​2010–2019
ຜູ້​ຄົນ​ທີ່​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ​ຈະ​ໄດ້​ຮັບ​ພອນ ແລະ ມີ​ຄວາມສຸກ
ຕຸລາ 2015


ຜູ້​ຄົນ​ທີ່​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ​ຈະ​ໄດ້​ຮັບ​ພອນ ແລະ ມີ​ຄວາມສຸກ

ເຄື່ອງ​ກີດ​ກັ້ນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຂຶ້ນ​ມາ ຈະ​ໃຫ້ການ​ປົກ​ປ້ອງ​ແກ່​ເຮົາ​ຈາກ​ອິດ​ທິ​ພົນ​ຊົ່ວ​ຮ້າຍ.

ເມື່ອ​ດົນ​ນານ​ມາ​ແລ້ວ, ຕອນ​ໄປ​ຢ້ຽມຢາມ​ປະເທດ​ອົດ​ສະ​ຕາ​ລີ, ຂ້າພະເຈົ້າ​ໄດ້​ເດີນທາງ​ໄປ​ອ່າວ​ໂຄ້ງ​ແຫ່ງ​ໜຶ່ງ ທີ່​ມີ​ຊື່​ສຽງ​ດັງ​ເພາະ​ການ​ຂີ່​ຄື້ນ​ທະເລ​ຢູ່​ທີ່​ນັ້ນ. ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງ​ໄປ​ຕາມ​ຫາດ​ຊາຍ, ຂ້າພະເຈົ້າ​ໄດ້​ປະທັບ​ໃຈ​ຫລາຍ​ກັບ​ຄວາມ​ສະຫງ່າ​ງາມ​ຂອງ​ຄື້ນ​ທະເລ​ໃຫຍ່ໆ​ທີ່​ຢຸດ​ຜ່ອນ​ລົງ​ຢູ່​ນອກ​ອ່າວ ແລະ ຄື້ນ​ນ້ອຍໆ​ໄດ້​ໄຫລ​ເຂົ້າ​ມາ​ໃກ້​ຝັ່ງ.

ຂະນະ​ທີ່​ຂ້າພະເຈົ້າ​ຍ່າງ​ຫລິ້ນ​ຕໍ່​ໄປ, ຂ້າພະເຈົ້າ​ໄດ້​ພົບ​ກຸ່ມ​ນັກ​ຂີ່​ຄື້ນ​ທະເລ​ຊາວ​ອາ​ເມ​ຣິ​ກັນ. ກໍ​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ວ່າ​ ເຂົາເຈົ້າ​ໃຈ​ຮ້າຍ​ກ່ຽວ​ກັບ​ອັນ​ໃດ​ບາງ​ຢ່າງ, ເວົ້າ​ກັນ​ດັງ​ສະ​ນັ່ນ ແລະ ຊີ້​ໄປ​ທາງ​ທະ​ເລ. ເມື່ອ​ຂ້າພະເຈົ້າ​ໄດ້​ຖາມ​ເຂົາເຈົ້າ​ວ່າ​ເປັນ​ຫຍັງ, ເຂົາເຈົ້າ​ໄດ້​ຊີ້​ອອກ​ໄປ​ທາງ​ອ່າວ ບ່ອນ​ທີ່​ຄື້ນ​ທະເລ​ຢຸດ​ຜ່ອນ​ລົງ.

ຄົນ​ໜຶ່ງ​ໄດ້​ບອກ​ຂ້າພະເຈົ້າ​ຢ່າງ​ໃຈ​ຮ້າຍ​ວ່າ, “ເບິ່ງ​ໄປ​ທາງ​ນັ້ນ​ດູ.” “ເຈົ້າ​ເຫັນ​ສິ່ງ​ກີດ​ກັ້ນ​ນັ້ນ​ບໍ?” ໂດຍ​ທີ່​ໄດ້​ເບິ່ງ​ໃຫ້​ຄັກໆ​ເທື່ອ​ນີ້, ແນ່ນອນ​ວ່າ ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ກີດ​ກັ້ນ​ນັ້ນ​ທົ່ວ​ໄປ​ເຖິງ​ປາກ​ອ່າວ​​ທະເລ, ຢູ່​ໃນ​ບ່ອນ​ທີ່​ຄື້ນ​ທະເລ​ທີ່​ໜ້າ​ຂີ່​ຢຸດ​ໄຫລ​ເຂົ້າ​ມາ. ເບິ່ງ​ຄື​ວ່າ​ສິ່ງ​ກີດ​ກັ້ນ​ນັ້ນ​ແມ່ນ​ເຮັດ​ດ້ວຍ​ວັດຖຸ​ທີ່​ສານ​ເຂົ້າກັນ ແລະ ຕິດ​ຢູ່​ກັບ​ເຄື່ອງ​ທີ່ຢູ່​ເທິງ​ໜ້າ​ນ້ຳ. ອີງ​ຕາມ​ນັກ​ຂີ່​ຄື້ນ​ທະເລ, ສິ່ງ​ກີດ​ກັ້ນ​ເຫລົ່ານັ້ນ​ຖືກ​ຢ່ອນ​ລົງ​ໄປ​ທາງ​ຫລຸ່ມ​ເຖິງ​ພື້ນ​ຂອງ​ທະ​ເລ.

ນັກ​ຂີ່​ຄື້ນ​ທະເລ​ຊາວ​ອາ​ເມ​ຣິ​ກັນ​ຄົນ​ນັ້ນ​ໄດ້​ກ່າວ​ຕໍ່​ໄປ​ວ່າ: “ພວກ​ເຮົາ​ມາ​ທີ່​ນີ້​ໃນ​ການ​ເດີນທາງ​ທີ່​ເປັນ​ໂອກາດ​ດຽວ​ໃນ​ຊີວິດ​ເທົ່າ​ນັ້ນ ເພື່ອ​ມາ​ຂີ່​ຄື້ນ​ທະເລ​ໃຫຍ່​ເຫລົ່າ​ນີ້. ພວກ​ເຮົາ​ສາມາດ​ຂີ່​ຄື້ນ​ນ້ອຍໆ ​ພາຍ​ໃນ​ອ່າວ​ນັ້ນ​ເອງ, ແຕ່​ສິ່ງ​ກີດ​ກັ້ນ​ນັ້ນ​ເຮັດ​ໃຫ້​ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ພວກ​ເຮົາ​ຈະ​ຂີ່​ຄື້ນ​ໃຫຍ່ໆ​ນັ້ນ. ພວກ​ເຮົາ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ສິ່ງ​ກີດ​ກັ້ນ​ຢູ່​ທີ່​ນັ້ນ. ສິ່ງ​ທີ່​ພວກ​ເຮົາ​ຮູ້​ກໍ​ແມ່ນ​ວ່າ ມັນ​ເຮັດ​ໃຫ້ການ​ເດີນທາງ​ຂອງ​ພວກ​ເຮົາ​ລົ້ມ​ເຫລວ.”

ຂະນະ​ທີ່​ນັກ​ຂີ່​ຄື້ນ​ທະເລ​ຊາວ​ອາ​ເມ​ຣິ​ກັນ​ຄົນ​ນັ້ນ​ໄດ້​ໃຈ​ຮ້າຍ​ແຮງ​ຫລາຍ​ຂືຶ້ນ, ຄວາມ​ສົນໃຈ​ຂອງ​ຂ້າພະເຈົ້າ​ໄດ້​ຫັນ​ໄປ​ຫາ​ນັກ​ຂີ່​ຄື້ນ​ທະເລ​ທີ່ຢູ່​ໃກ້ໆ​ທີ່ ເປັນ​ຊາຍ​ສູງ​ອາຍຸ ແລະ ເຫັນ​ໄດ້​ວ່າ​ເປັນ​ຄົນ​ໃນ​ທ້ອງຖິ່ນ​ນັ້ນ​. ເບິ່ງ​ຄື​ວ່າ​ລາວ​ຈະ​ອົດທົນ​ບໍ່​ໄຫວ​ຂະນະ​ທີ່​ລາວ​ໄດ້​ຟັງ​ຄຳ​ວ່າ​ຈົ່ມ​ທີ່​ຮ້າຍ​ແຮງ​ຂຶ້ນ​ກ່ຽວ​ກັບ​ສິ່ງ​ກີດ​ກັ້ນ​ນັ້ນ.

ໃນ​ທີ່​ສຸດ, ລາວ​ໄດ້​ລຸກຂຶ້ນ ແລະ ໄດ້​ຍ່າງ​ໄປ​ຫາ​ກຸ່ມ​ນັ້ນ. ໂດຍ​ບໍ່​ໄດ້​ເວົ້າ​ຫຍັງ​ເລີຍ, ລາວ​ໄດ້​ດຶງ​ເອົາ​ກ້ອງ​ຊ່ອງ​ອອກ​ຈາກ​ຖົງ​ເປ້​ຂອງ​ລາວ ແລະ ໄດ້​ຍື່ນ​ມັນ​ໃຫ້​ນັກ​ຂີ່​ຄື້ນ​ທະເລ​ຄົນ​ໜຶ່ງ, ໂດຍ​ຊີ້​ໄປ​ທາງ​ເຄື່ອງ​ກີດ​ກັ້ນ. ນັກ​ຂີ່​ຄື້ນ​ແຕ່ລະຄົນ​ໄດ້​ຊ່ອງ​ເບິ່ງ. ແລ້ວ​ໄດ້​ເປັນ​ທີ​ຂອງ​ຂ້າພະເຈົ້າ​ທີ່​ໄດ້​ຊ່ອງ​ເບິ່ງ. ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ເຄື່ອງ​ຂະຫຍາຍ, ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ຂ້າພະເຈົ້າ​ບໍ່​ໄດ້​ເຫັນ ກ່ອນ​ໜ້າ​ນັ້ນ: ​ໄດ້​ເຫັນ​ຄີ​ປາສະຫລາມ​ໃຫຍ່​ທີ່​ກຳລັງ​ພາກັນ​ກິນ​ຢູ່, ຢູ່​ໃກ້​ເຄື່ອງ​ກີດ​ກັ້ນ​ນັ້ນ.

ກຸ່ມ​ນັ້ນ​ກໍ​ອາລົມ​ອ່ອນ​ລົງ. ນັກ​ຂີ່​ຄື້ນ​ສູງ​ອາຍຸ​ໄດ້​ເອົາ​ກ້ອງ​ຊ່ອງ​ຂອງ​ລາວ​ຄືນ ແລະ ໄດ້​ຫັນ​ໜ້າ​ຈະ​ຍ່າງ​ໜີ​ໄປ. ຂະນະ​ທີ່​ລາວ​ໄດ້​ຍ່າງ​ໄປ ລາວ​ໄດ້​ກ່າວ​ຄຳ​ທີ່​ຂ້າພະເຈົ້າ​ຈະ​ບໍ່​ເຄີຍ​ລືມ​ຈັກ​ເທື່ອ​ເລີຍ​ວ່າ: “ຢ່າ​ຈົ່ມ​ໃຫ້​ເຄື່ອງ​ກີດ​ກັ້ນ​ນັ້ນ​ແຮງ​ຫລາຍ. ມັນ​ເປັນ​ສິ່ງ​ດຽວ​ເທົ່າ​ນັ້ນ​ທີ່​ປ້ອງ​ກັນ​ພວກ​ເຈົ້າ​ບໍ່​ໃຫ້​ຖືກ​ກືນ​ກິນ.”

ພວກ​ເຮົາ​ໄດ້​ຢືນ​ຢູ່​ ຫາດ​ຊາຍ​ທີ່​ສວຍ​ງາມ​ແຫ່ງ​ນັ້ນ. ທັດສະນະ​ຂອງ​ພວກ​ເຮົາ​ໄດ້​ປ່ຽນ​ໄປ​ຢ່າງ​ທັນ​ທີ. ເຄື່ອງ​ກີດ​ກັ້ນ​ທີ່​ໄດ້​ເບິ່ງ​ຄື​ວ່າ​ເຄັ່ງ​ຄັດ ແລະ ຈຳ​ກັດ—​ທີ່​ໄດ້​ເບິ່ງ​ຄື​ວ່າ​ຈຳກັດ​ຄວາມ​ມ່ວນຊື່ນ ແລະ ຄວາມ​ຕື່ນເຕັ້ນ​ຂອງ​ການ​ຂີ່​ຄື້ນ​ທະເລ​ໃຫຍ່ໆ​ນັ້ນ​—ບັດ​ນີ້​ກໍ​ໄດ້​ກາຍເປັນ​ສິ່ງ​ທີ່​ແຕກ​ຕ່າງ​ຫລາຍ. ດ້ວຍ​ຄວາມ​ເຂົ້າໃຈ​ໃໝ່​ຂອງ​ພວກ​ເຮົາ​ເຖິງ​ອັນຕະລາຍ​ທີ່​ລໍຖ້າ​ຢ່າງ​ລັບໆ​ຢູ່​ພື້ນ​ໜ້ານ້ຳ​ນັ້ນ, ບັດ​ນີ້​ເຄື່ອງ​ກີດ​ກັ້ນ​ໄດ້​ໃຫ້ການ​ປົກ​ປ້ອງ, ຄວາມ​ປອດ​ໄພ, ແລະ ຄວາມ​ສະ​ຫງົບ.

ຂະນະ​ທີ່​ທ່ານ ແລະ ຂ້າພະເຈົ້າ​ພາກັນ​ເດີນ​ຕໍ່​ໄປ​ໃນ​ເສັ້ນທາງ​ຂອງ​ຊີວິດ ແລະ ພະຍາຍາມ​ຈະ​ບັນລຸ​ຄວາມ​ຝັນ​ຂອງ​ເຮົາ, ພຣະ​ບັນຍັດ ແລະ ມາດຕະຖານ​ຂອງ​ພຣະ​ເຈົ້າ​—ດັ່ງ​ເຊັ່ນ​ເຄື່ອງ​ກີດ​ກັ້​ນ—​ບາງເທື່ອ​ກໍ​ຈະ​ເຂົ້າໃຈ​ຍາກ. ມັນ​ອາດ​ປະກົດ​ວ່າ​ເຄັ່ງ​ຄັດ ແລະ ບໍ່​ອ່ອນ​ຂໍ້, ກີດຂວາງ​ເສັ້ນທາງ​ທີ່​ເບິ່ງ​ຄື​ວ່າ​ມ່ວນ ແລະ ຕື່ນເຕັ້ນ ແລະ ທີ່​ຄົນ​ສ່ວນ​ຫລາຍ​ມັກ​ຕິດຕາມ​ໄປ. ດັ່ງ​ທີ່​ອັກ​ຄະ​ສາວົກ​ໂປໂລ​ໄດ້​ບັນຍາຍ​ວ່າ, “ເຮົາ​ທັງຫລາຍ​ເຫັນ​ພໍ​ມົວໆ​ເໝືອນ​ເບິ່ງ​ໃນ​ແວ່ນ,”1  ແລະ ດ້ວຍ​ທັດສະນະ​ທີ່​ຈຳກັດ​ເຊັ່ນ​ນີ້, ທີ່​ສ່ວນ​ຫລາຍ​ເຮົາ​ຈະ​ບໍ່​ເຂົ້າໃຈ​ອັນຕະລາຍ​ຢ່າງ​ຫລວງຫລາຍ ທີ່​ລີ້​ຊ້ອນ​ຢູ່​ນອກ​ມຸມ​ມອງ​ຂອງ​ເຮົາ.

ແຕ່​ພຣະ​ອົງ​ຜູ້​ທີ່ “ເຂົ້າໃຈ​ທຸກ​ສິ່ງ​ທັງ​ປວງ”2 ຮູ້​ຢ່າງ​ແນ່ນອນ​ວ່າ​ມີ​ອັນຕະລາຍ​ເຫລົ່ານັ້ນ​ຊ້ອນ​ຢູ່​ໃສ. ພຣະ​ອົງ​ປະທານ​ຄຳ​ແນະນຳ​ແຫ່ງ​ສະຫວັນ​ໃຫ້​ແກ່​ເຮົາ, ຜ່ານ​ພຣະ​ບັນຍັດ​ຂອງ​ພຣະ​ອົງ ແລະ ການ​ຊີ້​ນຳ​ດ້ວຍ​ຄວາມ​ຮັກ, ເພື່ອ​ວ່າ​ເຮົາ​ຈະ​ຫລີກ​ລ້ຽງ​ອັນຕະລາຍ​ເຫລົ່າ​ນີ້—​ເພື່ອ​ວ່າ​ເຮົາ​ຈະ​ດຳລົງ​ຊີວິດ​ຂອງ​ເຮົາ ທີ່​ຈະ​ຖືກ​ປົກ​ປ້ອງ​ຈາກ​ສັດຕູ​ທາງ​ວິນ​ຍານ ແລະ ອັນຕະລາຍ​ທາງ​ວິນ​ຍານ​ທີ່​ລໍຖ້າ​ເຮົາ​ຢູ່.3

ເຮົາ​ສະແດງ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ເຈົ້າ—ແລະ ສັດທາ​ຂອງ​ເຮົາ​ໃນ​ພຣະ​ອົງ​—ໂດຍ​ການ​ຕິດຕາມ​ເສັ້ນທາງ​ທີ່​ພຣະ​ອົງ​ຈັດ​ວາງ​ໄວ້​ໃຫ້​ເຮົາ​ໃຫ້​ໄດ້​ດີ​ທີ່​ສຸດ​ທຸກໆ​ມື້ ແລະ ໂດຍ​ການ​ຮັກສາ​ພຣະ​ບັນຍັດ​ທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ເຮົາ. ໂດຍ​ສະເພາະ ເຮົາ​ສະແດງ​ໃຫ້​ເຫັນ​ສັດທາ ແລະ ຄວາມ​ຮັກ​ນັ້ນ​ ສະພາບ​ການ​ທີ່​ເຮົາ​ບໍ່​ເຂົ້າໃຈ​ຢ່າງ​ຄົບ​ຖ້ວນ ເຖິງ​ເຫດຜົນ​ສຳລັບ​ພຣະ​ບັນຍັດ ຫລື ເສັ້ນທາງ​ຂອງ​ພຣະ​ເຈົ້າ​ໂດຍ​ສະເພາະ ທີ່​ພຣະ​ອົງ​ກຳລັງ​ບອກ​ໃຫ້​ເຮົາ​ເດີນ​ໄປ. ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ຕິດຕາມ​ເສັ້ນທາງ​ທີ່ຢູ່​ພາຍ​ໃນ​ເຄື່ອງ​ກີດ​ກັ້ນ​ເມື່ອ​ເຮົາ​ຮູ້​ວ່າ​ມີ​ສັດ​ລ່າ​ເຫຍື່ອ​ແຂ້ວ​ແຫລມໆ​ລອຍ​ໄປ​ລອຍ​ມາ​ຢູ່​ໃກ້ໆ​ເຂດ​ນັ້ນ​ຢູ່. ມັນ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ກ້າວ​ໄປ​ໜ້າ​ພາຍ​ໃນ​ເຄື່ອງ​ກີດ​ກັ້ນ ເມື່ອ​ສິ່ງ​ທີ່​ເຮົາ​ຕັ້ງໃຈ​ໃສ່​ນັ້ນ​ແມ່ນ​ເປັນ​ຄື້ນ​ທະເລ​ທີ່​ໜ້າ​ຕື່ນເຕັ້ນ​ທີ່ຢູ່​ຂ້າງ​ນອກ​ຂອງ​ເຄື່ອງ​ກີດ​ກັ້ນ​ນັ້ນ. ແລະ ແລ້ວ, ໃນ​ຊ່ວງ​ເວລາ​ເຫລົ່າ​​ນັ້ນ—​ເວລາ​ເມື່ອ​ເຮົາ​ໃຊ້​ສັດທາ​ຂອງ​ເຮົາ, ໄວ້​ວາງໃຈ​ໃນ​ພຣະ​ເຈົ້າ, ແລະ ສະແດງ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພຣະ​ອົງ​—​ທີ່​ເຮົາ​ຈະ​ເຕີບ​ໂຕ​ທາງ​ວິນ​ຍານ ແລະ ໄດ້​ຮັບ​ຜົນ​ປະໂຫຍດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ.

ໃນ​ພຣະ​ຄຳ​ພີ​ໃໝ່, ອານາ​ນີ​ອາ ບໍ່​ສາມາດ​ເຂົ້າໃຈ​ພຣະ​ບັນຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ​ຊອກ​ຫາ ແລະ ໃຫ້​ພອນ​​ໂຊ​ໂລ—ຜູ້​ຊາຍ​ທີ່​ມີ​ສິດ​ອຳນາດ​ແທ້ໆ ທີ່​ຈະ​ເອົາ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ເຈົ້າ​ເຂົ້າ​ຄຸກ. ແຕ່, ເພາະ​ເພິ່ນ​ໄດ້​ເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ອານາ​ນີ​ອາ ກໍ​ໄດ້​ເປັນ​ເຄື່ອງມື​ໃນ​ການ​ເກີດ​ໃໝ່​ທາງ​ວິນ​ຍານ​ຂອງ​ອັກ​ຄະ​ສາວົກ​ໂປ​ໂລ.4

ເມື່ອ​ເຮົາ​ໄວ້​ວາງໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ນຳ​ໃຊ້​ສັດທາ​ຂອງ​ເຮົາ, ເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ອົງ, ແລະ ຕິດຕາມ​ເສັ້ນທາງ​ທີ່​ພຣະ​ອົງ​ໄດ້​ຈັດ​ໄວ້​ໃຫ້​ເຮົາ​—ເມື່ອ​ເຮົາ​ຍອມ​ຕົນ​ຕໍ່​ພຣະ​ປະສົງ​ຂອງ​ພຣະ​ອົງ​—ເຮົາ​ຈະ​ກາຍເປັນ​ຜູ້​ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະສົງ​ໃຫ້​ເຮົາ​ກາຍ​ເປັນ. ມັນ​ກໍ​ຄື “ການ​ກາຍເປັນ” ນີ້​ຫລະ​—ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ສຸດ​ຫົວໃຈ​ແບບ​ນີ້​ແຫ​ລະ—ທີ່​ສຳຄັນ​ຫລາຍ​ທີ່​ສຸດ. ດັ່ງ​ທີ​ແອວ​ເດີ ດາ​ລິນ ເອັຈ ໂອກສ໌ ໄດ້​ສອນ​ເຮົາ​ວ່າ: “ການ​ຕັດສິນ​ຄັ້ງ​ສຸດ​ທ້າຍ ບໍ່​ເປັນ​ພຽງ​ແຕ່​ການ​ປະ​ເມີນ​ຈຳນວນ​ທັງ​ໝົດ​ຂອງ​ການ​ກະທຳ​ຄວາມ​ດີ ແລະ ຄວາມ​ຊົ່ວ—​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໄປ. ມັນ​ເປັນ​ການ​ຍອມຮັບ​ຜົນ​ສະທ້ອນ​ສຸດ​ທ້າຍ​ຂອງ​ການ​ກະທຳ ແລະ ຄວາມ​ນຶກ​ຄິດ​ຂອງ​ເຮົາ​—ສິ່ງ​ທີ່​ເຮົາ​ໄດ້​ກາຍ​ເປັນ. ມັນ​ບໍ່​ພຽງພໍ​ສຳລັບ​ຄົນ​ໃດ​ເລີຍ ທີ່​ຈະ​ເຮັດ​ໄປ​ຕາມ​ອັດຕະໂນມັດ​ໂດຍ​ບໍ່​ມີ​ຄວາມ​ຮູ້​ສຶກ. ພຣະ​ບັນຍັດ, ພິທີການ, ແລະ ພັນທະ​ສັນຍາ​ຂອງ​ພຣະ​ກິດ​ຕິ​ຄຸນ​ນັ້ນ ບໍ່​ໄດ້​ເປັນ​ດັ່ງ​ເງິນ​ທີ່​ຈຳເປັນ​ຕ້ອງ​ເອົາ​ໄປ​ຝາກ​ໄວ້​ໃນ​ບັນຊີ​ແຫ່ງ​ສະ​ຫວັນ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ແຜນທີ່​ສະແດງ​ໃຫ້​ເຮົາ​ເຫັນ​ວິທີ​ທີ່​ຈະ​ກາຍເປັນ​ຄົນ​ທີ່​ພຣະ​ບິດາ​ເທິງ​ສະຫວັນ​ປະສົງ​ໃຫ້​ເຮົາ​ກາຍ​ເປັນ.”5

ສະນັ້ນ, ການ​ເຊື່ອ​ຟັງ​ທີ່ແທ້​ຈິງ, ຄື​ການ​ຖະຫວາຍ​ຕົວ​ເຮົາ​ເອງ​ທັງ​ໝົດແດ່​ພຣະ​ອົງ ແລະ ໃຫ້​ພຣະ​ອົງ​ຈັດ​ເສັ້ນທາງ​ຂອງ​ເຮົາ ທັງ​ໃນ​ເວລາ​ທີ່​ມີ​ຄວາມ​ສະຫງົບ ແລະ ໃນ​ຊ່ວງ​ເວລາ​ທີ່​ວຸ້ນ​ວາຍ, ໂດຍ​ເຂົ້າໃຈ​ວ່າ ພຣະ​ອົງສາ​ມາດ​ຊ່ອຍ​ໃຫ້​ເຮົາ​ກາຍເປັນ​ຄົນ​ທີ່​ເຮົາ​ຈະ​ສາມາດ​ກາຍເປັນ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ.

ເມື່ອ​ເຮົາ​ຍອມ​ຕໍ່​ພຣະ​ປະສົງ​ຂອງ​ພຣະ​ອົງ, ເຮົາ​ຈະ​ມີ​ຄວາມ​ສະຫງົບ ແລະ ຄວາມສຸກ​ຫລາຍ​ຂຶ້ນ. ກະສັດ​ເບັນ​ຢາ​ມິນ ໄດ້​ສອນ​ວ່າ ຜູ້​ຄົນ​ທີ່​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ ຜູ້​ທີ່​ຕິດຕາມ​ໄປ​ໃນ​ເສັ້ນທາງ​ທີ່​ພຣະ​ອົງ​ຊົງ​ນຳ​ກໍ “ໄດ້​ຮັບ​ພອນ ແລະ ມີ​ຄວາມສຸກ” ໃນ “ທຸກ​ຢ່າງ ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ.”6 ພຣະ​ເຈົ້າ​ປະສົງ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ພຣະ​ອົງ​ປະສົງ​ໃຫ້​ເຮົາ​ມີ​ຄວາມ​ສະ​ຫງົບ. ພຣະ​ອົງ​ປະສົງ​ໃຫ້​ເຮົາ​ມີ​ຄວາມ​ສຳເລັດ​ຜົນ. ພຣະ​ອົງ​ປະສົງ​ໃຫ້​ເຮົາ​ມີ​ຄວາມ​ປອດ​ໄພ ແລະ ຖືກ​ປົກ​ປ້ອງ​ຈາກ​ອິດ​ທິ​ພົນ​ທາງ​ໂລກ​ທີ່ຢູ່​ອ້ອມ​ຮອບ​ເຮົາ​.

ກ່າວ​ອີກ​ໃນ​ຄຳ​ໜຶ່ງ​ກໍ​ຄື, ພຣະ​ບັນຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ແມ່ນ​ຂໍ້​ຈຳກັດ​ຍາກໆ​ທີ່​ຕິດຕາມ​ກັນ ທີ່​ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ອົດທົນ​ຕໍ່​ຢ່າງ​ບໍ່​ພໍໃຈ​ໃນ​ຊີວິດ​ນີ້ ເພື່ອ​ວ່າ​ເຮົາ​ອາດ​ຈະ​ຖືກ​ເຮັດ​ໃຫ້​ສູງ​ສົ່ງ​ໃນ​ຊີວິດ​ທີ່​ຈະ​ມາ​ເຖິງ. ກົງກັນຂ້າມ, ເຄື່ອງ​ກີດ​ກັ້ນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຂຶ້ນ​ມາ ຈະ​ໃຫ້ການ​ປົກ​ປ້ອງ​ແກ່​ເຮົາ​ຈາກ​ອິດ​ທິ​ພົນ​ຊົ່ວ​ຮ້າຍ ອັນທີ່​ຈະ​ທຳລາຍ ທີ່​ຈະ​ດຶງ​ເຮົາ​ລົງ​ໄປ​ເຖິງ​ຄວາມ​ເລິກໆ​ຂອງ​ຄວາມ​ສິ້ນ​ຫວັງ. ພຣະ​ບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຖືກ​ປະທານ​ໃຫ້​ຈາກ​ຄວາມ​ຮັກ ແລະ ຄວາມ​ຫ່ວງໃຍ; ມັນ​ມີ​ເຈດຕະນາ​ໃຫ້​ເຮົາ​ມີ​ຄວາມສຸກ​ໃນ​ຊີວິດ​ນີ້7 ດັ່ງ​ທີ່​ມັນ​ຖືກ​ເຈດຕະນາ​ໃຫ້​ເຮົາ​ມີ​ຄວາມສຸກ ແລະ ຄວາມ​ສູງ​ສົ່ງ​ໃນ​ຊີວິດ​ໜ້າ. ມັນ​ໄດ້​ໝາຍ​ວິທີ​ທີ່​ເຮົາ​ຄວນ​ລົງມື​ປະຕິ​ບັດ​—​ແລະ ສຳຄັນ​ໄປ​ກວ່າ​ນັ້ນ​ຄື​ ​ມັນ​ຊ່ອຍ​ໃຫ້​ເຮົາ​ເຂົ້າໃຈ​ວ່າ​ເຮົາ​ຄວນ​ກາຍເປັນ​ຄົນ​ແບບ​ໃດ.

ດັ່ງ​ທີ່​ໃນ​ທຸກ​ສິ່ງ​ດີໆ ແລະ ເປັນຄວາມ​ຈິງ, ພຣະ​ເຢ​ຊູ​ຄຣິດ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ. ການ​ກະທຳ​ແຫ່ງ​ການ​ເຊື່ອ​ຟັງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຕະຫລອດ​ຊົ່ວ​ນິລັນດອນ​ໄດ້​ເກີດ​ຂຶ້ນ​ເມື່ອ​ພຣະ​ບຸດ​ໄດ້​ຍອມ​ຕົວ​ພຣະ​ອົງ​ເອງ​ຕໍ່​ພຣະ​ປະສົງ​ຂອງ​ພຣະ​ບິ​ດາ. ໃນ​ການ​ທູນ​ຂໍ​ດ້ວຍ​ຄວາມ​ຖ່ອມຕົວ​ທີ່​ສຸດ ວ່າ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນ​ທຸກທໍລະມານ​ເລື່ອນ​ໄປ—ເພື່ອ​ວ່າ​ພຣະ​ອົງອາດ​ຈະ​ເດີນທາງ​ຕາມ​ເສັ້ນທາງ​ອື່ນ ແທນ​ເສັ້ນທາງ​ທີ່​ໄດ້​ຖືກ​ໝາຍ​ໄວ້​ສຳລັບ​ພຣະ​ອົງ—ພຣະ​ຄຣິດ​ໄດ້​ຍອມ​ເດີນ​ຕາມ​ເສັ້ນທາງ​ທີ່​ພຣະ​ບິດາ​ຂອງ​ພຣະ​ອົງ​ໄດ້​ປະສົງ​ໃຫ້​ພຣະ​ອົງ​ເດີນ. ມັນ​ໄດ້​ເປັນ​ເສັ້ນທາງ​ທີ່​ນຳ​ໄປ​ຫາ​ເຄັດ​ເຊ​ມາ​ເນ ແລະ ໂຄ​ລະ​ໂຄ​ທາ, ບ່ອນ​ທີ່​ພຣະ​ອົງ​ໄດ້​ທົນ​ທຸກທໍລະມານ​ຕໍ່​ຄວາມເຈັບ​ປວດ ແລະ ຄວາມ​ທໍລະມານ​ທີ່​ແສນ​ສາຫັດ, ແລະ ບ່ອນ​ທີ່​ພຣະ​ອົງ​ຖືກ​ປະ​ຖິ້ມ​ໄປ​ເມື່ອ​ພຣະ​ວິນ​ຍານ​ຂອງ​ພຣະ​ບິດາ​ຂອງ​ພຣະ​ອົງ​ໄດ້​ໜີ​ໄປ​ຈາກ​ພຣະ​ອົງ. ແຕ່​ເສັ້ນທາງ​ອັນ​ດຽວ​ກັນ​ນັ້ນ​ສິ້ນ​ສຸດ​ລົງ​ໃນ​ອຸບ​ມຸງ​ທີ່​ວ່າງ​ເປົ່າ​ໃນ​ມື້ທີ​ສາມ, ດ້ວຍ​ສຽງ​ຮ້ອງ​ໂຮ​ທີ່​ວ່າ “ພຣະ​ອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ!”8 ດັງ​ກ້ອງ​ສະ​ນັ່ນ​ໄປ​ເຖິງ​ຫູ ແລະ ໃຈ​ຂອງ​ຜູ້​ຄົນ​ທີ່​ຮັກ​ພຣະ​ອົງ. ມັນ​ໄດ້​ຮ່ວມ​ດ້ວຍ​ຄວາມ​ປິ​ຕິ​ຍິນດີ ແລະ ການ​ປອບ​ໂຍນ​ທີ່​ຄາດ​ບໍ່​ເຖິງ ທີ່​ເຈາະ​ຈົງ​ຢູ່​ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ສຳລັບ​ລູກໆ​ຂອງ​ພຣະ​ເຈົ້າ ຕະຫລອດ​ຊົ່ວ​ນິລັນດອນ. ໂດຍ​ການ​ປ່ອຍ​ໃຫ້​ພຣະປະສົງ​ຂອງ​ພຣະ​ບຸດ​ຖືກ​ກືນ​ລົງ​ໄປ​ໃນ​ພຣະ​ປະສົງ​ຂອງ​ພຣະ​ບິ​ດາ—​ໂດຍ​ການ​ຕິດຕາມ​ພຣະ​ບັນຊາ​ຂອງ​ພຣະ​ບິ​ດາ​—ພຣະ​ຄຣິດ​ໄດ້​ປະທານ​ໂອກາດ​ແຫ່ງ​ຄວາມ​ສະຫງົບ​ນິລັນດອນ, ຄວາມສຸກ​ນິລັນດອນ, ແລະ ຊີວິດ​ນິລັນດອນ​ໃຫ້​ແກ່​ເຮົາ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ຮັກ. ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ພຣະ​ອົງ​ປະສົງ​ໃຫ້​ເຮົາ​ມີ​ຄວາມສຸກ ແລະ ປອດ​ໄພ ແລະ ໄດ້​ຮັບ​ພອນ. ເພາະ​ຈຸດປະສົງ​ນີ້, ພຣະ​ອົງ​ຈຶ່ງ​ໄດ້​ວາງ​ແຜນ​ເສັ້ນທາງ​ໃຫ້​ເຮົາ ເພື່ອ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ ແລະ ພຣະ​ອົງ​ໄດ້​ວາງ​ສິ່ງກີດ​ກັ້ນ​ນັ້ນໄວ້ ​ເພື່ອປົກ​ປ້ອງ​ເຮົາ​ຕະຫລອດ​ການ​ເດີນ​ທາງ. ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ເມື່ອ​ເຮົາ​ເຮັດ​ໃຫ້​ໄດ້​ດີ​ທີ່​ສຸດ ທີ່​ຈະ​ຕິດຕາມ​ເສັ້ນທາງ​ນັ້ນ, ເຮົາ​ຈະ​ພົບ​ຄວາມ​ປອດ​ໄພ, ຄວາມສຸກ, ແລະ ຄວາມ​ສະຫງົບ​ສຸກ​ທີ່ແທ້​ຈິງ. ແລະ ເມື່ອ​ເຮົາ​ຍອມ​ຕົວ​ຕໍ່​ພຣະ​ປະສົງ​ຂອງ​ພຣະ​ອົງ, ເຮົາ​ຈະ​ກາຍເປັນ​ຜູ້​ຄົນ​ທີ່​ພຣະ​ອົງ​ປະສົງ​ໃຫ້​ເຮົາ​ກາຍ​ເປັນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.