​2010–2019
ນາງ​ຄື​ແມ່​ຂອງ​ເຈົ້າ
ຕຸລາ 2015


ນາງ​ຄື​ແມ່​ຂອງ​ເຈົ້າ

ບໍ່​ມີ​ຄວາມ​ຮັກ​ໃດ​ຢູ່​ໃນ​ໂລກ​ມະຕະ​ນີ້ ທີ່​ໃກ້​ຄຽງ​ກັບ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະ​ເຢຊູ​ຄຣິດ ຫລາຍ​ເທົ່າ​ກັບ​ຄວາມ​ຮັກທີ່​ບໍ່​ເຫັນ​ແກ່​ຕົວ ​ແລະ ການ​ອຸທິດ​ຕົນ​ຂອງ​ແມ່ ທີ່​ມີ​ຕໍ່​ລູກ​ຂອງ​ນາງ.

ຂ້າ​ພະ​ເຈົ້າ​ຂໍ​​​ເຂົ້າຮ່ວມ​ກັບ​ທ່ານ ເພື່ອຕ້ອນ​ຮັບແອວ​ເດີ ຣອນ​ໂນ ເອ ແຣ​ສ໌​ແບນ, ແອວ​ເດີ ແກ​ຣີ ອີ ສະ​ຕີບ​ເວັນ​ສັນ, ແລະ ແອວ​ເດີ ແດວ ຈີ ເຣັນ​ລັນ ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ ສູ່ວົງ​ລ້ອມ​ແຫ່ງ​ຄວາມ​ສຳ​ພັນ​ທີ່ຫວານ​ຊື່ນ ເກີນກວ່າ​ພວກ​ເພິ່ນ​ຈະ​ວາດ​ພາບ​ໄດ້.

​ເອຊາ​ຢາ​ໄດ້​ຂຽນ​ຄຳທຳນາຍ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ ​ໄວ້​ດັ່ງ​ນີ້, “ທ່ານ​ທົນ​ຕໍ່​ຄວາມທຸກ​ທີ່​ເປັນ​ຂອງ​ພວກ​ເຮົາ, ​ແລະ ທົນ​ຄວາມ​ເຈັບ​ປວດ​ທີ່​ພວກ​ເຮົາ​ສົມຄວນ​ໄດ້​ຮັບ.”1 ພຣະຄຳ​ພີ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ເນັ້ນໜັກ​ວ່າ ພຣະ​ເຢຊູ​ໄດ້​ມາສູ່​ໂລກ … ​ເພື່ອ​ຮັບ​ເອົາ​ບາບ​ຂອງ​ໂລກ.2 ພຣະຄຳ​ພີ​ຂອງ​ສະ​ໄໝ​ບູຮານ ​ແລະ ພຣະຄຳ​ພີ​ຂອງ​ສະ​ໄໝ​ໃໝ່ ​ເປັນ​ພະຍານ​ວ່າ ພຣະອົງ​ໄດ້​ໄຖ່​ພວກ​ເຂົາ, ​ແລະ ​ໄດ້ແບກ​ພວກ​ເຂົາ, ​ແລະ ອູ້ມ​ພວກ​ເຂົາຕະຫລອດ​ທຸກ​ຍຸກ​ທຸກ​ສະ​ໄໝ​ເກົ່າ​ກ່ອນ.3 ​ເພງ​ສວດ​ທີ່​ຂ້າພະ​ເຈົ້າມັກ ​ໄດ້​ຂໍ​ຮ້ອງ​ພວກ​ເຮົາ​​ໃຫ້ “​ຟັງ​ສຸລະສຽງ​ຂອງ​ພຣະຜູ້​ປົດ​ປ່ອຍ!”4

​​ ສູ້​ທົນ, ​ແບກ​ຫາບ, ​ປະຄອງ, ​​ສົ່ງ. ມັນ​ເປັນ​ຖ້ອຍ​ຄຳ​ທີ່​ມີ​ພະລັງ ​ແລະ ປະ​ທັບ​ໃຈ​ຫລາຍ. ມັນສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຊ່ອຍ​ເຫລືອ ​ແລະ ຄວາມ​ຫວັງ ສຳລັບ​ຄວາມ​ປອດ​ໄພ​ຈາກ​ບ່ອນ​ທີ່​ເຮົາ​ຢູ່​ ​​​ໄປ​ເຖິງ​ບ່ອນ​ທີ່​ເຮົາ​ຈະ​ໄປ​ຫາ—​ແຕ່​ໄປ​ບໍ່​ເຖິງ ຖ້າ​ປາດ​ສະ​ຈາກ​ຄວາມ​ຊ່ອຍ​ເຫລືອ. ຖ້ອຍ​ຄຳ​ເຫລົ່າ​ນີ້ ກໍ​ຍັງ​ມີ​ຄວາມ​ໝາຍວ່າ ​ຄວາມ​ໜັກໜ່ວງ, ການ​ດີ້ນ​ລົນ, ​ແລະ ການ​​ອ່ອນ​ເພຍ ​ໃນ​ເວລາ​ດຽວ​ກັນ—ຖ້ອຍ​ຄຳ​ທີ່​ເໝາະ​ສົມ​ສຳລັບ​ພາລະກິດ​ຂອງ​ພຣະອົງ, ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ, ​ແມ່ນ​ວ່າ ພຣະອົງດຶງ​ເຮົາ​ຂຶ້ນ ​ເມື່ອ​ເຮົາ​ລົ້ມລົງ, ຈະ​ປະຄອງ​ເຮົາ​ໄປ ​ເມື່ອ​ເຮົາ​ໝົດ​ແຮງ, ຈະສົ່ງ​ເຮົາ​ໄປ​ເຖິງ​ບ້ານ​ຢ່າງ​ປອດ​ໄພ ​ເມື່ອ​ເບິ່ງ​ຄື​ວ່າ ຄວາມ​ປອດ​ໄພ​ນັ້ນ​ແມ່ນ​ເກີນ​ກວ່າ​ເຮົາ​ຈະ​ເອື້ອມ​ເຖິງ. ພຣະອົງ​ໄດ້​ກ່າວ​ວ່າ, “ພຣະບິດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ; ... ດັ່ງ​ທີ່​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ ... ມະ​ນຸດ​ກໍ​ຈະ​ຖືກ​ຍົກ​ຂຶ້ນ ... ມາ​ຢູ່ ... ຕໍ່ໜ້າ​ເຮົາ.”5

​ທ່ານ​ກໍ​ເຂົ້າ​ໃຈດີ​ຢູ່​ແລ້ວ​ກ່ຽວ​ກັບ​ຄວາມ​ອົດທົນຂອງ​ມະນຸດ ​ຢູ່​ໃນ​ກໍລະນີ​ໜຶ່ງ​ອີກ ຊຶ່ງ​ເຮົາ​ໃຊ້​ຄຳ​ວ່າ ສູ້ທົນ ແລະ ແບກ​ຫາບ,ປະຄອງ ແລະ ຄ້ຳຈູ​ນ,ເຈັບທ້ອງ​ອອກລູກ ແລະ ສົ່ງ​ (ຄອດ). ດັ່ງ​ທີ່ພຣະ​ເຢຊູ​ໄດ້​ກ່າວ​ກັບ​ໂຢຮັນ ​ໃນ​ຂະນະ​ທີ່​ພຣະອົງ​ກຳລັງ​ຊົດ​ໃຊ້​ຢູ່, ພຣະອົງກໍ​ໄດ້​ກ່າວ​ກັບ​ເຮົາ​ທຸກ​ຄົນເໝືອນ​ກັນ ທີ່​ວ່າ, “ນາງ​ຄື​ແມ່​ຂອງ​ເຈົ້າ!”6

ມື້​ນີ້ ຂ້າພະ​ເຈົ້າຂໍ​ປະກາດ​ຈາກ​ແທ່ນ​ປາ​ໄສ​ນີ້ ຊຶ່ງ​​ເຄີຍ​ຖືກ​ກ່າວ​ມາ​ກ່ອນ​ແລ້ວ ນັ້ນຄື: ບໍ່​ມີ​ຄວາມ​ຮັກ​ໃດ​ຢູ່​ໃນ​ໂລກ​ມະຕະ​ນີ້ ທີ່​ໃກ້​ຄຽງ​ກັບ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະ​ເຢຊູ​ຄຣິດ ຫລາຍ​ເທົ່າ​ກັບ​ຄວາມ​ຮັກທີ່​ບໍ່​ເຫັນ​ແກ່​ຕົວ ​ແລະ ການ​ອຸທິດ​ຕົນ​ຂອງ​ແມ່ ທີ່​ມີ​ຕໍ່​ລູກ​ຂອງ​ນາງ. ​ເມື່ອ​ເອຊາ​ຢາ​ກ່າວ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຢາກ​ບັນຍາຍ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຢ​ໂຮ​ວາ, ​ເພິ່ນ​ໄດ້​ອ້າງ​ເຖິງ​ການ​ອຸທິດ​ຕົນ​ຂອງ​ແມ່. “ຜູ້ຍິງ​ຄົນ​ໜຶ່ງ​ລືມ​ໄລ​ລູກ​ທີ່​ຕົນ​ຄອດ​ໄດ້​ຫລືບໍ່?” ​ເພິ່ນ​ຖາມ. ບໍ່​ເປັນຕາ​ເຊື່ອ, ​ເພິ່ນ​ເວົ້າ, ການ​ທີ່​ຄິດ​ວ່າ​ພຣະຄຣິດຈະ​ລືມ​ໄລ​ເຮົາ ກໍ​ບໍ່​ເປັນຕາ​ເຊື່ອ​ຄື​ກັນ.7

ຄວາມ​ຮັກ​ອັນ​ແນ​ວ​ແນ່​​ແມ່ນ “ອົດທົນ​ໄດ້​ນານ, ​ແລະ ມີ​ຄວາມ​ເມດ​ຕາ, … ບໍ່​ສະ​ແຫວ​ງຫາ​ເພື່ອ​ຕົນ​ເອງ, … ​ແຕ່ … ທົນ​ແບກ​ຫາບ​ທຸກ​ສິ່ງ, ​ເຊື່ອ​ທຸກ​ສິ່ງ, ຫວັງ​ທຸກ​ສິ່ງ, ອົດທົນ​ທຸກ​ສິ່ງ.”8 ຄຳ​ທີ່​ໃຫ້ກຳລັງ​ໃຈ​ຫລາຍ​ທີ່​ສຸດ​, ທີ່​ຈົງ​ຮັກ​ພັກດີ​ແທ້ໆ ​ແມ່ນ “ດຳລົງ​ຢູ່​ຕະຫລອດ​ໄປ.”9 ພຣະ​ເຢ​ໂຮ​ວາ ​ໄດ້​ກ່າວ​ວ່າ, “ພູ​ໃຫຍ່​ພູ​ນ້ອຍ​ອາດ​ພັງ​ທະລາ​ຍລົງ, ​ແຕ່​ຄວາມ​ຮັກ​ຂອງ​ເຮົາ​ໝັ້ນ​ຄົງ​ບໍ່​ສິ້ນ​ສຸດ​​ໄດ້.”10 ​ແມ່​ເຮົາ​ກໍ​ເວົ້າ​ແນວ​ນີ້​ຄື​ກັນ.

ທ່ານ​ເຫັນ​ໄດ້​ວ່າ, ບໍ່​ແມ່ນ​ພຽງ​ແຕ່​ເພິ່ນ​ໄດ້​ສູ້​ທົນ​ເພື່ອ​ເຮົາ​ເທົ່າ​ນັ້ນ, ​ແຕ່​ເພິ່ນ​ຍັງ​ສູ້​ທົນ​ຕໍ່​ໄປ ກັບ​ເຮົາ ​ຢູ່. ບໍ່​ແມ່ນ​ພຽງ​ແຕ່​ເປັນການ​ປະຄອງ​ກ່ອນ​ເກີດ ​ແຕ່​ຍັງ​ປະຄອງ​ຕໍ່​ໄປ​ຕະຫລອດ​ຊີວິດ ຊຶ່ງ​ເຮັດ​ໃຫ້​ຄຸນ​ງາມ​ຄວາມ​ດີ​ຂອງແມ່​ ຫາ​ທີ່​ປຽບ​ບໍ່​ໄດ້. ​ແນ່ນອນ, ກໍ​ມີ​ການ​ຍົກ​ເວັ້ນທີ່​ເຈັບ​ປວດ, ​ແຕ່​ແມ່​ສ່ວນ​ຫລາຍ​ຈະ​ຮູ້ສຶກ​ເອງ​ວ່າ ນີ້​ຄື​ຄວາມ​ໄວ້​ວາງ​ໃຈ​ທີ່​ສັກສິດຈາກ​ສະຫວັນ. ​​ເມື່ອ​ຮູ້​ເຖິງ​ຄວາມ​ຈິງ​ນີ້ ຜູ້​ເປັນ​ແມ່​ໜຸ່ມ​ໂດຍ​ສະ​ເພາະ ຈະ​ຮູ້ສຶກ​ມີ​ຄວາມ​ຢ້ານ​ກົວຫລາຍ.

​​ເມື່ອ​ບໍ່​ດົນ​ມາ​ນີ້, ​ແມ່​ໜຸ່ມ​ທີ່​ດີ​ຄົນ​ໜຶ່ງ ​ໄດ້​ຂຽນ​ຈົດໝາຍມາ​ຫາ​ຂ້າພະ​ເຈົ້າ ບອກ​ວ່າ: “​ເປັນ​ໄປ​ໄດ້​ແນວ​ໃດ ທີ່​ມະນຸດ​ຈະ​ຮັກ​ລູກ​ຂອງ​ຕົນ ​ເຖິງ​ຂັ້ນທີ່​ຍອມ​ສະລະ​ອິດ​ສະລະ​ພາບ​ສ່ວນ​ໃຫຍ່​ຂອງ​ຕົນ? ​ເປັນ​ໄປ​ໄດ້​ແນວ​ໃດ ທີ່​ຄວາມ​ຮັກ​ຂອງ​ມະນຸດ​ມະຕະ ຈະ​ເລິ​ກຊຶ້ງ ​ເຖິງ​ຂັ້ນທີ່​ອາສາ​ສະໝັກ​ຮັບ​ເອົາໜ້າ​ທີ່​ຮັບຜິດຊອບ, ຮັບ​ເອົາ​ຄວາມ​ບໍ່​ໝັ້ນຄົງ, ຮັບ​ເອົາ​ຄວາມ​ກັງວົນ, ​ແລະ ຮັບ​ເອົາ​ຄວາມ​ໂສກ​ເສົ້າ ​ແລະ ເຮັດ​ສິ່ງ​ເກົ່າ​ນັ້ນ ​ເທື່ອ​ແລ້ວ​ເທື່ອ​ອີກ? ຄວາມ​ຮັກ​ມະຕະ​ຊະນິດ​ໃດ​ທີ່​ເຮັດ​ໃຫ້​ທ່ານ​ຮູ້ສຶກ, ​ເມື່ອ​ທ່ານ​ມີ​ລູກ, ວ່າຊີວິດ​ຂອງ​ທ່ານ​ຈະ​ບໍ່​​ເປັນ​ຂອງ​ທ່ານ​ອີກ​ຕໍ່​ໄປ? ຄວາມ​ຮັກ​ຂອງ​ແມ່ ຄົງ ​ສູງ​ສົ່ງ​ທີ່​ສຸດ. ບໍ່​ມີ​ຄຳ​ໃດອະທິບາຍ​ໄດ້. ສິ່ງ​ທີ່​ແມ່​ເຮັດ ​ເປັນ​ຮາກ​ຖານ​ທີ່​ສຳຄັນ​ຂອງ​ວຽກ​ງານ​ຂອງ​ພຣະຄຣິດ. ​ການ​ທີ່ຮູ້ຈັກ​​ແນວ​ນັ້ນ​ ຄວນ​ພຽງພໍ​ທີ່​ຈະ​ບອກ​ເຮົາ​ເຖິງ​ຜົນ​ກະທົບ​ຂອງ​ຄວາມ​ຮັກ​ເຊັ່ນ​ນັ້ນ ຈະ​ເປັນ​ປະມານ​ລະຫວ່າງ ​ເຫລືອ​ທົນ ກັບ ຍອດ​ຢ້ຽມ, ​ເທື່ອ​​ແລ້ວ​ເທື່ອ​ອີກ, ຈົນ​​ເຖິງ​ຄວາມ​ປອດ​ໄພ ​ແລະ ​ເຖິງ​ຄວາມ​ລອດ ຂອງ​ລູກ​ຄົນ​ສຸດ​ທ້າຍຢູ່​ໃນ​ໂລກ, ​ເຮົາ​ກໍ​ສາມາດ​ກ່າວ​ກັບ​ພຣະ​ເຢຊູ​ໄດ້​ວ່າ, ‘[ພຣະບິດາ​ເອີຍ!] ຂ້ານ້ອຍ​ໄດ້​​ເຮັດ​ພາລະກິດ​ທີ່​ພຣະອົງ​ມອບ​ໝາຍ​ໃຫ້​ຂ້ານ້ອຍ​ເຮັດ​ນັ້ນສຳ​ເລັດ​ແລ້ວ.’11

ດ້ວຍ​ຄວາມ​ສະຫງ່າ​ງາມ​ຂອງ​ຈົດໝາຍ​ນັ້ນ ດັງ​ກ້ອງ​ຢູ່​ໃນ​ຈິດ​ໃຈ​ຂອງ​ເຮົາ, ຂ້າພະ​ເຈົ້າຂໍ​ແບ່ງປັນ​ປະສົບ​ການ​ສາມ​ຢ່າງ ທີ່​ສະທ້ອນ​ເຖິງ​ອິດ​ທິພົນ​ອັນສະຫງ່າ​ຜ່າ​ເຜີຍ​ຂອງ​ແມ່ ຊຶ່ງ​ຂ້າພະ​ເຈົ້າ​ເຫັນ​ໃນ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ຂ້າພະ​ເຈົ້າ ​ໃນ​ລະຫວ່າງ​ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້:

​ເລື່ອງລາວ​ທຳ​ອິດ ​ເປັນ​ການ​ຕັກ​ເຕືອນ, ​ເຕືອນ​ໃຈ​ເຮົາ​ວ່າ ບໍ່​ມີ​ຄວາມ​ພະຍາຍາມ​ໃດ​ຂອງ​ແມ່ ທີ່​ສິ້ນ​ສຸດ​ລົງ​ດັ່ງ​ປຶ້ມນິຍາຍ, ຢ່າງ​ໜ້ອຍ​ບໍ່​ໄດ້​ເກີດ​ຂຶ້ນທັນທີ​ທັນ​ໃດ. ການ​ເຕືອນ​ນັ້ນ​ມາ​ຈາກ ການ​ສົນທະນາ​ນຳ​ເພື່ອ​ນທີ່ດີ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າ ທີ່​ຮູ້ຈັກ​ກັນ​ມາ​ເປັນ​ເວລາ 50 ປີ ຜູ້​ກຳລັງ​ຈະ​ຕາຍ​ໄປ​ຈາກ​ສາດສະໜາ​ຈັກ​ທີ່​ລາວ​​ເຄີຍ​ຮູ້​ໃນ​ໃຈ​ວ່າ ​ແທ້​ຈິງ​. ​ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ປອບ​ໃຈ​ລາວ, ​ແຕ່​ບໍ່​ສາມາດ​ນຳ​ຄວາມ​ສະຫງົບ​ມາ​ໃຫ້​ລາວ. ​ໃນ​ທີ່​ສຸດ ລາວ​ໄດ້​ເວົ້າກົງ​ໄປ​ກົງ​ມາ​ກັບ​ຂ້າພະ​ເຈົ້າວ່າ “​ແຈັ​ຟ ​ເອີຍ, ​ເຖິງ​ແມ່ນ​ວ່າ ຄວາມເຈັບ​ປວດ​ໃນ​ຂະນະ​ທີ່ຂ້ອຍຢູ່​ຕໍ່​ພຣະພັກ​ຂອງ​ພຣະ​ເຈົ້າອາດ​ສາຫັດທີ່​ສຸດ, ​ແຕ່​ຂ້ອຍ​ບໍ່​ກ້າ​ທີ່​ຈະ​ສູ້​ໜ້າ​ແມ່​ໄດ້​ເລີຍ. ພຣະກິດ​ຕິ​ຄຸນ ​ແລະ ລູກໆ​ຂອງ​ເພິ່ນ ​ເປັນ​ທຸກ​ສິ່ງ​ທຸກ​ຢ່າງ​ສຳລັບ​ເພິ່ນ. ຂ້ອຍ​ຮູ້​ວ່າ ຂ້ອຍ​ໄດ້​ເຮັດ​ໃຫ້​ເພິ່ນ​ໂສກ​ເສົ້າ, ​ແລະ ສິ່ງ​ນີ້​ກໍ​ເຮັດ​ໃຫ້​ຂ້ອຍ​ໂສກ​ເສົ້າຄື​ກັນ.”

ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ​​ໃນ​ເວລາ​ທີ່​ລາວ​ຕາຍ​ໄປ, ​ແມ່​ຂອງ​ລາວ​ໄດ້​ຮັບ​ເອົາ​​ເພື່ອນ​ຂອງ​ຂ້າພະ​ເຈົ້າ​ດ້ວຍ​ອ້ອມ​ແຂນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ; ນັ້ນຄື​ຄວາມ​ຮັກ​ຂອງ​ພໍ່​ແມ່. ​ແຕ່​ການ​ຕັກ​ເຕືອນ​ໃນ​ເລື່ອງ​ນີ້ ​ແມ່ນ​ວ່າ​ລູກ ສາ​ມາດ ​ເຮັດ​ໃຫ້​​ແມ່​ຂອງ​ຕົນ​ໂສກ​ເສົ້າ. ​ໃນ​ເລື່ອງ​ນີ້​ກໍ​ເໝືອນ​ກັນ, ​ເຮົາ​ເຫັນ​ການ​ປຽບທຽບ​​ໃສ່ກັບ​ຄວາມ​ສູງ​ສົ່ງ. ຂ້າພະ​ເຈົ້າບໍ່​ຈຳ​ເປັນ​ຕ້ອງ​ເຕືອນ​ໃຈ​ທ່ານ​ວ່າ ພຣະ​ເຢຊູ​ໄດ້​ສິ້ນ​ພຣະຊົນ​ດ້ວຍ​​ໃຈ​ທີ່​ຊອກ​ຊ້ຳ, ​ໄດ້​ອ່ອນ​ເພຍ ​ແລະ ​ເມື່ອຍລ້າ ຈາກ​ການ​ສູ້ທົນ​ກັບ​ບາບ​ຂອງ​ໂລກ. ສະນັ້ນ ​​ໃນ​ເວລາ​ທີ່​ເຮົາ​ຖືກ​ທົດ​ສອບ, ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຄຳ​ວ່າ “ນາງ​ຄື​ແມ່ [​ຂອງ​ເຮົາ]” ​ແລະ ຈື່​ຈຳພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ດ້ວຍ ​ແລະ ບໍ່​ໃຫ້​ທັງ​ສອງ​ມີ​ຄວາມ​ໂສກ​ເສົ້າຫລາຍ​ກັບ​ຄວາມ​ຜິດ​ບາບ​ຂອງ​ເຮົາ.

​ເລື່ອງ​ລາວ​ທີ​ສອງ, ຂ້າພະ​ເຈົ້າກ່າວ​ເຖິງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ຜູ້​ໄດ້​ເຂົ້າ​ໄປ​ສະໜາມ​ເຜີຍ​ແຜ່ ຢ່າງ​ມີ​ຄ່າ​ຄວນ, ​ແຕ່​ດ້ວຍ​ການ​ເລືອກ​ຂອງ​ຕົນ​ເອງ ລາວ​ໄດ້​ກັບ​ເມືອ​ບ້ານ​ກ່ອນ​ກຳນົດ ​​ເພາະ​ການ​ຄິດ​ມັກ​ຄົນ​ເພດ​ດຽວ​ກັນ ​ແລະ ​ເພາະ​ປະສົບ​ການ​ທີ່​ເຈັບ​ປວດ​ບາງ​ຢ່າງ. ລາວ​ຍັງ​ມີຄ່າ​ຄວນ​ຢູ່, ​ແຕ່​ສັດທາ​ຂອງ​ລາວ​​ໄດ້​ຢູ່​ໃນ​ລະດັບ​ຄັບຂັນ, ຄວາມ​ຮູ້ສຶກ​ຂອງ​ລາວ​ກໍ​ນັບ​ມື້​ນັບ​ໜັກໜ່ວງ​ຂຶ້ນ​ເລື້ອຍໆ, ​ແລະ ຄວາມ​ເຈັບ​ປວດ​ທາງ​ວິນ​ຍານ ກໍ​ແສນ​ສາຫັດ. ລາວ​ມີ​ຄວາມ​ເຈັບ​ປວດ, ສັບສົນ, ​ໃຈ​ຮ້າຍ, ​ແລະ ​ເສົ້າ​ໃຈ.

ປະທານ​ເຜີຍ​ແຜ່, ປະທານ​ສະ​ເຕກ, ​ແລະ ອະທິການ​ຂອງ​ລາວ ​ໄດ້​ໃຊ້​ເວລາ​ຈົນ​ນັບ​ບໍ່​ຖ້ວນ ​ໃນ​ການຊອກ​ຫາ ​ແລະ ຮ້ອງ​ໄຫ້ ​ແລະ ອວຍພອນ​ລາວ ​ໃນ​ຂະນະ​ທີ່​ພວກ​ເພິ່ນ​ຫາ​ວິທີ​ຊ່ອຍ​ເຫລືອ​ລາວ, ​ແຕ່​ບາດ​ແຜ​ຂອງ​ລາວ​ນັ້ນ ​ເປັນ​ເລື່ອງ​ສ່ວນ​ຕົວ ທີ່​ລາວ​ໄດ້​ເກັບ​ໄວ້​ເປັນຄວາມ​ລັບ ຊຶ່ງ​ບາງ​ພາກ​ສ່ວນ​ແມ່ນ​ເກີນ​ກວ່າ ພວກ​ເພິ່ນ​ຈະ​​ເອື້ອມ​ເຖິງ​ໄດ້. ພໍ່​ທີ່​ດີ​ຂອງ​ລາວ ກໍ​ໄດ້​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ຊ່ອຍ​ເຫລືອ​ລູກ​ຊາຍ​ຂອງ​ຕົນ, ​ແຕ່​ໜ້າ​ທີ່​ວຽກ​ງານ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ລາວ​ຕ້ອງ​ທຳ​ງານ​ຈົນ​ຄ່ຳ ​ແລະ ​ໄດ້​ປະ​ໃຫ້​ລູກ​ຊາຍ ​ກັບແມ່ ປະ​ເຊີນ​ກັບ​ຄວາມ​ມືດ​ມົວ​ຕາມ​ລຳພັງ. ມື້​ໄດ້​ກາຍ​ເປັນ​ເດືອນ, ​ເດືອນ​ໄດ້​ກາຍ​ເປັນ​ປີ, ​ສອງ​ແມ່ລູກ​ໄດ້​ຊອກ​ຫາ​ການ​ປິ່ນປົວນຳ​ກັນ. ຜ່ານ​ໄລຍະ​ເວລາ​ທີ່​ຂົມ​ຂື່ນ​ນັ້ນ (ສ່ວນ​ຫລາຍ​ແມ່ນ​ລູກ​ຊາຍ ​ແຕ່​ບາງ​ເທື່ອ​​ແມ່ນ​​ແມ່) ​ແລະ ຄວາມ​ຢ້ານ​ກົວ​ທີ່​ບໍ່​ເຄີຍ​ໝົດ​ສິ້ນ (ສ່ວນ​ຫລາຍ​ແມ່ນ​ແມ່ ​ແຕ່​ບາງ​ເທື່ອ​ແມ່ນ​ລູກ​ຊາຍ), ນາງ​ໄດ້​ສະ​ແດງ​ປະຈັກ​ພະຍານ—ທີ່​ສວຍ​ງາມ ​ແລະ ໜັ​ກ​ແໜ້ນ—ຕໍ່​ລູກ​ຊາຍ​ຂອງ​ນາງ ​ເຖິງ​ອຳນາດ​ຂອງ​ພຣະ​ເຈົ້າ, ​ເຖິງ​ສາດສະໜາ​ຈັກ​ຂອງ​ພຣະອົງ, ​​ໂດຍສ​ະ​ເພາະ ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ຊາຍ​ໜຸ່ມ​ຄົນ​ນີ້. ພ້ອມ​ນີ້ ນາງ​ໄດ້​ເປັນ​ພະຍານ​ເຖິງ​ຄວາມຮັກ​ທີ່​ເດັດດ່ຽວ​ຂອງ​ນາງ ຕໍ່​ລາວ​ເໝືອນ​ກັນ. ​ໃນ​ການນຳ​ສອງ​ພາກສ່ວນ​​ທີ່​ສຳຄັນ​ເຂົ້າມາ​ຫາ​ກັນ—ນັ້ນຄື ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ຄອບຄົວ​ຂອງ​ນາງ—ນາງ​ໄດ້​ອະທິຖານ​ຢ່າງ​ບໍ່​ລົດລະ. ນາງ​ໄດ້​ຖື​ສິນ​ອົດ​ເຂົ້າ ​ແລະ ​ໄດ້​ຮ້ອງ​ໄຫ, ​ໄດ້​ຮ້ອງ​ໄຫ້ ​ແລະ ​ໄດ້​ຖື​ສິນ​ອົດ​ເຂົ້າ, ​ແລ້ວ​ໄດ້​ຮັບ​ຟັງສິ່ງ​ທີ່​ລູກ​ຊາຍ​ໄດ້​ບອກ​ນາງ ​ເຖິງ​ຄວາມ​ເຈັບ​ປວດ​ໃຈ​ຂອງ​ລາວ. ດັ່ງນັ້ນ ນາງ​ຈຶ່ງ​ໄດ້​ປະຄອງ​ລາວ—ອີກ—ບໍ່​ແມ່ນ​ພຽງ​ແຕ່​ເກົ້າ​ເດືອນ​ເທົ່າ​ນັ້ນ. ​ເທື່ອ​ນີ້ ນາງ​ຄິດ​ວ່າ ການ​ອອກ​ແຮງ​ຊ່ອຍ​ປົວ​ແຜ​ໃນ​ໃຈ​ຂອງ​ລາວ ອາດ​ໃຊ້​ເວລາ​ຍາວ​ນານ.

​ແຕ່​ດ້ວຍ​ພຣະຄຸນ​ຂອງ​ພຣະ​ເຈົ້າ, ດ້ວຍ​ຄວາມ​ເດັດ​ດ່ຽວ​ຂອງ​ນາງ​ເອງ, ​ແລະ ດ້ວຍ​ຄວາມ​ຊ່ອຍ​ເຫລືອຢ່າງ​ຫລວງຫລາຍ​ຂອງ​ຜູ້ນຳ​ໃນ​ສາດສະໜາ​ຈັກ, ດ້ວຍ​ໝູ່​ເພື່ອນ, ດ້ວຍ​ສະມາຊິກ​ໃນ​ຄອບຄົວ, ​ແລະ ດ້ວຍ​ຝ່າຍ​ຜູ້​ຊ່ຽວຊານ, ​ແມ່​ທີ່ບໍ່​ທໍ້ຖອຍຄົນ​ນີ້ ​ໄດ້​ເຫັນ​ລູກ​ຊາຍ​ຂອງ​ນາງ​ກັບ​ມາສູ່​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ. ໜ້າ​ເສຍ​ໃຈ​ທີ່​ພອນ​​ເຊັ່ນ​ນັ້ນ ບໍ່​ໄດ້​ມາ​ເຖິງ​ພໍ່​ແມ່​ທຸກ​ຄົນ ຜູ້​ເຈັບ​ປວດ​ໃຈ​ກັບ​ສະພາບ​ການ​ຂອງ​ລູກໆ​ຂອງ​ເຂົາ​ເຈົ້າ, ​ແລະ ບັນຫາ​ເລື່ອງ​ເພດຂອງ​ລູກ​ຊາຍ​ຄົນ​ນີ້ ບໍ່​ໄດ້​ປ່ຽນ​ໄປ​ແບບ​ປະຕິ​ຫານ—ບໍ່​ມີ​ຄົນ​ໃດ​ຄິດ​ວ່າ ຈະ​ເປັນ​ປະຕິ​ຫານ. ​ແຕ່​ເທື່ອ​ລ​ະ​ເລັກ​ເທື່ອ​ລະ​ໜ້ອຍ ​ໃຈ​ຂອງ​ລາວ​ໄດ້​ປ່ຽນ​ໄປ.

ລາວ​ໄດ້​ເລີ່​ມກັບ​ຄືນ​ມາ​ໂບດ. ລາວ​ໄດ້​ເລືອກ​ຮັບ​ສິນ​ລະ​ລຶກ ດ້ວຍ​ຄວາມ​ເຕັມ​ໃຈ ​ແລະ ມີຄ່າ​ຄວນ. ລາວ​ໄດ້​ຮັບ​ໃບຮັບ​ຮອງ​ເຂົ້າພຣະວິຫານ ​ແລະ ​ໄດ້​ຮັບ​ເອົາ​ການ​ເອີ້ນ​ເປັນ​ຄູ​ສອນ​ຫ້ອງ​ຮຽນ​ສາດສະໜາ​ ​ໃນ​ຕອນ​ເຊົ້າມືດ, ບ່ອນ​ທີ່​ລາວ​ປະສົບ​ຄວາ​ມສຳ​ເລັດ​ຫລາຍ. ​ແລະ ​ເວລາ​ນີ້, ຫລັງ​ຈາກ ຫ້າ​ປີ, ດ້ວຍ​ຄວາມ​ສະໝັກ​ໃຈ​ຂອງ​ລາວ​ເອງ ​ແລະ ດ້ວຍ​ການ​ພິຈາລະ​ນາ​ຂອງ​ສາດສະໜາ​ຈັກ, ລາວ​ໄດ້​ຂໍ​ກັບ​ຄືນ​ໄປ​ສະໜາມ​ເຜີຍ​ແຜ່ ​ເພື່ອ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ ​ໃຫ້​ສຳ​ເລັດ. ຂ້າພະ​ເຈົ້າ​ໄດ້​ນ້ຳຕາ​ໄຫລ​ນຳ​ຄວາມ​ກ້າຫານ, ກຽດ​ສັກ​ສີ, ​ແລະ ຄວາມ​ຕັ້ງ​ໃຈ​ຂອງ​ຊາຍ​ໜຸ່ມ​ຄົນ​ນີ້ ທີ່​ໄດ້​ແກ້​ໄຂ​ບັນຫາ ​ແລະ ຮັກສາ​ສັດທາ​ຂອງ​ລາວ​ໄດ້. ລາວ​ຮູ້​ວ່າ ລາວ​ເປັນ​ໜີ້​ບຸນຄຸນ​ຫລາຍ​ຄົນ, ​ແຕ່​ລາວ​ຮູ້​ວ່າ ລາວ​ເປັນ​ໜີ້​ບຸນຄຸນ​ສອງ​ຄົນ​ຫລາຍ​ທີ່​ສຸດ—ນັ້ນຄື ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ລາວ, ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ​ແລະ ​ແມ່​ຂອງ​ລາວ ຜູ້ທີ່​ຕັ້ງ​ໃຈ, ຜູ້​ໄຖ່, ​ແລະ ຜູ້​ເປັນ​ນັກບຸນ​ແທ້ໆ.

​ເລື່ອງ​ສຸດ​ທ້າຍ, ​ເລື່ອງ​ນີ້​ແມ່ນ​ຈາກ​ການ​ອຸທິດ​ພຣະວິຫານເມືອງແມັກ​ຊິ​ໂກ ຄືນ​ໃໝ່ ​ເມື່ອ​ສາມ​ອາທິດ​ກ່ອນ. ຢູ່​ທີ່​ນັ້ນ ພ້ອມ​ກັບ​ປະ​ທານ​ເຮັນ​ຣີ ບີ​ ໄອ​ຣິງ, ຂ້າພະ​ເຈົ້າ​ໄດ້​ເຫັນ​ເພື່ອນ​ທີ່​ຮັກ​ແພງຄົນ​ໜຶ່ງ​ຊື່ ລີ​ຊາ ທັດ​ໂທ ໄພ​ເພີ ຢືນ​ຢູ່​ໃນ​ພິທີ​ອຸທິດ ທີ່​ປະ​ທັບ​ໃຈນັ້ນ. ​ແຕ່​ນາງ​ໄດ້​ຢືນ​ຢູ່​ດ້ວຍ​ຄວາມ​ຫຍຸ້ງຍາກ ​ເພາະ​ດ້ວຍ​​ແຂນ​ຂ້າງ​ໜຶ່ງ ນາງ​ໄດ້​ຍົກນາງ ດໍ​ຣາ, ​ລູກ​ສາວ​ຜູ້​ພິການ​ຂຶ້ນ ​ແລະ ດ້ວຍ​ມື​ອີກ​ຂ້າງ​ໜຶ່ງ ນາງ​ໄດ້​ພະຍາຍາມ​ຊ່ອຍຈັບມື​ລູກ​ສາວ​ທີ່​ສວຍ​ງາມຂອງ​ນາງ ທິດາຂອງ​ພຣະ​ເຈົ້າ​ ຍົກ​ຜ້າ​ແພມົນສີຂາວ​ຂຶ້ນ ​ແລະ ດ້ວຍ​ສຽງ​ທີ່​ພໍ​ເຂົ້າ​ໃຈ​ໄດ້, ນາງ​ໄດ້​ຮ້ອງ​ອອກ​ມາ​ວ່າ​, “​ໂຮ​ຊັນ​ນາ, ​ໂຮຊັນ​ນາ, ​ໂຮ​ຊັນ​ນາ, ​ແດ່​ພຣະ​ເຈົ້າ ​ແລະ ລູກ​ແກະ.”12

ຕໍ່​ແມ່​ທຸກ​ຄົນ​ຂອງ​ເຮົາ ​ໃນ​ທຸກ​ແຫ່ງ​ຫົນ, ​ໃນ​ອະດີດ​, ​ໃນ​ປະຈຸ​ບັນ, ​ຫລື ​ໃນ​ອະນາຄົດ, ຂ້າພະ​ເຈົ້າກ່າວ​ວ່າ, “ຂອບ​ໃຈ ສຳລັບ​ການ​ໃຫ້​ກຳ​ເນີ​ດ, ສຳລັບ​ການ​ຫລໍ່​ຫລອມ​ຈິດ​ວິນ​ຍານ, ສຳລັບ​ການດັດ​ແປງ​ບຸກຄະ​ລິກ, ​ແລະ ສຳລັບ​ການສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ.” ຕໍ່​ແມ່​ເອວາ, ຕໍ່​ນາງຊາຣາ, ​ເຣ​ເບ​ກາ, ​ແລະ ຣາ​ເຊັນ, ຕໍ່ ​ມາຣີ​ແຫ່ງ​ນາ​ຊາ​ເຣັດ, ​ແລະ ຕໍ່​ພຣະມານ​ດາ​ໃນ​ສະຫວັນ, ຂ້າພະ​ເຈົ້າກ່າວ​ວ່າ, “ຂອບ​ໃຈ​ສຳລັບ​ບົດບາດ​ທີ່​ສຳຄັນ​ຂອງ​ພວກ​ທ່ານ ​ໃນ​ການ​ບັນລຸ​ຈຸດ​ເປົ້າໝາຍ​ນິລັນດອນ.” ຕໍ່​ແມ່​ທຸກ​ຄົນ ​ໃນ​ທຸກ​ສະພາບ​ການ, ຮ່ວມ​ທັງ​ຜູ້​ທີ່​ກຳລັງ​ດີ້ນ​ລົນ​ຢູ່, ຂ້າພະ​ເຈົ້າກ່າວ​ວ່າ, “ຈົ່ງ​ສະຫງົບ. ຈົ່ງ​ເຊື່ອ​ພຣະ​ເຈົ້າ ​ແລະ ​ເຊື່ອ​ຕົວ​ເອງ. ທ່ານ​ເຮັດ​ໄດ້​ດີ​ຫລາຍ​ກວ່າ​ທີ່​ທ່ານ​ຄິດ. ທ່ານ​ເປັນ​ຜູ້​ຊ່ອຍ​ໃຫ້​ລອດ​ ຢູ່​ເທິງ​ພູ​ສີ​ໂອນ,13 ແລະ ​ເໝືອນ​ດັ່ງ​ພຣະອາຈານ ທ່ານ​ຕິດຕາມ, ຄວາມ​ຮັກ​ຂອງ​ທ່ານ​ຈະ ‘ດຳລົງ​ຢູ່​ຕະຫລອດ​ໄປ.’14 ” ຂ້າພະເຈົ້າບໍ່​ສາມາດສະ​ແດງ​ຄວາມ​ເຄົາລົບ​ຕໍ່​ຄົນ​ອື່ນ​ທີ່​ສູງ​ກວ່າ​ນີ້. ​ໃນພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.