​2010–2019
ຈົ່ງໃຫ້​ສຽງແກດັງ​ສະ​ນັ່ນ
ຕຸລາ 2015


ຈົ່ງໃຫ້​ສຽງແກດັງ​ສະ​ນັ່ນ

ໂລກ​ຕ້ອງການ​ສາ​ນຸສິດ​ຂອງ​ພຣະຄຣິດ ຜູ້​ສາມາດ​ສື່ສານ​ຂ່າວສານພຣະກິດ​ຕິ​ຄຸນ ​ໃຫ້​ແຈ່ມ​ແຈ້ງ ​ແລະ ຈາກ​ໃຈ.

​ເມື່ອ​ລະດູ​ຮ້ອນ​ປີ​​ແລ້ວ​ນີ້ ຫລານ​ຊາຍ​ສອງ​ຄົນ​ໄດ້​ມາ​ພັກ​ຢູ່​ນຳ​ຂ້າພະ​ເຈົ້າກັບພັນ​ລະ​ຍາ​ ​ໃນ​ຂະນະ​ທີ່​ພໍ່​ແມ່​ຂອງ​ພວກ​ເຂົາ​ໄປ​ຮ່ວມການ​ເດີນທາງ ຕາມ​​ເສັ້ນທາງ​ຜູ້​ບຸກ​ເບີກ ກັບ​ສະ​ເຕກຂອງ​ເຂົາ​ເຈົ້າ. ລູກ​ສາວ​ຂອງ​ພວກ​ເຮົາ​ຢາກ​ໃຫ້​ພວກ​ລູກ​ຊາຍ​ຂອງ​ນາງ​​ເຝິກ​ຫລິ້ນປີ​ອາ​ໂນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າບໍ່​ຢູ່. ນາງ​ຮູ້​ວ່າ ສອງ​ສາມ​ມື້​ທີ່​ພວກ​ເຂົາ​ພັກ​ຢູ່​ກັບ​ພໍ່​ຕູ້​ແມ່ຕູ້ ຈະ​ເຮັດ​ໃຫ້​ພວກ​ເຂົາ​ລືມ​ການ​ເຝິກໄດ້​ງ່າຍ. ​ໃນ​ຕອນ​ບ່າຍ​ມື້ໜຶ່ງ ຂ້າພະ​ເຈົ້າ​ໄດ້​ນັ່ງ​ຟັງ​ທ້າວ ແອນດຣູ, ຫລານ​ຊາຍ ອາຍຸ 13 ປີ, ຫລິ້ນປີອາໂນ.

ພຣະຄຣິດ​ເປັນ​ແບບຢ່າງ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ. ພຣະອົງ​ໄດ້​ສະ​ແດງ​​ໃຫ້​ເຫັນ​ສະ​ເໝີ ​ເຖິງ​ຄວາມ​ກ້າຫານ ທີ່​ຈະ​ຍຶດໝັ້ນຢູ່​ໃນ​ສິ່ງ​ທີ່​ຖືກຕ້ອງ. ພຣະ​ຄຳ​ຂອງ​ພຣະອົງ​ຍັງ​​​ເໝືອນ​ເດີມ ຕະຫລອດ​ຫລາຍ​ສັດ​ຕະວັດ​ຜ່ານ​ມາ ​​ໃນ​ຂະນະ​ທີ່​ພຣະອົງເຊື້ອ​ເຊີນ​ເຮົາ​ໃຫ້​ຮັກ​ພຣະ​ເຈົ້າ ​ແລະ ​ເພື່ອນ​ມະນຸດ​ດ້ວຍ​ກັນ, ​ໃຫ້​ຮັກສາ​ພຣະບັນຍັດ​ທັງ​ໝົດ​ຂອງ​ພຣະ​ເຈົ້າ ​ແລະ ດຳລົງ​ຊີວິດ​ເປັນ​ເໝືອນ​ຄວາມ​ສະຫວ່າງ​ຂອງ​ໂລກ. ພຣະອົງ​ບໍ່​ຢ້ານ​ທີ່​ຈະ​ກ້າວ​ຕ້ານ​ອຳນາດ​ຂອງ​ໂລກ ຫລື ຜູ້​ປົກຄອງ ​ໃນ​ວັນ​ເວລາ​ຂອງ​ພຣະອົງ, ​ເຖິງ​ແມ່ນ​ອຳນາດ ​ແລະ ຜູ້​ຄົນ​ເຫລົ່ານັ້ນ ​ໄດ້​ຕໍ່ຕ້ານ ພາລະກິດ​ທີ່​ພຣະບິດາ​ຂອງ​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພຣະອົງ. ຖ້ອຍ​ຄຳ​ຂອງ​ພຣະອົງ ບໍ່​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ສັບສົນ, ​ແຕ່​​ໄດ້​ປະ​ທັບ​ໃຈ​ຂອງ​ຜູ້​ຄົນ. ພຣະອົງ​ຮູ້ຈັກ​ພຣະປະສົງ​ຂອງ​ພຣະບິດາ​ຂອງ​ພຣະອົງ​ເປັນ​ຢ່າງ​ດີ ​ໃນ​ທຸກ​ສິ່ງ​ທີ່​ພຣະອົງ​​ໄດ້​ກ່າວ ​ແລະ ​ໄດ້​ກະທຳ.

​ພວກ​ເຮົາ​ໄດ້​ຫົວ​ນຳ​ກັນ ​​​ໃນ​ຂະນະ​ທີ່​ລາວ​ພະຍາຍາມ​ຫລິ້ນ​ຄືນ​ແລ້ວ​ຄືນ​ອີກ. ​ແກ້ມ​ບ່ອງ​ທີ່​ຍິ້ມ​ຢ່າງ​ໃຫຍ່ ​ເລີ່ມຫລຸບ​ລົງ​ເລິກ ​ໃນ​ຂະນະ​ທີ່​ສຽງ​ເພງ​ອັນຄຸ້ນ​ຫູ​ເລີ່​ມດັງ​ອອກ​ມາ. ຂ່າວສານ​ເລີ່​ມ​ແຈ່ມ​ແຈ້ງ​ຂຶ້ນ ທີ່​ວ່າ: “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ​ແລະ ພຣະອົງ​ສົ່ງ​ເຮົາ​ມາ​ນີ້.”1 ຂ້າພະ​ເຈົ້າ​ໄດ້​ຖາມ​ທ້າວ ແອນດຣູ ວ່າ ລາວ​ຮູ້ສຶກ​ເຖິງ​ຄວາມ​ແຕກ​ຕ່າງ​ຫລື​ບໍ່ ​ໃນ​ຂ່າວສານ​ນັ້ນ. ລາວ​ຕອບ​ວ່າ, “ໂດຍ, ຂ້ານ້ອຍ​ຮູ້ສຶກ!”

ອັກຄະ​ສາວົກ​ໂປ​ໂລ ​ໄດ້​ສອນ​ເຮົາ​ກ່ຽວ​ກັບ​ການ​ປຽບທຽບ ການ​ສື່ສານ ​ໃສ່​ກັບ​ ​ເຄື່ອງ​ດົນ​ຕີ ​ເມື່ອ​ເພິ່ນ​ຂຽນ​ສານ​ເຖິງ​ຊາວ​ໂກຣິນໂທ​ວ່າ:

“ເຄື່ອງ​ດົນຕີ​ທີ່​ບໍ່​ມີ​ຊີວິດ​ຄື ປີ່, ຫລື ພິນກໍ​ດີ ຖ້າ​ມັນ​ບໍ່​ອອກສຽງ​ຄັກ ຜູ້​ໃດ​ຈະ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ເຂົາ​ເປົ່າ ຫລື ດີດ​ຈັງຫວະ​ໃດ?

“ຖ້າ​ຄົນ​ເປົ່າ​ແກ​ຫາກ​ເປົ່າ​ອອກສຽງ​ບໍ່​ຄັກ ຜູ້​ໃດ​ຈະ​ຕຽມ​ຕົວ​ເຂົ້າສູ່​ສະໜາມ​ລົບ​ໄດ້​ຢ່າງ​ໃດ?”2

ຖ້າ​ຫາກ​ຈະ​ມີ​ເວລາ​ໃດ ຢູ່​ໃນ​ໂລກ​ນີ້ ທີ່​​ໂລກ​ຕ້ອງການ​ສາ​ນຸສິດ​ຂອງ​ພຣະຄຣິດ ຜູ້​ສາມາດ​ສື່ສານ​ຂ່າວສານ ພຣະກິດ​ຕິ​ຄຸນ ​ໃຫ້​ແຈ່ມ​ແຈ້ງ ​ແລະ ຈາກ​ໃຈ, ມັນ​ແມ່ນ​ເວລາ​ນີ້. ​ເຮົາ​ຕ້ອງ​ເປົ່າ​ແກ​ໃຫ້​​ແຈ່ມ​ແຈ້ງ.

ພຣະຄຣິດ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ. ພຣະອົງ​ໄດ້​ສະ​ແດງ​​ໃຫ້​ເຫັນ​ສະ​ເໝີ ​ເຖິງ​ຄວາມ​ກ້າຫານ ທີ່​ຈະ​ຍຶດໝັ້ນຢູ່​ໃນ​ສິ່ງ​ທີ່​ຖືກຕ້ອງ. ພຣະ​ຄຳ​ຂອງ​ພຣະອົງ​ຍັງ​ເໝືອນ​ເດີມ ຕະຫລອດ​ຫລາຍ​ສັດ​ຕະວັດ​ຜ່ານ​ມາ ​​ໃນ​ຂະນະ​ທີ່​ພຣະອົງເຊື້ອ​ເຊີນ​ເຮົາ​ໃຫ້​ຮັກ​ພຣະ​ເຈົ້າ ​ແລະ ​ເພື່ອນ​ມະນຸດ​ດ້ວຍ​ກັນ, ​ໃຫ້​ຮັກສາ​ພຣະບັນຍັດ​ທັງ​ໝົດ​ຂອງ​ພຣະ​ເຈົ້າ ​ແລະ ດຳລົງ​ຊີວິດ​ເປັນ​ເໝືອນ​ຄວາມ​ສະຫວ່າງ​ຂອງ​ໂລກ. ພຣະອົງ​ບໍ່​ຢ້ານ​ທີ່​ຈະ​ກ່າວ​ຕ້ານ​ອຳນາດ​ຂອງ​ໂລກ ຫລື ຜູ້​ປົກຄອງ ​ໃນ​ວັນ​ເວລາ​ຂອງ​ພຣະອົງ, ​ເຖິງ​ແມ່ນ​ອຳນາດ ​ແລະ ຜູ້​ຄົນ​ເຫລົ່ານັ້ນ ​ໄດ້​ຕໍ່ຕ້ານ ພາລະກິດ​ທີ່​ພຣະບິດາ​ຂອງ​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພຣະອົງ. ຖ້ອຍ​ຄຳ​ຂອງ​ພຣະອົງ ບໍ່​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ສັບສົນ, ​ແຕ່​​ໄດ້​ປະ​ທັບ​ໃຈ​ຂອງ​ຜູ້​ຄົນ. ພຣະອົງ​ຮູ້ຈັກ​ພຣະປະສົງ​ຂອງ​ພຣະບິດາ​ຂອງ​ພຣະອົງ​ເປັນ​ຢ່າງ​ດີ ​ໃນ​ທຸກ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ ​ແລະ ​ໄດ້​ກະທຳ.

ຂ້າພະ​ເຈົ້າກໍ​ມັກ​ຕົວຢ່າງ​ຂອງ​ເປ​ໂຕ​ຄື​ກັນ, ຜູ້​ໄດ້​ປະ​ເຊີນ​ໜ້າ​ກັບ​ຜູ້​ຄົນ​ໃນ​ໂລກ ດ້ວຍ​ຄວາມ​ກ້າຫານ ​ແລະ ຄວາມ​ແຈ່ມ​ແຈ້ງ ​ໃນ​ວັນ​ເພັນ​​ເຕຄໍ​ສະ​ເຕ. ​ໃນ​ວັນນັ້ນ ຜູ້​ຄົນ​ຈາກ​ຫລາຍ​ປະ​ເທດ​ໄດ້​ມາ​ເຕົ້າ​ໂຮມ​ກັນ ​ເພື່ອ​ກ່າວ​ວິຈານ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ​ເພາະ​​ພວກ​ເຂົາ​ໄດ້​ຍິນ​ວ່າ ​​ເຂົາ​ເຈົ້າ​ເວົ້າພາສາ​ຕ່າງໆ ​ແລະ ຄິດ​ວ່າ ​ເຂົາ​ເຈົ້າ​ເມົາ​ເຫລົ້າ. ​ເປ​ໂຕ, ​ໂດຍ​ທີ່​ໄດ້​ຮັບ​ການ​ກະ​ຕຸ້ນ​ຈາກ​ພຣະວິນ​ຍານ, ​ໄດ້​ຢືນ​ຂຶ້ນປົກ​ປ້ອງ​ສາດສະໜາ​ຈັກ ​ແລະ ສະມາຊິກ. ​ເພິ່ນໄດ້​ເປັນ​ພະຍານ​ດ້ວຍ​ຖ້ອຍ​ຄຳ​ເຫລົ່າ​ນີ້ວ່າ: “ຊາວ​ຢິວທັງຫລາຍ ພ້ອມກັບ​ທຸກໆ​ຄົນ ທີ່​ມາ​ພັກ​ຢູ່​ໃນ​ນະຄອນ​ເຢຣູຊາ​ເລັມ​ເອີຍ, ຈົ່ງ​ເຂົ້າ​ໃຈ​ເລື່ອງ​ນີ້.”3

​ແລ້ວ​ເພິ່ນໄດ້​ອ້າງ​ເຖິງ​ຖ້ອຍ​ຄຳ​ຈາກ​ພຣະຄຳ​ພີ ກ່ຽວ​ກັບ​ການ​ທຳນາຍ​​ເຖິງ​ພຣະ​ຄຣິດ ​ແລະ ​ໄດ້​ສະ​ແດງ​ປະຈັກ​ພະຍານ​ ຢ່າງ​ກ້າຫານ​ວ່າ: “ເຫດ​ສະນັ້ນ ປະຊາຊົນ​ອິດສະຣາ​ເອນ​ທຸກ​ຄົນ​ເອີຍ ພວກ​ທ່ານ​ຈຳ​ເປັນ​ຕ້ອງ​ຮູ້​ຢ່າງ​ຄັກ​ແນ່​ວ່າ ພຣະ​ເຢຊູ​ອົງ​ນີ້ ຜູ້​ທີ່​ພວກ​ທ່ານ​ໄດ້​ຕອກ​ຄຶງ​ໄວ້ ​ເປັນ​ທັງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຄຣິດ.”4

ຫລາຍ​ຄົນ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​​ເພິ່ນ, ​ໄດ້​ຮູ້ສຶກ​ເຖິງ​ພຣະວິນ​ຍານ, ​ແລະ 3,000 ຄົນ ​ໄດ້​ເຂົ້າຮ່ວມ​ສາດສະໜາ​ຈັກ. ສິ່ງ​ນີ້ ​ເປັນ​ຫລັກ​ຖານ​ທີ່​ມີ​ພະລັງ ວ່າ​ຊາຍ​ຄົນ​ໜຶ່ງ ຫລື ຍິງ​ຄົນ​ໜຶ່ງ, ຜູ້​ທີ່​ເຕັມ​ໃຈ ທີ່​ຈະ​ເປັນ​ພະຍານ​ ​ເມື່ອ​​ເບິ່ງ​ຄື​ວ່າ ​ເອ່ນ​ອຽງ​ໄປ​ທາງ​ກົງກັນຂ້າມ, ຈະ​ສາມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້.

​ເມື່ອ​ເຮົາ ຜູ້​ເປັນ​ສະມາຊິກ ຕັດສິນ​ໃຈ ທີ່​ຈະ​ຢືນ​ຂຶ້ນ ​ແລະ ​ເປັນ​ພະຍານ​ທີ່​ມີ​ພະລັງ​ ​​ເຖິງ​ຄຳ​ສອນຂອງ​ພຣະ​ເຈົ້າ ​ແລະ ສາດສະໜາ​ຈັກ​ຂອງ​ພຣະອົງ, ​ແລ້ວ​ຈະ​ມີ​ບາງ​ສິ່ງ​ປ່ຽນ​​ແປງ​ໃນ​ຕົວ​ເຮົາ. ​ເຮົາ​ຮັບ​ເອົາ​ພຣະພັກ​ຂອງ​ພຣະອົງ​ໄວ້​ກັບ​ເຮົາ. ​ເຮົາ​​ເຂົ້າ​ໃກ້ຊິດ​ກັບ​ພຣະວິນ​ຍານຂອງ​ພຣະອົງ. ​ແລ້ວ​ພຣະອົງຈະ​ອອກ​ໜ້າ​​ເຮົາ. ພຣະອົງ​ຈະ​ຢູ່​ທາງ​ຂວາ​ມື​ເຮົາ ​ແລະ ທາງ​ຊ້າຍ​ມື​ເຮົາ, ​ແລະ ວິນ​ຍານ​ຂອງ​ພຣະອົງ​ຈະ​ຢູ່​ໃນ​ໃຈ​ຂອງ​ເຮົາ ​ແລະ ທູດ​ຂອງ​ພຣະອົງ​ຈະ​ອ້ອມ​ຮອບ​ເຮົາ​ໄວ້, ​ເພື່ອ​ຄ້ຳ​ຊູ​ເຮົາ.5

ສານຸສິດ​ທີ່​ແທ້​ຈິງ​ຂອງ​ພຣະຄຣິດຈະ​ບໍ່​ຫາ​ທາງ​ແກ້​ຕົວ​ເລື່ອງ​ຄຳ​ສອນ, ​ເມື່ອ​ມັນ​ບໍ່​ເຂົ້າກັບ​ແນວ​ຄິດ​ຂອງ​ໂລກ. ​ໂປ​ໂລ​ກໍ​ເປັນສານຸສິດ​ທີ່​ກ້າຫານ​ອີກ​ຄົນ​ໜຶ່ງ ຜູ້​ໄດ້​ປະກາດ​ຢ່າງ​ອາດ​ຫານວ່າ ​ເພິ່ນ​ “ບໍ່​ມີ​ຄວາມ​ລະອາຍ​ໃນ​ຂ່າວ​ປະ​ເສີດ ດ້ວຍ​ວ່າ ຂ່າວ​ປະ​ເສີດ​ນັ້ນ​ເປັນ​ອຳນາດ​ຂອງ​ພຣະ​ເຈົ້າ ​ເພື່ອ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມ​ລອດ.”6 ສານຸສິດ​ທີ່​ແທ້​ຈິງ ​ຈະເປັນ​ຕົວ​ແທນ​ໃຫ້​ພຣະຜູ້​ເປັນ​ເຈົ້າ ​​ໃນ​ເວລາ​ທີ່​ບໍ່​ສະດວກ​ທີ່​ຈະ​ເຮັດ. ສານຸສິດ​ທີ່​ແທ້​ຈິງ ຈະ​ສະ​ແຫວ​ງຫາ​ທີ່​ຈະ​ດົນ​ໃຈ​ຄົນ​ອື່ນ, ບໍ່​ແມ່ນ​​ເພື່ອ​​​ເຮັດ​ໃຫ້​ເຂົາ​ເຈົ້າປະ​ທັບ​ໃຈ.

ສ່ວນ​ຫລາຍ ມັນ​ຈະ​ບໍ່​ສະດວກ ຫລື ສະບາຍ​ໃຈ ​ທີ່​ຈະ​ປົກ​ປ້ອງ​ພຣະຄຣິດ. ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ນັ້ນ​ແມ່ນ​ກໍລະນີ​ຂອງ​ໂປ​ໂລ ​ເມື່ອ​ເພິ່ນ​ຖືກ​ເອີ້ນ​ໃຫ້​ໄປ​ຢູ່​ຕໍ່ໜ້າກະສັດ ອາຄຣີປາ ​ແລະ ​ໄດ້​ຖືກ​ສັ່ງ​ໃຫ້​ປັບ​ຕົວ ​ແລະ ​ບອກ​ກ່ຽວ​ກັບ​ປະຫວັດ​ຂອງ​ເພິ່ນ. ​ໂປ​ໂລ, ​ໂດຍ​ທີ່​ບໍ່​ລັງ​ເລ​ໃຈ, ​ໄດ້​ປະກາດ​ຄວາມ​ເຊື່ອ​ຂອງ​ເພິ່ນ ດ້ວຍ​ອຳນາດ​ທີ່​ເຮັດ​ໃຫ້​ກະສັດ​ຢ້ານ ​ແລະ ​“ເກືອບ” ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນຄົນຄຣິດສະ​ຕຽນ.

ຄຳ​ຕອບ​ຂອງ​ໂປ​ໂລ ​ໄດ້​​ເປັນ​ພະຍານ​ເຖິງ ຄວາມ​ປາດ​ຖະໜາ​ຂອງ​ເພິ່ນ ທີ່​ຢາກ​ໃຫ້​ຜູ້​ຄົນ​ເຂົ້າ​ໃຈ ​ ແທ້ໆ ​ເຖິງ​ສິ່ງ​ທີ່​ເພິ່ນ​ຈະ​ກ່າວ. ​ເພິ່ນ​ໄດ້​ບອກ​ກະສັດ ອາ​ຄຣີປາ ວ່າມັນ​ແມ່ນ​ຄວາມ​ປາດ​ຖະໜາ​ຂອງ​ເພິ່ນ ທີ່​ຢາກ​ໃຫ້​ທຸກ​ຄົນ​ ທີ່​ໄດ້​ຍິນ​ເພິ່ນ ບໍ່​ພຽງ​ແຕ່​ “​ເກືອບ​ເປັນ” ຄົນ​ຄຣິດສະ​ຕຽນ​ເທົ່າ​ນັ້ນ, ​ແຕ່​ໃຫ້​ກາຍ​ເປັນ​ສານຸສິດ​ຂອງ​ພຣະຄຣິດ “ທັງ​ໝົດ.”7 ຄົນ​ທີ່​ກ່າວ​ດ້ວຍ​ຄວາມ​ແຈ່ມ​ແຈ້ງ ສາມາດ​ເຮັດ​ສິ່ງ​ນີ້​ໄດ້.

ເປັນ​ເວລາ​ຫລາຍ​ປີ​​ແລ້ວ ທີ່ຂ້າພະ​ເຈົ້າ​ໄດ້​ສຶກສາ​ຄວາມ​ຝັນ​ຂອງ​ລີ​ໄຮ ​ໃນ​ພຣະຄຳ​ພີ​ມໍ​ມອນ,8 ຂ້າພະ​ເຈົ້າມັກ​ຄິດ​ວ່າ ອາຄານ​ໃຫຍ່ ​ແລະ ກວ້າງຂວາງ ​ເປັນ​ບ່ອນ​ທີ່​ມີ​ພຽງ​ແຕ່ຜູ້​ຕໍ່ຕ້ານ​ສ່ວນ​ຫລາຍ​ອາ​ໄສ​ຢູ່​ເທົ່າ​ນັ້ນ. ອາຄານ​ໃຫຍ່​ນັ້ນ ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ, ​ເຍາະ​ເຍີ້​ຍ ​ແລະ ຊີ້​ມື​ໄປ​ຫາ​ຄົນ​ທີ່​ຊື່ສັດ ຜູ້​ຈັບ​ຮາວ​ເຫລັກ, ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະຄຳ​ຂອງ​ພຣະ​ເຈົ້າ, ​ແລະ ກຳລັງ​ພາກັນ​ມຸ້ງ​ໜ້າ​ໄປ​ຫາ​ຕົ້ນ​ໄມ້​ແຫ່ງຊີວິດ, ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ຫລາຍ​ຄົນ​ບໍ່​ສາມາດທົນ​ຕໍ່​ຄວາມ​ກົດ​ດັນ​ຂອງ​ຜູ້​ທີ່​​ເຍາະ​ເຍີ້​ຍ ​ແລະ ກໍ​ໄດ້​ອອກ​ໜີ​ໄປ. ບາງ​ຄົນ​ໄດ້​ຕັດສິນ​ໃຈ​ໄປ​ເຂົ້າຮ່ວມ​ຜູ້​ທີ່ຢູ່​ໃນ​ອາຄານ​ໃຫຍ່. ​ເຂົາ​ບໍ່​ມີ​ຄວາມ​ກ້າຫານ​ບໍ ທີ່​ຈະ​ເວົ້າ​ໂຕ້ຕອບ​ຄຳວິຈານ ຫລື ​ຂ່າວສານ​ຂອງ​ໂລກ?

​ເມື່ອ​ຂ້າພະ​ເຈົ້າ​ເບິ່ງ​ໂລກ​ໃນ​ປະຈຸ​ບັນ​ນີ້ ທີ່​ກຳລັງ​ຫ່າງ​​ເຫີ​ນອອກ​​ໄປຈາກ​ພຣະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ຄິດວ່າ​ອາຄານ​ໃຫຍ່​ນີ້ກຳລັງ​​ເຕີບ​​ໃຫຍ່​ຂະຫຍາຍຕົວ​ຂຶ້ນ. ຫລາຍ​ຄົນ​ໄດ້​ພົບ​ເຫັນ​ຕົນ​ເອງ​ຍ່າງ​ຢູ່​ໃນ​ອາຄານ​ໃຫຍ່ ​ແລະ ກວ້າງ​ຂວາງ​ນັ້ນ ​ໂດຍ​ບໍ່​ຮູ້ສຶກ​ຕົວ​ວ່າ ຕົນ​ໄດ້​ປັບ​ຕົວ​ເຂົ້າກັບ​ວັດທະນະທຳ​ຂອງ​ມັນ​ແລ້ວ. ​ເຂົາ​ເຈົ້າມັກ​ຈະ​ຍອມ​ຕໍ່​ການ​ລໍ້​ລວງ ​ແລະ ຂ່າວສານ. ​​ໃນ​ທີ່​ສຸດ ​​ເຮົາຈະ​ພົບ​ເຫັນ​ເຂົາ​ເຈົ້າ​ເວົ້າ​ເຍາະ​ເຍີ້​ຍ ​ແລະ ​ເຂົ້າຮ່ວມ​ກັບ​ຜູ້​​ທີ່​ວິຈານ ຫລື ຜູ້ເຍາະ​ເຍີ້ຍ.

​ເປັນ​ເວລາ​ຫລາຍ​ປີ ທີ່​ຂ້າພະ​ເຈົ້າຄິດ​ວ່າ ຜູ້​ທີ່​ເວົ້າ​ເຍາະ​ເຍີ້​ຍ ​ໄດ້​ຫົວຂວັນ​ການ​ດຳລົງ​ຊີວິດ​ຂອງ​ຄົນ​ທີ່​ຊື່ສັດ, ​ແຕ່​ສຽງ​ທີ່​ອອກ​ມາ​ຈາກ​ອາຄານ​ໃຫຍ່ ​ໃນ​ທຸກ​ວັນ​ນີ້ ​ໄດ້​ປ່ຽນ​ນ້ຳສຽງ ​ແລະ ວິທີ​ທາງ​ຂອງ​ເຂົາ​ເຈົ້າ. ​ຜູ້​ທີ່​ເວົ້າ​ເຍາະ​ເຍີ້​ຍ ມັກ​ຈະ​ພະຍາຍາມ​ເຮັດ​ໃຫ້​ຂ່າວສານ​ທີ່​ລຽບ​ງ່າຍຂອງ​ພຣະກິດ​ຕິ​ຄຸນ​ສັບສົນ ​ໂດຍ​ການ​ໂຈມ​ຕີ​ປະຫວັດສາດ​ບາງ​ສ່ວນ​ຂອງ​ສາດສະໜາ​ຈັກ ຫລື ກ່າວ​ວິຈານ​ສາດສະດາ ຫລື ຜູ້ນຳ​ບາງ​ຄົນ. ​ເຂົາ​ເຈົ້າຍັງ​ໂຈມ​ຕີ​ຈຸດ​ສຳຄັນ​ຂອງ​ຄຳ​ສອນ​ຂອງ​ເຮົາ​ນຳ​ອີກ ​ແລະ ກົດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ໄດ້​ປະທານ​ໃຫ້​ນັບ​ຕັ້ງ​ແຕ່​ການວາງ​ຮາກ​ຖານ​ຂອງ​ໂລກ. ​ເຮົາ, ​ໃນ​ຖານະ​ທີ່​ເປັນ​ສານຸສິດ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະອົງ, ບໍ່​ຕ້ອງ​ວາງ​ຮາວ​ເຫລັກ​ນັ້ນຈັກ​ເທື່ອ. ​ເຮົາ​ຕ້ອງ​ເຮັດ​ໃຫ້​ສຽງ​ແກດັງ​ສະນັ່ນ ຈາກ​ຈິດ​ວິນ​ຍານ​ຂອງ​ເຮົາ.

ຂ່າວສານ​ທີ່​ລຽບ​ງ່າຍ ​ແມ່ນ​ວ່າ​ພຣະ​ເຈົ້າ​ເປັນ​ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ ​ແລະ ພຣະ​ເຢຊູ​ຄຣິດ​ເປັນ​ພຣະບຸດ​ຂອງ​ພຣະອົງ. ພຣະກິດ​ຕິ​ຄຸນ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​​ໃໝ່ ​ໃນ​ຍຸກ​ສຸດ​ທ້າຍ​ນີ້ ຜ່ານ​ທາງ​ສາດສະດາ ​ແລະ ຫລັກ​ຖານນັ້ນຄື ພຣະຄຳ​ພີ​ມໍ​ມອນ. ​ເສັ້ນທາງ​ທີ່​ພາ​ໄປ​ສູ່​ຄວາມສຸກ ​ແມ່ນ​ຜ່ານ​ທາງ​ໜ່ວຍ​ຂອງ​ຄອບຄົວ ຊຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໄວ້​ແຕ່​ຕອນ​ຕົ້ນ ​ແລະ ​​ເປີ​ດ​ເຜີຍ​ໂດຍ​ພຣະບິດາ​ເທິງ​ສະຫວັນ. ນີ້​ຄື​ສຽງ​​ເພງທີ່​ຄຸ້ນ​ເຄີຍ​ຂອງ​ຂ່າວສານ ຊຶ່ງ​ຫລາຍ​ຄົນຮູ້​ຈັກ, ​ເພາະ​ເຂົາ​ເຈົ້າ​ເຄີຍ​ໄດ້​ຍິນ​ມັນ​ມາ​ກ່ອນ ຕອນ​ຢູ່​ໃນ​ໂລກ​ກ່ອນ​ຊີວິດ​ມະຕະ.

ໂດຍ​ທີ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ມັນ​ເຖິງ​ເວລາ​ແລ້ວ​ສຳລັບ​ເຮົາ​ທີ່​ຈະ​ຢືນ​ຂຶ້ນ ​ແລະ ​ເປັນ​ພະຍານ. ມັນ​​ເຖິງ​ເວລາ​ແລ້ວ ສຳລັບ​ສຽງ​ເພງ​ແຫ່ງ​ພຣະກິດ​ຕິ​ຄຸນ​ຈະ​ດັງ​ກ້ອງ​ທົ່ວ​ໂລກ. ຂ້າພະ​ເຈົ້າຂໍ​ຕື່ມ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ ​ໃສ່​ກັບ​ຂ່າວສານ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່ຂອງ​ໂລກ. ພຣະອົງ​ຊົງ​ພຣະຊົນ​ຢູ່! ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ແລ້ວ ​ແລະ ພອນ​ແຫ່ງ​ຄວາມສຸກ ​ແລະ ຄວາມ​ສະຫງົບ ຈະ​ມາສູ່​ເຮົາ​ໃນ​ຊີວິດ​ນີ້ ​ເມື່ອ​ເຮົາ​ດຳລົງ​ຊີວິດ​ຕາມ​ພຣະບັນຍັດ​ຂອງ​ພຣະອົງ ​ແລະ ​ເດີນ​ໄປ​​ໃນ​ເສັ້ນທາງ​ຂອງ​ພຣະອົງ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.