​2010–2019
ຕາ​ທີ່​ເຫັນ​ໄດ້ ​ແລະ ຫູ​ທີ່​ໄດ້​ຍິນ
ຕຸລາ 2015


ຕາ​ທີ່​ເຫັນ​ໄດ້ ​ແລະ ຫູ​ທີ່​ໄດ້​ຍິນ

ຖ້າ​ຫາກ​ເຮົາ​ຈະ​ຫລຽວ​ເບິ່ງ​ພຣະຄຣິດ ​ແລະ ​ເປີດ​ຕາ ​ແລະ ​ເປີດ​ຫູ​ຂອງ​ເຮົາ, ​ແລ້ວ​ພຣະວິນ​ຍານ​ບໍລິສຸດ ຈະ​ອວຍພອນ​ເຮົາ ​ໃຫ້​ເຫັນ​ອົງ​ພຣະເຢຊູ​ຄຣິດ​ເຈົ້າ ກຳລັງ​ເຮັດ​ວຽກ​ງານ​ໃນ​ຊີວິດ​ຂອງ​ເຮົາ.

​ໃນ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ, ພຣະ​ເຢຊູ​​ໄດ້​ກະທຳ​ການ​ມະຫັດສະຈັນ​ອັນ​ຍິ່ງ​ໃຫຍ່ ​ໃນ​ການ​ປິ່ນປົວ ​ແລະ ​ໄດ້​ສອນ​ດ້ວຍ​ສິດ​ອຳນາດ ​ແລະ ພະລັງ ​ເຖິງ​ຂະໜາດ​ທີ່​ພຣະຄຳ​ພີ ກ່າວ​ວ່າ, “ຊື່​ສຽງ​ຂອງ​ພຣະອົງ​ໄດ້​ຊ່າ​ລື​ໄປ​ທົ່ວ​ທັງ​ປະ​ເທດ​ຊີ​ເຣຍ … ​ແລະ ປະຊາຊົນ​ຢ່າງ​ໜາ​ແໜ້ນ​ໄດ້​ຕິດຕາມ​ພຣະອົງ​ໄປ.”1

ບາງ​ຄົນ​ທີ່​ໄດ້​ເຫັນ​ພຣະອົງ​ປິ່ນປົວ ​ແລະ ​ໄດ້​ຍິນ​ພຣະອົງ​ສອນ ​ໄດ້​ປະຕິ​ເສດ​ພຣະອົງ. ບາງ​ຄົນ​ໄດ້​ຕິດຕາມ​ພຣະອົງ​ຊົ່ວ​ໄລຍະ​ໜຶ່ງ, ​ແຕ່​ແລ້ວ​ກໍ​ໄດ້​ເດີນ​ໜີ​ຈາກ​ພຣະອົງ.2 ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ໄດ້ຢູ່​ຕໍ່ໜ້າ​ພວກ​ເຂົາ, ​ແຕ່​ພວກ​ເຂົາ​ບໍ່​ຮູ້​ວ່າ ພຣະອົງ​ເປັນ​​ໃຜ​ແທ້ໆ. ພວກ​ເຂົາ​ຕາບອດ, ​ແລະ ພວກ​ເຂົາ​ເລືອກ​ທີ່​ຈະ​ຫັນ​ໜີ. ພຣະ​ເຢຊູ​ໄດ້​ກ່າວ​ເຖິງ​ພວກ​ເຂົາ​ວ່າ:

“ເຮົາ​ໄດ້​ມາ​ຫາ​ຄົນ​ຂອງ​ເຮົາ​ເອງ, ​ແລະ ຄົນ​ຂອງ​ເຮົາ​ບໍ່​ໄດ້​ຕ້ອນຮັບ​ເຮົາ.”3

“ຫູ​ກໍ​ໜັກ, ຕາ​ຂອງ​ພວກ​ເຂົາ​ກໍ​ຫລັບ​ເສຍ.”4

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ຊາຍ ​ແລະ ຍິງ​ຫລາຍ​ຄົນ, ຮ່ວມ​ທັງ​ອັກຄະ​ສາວົກ​ທີ່​ຊື່ສັດ​ຂອງ​ພຣະອົງ, ຜູ້​ໄດ້​​ເຮັດ​ໃຫ້​ພຣະອົງ​ສຳຄັນ​ກວ່າ​ໝູ່​ໝົດ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. ​ເຖິງ​ແມ່ນ​ວ່າເຂົາ​ເຈົ້າ​ໄດ້​ດີ້ນ​ລົນ​ກັບ​ສິ່ງ​ລົບ​ກວນ​ທາງ​ໂລກ, ​​ໄດ້​ສັບສົນກ່ຽວ​ກັບ​ສິ່ງ​ທີ່​ພຣະອົງ​ໄດ້​ສອນ, ​ແລະ ​ແມ່ນ​ແຕ່​ມີ​ຄວາມ​ຢ້ານ​ກົວ, ​ແຕ່​ເຂົາ​ເຈົ້າ​ເຊື່ອ​ໃນ​ພຣະອົງ, ​ຮັກ​ພຣະອົງ, ​ແລະ ຕິດຕາມ​ພຣະອົງ.

ພຣະ​ເຢຊູ​ໄດ້​ກ່າວ​​ເຖິງ​ເຂົາ​ເຈົ້າວ່າ: “ຕາ​ຂອງ​ພວກ​ເຈົ້າກໍ​ເປັນ​ສຸກ ​ເພາະ​ພວກ​ເຈົ້າ​ໄດ້​ເຫັນ: ​ແລະ ຫູ​ຂອງ​ພວກ​ເຈົ້າກໍ​ເປັນ​ສຸກ ​ເພາະ​ໄດ້​ຍິນ.”5

ກ່ອນ​ພຣະອົງ​ໄດ້​ຮັບ​ທຸກທໍລະມານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ ​ແລະ ຢູ່​​ທີ່ຄາ​ວາລີ, ພຣະ​ເຢຊູ​ໄດ້​​ໃຫ້​ຄຳສັນຍາ ທີ່​ໜ້າ​ອັດສະຈັນ​ໃຈ ​ກັບ​ສານຸສິດ​ຂອງ​ພຣະອົງ​ວ່າ: “ຜູ້​ທີ່​ເຊື່ອ​ໃນ​ເຮົາ, ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນ​ກັນ; ​ແລະ ຜູ້ນັ້ນຈະ​ເຮັດ​ການ​ໃຫຍ່​ກວ່າ​ອີກ; ​ເພາະວ່າ​ຝ່າຍ​ເຮົາ​ໄປ​ເຖິງ​ພຣະບິດາ​ຂອງ​ເຮົາ.”6

ພຣະອົງ​ໄດ້​ບັນລຸ​ຄຳ​ສັນຍານັ້ນ: ​ເລີ່​ມຕົ້ນດ້ວຍ​ວັນ​ເພັນ​ເຕຄໍ​ສະ​ເຕ, ສານຸສິດ​ໄດ້​ຮັບ​ພອນ​ດ້ວຍ​ການ​ຮັບ​ບັບຕິ​ສະມາ​ດ້ວຍ​ໄຟ ​ແລະ ດ້ວຍ​ພຣະວິນ​ຍານ​ບໍລິສຸດ.7 ຜ່ານ​ສັດທາ​ໃນ​ພຣະ​ຄຣິດ, ​ແລະ ການ​ເຊື່ອ​ຟັງ, ພຣະວິນ​ຍານ​ບໍລິສຸດ​ໄດ້​ກາຍ​ເປັນ​ເພື່ອນ, ​ໄດ້​ປ່ຽນ​ໃຈ​ຂອງ​ເຂົາ​ເຈົ້າ, ​ແລະ ​​ໃຫ້​ພອນ​ແກ່​ເຂົາ​ເຈົ້າ ດ້ວຍ​ການ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ.

ຂອງ​ປະທານ​ເຫລົ່າ​ນີ້ ​ແລະ ພອນ​ຕ່າງ​ໆ ​ໄດ້​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສານຸສິດ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຖິງ​ແມ່ນ​ວ່າເວລາ​ທີ່​​ເຂົາ​ເຈົ້າມີ​ຊີວິດ​ຢູ່ ​ເປັນ​​ເວລາ​ທີ່​ອັນຕະລາຍ ​ແລະ ສັບສົນ​ຫລາຍ​ກໍ​ຕາມ, ​ແຕ່​ເຂົາ​ເຈົ້າ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ ດ້ວຍ​ຕາ​ທີ່​ເຫັນ​ໄດ້ ​ແລະ ດ້ວຍ​ຫູ​ທີ່​ໄດ້​ຍິນ. ​ໂດຍ​ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ, ​ເຂົາ​ເຈົ້າ​ໄດ້​ເລີ່​ມຕົ້ນ​ເຫັນ​ຄວາມ​ຈິງ​ ​ເຖິງ​ເລື່ອງ​ດັ່ງ​ທີ່​ເປັນ​ຈິງ, ​ໂດຍ​ສະ​ເພາະ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ແລະ ວຽກ​ງານ​ຂອງ​ພຣະອົງ​ໃນ​ທ່າມກາງ​ພວກ​ເຂົາ.8 ພຣະວິນ​ຍານ​ບໍລິສຸດ​ໄດ້​ໃຫ້​ຄວາມ​ເຂົ້າ​ໃຈ, ​ແລະ ​ເຂົາ​ເຈົ້າ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ ຢ່າງ​ແຈ່ມ​ແຈ້ງ​ກວ່າ. ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້​ຊຶມ​ເຂົ້າ​ໄປ​ໃນ​ສ່ວນ​ເລິກ​ຂອງ​ຈິດ​ໃຈ​ຂອງ​ເຂົ​າ​ເຈົ້າ.9 ​ເຂົາ​ເຈົ້າຍຶດໝັ້ນ ​ແລະ ​ເຊື່ອ​ຟັງ.10 ​ເຂົາ​ເຈົ້າ​ໄດ້​ສັ່ງສອນ​ພຣະກິດ​ຕິ​ຄຸນ​ດ້ວຍ​ຄວາມ​ກ້າຫານ ​ແລະ ດ້ວຍ​ອຳນາດ ​ແລະ ​ໄດ້​ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າ.11 ​ເຂົາ​ເຈົ້າມີ​ຄວາມສຸກ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

​ເຮົາ​ມີ​ຫລາຍ​ສິ່ງ​ທີ່​ຄ້າຍຄື​ກັນ ກັບ​ຊາຍ ​ແລະ ຍິງ ທີ່​ຊື່ສັດ​ເຫລົ່າ​ນີ້ ​ໃນ​ວັນ​ເວລາອັນ​ຮຸ່ງ​ໂລດ. ​ເຮົາ​ກໍ​ຄື​ກັນ ມີ​ຊີວິດ​ຢູ່​ຕອນ​ທີ່​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ໄດ້​ກະທຳ​ການ​ມະຫັດ​ສະ​ຈັນ​ໃນ​ບັນດາ​ພວກ​ເຮົາ—ຮ່ວມ​ທັງ​ການ​ປິ່ນປົວ​ຄົນ​ເຈັບ​ປ່ວຍ, ການ​ຊຳລະ​ລ້າງ​ຄວາມ​ຜິດ​ບາບ, ການ​ປ່ຽນ​ໃຈ, ​ແລະ ການ​ເປີດ​ຄວາມ​ລອດ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ເຈົ້າ ທັງ​ຢູ່​ໃນ​ໂລກ​ນີ້ ​ແລະ ​ໃນ​ໂລກ​ວິນ​ຍານ. ​ໃນ​ວັນ​ເວລາ​ຂອງ​ເຮົາ, ​ເຮົາ​ກໍ​ມີ​ສາດສະດາ ​ແລະ ອັກຄະ​ສາວົກ​ທີ່​ມີ​ຊີວິດ​ຢູ່, ມີ​ອຳນາດ​ຖານະ​ປະ​ໂລຫິດ, ມີ​ຂອງ​ປະທານ​ທາງ​ວິນ​ຍານ, ​ແລະ ມີ​ພອນ​ອັນ​ສູງ​ສົ່ງ​ຂອງ​ພິທີການ​ແຫ່ງ​ຄວາມ​ລອດດ້ວຍ.

ວັນ​ເວລາ​ຂອງ​ເຮົາ ກໍ​ເປັນ​ວັນ​ເວລາ​ທີ່​ອັນຕະລາຍ—​ເປັນ​ວັນ​ເວລາ​ທີ່​ມີ​ຄວາມ​ຊົ່ວ​ຮ້າຍ​ ​ແລະ ການ​ລໍ້​ລວງ​ຫລາຍ, ​ເປັນ​ວັນ​ເວລາ​ແຫ່ງ​ຄວາມ​ສັບສົນ ​ແລະ ​ວຸ້ນວາຍ. ​ໃນຄາວ​ສຸດ​ທ້າຍ​ນີ້, ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າຢູ່​ໃນ​ໂລກ, ປະທານທອມ​ມັສ ແອັສ ມອນສັນ, ​ໄດ້​ເອີ້ນ​​ເຮົາ​ໃຫ້​ຊ່ອຍ​ກູ້​ຈິດ​ວິນ​ຍານ,12 ​ໃຫ້​ປົກ​ປ້ອງ​ຄວາມ​ຈິງ​ດ້ວຍ​ຄວາມ​ກ້າຫານ,13 ​ແລະ ​ໃຫ້​ສ້າງ​ສາ​ອານາຈັກ​ຂອງ​ພຣະ​ເຈົ້າ.14 ບໍ່​ວ່າ​ລະດັບ​ວິນ​ຍານ ຫລື ສັດທາ ຫລື ຄວາມ​ເຊື່ອ​ຟັງ​ຂອງ​ເຮົາ​ຈະ​ຢູ່​ໃນ​ຂັ້ນ​ໃດ​ກໍ​ຕາມ, ມັນ​ຈະ​ບໍ່​ພຽງພໍ​ສຳລັບ​ວຽກ​ງານ​ທີ່​ລໍ​ຢູ່​ຂ້າງ​ໜ້າ. ​ເຮົາ​ຕ້ອງການ​ຄວາມ​ສະຫວ່າງ ​ແລະ ພະລັງ​ທາງ​ວິນ​ຍານ. ​ເຮົາ​ຕ້ອງການ​ຕາ​ທີ່​ເຫັນ​ໄດ້ຢ່າງ​ແຈ່ມ​ແຈ້ງ ​ເຖິງ​ສິ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ກະທຳ​ໃນ​ຊີວິດ​ຂອງ​ເຮົາ ​ແລະ ຫູ​ທີ່​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະອົງ ທີ່​ຊຶມ​ເຂົ້າ​ໄປ​ໃນ​ສ່ວນ​ເລິກ​ຂອງ​ໃຈ​ເຮົາ.

ພອນ​ທີ່​ໜ້າ​ອັດສະຈັນ​ໃຈ​ນີ້ ມາ​ເຖິງ​ເມື່ອ​ເຮົາ​ເປີດ​ໃຈ​ຂອງ​ເຮົາ ​ແລະ ຮັບ​ເອົາ,15 ຮັບ​ເອົາພຣະ​ເຢຊູ​ຄຣິດ, ຄຳ​ສອນ​ຂອງ​ພຣະອົງ, ​ແລະ ສາດສະໜາ​ຈັກ​ຂອງ​ພຣະອົງ ​​ໄວ້​ໃນ​ຊີວິດ​ຂອງ​ເຮົາ. ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ດີ​ພ້ອມ​ທຸກ​ຢ່າງ, ​ແຕ່​ເຮົາ​ຕ້ອງ​ເປັນ​ຄົນ​ດີ ​ແລະ ດີ​ຂຶ້ນ​ເລື້ອຍໆ. ​ເຮົາ​ຕ້ອງ​ພະຍາຍາມ​ດຳລົງ​ຊີວິດ​​ໃນ​ຄວາມ​ຈິງ​ທີ່​​ແຈ່ມ​ແຈ້ງ ​ແລະ ລຽບ​ງ່າຍ​ຂອງ​ພຣະກິດ​ຕິ​ຄຸນ. ຖ້າ​ຫາກ​ເຮົາ​ຮັບ​ເອົາ​ພຣະນາມ​ຂອງ​ພຣະຄຣິດ​ໄວ້​ກັບ​ເຮົາ, ກະທຳ​ດ້ວຍ​ສັດທາ​ໃນ​ພຣະອົງ ທີ່​ຈະ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ, ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ, ​ແລະ ລະນຶກ​ເຖິງ​ພຣະອົງ​ຕະຫລອດ​ເວລາ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ພຣະວິນ​ຍານ​ບໍລິສຸດ​ເປັນ​ເພື່ອ ຜ່ານ​ຄວາມ​ເມດ​ຕາ ​ແລະ ພຣະຄຸນ​ຂອງ​ພຣະ​ເຢຊູຄຣິດ.

ການ​ເຊື່ອ​ຟັງ​ທີ່​ງ່າຍໆ ນຳພຣະວິນ​ຍານ​ມາສູ່​​ໃຈ​ຂອງ​ເຮົາ. ​ໃນ​​ບ້ານ​ເຮືອນ​ຂອງ​ເຮົາ, ​ເຮົາ​ອະທິຖານ​ດ້ວຍ​ສັດທາ, ຄົ້ນຄວ້າ​ພຣະຄຳ​ພີ, ​ແລະ ຮັກສາ​ວັນ​ຊະບາ​ໂຕ​ໃຫ້​ສັກສິດ. ​ໃນ​ໂບດ​ຂອງ​ເຮົາ, ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ ​ແລະ ​​ເຮັດ​ຄຳ​ໝັ້ນສັນຍາ​ທີ່​ສັກສິດ​ຕໍ່​ພຣະບິດາ​ເທິງ​ສະຫວັນ ​ແລະ ​ໃນ​ພຣະນາມ​ຂອງ​ພຣະຄຣິດ. ​ໃນ​ພຣະວິຫານ​ທີ່​ສັກສິດ​ ​ເຮົາ​ມີ​ສ່ວນ​ຮ່ວມ​ເຮັດ​ພິທີການ​ທີ່​ສັກສິດ ​​ແທນ​ອ້າຍ​ເອື້ອຍ​ນ້ອງ​ຢູ່​ໃນ​ໂລກ​ວິນ​ຍານ. ​ໃນ​ຄອບຄົວ​ຂອງ​ເຮົາ ​ແລະ ​ໃນ​ການ​ມອບ​ໝາຍ​ຂອງ​ເຮົາ​ຈາກ​ພຣະຜູ້​ເປັນ​ເຈົ້າ, ​ເຮົາ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ, ຊ່ອຍ​ແບ່ງ​ເບົາ​ພາລະ​ໜັກໜ່ວງ ​ແລະ ​ເຊື້ອ​ເຊີນ​ເຂົາ​ເຈົ້າມາ​ຫາ​ພຣະຄຣິດ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຮູ້​ວ່າ ຖ້າ​ຫາກ​ເຮົາ​ຈະ​ເຮັດ​ສິ່ງ​ເຫລົ່າ​ນີ້, ພຣະວິນ​ຍານ​ບໍລິສຸດ​ຈະ​ມາສະ​ຖິດ​ຢູ່​ກັບ​ເຮົາ! ​ເຮົາ​ຈະ​ເຕີບ​ໂຕ​ທາງ​ວິນ​ຍານ ​ແລະ ມີ​ປະສົບ​ການ​ກັບ​ພຣະວິນ​ຍານ​ບໍລິສຸດ, ​ແລະ ພຣະອົງ​ຈະ​ເປັນ​ເພື່ອນ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ຈະ​ຫລຽວ​ເບິ່ງ​ພຣະຄຣິດ ​ແລະ ​ເປີດ​ຕາ ​ແລະ ​ເປີດ​ຫູ​ຂອງ​ເຮົາ, ​ແລ້ວ​ພຣະວິນ​ຍານ​ບໍລິສຸດ ຈະ​ອວຍພອນ​ເຮົາ ​ໃຫ້​ເຫັນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ກຳລັງ​ເຮັດ​ວຽກ​ງານ​ໃນ​ຊີວິດ​ຂອງ​ເຮົາ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​ເຮົາ​ໃນ​ພຣະອົງ ​ດ້ວຍ​ຄວາມ​ໝັ້ນ​ໃຈ ​ແລະ ດ້ວຍ​ຫລັກ​ຖານ. ​ເຮົາ​ຈະ​ເຫັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາດີກ​ວ່າ​ເກົ່າ ​ໃນ​ວິທີ​ທີ່​ພຣະ​ເຈົ້າ​ເຫັນ​ເຂົາ​ເຈົ້າ, ດ້ວຍ​ຄວາມ​ຮັກ ​ແລະ ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ​ເຮົາ​ຈະ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໃນ​ພຣະຄຳ​ພີ, ​ໃນ​ຄຳ​ຊື່ມຂອງ​ພຣະວິນ​ຍານ, ​ແລະ ​ໃນ​ຖ້ອຍ​ຄຳ​ຂອງ​ສາດສະດາ​ທີ່​ມີ​ຊີວິດ​ຢູ່.16 ​ເຮົາ​ຈະ​ເຫັນ​ອຳນາດ​ຂອງ​ພຣະ​ເຈົ້າ ສະຖິດ​ຢູ່​ເທິງ​ສາດສະດາ​ຂອງ​ພຣະອົງ ​ແລະ ຜູ້ນຳ​ຂອງ​ສາດສະໜາ​ຈັກ​ທີ່​ແທ້​ຈິງ ​ແລະ ດຳລົງ​ຢູ່​ຂອງ​ພຣະອົງ, ​ແລະ ​ເຮົາ​ຈະ​ຮູ້​ດ້ວຍ​ຄວາມ​ແນ່ນອນ​ໃຈ​ວ່າ ນີ້​ແມ່ນ​ວຽກ​ງານ​ທີ່​ສັກສິດ​ຂອງ​ພຣະ​ເຈົ້າ.17 ​ເຮົາ​ຈະ​ເຫັນ ​ແລະ ​ເຂົ້າ​ໃຈ​ຕົນ​ເອງ ​ແລະ ​ຜູ້​ຄົນ​ໃນ​ໂລກ​ທີ່ຢູ່​ອ້ອມ​ຮອບ​ເຮົາ ​ໃນ​ວິທີ​ທາງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​​ເຫັນ. ​ເຮົາ​ຈະ​ມີ​ສິ່ງ​ທີ່​ອັກຄະ​ສາວົກ​ໂປ​ໂລ ​ເອີ້ນ​ວ່າ “ຄວາມຄິດ​ຂອງ​ພຣະຄຣິດ.”18 ​ເຮົາ​ຈະ​ມີ​ຕາ​ທີ່​​ເຫັນ​ໄດ້ ​ແລະ ຫູ​ທີ່​ໄດ້​ຍິນ, ​ແລະ ​ເຮົາ​ຈະ​ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າ.

ຊີວິດອາດ​ຫຍຸ້ງຍາກ, ສັບສົນ, ​ເຈັບ​ປວດ, ​ແລະ ທໍ້ຖອຍ​ໃຈ. ຂ້າພະ​ເຈົ້າ​ເປັນ​ພະຍານ​ກັບ​ທ່ານ​ວ່າ ຜ່ານ​ການ​ເປັນ​ເພື່ອນ​ຂອງ​ພຣະວິນ​ຍານ​ບໍລິສຸດ, ຄວາມ​ສະຫວ່າງ​​ແຫ່ງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູຄຣິດ ຈະ​ກຳຈັດ​ຄວາມ​ສັບສົນ, ຄວາມ​ເຈັບ​ປວດ, ​ແລະ ຄວາມ​ມືດ​ອອກ​ໄປ. ບໍ່​ວ່າ​ອຳນາດ​ທີ່​ປະ​ເສີດນັ້ນຈະ​ມາ​ຢ່າງ​ແຮງ ຫລື ຄ່ອຍ​ມາ​ກໍ​ຕາມ, ​ແຕ່​ອຳນາດນັ້ນຈະ​ໃຫ້ການ​ປິ່ນປົວ​ດ້ວຍ​ຄວາມ​ຮັກ ​ແລະ ​ໃຫ້​ຄວາມ​ປອບ​ໂຍນ​ແກ່​ການ​ກັບ​ໃຈ, ປິ່ນປົວ​ຈິດ​ວິນ​ຍານ​ທີ່​​ເປັນ​ບາດ​ແຜ, ຂັບ​ໄລ່​ຄວາມ​ມືດ​ດ້ວຍ​ຄວາມ​ສະ​ຫວ່າງ​ແຫ່ງ​ຄວາມ​ຈິງ, ​ແລະ ກຳຈັດ​ຄວາມ​ທໍ້ຖອຍ​ໃຈ ດ້ວຍ​ຄວາມ​ຫວັງ​ໃນ​ພຣະຄຣິດ. ​ເຮົາ​ຈະ​ເຫັນ​ພອນ​ເຫລົ່າ​ນີ້​ມາ​ເຖິງ, ​ແລະ ​ເຮົາ​ຈະ​ຮູ້​ໂດຍ​ການ​ເປັນ​ພະຍານ​ເຖິງ​ພຣະວິນ​ຍານ​ບໍລິສຸດ​ວ່າ ມັນ​ເປັນ​ການ​ທຳ​ງານ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ໃນ​ຊີວິດ​ຂອງ​ເຮົາ. ຄວາມ​ໜັກໜ່ວງ​ຂອງ​ເຮົາ ຈະ​ຖືກ “ກືນ​ເຂົ້າ​ໄປ​ໃນ​ຄວາມສຸກ​ຂອງ [ພຣະຜູ້​ໄຖ່​ຂອງ​ເຮົາ].”19

​ເມື່ອ​ຫລາຍ​ປີ​ກ່ອນ, ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ເຫັນປະສົບ​ການ​ຢ່າງ​ໜຶ່ງ ​ເຖິງ​ຄວາມ​ສຳຄັນ​ຂອງ​ພະລັງ​ຂອງ​ຕາ​ທີ່​​ເຫັນ​ໄດ້ ​ແລະ ຫູ​ທີ່​​ໄດ້ຍິນ. ​ໃນ​ປີ 1982 ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ຮັບ​ໃຊ້​ຢູ່​ເຂດ​ເຜີຍ​ແຜ່ ຟີລິບປິນ ດາວາວ. ​ເມື່ອ​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ເປີດ​ຈົດໝາຍ ​ແລະ ​ໄດ້​ເຫັນ​ວ່າ ພວກ​ເພິ່ນ​ຖືກ​ເອີ້ນ, ​ແມ່​ໄດ້​ຮ້ອງ​ໄປ​ໃສ່​ພໍ່​ວ່າ, “ອ້າຍ​ຕ້ອງ​ໂທ​ໄປ​ຫາ​​ເພິ່ນ. ພວກ​ເຮົາ​ໄປ​ຟີ​ລິບ​ປິນບໍ່​ໄດ້. ​ເພິ່ນ​ຮູ້​ວ່າ ອ້າຍ​ເປັນ​​ໂຣກຫືດ.” ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ເປັນ​​ໂຣກ​ຫືດ​ເປັນ​ເວລາຫລາຍ​ປີ, ​ແລະ ​ແມ່​ຂອງ​ຂ້າພະ​ເຈົ້າກໍ​ເປັນ​ຫ່ວງ​ນຳ​ເພິ່ນ​ຫລາຍ.

ສອງ​ສາມ​ຄືນ​ຫລັງ​ຈາກ​ນັ້ນ ​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ປຸກ​ພໍ່​ຂອງ​ຂ້າພະ​ເຈົ້າ​ໃຫ້​ຕື່ນ​ນອນ ປະມານ ສອງ​​ໂມງ​ເຄິ່ງ ຕອນ​ເຊົ້າ. ​ເພິ່ນ​ເວົ້າວ່າ, “ເມີ​ລິນ, ອ້າຍ​ໄດ້​ຍິນ​ສຽງ​ບໍ?”

“ບໍ່, ອ້າຍ​ບໍ່​ໄດ້​ຍິນ​ຫຍັງ.”

“ແຕ່ນ້ອງ​ໄດ້​ຍິນ​ສຽງ​ດຽວ​ກັນນັ້ນ ສາມ​ເທື່ອ​ໃນ​ຄືນ​ນີ້, ບອກ​ວ່າ, ‘ດ້ວຍ​ເຫດ​ໃດ​ເຈົ້າຈຶ່ງ​ເປັນ​ຫ່ວງ? ​ເຈົ້າບໍ່​ຮູ້​ບໍ​ວ່າ ​ເຮົາ​ຮູ້​ວ່າ ລາວ​ເປັນ​ໂຣກ​ຫືດ? ​ເຮົາ​ຈະ​ດູ​ແລ​ລາວ​ເອງ, ​ແລະ ​ເຮົາ​ຈະ​ດູ​ແລ​ເຈົ້າຄື​ກັນ. ​ໃຫ້​ຕຽມ​ພ້ອມ​ທີ່​ຈະ​ໄປ​ຮັບ​ໃຊ້​ຢູ່ ຟີລິບປິນ.’”

ຮູບ​ພາບ
ເມີລິນ ແລະ ເຮເລັນ ຄະລາກ

ພໍ່​ແມ່​ຂອງ​ຂ້າພະ​ເຈົ້າກໍ​ໄດ້​ໄປ​ຮັບ​ໃຊ້​ຢູ່​ ຟີລິບປິນ ​ແລະ ​ໄດ້​ມີ​ປະສົບ​ການ​ທີ່​ໜ້າ​ອັດສະຈັນ​ໃຈ. ພຣະວິນ​ຍານ​ບໍລິສຸດ​ໄດ້​ເປັນ​ເພື່ອນ​ຂອງ​ພວກ​ເພິ່ນ, ​ແລະ ພວກ​ເພິ່ນ​ໄດ້​ຮັບ​ພອນ ​ແລະ ​ໄດ້​ຮັບ​ການ​ປົກ​ປ້ອງ. ພໍ່​ຂອງ​ຂ້າພະ​ເຈົ້າບໍ່​ເຄີຍ​ມີ​ບັນຫາ​ກັບ​ໂຣກ​ຫືດ​ຂອງ​ເພິ່ນ. ​ເພິ່ນ​ໄດ້​ຮັບ​ໃຊ້​ເປັນ​ທີ່​ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ເຜີຍ​ແຜ່, ​ແລະ ​ເພິ່ນ​ກັບ​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ອົບ​​ຮົມ​ຜູ້​ສອນ​ສາດສະໜາ​ຫລາຍ​ຮ້ອຍ​ຄົນ ​ແລະ ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ພັນໆ ​ໄດ້​ຕຽມ​ພ້ອມ​ສຳລັບ​ຫວອດ ​ແລະ ສະ​ເຕກ ທີ່​ຈະ​ຖືກ​ຈັດຕັ້ງຂຶ້ນຢູ່​ໃນ​ເກາະ ​ມິນດານາວ. ​​ພວກ​ເພິ່ນ​ໄດ້​ຮັບ​ພອນ​ດ້ວຍ​ຕາ​ທີ່​​ເຫັນ​ໄດ້ ​ແລະ ດ້ວຍ​ຫູ​ທີ່​ໄດ້​ຍິນ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​​ເຖິງ​ພຣະ​ເຢຊູ​ຄຣິດ. ຂ້າພະ​ເຈົ້າຮູ້​ວ່າ ພຣະອົງ​ຊົງ​ພຣະຊົນ​ຢູ່. ພຣະອົງ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ. ຂ້າພະ​ເຈົ້າຮູ້​ວ່າ ຖ້າ​ຫາກ​ເຮົາ​ຮັບ​ເອົາ​ພຣະອົງ​​ເຂົ້າມາ​ໃນ​ຊີວິດ​ຂອງ​ເຮົາ ​ແລະ ດຳລົງ​ຊີວິດຢູ່​ກັບ​ຄວາມ​ຈິງ​ທີ່​ແຈ່ມ​ແຈ້ງ ​ແລະ ລຽບ​ງ່າຍ ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ, ​ແລ້ວ​ເຮົາ​ຈະ​ມີ​ຄວາມສຸກ​ກັບ​ການ​ມີ​ພຣະວິນ​ຍານ​ບໍລິສຸດ​ເປັນ​ເພື່ອນ. ​ເຮົາ​ຈະ​ມີ​ຂອງ​ປະທານ​ທີ່​ປະ​ເສີດ​ລ້ຳ ຄື​ມີ​ຕາ​ທີ່​​ເຫັນ​ໄດ້ ​ແລະ ມີ​ຫູ​ທີ່​ໄດ້​ຍິນ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.