​2010–2019
ຈົ່ງ​ເປັນ​​ແບບຢ່າງ ​ແລະ ​ເປັນຄວາມ​ສະຫວ່າງ
ຕຸລາ 2015


ຈົ່ງ​ເປັນ​​ແບບຢ່າງ ​ແລະ ​ເປັນຄວາມ​ສະຫວ່າງ

​ເມື່ອ​ເຮົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ເຮົາ​ຈະ​ມີ​ໂອກາດ​ທີ່​ຈະ​ເປັນຄວາມ​ສະຫວ່າງ​ໃຫ້​ແກ່​ຊີວິດ​ຂອງ​ຄົນ​ອື່ນ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ​ອີກ​ເທື່ອ​ໜຶ່ງ. ດັ່ງ​ທີ່​ທ່ານ​ຮູ້, ນັບ​ແຕ່​ພວກ​ເຮົາ​ໄດ້​ມາ​ຊຸມ​ນຸມ​ກັນ​ໃນ​ເດືອນເມສາ, ພວກ​ເຮົາ​ໂສກ​ເສົ້າ​ຫລາຍ ທີ່​ໄດ້​ສູນ​ເສຍ​ອັກ​ຄະ​ສາ​ວົກ​ທີ່​ຮັກ​ແພງ​ສາມ​ທ່ານ: ປະທານບອຍ ເຄ ແພ໊ກເກີ, ແອວເດີ ແອວ ທອມ ແພຣີ ແລະ ແອວເດີ ຣິເຈີດ ຈີ ສະກາດ. ພວກ​ເພິ່ນ​ໄດ້​ກັບ​ໄປ​ບ້ານ​ໃນ​ສະຫວັນ​ຂອງ​ພວກ​ເພິ່ນ​ແລ້ວ. ພວກ​ເຮົາ​ຄິດ​ຮອດ​ພວກ​ເພິ່ນ. ພວກ​ເຮົາ​ມີ​ຄວາມ​ກະຕັນຍູ​ຫລາຍ ສຳລັບ​​ແບບຢ່າງ​ຂອງ​ພວກ​ເພິ່ນ ​ເຖິງ​ຄວາມ​ຮັກ​ຂອງ​ພຣະຄຣິດ ​ແລະ ສຳລັບ​ຄຳ​ສອນ​ທີ່​ດົນ​ໃຈ ທີ່​ພວກ​ເພິ່ນ​ໄດ້​ປະ​ໄວ້​ໃຫ້​ພວກ​ເຮົາ​ທຸກ​ຄົນ.

ພວກ​ເຮົາ​ຂໍ​ຕ້ອນ​ຮັບ​ອັກ​ຄະ​ສາ​ວົກ​ໃໝ່​ດ້ວຍ​ຄວາມ​ຍິນ​ດີ, ແອວເດີ ຣອນໂນ ເອ ແຣັສ໌ແບນ, ແອວເດີ ແກຣີ ອີ ສະຕີບ​ເວັນສັນ, ແລະ ແອວເດີ ແດວ ຈີ ເຣັນລັນ. ບຸ​ລຸດ​ເຫລົ່າ​ນີ້ ​​ເປັນ​ຄົນ​ທີ່​ອຸ​ທິດ​ຕົນ​ໄວ້​ກັບວຽກ​ງານຂອງ​ພຣະຜູ້​ເປັນ​ເຈົ້າ. ພວກ​ເພິ່ນ​ເໝາະ​ສົມ​ສຳລັບ​ຕຳ​ແໜ່​ງທີ່​ສຳຄັນ​ນີ້ ຊຶ່ງ​ພວກ​ເພິ່ນ​ໄດ້​ຖືກເອີ້ນ​ໃຫ້​ມາ​ຮັບ​ເອົາ.

​ເມື່ອ​ບໍ່​ດົນ​ມາ​ນີ້, ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກຳລັງ​ອ່ານ ​ແລະ ​ໄຕ່ຕອງ​ຂໍ້​ພຣະຄຳ​ພີ​ຢູ່, ພຣະຄຳ​ພີສອງ​ຂໍ້​ໄດ້​ວົນວຽນ​ຢູ່​ໃນ​ໃຈ​ຂອງ​ຂ້າພະ​ເຈົ້າ. ພວກ​ເຮົາ​ຮູ້ຈັກ​ສອງ​ຂໍ້​ນີ້​ດີ. ຂໍ້​ທຳ​ອິດ ມາ​ຈາກ​ການ​ເທດ​ສະໜາ​ຢູ່​ໂນນ​ພູ ມີ​ຄຳ​ວ່າ: “ຈົ່ງ​ໃຫ້​ແສງ​ສະຫວ່າງ​ທີ່ຢູ່​ໃນ​ພວກ​ເຈົ້ານັ້ນສ່ອງ​ແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ​ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຫັນ​ຄຸນງາມຄວາມດີ​ທີ່​ພວກ​ເຈົ້າ​ເຮັດ ​ແລະ ພວກ​ເຂົາ​ຈະ​ສັນລະ​ເສີນ​ພຣະບິດາ​ຂອງ​ພວກ​ເຈົ້າທີ່​ສະຖິດ​ຢູ່​ໃນ​ສະຫວັນ.”1 ຂໍ້​ທີ​ສອງ​ໄດ້​ມາສູ່​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ ຕອນ​ຂ້າພະ​ເຈົ້າກຳລັງ​ໄຕ່ຕອງ​ກ່ຽວ​ກັບ​ຂໍ້​ທີ​ໜຶ່ງ. ມັນ​ມາ​ຈາກ​ສານ​ຂອງ​ອັກຄະ​ສາວົກ​ໂປ​ໂລ ​ເຖິງ​ ຕີ​ໂມ​ທຽວ ມີ​ຄຳ​ວ່າ: “ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ​ໃນ​ທາງ​ກິລິຍາ ​ແລະ ວາຈາ, ​ໃນ​ຄວາມ​​ໃຈ​ບຸນ, ​ໃນ​ວິນ​ຍານ, ​ໃນ​ສັດທາ, ​ແລະ ​ໃນ​ຄວາມ​ບໍລິສຸດ​ຂອງ​ເຈົ້າ.”2

ຂ້າພະ​ເຈົ້າ​ເຊື່ອ​ວ່າ ຂໍ້​ທີ​ສອງ​ອະທິບາຍ​ວິທີ​ທີ່​ເຮົາຈະ​ບັນລຸ​ຂໍ້​ທີ​ໜຶ່ງ​ໄດ້. ​ເຮົາ​ກາຍ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ ​ໂດຍ​ການ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​​ໃນທາງ​ກິລິຍາ ​ແລະ ວາຈາ, ​ໃນ​ຄວາມ​​ໃຈ​ບຸນ, ​​ໃນ​ວິນ​ຍານ, ໃນ​ສັດທາ, ​ແລະ ​ໃນ​ຄວາມ​ບໍລິສຸດ. ​ເມື່ອ​ເຮົາ​ເຮັດ​​ເຊັ່ນ​ນັ້ນ, ຄວາມ​ສະຫວ່າ​ງຂອງ​ເຮົາ ຈະ​ສ່ອງ​ແຈ້ງ​ ​ເພື່ອ​ຄົນ​ອື່ນ​ຈະ​ໄດ້​ເຫັນ.

​ເຮົາ​ແຕ່ລະຄົນ​ໄດ້​ມາສູ່​ໂລກ ​ພ້ອມ​ດ້ວຍ​ຄວາມ​ສະຫວ່າງ​ຂອງ​ພຣະຄຣິດ. ​ເມື່ອ​ເຮົາ​​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ດຳລົງ​ຊີວິດ​ດັ່ງ​ທີ່​ພຣະອົງ​ໄດ້​ດຳລົງ ​​ແລະ ​ໄດ້​ສອນ, ​ແລ້ວ​ຄວາມ​ສະຫວ່າງ​ນັ້ນຈະ​ຮ້ອນຮົນ​ເໝືອນ​ໄຟ ພາຍ​ໃນ​ຕົວ​ເຮົາ ​ແລະ ຈະ​​ເຍືອງ​ທາງ​ໃຫ້​ຄົນ​ອື່ນ.

ອັກຄະ​ສາວົກ​ໂປ​ໂລ ​ໄດ້​ບົ່ງ​ບອກ​ເຖິງ​ຄຸນສົມບັດ​ຫົກ​ຢ່າງ​ຂອງ​ຜູ້​ທີ່​ເຊື່ອ, ຄຸນສົມບັດ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ສະຫວ່າງ​ຂອງ​ເຮົາ​ຮຸ່ງ​ແຈ້ງ. ​ຂໍ​ໃຫ້​ພວກ​ເຮົາ​ພິ​ຈາ​ລະ​ນາ​ເຖິງ​ແຕ່ລະ​ຢ່າງ.

ຂ້າພະ​ເຈົ້າຈະ​ກ່າວ​ເຖິງ​ຄຸນສົມບັດ​ສອງຢ່າງ​ທຳ​ອິດພ້ອມ​ກັນ—ນັ້ນຄື ການ​ເປັນ​​ແບບຢ່າງໃນທາງ​ກິລິຍາ ​ແລະ ວາຈາ. ຖ້ອຍ​ຄຳ​ທີ່​ເຮົາ​ໃຊ້ ສາມາດ​ສົ່ງ​ເສີມ ​ແລະ ດົນ​ໃຈ, ຫລື ສາມາດ​ທຳຮ້າຍ ​ແລະ ​ດູ​ຖູ​ກ. ​ໃນ​ໂລກ​ປະຈຸ​ບັນ ມີ​ການ​ໃຊ້​ຄຳ​ຫຍາບຄາຍ​ຫລາຍ ຊຶ່ງ​ເບິ່ງ​ຄື​ວ່າ ​ເຮົາ​ຫັນ​ໄປ​ທາງ​ໃດ ກໍ​ຈະ​ໄດ້​ຍິນ. ມັນ​ເປັນ​ສິ່ງຍາກ​ທີ່​ຈະ​ຫລີກ​ເວັ້ນຈາກ​ການ​ໄດ້​ຍິນ ຄົນ​ກ່າວ​ພຣະນາມ​ຂອງ​ພຣະ​ເຈົ້າ​ແບບ​ຫລິ້ນໆ ​ແລະ ​ແບບບໍ່​ຄິດ. ຄຳ​ເວົ້າທີ່​ຫຍາ​ບຄາຍ ກາຍ​ເປັນ​ສິ່ງ​ທຳ​ມະ​ດາ​ໃນ​ໂທລະພາບ, ​ໃນພາບພະຍົນ, ​ໃນ​ປຶ້ມ, ​ແລະ ​​ໃນເພງ. ​​ການ​ເວົ້າ​ແບບ​ບໍ່​ມີ​ຄວາມ​ຄາລະວະ ​​ແມ່ນ​ການ​ເວົ້າ​ໝິ່ນປະໝາດ ​ແລະ ການ​ເວົ້າ​ໂອ້​ອວດ​. ຂໍ​ໃຫ້​ເຮົາ​ຈົ່ງ​ເວົ້ານຳ​ກັນ​ດ້ວຍ​ຄວາມ​ຮັກ ​ແລະ ດ້ວຍຄວາມ​ນັບຖື, ໂດຍ​ຮັກສາ​ການ​ເວົ້າຈາ​ຂອງ​ເຮົາ​ໃຫ້​ສະອາດ ​ແລະ ຫລີກ​ເວັ້ນຈາກ​ຖ້ອຍ​ຄຳ​ທີ່​ຈະ​ເຮັດ​ໃຫ້​ຄົນ​ອື່ນ​​ໄດ້​ຮັບ​ຄວາມ​ເຈັບ​ປວດ ​ຫລື ຜິດ​ໃຈ. ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ຜູ້​ໄດ້​ກ່າວ​ດ້ວຍ​ຄວາມ​ອົດທົນ ​ແລະ ມີ​ເມດ​ຕາ ຕະຫລອດ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ.

ຄຸນສົມບັດ​ຕໍ່​ໄປ ທີ່​ໂປ​ໂລ​​ໄດ້​ກ່າວ​ເຖິງ​ແມ່ນ ຄວາມ​ໃຈ​ບຸນ, ຊຶ່ງ​ໝາຍ​ເຖິງ ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ.3 ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ພາຍ​ໃນຜູ້​ຄົນ​ທີ່​ເຮົາ​ສາມາດ​ເປັນ​ອິດ​ທິພົນ​ຕໍ່ ​ຈະ​ມີ​ຄົນ​ທີ່​ໂດດດ່ຽວ, ​​ຄົນ​ທີ່ເຈັບ​ປ່ວຍ, ​ແລະ ​ຄົນ​ທີ່ຮູ້ສຶກ​ທໍ້ຖອຍ​ໃຈ. ​​ເຮົາ​ມີ​ໂອກາດ​ທີ່​ຈະ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ ​ແລະ ​ໃຫ້​ກຳລັງ​ໃຈ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ນຳ​ຄວາມ​ຫວັງ​ມາ​ໃຫ້​ຄົນທີ່​ໝົດ​ຫວັງ ​ແລະ ນຳ​ຄວາມ​ເຂັ້ມ​ແຂງ​ມາ​ໃຫ້​ຄົນ​ທີ່​ອ່ອນ​ແອ. ພຣະອົງ​ໄດ້​ປິ່ນປົວ​ຄົນ​ເຈັບ​ປ່ວຍ; ພຣະອົງ​ໄດ້​ເຮັດ​ໃຫ້​ຄົນ​ເປ້ຍ​ລ່ອຍ​ຍ່າງ​ໄດ້, ຄົນ​ຕາບອດ​ເຫັນຮຸ່ງ, ຄົນ​ຫູໜວກ​ໄດ້​ຍິນ. ພຣະອົງ​​ໄດ້​ເຮັດ​ໃຫ້​ຄົນ​ຕາຍ​ຄືນ​ມີ​ຊີວິດ. ຕະຫລອດ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ, ພຣະອົງ​ໄດ້​ເອື້ອມ​ອອກ​ໄປ​ຫາ​ທຸກ​ຄົນ​ດ້ວຍ​ຄວາມ​ໃຈ​ບຸນ. ​ເມື່ອ​ເຮົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະອົງ, ​ເຮົາ​ຈະ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ, ຮ່ວມ​ທັງ​ຕົວ​ເຮົາ​ເອງ.

ຕໍ່​ໄປ, ​ເຮົາ​ຄວນ​ເປັນ​ແບບຢ່າງ​ໃນ ວິນ​ຍານ. ຂ້າພະ​ເຈົ້າ​ເຂົ້າ​ໃຈ​ຄຳ​ນີ້​ວ່າ ​ເຮົາ​ພະຍາຍາມ​ໃຫ້​ມີ​ຄວາມ​ເມດ​ຕາ, ຄວາມ​ກະຕັນຍູ, ການ​ໃຫ້​ອະ​ໄພ, ​ແລະ ​ໄມຕີ​ຈິດ ​ໃນ​ຊີວິດ​ຂອງ​ເຮົາ. ຄຸນສົມບັດ​ເຫລົ່າ​ນີ້ ຈະ​ຊ່ອຍ​ເຮົາ​ໃຫ້​ມີ​ວິນ​ຍານ​ດັ່ງກ່າວສະຖິດ​ຢູ່​ນຳ ຊຶ່ງ​ຈະ​ສຳ​ພັດ​ກັບ​ຊີວິດ​ຂອງ​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ. ​ເປັນ​ເວລາ​ຫລາຍ​ປີທີ່ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດຄົບ​ຄ້າ​ສະມາຄົມກັບ​ຫລາຍ​ຕໍ່​ຫລາຍ​ຄົນ ຈົນ​ນັບ​ບໍ່​ຖ້ວນ ຜູ້​ມີ​ວິນ​ຍານ​ເຊັ່ນ​ນັ້ນ. ​ເຮົາ​ຮູ້ສຶກ​ພິ​ເສດ​ເມື່ອ​ໄດ້​ຢູ່​ກັບ​ເຂົາ​ເຈົ້າ, ​ເປັນຄວາມ​ຮູ້ສຶກ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ຄົບ​ຄ້າ​ສະມາຄົມ​ກັບເຂົາ​ເຈົ້າ ​ແລະ ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າສົ່ງ​ແສງ​ຄວາມ​ສະຫວ່າງ​ຂອງ​ພຣະຄຣິດ ​ແລະ ຊ່ອຍ​ເຮົາ​ໃຫ້​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ.

​ເພື່ອສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສະຫວ່າງນັ້ນ ທີ່​ມາ​ຈາກ​ບຸກຄົນ​ທີ່​ບໍລິສຸດ ​ແລະ ມີ​ຄວາມ​ຮັກ ​ຊຶ່ງ​ຖືກ​ຜູ້​ອື່ນ​ຮັບ​ຮູ້, ຂ້າພະ​ເຈົ້າຈະ​ແບ່ງປັນປະສົບ​ການ​ຢ່າງ​ໜຶ່ງກັບ​ທ່ານ ທີ່​ໄດ້​ເກີດ​ຂຶ້ນ​ເມື່ອ​ຫລາຍ​ປີກ່ອນ.

​ໃນ​ເວລາ​ນັ້ນ, ຜູ້ນຳ​ຂອງ​ສາດສະໜາ​ຈັກ ​ໄດ້​ພົບ​ກັບ​ເຈົ້າໜ້າ​ທີ່​ໃນ​​ເມືອງ​ເຢຣູຊາ​ເລັມ ​ເພື່ອ​ຈັດການ​ເລື່ອງ​ການ​ເຊົ່າ​ທີ່​ດິນ ​ເພື່ອ​ສ້າງ​ສູນ​​ເຢຣູຊາ​ເລັມ​ຂອງ​ສາດສະໜາ​ຈັກ. ​ກ່ອນ​ຈະ​ໄດ້​ຮັບ​ໃບ​ອະນຸຍາດ, ສາດສະໜາ​ຈັກ​ຕ້ອງ​ໄດ້​ຕົກລົງ​ວ່າ ສະມາຊິກ​ທີ່​ອາ​ໄສ​ຢູ່​ສູນ​ນັ້ນ ຈະ​ບໍ່​ໄປ​ເລາະ​ເຜີຍ​ແຜ່​ສາດສະໜາ. ຫລັງ​ຈາກ​ໄດ້​ຕົກລົງ​ກັນ​ຮຽບຮ້ອຍ​ແລ້ວ, ​ເຈົ້າໜ້າ​ທີ່​ຊາວ​ອິດສະຣາ​ເອນ​ຄົນ​ໜຶ່ງ ຜູ້​​ເປັນ​ມິດ​ຂອງ​ສາດສະໜາ​ຈັກ ​ແລະ ສະມາຊິກ, ​ໄດ້​ກ່າວ​ວ່າ ລາວ​​ໄດ້ຮູ້​ວ່າ​ສາດສະໜາ​ຈັກ​ຈະ​ເຮັດ​ຕາມ​ຄຳ​ສັນຍາ ທີ່​ຈະ​ບໍ່​ໄປ​ເລາະ​ເຜີຍ​ແຜ່. “ແຕ່,” ລາວ​ໄດ້​ເວົ້າ​ເຖິງ​ນັກຮຽນ​ທີ່ຈະ​ຢູ່​ໃນ​ສູນ​ນັ້ນວ່າ “ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ຄວາມ​ສະຫວ່າງ​ໃນ​ດວງ​ຕາ​ຂອງ​ເຂົາ​ເຈົ້າ?”4 ຂໍ​ໃຫ້​ຄວາມ​ສະຫວ່າງ​​ພິ​ເສດນັ້ນຈົ່ງ​ຮຸ່ງ​ເຫລື້ອມ​ຢູ່​ພາຍ​ໃນ​ຕົວ​ເຮົາ ​ເພື່ອ​ວ່າ​ຄົນ​ອື່ນ​ຈະ​ໄດ້​ຮັບ​ຮູ້ ​ແລະ ຮູ້​ຈັກຄຸນຄ່າຂອງ​ມັນ.

ການ​ເປັນ​​ແບບຢ່າງ​​ໃນ ສັດທາ ໝາຍ​ຄວາມ​ວ່າ ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ ​​ແລະ ​ໃນ​ພຣະຄຳ​ຂອງ​ພຣະອົງ. ມັນ​ໝາຍ​ຄວາມ​ວ່າ ​ເຮົາ​ມີ ​ແລະ ວ່າ​ເຮົາ​ຮັກສາ​ຄວາມ​ເຊື່ອ ອັນ​ທີ່​ຈະ​ນຳພາ​ແນວຄິດ ​ແລະ ການ​ກະທຳ​ຂອງ​ເຮົາ. ສັດທາ​ຂອງ​ເຮົາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ແລະ ​ໃນ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຈະ​ມີ​ອິດ​ທິພົນ​ຕໍ່​ທຸກ​ສິ່ງ​ທີ່​ເຮົາ​ກະທຳ. ​ໃນ​ທ່າມກາງ​ຄວາມ​ສັບສົນຂອງ​ສະ​ໄໝ​ຂອງ​ເຮົາ, ການ​​ຂັດ​ແຍ້​ງຂອງ​ຄວາມ​ສຳນຶກ, ​ແລະ ຄວາມ​ວຸ້ນ​ວາຍ​ຂອງ​ຊີວິດ​ປະຈຳ​ວັນ, ສັດທາ​ທີ່​ເຮົາ​ມີ​ຢູ່ ຈະ​ກາຍ​ເປັນ​ສະໝໍ​ໃຫ້​ແກ່​ຊີວິດ​ຂອງ​ເຮົາ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ສັດທາ ​ແລະ ຄວາມ​ສົງ​ໄສ ບໍ່​ສາມາດ​ຢູ່​​ໃນ​ຈິດ​ໃຈ ​ໃນ​ເວລາ​ດຽວ​ກັນ, ​ເພາະ​ຝ່າຍໜຶ່ງ ຈະ​ຂັບ​ໄລ່​ອີກ​ຝ່າຍໜຶ່ງ​ໃຫ້​ໜີ​ໄປ. ຂ້າພະ​ເຈົ້າຂໍ​ເນັ້ນ​ເຖິງສິ່ງ​ໜຶ່ງທີ່​ເຮົາ​​ເຄີຍ​ຖືກ​ບອກ​​ມາ​ແລ້ວ​ຫລາຍ​ຕໍ່ຫລາຍ​ເທື່ອ—ວ່າ ກ່ອນ​ຈະ​ມີ ​ແລະ ຮັກສາ​ສັດທາ​ທີ່​​ເຮົາ​ຕ້ອງການ, ມັນ​ສຳຄັນ​ທີ່​ເຮົາ​ຕ້ອງ​ອ່ານ ​ແລະ ສຶກສາ ​ແລະ ​ໄຕ່ຕອງ​ພຣະຄຳ​ພີ. ການ​ສື່ສານ​ກັບ​ພຣະບິດາ​ເທິງ​ສະຫວັນ ຜ່ານ​ການ​ອະທິຖານ​ເປັນ​ສິ່ງ​ທີ່​ຈຳ​ເປັນ. ​ເຮົາ​ຈະລະ​ເລີຍ​ສິ່ງ​ນີ້​ບໍ່​ໄດ້, ​ເພາະ​ຜູ້​ປໍ​ລະ​ປັກ ​ແລະ ບໍລິ​ວານ​ຂອງ​ມັນ ກໍ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ ​ເພື່ອ​ເຮັດ​ໃຫ້​ເຮົາ​ອ່ອນ​ແອ​ລົງ, ມີ​ສັດທາ​ໜ້ອຍ​ລົງ. ພຣະ​ຜູ້​ເປັນ​ເຈົ້​າໄດ້​ບັນ​​ຊາ​ເຮົາ​ໃຫ້​ຄົ້ນ​ຫາ​ຢ່າງ​ພາກ​ພຽນ ອະ​ທິ​ຖານ​ສະ​ເໝີ ແລະ ມີ​ຄວາມ​ເຊື່ອ ແລະ ທຸກ​ສິ່ງ​ທັງ​ປວງ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​​ເຮົາ.5

ຢ່າງ​ສຸດ​ທ້າຍ, ​ເຮົາ​ຕ້ອງ​ບໍລິສຸດ, ຊຶ່ງ​ໝາຍ​ຄວາມ​ວ່າ ​ເຮົາ​ຕ້ອງ​ສະອາດ​ທາງ​ຮ່າງກາຍ, ຈິດ​ໃຈ, ​ແລະ ວິນ​ຍານ. ​ເຮົາ​ຮູ້​ວ່າ ຮ່າງກາຍ​ຂອງ​ເຮົາ​ເປັນ​ວິຫານ, ຕ້ອງ​ປະຕິບັດ​ກັບ​ມັນ​ດ້ວຍ​ຄວາມ​ຄາລະວະ ​ແລະ ດ້ວຍ​ຄວາມນັບຖື. ຈິດ​ໃຈ​ຂອງ​ເຮົາ​ຄວນ​ເຕັມ​ໄປ​ດ້ວຍ​ຄວາມ​ຄິດ​ທີ່​ສົ່ງ​ເສີມ ​ແລະ ຍົກ​ລະດັບ​ຈິດ​ໃຈ ​ແລະ ປາດ​ສະ​ຈາກ​ສິ່ງ​ສົກກະປົກ. ​ກ່ອນ​ຈະ​ມີ​ພຣະວິນ​ຍານ​ເປັນ​ເພື່ອນ​ຕະຫລອດ​ເວລາ​ໄດ້​ນັ້ນ, ​ເຮົາ​ຕ້ອງ​ມີຄ່າ​ຄວນ​ພໍ. ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຄວາມ​ບໍລິສຸດ ຈະ​ນຳ​ຄວາມ​ສະຫງົບ​ມາສູ່​ຈິດ​ໃຈ ​ແລະ ຈະ​ເຮັດ​ໃຫ້​ເຮົາ​ເໝາະ​ສົມ ທີ່​ຈະ​ໄດ້​ຮັບ​ຄຳ​ສັນຍາ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ພຣະອົງ​ໄດ້​ກ່າວ​ວ່າ, “ຜູ້​ໃດ​ທີ່​ມີ​ໃຈ​ບໍລິສຸດ ກໍ​ເປັນ​ສຸກ: ​ເພາະວ່າ​ຜູ້ນັ້ນຈະ​ໄດ້​ເຫັນ​ພຣະ​ເຈົ້າ.”6

​ເມື່ອ​ເຮົາ​ພິສູດ​ວ່າ ຕົນ​ເປັນ​ແບບຢ່າງ​ໃຫ້​ແກ່​ຜູ້​ທີ່​ເຊື່ອ​ໃນ​ກິລິຍາ ​ແລະ ວາຈາ, ​ໃນ​ຄວາມ​​ໃຈ​ບຸນ, ​​ໃນ​ວິນ​ຍານ, ໃນ​ສັດທາ, ​ແລະ ​ໃນ​ຄວາມ​ບໍລິສຸດ, ​ແລ້ວ​ເຮົາ​ຈະ​ເໝາະ​ສົມ​ທີ່​ຈະ​ເປັນຄວາມ​ສະຫວ່າງ​ໃຫ້​ແກ່​ໂລກ​ໄດ້.

ຂ້າພະ​ເຈົ້າຂໍ​ກ່າວ​ກັບ​ທ່ານ​ທຸກ​ຄົນ​, ​ໂດຍ​ສະ​ເພາະ​ຄົນ​ໜຸ່ມ, ວ່າ​ຂະນະ​ທີ່​ໂລກ​ເຄື່ອນ​ຍ້າຍ​ໄປ​ໜ້າ ຫ່າງ​​ໄກ​ໄປ​ຈາກ​ຫລັກ​ທຳ ​ແລະ ການ​ຊີ້​ນຳ ທີ່​ໄດ້​ຖືກ​ມອບ​ໃຫ້​ເຮົາ ​ໂດຍ​ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ພຣະຊົນ​ຢູ່, ​ເຮົາ​ຈະ​​​ບໍ່​ຄື​ຄົນ​ອື່ນ ​ເພາະ​ເຮົາ​ແຕກ​ຕ່າງ. ​ເຮົາ​ຈະບໍ່​ຄື​​ຄົນ​ອື່ນ ​ເພາະ​ການ​ນຸ່ງ​ຖື​ທີ່​ຮຽບຮ້ອຍ​ຂອງ​ເຮົາ. ​ເຮົາ​ຈະ​ແຕກ​ຕ່າງ ​ເພາະ​ເຮົາ​ບໍ່​ກ່າວ​ຄຳ​ຫຍາບ​ຄາຍ ​ແລະ ​ເພາະ​ເຮົາ​ບໍ່​​​ແຕະຕ້ອງສິ່ງ​ທີ່​ທຳຮ້າຍ​ຕໍ່​ຮ່າງກາຍຂອງ​ເຮົາ. ​ເຮົາ​ຈະ​ແຕກ​ຕ່າງ ​ເພາະ​ເຮົາ​ຫລີກ​ເວັ້ນຈາກ​ການ​ເວົ້າຕະຫລົກ​ທີ່​ບໍ່​ສຸພາບ ​ແລະ ​ອອກ​ຄວາມ​ຄິດ​ຄວາມ​ເຫັນ​ແບບ​ເປັນຕາ​ອັບອາຍ. ​ເຮົາ​ຈະ​ແຕກ​ຕ່າງ ​ເມື່ອ​ເຮົາ​ຕັດສິນ​ໃຈ​​​ບໍ່​ໃຫ້ການ​ສື່ສານ​ມວນ​ຊົນ​ທີ່​ບໍ່​ສະອາດ ​ເຂົ້າມາ​ໃນ​ຈິດ​ໃຈ​ຂອງ​ເຮົາ ຊຶ່ງ​ອາດຂັບ​ໄລ່​ພຣະວິນ​ຍານ​ອອກ​ໄປ​ຈາກ​ບ້ານ​ເຮືອນ​ຂອງ​ເຮົາ ​ແລະ ຈາກ​ຊີວິດ​ຂອງ​ເຮົາ. ​ເຮົາ​ຈະ​ບໍ່​ຄື​​ຄົນ​ອື່ນ​ແທ້ໆ ​ເມື່ອ​ເຮົາ​ເລືອກ​ສິ່ງ​ທີ່​ເປັນສິນ​ທຳ—​ເລືອກສິ່ງ​ທີ່​ສອດຄ່ອງ​ກັບ​ຫລັກ​ທຳ ​ແລະ ມາດຕະຖານ. ສິ່ງ​ເຫລົ່ານັ້ນ ຈະ​ເຮັດ​ໃຫ້​ເຮົາ​ແຕກ​ຕ່າງ ຈາກ​ຜູ້​ຄົນສ່ວນ​ຫລາຍ​ໃນ​ໂລກ ​ແລະ ​ເຮົາ​ກໍ​ຈະ​ມີ​ຄວາມ​ສະຫວ່າງ​ນັ້ນ ​ແລະ ພຣະວິນ​ຍານ​ນັ້ນ ຈະ​ສ່ອງ​ແສງ​ໃສ່​ໂລກ​ທີ່​ນັບ​ມື້​ນັບ​ມືດ​ມົວ​ລົງ.

ສ່ວນ​ຫລາຍ​ແລ້ວ ມັນຈະ​ເປັນ​ສິ່ງ​ຫຍຸ້ງ​ຍາກ ທີ່​ຈະ​ເປັນ​ຄົນ​ທີ່ແຕກ​ຕ່າງ ​ແລະ ຢືນ​ຢູ່​ຄົນ​ດຽວ​. ມັນ​ເປັນ​ເລື່ອງ​ທຳ​ມະ​ດາ​ທີ່​ຈະ​​ຢ້ານວ່າ ຄົນ​ອື່ນ​ຈະ​ຄິດ​ແນວ​ໃດ ​ແລະ ​ເວົ້າ​ແນວ​ໃດ. ​​ເພງ​ສັນລະ​ເສີນ​ໃຫ້​ການ​ປອບ​ໂຍນວ່າ: “ພຣະຜູ້​ເປັນ​ເຈົ້າ​ເປັນຄວາມ​ສະຫວ່າງ​ ​ແລະ ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ຂ້ານ້ອຍ; ຂ້ານ້ອຍ​ຈະ​ບໍ່​ຢ້ານ​ກົວ. ພຣະຜູ້​ເປັນ​ເຈົ້າ​ເປັນ​ຜູ້​ຄຸ້ມ​ຄອງ​ຂ້ານ້ອຍ; ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານ​ກົວ?”7 ​ເມື່ອ​ເຮົາ​ເຮັດ​ໃຫ້​ພຣະຄຣິດ​ເປັນ​ຜູ້​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ, ​ແລ້ວ​ຄວາມ​ຢ້ານ​ກົວ​ຂອງ​ເຮົາ ຈະ​ຖືກ​ທົດ​ແທນ​ດ້ວຍຄວາມ​ກ້າ​ຫານ​ແຫ່ງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ເຮົາ.

​ເຮົາ​ທຸກ​ຄົນ​ບໍ່​ມີ​ຊີວິດ​ທີ່ດີ​ພ້ອມ​ທຸກ​ຢ່າງ, ​ແລະ ບາງ​ເທື່ອ​ການ​ທ້າ​ທາຍ ​ແລະ ຄວາມ​ຫຍຸ້ງຍາກ ທີ່​ເຮົາ​ປະ​ເຊີນ ອາດ​ເກີນ​ກວ່າ​ເຮົາ​ຈະ​ຜ່ານ​ຜ່າ​ໄດ້, ​ເຮັດ​ໃຫ້​ຄວາມ​ສະຫວ່າງ​ຂອງ​ເຮົາ​ມືດ​ລົງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ພ້ອມ​ດ້ວຍ​ການ​ສະໜັບສະໜູນ​ຈາກ​ຄົນ​ອື່ນໆ, ​ຄວາມ​ສະຫວ່າງ​ຂອງ​ເຮົາ​ຈະ​ຮຸ່ງ​ແຈ້ງ​ຄືນ ຊຶ່ງ​ຈະ​ເຍືອງ​ເສັ້ນທາງ​ຂອງ​ເຮົາ​ຄືນ​ອີກ ​ແລະ ​ເປັນຄວາມ​ສະຫວ່າງ​ທີ່ຄົນ​ອື່ນ​​ອາດ​ຕ້ອງ​ການ​ດ້ວຍ.

​​ເພື່ອສະ​ແດງ​​ໃຫ້​ເຫັນ​ສິ່ງນີ້, ຂ້າພະ​ເຈົ້າຂໍ​ແບ່ງ​ປັນ​ຄຳ​ກະວີ​ບົດ​ໜຶ່ງ​ ທີ່​ຂ້າພະ​ເຈົ້າມັກ ກັບ​ທ່ານ ຊຶ່ງຂ້າພະ​ເຈົ້າ​ໄດ້​ອ່ານ​ເປັນ​ເທື່ອ​ທຳ​ອິດ ​ເມື່ອ​ຫລາຍ​ປີ​ກ່ອນ ທີ່​ວ່າ:

​ຂ້ອຍ​​ເຫັນ​ຄົນ​ແປກ​ໜ້າ​ໃນ​ຕອນ​ກາງຄືນ

ທີ່​​ໂຄມ​ໄຟ​ຂອງ​ລາວ​ດັບ​ມອດ​ແລ້ວ.

ຂ້ອຍ​​ໄດ້​ຢຸດ ​ແລະ ​ໄດ້​ຕໍ່​ໄຟ​ໃຫ້​ລາວ

ຈາກ​ໂຄມ​ໄຟ​ຂອງ​ຂ້ອຍ.

​ແລ້ວ​ເກີດ​ຝົນຕົກ​ຟ້າ​ລົມ,

ແລະ ​ແຜ່ນດິນ​ໄຫວ.

​ແລະ ​ເມື່ອ​ລົມ​ຝົນ​ມິດ​ງຽບ​ລົງ,

ໂຄມ​ໄຟ​ຂອງ​ຂ້ອຍ​ໄດ້​ດັບ​ໄປ!

​ແຕ່​ຄົນ​ແປກ​ໜ້າ​​ໄດ້​ກັບ​ມາ—

​​ໂຄມ​ໄຟ​ຂອງ​ລາວ​ຍັງ​ຮຸ່ງ​ແຈ້ງ​ຢູ່!

ລາວ​ມີ​ແສງ​ໄຟ​ພິ​ເສດ

ແລະ ​ໄດ້​ຕໍ່​ໄຟ​ໃຫ້​ຂ້ອຍ!8

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ​ໂອກາດ​ຂອງ​ເຮົາ​ທີ່​ຈະ​ສ່ອງ​ແສງ ​ແມ່ນ​ຢູ່​ອ້ອມ​ຮອບ​ເຮົາ ​ແຕ່​ລະ​ມື້, ບໍ່​ວ່າ​ເຮົາ​ຈະ​ພົບ​ເຫັນ​ຕົວ​ເອງ​ຢູ່​ໃນ​ສະພາບ​ໃດ​ກໍ​ຕາມ. ​ເມື່ອ​ເຮົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ເຮົາ​ຈະ​ມີ​ໂອກາດ​ທີ່​ຈະ​ເປັນຄວາມ​ສະຫວ່າງ​ໃຫ້​ແກ່​ຊີວິດ​ຂອງ​ຄົນ​ອື່ນ, ບໍ່​ວ່າ​ເຂົາ​ເຈົ້າຈະ​​ເປັນ​ຄົນ​ໃນ​ຄອບຄົວ ​ແລະ ​ໝູ່​ເພື່ອນ​ຂອງ​ເຮົາ​ເອງ​ກໍ​ຕາມ, ຫລື​ ​ເປັນ​ເພື່ອນ​​ໃນ​ບ່ອນ​ທຳ​ງານ, ຫລື ​ເປັນ​ຄົນຮູ້​ຈັກ​ກັນ, ຫລື ​ເປັນ​ຄົນ​ແປກ​ໜ້າກໍ​ຕາມ.

ຕໍ່​​ທ່ານທຸກ​ຄົນ ຂ້າພະ​ເຈົ້າກ່າວ​ວ່າ ທ່ານ​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະບິດາ​ເທິງ​ສະຫວັນ. ທ່ານ​ໄດ້​ມາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະອົງ ​ເພື່ອ​ມາ​ມີ​ຊີວິດ​ຢູ່​ໃນ​ໂລກ​ໃນ​ຊົ່ວ​ໄລຍະ​ໜຶ່ງ, ​ເພື່ອ​​ເປັນ​ແບບຢ່າງ​ເຖິງ​ຄວາມ​ຮັກ ​ແລະ ການ​ສິດສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ເປັນ​ແສງ​ສະຫວ່າງ​ໃຫ້​ແກ່​ຄົນ​ອື່ນ​ດ້ວຍ​ຄວາມ​ກ້າຫານ. ​ເມື່ອ​ໄລຍະ​ຂອງ​ການ​ຢູ່​ໃນ​ໂລກ​ສິ້ນ​ສຸດ​ລົງ, ຖ້າ​ຫາກ​ທ່ານ​ໄດ້​ເຮັດ​ພາກສ່ວນ​ຂອງ​ທ່ານ, ພອນ​ທີ່​ປະ​ເສີດ​ຈະ​ເປັນ​ຂອງ​ທ່ານ ຊຶ່ງ​ເປັນ​ການ​ກັບ​ຄືນ​ໄປ​ຢູ່​ກັບ​ພຣະອົງ​ຕະຫລອດ​ການ.

ພຣະຄຳ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໄດ້​ໃຫ້​ຄວາມ​ແນ່ນອນ​ໃຈ​ແທ້ໆ ທີ່​ວ່າ: “ເຮົາ​ນີ້​ແຫລະ​ ​ເປັນຄວາມ​ສະຫວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ ​ແລະ ຈະ​ບໍ່​ເຄີຍຢູ່​ໃນ​ຄວາມ​ມືດ​ຈັກ​ເທື່ອ.”9 ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ພຣະອົງ. ພຣະອົງ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ, ​ເປັນ​ຜູ້​ວິ​ງວອນ​ນຳ​ພຣະບິດາ​ແທນ​ເຮົາ. ພຣະອົງ​ເປັນ​ແບບຢ່າງ ​ແລະ ​ເປັນ​ພະລັງ​ຂອງ​ເຮົາ. ພຣະອົງ​ “ເປັນຄວາມ​ສະຫວ່າງຊຶ່ງສ່ອງແສງຢູ່ໃນ​ຄວາມ​ມືດ.”10 ​​ເຮົາ​ທຸກ​ຄົນ​ທີ່​ໄດ້​ຍິນ​ສຽງ​ຂອງ​ຂ້າພະ​ເຈົ້າ ຈະ​ປະຕິຍານ​ທີ່​ຈະ​ຕິດຕາມ​ພຣະອົງ, ​ເພື່ອກາຍ​ເປັນຄວາມ​ສະຫວ່າງ​ໃຫ້​ແກ່​ໂລກ, ນີ້​ຄື​ຄຳ​ອະທິຖານຂອງ​ຂ້າພະ​ເຈົ້າ ​ໃນ​ພຣະນາມ​ທີ່​ສັກສິດ​ຂອງ​ພຣະອົງ, ​ແມ່ນ​ແຕ່ພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.