​2010–2019
“ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນຍັດ​ຂອງ​ເຮົາ”
ຕຸລາ 2015


“ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນຍັດ​ຂອງ​ເຮົາ”

ພຣະບັນຍັດຂອງ​ພຣະ​ເຈົ້າ​ ​​ແມ່ນການສະ​ແດງ​ໃຫ້​ປະຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ, ​ແລະ ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະອົງ ​ແມ່ນ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະອົງ.

ຕອນ ນາງ​ແຈັນ, ລູກ​ສາວ​ກົກ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ພາ​ລູກ​ສາວ​​ຄົນທີ​ສາມ​ຂອງ​ນາງ​ກັບ​ບ້ານ​ຈາກ​ໂຮງໝໍ, ຂ້າພະເຈົ້າ​ໄດ້​ໄປ​ທີ່​ບ້ານ​ຂອງ​ນາງ ເພື່ອ​ຊ່ອຍ​ເຫລືອ​ນາງ. ຫລັງ​ຈາກ​ສົ່ງ​ລູກ​ສາວ​ກົກ​ຂອງ​ນາງ​ໄປ​ໂຮງຮຽນ​ແລ້ວ, ພວກ​ເຮົາ​ໄດ້​ຕັດສິນ​ໃຈ​ວ່າ ນາງ​ແຈັນ ຕ້ອງການ​ພັກຜ່ອນ​ຫລາຍ​ທີ່​ສຸດ. ສະນັ້ນ​ສິ່ງ​ທີ່​ຂ້າພະເຈົ້າ​ສາມາດ​ຊ່ອຍ​ໄດ້​ດີ​ທີ່​ສຸດ​ຄື ເອົາ​ນາງ​ຄະ​ໂລ​ອີ, ລູກ​ສາວ​ຄົນທີ​ສອງ​ຂອງ​ນາງ​ເມືອ​ບ້ານ​ກັບ​ຂ້າພະເຈົ້າ​ ເພື່ອ​ວ່າ​ແມ່​ຂອງ​ນາງ​ຈະ​ໄດ້​ພັກຜ່ອນ​ຢ່າງ​ງຽບໆ​ກັບ​ແອນ້ອຍ​ຄົນ​ໃໝ່.

ຂ້າພະເຈົ້າ​ໄດ້​ໃສ່​ເຂັມ​ຂັດ​ໃຫ້​ນາງ​ຄະ​ໂລ​ອີ​ໃນ​ຕັ່ງ​ຂອງ​ນາງ, ໄດ້​ໃສ່​ເຂັມ​ຂັດ​ນິລະ​ໄພ​ຂອງ​ຕົນ, ແລະ ໄດ້​ຂັບ​ລົດ​ອອກ​ໄປ. ເຖິງ​ຢ່າງໃດ​ກໍ​ຕາມ, ກ່ອນ​ພວກ​ເຮົາ​ຈະ​ໄປ​ເຖິງ​ທ້າຍ​ຖະໜົນ​ນັ້ນ, ນາງ​ຄະ​ໂລ​ອີ ໄດ້​ເອົາ​ເຂັມ​ຂັດ​ນິລະ​ໄພ​ຂອງ​ນາງ​ອອກ ແລະ ກຳລັງ​ຢືນ​ຂຶ້ນ, ຢູ່​ທາງ​ຫລັງ​ບ່າ​ໄຫລ​ຂອງ​ຂ້າພະເຈົ້າ, ແລະ ກຳລັງ​ເວົ້າ​ລົມ​ກັບ​ຂ້າພະເຈົ້າ​ຢູ່! ຂ້າພະເຈົ້າ​ໄດ້​ຈອດ​ລົດ​ຢູ່​ຂ້າງ​ຖະໜົນ, ໄດ້​ອອກ​ໄປ, ແລະ ໄດ້​ເອົາ​ນາງ​ນັ່ງ​ໃສ່​ບ່ອນ​ນັ່ງ​ຂອງ​ນາງ.

ພວກ​ເຮົາ​ໄດ້​ເລີ່ມ​ອີກ ແຕ່​ໄປ​ໄດ້​ພຽງ​ບໍ່​ໄກ​ເມື່ອ​ນາງ​ໄດ້​ອອກ​ຈາກ​ບ່ອນ​ນັ່ງ​ຂອງ​ນາງ​ອີກ. ຂ້າພະເຈົ້າ​ໄດ້​ເຮັດ​ຕາມ​ຂັ້ນ​ຕອນ​ດຽວ​ກັນ​ນັ້ນ​ຊ້ຳ​ອີກ, ແຕ່​ບັດ​ນີ້​ກ່ອນ​ຂ້າພະເຈົ້າ​ຂຶ້ນ​ລົດ ແລະ ໃສ່​ເຂັມ​ຂັດ​ນິລະ​ໄພ​ຂອງ​ຕົນ, ນາງ​ຄະໂລອີ​ກໍ​ໄດ້​ຢືນ​ຂຶ້ນ​​ແລ້ວ!

​ຂ້າພະເຈົ້າ​ໄດ້​ເຫັນ​ຕົວ​ເອງ​ນັ່ງ​ຢູ່​ໃນ​ລົດ, ຈອດ​ຢູ່​ຂ້າງ​ຖະໜົນ, ກຳລັງ​ແຂ່ງຂັນ​ອຳນາດກັບ​ເດັກ​ອາຍຸ​ສາມ​ປີ. ແລະ ນາງ​ກໍ​ເປັນ​ຜູ້​ຊະ​ນະ.

ຂ້າພະເຈົ້າ​ໄດ້​ໃຊ້​ທຸກໆ​ວິທີ​ທາງ​ທີ່​ຂ້າພະເຈົ້າ​ສາມາດ​ຄິດ​ອອກ​ ເພື່ອ​ເກ້​ຍ​ກ່ອມ​ນາງ​ວ່າ ການ​ນັ່ງ​ຢູ່​ໃນ​ທີ່​ນັ່ງ​ຂອງ​ນາງ​ນັ້ນ​ເປັນຄວາມ​ຄິດ​ທີ່​ດີ. ນາງ​ບໍ່​ຍອມ​ຟັງ! ໃນ​ທີ່​ສຸດ​ຂ້າພະເຈົ້າ​ຕັດສິນ​ໃຈ​ຈະ​ລອງ​ໃຊ້​ວິທີ​ທີ່​ວ່າ ຖ້າ​ຫາກ/ແລ້ວ.

ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ຄະ​ໂລ​ອີ​ເອີ້ຍ, ຖ້າ​ຫາກ​ຫລານ​ຈະ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ​ຂອງ​ຫລານ, ແລ້ວ​ເມື່ອ​ພວກ​ເຮົາ​ໄປ​ຮອດ​ບ້ານ​ແມ່ຕູ້, ພວກ​ເຮົາ​ສາມາດ​ຫລິ້ນ​ກັບຂອງຫລິ້ນນຳ​ກັນໄດ້.”

ບໍ່​ມີ​ການ​ຕອບ​ຮັບ​ຢ່າງ​ໃດ.

“ຄະ​ໂລ​ອີ​ເອີ້ຍ, ຖ້າ​ຫາກ​ຫລານ​ຈະ​ນັ່ງ​ຢູ່​ບ່ອນ​ນັ່ງ​ຂອງ​ຫລານ ແລະ ໃສ່​ເຂັມ​ຂັດ, ແລ້ວ​ພວກ​ເຮົາ​ສາມາດ​ເຮັດ​ເຂົ້າຈີ່ ເມື່ອ​ໄປ​ຮອດ​ບ້ານ​ຂອງ​ແມ່ຕູ້​ນໍ.”

ບໍ່​ມີ​ການ​ໂຕ້​ຕອບ.

ຂ້າພະເຈົ້າ​ໄດ້​ພະຍາຍາມ​ອີກ​ເທື່ອ​ໜຶ່ງ. ຄະ​ໂລ​ອີ, ຖ້າ​ຫາກ​ຫລານ​ຈະ​ນັ່ງ​ຢູ່​ບ່ອນ​ນັ່ງ​ຂອງ​ຫລານ ແລະ ໃສ່​ເຂັມ​ຂັດ, ແລ້ວ​ພວກ​ເຮົາ​ຈະ​ໄປ​ແວະ​ຕະຫລາດ ແລະ ຊື້​ເຂົ້າໜົມ​ເນາະ!”

ຫລັງ​ຈາກ​ພະຍາຍາມ​ໄດ້​ສາມ​ເທື່ອ, ຂ້າພະເຈົ້າ​ໄດ້​ຮັບ​ຮູ້​ວ່າ​ວິທີ​ນີ້​ໃຊ້​ການ​ບໍ່​ໄດ້. ນາງ​ໄດ້​ຕັດສິນ​ໃຈ​ແລ້ວ, ແລະ ບໍ່​ມີ ຖ້າ/ຫາກ ວິທີ​ໃດ​ຈະ​ຊ່ອຍ​ເກ້​ຍ​ກ່ອມ​ໃຫ້​ນາງ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ​ດ້ວຍ​ໃສ່​ເຂັມ​ຂັດ​ເລີຍ.

ພວກ​ເຮົາ​ຈະ​ນັ່ງ​ຢູ່​​ຂ້າງ​ຖະໜົນ​ໝົດ​ມື້​ບໍ່​ໄດ້, ແຕ່​ຂ້າພະເຈົ້າ​ຢາກ​ເຮັດ​ຕາມ​ກົດໝາຍ ແລະ ມັນ​ກໍ​ບໍ່​ປອດ​ໄພ​ທີ່​ຈະ​ຂັບ​ລົດ​ໄປ​ໂດຍ​ປ່ອຍ​ໃຫ້​ນາງ​ຄະ​ໂລ​ອີ​ຢືນ​ຢູ່. ຂ້າພະເຈົ້າ​ໄດ້​ອະທິຖານ​ໃນ​ໃຈ ແລະ ໄດ້​ຍິນ​ພຣະ​ວິນ​ຍານ​ຊື່ມ​ວ່າ, “ສອນ​ນາງ​ສາ.”

ຂ້າພະເຈົ້າ​ໄດ້​ຫັນ​ໜ້າ​ໄປ​ຫາ​ນາງ ແລະ ໄດ້​ດຶງ​ເອົາ​ເຂັມ​ຂັດ​ໄປ​ຈາກ​ຕົວ​ຂອງ​ຂ້າພະເຈົ້າ​ ເພື່ອ​ວ່າ​ນາງ​ຈະ​ໄດ້​ເຫັນ​ມັນ. ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ຄະ​ໂລ​ອີ, ແມ່ຕູ້​ໃສ່​ເຂັມ​ຂັດ​ນິລະ​ໄພ​ ເພາະວ່າ​ມັນ​ຈະ​ປົກ​ປ້ອງ​ແມ່​ຕູ້. ແຕ່​ຫລານ​ບໍ່​ໃສ່​ເຂັມ​ຂັດ​ນິລະ​ໄພຂອງ​ຫລານ, ແລະ ​ຫລານຈະ​ບໍ່​ປອດ​ໄພ. ແມ່ຕູ້​ຈະ​ເສົ້າ​ໃຈ​ຫລາຍ​ຖ້າ​ຫາກ​ຫລານ​ເຈັບ​ປວດ.”

ນາງ​ໄດ້​ຫລຽວ​ເບິ່ງ​ຂ້າພະເຈົ້າ; ຂ້າພະເຈົ້າ​ເກືອບ​ໄດ້​ເຫັນ​ນາງ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເວົ້າ ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ລໍຖ້າ​ການ​ຕອບ​ໂຕ້​ຂອງ​ນາງ​ຢ່າງ​ຕື່ນ​ເຕັ້ນ. ໃນ​ທີ່​ສຸດ, ​ນາງ​ໄດ້​ມືນ​ຕາ​​ສີ​ຟ້າໃຫຍ່​ດ້ວຍ​ຄວາມ​ເຂົ້າໃຈ ແລະ ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ແມ່ຕູ້, ແມ່ຕູ້​ຢາກ​ໃຫ້​ຂ້ານ້ອຍ​ໃສ່​ເຂັມ​ຂັດ​ນິລະ​ໄພ ເພາະວ່າ​ແມ່ຕູ້​ຮັກ​ຂ້ານ້ອຍຊັ້ນບໍ!”

ພຣະ​ວິນ​ຍານ​ໄດ້​ເຕັມ​ຢູ່​ໃນ​ລົດ​ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ມີ​ຕໍ່​ນາງ. ຂ້າພະເຈົ້າ​ບໍ່​ຢາກ​ສູນ​ເສຍ​ຄວາມ​ຮູ້ສຶກ​ນັ້ນໄປ, ແຕ່​ຂ້າພະເຈົ້າ​ໄດ້​ຮູ້​ວ່າ​ ຂ້າພະເຈົ້າ​ໄດ້​ມີ​ໂອກາດ, ສະນັ້ນ​ຂ້າພະເຈົ້າ​ຈຶ່ງ​ໄດ້​ອອກ​ໄປ ແລະ ໄດ້​ໃສ່​ເຂັມ​ຂັດ​ໃຫ້​ນາງ. ແລ້ວ​ຂ້າພະເຈົ້າ​ໄດ້​ຖາມ​ນາງ​ວ່າ, “ຄະ​ໂລ​ອີ, ​ຂໍໃຫ້​ຫລານ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ​ຂອງ​ຫລານ​​ໄດ້ບໍ?” ແລະ ນາງ​ກໍ​ໄດ້​ເຮັດ​ຕາມ—ຈົນ​ໄປ​ເຖິງ​ຕະຫລາດ ໄປ​ຊື້​ເຂົ້າໜົມ​ນັ້ນ! ແລະ ນາງ​ກໍ​ໄດ້​ໃສ່​ເຂັມ​ຂັດ​ຈາກ​ຕະຫລາດ​ຈົນ​ເຖິງ​ບ້ານ​ຂອງ​ຂ້າພະເຈົ້າ, ບ່ອນ​ທີ່​ພວກ​ເຮົາ​ໄດ້​ເຮັດ​ເຂົ້າຈີ່ ແລະ ໄດ້​ຫລິ້ນ​ນຳ​ຂອງ​ຫລິ້ນ ເພາະ​ນາງ​ຄະ​ໂລ​ອີ ບໍ່​ໄດ້​ລືມ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ນາງ.

ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຂັບ​ລົດ​ກັບເຂົ້າ​ຖະໜົນ​ອີກ​ໃນ​ມື້​ນັ້ນ, ພຣະ​ຄຳ​ພີ​ຂໍ້​ໜຶ່ງ​ໄດ້​ເຂົ້າ​ມາ​ໃນ​ຄວາມ​ຄິດ​ຂອງ​ຂ້າພະເຈົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນຍັດ​ຂອງ​ເຮົາ.”1 ເຮົາ​ມີ​ກົດ​ທີ່​ຈະ​ສອນ, ນຳພາ, ແລະ ປົກ​ປ້ອງ​ເດັກ​ນ້ອຍ. ເປັນ​ຫຍັງ? ເປັນ​ເພາະ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ທີ່​ເຮົາ​ມີ​ໃຫ້​ເຂົາ. ແຕ່​ຈົນ​ກວ່າ​ນາງ​ຄະໂລອີ ໄດ້​ເຂົ້າໃຈ​ວ່າຄວາມ​ປາດຖະໜາ​ຂອງ​ຂ້າພະເຈົ້າ ​ແມ່ນ​ເພື່ອ​ຢາກ​ໃຫ້​ນາງ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ​ນັ້ນ​ ກໍ​ເປັນ​ເພາະ​ຄວາມ​ຮັກ​ຂອງ​ຂ້າພະເຈົ້າ​ທີ່​ມີ​ຕໍ່ນາງ, ນາງ​ບໍ່​ເຕັມ​ໃຈ​ທີ່​ຈະ​ຍອມຮັບ​ຕໍ່​ສິ່ງ​ທີ່​ນາງ​ໄດ້​ຄິດ​ວ່າ​ເປັນ​ຄວາມ​ເຂັ່ງ​ຄັດ. ນາງ​ໄດ້​ຮູ້ສຶກ​ວ່າ​​ເຂັມ​ຂັດ ຈຳກັດ​ອິດ​ສະລະ​ຂອງ​ນາງ.

ເໝືອນ​ດັ່ງ​ນາງ​ຄະໂລອີ, ເຮົາ​ກໍ​ສາມາດ​ເລືອກ​ທີ່​ຈະ​ເຫັນ​ພຣະ​ບັນຍັດ​ວ່າ​ເປັນ​ຂໍ້​ຈຳ​ກັດ. ບາງ​ເທື່ອເຮົາ​ອາດ​ຮູ້ສຶກ​ວ່າ​ ກົດ​ຂອງ​ພຣະ​ເຈົ້າ​ຈຳກັດ​ອິດ​ສະລະ​ສ່ວນ​ຕົວຂອງ​ເຮົາ, ເອົາ​ອຳເພີໃຈ​ຂອງ​ເຮົາ​ໄປ, ແລະ ຈຳກັດ​ການ​ເຕີບ​​ໂຕຂອງ​ເຮົາ. ແຕ່​ເມື່ອ​ເຮົາ​ສະແຫວງຫາ​ຄວາມ​ເຂົ້າໃຈ​ຫລາຍ​ຂຶ້ນ ​ເມື່ອ​ເຮົາປ່ອຍ​ໃຫ້​ພຣະ​ບິດາ​ຂອງ​ເຮົ​າສັ່ງສອນ​ເຮົາ, ເຮົາ​ຈະ​ເລີ່ມ​ເຫັນ​ວ່າ ກົດ​ຂອງ​ພຣະ​ອົງ ​ແມ່ນ​ການສະ​ແດງ​ໃຫ້​ປະຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ, ​ແລະ ການ​ເຊື່ອ​ຟັງ​ຕໍ່​ກົດ​ຂອງ​ພຣະອົງ ​ແມ່ນ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາທີ່​ມີ​ຕໍ່​ພຣະອົງ.

ຖ້າ​ຫາກຊີວິດ​ຂອງ​ທ່ານ ​ເປັນເໝືອນ​ວ່າ​ທ່ານ​ກຳລັງ​ຈອດ​ລົດ​ຢູ່​ຂ້າງ​ຖະໜົນ​, ຂ້າພະເຈົ້າ​ຂໍ​ແນະນຳ​ຫລັກ​ທຳ​ສາມ​ສີ່​ຢ່າງ​ໄດ້​ບໍ, ຊຶ່ງ​ຖ້າ​ຫາກ​​ເຮັດຕາມ, ຈະ​ຊ່ອຍ​ໃຫ້​ທ່ານ​ກັບ​ຄືນ​ມາ​ຢູ່​ໃນ​ເສັ້ນທາງ​​ແຫ່ງ​ສັດທາ ​ແລະ ການ​ເຊື່ອ​ຟັງຢ່າງ​ປອດ​ໄພ”?2

ໜຶ່ງ, ໄວ້​ວາງໃຈໃນ​ພຣະ​ເຈົ້າ. ຈົ່ງ​ໄວ້​ວາງໃຈ​ໃນ​ແຜນ​ນິລັນດອນ​ຂອງ​ພຣະ​ອົງ​ສຳລັບ​ທ່ານ. ເຮົາ​ແຕ່ລະຄົນ​ເປັນ “ບຸດ ຫລື ທິດາ​ທາງ​ວິນ​ຍານ​ທີ່​ຊົງ​ຮັກ​ຂອງ​ພຣະ​ບິດາ​ມານ​ດາ​ແຫ່ງ​ສະ​ຫວັນ.” ຄວາມ​ຮັກ​ຂອງ​ພວກ​ພຣະ​ອົງ​ສຳລັບ​ພວກ​ເຮົາ​ແມ່ນ​ແຈ້ງ​ຊັດ​ດີ​ຢູ່​ໃນ​ພຣະ​ບັນ​ຍັດ. ພຣະ​ບັນຍັດ​ເປັນ​ຄຳ​ສອນ​ທີ່​ຈຳເປັນ​ເພື່ອ​ສັ່ງສອນ, ນຳພາ, ແລະ ປົກ​ປ້ອງ​ເຮົາ ຂະນະ​ທີ່​ເຮົາ “ມີ​ປະສົບ​ການຢູ່​ໃນ​ໂລກ.”3

ໃນ​ “ອາ​ນາກ່ອນ​ຊີວິດມະຕະ” ເຮົາ​ໄດ້​ໃຊ້ອຳເພີໃຈ​ຂອງ​ເຮົາ​ ເພື່ອ​ຮັບ​ແຜນ​ຂອງ​ພຣະ​ເຈົ້າ,4 ແລະ ເຮົາ​ໄດ້​ຮຽນ​ຮູ້​ວ່າ ການ​ເຊື່ອ​ຟັງ​ກົດ​ນິລັນດອນ​ຂອງ​ພຣະ​ເຈົ້າ​ແມ່ນ​ຈຳເປັນ​ຕໍ່​ຄວາມ​ສຳເລັດ​ຜົນຂອງ​ເຮົາ ​ໃນ​ແຜນ​ຂອງ​ພຣະອົງ. ພຣະ​ຄຳ​ພີ​ສອນ​ເຮົາ​ວ່າ: “ມີ​ກົດ, ອອກ​ຄຳ​ສັ່ງ​ໄວ້​ໃນ​ສະຫວັນ​ຢ່າງ​ປ່ຽນແປງ​ບໍ່​ໄດ້​ ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ຊຶ່ງ​ໃນ​ນັ້ນ ພອນ​ທັງ​ປວງ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ.”5 ຖ້າ​ຫາກ​ເຮົາ​ເຊື່ອ​ຟັງ​ກົດ​ນັ້ນ, ເຮົາ​ກໍ​ໄດ້​ຮັບ​ພອນ​ຕ່າງໆ.

ແມ່ນ​ແຕ່​ພ້ອມ​ດ້ວຍ​ຄວາມ​ຜິດພາດ, ການ​ຕໍ່ຕ້ານ, ແລະ ການ​ຮຽນ​ຮູ້​ທີ່​ຄຽງ​ຄູ່​ໄປ​ກັບ​ປະສົບ​ການ​ມະຕະ​ຂອງ​ເຮົາ, ພຣະ​ເຈົ້າ​ຈະ​ບໍ່​ລືມ​ຄວາມ​ສາມາດ​ນິລັນດອນ​ຂອງ​ເຮົາ, ແມ່ນ​ແຕ່​ເມື່ອ​ເຮົາ​ລືມ​ມັນ. ເຮົາ​ສາມາດ​ໄວ້​ວາງໃຈ​​ພຣະ​ອົງ “ເພາະ​ພຣະ​ເຈົ້າ​ປາດຖະໜາ​ໃຫ້​ລູກໆ​ຂອງ​ພຣະ​ອົງ​ກັບ​ຄືນ​ມາ​ຫາ​ພຣະ​ອົງ.”6 ແລະ ພຣະ​ອົງ​ໄດ້​ຈັດ​ເສັ້ນທາງ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະເຢ​ຊູ​ຄຣິດ ​ໄວ້​ໃຫ້​ເຮົາ. ການ​ຊົດ​ໃຊ້​ເປັນ “ຈຸດ​ໃຈກາງ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ.”7

ສອງ, ໄວ້ໃຈພຣະ​ເຢ​ຊູ. ການສະແດງອອກ​ທີ່​ດີ​ທີ່​ສຸດ​ເຖິງ​ການ​ເຊື່ອ​ຟັງ ແລະ ຄວາມ​ຮັກ​ທີ່​ບໍລິສຸດ ຄື​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ​ໃນການ​ຍິນຍອມ​ຕໍ່​ພຣະປະສົງ​ຂອງ​ພຣະບິດາ​, ພຣະອົງ​ໄດ້​ສະລະ​ພຣະຊົນ​ຂອງ​ພຣະ​ອົງ​ສຳລັບ​ເຮົາ. ພຣະອົງ​ໄດ້​ກ່າວ​ວ່າ, “ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງຄຳ​ສັ່ງ​ຂອງ​ເຮົາ ພວກ​ເຈົ້າກໍ​ຈະຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ; ​ເໝືອນ​ດັ່ງ​ເຮົາ​ໄດ້​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ພຣະບິດາ ​ແລະ ຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະອົງ.”8

ພຣະ​ເຢ​ຊູ​ໄດ້​ສອນ​ວ່າ:

“ຈົ່ງ​ຮັກ​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າ ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ​ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.

“ນັ້ນ​ແຫລະ ​ແມ່ນ​ກົດ​ບັນຍັດ​ຂໍ້​ໃຫຍ່ ​ແລະ ຂໍ້​ຕົ້ນ.

ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.”9

ທຸກໆ​ວັນ​ອາທິດ​ ເຮົາ​ມີ​ໂອກາດ​ທີ່​ຈະ​ໄຕ່ຕອງ ​ແລະ ລະນຶກ​ເຖິງ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ເມື່ອ​ເຮົາ​ຮັບ​ສ່ວນ​ສັນຍາ​ລັກ​ຂອງ​ການ​ຊົດ​ໃຊ້​ທີ່​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ. ໃນ​ລະຫວ່າງ​ສິນ​ລະ​ລຶກ, ຂ້າພະເຈົ້າ​ສັງເກດ​ເບິ່ງ​ຂະນະ​ທີ່​ມື ແລະ ແຂນ​ຢື້​ອອກ​ໄປ​ເພື່ອ​ຢາຍ​ເຂົ້າຈີ່ ແລະ ນ້ຳ. ຂະນະ​ທີ່​ຂ້າພະເຈົ້າ​ຢື້​​ແຂ​ນຂອງ​ຂ້າ​ພະ​ເຈົ້າອອກ​ໄປ ແລະ ​ຮັບ​ສ່ວນ​, ຂ້າພະເຈົ້າ​ເຮັດ​ພັນທະ​ສັນຍາ​ວ່າ​ ຂ້າພະເຈົ້າ​ເຕັມ​ໃຈ​ຮັບ​ພຣະ​ນາມ​ຂອງ​ພຣະ​ອົງ ເພື່ອ​ລະນຶກ​ເຖິງ​ພຣະ​ອົງ, ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ. ແລະ ພຣະ​ອົງ​ສັນຍາ​ວ່າ​ [ເຮົາ] ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ກັບ​ [ເຮົາ] ​ຕະຫລອດ​ເວ​ລາ.”10

ສາມ, ໄວ້ວາງໃຈ​ໃນການ​ຊື່ມ​ຂອງ​ພຣະ​ວິນ​ຍານ. ທ່ານ​ຈື່ປະສົບ​ການ​ຂອງ​ຂ້າພະເຈົ້າ​ກັບ​ນາງ​ຄະ​ໂລ​ອີ​​ໄດ້​ບໍ່ ວ່າ​ພຣະ​ວິນ​ຍານ​ໄດ້​ຊື່ມ​ຂໍ້​ພຣະ​ຄຳ​ພີ​​ໃສ່​ຫູຂ້າພະເຈົ້າ? ນັ້ນ​ແມ່ນ​ ພຣະ​ທຳ​ໂຢ​ຮັນ, ບົດ​ທີ 14, ຂໍ້ທີ 15 ວ່າ: “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນຍັດ​ຂອງ​ເຮົາ.” ແລະ ຂໍ້​ທີ່​ສຳຄັນ​ກໍ​ຕິດຕາມ​ມາ ວ່າ:

“ຝ່າຍ​ເຮົາ​ຈະ​ທູນ​ຂໍ​ພຣະ​ບິດາ​ເຈົ້າ, ແລະ ພຣະ​ອົງ​ຈະ​ຊົງ​ປະທານ​ຜູ້​ຊ່ອຍ​ອີກ​ອົງ​ໜຶ່ງ​ແກ່​ພວກ​ເຈົ້າ, ເພື່ອ​ຈະ​ຢູ່​ກັບ​ພວກ​ເຈົ້າ​ຕະຫລອດ​ໄປ​ເປັນນິດ;

“ຄື​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ; ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ພຣະ​ອົງ​ໄດ້, ເພາະ​ໂລກ​ບໍ່​ເຫັນ ແລະ ບໍ່​ຮູ້ຈັກ​ພຣະ​ອົງ: ແຕ່​ພວກ​ເຈົ້າ​ຮູ້ຈັກ​ພຣະ​ອົງ; ເພາະ​ພຣະ​ອົງ​ສະຖິດ​ຢູ່​ກັບພວກ​ເຈົ້າ, ແລະ ຈະ​ຢູ່​ໃນ​ພວກ​ເຈົ້າ.”11

ສະມາຊິກ​ທີ່​ມີຄ່າ​ຄວນ​ທຸກ​ຄົນຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ທີ່​ໄດ້​ຮັບ​ການ​ຢືນຢັນ​ແລ້ວ ມີ​ສິດ​ທີ່​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍລິສຸດ​ເປັນ​ເພື່ອນ. ການ​ຖື​ສິນ​ອົດ​ເຂົ້າ, ການ​ອະທິຖານ, ການ​ສຶກສາ​ພຣະ​ຄຳ​ພີ, ແລະ ການ​ເຊື່ອ​ຟັງ ​ຈະ​ເພີ່ມ​ຄວາມ​ສາມາດ​ຂອງ​ເຮົາ​ທີ່​ຈະ​ໄດ້​ຍິນ ແລະ ຮູ້ສຶກ​ເຖິງການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ.

ເມື່ອ​ຈິດໃຈ​ຂອງ​ທ່ານ​ເຕັມ​ປ່ຽມ​ດ້ວຍ​ຄວາມ​ສົງໄສ ແລະ ຄວາມ​ສັບສົນ, ພຣະ​ບິດາ ແລະ ພຣະ​ບຸດ​ຈະ​ສົ່ງ​ພຣະ​ວິນ​ຍານ​ບໍລິສຸດມາ ​ເພື່ອຕັກ​ເຕືອນ ແລະ ນຳພາທ່ານ​ໄປ​ ຜ່ານ​ຜ່າອັນຕະລາຍ​ຂອງ​ການ​ເດີນທາງ​ໃນ​ຊີວິດ​ມະຕະ​ຢ່າງ​ປອດ​ໄພ. ພຣະອົງ​ຈະ​ຊ່ອຍ​ທ່ານ​ໃຫ້​ຈື່​ຈຳ, ປອບ​ໂຍນ​ທ່ານ, ​ແລະ ​ເຮັດ​ໃຫ້​ທ່ານ “ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ ​ແລະ ຄວາມ​ຮັກ​ທີ່​ບໍລິບູນ.”12

ສີ່, ໄວ້​ວາງໃຈ​ຄຳ​ແນະນຳ​ຂອງ​ສາດສະດາ​ທີ່​ມີ​ຊີວິດ​ຢູ່. ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ໄດ້​ຈັດ​ຫາ​ວິທີ​ທາງ​ໃຫ້​ເຮົາ​ເພື່ອ​ຈະ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ອົງ ແລະ ຮູ້​ກົດ​ຂອງ​ພຣະ​ອົງ​ຜ່ານ​ສາດສະດາ​ຂອງ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະກາດ​ວ່າ, ພຣະຄຳ​ຂອງ​ພຣະ​ອົງ​ຈະ ... ເກີດ​ເປັນ​ຈິງ, ບໍ່​ວ່າ​ຈະ​ເປັນ​ໂດຍ​ສຸລະສຽງ​ຂອງ​ພຣະ​ອົງ ຫລື ໂດຍ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ມັນ​ກໍ​ເໝືອນ​ກັນ.”13

​ເມື່ອ​ບໍ່​ດົນ​ມາ​ນີ້, ສາດສະດາ​ທີ່​ມີ​ຊີວິດ​ຢູ່ ​ໄດ້ແນະນຳ​ເຮົາ​ໃຫ້ “ຖື​ວັນ​ຊະບາ​ໂຕ, ຢືດ​ຖື​ໄວ້​ໃຫ້​ເປັນ​ວັນ​ສັກສິດ,”14 ​ແລະ ​ໃຫ້​ດຳລົງ​ຊີວິດ​ຕາມ​ກົດ​ຂອງ​ການ​ຖື​ສິນ​ອົດ​ເຂົ້າ. ການ​ເຊື່ອ​ຟັງ​ຕໍ່​ຄຳ​ແນະນຳ​ຂອງ​ສາດສະດາ ຈະ​ຕຽມທາງ​ໃຫ້​ເຮົາ ທີ່​ຈະ​ເຊື່ອ​ຟັງພຣະບັນຍັດ​ຂອງພຣະ​ເຈົ້າ ທີ່​ຈະ​ຮັກ​ພຣະອົງ ​ແລະ ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ ​​ເມື່ອເຮົາ​ມີສັດທາ​ຫລາຍຂຶ້ນໃນ​ພຣະຄຣິດ​ ​ແລະ ​ເອື້ອມ​ອອກ​ໄປ ​ເພື່ອ​ຮັກ ​ແລະ ດູ​ແລ​ຄົນ​ອື່ນ.15

​ເຮົາ​ອຸ່ນ​ໃຈ​ກັບ​ພຣະ​ຄຳ​ດັ່ງ​ຕໍ່​ໄປ​ນີ້​ຂອງ​ພຣະຜູ້​ເປັນ​ເຈົ້າ ຊຶ່ງ​ກ່າວ​ຜ່ານ​ສາດສະດາ​ຂອງ​ພຣະອົງ. ພຣະ​ເຈົ້າ​ໄດ້​ເອີ້ນ​ປະທານທອມ​ມັສ ແອັສ ມອນສັນ, ທີ່​ປຶກສາ​ໃນ​ຝ່າຍ​ປະທານ​ສູງ​ສຸດ, ​ແລະ ສະມາຊິກ​ໃນ​ກຸ່ມ​ອັກ​ຄະ​ສາວົກ​ສິບ​ສອງ​​ໃຫ້ເປັນ​ສາດສະດາ, ຜູ້​ພະຍາກອນ, ແລະ ຜູ້​ເປີດເຜີຍ. ​ຢູ່​ໃນ​ໂລກ​ທີ່​​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ, ສິ່ງ​ລົບ​ກວນ, ຄວາມ​ຍາກ​ລຳບາກ, ​ແລະ ຄວາມ​ຄຽດ​ແຄ້ນ, ​ເຮົາ​ສາມາດ​ເພິ່ງ​ອາ​ໄສ​ພວກ​ເພິ່ນ ​ເພື່ອ​ຈະ​ໄດ້​ເຫັນ​ວິທີ​ທີ່​ສານຸສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທີ່​ເຕັມ​ປ່ຽມ​ດ້ວຍ​ຄວາມ​ໃຈ​ບຸນ, ເບິ່ງ, ໄດ້​ຍິນ, ແລະ ຕອບ​ໂຕ້​ຕໍ່​ບັນຫາ​ທີ່​ສາມາດ​ກໍ່ໃຫ້ເກີດ​ການ​ຂັດ​ແຍ້ງ​ກັນ​ໄດ້. ພວກ​ເພິ່ນ​ເປັນ​ພະຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຕອບ​ສະໜອງ​ດ້ວຍ​ຄວາມ​ໃຈ​ບຸນ, ຊຶ່ງ​ເປັນຄວາມ​ຮັກ​ອັນບໍລິສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອົງ​ທີ່​ພວກ​ເພິ່ນ​ເປັນ​ສັກຂີ​ພະຍານ​ເຖິງ.

ຫລັງ​ຈາກປະສົບ​ການ​ຂອງ​ຂ້າພະ​ເຈົ້າກັບ​ນາງຄະໂລອີ, ຂ້າພະ​ເຈົ້າ​ໄດ້​ຊອກ​ຫາ​ຂໍ້​ພຣະຄຳ​ພີ ທີ່​ກ່າວ​ເຖິງ​ພຣະບັນຍັດ ​ແລະ ຄວາມ​ຮັກ. ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ​ຢູ່​ຫລາຍ​ບ່ອນ. ພຣະບັນຍັດ​ຂອງ​ພຣະອົງ ​ແມ່ນ​ການສະ​ແດງ​ໃຫ້​ປະຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ, ​ແລະ ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນຍັດ​ຂອງ​ພຣະອົງ ​​ແມ່ນ​ການສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະອົງ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ ເມື່ອ​ເຮົາ​ໄວ້​ພຣະ​ໄທ​ພຣະ​ເຈົ້າ, ພຣະ​ບິດາ​ນິລັນດອນ​ຂອງ​ເຮົາ; ໄວ້​ພຣະ​ໄທ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ ແລະ ​ການ​ໃຊ້​ສັດທາ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ; ໄວ້​ພຣະ​ໄທ​ກັບການ​ຊື່ມ​ຂອງ​ພຣະ​ວິນ​ຍານ; ແລະ ໄວ້ວາງໃຈ​​ໃນຄຳ​ແນະນຳ​ຂອງ​ສາດສະດາ​ທີ່​ມີ​ຊີວິດ​ຢູ່, ເຮົາ​ຈະ​ພົບ​ເຫັນ​ເສັ້ນທາງ​ຂອງ​ເຮົາ​ຈາກ​ຂ້າງ​ຖະໜົນ ແລະ ເດີນທາງ​ຕໍ່​ໄປ​ຢ່າງ​ປອດ​ໄພ​—​ບໍ່​ແມ່ນ​ພຽງ​ແຕ່​ຈະ​ອົດທົນ​ເທົ່າ​ນັ້ນ​—ແຕ່​ພົບ​ເຫັນ​ຄວາມສຸກ​ໃນ​ການ​ເດີນທາງ​ກັບ​ບ້ານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.