູ້ຈັກ​ແຜນ​ຂອງ​ພຣະບິດາ​ສຳລັບ​​ລູກ​ຂອງ​ພຣະອົງ ເປັນ​ຢ່າງ​ດີ, ​ເພາະ​ພວກ​ມັນ​ໄດ້​ຢູ່ນຳ​​ເຮົາ ​ໃນ​ສະພາມະຫາສານ​ຢູ່​​ສະຫວັນ ຕອນ​ແຜນ​ຖືກ​ມອບ​ໃຫ້. ພວກ​ມັນ​ພະຍາຍາມ​ເອົາ​ປຽບຈຸດ​ອ່ອນ ​ແລະ ​ຄວາມ​ອ່ອນ​ແອຂອງ​ເຮົາ, ​ໂດຍ​ການ​ຫລອກ​ລວງ​​ເຮົາ ດ້ວຍ “ໝອກ​ແຫ່ງ​ຄວາມ​ມືດ​ ..., ທີ່​ເຮັດ​ໃຫ້​ຕາບອດ ແລະ ເຮັດ​ໃຫ້​ໃຈ​ຂອງ​ລູກ​ຫລານ​ມະນຸດ​ແຂງ​ກະດ້າງ, ແລະ ນຳພາ​ພວກ​ເຂົາ​ໄປ​ໃນ​ເສັ້ນທາງ​ອັນ​ກວ້າງຂວາງ, ​ເພື່ອ​ພວກ​ເຂົາ​ຈະ​ຕາຍ ແລະ ຫາຍ​ສາບ​ສູນ​ໄປ.”2

​ເຖິງ​ແມ່ນ​ເຮົາ​ຕ້ອງ​ປະ​ເຊີນ​ກັບ​ສິ່ງ​ກົງກັນຂ້າມ, ດັ່ງ​ທີ່​ປະທານມອນ​ສັນ​ໄດ້​ສອນ, ນີ້​ແມ່ນ​ສົງຄາມ​ທີ່​ເຮົາ​ສາມາດ ​ແລະ ຈະ​ເອົາ​ຊະນະ​ໄດ້.​ ພຣະຜູ້​ເປັນ​ເຈົ້າ​ໄວ້​ວາງ​ໃຈ​ໃນຄວາມ​ສາມາດ ​ແລະ ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ ທີ່​ຈະ​​ເອົາ​ຊະນະ​ໄດ້.

ພຣະຄຳ​ພີ​ບັນຈຸ​ຕົວຢ່າງ​ຈົນ​ນັບ​ບໍ່​ຖ້ວນ ກ່ຽວ​ກັບ​ຜູ້​ໄດ້​ເອົາ​ຊະນະ​ສົງຄາມ, ​ແມ່ນ​ແຕ່​ໃນ​ລະຫວ່າງສະພາບ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ. ຕົວຢ່າງ​ໜຶ່ງ​ແມ່ນ ນາຍ​ທັບ​ໂມ​ໂຣ​ໄນ ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ. ຊາຍ​ໜຸ່ມ​ທີ່​ໜ້າ​ປະຫລາດ​ໃຈ​ຄົນ​ນີ້ ມີ​ຄວາມ​ກ້າຫານ ທີ່​ຈະ​ປົກ​ປ້ອງ​ຄວາມ​ຈິງ ​ໃນ​ເວລາ​ທີ່ມີ​ການ​ແຕກ​ແຍກ, ​ແລະ ສົງຄາມ, ຊຶ່ງ​ອາດ​ທຳລາຍ​ປະຊາ​ຊາດ​ຊາວ​ນີ​ໄຟ​ທັງ​ໝົດ. ​ເຖິງ​ແມ່ນ​ວ່າ ​ເພິ່ນ​ເກັ່ງ​ກ້າ​​ເລື່ອງການ​ເຮັດ​ໜ້າ​ທີ່​ຮັບຜິດຊອບ​ຂອງ​​ເພິ່ນ, ​ແຕ່​​ໂມ​ໂຣ​ໄນ​ຍັງ​ຖ່ອມ​ຕົນຄື​ເກົ່າ. ສິ່ງ​ນີ້​ ​ແລະ ຄຸນ​ສົມບັດ​ຢ່າງ​ອື່ນໆ​ຂອງ​ເພິ່ນ ເຮັດ​ໃຫ້​​ເພິ່ນ​​ເປັນ​ເຄື່ອງມື​ໃນ​ພຣະຫັດ​ຂອງ​ພຣະ​ເຈົ້າ ທີ່​ດີ​ເດັ່ນ ໃນ​ເວລາ​ນັ້ນ. ​ໜັງສື​ຂອງ​ແອວ​ມາ​ ​ໄດ້ອະທິບາຍ​ວ່າ ຖ້າ​ຫາກ​ຊາຍ​ທຸກ​ຄົນ ​ໄດ້​ເປັນ​ເໝືອນ​ດັ່ງ​ໂມ​ໂຣ​ໄນ, “ອຳນາດ​ຂອງ​ນະລົກ​ນັ້ນຈະ​ສັ່ນ​ສະ​ເທືອນຕະຫລອດ​ການ; [​ແລະ] ມານ​ຈະ​ບໍ່​ມີ​ອຳນາດ​ເໜືອ​ໃຈ​ຂອງ​ລູກ​ຫລານ​ມະນຸດ​ເລີຍ.”3 ຄຸນສົມບັດ​ທັງ​ໝົດ​ຂອງ​ໂມ​ໂຣ​ໄນ ມາ​ຈາກ​ສັດທາ​ອັນ​ຍິ່ງ​ໃຫຍ່​ຂອງ​​ເພິ່ນໃນ​ພຣະ​ເຈົ້າ ​ແລະ ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ4 ແລະ ຄວາມ​ຕັ້ງ​ໃຈ​ອັນ​ໜັກ​ແໜ້ນ​ຂອງ​​ເພິ່ນ ທີ່​ຈະ​ເຮັດ​ຕາມ​ສຸລະສຽງຂອງ​ພຣະ​ເຈົ້າ ​ແລະ ສາດສະດາ​ຂອງພຣະອົງ.5

ປຽບ​ປະມາ​ແລ້ວ, ​ເຮົາ​ທຸກ​ຄົນ​ຕ້ອງ​​ແປງ​ຕົວ​ເປັນ​ນາຍ​ທັບ​ໂມ​ໂຣ​ໄນ ​ໃນ​ປະຈຸ​ບັນ ​ເພື່ອ​ຈະ​​ເອົາ​ຊະນະ​ສົງຄາມ ກັບ​ອິດ​ທິພົນ​ທີ່​ຊົ່ວ​ຮ້າຍ​ໃນ​ຊີວິດ​ຂອງ​ເຮົາ. ຂ້າພະ​ເຈົ້າຮູ້ຈັກ​ ມັກຄະ​ນາຍົກ​ຄົນ​ໜຶ່ງ ຜູ້​ໄດ້​ແປງ​ຕົວ ​ເປັນ​ນາຍ​ທັບ​ໂມ​ໂຣ​ໄນ ​ໃນ​ປະຈຸ​ບັນ. ຊາຍ​ໜຸ່ມ​ຄົນ​ນີ້ ຊື່ສັດ​ແທ້ໆ ​ແລະ ​ໄດ້​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພໍ່​ແມ່​ ​ແລະ ຜູ້ນຳ​ໃນ​ສາດສະໜາ​ຈັກ​ຂອງ​ລາວ. ສັດທາ​ ​ແລະ ຄວາມ​ຕັ້ງ​ໃຈ​ຂອງ​ລາວ ​ໄດ້​ຖືກ​ທົດ​ສອບ ທຸກ​ວັນ, ​ແມ່ນ​ແຕ່​ຕອນ​ຍັງ​ນ້ອຍ. ລາວ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ລາວ​ຕົກ​ໃຈ ​ເມື່ອ​ປະ​ເຊີນ​ກັບ​ສະພາບ​ການ​ທີ່​ຫຍຸ້ງຍາກ ​ແລະ ບໍ່​ສະບາຍ​ໃຈ—ໝູ່​ເພື່ອນ​ຂອງ​ລາວ​ກຳລັງ​ເບິ່ງ​ຮູບ​ພາບ​ລາມົກ ຢູ່​ໃນ​ມື​ຖື​ຂອງ​ພວກ​ເຂົາ. ​ໃນ​​ເວລາ​ນັ້ນ​ເອງ, ຊາຍ​ໜຸ່ມ​ຄົນ​ນີ້ ຕ້ອງ​ໄດ້​ຕັດສິນ​ໃຈ​ວ່າ ສິ່ງ​​ໃດ​ທີ່​ສຳຄັນ​ທີ່​ສຸດ—​ຄວາມ​ໂດ່​ງດັງ​ຂອງ​ລາວ ຫລື ຄວາມຊອບ​ທຳຂອງ​ລາວ. ​ໃນ​ສອງ​ສາມ​ວິ​ນາທີ ຫລັງ​ຈາກ​ນັ້ນ, ລາວ​ໄດ້​ເຕັມ​​ໄປ​ດ້ວຍ​ຄວາມ​ກ້າຫານ ​ແລະ ​ໄດ້​ບອກ​ໝູ່​ເພື່ອນ​ຂອງ​ລາວ​ວ່າ ສິ່ງ​ທີ່​ພວກ​ເຂົາ​ກຳລັງ​ເຮັດ​ຢູ່​ນັ້ນ ​ເປັນ​ສິ່ງ​ບໍ່​ດີ. ຍິ່ງ​ໄປ​ກວ່າ​ນັ້ນ, ລາວ​ໄດ້​ບອກ​ພວກ​ເຂົາ​ວ່າ ພວກ​ເຂົາ​ຄວນ​ຢຸດ​ເຮັດ​ສິ່ງ​ທີ່​ພວກ​ເຂົາ​ກຳລັງ​ເຮັດ​ຢູ່​ນັ້ນ, ຖ້າ​ບໍ່​ດັ່ງນັ້ນ ພວກ​ເຂົາ​ຈະ​ກາຍ​ເປັນຂ້າ​ທາດ​ຂອງ​ມັນ. ໝູ່​ຫລາຍ​ຄົນ​ໄດ້​ເວົ້າ​ເຍາະ​ເຍີ້​ຍລາວ, ​ໂດຍ​ກ່າວ​ວ່າ ມັນ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ຊີວິດ ​ແລະ ກໍ​ບໍ່​​ແມ່ນ​ເລື່ອງ​ເສຍ​ຫາຍ​ແນວ​ໃດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄົນ​ໜຶ່ງ​ໃນ​ພວກ​ເຂົາ​ໄດ້​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ຊາຍ​ໜຸ່ມ​ຄົນ​ນີ້ ​ແລະ ​ໄດ້​ເຊົາ​ເຮັດ.

ຕົວຢ່າງ​ຂອງ​ມັກຄະ​ນາຍົກ​ຄົນ​ນີ້ ​ໄດ້​ເປັນ​ອິດ​ທິພົນ​ທີ່​ດີ ຢ່າງ​ໜ້ອຍ​ຕໍ່​ເພື່ອນ​ນັກຮຽນ​ຄົນ​ໜຶ່ງ. ຢ່າງ​ບໍ່​ຕ້ອງ​ສົງ​​ໃສ, ລາວ ​ແລະ ​ເພື່ອນ​ຂອງ​ລາວ​ຕ້ອງ​ຖືກ​ເຍາະ​ເຍີ້​ຍ ​ແລະ ຖືກ​ຂົ່ມ​​ເຫັງ ​ເພາະ​ການ​ຕັດສິນ​ໃຈ​ນັ້ນ. ກົງກັນຂ້າມ, ພວກ​ເຂົາ​ໄດ້​ເຮັດ​ຕາ​ມຄຳ​ແນະນຳ​ຂອງ​ແອວ​ມາ ຕໍ່​ຜູ້​ຄົນ​ຂອງ​ເພິ່ນ ​ເມື່ອ​ເພິ່ນ​ກ່າວ​ວ່າ, “ຈົ່ງ​ຢ່າແຕະຕ້ອງ​ສິ່ງ​ທີ່​ບໍ່​ສະອາດ​ຂອງ​ພວກ​ເຂົາ.”6

ປຶ້ມນ້ອຍ ທີ່​ຊື່ວ່າ ສຳລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ບັນຈຸ​ຄຳ​ແນະນຳ​ດັ່ງ​ຕໍ່​ໄປ​ນີ້ ຈາກ​ຝ່າຍ​ປະທານ​ສູງ​ສຸດ ຕໍ່​ຊາວ​ໜຸ່ມ​ຂອງ​ສາດສະໜາ​ຈັກ: “​ເຈົ້າ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ເລືອກ​ຂອງ​ເຈົ້າ. ພຣະ​ເຈົ້າຮູ້ຈັກ​ເຈົ້າດີ ​ແລະ ຈະ​ຊ່ອຍ​​ເຈົ້າ​ເລືອກ​ສິ່ງ​ດີ, ​​ເຖິງ​ແມ່ນ​ຄອບຄົວຂອງ​ເຈົ້າ ​ແລະ ໝູ່​ເພື່ອນ​ຂອງ​ເຈົ້າ ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຂົາ​ເຈົ້າ ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ກໍ​ຕາມ. ​ຈົ່ງ​ມີ​ຄວາມ​ກ້າຫານ​ທາງ​ສິນ​ທຳ ທີ່​ຈະ​ຍຶດໝັ້ນ​ໃນ​ການ​ເຊື່ອ​ຟັງ​ຕໍ່​ພຣະປະສົງ​ຂອງ​ພຣະ​ເຈົ້າ, ​​ເຖິງ​ແມ່ນ​​ເຈົ້າຕ້ອງຢືນ​ຢູ່​ຄົນ​ດຽວ​ກໍ​ຕາມ. ​ເມື່ອ​ເຈົ້າ​ເຮັດ​ສິ່ງ​ນີ້, ​ເຈົ້າ​ຈະ​ເປັນ​ແບບຢ່າງ​ໃຫ້​ແກ່​ຄົນ​ອື່ນ ທີ່​ຈະ​ເຮັດ​ຕາມ.”7

ສົງຄາມ​ລະຫວ່າງ​ຄວາມ​ດີ ​ແລະ ຄວາມ​ຊົ່ວ ຈະ​ດຳ​ເນີນ​ຕໍ່​ໄປ ຕະຫລອດ​ຊົ່ວ​ຊີວິດ​ຂອງ​ເຮົາ, ​ເພາະ​ມັນ​ເປັນ​ຈຸດປະສົງ​ຂອງ​ຜູ້​ປໍ​ລະ​ປັກ ທີ່​ຈະ​ເຮັດ​ໃຫ້​ທຸກ​ຄົນ​ທຸກທໍລະມານ​ຄື​ກັນ​ກັບ​ມັນ. ຊາຕາ​ນ ​ແລະ ບໍລິວານ​ຂອງ​ມັນ ຈະ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ສັບສົນ ​ແລະ ຢາກ​ຄວບ​ຄຸມ​ເຮົາ​ໂດຍ​ການ​ລໍ້​ລວງ​ເຮົາ​ໃຫ້​ເຮັດຄວາມ​ຜິດ​ບາບ. ຖ້າ​ພວກ​ມັນ​ເຮັດ​ໄດ້, ພວກ​ມັນ​ຈະ​ທຳລາຍ​ທຸກ​ສິ່ງ​ທີ່​ດີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ສຳຄັນ​ທີ່​​ເຮົາຈະ​ເຂົ້າ​ໃຈ​ວ່າ ພວກ​ມັນ​ບໍ່ມີ​ອຳນາດ​ເໜືອ​ເຮົາ ຍົກ​ເວັ້ນ​ແຕ່ເຮົາຈະ​ອະນຸຍາດ​ໃຫ້​ມັນ​ມີ.

ພຣະຄຳ​ພີ​ກໍ​ມີຫລາຍໆ​ຕົວຢ່າງ ກ່ຽວ​ກັບ​ຜູ້​ຄົນ​ທີ່​ໄດ້​ອະນຸຍາດ​ໃຫ້​ຜູ້​ປໍ​ລະ​ປັກມີ​ອຳນາດ ​ແລະ ​ໃນ​ທີ່​ສຸດ ​ໄດ້​ມີ​ຄວາມ​ສັບສົນ ​ແລະ ຖືກ​ທຳລາຍ​ ​​ເຊັ່ນ ນີຮໍ, ​ໂຄຣິຫໍ, ​ແລະ ​ເຊ​ເຣັມ. ​ເຮົາ​ຕ້ອງ​ລະວັງສິ່ງ​ອັນຕະລາຍ​ນີ້. ເຮົາ​ບໍ່​ຄວນ​ປ່ອຍ​ໃຫ້​ຕົນ​ເອງ​ສັບສົນ​ໂດຍ​ຂ່າວສານອັນ​ທີ່​ຜູ້​ຄົນ​​ໃນ​ໂລກນິຍົມ​ກັນຢ່າງ​ງ່າຍດາຍ ​ອັນ​ທີ່​ກົງກັນຂ້າມ​ກັບ​ຄຳ​ສອນ ​ແລະ ຫລັກ​ທຳ​ທີ່​ແທ້​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ. ຂ່າວສານ​ທາງ​ໂລກຫລາຍ​ຢ່າງ​ເຫລົ່າ​ນີ້ ​ບໍ່ເປັນ​ຕົວ​ແທນ​ໃຫ້ສິ່ງ​ໃດ ນອກຈາກການ​ລໍ້​ລວງ​ສັງຄົມ​ໃຫ້​ແກ້​ຕົວ​ໃຫ້​ຄວາມ​ຜິດ​ບາບ. ​ເຮົາ​ຕ້ອງ​ຈື່​ຈຳ​ວ່າ, ​ໃນ​ທີ່​ສຸດ, ທຸກ​ຄົນ​ຈະ​ຢືນ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະຄຣິດ ​ແລະ ຖືກ​ພິພາກສາ​ຕາມ​ວຽກ​ງານ​ຂອງ​ເຮົາ, ບໍ່​ວ່າ​ຈະ​ດີ ຫລື ຊົ່ວ​ກໍ​ຕາມ.8 ເມື່ອ​ເຮົາ​ປະ​ເຊີນ​ກັບ​ຂ່າວສານ​ທາງ​ໂລກ​ເຫລົ່າ​ນີ້, ​ເຮົາ​ຈະ​ຕ້ອງ​ມີ​ຄວາມ​ກ້າຫານ ​ແລະ ມີ​ຄວາມ​ຮູ້​ທີ່​ໝັ້ນຄົງ ​ກ່ຽວ​ກັບ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ ທີ່​ຈະ​ເລືອກ​ສິ່ງ​ດີ.

​ເຮົາ​ທຸກ​ຄົນ​ສາມາດ​ໄດ້​ຮັບ​ພະລັງ​ທີ່​ຈະ​ເລືອກ​ສິ່ງ​ດີ ຖ້າ​ຫາກ​ເຮົາ​ສະ​ແຫວງຫາ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ໄວ້​ວາງ​ໃຈທັງ​ໝົດ ​ແລະ ມີ​ສັດທາ​ໃນ​ພຣະອົງ. ​ແຕ່, ດັ່ງ​ທີ່​ພຣະຄຳ​ພີ​ສອນ, ​ເຮົາ​ຕ້ອງ​ຈິງ​ໃຈ ​ແລະ ມີ​ຄວາມ​ຕັ້ງ​ໃຈ​ແທ້ໆ, ​ແລ້ວພຣະ​ຜູ້​ເປັນ​ເຈົ້າ, ​ໃນ​ຄວາມ​ເມດ​ຕາ​ອັນ​ເປັນນິດ​ຂອງ​ພຣະອົງ, ຈະ​ສະ​ແດງ​ຄວາມ​ຈິງ​ໃຫ້​ປະຈັກ​ແກ່​ເຮົາ “ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ. ແລະ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ ​ເຮົາຈະ​ຮູ້ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ.”9

ຄວາມ​ຮູ້​ນີ້​ທີ່​ໄດ້​ມາ​ຜ່ານ​ທາງ​ພຣະວິນ​ຍານ​ບໍລິສຸດ ​ບໍ່​ແມ່ນ​ສິ່ງ​ອື່ນ ນອກຈາກ​ຈະ​ເປັນປະຈັກ​ພະຍານ​ຂອງ​ເຮົາ, ຊຶ່ງ​ເປັນ​ພະລັງ​ໃຫ້​ແກ່​ສັດທາ​ ​ແລະ ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ​ໃນ​ຍຸກ​ສຸດ​ທ້າຍ​ນີ້, ບໍ່​ວ່າ​ຂ່າວສານ​ທີ່​​ເຮົາ​ໄດ້​ຍິນ​ຈາກ​ໂລກ ຈະ​ມີ​ຄົນ​ນິຍົມ​ກັນ​ຫລາຍ​ປານ​ໃດ​ກໍ​ຕາມ. ປະຈັກ​ພະຍານ​ຂອງ​ເຮົາ ຈະ​ເປັນ​ເຄື່ອງ​ກຳ​ບັງ ​ເພື່ອ​ປົກ​ປ້ອງ​ເຮົາ ຈາກ​ລູກ​ສອນ​ໄຟ ຂອງ​ຜູ້​ປໍລະ​ປັກ ​ໃນ​ຄວາມ​ພະຍາຍາມ​ຂອງ​ມັນ ທີ່​ຈະ​​ໂຈມ​ຕີ​ເຮົາ.10 ມັນຈະ​ນຳພາ​ເຮົາ ຜ່ານ​ຜ່າ​ຄວາມ​ມືດ ​ແລະ ຄວາມ​ສັບສົນ ທີ່​ມີ​ຢູ່ໃນ​​ໂລກ​ ​ໃນທຸກ​ວັນ​ນີ້.11

ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫລັກ​ທຳ​ນີ້ ​ຕອນ​ຂ້າພະ​ເຈົ້າ​ໄດ້​​ໄປ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ​ໜຸ່ມ. ຄູ່​ສອນ​ຂອງ​ຂ້າພະ​ເຈົ້າກັບ​ຂ້າພະ​ເຈົ້າ ​ໄດ້​ຮັບ​ໃຊ້​ຢູ່​ໃນ​ສາຂາ​ນ້ອຍໆ​ແຫ່ງ​ໜຶ່ງ​ທີ່ຢູ່​ຫ່າງ​ໄກ ຂອງ​ສາດສະໜາ​ຈັກ. ພວກ​ເຮົາ​ໄດ້​ພະຍາຍາມ​ເວົ້າລົມ​ນຳ​ທຸກ​ຄົນ​ຢູ່​ໃນ​ເມືອງ​. ​ເຂົາ​ເຈົ້າກໍ​ຮັບ​ເອົາ​ມັນ​ເປັນ​ຢ່າງ​ດີ, ​ແຕ່​ເຂົາ​ເຈົ້າມັກ ​ໂຕ້​ຖຽງ​ກ່ຽວ​ກັບ​ພຣະຄຳ​ພີ ​ແລະ ​ໄດ້ສອບຖາມ​ພວກ​ເຮົາ​ເລື່ອງ​ຫລັກ​ຖານ​ທີ່​ແນ່ນອນ ກ່ຽວ​ກັບຄວາມ​​ເປັນ​ຈິງ ຂອງ​ສິ່ງ​ທີ່​ພວກ​ເຮົາ​ສອນ.

ຂ້າພະ​ເຈົ້າຈື່​ໄດ້​ວ່າ ​ທຸກ​ເທື່ອ​ທີ່​ຄູ່​ສອນ​ກັບ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ພິສູດ​ບາງ​ສິ່ງ​ໃຫ້​ຜູ້​ຄົນ​ເຫັນ, ພຣະວິນ​ຍານ​ຂອງ​ພຣະ​ເຈົ້າ ​ໄດ້​ໜີ​ຈາກ​ພວກ​ເຮົາ​ໄປ ​ແລະ ພວກ​ເຮົາ​ຮູ້ສຶກ​ທໍ້ຖອຍ​ໃຈ ​ແລະ ສັບສົນ. ພວກ​ເຮົາ​ໄດ້​ຮູ້ສຶກ​ວ່າ ພວກ​ເຮົາ​ຄວນ​ໃຫ້​ປະຈັກ​ພະຍານ​ຂອງ​ພວກ​ເຮົາ​​ຄຽງ​ຄູ່​ໄປກັບ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ທີ່​ພວກ​ເຮົາ​ສອນ. ນັບ​ແຕ່​ນັ້ນມາ, ຂ້າພະ​ເຈົ້າຈື່​ໄດ້ວ່າ ​ເມື່ອ​ພວກ​ເຮົາ​ໄດ້​ສະ​ແດງ​ປະຈັກ​ພະຍານ​ດ້ວຍ​ສຸດ​ໃຈ, ພະລັງ​ຢືນຢັນ​ທີ່​ງຽບໆ, ຊຶ່ງ​ມາ​ຈາກ​ພຣະວິນ​ຍານ​ບໍລິສຸດ, ​ໄດ້​ເຕັມ​ຢູ່​ໃນ​ຫ້ອງ ​ແລະ ບໍ່​ມີ​ຊ່ອງ​ວ່າງ​ສຳລັບ​ຄວາມ​ສັບສົນ ​ຫລື ​ໂຕ້​ຖຽງ​ກັນ. ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ພະລັງ​ຊົ່ວ​ຮ້າຍ​ບໍ່​ສາມາດ​ຢູ່​ທີ່​ນັ້ນ ທີ່​ສາມາດ​ສ້າງ​ຄວາມ​ສັບສົນ, ຫລອກ​ລວງ, ຫລື ​ທຳລາຍ​ປະຈັກ​ພະຍານ ທີ່​ຈິງ​ໃຈຂອງ​ສານຸສິດ​ທີ່​ແທ້​ຈິງຂອງ​ພຣະ​ເຢຊູ​ຄຣິດ.

ດັ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ, ຜູ້​ປໍ​ລະ​ປັກ​ຢາກ​ຝັດ​ຮ່ອນ​ເຮົາ​ເໝືອນ​ຝັດ​ເຂົ້າ​ເປືອກ, ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ຄວາມ​ສາມາດ ທີ່​ຈະ​ເປັນ​ອິດ​ທິພົນ​ໃຫ້​ແກ່​ໂລກ ​ໃນ​ທາງ​ດີ.12

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ​ເພາະ​ຈຳນວນ​ຂອງຄວາມ​ສັບສົນ​ ​ແລະ ຄວາມ​ສົງ​ໄສ ກຳລັງ​ຂະຫຍາຍ​ອອກ​ໄປ​ຕະຫລອດ​ທົ່ວ​ໂລກ ​ໃນ​ທຸກ​ວັນ​ນີ້, ​ເຮົາ​ຈຶ່ງ​ຕ້ອງ​ຍຶດໝັ້ນປະຈັກ​ພະຍານ​ຂອງ​ເຮົາ ​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໄວ້​ໃຫ້​ແໜ້ນ. ​ແລ້ວ​​ເຮົາ​ຈະ​ສາມາດ​ປົກ​ປ້ອງ​ຄວາມ​ຈິງ ​ແລະ ຄວາມ​ຍຸດຕິ​ທຳ​ໄດ້​ຫລາຍ​ກວ່າ​ເກົ່າ. ​ເຮົາ​ຈະ​ເອົາ​ຊະນະ​ສົງຄາມກັບ​ຄວາມ​ຊົ່ວຮ້າຍ ​ໃນ​ແຕ່​ລະ​ວັນ​​ໄດ້, ​ແລະ ​ແທນ​ທີ່​ຈະ​ທໍ້ຖອຍ​ໃຈ​ໃນ​ຊີວິດ, ​ເຮົາ​ຈະ​ລວມກຳລັງ​ເຂົ້າກັນ ​ເພື່ອ​ຂຶ້ນ​​ໃຫ້​ເຖິງ​ມາດຕະຖານ​ຂອງ​ພຣະອາຈານ.

ຂ້າພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ທັງຫລາຍ​ ໃຫ້​ພົບ​ຄວາມ​ປອດ​ໄພ​ໃນ​ຄຳ​ສອນທີ່​ບັນຈຸ​ຢູ່​ໃນພຣະຄຳ​ພີ. ນາຍ​ທັບ​ໂມ​ໂຣ​ໄນ​ໄດ້​​ໃຫ້​ສັດທາ​ຂອງ​ເພິ່ນ​ຄຽງ​ຄູ່​ໄປກັບ​ພຣະ​ເຈົ້າ ​ແລະ ​​ໃຫ້​ປະຈັກ​ພະຍານ​ຂອງ​​ເພິ່ນ​ເຖິງ​ຄວາມ​ຈິງ ​ຄຽງ​ຄູ່​ໄປ​ກັບ​ຄວາມ​ຮູ້ ​ແລະ ສະຕິ​ປັນຍາ ທີ່​ພົບ​ເຫັນ​ຢູ່​ໃນ​ພຣະຄຳ​ພີ. ​ໃນ​ວິທີ​ນີ້, ​ເພິ່ນ​ໄດ້ໝັ້ນ​ໃຈ​ວ່າ ​ເພິ່ນຈະ​ໄດ້​ຮັບ​ພອນ​ຈາກ​ພຣະຜູ້​ເປັນ​ເຈົ້າ ​ແລະ ຈະ​ໄດ້​ຮັບ​ໄຊຊະນະ, ຊຶ່ງ​ມັນ​ກໍ​ໄດ້​ເປັນ​ໄປ​ດັ່ງນັ້ນ.

ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ທັງຫລາຍ ​ໃຫ້​ພົບ​ຄວາມ​ປອດ​ໄພ​ໃນ​ຖ້ອຍ​ຄຳ​ທີ່​ສະຫລາດ​ຂອງ​ສາດສະດາ ​ໃນ​ປະຈຸ​ບັນ. ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ: “ເຮົາ​ຜູ້​ທີ່​ໄດ້​ຖືກ​ແຕ່ງຕັ້ງຕໍ່​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ ສາມາດ​ສ້າງ​ຄວາມ​ແຕກ​ຕ່າງ​​ໄດ້. ​ເມື່ອ​ເຮົາ​ຮັກສາ​ຄວາມ​ບໍລິສຸດສ່ວນ​ຕົວ ​ແລະ ຮັກສາ​ກຽດ​ຂອງ​ຖານະ​ປ​ະ​ໂລຫິດ​ໄວ້, ​ແລ້ວ​ເຮົາ​ຈະ​ກາຍ​ເປັນ​ຕົວຢ່າງ​ທີ່​ຊອບ​ທຳ​ໃຫ້​ແກ່​ຄົນ​ອື່ນ​ທີ່​ຈະ​ຕິດຕາມ … [​ແລະ ​ເຮົາ] ຊ່ອຍ​​ສ່ອງ​ແສງ​ໃນ​ໂລກ​ທີ່​ມືດ​ມົວ​ນີ້​ໄດ້.”13

​ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ທັງຫລາຍ ​ໃຫ້​ໄວ້​ວາງ​ໃຈ​ໃນຄຸນ​ງາມ​ຄວາມ​ດີ ​ແລະ ​ອຳນາດ​​ແຫ່ງການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ຜ່ານການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ, ​ເຮົາ​ຈະ​ສາມາດ​ມີ​ຄວາມ​ກ້າຫານ ທີ່​ຈະ​ເອົາ​ຊະນະ​ສົງຄາມ ​ໃນ​ວັນ​ເວລາ​ຂອງ​ເຮົາ, ​ແມ່ນ​ແຕ່​ໃນ​ທ່າມກາງ​ຄວາມ​ຫຍຸ້ງຍາກ, ການ​ທ້າທາຍ, ​ແລະ ການ​ລໍ້​ລວງ. ຂໍ​ໃຫ້​ເຮົາ​ຈົ່ງ​ໄວ້​ວາງ​ໃຈ​ໃນ​ຄວາມ​ຮັກ ​ແລະ ອຳນາດ​​ຂອງ​ພຣະອົງ ​ທີ່​ຈະ​ຊ່ອຍ​​​ເຮົາໃຫ້ລອດ. ອົງພຣະຄຣິດ​ເອງໄດ້​ກ່າວ​ວ່າ:

“​ເຮົານີ້​ແຫລະ ​ເປັນ​ທາງນັ້ນ, ​ເປັນຄວາມ​ຈິງ, ​ແລະ ​ເປັນ​ຊີວິດ: ບໍ່​ມີ​ຜູ້​ໃດ​ມາ​ເຖິງ​ພຣະບິດາ, ນອກຈາກ​ມາ​ທາງ​ເຮົາ.”14

“​ເຮົາ​ນີ້​ແຫລະ ເປັນຄວາມ​ສະຫວ່າງ​ຂອງ​ໂລກ: ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ ​ແລະ ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມ​ມືດ​ຈັກ​ເທື່ອ.”15

“​ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າທັງຫລາຍ ​ເພື່ອ​ພວກ​ເຈົ້າຈະ​ມີ​ຄວາມ​ສະຫງົບ​ສຸກ​ໃນ​ເຮົາ. ​ໃນ​ໂລກ​ນີ້​ພວກ​ເຈົ້າຈະ​ມີ​ຄວາມທຸກ​ລຳບາກ​: ​ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ; ​ເພາະ​ຝ່າຍ​ເຮົ​າໄດ້​ຊະນະ​ໂລກ​ແລ້ວ.”16

ຂ້າພ​ະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.