​2010–2019
ມັນ​ເປັນ​ຜົນ​ດີ​ແທ້ໆ!
ຕຸລາ 2015


ມັນ​ເປັນ​ຜົນ​ດີ​ແທ້ໆ!

ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ເອົາ​ໃຈ​ໃສ່​ຕໍ່ “ຄວາມ​ລຽບ​ງ່າຍ​ທີ່​ມີ​ໃນ​ພຣະຄຣິດ” ​ແລະ ອະນຸຍາດ​ໃຫ້​ພຣະຄຸນ​ຂອງ​ພຣະອົງ ​ຊຸກຍູ້ ​ແລະ ​ເຊີດ​ຊູ​​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ ​ແລະ ໝູ່​ເພື່ອນ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ. ​ພວກ​ເຮົາ​ໂສກ​ເສົ້າ ທີ່​ເຫັນ​ຕັ່ງ​ວ່າງ​​ເປົ່າຢູ່​ສາມ​ໜ່ວຍ ຢູ່​ເທິງ​ເວທີ​ນີ້. ​ພວກ​ເຮົາ​ຄິດ​ຮອດ​ປະທາ​ນ​ແພ໊ກ​ເກີ, ​ແອວ​ເດີ ​ແພຣີ, ​ແລະ ​ແອວ​ເດີ ສະກາ​ດ. ພວກ​ເຮົາ​ຮັກ​ພວກ​ເພິ່ນ, ​ແລະ ພວກ​ເຮົາ​ອະທິຖານ​ເພື່ອ​ຄອບຄົວ​ຂອງ​ພວກ​ເພິ່ນ.

ລະຫວ່າງກອງ​ປະຊຸມ​ໃຫຍ່​ສອງ​ມື້​ນີ້, ​ເຮົາ​ຈະ​ມີ​​ໂອກາດ​ສະໜັບສະໜູນ​ສາມທ່ານ ຜູ້​​ພຣະຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ໃຫ້​ມາ​ຮັບ​ຕຳ​ແໜ່​ງ​ໃນ​ບັນດາ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ.

ຄຳ​ອະທິຖານ​ຂອງ​​ເຮົາ​ເພື່ອ​ພວກ​ເພິ່ນ ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພວກ​ເພິ່ນ ​ເມື່ອ​ພວກ​ເພິ່ນ​ຮັບ​ເອົາ​ການ​ເອີ້ນ​ທີ່​ສັກສິດ​ນີ້ ຂອງ​ການ​ເປັນ​ອັກຄະ​ສາວົກ.

ພຣະກິດ​ຕິ​ຄຸນ​​ເປັນຜົນ​ດີແກ່​ທ່ານ​ບໍ?

​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ເຫັນ​ຂໍ້ຄວາມ​ໜຶ່ງ ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າຢຸດ​ຄິດ. ຂໍ້ຄວາມ​ນັ້ນ​ແມ່ນ: “ຖ້າບອກ​ຄົນ​ວ່າ ມີດ​ວງດາວ​ເປັນ​​ໂກດ​ເປັນ​ກື​ໃນ​ຈັກກະວານ, ​​ແລ້ວ​ເຂົາ​ຈະ​ເຊື່ອ. ຖ້າ​ບອກ​ເຂົາ​ວ່າ ຝາ​ເຮືອນ​ຍັງ​ປຽກ​ນ້ຳສີ​ຢູ່, ​ແລ້ວ​ເຂົາ​ຈະ​​ເອົາ​ນິ້ວມື​ໄປ​ແຕະ​ເບິ່ງ ​ເພື່ອ​ໃຫ້​ແນ່​ໃຈ.”

​ເຮົາ​ບໍ່​ໄດ້​ເປັນ​ແບບ​ນີ້​ບໍ? ຫລັງ​ຈາກ​ໄດ້​ຮັບ​ການ​ປິ່ນປົວ, ທ່ານໝໍ​ທີ່​ຊຳ​ນານ​ຂອງ​ຂ້າພະ​ເຈົ້າ​ໄດ້ອະທິບາຍ ​ເຖິງ​ວິທີ​ທີ່​ຂ້າພະ​ເຈົ້າຄວນ​ເຮັດ ​ເພື່ອ​ຈະ​ໄດ້​ຫາຍ​ດີ​. ​ແຕ່ກ່ອນ​ອື່ນ​ໝົດ ຂ້າພະ​ເຈົ້າຕ້ອງ​ໄດ້​ກັບ​ມາຮຽນບາງ​ສິ່ງ​ກ່ຽວ​ກັບ​ຕົນ​ເອງ​ກ່ອນ ຊຶ່ງ​ຂ້າພະ​ເຈົ້າຄວນ​ຮູ້​​ເປັນ​​ເວລາດົນ​ນານ ​ທີ່​ວ່າ: ​ເຮົາ​ເປັນ​ຄົນ​ໄຂ້, ​ເຮົາ​ຕ້ອງ​ຮູ້ຈັກ​ອົດທົນ.

​ເພາະ​ດ້ວຍ​ເຫດ​ນີ້ ຂ້າພະ​ເຈົ້າຈຶ່ງ​ໄດ້​ຕັດສິນ​ໃຈ ຫາ​ຊ່ອງ​ທາງ ​ເພື່ອໃຫ້​ຕົນ​ເອງ​ຫາຍ​ດີ​ໄວໆ ​ໂດຍ​ການຄົ້ນຄວ້າ​​ໃນ​ອິນ​ເຕີ​ແນັດ. ຂ້າພະ​ເຈົ້າຄິດ​ວ່າ ຂ້າພະ​ເຈົ້າຈະ​ໄດ້​ພົບ​ເຫັນ​ຄວາມ​ຈິງ ທີ່​ນາຍ​ໝໍ​ຂອງ​ຂ້າພະ​ເຈົ້າ ບໍ່​ຮູ້ ຫລື ​ປົກ​ປິດ​ຈາກ​ຂ້າພະ​ເຈົ້າ.

ຂ້າພະ​ເຈົ້າ​ໄດ້​ຊອກ​ຫາ​ດົນ​ເຕີບ ຈຶ່ງ​ຮູ້​​ເຖິງ​ສິ່ງ​ກົງກັນຂ້າມ​ກັບ​ສິ່ງ​ທີ່​ຂ້າພະ​ເຈົ້າກຳລັງ​ໄດ້​ເຮັດຢູ່. ​ແນ່ນອນ, ການ​ຄົ້ນຄວ້າຫາ​ບາງ​ສິ່ງ​ເພື່ອ​ຕົວ​ເອງ​ບໍ່​ໄດ້​ເປັນ​​ແນວ​ຄິດ​ທີ່​ບໍ່​ດີ. ​ແຕ່​ຂ້າພະ​ເຈົ້າບໍ່​ຍອມຮັບ​ຄວາມ​ຈິງ ທີ່​ຂ້າພະ​ເຈົ້າສາມາດ​ເພິ່ງ​ ​​ແຕ່​ໄດ້​ພົບ​ເຫັນ​ຕົນ​ເອງ​ສົນ​ໃຈ​ກັບ​ຄຳ​ບອກ​ກ່າວ​ໃນ​ອິນ​ເຕີ​ແນັດ ທີ່​ສ່ວນ​ຫລາຍ​ບໍ່​ໄດ້​ເປັນຄວາມ​ຈິງ.

ບາງ​ເທື່ອ, ຄວາມ​ຈິງ​ອາດ​ເບິ່ງ​ຄື​ວ່າ​ກົງ​ໄປ​ກົງ​ມາ​​ໂພດ, ​ແຈ່ມ​ແຈ້ງ​ໂພດ, ​ແລະ ງ່າຍ​​ໂພດ ສຳລັບ​ເຮົາ ທີ່​ຈະ​ນັບຖືຄຸນຄ່າ​ຂອງ​ມັນ. ສະນັ້ນ​ເຮົາ​ຈຶ່ງ​ບໍ່​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ປະສົບ​ການ ​​ແລະ ຮູ້​ວ່າ​ເປັນຄວາມ​ຈິງ ​ແລ້ວ​​ຫັນ​ໄປ​ຊອກ​ຫາ​ຂໍ້​ມູນທີ່​ລຶກລັບ ຫລື ​ຫຍຸ້ງຍາກ. ​ຫວັງ​ວ່າ ​ເຮົາ​ຈະ​ຮຽນ​ຮູ້​ ​ເມື່ອ​ເຮົາ​ໄລ່​ຕາມ​ເງົາ​ໄປ, ​ເຮົາພຽງ​ແຕ່ຊອກ​ຫາ​ສິ່ງ​ທີ່​ບໍ່​ມີ​ຕົນ​ໂຕ ຫລື ບໍ່​ມີຄ່າ​ແນວ​ໃດ.

ກ່ຽວ​ກັບ​ຄວາມ​ຈິງ​ທາງ​ວິນ​ຍານ​ແລ້ວ, ​ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ ​ເຮົາ​ຢູ່​ໃນ​ເສັ້ນທາງ​ທີ່​ຖືກຕ້ອງ?

ວິທີ​ໜຶ່ງ​​ແມ່ນ​ໂດຍ​ການ​ຖາມ​ຄຳ​ຖາມທີ່​ຖືກຕ້ອງ—ຄຳ​ຖາມ​ທີ່​ຊ່ອຍ​ເຮົາ​ໄຕ່ຕອງຄວາມ​ກ້າວໜ້າຂອງ​ເຮົາ ​ແລະ ປະ​ເມີນ​ວ່າ​ສິ່ງ​ໃດ​ເປັນ​ຜົນ​ດີ​ຕໍ່​ເຮົາ. ຄຳ​ຖາມ​ເຊັ່ນ:

“ຊີວິດ​ຂອງ​ເຮົາ​ມີ​ຄວາມ​ໝາຍ​ບໍ?”

“ເຮົາ​ເຊື່ອ​ໃນ​ພຣະ​ເຈົ້າບໍ?”

“ເຮົາ​ເຊື່ອ​ວ່າ ພຣະ​ເຈົ້າ​ຮູ້ຈັກ ​ແລະ ຮັກ​ເຮົາ​ບໍ?”

“ເຮົາ​ເຊື່ອ​ວ່າ ພຣະ​ເຈົ້າໄດ້​ຍິນ ​ແລະ ຕອບ​ຄຳ​ອະທິຖານ​ຂອງ​ເຮົາ​ບໍ?”

“ເຮົາ​ມີ​ຄວາມສຸກ​ແທ້ໆ​ບໍ?”

“ຄວາມ​ພະຍາຍາມ​ຂອງ​ເຮົາ ພາ​ເຮົາ​ໄປ​ຫາ​ເປົ້າໝາຍທາງ​ວິນ​ຍານ​ທີ່​ສູງ​ສຸດ ​ແລະ ຄຸນຄ່າ​ໃນ​ຊີວິດ​​ບໍ?”

ຄຳ​ຖາມ​ທີ່​​ເລິກ​ຊຶ້ງ​​​ກ່ຽວ​ກັບ​ຈຸດປະສົງ​ຂອງ​ຊີວິດ ​ໄດ້​ພາ​ຫລາຍ​ຄົນ ​ແລະ ຫລາຍ​ຄອບຄົວ​ຕະຫລອດ​ທົ່ວ​ໂລກ ​ໃຫ້​ສະ​ແຫວງຫາຄວາມ​ຈິງ. ສ່ວນ​ຫລາຍ​ແລ້ວ ການສະ​ແຫວງ​ຫານັ້ນ ​ໄດ້​ພາ​ເຂົາ​ເຈົ້າມາ​ຫາ ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ແລະ ມາ​ຫາ​ພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​​ໃໝ່.

ຂ້າພະ​ເຈົ້າສົງ​ໄສ​ຖ້າ​ຫາກ​ວ່າເຮົາ, ​ຜູ້​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ, ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ຖາມ​ຕົນ​ເອງຄື​ກັນ ​ເປັນ​ບາງ​ຄັ້ງບາງ​ຄາວ. “ປະສົບ​ການ​ຂອງ​ເຮົາ​ຢູ່​ໃນ​ສາດສະໜາ​ຈັກ ​ເປັນ​ຜົນ​ດີ​ຕໍ່​ເຮົາ​ບໍ? ສິ່ງ​ນີ້​ຊ່ອຍ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະຄຣິດຫລາຍ​ຂຶ້ນບໍ? ມັນ​​ໄດ້​ນຳ​ຄວາມ​ສະຫງົບ ​ແລະ ຄວາມສຸກທີ່​ສັນຍາ​ໄວ້​ໃນ​ພຣະກິດ​ຕິ​ຄຸນມາໃຫ້​ເຮົາ ​ແລະ ຄອບຄົວ​ຂອງ​ເຮົາ​ບໍ?”

​ແອວ​ມາ​ກໍ​ໄດ້​ຖາມ​ຄຳ​ຖາມ​ທີ່​ຄ້າຍຄື​ກັນ​ນີ້ ກັບ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ໃນ​ເມືອງ​​ເຊຣາ​ເຮັມລາ ​ເມື່ອ​ເພິ່ນ​ຖາມ​ວ່າ: “ພວກ​ທ່ານ​ເຄີຍ​ປະສົບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ນີ້ ​ໃນ​ໃຈ​ຂອງ​ພວກ​ທ່ານ​ແລ້ວ​ບໍ? … [ແລະ] ພວກ​ທ່ານ​ຮູ້ສຶກ [ມັນ] ​ບໍໃນ​ຂະນະ​ນີ້?”1 ການ​ໄຕ່ຕອງ​ກ່ຽວ​ກັບ​ຄຳ​ຖາມ​ເຊັ່ນ​ນີ້ ອາດ​ຊ່ອຍ​ເຮົາ​ໃຫ້​ເອົາ​ໃຈ​ໃສ່ ຫລື ຈັດ​ລຳ​ດັບ​ການ​ກະທຳ​ຂອງ​ເຮົາ​ໃນ​ແຕ່​ລະ​ວັນ ​​ໃຫ້​ເຂົ້າກັບ​ແຜນ​ແຫ່ງ​ຄວາມ​ລອດ.

ສະມາຊິກ​ຫລາຍ​ຄົນ​ຈະ​ຕອບ​ດ້ວຍ​ຄວາມດີ​ໃຈ​ວ່າ ປະສົບ​ການ​ຂອງ​ເຂົາ​ເຈົ້າ ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ໄດ້​ເປັນ​ຜົນ​ດີ​ຫລາຍ​ຕໍ່​ເຂົາ​ເຈົ້າ. ​ເຂົາ​ເຈົ້າຈະ​ເປັນ​ພະຍານ​ວ່າ ບໍ່​ວ່າ​ໃນ​ເວລາ​ທີ່​ຍາກຈົນ ຫລື ຈະ​ເລີ​ນກ້າວໜ້າ, ບໍ່​ວ່າ​ໃນ​ເວລາ​ທີ່​ສຸກ​ສະບາຍ ຫລື ​ເຈັບ​ປວດ, ​ເຂົາ​ເຈົ້າຈະ​ພົບ​​ຄວາມ​ໝາຍ, ຄວາມ​ສະຫງົບ, ​ແລະ ຄວາມສຸກ ​ເພາະ​ຄຳ​ໝັ້ນສັນຍາ​ທີ່​ມີຕໍ່​ພຣະຜູ້​ເປັນ​ເຈົ້າ ​ແລະ ​ເພາະ​ການ​ຮັບ​ໃຊ້​ທີ່​ອຸທິດ​ຕົນໃນ​ສາດສະໜາ​ຈັກ. ທຸກ​ວັນ​ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ສະມາຊິກ​ຂອງ​ສາດສະໜາ​ຈັກ ຜູ້​ເຕັມ​ໄປ​ດ້ວຍ​ຄວາມສຸກທີ່​ແຈ່ມ​ໃສ ​ແລະ ຜູ້​ທີ່ສະ​ແດງ​ອອກ​ໃນ​ຄຳ​​ເວົ້າ ​ແລະ ການ​ກະທຳ ວ່າ​ຊີວິດ​ຂອງ​ເຂົາ​ເຈົ້າ ​ໄດ້​ຮັບ​ພອນ​ຫລາຍ ​ເກີນ​ກວ່າ​ຈະ​ວັດ​ແທກ​ໄດ້ ​ໂດຍ​ພຣະກິດ​ຕິ​ຄຸນຂອງ​ພຣະ​ເຢຊູ​ຄຣິດ ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່.

​ແຕ່​ຂ້າພະ​ເຈົ້າຮູ້​ວ່າ ມີ​ຫລາຍ​ຄົນ​ທີ່​ບໍ່​ມີ​ປະສົບ​ການ​​ແບບ​ໜ້າ​ເພິ່ງ​ພໍ​ໃຈ—ຜູ້​ຮູ້ສຶກ​ວ່າ ບາງ​ເທື່ອການ​ເປັນ​ສະມາຊິກ​ຂອງ​ເຂົາ​ເຈົ້າ ​ໃນ​ສາດສະໜາ​ຈັກ ບໍ່​ໄດ້​ເປັນ​ດັ່ງ​ທີ່​​ເຂົາ​ເຈົ້າ​ໄດ້​ຫວັງ​ໄວ້.

ສິ່ງ​ນີ້​ເຮັດ​ໃຫ້​ຂ້າພະ​ເຈົ້າ​ໂສກ​ເສົ້າ, ​ເພາະ​ຂ້າພະ​ເຈົ້າຮູ້​ດ້ວຍ​ຕົວ​ເອງ ວ່າ​ພຣະກິດ​ຕິ​ຄຸນ​ສາມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ ​ແລະ ​ເຊີດ​ຊູ​ຈິດ​ວິນ​ຍານ​ຂອງ​ບຸກຄົນ​ໄດ້​ແນວ​ໃດ—​ວ່າມັນ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ ​ແລະ ຈິດ​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ​ແນວ​ໃດ. ຂ້າພະ​ເຈົ້າຮູ້​ດ້ວຍ​ຕົວ​ເອງວ່າ ຜົນ​​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ສາມາດ​ປ່ຽນ​ແປງ​ຊີວິດຈາກ​ລະດັບ​ທຳ​ມະ​ດາ ​ແລະ ​ເສົ້າໝອງ ​ໄປ​ສູ່ຄວາມ​ດີ​ເລີດ ​ແລະ ສະຫງ່າ​ງາມ.

​ແຕ່​ເປັນ​ຫຍັງ​ເບິ່ງ​ຄື​ວ່າ ມັນ​ເປັນ​ຜົນ​ດີຕໍ່​ບາງ​ຄົນ ​​ແຕ່​ບໍ່​ແມ່ນ​ສຳລັບ​ອີກ​ບາງ​ຄົນ? ​ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະຫວ່າງ​ຜູ້​ທີ່​ມີ​ປະສົບ​ການ​ໃນ​ສາດສະໜາ​ຈັກ ຜູ້​ຊຶ່ງຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ເຕັມ​ໄປ​ດ້ວຍ​ເພງ​ສັນລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່2 ​ກັບຄົນ​ທີ່​ຮູ້ສຶກ​ວ່າ ຕົນ​ເອງຂາດ​ບາງ​ສິ່ງ​ບາງ​ຢ່າງ?

​​​ເມື່ອ​ຂ້າພະ​ເຈົ້າ​​ໄດ້​​ໄຕ່ຕອງ​ກ່ຽວ​ກັບ​ຄຳ​ຖາມ​ເຫລົ່າ​ນີ້, ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ຫລາຍ​ສິ່ງ​ຫລາຍ​ຢ່າງ. ມື້​ນີ້, ຂ້າພະ​ເຈົ້າຢາກ​ກ່າວ​ເຖິງ​ສອງ​ຢ່າງ.

ການ​ເຮັດ​ໃຫ້​ງ່າຍ​ຂຶ້ນ

ທຳ​ອິດ: ​ເຮົາ​​ໄດ້​ເຮັດ​ໃຫ້ການ​ເປັນສາ​ນຸສິດ​ຂອງ​ເຮົາ​ຫຍຸ້ງຍາກ​ເກີນ​ໄປ​ບໍ?

ພຣະກິດ​ຕິ​ຄຸນ​ທີ່​ສວຍ​ງາມ​ນີ້ ​ແມ່ນ​ລຽບ​ງ່າຍ​ແທ້ໆ ​ແມ່ນ​ແຕ່​​ເດັກນ້ອຍ​ກໍ​​ເຂົ້າ​ໃຈ​ໄດ້, ​ແຕ່​ມັນ​​ເລິກຊຶ້ງ ​ແລະ ຊັບຊ້ອນ ຈົນ​ຕ້ອງ​ໃຊ້​ຕະຫລອດ​ຊີວິດ—​ແມ່ນ​ແຕ່​ຕະຫລອດ​ນິລັນດອນ—​​ໃນ​ການສຶກສາ ​ແລະ ຄົ້ນຄວ້າ ​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ມັນ.

​ແຕ່​ບາງ​ເທື່ອ ​ເຮົາ​​ໄດ້​ເອົາ​ແນວ​ຄິດ​ທີ່​ດີ​, ​ໂຄງການ, ​ແລະ ຄວາມ​ຄາດ​ຫວັງ​ຂອງ​ມະນຸດ ມາ​ໂອບ​ຫໍ່ຄວາມ​ສວຍງາມ​​ແຫ່ງຄວາມ​ຈິງ​ຂອງ​ພຣະ​ເຈົ້າ​ໄວ້​ເປັນ​ຊັ້ນໆ. ​ແຕ່ລະ​ຢ່າງ​ອາດ​ຊ່ອຍ​ໄດ້​ດີ ​ແລະ ​ເໝາະ​ສົມ​ສຳລັບ​ບາງ​ເວລາ ​ແລະ ບາງສະພາບ​ການ​, ​ແຕ່​ເມື່ອ​ຖ້າ​ຫາກ​ເຮົາ​ເອົາ​ມັນ​ມາ​ໂອບ​ຫໍ່​ຄວາມ​ຈິງໄວ້​ເປັນ​ຊັ້ນໆ, ມັນ​ຈະ​ກາຍ​ເປັນ​ກອງຝຸ່ນ​ທີ່​ສູງ​ໃຫຍ່​ໄດ້ ທີ່​ແໜ້ນ​ໜາ ​ແລະ ໜັກໜ່ວງ ຈົນ​ວ່າ​ເຮົາບໍ່​ເຫັນ​ຄວາມສວຍ​ງາມ​ນັ້ນອີກ​ຕໍ່ໄປ ຊຶ່ງ​​ແຕ່​ກ່ອນ​ເຮົາ​ເຄີຍ​ຮັກ​ຫລາຍ​ທີ່​ສຸດ.

ສະນັ້ນ, ​ໃນ​ຖານະ​ທີ່​ເປັນ​ຜູ້ນຳ ​ເຮົາ​ຕ້ອງ​ປົກ​ປ້ອງ​ສາດສະໜາ​ຈັກ​ ​ແລະ ພຣະກິ​ດຕິ​ຄຸນ​ໄວ້​ຢ່າງ​ເຄັ່ງ​ຄັດ ​​ເລື່ອງ​ຄວາມ​ບໍລິສຸດ ​ແລະ ຄວາມ​ລຽບ​ງ່າຍ​ຂອງ​ມັນ ​ແລະ ຫລີກ​ເວັ້ນຈາກ​ການ​ສ້າງ​ຄວາມ​ໜັກໜ່ວງ​ໃຫ້​ແກ່​ສະມາຊິກ​ຂອງ​ເຮົາ.

​ແລະ ​ເຮົາ​ທຸກ​ຄົນ ​ໃນ​ຖານະ​ທີ່​ເປັນ​ສະມາຊິກຂອງ​ສາດສະໜາ​ຈັກ, ​ເຮົາ ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ດ້ວຍ​ຄວາມ​ສຳນຶກ ​ເພື່ອ​ອຸທິດ​ພະລັງ​ ​ແລະ ​ເວລາ​ຂອງ​ເຮົາ ​ໃນ​ສິ່ງ​ທີ່​ສຳຄັນ​ແທ້ໆ, ​​​​​ເມື່ອຊ່ອຍ​ເຫລືອ​ເພື່ອນ​ມະນຸດ​ດ້ວຍ​ກັນ ​ແລະ ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າ.

​ເອື້ອຍ​ນ້ອງ​ຄົນ​ໜຶ່ງ, ຄູ​ສອນ​​ໃນ​ສະມາຄົມ​ສະຕີ​ສົງ​ເຄາະ, ​ໄດ້​ເປັນ​ທີ່​ຮູ້ຈັກ​ກັນດີ ສຳລັບ​ການ​ຕຽມ​ບົດຮຽນ ຢ່າງ​ລະອຽດ. ​ເທື່ອ​ໜຶ່ງ, ນາງ​ໄດ້​ຕັດສິນ​ໃຈ​​​ເຮັດ​ຜ້າ​ຫົ່ມ​ຜືນ​ໜຶ່ງ​ທີ່​ສວຍ​ງາມ ​ເພື່ອ​ເອົາມາສະ​ແດງ​ຮ່ວມ​ກັບ​ບົດຮຽນ​ຂອງ​ນາງ. ​ແຕ່​ຊີວິດ​ຂອງ​ນາງ​ຫຍຸ້ງຍາກ​ຫລາຍ—ຕ້ອງ​ໄດ້​ໄປ​ຮັບ​ເອົາ​ລູກ​ຈາກ​ໂຮງຮຽນ, ​ເພື່ອນ​ບ້ານ​ຕ້ອງການ​ຊ່ອຍ​ຍ້າຍ​​ເຮືອນ, ສາມີ​​ເປັນ​ໄຂ້, ​ແລະ ​ເພື່ອນອີກ​ຄົນ​ໜຶ່ງ​ກໍ​​ເປົ່າ​ປ່ຽວ. ມື້​ສອນ​ບົດຮຽນ​ເລື່ອນ​ເຂົ້າມາ​ໃກ້, ຜ້າ​ຫົ່ມ​ກໍຍັງ​ບໍ່​ແລ້ວ. ​ໃນ​ທີ່​ສຸດ, ຄືນ​ໜຶ່ງ​ກ່ອນ​ໄປ​ສອນບົດຮຽນ, ນາງ​ບໍ່​ໄດ້​ນອນ​ເລີຍ ​ເພາະ​ພະຍາຍາມ​​ຫຍິບ​ຜ້າ​ຫົ່ມ​ໃຫ້​ແລ້ວ.

ມື້​ຕໍ່​ມາ ນາງ​​ເມື່ອຍ​ຫລາຍ ຈົນ​ຄິດ​ກ່ຽວ​ກັບ​ບົດຮຽນ​ບໍ່​ຢາກ​ອອກ, ​​ແຕ່​ນາງ​ໄດ້​ອົດຢືນ​ສອນ​ບົດຮຽນ ຈົນ​ຈົບ.

ຜ້າ​ຫົ່ມ​ກໍ​ສວຍ​ງາມ​ຫລາຍ—ຮອຍ​ຫຍິບ​ກໍ​ຮຽບຮ້ອຍ​ດີ, ສີ​ຜ້າ​ຫົ່ມ​ກໍ​ຈາດ​ຈ້າ, ​ແລະ ການ​ອອກ​ແບບ​ກໍ​ສະຫລັບຊັບຊ້ອນ. ​ແລະ ຈຸດ​ສຳຄັນ​ຂອງ​ບົດຮຽນ​ຂອງ​ນາງ ​ແມ່ນ: “ການ​ເຮັດ​ໃຫ້​ງ່າຍ​ຂຶ້ນ.”

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ການ​ດຳລົງຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ບໍ່​ຈຳ​ເປັນ​ຕ້ອງ​ໃຫ້​ຫຍຸ້ງຍາກ​ຫລາຍ.

ມັນ​ກົງ​ໄປ​ກົງ​ມາ​ແທ້ໆ. ​ເຮົາ​ບັນຍາຍ​ມັນ​ໄດ້​ແບບ​ນີ້:

  • ການ​ໄດ້​ຍິນ​ພຣະຄຳ​ຂອງ​ພຣະ​ເຈົ້າ ດ້ວຍ​ຄວາມ​ຕັ້ງ​ໃຈ ພາ​ເຮົາ​ໄປ​ສູ່​ຄວາມ​ເຊື່ອ​ໃນ​ພຣະ​ເຈົ້າ ​ແລະ ​ໄວ້​ວາງ​ໃຈ​ໃນຄຳ​ສັນຍາ​ຂອງ​ພຣະອົງ​.3

  • ​ເມື່ອ​ເຮົາ​​ໄວ້​ວາງ​ໃຈ​ພຣະ​ເຈົ້າ ຫລາຍ​ຂຶ້ນ​ເທົ່າ​​ໃດ, ​ໃຈ​ຂອງ​ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະອົງ ​ແລະ ຕໍ່​ກັນ​ແລະ​ກັນ ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

  • ເພາະ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣ​ະ​ເຈົ້າ, ​ເຮົາ​ຈຶ່ງ​ປາດ​ຖະໜາ​ທີ່​ຈະ​ຕິດຕາມ​ພຣະອົງ ​ແລະ ​​ເຮັດ​ໃຫ້ການ​ກະທຳ​ຂອງ​ເຮົາ ສອດຄ່ອງ​ກັບ​ພຣະຄຳ​ຂອງ​ພຣະອົງ.

  • ​​ເພາະ​ເຮົາ​ຮັກ​ພຣະ​ເຈົ້າ, ​ເຮົາ​ຈຶ່ງ​ຢາກ​ຮັບ​ໃຊ້​ພຣະອົງ; ​ເຮົາ​ຢາກ​ເປັນ​ພອນ​ໃຫ້​​ແກ່​ຊີວິດ​ຂອງ​ຄົນ​ອື່ນ ​ແລະ ຊ່ອຍ​ເຫລືອ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ.

  • ​ເມື່ອ​ເຮົາ​ເດີນ​ໄປ​ໃນ​ເສັ້ນທາງ​​ແຫ່ງ​ການ​ເປັນ​ສານຸສິດ​​ໄກ​ຫລາຍຂຶ້ນ​ເທົ່າ​ໃດ, ​ເຮົາ​ຈະ​ມີ​ຄວາມ​ປາດ​ຖະໜາ ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພຣະຄຳ​ຂອງ​ພຣະ​ເຈົ້າ ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

ສະນັ້ນຕ້ອງ​ກ້າວ​ເດີນ​ຕໍ່​ໄປ, ​ເທື່ອ​ລະ​ບາດກ້າວ ​​ເຕັມ​ໄປ​ດ້ວຍ​ສັດທາ, ຄວາ​ມຫວັງ, ​ແລະ ຄວາມ​ໃຈ​ບຸນ ທີ່​ເພີ່ມ​ພູນ​ຂຶ້ນ​ເລື້ອຍໆ.

ມັນ​ລຽບ​ງ່າຍ​ແທ້ໆ, ​ແລະ ມັນ​ເປັນ​ຜົນ​ທີ່ດີງາມແທ້ໆ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຖ້າ​ຫາກ​ທ່ານ​ເຄີຍ​ຄິດ​ວ່າ ພຣະກິດ​ຕິ​ຄຸນ​ບໍ່​ເປັນ​ຜົນ​ດີ​ແນວ​ໃດ​ຕໍ່​ທ່ານ, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຢຸດ​ໄຕ່ຕອງ, ​ສຳ​ຫລວດ​ເບິ່ງ​ຊີວິດ​ຂອງ​ທ່ານ, ​ແລະ ດັດ​ແປງ​ການ​ກ້າວ​ເດີນ​ຂອງ​ທ່ານ ​ໄປ​ສູ່​ຄວາມ​ເປັນ​ສານຸສິດ​. ຈົ່ງ​ເອົາ​ໃຈ​ໃສ່​ກັບ​ຄຳ​ສອນ, ຫລັກ​ທຳ, ​ແລະ ການ​ນຳ​ໃຊ້​ພຣະກິດ​ຕິ​ຄຸນ​ຂັ້ນພື້ນຖານ. ຂ້າພະ​ເຈົ້າສັນຍາ​ວ່າ ພຣະ​​ເຈົ້າຈະ​ນຳພາ​ທ່ານ ​ແລະ ອວຍພອນ​ທ່ານ ​ໃຫ້​ຢູ່​ໃນ​ເສັ້ນທາງ ​ເພື່ອ​ທ່ານ​ຈະ​ບັນລຸ​, ​ແລະ ພຣະກິດ​ຕິ​ຄຸນ​ຈະ​ເປັນ​ຜົນ​ດີ​ແກ່​ທ່ານຫລາຍ​ກວ່າ​ເກົ່າ.

​​ໃຫ້ເລີ່​ມຕົ້ນ​ໃນ​ຈຸດຂອງ​ທ່ານ​ເອງ

ຄຳ​ແນະນຳ​ຢ່າງ​ທີ​ສອງ​ຂອງ​ຂ້າພະ​ເຈົ້າ​ແມ່ນ: ​ໃຫ້​ເລີ່ມຕົ້ນ​ໃນ​ຈຸດ​ຂອງ​ທ່ານ​ເອງ.

ບາງ​ເທື່ອ ​ເຮົາ​ຈະ​ຮູ້ສຶກ​ທໍ້ຖອຍ​ໃຈ ​ເພາະ​ເຮົາ​ບໍ່ມີ​ຫຍັງ “ຫລາຍພໍ.” ບໍ່​ມີ​​ທາງ​ວິນ​ຍານຫລາຍພໍ, ​ບໍ່​ໄດ້​ຮັບ​ການ​ນັບຖື​ຫລາຍພໍ, ບໍ່​ສະຫລາດ​ຫລາຍພໍ, ບໍ່​ມີ​ສຸຂະພາບ​ດີ​ຫລາຍພໍ​, ບໍ່​ຮັ່ງມີ​ຫລາຍພໍ, ບໍ່​​ເປັນ​ມິດ​ຫລາຍພໍ, ຫລື ບໍ່​ມີ​ຄວາມ​ສາມາດ​ຫລາຍພໍ. ​ຕາມ​ປົກກະຕິ​ແລ້ວ, ການ​ຢາກ​ພັດທະນາ​ຕົນ ບໍ່​ໄດ້​ເປັນ​ເລື່ອງ​ບໍ່​ດີ. ພຣະ​ເຈົ້າ​ໄດ້​ສ້າງ​ເຮົາ​ມາ ​ເພື່ອ​ໃຫ້​ເຕີບ​ໂຕ ​ແລະ ກ້າວ​ໜ້າ. ​ໃຫ້​ຈື່​ຈຳ​​ໄວ້​ວ່າ, ຄວາມ​ອ່ອນ​ແອ​ຂອງ​ເຮົາ ສາມາດຊ່ອຍ​ເຮົາ​ໃຫ້​ຖ່ອມ​ຕົວລົງ ​ແລະ ຫັນ​​ເຮົາ​ມາຫາ​ພຣະຄຣິດ, ຜູ້​ຈະ “ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອ​ກັບ​ມາ​ເຂັ້ມ​ແຂງ.”4 ກົງກັນຂ້າມ, ຊາຕາ​ນຈະ​ໃຊ້​ຄວາມ​ອ່ອນ​ແອ​ຂອງ​ເຮົາ ຈົນ​ເຖິງ​ຂັ້ນທີ່​ເຮົາ​ທໍ້ຖອຍ​ໃຈ ​ແລະ ບໍ່​ຢາກ​ພະຍາຍາມ​ອີກ​ຕໍ່​ໄປ.

ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ຊີວິດ​ວ່າ ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​​ມີ “ຫລາຍ” ​ໃນ​ສິ່ງ​ໃດ​ກໍ​ຕາມ ​ກ່ອນ​ຈະ​ກາຍ​ເປັນ​ບຸກຄົນ​ທີ່​ພຣະ​ເຈົ້າປະສົງ​ໃຫ້​ເຮົາ​ກາຍ​ເປັນ.

ພຣະ​ເຈົ້າຈະ​ຮັບ​ເອົາ​ທ່ານ ຕາມ​ທີ່​ທ່ານ​ເປັນ​ຢູ່​ໃນ​ເວລາ​ນີ້ ​ແລະ ​ເລີ່ມຕົ້ນ​ເຝິກຝົນ​ທ່ານ. ສິ່ງ​ທີ່​ທ່ານ​ຕ້ອງ​ມີ ​ແມ່ນ​ໃຈ​ທີ່​ພ້ອມ​ແລ້ວ, ​ຄວາມ​ປາດ​ຖະໜາ​ທີ່​ຈະ​ເຊື່ອ, ​ແລະ ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ.

ກິ​ດຽນ ​ໄດ້​ເຫັນ​ຕົວ​ເອງ​ວ່າ​ເປັນ​ຊາວນາ​ທີ່​ຍາກຈົນ, ​ເປັນ​ຄົນ​ຕ່ຳ​ຕ້ອຍ​ທີ່​ສຸດ​ໃນ​ຄອບຄົວ​ຂອງ​ພໍ່​ລາວ. ​ແຕ່​ພຣະ​ເຈົ້າ​​ໄດ້​ເຫັນ​ລາວ​ວ່າ​ເປັນ​ຊາຍ​ທີ່​ຍິ່ງ​ໃຫຍ່ ​ແລະ ກ້າຫານ.5

​ເມື່ອ ຊາ​ມູ​ເອນ ​ໄດ້​ເລືອກ ຊາ​ອູ​ນ ​ໃຫ້​ເປັນ​ກະສັດ, ຊາ​ອູ​ນ​ໄດ້​ພະຍາຍາມ​ຂໍ​ໃຫ້​​ເພິ່ນ​ເລືອກ​ເອົາ​ຄົນ​ໃໝ່. ຊາອູ​ນມາ​ຈາກ​ເຜົ່າ​ໜຶ່ງ​ທີ່​ນ້ອຍ​ທີ່​ສຸດ ​ໃນ​ເຜົ່າ​ຂອງ​ອິດສະຣາ​ເອນ. ​ເພິ່ນ​ຈະ​ເປັນ​ກະສັດ​ໄດ້​ແນວ​ໃດ?6 ແຕ່​ພຣະ​ເຈົ້າ​ໄດ້​ເຫັນ​ເພິ່ນ​ວ່າ​ເປັນ “ຊາຍ​ໜຸ່ມ​ແໜ້ນ ​ແລະ ສະຫງ່າ​ງາມ.”7

​​​ແມ່ນ​​ແຕ່ສາດສະດາ​ໂມ​ເຊ ທີ່​ຍິ່ງ​ໃຫຍ່ ກໍ​ໄດ້​ຮູ້ສຶກ​ໜັກ​ໃຈ ​ແລະ ທໍ້ຖອຍ​ໃຈຫລາຍ​ໃນ​ຄັ້ງໜຶ່ງ ຈົນ​ວ່າ​ເພິ່ນ​ຢາກ​ຍອມ​ແພ້ ​ແລະ ຕາຍ​​ເສຍ.8 ​ແຕ່​ພຣະ​ເຈົ້າບໍ່​ໄດ້​ໃຫ້​ໂມ​ເຊຍ​ອມ​ແພ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຖ້າ​ຫາກ​​ເຮົາ​ຫລຽວ​ເບິ່ງ​ຕົນ​ເອງ​ຜ່ານ​ຕາ​​ແຫ່ງ​ຄວາມ​ເປັນ​ມະຕະ​ເທົ່າ​ນັ້ນ, ​ເຮົາ​ຈະ​ບໍ່​ເຫັນ​ຕົນ​ເອງ​ດີ​ພໍ. ​ແຕ່​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ເຫັນ​ເຮົາ ດັ່ງ​ທີ່​ເຮົາ​ເປັນ​ຢູ່ ​ແລະ ສາມາດ​ກາຍ​ເປັນ. ພຣະອົງ​ເຫັນ​ເຮົາວ່າ ​ເຮົາ​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະອົງ, ວ່າ​ເປັນ​ຄົນ​ທີ່​ມີ​ຄວາມ​ສະຫວ່າງ​ນິລັນດອນ ພ້ອມ​ດ້ວຍ​ຄວາມ​ສາມາດ​ອັນ​ເປັນນິດ ​ແລະ ດ້ວຍ​ຈຸດໝາຍ​ປາຍທາງ​ອັນ​ສູງ​ສົ່ງ.9

ການ​ເສຍ​ສະລະ​ຂອງພຣະຜູ້​ຊ່ອຍ​ໃຫ້​ລອດ ​ໄດ້​ເປີດ​ປະຕູ​ແຫ່ງ​ຄວາມ​ລອດ​ໃຫ້​ແກ່​ທຸກ​ຄົນ​ ​ເພື່ອກັບ​ມາ​ຫາ​ພຣະ​ເຈົ້າ. “ພຣະຄຸນຂອງ​ພຣະອົງມີ​ພຽງພໍ​ສຳລັບ​ຄົນ​ທັງ​ປວງ​ທີ່​ຖ່ອມຕົວ​ຕໍ່​ພຣະພັກ [ຂອງ​ພຣະ​ເຈົ້າ]”10 ພຣະຄຸນ​ຂອງ​ພຣະອົງ ​ເປັນອຳນາດທີ່​ຊ່ອຍ​ເຮົາ​ໃຫ້​ສາມາດ​ເຂົ້າ​ໄປ​ໃນ​ອານາຈັກ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ​ໄດ້. ​ເພາະ​ພຣະຄຸນ​ຂອງ​ພຣະອົງ, ​ເຮົາ​ທຸກ​ຄົນ​ຈຶ່ງ​ຈະ​ສາມາດ​ຟື້ນ​ຄືນ​ຊີວິດ ​ແລະ ລອດ​ໄດ້​ໃນ​ອານາຈັກ​ແຫ່ງ​ລັດສະໝີ​ພາບ​​.

​ແມ່ນ​ແຕ່​ອານາຈັກ​ແຫ່ງ​ລັດສະໝີ​ພາບ​ທີ່​ຕ່ຳ​ສຸດ—ອານາຈັກ​ຊັ້ນຕ່ຳ, ກໍ​ຍັງ “ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ,”11 ​ແລະ ຜູ້​ຄົນ​ຈົນ​ນັບ​ບໍ່​ຖ້ວນ ຈະ​ໄດ້​ຮັບ​ຄວາມ​ລອດ​.12

​ແຕ່​ພຣະຄຸນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ສາມາດ​ເຮັດ​ເພື່ອ​ເຮົາ​​ໄດ້​ຫລາຍ​ກວ່າ​ນັ້ນ. ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ເຮົາ​ສະ​ແຫວງຫາ​ບາງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ກວ່າຈົນ​ຄາດ​ບໍ່​ເຖິງ. ນັ້ນຄື ຄວາມ​ສູງ​ສົ່ງ​ໃນ​ອານາຈັກ​ຊັ້ນສູງ. ມັນ​ເປັນ​ຊີວິດ​ນິລັນດອນ ​ໃນ​ທີ່​ປະ​ທັບ​ຂອງ​ພຣະບິດາ​ເທິງ​ສະຫວັນຂອງ​ເຮົາ. ມັນ​ເປັນ​ຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ.13 ​ໃນ​ອານາຈັກ​ຊັ້ນສູງ, ​ເຮົາ​ຈະ​ໄດ້​ຮັບຄວາມ​ບໍລິບູນ ​ແລະ ລັດ​ສະໝີ​ພາບ​ຂອງ​ພຣະອົງ.”14 ​​ແທ້​ຈິງ​ແລ້ວ, ທຸກ​ສິ່ງ​ທີ່​ພຣະບິດາ​ມີ ຈະ​ຖືກ​ມອບ​ໃຫ້​ແກ່​ເຮົາ.15

ຄວາມ​ສູງ​ສົ່ງ​ ຄື​ຈຸດ​ເປົ້າໝາຍ​ຂອງ​ເຮົາ; ການ​ເປັນ​ສານຸສິດ ຄື​ການ​ເດີນທາງ​ຂອງ​ເຮົາ.

​ເມື່ອ​ທ່ານ​ໃຊ້​ສັດທາ​ໜ້ອຍ​ໜຶ່ງ ​ແລະ ​ເລີ່ມຕົ້ນ​ເດີນທາງ ​ໃນ​ຖານະ​ທີ່​ເປັນ​ຜູ້​ຕິດຕາມ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ​ແລ້ວ​ໃຈ​ຂອງ​ທ່ານ​ຈະ​ປ່ຽນ​.16 ທ່ານຈະ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງໝົດ​ທັງ​ຕົວ.17

ພຣະ​ເຈົ້າຈະ​ຊ່ອຍ​ເຫລືອ​ທ່ານ ​ໃຫ້​ກາຍ​ເປັນບາງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ ຫລາຍ​ກວ່າ​ທີ່​ທ່ານ​ຄິດ​ວ່າ​ເປັນ​ໄປ​ໄດ້. ​ແລະ ທ່ານ​ຈະ​ພົບ​ເຫັນ​ວ່າ ພຣະກິດ​ຕິ​ຄຸນຂອງ​ພຣະ​ເຢຊູ​ຄຣິດ​​ເປັນ​ຜົນ​ດີ​ຕໍ່​ທ່ານ​ແທ້ໆ.

ມັນ​ເປັນ​ຜົນ​ດີ​​!

ອ້າຍ​ເອື້ອຍ​ນ້ອງ ​ແລະ ໝູ່​ເພື່ອນ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ເອົາ​ໃຈ​ໃສ່​ຕໍ່ “ຄວາມ​ລຽບ​ງ່າຍ​ທີ່​ມີ​ໃນ​ພຣະຄຣິດ”18 ​ແລະ ອະນຸຍາດ​ໃຫ້​ພຣະຄຸນ​ຂອງ​ພຣະອົງ ​ຊຸກຍູ້ ​ແລະ ​ເຊີດ​ຊູ​​ເຮົາ ​ໃນ​ການ​ເດີນທາງ​ຂອງ​​ເຮົາ ຈາກ​ບ່ອນ​ເລີ່ມ​ຕົ້ນ ​ໃນ​ເວລາ​ນີ້ ຈົນ​ໄປ​ເຖິງ​ຈຸດໝາຍ​ປາຍທາງ​ອັນ​ຮຸ່ງ​ເຫລື້ອມ​ຂອງ​ເຮົາ ​ໃນ​ທີ່​ປະ​ທັບ​ຂອງ​ພຣະບິດາ​ຂອງ​ເຮົາ.

​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ​ແລະ ຖ້າບາງ​ຄົນ​​ຖາມ​​ເຮົາວ່າ, “ການ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ເປັນ​ຜົນ​ດີ​ຕໍ່​ທ່ານ​ແນວ​ໃດ?” ​ເຮົາ​ຈະ​ສາມາດຕອບ​ດ້ວຍ​ຄວາມ​ພູມ​ໃຈ ​ແລະ ດ້ວຍ​ຄວາມສຸກ​ວ່າ, “ມັນ​ເປັນ​ຜົນ​ດີ​​ແທ້ໆ. ຂອບ​ໃຈ​ຫລາຍໆ​ທີ່​ຖາມ. ທ່ານ​ຢາກ​ຮູ້​ຕື່ມ​ບໍ?”

ນີ້​ຄື​ຄວາມ​ຫວັງ​, ຄຳ​ອະທິຖານ, ​ປະຈັກ​ພະຍານ​, ​ແລະ ພອນ​ຂອງ​ຂ້າພະ​ເຈົ້າ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.