​2010–2019
ຈົ່ງ​ຍຶດໝັ້ນ​ຢູ່​ໃນ​ທາງ​ຂອງ​​ເຈົ້າ
ຕຸລາ 2015


ຈົ່ງ​ຍຶດໝັ້ນ​ຢູ່​ໃນ​ທາງ​ຂອງ​​ເຈົ້າ

ຈົ່ງ​ໃຫ້​ພຣະ​ເຈົ້າມີ​ຄວາມ​ສຳຄັນ​ກວ່າ​ທຸກ​ສິ່ງ, ບໍ່​ວ່າທ່ານ​ຈະ​ປະ​ເຊີນ​ກັບ​ການ​ທົດ​ລອງ​ໃດໆ. ຈົ່ງ​ຮັກ​ພຣະ​ເຈົ້າ. ຈົ່ງ​ມີ​ສັດທາ​ໃນ​ພຣະຄຣິດ, ​ແລະ ​​ຝາກຝັງ​ຕົວ​ທ່ານ​ໄວ້​ກັບ​ພຣະອົງ​ໃນ​ທຸກ​ສິ່ງ.

​ໃນ​ວັນ​ທີ 11 ​ເດືອນ​ມິ​ນາ ປີ 2011, ຂ້າພະ​ເຈົ້າ​ໄດ້​ຢືນ​ຢູ່​ສະຖານີ​ລົດ​ໄຟ ​ໃນໂຕກຽວ ຊີນາ​ກາວາ ​ເພື່ອ​ໄປ​ຢ້ຽມຢາມ​ເຂດ​ເຜີຍ​ແຜ່​ ຍີ່ປຸ່ນ ໂຄບີ. ປະມານ 2:46 ຕອນ​ບ່າຍ, ​ແຜ່ນດິນ​ໄຫວ​ແຮງ​ເຖິງ 9.0 ​ໄດ້​ເກີດ​ຂຶ້ນ. ຂ້າພະ​ເຈົ້າບໍ່​ສາມາດ​ຢືນ​ຈັ້ງຢູ່ ​ເພາະ​ມັນ​ໄຫວ​ແຮງ​ຂະໜາດ, ​ແລະ ຂ້າພະ​ເຈົ້າ​ໄດ້​ຈ່ອງ​ຮາວ​ຂັ້ນ​ໄດ​ໄວ້. ​ດອກ​ໄຟຟ້າທີ່ຢູ່​​ເພດານ​​ໃກ້ໆ ກໍ​​ໄດ້​ຕົກລົງ​​ໃສ່​ພື້ນ. ທຸກ​ຄົນ​ໃນ​ເມືອງ​ໂຕ​ກຽວ ມີ​ຄວາມ​ຢ້ານ​ກົວ​ຫລາຍ.

​ໂຊກດີ​ທີ່​ຂ້າພະ​ເຈົ້າບໍ່​ໄດ້​ຮັບ​ບາດ​ເຈັບ, ​ແລະ ສີ່​ຊົ່ວ​ໂມງ​ຈາກ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ສະບາຍ​ໃຈ ​ທີ່​ໄດ້​ຍິນ​ວ່າ ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ຂ້າພະ​ເຈົ້າປອດ​ໄພ​ດີ.

​ໂທລະພາບກໍ​ມີ​ຮູບ​ພາບ​ທີ່​ໜ້າ​ຢ້ານກົວຫລາຍ. ມີ​ລົມ​ພະຍຸ​ຮ້າຍ​ເກີດ​ຂຶ້ນ​ໃນ​ເຂດ​ເຜີຍ​ແຜ່ ເຊັນໄດ—​ນ້ຳ​ໄດ້​ກວາດ​ລ້າງ​ທຸກ​ສິ່ງ​ທີ່ຢູ່​ໃນ​ເສັ້ນທາງ​ຂອງ​ມັນ: ລົດ, ​ເຮືອນ​ຊານ, ຕຶກ​ໂຮງງານ, ​ແລະ ທົ່ງ​ໄຮ່​ທົງ​ນາ. ຂ້າພະ​ເຈົ້າຕົກ​ຕະລຶງ​ກັບພາບ​ທີ່​ຮ້າຍ​ກາດນັ້ນ, ​ແລະ ຂ້າພະ​ເຈົ້າ​ໄດ້​ຮ້ອງ​ໄຫ້. ​ແລະ ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຢ່າງ​ແຮງ​ກ້າ ຂໍ​ໃຫ້​ພຣະບິດາ​ເທິງ​ສະຫວັນ​ປົກ​ປັກ​ຮັກສາ ​ແລະ ຊ່ອຍ​ເຫລືອ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ຂົງ​ເຂດ​ນີ້ ທີ່​ຂ້າພະ​ເຈົ້າຮັກ​ແພງ​ຫລາຍ​ທີ່​ສຸດ.

ຕໍ່​ມາ, ຂ້າພະ​ເຈົ້າ​ໄດ້​ຍິນ​ວ່າ ຜູ້​ສອນ​ສາ​ດສະໜາ​ ​ແລະ ສະມາຊິກ​ຂອງ​ສາດສະໜາ​ຈັກ ​ປອດ​ໄພ​ດີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະມາຊິກ​ຫລາຍ​ຄົນ​ໄດ້​ຮັບ​ການ​ກະທົບກະ​ເທືອນ, ​ໄດ້​ສູນ​ເສຍ​ຄົນ​​ໃນ​ຄອບຄົວ, ບ້ານ​ເຮືອນ, ​ແລະ ຊັບ​ສິນ. ຫລາຍ​ກວ່າ 20,000 ຄົນ ​ໄດ້​​ເສຍ​ຊີວິດ​ໄປ, ຊຸມ​ຊົນ​ຖືກ​ທຳລາຍ, ​ແລະ ຫລາຍ​ຄົນ​ໄດ້​ຖືກ​ບັງຄັບ​ໃຫ້​ໜີ​ຈາກ​ບ້ານ​ເຮືອນ ​ເພາະ​ເຫດການ​ທີ່​ເກີດ​ຂຶ້ນຢູ່​ໂຮງງານ​ພະລັງ​ປະລະມະ​ນູ.

​ໄພ​ທຳ​ມະ​ຊາດ​ເຊັ່ນ​ນັ້ນ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫລວງ ​ໃນ​ຫລາຍພາກ​ສ່ວນຂອງ​ໂລກ ​ໃນ​ເວລາ​ນີ້, ​ເຮັດ​ໃຫ້​ຫລາຍ​ຄົນ​ຕ້ອງ​ເສຍ​ຊີວິດ​ໄປ. ​ເຮົາ​ໄດ້​ຖືກ​ເຕືອນ​ເລື່ອງ​ໄພ​ທຳ​ມະ​ຊາດ, ສົງຄາມ, ​ແລະ ຄວາມ​ຫຍຸ້ງຍາກ​ຈົນ​ນັບ​ບໍ່​ຖ້ວນ ​ທີ່​ຈະ​​ເກີດ​ຂຶ້ນຢູ່​ໃນ​ໂລກ.

​ເມື່ອ​ການ​ທົດ​ລອງ​ເຊັ່ນ​ນັ້ນມາສູ່​ເຮົາ​ໃນ​ທັນທີ​ທັນ​ໃດ, ​ເຮົາ​ອາດ​ຖາມ​ວ່າ, “ເປັນ​​ຫຍັງ​ສິ່ງ​ເຫລົ່າ​ນີ້ ຈຶ່ງ​ເກີດ​ຂຶ້ນກັບ​ເຮົາ?” ຫລື ​“ເປັນ​ຫຍັງ​ເຮົາ​ຕ້ອງ​ຮັບ​ທຸກທໍລະມານ?”

​ເປັນ​​ໄລຍະ​ດົນ​ນານ, ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ພຣະກິດ​ຕິ​ຄຸນ, ຂ້າພະ​ເຈົ້າບໍ່​ໄດ້​ຮັບ​ຄຳ​ຕອບ​ທີ່​ແຈ່ມ​ແຈ້ງ​ຕໍ່​ຄຳ​ຖາມ​ທີ່​ວ່າ “​ເປັນ​ຫຍັງ​ຂ້າພະ​ເຈົ້າຈຶ່ງ​ຖືກ​ທົດ​ລອງ?” ຂ້າພະ​ເຈົ້າ​ເຂົ້າ​ໃຈ​ເຖິງ​ພາກສ່ວນ​ໃນ​ແຜນ​​ແຫ່ງ​ຄວາມ​ລອດ ວ່າ​ເຮົາ​ຈະ​ຖືກ​ທົດ​ສອບ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຄວາມ​ເປັນ​ຈິງ, ​ກ່ຽວ​ກັບ​ຄຳ​ຖາມ​ຂໍ້​ນີ້, ຂ້າພະ​ເຈົ້າບໍ່​ມີ​ຄວາມ​ໝັ້ນ​ໃຈ​ພໍ ທີ່​ຈະ​ຕອບ​ໄດ້. ​ແຕ່​​ໄດ້​ມີ​​ເວລາ​ໜຶ່ງ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ ​ເມື່ອ​ຂ້າພະ​ເຈົ້າ​ໄດ້ປະ​ເຊີນ​ກັບ​ການ​ທົດ​ລອງ​ອັນ​ໃຫຍ່​ຫລວງ​ເຊັ່ນ​ນີ້.

ຕອນ​ຂ້າພະ​ເຈົ້າມີ​ອາຍຸ​ໄດ້ 30 ປີ, ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​​ເຂດ​ເຜີຍ​ແຜ່ ນາໂກຢາ ຊຶ່ງ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ວຽກ​ງານ​ຂອງ​ຂ້າພະ​ເຈົ້າ. ຫລັງ​ຈາກ​ການປະຊຸມ, ປະທານ​ເຜີຍ​ແຜ່​ທີ່​ມີ​ເມດ​ຕາ ໄດ້​ມອບ​ໝາຍ​ຜູ້​ສອນ​ສາດສະໜາ ​ໃຫ້​ຂັບ​ລົດ​​ໄປ​ສົ່ງ​ຂ້າພະ​ເຈົ້າຢູ່​ເດີ່ນ​ບິນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເມື່ອ​ລົດ​ແລ່ນ​ລົງ​ຄ້ອຍ​ໄກ​ເຕີບ ​​ໄປ​ເຖິງ​ໄຟ​ແດງ, ລົດ​ບັນທຸກ​​ໃຫຍ່​ຄັນ​ໜຶ່ງໄດ້​ແລ່ນ​ລົງ​ມາ​ຢ່າງ​​ໄວ. ມັນ​ໄດ້ຕຳ​ກົ້ນລົດ​ຂອງ​ພວກ​ເຮົາ ​ແລະ ​ເຄື່ອນ​ລົດ​ຂອງ​ພວກ​ເຮົາ​ໄປ​ຂ້າງ​ໜ້າ​ເຖິງ 20 ​ແມັດ. ສິ່ງ​ທີ່​ໜ້າ​ຢ້ານ​ກົວ​ຫລາຍ​ທີ່​ສຸດ​ກໍ​ຄື ລົດ​ບັນທຸກ​ຄັນນັ້ນ ບໍ່​ມີ​ຄົນ​ຂັບ. ກົ້ນລົດ​ຂອງ​ພວກ​ເຮົາ​ໄດ້​ຫຍໍ້​ເຂົ້າ​ເຖິງ​ເຄິ່ງລົດ. ​ໂຊກ​ດີ​ທີ່​​ແອວ​ເດີ​ສອງ​ຄົນ​ນັ້ນ ກັບ​ຂ້າພະ​ເຈົ້າລອດ​ຊີວິດ​ມາ​ໄດ້.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ມື້​ຕໍ່​ມາ, ຂ້າພະ​ເຈົ້າຮູ້ສຶກ​ເຈັບ​ປວດ​ຢູ່​ຄໍ ​ແລະ ບ່າ​​ໄຫລ່ ​ທັງ​ເຈັບ​ຫົວ​ຫລາຍທີ່​ສຸດ. ນັບ​ຈາກ​ມື້ນັ້ນມາ, ຂ້າພະ​ເຈົ້ານອນ​ບໍ່​ໄດ້, ​ແລະ ຂ້າພະ​ເຈົ້າ​ໄດ້​ທົນ​ກັບ​ຊີວິດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ ທັງ​ທາງ​ຮ່າງກາຍ ​ແລະ ຈິດ​ໃຈ. ຂ້າພະ​ເຈົ້າ​ໄດ້​ອະທິຖານຂໍ​ໃຫ້​ພຣະ​ເຈົ້າປິ່ນ​ປົວ​ຂ້າພະ​ເຈົ້າ, ​ແຕ່​ອາການ​ເຈັບ​ປວດ​ນັ້ນ ມີ​ຢູ່​ຕໍ່​ໄປ ​ເປັນ​ເວລາ 10 ປີ.

​ໃນ​ເວລາ​ນັ້ນ, ຄວາມ​ຮູ້ສຶກ​ສົງ​ໄສ ​ໄດ້​ເລີ່ມຕົ້ນ​ເຂົ້າມາສູ່​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ, ​ແລະ ຂ້າພະ​ເຈົ້າ​ໄດ້ຖາມ​ວ່າ, “ເປັນ​ຫຍັງ​ຂ້າພະ​ເຈົ້າຈຶ່ງ​ຕ້ອງ​ທົນ​ກັບ​ຄວາມ​ເຈັບ​ປວດ​ຫລາຍ​ແທ້?” ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຖິງ​ແມ່ນ​ວ່າ​ຂ້າພະ​ເຈົ້າບໍ່​ໄດ້​ຮັບ​ການ​ປິ່ນປົວ​ທີ່ຂ້າພະ​ເຈົ້າ​ໄດ້ສະ​ແຫວງຫາ, ຂ້າພະ​ເຈົ້າຍັງ​ພະຍາຍາມ ຊື່ສັດ​ໃນ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າຢູ່. ຂ້າພະ​ເຈົ້າ​ໄດ້​ສືບ​ຕໍ່​ອະທິຖານ ​ເພື່ອ​ຢາກ​ຮູ້​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ ທີ່​ຂ້າພະ​ເຈົ້າມີ​ກ່ຽວ​ກັບ​ການ​ທົດ​ລອງ​ຂອງ​ຂ້າພະ​ເຈົ້າ.

ມີ​​ເວລາ​ໜຶ່ງທີ່​ຂ້າພະ​ເຈົ້າ​ໄດ້ພົບ​ເຫັນ​ຕົວ​ເອງ​ດີ້ນ​ລົນ​ກັບ​ບັນຫາສ່ວນ​ຕົວ​​ເພີ່ມ​ເຕີມ​, ​ແລະ ຂ້າພະ​ເຈົ້າມີ​ຄວາມ​ປັ່ນ​ປ່ວນ ​ເພາະວ່າ​ຂ້າພະ​ເຈົ້າບໍ່​ຮູ້ຈັກ​ວິທີ​ທີ່​ຈະ​ປະ​ເຊີນ​ກັບ​ການ​ທົດ​ລອງ​ອັນ​ໃໝ່​ນີ້. ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຂໍ​ຄຳ​ຕອບ. ​ແຕ່​ຂ້າພະ​ເຈົ້າບໍ່​ໄດ້​ຮັບ​ຄຳ​ຕອບ​​ໃນ​ທັນທີ​ທັນ​ໃດ. ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ໄດ້​ໄປ​ເວົ້າລົມ​ນຳ​ຜູ້ນຳ​ຂອງ​ສາດສະໜາ​ຈັກຄົນ​ໜຶ່ງ ທີ່​ຂ້າພະ​ເຈົ້າ​ໄວ້​ໃຈ.

​ໃນ​ຂະນະ​ທີ່​ພວກ​ເຮົາ​ກຳລັງ​ເວົ້າລົມ​ກັນ​ຢູ່​ນັ້ນ, ດ້ວຍ​ນ້ຳສຽງ​ທີ່​ຮັກ​ແພງ​ຂອງ​ເພິ່ນ, ​ເພິ່ນ​ໄດ້​ເວົ້າວ່າ, “ບຣາເດີ ອາໂອ​ຢາກີ, ຈຸດປະສົງ​ຂອງ​ການ​ມາ​ຢູ່​ໃນ​ໂລກ​ນີ້​ຂອງ​ທ່ານ ບໍ່​ແມ່ນ​ເພື່ອ​ມາ​ປະສົບ​ການ​ກັບ​ການ​ທົດ​ລອງ​ອັນ​ນີ້​ບໍ? ​ຍັງ​ບໍ່ພໍ​ໃຈ​ບໍ ກັບ​ການ​ຮັບ​ເອົາ​ການທົດ​ລອງ​ທຸກ​ຢ່າງ​ຢູ່​ໃນ​ຊີວິດ​ນີ້ ຕາມ​ທີ່​ມັນ​ເປັນ ​ແລະ ປະ​ສ່ວນ​ທີ່​ເຫລືອ​ໃຫ້​ພຣະຜູ້​ເປັນ​ເຈົ້າ? ທ່ານ​ບໍ່​ຄິດ​ບໍ​ວ່າ ບັນຫາ​ນີ້ຈະ​ຖືກ​ແກ້​ໄຂ ​ເມື່ອ​ເຮົາ​ຟື້ນ​ຄືນ​ຊີວິດ?”

​ເມື່ອ​ຂ້າພະ​ເຈົ້າ​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່ານັ້ນ, ຂ້າພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ຢ່າງ​ແຮງ​ກ້າ. ຂ້າພະ​ເຈົ້າ​ໄດ້​ຍິນ​ຄຳ​ສອນ​ນີ້​ຫລາຍ​ເທື່ອ​ຈົນ​ນັບ​ບໍ່​ຖ້ວນ, ​ແຕ່​ຕາ​ແຫ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້າພະ​ເຈົ້າບໍ່​ໄດ້​ເປີດ​​ເທົ່າ​ກັບ​ເວລາ​ນັ້ນ. ຂ້າພະ​ເຈົ້າ​ເຂົ້າ​ໃຈ​ວ່າ ນີ້​ຄືຄຳ​ຕອບ​ທີ່​ຂ້າພະ​ເຈົ້າ​ຢາກ​ຮູ້​ຈາກ​ພຣະຜູ້​ເປັນ​ເຈົ້າ. ຂ້າພະ​ເຈົ້າຈຶ່ງ​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ​ເຂົ້າ​ໃຈ​ຕື່ມ​ອີກເຖິງ​ຄວາມ​ສຳຄັນ​ຂອງ​ຫລັກ​ທຳນີ້.

​ໃນ​ໜັງສື​ອັບຣາຮາມ, ອົງ​ພຣະຜູ້​ເປັນ​ເຈົ້າ​ ​ໄດ້​ປະກາດ​ວ່າ​ ພວກ​ພຣະອົງຈະ​ພິສູດພວກ​​ເຮົາ​ໂດຍ​ວິທີ​ນີ້, ​ເພື່ອ​​ເບິ່ງ​ວ່າ​ພວກ​ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ທັງ​ປວງ ສິ່ງ​ໃດ​ກໍ​ຕາມທີ່ພຣະຜູ້​ເປັນ​ເຈົ້າອົງ​ເປັນພຣະ​ເຈົ້າຂອງ​ພວກ​ເຮົາຈະບັນຊາພວກ​ເຮົາ​ຫລື​ບໍ່.”1

​ເປັນ​ເພາະວ່າ ພຣະ​ເຈົ້າຜູ້​ໄດ້​ສ້າງ​ຟ້າ​ສະຫວັນ ​ແລະ ​ແຜ່ນດິນ​ໂລກ ຮູ້ຈັກ​ແບບ​ແຜນການ​ສ້າງ​ຂອງ​ໂລກ​ນີ້, ພຣະອົງ​ຈຶ່ງ​ມີ​ອຳນາດ​ເໜືອ​ທຸກ​ສິ່ງ ​ໃນ​ຟ້າ​ສະຫວັນ ​ແລະ ​ເທິງ​ແຜ່ນດິນ​ໂລກ, ​ແລະ ວ່າ​ກ່ອນ​ແຜນ​ແຫ່ງ​ຄວາມ​ລອດ​ຈະ​ບັນລຸ​ຄວາມ​ສຳ​ເລັດ​ໄດ້​ນັ້ນ, ພຣະອົງ​ຕ້ອງ​ໃຫ້​ເຮົາ​ໄດ້​ປະສົບ​ການ​ກັບ​ຫລາຍ​ສິ່ງ—​ເຊັ່ນ ການ​ທົດ​ລອງ—​ໃນ​​ໄລຍະ​ທີ່​ເຮົາ​ຢູ່​ໃນ​ໂລກ​ນີ້.

​ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂຈເຊັບ ສະມິດ ດັ່ງ​ນີ້:

​ເຈົ້າຈົ່ງ​ຮູ້​ໄວ້​ເຖີດ, ລູກ​ຂອງ​ພໍ່, ວ່າ​ສິ່ງ​ທັງ​ໝົດ​ເຫລົ່າ​ນີ້ ຈະ​ເປັນ​ປະສົບ​ການ​ໃຫ້​ແກ່​ເຈົ້າ, ​ແລະ ຈະ​ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ​ຂອງ​ເຈົ້າ. …

ສະນັ້ນ, ຈົ່ງ​ຍຶດໝັ້ນ​ຢູ່​ໃນ​ທາງ​ຂອງ​ເຈົ້າ ..., ​ເພາະພຣະ​ເຈົ້າຈະ​ຢູ່​ກັບ​ເຈົ້າຕະຫລອດ​ການ ​ແລະ ຕະຫລອດ​ໄປ.”2

ການ​ທົດ​ລອງ​ຂອງ​ໂລກ​ນີ້—ຮ່ວມ​ທັງ​ຄວາມ​ເຈັບ​ປ່ວຍ ​ແລະ ຄວາມ​ຕາຍ—​ເປັນ​ພາກສ່ວນ​ໜຶ່ງ​ໃນ​ແຜນ​ແຫ່ງ​ຄວາມລອດ ​ແລະ ​ເປັນ​ປະສົບ​ການ​ທີ່​ຫລີກ​ລ້ຽງ​ບໍ່​ໄດ້. ມັນ​ຈຳ​ເປັນ​ສຳລັບ​ເຮົາ ທີ່​ຈະ​ “ຍຶດໝັ້ນຢູ່​ໃນ​ທາງ​ຂອງ​ເຮົາ” ​ແລະ ຮັບ​ເອົາ​ການ​ທົດ​ລອງ​ຂອງ​ເຮົາ​ດ້ວຍ​ສັດທາ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈຸດປະສົງ​ຂອງ​ຊີວິດ​ຂອງ​ເຮົາ ບໍ່​ແມ່ນ​ພຽງ​ແຕ່​ຕ້ອງ​ອົດທົນ​ກັບ​ການ​ທົດ​ລອງ​ເທົ່າ​ນັ້ນ. ພຣະບິດາ​ເທິງ​ສະຫວັນ​ໄດ້​ສົ່ງ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ມາ​​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ເປັນ​ພຣະຜູ້​ໄຖ່​ຂອງ​ເຮົາ, ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ເອົາ​ຊະນະ​ການ​ທົດ​ລອງ ທີ່​ເຮົາ​ປະ​ເຊີນ​ຢູ່​ໃນ​ໂລກ​ນີ້; ອີກ​ຄຳ​ໜຶ່ງ, ພຣະອົງ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອ​ຂອງ​ເຮົາ​ກັບ​ມາ​ເຂັ້ມ​ແຂງ,3 ພຣະອົງ​ຈະ​ຊົດ​ໃຊ້​ແທນ​ບາບ​ ​ແລະ ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ເຮົາ, ​ແລະ ພຣະອົງ​​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້ ສຳລັບ​ເຮົາ​ທີ່​ຈະ​​ໄດ້ຮັບ​ຊີວິດ​ອະ​ມະຕະ ​ແລະ ນິລັນດອນ.

ປະທານເຮັນຣີ ບີ ໄອຣິງ ​ໄດ້​ກ່າວ​ວ່າ: “ແຕ່​ການ​ທົດ​ສອບ​ຂອງ​ພຣະ​ເຈົ້າທີ່​ຊົງ​ຮັກ ທີ່ຢູ່​ຕໍ່ໜ້າ​ເຮົາ ບໍ່​ແມ່ນ​ເພື່ອ​ເບິ່ງ​ວ່າ ​ເຮົາ​ສາມາດອົດທົນ​ກັບ​ຄວາມ​ຫຍຸ້ງຍາກໄດ້​ຫລື​ບໍ່. ​ແມ່ນ​ເພື່ອ​ເບິ່ງ​ວ່າ ​ເຮົາ​ສາມາດ​ອົດທົນ​ກັບ​ມັນ​ໄດ້​ດີ​ຊ່ຳ​ໃດ. ​ເຮົາ​ຜ່ານ​ການ​ທົດ​ສອບ ​ໂດຍ​ການສະ​ແດງ​ວ່າ ​ເຮົາຈື່​ຈຳ​ພຣະອົງ ​ແລະ ພຣະບັນຍັດ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ເຮົາ.”4

“ຈົ່ງ​ຍຶດໝັ້ນ​ໃນ​ທາງ​ຂອງ​ເຈົ້າ” ​ເປັນ​ການ​ເລືອກ​ທີ່​ສຳຄັນ ​ໃນ​ໄລຍະ​ທີ່​ຖືກ​ທົດ​ລອງ. ​ເຮົາ​ຕ້ອງ​ຫັນ​ໄປ​ຫາ​ພຣະ​ເຈົ້າ, ​ໂດຍ​ສະ​ເພາະ ຕອນ​ເຮົາ​ປະ​ເຊີນ​ກັບ​ການ​ທົດ​ລອງ. ​ໃຫ້​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າ ດ້ວຍ​ຄວາມ​ຖ່ອມ​ຕົນ. ສະ​ແດງ​ສັດທາ​ໃນ​ຄວາມ​ປາດ​ຖະໜາ ​ດ້ວຍ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ.

​ໃຫ້​ເຮົາ​ມາ​ພິ​ຈາລະ​ນາ​​ໃໝ່ ​ເລື່ອງ​ລົດ​ແລ່ນ​ມາ​ຊົນ​ກົ້ນລົດ ​ໃນ​ເມືອງ ນາໂກຢາ. ຂ້າພະ​ເຈົ້າອາດ​ຕາຍ​ໄດ້ ​ໃນ​ອຸປະຕິ​ເຫດ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜ່ານ​ພຣະຄຸນ​ຂອງ​ພຣະຜູ້​ເປັນ​ເຈົ້າ, ຂ້າພະ​ເຈົ້າ​ລອດ​ຊີວິດ​ຢ່າງ​ປະຕິ​ຫານ. ​ແລະ ຂ້າພະ​ເຈົ້າຮູ້​ວ່າ ຄວາມທຸກ​ທໍລະມານ​ຂອງ​ຂ້າພະ​ເຈົ້າ​​ແມ່ນ​ສຳລັບ​ການ​ຮຽນ​ຮູ້ ​ແລະ ສຳລັບ​ການ​ເຕີບ​ໂຕ​ຂອງ​ຂ້າພະ​ເຈົ້າ.5 ພຣະບິດາ​ເທິງ​ສະຫວັນ​ໄດ້​ສິດສອນ​ຂ້າພະ​ເຈົ້າ ​ໃຫ້​ມີ​ຄວາມ​ອົດທົນ​ຫລາຍ​ຂຶ້ນກວ່າ​ເກົ່າ, ​ເພື່ອ​ຈະ​ໄດ້​ເຂົ້າ​ໃຈຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ, ​ແລະ ​ເພື່ອ​ຈະ​ໄດ້​ປອບ​ໂຍນ​ຄົນ​ທີ່​ຮັບ​ທຸກທໍລະມານ. ​ເມື່ອ​ຮັບ​ຮູ້​ສິ່ງ​ນີ້, ​ໃຈ​ຂອງ​ຂ້າພະ​ເຈົ້າຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ສຶກ​ຂອບ​ພຣະ​​ໄທ​ຕໍ່​ພຣະບິດາ​ເທິງ​ສະຫວັນ ສຳລັບ​ການ​ທົດ​ລອງ​ນີ້.

ຈົ່ງ​ໃຫ້​ພຣະ​ເຈົ້າມີ​ຄວາມ​ສຳຄັນ​ກວ່າ​ທຸກ​ສິ່ງ, ບໍ່​ວ່າທ່ານ​ຈະ​ປະ​ເຊີນ​ກັບ​ການ​ທົດ​ລອງ​ໃດໆ. ຈົ່ງ​ຮັກ​ພຣະ​ເຈົ້າ. ຈົ່ງ​ມີ​ສັດທາ​ໃນ​ພຣະຄຣິດ, ​ແລະ ​​ຝາກຝັງ​ຕົວ​ທ່ານ​ໄວ້​ກັບ​ພຣະອົງ​ໃນ​ທຸກ​ສິ່ງ. ​ໂມໂຣໄນ ​ໄດ້​ສັນຍາ​ກັບ​ຜູ້​ຄົນ​ດັ່ງ​ຕໍ່​ໄປ​ນີ້: “ຖ້າ​ຫາກ​ທ່ານ​ປະຕິ​ເສດ​ຕົນ​ຈາກ​ຄວາມ​ບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ທຸກ​ຢ່າງ, ແລະ ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ພະລັງ, ຈິດ​ໃຈ, ແລະ ກຳລັງ​ຂອງ​ທ່ານ, ເມື່ອ​ນັ້ນ​ພຣະ​ຄຸນ​ຂອງ​ພຣະ​ອົງ​ຈຶ່ງ​ພຽງພໍ​ສຳລັບ​ທ່ານ, ເພື່ອ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ, ທ່ານ​ຈະ​ດີ​ພ້ອມ​ໃນ​ພຣະ​ຄຣິດ.”6

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ຢ່າງ​ໜັກ​ແໜ້ນ​ວ່າ ພຣະ​ເຈົ້າອົງ​ເປັນ​ພຣະບິດາ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ຊົງ​ພຣະຊົນ​ຢູ່ ​ແລະ ວ່າ​ຄຳ​ສັນຍາ​ຂອງ​ພຣະ​ເຈົ້າຕໍ່​ຄົນ​ທີ່ “ຍຶດໝັ້ນ​ໃນ​ທາງ​ຂອງ​ເຂົາ​ເຈົ້າ” ​ແລະ ຮັກ​ພຣະອົງ ຈະ​ບັນລຸ​ຜົນສຳ​ເລັດ ​ແມ່ນ​ແຕ່​ໃນ​ທ່າມກາງ​ການ​ທົດ​ລອງ​ຂອງ​ເຂົາ​ເຈົ້າ. ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.