​2010–2019
ຢ່າ​ວິຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່າ​ນັ້ນ
ຕຸລາ 2015


ຢ່າ​ວິຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່າ​ນັ້ນ

ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເຊື່ອ, ໃຊ້​ສັດທາ​ສູ່​ການ​ກັບ​ໃຈ, ແລະ ຕິດຕາມ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ເຮົາ​ເປີດ​ຕາ​ແຫ່ງ​ວິນ​ຍານ​ຂອງ​ເຮົາ ໃຫ້​ເຫັນ​ຄວາມ​ງົດ​ງາມ​ທີ່​ເຮົາ​ເກືອບ​ວາດ​ພາບ​ບໍ່​ເຖິງ.

ບາ​ບີ​ໂລນ ແລະ ດາ​ນີ​ເອນ

ເມື່ອ​ສອງ​ພັນ​ຫົກ​ຮ້ອຍ​ປີ​ກ່ອນ, ບາ​ບີ​ໂລນ​ໄດ້​ມີ​ອຳນາດ​ມະຫາສານ​ໃນ​ໂລກ. ນັກ​ປະຫວັດສາດ​ໂບຮານ​ໄດ້​ບັນຍາຍ ເຖິງ​ກຳແພງ​ຂອງ​ບາ​ບີ​ໂລ​ນ​ທີ່​ອ້ອມ​ຮອບ​ນະຄອນ​ວ່າ​ສູງ​ກວ່າ 300 ສອກ ( 90 ແມັດ) ແລະ ໜາ​ແໜ້ນ 80 ສອກ (25 ແມັດ). ເພິ່ນ​ໄດ້​ຂຽນ​ວ່າ, “ໃນ​ຄວາມ​ສະຫງ່າ​ງາມ, ບໍ່​ມີ​ນະຄອນ​ໃດ​ມາ​ເທົ່າ​ທຽມໄດ້ … .”1

ໃນ​ເວລາ​ນັ້ນ, ບາ​ບີ​ໂລ​ນ​ໄດ້​ເປັນ​ສູນ​ກາງຂອງ​ການ​ຮຽນ​ຮູ້, ກົດໝາຍ, ແລະ ປັດ​ຊະ​ຍາ. ພະລັງ​ກອງທັບ​ກໍ​ບໍ່​ມີ​ສິ່ງ​ເທົ່າ​ທຽມ. ມັນ​ໄດ້​ທຳລາຍ​ອຳນາດ​ຂອງ​ເອ​ຢິບ. ມັນ​ໄດ້​ບຸກລຸກ, ເຜົາ​ຜານ, ແລະ ໄດ້​ປຸ້ນ​ນິ​ເນ​ເວ, ເມືອງ​ຫລວງ​ຂອງ​ອັດຊີ​ເຣຍ. ມັນ​ໄດ້​ເອົາ​ຊະນະ​ເຢ​ຣູ​ຊາ​ເລັມ​ຢ່າງ​ງ່າຍດາຍ ແລະ ໄດ້​ນຳ​ເອົາ​ເດັກນ້ອຍ​ທີ່​ດີເດັ່ນ ແລະ ສະຫລາດ​ທີ່​ສຸດ​ຂອງ​ອິດ​ສະ​ຣາ​ເອນ ກັບ​ໄປ​ບາ​ບີໂລນ ເພື່ອ​ຮັບ​ໃຊ້ກະສັດ​ເນ​ບູ​ກາດ​ເນັດ​ຊາ.

ໃນ​ບັນດາ​ຊະເລີຍ​ເຫລົ່າ​ນີ້​ແມ່ນ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່ ດາ​ນີ​ເອນ. ນັກປາດ​ຫລາຍ​ຄົນ​ເຊື່ອ​ວ່າ ດາ​ນີ​ເອນ​ໄດ້​ມີ​ອາຍຸ​ລະຫວ່າງ 12 ແລະ 17 ປີ ໃນ​ເວລາ​ນັ້ນ. ຂໍ​ໃຫ້​ຄິດ​ເບິ່ງດູ, ນ້ອງໆ​ຜູ້​ດຳລົງ​ຖານະ​ປະໂລຫິດ​ໜຸ່ມ​ທີ່​ຮັກແພງ: ດາ​ນີ​ເອນ ໄດ້​ມີ​ອາຍຸ​ລຸ້ນ​ລາວ​ຄາວ​ດຽວ​ກັບ​ພວກ​ທ່ານ ເມື່ອ​ລາວ​ໄດ້​ຖືກ​ພາ​ໄປ​ທີ່​ວັງ​ຂອງ​ກະສັດ ເພື່ອ​ໄດ້​ຮັກ​ການ​ສຶກສາ​ໃນ​ພາສາ, ກົດໝາຍ, ສາດສະໜາ, ແລະ ວິທະຍາສາດ​ຂອງ​ບາ​ບີ​ໂລນ​ທີ່​ເປັນ​ຝ່າຍ​ໂລກ.

ທ່ານ​ສາມາດ​ວາດ​ພາບ​ໄດ້​ບໍ​ວ່າ ຈະ​ມີ​ຄວາມ​ຮູ້ສຶກ​ແບບ​ໃດ ທີ່​ໄດ້​ຖືກ​ບັງຄັບ​ໃຫ້​ຈາກ​ບ້ານ​ຂອງ​ທ່ານ​ໄປ, ຍ່າງ​ໄປ​ເປັນ​ທາງໄກ 500 ໄມ (800 ກິໂລແມັດ) ໄປ​ສູ່​ເມືອງ​ຕາງ​ດິນແດນ, ແລະ ຖືກ​ສອນ​ຄຳ​ສອນ​ໃນ​ເລື່ອງ​ສາດສະໜາ​ຂອງ​ສັດຕູ​ຂອງ​ທ່ານ?

ດາ​ນີ​ເອນ ໄດ້​ຮັບ​ການ​ລ້ຽງ​ດູ​ມາ​ເປັນ​ຜູ້​ຕິດຕາມ​ພຣະ​ເຢ​ໂຮ​ວາ. ລາວ​ໄດ້​ເຊື່ອ​ ແລະ ໄດ້​ນະມັດສະການ​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ອີ​ຊາກ ແລະ ຢາ​ໂຄບ. ລາວ​ໄດ້​ສຶກສາ​ຖ້ອຍ​ຄຳ​ຂອງ​ສາດສະດາ, ແລະ ລາວ​ໄດ້​ຮູ້​ເຖິງ​ການ​ປະຕິບັດ​ຕໍ່​ກັນ​ລະຫວ່າງ​ພຣະ​ເຈົ້າ​ກັບ​ມະ​ນຸດ.

ແຕ່​ບັດ​ນີ້, ໃນ​ໄວ​ໜຸ່ມ, ລາວ​ໄດ້​ເປັນ​ນັກ​ໂທດ​-ນັກສຶກສາ​ໃນ​ບາ​ບີ​ໂລນ. ຄວາມ​ກົດ​ດັນ​ທີ່​ລາວ​ໄດ້​ຮັບ ​ຕ້ອງ​ແມ່ນ​ໜັກ​ໜ່ວງ​ຂະໜາດ ທີ່​ຕ້ອງ​ໄດ້​ປະ​ຖິ້ມ​ຄວາມ​ເຊື່ອ​ຖື​ເກົ່າ​ຂອງ​ລາວ ແລະ ຮັບ​ເອົາ​ຄວາມ​ເຊື່ອ​ຖື​ຂອງ​ບາ​ບີ​ໂລນ. ແຕ່​ລາວ​ໄດ້​ຊື່ສັດ​ຕໍ່​ຄວາມ​ເຊື່ອ​ຖື​ຂອງ​ລາວ​—​ໃນ​ຄຳ​ວາຈາ ແລະ ການ​ກະ​ທຳ.

ທ່ານ​ຫລາຍ​ຄົນ​ກໍ​ຮູ້​ວ່າ ມັນ​ຮູ້ສຶກ​ແນວໃດ​ທີ່​ຈະ​ປົກ​ປ້ອງ​ຄວາມ​ຈິງ​ທີ່​ບໍ່​ເປັນ​ທີ່​ນິຍົມ​ຊົມ​ຊອບ. ໃນ​ພາສາ​ຕະຫລາດ​ຂອງ​ອິນ​ເຕີ​ແນັດ​ໃນ​ວັນ​ເວລາ​ນີ້, ເຮົາ​ສົນທະນາ​ກ່ຽວ​ກັບ​ການ “ຖືກ​ເຜົາ​ໄໝ້” ໂດຍ​ຜູ້​ຄົນ​ທີ່​ບໍ່​ເຫັນ​ພ້ອມ​ກັບ​ເຮົາ. ແຕ່​ດາ​ນີ​ເອນ ບໍ່​ໄດ້​ພຽງ​ແຕ່​ສ່ຽງ​ໃນ​ການ​ເຍາະເຍີ້ຍ​ຈາກ​ສັງຄົມ​ເທົ່າ​ນັ້ນ. ໃນ​ບາ​ບີ​ໂລນ, ຜູ້​ຄົນ​ທີ່​ທ້າ​ທາຍ​ເຈົ້າ​ໜ້າທີ່​ທາງ​ສາດສະໜາ​ໄດ້​ເຂົ້າໃຈ​ວ່າ ສິ່ງ​ນັ້ນ​ມີ​ຄວາມ​ໝາຍ​ແນວ​ໃດ​—ທັງ​ທາງ​ການ​ປຽບທຽບ ແລະ ຕາມ​ຄວາມ​ໝາຍ​ຈິງ​—ທີ່​ຈະ “ຖືກ​ເຜົາໄໝ້.” ຂໍ​ໃຫ້​ຖາມ ຊັດ​ລາກ, ເມ​ຊາກ ແລະ ອາ​ເບັດ​ເນ​ໂກ, ທີ່​ເປັນ​ເພື່ອນໆ​ຂອງ​ດາ​ນີ​ເອນ.2

ຂ້າພະເຈົ້າ​ບໍ່​ຮູ້​ຖ້າ​ຫາກ​ວ່າ​ມັນ​ເປັນ​ເລື່ອງ​ງ່າຍ​ສຳລັບ​ດາ​ນີ​ເອນ ຢູ່​ໃນ​ສະພາບ​ແວດ​ລ້ອມ​ແບບ​ນັ້ນ. ບາງ​ຄົນ​ໄດ້​ຮັບ​ພອນ​ດ້ວຍ​ຫົວໃຈ​ທີ່​ເຊື່ອ​ຖື​—ສຳລັບ​ເຂົາເຈົ້າ, ສັດທາ​ເບິ່ງ​ຄື​ວ່າ​ມີ​ມາ​ດັ່ງ​ຂອງ​ປະທານ​ຈາກ​ສະ​ຫວັນ. ແຕ່​ຂ້າພະເຈົ້າ​ວາດ​ພາບ​ເຫັນ​ວ່າ ດາ​ນີ​ເອນ​ກໍ​ຄື​ເຮົາ​ທັງຫລາຍ ຜູ້​ທີ່​ຕ້ອງ​ພັດທະນາ​ປະຈັກ​ພະຍານ​ຂອງ​ເຮົາ. ຂ້າພະເຈົ້າ​ໝັ້ນ​ໃຈ​ວ່າ ດາ​ນີ​ເອນ ໄດ້​ໃຊ້​ເວລາ​ຫລາຍໆ​ຊົ່ວໂມງ​ຄຸເຂົ່າ​ອະທິຖານ, ວາງ​ຄຳ​ຖາມ ແລະ ຄວາມ​ຢ້ານ​ກົວ​ຂອງ​ລາວ​ລົງ​ໄດ້ ດ້ວຍ​ສັດທາ​ວ່າ​ຈະ​ໄດ້​ຮັບ​ຄຳ​ຕອບ, ແລະ ລໍຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ສຳລັບ​ຄວາມ​ເຂົ້າໃຈ ແລະ ປັນ​ຍາ.

ແລະ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ອວຍພອນ​ໃຫ້​ແກ່ ດາ​ນີ​ເອນ. ເຖິງ​ແມ່ນ​ວ່າ​ສັດທາ​ຂອງ​ລາວ​ຖືກ​ທ້າ​ທາຍ ແລະ ເຍາະເຍີ້ຍ, ລາວ​ຍັງ​ຊື່ສັດ​ຕໍ່​ສິ່ງ​ທີ່​ລາວ​ໄດ້​ຮູ້​ໂດຍ​ປະສົບ​ການ​ຂອງ​ລາວ​ເອງ​ວ່າ​ຖືກ​ຕ້ອງ.

ດາ​ນີ​ເອນ ໄດ້​ເຊື່ອ. ດາ​ນີ​ເອນ ບໍ່​ໄດ້​ສົງໄສ​ເລີຍ.

ແລະ ແລ້ວ​ຄືນ​ໜຶ່ງ, ກະສັດ​ເນ​ບູ​ກາດ​ເນັດ​ຊາ ໄດ້​ມີ​ຄວາມ​ຝັນ​ທີ່​ເຮັດ​ໃຫ້​ເພິ່ນ​ໜັກ​ໃຈ. ເພິ່ນ​ໄດ້​ເຕົ້າໂຮມ​​ທີມ​ຂອງ​ນັກປາດ​ ແລະ ຜູ້​ປຶກສາ​ຂອງ​ເພິ່ນ ແລະ ໄດ້​ສັ່ງ​ໃຫ້​ເຂົາເຈົ້າ​ບັນຍາຍ​ຄວາມ​ຝັນ​ນັ້ນ​ໃຫ້​ເພິ່ນ ແລະ ເປີດເຜີຍ​ຄວາມໝາຍ​ຂອງ​ມັນ.

ແນ່ນອນ​ວ່າ ເຂົາເຈົ້າ​ເຮັດ​ບໍ່​ໄດ້. “ບໍ່​ມີ​ຜູ້​ໃດ​ດອກ ທີ່​ສາມາດ​ບອກ​ສິ່ງ​ທີ່​ພະ​ລາ​ຊາ​ຢາກ​ຮູ້​ນັ້ນ,” ເຂົາເຈົ້າ​ໄດ້​ອ້ອນວອນ. ແຕ່​ສິ່ງ​ນີ້​ແຮ່ງ​ໄດ້​ເຮັດ​ໃຫ້ ເນ​ບູ​ກາດ​ເນັດ​ຊາ ໂມໂຫ​ຮ້າຍ​ໃຫຍ່, ແລະ ເພິ່ນ​ໄດ້​ສັ່ງ​ວ່າ​ໃຫ້​ປະຫານ​ຊາຍ​ທີ່​ມີ​ປັນຍາ, ໝໍມໍ, ໝໍ​ມົນ, ແລະ ພວກ​ທີ່​ປຶກ​ສາ​—​ພ້ອມ​ທັງ ດາ​ນີ​ເອນ ແລະ ນັກຮຽນ​ໜຸ່ມ​ຄົນ​ອື່ນໆ​ຈາກ​ອິດ​ສະ​ຣາ​ເອນ.

ທ່ານ​ຜູ້​ທີ່​ຄຸ້ນ​ເຄີຍ​ກັບ​ໜັງສື​ຂອງ​ດາ​ນີ​ເອນ ກໍ​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ຕໍ່​ຈາກ​ນັ້ນ. ດາ​ນີ​ເອນ​ໄດ້​ຂໍເວລາ​ຈາກ ເນ​ບູ​ກາ​ດເນັດ​ຊາ ​ຕື່ມ​ອີກ​ນ້ອຍ​ໜຶ່ງ, ແລະ ລາວ ແລະ ໝູ່​ເພື່ອນ​ທີ່​ຊື່ສັດ​ຂອງ​ລາວ​ໄດ້​ໄປ​ຫາ​ແຫລ່ງ​ແຫ່ງ​ຄວາມ​ເຊື່ອ ແລະ ພະລັງ​ທາງ​ສິນ​ທຳ​ ຂອງ​ເຂົາ​ເຈົ້າ. ເຂົາເຈົ້າ​ໄດ້​ອະທິຖານ​ຫາ​ພຣະ​ເຈົ້າ ທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ​ໃນ​ເວລາ​​ມີເລື່ອງ​ຄໍ​ຂາດ​ບາດ​ຕາຍ​ນີ້. ແລະ “ແລ້ວ​ໃນ​ຄືນ​ນັ້ນ​ພຣະ​ເຈົ້າ​ກໍ​ໄດ້​ເຜີຍ​ເລື່ອງ​ລຶກລັບ​ໃຫ້​ດາ​ນີ​ເອນ​ຮູ້​ທາງ​ນິມິດ.”3

ດາ​ນີ​ເອນ, ຊາຍ​ໜຸ່ມ​ຈາກ​ປະເທດ​ທີ່​ຖືກ​ເອົາ​ຊະ​ນະ​—ຜູ້​ທີ່​ຖືກ​ທຳຮ້າຍ ແລະ ຂົ່ມ​ເຫັງ​ເພາະ​ລາວ​ເຊື່ອ​ໃນ​ສາດສະໜາ​ທີ່​ແປກ​ປະຫລາດ​ຂອງ​ລາວ​—ໄດ້​ໄປ​ເຝົ້າ​ກະສັດ ແລະ ໄດ້​ເປີດເຜີຍ​ຄວາມ​ຝັນ ແລະ ການ​ແປ​ຄວາມ​ຝັນ​ນັ້ນ​ໃຫ້​ແກ່​ເພິ່ນ.

ຈາກ​ວັນ​ນັ້ນ​ເປັນຕົ້ນ​ໄປ, ເພາະ​ຜົນ​ທີ່​ຕາມ​ມາ​ຈາກ​ຄວາມ​ຊື່ສັດ​ຂອງ​ລາວ​ຕໍ່​ພຣະ​ເຈົ້າ, ດາ​ນີ​ເອນ​ໄດ້​ກາຍເປັນ​ທີ່​ປຶກສາ​ທີ່​ໄວ້​ວາງໃຈ​ຂອງ​ກະສັດ, ຖືກ​ຮັບ​ຮູ້​ກັນ​ໄປ​ທົ່ວ​ເພາະ​ສະຕິປັນຍາ​ຂອງ​ລາວ​ຕະຫລອດ​ທົ່ວ​ບາ​ບີ​ໂລນ.

ຊາຍ​ໜຸ່ມ​ທີ່​ໄດ້​ເຊື່ອ ແລະ ໄດ້​ດຳລົງ​ຊີວິດ​ຕາມ​ຄວາມ​ເຊື່ອ​ຂອງ​ລາວ​ໄດ້​ກາຍເປັນ​ບຸລຸດ​ຂອງ​ພຣະ​ເຈົ້າ. ເປັນ​ສາດ​ສະ​ດາ. ເປັນ​ເຈົ້າ​ຊາຍ​ແຫ່ງ​ຄວາມ​ຊອບ​ທຳ.4

ເຮົາ​ເປັນ​ເໝືອນ​ດັ່ງ​ດາ​ນີ​ເອນ​ບໍ?

ຕໍ່​ເຮົາ​ທຸກ​ຄົນ ຜູ້​ດຳລົງ​ຖານະ​ປະໂລຫິດ​ທີ່​ສັກສິດ​ຂອງ​ພຣະ​ເຈົ້າ ຂ້າພະເຈົ້າ​ຂໍ​ຖາມ​ວ່າ, ເຮົາ​ເປັນ​ເໝືອນ​ດັ່ງ​ດາ​ນີ​ເອນ​ບໍ?

ເຮົາ​ຢືນ​ຢູ່​ຢ່າງ​ຈົງ​ຮັກ​ພັກດີ​ຕໍ່​ພຣະ​ເຈົ້າ​ບໍ?

ເຮົາ​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ສັ່ງສອນ​ຄົນ​ອື່ນ​ບໍ, ຫລື​ວ່າ ເຮົາ​ເປັນ​ຄົນ​ຄຣິດສະ​ຕຽນ​ພຽງ​ແຕ່​ໃນ​ວັນ​ອາທິດ​ເທົ່າ​ນັ້ນ?

ການ​ກະທຳ​ປະຈຳ​ວັນ​ຂອງ​ເຮົາ​ສະທ້ອນ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ສິ່ງ​ທີ່​ເຮົາ​ປະກາດ​ວ່າ​ເຮົາ​ເຊື່ອ​ບໍ?

ເຮົາ​ຊ່ອຍ​ເຫລືອຄົນ​ຍາກຈົນ ແລະ ຄົນ​ຂັດ​ສົນ, ຄົນ​ເຈັບ​ປ່ວຍ ແລະ ຄົນ​ທີ່​ເປັນ​ທຸກ​ບໍ?5

ເຮົາ​ພຽງ​ແຕ່​ເວົ້າ​ຊື່ໆ, ຫລື​ວ່າ​ເຮົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຢ່າງ​ຕື່ນເຕັ້ນ​ບໍ?

ອ້າຍ​ນ້ອງ​ທັງຫລາຍ, ເຮົາ​ໄດ້​ຮັບ​ພອນ​ຫລາຍ. ເຮົາ​ໄດ້​ຮັບ​ການ​ສອນ​ເລື່ອງ​ຄວາມ​ຈິງ​ແຫ່ງ​ສະຫວັນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ໄດ້​ຮັບ​ການ​ມອບ​ໝາຍ​ດ້ວຍ​ສິດ​ອຳນາດ​ຂອງ​ຖານະ​ປະໂລຫິດ ເພື່ອ​ຊ່ອຍ​ເພື່ອນ​ມະນຸດ​ຂອງ​ເຮົາ ແລະ ເພື່ອ​ສ້າງສາ​ອານາຈັກ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນດິນ​ໂລກ. ເຮົາ​ມີຊີວິດ​ຢູ່​ໃນ​ວັນ​ເວລາ​ແຫ່ງ​ການ​ຖອກ​ເທ​ພະລັງ​ທາງ​ວິນ​ຍານ​ລົງ​ມາ​ຢ່າງ​ຫລວງ​ຫລາຍ. ເຮົາ​ມີ​ຄວາມ​ຈິງ​ທີ່​ສົມ​ບູນ. ເຮົາ​ມີ​ຂໍ​ກະແຈ​ຂອງ​ຖານະ​ປະໂລຫິດ ເພື່ອ​ຜະ​ນຶກ​ຢູ່​ເທິງ​ແຜ່ນດິນ​ໂລກ ແລະ ໃນ​ສະ​ຫວັນ. ພຣະ​ຄຳ​ພີ​ສັກສິດ ແລະ ຄຳ​ສອນ​ຂອງ​ສາດສະດາ ແລະ ອັກ​ຄະ​ສາວົກ​ທີ່​ມີ​ຊີວິດ​ຢູ່ ກໍ​ມີ​ໄວ້​ໃຫ້​ເຮົາ​ຫລາຍ​ກວ່າ​ແຕ່​ກ່ອນ.

ເພື່ອນ​ຝູງ​ທີ່​ຮັກແພງ​ຂອງ​ຂ້າພະເຈົ້າ, ຂໍ​ໃຫ້ເຮົາ​ບໍ່​ລະເລີຍ​ກັບ​ສິ່ງ​ເຫລົ່າ​ນີ້. ພ້ອມ​ດ້ວຍ​ພອນ ແລະ ສິດທິ​ພິເສດ​ເຫລົ່າ​ນີ້ ໜ້າທີ່​ຮັບຜິດຊອບ ແລະ ພັນທະ​ທີ່​ສຳຄັນ​ກໍ​ມີ​ມາ. ຂໍ​ໃຫ້​ເຮົາ​ລຸກ​ຢືນ​ຂຶ້ນ​ເພື່ອ​ບັນລຸ​ມັນ​ໃຫ້​ສຳ​ເລັດ.

ນະຄອນ​ບູຮານ​ຂອງ​ບາ​ບີ​ໂລ​ນ​ຕົກ​ຢູ່​ໃນ​ການ​ທຳ​ລາຍ. ຄວາມ​ສະຫງ່າ​ງາມ​ຂອງ​ມັນ​ໄດ້​ສິ້ນ​ສຸດ​ໄປ​ດົນ​ນານ​ແລ້ວ. ແຕ່​ເລື່ອງ​ທາງ​ຝ່າຍ​ໂລກ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ບາ​ບີ​ໂລນ​ນັ້ນ​ຍັງ​ຄົງ​ຢູ່. ບັດ​ນີ້​ເປັນ​ໜ້າທີ່​ຂອງ​ເຮົາ​ທີ່​ຈະ​ດຳລົງ​ຊີວິດ​ເປັນ​ຄົນ​ທີ່​ເຊື່ອ​ຖື​ໃນ​ໂລກ​ທີ່​ບໍ່​ເຊື່ອ​ຖື. ການ​ທ້າ​ທາຍ​ເປັນ​ຂອງ​ເຮົາ ທີ່​ຈະ​ປະຕິບັດ​ຕາມ​ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ດຳລົງ​ຊີວິດ​ທີ່​ຈິງ​ຈັງ​ຕໍ່​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ. ເຮົາ​ຈະ​ຕ້ອງ​ຢູ່​ຢ່າງ​ສະຫງົບ​ໃຕ້​ ການ​ກົດ​ດັນ​ຂອງ​ໝູ່​ເພື່ອນ, ບໍ່​ປະທັບ​ໃຈ​ໂດຍ​ແນວ​ໂນ້ມ​ທີ່​ຄົນ​ນິຍົມ, ບໍ່​ເອົາໃຈໃສ່​ການ​ເຍາະເຍີ້ຍ​ຂອງ​ຄົນ​ທີ່​ຂາດ​ສິນ​ທຳ, ຕໍ່ຕ້ານ​ການ​ລໍ້​ລວງ​ຂອງ​ມານ, ແລະ ເອົາ​ຊະນະ​ຄວາມ​ກຽດ​​ຄ້ານ​ຂອງ​ເຮົາ​ເອງ.

ຂໍ​ໃຫ້​ຄິດ​ເບິ່ງ​ເລື່ອງ​ນີ້​ດູ. ມັນ​ອາດ​ຈະ​ງ່າຍ​ຫລາຍ​ພຽງ​ໃດ​ສຳລັບ ດາ​ນີ​ເອນ ທີ່​ຈະ​ເຮັດ​ໄປ​ຕາມ​ວິທີ​ທາງ​ຂອງ​ບາ​ບີ​ໂລນ? ລາວ​ສາມາດ​ປະ​ຖິ້ມ​ກົດ​ຂອງ​ການ​ປະຕິບັດ​ທີ່​ເຄັ່ງ​ຄັດ ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ລູກ​ຫລານ​ຊາດ​ອິດ​ສະ​ຣາ​ເອນ. ລາວ​ສາມາດ​ໄດ້​ຊື່ນ​ຊົມ​ຢູ່​ກັບ​ອາຫານ​ທີ່​ແຊບ​ຊ້ອຍ ທີ່​ກະສັດ​ໄດ້​ຈັດ​ໄວ້​ໃຫ້ ແລະ ອີ່ມ​ໜຳ​ສຳລານ​ຢູ່​ໃນ​ຄວາມ​ພໍໃຈ​ທາງ​ໂລກ​ຂອງ​ມະນຸດ​ທີ່​ມີ​ຈິດໃຈ​ທຳ​ມະ​ດາ. ລາວ​ຈະ​ໄດ້​ຫລີກເວັ້ນ​ຈາກ​ການ​ເຍາະ​ເຍີ້ຍ.

ລາວ​ຈະ​ເປັນ​ຄົນ​ທີ່​ຖືກ​ນິຍົມ​ຊົມ​ຊອບ.

ລາວ​ຈະ​ເຂົ້າ​ກັບ​ໝູ່​ໄດ້​ຫລາຍ.

ເສັ້ນທາງ​ຂອງ​ລາວ​ອາດ​ຫຍຸ້ງຍາກ​ໜ້ອຍລົງ.

ແນ່ນອນ​ວ່າ​ຈະ​ເປັນ​ດັ່ງນັ້ນ, ຈົນ​ກວ່າ​ວັນ​ທີ່​ກະສັດ​ໄດ້​ສັ່ງ​ໃຫ້​ມີ​ການ​ແປ​ຄວາມ​ຝັນ​ຂອງ​ເພິ່ນ. ແລ້ວ ດາ​ນີ​ເອນ​ຈະ​ໄດ້​ເຫັນ​ວ່າ​ລາວ, ເໝືອນ​ດັ່ງ “ບຸລຸດ​ທີ່​ສະຫລາດ” ຂອງ​ບາ​ບີ​ໂລນ​ຄົນ​ອື່ນໆ, ກໍ​ໄດ້​ສູນ​ເສຍ​ການ​ເຊື່ອມ​ໂຍງ​ຂອງ​ລາວ​ກັບ​ແຫລ່ງ​ທີ່ແທ້​ຈິງ​ຂອງ​ຄວາມ​ສະຫວ່າງ ແລະ ປັນ​ຍາ.

ດາ​ນີ​ເອນ​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ລາວ. ການ​ທົດ​ສອບ​ຂອງ​ເຮົາ​ຍັງ​ມີ​ຢູ່​ຕໍ່​ໄປ.

ຄວາມ​ກ້າຫານ​ທີ່​ຈະ​ເຊື່ອ

ຊາ​ຕານ, ຜູ້​ປໍ​ລະ​ປັກ​ຂອງ​ເຮົາ, ຢາກ​ໃຫ້​ເຮົາ​ລົ້ມ​ເຫ​ລວ. ມັນ​ເຮັດ​ໃຫ້​ຄວາມ​ຂີ້​ຕົວະ​ລາມ​ອອກ​ໄປ ທີ່​ເປັນ​ພາກສ່ວນ​ຂອງ​ຄວາມ​ພະຍາຍາມ​ຂອງ​ມັນ ທີ່​ຈະ​ທຳລາຍ​ຄວາມ​ເຊື່ອ​ຂອງ​ເຮົາ. ມັນ​ແນະນຳ​ຢ່າງ​ລັບໆ​ວ່າ ຜູ້​ທີ່​ສົງໄສ, ຄົນ​ທີ່​ບໍ່​ເຊື່ອ​ງ່າຍ, ຜູ້​ເຍາະເຍີ້ຍ​ຖາກ​ຖາງ ວ່າ​ຊ່ຽວ​ຊານ​ຊຳນານ ແລະ ສະຫລາດ, ຂະນະ​ທີ່​ຜູ້​ທີ່​ມີ​ສັດທາ​ໃນ​ພຣະ​ເຈົ້າ ແລະ ການ​ມະຫັດສະຈັນ​ຂອງ​ພຣະ​ອົງ​ວ່າ ໂງ່​ຈ້າ, ຕາບອດ, ຫລື ຖືກ​ເກ້​ຍ​ກ່ອມ​ໄປ​ແລ້ວ. ມັນ​ຈະ​ວິ​ງວອນ​ວ່າ ມັນ​ເປັນ​ສິ່ງ​ທີ່​ຄັດ​ຫລາຍ ທີ່​ຈະ​ສົງໄສ​ຂອງ​ປະທານ​ທາງ​ວິນ​ຍານ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ.

ຂ້າພະເຈົ້າ​ຫວັງ​ຢາກ​ຊ່ອຍ​ໃຫ້​ທຸກ​ຄົນ​ເຂົ້າໃຈ​ຄວາມ​ເທັດ​ຈິງ​ທີ່​ລຽບ​ງ່າຍ​ນີ້​ວ່າ: ເຮົາ ເຊື່ອ ​​ໃນ​ພຣະ​ເຈົ້າ​ເພາະ​ສິ່ງ​ທີ່​ເຮົາ​ ຮູ້ ​ ດ້ວຍ​ຫົວໃຈ ແລະ ຈິດໃຈ, ບໍ່​ແມ່ນ​ເພາະ​ສິ່ງ​ທີ່​ເຮົາ​ ບໍ່​ເຫັນ.  ປະສົບ​ການ​ຂອງ​ເຮົາ​ທາງ​ຝ່າຍ​ວິນ​ຍານ ບາງເທື່ອ​ກໍ​ຢ້ານ​ກົວ​ເກີນ​ໄປ​ທີ່​ຈະ​ອະທິບາຍ​ຕາມ​ທາງ​ຝ່າຍ​ໂລກ, ແຕ່​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ມັນ​ບໍ່​ເປັນ​ຈິງ.

ພຣະ​ບິດາ​ເທິງ​ສະຫວັນ​ໄດ້​ຈັດ​ຕຽມ​ງານ​ກິນ​ລ້ຽງ​ທາງ​ວິນ​ຍານ​ໄວ້​ໃຫ້​ລູກໆ​ຂອງ​ພຣະ​ອົງ, ສະເໜີ​ອາຫານ​ດີ​ພິເສດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​—​ແຕ່, ແທນ​ທີ່​ຈະ​ມີ​ຄວາມສຸກ​ກັບ​ຂອງ​ປະທານ​ທາງ​ວິນ​ຍານ​ເຫລົ່າ​ນີ້, ຜູ້​ທີ່​ບໍ່​ເຊື່ອ​ງ່າຍ​ມີ​ຄວາມສຸກ​ຢູ່​ກັບ​ການ​ສັງເກດ​ການ​ຈາກ​ທາງໄກ, ດື່ມ​ຈາກ​ຈອກ​ແຫ່ງ​ການ​ເຍາະເຍີ້ຍ​ຖາກ​ຖາງ, ຄວາມ​ສົງໄສ, ແລະ ບໍ່​ນັບ​ຖື.

ເປັນ​ຫຍັງ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ດຳລົງ​ຊີວິດ​ໄປ​ຢ່າງ​ພໍໃຈ ດ້ວຍ​ຄວາມ​ສະຫວ່າງ​ຈາກ​ແສງ​ທຽນ​ຂອງ​ຄວາມ​ເຂົ້າໃຈ​ຂອງ​ເຂົາເຈົ້າ​ເອງ​ເມື່ອ, ໂດຍ​ການ​ເອື້​ອມອອກ​ໄປ​ຫາ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ເຂົາເຈົ້າ​ສາມາດ​​ພົບ​ກັບ​ພະ​ອາທິດ​ທີ່​ແຈ້ງ​ສະຫວ່າງ​ແຫ່ງ​ຄວາມ​ຮູ້​ທາງ​ວິນ​ຍານ​ ທີ່​ຈະ​ຂະຫຍາຍ​ຈິດໃຈ​ຂອງ​ເຂົາເຈົ້າ​ດ້ວຍ​ສະຕິປັນຍາ ແລະ ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຂົາເຈົ້າ​ເຕັມ​ປ່ຽມ​ດ້ວຍ​ຄວາມ​ສຸກ.

ເມື່ອ​ທ່ານ ແລະ ຂ້າພະເຈົ້າ​ເວົ້າ​ລົມ​ນຳຜູ້​ຄົນ​ກ່ຽວ​ກັບ​ສັດທາ ແລະ ຄວາມ​ເຊື່ອ​ຖື, ເຮົາ​ບໍ່​ໄດ້​ຍິນ​ເລື້ອຍໆ​ບໍ​ວ່າ, “ເຮົາ​ຢາກ​ຈະ​ເຊື່ອ​ດັ່ງ​ທີ່​ເຈົ້າ​ເຊື່ອ”?

ຄວາມ​ໝາຍ​ທີ່​ຊ້ອນ​ຢູ່​ຂອງ​ຂໍ້ຄວາມ​ຕໍ່​ໄປ​ນີ້​ ​ແມ່ນ​ການ​ຫລອກ​ລວງ​ຂອງ​ຊາ​ຕານ​ອີກ​ຢ່າງ​ໜຶ່ງ: ວ່າຄວາມ​ເຊື່ອ​ມີ​ໄວ້​ໃຫ້​ບາງ​ຄົນ ແຕ່​ບໍ່​ມີ​ໄວ້​ໃຫ້​​ຄົນ​ອື່ນ. ບໍ່​ມີ​ເວດມົນ​ຄາຖາ​ໃນ​ຄວາມ​ເຊື່ອ. ແຕ່​ການ​ທີ່​ ຢາກ ຈະ​ເຊື່ອ​ ເປັນ ຂັ້ນ​ຕອນ​ທີ່​ຈຳເປັນ​ຂັ້ນ​ທຳອິດ! ພຣະ​ເຈົ້າ​ເຮັດ​ກັບ​ທຸກ​ຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້​ໃດ.6 ພຣະ​ອົງ​ເປັນ​ພຣະ​ບິດາ​ຂອງ​ທ່ານ. ພຣະ​ອົງ​ປະສົງ​ຈະ​ກ່າວ​ກັບ​ທ່ານ. ເຖິງ​ຢ່າງໃດ​ກໍ​ຕາມ, ມັນ​ຈະ​ຮຽກຮ້ອງ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ເລັກ​ນ້ອຍ​ທາງ​ຝ່າຍ​ວິທະຍາ​ສາດ​—ຈົນ​ມາ​ຫາ​ການ​ທົດ​ລອງ​ພຣະຄຳ​ຂອງ​ພຣະ​ເຈົ້າ​—​ແລະ ໃຊ້​ສັດທາ​ຈັກ​ໜ້ອຍ​ໜຶ່ງ.7 ມັນ​ຍັງ​ຮຽກຮ້ອງ​ຄວາມ​ຖ່ອມ​ຕົວໜ້ອຍ​ໜຶ່ງ. ແລະ ມັນ​ຮຽກຮ້ອງ​ຫົວໃຈ ແລະ ຈິດໃຈ​ທີ່​ເປີດ​ອອກ​ເພື່ອ​​ຍອມຮັບ​ເອົາ​ຄວາມ​ຄິດ​ໃໝ່. ມັນ​ຮຽກຮ້ອງ ການ​ສະ​ແຫວງ​ຫາ, ໃນ​ຄວາມ​ໝາຍ​ທີ່​ຄົບ​ຖ້ວນ​ນັ້ນ. ແລະ ບາງ​ທີເປັນ​ສິ່ງ​ທີ່​ຍາກ​ທີ່​ສຸດ​ຂອງ​ສິ່ງ​ທັງ​ປວງ, ມັນ​ຮຽກຮ້ອງ​ຄວາມ​ອົດທົນ ແລະ ການ​ລໍຖ້າ​ພຣະ​ຜູ້​ເປັນ​ເຈົ້າ.

ຖ້າ​ຫາກ​ເຮົາ​ບໍ່​ພະຍາຍາມ​ຈະ​ເຊື່ອ, ເຮົາ​ກໍ​ເປັນ​ເໝືອນ​ຜູ້​ຊາຍ​ຄົນ​ໜຶ່ງ ຜູ້​ທີ່​ຖອດ​ສາຍ​ໄຟໃນ​ເວທີ ແລະ ແລ້ວ​ໂທດ​ສາຍ​ໄຟ ທີ່​ບໍ່​ໃຫ້​ຄວາມ​ສະຫວ່າງ​ຫຍັງ​ເລີຍ.

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະເຈົ້າ​ຕົກໃຈ ແລະ ເສົ້າ​ເສຍ​ໃຈ​ທີ່​ໄດ້​ຍິນ​ວ່າ ຜູ້​ດຳລົງ​ຖານະ​ປະໂລຫິດ ຜູ້​ເບິ່ງ​ຄື​ວ່າ​ມີ​ຄວາມ​ພາກພູມ​ໃຈ​ໃນ​ຄວາມ​ຈິງ​ ​ແຕ່ລາວ​ໄດ້​ແຍກ​ຕົວ​ເອງ​ອອກ​ໄປ​ໃຫ້​​ໄກຈາກ​ພຣະ​ເຈົ້າ. ລາວ​ໄດ້​ເວົ້າ​ວ່າ, “ຖ້າວ່າ​ພຣະ​ເຈົ້າ​ເປີດເຜີຍ​ຕົວ​ພຣະ​ອົງ​ເອງ​ຕໍ່​ຂ້ານ້ອຍ, ແລ້ວ​ຂ້ານ້ອຍ​ຈະ​ເຊື່ອ. ຈົນ​ເຖິງ​ເວລາ​ນັ້ນ, ຂ້ານ້ອຍ​ຈະ​ພົບ​ເຫັນ​ຄວາມ​ຈິງ ໂດຍ​ເພິ່ງ​ພາ​ອາໄສ​ຄວາມ​ເຂົ້າໃຈ ແລະ ສະຕິປັນຍາ​ຂອງ​ຂ້ານ້ອຍ​ເອງ ທີ່​ຈະ​ເປັນ​ແສງ​ສະຫວ່າງ​ຕໍ່ໜ້າ​ຂ້າ​ນ້ອຍ.”

ຂ້າພະເຈົ້າ​ບໍ່​ຮູ້ຈັກ​ຫົວໃຈ​ຂອງ​ຊາຍ​ໜຸ່ມ​ຄົນ​ນີ້, ແຕ່​ຂ້າພະເຈົ້າ​ອົດ​ຈະ​ຮູ້ສຶກ​ເສົ້າ​ເສຍ​ໃຈ​ເພື່ອ​ລາວບໍ່​ໄດ້. ລາວ​ໄດ້​ປະຕິເສດ​ຂອງ​ປະທານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ໃຫ້​ລາວ​ຢ່າງ​ງ່າຍດາຍ​ແທ້. ຊາຍ​ໜຸ່ມ​ຄົນ​ນີ້​ໄດ້​ຖອດ​ສາຍ​​ໄຟທີ່​ເວທີ ແລະ ແລ້ວ​ໄດ້​ເບິ່ງ​ຄື​ວ່າ​ເພິ່ງ​ພໍໃຈ​ຕົວ​ເອງ​ ໃນ​ການ​ສັງເກດ​ການ​ທີ່​ສະຫລາດ​ຂອງ​ລາວ​ວ່າ​ບໍ່​ມີ​ແສງ​ສະ​ຫວ່າງ.

ໜ້າ​ເສຍດາຍ, ນີ້​ເບິ່ງ​ຄື​ວ່າ​ເປັນຄວາມ​ຄິດ​ທີ່​ຄົນ​ນິຍົມ​ຊົມ​ຊອບ​ຫລາຍ​ໃນ​ວັນ​ເວລາ​ນີ້. ຖ້າ​ເຮົາ​ສາມາດ​ເຮັດ​ໃຫ້​ມັນ​ເປັນ​ໜ້າທີ່​ຮັບຜິດຊອບ​ຂອງ​ພຣະ​ເຈົ້າ, ເຮົາ​ຄິດ​ວ່າ​ເຮົາ​ສາມາດ​ໃຫ້​ຂໍ້​ແກ້​ຕົວ​ໃຫ້​ຕົນ​ເອງ ຈາກ​ການ​ບໍ່​ເອົາ​ຈິງ​ເອົາ​ຈັງ​ກັບ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າບໍ ແລະ ຈາກ​ການຮັບ​ເອົາ​ຄວາມ​ຮັບຜິດຊອບ​ສຳລັບ​ຄວາມ​ສຳພັນ​ຂອງ​ເຮົາ​ກັບ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ.

ອ້າຍ​ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ຈະ​ກ່າວ​ໃຫ້​ແຈ້ງ​ຊັດ​ວ່າ: ບໍ່​ມີ​ຫຍັງ​ສູງ​ສົ່ງ ຫລື ໜ້າ​ປະທັບ​ໃຈ​ຫຍັງ​ກ່ຽວ​ກັບ​ການ​ເປັນ​ຄົນ​ທີ່​ບໍ່​ເຊື່ອ​ງ່າຍ. ຄວາມ​ບໍ່​ຄ່ອຍ​ເຊື່ອ​ງ່າຍ​ ​ແມ່ນ​ເຮັດ​ໄດ້ງ່າຍ​—​ໃຜໆ​ກໍ​ເຮັດ​ໄດ້. ແຕ່​ຊີວິດ​ທີ່​ຊື່ສັດ​ນັ້ນ​ເອງ ທີ່​ຮຽກຮ້ອງ​ຄວາມ​ເຂັ້ມແຂງ​ທາງ​ສິນ​ທຳ, ການ​ອຸທິດ​ຕົນ, ແລະ ຄວາມ​ກ້າ​ຫານ. ຜູ້​ຄົນ​ທີ່​ຍຶດໝັ້ນ​ຕໍ່​ສັດທາ​ນັ້ນ​ເປັນ​ຄົນ​ທີ່​ໜ້າ​ປະທັບ​ໃຈ​ຫລາຍ​ກວ່າ​ຜູ້​ຄົນ​ທີ່​ຍອມ​ຕໍ່​ຄວາມ​ສົງໄສ ເມື່ອ​ມີ​ຄຳ​ຖາມ​ທີ່​ລຶກລັບ ແລະ ຄວາມ​ກັງວົນ​ເກີດ​ຂຶ້ນ.

ແຕ່​ມັນ​ກໍ​ບໍ່​ຄວນ​ເຮັດ​ໃຫ້​ເຮົາ​ຕົກໃຈ ທີ່​ສັດທາ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ມີ​ຄຸນຄ່າ​ຫລາຍ​ໃນ​ສັງຄົມ​ຂອງ​ຝ່າຍ​ໂລກ. ໂລກ​ນີ້​ມີ​ປະຫວັດ​ທີ່​ຍາວ​ນານ​ເຖິງ​ການ​ປະຕິເສດ​ສິ່ງ​ທີ່​ມັນ​ບໍ່​ເຂົ້າ​ໃຈ. ແລະ ໂດຍ​ສະເພາະ ມັນ​ມີ​ບັນຫາທີ່​ຈະ​ເຂົ້າໃຈ​ສິ່ງ​ທີ່​ມັນ​ບໍ່​ສາມາດ​ຫລຽວ​ເຫັນ. ການ​ທີ່​ບໍ່​ສາມາດ​ເຫັນ​ສິ່ງ​ໃດ​ສິ່ງ​ໜຶ່ງ​ດ້ວຍ​ຕາ​ທາງ​ຮ່າງກາຍ​ຂອງ​ເຮົາ​ ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ ມັນ​ບໍ່​ໄດ້​ເປັນ​ຕົວ​ຕົນ​ແທ້ໆ. ແທ້​ຈິງ​ແລ້ວ, “ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໃນ​ຟ້າ​ສະຫວັນ ແລະ ແຜ່ນດິນ​ໂລກ ... ທີ່​ຫລາຍ​ເກີນ​ກວ່າ​ທີ່ຈະ​ຝັນ​ເຖິງ” ໃນ​ປຶ້ມ​ຮຽນ, ວາລະສານ​ວິທະຍາສາດ​ຂອງ​ເຮົາ, ແລະ ໃນ​ປັດ​ຊະ​ຍາ​ຂອງ​ໂລກ.8 ຈັກກະວານ​ນີ້​ກໍ​ເຕັມ​ປ່ຽມ​ດ້ວຍ​ສິ່ງ​ມະຫັດສະຈັນ​ທີ່​ເລິກ​ຊຶ້ງ ແລະ ໜ້າ​ປະຫລາດ​ໃຈ—​ສິ່ງ​ທີ່​ສາມາດ​ເຂົ້າໃຈ​ໄດ້​ພຽງ​ແຕ່່​ຜ່ານ​ຕາ​ທາງ​ຝ່າຍ​ວິນ​ຍານ​ຂອງ​ເຮົາ​ເທົ່າ​ນັ້ນ.

ຄຳ​ສັນຍາ​ຂອງ​ຄວາມ​ເຊື່ອ

ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເຊື່ອ, ໃຊ້​ສັດທາ​ສູ່​ການ​ກັບ​ໃຈ, ແລະ ຕິດຕາມ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ເຮົາ​ເປີດ​ຕາ​ແຫ່ງ​ວິນ​ຍານ​ຂອງ​ເຮົາ ໃຫ້​ເຫັນ​ຄວາມ​ງົດ​ງາມ​ທີ່​ເຮົາ​ເກືອບ​ວາດ​ພາບ​ບໍ່​ເຖິງ. ດັ່ງນັ້ນ ຄວາມ​ເຊື່ອ ແລະ ສັດທາ​ຂອງ​ເຮົາ​ຈະ​ເຂັ້ມແຂງ​ຂຶ້ນ, ແລະ ເຮົາ​ຈະ​ເຫັນ​ໄດ້​ກວ້າງ​ໄກ​ກວ່າ​ເກົ່າ.9

ອ້າຍ​ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ແມ່ນ​ແຕ່​ໃນ​ເວລາ​ທີ່​ຍາກ​ລຳບາກ​ຫລາຍ​ທີ່​ສຸດ​ກໍ​ຕາມ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຈະ​ກ່າວ​ຕໍ່​ທ່ານ ດັ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ຕໍ່​ພໍ່​ທີ່​ກັງວົນ​ຄົນ​ໜຶ່ງ ຢູ່​ໃນ​ຖະໜົນ​ທີ່​ເຕັມ​ໄປ​ດ້້ວຍ​ຄົນ​ວ່າ, “ຢ່າ​ວິຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່າ​ນັ້ນ.”10

ເຮົາ​ສາມາດ​ເລືອກ​ໄດ້​ທີ່​ຈະ​ເຊື່ອ.

ເພາະ​ໃນ​ຄວາມ​ເຊື່ອ​ນັ້ນ, ເຮົາ​ຈະ​ພົບ​ເຫັນ​ຄວາມ​ສະ​ຫວ່າງ.

ເຮົາ​ຈະ​ພົບ​ເຫັນ​ຄວາມ​ຈິງ.11

ເຮົາ​ຈະ​ພົບ​ຄວາມ​ສະຫງົບ​ສຸກ.12

ເປັນ​ເພາະ​ຄວາມ​ເຊື່ອ​ຂອງ​ເຮົາ, ເຮົາ​ຈະ​ບໍ່​ຫິວ​ໂຫຍ, ຈະ​ບໍ່​ກະຫາຍ​ຈັກ​ເທື່ອ.13 ຂອງ​ປະທານ​ແຫ່ງ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ຈະ​ຊ່ອຍ​ໃຫ້​ເຮົາ​ສາມາດ​ເປັນ​ຄົນ​ຈິງ​ຈັງ​ຕໍ່​ສັດທາ​ຂອງ​ເຮົາ ແລະ ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ເຕັມ​ປ່ຽມ​ດັ່ງ “ນ້ຳພຸ​ທີ່​ນຳໄປ​ສູ່​ຊີວິດ​ນິລັນດອນ.”14 ເຮົາ​ຈະ​ປະສົບ​ຄວາມສຸກ​ທີ່ແທ້​ຈິງ ແລະ ເປັນ​ນິດ.15

ສະນັ້ນ, ເພື່ອ​ນຝູງ​ທີ່​ຮັກ, ອ້າຍ​ນ້ອງ​ທີ່​ຮັກແພງ​ຂອງ​ຂ້າພະເຈົ້າ​ໃນ​ຖານະ​ປະໂລຫິດ​ຂອງ​ພຣະ​ເຈົ້າ:

ຈົ່ງ​ມີ​ຄວາມ​ກ້າຫານ​ທີ່​ຈະ​ເຊື່ອ.

ຢ່າ​ວິຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່າ​ນັ້ນ.

ຈົ່ງ​ຢືນ​ຢູ່​ກັບ​ ດາ​ນີ​ເອນ.

ຂ້າພະເຈົ້າ​ອະທິຖານ​ວ່າ​ເຮົາ​ທຸກ​ຄົນ—ທັງໜຸ່ມ ແລະ ແກ່—​ຈະ​ພົບ​ເຫັນ​ພະລັງ, ຄວາມ​ກ້າຫານ, ແລະ ຄວາມ​ປາດຖະໜາ​ໃໝ່ ທີ່​ຈະ​ເຊື່ອ. ໃນພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.