​2010–2019
ການ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃນ​ໂລກ​ປະຈຸ​ບັນ
ຕຸລາ 2015


ການ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃນ​ໂລກ​ປະຈຸ​ບັນ

ການ​ເລືອກ​ຂອງ​ທ່ານ​ເຊັ່ນ—ການ​ເຜີຍ​ແຜ່, ການ​ສຶກສາ, ການ​ແຕ່ງງານ, ອາຊີບ, ​ແລະ ການ​ຮັບ​ໃຊ້​ໃນ​ສາດສະໜາ​ຈັກ—ຈະ​ມີ​ອິດ​ທິພົນ​ຕໍ່​ຈຸດໝາຍ​ປາຍທາງ​ນິລັນດອນ​ຂອງ​ທ່ານ.

ມີ​ຫລາຍ​ສິ່ງ​ທີ່​ໄດ້​ຖືກ​ຂຽນ ​ແລະ ກ່າວ​ກ່ຽວ​ກັບຄົນ​ໜຸ່ມໂສດ​ລຸ້ນ​ໃໝ່. ນັກຄົ້ນຄວ້າ​ສະ​ແດງ​​ວ່າ ​ຄົນ​​ໜຸ່ມໂສດ​ຫລາຍ​ຄົນມັກຕໍ່ຕ້ານ​​ເລື່ອງສາ​ດສະໜາ. ຫລາຍ​ຄົນ​ມີ​ໜີ້​ສິນ ​ແລະ ບໍ່​ມີ​ວຽກ​ເຮັດ​ງານ​ທຳ. ​ເຂົາ​ເຈົ້າສ່ວນ​ຫລາຍ​ມັກ​ ​ ແນວ​ຄິດ ​ເລື່ອງ​ການ​ແຕ່ງງານ, ​ແຕ່​ມີ​ຄວາມ​ລັງ​ເລ​ໃຈ​ທີ່​ຈະ​​ແຕ່ງງານ. ​ເຂົາ​ເຈົ້າສ່ວນ​ຫລາຍ​ບໍ່​ຢາກ​ມີ​ລູກ. ປາດ​ສະ​ຈາກ​ພຣະກິດ​ຕິ​ຄຸນ ​ແລະ ການ​ນຳພາ​ທີ່​ດົນ​ໃຈ, ຫລາຍ​ຄົນ​ຈະ​ເດີນ​ໄປ​ໃນ​ເສັ້ນທາງ ທີ່​ແປກໆ ​ແລະ ຫລົງ​ທາງ​ໄປ.

​ໂຊກ​ດີ​ທີ່ ຈຳນວນຄົນ​ໜຸ່ມ​ໂສດ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກບໍ່​ມີ​ຫລາຍ​ໃນ​ເລື່ອງ​ທີ່​ກ່າວ​ມານັ້ນ, ​ເພາະວ່າ​ເຮົາ​ໄດ້​ຮັບ​ພອນ​ດ້ວຍ​ແຜນ​ແຫ່ງ​ພຣະກິດ​ຕິ​ຄຸນ. ​ແຜນ​ດັ່ງກ່າວ​ແມ່ນ​ຮ່ວມ​ດ້ວຍ​ການ​ຍຶດໝັ້ນຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ—​ໃກ້ຊິດ​ກັບ​ພຣະຄຳ​ຂອງ​ພຣະ​ເຈົ້າ ​ແລະ ຖ້ອຍ​ຄຳ​ຂອງ​ສາດສະດາ​ຂອງ​ພຣະອົງ. ​ເຮົາ​ຄວນຈັບ​ຮາວ​ເຫລັກ​ອັນ​ທີ່​ຈະ​ພາ​ເຮົາ​ກັບ​ໄປ​ຫາ​ພຣະອົງ​​ໄວ້​ໃຫ້​ແໜ້ນ. ​ເວລາ​ນີ້ ​ເປັນວັນ​ແຫ່ງ​ການ​ເລືອກ1 ສຳລັບ​ເຮົາ​ທຸກ​ຄົນ.

ຄາວ​ຍັງ​ນ້ອຍ, ຕອນ​ຂ້າພະ​ເຈົ້າກຳລັງ​ຈະ​ເລືອກ​ເຮັດ​ສິ່ງ​ທີ່​ບໍ່​ດີ, ບາງ​ເທື່ອ​ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ເວົ້າວ່າ, “ຣໍ​ເບີດ, ຄິດ​ຄັກໆ ​ແລະ ​ເຮັດ​ສິ່ງ​ທີ່​ຖືກຕ້ອງ!” ​ໃນ​ຖ້ອຍ​ຄຳ​ທີ່​ລຽບ​ງ່າຍ​ຂອງ​ເພິ່ນ​ນັ້ນ, ຂ້າພະ​ເຈົ້າຢາກ​ກ່າວ​ກັບ​ທ່ານ​ໂດຍ​ສະ​ເພາະ ຄົນ​ໜຸ່ມ​ໂສດ, ​ເພາະ “ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​ເບີກບານ​ໃນ​ຄວາມ​ແຈ່ມ​ແຈ້ງ … ​ເພື່ອ [ພວກ​ເຮົາ] ຈະ​ໄດ້​ຮຽນ​ຮູ້.”2

ທ່ານ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ທີ່​ສຳຄັນ ​ໃນ​ຊີວິດ​ຂອງ​ທ່ານ. ການ​ເລືອກ​ຂອງ​ທ່ານ​ເຊັ່ນ—ການ​ເຜີຍ​ແຜ່, ການ​ສຶກສາ, ການ​ແຕ່ງງານ, ອາຊີບ, ​ແລະ ການ​ຮັບ​ໃຊ້​ໃນ​ສາດສະໜາ​ຈັກ—ຈະ​ມີ​ອິດ​ທິພົນ​ຕໍ່​ຈຸດໝາຍ​ປາຍທາງ​ນິລັນດອນ​ຂອງ​ທ່ານ. ນີ້​ໝາຍ​ຄວາມ​ວ່າ ທ່ານ​ຕ້ອງ​ຄິດ​​​ໄກໆ—ຄິດ​ກ່ຽວ​ກັບ​ອະນາຄົດ.

​ໂດຍ​ທີ່​ເປັນ​ທະຫານ​ນັກ​ບິນ, ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫລັກການ​ນີ້​ວ່າ: ຫ້າມ​ບໍ່​ໃຫ້ຂັບ​ຍົນ​ເຂົ້າ​ໄປ​ຫາ​ຝົນ​ທີ່​ມີ​ພະຍຸ ​​ແລະ ຟ້າ​ແມບ, ​ແຕ່​ໃຫ້​ຂັບ​ອ້ອມ​ໄປ, ຂັບ​ໄປ​ເສັ້ນອື່ນ, ຫລື ລໍຖ້າ​ໃຫ້​ຟ້າ​ຝົນ​ຢຸດ​ກ່ອນ ຈຶ່ງ​ບິນ​ລົງ​ເດີ່ນ.

ນ້ອງ​ຊາຍ ​ແລະ ນ້ອງ​ສາວ ຜູ້​ໜຸ່ມ​ໂສດ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າຢາກ​ຊ່ອຍ​ທ່ານ “ບິນ​ໄປ​ຢ່າງ​ຖືກຕ້ອງ” ​ໃນ​​ວັນ​ເວລາ​ທີ່​ພະຍຸ​ກຳລັງ​ມາ ​ໃນ​ຍຸກ​ສຸດ​ທ້າຍ​ນີ້. ທ່ານ​ເປັນ​ນັກ​ບິນ. ໜ້າ​ທີ່​ຮັບຜິດ​ຊອບ​ຂອງ​ທ່ານ​ຄື ທີ່​ຈະ​ຄິດ​ກ່ຽວ​ກັບ​ຜົນ​ສະທ້ອນ ​ໃນ​ການ​ເລືອກ​ທຸກ​ຢ່າງ. ​ໃຫ້​ຖາມ​ຕົວ​ເອງ​ວ່າ: “ຖ້າ​ຫາກ​ເຮົາ​​ເລືອກ​ເຮັດ​ສິ່ງ​ນີ້, ສິ່ງ​ທີ່ຮ້າຍ​ແຮງ​ທີ່​ສຸ​ດອັນ​ໃດ​ແດ່​ ຈະ​ເກີດ​ຂຶ້ນ?” ການ​ເລືອກ​ທີ່​ຖືກຕ້ອງ​ຂອງ​ທ່ານ ຈະ​ຊ່ອຍ​ທ່ານ​ໃຫ້​ຢູ່​ໃນ​ເສັ້ນທາງ.

​ໃຫ້​ພິຈາລະນາ​ກ່ຽວ​ກັບ​ເລື່ອງ​ນີ້. ຖ້າ​ຫາກ​ທ່ານ​ເລືອກ​ທີ່​ຈະ​ບໍ່​ດື່ມ​ສິ່ງ​ຂອງ​ມືນ​ເມົາ, ທ່ານ​ຈະ​ບໍ່​ກາຍ​ເປັນ​ຄົນ​ຂີ້​ເຫລົ້າ! ຖ້າ​ຫາກ​ທ່ານ​ເລືອກ​ທີ່​ຈະ​ບໍ່​ມີ​ໜີ້​ສິນ, ທ່ານ​ກໍຈະ​ຫລີກ​ເວັ້ນຈາກ​ການ​ລົ້ມ​ລະລາຍ!

ຈຸດປະສົງ​ຢ່າງ​ໜຶ່ງ​ຂອງ​ພຣະຄຳ​ພີ ​ແມ່ນ​ເພື່ອ​ສະ​ແດງ​ໃຫ້​ເຮົາ​ເຫັນ​ຜູ້​ຄົນ​ທີ່​ຊອບ​ທຳ ຕອບ​ຮັບ​ກັບ​ຄວາມ​ລໍ້​ລວງ ​ແລະ ຄວາມ​ຊົ່ວ​ຮ້າຍ​ແນວ​ໃດ. ​ເຂົາ​ເຈົ້າຈະ​ຫລີກ​ໜີ​ຈາກ​ມັນ! ​ໂຢ​ເຊັບ​ໄດ້​ແລ່ນ​ໜີ​ຈາກ​ເມຍ​ຂອງ​ໂປ​ຕີ​ຟາ.3 ລີ​ໄຮ​ໄດ້​ພາ​ຄອບຄົວ​ຂອງ​ເພິ່ນ​ໜີ​ຈາກ​​ເຢຣູຊາ​ເລັມ.4 ນາງ​ມາຣີ ​ແລະ ​ໂຢ​ເຊັບ ​ໄດ້​ໜີ​ໄປ​ເອຢິບ ຈາກການ​ກະທຳ​ທີ່​ໂຫດ​ຫ້ຽມຂອງ​ເຮ​ໂຣດ.5 ​ໃນ​ທຸກກໍລະນີ, ພຣະບິດາ​ເທິງ​ສະຫວັນ ​ໄດ້​ເຕືອນ​ຜູ້​ທີ່​ເຊື່​ອ​ເຫລົ່າ​ນີ້. ຄ້າຍຄື​ກັນ​ນີ້, ພຣະອົງ​ຈະ​ຊ່ອຍ​​ເຮົາ​ໃຫ້​ຮູ້​ວ່າ ຄວນ​ຂັບ​ຍົນ, ຄວນ​ໜີ, ຫລື ຄວນ​​ເຮັດ​ຕາມ​ສະຖານະ​ການຫລື​ບໍ່. ພຣະອົງ​ຈະ​ກ່າວ​ກັບ​ເຮົາ ຜ່ານ​ທາງ​ອະທິຖານ, ພຣະຄຳ​ພີ, ຄຳ​ສອນ​ຂອງ​ສາດສະດາ​ທີ່​ມີ​ຊີວິດ​ຢູ່, ປິຕຸ​ພອນ, ຄຳ​ແນະນຳ​ຂອງ​ພໍ່​ແມ່, ຜູ້ນຳຖານະ​ປະ​ໂລຫິດ ​ແລະ ຜູ້ນຳ​ອົງການ​ຊ່ອຍ​ເຫລືອ ທີ່​ໄດ້​ຮັບ​ການ​ດົນ​ໃຈ, ​ແລະ ​ເໜືອ​ສິ່ງ​ອື່ນ​ໃດ, ສຽງ​ແຜ່​ວ​ເບົາ​ຂອງ​ພຣະວິນ​ຍານ.

ພຣະຜູ້​ເປັນ​ເຈົ້າຈະ​ຮັກສາ​ຄຳ​ສັນຍາ​ຂອງພຣະອົງ ທີ່​ຈະ​ນຳພາ​ເຮົາ​ໄປສະ​ເໝີ.6 ຄຳ​ຖາມ​ມີ​ຢູ່​ວ່າ ​ເຮົາ​ຈະ​ໃຫ້​ຖືກ​ພາ​ໄປ​ຫລື​ບໍ່? ​ເຮົາ​ຈະ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະອົງ ​ແລະ ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ​ຫລື​ບໍ່?

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຖ້າ​ຫາກ​ທ່ານ​ຢູ່​ກັບ​ພຣະຜູ້​ເປັນ​ເຈົ້າ, ພຣະອົງ​ກໍ​ຈະ​ສະຖິດ​ຢູ່​ກັບທ່ານ.7 ຖ້າ​ຫາກ​ທ່ານ​ຮັກ​ພຣະອົງ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ, ​ແລ້ວ​ທ່ານ​ຈະ​ມີ​ພຣະວິນ​ຍານ​ຂອງ​ພຣະອົງ ສະຖິດ​ຢູ່​ກັບ​ທ່ານ ​ແລະ ນຳພາ​ທ່ານ. ຈົ່ງໄວ້​ວາງ​ໃຈ​ໃນພຣະວິນ​ຍານນັ້ນ ​ຊຶ່ງພາ​ໃຫ້​ເຮັດ​ຄວາ​ມດີ. ... ໂດຍສິ່ງ​ນີ້​ທ່ານຈະ​ຮູ້​ທຸກ​ສິ່ງ ... ຊຶ່ງກ່ຽວ​ກັບສິ່ງທີ່​ຊອບ​ທຳ.8

ພ້ອມດ້ວຍ​ຫລັກ​ທຳ​ ​ແລະ ຮາກຖານ​ເຫລົ່າ​ນີ້, ຂໍ​ໃຫ້ຂ້າພະ​ເຈົ້າ​ແນະນຳ​ບາງ​ຢ່າງ​ຕື່ມ​ອີກ​ໄດ້​ບໍ?

ຫລາຍ​ຄົນ​ໃນ​ລຸ້ນຂອງ​ທ່ານ ກຳລັງ​ປະ​ເຊີນ​ກັບ​ໜີ້​ສິນ. ຕອນ​ຂ້າພະ​ເຈົ້າ​ເປັນ​ຄົນ​ໜຸ່ມ​ໂສດ, ປະທານ​ສະ​ເຕກຂອງ​ຂ້າພະ​ເຈົ້າ​ເປັນ​ນັກລົງທຶນ​ໃຫ້​ທະນາຄານຢູ່ Wall Street. ​ເພິ່ນ​ໄດ້​ສອນ​ຂ້າພະ​ເຈົ້າວ່າ, “ເຈົ້າຮັ່ງມີ ຖ້າ​ຫາກ​ເຈົ້າ​ໃຊ້​ຈ່າຍ​ໜ້ອຍ​ກວ່າ​ລາຍ​ໄດ້.” ທ່ານ​ຈະ​ເຮັ​ດ​ໄດ້​ແນວ​ໃດ? ​ໃຫ້​ຈ່າຍ​ເງິນ​ສ່ວນ​ສິບ ​ແລະ ທ້ອນ​ເງິນ! ​ເມື່ອ​ທ່ານ​ມີ​ລາຍ​ໄດ້​ຫລາຍ​ຂຶ້ນ ກໍ​ໃຫ້​ທ້ອນ​ເງິນ​ເພີ່ມ​ຂຶ້ນ. ຢ່າ​ໄປ​ແຂ່ງຂັນ​ກັບ​ຄົນ​ອື່ນ ທີ່​ຈະ​ມີ​ຂອງ​ຫລິ້ນ​ລາຄາ​ແພງ. ຢ່າ​ຊື້​ສິ່ງ​ທີ່​ທ່ານ​ບໍ່​ມີ​ເງິນ​ຊື້.

ຄົນ​ໜຸ່ມ​ໂສດ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ໂລກ​ນີ້ ​ມີ​ໜີ້​ສິນນຳ​ການ​ຈ່າຍ​ຄ່າ​ການ​ສຶກສາ, ​ແຕ່​ຜົນ​ສຸດ​ທ້າຍ ຮູ້​ວ່າ ຄ່າ​ຮຽນ​ແມ່ນ​ເກີນ​ກວ່າ ທີ່​ຈະ​ຈ່າຍ​ຄືນ​​ໃຫ້​ໄດ້. ​ໃຫ້​ພະຍາຍາມ​ຂໍ​ເງິນ​ທຶນ​ການ​ສຶກສາ, ​ແລະ ​ໃຫ້ຫາ​ວຽກ​ເຮັດ​ງານ​ທຳ​ເລັກ​ນ້ອຍຖ້າ​ເປັນ​ໄປ​ໄດ້, ​ເພື່ອ​ຊ່ອຍ​ຈ່າຍ​ຄ່າ​ຮຽນ. ສິ່ງ​ນີ້​ຮຽກຮ້ອງ​ການ​ເສຍ​ສະລະ, ​ແຕ່​ມັນ​ຈະ​ຊ່ອຍ​ທ່ານ​ໃຫ້​ບັນລຸ​ຄວາມ​ສຳ​ເລັດ.

ການ​ສຶກສາ​ຈະ​ຕຽມ​ທ່ານ​ສຳລັບ​ການ​ມີ​ວຽກ​​ເຮັດ​ງານ​ທຳທີ່​ດີ. ມັນ​ຈະ​ຊ່ອຍ​ທ່ານ​ໃຫ້​ສາມາດ​ຮັບ​ໃຊ້ ​ແລະ ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ທີ່ຢູ່​ອ້ອມ​ຮອບ​ທ່ານ. ມັນ​ຈະພາ​ທ່ານ​ໄປ​ຫາ​ເສັ້ນທາງ​ແຫ່ງ​ການ​ຮຽນ​ຮູ້​​ໄປ​ຕະຫລອດ​ຊີວິດ. ມັນ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ທ່ານ ​ເພື່ອ​ຕ້ານທານ​ກັບ​ຄວາມ​ໂງ່​ຈ້າ ​ແລະ ຄວາມ​ຜິດພາດ. ​ໂຈເຊັບ ສະ​ມິດ ​ໄດ້​ສອນ​ວ່າ: “ຄວາມ​ຮູ້​ຈະ​ຂັບ​ໄລ່​ຄວາມ​ມືດ​, ຈະ​ກຳຈັດຄວາມ​ສົງ​ໄສ; ​ເພາະ​ສິ່ງ​ດັ່ງກ່າວ ບໍ່​ສາມາດ​ຢູ່​ກັບ​ຄວາມ​ຮູ້​ໄດ້. … ​ໃນ​ຄວາມ​ຮູ້​ນັ້ນ ມີ​ພະລັງ​ຢູ່​ດ້ວຍ.”9 ການ​ຮຽນ​ຮູ້​ເປັນ​ສິ່ງ​ທີ່​ດີ ຖ້າ​ຫາກ​ເຂົາ​ເຊື່ອ​ຟັງ​ຕໍ່​ຄຳ​ແນະນຳ​ຂອງ​ພຣະ​ເຈົ້າ.”10 ການ​ສຶກສາ​ຈະ​ຕຽມ​ທ່ານ​ສຳລັບ​ອະນາຄົດ, ຮ່ວມ​ທັງ​ການ​ແຕ່ງງານ.

ອີກ​ເທື່ອ​ໜຶ່ງ, ຂໍ​ໃຫ້​ຂ້າພະ​ເຈົ້າກ່າວ​ກົງ​ໄປ​ກົງ​ມາ​ໄດ້​ບໍ? ​ເສັ້ນທາງ​ທີ່​ພາ​ໄປ​ຫາ​ການ​ແຕ່ງງານ ຈະ​ຕ້ອງ​ໄດ້​ຜ່ານ​ຜ່າ​ພະຍຸ ທີ່​ເອີ້ນ​ວ່າ ການ​ຊອກ​ຫາ​ຄູ່​ຄອງ! ການ​ຊອກ​ຫາ​ຄູ່​ຄອງ ​ເປັນ​ໂອກາດ​ໃຫ້​ລົມ​ກັນ ​ເປັນ​ເວລາ​ດົນ​ນານ. ​ເມື່ອ​ທ່ານ​ອອກ​ທ່ຽວ​ນຳ​ກັນ, ​ໃຫ້​ຊອກ​ຮູ້​ທຸກ​ສິ່ງ​ກ່ຽວ​ກັບ​ກັນ​ແລະ​ກັນ. ​ໃຫ້​ຮູ້ຈັກ​ຄອບຄົວ​ຂອງ​ກັນ​ແລະ​ກັນ ຖ້າ​ເປັນ​ໄປ​ໄດ້. ຈຸດ​ເປົ້າໝາຍ​ຂອງ​ທັງ​ສອງ​ຄົນ ​​ແມ່ນ​ຄ້າຍຄື​ກັນ​ບໍ? ທັງ​ສອງ​ມີ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ພຣະບັນຍັດ, ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ແລະ ຖານະ​ປະ​ໂລຫິດ, ພຣະວິຫານ, ການ​ເປັນ​ພໍ່​ແມ່, ການ​ເອີ້ນ​ໃນ​​ໂບດ, ​ແລະ ການ​ຮັບ​ໃຊ້ ທີ່​ຄ້າຍຄື​ກັນ​ບໍ? ທັງ​ສອງ​ໄດ້​ສັງ​ເກດ​ກັນ​ແລະ​ກັນ​ບໍ ​ໃນ​ເວລາ​ທີ່​ມີ​ຄວາມ​ກົດ​ດັນ, ​ໃນ​ເວລາ​ຕອບ​ຮັບ​ຄວາມ​ສຳ​ເລັດ​ຜົນ ​ແລະ ຄວາມ​ລົ້ມ​ເຫ​ລວ, ການ​ຫັກ​ຫ້າມ​ຄວາມ​ໂມ​ໂຫ, ​ແລະ ການ​ທຳ​ໃຈ​ກັບ​ຄວາມ​ຜ່າ​ຍ​ແພ້ ວ່າ​ເປັນ​ຈັ່ງ​ໃດ? ຄົນ​ທີ່​ທ່ານ​ຄົບ​ຫາ ​ເປັນ​ຄົນ​ທີ່​ຂົ່ມ​ເພິ່ນ​ຍໍ​ໂຕ​ບໍ? ມາລະຍາດ​ຂອງ​ເຂົາ, ການ​ປາກ​ເວົ້າ, ​ແລະ ພຶດຕິ​ກຳຂອງ​ເຂົາ ​ເປັນ​ສິ່ງ​ທີ່​ທ່ານ​ຢາກ​ໃຊ້​ຊີວິດ​ຢູ່​ນຳ​ທຸກ​ມື້​ບໍ?

​ແນ່ນອນ ທີ່​ເຮົາ​ທຸກ​ຄົນ​ບໍ່​ໄດ້​ແຕ່ງງານ​ກັບ​ຄົນ​ທີ່​ ດີ​ພ້ອມ​ທຸກ​ຢ່າງ; ​ເຮົາ​ແຕ່ງງານ​ກັບ​ຄົນ​ທີ່​ ອາດ​ເປັນ​ໄປ​ໄດ້. ​ການ​ແຕ່ງງານ​ທີ່​ຖືກຕ້ອງ ບໍ່​ແມ່ນ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຕ້ອງການ​ເທົ່າ​ນັ້ນ; ມັນ​ແມ່ນ​ກ່ຽວ​ກັບ​ສິ່ງ​ທີ່​ຄູ່​ຄອງ​—ຕ້ອງການ ​ແລະ ຢາກ​ໃຫ້​ເຮົາ​ເປັນນຳ​ອີກ.

​ເວົ້າ​ແຈ້ງໆ​ແລ້ວ, ຢ່າ​ອອກ​ທ່ຽວ​ຊອກ​ຫາ​ຄູ່​ຄອງຕະຫລອດ​ເວລາ​ໃນ​ໄລຍະ​ 20 ຫາ ສາມ​ສິບ​ປີ ພຽງ​ແຕ່ ​ເພື່ອ “ຄວາມ​ມ່ວນ​ຊື່ນ,” ​ເທົ່າ​ນັ້ນ ຈົນ​ວ່າ​ໄດ້​ເລື່ອນ​ການ​ແຕ່ງງານ​ອອກ​ໄປ ​ເພາະ​ຄວາມ​ສົນ​ໃຈ ​ແລະ ກິດຈະກຳ​​ອື່ນໆ. ​ເປັນ​ຫຍັງ? ​ເພາະວ່າ ການ​ຊອກ​ຫາ​ຄູ່​ຄອງ ​ແລະ ການ​ແຕ່ງງານ ບໍ່​ແມ່ນ​ການ​ໄປ​ເຖິງຈຸດໝາຍ​ປາຍທາງ. ມັນ​ແມ່ນ​ຕົ້ນທາງ ບ່ອນ​ທີ່​ທ່ານ​ຢາກ​ເດີນ​ໄປ. “ດ້ວຍ​ເຫດ​ນີ້ ຜູ້​ຊາຍ​ຈຶ່ງ​ຈາກ​ພໍ່​ແມ່​ຂອງ​ຕົນ ​ແລະ ​ໄປ​ຕິດ​ພັນ​ຢູ່​ກັບ​ເມຍ​ຂອງ​ຕົນ.”11

ໜ້າ​ທີ່​ຮັບຜິດຊອບ​ຂອງ​ທ່ານ​ໃນ​ເວລາ​ນີ້ ​ແມ່ນ​​ໃຫ້​ຕົນ​ເອງ​ມີຄ່າ​ຄວນ​ສຳລັບ​ຄົນ​ທີ່​ທ່ານ​ຈະ​ແຕ່ງງານ​ດ້ວຍ. ຖ້າ​ຫາກ​ທ່ານ​ຢາກ​ແຕ່ງງານ​ກັບ​ຄົນ​ທີ່​ດີ, ໜ້າ​ຮັກ, ຊື່ສັດ, ​ໃຈດີ, ຂະຫຍັນ, ມີສິນ​ທຳ, ທ່ານຕ້ອງ ​ ເປັນ ​ຄົນ​ແບບ​ນັ້ນຄື​ກັນ. ຖ້າ​ຫາກ​ທ່ານ ເປັນ ຄົນ​ແບບ​ນັ້ນ ​ແລະ ຍັງ​ບໍ່​ໄດ້​ແຕ່ງງານ​ເທື່ອ, ​ໃຫ້​ມີ​ຄວາມ​ອົດທົນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະຜູ້​ເປັນ​ເຈົ້າຮູ້​ເຖິງ​ຄວາມ​ປາດ​ຖະໜາ​ຂອງ​ທ່ານ ​ແລະ ຮັກ​ທ່ານ​ສຳລັບ​ການ​ອຸທິດ​ຕົນ​ທີ່​ຊື່ສັດ ຕໍ່​ພຣະອົງ. ພຣະອົງ​ມີ​ແຜນ​ສຳລັບ​ທ່ານ. ຈົ່ງ​​ເຊື່ອ​ຟັງ​ຕໍ່​ພຣະວິນ​ຍານ​ຂອງ​ພຣະອົງ. “ຢ່າ​ພະຍາຍາມ​ແນະນຳ​ພຣະຜູ້​ເປັນ​ເຈົ້າ, ​ແຕ່​ໃຫ້​ຮັບ​ເອົາ​ຄຳ​ແນະນຳ​ຈາກ​ພຣະຫັດ​ຂອງ​ພຣະອົງ.”12 ​ໃນ​ຊີວິດ​ນີ້ ຫລື ​ໃນ​ຊີວິດ​ໜ້າ, ຄຳ​ສັນຍາ​ຂອງ​ພຣະອົງ​ຈະ​ເກີດ​ເປັນ​ຈິງ. ຖ້າຫາກ​ທ່ານຕຽມ​ພ້ອມ ທ່ານຈະ​ບໍ່​ຢ້ານ​ກົວ.”13

ຖ້າ​ຫາກ​ທ່ານ​ບໍ່​ມີ​ແຫ​ລ່ງຊ່ອຍ​ເຫລືອ​ພໍ, ບໍ່​ຕ້ອງ​ເປັນ​ຫ່ວງ.​ ​ເມື່ອ​ບໍ່​ດົນ​ມາ​ນີ້ ສະມາຊິກ​ທີ່​ດີ​ຂອງ​ສາ​ດສະໜາ​ຈັກ ​ໄດ້​ບອກ​ຂ້າພະ​ເຈົ້າວ່າ, “ຂ້ານ້ອຍ​ບໍ່​ໄດ້​ລ້ຽງ​ດູ​ລູກໆ​ ພຽງ​ແຕ່​ດ້ວຍ​ເງິນ​ເທົ່າ​ນັ້ນ; ຂ້ານ້ອຍ​ໄດ້​ລ້ຽງ​ພວກ​ເຂົາ​ດ້ວຍ​ສັດທາ​ນຳ​ອີກ.” ຈົ່ງ​ເລີ່ມ​ໃຊ້​ສັດທາ​ໃນ​ທຸກ​ດ້ານ ​ໃນ​ຊີວິດຂອງ​ທ່ານ. ຖ້າ​ຫາກ​ທ່ານ​ບໍ່​ເຮັດ, ທ່ານ​ຈະ​ຕ້ອງ​ທົນ​ກັບ ສິ່ງ​ທີ່​ຂ້າພະ​ເຈົ້າ​ເອີ້ນ​ວ່າ “ສັດທາ​ທີ່​ອ່ອນ​ແອ.” ພະລັງ​ທີ່​ຕ້ອງການ ​ເພື່ອ​ເອົາ​ມາ​ໃຊ້​ກັບສັດທາ​ຂອງ​ທ່ານ ​ຈະ​ໝົດ​ໄປ. ສະນັ້ນ ຈົ່ງ​ໃຊ້​ສັດທາ​ທຸກ​ມື້, ​​ແລ້ວ​ທ່ານ​ຈະ “ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆ … ​ແລະ ໝັ້ນຄົງ​ຂຶ້ນ​ໄປ​ເລື້ອຍໆ ​ນຳ​ສັດທາ​ໃນ​ພຣະຄຣິດ.”14

​ໃນ​ການ​ຕຽມ​ພ້ອມ​ສຳລັບ​ການ​ແຕ່ງງານ, ຈົ່ງ​ໃຫ້​ແນ່​ໃຈ​ວ່າ ທ່ານ​ມີ​ຄ່າ​ຄວນ​ທີ່​ຈະ​ຮັບ​ສິນ​ລະ​ລຶກ ​ແລະ ມີ​ໃບຮັບ​ຮອງ​ເຂົ້າພຣະວິຫານ. ຈົ່ງ​ໄປ​ພຣະວິຫານ​ເປັນ​ປະຈຳ. ຮັບ​ໃຊ້​ໃນ​ສາດສະໜາ​ຈັກ. ນອກ​ເໜືອ​ຈາກ​ການ​ເອີ້ນ​ໃນ​ໂບດ​ແລ້ວ, ຈົ່ງ​​ເຮັດ​ຕາມ​ແບບຢ່າງຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ຜູ້​ຊຶ່ງ​ໄດ້ “ໄປ​ທຸກ​ຫົນ​ທຸກ​ແຫ່ງ ​ເຮັດ​ຄຸນງາມຄວາມດີ.”15

ບັດ​ນີ້, ທ່ານ​ອາດ​ມີ​ຄຳ​ຖາມ​ທີ່​ສຳຄັນ ກ່ຽວ​ກັບ​ການ​ເລືອກ​​ໃນ​ອະນາຄົດ. ຕອນ​ຂ້າພະ​ເຈົ້າ​ເປັນ​ໜຸ່ມ​ໂສດ, ຂ້າພະ​ເຈົ້າ​ໄດ້​ສະ​ແຫວງຫາ​ຄຳ​ແນະນຳ​ຈາກ​ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ ​ແລະ ຜູ້​​ໃຫ້​ຄຳ​ແນະນຳທີ່​ຊື່ສັດ ​ແລະ ​ໄວ້​ວາງ​ໃຈ​ໄດ້. ຄົນ​ໜຶ່ງ​ແມ່ນ​ຜູ້ນຳ​ຖານະ​ປະ​ໂລຫິດ; ອີກ​ຄົນ​ໜຶ່ງ​ແມ່ນ​ຄູ​ສອນ​ທີ່​ເຊື່ອ​ໃນ​ຕົວ​ຂອງ​ຂ້າພະ​ເຈົ້າ. ທັງ​ສອງ​ໄດ້​ເວົ້າກັບ​ຂ້າພະ​ເຈົ້າວ່າ, “ຖ້າ​ຫາກ​​ເຈົ້າຢາກ​ໄດ້​ຄຳ​ແນະນຳ​ຈາກ​ຂ້ອຍ, ​​ເຈົ້າຕ້ອງ​ຕຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ມັນ.” ຈົ່ງ​ຊອກ​ຫາຜູ້​ໃຫ້​ຄຳແນະນຳ​ດ້ວຍ​ການ​ອະທິຖານ ຜູ້​ທີ່​ເປັນ​ຫ່ວງ​ກັບ​ຄວາມສຸກ​ທາງ​ວິນ​ຍານ​ຂອງ​ທ່ານ​ແທ້ໆ. ​ໃຫ້​ລະວັງ​ເລື່ອງ​ການ​ຮັບ​ເອົາ​ຄຳ​ແນະນຳ​ຈາກ​ໝູ່​ເພື່ອນ. ຖ້າ​ຫາກ​ທ່ານ​ຢາກ​ມີ​ຫລາຍ​ກວ່າ​ທີ່​ທ່ານ​ມີ​ຢູ່​ໃນ​ເວລາ​ນີ້, ​ໃຫ້​ທ່ານ​ຢື້​ຂຶ້ນ ສູງ, ບໍ່​ແມ່ນ​ຢື້​ໄປ​ທາງ​ຂ້າງ!16

ຈົ່ງ​ຈື່​ຈຳ​ໄວ້​ວ່າ, ຄົນ​ອື່ນ​ບໍ່​ສາມາດ​ຢື້​​ຂຶ້ນ​ແທນ​ທ່າ​ນ​ໄດ້. ພຽງ​ແຕ່​ສັດທາ ​ແລະ ການ​ອະທິຖານ​ ຂອງ​ທ່ານ ​ເທົ່າ​ນັ້ນ ທີ່​ຈະ​ຍົກ​ທ່ານ​ຂຶ້ນ​ເອງ ​ແລະ ກໍ່​ໃຫ້​ເກີດ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​​ໃຈ​ໄດ້. ພຽງ​ແຕ່​ການ​ຕັດສິນ​ໃຈ ຂອງ​ທ່ານ ​ທີ່​ຈະ​ເຊື່ອ ​ເທົ່າ​ນັ້ນ ທີ່​ຈະ​ປ່ຽນ​ຊີວິດ​ຂອງ​ທ່ານ​ໄດ້.17 ​ເພາະມີ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ສຳລັບ​ທ່ານ, ພະລັງ​ດັ່ງກ່າວ​​ໄດ້​ຢູ່​ໃນ​ຕົວ​ທ່ານ.

​ເມື່ອ​ບໍ່​ດົນ​ມາ​ນີ້, ຊາຍ​ໜຸ່ມ​ໂສດ​ຄົນ​ໜຶ່ງ​ທີ່​ມີ​ອາຊີບ​ເປັນ​ຜູ້​ສ້າງ​ໜັງ ​​ໄດ້​ເວົ້າວ່າ ລາວ​ເປັນ​ລຸ້ນຄົນ​ທີ່​ເອີ້ນ​ວ່າ “ລຸ້ນລູກ​ທີ່​​ເສຍ”—​ເປັນ​ລຸ້ນທີ່ “ສະ​ແຫວງຫາ​ຄວາມ​ຫວັງ ​ແລະ ຄວາມສຸກ ​ແລະ ຄວາມ​ສຳ​ເລັດ​ຜົນ, ​ແຕ່​ໄດ້​ຊອກ​ຫາ​ຜິດ​ບ່ອນ ​ແລະ ຜິດ​ທິດ​ຜິດ​ທາງ.”18

​ໃນ​ຄຳ​ອຸປະມາ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເລື່ອງ​ລູກ​ຊາຍ​ທີ່​​ເສຍ, ລູກ​ຊາຍ​ໄດ້​ມີ​ຫລາຍ​ສິ່ງ​ທີ່​ເປັນ​ພອນ ຊຶ່ງ​ລໍຖ້າ​ລາວ​ຢູ່, ​ແຕ່​ລາວ​ບໍ່​ສາມາດ​ທວງ​ເອົາ​ມັນ​ໄດ້, ລາວ​ຕ້ອງ​​ສຳ​ຫລວດ​ເບິ່ງ​ຊີວິດ, ການ​ເລືອກ, ​ແລະ ສະ​ພາບ​ການ​​ຂອງ​ລາວ​ກ່ອນ. ການ​ມະຫັດສະຈັນ​ທີ່​ໄດ້​ເກີດ​ຂຶ້ນຕໍ່​ໄປ ​ໄດ້​ຖືກ​ບັນຍາຍ​ໄວ້​ໃນ​ພຣະຄຳ​ພີ ດ້ວຍ​ຖ້ອຍ​ຄຳ​ທີ່​ລຽບ​ງ່າຍ ທີ່​ວ່າ: “ລາວ​ສຳນຶກ​ຕົວ​ໄດ້.”19 ຂ້າພະ​ເຈົ້າຂໍ​​ແນະນຳ​ທ່ານ ​ໃຫ້ສຳ​ຫລວດ​ເບິ່ງ​ຊີວິດ​ຂອງ​ທ່ານ. ​ໃນ​ສາດສະໜາ​ຈັກ, ​ເມື່ອ​ຕ້ອງ​ໄດ້​ຕັດສິນ​ເຮັດ​ບາງ​ສິ່ງ​ທີ່​ສຳຄັນ, ພວກ​ເຮົາ​​ໄດ້ຈັດການ​ປະຊຸມ​ສະພາ​ສະ​ເໝີ. ສະພາ​ຂອງ​ຄອບຄົວ​ກໍ​ເປັນ​ເໝືອນ​ແບບ​ດຽວ​ກັນ. ທ່ານ​ອາດ​ເຮັດ​ສິ່ງ​ທີ່​ຂ້າພະ​ເຈົ້າ​ເອີ້ນ​ວ່າ “ສະພາສ່ວນ​ຕົວ.” ​ໃຊ້​ເວລາ​ຢູ່​ຄົນ​ດຽວ. ຄິດ​ກ່ຽວ​ກັບ​ອະນາຄົດ. ຖາມ​ຕົວ​ເອງ​ວ່າ: “ເຮົາ​ຕ້ອງ​ເຂັ້ມ​ແຂງ​ໃນ​ດ້ານ​​ໃດ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ຊ່ອຍ​ໃຫ້​ຄົນ​ອື່ນ​ເຂັ້ມ​ແຂງ​ຂຶ້ນ? ​ເຮົາ​ຢາກ​ຢືນ​ຢູ່​ຈຸດ​ໃດ ໜຶ່ງ​ປີ​ຈາກ​ນີ້? ສອງ​ປີ​ຈາກ​ນີ້? ​ເຮົາ​ຕ້ອງ​ເລືອກ​ເຮັດ​ສິ່ງ​ໃດ ​ເພື່ອ​ໃຫ້​ເຖິງ​ຈຸດ​ນັ້ນ?” ຈົ່ງ​ຈື່​ຈຳ​ໄວ້​ວ່າ, ທ່ານ​ເປັນ​ຄົນ​ຂັບ​ຍົນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເມື່ອ​ທ່ານ​ສຳ​ຫລວດ​ເບິ່ງ​ຕົວ​ເອງ​ແລ້ວ, ພຣະບິດາ​ເທິງ​ສະຫວັນ ຈະ​ມາ​ຫາ​ທ່ານ. ດ້ວຍ​ພຣະຫັດ​ທີ່​ປອບ​ໂຍນ​ຂອງ​ພຣະວິນ​ຍານ​ບໍລິສຸດ, ພຣະອົງ​ຈະ​ນຳພາ​ທ່ານ​ໄປ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຈົ້າຊົງ​ພຣະຊົນ​ຢູ່. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ພິ​ເສດ​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຮັກ​ທ່ານ. ​ເຮົາຈະ​ບໍ່​ກ້າວ​ຕໍ່​ໄປ​ໃນ​ອຸດົມ​ການ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງບໍ? ​ກ້າວ​ໄປ​ໜ້າ ​ແລະ ບໍ່​ຖອຍ​ກັບ.20 ​ເມື່ອ​ທ່ານ​ຕິດຕາມ​ພຣະອົງ, ພຣະອົງ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ທ່ານ ​ແລະ ຄ້ຳຈູນທ່ານ. ພຣະອົງ​ຈະພາ​ທ່ານ​ກັບ​ຄືນ​ໄປ​ບ້ານ​ບ່ອນສູງ​ສຸດ​ຂອງ​ທ່ານ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.