​2010–2019
ສັດທາ​ບໍ່​ໄດ້​ມາ​ເຖິງ​ໂດຍ​ບັງ​ເອີນ, ​ແຕ່​ໂດຍ​ການ​ເລືອກ
ຕຸລາ 2015


ສັດທາ​ບໍ່​ໄດ້​ມາ​ເຖິງ​ໂດຍ​ບັງ​ເອີນ, ​ແຕ່​ໂດຍ​ການ​ເລືອກ

ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ​ເປັນ​ຂອງ​ປະທານ​ຈາກ​ສະຫວັນ ທີ່​ມາ​ເຖິງ ​ເມື່ອ​ເຮົາ​​ເລືອກ​ທີ່​ຈະ​ເຊື່ອ ​ແລະ ​ເມື່ອ​ເຮົາ​ສະ​ແຫວງຫາ​ມັນ ​ແລະ ຍຶດຖື​ມັນ​​ໄວ້.

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເຫັນ​ຄວາມ​ເຂັ້ມ​ແຂງ ​ແລະ ຄວາມ​ອ່ອນ​ແອ​ໃນ​ສັດທາ​ຂອງ​ຄົນ​ທີ່ຢູ່​ອ້ອມຮອບ​ພຣະອົງ. ຕໍ່​ຄົນ​ໜຶ່ງ, ພຣະອົງ​ໄດ້​ກ່າວ​ດ້ວຍ​ຄວາມ​ພໍພຣະ​ໄທ​ວ່າ, “ເຈົ້າ​ເປັນ​ຍິງທີ່​ມີ​ສັດທາ​ຍິ່ງ​ໃຫຍ່ຫລາຍ.”1 ພຣະອົງ​ໄດ້​ກ່າວ​ດ້ວຍ​ຄວາມ​ເສຍ​ໃຈ​ກັບ​ອີກ​ຄົນ​ໜຶ່ງ​ວ່າ, “ໂອ້ ຜູ້​ມີ​ສັດທາ​ນ້ອຍ​ເອີຍ.”2 ພຣະອົງ​ໄດ້​ຖາມ​ອີກ​ຄົນ​ໜຶ່ງດ້ວຍ​ຄວາມ​ສົງ​ໄສວ່າ, “ສັດທາ​ຂອງ​ເຈົ້າ​ໄປ​ໃສ​ໝົດ?”3 ​ແລະ ພຣະ​ເຢຊູ​ໄດ້​ກ່າວ​ຍ້ອງຍໍ​ອີກ​ຄົນ​ໜຶ່ງ​ວ່າ, “[ຢູ່​ໃນ​ອິດສະຣາ​ເອນ] ​ເຮົາ​ຍັງ​ບໍ່​ເຄີຍ​ພົບ​ຜູ້​ໃດ​ທີ່​ມີ​ສັດທາ​ຍິ່ງ​ໃຫຍ່​ເຊັ່ນ​ນີ້.”4

ຂ້າພະ​ເຈົ້າຖາມ​ຕົນ​ເອງ​ວ່າ, “ພຣະຜູ້​ຊ່ອຍ​ໃຫ້​ລອດ​ເຫັນ​ສັດທາ​ຂອງ​ຂ້າພະ​ເຈົ້າວ່າ​ເປັນ​ແນວ​ໃດ?” ​ແລະ ຄ່ຳ​ຄືນ​ນີ້ ຂ້າພະ​ເຈົ້າຢາກຖາມ​ທ່ານ​ວ່າ, “ພຣະຜູ້​ຊ່ອຍ​ໃຫ້​ລອດ​ເຫັນ​ສັດທາ​ຂອງ​ທ່ານ​ວ່າ​ເປັນ​ແນວ​ໃດ?”

ສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ບໍ່​ໄດ້​ເປັນ​ບາງ​ສິ່ງ​ທີ່​ເບົາໆ, ລອຍ​ໄປ​ຕາມ​ລົມ. ສັດທາ​ບໍ່​ໄດ້​ຕົກລົງ​ມາ​ໃສ່​ເຮົາ​ໂດ​ຍບັງ​ເອີນ, ຫລື ຕິດ​ຢູ່​ກັບ​ເຮົາ​​ຕາມສິດທິ​ຂອງ​ອ້າຍ​ກົກ. ດັ່ງ​ທີ່​ພຣະຄຳ​ພີ​ກ່າວ​ໄວ້, “ເປັນສິ່ງ …, ທີ່​ຍັງ​ບໍ່​ເຫັນ​ກັບຕາ.”5 ສັດທາສົ່ງ​ຄວາມ​ສະຫວ່າງ​​ແຫ່ງ​ວິນ​ຍານ​ອອກ​ມາ, ​ແລະ ຄວາມ​ສະຫວ່າງ​ນັ້ນ ​ເປັນ​ສິ່ງ​ທີ່​​ເບິ່ງ​ອອກ.6 ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ​ເປັນ​ຂອງ​ປະທານ​ຈາກ​ສະຫວັນ ທີ່​ມາ​ເຖິງ ​ເມື່ອ​ເຮົາ​​ເລືອກ​ທີ່​ຈະ​ເຊື່ອ7 ​ແລະ ​ເມື່ອ​ເຮົາ​ສະ​ແຫວງຫາ​ມັນ ​ແລະ ຍຶດຖື​ມັນ​​ໄວ້. ສັດທາ​ຂອງ​ທ່ານ​ອາດ​ກຳລັງ​ເຂັ້ມ​ແຂງ​ຂຶ້ນ ຫລື ກຳລັງອ່ອນ​ແອ​ລົງ. ສັດທາ​ເປັນ​ຫລັກ​ທຳ​ແຫ່ງ​ອຳນາດ, ບໍ່​ສຳຄັນພຽງ​ແຕ່​ໃນ​ຊີວິດ​ນີ້​ເທົ່າ​ນັ້ນ, ​ແຕ່​ໃນ​ຄວາມ​ກ້າວໜ້າ​ຂອງ​ເຮົາ ຫລັງ​ຈາກ​ເຮົາ​ຕາຍ​ໄປ​ ນຳ​ອີກ.8 ​ໂດຍ​ພຣະຄຸນ​ຂອງ​ພຣະຄຣິດ, ​ເຮົາ​ຈະ​ລອດ​ຜ່ານ​ທາງ​ສັດທາ​ໃນ​ພຣະນາມ​ຂອງ​ພຣະອົງ ​ໃນ​ວັນ​ໜຶ່ງ.9 ການ​ມີ​ສັດທາ​ໜ້ອຍ​ຫລາຍ​ໃນ​ອະນາຄົດ​ຂອງ​ທ່ານ ບໍ່​ແມ່ນ​ໂດຍບັງ​ເອີນ, ​ແຕ່​ແມ່ນ​ໂດຍ​ການ​ເລືອກ.

ສັດ​ທາ​ຂອງ​ຊາຍ​ໜຸ່ມ​ຊາວ​ບຣາຊິນ

​ເດືອນ​ແລ້ວ​ນີ້ ​ໃນ​ປະ​ເທດ​ບຣາຊິນ ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ທ່ານ ອາໂຣໂດ ຄາວາ​ຄານເຕ ​ເພິ່ນ​ໄດ້​ຮັບ​ບັບ​ຕິ​ສະມາ ຕອນ​ມີ​ອາຍຸ​ໄດ້ 21 ປີ, ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັ​ກຄົນ​ທຳ​ອິດ ​ໃນ​ຄອບຄົວ​ຂອງ​ເພິ່ນ. ​ເພິ່ນ​ໄດ້​ມີ​ສັດທາ​ທີ່​ເຂັ້ມ​ແຂງ, ​ແລະ ທັນທີ​ ​ເພິ່ນ​ໄດ້​ເລີ່ມຕົ້ນຕຽມ​ຕົວ​ ເພື່ອໄປຮັບ​ໃຊ້​ເຜີຍ​ແຜ່. ​ແຕ່​ໜ້າ​ເສຍ​ໃຈ, ​ແມ່​ຂອງ​ທ່ານ ອາໂຣໂດ ​ເປັນ​ໂຣກ​ມະ​ເລັງ. ສາມ​ເດືອນ​ຕໍ່​ມາ, ສອງ​ສາມ​ມື້​ກ່ອນ​ນາງ​ໄດ້​ຕາຍ​ໄປ, ນາງ​ໄດ້​ເວົ້າລົມ​ກັບ​ທ່ານ ອາໂຣໂດ ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ນາງ​ວ່າ: ບໍ່​ມີ​ຍາດ​ພີ່ນ້ອງ​ຄົນ​ໃດ ທີ່​ຈະ​ຊ່ອຍ​ເຫລືອ​ໄດ້. ອາ​ໂຣ​ໂດ ຕ້ອງ​ດູ​ແລ​ນ້ອງ​ສາວ​ສອງ​ຄົນ ​ແລະ ນ້ອງ​ຊາຍ. ລາວ​ໄດ້​ສັນຍາ​ຢ່າງ​ໜັກ​ແໜ້ນ​ກັບ​ແມ່​ທີ່​ກຳລັງ​ຈະ​ສິ້ນ​ລົມ​ຂອງ​ລາວ.

ຮູບ​ພາບ
ອ້າຍ​ນ້ອງ​ຂອງ​ຄາວາ​ຄານເຕ

ຕອນ​ກາງ​ເວັນ​ເພິ່ນ​ໄດ້​ທຳ​ງານ​ຢູ່​ທະນາ​ຄານ, ​ແລະ ຕອນ​ກາງຄືນ​ເພິ່​ນ​ໄປ​ເຂົ້າ​ມະຫາ​ວິທະ​ຍາ​ໄລ. ​ເພິ່ນ​ໄດ້​ຮັກ​ສາ​ພັນທະ​ສັນຍາ​ແຫ່ງ​ການ​ຮັບ​ບັບຕິ​ສະມາ​ຂອງ​ເພິ່ນ, ​ແຕ່​ຄວາມ​ຫວັງ​ທີ່​ຈະ​ໄປ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​​ເວລາ​ໄດ້ໝົດ​ໄປ. ພາລະກິດ​ຂອງ​ເພິ່ນ​ຄື​ການດູ​ແລ​ຄອບຄົວ.

ຫລາຍ​ເດືອນ​ຈາກ​ນັ້ນ ຫລັງ​ຈາກ​ໄດ້​ຕຽມ​ຄຳ​ປາ​ໄສ​ສຳລັບ​ກອງ​ປະຊຸມ​ສິນ​ລະ​ລຶກ, ທ່ານ ອາໂຣໂດ ​ໄດ້​ສຶກສາຖ້ອຍ​ຄຳ​ຂອງ​ຊາມູເອນ ທີ່​ກ່າວ​ຕຳ​ນິຕິ​ເຕືອນ​ກະສັດ​ຊາອູນ: “ການ​ເຊື່ອ​ຟັງ ກໍ​ດີ​ກວ່າ​ການ​ຖະຫວາຍ​ເຄື່ອງ​ບູຊາ.”10 ​ທ່ານ ອາໂຣໂດ ຄິດ​ວ່າຕົນໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ທີ່​ເບິ່ງ​ຄື​ວ່າ ​ເປັນ​ໄປ​ບໍ່​ໄດ້​ວ່າ ​ເພິ່ນ​ຕ້ອງ​ເຊື່ອ​ຟັງ​ຕໍ່​ການ​ເອີ້ນ​ຂອງ​ສາດສະດາ ​ເພື່ອ​ໃຫ້​ເພິ່ນ​ໄປ​ຮັບ​ໃຊ້​ເຜີຍ​ແຜ່. ​ເຖິງ​ແມ່ນ​ວ່າ ຈະ​ມີ​ອຸປະສັກ​ຂວາງ​ກັ້ນ, ​ແຕ່​​ເພິ່ນ​ໄດ້​ກ້າວ​ໄປ​ໜ້າ​ດ້ວຍ​ສັດທາ​ອັນ​ໃຫຍ່​ຫລວງ.

ຮູບ​ພາບ
ແອວເດີ ອາໂຣໂດ ຄາວາ​ຄານເຕ

ທ່ານ ອາໂຣໂດ ​ໄດ້​ທ້ອນ ເງິນ ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ ຕາມ​ທີ່​​ເພິ່ນສາມາດ​ເຮັດ​ໄດ້. ​ເມື່ອ​ເຖິງ​ອາຍຸ 23 ປີ, ​ເພິ່ນ​ໄດ້​ຮັບ​ການ​ເອີ້ນຂອງ​ເພິ່ນ. ​ເພິ່ນ​ໄດ້​ບອກ​ນ້ອງ​ຊາຍ​ຂອງ​ເພິ່ນ​ໃຫ້​ຖອນ​ເງິນ​ໜ້ອຍ​ຫລາຍ​ເທົ່າ​ໃດ​ ​ໃນ​ແຕ່ລະ​ເດືອນ ຈາກ​ບັນຊີ​ຂອງ​ເພິ່ນສຳລັບ​ຄອບຄົວ. ​ທ່ານ ອາໂຣໂດ ຍັງ​ບໍ່​ມີ​ເງິນ​ພຽງພໍ​ສຳລັບ​ການ​ໃຊ້​ຈ່າຍ​ໃນ​ໄລຍະ​ເຜີຍ​ແຜ່ ​ແລະ ບໍ່ພໍ​ສຳລັບ​ຄ່າ​ໃຊ້​ຈ່າຍ​ຂອງ​ນ້ອງ​ຊາຍ ​ແລະ ນ້ອງ​ສາວ​ເລີຍ. ​ແຕ່​ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ສູນ​ອົບ​ລົມ​ຜູ້​ສອນ​ສາດ​ສະ​ໜາ. ອາທິດ​ໜຶ່ງ​ຈາກ​ນັ້ນ ​ເພິ່ນ​ໄດ້​ຮັບ​ພອນຢ່າງ​ໜຶ່ງ ​ໃນຈຳນວນ​ພອນ​ຫລາຍໆ​ຢ່າງ. ທະນາ​ຄານ​ບ່ອນ​ທີ່ ແອວເດີ ຄາວາ​ຄານເຕ ​ເຄີຍ​ທຳ​ງານ ​ໄດ້​​ເພີ່ມ​​ເງິນ​​ເດືອນ​ສຸດ​ທ້າຍ​ທີ່​ເພິ່ນ​ລາ​ອອກ ​ໃຫ້​ເພິ່ນ​ສອງ​ເທົ່າ. ການ​ມະຫັດ​ສະ​ຈັນ​ນີ້ ພ້ອມ​ດ້ວຍ​ການ​ມະຫັດສະຈັນ​ອື່ນໆ ​ໄດ້​ຊ່ອຍ​ເພີ່ມ​ລາຍ​ໄດ້​ທີ່​ຕ້ອງການ​ໃຫ້​​ເພິ່ນ ສຳລັບ​ການ​ເຜີຍ​ແຜ່ ​ແລະ ​ໃຫ້​ຄອບຄົວ​ໃນ​ໄລຍະ​ທີ່​​ເພິ່ນບໍ່​ຢູ່​ບ້ານ.

ຮູບ​ພາບ
ຄອບ​ຄົວ​ຄາວາ​ຄານເຕ​ໃນປະ​ຈຸ​ບັນ

ຊາວ​ປີ​ຫລັງ​ຈາກ​ນັ້ນ, ບຣາເດີ ຄາວາ​ຄານເຕ​ ​ເວລາ​ນີ້ ກຳລັງ​ຮັບ​ໃຊ້​ເປັນ​ປະທານ​ສະ​ເຕກຂອງ ເຣຊີເຟ ບຣາຊິນ ໂບອາ ເວຍເຈັມ. ​ເມື່ອ​ຫວນ​ຄິດ​ຄືນ​ຫລັງ, ​ເພິ່ນ​ໄດ້ເວົ້າ​ເຖິງ​ໄລຍະ​ນັ້ນວ່າ, “ເມື່ອຂ້າພະ​ເຈົ້າ​ພະ​ຍາ​ຍາມ​ດຳລົງ​ຊີວິດ​ດ້ວຍ​ຄວາມ​ຊອບ​ທຳ, ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ຮັກ​ ​ແລະ ການ​ຊີ້​ນຳຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ​ສັດທາ​ຂອງ​ຂ້າພະ​ເຈົ້າ​ເຂັ້ມ​ແຂງ​ຂຶ້ນ, ​ຊ່ອຍ​ໃຫ້​ຂ້າພະ​ເຈົ້າ​ສາ​ມາດ​​ເອົາ​ຊະນະ​ການ​ທ້າ​ທາຍ​ໄດ້.”11 ສັດທາ​ຂອງ​ທ່ານ ອາໂຣໂດ ບໍ່​ໄດ້​ມາ​ເຖິງ​ໂດຍ​ບັງ​ເອີນ, ​ແຕ່​ໂດຍ​ການ​ເລືອກ.

ມີຊາວ​ຄຣິດ​ສະ​ຕຽນ​ຊາຍ​ ​ແລະ ຍິງ​ຫລາຍ​ຄົນ ທີ່​ມີ​ສັດທາ​ອັນ​ເລິກ​ຊຶ້ງ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ​ແລະ ​ເຮົາ​ຄວນ​ໃຫ້​ກຽດ ​ແລະ ນັບຖື​ເຂົາ​ເຈົ້າ.

ບໍ່​ໄດ້​ຢືນ​ຢູ່​ຈຸດ​ເປັນ​ກາງ​ອີກ

​ແຕ່​ອ້າຍ​ນ້ອງ​ທັງຫລາຍ, ​ເຮົາ​ໄດ້ຮັບ​ບາງ​ສິ່ງ​ທີ່​ຫລາຍ​ກວ່າ​ນັ້ນ: ​ຄື​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ, ມີ​ອຳນາດ​ຂອງ​ພຣະ​ເຈົ້າທີ່​ຖືກ​ຟື້ນ​ຟູ​ສູ່​ໂລກ ​ໂດຍບັນດາ​ທູດ​ທີ່​ສັກສິດ. ສິ່ງ​ນີ້​ເຮັດ​ໃຫ້​ທ່ານ​ແຕກ​ຕ່າງ. ທ່ານ​ບໍ່​ໄດ້​ຢືນ​ຢູ່​ຈຸດ​ເປັນກາງ. ບໍ່​ແມ່ນ​ໂດຍ​ບັງ​ເອີນ​ທີ່ສັດທາ​ຂອງ​ທ່ານ​ຈະ​ເຂັ້ມ​ແຂງ​ຂຶ້ນ, ​ແຕ່​ໂດຍ​ການ​ເລືອກ.

ວິທີ​ທີ່​ເຮົາ​ດຳລົງ​ຊີວິດ ຈະ​ເປັນ​ສິ່ງ​ເຮັດ​ໃຫ້​ສັດທາ​ຂອງ​ເຮົາ​ເຂັ້ມ​ແຂງ​ຂຶ້ນ ຫລື ອ່ອນ​ແອ​ລົງ. ການ​ອະທິຖານ, ການ​ເຊື່ອ​ຟັງ, ຄວາມ​ຊື່ສັດ, ຄວາມ​ຄິດ​ ​ແລະ ການ​ກະທຳທີ່​ສະອາດ, ​ແລະ ຄວາມ​ບໍ່​ເຫັນ​ແກ່​ຕົວ ຈະ​​ເຮັດ​ໃຫ້​ສັດທາ​ເຂັ້ມ​ແຂງ​ຂຶ້ນ. ປາດ​ສະ​ຈາກ​ສິ່ງເຫລົ່າ​ນີ້, ສັດທາ​ຂອງ​ເຮົາ​ຈະ​ອ່ອນ​ແອ​ລົງ. ​ເປັນ​ຫຍັງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ ຈຶ່ງໄດ້​ກ່າວ​ກັບ​ເປໂຕ​ວ່າ, “ເຮົາ​ໄດ້​ອະທິຖານ​ສຳລັບ​ເຈົ້າ, ​ເພື່ອ​ສັດທາ​ຂອງ​ເຈົ້າຈະ​ບໍ່​ຂາດ​ໄປ”?12 ​ເພາະວ່າມີ​ຜູ້​ປໍ​ລະ​ປັກ​ທີ່​ຊື່ນ​ຊົມ​​ໃນ​ການ​ທຳລາຍ​ສັດທາ! ​ຈົ່ງປົກ​ປ້ອງ​ມັນ​ໄວ້​ຢ່າງ​ບໍ່​ລົດ​ລະ.

ຄຳ​ຖາມ​ທີ່​ຊື່​ສັດ

​ການ​ຖາມ​ຄຳ​ຖາມ​ຈາກ​ໃຈ ​ເປັນ​ພາກສ່ວນ​ສຳຄັນ​ໃນ​ການ​ສ້າງ​ສັດທາ, ​ແລະ ​ເຮົາ​ໃຊ້​ທັງ​ມັນ​ສະໝອງ ​ແລະ ຄວາມ​ຮູ້ສຶກ​ຂອງ​ເຮົາ. ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະອົງຈະ​ບອກ​ເຮົາໃນຈິດ​ໃຈ ​ແລະ ​ໃນຫົວ​ໃຈຂອງ​ເຮົາ.”13 ບໍ່​ແມ່ນ​ທຸກ​ຄຳ​ຕອບ ຈະ​ມາ​ເຖິງ​ທັນທີ, ​ແຕ່​ຄຳ​ຖາມ​ສ່ວນ​ຫລາຍ ຈະ​ໄດ້​ຮັບ​ຄຳ​ຕອບ​ຜ່ານ​ການ​ສຶກສາ​ຢ່າງ​ເອົາ​ໃຈ​ໃສ່ ​ແລະ ການສະ​ແຫວງຫາ​ຄຳ​ຕອບ​ຈາກ​ພຣະ​ເຈົ້າ. ການ​ໃຊ້​ຈິດ​ໃຈ​ຂອງ​ເຮົາ ປາດ​ສະ​ຈາກຫົວ​ໃຈ ຈະ​ບໍ່​ນຳ​ຄຳ​ຕອບ​ທາງ​ວິນ​ຍານ​ມາ​ໃຫ້. “ພຣະວິນ​ຍານ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ ທີ່​ຮູ້​ທຸກ​ສິ່ງ​ກ່ຽວ​ກັບ​ພຣະ​ເຈົ້າ.”14 ​ແລະ ​ເພື່ອ​ຊ່ອຍ​ເຮົາ, ພຣະ​ເຢຊູ​ໄດ້​ສັນຍາ​ກັບ​ເຮົາ​ວ່າ ຈະ​ປະທານ “ພຣະຜູ້​ປອບ​ໂຍນ​ອີກ​ອົງ​ໜຶ່ງ, … ຄື​ພຣະວິນ​ຍານ​ແຫ່ງ​ຄວາມ​ຈິງ​ໃຫ້.”15

ສັດທາຈະ​ບໍ່​ສັ່ງ​ໃຫ້​​ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ທຸກ​ຂໍ້. ​ແຕ່​ຈະ​ສະ​ແຫວງຫາ​ຄວາມ​ແນ່ນອນ​ໃຈ ​ແລະ ຄວາມ​ກ້າຫານ​ທີ່​ຈະ​ກ້າວ​ໄປ​ໜ້າ, ​ບາງ​ເທື່ອ​ຮັບ​ຮູ້​ວ່າ, “ເຮົາ​ບໍ່​ຮູ້​ທຸກ​ສິ່ງ, ​ແຕ່​ເຮົາ​ຮູ້​ພຽງພໍ ທີ່​ຈະ​ກ້າວ​ໄປໜ້າ​ໃນ​ເສັ້ນທາງ​ແຫ່ງ​ການ​ເປັນ​ສານຸສິດ.”16

ການ​ປ່ອຍ​ໃຫ້​ຕົນ​ເອງ​ມີ​ຄວາມ​ສົງ​ໄສ, ຊອກ​ຫາຄຳ​ຕອບ​ຈາກ​ຄົນ​ທີ່​ບໍ່​ມີ​ສັດທາ ​ແລະ ບໍ່​ສື່​ຊັດ, ຈະ​ເຮັດ​ໃຫ້​ສັດທາ​ຂອງ​ຕົນ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ​ໃນ​ການ​ຟື້ນ​ຟູ ອ່ອນ​ແອ​ລົງ.17 “ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ຈະ​ຮັບ​ສິ່ງ​​ເຫລົ່າ​ນັ້ນ ຊຶ່ງ​ເປັນ​ຂອງ​ພຣະວິນ​ຍານ​ຂອງ​ພຣະ​ເຈົ້າກໍ​ບໍ່​ໄດ້: ​ເພາະ​ພວກ​ເຂົາ​ເຫັນ​ວ່າ ​ສິ່ງ​ເຫລົ່ານັ້ນ​ເປັນ​ເລື່ອງ​ໂງ່​ສຳລັບ​ຕົນ.”18

ຍົກ​ຕົວຢ່າງ, ຄຳ​ຖາມ​ກ່ຽວ​ກັບສາດສະ​ດາ​ໂຈເຊັບ ສະ​ມິດ ບໍ່​ໄດ້​ເປັນ​ສິ່ງ​ໃໝ່ໆ. ສາດສະດາ​ໄດ້​ຖືກ​ວິຈານ​ນັບ​ແຕ່​ເພິ່ນ​ໄດ້​ເລີ່​ມຕົ້ນວຽກ​ງານ​ຂອງ​ເພິ່ນ. ຕໍ່​ຄົນທີ່​ຊື່ສັດ​​ເຫລົ່ານັ້ນ, ​ໂດຍ​ທີ່​​ເຫັນ​ຂໍ້​ມູນ​ຕ່າງໆ ​ຂອງ​ສະ​ໄໝ​ສັດ​ຕະ​ວັດ​ທີ 21 ຈຶ່ງ​ເກີດ​ສົງໄສ​ກ່ຽວ​ກັບ​ເຫດການ ຫລື ບົດ​ຄວາມ​ກ່ຽວ​ກັບສາດສະດາ​ໂຈເຊັບ ຈາກ​ໄລຍະ​ເວລາ​ເກືອບ​ເຖິງ 200 ປີຜ່ານມາ​ແລ້ວ, ຂ້າພະ​ເຈົ້າຂໍ​ແນະນຳ​ສິ່ງ​ໜຶ່ງ: ​ຢ່າ​ຕັດສິນ ບຣາເດີ ໂຈເຊັບ ຕອນ​ນີ້! ​​ໃນ​ອະນາຄົດ, ທ່ານ​ຈະ​ເຫັນ​ຂໍ້​ມູນ​ຕັ້ງ 100 ​ເທົ່າ ຫລາຍ​ກວ່າ​ທີ່​ເຫັນ​ຢູ່​ໃນ​ອິນ​ເຕີ​ແນັດ​ໃນ​​ເວ​ລາ​ນີ້, ​ແລະ ຈະ​ເປັນ​ຂໍ້​ມູນ​ທີ່​ລະອຽດ, ແລະ ມັນ​ຈະ​ມາ​ຈາກ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ທີ່​ຮູ້​ທຸກ​ສິ່ງ​ທັງ​ປວງ.19 ​ໃຫ້​ຄິດ​ກ່ຽວ​ກັບ​ຊີວິດ​ຂອງ​ເພິ່ນ—​​ເພິ່ນ​ໄດ້​ເກີດ​ໃນ​ຄວາມ​ຍາກຈົນ ​ແລະ ດ້ອຍ​ການ​ສຶກສາ, ​ແຕ່​​ໂຈເຊັບໄດ້​ແປ​ພຣະຄຳ​ພີ​ມໍ​ມອນ ​ພາຍ​ໃນ 90 ມື້.20 ຊາຍ ແລະ ຍິງຫລາຍ​ສິບ​ພັນ​ຄົນ​ທີ່​ຊື່ສັດ ແລະ ອຸທິດ​ຕົນ ໄດ້​ຮັບ​ເອົາ​​ອຸດົມ​ການ​ແຫ່ງ​ການ​ຟື້ນ​ຟູ. ຕອນ​ມີອາຍຸ​ 38 ປີ, ​ໂຈເຊັບ​ໄດ້ຜະ​ນຶກ​ປະຈັກ​ພະຍານ​ຂອງ​ເພິ່ນ ດ້ວຍ​ເລືອດ​ຂອງ​ເພິ່ນ​ເອງ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ໂຈເຊັບ ສະມິດ ​ໄດ້​ເປັນ​ສາດ​ສະດາ​ຂອງ​ພຣະ​ເຈົ້າ. ​ໃຫ້​ທ່ານ​ຄິດ​ແບບ​ນີ້, ​ແລະ ບໍ່​ຕ້ອງ​ເອົາ​ມາ​ຄິດ​ອີກ!

ຂອງ​ປະ​ທານ​ທີ່​ຂະ​ຫຍາຍ​ສັດ​ທາ​ຂອງ​ເຮົາ

​ທັງ​ພຣະຄຣິສ​ຕະທຳ​ຄຳ​ພີ ​ແລະ ພຣະຄຳ​ພີ​ມໍ​ມອນ, ​ໄດ້ໃຫ້​ຄວາມ​ແນ່ນອນ​ໃຈ​ວ່າ ພຣະ​ເຢຊູ​ຄື ພຣະຄຣິດ, ​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າ. ຂ້າພະ​ເຈົ້າມີ​ພຣະຄຳ​ພີ​ມໍມອນ​ສະບັບ​ພິມ​ຊຸດ​ທຳ​ອິດ​ເປັນ​ພາສາ​ຝະຣັ່ງ ​ຢູ່​ໃນ​ມື, ​ໄດ້​ຖືກ​ຈັດ​ພິມ​ໂດຍ ຈອນ ​ເທເລີ, ຕອນ​ເພິ່ນ​ໄດ້​ເລີ່ມຕົ້ນ​ເຮັດ​ວຽກ​ງານ​ຢູ່​ປະເທດ​ຝະຣັ່ງເສດ ​ໃນ​ປີ 1852. ຕອນ​ນີ້ ​ພຣະຄຳ​ພີ​ມໍມອນ​ໝົດ​ເຫລັ້ມ ຫລື ບາງ​ສ່ວນ ຈຳນວນ 110 ພາສາ ມີ​ຢູ່​ທົ່ວ​ໂລກ. ມັນ​​ເປັນ​ພະຍານ​ທາງ​ວິນ​ຍານ ​ແລະ ທາງ​ໂລກ ​ເຖິງ​ການ​ຟື້ນ​ຟູ. ​ດົນ​ປານ​ໃດ​ແລ້ວ​ທີ່​ທ່ານ​ໄດ້​ອ່ານ​ພຣະຄຳ​ພີ​ມໍ​ມອນ​ໝົດ​ທັງ​ເຫລັ້ມ? ​ຈົ່ງ​ອ່ານ​ມັນ​ຄືນ​ອີກ. ມັນ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​ທ່ານ.21

ຂອງ​ປະທານ​ອີກ​ຢ່າງ​ໜຶ່ງ​ຈາກ​ພຣະ​ເຈົ້າ ທີ່​ຂະຫຍາຍ​ສັດທາ​ຂອງ​ເຮົາ ​ແມ່ນ​ການ​ຊີ້​ນຳ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ກຸ່ມ​ອັກຄະ​ສາວົກ​ສິບ​ສອງ. ມື້​ນີ້ ​ເຮົາ​ໄ​ດ້ສະໜັບ​ສະໜູນ​ສາມ​ທ່ານ ຂອງ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ, ​ແລະ ຂ້າພະ​ເຈົ້າຂໍ​ຕ້ອນຮັບ​ພວກ​ເພິ່ນ. ​ໂປໂລ​ໄດ້​ກ່າວ​ວ່າ:

“ພຣະອົງ [ໄດ້​ເອີ້ນ] ບາງ​ຄົນ​ເປັນ​ອັກຄະ​ສາວົກ; ​ແລະ … ​ເປັນ ສາດສະດາ; …

“ເພື່ອ​ຈັດ​ຕຽມ​ໄພ່​ພົນ​ຂອງ​ພຣະ​ເຈົ້າ … :

“ຈົນກວ່າ​ເຮົາ​ທຸກ​ຄົນ​ຈະ​ບັນລຸ​ເຖິງ​ຄວາມ​ເປັນ​ນ້ຳໜຶ່ງ​ໃຈ​ດຽວ​ກັນ​ໃນ​ສັດທາ, ​ແລະ ​ໃນ​ຄວາມ​ຮູ້​ເຖິງ​ເລື່ອງ​ພຣະບຸດ​ຂອງ​ພຣະ​ເຈົ້າ … :

“ຈະ​ບໍ່​ຖືກ … ພັດ​ໄປ​ພັດ​ມາ, ​ແລະ ຫັນ​ເຫ​ໄປ​ມາ​ດ້ວຍ​ລົມປາກ​​ແຫ່ງ​ຄຳ​ສອນ​ທຸກ​ຢ່າງ, ​​ໂດຍ … ກົນອຸບາຍ​ອັນ​ສະຫລາດ, [ຫລື ​ໂດຍ​ຄົນ​ທີ່] ລໍຖ້າ​ຈະ​ພາ​ຄົນ​ອື່ນ​​ໃຫ້​ຫລົງ​ຜິດ.”22

ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ອັກ​ຄະ​ສາ​ວົກ​ສິບ​ສອງ ຊ່ອຍ​ປົກ​ປ້ອງ​ສັດ​ທາ​ຂອງ​ເຮົາ.

ຮູບ​ພາບ
ພະ​ລັງ​ຂອງ​ສັດ​ທາ

​ເຖິງ​ແມ່ນ​ສັດທາ​ທີ່​ເລີ່ມ​ໃໝ່​ມີ​ພຽງ​ເລັກ​ນ້ອຍ, ແຕ່ການ​ເລືອກ​ທີ່​ຊອບ​ທຳ ຈະ​ນຳ​ຄວາມ​ໄວ້​ວາງ​ໃຈ​​ໃນ​ພຣະ​ເຈົ້າຫລາຍ​ທີ່​ສຸດ​ມາ​ໃຫ້, ​ແລະ ສັດທາ​ຂອງ​ທ່ານຈະ​ເຕີບ​ໂຕ. ​ຄວາມ​ຫຍຸ້ງຍາກ​ໃນ​ໂລກ​ມະຕະ​ຈະ​ພະຍາຍາມ​ທຳລາຍ​ທ່ານ, ​​ແລະ ພະລັງ​ຂອງ​ຄວາມ​ຊົ່ວ​ຮ້າຍ​ທີ່​ລີ້​ຊ້ອນ​ຢູ່​ໃນ​ຄວາມ​ມືດ ​ຈະພະຍາ​ຍາມ​ດັບ​ມອດ​ສັດທາ​ຂອງທ່ານ. ​ແຕ່ເມື່ອ​ເຮົາ​ເລືອກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ໄປ, ​​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ​ແລະ ​ຕິດຕາມ​ພຣະບຸດ​ຂອງ​ພຣະອົງ, ພຣະຜູ້​ເປັນ​ເຈົ້າຈະ​ສົ່ງ​ຄວາມ​ສະຫວ່າງ ​ແລະ ຄວາມ​ຮູ້​​ເພີ່ມ​ເຕີມ​ມາ​ໃຫ້​ທ່ານ, ​ແລະ ສັດທາ​ຂອງ​ທ່ານ ຈະ​​ໝັ້ນຄົງ ​ແລະ ບໍ່​ຫວັ່ນ​ໄຫວ. ປະທານ​ທອມມັສ ແອັສ ມອນສັນ ​​ໄດ້​ກ່າວ​ວ່າ: “ບໍ່​ຕ້ອງຢ້ານ. … ອະນາຄົດ​ຈະ​ຮຸ່ງ​ເຫລື້ອມ​​ເທົ່າ​ກັບ​ສັດທາ​ຂອງ​ທ່ານ.”23

ພອດເທີ, ເຊນ, ແລະ ແມ໊ກສ໌ ໂອເປັນຊໍ

ສັດທາ​ຂອງ​ຊາຍ​ໜຸ່ມ​ຂອງ​ສາດສະໜາ​ຈັກ​ນີ້ ​ແມ່ນ​ໜ້າ​ອັດສະຈັນ​ໃຈ​ຫລາຍ!

ຮູບ​ພາບ
ຄອບຄົວ​ໂອເປັນຊໍ

​ໃນ​ວັນ​ທີ 12 ​ເດືອນ​ມິຖຸນາ ຂອງ​ປີ​ນີ້, ຂ້າພະ​ເຈົ້າ​ໄດ້​ຮັບອີ​ເມວບອກ​ວ່າ ອະທິການ​ຈາກ​ຫວອດ​ແຫ່ງ​ໜຶ່ງ​ໃນ​ລັດຢູ​ທາ ກັບ​ພັນ​ລະ​ຍາ​ຂອງ​ເພິ່ນ ​ແລະ ລູກ​ຂອງ​ພວກ​ເພິ່ນສອງ​ຄົນ ​ໄດ້​ເສຍ​ຊີວິດ​​ໃນ​ອຸປະຕິ​ເຫດ​ຍົນ​ຕົກ. ອະທິການ ມາກ ໂອເປັນຊໍ ​ໄດ້​ຂັບ​ຍົນ ​ໃນ​ຂະນະ​ທີ່​ບິນ​ຂຶ້ນຈາກ​ເດີ່ນ​ບິນ​ນ້ອຍ​ແຫ່ງ​ໜຶ່ງ ​ແລະ ບໍ່​ດົນ​ຈາກ​ນັ້ນ ຈັກ​ຍົນ​ງຽບ​ໄປ ​ແລະ ກໍ​ໄດ້​ຕົກລົງ​ດິນ. ອະທິການ ໂອເປັນຊໍ, ພັນ​ລະ​ຍາ​ຂອງ​ເພິ່ນ, ເອມມີ, ​ແລະ ລູກ​ຂອງ​ພວກ​ເພິ່ນ, ແທນເນີ ແລະ ແອວລີ ​ໄດ້​​ເສຍ​ຊີວິດ​ໄປ. ສິ່ງ​ປະຕິ​ຫານ​ຄື ລູກ​ຊາຍ​ອາຍຸ​ຫ້າ​ປີ, ທ້າວ ແມ໊ກສ໌, ​ໄດ້​ຕົກ​ອອກ​ຈາກ​ຍົນ​ພ້ອມ​ກັບ​ຕັ່ງ​ນັ່ງ​ຂອງ​ລາວ ​ແລະ ລອດ​ຊີວິດ ພຽງ​ກະດູກ​ຫັກ​ບາງ​ບ່ອນເທົ່າ​ນັ້ນ.

ຂ້າພະ​ເຈົ້າ​ໄດ້​ຍິນ​ວ່າ ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ພວກ​ເພິ່ນ, ແອວເດີ ພອດເທີ ໂອເປັນຊໍ ກຳລັງ​ຮັບ​ໃຊ້​ເຜີຍ​ແຜ່​ຢູ່​ເກາະ ມາໂຊ, ຢູ່​ເຂດ​ເຜີຍ​ແຜ່ ມາຈູໂຣ ​ແລະ​ ລູກ​ຊາຍ​ອີກ​ຄົນ​ໜຶ່ງ​ອາຍຸ 17 ປີ, ຊື່ ເຊນ, ຢູ່​ປະເທດ​ເຢຍລະມັນ ​ເຂົ້າ​ໂຮງຮຽນ​​ແລກປ່ຽນ​ວັດທະ​ນະທຳ​ຢູ່​ໃນ​ເວລາ​ນັ້ນ.

ຂ້າພະ​ເຈົ້າ​ໄດ້​ໂທ​ຫາ ແອວເດີ ໂອເປັນຊໍ ​ຢູ່​ເກາະ ຄຣິດສະມັດ. ​ເຖິງ​ແມ່ນ​ວ່າ​ລາວ​ໄດ້​ມີ​ຄວາມ​ໂສກ​ເສົ້າຫລາຍ​ກັບ​ການ​ສູນ​​ເສຍ​ພໍ່​ແມ່, ນ້ອງ​ຊາຍ ​ແລະ ນ້ອງ​ສາວ ຢ່າງ​ກະທັນ​ຫັນ, ​ແຕ່ ແອວເດີ ໂອເປັນຊໍ ​ໄດ້​ເກີດມີຄວາມ​​ເປັນ​ຫ່ວງ​ເປັນ​ໄຍ ​ກັບ​ນ້ອງ​ຊາຍ​ສອງ​ຄົນ​ຂອງ​ລາວທັນທີ.

​ໃນ​ທີ່​ສຸດ ແອວເດີ ໂອເປັນຊໍ ​ແລະ ນ້ອງ​ຊາຍ​ຂອງ​ລາວ, ເຊນ, ​ໄດ້​ຕັດສິນ​ໃຈ​ວ່າ ຄົນ​ອື່ນ​ສາມາດ​ດູ​ແລ​ນ້ອງ​ຊາຍ​ຂອງ​​ເຂົາ​ເຈົ້າ ​ແລະ ​​ພອດເທີ ຄວນ​ເຜີຍ​ແຜ່​ຕໍ່​ໄປ. ​ເຂົາ​ເຈົ້າຮູ້​ວ່າ ມັນ​ເປັນ​ສິ່ງ​ທີ່​ພໍ່​ແມ່​ຂອງ​ເຂົາ​ເຈົ້າປາດ​ຖະໜາ.

ຮູບ​ພາບ
ແອວເດີ ພອດເທີ ໂອເປັນຊໍ ຢູ່​ທີ່​ພິ​ທີ​ບັບ​ຕິ​ສະ​ມາ

​​ໃນ​ຂະນະ​ທີ່ຂ້າພະ​ເຈົ້າ​ໄດ້​ເວົ້າລົມ​ນຳ ແອວເດີ ໂອ​ເປັນ​ຊໍ, ຂ້າພະ​ເຈົ້າຮູ້​ເຖິງ​ຄວາມ​ເສົ້າ​ເສຍ​ໃຈ, ​ແຕ່​ຮູ້​ສຶກ​ເຖິງ​​ຄວາມ​ເຂັ້ມ​ແຂງ​ໃນ​ສັດທາ​ຂອງ​ລາວ​ນຳ​ອີກ. ລາວ​ໄດ້​ເວົ້າວ່າ, “ຂ້ານ້ອຍ​ແນ່​ໃຈ​ວ່າ ​ໂດຍ​ທີ່​ບໍ່​ມີ​ຄວາມ​ສົງ​ໄສ, ຂ້ານ້ອຍ​ຈະ​ເຫັນ​ຄອບຄົວ​ຂອງ​ຂ້ານ້ອຍ​ອີກ. .... ຄວາມ​ເຂັ້ມ​ແຂງ​ຢູ່​ໃນ​ການ​ທົດ​ລອງ ຈະ​ພົບ​ເຫັນ​ສະ​​ເໝີ​ໃນ ... ພຣະຜູ້​ເປັນ​ເຈົ້າຂອງ​ເຮົາ, ພຣະ​ເຢຊູ​ຄຣິດ. ... ພຣະຫັດ​ທີ່​ມີ​ພະລັງ​ຂອງ​ພຣະ​ເຈົ້າ ​ໄດ້​ຊ່ອຍ​ເຫລືອ​ຂ້ານ້ອຍ ​ແລະ ພວກ​ນ້ອງ​ຊາຍ​ຂອງ​ຂ້ານ້ອຍ ​ໃນ​ການ​ທ້າ​ທາຍ​ທີ່​ຫຍຸ້ງຍາກ​ນີ້.”24

ຮູບ​ພາບ
ເຊນ ໂອເປັນຊໍ ກ່າວ​ຢູ່​ງານ​ສົ່ງ​ສະ​ການ

ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ທ້າວເຊນ ​ເປັນ​ເທື່ອ​ທຳ​ອິດ ​ໃນ​ງານ​ສົ່ງສະການ. ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຫລຽວ​ເບິ່ງ ​ໂລງ​ສົບ​ສີ່​ອັນ ຢູ່​ໃນ​ຕຶກ​ໂບດ, ຂ້າພະ​ເຈົ້າ​ໄດ້​ມີ​ຄວາມ​ປະຫລາດ​ໃຈ​ຫລາຍ​ກັບ​ສັດທາ​ຂອງ​ຊາຍ​ໜຸ່ມ​ອາຍຸ 17 ປີ ​ໃນ​ຂະນະ​ທີ່​ລາວ​ກ່າວ​ຕໍ່​ຜູ້​ມາ​ຮ່ວມ​ພິທີ. ລາວ​​ໄດ້​​ເວົ້າວ່າ, “ມື້​ນີ້ ພວກ​ເຮົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ ດ້ວຍຄວາມ​ຖ່ອມ​ໃຈ ​ແລະ ດ້ວຍ​ຈິດ​ວິນ​ຍານ​ທີ່​ອ່ອນ​ເພຍ, ​ເພື່ອ​ຈື່​ຈຳ​ຊີວິດ​ຂອງ​ພໍ່​ແມ່ ​ແລະ ນ້ອງໆ​ຂອງ​ຂ້າພະ​ເຈົ້າ ແທນເນີ ແລະ ແອວລີ. … ພວກ​ເຮົາ​ໄດ້​ເວົ້າລົມ​ນຳ​ກັນ, ​ໄດ້​ຮ້ອງ​ໄຫ້​ນຳ​ກັນ, ​ໄດ້​ຈື່​ຈຳນຳ​ກັນ, ​ແລະ ​ໄດ້​ຮູ້ສຶກ​ເຖິງ​ພຣະຫັດ​ຂອງ​ພຣະ​ເຈົ້ານຳ​ກັນ. …

“ມື້​ທີ່​ຂ້າພະ​ເຈົ້າ​ໄດ້​ຍິນ​ຂ່າວ​ອຸປະຕິ​ເຫດ, ຂ້າພະ​ເຈົ້າ​ເຫັນ​ຈົດໝາຍ​ຈາກ​ແມ່​ຂອງ​ຂ້າພະ​ເຈົ້າຢູ່​ໃນ​ຖົງ​ຂອງ​ຂ້າພະ​ເຈົ້າ. ​ໃນ​ຈົດໝາຍ​ນັ້ນ ​ແມ່​ໄດ້​ເວົ້າວ່າ: ‘ເຊນ​ເອີຍ, ຈົ່ງ​ຈື່​ຈຳ​ວ່າ ລູກ​ເປັນ​ໃຜ ​ແລະ ລູກ​ມາ​ຈາກ​ໃສ. ພວກ​ເຮົາ​ຈະ​ອະທິຖານ​ເພື່ອ​ລູກ ​ແລະ ພວກ​ເຮົາ​ຄິດ​ຮອດ​ລູກ.’ ເຊນ​ໄດ້​ກ່າວ​ຕື່ມ​ວ່າ “ຄົງ​ບໍ່​ມີ​ຄຳ​ອື່ນ​ໃດ ທີ່​ເໝາະ​ສົມ​ເທົ່າ​ກັບ​ຖ້ອຍ​ຄຳ​ສຸດ​ທ້າຍ​ນີ້ຈາກ​ແມ່​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຮູ້​ວ່າ ​​ແມ່ ພ້ອມ​ດ້ວຍ ແທນເນີ, ແອວລີ, ​ແລະ ພໍ່​ຂອງ​ຂ້າພະ​ເຈົ້າ … ອະທິຖານ​ເພື່ອ [ອ້າຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ ​ແລະ] ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ເຊື່ອ​ວ່າ … ​ເຂົາ​ເຈົ້າອະທິຖານ​ ​ເພື່ອ​ໃຫ້​ຂ້າພະ​ເຈົ້າຮູ້​ວ່າ​ຕົນ​ເອງ​ເປັນ​ໃຜ … ​ເພາະວ່າ ​ຄື​ກັນ​ກັບ​ທ່ານ, ຂ້າພະ​ເຈົ້າ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ​ແລະ ພຣະອົງ​ໄດ້​ສົ່ງ​ຂ້າພະ​ເຈົ້າມາ​ນີ້. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ... ບໍ່​ວ່າ​ເຮົາ​ຈະ​ຮູ້ສຶກ​ເປົ່າ​ປ່ຽວ​ຫລາຍ​ຂະໜາດ​ໃດ, ​ແຕ່​ພຣະ​ເຈົ້າຈະ​ບໍ່​ປະ​ຖິ້ມ​ເຮົາ.”25

​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ສັດທາ​ຂອງ​ທ່ານ​ບໍ່​ໄດ້​ເລີ່ມຕົ້ນ​ໃນ​ເວລາ​ທີ່​ທ່ານ​ເກີດ, ​ແລະ ມັນ​ບໍ່​ໄດ້​ສິ້ນ​ສຸດ​ລົງ​ໃນ​ເວລາ​ທີ່​ທ່ານ​ຕາຍ. ສັດທາ​ເປັນ​ການ​ເລືອກ. ຈົ່ງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​ທ່ານ ​ແລະ ​ດຳລົງ​ຊີວິດ​ໃນ​ວິທີ​ທາງ ທີ່ທ່ານ​ຈະ​ສົມຄວນ​ໄດ້​ຍິນພຣະຄຳ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ ທີ່​ວ່າ: ​“ເຈົ້າມີ​ສັດທາ​ຍິ່ງ​ໃຫຍ່​ຫລາຍ.” ​ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ​ວ່າ ສັດທາ​ຂອງ​ທ່ານ, ຜ່ານ​ພຣະຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ຈະ​ໃຫ້​ທ່ານ​ໄດ້​ຢືນ​ຢູ່​ກັບ​ຄົນ​ທີ່​ທ່ານ​ຮັກ ​ໃນ​ມື້ໜຶ່ງ, ສະອາດ ​ແລະ ບໍລິສຸດ ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ມັດ​ທາຍ 15:28.

  2. ມັດ​ທາຍ 6:30.

  3. ລູ​ກາ 8:25.

  4. ມັດ​ທາຍ 8:10.

  5. ເຮັບ​ເຣີ 11:1.

  6. ເບິ່ງ ແອວ​ມາ 32:35.

  7. ເບິ່ງ L. Whitney Clayton, “Choose to Believe,” Liahona, May 2015, 36–39.

  8. ເບິ່ງ Lectures on Faith (1985), 3.

  9. ເບິ່ງ ເອ​ເຟ​ໂຊ 2:8.

  10. 1 ຊາ​ມູ​ເອນ 15:22.

  11. ການ​ສົນທະນາ​​ສ່ວນ​ຕົວ ກັບ​ທ່ານ ອາໂຣໂດ ຄາວາ​ການເຕ, 29 ສິງຫາ 2015, ​ເຊົາວາດໍ, ບຣາຊິນ, ນອກ​ເໜືອ​ຈາກ ອີເມວ ລົງ​ວັນ​ທີ 31 ​ເດືອນ​ສິງຫາ 2015. ມີ​ເລື່ອງ​ລາວ​ຫລາຍກວ່ານີ້ ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ ອາໂຣ​ໂດ ຄາວາ​ການເຕ ທີ່​ໃຫ້​ໄວ້​ກັບ​ແມ່​ຂອງ​ເພິ່ນ ວ່າຈະ​ດູ​ແລ​ນ້ອງ​ສາວ ແລະ ນ້ອງ​ຊາຍ​ຂອງ​ເພິ່ນ. ເປັນ​ເວ​ລາ​ຫລາຍ​ປີ​ຫລັງ​ຈາກ​ການ​ຕາຍ​ຂອງ​ແມ່​ເພິ່ນ, ເພິ່ນ​ໄດ້​ກ່າວ​ເຖິງ​ນ້ອງ​ສາວ ແລະ ນ້ອງ​ຊາຍ​ຂອງ​ເພິ່ນ​ວ່າ​ເປັນ “ລູກ” ຂອງ​ເພິ່ນ​ເອງ. ໃນ​ໄລ​ຍະ​ທີ່​ເພິ່ນ​ໄປ​ເຜີຍ​ແຜ່, ຈົດ​ໝາຍ ແລະ ການ​ໂທ​ລະ​ສັບ​ຂອງ​ເພິ່ນ​ກັບນ້ອງ ໃນ​ມື້​ຄຣິດ​ສະ​ມັດ ແລະ ໃນ​ວັນ​ແມ່, ​ມັກ​ຈະກ່າວ​ເຖິງ​ການ​ທ້າ​ທາຍ​ຂອງ​​ແຕ່​ລະຄົນ​ໃນ​ຄອບ​ຄົວ. ຜ່ານ​ການ​ເສຍ​ສະ​ລະ​ຢ່າງ​ຫລວງ​ຫລາຍ​ຫລັງ​ຈາກ​ການ​ເຜີຍ​ແຜ່​ຂອງ​ເພິ່ນ, ທ່ານ​ ອາໂຣໂດ ໄດ້​ຮັບ​ຜິດ​ຊອບ​ຝ່າຍ​ການ​ເງິນ​ສຳ​ລັບ​ການ​ສຶກ​ສາ​ຂອງ​ນ້ອງໆ ແລະ ສຳ​ລັບ​ການ​ໄປ​ເຜີຍ​ແຜ່​ຂອງ​ນ້ອງ​ຊາຍ​ຂອງ​ເພິ່ນ. ທ່ານ​ ອາໂຣໂດ ໄດ້​ລໍ​ຖ້າ​ຈົນ​ກວ່າ​ນ້ອງ​ສາວ ແລະ ນ້ອງ​ຊາຍຂອງ​ເພິ່ນ​ໄດ້​ແຕ່ງ​ງານ​ ກ່ອນ​ເພິ່ນ​ໄດ້ແຕ່ງ​ງານ ຕອນ​ມີ​ອາ​ຍຸ​ 32 ປີ. ເຂົາ​ເຈົ້າ​ຍັງ​ເປັນ​ຄອບ​ຄົວ​ທີ່​ໃກ້​ຊິດ​ຕິດ​ແທດ​ກັນ​ຢູ່.

  12. ​ລູ​ກາ 22:32.

  13. ເບິ່ງ Doctrine and Covenants 8:2.

  14. 1 ໂກ​ຣິນ​ໂທ 2:11.

  15. ໂຢ​ຮັນ 14:16–17.

  16. ​ເບິ່ງ Adam Kotter, “When Doubts and Questions Arise,” Liahona, Mar. 2015, 39–41.

  17. ແອວເດີ ນຽວ ເອ ແມ໊ກສະແວວ ຄັ້ງ​ໜຶ່ງ​ໄດ້​ກ່າວ​ວ່າ: “ບາງ​ຄົນ​ພຽງ​ແຕ່​ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ ຈາກ​ຄົນ​ທີ່ທໍ​ລະ​ຍົດ—ເຊັ່ນ​ດຽວ​ກັບ​ການ​ສຳ​ພາດ​ຢູດາ ເພື່ອ​ຈະ​​ເຂົ້າ​ໃຈ​ກ່ຽວ​ກັບພຣະ​ເຢ​ຊູ. ​ຄົນ​ທີ່​ທໍ​ລະ​ຍົດ​ມັກ​ຈະ​ບອກ​ກ່ຽວ​ກັບ​ຕົນ​ເອງ ຫລາຍກວ່າ​ທີ່​ຈະ​ບອກ​ກ່ຽວ​ກັບ​ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ຈາກ​ມາ” (“All Hell Is Moved” [Brigham Young University devotional, Nov. 8, 1977], 3, speeches.byu.edu).

  18. 1 ໂກ​ຣິນ​ໂທ 2:14.

  19. “ຂ້າ​ພະ​ເຈົ້າບໍ່​ເຄີຍບອກ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ດີ​ພ້ອມ​ທຸກ​ຢ່າງ; ແຕ່ບໍ່​ມີ​ຄວາມ​ຜິດ​​ໃນ​ການ​ເປີດ​ເຜີຍ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສອນ” (Teachings of Presidents of the Church: Joseph Smith [2007], 522).

  20. ເບິ່ງ John W. Welch and Tim Rathbone, “The Translation of the Book of Mormon: Basic Historical Information” (Foundation for Ancient Research and Mormon Studies, 1986).

  21. ພະ​ຍານ​ທາງວິນ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍມອນ ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຂອງ​ການ​ສົນ​ທະ​ນາ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ມັນ​ເປັນ​ພະ​ຍານ​ທີ່​ຕ້ອງ​ໄດ້​ຕໍ່​ເຕີມ​ເທື່ອ​ແລ້ວ​ເທື່ອ​ອີກ. ຖ້າບໍ່​ດັ່ງ​ນັ້ນ ຄວາມ​ຮູ້​ສຶກ​ທາງວິນ​ຍານ​ຈະ​ລຶບ​ເລືອນ​ໄປ ແລະ ບຸກ​ຄົນ​ຈະ​ບໍ່​ຈື່​ຈຳ​ພະ​ລັງ​ທີ່​ຕົນ​ເຄີຍ​ຮູ້​ສຶກ​ມາ​ກ່ອນ. “ແລະ ຜູ້​ຄົນ​ເລີ່ມ​ຫລົງ​ລືມ​ເຄື່ອງ​ໝາຍ ແລະ ຄວາມ​ແປກ​ປະ​ຫລາດ​ຊຶ່ງ​ພວກ​ເຂົາ​ເຄີຍ​ໄດ້​ຍິນ​ມາ, ແລະ ເລີ່ມ​ແປກ​ໃຈ​ນ້ອຍ​ລົງ​ກ່ຽວ​ກັບ​ເຄື່ອງ​ໝາຍ ... ການ​ແປກ​ປະ​ຫລາດ​ຈາກ​ສະ​ຫວັນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ເລີ່ມ​ແຂງ​ກະ​ດ້າງ​ໃນ​ໃຈ ແລະ ມືດ​ດັບ​ໃນ​ຈິດ, ແລະ ເລີ່ມບໍ່​ເຊື່ອ​ທຸກ​ສິ່ງ​ຊຶ່ງ​ພວກ​ເຂົາ​ໄດ້​ຍິນ ແລະ ເຫັນ​ມາ … ແລະ [ເລີ່ມ​ຕົ້ນ] ​ເຊື່ອ​ວ່າ ຄຳ​ສອນ​ຂອງ​ພຣະ​ຄຣິດ​ເປັນ​ສິ່ງ​ທີ່​ໂງ່​ຈ້າ​ລ້າ​ຫລັງ ແລະ ບໍ່​ມີ​ປະ​ໂຫຍດ” (3 ນີ​ໄຟ 2:1–2).

  22. ເອ​ເຟ​ໂຊ 4:11–14.

  23. Thomas S. Monson, “Be of Good Cheer,” Liahona, May 2009, 92.

  24. ອີເມວສ່ວນ​ຕົວ ​ໄດ້​ຮັບ​ຈາກ​ແອວເດີ ພໍເຕີ ​ໂອເປັນຊໍ, 23 ສິງຫາ 2015.

  25. ຄວາມ​ຄິດ​ຄວາມ​ເຫັນ​ຂອງ ​ເຊນ ​ໂອເປັນຊໍ ທີ່​ງານ​ສົ່ງສະກາ​ນຄົນ​ໃນ​ຄອບຄົວ​ຂອງ​ລາວ, 22 ມິຖຸນາ, 2015.