​2010–2019
ຄຳ​ຮ້ອງ​ຂໍ​ຕໍ່​ເອື້ອຍ​ນ້ອງ​ຂອງ​ຂ້າພະເຈົ້າ
ຕຸລາ 2015


ຄຳ​ຮ້ອງ​ຂໍ​ຕໍ່​ເອື້ອຍ​ນ້ອງ​ຂອງ​ຂ້າພະເຈົ້າ

ພວກ​ເຮົາອາໄສພະລັງ, ການ​ປ່ຽນ​ໃຈ, ຄວາມ​ເກັ່ງ​ກ້າ, ຄວາມ​ສາມາດ​ໃນ​ການ​ນຳພາ, ປັນຍາ, ແລະ​ ປາກ​ສຽງ​ຂອງ​ທ່ານ​.

ແອວເດີ ແຣັສ໌ແບນ, ແອວເດີ ສະຕີບເວັນສັນ, ແລະ ແອວເດີ ເຣັນລັນ ທີ່​ເຄົາລົບ, ພວກ​ເຮົາ ທີ່​ເປັນ​ອ້າຍ​ນ້ອງ​ຂອງ​ພວກ​ທ່ານ, ຂໍ​ຕ້ອນຮັບ​ພວກ​ທ່ານ​ເຂົ້າ​ສູ່ ກຸ່ມ​ອັກ​ຄະ​ສາວົກ​ສິບ​ສອງ. ພວກ​ເຮົາ​​ຂໍ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ການ​ເປີດ​ເຜີຍ ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ແກ່​ສາດ​ສະ​ດາ​ຂອງ​ພຣະ​ອົງ, ປະທານ​ທອມມັສ ແອັສ ມອນສັນ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ ເມື່ອ​ພວກ​ເຮົາ​ໄດ້​ມາ​ປະຊຸມ​ກັນ​ຫົກ​ເດືອນ​ແລ້ວນີ້ ບໍ່​ມີ​ໃຜ​ຄາດ​ຫວັງ​ວ່າ​ຈະ​ມີ​ການ​ປ່ຽນແປງ​ທີ່​ຈະ​ກະທົບ​ເຖິງ​ຄົນ​ທົ່ວ​ສາດສະໜາ​ຈັກ. ແອວ​ເດີ ແອວ ທອມ ​ແພຣີ ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ພະລັງ ກ່ຽວ​ກັບ​ວ່າ ເຮົາ​ບໍ່​ສາມາດ​ທົດ​ແທນ​ບົດບາດ​ຂອງ​ການ​ແຕ່ງງານ ​ແລະ​ ຄອບຄົວ ທີ່​ມີ​ໃນ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້. ສອງ​ສາມ​ມື້ຕໍ່ມາ ພວກ​ເຮົາ​ຕົກ​ຕະລຶງ ເມື່ອ​ຮູ້​ວ່າ​ເພິ່ນ​ເປັນ​ພະຍາດ​ມະ​ເລັງ ​ແລະ​ ໃນ​ບໍ່​ດົນ​ເພິ່ນ​ກໍ​ເສຍ​ຊີ​ວິດ.

ເຖິງ​ວ່າ​ສຸຂະພາບ​ຂອງ ປະທານບອຍ ເຄ ແພ໊ກ​ເກີ ຊຸດໂຊມ ແຕ່​ເພິ່ນ​ກໍ​ຍັງ​ພໍ​ເຮັດ​ວຽກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢູ່. ເດືອນ​ເມສາ​ປີ​ກາຍ​ນີ້ ເພິ່ນ​ອ່ອນແອ​ຫລາຍ ແຕ່​ເພິ່ນ​ຍັງ​ຕັ້ງໃຈ​ທີ່​ຈະ​ປະກາດ​ພຣະ​ທຳ​ຢູ່ ຕາບໃດ​ທີ່​ເພິ່ນ​ຍັງ​ມີ​ລົມ​ຫັນ​ໃຈ. ແລ້ວ​ພຽງ​ແຕ່ 34 ມື້ ເທົ່າ​ນັ້ນ ຫລັງ​ຈາກ​ແອວ​ເດີ ​ແພ​ຣີ ເສຍຊີວິດ​ໄປ, ປະທານ ແພ໊ກ​ເກີ ກໍ​ເສຍຊີວິດ​ໄປ​ຄື​ກັນ.

ພວກ​ເຮົາ​ຄິດ​ຮອດ​ແອວ​ເດີ ຣິ​ເຈີດ ຈີ ສ​ະກາດ ໃນ​ກອງ​ປະຊຸມ​ໃຫຍ່​ແລ້ວນີ້ ແຕ່​ພວກ​ເຮົາ​ໄດ້​ຫວນ​ຄິດເຖິງ​ການ​ທີ່​ເພິ່ນ​ເປັນ​ພະຍານ​ອັນ​ມີ​ພະລັງ ກ່ຽວ​ກັບ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໃນ​ກອງ​ປະຊຸມ​ເທື່ອ​ກ່ອນໆ. ແລະ ​ພຽງ​ແຕ່ 12 ວັນ ຜ່ານ​ມາ​ນີ້ ແອວ​ເດີ ສ​ະກາດ ກໍ​ໄດ້​ຖືກ​ເອີ້ນ​ໃຫ້​ກັບ​ບ້ານ​ເດີມ ແລະ ​ຄືນ​ໄປ​ຫາ​ທີ່​ຮັກ​ຂອງ​ເພິ່ນ​ທີ່​ຊື່ ຈີນີນ.

ຂ້າພະເຈົ້າ​ມີ​ກຽດ ທີ່​ໄດ້​ໃຊ້​ເວລາ​ກັບ​ເຈົ້າ​ໜ້າທີ່​ຊັ້ນ​ຜູ້​ໃຫຍ່​ທັງ​ໝົດ​ຂອງ​ຂ້າພະເຈົ້າ ໃນ​ວັນ​ເວລາ​ສຸດ​ທ້າຍ​ຂອງ​ພວກ​ເພິ່ນ ຮວມ​ທັງ​ຢູ່​ກັບ​ຄອບຄົວ​ຂອງ​ປະທານ​ແພ໊ກ​ເກີ ແລະ ຄອບຄົວ​ຂອງ​ແອວ​ເດີ ສ​ະກາດ ກ່ອນ​ພວກ​ເພິ່ນ​ເສຍ​ຊີ​ວິດ. ​ບໍ່​ໜ້າ​ເຊື່ອ​ເລີຍ ທີ່​ໝູ່​ເພື່ອນ​ແສນ​ແພງ​ສາມ​ທ່ານ ທີ່​ເປັນ​ຜູ້​ຮັບ​ໃຊ້​ທີ່​ດີເລີດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ຈາກ​ພວກ​ເຮົາ​ໄປ​ໃນ​ທັນ​ໃດ. ຂ້າພະເຈົ້າ​ຄິດ​ຮອດ​ພວກເພິ່ນ ຫລາຍ​ກວ່າ​ຈະ​ພັນ​ລະ​ນາ​ໄດ້.

ເມື່ອ​ຂ້າພະເຈົ້າ​ຫວນຄິດ​ເຖິງ​ເຫດການ​ອັນ​ບໍ່​ຄາດ​ຫວັງ​ນັ້ນ ສິ່ງ​ປະທັບ​ໃຈ​ສິ່ງ​ໜຶ່ງ​ທີ່​ຂ້າພະເຈົ້າ​ບໍ່​ສາມາດ​ລືມ​ໄດ້ ຄື​ຂ້າພະເຈົ້າ​ໄດ້​ສັງເກດ​ວ່າ ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ​ທີ່​ຍັງ​ມີ​ຊີວິດ​ຢູ່ ຄື ຊິ​ດສະ​ເຕີ ດ່ອນ​ນ້າ ສະ​ມິດ ແພ໊ກ​ເກີ ແລະ ຊິ​ດສ​ະເຕີ ບ່າ​ບາ​ຣ້າ ເດ່​ທັ້ນ ​ແພຣີ ໄດ້​ນັ່ງ​ຢູ່​ຂ້າງ​ຕຽງ​ຂອງ​ສາມີ​ພວກ​ເພິ່ນ ​ດ້ວຍ​ຄວາມ​ສະຫງົບ ຜູ້ຍິງ​ສອງ​ທ່ານ​ນັ້ນ​ພຽບ​ພ້ອມ​ໄປ​ດ້ວຍ​ຄວາມ​ຮັກ, ຄວາມ​ຈິງ, ແລະ ສັດທາ​ອັນ​ບໍລິສຸດ.

ເມື່ອ​ຊິ​ດສ​ະເຕີ ແພ໊ກ​ເກີ ໄດ້​ນັ່ງ​ຢູ່​ໃກ້​ສາມີ​ຂອງ​ເພິ່ນ​ໃນ​ຊ່ວງ​ເວລາ​ສຸດ​ທ້າຍ​ນັ້ນ ເພິ່ນ​ໄດ້​ສະແດງ​ໃຫ້​ເຮົາ​ເຫັນ​ເຖິງ​ຄວາມ​ສະຫງົບ​ທີ່​ເຮົາ​ອາດ​ບໍ່​ໜ້າ​ເຊື່ອ​ໄດ້.1 ເຖິງ​ວ່າ​ເພິ່ນ​ຮູ້​ຢູ່​ແກ່​ໃຈ​ວ່າ ຄູ່​ຮັກ​ຂອງ​ເພິ່ນ​ທີ່ຢູ່​ນຳ​ກັນ​ເກືອບ 70 ປີ ກຳລັງ​ຈະ​ຈາກ​ໄປ ແຕ່​ເພິ່ນ​ຍັງ​ສະແດງ​ໃຫ້​ເຮົາ​ເຫັນວ່າ​ ເພິ່ນ​ມີ​ຄວາມ​ສະຫງົບ ​ແລະ ​ເປັນ​ຜູ້ຍິງ​ທີ່​ປ່ຽມ​ດ້ວຍ​ສັດທາ​ຄົນ​ໜຶ່ງ. ​ເພິ່ນ​​ເໝືອນ​ນາງ​ຟ້າ ຄື​ກັນ​ກັບ​ຮູບ​ຂອງ​ພວກ​ເພິ່ນ​ສອງ​ຄົນ​ນຳ​ກັນ​ຢູ່​ໃນການ​ອຸທິດ​ພຣະ​ວິຫານ​ເມືອງ​ບຣິກຳ ຢູທາ.

ຮູບ​ພາບ
​ປະທານ ແລະ ຊິດສະເຕີ ແພ໊ກເກີ ທີ່​ພຣະ​ວິ​ຫານ​ເມືອງບຣິກຳ ຢູທາ

ຂ້າພະເຈົ້າ​ກໍ​ໄດ້​ເຫັນ ຊິດສະເຕີ ​ແພຣີ ສະແດງ​ໃຫ້​ເຮົາ​ເຫັນ​ເຖິງ​ຄວາມ​ຮັກ ແລະ​ ສັດທາ​ແບບ​ດຽວ​ກັນ. ເຮົາ​ເຫັນ​ໄດ້​ຄັກແນ່​ວ່າ ເພິ່ນ​ໄດ້​ອຸທິດ​ຕົນ​ຕໍ່​ສາມີ​ຂອງ​ເພິ່ນ ​ແລະ​ ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ ມັນ​ໄດ້​ເຮັດ​ໃຫ້​ຂ້າພະເຈົ້າ​ປະທັບ​ໃຈ​ຫລາຍ.

ຮູບ​ພາບ
ແອວເດີ ແລະ ຊິດສະເຕີ ແພຣີ

ໃນ​ເວລາ​ສຸດ​ທ້າຍ​ຂອງ​ສາມີ​ຂອງ​ພວກ​ເພິ່ນ ແລະ​ ເວລາ​ຕໍ່​ມາ​ຈົນ​ເຖິງ​ປະຈຸບັນ ຜູ້ຍິງທີ່​ເຂັ້ມແຂງ​ເຫລົ່າ​ນີ້ ໄດ້​ສະແດງ​ໃຫ້​ເຮົາ​ເຫັນ​ເຖິງ​ພະລັງ ແລະ ​ຄວາມ​ກ້າຫານ​ຂອງ​ຜູ້ຍິງ​ທີ່​ຮັກສາ​ພັນທະ​ສັນຍາ ທີ່​ເຂົາເຈົ້າ​ມີ​ມາ​ຕະ​ຫລອດ.2 ເຮົາ​ບໍ່​ສາມາດ​ວັດແທກ​ອິດ​ທິ​ພົນ​ຂອງ​ເຂົາເຈົ້າ​ໄດ້ ເຂົາເຈົ້າ​ບໍ່​ພຽງ​ແຕ່​ປະຕິບັດ​ຕໍ່​ຄອບຄົວ​ເທົ່າ​ນັ້ນ ແຕ່​ຕໍ່​ສາດສະໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ດ້ວຍ, ໃນ​ໜ້າທີ່​ເປັນ ພັນ​ລະ​ຍາ, ແມ່, ແມ່ເຖົ້າ, ເອື້ອຍ, ນ້ອງ, ປ້າ, ນ້າ, ອາ, ນາຍຄູ, ແລະ​ ຜູ້ນຳ ໂດຍ​ສະເພາະ​ເປັນ​ຕົວຢ່າງ ແລະ ເປັນ​ຜູ້​ພິທັກ​ຄວາມ​ເຊື່ອ​ຢ່າງ​ອາດ​ຫານ.3

ສິ່ງ​ນີ້​ເປັນຄວາມ​ຈິງ ໃນ​ທຸກ​ສະໄໝ​ຂອງ​ພຣະ​ກິດ​ຕິ​ຄຸນ ນັບ​ຕັ້ງແຕ່​ສະໄໝ​ອາ​ດາມ ແລະ ເອ​ວາ ມາ. ແຕ່​ວ່າ ຜູ້ຍິງ​ສະໄໝ​ນີ້ ຕ່າງ​ຈາກ​ຜູ້ຍິງ​ໃນ​ສະໄໝ​ໃດໆ ເພາະ​ສະໄໝ​ນີ້​ແຕກ​ຕ່າງ​ຈາກ​ສະໄໝ​ອື່ນ.4 ໃນ​ສະໄໝ​ນີ້​ເຂົາເຈົ້າ​ມີ​ສິດ​ພິເສດ ແລະ ຄວາມ​ຮັບຜິດຊອບ​ຕ່າງໆ.

ຮູບ​ພາບ
ຮູບ​ພາບ​ຂອງ​ປະທານ​ຄິມໂບ

ສາມ​ສິບ​ຫົກ​ປີ​ມາ​ແລ້ວ ຄື​ໃນ​ປີ 1979 ທີ່​ປະທານສະ​ເປັນ​ເຊີ ດັບເບິນຢູ ຄິມໂບ ໄດ້​ທຳນາຍ​ໄວ້​ຢ່າງ​ເລິກ​ຊຶ້ງ​ວ່າ ຜູ້ຍິງ​ແຫ່ງ​ພັນທະ​ສັນຍາ​ ຈະ​ມີ​ອິດ​ທິພົນ​ຕໍ່​ອະນາຄົດ​ຂອງ​ສາດສະໜາ​ຈັກ. ເພິ່ນ​ໄດ້​ທຳນາຍ​ໄວ້​ວ່າ ຈຳນວນ​ສະມາຊິກ​ທີ່​ເພີ່ມຂຶ້ນ​ສ່ວນ​ຫລາຍ ທີ່​ພາກັນ​ມາ​ເຂົ້າ​ໂບດ​ໃນ​ຍຸກ​ສຸດ​ທ້າຍ ແມ່ນ​ຍ້ອນ​ພວກ​ຜູ້ຍິງ​ທີ່​ດີ​ທັງຫລາຍ​ຂອງ​ໂລກ ... ເຂົາເຈົ້າ​ຈະ​ສົນໃຈ​ຢາກ​ມາ​ເຂົ້າ​ໂບດ​ເປັນ​ຈຳນວນ​ຫລາຍ. ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ຈົນ​ວ່າ ພວກ​ຜູ້ຍິງ​ຂອງ​ສາດສະໜາ​ຈັກ​ໄດ້​ສະແດງ​ໃຫ້​ເຫັນ​ຄວາມ​ທ່ຽງ​ທຳ ແລະ ຄວາມ​ສະຫລາດ​ໃນ​ຊີວິດ​ຂອງ​ເຂົາເຈົ້າ ຈົນ​ເຖິງ​ຂັ້ນ​ວ່າ​ຜູ້ຍິງ​ຂອງ​ສາດສະໜາ​ຈັກ​ມີ​ຄວາມ​ໂດດ​ເດັ່ນ ແລະ ແຕກ​ຕ່າງ—ໃນ​ທາງ​ທີ່​ມີ​ຄວາມສຸກ—ຈາກ​ຜູ້ຍິງ​ຂອງ​ໂລກ.5

ເອື້ອຍ​ນ້ອງ​ທີ່​ຮັກແພງ ທ່ານ​ເປັນ​ຜູ້​ສຳພັນ ທີ່​ສຳຄັນ​ຜູ້​ໜຶ່ງ​ໃນ​ຍຸກ​ສຸດ​ທ້າຍ ເວລາ​ທີ່​ປະທານ​ຄິມໂບໄດ້​ທຳນາຍ​ໄວ້​ນັ້ນ ແມ່ນ​ປະຈຸບັນ​ນີ້. ທ່ານ​ເປັນ​ຜູ້ຍິງ​ທີ່​ເພິ່ນ​ໄດ້​ທຳນາຍ​ໄວ້! ຄຸນ​ນະທຳ, ແສງ​ສະຫວ່າງ, ຄວາມ​ຮັກ, ຄວາມ​ຮູ້, ຄວາມ​ກ້າຫານ, ບຸກ​ຄະ​ລິກ, ສັດທາ, ແລະ​ ຊີວິດ​ທີ່​ທ່ຽງ​ທຳ​ຂອງ​ທ່ານ ຈະ​ນຳ​ຜູ້ຍິງ​ທັງຫລາຍ​ຂອງ​ໂລກ ພ້ອມ​ດ້ວຍ​ຄອບຄົວ​ຂອງ​ເຂົາເຈົ້າ ໃຫ້​ເຂົ້າ​ມາ​ໃນ​ສາດສະໜາ​ຈັກຢ່າງ​ມະຫາສານ!6

​ພວກ​ເຮົາທີ່​ເປັນ​ອ້າຍ​ນ້ອງ ອາໄສພະລັງ, ການ​ປ່ຽນ​ໃຈ, ຄວາມ​ເກັ່ງ​ກ້າ, ຄວາມ​ສາມາດ​ໃນ​ການ​ນຳພາ ປັນຍາ, ແລະ​ ປາກ​ສຽງ​ຂອງ​ທ່ານ​ທັງ​ຫລາຍ. ອານາຈັກ​ຂອງ​ພຣະ​ເຈົ້າ​ຈະ​ບໍ່ເກີດ ​ແລະ​ ສຳເລັດ​ໄດ້ ຖ້າ​ປາດ​ສະ​ຈາກ​ຜູ້ຍິງ​ທີ່​ຮັບ ​ແລະ ​ຮັກສາ​ພັນທະ​ສັນຍາ​ອັນສັກສິດ ແລະ​ ປາດ​ສະ​ຈາກ​ຜູ້ຍິງ​ທີ່​ສາມາດ​ເວົ້າ​ດ້ວຍ​ພະລັງ ​ແລະ​ ອຳນາດ​ຂອງ​ພຣະ​ເຈົ້າ!7

ປະທານ​ແພ໊ກເກີ ໄດ້​ປະ​ກາດ​ວ່າ:

“ພວກ​ເຮົາ​ຕ້ອງການ​ຜູ້ຍິງ​ທີ່​ເປັນ​ລະບຽບ ແລະ ຜູ້ຍິງ​ທີ່​ສາມາດ​ຈັດ​ລະບຽບ​ໄດ້. ພວກ​ເຮົາ​ຕ້ອງການຜູ້ຍິງ​ທີ່​ມີ​ຄວາມ​ສາມາດ​ເປັນ​ຜູ້ນຳ, ຜູ້​ທີ່​ສາມາດ​ວາງ​ແຜນ, ຈັດການ, ແລະ ບໍລິຫານ​ໄດ້; ພວກ​ເຮົາ​ຕ້ອງການ​ຜູ້ຍິງ​ທີ່​ສາມາດ​ສອນ ​ແລະ ຜູ້ຍິງ​ທີ່​ກ້າ​ເວົ້າ. …

“ພວກ​ເຮົາ​ຕ້ອງການ​ຜູ້ຍິງ​ທີ່​ມີ​ພອນ​ສະຫວັນ​ໃນ​ການ​ຢັ່ງ​ຮູ້ ຊຶ່ງ​ເປັນ​ຜູ້​ຮູ້​ແນວທາງ​ຂອງ​ໂລກ​ທີ່​ຄົນ​ນິຍົມ​ກັນ ແຕ່​ມັນ​ບໍ່​ມີ​ມູນ​ຄວາມ​ຈິງ ແລະ​ ກໍ​ເປັນ​ອັນ​ຕະ​ລາຍ.”8

ມື້ນີ້ ຂ້າພະເຈົ້າ​ຂໍ​ເວົ້າ​ຕື່ມ​ໃສ່​ວ່າ ພວກ​ເຮົາ​ຕ້ອງການ​ຜູ້ຍິງ​ທີ່​ເຮັດ​ໃຫ້​ສິ່ງ​ສຳຄັນ​ເກີດ​ຂຶ້ນ​ໄດ້ ໂດຍ​ສັດທາ​ຂອງ​​ເຂົາ​ເຈົ້າ ຊຶ່ງ​ເປັນ​ຜູ້​ທີ່​ປົກ​ປ້ອງ​ສິນ​ທຳ ​ແລະ​ ຄອບຄົວ​ຢ່າງ​ກ້າຫານ ໃນ​ໂລກ​ອັນ​ເຕັມ​ໄປ​ດ້ວຍ​ຄວາມ​ຜິດ​ບາບ​ທັງ​ຫລາຍ. ພວກ​ເຮົາ​ຕ້ອງການ​ຜູ້ຍິງ​ທີ່​ອຸທິດ​ຕົນ​ຕໍ່​ການ​ນຳພາ​ລູກໆ​ຂອງ​ພຣະ​ເຈົ້າ​ໃຫ້​ໄປ​ຕາມ​ທາງ​ແຫ່ງ​ພັນທະ​ສັນຍາ ເພື່ອ​ກ້າວ​ໄປ​ສູ່​ຄວາມ​ສູງ​ສົ່ງ ພວກ​ເຮົາ​ຕ້ອງການ​ຜູ້ຍິງ​ທີ່​ເຂົ້າໃຈ​ກ່ຽວ​ກັບ​ອຳນາດ ແລະ​ ຄວາມ​ສະຫງົບ​ຂອງ ຂອງປະທານ​ທີ່​ສັກສິດ​ຂອງ​ພຣະ​ວິ​ຫານ. ພວກ​ເຮົາ​ຕ້ອງການ​ຜູ້ຍິງ​ທີ່​ຮູ້ຈັກ​ທູນ​ຂໍ​ຄວາມ​ຊ່ອຍເຫລືອ​ຈາກ​ອຳນາດ​​ແຫ່ງສະຫວັນ ເພື່ອ​ປົກ​ປ້ອງ ແລະ ເພີ່ມ​ພະລັງ​ໃຫ້​ແກ່​ລູກໆ ​ແລະ​ ຄອບ​ຄົວ. ພວກ​ເຮົາ​ຕ້ອງການ​ຜູ້ຍິງ​ທີ່​ສອນ​ດ້ວຍ​ຄວາມ​ເກັ່ງ​ກ້າ.

ຕະຫລອດ​ຊີວິດ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ໂຊກ​ດີ​ທີ່​ມີ​ຜູ້ຍິງ​ແບບ​ນີ້. ພັນ​ລະ​ຍາ​ທີ່​ຈາກ​ໄປ​ຂອງ​ຂ້າພະເຈົ້າ ທີ່​ຊື່ ແດນ​ໂຊ ກໍ​ເປັນ​ຜູ້ຍິງ​ແບບ​ນັ້ນ. ຂ້າພະເຈົ້າ​ຈະ​ມີ​ຄວາມ​ກະຕັນຍູ​ສະເໝີ ສຳລັບ​ອິດ​ທິ​ພົນ​ທີ່​ປ່ຽນ​ຊີວິດ​ຂອງ​ຂ້າພະເຈົ້າ​ ໃນ ທຸກ​ວິທີ​ທາງ​ ໃນ​ຊີວິດ​ຂອງຂ້າພະເຈົ້າ ນັ້ນ​ຮວມ​ທັງ​ຄວາມ​ພະຍາຍາມ​ໃນ​ການ​ບຸກເບີກ​ໃຊ້​ເທັກ​ນິກ​ໃໝ່​ໃນ​ການຜ່າຕັດ​ຫົວ​ໃຈ.

ຫ້າ​ສິບ​ແປດ​ປີຜ່ານມາ​ແລ້ວ ຂ້າພະເຈົ້າ​ໄດ້​ຖືກ​ຮ້ອງ​ຂໍ​ໃຫ້​ເປັນ​ຜູ້​ຜ່າຕັດ​ຫົວໃຈ​ຂອງ​ເດັກນ້ອຍ​ຜູ້ຍິງ​ຄົນ​ໜຶ່ງ ທີ່​ປ່ວຍ​ຍ້ອນ​ໂລກ​ຫົວໃຈ​ມາ​ແຕ່​​ກຳ​ເນີ​ດ. ອ້າຍ​ຂອງ​ນາງ​ໄດ້​ຕາຍ​ແລ້ວ​ຍ້ອນ​ເປັນ​ໂລກ​ນີ້​ຄື​ກັນ. ພໍ່​ແມ່​ຂອງ​ນາງ​ໄດ້​ຂໍ​ໃຫ້​ຂ້າພະເຈົ້າ​ຊ່ອຍ. ຂ້າພະເຈົ້າ​ບໍ່​ໝັ້ນ​ໃຈ​ປານໃດ​ວ່າການ​ຜ່າຕັດ​ນັ້ນ​ຈະ​ຊ່ອຍ​ໄດ້. ແຕ່​ຂ້າພະເຈົ້າ​ຈະ​ພະຍາຍາມ​ສຸດ​ຂີດ ທີ່​ຈະ​ຊ່ອຍ​ຊີວິດ​ນາງ. ເຖິງ​ວ່າ​ພະຍາຍາມ​ສຸດ​ຂີດ ນາງ​ນ້ອຍ​ນັ້ນ​ໄດ້​ຕາຍ. ພໍ່​ແມ່​ຄົນ​ດຽວ​ກັນ​ນັ້ນ ກໍ​ໄດ້​ເອົາ​ລູກ​ສາວ​ນ້ອຍ​ທີ່​ມີ​ອາຍຸ​ພຽງ 16 ເດືອນ​ມາ​ຫາ​ຂ້າພະເຈົ້າ ແລະ​ ກໍ​ມີ​ຫົວໃຈ​ບໍ່​ສົມບູນ​ແຕ່​ກຳເນີດ​ຄື​ກັນ. ເຂົາເຈົ້າກໍ​ໄດ້​ຂໍ​ຮ້ອງ​ໃຫ້​ຂ້າພະເຈົ້າ​ຜ່າຕັດ​ອີກ. ລູກ​ຄົນ​ນີ້​ກໍ​ຕາຍ​ຄື​ກັນ. ນີ້​ເປັນ​ການ​ສູນ​ເສຍ​ອັນ​ເຈັບ​ປວດໃຈ​ຄັ້ງ​ທີ​ສາມ ທີ່​ຄອບຄົວ​ນີ້​ໄດ້​ມີ​ຜົນ​ກະທົບ​ຕໍ່​ຂ້າ​ພະ​ເຈົ້າ.

ຂ້າພະເຈົ້າ​ເມືອ​ບ້ານ​ດ້ວຍ​ຄວາມ​ສະຫລົດ​ໃຈ. ຂ້າພະເຈົ້າ​ລົ້ມ​ຟຸບ​ຕົວ​ລົງ​ຢູ່​ຫ້ອງ​ຮັບແຂກ ແລ້ວ​ໄຫ້​ໝົດ​ຄືນ. ແດນໂຊ ໄດ້​ຢູ່​ຄຽງ​ຂ້າງ​ຂ້າພະເຈົ້າ ລາວ​ຟັງ​ຂ້າພະເຈົ້າ​ເວົ້າ​ຊ້ຳ​ຊາກ​ວ່າ ຕົນ​ເອງ​ຈະ​ບໍ່​ຜ່າຕັດ​ຫົວໃຈ​ອີກ. ແລ້ວ​ປະມານ 5 ໂມງ​ເຊົ້າ ແດນ​ໂຊ​ໄດ້​ເບິ່ງ​ໜ້າ​ຂ້າພະເຈົ້າ ​ແລະ​ ຖາມ​ຂ້າພະເຈົ້າ​ຢ່າງ​ສຸພາບ​ວ່າ “ອ້າຍໄຫ້​ແລ້ວລະ​ບໍ? ໄປ​ນຸ່ງ​ເຄື່ອງ. ໄປ​ຫ້ອງ​ທົດ​ລອງ. ໄປ​ເຮັດ​ວຽກ! ອ້າຍ​ຕ້ອງ​ຮຽນ​ຮູ້​ຕື່ມ​ອີກ. ຖ້າ​ອ້າຍ​ຍອມ​ແພ້​ດຽວນີ້ ຄົນ​ອື່ນ​ກໍ​ຈະ​ລຶ້ມ​ຄືນ​ຄວາມ​ໂສກເສົ້າ​ທີ່​ອ້າຍ​ໄດ້​ຮູ້​ມາ​ແລ້ວ.”

ໂອ້ ຂ້າພະເຈົ້າ​ຕ້ອງ​ເພິ່ງ ມະໂນພາບ ຄວາມ​ໜັກ​ແໜ້ນ ແລະ ​ຄວາມ​ຮັກ​ຂອງ​ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ​ແທ້ໆ! ຂ້າພະເຈົ້າ​ກັບ​ໄປ​ເຮັດ​ວຽກ ແລະ ​ໄດ້​ຮຽນ​ຮູ້​ຕື່ມ. ຖ້າ​ບໍ່​ແມ່ນ​ຍ້ອນ​ການ​ດົນ​ໃຈ ​ແລະ​ ຊຸກຍູ້​ຂອງ​ເດັນ​ໂຊ​ ແລ້ວ ຂ້າພະເຈົ້າ​ຈະ​ບໍ່​ສາມາດ​ຕຽມ​ພ້ອມ​ພໍ​ທີ່​ຈະ​ຊ່ອຍ ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໃນ​ການຜ່າຕັດ​ ປີ 1972 ໃຫ້​ລອດ​ຊີວິດ​ມາ​ໄດ້.9

ເອື້ອຍ​ນ້ອງ​ທັງຫລາຍ ທ່ານ​ຮູ້​ບໍວ່າ ທ່ານ​ມີ​ອິດ​ທິ​ພົນ​ຫລາຍ​ຊ່ຳໃດ ເມື່ອ​ທ່ານ​ຖືກ​ພຣະ​ວິນ​ຍານ​ດົນ​ໃຈ​ໃຫ້​ເວົ້າ​ອອກ​ມາ​ຈາກ​ໃຈ? ປະທານ​ສະ​ເຕກ​ທີ່​ດີເລີດ​ຄົນ​ໜຶ່ງ ໄດ້​ເລົ່າ​ເລື່ອງ​ການ​ປະຊຸມ​ສະພາ​ສະ​ເຕກ ທີ່​ເຂົາເຈົ້າ​​ໄດ້ປຶກສາ​ກັນ​ກ່ຽວ​ກັບ​ບັນຫາ​ທີ່​ຫຍຸ້ງຍາກ ໃຫ້​ຂ້າພະເຈົ້າ​ຟັງ​ວ່າ ມີ​ຕອນ​ໜຶ່ງ​ໃນ​ການ​ປະຊຸມ ປະທານ​ສະ​ເຕກ​ສຳນຶກ​ໄດ້​ວ່າ ປະທານ​ຊັ້ນ​ປະຖົມ​ໄວ​ຍັງ​ບໍ່​ທັນ​ໄດ້​ເວົ້າ​ຫຍັງ​ເທື່ອ ເພິ່ນ​ເລີຍ​ຖາມ​ລາວ​ວ່າ ລາວ​ມີ​ຄວາມ​ຄິດ​ແນວໃດ​ບໍ່ ລາວ​ຕອບ​ວ່າ “ທີ່​ຈິງ​ແລ້ວ ຂ້ອຍ​ມີ​ຢູ່” ແລ້ວ​ລາວ​ກໍ​ໄດ້​ບອກ​ວ່າ ລາວ​ມີ​ຄວາມ​ຄິດ​ແນວໃດ ສິ່ງ​ນັ້ນ​ເຮັດ​ໃຫ້​ແນວທາງ​ການ​ປະຊຸມ​ຫັນ​ທິດ​ທາງ. ປະທານ​ສະ​ເຕກ​ໄດ້​ເວົ້າ​ຕໍ່​ວ່າ “ເມື່ອ​ລາວ​ເວົ້າ​ນັ້ນ ພຣະ​ວິນ​ຍານ​ໄດ້​ບອກ​ຂ້ອຍ​ວ່າ ລາວ​ນັ້ນ​ແຫລະ ເປັນ​ຜູ້​ອອກປາກ​ເຖິງ​ການ​ເປີດເຜີຍ ທີ່​ພວກ​ເຮົາ​ກຳລັງ​ຫາ​ຄຳ​ຕອບ​ໃນ​ການ​ປະຊຸມ​ສະພາ​ນີ້.”

ເອື້ອຍ​ນ້ອງ​ທີ່​ຮັກແພງ ບໍ່​ວ່າການ​ເອີ້ນ ​ຫລື ສະຖານະ​ການ​ຂອງ​ທ່ານ​ຈະ​ເປັນ​ແນວໃດກໍ​ຕາມ, ພວກ​ເຮົາ​ເພິ່ງ​ຄວາມ​ນຶກ​ຄິດ​ຂອງ​ທ່ານ, ຄວາມ​ເຂົ້າໃຈ​ເລິກ​ຊຶ້ງ, ແລະ ຄວາມ​ບັນດານ​ໃຈ​ຂອງ​ທ່ານ. ພວກ​ເຮົາ​ຢາກ​ໃຫ້​ທ່ານ​ເວົ້າ​ຢ່າງ​ກ້າຫານ ໃນ​ຫວອດ ​ແລະ​ ໃນການ​ປະຊຸມ​ສະພາ​ສະ​ເຕກ​ຂອງ​ທ່ານ. ພວກ​ເຮົາ​ຢາກ​ໃຫ້​ເອື້ອຍ​ນ້ອງ​ທີ່​ແຕ່ງ​ງານ ອອກ​ສຽງ “ເປັນ​ຫຸ້ນ​ສ່ວນ ​ທີ່​ມີ​ພາກ​ສ່ວນ ແລະ ​ເຕັມ​ສ່ວນ10 ເມື່ອ​ທ່ານ​ຮ່ວມ​ມື​ກັບ​ສາ​ມີ​ຂອງ​ທ່ານ ໃນ​ການ​ປົກ​ຄອງ​ຄອບ​ຄົວ​ຂອງ​ທ່ານ. ເອື້ອຍ​ນ້ອງ​ທີ່​ແຕ່ງງານ ​ຫລື ເປັນ​ໂສດ ມີ​ຄວາມ​ສາມາດ​ດີເດັ່ນ ແລະ ມີ​ສັນຊາດ​ຕະຍານ​ພິເສດ ທີ່​ທ່ານ​ໄດ້​ຮັບ​ເປັນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ. ພວກ​ເຮົາ​ທີ່​​ເປັນອ້າຍ​ນ້ອງ​ທັງຫລາຍ ບໍ່​ສາມາດ​ທົດ​ແທນ​ອິດ​ທິ​ພົນ​ທີ່​ເປັນ​ເອກະ​ລັກ​ຄື​ທ່ານ​ໄດ້.

ພວກ​ເຮົາ​ຮູ້​ວ່າ ການ​ສ້າງ​ທີ່​ເລີດ​ລ້ຳ​ທີ່​ສຸດ​ໃນ​ການ​ສ້າງ​ສິ່ງ​ທັງ​ມວນ​ນັ້ນ ແມ່ນ​ການ​ສ້າງ​ຜູ້ຍິງ!11 ພວກ​ເຮົາ​ອາໄສ​ພະລັງ​ຂອງ​ທ່ານ!

ການ​ໂຈມ​ຕີ​ສາດສະໜາ​ຈັກ ກ່ຽວ​ກັບ​ຄຳ​ສອນ ແລະ​ ວິຖີ​ຊີວິດ​ຂອງ​ເຮົາ​ຈະ​ນັບ​ມື້​ນັບທະວີ​ຂຶ້ນ. ຍ້ອນ​ເຫດ​ນີ້ ພວກ​ເຮົາຕ້ອງ​ເພິ່ງ​ຜູ້ຍິງ​ທີ່​ມີ​ຄວາມ​ເຂົ້າໃຈ​ທ່ຽງ​ແທ້​ກ່ຽວ​ກັບຄຳ​ສອນ​ຂອງ​ພຣະ​ຄຣິດ ແລະ​ ຜູ້​ທີ່​ຈະ​ໃຊ້​ຄວາມ​ເຂົ້າໃຈ​ນັ້ນ​ໄປ​ສອນ ແລະ​ ສ້າງ​ຄົນ ​ໃຫ້​ເປັນ​ລຸ້ນ​ທີ່​ສາມາດ​ຕ້ານທານ​ກັບ​​ຄວາມ​ບາບ​ໄດ້. ພວກ​ເຮົາ​ຕ້ອງການ​ຜູ້ຍິງ​ທີ່​ຈະ​ສືບ​ຮູ້​ກົນອຸບາຍ​ຫລອກ​ລວງ​ຕ່າງໆ.12 ພວກ​ເຮົາ​ຕ້ອງການ​ຜູ້ຍິງ ທີ່​ເຫັນ​ທາງ​ຊ່ອຍ​ເຫລືອ​ຈາກ​ອຳນາດ​ຂອງ​ພຣະ​ເຈົ້າ ເພື່ອ​ໄປ​ຊ່ອຍ​ຜູ້​ທີ່​ຮັກສາ​ພັນທະ​ສັນຍາ ແລະ ສະແດງ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ ​ແລະ​ ດ້ວຍຄວາມ​ໃຈ​ບຸນ. ພວກ​ເຮົາ​ຕ້ອງການຜູ້ຍິງ​ ທີ່​ມີ​ຄວາມ​ກ້າຫານ ​ແລະ ​ເຂົ້າໃຈ​ເໝືອນ​ດັ່ງ​ແມ່​ເອວາ​ຂອງ​ພວກ​ເຮົາ.

ເອື້ອຍ​ນ້ອງ​ທີ່​ຮັກແພງ​ທັງຫລາຍ ບໍ່​ມີ​ຫຍັງ​ຈະ​ສຳຄັນ​ຕໍ່​ຊີວິດ​ນິລັນດອນ​ຂອງ​ທ່ານ ຫລາຍ​ກ່​ວາ​ການ​​ເຫລື້ອມ​ໃສຂອງ​ທ່ານ. ມັນ​ແມ່ນ​ຜູ້ຍິງ​ທີ່​​ເຫລື້​ອມ​ໃສ ຮ່ວມ​ທັງ—ວິນ​ດີ ຄູ່​ຊີວິດຂອງ​ຂ້າພະ​ເຈົ້າດ້ວຍ—ຊຶ່ງ​ຮັກສາ​ສັດທາ ແລະ​ ມີ​ສິນ​ທຳ ຈະ​ກາຍເປັນ​ຄົນ​ທີ່​ໂດດ​ເດັ່ນ​ໃນ​ທ່າມກາງ​ໂລກ​ແຫ່ງ​ຄວາມ​ເປື່ອຍ​ເຍື່ອຍ ແລະ​ ຄົນ​ຈະ​ຖື​ວ່າ​ເຂົາເຈົ້າ​ເປັນ​ຄົນ​ເດັ່ນ​ຊັດ ແລະ​ ແຕກ​ຕ່າງ ໃນ​ທາງ​ທີ່​ເຂົາເຈົ້າ​ມີ ຄວາມສຸກທີ່​ສຸດ.

ດັ່ງນັ້ນ ວັນ​ນີ້ ຂ້າພະເຈົ້າ​ຮ້ອງ​ຂໍ ເອື້ອຍ​ນ້ອງ​ຂອງ​ຂ້າພະເຈົ້າ​ແຫ່ງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ວ່າ ຈົ່ງ​ເລີ່ມ​ລົງມື​ສາ! ເລີ່ມ​ລົງມື​ໃນ​ບ່ອນ​ທີ່​ທ່ານ​ສົມຄວນ ໃນ​ບ້ານ​ຂອງ​ທ່ານ ໃນ​ຊຸມ​ຊົນ​ຂອງ​ທ່ານ ​ແລະ​ ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ​—ຫລາຍ​ກວ່າ​ທີ່​ທ່ານ​ເຄີຍ​ປະຕິບັດ​ມາ​ກ່ອນ. ຂ້າພະເຈົ້າ​ຮ້ອງ​ຂໍ​ທ່ານ ໃຫ້​ທ່ານ​ເຮັດ​ໃຫ້​​ຄຳ​ທຳນາຍ​ນັ້ນ​ໃຫ້​ສຳ​ເລັດ. ແລະ​ ຂ້າພະເຈົ້າ​ກໍ​ສັນຍາ​ທ່ານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດວ່າ ເມື່ອ​ທ່ານ​ເຮັດ​​ເຊັ່ນນັ້ນ ພຣະ​ວິນ​ຍານ​ຈະ​ເພີ່ມ​ອິດ​ທິ​ພົນ​​ໃຫ້​ທ່ານ​ຢ່າງ​ບໍ່​ໜ້າ​ເຊື່ອ!

ຂ້າພະເຈົ້າ​ເປັນ​ພະຍານ​​ເຖິງຄວາມ​ຈິງ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຢ​ຊູ​ຄຣິດ ແລະ​ ການ​ໄຖ່​ບາບ, ການ​ຊົດ​ໃຊ້, ແລະ​ ອຳນາດ​ອັນສັກສິດ​ຂອງ​ພຣະ​ອົງ. ໃນ​ຖານະ​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ, ຂ້າພະເຈົ້າ​ຂໍ​ຂອບໃຈ​ທ່ານ ເອື້ອຍ​ນ້ອງ​ທີ່​ຮັກແພງ ແລະ ຂໍ​ອວຍພອນ​ທ່ານ ​ໃຫ້​ໄດ້​ຮັບ​ຄວາມ​ສຳເລັດ​ທຸກ​ປະການ ເພື່ອ​ໃຫ້​ສຳເລັດ​ໝາກຜົນ​ທີ່​ໄດ້​ເກີດ​ມາ ເມື່ອ​ເຮົາ​ມີ​ສ່ວນ​ຮ່ວມ​ດ້ວຍ​ກັນ​ໃນ​ວຽກງານ​ສັກສິດ​ນີ້. ພວກ​ເຮົາ​ຈະ​ຕຽມ​ພ້ອມ ສຳລັບ​ການ​ສະເດັດ​ມາ​ຄັ້ງ​ທີ​ສອງ​ນຳ​ກັນ. ຂ້າພະເຈົ້າ​ເປັນ​ພະຍານ​ໃນ​ສິ່ງ​ນີ້ ໃນ​ຖານະ​ທີ່​ເປັນ​ອ້າຍ​ນ້ອງ​ຂອງ​ທ່ານ, ໃນ​ພຣະ​ນາມຂອງ​ພຣະ​ເຢ​ຊູ​ຄຣິດ​, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ຟີ​ລິບ​ປອຍ 4:7.

  2. ນີ້​ຮ່ວມ​ດ້ວຍ​ນ້ຳ​ຕາ—ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ ທີ່​ຈະ​ຮ້ອງ​ໄຫ້​ເພື່ອ​ຄົນ​ທີ່​ເຮົາ​ຮັກ ເມື່ອ​ເຂົາ​ເຈົ້າ​ຈາກ​ໂລກນີ້​ໄປ (ເບິ່ງ Doctrine and Covenants 42:45).

  3. ​ເບິ່ງ ອິດ​ທິ​ພົນ​ຂອງ​ນາງ​ເຣເບກາ ຕໍ່ອີ​ຊາກ ແລະ ລູກ​ຊາຍ​ຂອງ​ເຂົາ​ເຈົ້າ ຢາ​ໂຄບ ໃນ ປະຖົມມະການ 27:46; 28:1–4.

  4. ເບິ່ງ Joseph Fielding Smith, Answers to Gospel Questions, comp. Joseph Fielding Smith Jr., 5 vols. (1957–66), 4:166. ໝາຍ​ເຫດ: ຕະ​ຫລອດ​ສັດ​ຕະ​ວັດ​ທີ່​ຜ່ານ​ມາ ໄດ້​ຖືກ​ຈຳ​ກັດ​ໃຫ້​ເຫັນ​ພຽງ​ແຕ່​ສ່ວນ​ນ້ອຍ​ໜຶ່ງ​ຂອງ​ໂລກ ແລະ ​ໄດ້​ສິ້ນ​ສຸດ​ລົງ​ໂດຍ​ການ​ປະ​ຖິ້ມ​ຄວາມ​ເຊື່ອ. ກົງ​ກັນ​ຂ້າມ, ຍຸກ​ສະ​ໄໝ​ນີ້ ຈະ​ບໍ່​ຖືກ​ຈຳ​ກັດ ເລື່ອງ​ສະ​ຖານ​ທີ່ ຫລື ເວ​ລາ. ມັນ​ຈະ​ເຕັມ​ໄປ​ທົ່ວໂລກ ແລະ ​ລວມ​ເຂົ້າ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງຂອງ​ພຣະ​ຜູ້​ເປັນ​ເຈົ້າ.

  5. Teachings of Presidents of the Church: Spencer W. Kimball (2006), 222–23.

  6. ຕອນ​ຂ້າ​ພະ​ເຈົ້າ​ໄດ້​ເກີດ​ມາ, ມີ​ສະ​ມາ​ຊິກຂອງ​ສາດ​ສະ​ໜາ​ຈັກ ​ປະ​ມານ 600,000 ຄົນ. ທຸກວັນ​ນີ້ ມີ​ຫລາຍກວ່າ 15 ລ້ານ​ຄົນ. ຈຳ​ນວນນັ້ນ​ຈະ​ນັບ​ມື້​ນັບ​ເພີ່ມ​ທະ​ວີ​ຂຶ້ນ.

  7. ປະທານ​ໂຈເຊັບ ຟຽວດິງ ສະມິດ ໄດ້​ບອກ​ເອື້ອຍ​ນ້ອງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ວ່າ, “ທ່ານ​ສາ​ມາດ​ກ່າວ​ດ້ວຍ​ສິດ​ອຳ​ນາດ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ສິດ​ອຳ​ນາດ​ໄວ້ກັບ​ທ່ານ.” ເພິ່ນ​ຍັງ​ໄດ້​ກ່າວ​ອີກວ່າ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໄດ້ “ຮັບ​ອຳ​ນາດ ແລະ ສິດ​ອຳ​ນາດ ທີ່​ຈະ​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຫລາຍ​ສິ່ງ. ວຽກ​ງານ​ທີ່​ເຂົາ​ເຈົ້າ​ເຮັດ ໄດ້​ຖືກ​ກະ​ທຳ​ໂດຍ​ສິດ​ອຳ​ນາດ​ແຫ່ງ​ສະ​ຫວັນ” (“Relief Society—an Aid to the Priesthood,” Relief Society Magazine, Jan. 1959, 4, 5). ​ຂໍ້​ຄວາມ​ເຫລົ່າ​ນີ້ ກໍ​ຖືກ​ອ້າງ​ເຖິງ​ໂດຍ ແອວເດີ ດາລິນ ເອັຈ ໂອກສ໌ ໃນຄຳ​ປາ​ໄສ​ຂອງ​ກອງ​ປະ​ຊຸມ ​ຊື່, “The Keys and Authority of the Priesthood,” Liahona, May 2014, 51.

  8. Boyd K. Packer, “The Relief Society,” Ensign, Nov. 1978, 8; see also M. Russell Ballard, Counseling with Our Councils: Learning to Minister Together in the Church and in the Family (1997), 93.

  9. See Spencer J. Condie, Russell M. Nelson: Father, Surgeon, Apostle (2003), 146, 153–56. ​ໝາຍ​ເຫດ: ໃນ​ປີ 1964 ປະທານ​ຄິມໂບ ໄດ້​ແຕ່ງ​ຕັ້ງ​ຂ້າ​ພະ​ເຈົ້າ ​ໃຫ້ເປັນ​ປະ​ທານ​ສະ​ເຕກ ແລະ ໄດ້​ອວຍ​ພອນ​ຂ້າ​ພະ​ເຈົ້າ​ວ່າ ຈຳ​ນວນ​ຄົນ​ຕາຍ ຈະ​ຫລຸດ​ນ້ອຍ​ຖອຍ​ລົງ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ຜ່າ​ຕັດ​ເສັ້ນ​ເລືອດ​ຫົວ​ໃຈ. ແຕ່​ພວກ​ເຮົາ​ບໍ່​ຮູ້​ເລີຍ​ວ່າ ພຽງ​ແຕ່​ແປດ​ປີ​ຈາກນັ້ນ, ຂ້າ​ພະ​ເຈົ້າ​​ຈະໄດ້​ຜ່າ​ຕັດ​ຫົວ​ໃຈ​ຂອງ​ປະທານ​ຄິມໂບ ທີ່​ຮ່ວມ​ດ້ວຍ​ການ​ປ່ຽນ​ເສັ້ນ​ເລືອດ​ໃນ​ຫົວ​ໃຈ​ທີ່ບໍ່​ທຳ​ງານ​ຂອງ​ເພິ່ນ.

  10. “ເມື່ອ​ເຮົາ​ກ່າວ​ເຖິງ​ການ​ແຕ່ງ​ງານ​ວ່າ​ເປັນ​ຫຸ້ນ​ສ່ວນ, ຂໍ​ໃຫ້​ເຮົາ​ກ່າວ​ເຖິງ​ການ​ແຕ່ງ​ງານ​ວ່າ​ເປັນ​ຫຸ້ນ​ສ່ວນ​ທີ່ ເຕັມ​ສ່ວນ. ເຮົາ​ບໍ່​ຢາກ​ໃຫ້​ສະ​ຕີ​ໄພ່​ພົນ​ຍຸກ​ສຸດ​ທ້າຍເປັນ​ຫຸ້ນ​ສ່ວນ​ທີ່ ມິດ​ງຽບ​ຢູ່ ຫລື ເປັນ​ຫຸ້ນ​ສ່ວນ​ທີ່ ຈຳ​ກັດ ໃນ​ການມອບ​ໝາຍ​ນິ​ລັນ​ດອນນັ້ນ! ຂໍ​ໃຫ້ເປັນ​ຫຸ້ນ​ສ່ວນ ​ທີ່​ມີ​ພາກ​ສ່ວນ ແລະ ເຕັມ​ສ່ວນ ” (Spencer W. Kimball, “Privileges and Responsibilities of Sisters,” Ensign, Nov. 1978, 106).

  11. “ຈຸດ​ປະ​ສົງ​ທັງ​ໝົດ​ຂອງ​ໂລກ ແລະ ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ ຈະ​ບໍ່​ມີ​ຄວາມ​ໝາຍ​ ປາດ​ສະ​ຈາກ​ຜູ້​ຍິງ—​ເປັນຫີນ​ເສົາ​ເອກ​ໃນ​ປະ​ຕູ​ໂຂງ​ຂອງຖາ​ນະ​ປະ​ໂລ​ຫິດ ແຫ່ງ​ການ​ສ້າງ” (Russell M. Nelson, “Lessons from Eve,” Ensign, Nov. 1987, 87). “ເອວາ​ໄດ້​ກາຍ​ເປັນ​ການ​ສ້າງ​ອັນ​ສຸດ​ທ້າຍ​ຂອງ​ພຣະ​ເຈົ້າ, ເປັນ​ການ​ສະ​ຫລຸບ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ ຂອງວຽກ​ງານ​ທັງ​ໝົດ​ ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ກ່ອນ​ໜ້ານັ້ນ” (Gordon B. Hinckley, “The Women in Our Lives,” Liahona, Nov. 2004, 83).

  12. ​ເບິ່ງ Russell M. Nelson, “Children of the Covenant,” Ensign, May 1995, 33.