​2010–2019
ການຄົ້ນຫາ​ຄຸນສົມບັດ​ແຫ່ງ​ສະຫວັນ​ພາຍ​ໃນ​ຕົວ​ເຮົາ
ຕຸລາ 2015


ການຄົ້ນຫາ​ຄຸນສົມບັດ​ແຫ່ງ​ສະຫວັນ​ພາຍ​ໃນ​ຕົວ​ເຮົາ

​ເຮົາ​ມາສູ່​ໂລກ​ນີ້ ​ເພື່ອພັດທະນາ​​ ແລະ ຄົ້ນຫາບຸກຄະ​ລິກລັກສະນະ​ແຫ່ງ​ສະຫວັນ ທີ່ຢູ່​ພາຍ​ໃນ​ຕົວ​ເຮົາ.

​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຮັກ​ທ່ານ! ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຊີວິດ​ເປັນ​ຂອງ​ປະທານ. ພຣະ​ເຈົ້າມີ​ແຜນ​ສຳລັບ​ເຮົາ​ແຕ່ລະຄົນ, ​ແລະ ຈຸດປ​ະສົງ​ສ່ວນ​ຕົວ​ຂອງ​ເຮົາ ​ເລີ່ມຕົ້ນດົນ​ນານ​ມາ​ແລ້ວ ກ່ອນ​ເຮົາ​ໄດ້​ມາສູ່​ໂລກ​ນີ້.

​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ຮູ້​ວ່າ ການ​ເກີດ​ຂອງ​ແອນ້ອຍ ສູ່​ໂລກ​ມະຕະ ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ແຕ່ລະຄົນ​ໄດ້​ພັດທະນາ​ຮ່າງກາຍ​ຢູ່​ໃນ​ທ້ອງ​ແມ່ ​ຂະນະ​ທີ່​ເພິ່ງ​ພາ​ຮ່າງກາຍແມ່​ຊ່ອຍ​ລ້ຽງ​ດູ​ເຮົາ. ​ໃນ​ທີ່​ສຸດ, ກໍ​ເຖິງ​ເວລາ​ເກີດ—​ເຫດການ​ທີ່​ໜ້າ​ອັດສະຈັນ​ໃຈ​ໄດ້​ເກີດ​ຂຶ້ນ​ແກ່ຜູ້​ເປັນ​ແມ່ ​ແລະ ຜູ້​ເປັນ​ລູກ—ທັງ​ສອງ​ໄດ້​ແຍກ​ອອກ​ຈາກ​ກັນ.

ຮູບ​ພາບ
​​ແອນ້ອຍ

​ເມື່ອ​ແອນ້ອຍ​​ອອກມາສູ່​ໂລກ, ຄວາມ​ປ່ຽນ​ແປງ​ຂອງ​ອຸນຫະພູມ ​ແລະ ຄວາມ​ສະຫວ່າງ ​ແລະ ​ເອິກ​ຂອງ​ເຂົາ​ກໍ​ບໍ່​ຖືກ​ກົດ​ດັນ​ອີກ ຈຶ່ງ​ໄດ້​ເຮັດ​ໃຫ້ແອນ້ອຍ​ໄດ້​ສູດ​ອາກາດ​ຫັນ​ໃຈ​ເປັນ​ເທື່ອ​ທຳ​ອິດ. ປອດ​ນ້ອຍ​ຂອງ​ເຂົາ​ຈະ​ເຕັມ​ໄປ​ດ້ວຍ​ລົມ ​ເປັນ​ເທື່ອ​ທຳ​ອິດ, ອະ​ໄວ​ຍະ​ວະ​ກໍ​ເລີ່ມທຳ​ງານ, ​ແລະ ​ແອນ້ອຍ​ເລີ່ມຕົ້ນຫັນ​ໃຈ. ​ເມື່ອ​ສາຍ​ບື​ຖືກ​ຕັດ, ສາຍ​ຕິດ​ຕໍ່​ລະຫວ່າງ​ແມ່​ກັບ​ລູກ ຈະ​ຖືກ​ຕັດຕະຫລອດ​ໄປ ​ແລະ ຊີວິດ​ຂອງ​ແອນ້ອຍ​ກໍ​ຈະເລີ່ມ​ຕົ້ນຢູ່​ໃນ​ໂລກ​ນີ້.

​ໂຢບ​ໄດ້​ກ່າວ​ວ່າ, “ພຣະວິນ​ຍານຂອງ​ພຣະ​ເຈົ້າ​ໄດ້​ສ້າງ​ຂ້ອຍ​ຂຶ້ນມາ ພຣະວິນ​ຍານ​ຂອງ​ພຣະອົງ​ໄດ້​ໃຫ້​ຊີວິດ​ແກ່​ຂ້ອຍ.”1

​ເຮົາ​ໄດ້​ມາສູ່​ໂລກ​ນີ້ “ພ້ອມ​ດ້ວຍ​ລັດສະໝີ​ພາບ.”2 ​ປຶ້ມ “ຄອບຄົວ: ການ​ປະກາດ​ຕໍ່​ໂລກ” ສອນ​ເຮົາ​ແຕ່ລະຄົນ​ວ່າ ​ເຮົາ “ເປັນບຸດ ​ຫລື ທິດ​າທາງວິນ​ຍານ​ທີ່​ຮັກຂອງ​ພຣະບິດາ​ມານ​ດາ​ເທິງ​ສະຫວັນ,” ​ແລະ “ເຮົາ​ແຕ່ລະຄົນ​ມີ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ ​ແລະ ມີ​ຈຸດໝາຍ​ປາຍທາງ.”3 ພຣະບິດາ​ເທິງ​ສະຫວັນ ​ໄດ້​ແບ່ງປັນ​ຄວາມ​ສູງ​ສົ່ງ​ບາງ​ສ່ວນ​ຂອງ​ພຣະອົງ​ໃຫ້​ກັບ​ເຮົາ. ທຳ​ມະ​ຊາດ​ແຫ່ງ​ສະຫວັນນັ້ນມາ​ເຖິງ​ເຮົາ ​ໂດຍ​ທີ່​ເປັນ​ຂອງ​ປະທານ​ຈາກພຣະອົງ ດ້ວຍ​ຄວາມ​ຮັກ​ທີ່​ພຽງ​ແຕ່​ຜູ້​ເປັນ​ພໍ່​ແມ່​​ເທົ່າ​ນັ້ນ ຈະສາມາດ​ຮູ້ສຶກ​ໄດ້.

​ເຮົາ​ມາສູ່​ໂລກ​ນີ້ ​ເພື່ອພັດທະນາ​ບຸກຄະ​ລິກລັກສະນະ​ແຫ່ງ​ສະຫວັນ ທີ່ຢູ່​ພາຍ​ໃນ​ຕົວ​ເຮົາ.

​ເຮົາ​ຮູ້​ວ່າ​ເປັນ​ຫຍັງ

ອີ​ເລນ ​ແຄນ​ນັນ, ອະດີດ​ປະທານ​ອົງການ​ຍິງ​ໜຸ່ມ​ສາມັນ, ​ໄດ້​ກ່າວ​ວ່າ, “ມີ​ຢູ່​ສອງ​ວັນທີ່​ສຳຄັນ​ສຳລັບຊີວິດ​ຂອງ​ຜູ້ຍິງ ນັ້ນຄື: ວັນ​ທີ່​ນາງ​ໄດ້​ເກີດ ​ແລະ ວັນ​ທີ່​ນາງ​ພົບ​ວ່າ ​ເປັນ​ຫຍັງຈຶ່ງ​ເກີດ​ຂຶ້ນ.”4

​ເຮົາ​ຮູ້​ວ່າ ​ເປັນ​ຫຍັງ. ​ເຮົາ​ໄດ້​ມາ​ຊ່ອຍ​ສ້າງ​ອານາຈັກ​ຂອງ​ພຣະອົງຢູ່​​ເທິງ​ໂລກ​ນີ້ ​ແລະ ​ເພື່ອ​ຕຽມ​ສຳລັບ​ການສະ​ເດັດ​ມາຄັ້ງທີ​ສອງ​ຂອງ​ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ. ​​ທຸກ​ເທື່ອ​ທີ່​ເຮົາ​ຫັນໃຈ​ເຂົ້າອອກ, ​ເຮົາ​ພະຍາຍາມ​ທີ່​ຈະ​ຕິດຕາມ​ພຣະອົງ. ທຳ​ມະ​ຊາດ​ແຫ່ງ​ສະຫວັນ​ທີ່ຢູ່​ພາຍ​ໃນ​ຕົວ​ເຮົາ​ແຕ່ລະຄົນ ຈະ​ຖືກຫລໍ່​ຫລອມ ​ແລະ ຂະຫຍາຍ​ອອກ ​ເພາະ​ຄວາມ​ພະຍາຍາມ​ຂອງ​ເຮົາ ທີ່​ຈະ​​ເຂົ້າ​ໃກ້​ພຣະບິດາ​ຂອງ​ເຮົາ ​ແລະ ພຣະບຸດ​ຂອງ​ພຣະອົງ.

ທຳ​ມະ​ຊາດ​ແຫ່ງ​ສະຫວັນ​ຂອງ​ເຮົາ ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຄວາມ​ສຳ​ເລັດ​ສ່ວນ​ຕົວ​ຂອງ​ເຮົາ, ຫລື ສະຖານະ​ທີ່​ເຮົາ​ບັນລຸ, ຫລື ຈຳນວນ​ທີ່​ເຮົາ​ແລ່ນ​ແຂ່ງ, ຫລື ຄວາມ​ໂດ່​ງດັງ ​ແລະ ຄວາມ​ບໍ່​ເຫັນ​ແກ່​ຕົວ​ຂອງ​ເຮົາ. ທຳ​ມະ​ຊາດ​ແຫ່ງ​ສະຫວັນ​ຂອງ​ເຮົາ ມາ​ຈາກ​ພຣະ​ເຈົ້າ. ມັນ​ໄດ້​ຖືກ​ແຕ່ງຕັ້ງ​ໄວ້ ກ່ອນ​​ເຮົາມາສູ່​ໂລກ ​ແລະ ຈະ​ຕິດ​ຕົວ​ໄປ​ສູ່​ນິລັນດອນ.

ພຣະບິດາ​ຮັກ​ເຮົາ

​ເຮົາ​ປະພຶດ​ຕາມ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ​ຂອງ​ເຮົາ ​ເມື່ອ​ເຮົາຮູ້ສຶກ ​ແລະ ​​ແບ່ງ​ຄວາມ​ຮັກ​ຂອງ​​ພຣະບິດາ​ຜູ້​ສະຖິດ​ໃນ​ສະຫວັນ​​ໃຫ້​ກັບ​ຄົນ​ອື່ນ ​ແລະ ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງພຣະອົງ. ​ເຮົາ​ມີ​​ເສລີ​ທີ່ຈະ​ບຳລຸງ​ລ້ຽງ​ສິ່ງ​ນັ້ນ, ປ່ອຍ​​ໃຫ້​​ມັນງອກ​ງາມຂຶ້ນ, ​ແລະ ຊ່ອຍໃຫ້​ມັນເຕີບ​ໂຕຂຶ້ນ​ໄດ້. ​ເປ​ໂຕ​ໄດ້​ກ່າວ​ວ່າ ​ເຮົາ​ໄດ້​ຮັບ “ຄຳ​ສັນຍາ​ອັນລ້ຳຄ່າ” ​ເພື່ອ​ວ່າ​ເຮົາ “ຈະ​ໄດ້​ຮັບ​ເອົາ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ.”8 ເມື່ອ​ເຮົາ​ເຂົ້າ​ໃຈ​ວ່າ​ເຮົາ​ເປັນ​ໃຜ, ​ເປັນ​ທິດາ​ຂອງ​ພຣະ​ເຈົ້າ, ​ແລ້ວ​ເຮົາ​ຈະ​ເລີ່ມຕົ້ນ​ເຂົ້າ​ໃຈຄຳ​ສັນຍາອັນ​ລ້ຳຄ່າ​ນັ້ນ.”5

​ເມື່ອ​​ເຮົາຫລຽວ​ອອກ​ປ່ອງຢ້ຽມ, ບໍ່​ແມ່ນ​ຈະ​ແຍງ​ແຕ່ແວ່ນ​ເທົ່າ​ນັ້ນ, ​ເ​ຮົາ​ຈະ​ເຫັນ​ຕົນ​ເອງ​ວ່າ​ເປັນ​ທິດາ​ຂອງ​ພຣະອົງ. ​ຕາມ​ທຳ​ມະ​ຊາດ​ແລ້ວ ​ເຮົາ​ໄດ້​ຫັນ​ຫາ​ພຣະອົງ​ໃນ​ຄຳ​ອະທິຖານ, ​ແລະ ​ເຮົາ​ຕື່ນ​ເຕັ້ນທີ່​ຈະ​ອ່ານ​ພຣະຄຳ​ຂອງ​ພຣະອົງ ​ແລະ ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ. ​ເຮົາ​ໄດ້​ຮັບ​ຄວາມ​ຮູ້ສຶກ​ເຖິງ​ຄຸນຄ່າ​ຂອງ​ຕົນ​ເອງ​ຈາກ​ພຣະອົງ, ​ແທນ​ທີ່​ຈະ​ມາຈາກ​ຜູ້​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ ຫລື ຈາກ​ຄົນ​ໃນ Facebook ຫລື Instagram.

ຖ້າ​ຫາກ​ທ່ານ​ເຄີຍ​ສົງ​​ໃສ​ວ່າ ທ່ານ​ມີຄວາມສູງ​ສົ່ງ​​ໃນ​ຕົວ​ທ່ານ​ບໍ່ ​ແລ້ວ​ໃຫ້​ທ່ານ​ຄຸ​ເຂົ່າ​ອະທິຖານ ​ແລະ ທູນ​ຖາມ​ພຣະບິດາ​ເທິງ​ສະຫວັນວ່າ, “ຂ້ານ້ອຍ​ເປັນ​ທິດາ​ຂອງ​ພຣະອົງ​ແທ້ໆ​ບໍ, ​ແລະ ພຣະອົງ​ຮັກ​ຂ້ານ້ອຍ​ແທ້ໆ​ບໍ?” ​ແອວ​ເດີ ​ເອັມ ຣະ​ໂຊ ບາ​ເລີດ ​ໄດ້​ກ່າວ​ວ່າ, “ຂ່າວສານ​ຢ່າງ​ໜຶ່ງທີ່​ຫວານ​ຊື່ນ​ທີ່​ສຸດ ທີ່​ພຣະວິນ​ຍານ​ຈະ​ສື່ສານ ​ແມ່ນ​ວິທີ​ທີ່​ພຣະຜູ້​ເປັນ​ເຈົ້າຮູ້ສຶກ​ກ່ຽວ​ກັບ​ທ່ານ.”6

​ເຮົາ​ເປັນ​ທິດາ​ຂອງ​ພຣະ​ອົງ. ​ໂປ​ໂລ​ໄດ້​ກ່າວ​ວ່າ, “ພຣະວິນ​ຍານ​ເອງ​ໄດ້​ເປັນ​ພະຍານ​ຕໍ່​ວິນ​ຍານ​ຂອງ​ເຮົາ, ວ່າ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”7 ສ່ວນ​ຫລາຍ​ແລ້ວ​ເພງ​ທຳ​ອິດຂອງ​ຊັ້ນປະຖົມ​ໄວ ທີ່​ເຮົາ​ຮຽນ ​ແມ່ນ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”8 ບັດ​ນີ້ ​​ໃຫ້​ເຮົາ​ເວົ້າ​ຄຳ ທີ່​ວ່າ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ” ​ແລະ ຕື່ມ​ຄຳ​ນີ້​ໃສ່​ວ່າ “ສະນັ້ນ, ຈະ​ເຮັດ​ແນວ​ໃດ?” ​ເຮົາ​ອາດ​ຖາມ​ວ່າ: “ເຮົາ​ຈະ​ເຮັດ​ແນວ​ໃດ ຈຶ່ງ​ຈະ​ດຳລົງ​ຊີວິດ​ໃນ​ຖານະ​ລູກ​ຂອງ​ພຣະ​ເຈົ້າ​ໄດ້? ​ເຮົາ​ຈະ​ພັດທະນາ​ທຳ​ມະຊາດ​ແຫ່ງ​ສະຫວັນ​ທີ່ຢູ່​ພາຍ​ໃນ​ຕົວ​ເຮົາ​ ​ໄດ້​ແນວ​ໃດ?”

ປະທານ​ດີ​ເດີ ​ແອັຟ ອຸກ​ດອບ ​ໄດ້​ກ່າວ​ວ່າ, “ພຣະ​ເຈົ້າ​ໄດ້​ສົ່ງ​ທ່ານ​ມາ​ນີ້ ​ເພື່ອ​ຕຽມ​ສຳລັບ​ອະນາຄົດ​ທີ່​ດີ​ເລີດ​ກວ່າທຸກ​ສິ່ງ​ທີ່​ທ່ານ​ສາມາດນຶກ​ຄິດ​ໄດ້.”9 ອະນາຄົດ​ນັ້ນ, ມັນຈະ​ກາຍ​ເປັນ​ຈິງ ​ເມື່ອ​ທ່ານ​ເຮັດ​ຫລາຍກວ່າ​ພຽງ​ແຕ່ມີ​ຊີວິດ​ຢູ່​ເທົ່າ​ນັ້ນ ​​ໄປແຕ່​ລະ​ມື້; ມັນ​ຈະ​ກາຍ​ເປັນ​ຈິງ ​ເມື່ອ​ທ່ານ​ດຳລົງ​ຊີວິດ​ຂອງ​ທ່ານ ​ເພື່ອ​ບັນລຸ​ຈຸດປະສົງ​ທີ່​ທ່ານ​ໄດ້​ຖືກ​ສ້າງ. ສິ່ງ​ນີ້​ເຊື້ອ​ເຊີນ​ພຣະຜູ້​ເປັນ​ເຈົ້າ ​ໃຫ້​​ເຂົ້າມາໃນ​ຊີວິດ​ຂອງ​ທ່ານ, ​ແລະ ທ່ານ​ຈະ​​ເລີ່ມຕົ້ນປ່ອຍ​ໃຫ້​ພຣະປະສົງ​ຂອງ​ພຣະອົງ ກາຍ​ເປັນ​ຂອງ​ທ່ານ.

​ເຮົາ​ຮຽນ​ຮູ້ ​ເພາະ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ​ຂອງ​ເຮົາ

ທຳ​ມະ​ຊາດ​ແຫ່ງ​ສະຫວັນ​​ເຮັດ​ໃຫ້​ເຮົາ​ຢາກຮູ້ຈັກ​ຄວາມ​ຈິງ​ນິລັນດອນ​ເຫລົ່າ​ນີ້​ສຳລັບ​ຕົວ​ເຮົາ​ເອງ.

​ເມື່ອ​ບໍ່​ດົນ​ມາ​ນີ້ ຍິງ​ໜຸ່ມ​ຄົນ​ໜຶ່ງ​ຊື່ ​ເອມມີ ​​ໄດ້​ສອນ​ບົດຮຽນ​ນີ້​ໃຫ້​ກັບຂ້າພະ​ເຈົ້າ ​ເມື່ອ​ນາງ​ຂຽນ​ວ່າ: “ການ​ເປັນ​ຄົນ​ໄວ​ລຸ້ນ​​ແມ່ນ​ຍາກ​ຫລາຍ ​ໃນ​ທຸກ​ວັນ​ນີ້. ​ຄວາມ​ຊົ່ວ​ຮ້າຍ​ນັບ​ມື້​ແຜ່​ລາມ​ອອກ​ໄປ. ຊາຕາ​ນກໍ​ພະຍາຍາມ​ຢ່າງ​ໜັກ. ທຸກ​ສິ່ງ​​ແມ່ນ​ຖືກ ຫລື ຜິດ, ບໍ່​ແມ່ນ​ຢູ່​ເປັນກາງ.”

ນາງ​ໄດ້​ກ່າວ​ຕື່ມ​ວ່າ: “ບາງ​ເທື່ອ ເພື່ອນ​ທີ່​ດີ​ແມ່ນ​ຫາ​ໄດ້​ຍາກ. ​ເຖິງ​ແມ່ນ​ວ່າ ທ່ານ​ຄິດ​ວ່າ ທ່ານ​ມີ​ເພື່ອນ​ທີ່​ດີ​ທີ່​ສຸດ ຜູ້​ຈະ​ບໍ່​ໜີ​ຈາກ​ທ່ານ​ໄປ, ​​ແຕ່​ໝູ່​ເພື່ອນ​ຄົນ​ນັ້ນ ຈະ​ເຊົາ​ເປັນ​ໝູ່​ກັນ​ກໍ​ມີ. ​ເພາະສະນັ້ນ ຂ້າພະ​ເຈົ້າຈຶ່ງ​ດີ​ໃຈ​ຫລາຍ​ທີ່ ຂ້າພະ​ເຈົ້າມີ​ຄອບຄົວ, ມີ​ພຣະບິດາ​ເທິງ​ສະຫວັນ, ມີ​ພຣະ​ເຢຊູ​ຄຣິດ, ​ແລະ ມີ​ພຣະວິນ​ຍານ​ບໍລິສຸດ ​ຜູ້​ສາມາດເປັນ​ເພື່ອນ​ຂອງ​ຂ້າພະ​ເຈົ້າ ​ເມື່ອ​ໃດ​ກໍ​ຕາມ ທີ່​ຄວາມ​ສຳພັນຂອງ​ຂ້າພະ​ເຈົ້າກັບ​ເພື່ອນ ບໍ່​ລົງ​ເອີ່ຍ​ກັນ​ດ້ວຍ​ດີ.”

ນາງ​ເອມມີ ​ໄດ້​ກ່າວ​ຕື່ມ​ວ່າ, “ຄ່ຳ​ຄືນ​ໜຶ່ງ​ຂ້າພະ​ເຈົ້າບໍ່​ສະບາຍ​ໃຈ, ​ແລະ ຂ້າພະ​ເຈົ້າ​ໄດ້​ບອກ​ເອື້ອຍ​ວ່າ ຂ້າພະ​ເຈົ້າບໍ່​ຮູ້​ວ່າ ຈະ​ເຮັດ​ແນວ​ໃດ.”

​ແລ້ວ​ໃນ​ຄືນ​ນັ້ນ ​ເອື້ອຍ​ຂອງ​ນາງ ​ໄດ້​ສົ່ງຂໍ້ຄວາມ​ຂອງ​ແອວ​ເດີ ​ແຈັບ​ຟະຣີ ອາ ຮໍ​ແລນ ​ໄປ​ໃຫ້​ນາງ ທາງ​ມື​ຖື ມີ​ຄຳ​ວ່າ: “ຢ່າ​ທໍ້ຖອຍ​ໃຈ​ເດີ້. … ຢ່າ​ເລີກລົ້ມ​ເດີ້. ​ໃຫ້​ກ້າວ​ເດີນ​ຕໍ່​ໄປ. ​ໃຫ້​ພະຍາຍາມ​ຕໍ່​ໄປ. ຄວາມ​ຊ່ອຍ​ເຫລືອ ​ແລະ ຄວາມສຸກ ລໍຖ້າ​ທ່ານ​ຢູ່. … ​ໃນ​ທີ່​ສຸດ ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ. ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ​ແລະ ​ເຊື່ອ​ວ່າ ສິ່ງ​ທີ່​ດີ​ຈະ​ເກີດ​ຂຶ້ນ.”10

ນາງ​ເອມມີ ​ໄດ້​ອະທິບາຍວ່າ, “ຂ້າພະ​ເຈົ້າ​ຈື່​ໄດ້​ວ່າ ​ຕົນ​ເອງໄດ້​ອ່ານ​ຂໍ້ຄວາມ​ນັ້ນ ​ແລະ ​ໄດ້​ອະທິຖານ​ຂໍ​ໃຫ້ ຕົນ​ເອງ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຖ້າ​ຫາກ​ພຣະອົງ​ຄອຍ​ດູ​ແລ​ຂ້າພະ​ເຈົ້າຢູ່.”

ນາງ​ໄດ້​ກ່າວ​ວ່າ: “ທັນທີ​ທີ່​ຂ້າພະ​ເຈົ້າ​ໄດ້​ທູນ​ຂໍ ​ແລະ ​ເຊື່ອ​ວ່າ ພຣະອົງ​ຄອຍ​ດູ​ແລ​ແທ້ໆ, ຂ້າພະ​ເຈົ້າກໍ​ຮູ້ສຶກ ມີ​ຄວາມສຸກ, ມີ​ຄວາມ​ອົບ​ອຸ່ນ. ບໍ່​ມີ​ຄຳ​ໃດ​ທີ່​ສາມາດ​ອະທິບາຍ​ໄດ້. ຂ້າພະ​ເຈົ້າຮູ້​ວ່າ ພຣະອົງ​ຄອຍ​ດູ​ແລ ​ແລະ ພຣະອົງ​ຮັກ​ຂ້າພະ​ເຈົ້າ.”

​ເພາະ​ທ່ານ​ເປັນ​ລູກ​ຂອງ​ພຣະອົງ, ພຣະອົງ​ຈຶ່ງ​ຮູ້​ວ່າ ທ່ານ​ສາມາດ​ກາຍ​ເປັນ​ຄົນ​ແບບ​ໃດ. ພຣະອົງ​ຮູ້ຈັກ​ຄວາມ​ຢ້ານ​ກົວ​ຂອງ​ທ່ານ ​ແລະ ຄວາມ​ຝັນ​ຂອງ​ທ່ານ. ພຣະອົງພໍພຣະ​ໄທ​ກັບ​ຄວາມ​ສາມາດ​ຂອງ​ທ່ານ. ພຣະອົງ​ລໍຖ້າ​ໃຫ້​ທ່ານ​ມາ​ຫາ​ພຣະອົງ ​​ໂດຍ​ການອະທິຖານຫາ​ພຣະອົງ. ​ເພາະ​ທ່ານ​ເປັນ​ລູກ​ຂອງ​ພຣະອົງ, ທ່ານ​ບໍ່​ພຽງ​ແຕ່​ຕ້ອງການ​ພຣະອົງ​ເທົ່າ​ນັ້ນ, ​ແຕ່​ພຣະອົງ​ຕ້ອງການ​ທ່ານ​ຄື​ກັນ. ຄົນ​ທີ່​ນັ່ງ​ຢູ່​ອ້ອມ​ຮອບ​ທ່ານ ​ໃນ​ກອງ​ປະຊຸມ​ນີ້ ຕ້ອງການ​ທ່ານ. ​ຄົນ​ໃນໂລກ​ຕ້ອງການ​ທ່ານ, ​ແລະ ທຳ​ມະ​ຊາດ​ແຫ່ງ​ສະຫວັນ​ຂອງ​ທ່ານ ຈະ​​ເຮັດໃຫ້​ທ່ານ​ເປັນ​ສານຸສິດ​ທີ່​ໄວ້​ວາງ​ໃຈ​ໄດ້​ຂອງ​ພຣະ​ອົງ ຕໍ່​ລູກໆ​ທັງ​ໝົດ​ຂອງ​ພຣະອົງ. ​ເມື່ອເຮົາ​ເລີ່ມຕົ້ນ​ເຫັນ​ຄວາມ​ສູງ​ສົ່ງ​​ໃນ​ຕົວ​ຂອງ​ເຮົາ​ເອງ, ​ແລ້ວ​ເຮົາ​ຈະ​ສາມາດ​ເຫັນ​ມັນ​ຢູ່​ໃນ​ຕົວ​ຂອງ​ຄົນ​ອື່ນ​ເໝືອນ​ກັນ.

​ເຮົາ​ຮັບ​ໃຊ້ ​ເພາະ​ທຳມະ​ຊາດ​ແຫ່ງ​ສະຫວັນ​ຂອງ​ເຮົາ

ທຳ​ມະ​ຊາດ​ແຫ່ງ​ສະຫວັນ​​ເຮັດ​ໃຫ້​ເຮົາ​ຢາກຮັບ​ໃຊ້​ຄົນ​ອື່ນ.

ຮູບ​ພາບ
​ແມ່ ​ແລະ ລູກ ​ໃນ​ໄລຍະ​ມີ​ຄວາມ​ແຫ້ງ​ແລ້ງ ​ໃນ​ປະ​ເທດ ອີ​ຕີ​ໂອ​ເປຍ

​ເມື່ອ​ບໍ່​ດົນ​ມາ​ນີ້, ​ແຊຣອນ ຢູ​ແບ້​ງ, ຜູ້ອຳນວຍການ​ພະ​ແນ​ກຮັບ​ໃຊ້​ມະນຸດສະທຳ ​ແລະ ອົງການ LDS ​​ໃຈ​ບຸນ, ​ໄດ້​ບອກ​ເຖິງ​ປະສົບ​ການ ຊຶ່ງ​ເລົ່າ​ໂດຍ ​ແອວ​ເດີ ກະ​ເລນ ​ແອວ ​ເພສ໌. ວ່າ​ມີ​ຄວາມ​​ແຫ້ງ​ແລ້ງ ​ແລະ ຄວາມ​ອຶດ​ຢາກ​ຢູ່​ທົ່ວປະ​ເທດ ອີ​ຕີ​ໂອ​ເປຍ ​ໃນ​ໄລຍະ​ປີ 1980. ​​ໃນ​ການ​ຊ່ອຍ​ບັນ​ເທົາ​ທຸກ, ຈຶ່ງ​ໄດ້​ຈັດຕັ້ງສະຖານ​ທີ່ບໍລິຈາກ​ອາຫານ ​ແລະ ນ້ຳ ສຳລັບ​ຜູ້​ທີ່​ສາມາດ​ເດີນທາງ​ໄປ​ເອົາ​ໄດ້. ຊາຍ​ອາວຸ​ໂສ​ຄົນ​ໜຶ່ງ ​ທີ່ອຶດຫິວ ​ໄດ້​ຍ່າ​ງໄກ​​ເພື່ອ​ໄປ​ຫາ​ສະຖານ​ທີ່ນັ້ນ. ​ໃນ​ຂະນະ​ທີ່​ລາວ​ກຳລັງ​ຍ່າງ​ຜ່ານ​ໝູ່​ບ້ານ​​ແຫ່ງ​ໜຶ່ງ ລາວ​ໄດ້​ຍິນ​ສຽງ​ເດັກນ້ອຍໄຫ້. ​ແລ້ວລາວ​ໄດ້​ໄປ​ຊອກ​ຫາ ​ແລະ ​ໄດ້​ເຫັນ​ເດັກນ້ອຍ​ຄົນ​ໜຶ່ງ ນັ່ງ​ຢູ່​ພື້ນ​ດິນ ຢູ່​ທາງ​ຂ້າງ​ແມ່​ທີ່​ຕາຍ​ແລ້ວ. ລາວ​ເລີຍອູ້ມ​ເອົາ​ເດັກນ້ອຍ​ຄົນ​ນັ້ນ, ​ແລ້ວ​ໄດ້​ຍ່າງ​ໄປ​ຕໍ່​ອີກ 25 ​ໄມ (40 ກິ​ໂລ​ແມັດ) ​ເພື່ອ​ໄປ​ຫາ​ສະຖານ​ທີ່ບໍລິຈາກ. ​ເມື່ອ​ລາວ​ໄປ​ເຖິງ, ຄຳ​ທຳ​ອິດ​ທີ່​ລາວ​ກ່າວ​ອອກ​ມາ ບໍ່​ແມ່ນ “ຂ້ອຍ​ຫິວ” ຫລື “ຊ່ອຍ​ຂ້ອຍ​ແດ່.” ລາວ​ເວົ້າວ່າ “ພວກ​ເຮົາ​ຊິ​ຊ່ອຍເດັກນ້ອຍ​ຄົນ​ນີ້​ແນວ​ໃດ?”11

ທຳມະ​ຊາດ​ແຫ່ງ​ສະຫວັນ​ທີ່ຢູ່​ພາຍ​ໃນ​ຕົວ​ເຮົາ ​ເປັນ​ແຮງ​ບັນດານ​ໃຈ​ເຮົາ​ໃຫ້​ເອື້ອມ​ໄປ​ຫາ​ຄົນ​ອື່ນ ​ແລະ ກະ​ຕຸ້ນ​ເຮົາ​ໃຫ້​​ເຮັດ​ຕາມ​ນັ້ນ. ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະ​ເຢຊູ​ຄຣິດ ສາມາດ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ມີ​ພະລັງ​ທີ່​ຈະ​ເຮັດສິ່ງ​ນັ້ນ. ພຣະ​ຜູ້​ເປັນ​ເຈົ້າອາດຖາມ​ເຮົາ​ວ່າ, “ພວກ​ເຮົາ​ຊິ​ຊ່ອຍ​ທິດາ, ນ້ອງ​ຊາຍ, ພໍ່, ຫລື ​ໝູ່ເພື່ອນ​ຄົນ​ນີ້​ແນວ​ໃດ?”

​ໂດຍ​ສຽງຂອງ​ພຣະວິນ​ຍານ​ທີ່​ຊື່​ມໃສ່​ຫູ​ຄົນ​ທີ່​ຂາດ​ສັດທາ​ໃນ​ພຣະກິດ​ຕິ​ຄຸນ, ​ເຂົາ​ເຈົ້າຈະ​ໄດ້​ຮັບ​ສັນຕິ​ພຽງພໍ​ທີ່​ຈະ​ກັບ​ມາ​ມີ​ສັດທາ​ອີກ.

​ເມື່ອ​ສາດສະດາ​ກ່າວ, ຄຳ​ຂອງ​ເພິ່ນ​ເປັນ​ອິດ​ທິພົນ​ໃຫ້​ແກ່​ທຳ​ມະ​ຊາດ​ແຫ່ງ​ສະຫວັນ​ຂອງ​ເຮົາ ​ແລະ ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ​ເພື່ອ​​ເຮົາ​ຈະ​ໄດ້​ເຮັດ​ຕາມ.

ການ​ຮັບ​ສິນ​ລະ​ລຶກ​ແຕ່​ລະອາ​ທິດ ​ໄດ້​ໃຫ້​ຄວາມ​ຫວັງ​ແກ່​​ເຮົາ​ເຖິງຄວາມ​ສູງ​ສົ່ງທີ່​ເຮົາ​ມີ ​ແລະ ​ເຮົາ​ກໍລະນຶກ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ.

ຂ້າພ​ະ​ເຈົ້າສັນຍາ​ວ່າ ​ເມື່ອ​ທ່ານ​ສະ​ແຫວ​ງຫາ ທີ່​ຈະ​ຄົ້ນພົບ​ຄວາມ​ເລິກ​ຂອງ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ ທີ່​ມີ​ຢູ່​ໃນ​ຕົວ​ທ່ານ, ​ແລ້ວ​ທ່ານ​ຈະ​ເລີ່ມຕົ້ນຂະຫຍາຍ​ຂອງ​ປະທານ​ທີ່ລ້ຳ​ເລີດ​ຂອງ​ທ່ານ. ຈົ່ງ​ໃຫ້​ສິ່ງ​ນັ້ນນຳພາ​ທ່ານ ​ໃຫ້​ກາຍ​ເປັນ​ທິດາ​ຂອງ​ພຣະອົງ, ​ເດີນ​ກັບ​ໄປ​ຫາ​ພຣະ​ອົງ—ບ່ອນ​ທີ່​ເຮົາ​ຈະ “ຖືກ​ນຳ​ກັບ​ຄືນ​​​ໄປ​ຫາ​ພຣະ​ເຈົ້າ ຜູ້​ປະທານ​ລົມ​ຫັນ​ໃຈ.”12 ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. ​ໂຢບ 33:4.

  2. “Ode: Intimations of Immortality from Recollections of Early Childhood,” The Complete Poetical Works of William Wordsworth (1924), 359.

  3. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign or Liahona, Nov. 2010, 129.

  4. Elaine Cannon, in “‘Let Me Soar,’ Women Counseled,” Church News, Oct. 17, 1981, 3.

  5. 2 ​ເປ​ໂຕ 1:4.

  6. M. Russell Ballard, “Women of Righteousness,” Ensign, Apr. 2002, 72; Liahona, Dec. 2002, 42.

  7. ​ໂຣມ 8:16.

  8. ​ເບິ່ງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ​ເລກທີ 64.

  9. Dieter F. Uchtdorf, “Living the Gospel Joyful,” Ensign or Liahona, Nov. 2014, 121.

  10. Jeffrey R. Holland, “An High Priest of Good Things to Come,” Ensign, Nov. 1999, 38; Liahona, Jan. 2000, 45.

  11. ​ເບິ່ງ Glenn L. Pace, “Infinite Needs and Finite Resources,” Ensign, June 1993, 52; Tambuli, Mar. 1995, 18–19.

  12. 2 ນີ​ໄຟ 9:26.