​2010–2019
ຈົ່ງຮັກສາ​ພຣະບັນຍັດ
ຕຸລາ 2015


ຈົ່ງຮັກສາ​ພຣະບັນຍັດ

ພຣະອົງ​ຜູ້​ໄດ້​ສ້າງ​ເຮົາ ​ແລະ ຮັກ​ເຮົາ ຮູ້​ຢ່າງ​ແນ່ນອນ​​ວ່າ ​ເຮົາ​ຕ້ອງ​ມີ​ຊີວິດ​ແນວ​ໃດ ກ່ອນ​ຈະມີ​ຄວາມສຸກ​ທີ່​ສຸດ ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ​ອີກ​ເທື່ອ​ໜຶ່ງ. ​ເຮົາ​ໄດ້​ຮັບ​ການ​ດົນ​ໃຈ​ໃນ​ຄ່ຳ​ຄືນ​ນີ້ ດ້ວຍ​ຖ້ອຍ​ຄຳ​ທີ່​​ເຮົາ​ໄດ້​ຍິນ. ຂ້າພະ​ເຈົ້າຫວັງ​ວ່າ ຂ້າພະ​ເຈົ້າຈະ​ໄດ້​ຮັບ​ການ​ນຳພາ ​ໃນ​ສິ່ງ​ທີ່​ຂ້າພະ​ເຈົ້າກ່າວ.

ຂ່າວສານ​ຂອງ​ຂ້າພະ​ເຈົ້າຕໍ່​ທ່ານ​ໃນ​ຄ່ຳ​ຄືນ​ນີ້ ​ແມ່ນ​ກົງ​ໄປ​ກົງ​ມາ. ນັ້ນຄື: ຈົ່ງ​ຮັກສາ​ພຣະບັນຍັດ.

ພຣະບັນຍັດ​ຂອງ​ພຣະ​ເຈົ້າ ບໍ່​ໄດ້​ຖືກ​ມອບ​ໃຫ້​ ​ເພື່ອ​ເຮັດ​ໃຫ້​ເຮົາຫ​ງຸດງິດ​ໃຈ ຫລື ​ເປັນ​ສິ່ງ​ກີດ​ກັນ​ຄວາມສຸກ​ຂອງ​ເຮົາ. ຄວາມ​ຈິງ​ແລ້ວ ​ແມ່ນ​ກົງກັນຂ້າມ. ພຣະອົງ​ຜູ້​ໄດ້​ສ້າງ​ເຮົາ ​ແລະ ຮັກ​ເຮົາ ຮູ້​ຢ່າງ​ແນ່ນອນ​​ວ່າ ​ເຮົາ​ຕ້ອງ​ມີ​ຊີວິດ​ແນວ​ໃດ ກ່ອນ​ຈະມີ​ຄວາມສຸກ​ທີ່​ສຸດ ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ພຣະອົງ​ໄດ້​ຈັດ​ສິ່ງ​ນຳພາ​ໄວ້​ໃຫ້​ເຮົາ ຊຶ່ງ​ຖ້າ​ຫາກ​ເຮົາ​​ເຮັດ​ຕາມ, ​ເຮົາ​ຈະ​ເຫັນ​ຄວາມ​ປອດ​ໄພ ຜ່ານ​ການ​ເດີນທາງ​​​ແຫ່ງ​ຊີວິດ​ທີ່​ອັນຕະລາຍ​ນີ້. ​ເຮົາ​ຈື່​ຈຳ​ຖ້ອຍ​ຄຳ​ຂອງ​ເພງ​ສວດ​ທີ່​ຄຸ້ນ​ເຄີຍ​ວ່າ: “ຮັກສາ​ພຣະບັນຍັດ! ​ໃນ​ນີ້​ມີ​ຄວາມ​ປອດ​ໄພ; ​ໃນ​ນີ້​ມີ​ຄວາມ​ສະຫງົບ.”1

ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຮັກ​ເຮົາ​ພຽງພໍ​ທີ່​ຈະ​ກ່າວ​ວ່າ: ຢ່າ​ຕົວະ; ຢ່າ​ລັກ; ຢ່າ​ຫລິ້ນ​ຊູ້; ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ; ​ແລະ ອື່ນໆ.2 ​ເຮົາ​ຮູ້​ຈັກ​ພຣະບັນຍັດ. ​ພຣະອົງ​ເຂົ້າ​ໃຈ​ວ່າ ​ເມື່ອ​ເຮົາ​ຮັກສາ​ພຣະບັນຍັດ, ຊີວິດ​ຂອງ​ເຮົາ​ຈະ​ມີ​ຄວາມສຸກ​ກວ່າ, ​ສົມບູນ​ກວ່າ, ​ແລະ ບໍ່​ຫຍຸ້ງຍາກ. ການ​ທ້າ​ທາຍ ​ແລະ ບັນຫາ​ຂອງ​ເຮົາ ຈະ​ງ່າຍ​ຂຶ້ນທີ່​ຈະ​​ທົນ​ຕໍ່, ​ແລະ ​ເຮົາ​ຈະ​ໄດ້​ຮັບ​ພອນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ​​ເຖິງ​ແມ່ນ​ພຣະອົງ​ໄດ້​ປະທານ​ກົດ ​ແລະ ພຣະບັນຍັດ​ໃຫ້​ແກ່​ເຮົາ, ​ແຕ່​ພຣະອົງ​ໄດ້​ອະນຸຍາດ​​ໃຫ້​ເຮົາ​ເລືອກ​ ທີ່​ຈະ​ຮັບ​ເອົາ ຫລື ປະຕິ​ເສດ. ການ​ເລືອກ​ຂອງ​ເຮົາ​​ໃນ​ເລື່ອງ​ນີ້ ຈະກຳນົດ​ຈຸດໝາຍ​ປາຍທາງ​ຂອງ​ເຮົາ.

ຂ້າພະ​ເຈົ້າໝັ້ນ​ໃຈ​ວ່າ ​ເຮົາ​ແຕ່ລະຄົນ​ມີ​ເປົ້າໝາຍ​ທີ່​ຈະ​ມີ​ຊີວິດ​ອັນ​ເປັນນິດ​ ​ໃນ​ທີ່​ປະ​ທັບ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ. ສະນັ້ນ ມັນ​ຈຶ່ງຈຳ​ເປັນ​ຫລາຍ​ສຳລັບ​ເຮົາ ທີ່​ຈະ​ເລືອກ​ຕະຫລອດ​ຊີວິດ​ຂອງ​ເຮົາ ​​ໃນ​ສິ່ງ​ທີ່​ຈະ​ພາ​ເຮົາ​​ໄປ​ສູ່​ຈຸດ​ເປົ້າໝາຍ​ດັ່ງກ່າວ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຮົາ​ຮູ້​ວ່າ ຜູ້​ປໍ​ລະ​ປັກ​​ໄດ້​ພະຍາຍາມ​ເຮັດ​ໃຫ້​ເຮົາ​ລົ້ມ​ເຫ​ລວ. ມັນ ​ແລະ ບໍລິວານ​ຂອງ​ມັນ ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ທີ່​ຈະ​ຂັດຂວາງ​ຄວາມ​ປາດ​ຖະໜາ​ທີ່​ຊອບ​ທຳ​ຂອງ​ເຮົາ. ພວກມັນ​​ໄດ້​ປອງ​ຮ້າຍ​ຄວາມ​ລອດ​ນິລັນດອນ​ຢ່າງ​ໜັກ ​ແລະ ຕະຫລອດ​ເວລາ ຍົກ​ເວັ້ນ​ແຕ່​ເຮົາ​ຈະ​ພະຍາຍາມ​​ມຸ້ງ​ໄປ​ຫາ​ຈຸດ​ເປົ້າໝາຍ​ຂອງ​ເຮົາ ດ້ວຍ​ຄວາມ​ຕັ້ງ​ໃຈ ​ແລະ ບໍ່​ລົດ​ລະ. ອັກຄະ​ສາວົກ​ເປ​ໂຕ​​ເຕືອນ​ວ່າ, “ຈົ່ງ​ຄອຍ​ລະວັງ; ດ້ວຍ​ວ່າ​ສັດຕູ​ຂອງ​ພວກ​​ເຈົ້າຄື​ມານ ທຽວ​ວົນວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່ມັນ​ຈະ​ກັດ​ກິນ​ໄດ້.”3

​ເຖິງ​ແມ່ນ​ວ່າ ບໍ່​ມີ​ເວລາ​​ໃດໃນ​ຊີວິດ​ຂອງ​ເຮົາ ທີ່​ເຮົາ​ຖືກ​ຍົກ​ເວັ້ນຈາກ​ການ​ລໍ້​ລວງ, ​ແຕ່​ພວກ​ເຈົ້າຊາຍ​ໜຸ່ມ ກຳລັງ​ຢູ່​ໃນ​ໄວ​ທີ່​ສາມາດ​ຖືກ​ທຳລາຍ​ໄດ້​ງ່າຍ. ​ໄລຍະ​ທີ່​ເປັນ​​ໄວ​ລຸ້ນ ມັກ​ເປັນ​ເວລາ​ທີ່​ບໍ່ໝັ້ນ​ໃຈ​ກັບ​ຕົນ​ເອງ, ມີ​ຄວາມ​ຮູ້ສຶກ​ວ່າ ຕົນ​ເອງ​ບໍ່​ເກັ່ງ​ພໍ, ຊອກ​ຫາ​ໝູ່​ເ​ພື່ອນທີ່​ຫລິ້ນ​ນຳ​ໄດ້, ​ແລະ ພະຍາຍາມ​ປັບ​ຕົວ​ເຂົ້າກັບ​ພວກ​ເຂົາ. ພວກ​ເຈົ້າອາດ​ຖືກ​ລໍ້​ລວງ​ໃຫ້​ຫລຸດ​ມາດຕະຖານ​ຂອງ​ພວກ​ເຈົ້າລົງ ​ແລະ ​ເຮັດ​ຕາມ​ຄົນ​ສ່ວນ​ຫລາຍ ​ເພື່ອ​ຈະ​ຖືກ​ຮັບ​ເຂົ້າກຸ່ມ ​ແລະ ຖືກ​ນັບຖື​ເປັນ​ໝູ່​ເພື່ອນ​ຂອງ​ພວກ​ເຂົາ. ຈົ່ງ​ເຂັ້ມ​ແຂງ, ​ແລະ ລະວັງ​ຕົວ​ໃຫ້​ດີ ກັບ ອັນ​ໃດ​ກໍ​ຕາມ ທີ່​ຈະ​ກີດກັນ​ພວກ​ເຈົ້າຈາກ​ພອນ​ແຫ່ງ​ນິລັນດອນ. ການ​ເລືອກ​ທີ່​ພວກ​ເຈົ້າ​ເຮັດ​ໃນ​ເວລາ​ນີ້ ມີ​ຄວາມ​ສຳຄັນ​ຕະຫລອດ​ການ.

​ເຮົາ​ອ່ານ​ໃນ 1 ໂກ​ຣິນ​ໂທ: ວ່າ: “​ໃນ​ໂລກ​ນີ້ມີ … ຫລາຍ​ພາສາ​ຕ່າງ​ກັນ.”4 ​ເຮົາ​ຖືກ​ອ້ອມ​ຮອບ​ດ້ວຍ​ພາສາ​ທີ່​ຊວນ​ໃຈ, ພາສາ​ທີ່ຫລອກ​ລວງ, ພາສາ​ທີ່​ດູ​ຖູກ, ພາສາ​ທີ່ຊັບຊ້ອນ, ​ແລະ ພາສາ​ທີ່​ສັບສົນ. ​ຂ້າພະ​ເຈົ້າຂໍ​​ເວົ້າຕື່ມ​ວ່າ ພາສາ​ເຫລົ່າ​ນີ້​ ດັງ​ກ້ອງ. ຂ້າພະ​ເຈົ້າຂໍ​ແນະນຳທ່ານ ​ໃຫ້​ຜ່ອນ​ສຽງ​ມັນ​ລົງ ​ແລະ ​ໃຫ້​ສຽງ​ແຜ່​ວ​ເບົາ​ມີ​ອິດ​ທິພົນ​ກວ່າ ຊຶ່ງ​ຈະ​ນຳພາ​ທ່ານ​ໄປ​ສູ່​ຄວາມ​ປອດ​ໄພ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ຊາຍ​ທີ່​ມີສິດ​ອຳນາດ​​ໄດ້​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ທ່ານ ຫລັງ​ຈາກ​ທ່ານ​ໄດ້​ຮັບ​ບັບຕິ​ສະມາ, ​ໃນ​ການ​ຢືນຢັນ​ທ່ານ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ ​ແລະ ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ.”5 ຈົ່ງ​ເປີດ​​ໃຈ, ​ແມ່ນ​ແຕ່​ຈິດ​ວິນ​ຍານ​ຂອງ​ທ່ານ, ຮັບ​ເອົາ​ສຽງ​ພິ​ເສດ​ນັ້ນ ຊຶ່ງ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ. ສາດສະດາ​ເອຊາ​ຢາ ​ໄດ້​ສັນຍາ​ວ່າ, “ພວກ​ເຈົ້າຈະ​ໄດ້​ຍິນ​ສຽງ​ເວົ້າ … , ວ່າ, ຫົນທາງ​ຢູ່​ພີ້, ຈົ່ງ​ເດີນ​ໄປ​ແມ.”6 ຂໍ​ໃຫ້​ເຮົາ​ຈົ່ງ​ຕັ້ງ​ໃຈ​ຟັງ, ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຍິນ​ສຽງ​ທີ່​ປອບ​ໂຍນ ​ແລະ ນຳພາ​ນີ້ ຊຶ່ງ​ຈະ​ຮັກສາ​ເຮົາ​ໃຫ້​ປອດ​ໄພ.

ການ​ບໍ່​ເອົາ​ໃຈ​ໃສ່​ຕໍ່​ພຣະບັນຍັດ ຈະ​ເປີດ​ທາງ​ໃຫ້​ສິ່ງ​ທີ່​ຂ້າພະ​ເຈົ້າ​ເອີ້ນ​ວ່າ ​ໂຣກລະບາດ​ຂອງ​ວັນ​ເວລາ​ຂອງ​ເຮົາ. ມັນ​ຮ່ວມ​ທັງ​ໂຣກ​ເຮັດ​ຕາມ​ອຳ​ເພີ​ໃຈ, ​ໂຣກຮູບ​ພາບ​ລາມົກ, ​ໂຣກຢາ​ເສບ​ຕິດ, ​ໂຣກຜິດ​ສິນ​ທຳ, ​ແລະ ​ໂຣກ​ແທ້ງ​ລູກ, ພຽງ​ແຕ່​ກ່າວ​ເຖິງ​ສ່ວນ​ໜ້ອຍ​ໜຶ່ງ​ເທົ່າ​ນັ້ນ. ພຣະຄຳ​ພີ​ບອກ​ເຮົາ​ວ່າ ຜູ້​ປໍ​ລະ​ປັກ​ເປັນ “ຮາກ​ຖານຂອງ​ສິ່ງ​ທັງ​ໝົດ.”7 ​ເຮົາ​ຮູ້​ວ່າ ມັນ​ເປັນບິດາ​ຂອງ​ຄວາມ​ຕົວະ​ທັງ​ປວງ, ​ທີ່​ຈະ​ຫລອກ​ລວງ ​ແລະ ​ເຮັດ​ໃຫ້​ມະນຸດ​ຕາບອດ.8

ຂ້າພະ​ເຈົ້າຂໍ​ອ້ອນວອນ​ທ່ານ ​ໃຫ້​ຫລີກ​ເວັ້ນຈາກ​ສິ່ງ​ໃດ​ກໍ​ຕາມ​ທີ່​ຈະ​ກີ​ດກັນ​ທ່ານ​ຈາກ​ຄວາມສຸກ​ຂອງ​ທ່ານ​ ຢູ່​ໃນ​ໂລກ​ມະຕະ​ນີ້ ​ແລະ ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ. ດ້ວຍ​ການ​ຫລອກ​ລວງ ​ແລະ ຕົວະ​ຍົວະ​ຂອງ​ມັນ, ຜູ້​ປໍ​ລະ​ປັກ​ຈະ​ພາ​ທ່ານ​ລົງຄ້ອຍ​ທີ່​ປຽກ​ມື່ນ ​ໄປ​ສູ່​ຄວາມ​ພິນາດ​ຂອງ​ທ່ານ ຖ້າຫາກ​ທ່ານ​ປ່ອຍ​​ໃຫ້ມັນ​​ເຮັດ​ແນວ​ນັ້ນ. ທ່ານ​​ໄດ້​​ໄຫລລົງ​ຄ້ອຍທີ່​ປຽກ​ມື່ນນັ້ນ​ແລ້ວ ​ເມື່ອ​ທ່ານ​ຮູ້​ສຶກວ່າ ທ່ານ​ບໍ່​ສາມາດ​ຢຸດ​ຢັ້ງຕົນ​ເອງ​ໄວ້​ໄດ້. ທ່ານ​ເຄີຍ​ໄດ້​ຍິນ​ຂ່າວສານ​ຂອງ​ຜູ້​ປໍ​ລະ​ປັກ. ມັນ​ຈະ​​ເອີ້ນ​ດ້ວຍ​ເລ່ຫລ່ຽມ​ວ່າ: ພຽງ​ເທື່ອ​ດຽວ​ ບໍ່​ເປັນ​ຫຍັງ​ດອກ; ທຸກ​ຄົນ​ກໍ​ເຮັດ; ຢ່າ​ເປັນ​ຄົນ​ລ້າ​ສະ​ໄໝ; ​ເວລາ​ໄດ້​ປ່ຽນ​ໄປ​ແລ້ວ; ມັນ​ບໍ່​ທຳຮ້າຍ​ຜູ້​ໃດ; ຊີວິດ​ເຈົ້າ​ເປັນ​ຂອງ​ເຈົ້າ​ເອງ. ຜູ້​ປໍ​ລະ​ປັກ​ຮູ້​ຈັກ​ເຮົາ, ​ແລະ ມັນ​ຮູ້ຈັກ​ວ່າ ການ​ລໍ້​ລວງ​ອັນ​ໃດ ທີ່​ຊັກ​ຊວນ​ໃຈ​ເຮົາ​ໄດ້​ຫລາຍ​ທີ່​ສຸດ. ມັນ​ເປັນ​ສິ່ງ​ຈຳ​ເປັນທີ່​ເຮົາ​ຕ້ອງລະມັດລະວັງ ​ເພື່ອ​ຈະ​ຫລີກ​ເວັ້ນຈາກ​ການຍອມ​ຕົວ​ຕໍ່​ຄວາມ​ຕົວະ​ຍົວະ ​ແລະ ການ​ລໍ້ລວງ.

ມັນ​ຮຽກຮ້ອງ​ຄວາມ​ກ້າຫານ ​​ໃນ​ຂະນະ​ທີ່​ເຮົາ​ຊື່ສັດ ​ແລະ ຈິ​ງ​ໃຈ ​ໃນ​ທ່າມກາງ​ຄວາມ​ກົດ​ດັນ ​ແລະ ອິດ​ທິພົນ​ທີ່​ມີ​ເລ່ຫລ່ຽມ ຊຶ່ງ​ນັບ​ມື້​ນັບ​ມີ​ຫລາຍ​ຂຶ້ນ ຢູ່​ອ້ອມ​ຮອບ​ຕົວ​ເຮົາ ​ຊຶ່ງ​ບິດ​ເບືອ​ນຄວາມ​ຈິງ, ທຳລາຍ​ຄວາມ​ດີ ​ແລະ ຄວາມສຸພາບ, ​ແລະ ພະຍາຍາມ​ເອົາ​ທິດ​ສະ​ດີ​ຂອງ​ມະນຸດ​ມາ​ທົດ​ແທນ. ຖ້າ​ຫາກ​ພຣະບັນຍັດ​ໄດ້​ຖືກ​ຂຽນ​ຂຶ້ນ​ໂດຍ​ມະນຸດ, ​ແລ້ວ​ການ​ປ່ຽນ​​ແປງມັນ​ໂດຍ​ຄວາມ​ໂນ້ມອ່ຽງ ຫລື ​ໂດຍ​ກົດໝາຍ ຫລື ​ໂດຍ​ວິທີ​ອື່ນ​ໆ ຈະ​ເປັນ​ສິດທິ​ພິ​ເສດ​ຂອງຜູ້​ຄົນ​ທີ່​ຈະ​ເຮັດ. ​​ແຕ່​ພຣະບັນ​ຍັດ​ໄດ້​ມາ​ຈາກ​ພຣະ​ເຈົ້າ. ​ເມື່ອ​ເຮົາ​​ເຮັດ​ຕາມອຳ​ເພີ​ໃຈ​ຂອງ​ເຮົາ, ​​ເຮົາ​ຈະ​ບໍ່​ເອົາ​ໃຈ​ໃສ່​ກັບ​ພຣະ​ບັນຍັດ. ​​ແຕ່​ເຮົາ​ບໍ່​ສາມາດ​ ປ່ຽນ​ແປງ ມັນ, ​​ເທົ່າ​ກັບ​ເຮົາ​ບໍ່​ສາມາດ​ປ່ຽນ​​ແ​ປງຜົນ​ສະທ້ອນ​ຂອງ​ມັນ ຊຶ່ງ​ມາ​ຈາກ​ການ​ບໍ່​ເຊື່ອ​ຟັງ ​ແລະ ການລະ​ເມີດ​ຕໍ່​ມັນ.

​ໃຫ້​ເຮົາ​ຮູ້​ໄວ້​ວ່າ ຄວາມສຸກ​ອັນ​ຍິ່ງ​ໃຫຍ່​ຂອງ​ເຮົາ​ໃນ​ຊີວິດ​ນີ້ ຈະ​ມີ​ມາເມື່ອ​ເຮົາ​ເຮັດ​ຕາມ​ພຣະ​ບັນຍັດ​ ​ແລະ ​ເຊື່ອ​ຟັງ​ກົດ​ຂອງ​ພຣະອົງ! ຂ້າພະ​ເຈົ້າຮັກ​ຖ້ອຍ​ຄຳ​​ໃນ​ ເອຊາ​ຢາ ບົດ​ທີ 32 ຂໍ້​ທີ 17 ທີ່​ວ່າ: “ຄວາມ​ສະຫງົບ​ສຸກ ​ແລະ ຄວາມ​ປອດ​ໄພ​ຈະ​ມີ​ຕະຫລອດ​ໄປ ​ເພາະ​ທຸກ​ຄົນ​ຈະ​ເຮັດ​ໃນ​ສິ່ງ​ທີ່​​ຖືກຕ້ອງ​.” ຄວາມ​ສະຫງົບ​ສຸກ​ນັ້ນ, ຄວາມ​ປອດ​ໄພ​ນັ້ນ ຈະ​ມີ​ມາ​ພຽງ​ແຕ່​​ເພາະ​ຄົນ​ຊອບ​ທຳ​ເທົ່າ​ນັ້ນ.

​ເຮົາ​ບໍ່​ຄວນ​ປ່ອຍ​ຕົວ​ໃຫ້​ເສຍ​ເວລາ​ແມ່ນ​ແຕ່​ໜ້ອຍ​ໜຶ່ງ​ກັບ​ການ​ກະທຳ​ທີ່​​ເປັນ​ບາບ. ​ເຮົາ​ບໍ່​ຄວນ​ປ່ອຍ​ຕົວ​ເອງ​ໃຫ້​ເຊື່ອ​ວ່າ ​ເຮົາ​ສາມາດ​ເຮັດ “ຈັກ​ໜ້ອຍ​ໜຶ່ງ” ​ໃນ​ການ​ບໍ່​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າ, ​ເພາະ​ບາບ​ສາມາດ​ຍຶດ​ເຮົາ​ໄວ້ ດ້ວຍ​ມື​ເຫລັກ ຊຶ່ງ​ຈະ​ເປັນ​ສິ່ງ​ເຈັບ​ປວດ​ຫລາຍ​ກ່ອນ​ຈະ​ຫລຸດ​ອອກ​ມາ​ໄດ້. ການ​ຕິດ​ແສດ​ຢາ​ເສບຕິດ, ຕິດ​​ເຫລົ້າ, ຕິດ​ຮູບ​ພາບລາມົກ, ​ແລະ ການຂາດ​ສິນ​ທຳ ​ເປັນ​ເລື່ອງຈິງ ​ແລະ ຍາກ​ທີ່​ສຸດ​ທີ່​ຈະ​ສາມາດ​ຫລຸດ​ພົ້ນອອກ​ຈາກ​ມັນ​ໄດ້ ຖ້າ​ປາດ​ສະ​ຈາກ​ການ​ດີ້ນ​ລົນ​ຢ່າງ​ໜັກ ​ແລະ ຄວາມ​ຊ່ອຍ​ເຫລືອ​ຢ່າງ​ຫລວງຫລາຍ.

ຖ້າ​ຫາກ​ຄົນ​ໃດ​ໃນ​ພວກ​ທ່ານ​ມີ​ບັນຫາ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້, ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ມີ​ທາງ​ໜີ​ອອກ​ມາ​ໄດ້. ຂັ້ນຕອນ​ນັ້ນ​ເອີ້ນ​ວ່າ ການ​ກັບ​ໃຈ. ​ເຖິງ​ແມ່ນ​ມັນ​ຈະ​ເປັນ​ສິ່ງ​ຍາກ, ​ແຕ່​ຄວາມ​ລອດ​ນິລັນດອນ​ຂອງ​ທ່ານ ຂຶ້ນຢູ່ກັບ​ການ​ກັບ​ໃຈ​ນີ້. ມີ​ສິ່ງ​ໃດ​ແດ່​ທີ່​ທ່ານ​ເຮັດ​ໄດ້ ທີ່​ດີ​ໄປ​ກວ່າ​ນີ້? ຂ້າພະ​ເຈົ້າອ້ອນວອນ​ທ່ານ ​ໃຫ້​ພິຈາລະນາ​ໃນ​ເວລາ​ນີ້ ທີ່​ຈະ​ໃຊ້​ຂັ້ນຕອນ​ອັນ​ຈຳ​ເປັນ ​ເພື່ອ​ຈະ​ໄດ້​ກັບ​ໃຈ​ຢ່າງ​ສົມບູນ. ​ເມື່ອ​ທ່ານ​ເຮັດ​ໄວ​ຂຶ້ນ​ເທົ່າ​ໃດ, ທ່ານ​ກໍ​ຈະ​ຮູ້ສຶກ​ເຖິງ​ຄວາມ​ສະຫງົບງຽບ ​ແລະ ຄຳ​ສັນຍາ​ທີ່​ເອຊາ​ຢາ​ໄດ້​ກ່າວ​ເຖິງ​ໄວ​ຂຶ້ນ​ເທົ່າ​ນັ້ນ.

​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຍິນ​ປະຈັກ​ພະຍານ​ຂອງ​ຜູ້ຍິງ​ຄົນ​ໜຶ່ງ ຜູ້​ທີ່​ພ້ອມ​ດ້ວຍ​ສາມີ​ຂອງ​ນາງ ​ໄດ້​ພາກັນ​ໜີ​ໄປ​ຈາກ​ເສັ້ນທາງ​ແຫ່ງ​ຄວາມ​ປອດ​ໄພ, ​ໄດ້​ລະ​ເມີດ​​ພຣະບັນຍັດ, ​ແລະ ​ໃນ​ຂັ້ນຕອນ​ດັ່ງກ່າວ ​​ເຂົາ​ເຈົ້າ​​ເກືອບທຳລາຍ​ຄອບຄົວ​ຂອງ​ເຂົາ​ເຈົ້າ. ​ເມື່ອ​ຕ່າງ​ຝ່າຍ​ຕ່າງ​ຮູ້​ຕົວ​ວ່າ ຜ່ານ​ການ​ຕິດ​ແສດ ​ແລະ ​ເຫັນ​ເຖິງ​ຊີວິດ​ທີ່​ບໍ່​ມີ​ຄວາມ​ສຸກ, ພ້ອມ​ທັງ​ເຮັດ​ໃຫ້​ຄົນ​ທີ່​ເຂົາ​ເຈົ້າຮັກ​ໄດ້​ຮັບ​ຄວາມ​ເຈັບ​ປວດ, ​ເຂົາ​ເຈົ້າຈຶ່ງ​ເລີ່ມ​ຕົ້ນ​ປ່ຽນ​ແປງ​ຊີວິດ. ຂັ້ນຕອນ​ຂອງ​ການ​ກັບ​ໃຈ​​ເບິ່ງ​ຄື​ວ່າ​ຊ້າ​ທີ່​ສຸດ, ບາງ​ເທື່ອ​ເຈັບ​ປວດ, ​ແຕ່​ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ຜູ້ນຳ​ຖານະ​ປະ​ໂລຫິດ, ພ້ອມ​ດ້ວຍ​ຄອບຄົວ ​ແລະ ໝູ່​ເພື່ອນ​ທີ່​ຈົງ​ຮັກ​ພັກດີ, ​ເຂົາ​ເຈົ້າຈຶ່ງ​ໄດ້​ຫວນ​ກັບ​ຄືນ​ມາ.

ຂ້າພະ​ເຈົ້າຂໍ​ແບ່ງປັນ​ກັບ​ທ່ານ ພາກສ່ວນ​ໜຶ່ງ​ຂອງ​ປະຈັກ​ພະຍານ​ຂອງ​ເອື້ອຍ​ນ້ອງ​ຄົນ​ນີ້ ​ເຖິງ​ອຳນາດ​ແຫ່ງ​ການ​ປິ່ນປົວ​ຂອງ​ການ​ກັບ​ໃຈ. ນາງ​ເວົ້າວ່າ: “ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຄົນ​ໜຶ່ງ​ຜູ້​ໄດ້​ຫລົງ​ທາງ ​ແລະ ​ເຮັດ​ບາບ, ບັດ​ນີ້ ກາຍ​ເປັນ​ຄົນ​ທີ່​ມີ​ຄວາມສຸກຫລາຍ? ມັນ​ເປັນ​ໄປ​ໄດ້​ແນວ​ໃດ? ຄຳ​ຕອບ … ​ແມ່ນ​ເປັນ​ເພາະ​ພຣະກິດ​ຕິ​ຄຸນ​ທີ່​ສົມບູນ​ແບບ, ​ເປັນ​ເພາະພຣະບຸດ​ທີ່​ດີ​ພ້ອມ​ທຸກ​ຢ່າງ ​ແລະ ​ເປັນ​ເພາະ​ການ​ເສຍ​ສະລະ​ຂອງ​ພຣະອົງ ສຳລັບ​ຂ້ານ້ອຍ. ... ​ບ່ອນ​ໃດ​ມີ​ຄວາມ​ມືດ​ມົວ, ​ບ່ອນ​ນັ້ນຈະ​ມີ​ຄວາມ​ສະຫວ່າງ. ບ່ອນ​ໃດ​ມີ​ຄວາມ​ໝົດ​ຫວັງ ​ແລະ ​ເຈັບ​ປວດ ... ບ່ອນ​ນັ້ນຈະ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ ​ແລະ ຄວາມ​ຫວັງ. ​ເຮົາ​ໄດ້​ຮັບ​ພອນ​ອັນ​ເປັນນິດ ​ໂດຍ​ການ​ປ່ຽນ​ແປງ ຊຶ່ງ​ມາ​ເຖິງ​ໄດ້​ພຽງ​ແຕ່​ຜ່ານ​ການ​ກັບ​ໃຈ ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້ ດ້ວຍ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ​ເທົ່າ​ນັ້ນ.”

ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ສິ້ນ​ພຣະຊົນ ​ເພື່ອ​​ວ່າທ່ານ ​ແລະ ຂ້າພະ​ເຈົ້າຈະ​ໄດ້​ຮັບ​ພອນ​ດັ່ງກ່າວ​ນັ້ນ. ​ເຖິງ​ແມ່ນ​ວ່າ ຕາມ​ຄວາມ​ຈິງ​ແລ້ວ ​ເສັ້ນທາງ​ແມ່ນ​ຫຍຸ້ງຍາກ, ​ແຕ່​ຄຳ​ສັນຍາ​ແມ່ນ​​ແນ່ນອນ. ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່​ຄົນ​ທີ່​ກັບ​ໃຈ​ວ່າ:

“ເຖິງ​ແມ່ນ​ວ່າ​ບາບ​ຂອງ​ພວກ​ເຈົ້ານັ້ນ​ເປັນ​ສີ​ແດງ​ເຂັ້ມ ​ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ຫິມະ.”9

“ແລະ ​ເຮົາ​ຈະ​ບໍ່​ຈົດ​ຈຳ​ [ມັນ] ອີກ​ຕໍ່​ໄປ.”10

ຕະຫລອດ​ຊີວິດ​ຂອງ​ເຮົາ ​ເຮົາ​ຈະ​ຕ້ອງ​ຮັກສາ​ປະຈັກ​ພະຍານ​ຂອງ​ເຮົາ​ໃຫ້​ເຂັ້ມ​ແຂງ ​ໂດຍ​ການ​ສຶກສາ​ພຣະຄຳ​ພີ ​ແລະ ​ໂດຍ​ການ​ອະທິຖານ ​ແລະ ​ໂດຍ​ການ​ໄຕ່ຕອງ​ເຖິງ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ. ​ເມື່ອ​ເຮົາ​ຍຶດໝັ້ນ​​ໄວ້​​ໃຫ້​ແໜ້ນ, ​ແລ້ວ​ປະຈັກ​ພະຍານ​ຂອງ​ເຮົາ​ເຖິງ​ພຣະກິດ​ຕິ​ຄຸນ, ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ເຖິງ​ພຣະບິດາ​ເທິງ​ສະຫວັນ ຈະ​ມີ​ອິດ​ທິພົນ ​ໃນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເຮົາ​ທຸກ​ຄົນ​ເປັນ​ບຸດຂອງ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ພຣະອົງ​ໄດ້​ສົ່ງ​ເຮົາ​ມາສູ່​ໂລກ​ໃນ​ເວລາ​ນີ້ ພ້ອມ​ດ້ວຍ​ຈຸດປະສົງ, ​ແລະ ​ໄດ້​ມອບ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ​ໃຫ້​ເຮົາ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ຮັບ​ໃຊ້​ຄົນ​ອື່ນ ​ແລະ ປະຕິບັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ ຢູ່​​ເທິງ​ແຜ່ນດິນ​ໂລກ. ​ເຮົາ​​ໄດ້​ຮັບ​ພຣະ​ບັນຊາ​ໃຫ້​ດຳລົງ​ຊີວິດ ​ໃນ​ທາງ​ທີ່​ເຮົາ​ຈະ​ມີຄ່າ​ຄວນ​ສຳລັບ​ຖານະ​ປະ​ໂລຫິດ​ນັ້ນ.

ອ້າຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ຂໍ​ໃຫ້​ເຮົາ​ຈົ່ງ​ຮັກສາ​ພຣະບັນຍັດ! ສິ່ງ​ທີ່​ໜ້າ​ອັດສະຈັນ​ໃຈ ​ແລະ ປະ​ເສີດ ມີ​ໄວ້​ສຳລັບ​ເຮົາ ຖ້າ​ເຮົາ​ຮັກສາ​ພຣະບັນຍັດ. ຂໍ​ໃຫ້​ສິ່ງ​ນີ້​ເປັນ​ພອນ​ຂອງ​ເຮົາ, ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່, ອາແມນ.