​2010–2019
ຂ້າ​​ເຝົ້າພິສະຫວົງ
ຕຸລາ 2015


ຂ້າ​​ເຝົ້າພິສະຫວົງ

ປະຈັກ​ພະຍານ​ຂອງ​ພຣະ​ເຢຊູ​ຄຣິດ ​ໄດ້​ຖືກ​ສ້າງ​ຂຶ້ນ ຈາກ​ປະສົບ​ການ​ພິ​ເສດ ບ່ອນ​ທີ່​ ຂ້າພະ​ເຈົ້າ​ໄດ້​ມາ​ຮູ້ຈັກ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງ​ ສຳລັບ​ເຮົາ​ແຕ່ລະຄົນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ຕໍ່​ຝ່າຍ​ປະທານ​ສູງ​ສຸດ ສຳລັບ​ການ​ເຊື້ອ​ເຊີນ​​ ໃຫ້ຂ້າພະ​ເຈົ້າ​​ມາ​ແບ່ງປັນ​ປະສົບ​ການ​ອັນ​ຖ່ອມຕົວ ​ໃນ​ເຊົ້າວັນ​ຊະບາ​ໂຕ​ມື້​ນີ້. ​ເພງ​ສວດ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ໄດ້ບັນຍາຍ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຂ້າພະ​ເຈົ້າ​ໃນ​ເວລາ​ນີ້​ວ່າ:

ຂ້າ​​ເຝົ້າພິສະຫວົງ ຕໍ່​ຄວາມຮັກ​ພຣະ​ເຢຊູ​ໃຫ້​ຂ້າ,

ທັງ​ງົງ​ງັນ​ ຕໍ່​ພຣະຄຸນ​ຄວາມ​ດີ​ ທີ່​ພຣະອົງ​ປະທານ. …

ຂ້າ​​ແປກ​ໃຈ​ ເຫດ​ໃດ​ພຣະອົງ​ລາ​ຈາກ​ບັນລັງ​ລົງ​ມາ

​ເພື່ອ​ຊ່ອຍ​ເຫລືອ​ວິນ​ຍານ​ທໍລະ​ຍົດ ​ແລະ ​ເຍີ້​ຍິ່ງ​ຢ່າງ​ຂ້າ,

ທີ່​​ແບ່ງປັນ​ຮັກ​ລົ້ນ​ ໃຫ້​ກັບ​ຄົນ​ເໝືອນ​ດັ່ງ​ເຊັ່ນ​ຕົວ​ຂ້າ,

ພຣະອົງ​ຊົງ​ສາມາດ​ເປັນ​ເຈົ້າຂອງ ​ແລະ ​ໄຖ່ ​ແລະ ຮັບຮອງ. …

​ໂອ້, ຊ່າງ​ແສນ​ອັດສະຈັນ, ອັດສະຈັນ ຕໍ່​ຂ້າ!1

ສອງ​ສາມ​ມື້​ຜ່ານ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ພິ​ເສດ​ໄປ​ພົບ​ກັບ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ຮັບ​ເອົາ​ການ​ເອີ້ນ​ຈາກ​ສາດສະດາ​ທີ່​ຮັກ​ຂອງ​ເຮົາ, ປະທານທອມ​ມັສ ​ແອັສ ມອນ​ສັນ. ຂ້າພະ​ເຈົ້າຢາກ​ບອກ​ທ່ານ​ເຖິງ​ພະລັງ ​ແລະ ຄວາມ​ຮັກ​ຂອງປະທານ​ມອນ​ສັນ ​ໃນ​ຂະນະ​ທີ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະ​ເຈົ້າວ່າ, “ການ​ເອີ້ນ​ນີ້ ມາ​ຈາກ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.”

ຂ້າພະ​ເຈົ້າ​ໄດ້​ຕົກ​ໃຈ​ຢ່າງ​ໃຫຍ່ ​ແລະ ສັ່ນ​ສາຍ​ໄປ​ທັງ​ຕົວ ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ຄວາມ​ສຳຄັນ ​ແລະ ຄວາມ​ໝາຍ​ເລິກ​ຂອງ​ຖ້ອຍ​ຄຳ​ເຫລົ່ານັ້ນ ທີ່​ສາດສະດາ​ທີ່​ຮັກ​ຂອງ​ເຮົາ​ໄດ້​ກ່າວ​ຢ່າງ​ນິ້ມ​ນວນ. ປະທານ​ມອນ​ສັນ, ຂ້າພະ​ເຈົ້າຮັກ​ທ່ານ ​ແລະ ຮັກ​ທີ່​ປຶກສາ​ຂອງ​ທ່ານ ​ແລະ ຈະ​ຮັບ​ໃຊ້​ພຣະ​ເຈົ້າ ​ແລະ ທ່ານ ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ພະລັງ, ສຸດ​ຄວາມ​ຄິດ, ​ແລະ ສຸດ​ກຳລັງ ຂອງ​ຂ້າພະ​ເຈົ້າ.

​ໂອ້, ຂ້າພະ​ເຈົ້າຮັກ​ປະທານບອຍ ເຄ ແພ໊ກເກີ ແລະ ແອວເດີ ແອວ ທອມ ແພຣີ ແລະ ແອວເດີ ຣິເຈີດ ຈີ ສະກາດ. ຂ້າພະ​ເຈົ້າຄິດ​ຮອດ​ພວກ​ເພິ່ນ​ຫລາຍ. ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ ທີ່​ໄດ້​ຮັບ​ການ​​ເຝິກຝົນ ​ແລະ ​ໄດ້ຮັບ​ການ​ສອນ​ຈາກ​ອ້າຍ​ນ້ອງ​ເຫລົ່າ​ນີ້. ​​ຂ້າພະ​ເຈົ້າບໍ່​ມີ​ຄວາມ​ສາມາດ​ເທົ່າ​ກັບ​ພວກ​ເພິ່ນ, ​ແຕ່​ຂ້າພະ​ເຈົ້າ​​ໄດ້​ຮັບ​ກຽດ​ຫລາຍ ທີ່​ມາ​ຮັບ​ໃຊ້​ແທນ​ພວກ​ເພິ່ນ ​ແລະ​ ​ເຮັດວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າຕໍ່​ໄປ.

​ເມື່ອ​ຂ້າພະ​ເຈົ້າຄິດ​ເຖິງ​ຄົນທີ່​ໄດ້​ຊ່ອຍ​ຂ້າພະ​ເຈົ້າ​ໃຫ້​ເປັນ​ຢ່າງ​ທີ່​ຂ້າພະ​ເຈົ້າ​ເປັນ​ຢູ່​ນີ້, ທຳ​ອິດ ຂ້າພະ​ເຈົ້າຄິດ​ເຖິງ​ຄູ່​ຊີວິ​ດທີ່​ບໍ່​ເຫັນ​ແກ່​ຕົວຂອງ​ຂ້າພະ​ເຈົ້າ, ເມ​ລາ​ນີ. ​ເປັນ​ເວລາ​ຫລາຍ​ປີ ທີ່​ນາງ​ໄດ້​ຊ່ອຍ​ເຫລືອ​ຫລໍ່​ຫລອມ​ຂ້າພະ​ເຈົ້າ ​ໃຫ້​ກາຍ​ເປັນ​ສານຸສິດ​ຂອງ​ພຣະຄຣິດ. ຄວາມ​ຮັກ​ ​ແລະ ການ​ສະໜັບສະໜູນ​ຂອງ​ນາງ, ພ້ອມ​ທັງ​ລູກ 5 ຄົນ, ​ແລະ ຄູ່​ຄອງ​ຂອງ​ເຂົາ​ເຈົ້າ ພ້ອມ​ດ້ວຍຫລານ 24 ຄົນ, ​ກໍໄດ້​ສະໜັບສະໜູນ​ຂ້າພະ​ເຈົ້າ. ຕໍ່​ຄອບຄົວ​ທີ່​ຮັກ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຮັກ​ທ່ານທຸກ​ຄົນ.

​ເຊັ່ນ​ດຽວ​ກັບ​ນີ​ໄຟ​ໃນ​ສະ​ໄໝ​ບູຮານ, ຂ້າພະ​ເຈົ້າ​ໄດ້​ເກີດ​ຈາກ​ພໍ່​ແມ່ຜູ້​ປະ​ເສີດ ​ໃນ​ພຣະກິດ​ຕິ​ຄຸນ; ບັນພະບຸລຸດ​ຂອງ​ຂ້າພະ​ເຈົ້າກໍໄດ້​ເກີດຈາກ​ພໍ່​ແມ່​ຜູ້​ປະ​ເສີດ​​ເຖິງຫົກ​ລຸ້ນຄົນ. ບັນພະບຸລຸດ​ລຸ້ນທຳ​ອິດທີ່​ໄດ້​ເຂົ້າຮ່ວມ​ສາດສະໜາ​ຈັກ ​ແມ່ນມາຈາກ​ປະ​ເທດ​ອັງກິດ ​ແລະ ປະ​ເທດ​ເດັນ​ມາກ. ຜູ້​ບຸກ​ເບີກ​ລຸ້ນທຳ​ອິດ​ເຫລົ່າ​ນີ້ ​ໄດ້​ສະລະ​ທຸກ​ສິ່ງ ​​ເພື່ອ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ​ໄດ້​ມອບ​ແນວທາງ​ໄວ້​ໃຫ້​ລຸ້ນລູກ​ຫລານ ​ເພື່ອ​ຈະ​ຕິດຕາມ. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ສຳລັບບັນ​ພະ​ບຸລຸດ​ຫລາຍ​ລຸ້ນຄົນ. ຂ້າພະ​ເຈົ້າຮູ້​ວ່າ ​ນີ້​ເປັນເປົ້າໝາຍ​ທີ່​ມີຄ່າ​ຄວນ​ສຳລັບ​ທຸກ​ຄົນ ທີ່​ຈະ​ບັນລຸ.

ຫລາຍ​ຄົນ​ອື່ນອີກກໍ​ໄດ້​ຊ່ອຍ​ຕຽມ​ຊີວິດ​ຂອງຂ້າພະ​ເຈົ້າ ສຳລັບ​ການ​ເອີ້ນ​ໃໝ່​ນີ້. ບຸກຄົນ​ເຫລົ່ານັ້ນ ​ແມ່ນ​ຮ່ວມ​ດ້ວຍ​ໝູ່​ເພື່ອນ​ທີ່​ເຕີບ​ໃຫຍ່​ມາ​ນຳ​ກັນ ​ແລະ ຄອບຄົວ, ຜູ້ນຳ​​ເກົ່າໃນ​ສາດສະໜາ​ຈັກ, ຄູ​ສອນ, ​ແລະ ຜູ້​​​ໃຫ້​ຄຳ​ແນະນຳ ​ມາຕະຫລອດ​ຊີວິດ. ພ້ອມ​ນີ້​ກໍ​ມີ​ເຂດ​ເຜີຍ​ແຜ່​ສະ​ໄໝ​ຂ້າພະ​ເຈົ້າ​ເປັນ​ໜຸ່ມ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ ​ແລະ ຜູ້​ສອນ​ສາດສະໜາ​ຈາກ​ເຂດ​ເຜີຍ​ແຜ່ນິວ​ຢອກ ນິວ​ຢອກ ພາກ​ເໜືອ. ​ແລະ ກໍ​ມີ​ຫລາຍ​ຄົນ​ທີ່​ເປັນ​ຕົວຢ່າງ ​ແລະ ຊີ້​ນຳ​ຂ້າພະ​ເຈົ້າ, ຊຶ່ງ​ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຕໍ່​ຫລາຍ.

ຂ້າພະ​ເຈົ້າ​ໄດ້​ທະນຸ​ຖະໜອມ​ການ​ຮັບ​ໃຊ້​ກັບ​ບັນດາ​ອ້າຍ​ນ້ອງ​ສາວົກ​ເຈັດ​ສິບ. ​ເປັນ​ເວລາ 15 ປີ ທີ່​ຂ້າພະ​ເຈົ້າ​ໄດ້​ເປັນ​ບຸກຄົນ​ໜຶ່ງ​ໃນ​ກຸ່ມອ້າຍ​ນ້ອງ​ທີ່​ດີ​ທີ່​ສຸດ ຂອງ​ສາດສະໜາ​ຈັກ. ຂອບ​ໃຈ​ຫລາຍໆ, ​ອ້າຍ​ນ້ອງ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າພະ​ເຈົ້າ. ບັດ​ນີ້ ຂ້າພະ​ເຈົ້າຈະ​ກ້າວ​ເດີນ​ໄປ​ໜ້າ, ​ເຂົ້າຮ່ວມ​ກຸ່ມ​ໃໝ່. ປະທານຣະ​ໂຊ ເອັມ ແນວສັນ ​ເອີຍ, ຂ້າພະ​ເຈົ້າຮັກ​ແພງ​ທ່ານ ​ແລະ ທຸກ​ຄົນ​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ.

ຊິດສະເຕີ ແຣັສ໌ແບນ ກັບ ຂ້າພະ​ເຈົ້າ ​ໄດ້​ຮັບ​ພອນ ທີ່​​ໄດ້ໄປ​ຢ້ຽມຢາມ​ສະມາຊິກ ຕອນ ​ຂ້າພະ​ເຈົ້າ​ໄດ້​​ໄປ​ເຮັດ​ພາລະກິດ ຢູ່​ໃນ​ກອງ​ປະຊຸມ ​ແລະ ​ໃນ​ເຂດ​ເຜີຍ​ແຜ່ ຢູ່​ທົ່ວ​ທຸກ​ແຫ່ງ​ຫົນ! ສັດທາ​ຂອງ​ທ່ານ ​ໄດ້​ເພີ່ມ​ສັດທາຂອງ​ພວກ​ຂ້າພະ​ເຈົ້າ; ປະຈັກ​ພະຍານ​ຂອງ​ທ່ານ ​ໄດ້​ເພີ່ມ​ປະຈັກ​ພະຍານ​ຂອງ​ພວກ​ຂ້າພະ​ເຈົ້າ.

ຖ້າ​ຫາກ​ຂ້າພະ​ເຈົ້າມີ​ຂ່າວສານ​ທີ່​ຈະ​ມອບ​ໃຫ້​ທ່ານ​ໃນ​ມື້​ນີ້ ຄົງ​ຈະ​ເປັນວ່າ: ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “​ເຮົາ​ຮັກ​ພວກ​ເຈົ້າຢ່າງ​ໃດ, ພວກ​ເຈົ້າກໍ​ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ນັ້ນ.”2 ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ຄົງ​ບໍ່​ມີ​ການ​ເລືອກ​ໃດ, ບາບ​ໃດ, ຫລື ຄວາມ​ຜິດ​ໃດ ທີ່​ທ່ານ ຫລື ຄົນ​​ອື່ນ​ໄດ້​ເຮັດ ທີ່​ຈະ​ປ່ຽນ​ຄວາມ​ຮັກ​ຂອງ​ພຣະອົງ ທີ່​ມີ​ຕໍ່​ທ່ານ ຫລື ຕໍ່​ເຂົາ​ເຈົ້າ. ນັ້ນບໍ່​ໄດ້​ໝາຍ​ຄວາມ​ວ່າ ພຣະອົງ​ຍົກ​ເວັ້ນ ຫລື ຮັບ​ຮູ້ ການ​ເຮັດ​ບາບ—ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ພຣະອົງ​ບໍ່​ໄດ້​ຮັບ​ຮູ້—​ແຕ່​ມັນ​ໝາຍ​ຄວາມ​ວ່າ ​ເຮົາ​ຕ້ອງ​ເອື້ອມ​ອອກ​ໄປ​ຫາ​ເພື່ອນມະນຸດ​ຂອງ​ເຮົາ ດ້ວຍ​ຄວາມ​ຮັກ ​ແລະ ​ເຊື້ອ​ເຊີນ, ຊັກ​ຈູງ, ຮັບ​ໃຊ້, ​ແລະ ຊ່ອຍ​ກູ້ ​ເຂົາ​ເຈົ້າ. ພຣະ​ເຢຊູ​ຄຣິດບໍ່​ສົນ​ໃຈ​ກັບ​ເຊື້ອ​ຊາດ, ຕຳ​ແໜ່​ງ, ​ແລະ ສະພາບ​ການ​ຂອງ​ບຸກຄົນ ​ເພື່ອ​ຈະ​ໄດ້​ສອນ​ເຂົາ​ເຈົ້າ ​ເຖິງ​ຄວາມ​ຈິງ​ທີ່​ເລິກຊຶ້ງນີ້.

ຂ້າພະ​ເຈົ້າ​​ໄດ້​ຖືກ​ຖາມ​ຫລາຍ​ເທື່ອ​ວ່າ ຂ້າພະ​ເຈົ້າ​ໄດ້​ຮັບ​ປະຈັກ​ພະຍານ​​ຕອນ​ໃດ.

ຂ້າພະ​ເຈົ້າ​ເຊື່ອ​ໃນ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະ​ເຢຊູ​ຄຣິດ ຕະຫລອດ​ມາ. ຂ້າພະ​ເຈົ້າຮັກ​ພວກ​ພຣະອົງ ນັບ​ຕັ້ງ​ແຕ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພວກ​ພຣະອົງ ຕອນ​ນັ່ງ​ຢູ່​ຂ້າງ​ແມ່ ຜູ້​ເປັນ​ເໝືອນ​ດັ່ງ​ທູດອົງ​ໜຶ່ງ, ຕອນ​ອ່ານ​ພຣະຄຳ​ພີ ​ແລະ ອ່ານ​ເລື່ອງ​ພຣະກິດ​ຕິ​ຄຸນ. ຄວາມ​ເຊື່ອ​​ແຕ່​ກ່ອນ​ນີ້ ​ໄດ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ ​ເປັນຄວາມ​ຮູ້ ​ແລະ ​ເປັນ​ພະຍານ​ເຖິງ​ຄວາມ​ຮັກ​ຂອງ​ພຣະບິດາ​ເທິງ​ສະຫວັນ, ຜູ້​ໄດ້​ຍິນ ​ແລະ ຕອບ​ຄຳ​ອະທິຖານ​ຂອງ​ເຮົາ. ປະຈັກ​ພະຍານ​ຂອງ​ພຣະ​ເຢຊູ​ຄຣິດ ​ໄດ້​ຖືກ​ສ້າງ​ຂຶ້ນ ຈາກ​ປະສົບ​ການ​ພິ​ເສດ ບ່ອນ​ທີ່​ ຂ້າພະ​ເຈົ້າ​ໄດ້​ມາ​ຮູ້ຈັກ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງ​ ສຳລັບ​ເຮົາ​ແຕ່ລະຄົນ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ສຳລັບ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຢາກ​ຮ້ອງ​ອອກ​ມາ​ຄື​ກັນ​ກັບ​ ແອວ​ມາ ພ້ອມດ້ວຍ​ສຽງ​ແກ​ຂອງ​ທູດ.3 ຂ້າພະ​ເຈົ້າຮູ້​ວ່າ ໂຈເຊັບ ສະມິດ ​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ ​ແຫ່ງ​ການ​ຟື້ນ​ຟູ ​ແລະ ວ່າ​ພຣະຄຳ​ພີ​ມໍ​ມອນ​ ເປັນ​ພຣະຄຳ​ຂອງ​ພຣະ​ເຈົ້າ. ຂ້າພະ​ເຈົ້າຮູ້​ວ່າ ປະທານທອມມັສ ແອັສ ມອນສັນ ​ເປັນ​ຜູ້​ຮັບ​ໃຊ້​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ ​ແລະ ​ເປັນ​ສາດສະດາ​ຢູ່​ໃນ​ໂລກ ທຸກ​ວັນ​ນີ້.

​ເມື່ອ​ເຮົາ​ຕິດຕາມ​ສາດສະດາ​ຂອງ​ເຮົາ, ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ມີ​ຄວາມ​ໃຈ​ບຸນ​ຢູ່​ໃນ​ໃຈ​ຂອງ​ເຮົາ ຕໍ່​ຄົນ​ອື່ນ ​ແລະ ວ່າ​ເຮົາ​ຈະ​ກາຍ​ເປັນ​ປະຈັກ​ພະຍານທີ່​ມີ​ຊີວິດ​ຢູ່ ​ແລະ “ພິສະຫວົງ​ຕໍ່​ຄວາມ​ຮັກ​ພຣະ​ເຢຊູ​ໃຫ້ [ເຮົາ].” ​ໂອ້, ຂໍ​ໃຫ້ “ຊ່າງ​ແສນ​ອັດສະຈັນ, ອັດສະຈັນ​ ຕໍ່ [ທ່ານ ​ແລະ] ຂ້າພະ​ເຈົ້າ.” ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. “ຂ້າ​ເຝົ້າ​ພິ​ສະ​ຫວົງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 24.

  2. ໂຢ​ຮັນ 13:34.

  3. ເບິ່ງ ແອວ​ມາ 29:1.