​2010–2019
ຂ້າພະ​ເຈົ້າຄຳນຶງ​ເຖິງ​ຂໍ້ຄວາມ​ເຫລົ່ານັ້ນຕະຫລອດ​ເວລາ
ຕຸລາ 2015


ຂ້າພະ​ເຈົ້າຄຳນຶງ​ເຖິງ​ຂໍ້ຄວາມ​ເຫລົ່ານັ້ນຕະຫລອດ​ເວລາ

ຂ້າພະ​ເຈົ້າອະທິຖານ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ ທ່ານ​ຈະ​ເລືອກ​ໄຕ່ຕອງ​ພຣະຄຳ​ຂອງ​ພຣະ​ເຈົ້າ ​ໃນ​​ແບບ​ທີ່​ຕໍ່​ເຕີມ ​ແລະ ​ເລິກ​ຊຶ້ງ.

ໃນ​ຝ່າຍວິ​ຊາ​ອາ​ຊີບ, ຂ້າພະ​ເຈົ້າ​ເປັນ​ນັກ​ລົງທຶນ. ໃນ​​ຝ່າຍຄວາມ​ເຊື່ອ, ຂ້າ​ພະ​ເຈົ້າ​​ເປັນ​ສານຸສິດຂອງ​ພຣະ​ເຢຊູ​ຄຣິດ, ພຣະບຸດ​ຂອງ​ພຣະ​ເຈົ້າ.1 ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ເຮັດ​ຕາມ​ຫລັກການ​ເລື່ອງ​ການ​ເງິນ​ຢ່າງ​​ເອົາ​ຈິງ​ເອົາ​ຈັງ. ​ເມື່ອ​ຂ້າພະ​ເຈົ້າ​ເຮັດ​ຕາມ​ຄວາມ​ເຊື່ອ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າກໍ​ພະຍາຍາມ​ຕິດຕາມຫລັກ​ທຳ​ທາງ​ວິນ​ຍານ ທີ່​ຊ່ອຍ​ຂ້າພະ​ເຈົ້າ​ໃຫ້ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ອຍ​ໃຫ້​ລອດ.

ຄຳ​ເຊື້ອ​ເຊີນ​ນຳ​ພອນ​ມາ​ໃຫ້

ລາງວັນ​ສ່ວນ​ຕົວ​ຫລາຍ​ຢ່າງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບໃນ​ຊີວິດ​ນີ້ ມາ​ຈາກ​ບາງ​ຄົນ​ທີ່​ເຊື້ອ​ເຊີນ​ຂ້າພະ​ເຈົ້າ​ໃຫ້​​ເຮັດ​ສິ່ງ​ທີ່​ຫຍຸ້ງຍາກ. ​​ໃນ​ຈຸດປະສົງ​ດຽວ​ກັນນັ້ນ, ​ຂ້າພະ​ເຈົ້າຈຶ່ງ​ຂໍ​ມອບ​ຄຳ​ເຊື້ອ​ເຊີນ​ສອງ​ຢ່າງ​ນີ້​​ໃຫ້​ທ່ານ. ຢ່າງ​ທຳອິດ​ແມ່ນ​ກ່ຽວ​ພັນ​ກັບຝ່າຍ​ການ​ເງິນ. ​ຄຳ​ເຊື້ອ​ເຊີນ​ຢ່າງ​ທີ​ສອງມີ​ສ່ວນ​ກ່ຽວ​ພັນ​ກັບ​ຝ່າຍວິນ​ຍານ. ຄຳເຊື້ອ​ເຊີນ​ທັງ​ສອງ​ຢ່າງ, ຖ້າ​ຮັບ​ເອົາ, ຈະ​ຮຽກຮ້ອງ​ຄວາມ​ພະຍາຍາມ​ທີ່​ຕ້ອງ​ມີ​ລະບຽບ​ວິ​ໄນອັນ​ຍາວ​ນານ ​ກ່ອນ​ຈະ​ໄດ້​ຮັບ​ພອນ​ທີ່​ເພິ່ງ​ປາດ​ຖະໜາ.

ຄຳເຊື້ອ​ເຊີນ​ຢ່າງ​ທີ​ໜຶ່ງ

ຄຳ​ເຊື້ອ​ເຊີນ​ຢ່າງ​ທີ​ໜຶ່ງ​ແມ່ນ​ລຽບ​ງ່າຍ: ຂ້າພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ທ້ອນ​​ເງິນ​ແຕ່​ລະອາ​ທິດ. ຈຳນວນ​​ເງິນທີ່​ທ່ານ​ທ້ອນນັ້ນ​ແມ່ນ​ບໍ່​ສຳຄັນ​ຫລາຍ; ມັນ​ຂຶ້ນກັບ​ທ່ານ​ເອງ. ​ເມື່ອ​ທ່ານ​ພັດທະນາ​ນິ​ໄສ​ເລື່ອງ​ການ​ທ້ອນ​ເງິນ, ທ່ານ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເປັນ​ສ່ວນ​ຕົວ. ​ແລະ ທ່ານ​ອາດ​ມີ​ໂອກາດ​ທີ່​ຈະ​ຊ່ອຍ​ເຫລືອ​ຄົນ​ອື່ນທາງ​ຝ່າຍ​ການ​ເງິນ ​ເພາະ​ຄວາມ​ພາກ​ພຽນ​ຂອງ​ທ່ານ. ​ໃຫ້​ຄິດ​ເບິ່ງ​ຜົນ​ປະ​ໂຫຍ​ດຂອງ​ການ​ທ້ອນ​ເງິນ​ທຸກ​ອາທິດ ​ເປັນ​ເວລາ​ 6 ເດືອນ, ໜຶ່ງປີ, 10 ປີ, ​ແລະ ອື່ນໆ. ​ເມື່ອ​ເວລາ​ຜ່ານ​ໄປ ຄວາມ​ພະຍາຍາມ​ອັນ​ເລັກ​ນ້ອຍນັ້ນ ຈະ​​ໄດ້​ຮັບ​ຜົນ​ປະ​ໂຫຍດຢ່າງ​ຫລວງຫລາຍ.2

ຄຳເຊື້ອ​ເຊີນ​ຢ່າງ​ທີ​ສອງ

ຄຳເຊື້ອ​ເຊີນ​ຢ່າງ​ທີ​ສອງ​ແມ່ນ​ແຕກ​ຕ່າງ​ຈາກ​ ​​ແລະ ສຳຄັນ​ຫລາຍກວ່າຢ່າງ​ທີ​ໜຶ່ງ. ນັ້ນຄື: ຂ້າພະ​ເຈົ້າຢາກ​ເຊື້ອ​ເຊີນ​ທ່ານ ​ໃຫ້​ “​ໄຕ່ຕອງ​ທ່ອງ​ຈຳ”3 ພຣະຄຳ​ພີ​ໜຶ່ງ​ຂໍ້​ຕໍ່​ອາທິດ. ຄຳ​ວ່າ ​ ໄຕ່ຕອງ​ທ່ອງ​ຈຳ ບໍ່​ມີ​ຢູ່​ໃນ​ປຶ້ມວັດຈະນະ​ນຸກົມ, ​ແຕ່​ຂ້າພະ​ເຈົ້າມັກ​ຄຳ​ນີ້. ສະນັ້ນ ການ​ໄຕ່ຕອງ​ທ່ອງ​ຈຳ ໝາຍ​ຄວາມ​ວ່າ​ແນວ​ໃດ? ຂ້າພະ​ເຈົ້າໝາຍ​ເຖິງ​ການ​ເອົາ 80 ​ເປີ​ເຊັນ ຂອງ​ຄຳ​ວ່າ ​ໄຕ່ຕອງ ກັບ 20 ​ເປີ​ເຊັນ ຂອງ​ຄຳ​ວ່າ ທ່ອງ​ຈຳ​ມາ​ປະສົມ​ເຂົ້າກັນ.

ມີ​ຂັ້ນຕອນ​ທີ່​ງ່າຍໆ​ຢູ່​ສອງ​ຢ່າງ ດັ່ງ​ນີ້:

ທຳ​ອິດ, ​ເລືອກ​ເອົາ​ພຣະຄຳ​ພີ​ຂໍ້​ໜຶ່ງ ​ແຕ່​ລະອາ​ທິດ ​ແລະ ວາງ​ມັນ​ໄວ້​ບ່ອນ​ທີ່ສາມາດ​ຫລຽວ​ເຫັນ​ໄດ້​ທຸກ​ມື້.

ທີ​ສອງ, ອ່ານ ຫລື ຄິດ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ມັນ ​ແລະ ສຳນວນ​ທີ່​ສຳຄັນຫລາຍ​ເທື່ອ​ແຕ່​ລະ​ມື້ ຕະຫລອດ​ອາທິດ​.

​ໃຫ້​ຄິດ​ເຖິງ​ຜົນດີ​ທີ່​ຈະ​ໄດ້​ຮັບຈາກ​ການ​ເຮັດ​ສິ່ງ​ນີ້​ທຸກໆ​ອາທິດ ປະມານ ຫົກ​ເດືອນ, ໜຶ່ງ​ປີ, 10 ປີ, ຫລື ຫລາຍ​ກວ່າ​ນັ້ນ.

​ເມື່ອ​ທ່ານ​ພະຍາຍາມ​ເຮັດ​ສິ່ງ​ນີ້, ທ່ານ​ຈະ​ຮູ້ສຶກ​​ເຖິງ​ວ່າ ຝ່າຍ​ທາງ​ວິນ​ຍານ​ຂອງ​ທ່ານ​ເຂັ້ມ​ແຂງ​ຂຶ້ນ. ທ່ານ​ຈະ​ສາມາດ​ສອນ ​ແລະ ຊ່ອຍ​ເຫລືອ​ຄົນ​ທີ່​ທ່ານ​ຮັກ ​ໃນ​ວິທີ​ທີ່​ມີ​ຄວາມ​ໝາຍ​ຫລາຍກວ່າ​ນຳ​ອີກ.

ຮູບ​ພາບ
ການ​ໃຊ້​ສາຍ​ທໍ່​ຫັນ​ໃຈໃນ​ນ້ຳ

​ຖ້າທ່ານ​​ເລືອກ​ທີ່​ຈະໄຕ່ຕອງ​ທ່ອງ​ຈຳ​ທຸກ​ອາທິດ, ທ່ານ​ອາດ​ຮູ້ສຶກ​ຄືກັບ​ຄົນ​ທີ່​ເຄີຍ​ໃຊ້​ສາຍ​ທໍ່​ຫັນໃຈ​ໃນ​ນ້ຳ ​ແຕ່​ຕອນ​ນີ້​ທ່ານ​ຢາກ​ໃຊ້​ເຄື່ອງ​ຫັນ​ໃຈ​ໃນ​ນ້ຳ. ​ເມື່ອ​ທ່ານ​ຕັດສິນ​ໃຈ​ເຮັດ​ແນວ​ນັ້ນ, ຄວາມ​ເຂົ້າ​ໃຈ​ເລິກ​ຊຶ້ງກວ່າ ​ເຖິງ​ຫລັກ​ທຳ​ພຣະກິດ​ຕິ​ຄຸນ ຈະ​ເປັນ​ຂອງ​ທ່ານ ​ແລະ ​​ມຸມ​ມອງ​​ໃໝ່ທາງ​ວິ​ນຍານ ຈະ​ເປັນ​ພອນ​ແກ່​ຊີວິດຂອງ​ທ່ານ.

ຮູບ​ພາບ
ການ​ໃຊ້​ເຄື່ອງ​ຫັນ​ໃຈ​ໃນ​ນ້ຳ

​ເມື່ອ​ທ່ານ​ຄິດ​ເຖິງ​ຂໍ້​ພຣະຄຳ​ພີ​ທີ່​ທ່ານ​ເລືອກ​ແຕ່​ລະ​ອາທິດ, ຖ້ອຍ​ຄຳ ​​ແລະ ສຳນວນ ຈະ​ຖືກ​ຂຽນ​ໄວ້​ຢູ່​ໃນ​​ໃຈ​ຂອງ​ທ່ານ.4 ​ຖ້ອຍ​ຄຳ ​ແລະ ສຳນວນ​ເຫລົ່າ​ນັ້ນ ຈະ​ມີ​ຄວາມ​ສຳຄັນ​ຫລາຍ​ສຳລັບ​ທ່ານ. ໃນ​ອີກ​ຄຳ​ໜຶ່ງ, ການທ່ອງ​ຈຳ​ຈະ​ງ່າຍ​ຂຶ້ນ ​ແລະ ​ເປັນ​ແບບ​ທຳ​ມະ​ຊາດ. ​ແຕ່​ຈຸດ​ເປົ້າໝາຍ​ຕົ້ນຕໍ ຂອງ​ການ​ໄຕ່ຕອງ​ທ່ອງ​ຈຳນັ້ນ ​ແມ່ນ​​ເພື່ອ​ໃຫ້​ທ່ານ​ມີ​ສິ່ງ​ທີ່​ຕ້ອງ​ຄິດ—​ເພື່ອ​ຮັກສາ​ທ່ານ​ໃຫ້​ຢູ່​ໃກ້​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ພຣະຜູ້​ຊ່ອຍ​ໃຫ້​ລອດໄດ້​ບອກ​ເຮົາ ໃຫ້ສະ​ສົມຖ້ອຍ​ຄຳ​ແຫ່ງ​ຊີວິດ​ໄວ້​ໃນຈິດ​ໃຈ​ຂອງ​ເຮົາ ເລື້ອຍ​ໄປ.5 ການ​ໄຕ່ຕອງ​ທ່ອງ​ຈຳ ​ເປັນ​ວິທີ​ທີ່​ລຽບ​ງ່າຍ ​ແລະ ​ໃຫ້​ຄວາມ​ຮູ້.

ຂ້າພະ​ເຈົ້າ​ເຊື່ອ​ວ່າ ນີ​ໄຟ ກໍ​ເປັນ​ຄົນ​ໜຶ່ງ​ທີ່​ມັກ​ໄຕ່ຕອງ​ທ່ອງ​ຈຳ. ​ເພິ່ນ​ໄດ້​ກ່າວ​ວ່າ, “ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​ເບີກບານ​ໃນ​ພຣະ​ຄຳ​ພີ ແລະ ໃຈ​ຂອງ​ຂ້າພະ​ເຈົ້າຄຳນຶງ​ເຖິງ​ຂໍ້ຄວາມ​ເຫລົ່ານັ້ນ [ຕະຫລອດ​ເວລາ], ແລະ ໄດ້​ບັນທຶກ​ມັນ​ໄວ້​ເພື່ອ​ການ​ຮຽນ​ຮູ້ ແລະ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ລູກ​ຫລານ​ຂອງ​ຂ້າພະ​ເຈົ້າ.”6 ​ເພິ່ນ​​ໄດ້​ຄິດ​ກ່ຽວ​ກັບ​ລູກ​ຫລານ​ຂອງ​ເພິ່ນ ​ໃນ​ຂະນະ​ທີ່​ເພິ່ນ​ໄຕ່ຕອງ ​ແລະ ຂຽນ​ພຣະຄຳ​ພີ. ຄອບຄົວ​ຂອງ​ທ່ານ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແນວ​ໃດ​ແດ່ ​ເມື່ອ​ທ່ານ​ພະຍາຍາມ ຕະຫລອດ​ເວລາ ທີ່​ຈະ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ພຣະຄຳ​ຂອງ​ພຣະ​ເຈົ້າ?

ຂໍ້​ພຣະຄຳ​ພີ​ຂອງ​ຂ້າພະ​ເຈົ້າ

​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ໄຕ່ຕອງ​ທ່ອງ​ຈຳ ​ ແອວ​ມາ ບົດ​ທີ 5 ຂໍ້​ທີ 16. ມັນ​ກ່າ​ວວ່າ, “ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ, ພວກ​ທ່ານ​ຄິດ​ເອງ​ໄດ້​ບໍ່​ວ່າ ພວກ​ທ່ານ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າກ່າວ​ກັບ​ພວກ​ທ່ານ​ໃນ​ມື້ນັ້ນວ່າ: ຈົ່ງ​ມາ​ຫາ​ເຮົາ​ເຖີດ ເຈົ້າ​ເປັນ​ສຸກ​ແລ້ວ, ເພາະ​ຈົ່ງ​ເບິ່ງ, ວຽກ​ງານ​ຂອງ​ເຈົ້າ​ເປັນ​ວຽກ​ງານ​ທີ່​ຊອບ​ທຳ​ໃນ​ຜືນ​ແຜ່ນດິນ​ໂລກ?”

​ໃນ​ທ້າຍ​ອາທິດ, ນີ້​ຄື​ສິ່ງ​ທີ່​ຂ້າພະ​ເຈົ້າ​ຈຳ​ຢູ່​ໃນ​ຈິດ​ໃຈ. ຂ້າພະ​ເຈົ້າ​ໄດ້​ຍິນສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ ກ່າວ​ວ່າ, “ຈົ່ງ​ມາ​ຫາ​ເຮົາ​ເຖີດ ເຈົ້າ​ເປັນ​ສຸກ​ແລ້ວ, ເພາະ​ຈົ່ງ​ເບິ່ງ, ວຽກ​ງານ​ຂອງ​ເຈົ້າ​ເປັນ​ວຽກ​ງານ​ທີ່​ຊອບ​ທຳ” (ແອວມາ 5:16).

​ດັ່ງ​ທີ່​ທ່ານ​ສາມາດ​ເຫັນ​ໄດ້​, ຂ້າພະ​ເຈົ້າບໍ່​ໄດ້​ທ່ອງ​ຈຳ​ທຸກ​ຄຳ​ຢູ່​ໃນ​ຂໍ້​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າ​ໄດ້​ໄຕ່ຕອງ​ຈຸດ​ສຳຄັນ​ຢູ່​ໃນ​ຂໍ້​ນັ້ນຄືນ​ແລ້ວ​ຄືນ​ອີກ ​ແລະ ຮູ້​ວ່າມັນ​ຢູ່ບ່ອນ​ໃດ. ​ແຕ່​ສ່ວນ​ທີ່​ສຳຄັນ​ຂອງ​ຂັ້ນຕອນ​ແມ່ນ ຂ້າພະ​ເຈົ້າມີສິ່ງ​ທີ່​ດີກ​ວ່າ ທີ່​ຈະ​ຄິດ​ໄຕ່ຕອງ. ​ໃນ​ລະຫວ່າງ​ອາທິດ​ນັ້ນ ຂ້າພະ​ເຈົ້າ​ໄດ້​ວາດ​ພາບ​ເຫັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ກ່າວ​ຄຳ​ຊຸກຍູ້​ຂ້າພະ​ເຈົ້າ. ພາບ​ນັ້ນ​ໄດ້​ປະ​ທັບ​ໃຈ​ຂອງ​ຂ້າພະ​ເຈົ້າ ​ແລະ ​ໄດ້​ດົນ​ໃຈ​ຂ້າພະ​ເຈົ້າ ​ໃຫ້​ມີ​ຄວາມ​ປາດ​ຖະໜາ ທີ່​ຈະ “ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ຊອບ​ທຳ.” ນັ້ນ​ແຫລະ ຄື​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ ​ເມື່ອ​ເຮົາ “ເບິ່ງ​ທີ່ [ພຣະຄຣິດ] ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ.”7

​ເຮົາ​ຕ້ອງ​ຕໍ່ຕ້ານ

ທ່ານ​ອາດ​ຖາມ​ວ່າ, “ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ສິ່ງ​ນີ້?” ຂ້າພະ​ເຈົ້າຕອບ​ວ່າ ​ເຮົາ​ດຳລົງ​ຊີວິດ​ຢູ່​ໃນ​ວັນ​ເວລາ​ທີ່​ມີ​ຄວາມ​ຊົ່ວ​ຮ້າຍ​ຫລາຍ. ຊິ​ໃຫ້​ເຮົາ​ມາຮັບ​ຮູ້​ທຸກ​ສິ່ງ​ທີ່​ເປັນ​ຢູ່ ​ແລະ ຟັງ​ຖ້ອຍ​ຄຳ​ຫຍາບ​ຄາຍ ​ແລະ ​ເບິ່ງ​ພາບ​ທີ່​ເປັນ​ບາບຢູ່ຊື່ໆ ​ຊຶ່ງ​ຂະຫຍາຍ​ໄປ​ທົ່ວ​ທຸກ​ບ່ອນ ​​ໂດຍ​ທີ່​ບໍ່​ເຮັດ​ຫຍັງ​ເລີຍ ບໍ່​ໄດ້. ​ເຮົາ​ຕ້ອງຕໍ່ຕ້ານ. ​ເມື່ອ​ຈິດ​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຄິດ ​ແລະ ພາບ​ທີ່​​ດີ, ​ເມື່ອ​ເຮົາ “ລະນຶກ​ເຖິງ​ພຣະອົງ​ຕະຫລອດ​ເວລາ,”8 ມັນ​ຈະ​ບໍ່​ມີ​ສ່ວນ​ທີ່​ເຫລືອ​ຢູ່ ​ສຳລັບ​ສິ່ງ​ສົກກະປົກ ​ແລະ ​ບໍ່​ມີຄ່າ​ຄວນ​ເລີຍ.

​ໃນ​ພຣະຄຳ​ພີ​ມໍ​ມອນ, ພຣະ​ເຢຊູ​ຄຣິດ​ໄດ້​ເຊື້ອ​ເຊີນ​ທຸກ​ຄົນ ​ໃຫ້ “ໄຕ່ຕອງ​ເຖິງ​ເລື່ອງ​ທີ່ [ພຣະອົງ​ໄດ້] ກ່າວ​ໄປ​ນັ້ນ.”9 ​ໃຫ້​ຄິດ​ວ່າ ການ​ໄຕ່ຕອງ​ທ່ອງ​ຈຳ ​ເປັນສິ່ງ​ໜຶ່ງ​ທີ່​ທ່ານ​ເອົາ​ໄປ​ຕື່ມ​ໃສ່ ໃນ​ການ​ສຶກສາ​ພຣະຄຳ​ພີ​ເປັນ​ສ່ວນ​ຕົວ ​ແລະ ​ເປັນ​ຄອບຄົວ​ກໍ​ໄດ້, ​ແຕ່​ຢ່າ​ໃຫ້​ມັນ​ກາຍ​ເປັນ​ສິ່ງ​ທົດ​ແທນ. ​ການ​ໄຕ່ຕອງ​ທ່ອງ​ຈຳ ​ປຽບ​ເໝືອນ​ການ​ກິນ​ຢາ ວິດ​ຕາ​ມິນ ​ເພີ່ມ​ໃສ່​ກັບ​ອາຫານ​ທາງ​ວິນ​ຍານ​ຂອງ​ທ່ານ.

ມັນ​ຍາກ​​ເກີນ​ໄປ

ທ່ານ​ອາດ​ເວົ້າວ່າ, “ການ​ໄຕ່ຕອງ​ທ່ອງ​ຈຳ ຟັງ​ແລ້ວ​ແມ່ນຍາກ​ເກີນ​ໄປ​ສຳລັບ​ຂ້າພະ​ເຈົ້າ.” ຢ່າ​ສະກັດ​ກັ້ນ. ສິ່ງ​ທີ່​ຍາກ​ອາດ​ເປັນ​ສິ່ງ​ດີ. ພຣະຄຣິດ​ເຊື້ອ​ເຊີນ​ເຮົາ​ໃຫ້​ເຮັດ​ຫລາຍ​ສິ່ງ​ທີ່​ຍາກ ​ເພາະ​ພຣະອົງ​ຮູ້​ວ່າ ​ເຮົາ​ຈະ​ໄດ້​ຮັບ​ພອນ​ຈາກການ​ກະທຳ​ນັ້ນ.10

ຮູບ​ພາບ
ພຣະ​ຄຳ​ພີ​ຢູ່​ໃນ​ໂທ​ລະ​ສັບ

​ເພື່ອນ​ບ້ານ​ໜຸ່ມ​ຄົນ​ໜຶ່ງ​ຂອງ​ພວກຂ້າພະ​ເຈົ້າ ​ໄດ້​ພົບ​ເຫັນ​ວິທີ​ໜຶ່ງ​ທີ່​ງ່າ​ຍໆ ສຳລັບ​ການ​ໄຕ່ຕອງ​ທ່ອງ​ຈຳ. ລາວ​ໄດ້​ເອົາ​ຂໍ້​ພຣະຄຳ​ພີ​ສະ​ເພາະ​ແຕ່​ລະອາ​ທິດ ຕິດ​ໃສ່​ຈໍ​ມື​ຖື​ຂອງ​ລາວ. ​ແນວ​ຄິດ​ໜຶ່ງ​ອີກ ທີ່​ທ່ານ​ລອງ​ເຮັດ​ໄດ້ ​ແມ່ນ​ການ​ບອກ​ຂໍ້​ດຽວ​ກັນ ​ໃຫ້​ອ້າຍ​ເອື້ອຍ​ນ້ອງ, ​ໃຫ້​ລູກ, ຫລື ​ໃຫ້​ເພື່ອນ​ຮູ້​ນຳ. ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ຈູລີ, ​ແລະ ຂ້າພະ​ເຈົ້າ ​ໄດ້​ຊ່ອຍ​ກັນ. ພວກ​ເຮົາ​ເລືອກ​ເອົາ​ຂໍ້​ດຽວ​ກັນ​​ແຕ່​ລະອາ​ທິດ. ນາງ​​ໄດ້​ຕິດ​ຂໍ້ນັ້ນ ​ໄວ້​ປະຕູ​ຕູ້​ເຢັນ. ຂ້າພະ​ເຈົ້າ​ໄດ້​ຕິດ​ຂໍ້​ນັ້ນ​ໄວ້​ໃນ​ລົດ. ​ແລ້ວພວກ​ເຮົາ​ໄດ້​ສົນທະນາ​ກັນ​ກ່ຽວ​ກັບ​ຂໍ້​ນັ້ນ ລະຫວ່າງ​ອາ​ທິດ. ພວກ​ເຮົາມັກ​ສົນທະນາ​ກ່ຽວ​ກັບ​ມັນ ນຳ​ລູກໆ. ​ເມື່ອ​ພວກ​ເຮົາ​ເຮັດ​ແນວ​ນັ້ນ, ​ເບິ່ງ​ຄື​ວ່າ ​ເຂົາ​ເຈົ້າບໍ່​ອຶດ​ອັດ​​ໃຈ ທີ່​ຈະ​ບອກ​ເຖິງ​ຄວາມ​ຄິດຄວາມ​ເຫັນ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ​ພຣະຄຳ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ຊິດສະເຕີ ເດີແຣ້ນ ຕິດ​ຂໍ້​ພຣະ​ຄຳ​ພີ​​ໃສ່ຝາຕູ້​ເຢັນ
ຮູບ​ພາບ
ບຣາເດີ ເດີແຣ້ນ ຕິດ​ຂໍ້​ພຣະ​ຄຳ​ພີ​ໃສ່​ໃນ​ລົດ

ຈູລີ ​ແລະ ຂ້າພະ​ເຈົ້າກໍ​ເປັນ​ສະມາຊິກ​ໃນ​ກຸ່ມ​ໜຶ່ງ​ໃນ​ອິນ​ເຕີ​ແນັດ ບ່ອນ​ທີ່​ສະມາຊິກ​ໃນ​ຄອບຄົວ, ໝູ່​ເພື່ອນ, ​ແລະ ຜູ້​ສອນ​ສາດສະໜາ ສາມາດ​​ແບ່ງປັນ​ຂໍ້​ພຣະຄຳ​ພີ ​ແຕ່​ລະອາ​ທິດ ​ແລະ ບາງ​ເທື່ອ​ຮ່ວມ​ທັງ​ຄວາມ​ຄິດ​ຄວາມ​ເຫັນ ຫລື ປະຈັກ​ພະຍານ. ລູກ​ສາວ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າທີ່​ຮຽນ​ຢູ່​ຊັ້ນມັດທະຍົມ ​ແລະ ໝູ່​ເພື່ອນ​ກຸ່ມ​ໜຶ່ງ​ຂອງ​ນາງ ​ໄດ້​ໃຊ້​ສື່​ສານ​ມວນ​ຊົນ ​ແລະ ຂ່າວ​ສານ​ຈາກ​ມື​ຖື ​ເພື່ອ​ແບ່ງປັນ​ຂໍ້​ພຣະຄຳ​ພີ​ໃຫ້​ກັນ​ແລະ​ກັນ.

ຮູບ​ພາບ
ຍິງ​ໜຸ່ມ​ແບ່ງ​ປັນ​ພຣະ​ຄຳ​ພີ​ໃນ​ສື່​ສານ​ມວນ​ຊົນ

ຢ່າ​ລັງ​ເລ​ໃຈ ທີ່​ຈະ​ໃຫ້​ຄົນ​ຕ່າງ​ສາດສະໜາ​ກັບ​ທ່ານ ມາ​ເຂົ້າຮ່ວມ​ກຸ່ມ​ຂອງ​ທ່ານ. ​ເຂົາ​ເຈົ້າກໍ​ຊອກ​ຫາ​ວິທີ​ທາງ​ທີ່​ຈະ​ສົ່ງ​ເສີມ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ ​ແລະ ຢາກ​ເຂົ້າ​ໃກ້​ພຣະ​ເຈົ້າຄື​ກັນ.

​ຜົນ​ປະ​ໂຫຍດ​ມີ​ອັນ​ໃດ​ແດ່?

ຮູບ​ພາບ
ຊິດສະເຕີ ເດີແຣ້ນ ສຶກ​ສາ​ພຣະ​ຄຳ​ພີ

ດັ່ງນັ້ນ, ຜົນ​ປະ​ໂຫຍດມີ​ອັນ​ໃດ​ແດ່? ​ຈູລີ​ ​ແລະ ຂ້າພະ​ເຈົ້າ​ໄດ້​ໄຕ່ຕອງ​ທ່ອງ​ຈຳ ພຣະຄຳ​ພີ​ໜຶ່ງ​ຂໍ້ ​ໃນ​ແຕ່​ລະອາ​ທິດ ​ເປັນ​ເວລາ​ສາມ​ປີ​ແລ້ວ. ທຳ​ອິດ, ພວກ​ເຮົາ​ໄດ້​ຕັ້ງ​ເປົ້າໝາຍ​ວ່າ 20 ປີ. ນາງ​ໄດ້​ບອກ​ຂ້າພະ​ເຈົ້າ ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ, “ຕອນ​ອ້າຍ​ຊວນ​ນ້ອງ​ໃຫ້​ໄຕ່ຕອງ​ທ່ອງ​ຈຳ​ພຣະຄຳ​ພີ​ໜຶ່ງ​ຂໍ້ທຸກ​ອາທິດ ​ເປັນ​ເວລາ 20 ປີ, ນ້ອງ​ບໍ່​ຮູ້​ວ່າ ນ້ອງ​ຈະ​ເຮັດ​ໄດ້​​ເຖິງ​ໜຶ່ງ​ເດືອນ​ຫລື​ບໍ່. ນ້ອງ​ບໍ່​ມີ​ຄວາມ​ສົງ​ໄສ​ອີກ​ແລ້ວ. ບັດ​ນີ້ ນ້ອງ​ເຊື່ອ​ວ່າ ການ​ຕິດ​ຂໍ້​ພຣະຄຳ​ພີ​ໄວ້​ເທິງ​ຝາ​ຕູ້​ເຢັນ ​ເປັນ​ສິ່ງ​ທີ່​ຊື່ນ​ໃຈ​ຫລາຍ ​ແລະ ການ​​ໄດ້​ໄຕ່ຕອງ​ທ່ອງ​ຈຳ​ມັນ ​ແຕ່ລະ​ເທື່ອ ທີ່​ນ້ອງ​ຫລຽວ​ເຫັນ​ມັນ, ມັນ​ກໍເຮັດ​ໃຫ້​ນ້ອງ​​ໄດ້​ຮັບ​ການ​ດົນ​ໃຈ​ຫລາຍ.”

ຫລັງ​ຈາກ​​ທີ່​ໄດ້​ໄຕ່ຕອງ​ທ່ອງ​ຈຳ​ເປັນ​ເວລາ​ຫົກອາທິດ, ​ເອື້ອຍ​ຜູ້​ຢູ່​ລັດ​ເທັກຊັສ ​ໄດ້​​ເວົ້າວ່າ: “ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ​ເຂັ້ມ​ແຂງ​ຫລາຍ​ກວ່າ​ເກົ່າ, … ແລະ ຂ້າພະ​ເຈົ້າຮູ້ສຶກ​ໄດ້​ເຂົ້າ​ໃກ້​ພຣະບິດາ​ເທິງ​ສະຫວັນ​ຫລາຍ​ກວ່າ​ເກົ່າ. … ຂ້າພະ​ເຈົ້າມັກ​ວິທີ​ທີ່​ພຣະຄຳ​ຂອງ​ພຣະ​ເຈົ້າ ປ່ຽນ​​ແປງ​ຂ້າພະ​ເຈົ້າ ​ໃຫ້​ເປັນ​ຄົນ​ດີ​ກວ່າ​ເກົ່າ.”

​ເພື່ອນ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ຂຽນ​ວ່າ: “ຂ້ານ້ອຍດີ​ໃຈ​ທີ່​ສາມາດ [ໄຕ່ຕອງ​ທ່ອງ​ຈຳ] ​ເພາະ​ມັນ​​ໄດ້​ຊ່ອຍ​ຂ້ານ້ອຍ ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ສຳຄັນ​ແທ້ໆ.”

ຜູ້​ສອນ​ສາດສະໜາ​ຄົນ​ໜຶ່ງ​ຂອງ​ເຮົາ ​ໄດ້​ເວົ້າວ່າ: “ຂ້າພະ​ເຈົ້າ​ໄດ້​​ໄຕ່ຕອງ​ທ່ອງ​ຈຳ ພຣະຄຳ​ພີ​ໜຶ່ງ​ຂໍ້ ​ໃນ​ແຕ່​ລະອາ​ທິດ ນັບ​ຕັ້ງ​ແຕ່​​ເດືອນ​ມິຖຸນາ ປີ 2014, ​ແລະ ຂ້າພະ​ເຈົ້າກໍ​ມັກ​ຫລາຍ. … ຂໍ້​ພຣະຄຳ​ພີ​ເຫລົ່າ​ນີ້ ​ໄດ້​ກາຍ​ເປັນ​ເພື່ອນ ທີ່​ຂ້າພະ​ເຈົ້າ​ເພິ່ງ​ພາ​ອາ​ໄສ​ໄດ້ ​ໃນ​ເວລາ​ທີ່​ຕ້ອງການ.”

​ໃນ​ປະສົບ​ການ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຮູ້ສຶກ​​ເຖິງພຣະວິນ​ຍານ​ຫລາຍ​​ກວ່າ​​ເກົ່າ ​​ເມື່ອ​ຂ້າພ​ະ​ເຈົ້າ​ໄຕ່ຕອງ​ທ່ອງ​ຈຳ ທຸກ​ອາທິດ. ຂ້າພະ​ເຈົ້າມີ​ຄວາມ​ຮັກ​ຕໍ່​ພຣະຄຳ​ພີ​ຫລາຍ​ຂຶ້ນ ຈາກ​ຄວາມ​ພະຍາຍາມທີ່​ຈະ​ໃຫ້ ​ຄຸນ​ນະ​ທຳ​ປະດັບ​ຄວາມ​ນຶກ​ຄິດ​ຂອງ​ຂ້າພະ​ເຈົ້າ ຢ່າງ​ບໍ່​ເສື່ອມຄາຍ.11

​ໃຫ້​ເຮົາ​ມາ​ພິຈາລະ​ນາ​ຄຳ​ເຊື້ອ​ເຊີນ ​ແລະ ພອນ​ທີ່​ຍິ່ງ​ໃຫຍ່​ນີ້ ຈາກນີ​ໄຟ ທີ່​ວ່າ: “ຖ້າ​ຫາກ​ພວກ​ທ່ານ​ຈະ​ມຸ້ງ​ໜ້າ​ ຊື່ນ​ຊົມ​ ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ແລະ ອົດທົນຈົນ​ເຖິງ​ທີ່​ສຸດ​ແລ້ວ, ຈົ່ງ​ເບິ່ງ, ພຣະ​ບິດາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້: ເຈົ້າ​ຈະ​ມີ​ຊີວິດ​ນິລັນ​ດອນ.”12 ​ເມື່ອ​ຄິດ​ກ່ຽວ​ກັບ “ການ​ຊື່ນ​ຊົມ​ດ້ວຍ​ພຣະຄຳ​ຂອງ​ພຣະຄຣິດ,” ການ​ໄຕ່ຕອງ​ທ່ອງ​ຈຳ ​ກໍ​ຄື​ກັນ​ກັບ​ການ​ກິນ​ອາຫານ​ທີ່​ແຊບ​ຊ້ອຍ ​ແລະ ຫຍ້ຳມັນ​ຢ່າງ​ຊ້າໆ ​ເພື່ອ​ຈະ​ໄດ້​ຊື່ນ​ຊົມ​ກັບ​ລົດ​ຊາດ​ຂອງ​ມັນ​ໄດ້​ຢ່າງ​ເຕັມ​ສ່ວນ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ກິນ​ຍຳສະ​ຫລັດ

ອັນ​ໃດ​ແມ່ນ​ຂໍ້​ພຣະຄຳພີ​ຂອງ​ທ່ານ?

ທ່ານ​ຈະ​ໄຕ່ຕອງ​ທ່ອງ​ຈຳພຣະຄຳ​ພີ​ໜຶ່ງ​ຂໍ້​ໃນ​ແຕ່​ລະອາ​ທິດ ​ເດືອນນີ້ ​ໄດ້​ບໍ? ​ເປັນ​ເວລາ​ໜຶ່ງ​ປີ ​ໄດ້​ບໍ? ດົນ​ກວ່າ​ນັ້ນ​ໄດ້​ບໍ? ​ຈູລີ ​ແລະ ຂ້າພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ຜູ້​ສອນ​ສາດສະໜາ​ທີ່​ກ້າຫານ ຢູ່ ​ເທັກຊັສ ດາລັສ ​ໃຫ້​ໄຕ່ຕອງ​ທ່ອງ​ຈຳ​ຮ່ວມ​ກັບ​ພວກ​ເຮົາ ​ເປັນ​ເວລາ 20 ປີ. ພວກ​ເຮົາ​ຈະ​ໄປ​ເຖິງ​ເສັ້ນ​ໄຊ​ພ້ອມ​ກັນ ​ໃນ​ໄລຍະ​ 17 ປີ ສັ້ນໆ​ນີ້. ​ແລ້ວ​ພວກ​ເຮົາ​ຈະຕັ້ງ​ເປົ້າໝາຍ​​ໃໝ່ ​ເພື່ອ​ຍົກ​ລະດັບ​ຄວາມ​ຄິດ​ຂອງ​ພວກ​ເຮົາ ​ແລະ ນຳພວກ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະຄຣິດຫລາຍ​ຂຶ້ນ.

ທ່ານ​ສາມາດ​ຖາມ​ພວກ​ເຮົາ​ໄດ້ ​ໂດຍ​ຖາມ​ວ່າ, “ອັນ​ໃດ​ແມ່ນ​ຂໍ້​ພຣະຄຳ​ພີ​ຂອງ​ທ່ານ?” ​ແຕ່​ຖ້າ​ຫາກ​ທ່ານ​ຖາມ, ທ່ານ​ຕ້ອງ​ຕຽມ​ຂໍ້​ພຣະຄຳ​ພີ​ຂອງ​ທ່ານ ​ເພື່ອ​ແບ່ງປັນ​ກັບ​ໝູ່​ນຳ​ເດີ້. ​ເຮົາ​ແຕ່ລະຄົນ​ຈະ​​ໄດ້​ຮັບ​ການ​ສົ່ງ​ເສີມ ຈາກ​ການ​​ແລກປ່ຽນ​ຂໍ້​ພຣະຄຳ​ພີ​ນີ້.

ທ່ານ​ຄິດ​ວ່າ ຊີວິດ​ຂອງ​ທ່ານ ​ແລະ ຂອງ​ຄອບຄົວ​ທ່ານ ຈະ​ເປັນ​ແນວ​ໃດ ຖ້າ​ຫາກ​ທ່ານ​ຂຽນ​ຂໍ້​ພຣະຄຳ​ພີ​ຂໍ້​ໃໝ່ ​ໄວ້​ໃນ​ຈິດ​ໃຈ​ຂອງ​ທ່ານ​ແຕ່​ລະອາ​ທິດ ​ໃນ​ໄລຍະ​ໜຶ່ງ​ເດືອນ​ຂ້າງ​ໜ້າ ຫລື ສອງ​ສາມ​ປີ ຫລື ດົນ​ກວ່າ​ນັ້ນ?

ພຣະ​ເຢຊູ​ຄຣິດ​ເປັນ​​ແບບຢ່າງ​ຂອງ​ເຮົາ

ພຣະ​ເຢຊູ​ຄຣິດຄົງ​ໄດ້​ພັດທະນາ​ຄວາມ​ຮັກ​ຕໍ່​ພຣະຄຳ​ພີ ຕອນ​ພຣະອົງ​ຢູ່​ໃນ​ໄວ​ເດັກ. ພຣະອົງ​ຄົງ​ໄດ້​ອ່ານ ​ແລະ ​ໄດ້​ໄຕ່ຕອງ​ຂໍ້​ພຣະຄຳພີ ຕອນ​ຢູ່​ໃນ​ໄວ​ເດັກ ຈຶ່ງ​ສາມາດສົນທະນາ​ກັບ​ພວກ​ອາຈານ​ສອນ​ຢູ່​ໃນ​ພຣະວິຫານ ຕອນ​ພຣະອົງ​ມີ​ອາຍຸ​ໄດ້ 12 ປີ.13 ພຣະອົງ​ໄດ້​ເລີ່​ມຕົ້ນພາລະກິດ​ຂອງ​ພຣະອົງ ຕອນ​ມີ​ອາຍຸ​ໄດ້ 30 ປີ,14 ​ແລະ ພຣະອົງ​ໄດ້​ກ່າວ​ເຖິງ​ຂໍ້​ພຣະຄຳ​ພີ​ມາກ່ອນ ​ແລະ ​ເລື້ອຍໆ ຕະຫລອດ​ເວລາ​ທີ່​ພຣະອົງ​ປະຕິບັດ​ສາດສະໜາ​ກິດ.15 ​ເຮົາ​ສາມາດ​ເວົ້າ​ໄດ້ບໍວ່າ​ ພຣະ​ເຢຊູ​ໄດ້​ໃຊ້​ເວລາ 20 ປີ ​ເພື່ອ​ສຶກສາ ​ແລະ ​ໄຕ່ຕອງ​ຂໍ້​ພຣະຄຳ​ພີ ຊຶ່ງ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ການ​ຕຽມ​ສຳລັບ​ພາລະກິດ​ຂອງ​ພຣະອົງ? ​ມີ​ສິ່ງ​ໃດ​ບໍ ທີ່​ທ່ານ​ຕ້ອງ​​ເຮັດ​ໃນ​​ເວລາ​ນີ້ ​ເພື່ອຕຽມ​ຕົວ​ທາງ​ວິນ​ຍານ ສຳລັບ​ໂອກາດ​ໃນ​ອະນາຄົດ ທີ່​ຈະ​ສອນ ​ແລະ ​ເປັນ​ພອນ​ໃຫ້​ແກ່​ຄອບຄົວ ​ແລະ ຄົນ​ອື່ນໆ?

​ເຝິກ​ສັດທາ​ຂອງ​ທ່ານ ​ແລະ ລົງ​ມື​ປະຕິບັດ

ສະຫລຸບ​ແລ້ວ, ຂ້າພະ​ເຈົ້າຫວັງ​ວ່າ ທ່ານ​ຈະ​ຕັດສິນ​ໃຈ​ທີ່​ຈະ​ທ້ອນ​ເງິນ​ແຕ່​ລະອາ​ທິດ. ​​ໃຫ້ເຝິກ​ສັດທາ​ຂອງ​ທ່ານ, ​ໃສ່​ວິ​ໄນ​ຕົນ​ເອງ, ​ແລະ ລົງມືປະຕິບັດ. ຂ້າພະ​ເຈົ້າອະທິຖານ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ ທ່ານ​ຈະ​ເລືອກ​ໄຕ່ຕອງ​ພຣະຄຳ​ຂອງ​ພຣະ​ເຈົ້າ ​ໃນ​​ແບບ​ທີ່​ຕໍ່​ເຕີມ ​ແລະ ​ເລິກ​ຊຶ້ງ ​ໃນ​ແຕ່​ລະອາ​ທິດ. ໃຫ້ເຝິກ​ສັດທາ​ຂອງ​ທ່ານ, ​ໃສ່​ວິ​ໄນ​ຕົນ​ເອງ, ​ແລະ ລົງ​ມື​ປະຕິບັດ.

ບໍ່​ເໝືອນຄຳ​ເຊື້ອ​ເຊີນ​ຢ່າງ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ ເລື່ອງ ການ​ທ້ອນ​ເງິນ, ຜົນ​ປະ​ໂຫຍ​ດທັງ​ໝົດ​ຂອງຄຳ​ເຊື້ອ​ເຊີນ​ຢ່າງ​ທີ​ສອງ ການ​ຊ່ອຍ​ກູ້​ຈິດວິນ​ຍານ ຈະ​ເປັນ​ຂອງ​ທ່ານ​ຕະຫລອດ​ການ—ຊຶ່ງ​ມອດ ​ແລະ ຂີ້ໝ້ຽງ​ຂອງ​ໂລກ​ນີ້ ກັດ​ກິນ​ບໍ່​ໄດ້.16

ແອວເດີ ດີ ທອດ ຄຣິສໂຕ​ເຟີສັນ ​ໄດ້​​ໃຫ້ຄຳ​​ແນະນຳ​ທີ່​ແຈ່ມ​ແຈ້ງ ​ແລະ ​ສັນຍາວ່າ: “ຈົ່ງສຶກສາ​ພຣະຄຳ​ພີ​ຢ່າງ​ລະມັດລະວັງ, ​ແລະ ດ້ວຍ​ການ​ພິຈາລະນາ. ຈົ່ງ​ໄຕ່ຕອງ ​ແລະ ອະທິຖານ​ກ່ຽວ​ກັບ​ມັນ. ພຣະຄຳ​ພີ​ເປັນ​ການ​ເປີດ​ເຜີຍ, ​ແລະ ມັນ​ຈະ​ນຳ​ການ​ເປີດ​ເຜີຍ​ມາ​ໃຫ້ຕື່ມ​ອີກ.”17

ສະຫລຸບ

ຂ້າພະ​ເຈົ້າສັນຍາ​ວ່າ ທ່ານ​ຈະ​ບໍ່​​ເສຍ​ໃຈ​ທີ່​ໄດ້​ຂຽນ​ຂໍ້​ພຣະຄຳ​ພີ​ໄວ້​ໃນ​ຈິດ​ໃຈ​ຂອງ​ທ່ານ ​ໃນ​ແຕ່​ລະອາ​ທິດ. ທ່ານ​ຈະ​ຮູ້ສຶກ​​ເຖິງ​ຈຸດປະສົງ​ທາງ​ວິນ​ຍານ​ທີ່​ຕໍ່​ເນື່ອງ, ​ໄດ້​ຮັບ​ການ​ປົກ​ປ້ອງ, ​ແລະ ພະລັງ.

ທ່ານ​ຈື່​ຈຳພຣະຄຳ​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້​ບໍ ທີ່​ວ່າ, “ຈົ່ງ​ເຮັດ​ສິ່ງ​ທີ່​ເຈົ້າ​ເຫັນ​ເຮົາ​ເຮັດ.”18 ຂໍ​ໃຫ້​ເຮົາ​ຈົ່ງ​ນຳ​ໃຊ້​ພຣະຄຳ​ຂອງ​ພຣະອົງ ​ໃນ​ຊີວິດ​ຂອງ​ເຮົາ​ໃຫ້ ​​ ເຕັມ​ສ່ວນ, ຂ້າພະ​ເຈົ້າອະທິຖານມາ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.