​2010–2019
ມັນ​ບໍ່​ໄວ​ເກີນ​ໄປ ແລະ ມັນ​ບໍ່​ຊ້າ​ເກີນ​ໄປ​ຈັກ​ເທື່ອ
ຕຸລາ 2015


ມັນ​ບໍ່​ໄວ​ເກີນ​ໄປ ແລະ ມັນ​ບໍ່​ຊ້າ​ເກີນ​ໄປ​ຈັກ​ເທື່ອ

ມັນ​ບໍ່​ໄວ​ເກີນ​ໄປ ແລະ ມັນ​ບໍ່​ຊ້າ​ເກີນ​ໄປ​ຈັກ​ເທື່ອ ທີ່​ຈະ​ນຳພາ, ຊີ້​ນຳ, ແລະ ຍ່າງ​ຄຽງ​ຂ້າງ​ລູກໆ​ຂອງ​ເຮົາ, ເພາະວ່າ​ຄອບຄົວ​ດຳລົງ​ຢູ່​ຕະຫລອດ​ໄປ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ເຮົາ​ກຳລັງ​ມີ​ສ່ວນ​ຮ່ວມ​ຢູ່​ໃນ​ການ​ຕໍ່ສູ້​ກັບ​ໂລກ. ໃນ​ອະດີດ, ໂລກ​ແຂ່ງຂັນ​ເພື່ອ​ຢາກ​ໄດ້​ກຳລັງ ແລະ ເວລາ​ຂອງ​ລູກໆ​ຂອງ​ເຮົາ. ໃນ​ວັນ​ເວລາ​ນີ້​ມັນ​ພະຍາຍາມ​ບອກ​ເຂົາ​ວ່າ​ ເຂົາ​ເປັນ​ໃຜ ແລະ ວ່າ​ເຂົາ​ຕ້ອງ​ຄິດ​ແນວ​ໃດ. ສຽງ​ທີ່​ດັງ​ສະ​ນັ່ນ ແລະ ມີ​ຊື່ສຽງໂດ່ງດັງ​ກໍ​ພະຍາຍາມ​ກຳນົດ​ຄວາມ​ໝາຍວ່າ​ລູກ​ຂອງ​ເຮົາ​ເປັນ​ໃຜ ແລະ ວ່າ​ພວກ​ເຂົາ​ຄວນ​ເຊື່ອ​ຫຍັງ. ເຮົາ​ບໍ່​ຄວນປ່ອຍ​ໃຫ້​ສັງຄົມ​ມີ​ອິດ​ທິ​ພົນ​ຕໍ່​ຄອບຄົວ​ຂອງ​ເຮົາ ​ເພື່ອ​ໃຫ້​ກາຍເປັນ​ເໝືອນ​ດັ່ງ​ໂລກ. ເຮົາ​ຕ້ອງ​ຊະນະ​ການ​ຕໍ່ສູ້​ນີ້. ທຸກ​ສິ່ງ​ທຸກ​ຢ່າງ​ຂຶ້ນ​ຢູ່​ກັບ​ໄຊຊະນະ​ນີ້.

ເດັກນ້ອຍ​ໃນ​ສາດສະໜາ​ຈັກ​ພາກັນ​ຮ້ອງເພງ​ທີ່​ສອນ​ພວກ​ເຂົາ​ກ່ຽວ​ກັບ​ເອກະລັກ​ທີ່ແທ້​ຈິງ​ຂອງ​ພວກ​ເຂົາວ່າ: “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ. ... ພຣະ​ອົງ​ສົ່ງ​ເຮົາ​ມາ​ນີ້, ປະທານ​ໃຫ້​ມີ​ບ້ານ​ໃນ​ໂລກ​ນີ້ ມີ​ພໍ່​ແມ່​ຮັກ​ເມດ​ຕາ.” ແລ້ວ, ຄຳ​ອ້ອນວອນ​ຂອງ​ເດັກນ້ອຍ​ຕໍ່​ເຮົາ​ກໍ​ຄື: “ພາ​ເຮົາ, ນຳ​ເຮົາ, ຍ່າງ​ຄຽງ​ຂ້າງ​ເຮົາ. ... ຊ່ອຍ​ເຮົາ​ເຂົ້າໃຈ​ພຣະ​ຄຳ​ຄວາມ​ຈິງ ກ່ອນ​ທຸກ​ສິ່ງ​ສາຍ​ເກີນ​ໄປ.”1

ປະທານ ຣະ​ໂຊ ເອັມ ແນວ​ສັນ ໄດ້​ສອນ​ເຮົາ​ໃນ​ກອງ​ປະຊຸມ​ໃຫຍ່​ທີ່​ຜ່ານ​ມາ​ນີ້​ວ່າ, ເລີ່ມ​ຕົ້ນ​ຈາກ​ເວລາ​ນີ້ ແລະ ສືບຕໍ່​ໄປ​ສູ່​ອະນາຄົດ, ເຮົາ​ຕ້ອງ​ມີ​ສ່ວນ​ຮ່ວມ​ໃນ “ການ​ລ້ຽງ​ດູ​ຢ່າງ​ຕັ້ງ​ອົກ​ຕັ້ງໃຈ​ ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ.”2 ນີ້​ເປັນ​ວັນ​ເວລາ​ທີ່​ລຳບາກ​ຢ່າງ​ຮ້າຍ​ແຮງ. ແຕ່​ຂ່າວ​ດີ​ກໍ​ຄື​ວ່າ ພຣະ​ເຈົ້າ​ໄດ້​ຮູ້​ວ່າ​ຈະ​ຕ້ອງ​ເປັນ​ແບບ​ນີ້, ແລະ ພຣະ​ອົງ​ກໍ​ໄດ້​ໃຫ້​ຄຳ​ແນະນຳ​ໃນ​ພຣະ​ຄຳ​ພີ ເພື່ອ​ວ່າ​ເຮົາ​ຈະ​ຮູ້​ວ່າ​ຈະ​ຊ່ອຍ​ເຫລືອ​ລູກຫລານ​ຂອງ​ເຮົາ​ແນວ​ໃດ.

ຮູບ​ພາບ
ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ກັບ​ເດັກ​ນ້ອຍ​ໃນ​ພ​ຣະ​ຄຳ​ພີ​ມໍ​ມອນ

ໃນ​ພຣະ​ຄຳ​ພີ​ມໍ​ມອນ, ພຣະ​ຜູ້ຊ່ອຍ​ໃຫ້​ລອດ​ໄດ້​ມາ​ປະກົດ​ຕໍ່​ຊາວ​ນີ​ໄຟ. ພຣະ​ອົງ​ໄດ້​ເຕົ້າໂຮມ​ລູກໆ​ຂອງ​ເຂົາເຈົ້າ​ໃຫ້​ມາ​ຢູ່​ອ້ອມ​ພຣະ​ອົງ. ພຣະ​ອົງ​ໄດ້​ອວຍພອນ​ພວກ​ເຂົາ, ໄດ້​ອະທິຖານ​ເພື່ອ​ພວກ​ເຂົາ, ແລະ ໄດ້​ກັນແສງ​ເພື່ອ​ພວກ​ເຂົາ.3 ແລ້ວ​ພຣະ​ອົງ​ໄດ້​ກ່າວ​ກັບ​ຜູ້​ເປັນ​ພໍ່​ແມ່​ວ່າ, “ຈົ່ງ​ເບິ່ງ​ລູກນ້ອຍໆ​ຂອງ​ເຈົ້າ.”4

ຄຳ​ວ່າ ຈົ່ງ​ເບິ່ງ ໝາຍ​ຄວາມ​ວ່າ​ ທີ່​ຈະ​ເບິ່ງ ແລະ ເຫັນ. ພຣະ​ເຢ​ຊູ​ປະສົງ​ໃຫ້​ພໍ່​ແມ່​ເຫັນ​ຫຍັງ​ແດ່​ໃນ​ຕົວ​ເດັກນ້ອຍໆ​ຂອງ​ເຂົາເຈົ້າ? ພຣະ​ອົງ​ປະສົງ​ໃຫ້​ເຂົາເຈົ້າ​ຮັບ​ຮູ້​ເຖິງ​ຄວາມ​ສາມາດ​ທີ່​ຊ້ອນ​ຢູ່​ໃນ​ຕົວ​ຂອງ​ລູກໆ​ຂອງ​ເຂົາ​ເຈົ້າ.

ເມື່ອ​ເຮົາ​ເບິ່ງ​ລູກຫລານຂອງ​ເຮົາ​ໃນ​ວັນ​ເວລາ​ນີ້, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ປະສົງ​ໃຫ້​ເຮົາ​ເຫັນ​ຫຍັງ​ໃນ​ຕົວ​ພວກ​ເຂົາ? ເຮົາ​ຮັບ​ຮູ້​ບໍ່​ວ່າ ລຸ້ນ​ລູກ​ຂອງ​ເຮົາ​ເປັນ​ກຸ່ມ​ທີ່​ໃຫຍ່​ທີ່​ສຸດ​ ທີ່​ສົນໃຈ​ເລື່ອງ​ຂອງ​ສາດສະໜາ​ຈັກ? ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ກໍ່ໃຫ້ເກີດ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ຍືນ​ຍົງ?

ໃນ​ພຣະ​ທຳ​ມັດ​ທາຍ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ສອນ​ເຮົາ​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໄສ​ທີ່​ຍືນ​ຍົງ. ຄົນ​ເປັນ​ກຸ່ມ​ໃຫຍ່​ໄດ້​ມາ​ເຕົ້າໂຮມ​ກັນ​ໃກ້​ທະເລສາບ​ຄາ​ລີ​ເລ​ເພື່ອ​ຟັງ​ພຣະ​ອົງ.

ໃນ​ໂອກາດ​ນີ້ ພຣະ​ເຢ​ຊູ​ໄດ້​ເລົ່າ​ເລື່ອງ​ກ່ຽວກັບ​ການ​ປູກ​ເມັດ​ພືດ​—ຄຳ​ອຸປະມາ​ເລື່ອງ​ຜູ້​ຫວ່ານ.5 ໃນ​ການ​ອະທິບາຍ​ເລື່ອງ​ນີ້​ຕໍ່​ສານຸສິດ​ຂອງ​ພຣະ​ອົງ, ແລະ ໃນ​ທີ່​ສຸດ​ຕໍ່​ພວກ​ເຮົາ, ພຣະ​ອົງ​ໄດ້​ກ່າວ​ວ່າ, “ຜູ້​ໃດ​ທີ່​ໄດ້​ຍິນ​ພຣະ​ທຳ​ເລື່ອງ​ອານາຈັກ​ສະຫວັນ, ແຕ່ ບໍ່ ເຂົ້າໃຈ ​ກໍ​ຄ້າຍຄື​ກັບ​ເມັດ​ພືດ​ທີ່​ຕົກ​ຕາມ​ທາງ, ມານ​ຊົ່ວ​ຮ້າຍ​ມາ​ຍາດ​ເອົາ​ພຣະ​ທຳ​ທີ່​ຖືກ​ຫວ່ານ​ເຂົ້າ​ໃນ​ຈິດໃຈ​ຂອງ​ຄົນ​ນັ້ນ​ໄປ.”6 ຂ່າວສານ​ສຳລັບ​ພໍ່​ແມ່​ກໍ​ແຈ່ມ​ແຈ້ງ​ດີ: ມີ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ການ​ໄດ້​ຍິນ ແລະ ການ​ເຂົ້າ​ໃຈ. ຖ້າ​ຫາກ​ລູກໆ​ຂອງ​ເຮົາ​ພຽງ​ແຕ່​ໄດ້​ຍິນ​ແຕ່​ບໍ່​ເຂົ້າໃຈ​ພຣະ​ກິດ​ຕິ​ຄຸນ, ແລ້ວ​ມັນຈະ​ເປີດ​ໂອກາດ​ໃຫ້​ຊາ​ຕານເຂົ້າ​ມາ​ເຮັດ​ໃຫ້​ເຂົາ​ບໍ່​ເຊື່ອ​ຄວາມ​ຈິງ​ ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ກິ​ດຕິ​ຄຸນ.

ເຖິງ​ຢ່າງໃດ​ກໍ​ຕາມ, ຖ້າ​ຫາກ​ເຮົາ​ສາມາດ​ຊ່ອຍ​ພວກ​ເຂົາ​ພັດທະນາ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແນ່​ວ​ແນ່, ແລ້ວໃນ​ຊ່ວງ​ເວລາ​ທີ່​ຍາກ​ລຳບາກ​ທີ່​ສຸດ, ເມື່ອ​ຊີວິດ​ເກີດ​ຫຍຸ້ງຍາກ, ແລະ ມັນ​ກໍ​ຈະ​ເປັນ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈະ​ສາມາດ​ໃຫ້​ພວກ​ເຂົາ​ມີ​ອັນ​ໃດ​ບາງ​ຢ່າງ​ ທີ່​ອິດ​ທິ​ພົນ​ຈາກ​ພາຍ​ນອກ​ຈະ​ບໍ່​ສາມາດ​ມີ​ອິດ​ທິ​ພົນ​ຕໍ່​ພວກ​ເຂົາ​ໄດ້. ເຮົາ​ຈະ​ຮັບປະກັນ​ໄດ້​ແນວໃດ​ວ່າຄວາມ​ຈິງ​ທີ່​ມີ​ພະລັງ​ເຫລົ່າ​ນີ້​ຈະ​ບໍ່​ພຽງ​​ແຕ່ ​ເຂົ້າຫູ​ນີ້ອອກ​ຫູ​ນັ້ນ? ການ​ໄດ້​ຍິນ​ຖ້ອຍ​ຄຳ ອາດ​ບໍ່​ພຽງພໍ.

ເຮົາ​ທຸກ​ຄົນ​ກໍ​ຮູ້​ວ່າ​ຄຳ​ເວົ້າ​ປ່ຽນ​ໄປ​ໄດ້. ບາງເທື່ອ​ເຮົາ​ເວົ້າ​ແນວ​ໜຶ່ງ, ​ເຂົາ​ພັດ​ຄິດ​ແນວ​ໜຶ່ງ. ທ່ານ​ອາດ​ກ່າວ​ຕໍ່​ລູກນ້ອຍໆ​ຂອງ​ທ່ານ​ວ່າ, “ຄຳ​ເວົ້າຂອງ​ລູກ ຄື​ແຜ່ນສຽງທີ່​ເພ.” ເຂົາ​ອາດຖາມວ່າ, “ພໍ່​ເອີຍ, ແມ່ນ​ຫຍັງ​ຄື​ແຜ່ນສຽງ?”

ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ປະສົງ​ໃຫ້​ເຮົາ​ມີ​ຄວາມ​ສຳເລັດ​ເພາະວ່າຕາມ​ຈິງ​ແລ້ວ, ພວກ​ເຂົາ​ເປັນ​ລູກ​ຂອງ​ພຣະ​ອົງ​ກ່ອນ​ພວກ​ເຂົາ​ເປັນ​ຂອງ​ເຮົາ. ໃນ​ບົດບາດ​ທີ່​ເປັນ​ພໍ່​ແມ່​ໃນ​ສີ​ໂອນ, ທ່ານ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ. ຂະນະ​ທີ່​ທ່ານ​ອະທິຖານ​ທູນ​ຂໍ​ການ​ຊີ້​ນຳ, “ພຣະ​ອົງ​ຈະ​ສະແດງ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ”7 ໃນ​ການ​ສິດສອນ​ລູກໆ​ຂອງ​ທ່ານ. ຂະນະ​ທີ່​ທ່ານ​ພັດທະນາ​ຂັ້ນ​ຕອນ​ຂອງ​ການ​ຮຽນ​ຮູ້, “ພຣະ​ວິນ​ຍານ​ບໍລິສຸດ​ຍ່ອມ​ນຳ​ຄຳ​ເວົ້າ​ໄປ​ຫາ​ໃຈ​ຂອງ​ລູກ​ຫລານ​ມະ​ນຸດ.”8

ຂ້າພະເຈົ້າ​ບໍ່​ສາມາດ​ຄິດ​ເຖິງ​ຕົວຢ່າງ​ທີ່​ດີກ​ວ່າ​ໃນ​ການ​ຊ່ອຍ​ຄົນ​ອື່ນ​ໃຫ້​ເຂົ້າໃຈ​ນອກ​ເໜືອ​ໄປ​ຈາກ​ເລື່ອງ​ລາວ​ຂອງ ແຮ​ເລັນ ແຄວ​ເລີ. ນາງ​ທັງ​ຕາບອດ ແລະ ຫູໜວກ ແລະ ໄດ້​ອາໄສ​ຢູ່​ໃນ​ໂລກ​ທີ່​ມືດ​ມົວ ແລະ ງຽບ​ສະ​ຫງັດ. ຄູ​ສອນ​ຊື່ ແອນ ຊໍ​ລິ​ເວັນ ໄດ້​ມາ​ຊ່ອຍ​ນາງ. ທ່ານ​ຈະ​ສອນ​ເດັກ​ທີ່​ບໍ່​ສາມາດ​ມອງ​ເຫັນ​ທ່ານ ຫລື ໄດ້​ຍິນ​ທ່ານ​ໄດ້​ແນວໃດ?

ຮູບ​ພາບ
ແຮ​ເລັນ ແຄວ​ເລີ ແລະ ແອນ ຊໍ​ລິ​ເວັນ

ເປັນ​ເວລາ​ດົນ​ນານ, ແອນ ໄດ້​ດີ້ນ​ລົນ​ເພື່ອ​ຈະ​ສື່ສານ​ກັບ ແຮ​ເລັນ. ມື້ໜຶ່ງ​ປະມານ​ຕອນ​ທ່ຽງ, ນາງ​ແອນ​ໄດ້​ພາ​ນາງ​ແຮ​ເລັນ ໄປ​ຫາ​ກ໊ອກນ້ຳ. ນາງ​ໄດ້​ເອົາ​ມື​ຂອງ​ນາງ​ແຮ​ເລັນ​ວາງ​​ໄວ້​ໃຕ້​ກ໊ອກ​ນ້ຳ ແລະ ໄດ້​ເລີ່ມ​ປ້ຳ​ເອົາ​ນ້ຳ. ນາງ​ແອນ ໄດ້​ສະກົດ​ຄຳ​ວ່າ ນ-ຳ-້ ໃສ່​ມື​ຂອງ​ນາງ​ແຮ​ເລັນ. ບໍ່​ມີ​ຫຍັງ​ເກີດ​ຂຶ້ນ. ສະນັ້ນ​ນາງ​ກໍ​ໄດ້​ພະຍາຍາມ​ເຮັດ​ອີກ. ນ-ຳ-້. ນາງ​ແຮ​ເລັນ​ກໍ​ໄດ້​ບີບ​ມື​ຂອງ​ນາງ​ແອນ ເພາະ​ນາງ​ເລີ່ມ​ເຂົ້າໃຈ​ແລ້ວ. ເມື່ອ​ຕາເວັນຕົກ​ດິນ, ນາງ​ກໍ​ໄດ້​ຮຽນ​ຮູ້ 30 ຄຳ​. ພາຍ​ໃນ​ໜຶ່ງ​ເດືອນ, ນາງ​ໄດ້​ຮຽນ​ຮູ້ 600 ຄຳ ແລະ ສາມາດ​ທີ່​ຈະ​ອ່ານ​ພາສາສຳ​ລັບ​ຄົນ​ຕາ​ບອດໄດ້. ນາງ​ແຮ​ເລັນ ແຄວ​ເລີ ໄດ້​ກ້າວໜ້າ​ໄປ​ຮັບ​ປະລິນຍາ​ທີ່​ວິທະຍາໄລ ແລະ ໄດ້​ຊ່ອຍ​ປ່ຽນແປງ​ໂລກ​ໃຫ້​ແກ່​ຜູ້​ຄົນ​ທີ່​ບໍ່​ສາມາດ​ເຫັນ ຫລື ໄດ້​ຍິນ.9 ມັນ​ໄດ້​ເປັນ​ສິ່ງ​ມະຫັດສະຈັນ, ແລະ ຄູ​ຂອງ​ນາງ​ກໍ​ໄດ້​ເປັນ​ຜູ້​ເຮັດ​ໃຫ້​ສິ່ງ​ມະຫັດສະຈັນ​ເປັນ​ໄປ​ໄດ້.

ຂ້າພະເຈົ້າ​ໄດ້​ເຫັນ​ຜົນງານ​ຂອງ​ຄູ​ທີ່​ດີເດັ່ນ​ອີກ​ຄົນ​ໜຶ່ງ ​ຂະນະ​ທີ່​ຮັບ​ໃຊ້​ເປັນ​ປະທານ​ສະ​ເຕກ​ຂອງ​ຫວອດ​ຜູ້​ໃຫຍ່​ໂສດຢູ່​ທີ່ BYU–ໄອ​ດາ​ໂຮ. ປະສົບ​ການ​ນັ້ນ​ໄດ້​ປ່ຽນ​ຊີວິດ​ຂອງ​ຂ້າ​ພະ​ເຈົ້າ. ໃນ​ຄືນ​ວັນ​ອັງຄານ​ໜຶ່ງ, ຂ້າພະເຈົ້າ​ໄດ້​ສຳພາດ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່ ພາ​ບະ​ໂລ, ຈາກ​ເມືອງ​ແມັກ​ຊີ​ໂກ, ຜູ້​ທີ່​ຢາກ​ໄປ​ສອນ​ສາດ​ສະ​ໜາ. ຂ້າພະເຈົ້າ​ໄດ້​ຖາມ​ລາວ​ກ່ຽວ​ກັບ​ປະຈັກ​ພະຍານ​ຂອງ​ລາວ ແລະ ຄວາມ​ປາດຖະໜາ​ຂອງ​ລາວ​ທີ່​ຢາກ​ຮັບ​ໃຊ້. ຄຳ​ຕອບ​ຂອງ​ລາວ​ກໍ​ສົມບູນ​ແບບ. ແລ້ວ​ຂ້າພະເຈົ້າ​ໄດ້​ຖາມ​ກ່ຽວ​ກັບ​ຄວາມ​ມີຄ່າ​ຄວນ​ຂອງ​ລາວ. ຄຳ​ຕອບ​ຂອງ​ລາວ​ກໍ​ແນ່​ນອນ. ຕາມ​ຈິງ​ແລ້ວ, ມັນ​ດີ​ຫລາຍ, ຈົນ​ຂ້າພະເຈົ້າ​ໄດ້​ຄິດ​ວ່າ, “ບາງທີ​ລາວ​ບໍ່​ເຂົ້າໃຈ​ສິ່ງ​ທີ່ເຮົາ​ຖາມ​ລາວ​ເນາະ.” ສະນັ້ນ​ຂ້າພະເຈົ້າ​ຈຶ່ງ​ໄດ້​ຖາມ​​ອີກ ແລະ ໄດ້​ຮູ້​ວ່າ​ລາວ​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ຂ້າພະເຈົ້າ​ທັງ​ໝົດ ແລະ ລາວ​ກໍ​ສັດຊື່​ໃນ​ທຸກ​ເລື່ອງ.

ຂ້າພະເຈົ້າ​ປະທັບ​ໃຈ​ກັບ​ຊາຍ​ໜຸ່ມ​ຄົນ​ນີ້​ຫລາຍ ຂ້າພະເຈົ້າ​ຈຶ່ງ​ໄດ້​ຖາມ​ລາວ​ວ່າ, “ພາ​ບະ​ໂລ, ໃຜ​ເປັນ​ຜູ້​ທີ່​ໄດ້​ຊ່ອຍ​ເຈົ້າ​ໃຫ້​ມາ​ເຖິງ​ຂັ້ນ​ນີ້​ໃນ​ຊີວິດ​ຂອງ​ເຈົ້າ ທີ່​ຈະ​ຢືນ​ຢ່າງ​ພາກພູມ​​ໃຈຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ?”

ລາວ​ໄດ້​ບອກ​ວ່າ, “ພໍ່​ຂອງ​ຂ້ານ້ອຍ​.”

ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ພາ​ບະ​ໂລ, ເລົ່າ​ເລື່ອງ​ລາວ​ຂອງ​ເຈົ້າ​ໃຫ້​ຂ້ອຍ​ຟັງ​ແດ່.”

ພາ​ບະ​ໂລ ໄດ້​ກ່າວ​ຕໍ່​ໄປ​ວ່າ: “ຕອນ​ຂ້ານ້ອຍ​ອາຍຸ​ເກົ້າ​ປີ, ພໍ່​ຂອງ​ຂ້ານ້ອຍ​ໄດ້​ເວົ້າ​ກັບ​ຂ້ານ້ອຍ​ວ່າ, ‘ພາບະ​ໂລ ເອີຍ, ພໍ່​ກໍ​ເຄີຍ​ມີ​ອາຍຸ​ເກົ້າ​ປີ​ຄື​ກັນ. ນີ້​ຄື​ສິ່ງ​ທີ່​ລູກ​ອາດ​ຈະ​ໄດ້​ປະ​ເຊີນ​ໃນ​ຊີວິດ​ຂອງ​ລູກ. ລູກ​ຈະ​ເຫັນ​ຄົນ​ສໍ້​ໂກງ​ໃນ​ໂຮງ​ຮຽນ. ລູກ​ອາດ​ໄດ້​ຢູ່​ນຳ​ຄົນ​ທີ່​ໃຊ້​ຄຳ​ຫຍາບ​ຄາຍ. ລູກ​ອາດ​ຈະ​ມີ​ວັນ​ທີ່​ລູກ​ບໍ່​ຢາກ​ໄປ​ໂບດ. ບັດ​ນີ້, ເມື່ອ​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ​—ຫລື ສິ່ງ​ອື່ນ​ໃດ​ກໍ​ຕາມ​ທີ່​ລົບ​ກວນ​ລູກ​—​ພໍ່​ຢາກ​ໃຫ້​ລູກ​ມາ​ເວົ້າ​ລົມ​ນຳ​ພໍ່, ແລະ ພໍ່​ຈະ​ຊ່ອຍ​ລູກ​ໃຫ້​ຜ່ານ​ຜາ​ມັນ​ໄປ​ໄດ້. ແລະ ແລ້ວ​ພໍ່​ຈະ​ບອກ​ລູກ​ເຖິງ​ສິ່ງ​ທີ່​ຈະ​ມາ​ເຖິງ​ຕໍ່​ຈາກ​ນັ້ນ.’”

“ສະນັ້ນ, ພາ​ບະ​ໂລ, ເພິ່ນ​ໄດ້​ບອກ​ຫຍັງ​ເຈົ້າ​ ເມື່ອ​ເຈົ້າ​ມີ​ອາຍຸ 10 ປີ?”

“ແທ້ໆ​ແລ້ວ, ເພິ່ນ​ໄດ້​ເຕືອນ​ຂ້ານ້ອຍ​ກ່ຽວ​ກັບ​ຮູບ​ພາບ​ລາມົກ ແລະ ຄຳ​ຕະຫລົກ​ທີ່​ຫຍາບ​ຄາຍ.”

“ແລ້ວ ເມື່ອ​ເຈົ້າ​ມີ​ອາຍຸ 11 ປີ​ເດ?” ຂ້າພະເຈົ້າ​ໄດ້​ຖາມ.

“ເພິ່ນ​ໄດ້​ເຕືອນ​ຂ້ານ້ອຍ​ກ່ຽວ​ກັບ​ສິ່ງ​ທີ່​ສາມາດ​ເປັນ​ການ​ຕິດ​ແສດ ແລະ ເຕືອນ​ຂ້ານ້ອຍ​ກ່ຽວ​ກັບ​ການ​ນຳ​ໃຊ້​ອຳ​ເພິ​ໃຈ​ຂອງ​ຂ້າ​ນ້ອຍ.”

ນີ້​ຄື​ພໍ່​ຄົນ​ນັ້ນ, ປີ​ແລ້ວ​ປີ​ອີກ, “ເທື່​ອ​ລະ​ໂຕ; ເທື່ອ​ລະ​ແຖວ, ແລະ ເທື່ອ​ລະ​ບົດ,”10 ຜູ້​ທີ່​ໄດ້​ຊ່ອຍ​ລູກ​ຊາຍ​ຂອງ​ລາວ​ບໍ່​ພຽງ​ແຕ່​ໃຫ້​ໄດ້​ຍິນ​ເທົ່າ​ນັ້ນ ແຕ່ໃຫ້​ເຂົ້າ​ໃຈນຳ​ອີກ. ພໍ່​ຂອງທ້າວ​ພາ​ບະ​ໂລ​ໄດ້​ຮູ້​ວ່າ​ ເດັກນ້ອຍ​ຮຽນ​ຮູ້ເມື່ອ​ພວກ​ເຂົາ​ພ້ອມ​ທີ່​ຈະ​ຮຽນ​ຮູ້, ບໍ່​ແມ່ນ​ພຽງ​ແຕ່​ເມື່ອ​ເຮົາ​ພ້ອມ​ທີ່​ຈະ​ສອນ​ພວກ​ເຂົາ​ເທົ່າ​ນັ້ນ. ຂ້າພະເຈົ້າ​ພາກພູມ​ໃຈ​ໃນ​ຕົວ​ຂອງ​ທ້າວ​ພາ​ບະ​ໂລ ເມື່ອ​ລາວ​ໄດ້​ສົ່ງ​ໜັງສື​ສະໝັກ​ໄປ​ສອນ​ສາດສະໜາ​​ໃນ​ຄືນ​ນັ້ນ, ແຕ່​ຂ້າ​ພະ​ເຈົ້າແຮ່ງ​ພາກພູມ​ໃຈ​ໃນ​ຕົວ​ຂອງ​ພໍ່​ຂອງ​ທ້າວ​ພາ​ບະ​ໂລ ຫລາຍ​ກວ່າ.

ຕອນ​ຂ້າພະເຈົ້າ​ໄດ້​ຂັບ​ລົດ​ກັບ​ບ້ານ​ຄືນ​ນັ້ນ, ຂ້າພະເຈົ້າ​ໄດ້​ຖາມ​ຕົນ​ເອງ​ວ່າ, “ທ້າວ​ພາ​ບະ​ໂລ​ເອງ​ຈະ​ເປັນ​ພໍ່​ແບບ​ໃດ​ໃນ​ວັນ​ໜຶ່ງ?” ແລະ ຄຳ​ຕອບ​ນັ້ນ​ກໍ​ແຈ່ມ​ແຈ້ງ​ແທ້ໆ​ວ່າ: ລາວ​ຈະ​ເປັນ​ພໍ່​ເໝືອນ​ພໍ່​ຂອງ​ລາວ​ເອງ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ພຣະ​ບຸດ​ຈະ​ເຮັດ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໂດຍ​ຕົນ​ເອງ​ບໍ່​ໄດ້, ນອກຈາກ​ໄດ້​ເຫັນ​ພຣະ​ບິດາ​ເຈົ້າ​ເຮັດ.”11 ນີ້​ເປັນ​ແບບແຜນ​ທີ່​ພຣະ​ບິດາ​ເທິງ​ສະຫວັນ​ອວຍພອນ​ລູກໆ​ຂອງ​ພຣະ​ອົງ​ຈາກ​ຄົນ​ລຸ້ນ​ໜຶ່ງ​​ໄປ​ຫາ​ຄົນ​ອີກ​ລຸ້ນ​ໜຶ່ງ.

ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຄິດ​ຕໍ່​ໄປ​ກ່ຽວ​ກັບ​ປະສົບ​ການ​ຂອງ​ຂ້າພະເຈົ້າ​ກັບ​ທ້າວ​ພາ​ບະ​ໂລ, ຂ້າພະເຈົ້າ​ໄດ້​ຮູ້ສຶກ​ເສົ້າ​ໃຈ​ເພາະວ່າ​ລູກ​ສາວ​ທັງ​ສີ່​ຄົນ​ຂອງ​ຂ້າພະເຈົ້າ​ກໍ​ໃຫຍ່​ໝົດ​ແລ້ວ ແລະ ຫລານໆ​ທັງ​ເກົ້າ​ຄົນ​ທີ່​ຂ້າພະເຈົ້າ​ໄດ້​ມີ​ໃນ​ເວລາ​ນັ້ນ​ກໍ​ບໍ່​ໄດ້​ອາໄສ​ຢູ່​ໃກ້​ຂ້າພະເຈົ້າ​ເລີຍ. ແລ້ວ​ຂ້າພະເຈົ້າ​ໄດ້​ຄິດ​ວ່າ, “ຂ້າພະເຈົ້າ​ຈະ​ສາມາດ​ຊ່ອຍ​ເຂົາເຈົ້າ​ໄດ້​ແນວໃດ​ຢ່າງ​ທີ່​ພໍ່​ຂອງ​ທ້າວ​ພາ​ບະ​ໂລ​ໄດ້​ຊ່ອຍ​ລາວ? ເວລາ​ໄດ້​ຜ່ານ​ໄປ​ດົນ​ນານ​ເກີນ​ໄປ​ແລ້ວ​ບໍ?” ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ອະທິຖານ​ຢູ່​ໃນ​ໃຈ, ພຣະ​ວິນ​ຍານ​ໄດ້​ຊື່ມ​ສຽງ​ຄວາມ​ຈິງ​ອັນ​ເລິກ​ຊຶ້ງ​ນີ້​ວ່າ: “ມັນ​ຈະ​ບໍ່​ໄວ​ເກີນ​ໄປ ແລະ ມັນ​ຈະ​ບໍ່​ຊ້າ​ເກີນ​ໄປ​ ທີ່​ຈະ​ເລີ່ມ​ຕົ້ນ​ຂັ້ນ​ຕອນ​ທີ່​ສຳຄັນ​ນີ້.” ຂ້າພະເຈົ້າ​ໄດ້​ຮູ້​ທັນທີ​ວ່າ​ສິ່ງ​ນັ້ນ​ມີ​ຄວາມ​ໝາຍ​ແນວ​ໃດ. ຂ້າພະເຈົ້າ​ເກືອບ​ອົດ​ບໍ່​ໄຫວ​ກ່ອນ​ຈະ​ເຖິງ​ບ້ານ. ຂ້າພະເຈົ້າ​ໄດ້​ຂໍ​ໃຫ້ ແຊໂຣ, ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ, ໂທ​ຫາ​ລູກ​ສາວ​ທຸກ​ຄົນ ແລະ ບອກ​ເຂົາເຈົ້າ​ວ່າ​ ພວກ​ເຮົາ​ຕ້ອງການ​ຈະ​ເວົ້າ​ລົມ​ນຳ​ເຂົາເຈົ້າ; ວ່າ​ຂ້າພະເຈົ້າ​ມີ​ສິ່ງ​ສຳຄັນ​ຫລາຍ​ທີ່ຈະ​ບອກ​ເຂົາ​ເຈົ້າ. ຄວາມ​ຮີບ​ຮ້ອນ​ຂອງ​ຂ້າພະເຈົ້າ​ໄດ້​ເຮັດ​ໃຫ້​ເຂົາເຈົ້າ​ຕົກໃຈ​ນ້ອຍ​ໜຶ່ງ.

ພວກ​ເຮົາ​ໄດ້​ເລີ່ມ ​ຈາກ​ລູກ​ສາວ​ກົກ ແລະ ສາມີ​ຂອງ​ນາງ. ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ: “ແມ່​ຂອງ​ລູກ ແລະ ພໍ່​ເອງ​ຢາກ​ໃຫ້​ພວກ​ລູກ​ຮູ້​ວ່າ​ ພໍ່​ແມ່​ເຄີຍ​ມີ​ອາຍຸ​ສ່ຳ​ລູກ. ຕອນ​ນັ້ນ​ພວກ​ພໍ່​ແມ່​ກໍ​ອາຍຸ 31 ປີ ແລະ ມີ​ຄອບຄົວ​ທີ່​ມີ​ລູກ​ນ້ອຍ. ພໍ່​ແມ່​ຮູ້​ຢູ່​ວ່າ​ພວກ​ລູກ​ອາດປະ​ເຊີນ​ ກັບ​ສິ່ງ​ໃດ​. ມັນອາດ​ເປັນ​ຝ່າຍ​ການ​ເງິນ ຫລື ສຸຂະພາບ. ມັນ​ອາດ​ເປັນ​ເວລາ​ທີ່​ພວກ​ລູກ​ສົ​ງ​ໄສ​ຄວາມ​ເຊື່ອ​ຂອງ​ຕົນ. ພວກ​ລູກ​ອາດ​ໜັກ​ໃຈ​ນຳ​ຊີ​ວິດ. ເມື່ອ​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ, ພໍ່​ຢາກ​ໃຫ້​ພວກ​ລູກ​ມາ​ເວົ້າ​ລົມ​ນຳ​ພໍ່ແມ່​ເດີ, ແລະ ພໍ່​ແມ່​ຈະ​ຊ່ອຍ​ພວກ​ລູກ​ໃຫ້​ຜ່ານ​ຜ່າ​ມັນ​ໄປ. ບັດ​ນີ້, ພໍ່​ແມ່​ບໍ່​ຢາກ​ລົບ​ກວນ​ຊີວິດ​ຂອງ​ພວກ​ລູກ​ເລື້ອຍໆ, ແຕ່​ພໍ່​ແມ່​ຢາກ​ໃຫ້​ພວກ​ລູກ​ຮູ້​ວ່າ​ ພໍ່​ແມ່​ຈະຊ່ອຍ​ເຫລືອ​ພວກ​ລູກ​ຕະຫລອດ​ໄປ. ຂະນະ​ທີ່​ພວກ​ເຮົາ​ຢູ່​ຮ່ວມ​ກັນ, ພໍ່​ຢາກ​ເລົ່າ​ໃຫ້​ພວກ​ລູກ​ຟັງ​ກ່ຽວ​ກັບ​ການ​ສຳພາດ​ທີ່​ພໍ່​ຫາ​ກໍ​ໄດ້​ມີ​ກັບ​ຊາຍ​ໜຸ່ມ​ຊື່​ ພາ​ບະ​ໂລ.”

ຫລັງ​ຈາກ​ໄດ້​ເລົ່າ​ເລື່ອງ​ລາວ​ນັ້ນແລ້ວ, ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ພວກ​ພໍ່​ແມ່​ບໍ່​ຢາກ​ໃຫ້​ພວກ​ລູກ​ພາດ​ໂອກາດ​ທີ່​ຈະ​ຊ່ອຍ​ເຫລືອ​ລູກໆ​ຂອງ​ພວກ​ລູກ ​ແລະ ຫລານໆຂອງ​​ພໍ່​ແມ່​ ໃຫ້​ເຂົ້າໃຈ​ຄວາມ​ຈິງ​ທີ່​ສຳຄັນ​ເຫລົ່າ​ນີ້.”

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ບັດ​ນີ້​ຂ້າພະເຈົ້າ​ຮັບ​ຮູ້​ວິທີ​ທາງ​ ທີ່​ມີ​ຄວາມ​ໝາຍ​ຫລາຍ​ກວ່າ ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ຫວັງ​ຈາກ​ຂ້າພະເຈົ້າ ໃນ​ຖານະ​ພໍ່ ແລະ ພໍ່​ຕູ້​ໃນ​ການຈັດຕັ້ງ​ຂັ້ນ​ຕອນ ​ທີ່​ຈະ​ຊ່ອຍ​ເຫລືອ​ຄອບຄົວ​ຂອງ​ຂ້າພະເຈົ້າ​ ບໍ່​ພຽງ​ແຕ່​ໃຫ້​ໄດ້​ຍິນ​ເທົ່າ​ນັ້ນ ແຕ່​ໃຫ້​ເຂົ້າໃຈ​ນຳ​ອີກ.

ຂະນະ​ທີ່​ຂ້າພະເຈົ້າ​ມີ​ອາຍຸ​ສູງ​ຂຶ້ນ, ຂ້າພະເຈົ້າ​ພົບ​ເຫັນ​ຕົນ​ເອງ​ຄິດ​ໄຕ່ຕອງ​ຖ້ອຍ​ຄຳ​ເຫລົ່າ​ນີ້​ທີ່​ວ່າ:

ໂອ້​ເຈົ້າ​ເວລາ, ໂອ້​ເຈົ້າ​ເວລາ​ເອີຍ, ຂໍ​ໃຫ້​ຍ້ອນ​ກັບ​ຄືນ​ມາ,

ແລະ ປ່ອຍ​ໃຫ້​ພວກ​ເຂົາ​ເປັນ​ລູກນ້ອຍ​ຂອງ​ຂ້ອຍ​ອີກ​ຈັກ​ຄືນ​ໜຶ່ງ​ສາ!12

ຂ້າພະເຈົ້າ​ຮູ້​ວ່າ​ຂ້າພະເຈົ້າ​ຍ້ອນ​ເວລາ​ກັບ​ໄປ​ບໍ່​ໄດ້, ແຕ່​ຂ້າພະເຈົ້າ​ຮູ້​ສິ່ງ​ນີ້​ວ່າ​—​ມັນ​ບໍ່​ໄວ​ເກີນ​ໄປ ແລະ ມັນ​ບໍ່​ຊ້າ​ເກີນ​ໄປ​ຈັກ​ເທື່ອ—ທີ່​ຈະ​ນຳພາ, ຊີ້​ນຳ, ແລະ ຍ່າງ​ຄຽງ​ຂ້າງ​ລູກໆ​ຂອງ​ເຮົາ ເພາະວ່າ​ຄອບຄົວ​ດຳລົງ​ຢູ່​ຕະຫລອດ​ໄປ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ຮັກ​ເຮົາ​ຫລາຍ ເພາະສະນັ້ນ​ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ອົງ​ ໃຫ້​ມາ​ສູ່​ໂລກ​ມະຕະ ເພື່ອ​ວ່າ​ພຣະ​ເຢ​ຊູ​ຈະ​ສາມາດ​ກ່າວ​ໄດ້​ວ່າ, “ເຮົາ​ໄດ້​ຢູ່​ບ່ອນ​ທີ່​ເຈົ້າ​ຢູ່, ເຮົາ​ຮູ້​ສິ່ງ​ຈະ​ເກີດ​ຂຶ້ນ​ຕໍ່​ຈາກ​ນີ້​ໄປ, ແລະ ເຮົາ​ຈະ​ຊ່ອຍ​ເຫລືອ​ເຈົ້າ​ຜ່ານ​ຜ່າ​ມັນ​ໄປ.” ຂ້າພະເຈົ້າ​ຮູ້​ວ່າ​ພຣະ​ອົງ​ຈະ​ເຮັດ​ດັ່ງ​ນັ້ນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.