​2010–2019
ພຣະ​ເຈົ້າ​ເປັນ​ຜູ້​ຂັບ​ເຮືອ
ຕຸລາ 2015


ພຣະ​ເຈົ້າ​ເປັນ​ຜູ້​ຂັບ​ເຮືອ

​ພຣະບັນຍັດ ​ແລະ ພັນທະ​ສັນຍາ ​ເປັນຄວາມ​ຈິງ​ ​ແລະ ຄຳ​ສອນ ທີ່​ມີຄ່າປະ​ເສີດ​ລ້ຳ ທີ່​ພົບ​ເຫັນ​ຢູ່​ໃນ​ເຮືອ​ເກົ່າ​ແຫ່ງ​ສີ​ໂອນ, ບ່ອນ​ທີ່​ພຣະ​ເຈົ້າ​ເປັນຜູ້​ຂັບ​ເຮືອ.

​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​​ເດືອນ​ຕຸລາ​ຜ່ານ​ມາ​ນີ້, ຂ້າພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ຜູ້​ຮັບ​ຊົມ​ຮັບ​ຟັງ ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ທ່ານບຣິກຳ ຢັງ ​ໃຫ້​ຢູ່​ໃນ​ເຮືອ​ສີ​ໂອນ​ທີ່​ເກົ່າ​ແກ່, ຊຶ່ງ​ໝາຍ​ເຖິງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ແລະ ຍຶດເຮືອ​ໄວ້​ໃຫ້​ແໜ້ນ​ດ້ວຍ​ມື​ທັງ​ສອງ.1 ນັບ​ແຕ່​ນັ້ນມາ, ຂ້າພະ​ເຈົ້າດີ​ໃຈ​ຫລາຍ ທີ່​ຮູ້​ວ່າບາງ​ຄົນ​ໃນ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ ​ແລະ ຄົນ​ອື່ນໆ ​ໄດ້​ຟັງ ​ແລະ ​ໄດ້​ຖາມ​ວ່າ, “ມີ​ຫຍັງ​ແດ່​ຢູ່​ໃນ​ເຮືອ​ເກົ່າ​ແກ່ນັ້ນ ທີ່​ເຮົາ​ສາມາດ​ຍຶດ​ໄວ້​​ໄດ້?” ຂ້າພະ​ເຈົ້າ​ໄດ້​ເຕືອນ​ເຂົາ​ເຈົ້າ ​ເຖິງ​ຖ້ອຍ​ຄຳ​ທີ່​ປະທານ​ຢັງ ​ໄດ້​ກ່າວ​ວ່າ: “ເຮົາ​ຢູ່​ໃນ​​ເຮືອ​ທີ່ເກົ່າ​ແກ່​ແຫ່ງ​ສີ​ໂອນ. … [ພ​ຣະ​ເຈົ້າ] ເປັນ​ຜູ້​ຂັບ​ເຮືອ, ແລະ ຈະ​ຄົງ​ຢູ່​ທີ່​ນັ້ນ. … ທຸກ​ສິ່ງ​ດີ. ພຣະ​ອົງ​ອອກ​ຄຳ​ສັ່ງ, ຊີ້​ນຳ, ແລະ ນຳ​ພາ. ຖ້າ​ຫາກ​ຜູ້​ຄົນ​ຈະ​ມີ​ຄວາມ​ໝັ້ນ​ໃຈທັງ​ໝົດ​ໃນ​ພຣະ​ເຈົ້າ​ຂອງ​ເຂົາ​ເຈົ້າ, ບໍ່​ປະ​ຖິ້ມ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ຫລື ພຣະ​ເຈົ້າ​ຂອງ​ເຂົາ​ເຈົ້າ, ແລ້ວພຣະ​ອົງ​ຈະ​ນຳ​ທາງ​​ເຂົາ​ເຈົ້າໄປ​ໃນ​ທາງ​ທີ່​ຖືກ​ຕ້ອງ.”2

ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ, ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ໄດ້​ຈັດ​ຕຽມ​ຄວາມ​ຈິງ​ນິລັນດອນ​ໄວ້​ໃນ​ເຮືອ​ເກົ່າ​​ແກ່ແຫ່ງ​ສີ​ໂອນ​ນັ້ນ ​ອັນ​ທີ່​ຈະ​ຊ່ອຍ​ເຮົາ​ຂັບ​ເຮືອ​ໄປ​ຕາມ​ທິດ​ທາງ ຜ່ານ​ຜ່າ​ຄື້ນນ້ຳທີ່​ພັດ​ແຮງ ຂອງ​ຊີວິດ​ມະຕະ. ຕໍ່​ໄປ​ນີ້​ແມ່ນ​ຄວາມ​ຈິງຈຳນວນ​ໜຶ່ງ.

ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ ​ໄດ້​ຖືກ​ນຳພາ​ໂດຍ​ສາດສະດາ​ ​ແລະ ອັກຄະ​ສາວົກ ທີ່​ມີ​ຊີວິດ​ຢູ່ ມາ​ຕະຫລອດ. ​ເຖິງ​ແມ່ນ​ພວກ​ເພິ່ນ​ເປັນ​ມະນຸດ​ໃນ​ຄວາມ​ເປັນ​ມະຕະ ​ແລະ ຂາດ​ຕົກ​ບົກ​ພ່ອງ, ​ແຕ່​ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໄດ້​ຮັບ​ການ​ດົນ​ໃຈ ​ເພື່ອ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ຫລີກ​ເວັ້ນຈາກ​ອຸປະສັກ ທີ່​ຈະ​ທຳຮ້າຍ​ຊີວິດ​ທາງ​ວິນ​ຍານ ​ແລະ ​ເພື່ອ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ຜ່ານ​ຜ່າ​ຄວາມ​ເປັນ​ມະຕະ​ໄປ​ຢ່າງ​ປອດ​ໄພ ສູ່​ຈຸດໝາຍ​ປາຍທາງ​ສຸດ​ທ້າຍ, ອັນ​ສູງ​ສົ່ງ, ​ແລະ ​ແຫ່ງ​ສະຫວັນ​ຂອງ​ເຮົາ.

​ໃນ​ໄລຍະ 40 ປີ ທີ່​ຂ້າພະ​ເຈົ້າ​ໄດ້​​ເຮັດ​ວຽກ​ງານຮ່ວມກັບ​ພວກ​ເພິ່ນ, ຂ້າພະ​ເຈົ້າ​ໄດ້​ເຫັນ​ດ້ວຍ​ຕົນ​ເອງ ​ເມື່ອ​ການ​ດົນ​ໃຈ ​ແລະ ການ​ເປີດ​ເຜີຍ ທີ່​ງຽບໆ ​ແລະ ປະ​ທັບ​ໃຈ ​ໄດ້​ຈູງ​ໃຈ​ສາດສະດາ ​ແລະ ອັກຄະ​ສາວົກ, ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຄົນ​ອື່ນໆ, ​ພ້ອມ​ດ້ວຍຜູ້ນຳ ຊາຍ ​ແລະ ຍິງ ​ໃນອົງການ​ຊ່ອຍ​ເຫລືອ ໃຫ້​ລົງມື​ປະຕິບັດ. ​ເຖິງ​ແມ່ນ​ພວກ​ເພິ່ນ​ບໍ່​ດີ​ພ້ອມ​ທຸກ​ຢ່າງ ​ແລະ ​ສາມາດ​ເຮັດ​ຜິດພາດ, ຊາຍ ​ແລະ ຍິງ​ທີ່​ດີ​ເດັ່ນ​ເຫລົ່າ​ນີ້ ​ໄດ້​ອຸທິດ​ຕົນ ​ເພື່ອ​ນຳພາວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໃຫ້​ດຳ​ເນີນ​ໄປ​ໜ້າ ຕາມ​ທີ່​ພຣະອົງ​ໄດ້​ແນະນຳ.

ທ່ານ​ສາມາດ​ແນ່​ໃຈ​ໄດ້​ກ່ຽວ​ກັບ​ເລື່ອງ​ນີ້: ພຣະຜູ້​ເປັນ​ເຈົ້ານຳ​ພາສາດສະໜາ​ຈັກ​ຂອງ​ພຣະອົງ ຜ່ານ​ທາງ​ສາດສະດາ ​ແລະ ອັກຄະ​ສາວົກ​ທີ່​ມີ​ຊີວິດ​ຢູ່. ນີ້​ຄື​ວິທີ​ທີ່​ພຣະອົງ​ໄດ້​ເຄີຍ​ເຮັດ​ມາ. ​ແນ່ນອນ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ວ່າ, “ເຮົາ​ບອກ​ພວກ​ເຈົ້າຕາມ​ຄວາມ​ຈິງ​ວ່າ ຜູ້​ໃດ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ ກໍ​ຕ້ອນຮັບ​ເຮົາ​ເໝືອນ​ກັນ.”3 ​ເຮົາ​ບໍ່​ສາມາດ​ແຍກ​ພຣະຄຣິດອອກ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ. ຖ້າປາດ​ສະ​ຈາກ​ອັກຄະ​ສາວົກ​ລຸ້ນທຳ​ອິດ​ຂອງ​ພຣະອົງ​ແລ້ວ, ​ເຮົາ​ຄົງ​ບໍ່​ມີ​ເລື່ອງ​ລາວ​ທີ່​ເປັນ​ຫລັກ​ຖານ​ພະຍານ​ເຖິງ​ຄຳ​ສອນ​ຫລາຍ​ຢ່າງ​ຂອງ​ພຣະອົງ, ​ເຖິງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ, ​ເຖິງ​ການ​ຮັບ​ທຸກທໍລະມານ​ຂອງ​ພຣະອົງ​ໃນ​ສວນ​ເຄັດ​ເຊ​ມາ​ເນ, ​ແລະ ​ເຖິງ​ການ​ສິ້ນ​ພຣະຊົນ​ຂອງ​ພຣະອົງ​ຢູ່​ເທິງ​ໄມ້​ກາງ​ແຂນ. ຖ້າປາດ​ສະ​ຈາກ​ປະຈັກ​ພະຍານ​ຂອງ​ພວກ​ເພິ່ນ, ​ເຮົາ​ຄົງ​ບໍ່​​ມີ​ຫລັກ​ຖານ​ພະຍານ​ຂອງ​ບັນດາ​ອັກຄະ​ສາວົກ ​ເຖິງ​ອຸບ​ມຸງ​ທີ່​ວ່າງ​ເປົ່າ ​ແລະ ​ເຖິງ​ການ​ຟື້ນ​ຄືນ​ພຣະຊົນ.

ພຣະອົງ​ໄດ້​ບັນຊາ​ອັກຄະ​ສາວົກ​ລຸ້ນທຳ​ ດັ່ງ​ນີ້:

“ເຫດ​ສະນັ້ນພວກ​ເຈົ້າຈົ່ງ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ ​ໃຫ້​ເຂົາ​ຮັບ​ບັບຕິ​ສະມາ​ໃນ​ພຣະນາມ​ຂອງ​ພຣະບິດາ, ​ແລະ ຂອງ​ພຣະບຸດ, ​ແລະ ຂອງ​ພຣະວິນ​ຍານ​ບໍລິສຸດ:

“ສັ່ງສອນ​ພວກ​ເຂົາ​ໃຫ້​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ໄວ້​ແລ້ວນັ້ນ.”4

ການ​ມອບ​ໝາຍ​​ນີ້ ​ໄດ້​ຖືກ​ມອບ​ໝາຍ​ໃໝ່​ໃນ​ວັນ​ເວລາ​ຂອງ​ເຮົາ ​ເມື່ອ​ພຣະຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ໂຈ​ເຊັບ ສະ​ມິດ ​ໃຫ້​ຟື້ນ​ຟູສາດສະໜາ​ຈັກຂຶ້ນ, ພ້ອມ​ດ້ວຍ​ອັກຄະ​ສາວົກ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ ​ເພື່ອ​ປະກາດ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ ​​ເປັນ​ເທື່ອ​ສຸດ​ທ້າຍ ກ່ອນ​ພຣະອົງ​ຈະ​ສະ​ເດັດ​ກັບ​ຄືນ​ມາ​ອີກ.

ມັນ​ເປັນ​ການ​ທ້າ​ທາຍ​ຕະຫລອດ​ມາ ສຳລັບ​ຊາວ​ໂລກ ທີ່​ຈະ​ຮັບ​ຮູ້​ສາດສະດາ ​ແລະ ອັກຄະ​ສາວົກທີ່​ມີ​ຊີວິດ​ຢູ່, ​ແຕ່​ມັນ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ຕ້ອງຮູ້ຈັກ ​ແລະ ຮັບ​ຮູ້ ກ່ອນ​ຈະ​ເຂົ້າ​ໃຈ​ການ​ຊົດ​ໃຊ້ ​ແລະ ຄຳ​ສອນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ກ່ອນ​ຈະ​ໄດ້​ຮັບ​ພອນ​ອັນ​ເຕັມ​ປ່ຽມ​ຂອງ​ຖານະ​ປະ​ໂລຫິດ ​ເພາະ​ການ​ເຮັດ​ຕາມ​ບຸກຄົນ​ທີ່​ພຣະອົງ​ໄດ້​ເອີ້ນ.

ຜູ້​ຄົນ​ເປັນ​ຈຳນວນ​ຫລວງຫລາຍ ຄິດ​ວ່າ​ຜູ້ນຳ​ຂອງ​ສາດສະໜາ​ຈັກ ​ແລະ ສະມາຊິກ ຄວນ​ເປັນ​ຄົນ​ດີ​ພ້ອມ​ທຸກ​ຢ່າງ ຫລື ​ເກືອບ​ດີ​ພ້ອມ​ທຸກ​ຢ່າງ. ​ເຂົາ​ເຈົ້າລືມ​ໄປ​ວ່າ ພຣະຄຸນ​ຂອງ​ພຣະຜູ້​ເປັນ​ເຈົ້າ​ແມ່ນ​ພຽງພໍ​ແລ້ວ ທີ່​ຈະ​ບັນລຸ​ວຽກ​ງານ​ຂອງ​ພຣະອົງ ຜ່ານ​ມະນຸດ​ທີ່​ເປັນ​ມະຕະ. ຜູ້ນຳຂອງ​​ເຮົາມີ​ເຈດ​ຕະນາ​ດີ, ​ແຕ່ບາງ​ເທື່ອ​ພວກເຮົາ​ກໍ​ເຮັດ​ຜິດພາດ. ສິ່ງ​ນີ້​ບໍ່​ໄດ້​ເກີດ​ຂຶ້ນ​ພຽງ​ແຕ່​ຢູ່​ໃນ​ຄວາມ​ສຳພັນ​ຂອງ​ສາດສະໜາ​ຈັກ​ເທົ່າ​ນັ້ນ, ມັນ​ໄດ້​ເກີດ​ຂຶ້ນ​ໃນ​ຄວາມ​ສຳພັນ​ຂອງ​ໝູ່​ເພື່ອນ, ​ເພື່ອນ​ບ້ານ, ​ແລະ ຜູ້​ຄົນ​ໃນ​ບ່ອນ​ທຳ​ງານ ຕະຫລອດ​ທັງ​ລະຫວ່າງ​ສາມີ​ພັນ​ລະ​ຍາ ​ແລະ ​ໃນ​ຄອບຄົວ​ນຳ​ອີກ.

ການ​ຊອກ​ຫາ​ຈຸດ​ອ່ອນ​ຂອງ​ຄົນ​ອື່ນ ​​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ເຮັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຮົາ​ຈະ​ເຮັດ​​ຜິດ ຖ້າ​ຫາກ​ເຮົາ​ພຽງ​ແຕ່​ສັງ​ເກດ​ເບິ່ງ​ທຳ​ມະ​ຊາດ​ຂອງ​ມະນຸດ​ຂອງ​ກັນ​ແລະ​ກັນ​ເທົ່າ​ນັ້ນ ​ແລະ ລືມ​ເບິ່ງ​ພຣະຫັດ​ຂອງ​ພຣະ​ເຈົ້າ ​ໃນ​ການ​ທຳ​ງານ​ຜ່ານ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ.

ການ​ເອົາ​ໃຈ​ໃສ່​ຕໍ່​ວິທີ​ທີ່​ພຣະຜູ້​ເປັນ​ເຈົ້າດົນ​ໃຈ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ ​ແລະ ຕໍ່​ວິທີ​ທີ່​ພຣະອົງ​ດົນ​ໃຈ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ​ໃຫ້​ເຮັດ​ສິ່ງ​ທີ່​ໜ້າ​ອັດສະຈັນ​ໃຈ ​ແລະ ສິ່ງ​ແປກ​ປະຫລາດ ​​ແທນ​ການ​​ເອົາ​ໃຈ​ໃສ່​ຕໍ່​ທຳ​ມະ​ຊາດ​ຂອງ​ມະນຸດ​ຂອງ​ພວກ​ເພິ່ນ ​ເປັນ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ສາມາດ​ຍຶດໝັ້ນ​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ຢູ່​ໃນ​ເຮືອ​ເກົ່າ​​ແກ່ແຫ່ງ​ສີ​ໂອນ​ຢ່າງ​ປອດ​ໄພ.

ຄວາມ​ຈິງ​ຢ່າງ​ທີ​ສອງ ​ແມ່ນ​​ຄຳ​ສອນ​ໃນ​ແຜນ​ແຫ່ງ​ຄວາມ​ລອດ. ຜ່ານ​ທາງ​ສາດສະດາ​ໂຈ​ເຊັບ ສະ​ມິດ, ພຣະ​ເຈົ້າ​ໄດ້​ມອບ​ພຣະຄຳ​ພີ​ມໍ​ມອນ, ພຣະຄຳ​ພີຄຳ​ສອນ ​ແລະ ພັນທະ​ສັນຍາ, ​ແລະ ຄຳ​ສອນ​ເພີ່ມ​ເຕີມ​ຫລາຍ​ຢ່າງ​ໃຫ້​ສາດສະໜາ​ຈັກ. ສິ່ງ​ເຫລົ່ານັ້ນ ​ແມ່ນ​ຮ່ວມ​ດ້ວຍ​ຄວາມ​ຮູ້​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ, ຊຶ່ງ​ເປັນ​ແຜນ​ທີ່​ບອກ​​ເຖິງ​ບ່ອນ​ທີ່​ເຮົາ​ໄດ້​ຈາກ​ມາ, ​ເຖິງ​ຈຸດປະສົງ​ຂອງ​ເຮົາ​ຢູ່​ໃນ​ໂລກ​ນີ້, ​ແລະ ​ເຖິງ​ບ່ອນ​ທີ່​ເຮົາ​ຈະ​ໄປ​ຫ​າ​ເມື່ອ​ເຮົາ​ຕາຍ​ໄປ. ​ແຜນ​ດັ່ງກ່າວ​ກໍ​ຍັງ​ບອກ​ເຖິງ​ມຸມ​ມອງ​ທີ່​ດີ​ເດັ່ນ ​ແລະ ນິລັນດອນ​ນຳ​ອີກ ວ່າ​ເຮົາ​ເປັນ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ. ​​ເມື່ອ​ເຮົາ​ເຂົ້າ​ໃຈ​ວ່າ​​ໃຜ​ຄື​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ​ເຖິງ​ຄວາມ​ສຳພັນ​ຂອງ​ເຮົາ​ກັບ​ພຣະອົງ ​ແລະ ກັບ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະ​ເຢຊູຄຣິດ, ​ແລ້ວ​ເຮົາ​ຈະ​ຮັບ​ຮູ້​ພຣະບັນຍັດ​ຂອງ​ພວກ​ພຣະອົງ ​ແລະ ​ເຮັດ​ພັນທະ​ສັນຍາ​ນຳ​ພວກ​ພຣະອົງ ອັນ​ທີ່​ຈະ​ພາ​ເຮົາ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ນິລັນດອນ​ຂອງ​ພວກ​ພຣະອົງ.

ທຸກ​ເທື່ອ​ທີ່​ຂ້າພະ​ເຈົ້າ​ໄດ້​ອູ້ມ​ແອນ້ອຍ, ຂ້າພະ​ເຈົ້າ​ຈະ​ຖາມ​ໃນ​ໃຈ​ສະ​ເໝີ​ວ່າ: “ແອນ້ອຍ​ເອີຍ, ເຈົ້າ​​ແມ່ນ​ໃຜ? ​ເຈົ້າຈະ​ກາຍ​ເປັນ​ຄົນ​ແບບ​ໃດ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ?”

​ເຮົາ​ຈະ​ຖາມ​ຄຳ​ຖາມ​ທີ່​ຄ້າຍຄື​ກັນ​ນີ້​ ​ເມື່ອ​ບາງ​ຄົນ​ທີ່​ເຮົາ​ຮັກ​ໄດ້​ຕາຍ​ໄປ: “ເຂົາ​ເຈົ້າຢູ່​​ໃສ? ​ເຂົາ​ເຈົ້າ​ເຫັນ​ຫຍັງ ​ແລະ ປະສົບການ​ກັບ​ສິ່ງ​ໃດ? ຊີວິດ​ມີ​ຢູ່​ຕໍ່​ໄປ​ບໍ? ສະພາບ​ຂອງຄວາມສຳພັນທີ່​ເຮົາທະນຸ​ຖະໜອມ​ ​ໃນ​ໂລກ​ວິນ​ຍານ​ຂອງ​ຄົນ​ຕາຍ ຈະ​ເປັນ​ແນວ​ໃດ?”

​ໃນ​ໂລກ​ວິນ​ຍານ, ຄອບຄົວ​ຂອງ​ພວກຂ້າພະ​ເຈົ້າ​ມີຫລານ​ສາວ​ສອງ​ຄົນ, ນາງ ​ແຊຣາ ​ແລະ ນາງ ​ເອັມມະ​ລີ, ​ແລະ ຫລານ​ຊາຍ​ໜຶ່ງ​ຄົນ, ທ້າວ ​ເນ​ຕັນ. ​ໂດຍ​ທີ່​ເຫັນ​ຫລານ​ຈາກ​ໂລກ​ນີ້​ໄປ, ຄອບຄົວ​ຂອງ​ຂ້າພະ​ເຈົ້າ ​ໄດ້​ພະຍາຍາມ​ຍຶດໝັ້ນພຣະກິດ​ຕິ​ຄຸນ​ໄວ້​ດ້ວຍ​ມື​ທັງ​ສອງ. ຄຳ​ຖາມ​ຂອງ​ພວກ​ເຮົາ​ໄດ້​ຖືກ​ຕອບ ດ້ວຍ​ການ​ປອບ​ໂຍນ ​ແລະ ຄວາມ​ແນ່ນອນ​ໃຈ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ເຖິງ​ແມ່ນ​ພວກ​ເຮົາ​ຄິດ​ຮອດ​ຫລານ​​ເຫລົ່ານັ້ນ, ​ແຕ່​ພວກ​ເຮົາ​ຮູ້​ວ່າ ​ເຂົາ​ເຈົ້າຍັງ​ມີ​ຊີວິດ​ຢູ່, ​ແລະ ພວກ​ເຮົາ​ຮູ້​ວ່າ ພວກ​ເຮົາ​ຈະ​​ເຫັນ​ເຂົາ​ເຈົ້າອີກ. ພວກ​ເຮົາ​ມີ​ຄວາມ​ກະຕັນຍູ​ຫລາຍສຳລັບ​ຄວາມ​​ເຂົ້າ​ໃຈທາງ​ວິນ​ຍານ​ເຫລົ່າ​ນີ້ ​ໃນ​ເວລາ​ທີ່​ຄອບຄົວ​ຂອງພວກ​ເຮົາ​ຢູ່​ໃນ​ຄວາມ​ໂສກ​ເສົ້າ.

ຄວາມ​ຈິງ​ທີ່​ສຳຄັນ​ອີກ​ຢ່າງ​ໜຶ່ງ​ໃນ​ສາດສະໜາ​ຈັກ ​ແມ່ນ​ພຣະບິດາ​ເທິງ​ສະຫວັນ​ໄດ້​ສ້າງ​ອາ​ດາມ ​ແລະ ​ເອວາ ສຳລັບ​ຈຸດປະສົງ​ທີ່​ສູງ​ສົ່ງ. ມັນ​​ແມ່ນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ມອບ​ໝາຍ—​ແລະ, ​ໃນ​ທີ່​ສຸດ, ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ມີພົງພັນ—​ເພື່ອ​ສ້າງ​ຮ່າງກາຍ​ທີ່​ເປັນ​ມະຕະ​ສຳລັບ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ ​ເພື່ອ​ວ່າ​ເຂົາ​ເຈົ້າຈະ​ໄດ້​ມີ​ປະສົບ​ການ​ຢູ່​ໃນ​ໂລກ​ມະຕະ. ຜ່ານ​ການ​ສ້າງ​ດັ່ງກ່າວ, ພຣະບິດາ​ເທິງ​ສະຫວັນ​ຈຶ່ງ​ໄດ້​ສົ່ງ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະອົງ​ມາສູ່​ໂລກ ​ເພື່ອ​ຮຽນ​ຮູ້ ​ແລະ ​ເຕີບ​ໂຕ ຜ່ານ​ປະສົບ​ການ​ຂອງ​ຊີວິດ​ຢູ່​ໃນ​ໂລກ. ​ເພາະ​ພຣະອົງ​ຮັກ​ລູກໆ​ຂອງ​ພຣະອົງ, ພຣະ​ເຈົ້າຈຶ່ງ​ໄດ້​ສົ່ງ​ອັກ​ຄະ​ທູດ​​ແຫ່ງ​ສະຫວັນ​ ​ແລະ ອັກຄະ​ສາວົກລົງ​ມາ ​ເພື່ອ​ສອນ​ເຂົາ​ເຈົ້າກ່ຽວ​ກັບ​ບົດບາດ​ອັນ​ສຳຄັນ​ຂອງ​ພຣະ​ເຢຊູ​ຄຣິດ ນັ້ນຄື​ການ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ.

ຕະຫລອດ​ຫລາຍ​ສັດຕະວັດ, ສາດສະດາ​ໄດ້​ບັນລຸ​ໜ້າ​ທີ່​ຂອງ​ພວກ​ເພິ່ນ ​ເມື່ອ​ພວກ​ເພິ່ນ​ໄດ້​ເຕືອນ​ຜູ້​ຄົນ​ເຖິງ​​ໄພອັນຕະລາຍ​ທີ່​ມີ​ຢູ່​ຕໍ່ໜ້າ​ພວກ​ເຂົາ. ອັກຄະ​ສາວົກ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໄດ້​ຖືກ​ມອບ​ໝາຍ​ໃຫ້​​ເຝົ້າດູ​ແລ, ​ເຕືອນ, ​ແລະ ​ເອື້ອມ​ອອກ​ໄປ​ຊ່ອຍ​ເຫລືອ ຄົນ​ທີ່​ສະ​ແຫວງຫາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ.

​ເມື່ອ​ຊາວ​ປີ​ກ່ອນ, ຝ່າຍ​ປະທານ​ສູງ​ສຸດ​ ​ແລະ ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ​ໄດ້​ລະບຸ​ໃບ “ຄອບຄົວ: ການ​ປະກາດ​ຕໍ່​ໂລກ.” ​ໃນ​ເອກະສານ​ທີ່​ດົນ​ໃຈນັ້ນ, ​ພວກ​ເຮົາ​ໄດ້​ມ້ວນທ້າຍ​ດ້ວຍ​ຖ້ອຍ​ຄຳ​ເຫລົ່າ​ນີ້, “ພວກ​ເຮົາ​ຂໍ​ເຕືອນ​ວ່າ ຜູ້​ໃດ​ທີ່​ລະ​ເມີດ​ກົດ​ພົມມະຈັນ, ຜູ້​ໃດ​ທີ່​ທຳຮ້າຍ​ລູກ​ເມຍ, ຫລື ຜູ້​ໃດ​ທີ່​ບໍ່​ເຮັດ​ໜ້າ​ທີ່​ຂອງ​ຕົນ ​ໃນ​ການ​ລ້ຽງ​ດູ​ຄອບຄົ​ວ ຈະ​ຖືກ​ຕັດສິນ​ໃສ່​ໂທດ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະ​ເຈົ້າ​ໃນ​ມື້ໜຶ່ງ. ຍິ່ງ​ໄປ​ກວ່າ​ນັ້ນ, ພວກ​ເຮົາ​ຂໍ​ເຕືອນ​ອີກ​ວ່າ ການ​ທຳລາຍ​ຄອບຄົວ​ຈະ​ນຳ​ໄພ​ພິບັດ​ມາ​ສູ່​ຕົວ​ເອງ, ມາ​ສູ່ບ້ານ​ເມືອງ, ​ແລະ ມາສູ່​ປະ​ເທດ​ຊາດ ດັ່ງ​ທີ່​ສາດສະດາ​ທັງຫລາຍ​ໃນ​ສະ​ໄໝ​ບູຮານ ​ແລະ ​ໃນ​ສະ​ໄໝ​ປະຈຸ​ບັນ​ກ່າວ​ໄວ້.”5

​ໃນ​ຖານະ​ທີ່​ເປັນ​ອັກຄະ​ສາວົກ, ພວກ​ເຮົາ​ຂໍ​ຢືນຢັນ​​ເຖິງຄຳ​ເຕືອນ​ທີ່​ໜັກ​ແໜ້ນ​ ໃນ​ເວລາ​ນີ້​ຄືນ​ອີກ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ພຣະບັນຍັດ ​ແລະ ພັນທະ​ສັນຍາ ​ເປັນຄວາມ​ຈິງ​ ​ແລະ ຄຳ​ສອນທີ່​ມີຄ່າປະ​ເສີດ​ລ້ຳ ຖືກພົບ​ເຫັນ​ຢູ່​ໃນ​ເຮືອ​ເກົ່າ​ແກ່​ແຫ່ງ​ສີ​ໂອນ, ບ່ອນ​ທີ່​ພຣະ​ເຈົ້າ​ເປັນຜູ້​ຂັບ​ເຮືອ.

ຄຳ​ສອນ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ ​ທີ່​ເຮົາ​ຄວນ​ຍຶດໝັ້ນ​ໄວ້​ ​ແມ່ນ​ການ​ຮັກສາ​ວັນ​ຊະບາ​ໂຕ​ໃຫ້​ສັກສິດ. ສິ່ງ​ນີ້​ຈະ ຊ່ອຍ​​ເຮົາ​​ໃຫ້​ສະອາດ​ຈາກ​ມົນທິນ​ຂອງ​ໂລກ, ​ໃຫ້​ໂອກາດຮ່າງກາຍ​ຂອງເຮົາ​ໄດ້​ມີ​ເວລາ​ພັກຜ່ອນ, ​ແລະ ​ໃຫ້​ເຮົາ​ມີ​ໂອກາດ​ນະມັດສະການ​ພຣະບິດາ ​ແລະ ພຣະບຸດ​ຂອງ​ພຣະອົງ ​ທຸກໆ​ວັນ​ອາທິດ.6 ​ເມື່ອ​ເຮົາ​ຊື່ນ​ຊົມ​ໃນ​ວັນ​ຊະບາ​ໂຕ​, ມັນ​ເປັນ​ເຄື່ອງໝາຍ​ເຖິງ​ຄວາມ​ຮັກ​ຂອງ​ເຮົາຕໍ່​ພວກພຣະອົງ.7

​​ໃນ​ຄວາມ​ພະຍາຍາມ​ເຮັດ​ໃຫ້​ວັນ​ຊະບາ​ໂຕ​ເປັນ​ວັນ​ທີ່​ຊື່ນ​ຊົມ, ພວກ​ເຮົາ​ໄດ້​ຂໍ​ໃຫ້​ຜູ້ນຳ​ໃນ​ທ້ອງ​ຖິ່ນ ​ແລະ ສະມາຊິກ​ຂອງ​ສາດສະໜາ​ຈັກ ຈື່​ຈຳ​ວ່າ ກອງ​ປະຊຸມ​ສິນ​ລະ​ລຶກ ​ເປັນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ຄວນ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ສອນຂອງ​ພຣະອົງ. ພິທີ​ສິນ​ລະ​ລຶກ ​ແມ່ນ​ສຳລັບເຮົາ​ທີ່​ຈະ​ໄດ້​ຕໍ່​ພັນທະ​ສັນຍາ​ຂອງ​ເຮົາ ​ແລະ ຢືນຢັນ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຈະ​ລະນຶກ​ເຖິງ​ການ​ເສຍ​ສະລະ​ ​ແລະ ການ​ຊົດ​​ໃຊ້​ຂອງ​ພຣະອົງ.

ຄວາມ​ຮູ້ສຶກ​ທາງ​ວິນ​ຍານ​ແຫ່ງ​ການ​ນະມັດສະການ​ນີ້ ຄວນ​ກະຈາຍ​​ໄປທົ່ວ​ກອງ​ປະຊຸມ​ຖື​ສິນ​ອົດ​ເຂົ້າ ​ແລະ ສະ​ແດງ​ປະຈັກ​ພະຍານທຸກໆ​ເດືອນ. ກອງ​ປະຊຸມ​ສິນ​ລະ​ລຶກນີ້ ​ໄດ້​ຖືກ​ຈັດຂຶ້ນ​ເພື່ອ​ໃຫ້​ສະມາຊິກມີ​ໂອກາດ​ສະ​ແດງ​ຄວາມ​ກະຕັນຍູ, ສະ​ແດງ​ຄວາມ​ຮັກ, ​ແລະ ຄວາມຂອບ​ພຣະ​ໄທ​ຈັກ​ບຶດໜຶ່ງ ສຳລັບ​ພຣະບິດາ​ເທິງ​ສະຫວັນ, ພຣະ​ເຢຊູ​ຄຣິດ, ​ແລະ ສຳລັບ​ພຣະກິດ​ຕິ​ຄຸນ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ​ແລະ ​ເພື່ອ​ກ່າວ​ປະຈັກ​ພະຍານ​ສ່ວນ​ຕົວ​ເຖິງ​ສິ່ງ​ເຫລົ່າ​ນີ້. ກອງປະຊຸມຖື​ສິນ​ອົດ​ເຂົ້າ ​ແລະ ສະ​ແດງ​ປະຈັກ​ພະຍານ ​ເປັນ​ເວລາ​ທີ່​ຈະ​ແບ່ງປັນ​ແນວ​ຄິດ​ທາງ​ວິນ​ຍານ ​ແລະ ສະ​ແດງ​ປະຈັກ​ພະຍານ​ທີ່​ໜັກ​ແໜ້ນ​ ຈັກ​ບຶດໜຶ່ງ. ມັນ​ບໍ່​ແມ່ນ​ເວລາ​ທີ່​ຈະ​ກ່າວ​ປາ​ໄສ.

​ເດັກ​ທີ່​ຍັງ​ນ້ອຍ​ຢູ່ ຄວນ​​ເຝິກ​ການ​ແບ່ງປັນ​ປະຈັກ​ພະຍານ​ຂອງ​ເຂົາ ຢູ່​ໃນ​ຊັ້ນປະຖົມ​ໄວ ​ແລະ ກັບ​ພໍ່​ແມ່ ​ໃນ​ການ​ສັງ​ສັນ​ໃນ​ຄອບຄົວ ຈົນ​ກວ່າ​ເຂົາ​ເຂົ້າ​ໃຈ​ຄັກ​ແນ່ ເຖິງ​ຄວາມ​ສຳຄັນ​ຂອງ​ການສະ​ແດງ​ປະຈັກ​ພະຍານ.

ການ​ເນັ້ນໜັກ​ທີ່​ຫາ​ກໍ​ກ່າວ​ມານັ້ນ ​ເລື່ອງ​ການ​​ເຮັດ​ໃຫ້​ວັນ​ຊະບາ​ໂຕ​ເປັນ​ວັນ​ທີ່​ຊື່ນ​ຊົມ ​ແມ່ນ​ການ​ດົນ​ໃຈ​ທີ່​ໄດ້​ຮັບ​ຈາກ​ພຣະຜູ້​ເປັນ​ເຈົ້າ ຜ່ານ​ທາງ​ຜູ້ນຳ​ຂອງ​ສາດສະໜາ​ຈັກ. ສະມາຊິກ​ໃນ​ສະພາ​ຫວອດ ຄວນ​ຊ່ອຍ​ຝ່າຍ​ອະທິການ ຫລາຍ​ອາທິດ​ລ່ວງ​ໜ້າ ​ໂດຍ​ການກວດກາ​ເບິ່ງ​ເພງ ​ແລະ ຫົວ​ຂໍ້ ທີ່​ຖືກ​ແນະນຳ​ ສຳລັບ​ກອງ​ປະຊຸມສິນ​ລະ​ລຶກ ​ໃນ​​ແຕ່ລະ​ເທື່ອ.

​ເຮົາ​ທຸກ​ຄົນ​ໄດ້​ຮັບ​ພອນ ​ເມື່ອ​ວັນ​ຊະບາ​ໂຕ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະຜູ້​ເປັນ​ເຈົ້າ ​​ໃນ​ບ້ານ ​ແລະ ​ໃນ​ໂບດ. ​ເມື່ອ​ລູກໆ​ຂອງ​ເຮົາ​ໄດ້​ຮັບ​ການ​ສິດສອນ ​ໃນ​ວິທີ​ທາງ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​​ພວກ​ເຂົາ​ຮູ້​ຮຽນ​ທີ່​ຈະ​ຮູ້ສຶກ ​ແລະ ຕອບ​ຮັບ​ພຣະວິນ​ຍານ​ຂອງ​ພຣະອົງ. ​ເຮົາ​ທຸກ​ຄົນ​ຈະ​ຢາກ​ ໄປ​ໂບດ​ທຸກວັນ​ອາທິດ ​ແລະ ຮັບ​ສ່ວນ​ສິນ​ລະ​ລຶກ ​ເມື່ອ​ເຂົາ​ເຈົ້າຮູ້ສຶກ​ເຖິງ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ແລະ ທຸກ​ຄົນ ບໍ່​ວ່າ​ໜຸ່ມ ຫລື ​ເຖົ້າ, ຜູ້​ທີ່​ແບກ​ພາລະ​ອັນ​ໜັກໜ່ວງ ຈະ​ຮູ້ສຶກ​​ເບົາບາງ​ລົງ​ທາງ​ວິນ​ຍານ ​ແລະ ​ໄດ້​ຮັບ​ການ​ປອບ​ໂຍນ ທີ່​ມາ​ຈາກ​ການ​ອຸທິດ​ຕົນ​​ໃນວັນ​ຊະບາ​ໂຕ ​ເພື່ອ​ລະນຶກເຖິງ​ພຣະບິດາ​ເທິງ​ສະຫວັນ ​ແລະ ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

​ໂຊກ​ດີ​ຫລາຍ​ທີ່​ພຣະຄຣິດສະຖິດ​ຢູ່​ໃກ້​ສະ​ເໝີ, ລໍຖ້າ ​ແລະ ​ເຕັມ​ພຣະ​ໄທ ທີ່​ຈະ​ຊ່ອຍ​ເຫລືອ​ເຮົາ ​ເມື່ອ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ກັບ​ໃຈ ​ແລະ ມາ​ຫາ​ພຣະອົງ.

ບັດ​ນີ້, ​ເມື່ອ​ເຮົາ​​ໄຕ່ຕອງຄວາມ​ຈິງສອງ​ສາມ​ຢ່າງ ​ທີ່​ມີ​ຢູ່​ໃນ​ເຮືອ​ເກົ່າແກ່​ແຫ່ງ​ສີ​ໂອນ​ນັ້ນ, ຂໍ​ໃຫ້​ເຮົາ​ຈົ່ງ​ຢູ່​ໃນ​ເຮືອ ​ແລະ ຈື່​ຈຳ​​ໄວ້​ວ່າ ​ເຮືອ​ດັ່ງກ່າວ​ເປັນ​ຍານ​ພະ​ຫະນະ ​ແລະ ​ຈຸດປະສົງ​ຂອງ​ຍານ​ພະ​ຫະນະ ​ແມ່ນ​ເພື່ອ​ພາ​ເຮົາ​ໄປ​ເຖິງ​ຈຸດໝາຍ​ປາຍທາງ.

ຈຸດໝາຍ​ປາຍທາງ​ຂອງ​ເຮືອ​ຂອງ​ເຮົາ ​ແມ່ນ​ພອນ​ອັນ​ເຕັມ​ປ່ຽມ​ຂອງ​ພຣະກິດ​ຕິ​ຄຸນ, ອາ​ນາ​ຈັກ​ສະຫວັນ, ລັດສະໝີ​ພາບ​ຊັ້ນສູງ, ​ແລະ ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ!

ພຣະ​ເຈົ້າ​ໄດ້​ວາງ​ແຜນ​ໄວ້​ແລ້ວ. ພຣະອົງ​ເປັນ​ຜູ້​ຂັບ​ເຮືອ, ​ແລະ ​ເຮືອ​ທີ່​ຍິ່ງ​ໃຫຍ່ ​ແລະ ມີ​ພະລັງ​ຂອງ​ພຣະອົງ ຈະ​ເດີນໄປ​ຂ້າງ​ໜ້າ ສູ່​ຄວາມ​ລອດ ​ແລະ ຄວາມ​ສູງ​ສົ່ງ. ​ຈົ່ງ​ຈື່​ຈຳ​ໄວ້​ວ່າ ​ເຮົາ​ບໍ່​ສາມາດ​ບັນລຸ​ສິ່ງ​ນີ້​ໄດ້ ​ໂດຍ​ການ​ໂດດ​ລົງ​ຈາກ​ເຮືອ ​ແລະ ພະຍາຍາມລອຍ​ໄປ​​ເອງ.

ຄວາມ​ສູງ​ສົ່ງ​ເປັນ​ເປົ້າໝາຍ​ຂອງການ​ເດີນທາງ​ໃນ​ຊີວິດ​ມະຕະ​ນີ້, ​ແລະ ບໍ່​ມີ​ຄົນ​ໃດ​ໄປ​ເຖິງ ປາດ​ສະ​ຈາກ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ: ການ​ຊົດ​ໃຊ້​, ພິທີການ, ​ແລະ ຫລັກ​ທຳ​ທີ່​ນຳພາ​ຂອງ​ພຣະອົງ ຊຶ່ງ​ພົບ​ເຫັນ​ຢູ່​​ໃນ​ສາດສະໜາ​ຈັກ.

​ເຮືອນັ້ນຄື​ສາດສະໜາ​ຈັກ ບ່ອນ​ທີ່​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ວຽກ​ງານ​ຂອງ​ພຣະ​ເຈົ້າ ​ແລະ ຮັບ​ເອົາ​ພຣະຄຸນ​ຂອງ​ອົງ​ພຣະ​ເຢຊູຄຣິດ​ເຈົ້າ ທີ່​ຊ່ອຍ​ເຮົາ​ໃຫ້​ລອດ. ​ໃນ​ສາດສະໜາ​ຈັກ ​ເຮົາ​ໄດ້​ເຮັດ​ຄຳ​ໝັ້ນສັນຍາ ​ແລະ ​ເຮັດ​ພັນທະ​ສັນຍາ ​ແຫ່ງ​ຄອບຄົວ​ນິລັນດອນ ຊຶ່ງ​ຊ່ອຍ​ເຮົາ​ໃຫ້​ໄດ້​ຮັບ​ຄວາມ​ສູງ​ສົ່ງ. ​​ສາດສະໜາ​ຈັກ​ໄດ້​ຮັບ​ພະລັງ​ຈາກ​ຖານະ​ປະ​ໂລຫິດ ທີ່​ຈະ​ພາ​ເຮົາ​ຜ່າ​ນຜ່າ​ ອຸປະສັກ​ຕ່າງໆ​ນາງໆ ​​ໃນ​ຊີວິດ​ມະຕະ​ນີ້.

ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ຄວາມ​ກະຕັນຍູ​ຕໍ່​ເຮືອ​ເກົ່າ​ແກ່ແຫ່ງ​ສີ​ໂອນ​ຂອງ​ເຮົາ, ​ເພາະ​ຖ້າ​ປາດ​ສະ​ຈາກ​ເຮືອ​ນີ້ ​ເຮົາ​ຈະ​ບໍ່​ສາມາດ​ເດີນໄປ​ໜ້າ, ຈະ​ຢູ່​ໂດດດ່ຽວ ​ແລະ ສິ້ນ​ຫວັງ, ຈະ​ຖືກ​ຊັດ​ໄປມາ ​ໂດຍ​ບໍ່​ຮູ້​ທິດ​ທາງ, ຖືກ​ພັດ​ໄປ​ຕາມ​ລົມ​ ​ແລະ ຄື້ນຂອງ​ຜູ້​ປໍ​ລະ​ປັກ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຈົ່ງ​ຍຶດ​​ໄວ້​ໃຫ້​ແໜ້ນ ​ແລະ ມຸ້ງ​ໄປ​ໜ້າ ຢູ່​ໃນ​ເຮືອ​ທີ່​ດີ​ເດັ່ນ​ນີ້, ຊຶ່ງ​ເປັນສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​​ແລະ ເຮົາ​ຈະ​ໄປ​ເຖິງ​ຈຸດໝາຍ​ປາຍທາງ​ນິລັນດອນ​ຂອງ​ເຮົາ. ນີ້​ຄື​ປະຈັກ​ພະຍານ ​ແລະ ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ ສຳລັບ​ເຮົາ​ທຸກ​ຄົນ ​ໃນ​ພຣະນາມ​ຂອງ​ພຣະອົງ ຜູ້​ຊຶ່ງ​ເຮືອ​ເກົ່າ​ແຫ່ງ​ສີ​ໂອນ ​ໄດ້​ຖືກ​ເອີ້ນ​ຕາມ, ນັ້ນຄື​ພຣະ​ເຢຊູ​ຄຣິດ, ອາແມນ.