​2010–2019
ເຮົາ​ມາ​ນີ້​ເພື່ອ​ຮັບ​ໃຊ້​ໃນ​ອຸດົມ​ການ​ທີ່​ຊອບ​ທຳ
ຕຸລາ 2015


ເຮົາ​ມາ​ນີ້​ເພື່ອ​ຮັບ​ໃຊ້​ໃນ​ອຸດົມ​ການ​ທີ່​ຊອບ​ທຳ

ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ທີ່​ຈະ​ຮັບ​ໃຊ້​ໃນ​ອຸດົມ​ການ​ທີ່​ຊອບ​ທຳ ​​ໃນ​ຖານະ​ຕົວ​ແທນ​ທີ່​ກ້າຫານ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ທີ່​ເຮົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ ຮ່ວມ​ກັບ​ສະຕີ​ທີ່​ຊື່​ສັດ, ຄື​ກັນ​ກັບ​ນາງ ລີ​ຊາ, ຜູ້​ມີ​​ໃຈ​ບໍລິສຸດ, ຜູ້​ຮັກ​ພຣະຜູ້​ເປັນ​ເຈົ້າ ​ແລະ ຮັບ​ໃຊ້​ພຣະອົງ, ​ເຖິງ​ແມ່ນ​ຢູ່​ໃນ​ທ່າມກາງ​ການ​ທົດ​ລອງຂອງ​ເຂົາ​ເຈົ້າ. ​ເລື່ອງ​ລາວ​ຂອງ​ນາງ ລີ​ຊາ ​ເຕືອນ​ເຮົາ​ວ່າ ​ເຮົາ​ຕ້ອງ​ຮັກ​ຊຶ່ງ​ກັນ​ແລະ​ກັນ ​ແລະ ​ເຫັນ​ຄວາມ​ສວຍ​ງາມ​ຂອງຈິດວິນ​ຍາ​ນຂອງ​ກັນ​ແລະ​ກັນ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ວ່າ ຄຸນຄ່າຂອງ​ຈິດ​ວິນ​ຍານແມ່ນຍິ່ງ​ໃຫຍ່​ໃນສາຍພຣະ​ເນ​ດຂອງພຣະ​ເຈົ້າ.1 ບໍ່​ວ່າ​ເຮົາ​ຈະ​ມີ​ອາຍຸ 8 ປີ ຫລື 108 ປີ ກໍ​ຕາມ, ​ເຮົາ​ແຕ່ລະຄົນ “ມີຄ່າ​ໃນ​ສາຍພຣະ​ເນ​ດຂອງ​ພຣະອົງ.”2 ພຣະອົງ​ຮັກ​ເຮົາ. ​ເຮົາ​ເປັນ​ທິດາ​ຂອງ​ພຣະ​ເຈົ້າ. ​ເຮົາ​ເປັນ​ເອື້ອຍ​ນ້ອງ​ໃນ​ສີ​ໂອນ. ​ເຮົາ​ມີ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ, ​ແລະ ​ເຮົາ​​ແຕ່ລະຄົນ​ມີ​ວຽກ​ງານ​ທີ່​ປະ​ເສີດ ທີ່​ຈະ​ເຮັດ.

​ໃນ​ຊ່ວງ​ລະດູ​ຮ້ອນນີ້ ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ແມ່​ໜຸ່ມຄົນ​ໜຶ່ງ ທີ່​ມີ​ລູກ​ສາວ​ຫລາຍ​ຄົນ. ນາງ​ໄດ້​ເລົ່າ​​ເຖິງຄວາມ​ຮູ້ສຶກ​ຂອງ​ນາງ​ໃຫ້​ຂ້າພະ​ເຈົ້າຟັງວ່າ ຍິງ​ໜຸ່ມ​ຂອງ​ເຮົາ​ຕ້ອງການ​ອຸດົມ​ການ, ຕ້ອງການ​ບາງ​ສິ່ງ​ທີ່​ຈະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ຮູ້ສຶກ​​ເຖິງ​ຄຸນຄ່າ. ນາງ​ຮູ້​ວ່າ ເຮົາຈະ​ຄົ້ນພົບ​ຄຸນຄ່າ​ນິລັນດອນ​ສ່ວນ​ຕົວ​ຂອງ​ເຮົາ ​ໂດຍ​ການ​ກະທຳ​​ໃຫ້​ສອດ​ຄ່ອງ​ກັບ​ຈຸດປະສົງ​ອັນ​ສູງ​ສົ່ງ​ຂອງ​ເຮົາ ​ໃນ​ຄວາມ​ເປັນ​ມະຕະ. ກຸ່ມ​ນັກ​ຮ້ອງ​ທີ່​ດີ​ເດັ່ນ​ນີ້ ຫາ​ກໍ​ໄດ້​ຮ້ອງ​ເພງ ທີ່​ສອນ​​ເຖິງຈຸດປະສົງ​ຂອງ​ເຮົາ. ຜ່ານ​ການ​ທົດ​ສອບ ​ແລະ ທົດ​ລອງ, ​​ແມ່ນ​ແຕ່​ຜ່ານ​ຄວາມ​ຢ້ານ​ກົວ ​ແລະ ຢູ່​ໃນ​ທ່າມກາງ​ຄວາມ​ໝົດ​ຫວັງ, ​ແຕ່​ເຮົາ​ມີ​ໃຈ​ທີ່​ກ້າຫານ. ​ເຮົາ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ເຮັດ​ພາກສ່ວນ​ຂອງ​ເຮົາ. ​ເຮົາມາ​ຢູ່​ນີ້​ເພື່ອ​ຮັບ​ໃຊ້​​ໃນອຸດົມ​ການ​ທີ່ຊອບ​ທຳ.3 ​ເອື້ອຍ​ນ້ອງ​ທັງຫລາຍ, ​ໃນ​ອຸດົມ​ການ​ນີ້ ​ເຮົາ​ມີ​ຄວາມ​ສຳຄັນ. ​ຜູ້​ຄົນຕ້ອງການ​ເຮົາ.

ອຸດົມ​ການ​ທີ່​ເຮົາ​ຮັບ​ໃຊ້ ​ເປັນ​ອຸດົມ​ການ​ຂອງ​ພຣະຄຣິດ. ມັນ​ເປັນ​ວຽກ​ງານ​ແຫ່ງ​ຄວາມ​ລອດ.4 ພຣະຜູ້​ເປັນ​ເຈົ້າ​ໄດ້​ສອນ​ວ່າ​ນີ້ ຄື​ວຽກ​ງານຂອງ​ພຣະອົງ ​ແລະ ລັດສະໝີ​ພາບຂອງພຣະອົງ—ຄື​ການ​ທີ່​ຈະເຮັດ​ໃຫ້​ເກີດຄວາມ​ເປັນ​ອະມະຕະ ​ແລະ ຊີວິດນິລັນດອນ​ຂອງມະນຸດ.5 ​ເຮົາ​ເປັນສາ​ເຫດ​ໃຫ້​ພຣະ​ເຢຊູ​ຄຣິດ ຕ້ອງ​ຮັບ​ທຸກທໍລະມານ, ​​​ໂລຫິດ​ໄດ້ໄຫລ​ອອກ​ມາ​ຈາກ​ທຸກ​ຂຸມ​ຂົນ, ​ແລະ ​ໃນ​ຄວາມ​ຮັກ​ອັນ​ບໍລິບູນ ​ໄດ້​ສະລະ​ຊີວິດ​ຂອງ​ພຣະອົງ. ອຸດົມ​ການ​ຂອງ​ພຣະອົງ ​ເປັນ​ຂ່າວ​ດີ, ​ເປັນຂ່າວ​ອັນ​ໜ້າ​ຊື່ນ​ຊົມ, … ວ່າພຣະອົງ​ໄດ້​ມາສູ່​ໂລກ, ​ແມ່ນ​ແຕ່ພຣະ​ເຢຊູ, ​ເພື່ອຖືກ​ຄຶງ​ເພື່ອ​ໂລກ, ​ແລະ ​ເພື່ອ​ຮັບ​ເອົາ​ບາບ​ຂອງ​ໂລກ, ​ແລະ ​ເພື່ອ​ເຮັດ​ໃຫ້​ໂລກ​ບໍລິສຸດ, ​ແລະ ​ເພື່ອ​ຊຳລະ​ລ້າງ​ມັນ​ຈາກຄວາມ​ບໍ່ຊອບ​ທຳທັງ​ໝົດ.6 ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ​ໄດ້ “ໝາຍ​ເສັ້ນທາງ ​ແລະ ນຳພາ.”7 ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເມື່ອ​ເຮົາ​​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະອົງ, ຮັກ​ພຣະ​ເຈົ້າ, ​ແລະ ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ ດ້ວຍ​ຄວາມ​ເມດ​ຕາ ​ແລະ ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ແລ້ວ​ເຮົາ​ຈະ​ຢືນ​ຢູ່​ໃນ​ຄວາມ​ບໍລິສຸດ, ປາດສະຈາກ​ຂໍ້​ຕຳນິຢູ່​ຕໍ່​ພຣະພັກ​ຂອງພຣະ​ເຈົ້າ​ໃນ​ວັນ​ສຸດ​ທ້າຍ.8 ​ເຮົາ​ເລືອກ​ທີ່​ຈະ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ ​ໃນ​ອຸດົມ​ການ​ທີ່​ຊອບ​ທຳ​ຂອງ​ພຣະອົງ ​ເພື່ອ​ວ່າ​ເຮົາ​ຈະ​ກາຍ​ເປັນ​ຄົນ​ໜຶ່ງ​ດຽວ​ກັນ ​ກັບພຣະບິດາ ​ແລະ ພຣະບຸດ.9

ສາດສະດາ​ມໍ​ມອນ​ໄດ້​ປະກາດ​ຢ່າງ​ກ້າຫານ​ວ່າ, “ເພາະ​ພວກ​ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ​ ເວລາ​ພວກ​ເຮົາ​ຢູ່​ໃນ​ຮ່າງກາຍທີ່​ເຮັດ​ດ້ວຍ​ດິນ​ໜຽວ​ນີ້, ເພື່ອ​ພວກ​ເຮົາ​ຈະ​ເອົາ​ຊະນະ​ສັດຕູ​ຂອງ​ຄວາມ​ຊອບ​ທຳ​ທັງ​ມວນ, ແລະ ພັກຜ່ອນ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ.”10 ຜູ້ນຳ​ຂອງ​ສາດສະໜາ​ຈັກ​ ​​ແລະ ຜູ້​ບຸກ​ເບີກ ​ໃນສະ​ໄໝ​ກ່ອນ ​ໄດ້​ກ້າວ​ເດີນ​ໄປ​ໜ້າ​ດ້ວຍ​ຄວາມ​ກ້າ​ຫານ​ຂອງ​ວິລະ​ຊົນ ​ແລະ ຕັ້ງ​ໃຈ​ດ້ວຍ​ຄວາມ​ຊື່ສັດ ​ແລະ ທີ່ຈະ​ສະຖາປະນາ ພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ​ແລະ ສ້າງ​ພຣະວິຫານ ບ່ອນ​ທີ່​ຈະ​ໄດ້​ປະກອບ​ພິທີການ​ແຫ່ງ​ຄວາມ​ສູງ​ສົ່ງ. ຜູ້​ບຸກ​ເບີ​ກ​ໃນ​ສະ​ໄໝນີ້, ໝາຍ​ເຖິງ​ທ່ານ ​ແລະ ຂ້າພະ​ເຈົ້າ, ​ເຮົາກໍ​ຕ້ອງ​ກ້າວ​ເດີນ​ໄປ​ໜ້າ​ດ້ວຍ​ສັດທາ, ເພື່ອ​ເຮັດ​ວຽກ​ງານ​ໃນສວນ​ອະ​ງຸ່ນຂອງ​ພຣະ​ເຈົ້າ ​ເພື່ອ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງມະນຸດ.”11 ​ແລະ ດັ່ງ​ທີ່​ປະທານ​ກໍ​ດອນ ບີ ຮິງ​ລີ ​ໄດ້​ສອນ​ວ່າ, “ອະນາຄົດ​ຈະສະຫງ່າ​ງາມ​ຫລາຍ​ຂະໜາດ​ໃດ ​ເມື່ອ​ພຣະຜູ້​ສູງ​ສຸດ​ດຳ​ເນີນ​ວຽກ​ງານ​ອັນ​ປະ​ເສີດ​ຂອງ​ພຣະອົງ .... ຜ່ານ​ການ​ຮັບ​ໃຊ້​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ຜູ້​ທີ່​ໃຈ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະຜູ້​ໄຖ່​ຂອງ​ໂລກ.”12 ​ເຮົາ​​ໄດ້ເຂົ້າຮ່ວມ​ກັບບັນດາ​ເອື້ອຍ​ນ້ອງ​ທີ່​ຊື່ສັດ​​ແຫ່ງ​ອະດີດ, ປະຈຸ​ບັນ, ​ແລະ ຄົນ​ລຸ້ນ​ໃໝ່ ​ໃນ​ການ​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ລອດ!

ກ່ອນ​ເຮົາ​ໄດ້​ມາ​ເກີດ, ​ເຮົາ​ໄດ້​ຮັບ​ເອົາ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ “ຊຶ່ງ​​ໃນ​ແຜນ​ນັ້ນ, [ເຮົາ] ​​ຈະ​ໄດ້​ຮັບ​ຮ່າງກາຍ ​ແລະ ມີ​ປະສົບ​ການ​ຕ່າງໆ​ຢູ່​​ໃນ​ໂລກ ​ເພື່ອ​ຈະ​ໄດ້​ພັດທະນາ​ຕົນ ຈົນ​ເຖິງ​ຂັ້ນດີ​ພ້ອມ​ທຸກ​ຢ່າງ ​ແລະ ຮັບ​ເອົາ​ມໍລະດົກ​ຂອງ​ຕົນ​ທີ່​ເປັນ​ຊີວິດ​ນິລັນດອນ.”13 ​ກ່ຽວ​ກັບ​ພັນທະ​ສັນຍາ​ກ່ອນ​ມາສູ່​ໂລກ​ມະຕະ​ນີ້, ​ແອວ​ເດີ ຈອນ ​ເອ ວິດ​​ໂຊ ​ໄດ້​ອະທິບາຍ​ວ່າ: “ເຮົາ​ໄດ້​ຕົກລົງ, ​ໃນ​ຕອນ​ນັ້ນທັນທີ, ທີ່​ບໍ່​ພຽງ​ແຕ່ ຈະ​ເປັນ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ຕົນ​ເອງ ​ແຕ່​ ... ຈະ​ເປັນ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງຄອບຄົວ​ມະນຸດ​ທັງ​ປວງ​ນຳ​ອີກ. ​ເຮົາ​ໄດ້​ເຂົ້າ​ເປັນ​ຫຸ້ນ​ສ່ວນນຳພຣະຜູ້​ເປັນ​ເຈົ້າ. ​ໃນ​ແຜນນັ້ນ ບໍ່​ໄດ້​ເປັນ​ວຽກ​ງານ​ຂອງ​ພຣະບິດາ​, ​ແລະ ວຽກ​ງານ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ແຕ່​ຝ່າຍ​ດຽວ, ​ແຕ່​ເປັນ​ວຽກ​ງານ​ຂອງ​ເຮົາ​ຄື​ກັນ. ​ເຮົາຜູ້​ຖ່ອມຕົວ​ທີ່​ສຸດ, ​ໄດ້​ເປັນ​ຫຸ້ນ​ສ່ວນ​ນຳພຣະຜູ້​ສູງ​ສຸດ ​ໃນ​ການ​ບັນລຸ​ຈຸດປະສົງ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ​ນິລັນດອນ​ນີ້.”14

ຢູ່​ໃນ​ຄວາມ​ເປັນ​ມະຕະ​ນີ້ ​ເຮົາ​ກໍ​ໄດ້​ເຮັດ​ພັນທະ​ສັນຍາ​ອີກ ທີ່​ຈະ​ຮັບ​ໃຊ້​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ. ​​ໂດຍການ​ມີ​ສ່ວນ​ຮ່ວມ​​ໃນພິທີການ​ທີ່​ສັກສິດ​ຂອງ​ຖານະ​ປະ​ໂລຫິດ, ​ເຮົາ​ໄດ້​ປະຕິຍານ​ວ່າ ​ເຮົາ​ຈະ​​ເລີ່ມຕົ້ນໃນ​ການ​ຮັບ​ໃຊ້​ພຣະ​ເຈົ້າ ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດພະລັງ, ສຸດ​ຄວາມ​ຄິດ, ​ແລະ ສຸດ​ກຳລັງ.15 ​ເຮົາ​ໄດ້​ຮັບ​ພຣະວິນ​ຍານ​ບໍລິສຸດ ​ແລະ ສະ​ແຫວງຫາ​ທີ່​ຈະ​ໄດ້​ຮັບ​ການ​ກະ​ຕຸ້ນ​ຈາກ​ພຣະອົງ ​ເພື່ອ​ນຳພາ​​ເຮົາ​ໃນ​ວຽກ​ງານ​ນີ້. ຄວາມ​ຊອບ​ທຳ​ຈະ​ແຜ່​ຂະຫຍາຍ​ອອກ​ໄປ​ທົ່ວ​ໂລກ ​ເມື່ອ​ເຮົາ​ເຂົ້າ​ໃຈ​ສິ່ງ​ທີ່ພຣະ​ເຈົ້າປະສົງ​ໃຫ້​ເຮົາ​ເຮັດ ​ແລ້ວ​ເຮົາ​ກະທຳ​ຕາມ.

ຂ້າພະ​ເຈົ້າຮູ້ຈັກ​ເດັກ​ຄົນ​ໜຶ່ງ ​ໃນ​ຊັ້ນປະຖົມ​ໄວ ຜູ້​ໄດ້​ເວົ້າກັບ​ໝູ່​ຄົນ​ໜຶ່ງ ​ໃນ​ຂະນະ​ທີ່​ຢືນ​ຢູ່​ປ້າຍ​ລົດ​ເມ​ວ່າ, “ເຈົ້າຄວນ​​ໄປ​ໂບດ​ກັບ​ຂ້ອຍ ​ແລະ ​ໄປ​ຮຽນ​ກ່ຽວ​ກັບ​ພຣະ​ເຢຊູ!”

ຂ້າພະ​ເຈົ້າ​ໄດ້​ເຫັນ​ກຸ່ມ​ຍິງ​ໜຸ່ມ ​ເກາະ​ແຂນ​ກັນ​ຢູ່​ໃນ​ຫ້ອງ​ຮຽນ ​ແລະ ​ສັນຍາ​ທີ່​ຈະ​ຊ່ອຍ​ເຫລືອ​ກັນ​ແລະ​ກັນ ​ແລະ ​ແລ້ວ​ໄດ້​ວາງ​ແຜນ​ອັນ​ເໝາະ​ສົມ ທີ່​ຈະ​ຊ່ອຍ​ເຫລືອ​ຍິງ​ໜຸ່ມ​ຄົນ​ໜຶ່ງ ຜູ້ກຳລັງ​ມີ​ບັນຫາກັບ​ການ​ຕິດ​ແສດ​ຢູ່.

ຂ້າພະ​ເຈົ້າ​​ໄດ້​ເຫັນ​ແມ່​ໜຸ່ມ​ຫລາຍ​ຄົນ ຜູ້​ໄດ້​ສະລະ​ເວລາ, ພອນ​ສະຫວັນ, ​ແລະ ພະລັງ​ ​​ໃຫ້​ກັບ​ການ​ສອນ ​ແລະ ​ເປັນ​ຕົວຢ່າງ​ເຖິງ​ຫລັກ​ທຳ​ຂອງ​ພຣະກິດ​ຕິ​ຄຸນ ​ເພື່ອ​ວ່າ​ລູກໆ​ຂອງ​ເຂົາ​ເຈົ້າ, ​ເຊັ່ນ​ດຽວ​ກັບ​ພວກ​ລູກ​ຊາຍ​ຂອງ​ຮີ​ລາມັນ, ຈະ​ມີ​ຄວາມ​ກ້າຫານ ​ແລະ ຊື່ສັດ ​ເມື່ອ​ປະ​ເຊີນ​ກັບ​ການ​ທົດ​ລອງ, ການ​ລໍ້​ລວງ, ​ແລະ ຄວາມ​ຍາກ​ລຳບາກ.

ບາງທີ ສິ່ງ​ທີ່​ຖ່ອມ​ຕົນ​ທີ່​ສຸດ​ຕໍ່​ຂ້າພະ​ເຈົ້າ ​ແມ່ນ​ການ​ໄດ້​ຍິນ​ເອື້ອຍ​ນ້ອງ​ຜູ້​ໃຫຍ່​ໂສດ ສະ​ແດງ​ປະຈັກ​ພະຍານ​ອັນບໍລິສຸດດ້ວຍ​ຄວາມ​ກະຕືລືລົ້ນ ວ່າວຽກງານ​ທີ່​ສຳຄັນ​ທີ່​ສຸດ ທີ່​ເຮົາ​ສາມາດ​ເຮັດ​ໄດ້ ​ແມ່ນ​ທີ່​ຈະຕຽມ​ພ້ອມ​ສຳລັບ​ການ​ແຕ່ງງານ ​ແລະ ຄອບຄົວ. ​ເຖິງ​ແມ່ນ​ວ່າ​ສິ່ງ​ນີ້​ບໍ່​ໄດ້​ເກີດ​ກັບ​ນາງ, ​ແຕ່​ນາງ​ຮູ້​ວ່າ ຄອບຄົວ​ເປັນ​ຈຸດ​ໃຫຍ່​ໃຈກາງ​ຂອງ​ວຽກ​ງານ​ແຫ່ງ​ຄວາມ​ລອດ. “ແຜນ​ແຫ່ງ​ຄວາມສຸກ​ທີ່​ສູງ​ສົ່ງ ​ເຮັດ​ໃຫ້​ຄວາມ​ສຳພັນ​ຂອງ​ຄອບຄົວ​ດຳ​ເນີນຕໍ່​ຫລັງ​ຈາກ​ທີ່​ຕາຍ​ໄປ.”16 ​ເຮົາ​ໃຫ້​ກຽດ​ແກ່​ແຜນຂອງ​ພຣະບິດາ ​ແລະ ສັນລະ​ເສີນ​ພຣະ​ເຈົ້າ ​ເມື່ອ​ເຮົາ​ເພີ່ມ​ຄວາມ​ເຂັ້ມ​ແຂງ ​ແລະ ຍົກ​ລະດັບ​ຄວາມ​ສຳພັນ​ນັ້ນ​ໃຫ້​ສູ​ງຂຶ້ນ ​ໃນ​ພັນທະ​ສັນຍາ​ໃໝ່ ​ແລະ ​ເປັນນິດ​ຂອງ​ການ​ແຕ່ງງານ. ​ເຮົາ​ເລືອກ​ທີ່​ຈະ​ດຳລົງ​ຊີວິດ​​ໃນ​ທາງ​ທີ່​ບໍລິສຸດ ​ແລະ ມີ​ຄຸນ​ນະ​ທຳ ​ເພື່ອ​ວ່າ​ເມື່ອ​ໂອກາດ​ມາ​ເຖິງ, ​ເຮົາ​ຈະ​ຕຽມ​ພ້ອມ​ທີ່​ຈະ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ ​ໃນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ.

​ເຮົາ​ທຸກ​ຄົນ​ຈະມີ​​ເວລາ ​ແລະ ປະສົບການ​ ​ໃນ​ຊີວິດ​ຂອງ​ເຮົາ. ​ແຕ່​ບໍ່​ວ່າ​ເຮົາ​ຈະ​ຢູ່​ທີ່ໂຮງຮຽນ, ຢູ່​ບ່ອນທຳ​ງານ, ຢູ່​ໃນ​ຊຸມ​ຊົນ, ​ແລະ ​ໂດຍ​ສະ​ເພາະ​ຢູ່​ໃນ​ບ້ານ, ​ເຮົາ​ເປັນ​ຜູ້​ແທນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ເຮົາ​ເປັນ​ຜູ້​ແລ່ນ​ວຽກ​​ໃຫ້​ພຣະອົງ.

​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ, ​ເຮົາ​ບໍ່​ຄວນ​ປຽບທຽບ, ວິຈານ, ຫລື ກ່າວ​ໂທດ. ມັນ​ບໍ່​ໄດ້​ກ່ຽວ​ກັບ​ອາຍຸ, ປະສົບ​ການ, ຫລື ຊື່ສຽງ​ໃນ​ສັງຄົມ. ວຽກ​ງານ​ທີ່​ສັກສິດ​ນີ້ ​ແມ່ນ​ກ່ຽວ​ກັບ​ການ​ພັດທະນາ​ໃຈ​ທີ່​ຊອກ​ຊ້ຳ, ວິນ​ຍານ​ທີ່​ສຳນຶກ​ຜິດ, ​ແລະ ຄວາມ​ເຕັມ​ໃຈ ທີ່​ຈະ​ໃຊ້​ຂອງ​ປະທານ​ອັນ​ສູງ​ສົ່ງ ​ແລະ ພອນ​ສະຫວັນ​ທີ່​ດີ​ເດັ່ນ ​ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໃນ​ວິທີ​ທາງ​ຂອງ​ພຣະອົງ. ມັນ​ເປັນ​ການຖ່ອມ​ຕົນ ທີ່​ຈະ​ຄຸ​ເຂົ່າ​ລົງ ​ແລະ ກ່າວ​ວ່າ, “ພຣະບິດາ​ເອີຍ, … ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາດ​ຖະໜາ​ຂອງ​ລູກ, ​ແຕ່​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.”17

​ດ້ວຍພະລັງ​ຂອງ​ພຣະຜູ້​​ເປັນ​ເຈົ້າ ​ເຮົາ “ສາມາດ​ເຮັດ​ທຸກ​ສິ່ງ.”18 ​ເຮົາ​ຈະ​ສະ​ແຫວງຫາ​ທີ່​ຈະ​ໄດ້​ຮັບ​ການ​ນຳພາ​ຂອງ​ພຣະອົງ​ຕໍ່​ໄປ ​ໃນ​ການ​ອະທິຖານ, ​ໃນ​ພຣະຄຳ​ພີ, ​ແລະ ​ໃນ​ສຽງ​ຊື່​ມຂອງ​ພຣະວິນ​ຍານ​ບໍລິສຸດ. ​ເອື້ອຍ​ນ້ອງ​ຄົນ​ໜຶ່ງ ຜູ້​​ໄດ້​ປະ​ເຊີນ​ກັບ​ການ​ມອບ​ໝາຍ​ທີ່​ໜັກໜ່ວງ ​ໄດ້​ຂຽນ​ວ່າ, “ບາງ​ເທື່ອ​ຂ້ານ້ອຍ​ກໍ​ສົງ​ໄສ​ວ່າ ​ເອື້ອຍ​ນ້ອງ​ໃນ​ສະ​ໄໝ​ກ່ອນ​ຂອງ​ສາດສະໜາ​ຈັກ​ບໍ່​ໄດ້​ທູນ​ຂໍ​, ດັ່ງ​ທີ່​ເຮົາ​ເຮັດ, ກ່ອນ​ເຂົ້ານອນ​ວ່າ, ‘ບໍ່​ວ່າ​ມື້​ອື່ນ​ນີ້​ຈະ​ມີ​ຫຍັງ​ເກີດ​ຂຶ້ນ, ຂໍ​ໃຫ້​ພຣະອົງ​ຈົ່ງ​ຊ່ອຍ​ຂ້ານ້ອຍ ​ໃຫ້​ຜ່ານ​ຜ່າ​ມັນ​ໄປ​ດ້ວຍ​ເທີ້ນ.’” ​ແລ້ວ​ນາງ​ໄດ້​ຂຽນ​ວ່າ, “ພອນ​ຢ່າງ​ໜຶ່ງ​ແມ່ນ​ວ່າ ​ເຮົາ​ມີ​ກັນ​ແລະ​ກັນ ​ແລະ ​ເຮົາ​ຈະ​ຊ່ອຍ​ກັນ​ເຮັດ​ວຽກ​ງານ​ນີ້!”19 ບໍ່​ວ່າ​ສະພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ບໍ່​ວ່າ​ເຮົາ​ຈະ​ຢູ່​ຈຸດ​ໃດໃນ​​ເສັ້ນທາງ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ, ​ເຮົາ​ຈະ​ເປັນ​ນ້ຳໜຶ່ງ​ໃຈ​ດຽວ​ກັນ ​ໃນ​ຄຳ​ໝັ້ນ​ສັນຍາ​ຂອງ​ເຮົາ ຕໍ່​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ເຮົາ​ຊ່ອຍ​ຊູ​ກັນ​ແລະ​ກັນ ​ໃນ​ການ​ຮັບ​ໃຊ້​ພຣະອົງ.

ຮູບ​ພາບ
ແອນ​ລາ ​ໂຮ​ສະກິນສ໌ ສຳ​ເລັດ​ຄວາມ​ກ້າວໜ້າ​ສ່ວນ​ຕົວ​

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ອາດ​ໄດ້​ອ່ານ​ກ່ຽວ​ກັບ​ຊິດ​ສະ​ເຕີ ​ແອນ​ລາ ​ໂຮ​ສະກິນ​ສ໌, ຜູ້​ມີ​ອາຍຸ​ໄດ້ 100 ປີ ​ໄດ້​ຖືກ​ເອີ້ນ​ໃຫ້​ຊ່ອຍ​ພວກຍິງ​ໜຸ່ມ ຢູ່​ໃນ​ຫວອດ​ຂອງ​ລາວ ​​ເລື່ອງຄວາມ​ກ້າວໜ້າ​ສ່ວນ​ຕົວ.20 ປະມານ​ສອງ​ປີ​ກ່ອນ ຕອນ​ລາວ​ມີ​ອາຍຸ​ໄດ້ 102 ປີ, ຊິດ​ສະ​ເຕີ ​ໂຮ​ສະ​ກິນ​ສ໌ ​ໄດ້​ຮັບ​ໃບ​ຍ້ອງຍໍ​ການ​ເປັນ​ຍິງ​ໜຸ່ມຂອງ​ລາວ. ກຸ່ມ​ຍິງ​ໜຸ່ມ, ຝ່າຍ​ປະທານ​ອົງການ​ຍິງ​ໜຸ່ມ​ ​ແລະ ສ​ະມາ​ຄົມ​ສະຕີ​ສົງ​ເຄາະຂອງ​ຫວອດ ​ແລະ ສະ​ເຕກ, ພ້ອມ​ດ້ວຍ​ຄອບຄົວ​ຂອງ​ລາວ ​ໄດ້​ມາ​ເຕົ້າ​ໂຮມ​ກັນ ​ເພື່ອ​ສະຫລອງ​ຄວາມ​ສຳ​ເລັດ​ຜົນ​ຂອງ​ລາວ. ອາຍຸ​ໄຂ, ອົງການ, ​ແລະ ສະຖານະ​ພາບ​ໂສດ ​ຫລື​​ ແຕ່ງງານ ​​ແມ່ນ​ບໍ່​ສຳຄັນ ​ໃນ​ການ​ຮັບ​ໃຊ້​ທີ່​ຊື່ສັດ. ກຸ່ມ​ຍິງ​ໜຸ່ມ​ໄດ້​ສະ​ແດງ​ຄວາມ​ກະຕັນຍູ​ຕໍ່​ຊິດ​ສະ​ເຕີ ​ໂຮ​ສະ​ກິນ​ສ໌, ສຳລັບການ​ສິດສອນ, ​ແລະ ສຳລັບ​ຕົວຢ່າງ​ທີ່​ຊອບ​ທຳ​ຂອງ​ລາວ. ​ເຂົາ​ເຈົ້າຢາກ​​ເປັນ​ຄືກັນ​ກັບ​ລາວ. ຫລັງ​ຈາກ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ຖາມ​ຊິດ​ສະ​ເຕີ ​ໂຮ​ສະ​ກິນສ໌ ວ່າ, “ເຈົ້າ​ເຮັດ​ແນວ​ໃດ?”

ລາວ​ພຽງ​ແຕ່​ຕອບ​ວ່າ, “ຂ້ອຍ​ກັບ​ໃຈ​ທຸກ​ມື້.”

ຈາກ​ສະ​ຕີ​ທີ່​ອ່ອນ​ຫວານ, ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່ສ່ອງ​ແສງ​ດ້ວຍ​ຄວາມ​ສະຫວ່າງ​ອັນບໍລິສຸດ, ຂ້າພະ​ເຈົ້າ​ໄດ້​ຖືກ​ເຕືອນວ່າ ກ່ອນ​ຈະ​ສາມາດສ່ອງ​ແສງດ້ວຍ​ຄວາມ​ງາມ​ບໍລິສຸດ, ​ເພື່ອ​ຢືນ​ຢູ່​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ, ​ເຮົາ​ຕ້ອງ​ເປັນ​ຄົນ​ສະອາດ. ​ເຮົາ​ສາມາດ​​ມີຄວາມ​ບໍລິສຸດຜ່ານ​ພຣະຄຸນ​ຂອງ​ພຣະຄຣິດ ​ເມື່ອ​ເຮົາ​ປະຕິ​ເສດ​ສິ່ງ​ທີ່​ບໍ່​ເປັນ​ຂອງ​ພຣະ​ເຈົ້າ ​ແລະ ​ເລືອກ​ທີ່​ຈະ​ຮັກ​ພຣະ​ເຈົ້າ ດ້ວຍ​ສຸດ​ກຳລັງ​, ຄວາມ​ນຶກ​ຄິດ ແລະ ພະລັງ​.21 ອັກຄະ​ສາວົກ​ໂປ​ໂລ ​ໄດ້​ສອນ​ວ່າ​, “ຈົ່ງ​ຫລີກ​ໜີ … ຈາກ​ລາຄະ​ຕັນຫາ​ຂອງ​ຄົນ​ໜຸ່ມ: … ຈົ່ງ​ຕິດຕາມ​ຄວາມ​ຊອບ​ທຳ, ສັດທາ, ຄວາມ​​ໃຈ​ບຸນ, ຄວາມ​ສັນຕິ​ສຸກ, ຮ່ວມ​ກັບ​ຄົນ​ທັງ​ປວງ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະຜູ້​ເປັນ​ເຈົ້າດ້ວຍ​ໃຈ​ບໍລິສຸດ.”22 ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາ​ທີ່​ດີ​ພ້ອມ​ທຸກ​ຢ່າງ. ​ເຮົາ​ເຄີຍ​ເຮັດ​ຄວາມ​ຜິດພາດ. ​ແຕ່​ເຮົາ​ກັບ​ໃຈ ​ເພື່ອ​ວ່າ​ເຮົາ​ຈະ​ເປັນ​ຄົນ​ດີກ​ວ່າ​ເກົ່າ ​ແລະ “ຈົດ​ຈຳພຣະນາມ [ຂອງ​ພຣະຄຣິດ] ຈາລຶກ​ມັນ​ໄວ້​ໃນ​ໃຈ​ຂອງ [ເຮົາ] ສະ​ເໝີ​ໄປ.”23 ​ເມື່ອ​ເຮົາ​ຮັບ​ໃຊ້​ໃນ​ພຣະນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ, ດ້ວຍ​ໃຈ​ບໍລິສຸດ, ​ເຮົາ​ຈະ​ສະ​ແດງ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ຈັກ​ສະຫວັນ​ຈັກ​ໜ້ອຍ​ໜຶ່ງ.

ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ທີ່​ຈະ​ຮັບ​ໃຊ້​ໃນ​ອຸດົມ​ການ​ທີ່​ຊອບ​ທຳ ​​ໃນ​ຖານ​ະຕົວ​ແທນ​ທີ່​ກ້າຫານ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ. ຂໍ​ໃຫ້​ເຮົາ​ຈົ່ງຢືນ​ຢູ່​ນຳ​ກັນ ​ແລະ “ດ້ວຍ​ເພງ​ໃນ​ໃຈ​ຂອງ​ເຮົາ, ກ້າວ​ເດີນ​ໄປ​ຂ້າງ​ໜ້າ, ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ, ​ຮັກ​ພຣະຜູ້​ເປັນ​ເຈົ້າ, ​ແລະ ສ້າງສາ​ອານ​າຈັກ​ຂອງ​ພຣະອົງ.”24 ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ໃນວຽກ​ງານ​ທີ່​ປະ​ເສີດ​ນີ້, ​ເຮົາ​ຮູ້​ເຖິງ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະ​ເຈົ້າ. ​ເຮົາ​ຈະ​ໄດ້​ຮັບ​ຄວາມສຸກ​ທີ່​ແທ້​ຈິງ ​ແລະ ​ໄດ້​ຮັບ​ລັດ​ສະ​ໜີ​ພາບ​ທັງ​ໝົດ​​ແຫ່ງ​ນິລັນດອນ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.