​2010–2019
ຄວາມ​ຈິງ​ທີ່​ແຈ່ມ​ແຈ້ງ ແລະ ລ້ຳ​ຄ່າ
ຕຸລາ 2015


ຄວາມ​ຈິງ​ທີ່​ແຈ່ມ​ແຈ້ງ ແລະ ລ້ຳ​ຄ່າ

ການ​ທົດ​ແທນ​ຢ່າງ​ເພື່ອ​ແຜ່​ຂອງ​ພຣະບິດາ​ເທິງ​ສະຫວັນ ສຳລັບຄວາມ​ລຳບາກ​ຢ່າງ​ຮ້າຍ​ແຮງ ​ແມ່ນ​ວ່າ ​ເຮົາ​ຕ້ອງ​ດຳລົງ​ຊີວິດ​ ​ໃນ​ຄວາມ​ສົມບູນ​ແຫ່ງ​ເວລາ​ຄື​ກັນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ມັນ​ໄດ້​ເປັນ​ເວລາ​ຫລາຍ​ປີ ທີ່​ກອງ​ປະຊຸມ​ໃຫຍ່​ສາມັນບໍ່​ເຄີຍ​ຂາດ ປະ​ທານບອຍ ເຄ ແພ໊ກເກີ ແລະ ແອວ​ເດີ ແອວ ທອມ ແພຣີ ແລະ ແອວເດີ ຣິເຈີດ ຈີ ສະກາດ, ຜູ້​ໄດ້ນັ່ງ​ຢູ່​​ເທິງເວທີ ​ແລະ ​ໄດ້​ກ່າວ​ກັບ​ເຮົາ. ​ເຮົາ​ຕື້ນ​ຕັນ​ກັບຄວາມ​ຊົງ​ຈຳ​ຂອງ​ເຮົາ​ກ່ຽວ​ກັບ​ພວກ​ເພິ່ນ​, ​ແລະ ຂ້າພະ​ເຈົ້າຂໍ​ກ່າວ​ຄຳ​ຍ້ອງຍໍ​ໃຫ້​ກຽດ​ເພິ່ນ, ຜູ້​ຊຶ່ງ​ມີ​ຄວາມ​ດີ​ເດັ່ນ​ທີ່​ແຕກ​ຕ່າງ​ກັນ ​ແຕ່​ຖືກຕ້ອງ​ປອງ​ດອງ​ໃນ​ການ​ເປັນ​ພະຍານ​ເຖິງ​ພຣະ​ເຢຊູ​ຄຣິດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ.

ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າພະ​ເຈົ້າ ​ເຊັ່ນ​ດຽວ​ກັບ​ທ່ານ, ພົບ​ເຫັນ​ພະລັງ ​ໃນ​ການ​ສະໜັບສະ​ໜູນ​ປະທານທອມມັສ ແອັສ ມອນສັນ ​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ, ​ແລະ ຂ້າພະ​ເຈົ້າ ພິສະຫວົງ ​ໃນ​ສັດທາ ​ແລະ ການ​ຮັບ​ໃຊ້​​ໃນ​ຖານະ​ສາດສະດາ​ຂອງ​ເພິ່ນ ​ເປັນ​ເວລາ​ຫລາຍ​ກວ່າ 50 ປີ.

​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ເວລາ 9 ​ໂມງ​ເຊົ້າ ​ໃນ​ຂະນະ​ຝ່າຍ​ອະທິການ​ກຳລັງ​ເລີ່ມຕົ້ນການ​ປະຊຸມ ຮ່ວມ​ກັບ​ຝ່າຍ​ປະ​ທານ​ເຂດ​ອາຊີ ຜູ້​ໄດ້​ມາ​ຮ່ວມ​ກອງ​ປະ​ຊຸມ​ນີ້, ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ພົບ​ກັບ​ປະທານ​ມອນສັນ, ພ້ອມ​ກັບ​ທີ່​ປຶກສາ​ຂອງ​ເພິ່ນ. ບໍ່​ດົນ​ຈາກ​ນັ້ນ, ຂະນະ​ທີ່​ຂ້າພະ​ເຈົ້າຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ໃຫຍ່​ທີ່ຢູ່​ທາງ​ຂ້າງ​ຫ້ອງການ​ຂອງ​ເພິ່ນ, ຂ້າພະ​ເຈົ້າຄົງ​ມີ​ສີ​ໜ້າ​ກັງວົນ, ​ແລ້ວ ຂ້າພະ​ເຈົ້າ​ໄດ້​ນັ່ງ​ລົງຢູ່​ຕໍ່ໜ້າ​ເພິ່ນ ​ໃນ​ຕອນ​ທີ່​ເພິ່ນ​ເວົ້າລົມ​ກັບ​ຂ້າພະ​ເຈົ້າ ​ເພື່ອ​ຊ່ອຍ​ໃຫ້​ຂ້າພະ​ເຈົ້າສະບາຍ​ໃຈຂຶ້ນ. ​ເພິ່ນ​ໄດ້​​ເວົ້າວ່າ, ບໍ່​ຄື​ອາຍຸ, ຂ້າພະ​ເຈົ້າ​ເບິ່ງ​ຄືໜຸ່ມ​ຫລາຍ, ໜຸ່ມ​ກວ່າ​ອາຍຸ.

​ແລ້ວ, ບໍ່​ດົນ​ຈາກ​ນັ້ນ, ປະທານມອນສັນ​ໄດ້​ບອກ​ວ່າ ພຣະຜູ້​ເປັນ​ເຈົ້າມີ​ພຣະປະສົງ​ທີ່​ຈະ​ເອີ້ນ​ຂ້າພະ​ເຈົ້າ​ໃຫ້​​ເປັນ​ສະມາຊິກ​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ. ​ເພິ່ນ​ໄດ້​ຖາມ​ຂ້າພະ​ເຈົ້າວ່າ ຂ້າພະ​ເຈົ້າຈະ​ຮັບ​ເອົາ​ຫລືບໍ່, ຊຶ່ງ​ຂ້າພະ​ເຈົ້າ​ໄດ້​ຫັນ​ໃຈ​ຫອບ​ຢ່າງ​ແຮງ ​ເພາະ​ຄວາມ​ຕົກ​ໃຈ​ຫລາຍ, ​ແລະ ​ໄດ້​ຕອບ​ຮັບ​. ​ແລ້ວກ່ອນ​ຂ້າພະ​ເຈົ້າຈະ​ບອກ​ເພິ່ນ​ເຖິງ​ຄວາມ​ຮູ້ສຶກ​ທີ່​ບໍ່​ພຽບພ້ອມ, ປະທານ​ມອນ​ສັນ​ໄດ້​ກ່າວ​ຕໍ່​​ໄປ, ບັນຍາຍ​ເຖິງ​ການ​ເອີ້ນ​ຂອງ​ເພິ່ນ ​ເມື່ອ​ຫລາຍ​ປີ​ກ່ອນ ​ໃຫ້​ເປັນ​ອັກຄະ​ສາວົກ ​ໂດຍ​ປະທານເດວິດ ໂອ ມິກເຄ, ຊຶ່ງ​ໃນ​ເວລາ​ນັ້ນ ​ເພິ່ນກໍ​ຮູ້ສຶກ​ບໍ່​ພຽບພ້ອມ. ​ເພິ່ນ​ໄດ້​ແນະນຳ​ຂ້າພະ​ເຈົ້າຊ້າໆວ່າ, “ອະທິການ ສະຕີບເວັນສັນ, ພຣະຜູ້​ເປັນ​ເຈົ້າຈະ​ເຮັດ​ໃຫ້​ຜູ້​ທີ່​ພຣະອົງ​ເອີ້ນ ​ເໝາະ​ສົມ​.” ຖ້ອຍ​ຄຳ​ທີ່​​ໃຫ້​ກຳລັງ​ໃຈ​ຈາກ​ສາດສະດາ ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ຂ້າພະ​ເຈົ້າສະຫງົບ​ລົງ, ​​ເຊົາ​ປະ​ເມີນ​ຕົນ​ເອງ ​ແລະ ​ເຊົາ​ເປັນຫ່ວງທຸກ​ມື້​ທຸກ​ວັນ ນັບ​ແຕ່​ໄດ້​ຮັບ​ການເອີ້ນ ​ເປັນຕົ້ນມາ.

ຂ້າພະ​ເຈົ້າ​ໄດ້​ເລົ່າ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ບອກ​ທ່ານ ​ໃຫ້​ ລີຊາ ພັນ​ລະ​ຍາ​ທີ່​ໜ້າ​ຮັກ ຂອງ​ຂ້າພະ​ເຈົ້າຟັງ ​ໃນ​ມື້ນັ້ນ ຕອນ​ນັ່ງ​ຢູ່​​ສະຖານ​ທີ່ງຽບໆ​ບ່ອນໜຶ່ງ​ ໃນ​ເຂດ​ບໍລິ​ເວນ​ພຣະວິຫານ​ເຊົາເລັກ, ຊຶ່ງ​ສາມາດ​ຫລຽວ​ເຫັນ​ພຣະວິຫານ ​ແລະ ຕຶກ ​ແທໂບ​ແນໂກ ​ແຫ່ງປະ​ຫວັດ​ສາດ ຢູ່​ຕໍ່ໜ້າ. ​ໃນ​ຂະນະ​ທີ່​ພວກ​ຂ້າພະ​ເຈົ້າ ພະຍາຍາມ​ເຂົ້າ​ໃຈ ​ແລະ ​ໄຕ່ຕອງ​ກ່ຽວ​ກັບ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ ​ໃນ​ມື້ນັ້ນ, ພວກ​ຂ້າພະ​ເຈົ້າ​ໄດ້ພົບ​ເຫັນສະໝໍ​ຂອງ​ພວກ​ຂ້າພະ​ເຈົ້າ ນັ້ນຄືສັດທາ​​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ​ຄວາມ​ຮູ້​ໃນແຜນ​ແຫ່ງ​ຄວາມສຸກ. ສິ່ງ​ນີ້​ໄດ້​​ເຮັດ​ໃຫ້​ຂ້າພະ​ເຈົ້າສະ​ແດງ​ຄວາມ​ຮັກ​ອັນ​ເລິກ​ຊຶ້ງຕໍ່ ລີຊາ. ນາງ​ໃຫ້​ຄວາມ​ອົບ​ອຸ່ນ​ແກ່​ຊີວິດ​ຂອງ​ຂ້າພະ​ເຈົ້າ, ​ແລະ ​ເປັນ​ທິດາ​ຜູ້​ປະ​ເສີດ​ຂອງ​ພຣະ​ເຈົ້າ. ນາງ​ຮັບ​ໃຊ້​ດ້ວຍ​ຄວາມ​ບໍ່​ເຫັນ​ແກ່​ຕົວ ​ແລະ ມີ​ຄວາມ​ຮັກ​ທີ່​ບໍ່ມີ​ເງື່ອນ​ໄຂຕໍ່​ທຸກ​ຄົນ. ຂ້າພະ​ເຈົ້າຈະ​ພະຍາຍາມ​​ໃຫ້​ມີຄ່າ​ຄວນ​ຕໍ່​ພອນ​ແຫ່ງ​ການ​ເປັນ​ຄູ່​ຄອງ ​ໄປ​ຊົ່ວ​ນິລັນດອນ.

ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຮັກ​ອັນ​ເລິກ​ຊຶ້ງຕໍ່​ລູກ​ຊາຍ​ສີ່​ຄົນ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ, ຊຶ່ງ​ສາມ​ຄົນ​ ກໍ​ຢູ່​​ໃນນີ້​ພ້ອມ​ກັບ​ພັນ​ລະ​ຍາ​ທີ່​ໜ້າ​ຮັກ​ຂອງ​ເຂົາ​ເຈົ້າ, ​ຜູ້​ເປັນ​ແມ່​ຂອງ​ຫລານ​ ຫົກ​ຄົນ​ ຂອງ​ພວກ​ຂ້າພະ​ເຈົ້າ; ສ່ວນ​ລູກ​ຜູ້​ທີ​ສີ່, ກຳລັງ​ເປັນ​ຜູ້​ສອນ​ສາດສະໜາຢູ່, ​ແລະ ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້ານອນ​ເດິກ ​ເພື່ອ​ຈະ​ໄດ້​ເບິ່ງ​ກອງ​ປະຊຸມ​ໃນ​ຕອນ​ນີ້ ພ້ອມ​ກັບ​ປະທານ​ເຜີຍ​ແຜ່ ​ແລະ ພັນ​ລະ​ຍາ​ຂອງ​ເພິ່ນ ຈາກ​ເຮືອນ​ປະທານ​ເຜີຍ​ແຜ່ ຢູ່ເກາະໄຕ້​ຫວັນ. ຂ້າພະ​ເຈົ້າຮັກ​​ເຂົາ​ເຈົ້າທຸກ​ຄົນ ​ແລະ ປາບ​ປື້ມກັບ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າທີ່​ມີ​ຕໍ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຕໍ່ພຣະກິດ​ຕິ​ຄຸນ.

ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຮັກ​ຕໍ່​ສະມາຊິກ​​ແຕ່ລະຄົນ​​ໃນ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ: ຕໍ່​ແມ່​ ​ແລະ ພໍ່ ທີ່​ຮັກ, ຜູ້​ໄດ້​ເສຍ​ຊີວິດ​ໄປ​ແລ້ວ​ປີ​ກາຍ​ນີ້, ຜູ້​ໄດ້​ປູກຝັງປະຈັກ​ພະຍານ​ໄວ້​ໃນ​ໃຈ​ຂອງ​ຂ້າພະ​ເຈົ້າ ​ແຕ່​ຕອນ​ຍັງ​ນ້ອຍ. ພ້ອມ​ນີ້ ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ກະຕັນຍູ​ຕໍ່​ອ້າຍ​ເອື້ອຍ​ນ້ອງ ​ແລະ ຄູ່​ຄອງ​ຂອງ​ເຂົາ​ເຈົ້າ ຕະຫລອດ​ທັງ​ຄອບຄົວ​ຂອງ ລີ​ຊາ, ຊຶ່ງ​ຫລາຍ​ຄົນ​ກໍ​ໄດ້​ມາ​ຮ່ວມ​ໃນ​ກອງ​ປະຊຸມ​ນີ້. ຂ້າພະ​ເຈົ້າກໍ​ຂໍ​ສະ​ແດງ​ຄວາມ​ກະຕັນຍູ​ຕື່ມ​ອີກ ຕໍ່​ຍາດ​ພີ່ນ້ອງ, ​ໝູ່​ເພື່ອນ, ຜູ້​ສອນສາດສະໜາ, ຜູ້ນຳ, ​ແລະ ຄູ​ສອນ ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ.

ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ​ ທີ່​ມີ​ເພື່ອນ​ຮ່ວມ​ງານ​ຜູ້ໃກ້ຊິດ ທີ່​ເປັນ​ຝ່າຍປະທານ​ສູງ​ສຸດ, ອັກຄະ​ສາວົກ​ສິບ​ສອງ, ​ແລະ ສາວົກ​ເຈັດ​ສິບ ​ແລະ ຝ່າຍ​ປະທານ​ອົງການ​ຊ່ອຍ​ເຫລືອ​ຕ່າງໆ. ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຮັກ​ ​ແລະ ຄວາມ​ເຄົາລົບ ມາ​ຍັງ​ທ່ານ ອ້າຍ​ເອື້ອຍ​ນ້ອງທັງຫລາຍ ​ແລະ ຈະ​ພະຍາຍາມ​​ໃຫ້​ຕົນມີຄ່າ​ຄວນ ຕໍ່​ຄວາມ​ສຳພັນ​ຂອງ​ພວກ​ເຮົາຕໍ່​ໄປ. ຝ່າຍ​ປະທານ​ອະທິການ​ຄວບ​ຄຸມ​ ​ເປັນນ້ຳໜຶ່ງ​ໃຈ​ດຽວ​ກັນ. ຂ້າພະ​ເຈົ້າຈະ​ຄິດ​ຮອດ​ການ​ພົວພັນ​ປະ​ຈຳ​ວັນ​ກັບ​ພວກ​ເພິ່ນ. ຂ້າພະ​ເຈົ້າຈະ​ຄິດ​ຮອດ​ເພື່ອນ​ຮ່ວມ​ງານ​ປະຈຳ​ວັນ​ກັບ​ ອະທິການ ຄໍເຊ ​ແລະ ອະທິການ ​ເດວີ​.

ຂ້າພະ​ເຈົ້າຢືນ​ຢູ່​ຕໍ່ໜ້າ​ທ່ານ, ​​ເປັນ​ຫລັກ​ຖານ​ເຖິງ ພຣະຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ໄດ້​ບັນທຶກ​ໄວ້ ຢູ່​ໃນ​ພາກ​ທຳ​ອິດ ຂອງ​ Doctrine and Covenants ທີ່​ວ່າ, ຄວາມ​ສົມບູນ​ຂອງ​ພຣະ​ກິດ​ຕິ​ຄຸນຂອງ​ພຣະອົງ​ຈະ​ຖືກ​ປ່າວ​ປະກາດ​ໂດຍ​ຄົນ​ທີ່​ອ່ອນແອ ແລະ ຄົນ​ທີ່​ຕ່ຳຕ້ອຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ໂລກ, ​ແລະ ຕໍ່​ບັນດາ​ກະສັດ ​ແລະ ຜູ້​ປົກຄອງ.1 ພຣະຄຳ​​ເຫລົ່ານັ້ນ ​ໄດ້​ຖືກ​ຕິດຕາມ​ດ້ວຍ ການ​ປະກາດ​ຂອງ​ພຣະຜູ້​ເປັນ​ເຈົ້າ ຊຶ່ງ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຮັກ​ຂອງ​ພຣະບິດາທີ່​ມີ​ຕໍ່​ລູກໆ​ຂອງ​ພຣະອົງ ທີ່​ວ່າ: ພຣະຜູ້​ເປັນ​ເຈົ້າ,​ ​ໂດຍທີ່​ຮູ້​ເຖິງຄວາມເສຍຫາຍ​ທີ່​ຈະ​ມາສູ່ຜູ້​ອາໄສຂອງ​ແຜ່ນດິນ​ໂລກ, ຈຶ່ງ​ໄດ້​ເອີ້ນຜູ້​ຮັບ​ໃຊ້​ຂອງ​ພຣະອົງ ​ໂຈເຊັບ ສະມິດ, ຜູ້​ລູກ, ​ແລະ ​ໄດ້​ກ່າວກັບ​ເພິ່ນຈາກສະຫວັນ, ​ແລະ ມອບ​ພຣະບັນຍັດໃຫ້​​ເພິ່ນ​.2

ດ້ວຍ​ຄວາມ​ຮູ້​ຈາກ​ທີ່​ສຸດ ​ເຖິງ​ການ​ເລີ່​ມຕົ້ນ, ​ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢ​ໂຮ​ວາ,3 ຈຶ່ງໄດ້​ເປີດ​ສະຫວັນ ​ແລະ ຍຸກ​ໃໝ່ ​ເພື່ອລົບ​ລ້າງ​​ໄພພິບັດ ທີ່​ພວກພຣະອົງ​ຮູ້​ວ່າ ຈະມາ​ເຖິງ. ອັກຄະ​ສາວົກ​​ໂປ​ໂລ​ໄດ້​ບັນຍາຍ​ເຖິງ​ໄພພິບັດ​ວ່າ ​ເປັນ “ຄວາມ​ລຳ​ບາກ​ຢ່າງ​ຮ້າຍ​ແຮງ.”4 ​ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ສິ່ງ​ນີ້​ບອກ​ວ່າ ການ​ທົດ​ແທນ​ຢ່າງ​ເພື່ອ​ແຜ່​ຂອງ​ພຣະບິດາ​ເທິງ​ສະຫວັນ ສຳລັບຄວາມ​ລຳບາກ​ຢ່າງ​ຮ້າຍ​ແຮງ ​ແມ່ນ​ວ່າ ​ເຮົາ​ຕ້ອງ​ດຳລົງ​ຊີວິດ​ ​ໃນ​ຄວາມ​ສົມບູນ​ແຫ່ງ​ເວລາ​ຄື​ກັນ.

​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ໄດ້​ເປັນ​ທຸກກັບ​ຄວາມບໍ່​ພຽບພ້ອມ​ຂອງ​ຂ້າພະ​ເຈົ້າ​ໃນ​ອາທິດ​ນີ້, ຂ້າພະ​ເຈົ້າ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ທີ່​ແຈ່ມ​ແຈ້ງ ທັງ​ເປັນ​ເລື່ອງ​ຕີ​ສອນ ​ແລະ ປອບ​ໂຍນ​ຂ້າພະ​ເຈົ້າດ້ວຍ ທີ່​ວ່າ: ​ບໍ່​ໃຫ້​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່ຂ້າພະ​ເຈົ້າບໍ່​ສາມາດ​ເຮັດ, ​ແຕ່​ໃຫ້​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ຂ້າພະ​ເຈົ້າສາມາດ​ເຮັດ. ຂ້າພະ​ເຈົ້າສາມາດ​ເປັນ​ພະຍານ​ໄດ້​ເຖິງ​ຄວາມຈິງ​ທີ່​ແຈ່ມ​ແຈ້ງ ​ແລະ ມີຄ່າ​ນີ້ ​ຂອງ​ພຣະກິດ​ຕິ​ຄຸນ.

ມີ​ຖ້ອຍ​ຄຳ​ທີ່​ຂ້າພະ​ເຈົ້າ​ໄດ້​ແບ່ງປັນ​ຫລາຍ​ເທື່ອ ກັບ​ຄົນ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ແລະ ຄົນ​ທີ່​ບໍ່​ໄດ້​ເປັນ​ນຳ​ອີກ ທີ່​ວ່າ: “ພຣະ​ເຈົ້າ​ເປັນ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ​ເຮົາ​ເປັນ​ລູກໆ​ຂອງ​ພຣະອົງ. ... ພຣະອົງ​ໄດ້​ກັນ​ແສງ​ກັບ​ເຮົາ ​ເມື່ອ​ເຮົາ​ທຸ​ກທໍລະມານ ​ແລະ ຊື່ນ​ຊົມ​ກັບ​ເຮົາ ​ເມື່ອ​ເຮົາ​​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ພຣະອົງ​ປະສົງ​ທີ່​ຈະຕິດຕໍ່ກັບ​​ເຮົາ, ​ແລະ ​ເຮົາ​ສາມາດ​ສື່ສານ​ກັບ​ພຣະອົງ ຜ່ານ​ການ​ອະທິຖານ​ທີ່​ຈິງ​ໃຈ. …

“ພຣະບິດາ​ເທິງ​ສະຫວັນ​ໄດ້​ຈັດ​ວິທີ​ທາງ​ໃຫ້​ລູກໆ​ຂອງ​ພຣະອົງ ... ​ເພື່ອ​ຈະ​ກັບ​ໄປ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະອົງ. ຈຸດ​ສຳຄັນ​​ໃນ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແມ່ນ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ.”5

ພຣະບິດາ​ເທິງ​ສະຫວັນ ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາສູ່​ໂລກ ​ເພື່ອ​ຊົດ​ໃຊ້​ສຳລັບ​ບາບ​ຂອງ​ມວນ​ມະນຸດ ​ແລະ ​ເອົາ​ຊະນະ​ຄວາມ​ຕາຍ. “ເພາະວ່າ​ພຣະ​ເຈົ້າຮັກ​ໂລກ​ຫລາຍ​ທີ່​ສຸດ, ຈົ​ນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ.” ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.