​2010–2019
ເລືອກ​ຄວາມ​ສະຫວ່າງ
ຕຸລາ 2015


ເລືອກ​ຄວາມ​ສະຫວ່າງ

ເຮົາ​ຕ້ອງ​ເລືອກ​ທີ່​ຈະເຊື່ອ​ຟັງ​ຄຳ​ແນະນຳ​ຈາກ​ສາດສະດາ, ຮັບ​ຮູ້​​, ແລະ ​ເຮັດ​ຕາມ​ການ​ດົນ​ໃຈ​ທາງ​ວິນ​ຍານ, ​​ຕ້ອງເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ແລະ ສະ​ແຫວ​ງຫາການ​ເປີດ​ເຜີຍ​ສ່ວນ​ຕົວ.

ບໍ່​ດົນ​ມາ​ນີ້ ຂ້າພະເຈົ້າ​ພ້ອມ​ກັບ​ພັນ​ລະ​ຍາ​ໄດ້​ຕັດສິນ​ໃຈ​ວ່າ ຄວນ​​​ໄປ​ຊົມກັບ​ຄວາມ​ສວຍ​ງາມ​ຂອງ​ບ່ອນ​ໃກ້ໆ ບ້ານ​ພວກ​ເຮົາ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ລັດ​ມອນ​ແທ​ນາ. ພວກ​ເຮົາ​ໄດ້​ວາງ​ແຜນ​ການ​ ວ່າ​ຈະ​ເອົາ​ລົດຖີບ ໄປ​ຂີ່​ຢູ່​ທາງ ​ເຮຍ​ວາ​ທາ ຊຶ່ງ​ເຄີຍ​ເປັນ​ອະດີດ​ທາງ​ລົດໄຟ​ທີ່​ຂ້າມ​ພູເຂົາ ຣໍ​ຄີ ລະຫວ່າງ​ລັດ ມອນ​ແທ​ນາ ແລະ​ ລັດ​ໄອ​ດາ​ໂຮ. ພວກ​ເຮົາ​ໄດ້​ຄາດ​ວ່າ​ຈະ​ເປັນ​ມື້​ດີ​ມື້​ມ່ວນ​ຢູ່​ນຳ​ໝູ່​ເພື່ອນ​ສະ​ນິດ ແລະ​ ທີ່​ຈະຊື່ນ​ຊົມ​ກັບຄວາມ​ງາມ​ທຳ​ມະ​ຊາດ​ຢູ່​ບ່ອນ​ນັ້ນ.

ພວກ​ເຮົາ​ໄດ້​ຮູ້​ວ່າ ການ​ຂີ່​ຕາມ​ທາງ​ທີ່​ຍາວ 24 ກີໂລ​​ແມັດ​ນັ້ນ ຈະ​ມີ​ຂົວ​ລົດໄຟ​ທີ່​ຂ້າມ​ຮ່ອມ​ພູ​ເລິກ ແລະ​ ອຸໂມງ ຍາວໆ ທີ່​ເຈາະ​​ເຂົ້າພູເຂົາ​ໃຫຍ່. ດັ່ງນັ້ນ​ພວກ​ເຮົາ​ຈຶ່ງໄດ້​ຕຽມ​ຕົວ​ເອົາ​ໄຟ​ສາຍ​ຕິດໄວ້​ນຳ​ໝວກ ​ແລະ ​ຕິດ​ໄວ້ນຳ​ລົດຖີບ​ອີກ.

ຮູບ​ພາບ
ຂ້າງນອກ​ຂອງ​ອຸ​ໂມງ​ແທັບ

ຄົນ​ທີ່​ເຄີຍ​ໄປ​ທາງ​ນີ້​ ​ໄດ້​ເຕືອນ​ພວກ​ເຮົາ​ວ່າ ອຸ​ໂມງ​ນັ້ນ​ມືດ​ຂະໜາດ​ ແລະ ​ເຮົາ​ຈະ​ຕ້ອງ​ມີ​ໄຟ​ສາຍ​ທີ່​​ແຈ້ງໆ. ເມື່ອ​ພວກ​ເຮົາ​ໄດ້​ຮ່ວມ​ກັນ​ຢູ່​ປະຕູ​ໃຫຍ່ໆ ຂອງ​ອຸ​ໂມງ​ແທັບ ຜູ້​ຮັກສາ​ການ​ຄົນ​ໜຶ່ງ​ໄດ້​ອະທິບາຍ​ເຖິງ ຄວາມ​ອັນ​ຕະລາຍ​ຂອງ​ທາງ​ນັ້ນ ຊຶ່ງ​ມີ​ຄູ​ເລິກ​ຕາມ​ຂອບ​ທາງ ມີ​ຝາ​ຂຸ​ຂະ ແລະ​ ມີ​ຄວາມ​ມືດ​ສຸດ​ຂີດ. ພວກ​ເຮົາ​ໄດ້​​ເຂົ້າໄປ​ໃນ​ອຸ​ໂມງ​. ຫລັງ​ຈາກ​ໄດ້​​ເຂົ້າໄປ​ບໍ່​ຫລາຍ​ນາທີ​ ຄວາມ​ມືດ​ດັ່ງກ່າວ​ກໍ​ອ້ອມຮອບພວກ​ເຮົາ​ໄວ້. ໄຟ​ສາຍທີ່​ຂ້າພະເຈົ້າ​ໄດ້​ເອົາມາ​ນຳ​ບໍ່​ແຈ້ງ​ພໍ ແລະ ​ຄວາມ​ມືດ​ໄດ້​ເອົາ​ຊະນະ​ຄວາມ​ແຈ້ງ. ທັນ​ທີ​ທີ່​ຂ້າພະເຈົ້າກໍ​ເລີ່ມ​ຮູ້ສຶກ​ຮ້ອນໃຈ, ສັບສົນ, ແລະ ​ບໍ່​ຮູ້​ທາງ.

ຮູບ​ພາບ
ຂີ່​ລົດ​ຖີບ​ໃນ​ອຸ​ໂມງ
ຮູບ​ພາບ
ຂີ່​ລົດ​ຖີບ​ໃນ​ອຸ​ໂມງ​ດ້ວຍ​ໄຟ​ສາຍ

ຂ້າພະເຈົ້າ​ອາຍ​ທີ່​ຈະສາລະພາບ​ຄວາມ​ຮ້ອນໃຈ​ຂອງຕົນ​ຕໍ່​ເພື່ອນ​ ​ແລະ ຄອບ​ຄົວ. ເຖິງ​ແມ່ນ​ຂ້າພະເຈົ້າ​ຂີ່​ລົດຖີບ​ໄດ້​ເກັ່ງ​ຢູ່ ຕອນ​ນັ້ນ​ຂ້າພະເຈົ້າ​ຮູ້ສຶກ​ເໝືອນ​ຄົນ​ບໍ່​ເຄີຍ​ຂີ່ຈັກ​ເທື່ອ. ຂ້າພະເຈົ້າ​ໄດ້​ພະຍາຍາມ​ບໍ່​ໃຫ້​ຕົນ​ເອງ​ລົ້ມ ເພາະ​ໄດ້​ສັບສົນຫລາຍ​ຂຶ້ນ. ໃນ​ທີ່​ສຸດ​ເມື່ອ​ຂ້າພະເຈົ້າ​ໄດ້​ບອກ​ຄົນ​ຢູ່​ນຳ​ກ່ຽວ​ກັບ​ຄວາມ​ຮ້ອນໃຈ​ຂອງ​ຕົນ ຂ້າພະເຈົ້າ​ໄດ້​​ຫຍັບ​ເຂົ້າໄປ​ໃກ້ໆ​ໄຟ​ສາຍ​ທີ່​ຮຸ່ງ​ແຈ້ງຂອງ​ເພື່ອນ​ຄົນ​ໜຶ່ງ. ຕາມ​ຈິງ​ແລ້ວ ທຸກ​ຄົນ​ໃນ​ກຸ່ມ​ພວກ​ເຮົາ​ໄດ້​ເຮັດ​ວົງ​ອ້ອມຄົນ​ນັ້ນ. ໂດຍ​ທີ່ຢູ່​ໃກ້ໆກັນ​​ ແລະ ​​ໄດ້​ອາໄສ​ໄຟ​ສາຍຂອງ​ລາວ​ພ້ອມ​ກັບໄຟສາຍ​ຂອງ​ທຸກ​ຄົນ​ໃນ​ກຸ່ມ​, ພວກ​ເຮົາ​ໄດ້​ມຸ້ງ​ໜ້າ​​ໄປ​ຕໍ່ ໃນ​ຄວາມ​ມືດ​ຂອງ​ອຸ​ໂມງ​ນັ້ນ.

ຮູບ​ພາບ
ຄວາມ​ສະ​ຫວ່າງ​ຈາກ​ປາກ​ອຸ​ໂມງ

ຫລັງ​ຈາກ​ເວລາ​ທີ່​ຮູ້ສຶກ​ຄື​ຫລາຍ​ຊົ່ວໂມງ ຂ້າພະເຈົ້າ​ໄດ້​ເຫັນ​ຈຸດ​ແສງ​ນ້ອຍໆ. ທັນ​ທີ​ທີ່ຂ້າພະເຈົ້າ​ເລີ່ມ​ຮູ້ສຶກ ວ່າ ທຸກ​ຢ່າງ​ຈະ​ດີຂຶ້ນ, ຂ້າພະເຈົ້າ​ໄດ້​ມຸ້ງ​ໜ້າ​ຕໍ່​ໄປ​ໂດຍ​ອາໄສ​ໄຟ​ສາຍຂອງ​ເພື່ອນ ແລະ​ ຈຸດ​ແສງ​ນັ້ນ​ທີ່​ກຳລັງຂະ​ຫຍາ​ຍ. ຄວາມ​ໝັ້ນ​ໃຈ​ຕົນ​ໄດ້​ກັບ​ມາ​ຂະນະ​ທີ່​ຄວາມ​ແຈ້ງ​ນັ້ນ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​. ກ່ອນ​ທີ່​ຮອດ​ປາກ​ຂອງ​ອຸ​ໂມງ ຂ້າພະເຈົ້າ​ບໍ່ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ຂອງ​ເພື່ອນ. ຄວາມ​ຮ້ອນໃຈ​ທັງ​ໝົດ​ໄດ້​ຫາຍ​ໄປ ຂະນະ​ທີ່​ພວກ​ເຮົາ​ໄດ້ຖີບ​ໄວໆ ໄປ​ຫາ​ແສງ​ສະ​ຫວ່າງ. ຂ້າພະເຈົ້າ​ຮູ້ສຶກ​ສະບາຍ​ໃຈ​ ກ່ອນ​ພວກ​ເຮົາ​ໄດ້​ຂີ່​ເຂົ້າ​ໄປ​ໃນ​ແສງ​ອາ​ລຸນ ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ​​ ແລະ ​ສະ​ຫງ່າງາມ.

ເຮົາ​ຢູ່​ໃນ​ໂລກ​ຊຶ່ງ​ໃນ​ນີ້​ເຮົາ​ຈະ​ປະສົບ​ການ​ທ້າ​ທາຍ​ຕໍ່​ສັດທາ​ຂອງ​ເຮົາ. ເຮົາ​ອາດ​ຈະ​ຮູ້ສຶກ​ໝັ້ນ​ໃຈ​ວ່າ ຕົວ​ເອງ​ພ້ອມ​ທີ່​ຈະ​ປະເຊີນ​ກັບການ​ທ້າ​ທາຍ​ດັ່ງ​ກ່າວ​—ແຕ່​ແລ້ວ​ເຫັນ​ວ່າ ການ​ຕຽມ​ຕົວ​ຂອງ​ເຮົາ​ບໍ່​ພໍ. ແລະ​ ເຊັ່ນ​ດຽວ​ກັບ​ເພື່ອນ​ຂອງຂ້າພະເຈົ້າ​ໄດ້​ເຕືອນ​ຂ້າພະເຈົ້າ​ກ່ຽວ​ກັບ​ຄວາມ​ມືດ, ພວກເຮົາ​ໄດ້​ຖືກ​ເຕືອນ​ໄວ້​ໃນ​​ເວລານີ້. ສຽງ​ຂອງ​ບັນດາອັກ​ຄະ​ສາວົກ​ຊຸກຍູ້​ພວກ​ເຮົາ​ໃຫ້​ຕຽມ​ຕົວ​ໂດຍ​ໄຟ​ສາຍ​ທີ່​​ຮຸ່ງແຈ້ງຂອງ​ກຳລັງ​ທາງ​ວິນ​ຍານ.

ເຊັ່ນ​ດຽວກັນ ເຮົາ​ອາດ​ຈະ​ຮູ້ສຶກ​ອາຍ, ບໍ່​ສະບາຍ​ໃຈ, ຫລື ​ສັບສົນ​ທາງ​ວິນ​ຍານ ເມື່ອ​ເຮົາ​ມີ​ການ​ທ້າ​ທາຍ​ຕໍ່​ສັດທາຂອງ​ເຮົາ. ຕາມ​ທຳ​ມະ​ດາ​ແລ້ວ, ຄວາມ​ແຮງ​​ ແລະ ​ຄວາມ​ຍາວ​ນານ​ຂອງ​ຄວາມ​ຮູ້ສຶກ​ດັ່ງກ່າວ​ຈະ​ຂຶ້ນ​ຢູ່​ກັບການ​ຕອບ​ໂຕ້​ຂອງ​ເຮົາ​ເອງ. ຖ້າ​ຫາກ​ເຮົາ​ບໍ່​ເຮັດ​ຫຍັງ​ເລີຍ, ຄວາມສົງໄສ, ຄວາມ​ທະ​ນົງຕົວ, ແລະ​ ໃນ​ທີ່​ສຸດ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ ຈະ​ນຳ​ເຮົາ​ໄປ​ຈາກ​ຄວາມ​ສະ​ຫວ່າງ.

ຂ້າພະເຈົ້າ​ໄດ້​ຮູ້ຈັກ​ບົດຮຽນ​ສຳຄັນ​ຈາກ​ປະສົບ​ການ​ຢູ່​ໃນ​ອຸ​ໂມງ​ນັ້ນ. ຂ້າພະເຈົ້າ​ຂໍ​ແບ່​ງ​ປັນ​ບາງ​ຢ່າງ.

ທຳອິດ ບໍ່​ວ່າຄວາມ​ມືດ​ແຫ່ງ​ຄວາມ​ສົງໄສ​ຈະ​​ມືດຫລາຍ​ພຽງ​ໃດ​ກໍ​ຕາມ, ແຕ່ເຮົາ​ກໍ​ເລືອກ​ໄດ້​ວ່າ ຈະ​ຍອມ​ໃຫ້​ມັນເກີດ​ມີ​ຜົນ​ສະທ້ອນ​ກັບ​ເຮົາ​ດົນ​ປານໃດ​​ ແລະ ​ຫລາຍເທົ່າ​ໃດ. ເຮົາ​ຕ້ອງ​ຈື່​ຈຳ​ວ່າ ພຣະ​ບິດາ​ເທິງ​ສະຫວັນ ແລະ ​ພຣະ​ບຸດ​ຂອງ​ພຣະ​ອົງ​ຮັກ​ເຮົາ​ຫລາຍ​ພຽງ​ໃດ. ພວກ​ພຣະ​ອົງ​ຈະ​ບໍ່​ປະ​ຖິ້ມ​ເຮົາ​ເລີຍ ແລະ​ ພວກ​ພຣະ​ອົງຈະ​ບໍ່​ຍອມ​ໃຫ້​ເຮົາ​ຜ່າຍ​ແພ້​ ຖ້າ​ຫາກ​ເຮົາ​ຊອກ​ຫາ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພວກ​ພຣະ​ອົງ. ຈົ່ງ​ຈື່​ຈຳ​ປະສົບ​ການຂອງ​ເປ​ໂຕ ຢູ່​ເທິງ​ທະເລສາບ​ຄາ​ລີ​ເລ. ຂະນະ​ທີ່​ເປ​ໂຕ​ຮູ້ສຶກ​ຄວາມ​ມືດ​ໜາວ​ອ້ອມ​ຕົວ​ເພິ່ນ​ໄວ້ ທັນໃດ​ນັ້ນ ເພິ່ນ​ເຂົ້າໃຈ​ບັນຫາ​ຂອງ​ຕົນ ແລະ ​ໃນ​ວິນາທີ​ນັ້ນ​ໄດ້​ເລືອກ​ຂໍ​ຄວາມ​ຊ່ອຍ​ເ​ຫລືອ. ເພິ່ນ​ບໍ່​ໄດ້​ຖາມ​ວ່າ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ມີ​ອຳນາດ​ທີ່​ຈະຮັກສາ​ເພິ່ນ; ເພິ່ນ​ມີ​ແຕ່​ຂໍ​ຮ້ອງ​ວ່າ, “ນາຍ​ເຈົ້າ​ຂ້າ ຊ່ອຍ​ຜູ້​ຂ້າ​ແດ່​ທ້ອນ.”1

ໃນ​ຊີວິດ​ຂອງ​ເຮົາ ພຣະ​ຫັດ​ທີ່​ຍື່ນ​ອອກ​ມາຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ອາດ​ຈະ​ມາ​ໃນ​ລັກສະນະ​ຄື ຄວາມ​ຊ່ອຍ​ເຫລືອ​ຈາກ​ເພື່ອນ​ສະ​ນິດ, ຜູ້ນຳ, ຫລື​ ພໍ່​ແມ່​ທີ່​ຮັກ​ກັນ. ເມື່ອ​ໃດ​ທີ່​ເຮົາ​ດີ້ນລົນ​ໃນ​ຄວາມ​ມືດ ມັນ​ບໍ່​ຜິດ​ທີ່​ເຮົາ​ຈະ​ເພິ່ງ​ອາໄສ​ຊົ່ວຄາວ ໃຊ້​ຄວາມ​ສະຫວ່າງ​ຂອງ​ຄົນ​ທີ່​ຮັກ​ເຮົາ ແລະ​ ຢາກ​ຊ່ອຍ​ເຮົາ​ ຢ່າງເອົາ​ຈິງ​ເອົາ​ຈັງ.

ຖ້າ​ຫາກ​ເຮົາ​ພິຈາລະນາ​​ຢ່າງຮອບ​ຄອບ ເປັນ​ຫຍັງ​ເຮົາ​ຈຶ່ງ​ມັກ​ຟັງສຽງ​ເຍາະ​ເຍີ້ຍ​ຂອງ​ຄົນ​ທັງ​ໂລກ​ໃນ​ສະໄໝ​ຂອງເຮົາ ແລະ​ ບໍ່​ຟັງ​ຄຳຂໍ​ຮ້ອງ​ຂອງ​ຄົນ​ທີ່​ຮັກ​ເຮົາ​​ແທ້ໆ? ກໍ​ມີ​ຄົນທີ່​ມັກ​ເຍາະ​ເຍີ້ຍ​ທີ່​ມັກ​ມ້າງ​ທຳລາຍ ແທນ​ທີ່​ຈະສົ່ງ​ເສີມ ແລະ​ ມັກ​ຫົວຂວັນ​ແທນ​ທີ່​ຈະຍົກ​ຍ້ອງ. ຄຳ​ເວົ້າ​ແບບ​ເຍາະ​ເຍີ້ຍຂອງ​ເຂົາ​ສາມາດ​​ແຊກຊຶມ​ເຂົ້າ​ໄປໃນ​ຊີວິດຂອງ​ເຮົາ ຫລາຍ​ເທື່ອ​ມັນ​ເປັນ​ການ​ຕົວະ​​​​​ໃນທາງ​​ເຄື່ອງເອ​ເລັກ​ໂທ​ຣ​ນິກ ຊຶ່ງ​ໄດ້​ສ້າງ​ໂດຍ​ສະເພາະ​​ເພື່ອທຳລາຍສັດທາ​ຂອງ​ເຮົາ. ​ເປັນ​ສິ່ງ​ສະຫລາດ​ບໍ ທີ່​ຈະເອົາ​ຄວາມ​ລອດ​ອັນ​ນິລັນດອນ​ຂອງ​ເຮົາ​​ໄປໄວ້​ໃນ​ມື​ຂອງຄົນ​ທີ່​ບໍ່​ຮູ້ຈັກ​ກັນ? ​ເປັນ​ສິ່ງສະຫລາດ​ບໍ ທີ່​ຈະ​ອ້າງ​ວ່າ​ຕົນ​ໄດ້​ຮັບ​ຄວາມ​ຮູ້​ຈາກ​ຄົນ​ທີ່​ບໍ່​ມີ​ຄວາມ​ສະຫວ່າງ​ທີ່​ຈະມອບ​ໃຫ້ ແລະ ​ເປັນ​ຄົນທີ່​ມີ​ຈຸດປະສົງ​ທີ່​​ເຊື່ອງ​ຊ້ອນ​ໄວ້​ຈາກ​ເຮົາ? ຖ້າ​ຫາກ​ເຮົາ​ໄດ້​ເຫັນ​ຄົນ​ບຽດບຽນ​ລັບໆ ດັ່ງກ່າວ​ນີ້​ຢ່າງ​ເປີດເຜີຍ ເຮົາຈະ​ບໍ່​ໃຫ້​ພຽງ​ແຕ່​ວິນາທີ​ດຽວ​ແກ່​ເຂົາ ແຕ່​ເພາະ​ເຂົາ​ໃຊ້​ສື່ສານ​ສັງຄົມ​​ ແລະ ​ລີ້​ຈາກ​ການ​ພິຈາລະນາ ເຂົາກໍ​ເລີຍ​ໄດ້​ຮັບ​ການ​ເຊື່ອ​ຟັງ​ທີ່​ບໍ່​ຄວນ​ມີ​ເລີຍ.

ຊ່ອຍໃຫ້​ລອດ​ທີ່​ກູ້​ຊີວິດ ແລະ ​ໃຫ້​ຊີ​ວິດ​ໄດ້. ໂຢ​ຮັນ​ໄດ້​ຂຽນ​ວ່າ, “ພຣະ​ເຢ​ຊູ​ໄດ້​ກ່າວ​ຕໍ່​ພວກ​ເຂົາ​ອີກ​ວ່າ ເຮົາ​ນີ້​ແຫລະ​ເປັນຄວາມ​ສະຫວ່າງ​ຂອງ​ໂລກ ຜູ້​ໃດ​ກໍ​ຕາມ​ທີ່​ມາ​ນຳ​ເຮົາ ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ ແລະ​ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມ​ມືດ​ຈັກ​ເທື່ອ.”2 ຈົ່ງ​ຈື່​ຈຳ​ວ່າ ຄົນ​ທີ່​ຮັກ​ເຮົາ​​ແທ້ໆ ສາມາດ​ຊ່ອຍ​ເຮົາ​ເສີມ​ສ້າງ ສັດທາ​ຂອງ​ເຮົາ.

ເໝືອນ​ດັ່ງ​ຂ້າພະເຈົ້າ​ໄດ້​ອາຍ​ຕອນ​ຢູ່​ໃນ​ອຸ​ໂມງ​ນັ້ນ ເຮົາ​ອາດ​ຈະ​ຮູ້ສຶກ​ອາຍ​ໂພດ​ທີ່​ຈະຂໍ​ຄວາມ​ຊ່ອຍ​ເຫລືອ​ ຕອນ​ເຮົາ​ສົງໄສ​. ບາງ​ທີເຮົາ​ເປັນ​ຜູ້​ນັ້ນ​ທີ່​ຄົນ​ອື່ນ​ມອງ​ຫາ​ເພື່ອ​ກຳລັງ ແລະ ​ບັດ​ນີ້​ເຮົາ​ຕ້ອງການຄວາມ​ຊ່ອຍ​ເຫ​ລື​ອ. ເມື່ອ​​ເຮົາ​ເຂົ້າໃຈ​ວ່າ ຄວາມ​ສະຫວ່າງ​​ ແລະ ​ຄວາມ​ສະບາຍ​ໃຈ ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ສາມາດ​ມອບ​ໃຫ້​ເຮົາ ນັ້ນ​ມີ​ຄຸນຄ່າ​ຫລາຍ​ຊຶ່ງ​ບໍ່​ຢາກ​ໃຫ້​ເ​ສຍ​ເພາະ​ຄວາມ​ທະ​ນົງ​ໃຈ ແລ້ວ​ຜູ້ນຳ​ສາດສະໜາ ທີ່​ຮັບ​ການ​ດົນ​ໃຈ ພໍ່​ແມ່​​ ແລະ ​ໝູ່​ເພື່ອນ​ສະໜິດ​ສາມາດ​ຊ່ອຍ​ໄດ້. ຄົນ​ດັ່ງກ່າວ​ນີ້​ກໍ​ພ້ອມ​ແລ້ວ​ທີ່​ຈະຊ່ອຍ​ເຮົາ​​ໃຫ້ປັບ​ປຸງຕົວ​ທາງ​ວິນ​ຍານ ເພື່ອ​ເສີມ​ສ້າງ​ຕຽມ​ເຮົາ​ໃຫ້​ສາມາດຕໍ່​ຕ້ານ​ກັບການ​ທ້າ​ທາຍ​ສັດທາ​ຂອງ​ເຮົາ.

ທີ​ສອງ ເຮົາ​ຕ້ອງ​ໄວ້​ວາງໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ພັດທະນາ​ກຳລັງ​ທາງວິນ​ຍານ​ຂອງ​ເຮົາ​ເອງ. ເຮົາ​ບໍ່ສາມາດ​ອາໄສ​ຄວາມ​ສະຫວ່າງ​ຂອງ​ຄົນ​ອື່ນ​ຕະຫລອດ​ໄປ. ຂ້າພະເຈົ້າ​ໄດ້​ຮູ້​ວ່າ ຄວາມ​ມືດ​ໃນ​ອຸ​ໂມງ​ນັ້ນ ຈະ​ໝົດ​ໄປ​ຖ້າ​ຫາກ​ຂ້າພະເຈົ້າ​ຍັງ​ຖີບ​ໄປ​ກ່ອນ​ໝູ່​ພ້ອມ​ກັບ​ກຸ່ມ​ພວກ​ເຮົາ​ນັ້ນ. ແຕ່​ຂ້າພະເຈົ້າ​ຄິດ​ວ່າ ຈະ​ສາມາດ​ໄປ​ດ້ວຍ​ຕົນ​ເອງ ທັນທີທີ່​ຂ້າພະເຈົ້າ​ສາມາດ​ເຫັນ​ແສງ​ອີກ. ພຣະ​ຜູ້​ເປັນ​ເຈົ້າ​​ໄດ້ສອນ​ເຮົາ​ວ່າ, ຖ້າ​ເຮົາ​ເຂົ້າ​ໃກ້​ພຣະ​ອົງ, ພຣະ​ອົງ​ຈະ​ເຂົ້າ​ໃກ້​ເຮົາ. ຖ້າ​ເຮົາ​ຊອກ​ຫາ​ພຣະ​ອົງ​ຢ່າງ​ຂະຫຍັນ​ໝັ່ນ​ພຽນ ເຮົາ​ຈະ​ພົບ​ພຣະ​ອົງ. ຖ້າ​ເຮົາ​ຂໍ​ ເຮົາ​ຈະ​ໄດ້​ຮັບ, ຖ້າ​ເຮົາ​ເຄາະ ຈະ​ມີ​ຄົນ​ມາ​ເປີດ​ໃຫ້​ເຮົາ.3 ເຮົາ​ຕ້ອງ​ເຮັດ​ໂດຍ​ຄາດວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຮັກສາ​ຄຳ​ສັນຍາ​ຂອງ​ພຣະ​ອົງ​ທີ່​ຈະຊ່ອຍເຮົາ​ອອກ​ຈາກ​ຄວາມ​ມືດ ຖ້າ​ຫາກ​ເຮົາ​ເຂົ້າ​ໄປໃກ້​ພຣະ​ອົງ. ແຕ່​ຊາ​ຕານ​ຈະ​ພະຍາຍາມ​ສອນ​ເຮົາ​ວ່າ ເຮົາ​ບໍ່​ເຄີຍ​ຮູ້ສຶກ​​ເຖິງ​ອິດ​ທິພົນຂອງ​ພຣະ​ວິນ​ຍານ​ເລີຍ ແລະ ຈະ​ງ່າຍ​ກວ່າ​ຖ້າເຮົາ​ຢຸດ​ພະຍາ​ຍາມ.

ປະທານ​ດີ​ເດີ ແອັຟ ອຸກ​ດອບ ກໍ​ແນະນຳ​ເຮົາ​ໃຫ້ “ສົງໄສ​ຄວາມ​ສົງໄສ​ຂອງ​ທ່ານ ກ່ອນ​ທ່ານ​ຈະ​ສົງໄສ​ສັດທາ​ຂອງ​ທ່ານ.”4 ໃນ​ຫວອດຂອງ​ຂ້າພະເຈົ້າ​ເອງ ມີ​ຊາຍ​ໜຸ່ມ​ທີ່​ເວົ້າ​ວ່າ, “ມີ​ສິ່ງ​ທີ່​ຂ້ອຍ​ເຄີຍ​ຮູ້ສຶກ​ທີ່​ບໍ່ສາມາດອະທິ​ບາຍ ນອກຈາກ​ວ່າ​ມັນ​ມາ​ຈາກ​ພຣະ​ເຈົ້າ.” ອັນ​ນີ້​ແມ່ນ​ຄວາມ​ຊື່ສັດ​ທາງ​ວິນ​ຍານ.

ເມື່ອ​ໃດ​ທີ່​ຜະເຊີນ​ກັບ​ຄຳ​ຖາມ ຫລື ຄິດ​ສົງ​ໄສ, ເຮົາ​ຄວນ​ນຶກ​ເຖິງ​ພອນ​​ ແລະ ​ຄວາມ​ຮູ້ສຶກ​ທາງ​ວິນ​ຍານ ທີ່​ເຄີຍ​​ເຂົ້າມາໃນ​ຊີວິດ​ຂອງ​ເຮົາ ແລະ ​ວາງ​ສັດທາ​ຂອງ​ເຮົາ​ໄວ້​ນຳ​ພຣະ​ບິດາ​ເທິງ​ສະຫວັນ​​ ແລະ ​ພຣະ​ບຸດ​ຂອງພຣະ​ອົງ​ ພຣະ​ເຢ​ຊູ​ຄຣິດ. ຂ້າພະເຈົ້າ​ຄິດ​ເຖິງ​ຄຳ​ແນະນຳ​ໃນ​ເພງ​ສວດ​ທີ່​ຮູ້ຈັກ​ກັນດີ ​ທີ່​ວ່າ, “ບໍ່​ສົງໄສ​ພຣະ​ຄຸນ​​ ແລະ ​ພຣະ​ເຈົ້າ ເຮົາ​​ໄດ້​ພິສູດ​ພຣະອົງ ​ໃນ​ວັນ​ທີ່​ຜ່ານ​ມາ.”5 ການ​ເມີນເສີຍ​​ ແລະ ​ການ​ລາ​ຈາກ​ປະສົບ​ການ​ທາງ​ວິນ​ຍານ​ທີ່​ເຄີຍ​ມີ ຈະ​ແຍກ​ເຮົາ​ອອກ​ຈາກ​ພຣະ​ເຈົ້າ.

ການ​ຊອກ​ຫາ​ຄວາມ​ສະຫວ່າງ​ຂອງ​ເຮົາ​ ຈະ​ເພີ່ມ​ພູນ​ຂຶ້ນ ​ໂດຍ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ທີ່​ຈະຮັບ​ຮູ້​ຄວາມ​ສະຫວ່າງ​ໃນ​ຊີວິດ​ຂອງເຮົາ. ຂໍ້​ພຣະ​ຄຳ​ພີ​ໃນ​ສະໄໝ​ນີ້​​ໄດ້​ໃຫ້ຄວາມ​ໝາຍ​ ​ແລະ ຄວາມ​ສະຫວ່າງ ແລະ​ ໃຫ້​ຄຳ​ສັນຍາ​ແກ່​ຄົນ​ທີ່​ຍອມຮັບ​ມັນວ່າ: ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ​ເປັນຄວາມ​ສະຫວ່າງ ແລະ​ ຄົນ​ທີ່​ຮັບ​​ເອົາຄວາມ​ສະຫວ່າງ ແລະ ​ດຳເນີນ​ຢູ່​ກັບ​ພຣະ​ເຈົ້າ​ຕໍ່​ໄປ ຮັບ​ຄວາມ​ສະຫວ່າງ​ຫລາຍ​ຂຶ້ນ. ຄວາມ​ສະຫວ່າງ​ນັ້ນ​ເຈີດ​ຈ້າ​ຍິ່ງ​ຂຶ້ນ ຈົນ​ເຖິງ​ວັນ​ສົມ​ບູນ.”6 ເຊັ່ນ​ດຽວ​ກັບ​ຕອນ​ທີ່​ຖີບ​ໄປ​ຮອດ​ປາກ​ອຸ​ໂມງ​ນັ້ນ ອິດ​ທິພົນຂອງ​ພຣະ​ອົງ​ຈະນຳ​ຄວາມ​ໝັ້ນ​ໃຈ, ຄວາມ​ພາກ​ພຽນ, ຄວາມ​ປອບ​ໂຍນ ແລະ​—ສຳຄັນ​ທີ່ສຸດ—​ພະລັງ​ທີ່​ຮູ້​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນຢູ່.

ທີ​ສາມ ບໍ່​ມີ​ຄວາມ​ມືດ​ໃດ​ທີ່​ຕຶບໜາ, ທີ່​ເປັນຕາ​ຢ້ານ, ຫລື​ ຍາກ​​ເກີນ​ໄປ ຈົນ​ວ່າ ບໍ່​ສາມາດ​ເອົາ​ຊະນະ​ມັນ ​ໂດຍ​ຄວາມສະ​ຫວ່າງ. ແອວ​ເດີ ນຽວ ແອວ ແອນ​ເດີ​ເສັນ ​ເມື່ອບໍ່​ດົນ​ມາ​ນີ້​ ໄດ້​ສອນ​ວ່າ: “ໃນ​ຂະນະ​ທີ່​ຄວາມ​ຊົ່ວ​ຮ້າຍ​ທະວີ​ຂຶ້ນ​ໃນ​ໂລກ ກໍ​ມີ​ອຳນາດ​ທາງ​ວິນ​ຍານ​ເທົ່າ​ທຽມ​ກັນ​ສຳລັບ​ຄົນ​ຊອບ​ທຳ. ໃນ​ຂະນະ​ທີ່​ໂລກ​ເຄື່ອນ​ອອກ​ໄປ​ຈາກ​ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ມັນ ພຣະ​ຜູ້ເປັນ​ເຈົ້າ​​ໄດ້ຕຽມ​ທາງ​ສຳລັບ​ຄົນ​ທີ່​ຊອກ​ຫາ​ພຣະ​ອົງ, ​ໃຫ້​ຄວາມ​ເຊື່ອ​ໝັ້ນ​, ​ໃຫ້ການ​ຢືນ​ຢັນ​, ແລະ​ ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ​ ​ໃນ​ເສັ້ນທາງ​ວິນ​ຍານ​ທີ່​ເຂົາ​ກຳລັງ​ເດີນ​ໄປ. ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ​ກາຍເປັນ​ຄວາມ​ສະຫວ່າງ​ທີ່​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ ​ໃນ​ໂລກ​ທີ່​ກຳລັງ​ມືດ​ລົງ.”7

ອ້າຍ​ເອື້ອຍ​ນ້ອງທັງຫລາຍ ເຮົາ​ບໍ່​ໄດ້​ຖືກຖິ້ມ​​​ໃຫ້ຢູ່​ໂດດ​ດ່ຽວ ​ເພື່ອ​ຖືກ​ພາ​ໄປຕາມ​ການ​ປ່ຽນ​​ແປງທັງຫລາຍ​ຂອງ​ໂລກ, ແຕ່​ເຮົາ​ມີ​ພະລັງ​ທີ່​ຈະເລືອກ​ເຊື່ອ ​ແທນ​ຄວາ​ມສົງ​ໄສ. ກ່ອນຈະ​ຮັບ​ອຳນາດ​ເທົ່າ​ທຽມທີ່​ສັນຍາ​ໄວ້​ດັ່ງກ່າວ​ນີ້​ໄດ້ ເຮົາ​ຕ້ອງ​ເລືອກ​ທີ່​ຈະເຊື່ອ​ຟັງ​ຄຳ​ແນະນຳ​ຈາກ​ສາດສະດາ, ຮັບ​ຮູ້​​, ແລະ ​ເຮັດ​ຕາມ​ການ​ດົນ​ໃຈ​ທາງ​ວິນ​ຍານ, ​ຕ້ອງ​ເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ​ແລະ ສະ​ແຫວ​ງຫາການ​ເປີດ​ເຜີຍ​ສ່ວນ​ຕົວ. ເຮົາ​ຕ້ອງ​ເລືອກ. ຂໍ​ໃຫ້​ເຮົາ​ເລືອກ​ຄວາມ​ສະຫວ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູຄຣິດ, ອາ​ແມນ.

ແຫ​ລ່ງ​ອ້າງ​ອີງ

  1. ​ເບິ່ງ ມັດ​ທາຍ 14:25–31.

  2. ໂຢ​ຮັນ 8:12.

  3. ເບິ່ງ Doctrine and Covenants 88:63.

  4. Dieter F. Uchtdorf, “Come, Join with Us,” Liahona, Nov. 2013, 23.

  5. “ເຮົາ​ຂອບ​ພ​ຣະ​ໄທ​ສຳ​ລັບ​ສາດ​ສະ​ດາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ​ເລກ​ທີ 40.

  6. ​ເບິ່ງ Doctrine and Covenants 50:24.

  7. Neil L. Andersen, “A Compensatory Spiritual Power for the Righteous” (Brigham Young University Education Week devotional, Aug. 18, 2015), speeches.byu.edu.